ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

 

ສົ່ງ ຄໍາຄິດເຫັນ ຕໍ່ຮ່າງນິຕິກໍາ:

ຮ່າງ ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ)

ສ່ວນທີ່ໝາຍດ້ວຍ * ຈໍາເປັນຕ້ອງມີຂໍ້ມູນ

(<=5MB)

 

ລາຍການ ຜູ້ທີ່ໄດ້ສົ່ງ ຄໍາຄິດເຫັນ

ສະແດງ 1-10 ຂອງ 13 ຜົນທີ່ໄດ້ຮັບ.
ຊື່ຄໍາເຫັນເລືອກ ຟາຍ
ທ້າວ ວົງສະຫວັດ ວົງສາລາດ
19-07-2018 09:38:21
ັ້ເພື່ອເປັນການຫຼຸດຜ່ອນຈໍານວນຄະດີໃນຂັ້ນສານ,ຂັ້ນຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ເຮັດໃຫ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ໄດ້ຮັບປະສິດທິພາບສູງສຸດທຽບເທົ່າສາກົນ ແລະ ໃຫ້ມີຜົນສັກສິດນັ້ນ, ຂ້າພະເຈົ້າຂໍອະນຸຍາດສະເໜີຄໍາເຫັນໃນສະເພາະກໍລະນີທີ່ ຄູ່ສັນຍາ ຫຼື ຄູ່ກໍລະນີ ໄດ້ຕົກລົງກັນເປັນລາຍລັກອັກສອນກ່ອນໜ້າແລ້ວວ່າ: ຖ້າມີບັນຫາທີ່ແກ້ໄຂປານິປານອມກັນບໍ່ໄດ້ແມ່ນເຫັນດີເປັນເອກກະພາບກັບມອບໃຫ້ສູນ ຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຜູ້ແກ້ໄຂຕາມ 2 ຂັ້ນຕອນຄື: ໄກ່ເກ່ຍ ແລະ ຖ້າໄກ່ເກ່ຍບໍ່ໄດ້ກໍ່ໃຫ້ທໍາການຕັດສິນເລີຍ, ເມື່ອເຫັນການຕົກລົງເຊັ່ນນັ້ນແລ້ວ ຄວນໃຫ້ສິດແກ່ສູນ ຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດັ່ງນີ້: 1, ໃນຂັ້ນການໄກ່ເກັ່ຍ ຫຼື ຕັດສິນ: ແມ່ນໃຫ້ສິດສູນ ຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດໍາເນີນທຸກຂັ້ນຕອນຄືກັນກັບສານເລີຍ ເຊັ່ນ ມີສິດໃຊ້ຄໍາວ່າໝາຍຮຽກ,ມີສິດອອກໝາຍພາໂຕ, ປະກາດ/ແຈ້ງການທາງຊື້ (ໃນກໍລະນີບໍ່ຮູ້ທີ່ຢູ່ຜ່າຍໃດຝ່າຍໜຶ່ງ ຫຼື ໂຕນໜີ)ແລະ ພາຍຫຼັງໄກ່ເກັ່ຍໄດ້ແລ້ວ ຫຼື ດ້ວຍຮູບການຕັດສິນ ກໍ່ໃຫ້ມີຜົນສັກສິດໃຊ້ໄດ້ເດັດຂາດໂດຍບໍ່ຈໍາເປັນຕ້ອງສົ່ງໃຫ້ສານອອກຄໍາຊີ້ຂາດ, ອຸທອນ ແລະ ບໍ່ຈໍາເປັນສົ່ງຕໍ່ໃຫ້ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ເພາະວ່າສູນ ຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກໍ່ດໍາເນີນວິທີຈັດຕັ້ງທຸກຂັ້ນຕອນຄືກັນກັບສານຢູ່ແລ້ວ), 2, ໃນຂັ້ນຕອນຈັດຕັ້ງປະຕິບັດບົດບັນທຶກໄກ່ເກັ່ຍ ຫຼື ຄໍາຕັດສິນ: ແມ່ນໃຫ້ມີສິດປະຕິບັດຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທຸກມາດຕາ ແລະ ດໍາລັດ 158 ເລີຍ (ມີສິດອອກໝາຍພາໂຕ, ຍົກຍ້າຍ, ສະເໜີລົບລ້າງ ແລະ ປ່ຽນຊື່ກໍາມະສິດຊັບຄໍ້າປະກັນ ເລົ່ານີ້ເປັນຕົ້ນ), ຂ້າພະເຈົ້າເຊື່ອວ່າຖ້າເປັນໄປໄດ້ດັ່ງຂ້າງເທິງແລ້ວ ປະຊາຊົນ, ຄູ່ສັນຍາ, ນັກທຸລະກິດພາຍໃນ ແລະ ນອກປະເທດ ຈະຮັບຮູ້ ແລະ ສົ່ງເສີມ ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢ່າງກ້ວງຂວາງ. ໝາຍເຫດ: ຄໍຄິດຄໍາເຫັນຂອງຂ້າພະເຈົ້ານີ້ແມ່ນເຈາະຈົງສະເພາະກໍລະນີທີ່ ຄູ່ສັນຍາ ຫຼື ຄູ່ກໍລະນີ ໄດ້ຕົກລົງກັນເປັນລາຍລັກອັກສອນກ່ອນໜ້າແລ້ວວ່າ: ຖ້າມີບັນຫາທີ່ແກ້ໄຂປະນິປານອມກັນບໍ່ໄດ້ແມ່ນເຫັນດີເປັນເອກກະພາບກັບມອບໃຫ້ສູນ ຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຜູ້ແກ້ໄຂຕາມ 2 ຂັ້ນຕອນຄື: ໄກ່ເກ່ຍ ແລະ ຖ້າໄກ່ເກ່ຍບໍ່ໄດ້ກໍ່ໃຫ້ທໍາການຕັດສິນເລີຍ, ຂໍຂອບໃຈ ວົງສາ
ນາງ ມົນມະນີ ຢາການາກິ
06-04-2018 14:29:31
1. ໃນມາດຕາ 8 ເຫັນວ່າຄຳສັບໃນຂໍ້ 3 ບໍ່ສອດຄ່ອງ, ຄວນປ່ຽນຈາກຄຳວ່າ ທຶນຈົດທະບຽນ ມາເປັນທຶນໝູນວຽນ; 2. ໃນມາດຕາ 11 ຂໍ້ 3 ທີ່ລະບຸວ່າ ພະນັກງານປະຈຳຫ້ອງການຜູ້ຕາງໜ້າ ທີ່ເປັນຕ່າງປະເທດ ບໍ່ເກີນ 2 ຄົນ ແມ່ນລວມທັງ ຜູ້ທີ່ເປັນຜູ້ຕາງໜ້າຫຼືບໍ່, ແລະສາມາດຫຼາຍກວ່າ 2 ຄົນໄດ້ບໍ່; 3. ໃນມາດຕາ 7 ເອກະສານປະກອບທັງໝົດ ສາມາດຍື່ນເປັນພາສາລາວຫຼືເປັນພາສາໃດ ໃຫ້ລະບຸ, ແລະຖ້າສາມາດເປັນພາສາຕ່າງປະເທດ ແມ່ນຕ້ອງປະກອບເອກະສານຢັ້ງຢືນການແປພາສາລາວຫຼືບໍ່ ໃຫ້ລະບຸ; 4. ແລະ ສາມາດໂອນທຸລະກິຫ້ອງການຜູ້ຕາງໜ້າໃຫ້ແກ່ບໍລິສັດອື່ນໄດ້ຫຼືບໍ່ ໃຫ້ລະບຸຕື່ມ.
ສີສຸວັນ ສັງບົວບຸລົມ
13-02-2018 15:33:11
ຄ່າແຮງງານ, ຄວນອີງຕາມ ລັດຖະບັນຍັດເລກທີ 003/ປປທ ແລະ ວາງອັດຕາເປັນຫລັກໄວ້. ຖ້າອີງຕາມການຕົກລົງກັນລະຫວ່າງຝ່າຍ ແລະ ຄູ່ກໍລະນີ ເມື່ອການຮຽກຮ້ອງທີ່ສາມາດຕອບສະໜອງໄດ້ ກໍເປັນການດີ, ແຕ່ຖ້າຫາກ ຝ່າຍໃດໜຶ່ງບໍ່ສາມາດຈ່າຍຄ່າແຮງງານໄດ້ ຈະນໍາໄປສູ່ ການບໍ່ສາມາດດຳເນີນການໄກ່ເກ່ຍຂໍ້ຂັດແຍ່ງນັ້ນໆໄດ້. ຖ້າເປັນເຊັ່ນນັ້ນ ເນື້ອໃນຂອງ ມາດຕາ 69 ຂໍ້ 3 ແລະ 4 ຈະບໍ່ຖືກລະເມີດບໍ່?. ໃນທາງກັບກັນ ຫາກຝ່າຍໃດໜຶ່ງ ຈ່າຍເກີນກວ່າທີ່ຮຽກຮ້ອງ ໂດຍອາດມີ ຫລື ບໍ່ມີ ເງື່ອນເຊື່ອງອຳໃດໜຶ່ງ ເນື້ອໃນຂອງ ມາດຕາ 70 ຂໍ້ 3 ຈະບໍ່ຖືກລະເມີດບໍ່?
somphone
29-01-2018 16:44:33
ກ່ຽວກັບມາດຕາ 3 ຂໍ້ 5 ຫຼື ມາດຕາ 35 ກ່ຽວກັບຄະນະກໍາມະການຕັດສິນ ແມ່ນຈະກໍານົດໃຫ້ມີພຽງ 3 ທ່ານເທົ່ານັ້ນຫຼື ບໍ? ຫຼື ຄວນມີຫຼາຍກ່າວນີ້ຄື: 3 ທ່ານ, 5 ທ່ານ ແລະ 7 ທ່ານ?
Bounyong
29-01-2018 11:36:55
ຂໍມີຄວາມເຫັນດັ່ງນິ້: ມາດຕາ4.ກ່ຽວກັບນະໂຍບາຍຂອງລັດ ວັກສຸດທ້າຍ: ເຫັນວ່າຖ້າເປັນໄປໄດ້ຄວນຈະເປີດໃຫ້ພາກສ່ວນເອກະຊົນ ຫຼື ພາກທຸລະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດສາມາດລົງທຶນເພື່ອສ້າງຕັ້ງຫ້ອງການ ຫຼື ສູນສະເພາະກິດຂຶ້ນເພື່ອສົ່ງເສີມໃຫ້ຜູ້ຕັດສິນ ຫຼື ຜູ້ໄກ່ເກ່ຍຕ່າງປະເທດທີ່ຊ່ຽວຊານທີ່ກ່ຽວຂ້ອງຂອງບັນດາຕ່າງປະເທດໄດ້ເຂົ້າມາເຮັດໜ້າທີ່ໃນສ່ວນນີ້.-ຈູດດີຂອງມັນກໍ່ຄື ໜຶ່ງ: ເພື່ອເຮັດໃຫ້ ສປປ ລາວ ສາມາດແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນລະດັບສາກົນໄດ້; ສອງ: ຄືສາມາດສ້າງລາຍໄດ້ເຂົ້າງົບປະມານຂອງລັດຈາກການລົງທຶນໃນດ້ານນີ້; ສາມ: ຊ່ວຍໃຫ້ຜູ້ໄກ່ເກ່ຍ, ຜູ້ຕັດສິນ ຫຼື ຄະນະໄກ່ເກ່ຍ, ຄະນະຕັດສິນທີ່ເປັນຄົນລາວສາມາດຮຽນຮູ້, ແລກປ່ຽນປະສົບການດີໆຈາກຜູ້ຊ່ຽວຊານເຫຼົ່ານັ້ນໂດຍບໍ່ຈຳເປັນຕ້ອງໄປແລກປ່ຽນຮຽນຮູ້ເອົາຈາກຕ່າງປະເທດ. ຄວາມຈຳເປັນ: ທີ່ສຳຄັນນັ້ນຝ່າຍລັດເຮົາຕ້ອງສ້າງເງື່ອນໄຂໃຫ້ທຸລະກິດນີ້ສາມາດເປີດຂຶ້ນໄດ້ໂດຍພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສ້າງລະບຽບການຮອງຮັບເອົາໄວ້ໂດຍສະເພາະເລື່ອງເງື່ອນໄຂຕ່າງໆການດຳເນີນທຸລະກິດນີ້ຕົວຢ່າງທຶນຈົດທະບຽນ, ສັດສ່ວນການຖືຮຸ້ນ, ເອກະສານຕ່າງໆທີ່ຜູ້ລົງທຶນຕ້ອງກຽມ, ໃບອະນຸຍາດຕ່າງໆທີ່ຕ້ອງມີ, ຄ່າທຳນຽມ-ຄ່າບໍລິການທີ່ຕ້ອງຈ່າຍ ແລະ ອື່ນໆ ຕ້ອງໃຫ້ຈະແຈ້ງບົນພຶ້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ເໝາະສົມ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າຖ້າເຮົາເຮັດໄດ້ບັນຫາທີ່ພວກເຮົາພົບໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງປະເທດເຮົາໃນດຽວນີ້ຄົງຈະໄດ້ຮັບການແກ້ໄຂໄດ້ໃນລະດັບທີ່ດີໂດຍສະເພາະແມ່ນຄູ່ກໍລະນີທີ່ມີງົບປະມານໜ້ອຍ. ຂອບໃຈ. ດ້ວຍຕວາມນັບຖື,
ສີສຸວັນ ສັງບົວບຸລົມ
26-01-2018 16:27:28
ຄ່າແຮງງານ, ຄວນອີງຕາມ ລັດຖະບັນຍັດເລກທີ 003/ປປທ ແລະ ວາງອັດຕາເປັນຫລັກໄວ້. ຖ້າອີງຕາມການຕົກລົງກັນລະຫວ່າງຝ່າຍ ແລະ ຄູ່ກໍລະນີ ເມື່ອການຮຽກຮ້ອງທີ່ສາມາດຕອບສະໜອງໄດ້ ກໍເປັນການດີ, ແຕ່ຖ້າຫາກ ຝ່າຍໃດໜຶ່ງບໍ່ສາມາດຈ່າຍຄ່າແຮງງານໄດ້ ຈະນໍາໄປສູ່ ການບໍ່ສາມາດດຳເນີນການໄກ່ເກ່ຍຂໍ້ຂັດແຍ່ງນັ້ນໆໄດ້. ຖ້າເປັນເຊັ່ນນັ້ນ ເນື້ອໃນຂອງ ມາດຕາ 69 ຂໍ້ 3 ແລະ 4 ຈະບໍ່ຖືກລະເມີດບໍ່?. ໃນທາງກັບກັນ ຫາກຝ່າຍໃດໜຶ່ງ ຈ່າຍເກີນກວ່າທີ່ຮຽກຮ້ອງ ໂດຍອາດມີ ຫລື ບໍ່ມີ ເງື່ອນເຊື່ອງອຳໃດໜຶ່ງ ເນື້ອໃນຂອງ ມາດຕາ 70 ຂໍ້ 3 ຈະບໍ່ຖືກລະເມີດບໍ່? ຄ່າແຮງງານ ທີ່ໄດ້ຮັບນັ້ນ ຈະຖືກປະຕິບັດພັນທະອາກອນລາຍໄດ້ບຸກຄົນບໍ່?
Souphaphone PHANTHABOUBPHO
26-01-2018 15:28:35
ຂ້າພະເຈົ້າຂໍສະແດງຄວາມຄິດເຫັນໃສ່ໃນບາງມາດຕາຄື: ມາດຕາ26: ໃນການເລືອກຜູ້ໄກ່ເກ່ຍໂດຍສູນ ຫຼື ຂະແໜ່ງ ຄວນໄດ້ຮັບການເຫັນດີຈາກຄູ່ກໍລະນີເສຍກ່ອນ. ມາດຕາ27: ໃນວັກທີ 5 ເຫັນວ່າ ການກຳນົດໄລຍະເວລາຂອງການສະເໜີຕົວ ຫຼື ຄ້ານຕົວ ແມ່ນຂ້ອນຂ້າງເປັນໄລຍະເວລາທີ່ແກ່ຍາວເຖິງ 15 ວັນ, ໃນຈຸດນີ້ຂໍໃຫ້ມີການສະເໜີພິຈາລະນາປ່ຽນຈາກ 15 ວັນ ເປັນ 5 ວັນ(ລັດຖະການ). ມາດຕາ 28: ການດຳເນີນການໄກ່ເກ່ຍ ເຊິ່ງຜູ້ໄກ່ເກ່ຍ ຫຼື ຄະນະກຳມະການໄກ່ເກ່ຍຕ້ອງກຳນົດແຜນໄກ່ເກ່ຍ ເປັນເວລາ 15 ວັນ, ຄວນພິຈາລະນາປ່ຽນຈາກ 15 ວັນ ເປັນ 5 ວັນ(ລັດຖະການ)ຈະໄດ້ບໍ? ມາດຕາ31: ການສິ້ນສຸດການໄກ່ເກ່ຍ ໃນນີ້ເຫັນວ່າ ວັກທີ 1 ກຳນົດໄວ້ວ່າ ຜູ້ຮ້ອງຂໍສາມາດຖອນຄຳຮ້ອງຂໍໄດ້, ໃນນີ້ຢາກຂໍໃຫ້ອະທິບາຍແຈ້ງຕື່ມວ່າ ການຖອນຄຳຮ້ອງຂໍນັ້ນ ສາມາດຖອນໄດ້ໃນເວລາໄດ?
ສົມພອນ ຫວ່າງເນັງຟາ, ບຸນມີ ສຸກຂະເສີມ, ວົງພະຈັນ ອ່ອນປະເສີດ, ລ້າ
26-01-2018 14:30:58
ມາດຕາ 3 ຂໍ້ 7 ຢາກໃຫ້ໃສ່ຄໍາຕັດສິດຂອງຄະນະກໍາມະການຕັດສິນ ເປັນຄໍາຕົກລົງຂອງຄະນະກໍາມະການຕັດສິນ. ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກ່ຽວກັບການສ້າງຕັ້ງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດ ແມ່ນສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງອອກລະບຽບການສະເພາະເພື່ອຮອງຮັບການສ້າງຕັ້ງດັ່ງກ່າວ. ຢາກໃຫ້ມີການຈັດຕັ້ງປະຕິບັດໃຫ້ໄວ. ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ສໍາລັບຄໍາສັບ ສັນຍາທຸລະກິດ ແມ່ນຢາກໃຫ້ມີນິຍາມເພື່ອຫຼີກລ້ຽງຄວາມບໍ່ສັດເຈນ ແລະ ອາດຈະເປັນຂໍ້ຂັດແຍ່ງ. ມາດຕາ 23 ການເລືອກຮູບແບບການແກ້ໄຂ ວັກສອງ ສູນ ຫຼື ຂະແໜ່ງມີຫຼັກການແນວໃດໃນການເລືອກຮູບການແກ້ໄຂໃຫ້ຄູ່ກໍລະນີ ໃນກໍລະນີທີ່ຄູ່ຄວາມບໍ່ສາມາດຕົກລົງໃນການເລືອກຄູ່ຄວາມໄດ້
ທ່ານ ໜຸແກ້ວ ສັງທອງວີຈິຕຣ໌
26-01-2018 14:29:44
ສະເໜີປັບປຸງເນື້ອໃນຂອງມາດຕາ 77 (ຮູບການການກວດກາ)
Phimpha
26-01-2018 14:21:44
ມາດຕາ 49 ວັກ ສອງ ໃຫ້ກຳນົດລະບຽບການຕິດຄັດພ້ອມ