ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

 

ສົ່ງ ຄໍາຄິດເຫັນ ຕໍ່ຮ່າງນິຕິກໍາ:

ຮ່າງ ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ກ່ຽວກັບ ເຄື່ອງໝາຍການຄ້າ ແລະ ຊື່ການຄ້າ

ສ່ວນທີ່ໝາຍດ້ວຍ * ຈໍາເປັນຕ້ອງມີຂໍ້ມູນ

(<=5MB)

 

ລາຍການ ຜູ້ທີ່ໄດ້ສົ່ງ ຄໍາຄິດເຫັນ

ສະແດງ 11-19 ຂອງ 19 ຜົນທີ່ໄດ້ຮັບ.
ຊື່ຄໍາເຫັນເລືອກ ຟາຍ
Rebeccazen
06-05-2021 08:22:49
cheap essay wrting service <a href="http://writemyessayslfd.com/">write a college essay</a> streaming service essayດາວໂຫຼດ
JaniceLed
30-04-2021 20:34:59
cialis 20mg <a href="https://mycialistabs.com/">mycialistabs.com</a> buying cialis online safeດາວໂຫຼດ
InvTJ
28-04-2021 00:22:24
Medicine information for patients. Brand names. <a href="https://pregabalin24x7.top">can i buy pregabalin without dr prescription</a> in Canada All trends of drug. Read information here.ດາວໂຫຼດ
ມົນມະນີ ຢາການາກິ
27-11-2018 14:02:52
ມາດຕາ 26: ສໍາລັບຄໍາຮ້ອງເຄື່ອງໝາຍການຄ້າ ແລະ ມາດຕາ 31: ສໍາລັບເຄື່ອງໝາຍການຄ້າທີ່ອອກທະບຽນແລ້ວ. ທັງສອງມາດຕານີ້ແຈ້ງວ່າສາມາດຂໍດັດແກ້ເຄື່ອງໝາຍການຄ້າໄດ້, ແຕ່ຢາກໃຫ້ຊ່ວຍລະບຸວ່າ ສາມາດດັດແກ້ຫຍັງໄດ້ແດ່ (ເຊັ່ນ: ດັດແກ້ຄໍາຜິດຂອງຊື່ແລະທີ່ຢູ່ເຈົ້າຂອງເຄື່ອງໝາຍ, ດັດແກ້ລາຍການສິນຄ້າທີ່ພິມຜິດ, ສາມາດດັດແກ້ປ່ຽນສີທີ່ຂໍປົກປ້ອງ, ສາມາດດັດແກ້ ໂດຍຕັດບາງລາຍການສິນຄ້າ ຫຼື ການບໍລິການອອກ) ແລະ ບໍ່ສາມາດດັດແກ້ຫຍັງແດ່ ຊ່ວຍລະບຸລາຍລະອຽດຕື່ມ (ເຊັ່ນ: ຮູບຂອງເຄື່ອງໝາຍການຄ້າດັດແກ້ບໍ່ໄດ້, ບໍ່ສາມາດເພີ້ມລາຍການສິນຄ້າຕື່ມອີກໄດ້, ແລະອື່ນໆ) ມາດຕາ 32: ກະລຸນາລະບຸເພີ່ມເຕີມວ່າ ຖ້າຫາກເຈົ້າຂອງເຄື່ອງໝາຍການຄ້າ ໄດ້ມີການນໍາໃຊ້ເຄື່ອງໝາຍຂອງຕົນພາຍໃນ 30 ວັນ ກ່ອນການຂໍຍົກເລີກບໍ່ໄດ້ນໍາໃຊ້ພາຍໃນ 5 ປີ (5 non-use cancellation) ແມ່ນບໍ່ສາມາດນຳມາເປັນຫຼັກຖານອ້າງອີງໄດ້. ສະເໜີໃຫ້ລະບຸເພີ້ມວ່າ: ສາມາດຂໍຍົກເລີກເຄື່ອງໝາຍການຄ້າ ຍ້ອນການແຂ່ງຂັນທີ່ບໍ່ເປັນທຳ (Bad Faith) ເພາະເຄື່ອງໝາຍການຄ້ານັ້ນຄ້າຍຄື ເຄື່ອງໝາຍການຄ້າທີ່ຈົດທະບຽນກ່ອນແລ້ວ ແລະ ມັນເປັນການສ້າງຄວາມສັບສົນໃຫ້ແກ່ຜູ້ບໍລິໂພກ. ມາດຕາ 34: ສະເໜີໃຫ້ລະບຸເພີ້ມເຕີ້ມ ກໍລະນີຕໍ່ທະບຽນ TM ຫຼັງມື້ໝົດອາຍຸພາຍໃນ 6 ເດືອນສາມາດຕໍ່ທະບຽນໄດ້, ແຕ່ຄ່າທຳນຽມລັດຖະການເພີ້ມຂື້ນອີກ 50%. ມາດຕາ 35: ສະເໜີຢາກໃຫ້ເພີ້ມ, ຫຼັງຈາກມີການແຈ້ງໂອນກໍາມະສິດແລ້ວ (Assignment), ການນໍາໃຊ້ ເຄື່ອງໝາຍການຄ້າໂດຍຜູ້ຮັບໂອນສິດ (Assignee) ແມ່ນຖືວ່າ ເຄື່ອງໝາຍການຄ້ານັ້ນມີການນຳໃຊ້ເຊັ່ນກັນ. ມາດຕາ 49: ກ່ຽວກັບໃບມອບສິດ (Power of Attorney) ສະເໜີຢາກໃຫ້ມີການກຳນົດໄລຍະເວລາຂອງການເປັນຜູ້ຕາງໜ້າໃນໃບມອບສິດ, ວ່າສາມາດລະບຸໄດ້ 1 ປີ ຫຼືບໍ່ກາຍ 5 ປີິ ຫຼືແລ້ວແຕ່ເຈົ້າຂອງເຄື່ອງໝາຍຈະລະບຸໃນໃບມອບສິດ ເຊິ່ງສາມາດຖອນສິດເວລາໃດກໍ່ໄດ້; ລວມທັງໃບ ມອບສິດຕໍ່ (Deed of substitution) ກໍ່ເຊັ່ນກັນ.
ມົນມະນີ ຢາການາກິ
27-11-2018 13:29:07
ຕາມທີ່ໄດ້ເຂົ້າຮ່ວມປຶກສາຫາລື ທີ່ສະພາການຄ້າ, ຂ້າພະເຈົ້າຂໍສະເໜີໃຫ້ລະບຸເພີ້ມເຕີມ ເພື່ອອະທິບາຍໃນແຕ່ລະມາດຕາໃຫ້ຊັດເຈນຂຶ້ນຕື່ມ ດັ່ງນີ້: ມາດຕາ 7: ກະລຸນາລະບຸວ່າ ຜົນຂອງການກວດສອບເຄື່ອງໝາຍການຄ້າ ແມ່ນຈະກວມເອົາເຄື່ອງໝາຍທີ່ອອກທະບຽນແລ້ວ ແລະ ຄໍາຮ້ອງເຄື່ອງໝາຍການຄ້າທີ່ກໍາລັງພິຈາລະນາ, ເພື່ອເປັນການສະດວກຕໍ່ບຸກຄົນທີ່ສາມ ໃນການຕັດສິນໃຈຍື່ນຂໍຄັດຄ້ານ ຄໍາຮ້ອງເຄື່ອງໝາຍການຄ້າທີ່ກໍາລັງພິຈາລະນາ ຫຼື ຍື່ນຂໍຍົກເລີກເຄື່ອງໝາຍການຄ້າ ເຄື່ອງໝາຍທີ່ອອກທະບຽນແລ້ວ. ມາດຕາ 9: ກະລຸນາລະບຸວ່າ ການເອົາຊື່ຂອງບຸກຄົນສາມາດຂື້ນທະບຽນເຄື່ອງໝາຍການຄ້າໄດ້, ຍົກເວັ້ນເສຍແຕ່ບຸກຄົນທີ່ມີຄວາມສໍາຄັນເຊັ່ນ: ທ່ານຜູ້ນໍາ ແລະ ວິລະຊົນ. ມາດຕາ 11: ຂໍສະເໜີການລະບຸເລກທີ່ ແລະ ວັນທີ່ຮັບຄຳຮ້ອງ (ໂດຍສະເພາະແມ່ນຄໍາຮ້ອງຍື່ນເຄື່ອງໝາຍການຄ້າໃໝ່) ຕ້ອງເປັນຕົວເລກພິມທີ່ຊັດເຈນ ຫຼີກລ້ຽງການຂຽນຕົວເລກດ້ວຍລາຍມື ເຊິ່ງອາດຈະເຮັດໃຫ້ຕົວເລກນັ້ນຜິດພຽນໄດ້, ພ້ອມດ້ວຍລາຍເຊັນ ແລະ ຊື່ຜູ້ຮັບເອກະສານ ຫຼື ຄຳຮ້ອງ. ມາດຕາ 12: ໃນຂໍ້ທີ່ 3 ກະລຸນາລະບຸວ່າທ່ານຕ້ອງການ ຕົວຢ່າງຂອງເຄື່ອງໝາຍການຄ້າທີ່ເປັນຕົວໜັງສື ຫຼື ຮູບແບບ ຈຳນວນເທົ່າໃດ. ຖ້າຫານເປັນ ຮູບພາບ 3 ມິຕິ ຫຼື ເປັນພາບທີ່ມີການເຄື່ອນໄຫວ, ຈະຕ້ອງປະກອບບໍ່ໃຫ້ກາຍຈັກພາບ ຫຼື ເປັນວິດີໂອໃນໄລຍະເວລາບໍ່ກາຍຈັກວິນາທີ. ມາດຕາ 14: ກະລຸນາລະບຸແຫຼ່ງຂໍ້ມູນຂອງການກໍາໜົດຄວາມເຂັ້ມຂອງສີ ເພື່ອໃຫ້ເຈົ້າຂອງສິດລະບຸລົງໃນຄໍາຮ້ອງເຄື່ອງໝາຍການຄ້າ. ແລະ ສ່ວນການລະບຸສີ ຂອງເຄື່ອງໝາຍການຄ້າທີ່ເປັນຕົວໜັງ ຫຼື ເປັນຮູບແບບ, ຖ້າລະບຸວ່າເປັນສີ: ຂາວແລະດໍາ ແມ່ນຈະປົກປ້ອງແຕ່ສີຂາວແລະສີດໍາ; ຖ້າລະບຸວ່າ: ໝົດທຸກສີ ຈະໄດ້ຮັບການປົກປ້ອງທຸກສີ; ຖ້າລະບຸສີສະເພາະເຈາະຈົງ: ກໍ່ຈະໄດ້ຮັບການປົກປ້ອງສະເພາະສີນັ້ນ. ເພື່ອໃຫ້ຄວາມກະຈ່າງແຈ້ງແກ່ເຈົ້າຂອງສິດ ແລະ ເພື່ອຫຼີກລ້ຽງຄວາມເຂົ້າໃຈຜິດວ່າ ການຂໍຂຶ້ນທະບຽນປົກປ້ອງສີຂາວດໍາ ຈະສາມາດປົກປ້ອງຕົວໜັງສື ຫຼື ຮູບແບບເຄື່ອງໝາຍການຄ້າໄດ້ໝົດທຸກສີ ເໝືອນດັ່ງປະເທດອື່ນ.
ມົນມະນີ ຢາການາກິ
09-11-2018 17:42:40
ຈາກກຸ່ມ 4, ສະເໜີກ່ຽວກັບການຂໍອຸທອນ: 1. ການປະກອບເອກະສານຄວນມີ ຜູ້ໃຫ້ຄໍາແນະນຳ, ຊ່ວຍອະທິບາຍການຂຽນຄຳຮ້ອງ ແລະ ມີຕົວຢ່າງແບບຟອມທີ່ເຄີຍປະກອບ; 2. ຢາກໃຫ້ລະບຸໄລຍະເວລາຊັດເຈນວ່າ ການຂໍອຸທອນຈະໄດ້ຮັບການຕອບກັບ ແລະ ພິຈາລະນາພາຍໃນກໍານົດຈັກວັນ; 3. ຜູ້ຍື່ນຂໍອຸທອນ ສາມາດເຂົ້າໄປຊີ້ແຈງໄດ້ຢ່າງໜ້ອຍ 2 ເຖິງ 3 ຄັ້ງຕໍ່ໜ້າຄະນະກຳມະການແກ້ໄຂຂໍ້ຂັດແຍ່ງ; 4. ຢາກໃຫ້ລະບຸຄ່າໃຊ້ຈ່າຍໃນການຍື່ນຂໍອຸທອນ ຕັ້ງແຕ່ສົ່ງຄໍາຮ້ອງຈົນເຖິງຂັ້ນພິຈາລະນາມີຄຳຕັດສິນຈາກກົມຊັບສິນທາງປັນຍາ.
Group1 LNCCI
09-11-2018 11:36:31
ມາດຕາ11 ຢາກໃຫ້ກຳນົດ (1) ເວລາໃນການຢືນເອກະສານໃຫ່ຊັດເຈນ, (2)ຄ່າທຳນຽມ ແລະ (3) ເງື່ອນໄຂໃນການຖືກປະຕິເສດ ເປັນຫຍັງບໍ່ສົ່ງຄ່າທຳນຽມຄືນ. ສະເໜີ 1. ຢາກໃຫ້ມີໜ່ວຍງານນຶ່ງຂອງລັດ ກວດສອບເອກະສານໃຫ້ກ່ອນຢືນວ່່າຖືກຕ້ອງ ຫລື ຊໍ້າຊ້ອນກັບຄົນອື່ນບໍ 2. ສະເໜີຢາກໃຫ້ມີ ຄູ່ມືໃນການປະກອບເອກະສານກ່ອນຢືນ
Ms Kongchanh Vongsavanh
09-11-2018 11:32:21
ຂັ້ນຕອນການຄັດຄານຄຳຮ້ອງຂໍຈົດທະບຽນເຄື່ອງຫມາຍການຄ້າ ສະຫລຸບໂດຍລວມແມ່ນຊັດເຈນ ສ່ວນເວລາຜູ້ຄັດຄານເຂົ້າໄປຊື້ແຈ້ງ ຈາກ 60ວັນ ເບີ່ງໂດຍລວມແມ່ນໄລຍະເວລາຄ່ອນຂ້າງດົນ ສະເໜີໃຫ້ເປັນພາຍໃນ 30ວັນ
ກຸ່ມ 3 ຂອງກອງປະຊຸມທີ່ສະພາການຄ້າ
09-11-2018 11:16:56
ຂັ້ນຕອນການດັດແກ້ພາຍຫຼັງການຍືນເອກະສານຄໍາຮ້ອງເພື່ອຂໍຈົດເຄື່ອງຫມາຍການຄ້າ ແມ່ນມີຄວາມສະດວກ ແລະ ບໍ່ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ແຕ່ຄວນຊັດເຈນໃນເລື່ອງການປະກອບເອກະສານ ແລະ ການກະກຽມເອກະສານເພື່ອດັດແກ້ນີ້ໃຫ້ຄືກັບກຽມເພື່ອຈົດທະບຽນເບື້ອງຕົ້ນ.