ພື້ນທີ່ຂອງສະມາຊິກ

ການ​ເມືອງ ນຳ​ພາ​ກົດ​ໝາຍ ແນວ​ທາງ​ນະ​ໂຍ​ບາຍ ນຳ​ພາ​ວິ​ຊາ​ການ ບໍ​ລິ​ຫານ​ຍຸ​ຕິ​ທຳ ໃຫ້​ມີ​ປະ​ສິດ​ທິ​ຜົນ ບໍ​ລິ​ການ​ປະ​ຊາ​ຊົນ ໃຫ້​ວ່ອງ​ໄວ​ທ່ຽງ​ທຳ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ປິດຊຸດຝຶກອົບຮົມວຽກງານຄຸ້ມຄອງເວັບໄຊຈົດໝາຍເຫດທາງລັດຖະການ
Bootstrap Slider

 

ສົ່ງ ຄໍາຄິດເຫັນ ຕໍ່ຮ່າງນິຕິກໍາ:

ຮ່າງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ( ສະບັບປັບປຸງ )

ສ່ວນທີ່ໝາຍດ້ວຍ * ຈໍາເປັນຕ້ອງມີຂໍ້ມູນ

(<=3MB)

 

ລາຍການ ຜູ້ທີ່ໄດ້ສົ່ງ ຄໍາຄິດເຫັນ

ຊື່ ຄໍາເຫັນ
ທ້າວ ສຸລິເດດ ພູນສະຫວັດ
16-08-2016 10:26:44
ຮຽນ ພາກສ່ວນທີ່ກ່ຽວຂ້ອງ, ຂ້າພະເຈົ້າ ຂໍອະນຸຍາດ ມີຄຳຄິດເຫັນຕໍ່ກັບ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ) ສະບັບນີ້ ດັ່ງຈະກ່າວຕໍ່ໄປ: 1. ຄວນກຳນົດ ອັດຕາທຶນຕົນເອງ ແລະ ທຶນກູ້ຍືມໃນອັດຕາສ່ວນສະເພາະ ເຊັ່ນວ່າ ທຶນຕົນເອງບໍ່ໃຫ້ຫຼຸດ 30% ແລະ ທຶນກູ້ຍືມບໍ່ໃຫ້ເກີນ 70% 2. ຄວນກຳນົດຄ່າປັບໄໝ ຖ້າວີສາຫະກິດ, ໂຄງການ, ທຸລະກິດສະເພາະ ຫາກຖອກທຶນບໍ່ຄົບຈຳນວນ ພາຍໃນກຳນົດເວລາທີ່ກຳນົດ ເຊັ່ນວ່າ ພາຍໃນ 1 ປີ ຫຼື 2 ປີ ຫຼັງໄດ້ຮັບໃບອະນຸຍາດການລົງທຶນ ຫຼື ທະບຽນວິສາຫະກິດ ໂດຍມອບໃຫ້ກົມສ່ວຍສາອາກອນ ຫຼື ກົມອຸດສະຫະກຳການຄ້າ ເປັນຜູ່ລົງກວດກາ. 3. ມາດຕາ 37.5 ກໍລະນີມອບ-ໂອນສິດ-ໂອນຮຸ້ນ ຕ້ອງເສຍອາກອນ ແລະ ຄ່າທຳນຽມ 1% ຂອງມູນຄ່າຊັບສິນ. ນີ້ໝາຍເຖິງຜູ່ໂອນ ຫຼື ຜູ່ຮັບການໂອນຈະຕ້ອງເສຍພັນທະນີ້? ລາຍຈ່າຍທຳນຽມນີ້ສາມາດລົງບັນຊີລາຍຈ່າຍຕາມອາກອນໄດ້ ຫຼື ບໍ່? 4. ມາດຕາ 52 ຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບ ບໍ່ໃຫ້ຫຼຸດ 35% ຈາກໂຄງການ ແມ່ນຜົນປະໂຫຍດຈາກສ່ວນໃດ ໃຫ້ລະບຸ ເຊັ່ນວ່າ ຮຸ້ນ, ກຳໄລ, ເງິນບັນຜົນ,ຊັບສິນທັງໝົດຂອງໂຄງການ ... 5. ມາດຕາ 55.2 - ໜ່ວຍງານໃດຈະລົງກວດກາຢັ້ງຢືນວ່າວິສາຫະກິດຈ້າງແຮງງານເກີນ 300 ຄົນແທ້. ສົມມຸດວ່າ ໄລຍະຂະຫຍາຍຕື່ມຍົກເວັ້ນອາກອນກຳໄລ 3 ປີ ວິສາຫະກິດ ຈ້າງແຮງງານຕ່ຳກວ່າ 300 ຄົນ ຈະມີຜົນຫຍັງ? ໃນແຮງານ 300 ຄົນນີ້ ຄວນມີແຮງງານລາວຈັກຄົນ ແຮງງານຕ່າງປະເທດຈັກຄົນ. ຂໍ້ສະເໜີ ແລະ ຄຳເຫັນຕໍ່ຮ່າງກົດໝາຍສະບັບນີ້ແມ່ນຍົກຂຶ້ນມາໃຫ້ທ່ານເພື່ອພິຈະລະນາ ແລະ ແກ້ໄຂຕາມຄວນດ້ວຍ. ໃນກໍລະນີຫາກຂ້າພະເຈົ້າ ມີຄຳແນະນຳເພີ່ມຕື່ມ ກ່ອນກົດໝາຍສະບັບປັບປຸງນີ້ຖືກຮັບຮອງ ຂ້າພະເຈົ້າ ຂໍອະນຸຍາດ ສະແດງຄຳຄິດເຫັນເພີ່ມຕື່ມດ້ວຍ. ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ. ສຸລິເດດ ພູມສະຫວັດ 020 2222 8227
ສຸລິເດດ ພູນສະຫວັດ
18-08-2016 01:24:44
ຮຽນ ທ່ານທີ່ນັບຖື ແລະ ກ່ຽວຂ້ອງ ຂ້າພະເຈົ້າ ຂໍອະນຸຍາດອີກຄັ້ງໜຶ່ງ ເພື່ອຂໍສະແດງຄຳຄິດຄຳເຫັນເພີ່ມຕື່ມຕໍ່ຮ່າງກົດໝາຍສົ່ງເສີມການລົງທຶນ (ສະບັບປັບປຸງ) 2016 ນີ້ ຕາມລາຍລະອຽດຂ້າງລຸ້ມນີ້: ຄຳຖາມ ແລະ ຄຳແນະນຳເພີ່ມຕື່ມ 1. ມາດຕາ 37.5 ເວລາມີການມອບ, ໂອນສິດຕາມສັນຍາ ຫຼື ໂອນຮຸ້ນ ຈະຕ້ອງເສຍອາກອນຕາມກົດໝາຍວ່າດ້ວຍສ່ວນສາອາກອນ ແລະ ຕ້ອງເສຍຄ່າທຳນຽມ ການມອບໂອນໃນ ອັດຕາ 1% ຂອງມູນຄ່າຊັບສິນທີ່ມອບໂອນ ນີ້ໝາຍເຖິງ ຕ້ອງເສຍອາກອນລາຍໄດ້ຈາກການຂາຍຮຸ້ນ 2% ຫຼື 10% ພ້ອມກັບຄ່າທຳນຽມ 1%? ຖ້າເປັນການໂອນແບບບໍ່ມີກຳໄລຈາກການຂາຍຮຸ້ນ ຈະຕ້ອງເສບອາກອນລາຍໄດ້ 2% ຫຼື 10% ຫຼື ບໍ່? 2. ມາດຕາ 13 ວັກທີ 5 ຜູ່ລົງທຶນ ໝາຍເຖິງ ໂຄງກນສຳປະທານ, ທຸລະກິດສະເພາະ ແລະ ທຸລະກິດທົ່ວໄປ? ທີ່ຈະຕ້ອງສົ່ງບົດລາຍງານໃຫ້ຂະແໜງແຜນການ ແລະ ການລົງທຶນ? 3. ມາດຕາ 13 ວັກທີ 1 ການຖອກທຶນຈົດທະບຽນ ຕ້ອງຖອກໃຫ້ຄົບ 90 ວັນ ລັດຖະການ ຫຼື ໃນ 90 ວັນນີ້ລວມວັນເສົາ-ອາທິດນຳ? 4. ມາດຕາ 13 ວັກທີ 4 ການຖອກທຶນຈົດທະບຽນທີ່ເປັນວັດຖຸ ບໍ່ໃຫ້ເກີນ 35% ຂອງທຶນຈົດທະບຽນທັງໝົດ ຫຼື ທຶນທັງໝົດ? ຂໍຂອບໃຈທ່ານນະໂອກາດນີ້ດ້ວຍ. ສຸລິເດດ
ກຸ່ມ 3 ( ປະ​ຊຸມຢູ່ LNCCI )
18-08-2016 08:33:18
ໃນ​ນາມ​ກຸ່ມ3 ຂໍ​ຖື​ເປັນ​ກຽດ​ສະ​ເຫນີ​ມາ​ຍັງ​ທ່ານ​ເພື່ອ​ປະ​ກອບ​ຄຳ​ຄິດ​ເຫັນ​ໃສ່​ຮ່າງ​ກົດ​ຫມາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ ການ​ລົງ​ທືນ ດັ່ງ​ນີ້ : ມາດ​ຕາ 52 : ນະໂຍ​ບາຍ​ດ້ານ​ອາ​ກອນ​ກຳ​ໄລ ຂໍ​ສະ​ຫນີ​ປັບ​ປຸງ​ໃນ​ແຕ່​ລະ​ເຂດ​ໃຫ້​ມີ​ພຽງ​ລະ​ດັບ​ດຽວ 1.ເຂດ 1 : ຈະ​ໄດ້​ຮັບ​ຍົກ​ອາ​ກອນ​ກຳ​ໄລ 6 ປີ 2.ເຂດ 2 : ຈະ​ໄດ້​ຮັບ​ຍົກ​ອາ​ກອນ​ກຳ​ໄລ 4 ປີ 3.ເຂດ 3 : ຈະ​ໄດ້​ຮັບ​ຍົກ​ອາ​ກອນ​ກຳ​ໄລ 2 ປີ ມາດ​ຕາ 53 ນະໂຍບ​າຍ​ດ້ານ​ພາ​ສີ-ອາ​ກອນ​ອື່ນໆ 1. ໄດ໊​ຮັບ​ການ​ຍົກ​ເວັ້ນ​ພາ​ສີ-ອາ​ກອນ ນຳ​ເຂົ້າ​ວັດ​ຖຸ​ດິບ,ອຸ​ປະ​ກອນ​ແລະພາ​ຫະ​ນະ​ ກົນ​ຈັກ ,ວັດ​ຖຸ​ກໍ່​ສ້າງ ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ​ໂດຍ​ກົງ ຂໍ​ສະ​ເຫນີ​ຖາມ : ຄວນ​ມີ​ເງິນ​ຄ້ຳ​ປະ​ກັນ​ການ​ເຊັນ MOU ແລະ ສັນ​ຍາ​ຄ້ຳ​ປະ​ກັນ ໂດຍ​ຜ່ານ​ທະ​ນາ​ຄານ​ບໍ່ ?
LNCCI meeting
18-08-2016 08:34:49
ມາດຕາ 34 ຕືມ ຖ້າຈະດັດແກ້ິສັນຍາສໍາປະທານ ຕ້ອງມີການເຈລະຈາຈາກທຸກຝ່າຍກ່ຽວຂອງ. ຊຶ່ງໃນຄະນະທີ່ຍັງເຈລະຈາຕໍ່ລອງດໍາເນີນຢູ່ນັ້ນໃຫ້ປະຕິບັດຕາມສັນຍາເກົ່າຢ່າງຄົບຖ້ວນ. ມາດຕາ 53 ຂໍ້ສະເໜີໃຫ້ມີຢັ້ງຢືນຈາກຂະແໜ່ງການກ່ຽວຂ້ອງໃສ່ໃນບັນຊີອະນຸຍດດຍົກເວັ້ນດັ່ງກ່າວໃນແຕ່ລະປີ. ເຫດຜົນ: ເພື່ອຫຼີກເວັນການສົດສວຍໂອກາດເຮັດໃຫ້ລັດເສຍຜົນປະໂຫຍດ ມາດຕາ 35: ບໍ່ເຫັນດີນໍາອາຍຸການລົງທືນຈາກການສໍາປະທານທີ່ກໍານົດວ່າ 50. ຄວນດັດແກ້ໃຫ້ເປັນ 30 ປີ ແລະ ຕໍ່ໄດ້ໂດຍການຕົກລົງຂອງທຸກຝ່າຍທີ່ກ່ຽຂ້ອງສູງສຸດ 2 ຄັ້ງ. ຄັ້ງລະ 10 ປີສູງສຸດ ເຫດຜົນ: ຍ້ອນວ່າການລົງທືນທີ່ດີຄວນມີ finance model ທິມີ % IRR ໃນລະດັບສູງຊຶ່ງຈະກູ້ທືນຄືນໄດ້ໃນປະມານສູງສຸດ 6-7 ປິ ມາດຕາ 45: ຂໍເພີ້ມອີກ 1 ຂໍ້ ເປັນຂໍ້ 4: ຊຶ່ງຂໍໃຫ້ກໍານົດເວລາ 5 ວັນລັດຖະການນັບແຕ່ວັນທີ່ໄດ້ຮັບໃບຄໍາຮ້ອງຂໍລົງທືນຫ ຫຼື ສໍາປະທານ
ທ້າວ ໜູແກ້ວ ສັງທອງວິຈິຕຣ໌
24-08-2016 04:57:57
ຮຽນ ທ່ານໆທີ່ນັບຖື, ຂ້າພະເຈົ້າ ຮູ້ສຶກເປັນກຽດໃນການທີ່ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍສະ ບັບນີ້, ຊຶ່ງກ່ອນອື່ນ ຂ້າພະເຈົ້າຂໍສະແດງຄວາມເຫັນດີເປັນເອະພາບໂດຍ ພື້ນຖານກັບເນື້ອໃນຂອງຮ່າງກົດໝາຍສະບັບນີ້ ແລະ ຂໍຊົມເຊີຍ ເຫັນດີນໍາຄໍາຄິດເຫັນຂອງບັນດາທ່ານທີ່ໄດ້ປະກອບໄປກ່ອນແລ້ວນັ້ນ.ແຕ່ຂ້າພະເຈົ້າຍັງມີບາງເນື້ອໃນທີ່ຢາກແລກປ່ຽນກັບບັນດາທ່ານ ໂດຍອີງໃສ່ລັດ ຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ເລກທີ 63/ສພຊ ລົງວັນທີ 8 ທັນວາ 2015 ຄື : ຢາກສະເໜີໃຫ້ນໍາໃຊ້ພາສາລາວຕາມລັດຖະທໍາມະນູນສະບັບ ນີ້ ຕຢ ທີ່ເຫັນເຖິງຄວາມບໍ່ເປັນເອກະພາບຂອງສັງຄົມ ແລະ ຄາດວ່າຈະຍັງບໍ່ເປັນເອກະພາບໃນໄລຍະຍາວກໍຄືໃນຄໍາຂວັນ : ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ (ວັດທະນະຖາວອນ) ຈິ່ງສະເໜີໃຫ້ປະຕິບັດຕາມ ມາດຕາ 111 ແຖວ 4 ຂອງລັດຖະທໍາມະນູນສະບັບນີ້. (2) ຢາກໃຫ້ມີການປັບປຸງການຂຽນ ໂຕ ຫລ ແລະ ຫຼ ຄື ໃຫ້ປ່ຽນມາໃຊ້ໂຕ ຫຼ ຕາມລັດຖະທໍາມະນູນສະບັບ ນີ້ ເພາະໃນຮ່າງກົດໝາຍວ່າດ້ວຍການສົ່ງການລົງທຶນ (ສະບັບປັບປຸງ)ນີ້ຍັງໃຊ້ສັບປົນກັນທັງ ຫລື ແລະ ຫຼື ຢູ່. (3) ການຂຽນຕົວເລກຄວນຂຽນຕົວໜັງສືກ່ອນ ຕຢ ສີ່ສິບຫ້າ (45) ວັນ; ແປດ (8) ປີ... ຍົກເວັ້ນຕົວເລກທີ່ວ່າ ຕຢ ມາດຕາ 7 ຂໍ້ 4 ; 10%... ນອກນີ້ຍັງເຫັນເນື້ອໃນທີ່ຢາກຖາມ ຄື ຕາມມາດ 62, 63.2.3 ຂອງຮ່າງກົດໝາຍວ່າດ້ວຍການສົ່ງການລົງທຶນ (ສະບັບປັບປຸງ)ມາດຕາ 62 ອອກອະນຸຍາດ ແມ່ນໝາຍເຖິງ ອອກໃບອະນຸຍາດ ບໍ? ມາດຕາ 63.2 ລະບຽບກົດ ໝາຍວ່າແນວໃດ ? 63.3 ນະຄອນຫຼວງ ຫຼືຈະໃຊ້ ນະຄອນ. ຂໍ້ສະເໜີເພີ່ມ : 1. ທຸກນິຕິກໍາຄວນຕ້ອງໃຊ້ພາສາລາວທີ່ຂຽນໃນລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ເລກທີ 63/ສພຊ ລົງວັນທີ 8 ທັນວາ 2015 ເປັນຫຼັກ, ລວມທັງ (ຖ້າເປັນໄປໄດ້)ໃຫ້ນໍາໃຊ້ເຂົ້າໃນລະບົບການສຶກສາຂອງ ສປປ ລາວ ນໍາອີກ, ເພື່ອໃຫ້ມີການນໍາໃຊ້ພາສາລາວຢ່າງມີ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ຢ່າງຍັ້ງຍືນ. 2. ຂ້າພະເຈົ້າຍັງຕ້ອງການຢາກໃຫ້ນໍາເອົາຕົວເລກລາວເຂົ້າໃນລັດຖະທໍາມະ ນູນ ຄືນ (ເມື່ອມີການປັບປຸງໃນອະນາຄົດ)ເພາະນັ້ນຄືຊັບສົມບັດທີ່ບັນ ພະບຸລຸດລາວໄດ້ສ້າງມາ ແລະ ຢາກໃຫ້ນໍາໃຊ້ຕົວເລກລາວໃນມາດຕາ ຫຼື ຂໍ້ ໃນລັດຖະທໍາມະນູນ ແລະ ນິຕິກໍາທຸກສະບັບຂອງ ສປປ ລາວ. ຮຽນມາດ້ວຍຄວາມນັບຖື,
ສະ​ໝານ ອະ​ເນ​ກາ
13-09-2016 09:44:51
ຄະ​ນະ​ກໍາມະ​ການ ທີ່​ເຄົາ​ລົບ. ຂໍ​ຕື່ມ​ໃສ່​ບ່ອນ​ທີ່​ເໝາະ​ສົມ​ວ່າ: ຕ້ອງ​ໃຫ້​ພງ.ຕ່າງ​ປະ​ເທດ​ໄດ້​ຝຶກ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລາວ ແລະ ຮີດ​ຄອງ​ບັນ​ດາ​ເຜົ່າ ຢ່າງ​ນ້ອຍ 1 ຄັ້ງ​ຕໍ່​ປີ ຈາກ​ນັ້ນ​ກໍ​ຕ້ອງ​ໃຫ້​ເຄົາ​ລົບ​ວິ​ຖີ​ຊີ​ວິດ ແລະ ສັງ​ຄົມ​ໃນ​ແຕ່​ລະ​ທ້ອງ​ຖິ່ນ, ບໍ່​ແຕະ​ຕ້ອງ​ສະ​ຖານ​ສັກ​ສິດ-ບູ​ຮານ-ປະ​ຫວັດ​ສາດ. ໃຫ້​ຈ່າຍ​ຄ່າ​ຊົດ​ເຊີຍ​ຕາມ​ລາ​ຄາ​ຕະ​ຫລາດ​ຂອງ​ທ້ອງ​ຖິ່ນ​ໃນ​ມື້​ວັນ​ຈ່າຍ​ຄ່າ​ຊົດ​ເຊີຍ ພ້ອມ​ທັງ​ມີ​ແຜນ​ການ​ຕິດ​ຕາມ​ໃຫ້​ປ​ຊ. ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນກວ່າ​ເກົ່າ.
ສະ​ໝານ ອະ​ເນ​ກາ
13-09-2016 09:55:49
ເພີ້ມເຕີມ: 1. ໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ແລະ ທຸລະກິດອື່ນໆ ຕ້ອງໃຫ້ພະນັກງານຕ່າງປະເທດຂອງຕົນໄດ້ຮັບການອົບຮົມໂດຍໃຫ້ໄດ້ເຂົ້າໃຈໄດ້ຕໍ່ປະເພນີລາວ ແລະ ຈາລີດຮີດຄອງຂອງບັນດາເຜົ່າຕ່າງໆ ເປັນຢ່າງນ້ອຍ 1 ຄັ້ງຕໍ່ປີ. ພາກສ່ວນທີ່ໄປປະຕິບັດການໃນໂຄງການ ແລະ ທຸລະກິດຂອງຕົນ ໃນທ້ອງຖິ່ນຕາງໆຕ້ອງໄດ້ຮັບການຝຶກອົບຮົມຢ່າງເປັນພິເສດ. 2. ໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ມີລະບຽບການ, ນະໂຍບາຍທາງດ້ານການພົວພັນປະສານງານກັບທ້ອງຖິ່ນ, ມີແຜນການພ້ອມງົບປະມານຢ່າງພຽງພໍ, ມີພະນັກງານຄົນລາວ ແລະ ພະນັກງານຈາກບັນດາເຜົ່າທີ່ກ່ຽວຂ້ອງ ທີ່ມີຄວາມຮູ້-ຄວາມສາມາດ ແລະ ປະສົບການກ່ຽວຂ້ອງ ໄດ້ເປັນຜູ່ນຳໃນໜ່ວຍງານ-ພະແນກການພົວພັນປະສານງານກັບທ້ອງຖິ່ນດັ່ງກ່າວ. 3. ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ແລະ ທຸລະກິດອື່ນໆ ຕ້ອງບໍ່ແຊກແຊງ, ບໍ່ແຕະຕ້ອງເຖິງຮີດຄອງປະເພນີທ້ອງຖິ່ນ ອັນລວມທັງການເຊື່ອຖື, ບູຮານນະສະຖານ, ສະຖານປະຫວັດສາດ ແລະ ສະຖານສັກສິດຕ່າງໆ ຂອງທ້ອງຖິ່ນ. 4. ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ແລະ ທຸລະກິດອື່ນໆ ຫາກຕ້ອງການນຳໃຊ້ຊັບສິນສ່ວນບຸກຄົນ ແລະ ສ່ວນລວມຂອງສັງຄົມທ້ອງຖິ່ນ ກໍຕ້ອງເຈລະຈາຢ່າງສ້າງສັນເພື່ອຂໍຊົດເຊີຍໃນການນຳໃຊ້ຊົ່ວຄາວ, ຂໍຊົດເຊີຍຢ່າງຖາວອນ. ທຸກໆການຊົດເຊີຍບ-ວຽນຄືນຕ້ອງເປັນໄປຕາມລາຄາຕະຫລາດຂອງທ້ອງຖິ່ນກ່ຽວຂ້ອງ ທີ່ປະຕິບັດກັນໂດຍທົ່ວໄປໃນເວລາຈ່າຍຄ່າຊົດເຊີຍ-ວຽນຄືນດັ່ງກ່າວ ອັນລວມທັງ: ທີ່ດິນ, ພື້ນທີ່ທຳການກະສິກຳ-ລ້ຽງສັດ, ແຫລ່ງນໍ້າ, ແຫລ່ງທຳມາຫາກິນ (none forestry production area) ແລະ ລວມທັງຊັບສິນອື່ນໆຂອງຊຸມຊົນທ້ອງຖິ່ນທີ່ຖືກກະທົບ-ເສຽຫາຍຈາກການດຳເນີນໂຄງການກ່ຽວຂ້ອງ. 5. ສໍາລັບທຸກໆການຊົດເຊີຍຢ່າງຖາວອນນັ້ນ ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ແລະ ທຸລະກິດອື່ນໆຕ້ອງໄດ້ມີແຜນວຽກຕິດຕາມ-ສົ່ງເສີມຮ່ວມກັບພາກສ່ວນລັດທີ່ກ່ຽວຂ້ອງ ເພື່ອໃຫ້ຜູ້ທີ່ຖືກຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ອັນລວມທັງ: ເຈົ້າຂອງທີ່ດິນ, ເຈົ້າຂອງພື້ນທີ່ທຳການກະສິກຳ-ລ້ຽງສັດ, ຜູ້ກ່ຽວຂ້ອງກັບແຫລ່ງນໍ້າ-ແຫລ່ງທຳມາຫາກິນ (people related to none forestry production area) ແລະ ລວມທັງຊັບສິນອື່ນໆຂອງຊຸມຊົນທ້ອງຖິ່ນທີ່ຖືກກະທົບ-ເສຽຫາຍຈາກການດຳເນີນໂຄງການກ່ຽວຂ້ອງ.
ສະ​ໝານ ອະ​ເນ​ກາ
13-09-2016 10:01:51
1. ທຳມະຊາດ-ສັງຄົມ (recommendations, Socio_Environmental Mitigation Plan (EMP and SMP)), ການປ້ອງກັນອຸບັດຕິເຫດ ແລະ ພະຍາດແຮງງານ ຢ່າງເຄັ່ງຄັດ ແລະ ສອດຄ່ອງຕາມ: ຜົນການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ (ESIA), ຜົນການສຶກສາຄວາມເປັນໄປໄດ້ທາງດ້ານການເງິນ-ການທະນາຄານ (Bankable Feasibility Study(BFS)) ທັງຕ້ອງນຳໃຊ້ການປະຕິບັດທີ່ດີທາງດ້ານການຄຸ້ມຄອງ, ການອານາໄມສິ່ງເສດເຫຼືອ ແລະ ການນຳໃຊ້ຄືນ (apply the best practices for the management of environment, waste deposition, purification and the recycling) ຕາມມາດຕ້ຖານສາກົນທີ່ເປັນທີ່ຍອມຮັບໄດ້ໃນແຕ່ລະໄລຍະ (in comply with the updated international standard). 2. ໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ໃຫ້ສ້າງ ແລະ ມີແຜນການຟື້ນຟູທຳມະຊາດ, ແຜນຮອງຮັບຕໍ່ການແກ້ໃຂອຸບບັດຕິເຫດ ທີ່ອາດກະທົບໃນທາງລົບຕໍ່ທຳມະຊາດ-ດິນ-ອາກາດ-ນໍ້າໜ້າດິນ-ນໍ້າໄຕ້ດິນ ແລະ ເສດຖະກິດສັງຄົມ ລວມທັງໃຫ້ມີການອະນຸລັກ ພ້ອມທັງໃຫ້ມີກອງທຶນພັດທະນາທ້ອງຖິ່ນ ແລະ ກອງທຶນທົດແທນຊີວະນາໆພັນ-ສັດນໍ້າ-ສັດປ່າໃນບັນຊີສ່ຽງຕໍ່ການສູນພັນ ດ້ວຍແຜນວຽກແກ້ໃຂ ແລະ ງົບປະມານທີ່ຊັດເຈນ-ທີ່ວັດໄດ້ ຊຶ່ງພາກສ່ວນລັດກ່ຽວຂ້ອງເປັນຜູ່ພິຈາລະນາ-ເຫັນດີ. 3. ໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ໃຫ້ສ້າງແຜນການປິດໂຄງການຂອງຕົນຢ່າງມີວິທະຍາສາດ ແລະ ແທດເໝາະກັບຜົນກະທົບຕົວຈິງຈາກໂຄງການຂອງຕົນທີ່ກວມເອົາໄລຍະເວລາ 5 ປີ ລວມທັງແຜນການປິດບໍ່ແຮ່ ໃຫ້ໄດ້ຕາມມາດຕະຖານສາກົນ ທັງໃຫ້ມີງົບປະມານ 5 ປີ, ບຸກຄະລາກອນລາວ ພ້ອມກອງທຶນສຳຮອງທີ່ກ່ຽວຂ້ອງຢ່າງພຽງພໍ ເປັນຢ່າງນ້ອຍ 5 ປີ ຊຶ່ງພາກສ່ວນລັດກ່ຽວຂ້ອງເປັນຜູ່ພິຈາລະນາ-ເຫັນດີ. 4. ຫຼັງຈາກ 5 ປີ ທີ່ໄດ້ດໍາເນີນວຽກງານປິດໂຄງການທັງໝົດດັ່ງກ່າວແລ້ວ ທັງໝົດກໍຕ້ອງໄດ້ມາຜ່ານການກວດສອບຈາກອົງກອນທີສາມ ຫາກຜ່ານບໍ່ໄດ້ກໍຕ້ອງໄດ້ສ້າງແຜນການແກ້ໃນ ພ້ອມງົບປະມານຕໍ່ອີກ 3 ປີ ແລະ ຂະບວນກວດກາແບບດຽວກໍຈະສືບຕໍ່ໄປໃນຈັງຫວະຄັ້ງລະ 3 ປີຕໍ່ໆໄປ ຫາກກວດສອບຜ່ານໄດ້ກໍ່ຕ້ອງກັບມາອີກຢ່າງນ້ອຍນຶ່ງຄັ້ງ ໃນປີໃດນຶ່ງເພື່ອຖອດຖອນບົດຮຽນ ຫຼື ແກ້ໃຂສິ່ງທີ່ກ່ຽວຂ້ອງທີ່ບໍ່ໄດ້ຄາດຄິດໄວ້. 5. ນັບແຕ່ເລີ້ມທໍາການຂຸດຄົ້ນ-ການຜະລິດ-ບຈຳໜ່າຍ ຕ້ອງໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ໃຫ້ນຳໃຊ້ແຮງງານທີ່ບໍ່ມີປະສົບການຈາກບ້ານທ້ອງຖິ່ນອ້ອມຂ້າງ 100%. ຖ້າຫາບໍ່ໄດ້ຈຶ່ງເອົາມາຈາກແຫ່ງຕ່າງໆຢູ່ພາຍໃນແຂວງ ແລະ ພາບໃນປະເທດ. ໃນທ້າຍທີ່ສຸດຈຶ່ງຂໍເຈລະຈານຳເຂົ້າໂດຍການພິຈາລະນາອະນຸມັດຈາກລັດຖະບານສູນກາງ. 6. ໃນປີທຳອິດຂອງການຜະລິດ-ຈຳໜ່ຍ ຕ້ອງໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດ ໃຫ້ບູລິມະສິດໃຫ້ແກ່ຄົນລາວໃນການເຂົ້າເປັນພະນັກງານບໍລິຫານ-ຈັດການ ແລະ ວິຊາການເຕັກນິກຕ່າງໆ ໂດຍໃຫ້ມີຄົນລາວ ຈຳນວນ 75% ໄດ້ເປັນພະນັກງານບໍລິຫານ-ຈັດການ ແລະ ວິຊາການເຕັກນິກຕ່າງໆ ຂອງຈຳນວນພະນັກງານໃນລະດັບດັ່ງກ່າວ ຊຶ່ງບໍ່ແມ່ນທຽບໃສ່ຈຳນວນພະນັກງານທັງໝົດ. 7. ເລີ້ມປີການຜະລິດທີສີ່ ຕ້ອງໃຫ້ມີຄົນລາວ ຈຳນວນ 85% ໄດ້ເປັນພະນັກງານບໍລິຫານ-ຈັດການ ແລະ ວິຊາການເຕັກນິກຕ່າງໆ ຂອງຈຳນວນພະນັກງານໃນລະດັບດັ່ງກ່າວ 8. ນັບແຕ່ປີການຜະລິດທີຫົກເປັນຕົ້ນໄປ ຕ້ອງໃຫ້ມີຄົນລາວ ຈຳນວນ 95% ໄດ້ເປັນພະນັກງານບໍລິຫານ-ຈັດການ ແລະ ວິຊາການເຕັກນິກຕ່າງໆ ຂອງຈຳນວນພະນັກງານໃນລະດັບດັ່ງກ່າວ. ພ້ອມທັງໃຫ້ມີຜູ້ຈັດການຂັ້ນສູງທີ່ເປັນຄົນລາວເປັນຈໍານວນ 98% ຊຶ່ງໝາຍຄວາມວ່າ: ຄະນະບໍລິຫານງານຂັ້ນສູງຂອງຕ່າງປະເທດຕ້ອງມີແຕ່ 2% ຖ້າຫາບໍ່ໄດ້ຈຶ່ງປະກອບເອກກະສານຂໍນຳເຂົ້າຈາກຕ່າງປະເທດ ໂດຍການພິຈາລະນາອະນຸມັດຈາກລັດຖະບານສູນກາງ. 9. ໃຫ້ພາກສ່ວນທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດທັງໝົດເຄົາລົບ ແລະ ປະຕິບັດກົດໝາຍແຮງງານລາວ ຢ່າງເຄັ່ງຄັດ. ທຸກໆການຍົກເວັ້ນດ້ານລະບຽບພາຍໃນ, ລະບຽບການປະຕິບັດງານ, ຫລັກການໃນການເຮັດວຽກທີ່ນອກເໜືອຈາກຄ່າແຮງງານຕ້ອງໄດ້ປະກອບເອກກະສານຂໍການພິຈາລະນາອະນຸມັດຈາກລັດຖະບານສູນກາງກ່ຽວຂ້ອງ. ພະນັກງານລາວ ແລະ ພະນັກງານຕ່າງປະເທດທີ່ທຳໜ້າທີ່ ແລະ ໜ້າວຽກທີ່ຄືກັນຕ້ອງໄດຮັບເງິນເດືອນເທົ່າກັນ. ນອກຈາກນັ້ນ, ພະນັກງານຕ່າງປະເທດຍັງມີພັນທະຕາມສັນຍາແຮງງານໃຫ້ສິດສອນສີມືອາຊີບກ່ຽວຂ້ອງໃຫ້ແກ່ແຮງງານລາວ. 10. ໃຫ້ບູລິມະສິດໃຫ້ແກ່ບໍລິສັດຮັບເໝົາພາຍໃນລາວ ພ້ອມທັງຜົນຜະລິດ-ສິນຄ້າພາຍໃນລາວ ທີ່ເປັນຂອງຄົນລາວທີ່ແຂ່ງຂັນໄດ້ ພ້ອມທັງໃຫ້ທາງເລືອກຕ່າງໆຢ່າງສ້າງສັນໃຫ້ແກ່ບໍລິສັດຮັບເໝົາພາຍໃນລາວ ພ້ອມທັງຜົນຜະລິດ-ສິນຄ້າພາຍໃນລາວ. ຂອບໃຈ
ສະ​ໝານ ອະ​ເນ​ກາ
14-09-2016 03:39:00
ດ້ວຍ​ຄວາມ​ນັບ​ຖືເປັນ​ຢ່າງ​ສູງ ແລະ ຂໍ​ທ່ານ​ຈົ່ງ​ໄດ້​ພິ​ຈາ​ລະ​ນາ​ຄຳ​ເຫັນ ດັ່ງ​ຕໍ່​ໄປ​ນີ້: @@ ບໍ່​ຄວນ​ເອົາ​ເລື່ອງ​ນັກ​ລົງ​ທຶນ​ລາວ​ທີ່​ຈະ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ມາ​ລະ​ບຸ​ໃສ່ ເພາະ​ບໍ່​ທັນ​ສຸກງອມ​ເທື່ອ ແລະ ​ລັດ​ກໍຍັງ​ສາ​ມາດ​ອອກ​ເປັນ​ດຳ​ລັດ​ຕ່າງ​ຫາກ​ໄດ້​ຢູ່. ເມື່ອ​ຕັດ​ອອກ ແລະ ປັບ​ປຸງ​ແລ້ວ ກໍ່​ຂໍ​ສະ​ເນີ​ຂໍ​ໃຫ້​ພິ​ຈາ​ລະ​ນາ​ດັ່ງຫຼຸ່ມ​ນີ້: ມາດຕາ 2. (ປັບປຸງ) ການສົ່ງເສີມການລົງທຶນ ລັດສົ່ງເສີມການລົງທຶນໃນ ສປປ. ລາວ ດ້ວຍການວາງນະໂຍບາຍທີ່ເອື້ອອຳນວຍ (favourable policies) ພ້ອມທັງສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ສ້າງສັນ (constructive environments and conditions) ໃຫ້ແກ່ການລົງທຶນໃນພາກທຸລະກິດເອກກະຊົນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ຜູ້ລົງທຶນສາມາດດໍາເນີນທຸລະກິດໄດ້ຢ່າງຄ່ອງຕົວ ວ່ອງໄວ (in good inflow), ຖືກຕ້ອງຕາມລະບຽບກົດໝາຍ, ເປີດກວ້າງຕໍ່ການແຂ່ງຂັນເສລີ-ຖືກຕ້ອງຕາມກົດໝາຍ ແລະ ເຊື່ອມໂຍງກັບຫລັກການທີ່ພາກທຸລະກິດໄດ້ຮັບການປະຕິບັດຢູ່ໃນຂົງເຂດ ແລະ ໃນສາກົນ.
ສະ​ໝານ ອະ​ເນ​ກາ
14-09-2016 04:15:11
ມາດຕາ 4. (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບການສົ່ງເສີມການລົງທຶນ ຍົກເວັ້ນແຕ່ໃນຂະແໜງການ ແລະ ໃນເຂດທີ່ນອນຢູ່ໃນບັນຊີສະຫງວນຂອງລັດຖະບານ ເຊັ່ນ: ໃນຂົງເຂດກິດຈະການທີ່ແຕະຕ້ອງເຖິງຄວາມສະຫງົບ, ຄວາມໝັ້ນຄົງ ຂອງຊາດ, ເຂດທີ່ອາດມີຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຕໍ່ສຸຂະພາບຂອງຊຸມຊົນ, ຕໍ່ບູຮານນະສະຖານ, ສະຖານສັກສິດຕ່າງໆ, ສະຖານປະຫວັດສາດ, ສະຖານທີ່ກ່ຽວພັນກັບສິນລະປະ-ວັນນະຄະດີບູຮານ, ທີວທັດອັນງົດງາມ-ຕະການຕາ, ເຂດປ່າສະຫງວນແຫ່ງຊາດ ແລະ ທ້ອງຖິ່ນ, ແຫລ່ງຊັບສິນທາງປັນຍາທ້ອງຖິ່ນ ແລະ ແຫລ່ງວັດທະນະທໍາອັນດີງາມຂອງຊາດ, ຊັບສິນທີ່ເປັນມໍລະດົກໂລກ ລວມທັງສະຖານທີ່ໆໃຫ້ຜົນປະໂຫຍດເໜືອກວ່າທີ່ໄດ້ຈາກການລົງທຶນກ່ຽວຂ້ອງດັ່ງກ່າວ. ລັດສົ່ງເສີມນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນການລົງທຶນໃສ່ໃນທຸກພາກສ່ວນ ເສດຖະກິດ ຢູ່ໃນ ສປປ. ລາວ ດ້ວຍການສ້າງສະພາບແວດລ້ອມ, ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ຜູ້ລົງທຶນ ດ້ວຍການກໍານົດພັນທະທີ່ກ່ຽວຂ້ອງໃຫ້ຜ່ອນຜັນກວ່າ, ມີການຍົກເວັ້ນພັນທະດ້ານພາສີ-ອາກອນໃນເວລາອັນຍືດຍາວກວ່າ, ມີການສະໜອງຂໍ້ມູນຂ່າວສານທີມີປະໂຫຍດ, ມີການສະໜອງ ບໍລິການແກ່ການລົງທຶນດ້ວຍປະຕູດຽວທີ່ງ່າຍດາຍກວ່າ, ມີການຮັບປະກັນ ແລະ ປົກປ້ອງສິດເປັນເຈົ້າຂອງທຸລະກິດ ພ້ອມທັງຜົນປະໂຫຍດໃນດ້ານຕ່າງໆທີ່ຊອບທຳຂອງຜູ້ລົງທຶນ ທັງເປີດກວ້າງຕໍ່ການແຂ່ງຂັນເສລີ-ຖືກຕ້ອງຕາມກົດໝາຍ ແລະ ເຊື່ອມໂຍງກັບຫລັກການທີ່ພາກທຸລະກິດໄດ້ຮັບການປະຕິບັດຢູ່ໃນຂົງເຂດ ແລະ ໃນສາກົນ.
ສະ​ໝານ ອະ​ເນ​ກາ
14-09-2016 08:01:44
ດ້ວຍຄວາມນັບຖືເປັນຢ່າງສູງມາຍັງຄະນະຮ່າງກົດໝາຍ “ສົ່ງເສີມການລົງທຶນ 2016” ຂໍທ່ານຈົ່ງໄດ້ກະລຸນາພິຈາລະນາຂໍ້ຄວາມດັ່ງຕໍ່ໄປນີ້ ຊຶ່ງຂ້າພະເຈົ້າເຫັນວ່າ: ຖ້າສົມທຽບກັບກົດໝາຍສະບັບປີ 2009 ແລ້ວ: ຮ່າງປັບປຸງໄໝ່ນີ້ ຍັງບໍ່ທັນສັງເກດເຫັນໄດ້ຈະແຈ້ງຕໍ່ກັບປັດໃຈການສົ່ງເສີມ ບໍ່ວ່າແຕ່ດ້ວຍການຜ່ອນຜັນ-ໂຍະຍານຕ່າງໆໃນໄລຍະສັ້ນ ຫຼື ໃນໄລຍະຍາວ. ແຕ່ກໍ່ຈະບໍ່ສົ່ງຜົນລົບ ຫລື ພາບພົດແບບລົບໆ ຕໍ່ ສປປ. ລາວ ແຕ່ຢ່າງໃດເລີຍ ເພາະວ່າ: ນັກລົງທຶນດີໆນັ້ນ ເພິ່ນບໍ່ໄດ້ຕ້ອງການການໂຍະບາຍທາງດ້ານພັນທະທາງດ້ານການເງິນພໍເທົ່າໃດ (ໃຫ້ກໍເອົາ, ບໍ່ໃຫ້ກໍໄດ້, ແຕ່ເພິ່ນກໍຕໍ່ລອງໄປຕາມວິທີທາງຂອງນັກທຸລະກິດ) ນັກທຸລະກິດທີ່ດີຈະມີຄວາມພາກພູມໃຈທີ່ຕົນໄດ້ເສຽອາກອນກຳໄລ (ຍ້ອນໄດ້ກຳໄລ ຈຶ່ງສາມາດມີການຈ່າຍອາກອນກຳໄລ) ແລະ ພາກພູມໃຈ ທັງໄດຮັບກຽດຕິສັກສູງ (credential) ໄດ້ມີພັນທະທີ່ດີຕໍ່ປະເທດເຈົ້າພາບ, ຊຸມຊົນ ແລະ ລູກຄ້າຂອງເພິ່ນ. ນຶ່ງໃນສິ່ກີດຂວາງທີ່ເຮັດໃຫ້ ສປປ. ລາວ ໄດ້ຕົກເປັນລຳດັບທີ 134 ດ້ານຄວາມສະດວກໃນການເລີ້ມຕົ້ນບໍລິສັດກໍຍ້ອນວ່າ: ການຄວັດກາຈ້ຳໄດ້ກິນເວລາກວ່າ 45 ວັນ ດັ່ງນີ້ເປັນຕົ້ນ. ທີ່ເປັນຕົ້ນຕໍ ແລະ ທີ່ແທ້ຈິງແລ້ວ: ອັນສຳຄັນທີ່ສຸດຂອງນັກລົງທຶນທີ່ດີນັ້ນ ແມ່ນປະສິດທິຜົນຂອງການປະຕິບັດກົດໝາຍຢ່າງເປັນເອກກະພາບກັນ ແລະ ຢ່າງສະເໝີພາບກັນໃນທົ່ວປະເທດ ພ້ອມທັງການມີນະໂຍບາຍທີ່ເຊື່ອມໂຍງກັບຂົງເຂດ ແລະ ສາກົນ ປະມານແຄ່ນີ້ເອງ. ດັ່ງຈະໄດຂໍໃຫ້ຄຳເຫັນ ດັ່ງຕໍ່ໄປນີ້ ຊຶ່ງຂ້າພະເຈົ້າເຊື່ອວ່າ:  ໃນຄວາມເປັນຈິງແລ້ວ, ນັກລົງທຶນດີໆນັ້ນ ເພິ່ນກໍບໍ່ໄດ້ຕ້ອງການຢາກໄດ້ການໂຍະຍານພ່ອນຜັນທາງດ້ານພັນທະທີ່ຄິດເປັນເງິນ-ເປັນຄຳພໍເທົ່າໃດດອກ.  ອັນທີ່ຈຳເປັນທີ່ສຸດຂອງນັກລົງທຶນທີ່ດີນັ້ນ ແມ່ນການປະຕິບັດກົດໝາຍ(ທີ່ກ່ຽວຂ້ອງໂດຍກົງ ແລະ ໂດຍອ້ອມກັບການລົງທຶນ)ຢ່າງສະເໝີພາບກັນ ແລະ ເປັນເອກກະພາບກັນໃນທົ່ວປະເທດ, ການແຂ່ງຂັນຢ່າງເສລີ-ແຕ່ຖືກຕ້ອງຕາມກົດໝາຍ$ ເມືຶ່ອເປັນດັ່ງນັ້ນ, ຈຶ່ງຂໍຮຽນສະເໜີມາຍັງຄະນະໄດ້ຊ່ວຍພິຈາລະນາຕາມທາງຄວນຕໍ່ການສະເໜີ ດັ່ງຫຼຸ່ມນີ້ 1.) ຄວນປ່ຽນຊື່ກົດໝາຍປັບປຸງນີ້ມາເປັນ “ກົດໝາຍ ປົກປ້ອງການລົງທຶນ ແລະ ການລົງທຶນໃນເຂດພິເສດ”: “Lao Investment Protection and Special Zone”: ເຫດຜົນທີ່ຄວນປ່ຽນໄປເຊັ່ນນັ້ນ ກໍຍ້ອນວ່າ: ກົດໝາຍສະບັບປັບປຸງນີ້ ສ່ວນມາກກໍເຫັນມີແຕ່ການຫັນສູ່ການຄຸ້ມຄອງດ້ວຍກົດໝາຍ ຊຶ່ງຂ້ອນຂ້າງຈະມີແຕ່ການຫັນເອົາການລົງທຶນເຂົ້າສູ່ລະບົບ-ລະບຽບຢ່າງເປັນເອກກະພາບກັນໃນທົ່ວປະເທດ ອະນຸຍາດໃຫ້ມີການແຂ່ງຂັນກັນແບບເສລີຢ່າງຖືກຕ້ອງຕາມກົດໝາຍ ທັງຫັນເຂົ້າສູ່ການຄຸ້ມຄອງ-ກວດກາ-ກວກສອບດ້ວຍອົງກອນກທີສາມທີ່ມີສີມືອາຊີບ ໂດຍພາຍໄຕ້ລະບຽບ-ກົດໝາຍແຫ່ງ ສປປ. ລາວ ແລະ ຕາມນະໂຍບາຍການເຊື່ອມໂຍງທາງດ້ານການຄ້າ-ການທຸລະກິດກັບຂົງເຂດ (AEC) ແລະ ສາກົນ (WTO) ຊຶ່ງມາກກວ່າທີ່ຈະໃຫ້ມີຜ່ອນຜັນ ຫຼື ໃຫການໂຍະຍານທາງດ້ານພັນທະຕ່າງໆແກ່ຜູ່ລົງທຶນ.
ສະ​ໝານ ອະ​ເນ​ກາ
15-09-2016 00:05:54
ຮຽນທ່ານທີ່ນັບຖື; ກ່ຽວ​ກັບ​ອາ​ຍຸ​ສຳ​ປະ​ທານ​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ພ້ອມ​ກັບ ກອງ​ປະ​ຊຸມ​ຄົ້ນ​ຄ້​ວາ​ຂອງ ສະ​ມາ​ຊິກ ສ​ຄອ. (LNCCI) ນັ້ນ​ກໍ​ຄື: 50 ປີ​ສູງ​ສຸດ ແລະ ຕ່ຳ​ສຸດ 25 ປີ ໃຫ້​ແກ່​ຜູ່​ລົງ​ທຶນ​ສຳ​ປະ​ທານ​ໄຟ​ຟ້າ​ນ້ຳ​ຕົກ, ຟ​ຟ. ພະ​ລັງ​ຖ່ານ​ຫີນ, ຟ​ຟ.ພ​ລັງ​ນີວ​ເຄ​ລຽ, ບໍ່​ແຮ່​ທຸກໆ​ປະ​ເພດ. ທັງ​ໝົດ​ທັງ 2 ຂະ​ແໜງ​ການ​ນີ້​ແມ່ນ​ໃຫ້​ເຈ​ລະ​ຈາ​ຕໍ່​ອາ​ຍຸ​ໄດ 2 ຄັ້ງ ຄັ້ງ​ລະ 5 ປີ. => ເນື່ອງ​ຈາກ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ​ແມ່ນ​ນານ​ໄດ້​ກຳ​ໄລ (ໃຊ້​ເວ​ລາ​ດົນ ແລະ ຍ້ອນຕົ້ນ​ມືນ​ສູງ​ໃນ​ການ​ກໍ່​ສ້າງ)​ຈຶ່ງ​ສົມ​ຄວນ​ເກັບ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ສູງກວ່າ​ຝ່າຍ​ບໍ່​ແຮ່ (ຝ່າຍ​ບໍ່​ແຮ່​ມີ​ຄວາ​ສ່ຽງ​ສູງ = ຖ້າ​ຫລຸບ​ກໍ​ຫລຸບ​ໄວ-ເສຽ​ເນ​ສຳ​ຫລວດ​ເປົາ) ແຕ່​ຖ້າ​ໄດ່​ກໍ​ເມ່ນ​ໄດ້​ໄວ ຈຶ່ງ​ຄວນ​ເກັບ​ອາ​ກອນ​ກຳ​ໄລ​ສູງ ແຕ່ ເກັຍ​ບ​ພາ​ສີ​ຊັບ​ພະ​ຍາ​ກອນ​ຕ່ຳ ດັ່ງ​ນີ້​ເປັນ​ຕົ້ນ ຂອບ​ໃຈ
Solida Boudavanh
15-09-2016 09:29:48
ກ່ອນອື່ນຂໍຊົໃເຊີຍ ຄະນະຮ່າງກົດໝາຍສົ່ງເສີມການລົງທຶນ ທີ່ໄດ້ບັນຍັດໃນມາດຕາ 63 ວັກ 6 (ເອົາໃຈໃສ່ພັດທະນາສີມືແຮງງານ, ຍົກລະດັບວິຊາສະເພາະ ແລະຖ່າຍທອດເຕັກໂນໂລຢີໃຫ້ແກ່ຜູ້ອອກແຮງງານ). ຖືວ່າເປັນການຊຸກຍູ້ໃຫ້ຜູ້ລົງທຶນ ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ. ແຕ່ຂ້າພເະເຈົ້າໃນນາມປະຊາຊົນລາວ ຜູ້ໜຶ່ງ ເຫັນວ່າ ຊັບພະຍາກອນມະນຸດມີຄຸນຄ່າອັນສູງຫລາຍໃນການພັດທະນາ ເສດຖກິດ ແລະສັງຄົມຂອງລາວເຮົາ. ສະນັ້ນ ຢາກໃຫ້ທາງຄະນະກໍາມະການຮ່າງກົດໝາຍນີ້ ຂຽນ ເພີ້ມເຂົ້າໃສ່ໃນມາດຕານີ້ວ່າ "ຖ້າໃຜປະຕິບັດໄດ້ດີ ເຊັ່ນວ່າ ທໍາການຝຶກອົບຮົມ ຫລືໃຫ້ທຶນສົ່ງພະນັກງານ ໄປຝຶກອົບຮົມຢູ່ພາຍໃນ ແລະຕ່າງປະເທດ ຢ່າງໜ້ອຍ ຄົນ 1 ອາທິດ ແລະ ຢ່າງໜ້ອຍ 10 ຄົນຂຶ້ນໄປຈະໄດ້ຮັບການຍ້ອງຍໍ ແລະຄ່າຕອບແທນ ເຊັ່ນນໍາເອົາຫລັກຖານນັ້ນ ໄປຫັກພາສີ ຫລືອາກອນໃດໜຶ່ງອອກ". ຂໍຂອບໃຈລ່ວງໜ້າ ທີ່ນໍາເອົາຂໍ້ສະເໜີນີ້ ໄປພິຈາລະນາ.
ສະ​ໝານ​ອະ​ເນ​ກາ
15-09-2016 10:13:00
ມາດຕາ 32 ສິ່ງທີ່ຂໍ​ຮຽນ​ມາ​ຍັງ​ຄະ​ນະ​ເພື່ອ​ພິ​ຈາ​ລະ​ນາຕື່ມໃສ່​ກໍຄື: ໃນກໍລະນີທີ່ມີການໂອນສິດນໍາໃຊ້ທີ່ດິນຄືນໃຫ້ລັດນັ້ນ ອົງການຄຸ້ມ ຄອງ ທີ່ດິນທີ່ກ່ຽວຂ້ອງ ຕ້ອງຈ່າຍຄ່າທົດແທນໃຫ້ແກ່ຜູ້ລົງທຶນຕາມສັດສ່ວນເງິນທຶນ ຫລື ລາຄາວັດຖຸ ທີ່ຍັງເຫຼືອຈາກການຫັກຄ່າຫຼູ້ຍຫ້ຽນຂອງວັດຖຸຄົງທີ່ (depresciation of cappitalised assets) ພ້ອມທັງສ່ວນເງິນທີ່ເຫລືອຈາກການຫັກຄ່າຊິ້ນເປືອງອອກແລ້ວ (remained ffm amortized financial cost/ fees ((if any)). ຫາກຜູທີ່ໄດ້ຮັບການເສຽຜົນປະໂຫຍດຫາກແມ່ນປະຊາຊົນ ກໍຕ້ອງຈ່າຍໃຫ້ແກ່ປະຊາຊົນດັ່ງກ່າງ (ຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກໂຄງການສຳປະທານ) ຕາມລາຄາຕະຫລາດ ທີ່ປະຕິບັດກັນໄລຍະເວລາຈ່າຍ ແລະ ໃນທ້ອງຖິ່ນກ່ຽວຂ້ອງ ພ້ອມທັງຕ້ອງມີໂຄງການຕິດຕາມ-ແກ້ໃຂ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ. ສ່ວນບົດວິພາກທາງເສດຖະກິດ-ການຕະຫລາດກໍຕ້ອງປະກອບດ້ວຍສູດຄາດຄະເນລາຍຮັບຢ່າງນ້ອຍ 4 ປີ ໂດຍມີການກຳນົດຕົວວັດຄາດຄະເນຕົ້ນທຶນການຜະລິດ ແລະ ຄາດຄະເນລາຄາຂາຍຜົນຜະຫລິດ ແລະ ຜົນກຳໄລຕໍ່ຫົວໜ່ວຍ ພ້ອມທັງຄາດຄະເນຄ່າພາສີ-ອາກອນ ໃນໄລຍະເວລາເຖິງ 4 ປີ (four year coveraged financial model) ທີ່ຕົນຄາດຄະເນໄວ້ດັ່ງກ່າວ. ນອກຈາກນັ້ນແລ້ວກໍຍັງທັງຕ້ອງລະບຸຄາດຄະເນຕົວວັດສ່ວນຮ້ອຍ (%) ຂອງການເກັບຕົ້ນທຶນຄືນ (% IRR), ນອກຈາກນັ້ນແລ້ວ ກໍຕ້ອງໄດ້ມີບົດຄາດຄະເນຜົນກະທົບຕໍ່ສິ່ງແວດລ້ອມ (First pass EIA) ແລະ ສັງຄົມ (First pass ESIA) ໂດຍສັງເຂບ ທີ່ໄດ້ຈາກການຄົ້ນຄວ້າເອກກະສານກ່ຽວຂ້ອງ (desktop searching) ແລະ ການລົງສະໜາມເພື່ອສຶກສາທົ່ວໄປ (Few first pass shorterm site investigation visits) ທັງໝົດນີ້ຕ້ອງປະກອບເປັນຊຸດເອກກະສານຍື່ນໃຫ້ແກ່ຂະແໜງການລັດທີ່ກ່ຽວຂ້ອງ. ບົດ ESIA ທັງ​ໝົດ​ດັ່ງ​ກ່າວ​ຈະ​ບໍ່​ເປັນ​ປັດ​ໃຈ​ໃດໆ​ໃຫ່​ແກ່​ການ​ເລີ້ມ​ຕົ້ນ​ການ​ພະ​ລິດ​ຂອງ​ພາກ​ທຸ​ລະ​ກິດ​ທີ່​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ເພາະ​ຍັງ​ຕ້ອງ​ໄດ້​ສຶກ​ສາ ESIA ໂດຍ​ອົງ​ກອນ​ເອກ​ກະ​ຊົນ (ອາດ​ຈະປະ​ສົມ​ປະ​ສານ​ກັບ​ພາກ​ສ່ວນ​ລັດ) ເປັນ​ການ​ຕ່າງ​ຫາກ.
Saman Aneka
16-09-2016 05:17:20
ຂໍ​ທ່ານ​ຈົ່ງ​ໄດ້​ກະ​ລຸ​ນາ​ພິ​ຈາ​ລະ​ນາ​ຕື່ມ​ໃສ່​ໃນມາດຕາ 51 ສິ່ງທີ່ໄດ້ຕື່ມໃສ່ມີດັ່ງນີ້: ສໍາລັບການລົງທຶນໃນກິດຈະການຂຸດຄົ້ນບໍ່ແຮ່ ທີ່ເປັນແກ້ວປະເສີດ ອັນລວມມີ: ເພັດ, ພອຍປະເພດຕ່າງໆ, ອັນລວມມີແກ້ວ: ແກ້ວຣູບີ, ຊາໄຟ, ອາກວາຕາມາຣີນ, ໂລຫະປະເສີດອັນລວມມີ: ປະລາຕິນ, ຄຳ, ເງິນ, ໂລຫະຫາຍາກ (rare-earth elements), ແຮ່ທາດລັງສີຕ່າງໆ, ຈຳພວກນິນຕ່າງໆທີ່ຈັດຢູ່ໃນກຸ່ມແກ້ວເຄິ່ງປະເສີດ (ຫີນແກ້ວປະເພດຕ່າງໆ, ຫີນເຄິ່ງແກ້ວ (ພວກ”ຄານເຊໂດນ” ແລະ ”ໂອໂພລ”ທັງໝົດ, ພວກ”ປາໂກໄດ”(ອາລາບັສເຕີ້), ໂລຫະເຄິ່ງປະເສີດຕ່າງໆ ແມ່ນຄວນໃຫ້ເສຽຄ່າສຳປະທານຂັ້ຂນສຳຫລວດຂັ້ນຕ່າງໆ ລວມທັງຄ່າສຳປະທານໃນໄລຍະການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຕາມອັດຕາໃນລະບຽບການຂອງຂະແໜງການກ່ຽວຂ້ອງ. ສ່ວນອາກອນກຳໄລຂອງຜົນຜະລິດແຮ່ທາດຂ້າງເທິງນັ້ນ ແມ່ຄວນເສຽໃນອັດຕາ 33,33% (ຮ້ອຍລະສາມສິບສາມ ຈຸດ ສາມສິບສາມ) ທັງຄວນໃຫ້ເສຽພາສີຊັບພະຍາກອນແຮ່ທາດຢ່າງຕ່ຳສຸດບໍ່ໃຫ້ຫຼຸດ 5% ຂອງຍອດຂາຍ ແລະ ຄວນຈັດເກັບເປັນໄຕມາດ (ບໍ່ຄວນເກັບພາສີຊັບພະຍາກອນແຮ່ທາດຕາມນ້ຳໜັກ (ບໍ່ຄວນເກັບຕາມຈຳນວນໂຕນ) ເພາະວ່າຖ້າແຮ່ເຂັ້ມຂຸ້ນຫລາຍ => ຜູ້ເສຽພາສີກໍຈະເສຽລາຄາຕາມຈຳນວນໂຕນເດີມທີ່ກຳນັດໃຫ້. ໃນທາງກົງກັນຂ້າມນັ້ນ ພາກສ່ວນຂຸດຫີນກາວ ຫຼື ແຮ່ທີເຂັ້ມຂຸ້ນຕ່ຳ ຫຼື ແຮ່ທີມີລາຄາຂາຍທີ່ຖືກກວ່າກໍຈະໄດ້ເປັນຜູ້ເສຽພາສີຊັບພະຍາກອນແພງ ດັ່ງນີ້ເປັນຕົ້ນ) ນອກຈາກນັ້ນກໍຄວນໃຫ້ເສຽຄ່າສຳປະທານພາຍໃນເຂດຂຸດຄົ້ນບໍ່ແຮ່(ເໝືອງແຮ່) ແລະ ເຂດໂຄງລ່າງທີ່ເອື້ອອຳນວຍໃຫ້ແກ່ການຂຸດຄົ້ນບໍ່ແຮ່ (ເໝືອງແຮ່ ແລະ ທາງແກ່ແຮ່) ດັ່ງກ່າວງໃນຂ້າງເທິງນັ້ນ ອັນລວມທັງໂຮງງານຕ່າງໆ, ທາງແກ່ແຮ່, ສາງ, ຫ້ອງການ, ເດີ່ນບິນ, ຫໍພັກ, ຫ້ອງອາຫານ, ອູ່ສ້ອມແປງ, ບ່ອນຈອກລົດ, ສະໜາມກິລາ……. ຄວນໃຫ້ເສຽໃນອັດຕາ 5.000 ໂດລາສະຫະລັດ/ 1 Km2 (ຫ້າພັນໂດລາສະຫະລັດ ຕໍ່ 1 ກິໂລແມັດຕາ). (ເຫດຜົນກໍເພື່ອໃຫ້ຜູ້ລົງທຶນໄດ້ຕີລາຄາທາງຜົນໄດ້ຮັບຄັກແນ່ ບໍ່ໃຫ້ຂຸດບໍ່ແຮ່ຊະຊາຍ-ຕາມມີຕາມເກີດ ຕ້ອງປະຫຍັດເນື້ອດິນທີ່ທີ່ສຸດ). ອາກອນກຳໄລ, ພາສີຊັບພະຍາກອນແຮ່ທາດ ແລະ ຄ່າສຳປະທານສຳລັບແຮ່ທາດອື່ນໆນັ້ນ ແມ່ນໃຫ້ເສຽຕາມລະບຽບການຂອງຂະແໜງການກ່ຽວຂ້ອງ. ອາຍຸການຂຸດຄົ້ນບໍ່ແຮ່ ພ້ອມເງື່ອນໃຂການຂໍຕໍ່ອາຍຸການຕ່າງໆ ຄວນໃຫ້ປະຕິບັດຕາມລະບຽບກົດໝາຍວ່າດ້ວຍແຮ່ທາດຂອງຂະແໜງການກ່ຽວຂ້ອງ ແລະ ຕາມສັນຍາ. ສ່ວນຂະແໜງພະລັງງານໄຟຟ້າ ຄວນໃຫ້ປະຕິບັດຄ່າສຳປະທານ ທີ່ຄວນຄິດຄ່າຕາມໜ້າພຽງຂອງເນີ້ອທີ່ທີ່ຈົມນ້ຳໃນລະດູແລ້ງໃນວັນທີ່ແຫ້ງແລ້ງສຸດໂດຍສະເລ່ຽ ຊຶ່ງຈະເອົາອັດຕາພ່ອນຜັນເທົ່າໃດກໍວ່າໄປ (ເຫດຜົນກໍເພາະວ່າ: ທາງລັດຖະບານ ແລະ ບໍລິສັດຈະໄດ້ເອົາເງິນດັ່ງກ່າວໄປພັດທະນາແບບຍືນຍົງຕໍ່ປະຊາຊົນຜູ່ທີ່ຖືກກະທົບ ແລະ ໄດ້ເສຽເນື້ອທີ່ ພ້ອມທັງໄດ້ຖືກຍົກຍ້າຍໜີ).
Saman Aneka
16-09-2016 05:48:28
ມາດຕາ 60 ສິ່ງທີ່ຄວນຕື່ມໃສ່ອີກ ມີຄື: ຫຼັງໄດ້ຮັບການອອກອະນຸຍາດລົງທຶນແລ້ວ ຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງ ການກ່ຽວຂ້ອງ ຕ້ອງເອົາໃຈໃສ່ດູແລການຈັດຕັ້ງປະຕິບັດໂຄງການ ເພື່ອຊ່ວຍເຫຼືອຜູ້ລົງທຶນໃນການແກ້ຂໍ້ຂັດແຍ່ງຕ່າງໆ ອັນລວມທັງຄຳຮ້ອງຮຽນ, ການຂັດຂວາງ, ຄຳຂັດຂ້ອງ-ຮ້ອງທຸກ, ຄຳຮ້ອງຟ້ອງ, ຄຳຮ້ອງຟ້ອງທີ່ບໍ່ສົມເຫດ-ສົມຜົນ, ການກ່າວຫາທີ່ຂາດບ່ອນອີງ, ການຮຽກຮ້ອງຄ່າຊົດເຊີຍທີ່ສູງກວ່າລາຄາຕະຫລາດເກີນໄປ. ຕ້ອງສະກັດກັ້ນບໍ່ໃຫ້ເກີດເຫດການຫຍໍ້ທໍ້ທີ່ ຈະນຳໄປສູ່ການແຕກຫັກ, ຫລື ການຕັດຂັ້ນ-ຕັດຕອນເຂົ້າສູ່ຂະບວນການຍຸດຕິທຳໂດຍບໍ່ໄດ້ຜ່ານການແກ້ໃຂ-ໄກ່ເກ່ຽໃດໆເລີຍ. ຂະແໜງການກ່ຽວຂ້ອງຕ້ອງເປັນເຈົ້າການໃຫ້ຄວາມສະດວກໃນການຊອກຫາທາງອອກທີ່ສົມເຫດ-ສົມຜົນ ລວມທັງການໄກ່ເກ່ຽ ແລະ ການຊົເຊີຍ-ວຽນຄືນທີ່ຖືກຕ້ອງກັບຄວາມເປັນຈິງ ໃນລາຄາຕະຫລາດທີ່ປະຕິບັດກັນຢູ່ໃນທ້ອງຖິ່ນນກ່ຽວຂ້ອງໃນເວລານັ້ນໆຢ່າງສ້າງສັນ-ທັນເວລາ ໂດຍບໍ່ຕ້ອງໄດ້ເສຽຄ່າບໍລິການແຕ່ຢ່າງໃດ.
Saman Aneka
19-09-2016 11:03:53
ມາດຕາ 38 ສິ່ງທີ່ຂໍໃຫ້ພິຈາລະນາຕື່ມໃສ່ແມ່ນມີຄື: ກ່ອນອື່ນໝົດ, ການຂາຍກິດຈະການສຳປະທານທີ່ມີການຂຸດຄົ້ນຊັບພະຍາກອນທຳມະຊາດທຸກໆປະເພດຂອງຜູ່ລົງທຶນ, ຜູ່ລົງທຶນນັ້ນໆຕ້ອງໄດ້ຜ່ານການກວດສອບ ແລະ ມີບົດກວດສອບຈາກອົງກອນອິດສະຫຼະ-ທີສາມ ທີ່ຈະເປັນຜູ່ຢັ້ງຢືນລາຄາແທ້ຈິງ-ທີ່ຍັງເຫລືອຈາກການຫັກຄ່າຫຼູ້ຍຫ້ຽນວັດຖຸຄົງທີ່ທີ່ຮວມຢູ່ໃນຕົ້ນທຶນທັງໝົດ ແລະ ທີ່ເຫຼືອຈາກການຫັກຄ່າຊິ້ນເປືອງທາງດ້ານການເງິນທັງໝົດ ພ້ອມທັງຈຳນວນໜີ້ສິນທີ່ຍັງເຫຼືອທັງໝົດຂອງຜູລົງທຶນ ແລ້ວນຳມາສະເໜີໃຫ້ລັດຖະບານຊາບລ່ວງໜ້າຢ່າງນ້ອຍ 28??? ວັນລັດຖະການ. ໃນຊ່ວງເວລາ28??? ວັນລັດຖະການນີ້ ລັດຖະບານກໍຈະໄດ້ໄດ້ແຈ້ງເຈດຈຳນົງໃນການຂາຍກິດຈະການສຳປະທານທີ່ມີການຂຸດຄົ້ນຊັບພະຍາກອນທຳມະຊາດໃຫ້ແກ່ພາກສ່ວນທຸລະກິດລາວໄດ້ຮັບຊາບ ເພື່ອໃຫ້ມີໂອກາດພິຈາລະນາໃນການສະເນີຊື້ເອົາສິດສຳປະທານ ຫຼື ກິດຈະການຂຸດຄົ້ນ ດັ່ງກ່າວ. ຫາກພາກສ່ວນທຸລະກິດລາວແຈ້ງເຈດຈຳນົງຊື້ເອົາ ຜູ່ລົງທຶນກໍຕ້ອງໄດ້ໃຫ້ເວລາຢ່າງນ້ອຍ 1 ເດືອນ???ໃຫ້ແກ່ພາກສ່ວນທຸລະກິດລາວໄດ້ກວດທົບທວນໂຄງການຈາກວິສາຫະກິດກວດທົບທວນມືອາຊີບ. ຫາກພາກສ່ວນທຸລະກິດລາວບໍ່ຊື້ເອົາ ເຈົ້າຂອງກິດຈະການສຳປະທານທີ່ມີການຂຸດຄົ້ນຊັບພະຍາກອນທຳມະຊາດຈຶ່ງສາມາດຂາຍອອກໄປທາງອື່ນໄດ້.
Saman Aneka
21-09-2016 09:00:25
ມາດຕາ 35 (ປັບປຸງ): ການດັດແກ້ເນື້ອໃນສັນຍາສຳປະທານ ແລະ ໃບອະນຸຍາດລົງທຶນໃນກິດຈະການສຳປະທານ ແລະ ທຸກໆທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດ ລວມທັງອຸດສາຫະກຳໄຟຟ້າທຸກປະເພດ (ມາດຕາ 27 ຂອງກົດໝາຍ 2009 (ເກົ່າ)) ຂໍ​ອະ​ນຸ​ຍາດ​ນຳ​ຄະ​ນະ ທີ່​ຂ້າ​ພະ​ເຈົ້າ​ສົ່ງ​ຄຳ​ຄິດ-ຄຳ​ເຫັນ​ມາ​ຫລາຍ​ຄັ້ງ ສິ່ງທີ່ຂໍຮຽນສະເໜີມາຍັງຄະນະ ເພື່ອພິຈາລະນາຕື່ມເຕີມໃສ່ນັ້ນມີຄື: ຖ້າວ່າຂະແໜງການກ່ຽວຂ້ອງ(host and related mininstries), ພາກສ່ວນຜູ້ມີສ່ວນຮ່ວມກ່ຽວຂ້ອງ (direct and key stakeholders e. g. local contrctors, direct employees, local and international NGO), ສັງຄົມທ້ອງຖິ່ນກ່ຽວຂ້ອງ (local host communities) ຫຼື ອຳນາດການປົກຄອງທ້ອງຖິ່ນກ່ຽວຂ້ອງ (local host provinces and districts) ຫາກເຫັນວ່າການດັດແກ້ເນື້ອໃນສັນຍາສຳປະທານ ແລະ ໃບອະນຸຍາດລົງທຶນໃນກິດຈະການສຳປະທານ ແລະ ທຸກໆທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດ ລວມທັງອຸດສາຫະກຳໄຟຟ້າທຸກປະເພດ ມີຄວາມສ່ຽງ (carrying risk) ກໍຕ້ອງນຳມາຜ່ານການເຫັນຊອບຈາກຄະນູປະຈຳສະພາແຫ່ງຊາດ. ຖ້າວ່າອົງກອນຕ່າງໆດັ່ງກ່າວຫາກເຫັນວ່າການດັດແກ້ເນື້ອໃນສັນຍາສຳປະທານ ແລະ ໃບອະນຸຍາດລົງທຶນໃນກິດຈະການສຳປະທານ ແລະ ທຸກໆທຸລະກິດຂຸດຄົ້ນຊັບພະຍາກອນທຳມະຊາດ ລວມທັງອຸດສາຫະກຳໄຟຟ້າທຸກປະເພດ ຫາກເຫັນວ່າມີຄວາມສ່ຽງສູງ ກໍຕ້ອງໄດ້ນຳເຂົ້າໄປຜ່ານການວິນິດໃສ, ການຂໍໃຫ້ປັບປຸງ ແລະ ການເຫັນຊອບຈາກວາລະກອງປະຊຸມຄົບຄະນະຂອງສະພາແຫ່ງຊາດ. ຕາບໃດທີ່ທຸກຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນສາມາດຕົກລົງກັນໄດ້ ແຕ່ຫາກຍັງມີການດຳເນີນ ຫຼື ທັງສອງຝ່າຍຍັງມີການສະເໜີໃຫ້ມີການປະຊຸມເຈລະຈາ-ຕໍ່ລອງ ຫລື ປະຊຸມແລກປ່ຽນເຫດຜົນຢູ່ນັ້ນ ຫຼື ທັງສອງຝ່າຍຍັງຢູ່ໃນຂະບວນການແລກປ່ຽນຂໍ້ມູນ ແລະ ຍັງມີການສະໜອງຂໍ້ມູນ ເພີ້ມເຕີມໄປ-ມາ ຢູ່ນັ້ນ ທຸກໆຝ່າຍຕ້ອງປະຕິບັດສັນຍາເດີມ ຢ່າງຄົບຖ້ວນ. ນັບແຕ່ວັນເວລາ ທີ່ໄດ້ເປີດກອງປະຊຸມເຈລະຈາຕໍ່ລອງຄັ້ງທຳອິດເປັນຕົ້ນມາ: ຖ້າວ່າການປະຊຸມເຈລະຈາ ແລະ ການສະໜອງຂໍ້ມູນເພີ້ມເຕີມຈາກຜູ້ເປັນເຈົ້າຂອງສັນຍາ ແລະ ເຂດສຳປະທານ ຫາກມີຄວາມຕັ້ງໜ້າ-ຫ້າວຫັນ-ທັນການ ສັນຍາເດີມດັ່ງກ່າວກໍຈະສາມາດປະຕິບັດຕໍ່ໄປ ຢ່າງຄົບຖ້ວນໄດ້ 1 ປີຖ້ວນ. ຖ້າຫາກໄດ້ຮັບການເຫັນດີຈາກທຸກຝ່າຍ ສັນຍາສຳປະທານ ແລະ ໃບອະນຸຍາດລົງທຶນ ພ້ອມດ້ວຍການປະຕິບັດສັນຍາເດີມຢ່າງຄົບຖ້ວນໃນກໍລະນີນີ້ ກໍຈະຍັງສາມາດຂໍຕໍ່ການເຈລະຈາໄປໄດ້ອີກ ຢ່າງຫຼາຍສຸດສາມເດືອນ. ແຕ່ໃນທາງກົງກັນຂ້າມ, ນັບແຕ່ວັນເວລາເປີດກອງປະຊຸມຕໍ່ລອງຄັ້ງທຳອິດດັ່ງກ່າວເປັນຕົ້ນມາ ຖ້າວ່າຝ່າຍຜູ້ເປັນເຈົ້າຂອງສັນຍາ ແລະ ເຂດສຳປະທານ ຫາກເຊື່ອມຊ້າ-ບໍ່ຕັ້ງໜ້າຫ້າວຫັນ ສັນຍາເດີມດັ່ງກ່າວກໍຈະຊິ້ນສຸດລົງພາຍໃນສາມເດືອນ ຢ່າງບໍ່ມີເງື່ອນໃຂ.
Saman Aneka
22-09-2016 07:41:39
ມາດຕາ 49 (ປັບປຸງ) ຂະແໜງການທີ່ໄດ້ຮັບການສົ່ງເສີມ​ໂດຍ​ການ​ຜ່ອນ​ຜັນ​ດ້ານ​ພວ​ສີ-ອາ​ກອນ: ຂໍ​ຮຽນ​ສະ​ເໜີ​ມາ​ຍັງ​ຄະ​ນະ ==> ຂໍ​ໃຫ້​ພິ​ຈາ​ລະ​ນາ​ຈົ່ງ​ເຂດ​ສົ່ງ​ເສີ​ມ​ໄວ້​ແຕ່​ພຽງ​ເຂດ​ທຸ​ລະ​ກັນ​ດານ​ທີ່​ສຸດເທົ່າ​ນັ້ນ. (ເຫດ​ຜົນ​ກໍ​ເພາະ​ວ່າ: ຢູ່ ສ​ປ​ປ. ລາວ ປະ​ຈຸ​ບັນ​ນີ້ ເກືອບ​ຈະ​ບໍ່​ມີ​ເຂດ​ທຸ​ລະ​ກັນ​ດານ​ແລ້ວ ​ໃນປີ 2016 ນີ້ ​ຕາ​ຄ່າຍ​ໄຟ​ຟ້າ​ແຮງ​ສູງ​ກໍ​ເກືອບ​ໄດ້​ຕິດ​ຕັ້ງ​ໄປ​ຄົບ​ໄຄວ່​ສູ່​ທຸກ​ແຂວງ​ແລ້ວ ​ປະ​ຊາ​ຊົນ​ລາວ​ເກືອບ​ທັງ​ໝົດ​ກໍ​ມີ​ໄຟ​ຟ້າ​ໃຊ້​ໃນ​ຄົວ​ເຮືອນແລ້ວ, ນ້ຳ​ທີ່​ຈະ​ມາ​ນຳ​ໃຊ້​ເຂົ້າ​ໃນ​ໂຮງ​ຈັກ​ໂຮງ​ງານ​ກໍ​ບໍ​ໄດ້​ຝືດ​ເຄືອງ​ຫ​ຍັງ​ໝົດ (ບໍ່​ມີ​ທະ​ເລ​ຊາຍຄື​ປະ​ເທດ​ອື່ນ) ຕາ​ໜ່າງ​ສື່​ສານ-ໂທ​ລະ​ຄົມ​ມະ​ນາ​ຄົມ​ກໍ​ພໍ​ໃຊ້​ໄດ້​ໃນ​ທຸໆ​ແຂວງ, ເສັ້ນ​ທາງ​ບົກ​ກໍ​ໄປ​ຮອດ-ຈອດ​ເຖິງ​ທຸກໆ​ແຂວງ) ==> ສ່ວນ​ມາດ​ຕາ 51 ທີ່​ເວົ້າ​ເຖິງ​ການ​ຍົກ​ເວັ້ນອາກ​ກອນ​ກຳ​ໄລ​ກໍ​ຄວນ​ກຳ​ນົດ​ໃຫ້​ 2 ອັດ​ຕາ​ ຄື:​ນັບ​ແຕ່​ວັນ​ເວ​ລາ​ທີ່​ທຸ​ລະ​ກິດ​ເລີ້ມເກີດ​ມີ​ກຳ​ໄລເປັນ​ຕົ້ນ​ມາ ​ກົດ​ໝາຍ​ສະ​ບັບ​ນີ້ຍົກ​ເວັ້ນ​ອາ​ກອນ​ກຳ​ໄລ​ໃຫ້​ພາກ​ສ່ວນ​ທຸ​ລະ​ກິດ​ທີ່​ບໍ່​ມີ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໃຫ້​ໄດ້​ຮັບ​ການ​ຍົກ​ເວັ້ນ 5 ປີ ແລະ ຍົກ​ເວັ້ນ​ອາ​ກອນ​ກຳ​ໄລ​ໃຫ້​ແກ່​ພາກ​ສ່ວນ​ທຸ​ລະ​ກິດ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ 3 ປີ​ຖ້ວນ. (ເຫດ​ຜົນ: ພາກ​ສ່ວນ​ຂຸດ​ຄົ້ວ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ນັ້ນ ຖ້າ​ຍົກ​ເວັ້ນ​ຍາວ​ຫລາຍກວ່າ 3 ປີ ນັບ​ແຕ່​ມື້​ເກີດ​ມີ​ກຳ​ໄລ ກໍ​ອາດ​ຈະ​ໃຫ້​ເວ​ລາ​ແກ່​ຜູ່​ລົງ​ທຶນ​​ລະ​ດົມ​ທຸກ​ເຮື່ອ​ແຮງຂຸດ​ຄົ້ນ​ເອົາ​ແຕ່​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ດີໆ​ທັງ​ໝົດ ເພາະ​ບໍ່​ໄດ້​ເສຽອາ​ກອນ​ກຳ​ໄລ ປະ​ກອບ​ກັບ​ເຄື່ອງ​ຈ​ຈັກ ແລະ ໂຮງ​ງານ​ກໍ​ຍັງ​ໄໝ່​ອ່ຽມ. ຈາກ​ນັ້ນ​ກໍ​ຫາ​ວິ​ທີ​ຂາຍ​ໂຄງ​ການ ແລ້​ວ​ຍ້າຍ​ໄປ​ຊື້​ກິດ​ຈະ​ການ​ໄໝ່​ໃນ​ເຂດ​ທຸ​ລະ​ກັນ​ດານ​ຕໍ່​ໄປ​).
saman Aneka
23-09-2016 03:56:34
ຂໍ​ອະ​ນຸ​ຍາດ​ນຳ​ຄະ​ນະ ຂໍ​ຢ້ອນ​ກັບ​ໄປ​ຂໍ​ແລກ​ປ່ຽນ​ໃນ​ມາດ​ຕາ 9: ກໍ​ລະ​ນີ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ຊຶ່ງ​ຄວນ​ໃຫ້​ມີ​ພາກ​ສວ່ນ​ທຸ​ລະ​ກິດ​ລາວ (ອາດ​ເປັນ​ລັດ ຫຼື ເອ​ກະ​ຊົນ) ໄດ້​ເຂົ້າ​ຮ່ວມ​ໃນ​ການ​ລົງ​ທຶນຕົ້ນ (Capitalised Equity) ​ໃນ​ການ​ທຸ​ລະ​ກິດ​ທີ່​ມີ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ລວມ​ທັງ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ ໃຫ້​ມີ​ພາກ​ສ່ວນ​ທຸ​ລະ​ກິດ​ລາວ​ຮ່ວມ​ລົງ​ທຶນ​ຕົ້ນ ເປັນຢ່າງ​ນ້ອຍ 15% ຂອງ​ທຶນ​ຕົ້ນ​ທັງ​ໝົດ (total equity) ແຕ່​ໃຫ້​ຫັກ​ເອົາ​ຈາກ​ສ່ວນ​ແບ່ງ​ເງິນ​ປັນ​ຜົນ​ໃນ​ອາ​ນາ​ຄົດ. ໃນ​ທຸກໆ​ກໍ​ລະ​ນີ​ທີ່​ຕ້ອງ​ການ​ຂາຍ​ຮຸ້ນ​ອອກ ກໍ​ຕ້ອງ​ໄດ້​ເປີດ​ໃຫ້​ພາກ​ທຸ​ລະ​ກິດ​ລາວ​ໄດ້​ພິ​ຈາ​ລະ​ນາ​ກ່ອນ. ຫລັງ​ຈາກໄດ້​ດຳ​ເນີນ​ທຸ​ລະ​ກິດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໄດ້​ຜ່ານ​ໄປ 10ປີ ກໍ່​ຕ້ອງ​ເປີດ​ໃຫ້​ທຸ​ລະ​ກິດ​ລາວ​ໄດ້​ເຂົ້າ​ໄປ​ລົງ​ທຶນ​ຮ່ວ​ມ້​ເປັນ​ຢ່າງ​ນ້ອຍ​ຕື່ມ​ອີກ 20% (ຊຶ່ງ​ຈະ​ລວມ​ທັງ​ໝົດ​ເປັນ(35%)ຖ້າ​ບໍ່​ມີ​ພາກ​ທຸ​ລະ​ກິດ​ລາວ​ສົນ​ໃຈ ກໍ​ຖື​ວ່າຜູ້​ລົງ​ທຶນ​ຕ່າງ​ປະ​ເທດ​ສາ​ມາດ​ເປ​ແນ​ເຈົ້າ​ທຸ​ລະ​ກິດ​ດັ່ງ​ກ່າວ ໂດຍ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ເພີ້ມ​ຈາກ​ພາກ​ທຸ​ລະ​ກິດ​ລາວ​ໄດ້.
ສະ​ໝານ ອະ​ເນ​ກາ
23-09-2016 08:51:07
ຂໍ​ຮຽນ​ຄະ​ນະ ອີກ​ຄັ້ງ ສຳ​ລັບ​ມາດຕາ 10. (ປັບປຸງ) ການລົງທຶນແບບຮຸ້ນສ່ວນ ລະຫວ່າງ ຜູ້ລົງທຶນພາຍໃນກັບຕ່າງປະເທດ: ສຳ​ລັບ​ພາກ​ສ່ວນ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ ລວມ​ທັງ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ ແມ່ນ​ຄວນ​ໃຫ້​ມີ​ຕ່ງ​ປະ​ເທດ​ລົງ​ທຶນ​ຮ່ວມ​ຕ່ຳ​ສຸດ 10% ແລະ ສູງ​ສຸດ​ບໍ່​ໃຫ້​ເກີນ 65% (ຈຶ່ງ​ຈະ​ໃຫ້​ກົມ​ກຽວ​ກັບ​ມາດ​ຕາ 9)