ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ຂ່າວ

ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ

ສະຫຼຸບຫຍໍ້

ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ

ວັນທີປັບປູງ: 02-04-2018


ລາຍລະອຽດ

ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ

      ໃນຕອນເຊົ້າ ຂອງວັນທີ 29 ມີນາ 2018 ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ເຂົ້າພົບປະ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ຈຳປາສັກ. ຫຼັງຈາກນັ້ນ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ຢູ່ຫ້ອງວ່າການແຂວງ ຈຳປາສັກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ບັນດາພະນັກງານຫ້ອງວ່າການແຂວງ, ພ້ອມດ້ວຍທ່ານຜູ້ຕາງໜ້າໂຄງການລູນາ II ແລະ ພະນັກງານວິຊາການທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

       ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ການນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.

        ນອກຈາກນັ້ນ, ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແລະ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການ ໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍ ມາຖອດຖອນບົດຮຽນຊື່ງກັນ ແລະ ກັນ. ພ້ອມກັນນີ້ ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແຂວງ ຈຳປາສັກ ໄດ້ລາຍງານກ່ຽວກັບບັນດານິຕິກຳທີ່ເອົາລົງຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ ມີທັງໝົດ 16 ສະບັບ ຄື: 1.) ຂໍ້ຕົກລົງ ຈຳນວນ 12 ສະບັບ; 2.) ຄຳສັ່ງ ຈຳນວນ 2 ສະບັບ ແລະ ຄຳແນະນຳ 4 ສະບັບ.

      ຫຼັງຈາກນັ້ນ, ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ກໍໄດ້ປະກອບຄຳເຫັນໃນກອງປະຊຸມໃນຄັ້ງນີ້ວ່າ: ຂໍໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານສົມທົບວຽກງານໃຫ້ເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃນລະດັບທີ່ສູງຂຶ້ນ ແລະ ສະເໜີໃຫ້ກົມໂຄສະນາເຜີຍແຜ່ກົດໝາຍ, ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສືບຕໍ່ຊ່ວຍເຫຼືອຈັດຊຸດຝຶກອົບຮົມ ໃຫ້ຜູ້ປະສານງານແຂວງ ຫຼື ຈັດກອງປະຊຸມປະຈຳປີ ໃຫ້ແຕ່ລະພາກຢ່າງຕໍ່ເນື່ອງ.

       ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານໃນການພົວພັນ, ປະສານສົມທົບຕໍ່ວຽກງານດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.

       ຫຼັງຈາກນັ້ນ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມສະຖານທີ່ປຸກສ້າງສະບັນຍຸຕິທຳ ພາກໃຕ້ ຫຼັງໃໝ່.

       ພ້ອມກັນນັ້ນ, ຄະນະນຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຮັດວຽກ ຢູ່ແຂວງ ສະຫວັນນະເຂດ ຊຶ່ງເປັນແຂວງສຸດທ້າຍ.

 


ຂ່າວ ແລະ ແຈ້ງການ ທີ່ລົງເຜີຍແຜ່ຫລັງສຸດ


Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022...ອ່ານ

Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022...ອ່ານ

Eng-version not available
ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022

ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022...ອ່ານ

Eng-version not available
ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022

ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022...ອ່ານ

Eng-version not available
ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3

ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3...ອ່ານ


ຄົ້ນຫາ ຂ່າວ ແລະ ແຈ້ງການ

 
ສະແດງ 1-10 ຂອງ 61 ຜົນທີ່ໄດ້ຮັບ.
ຫົວຂໍ້ປະເພດພາກສ່ວນຮັບຜິດຊອບວັນທີ ນິຕິກໍາພີມເຜີຍແຜ່PDF ອັງກິດPDF ລາວ
ບົດລາຍງານກະຊວງ ຍຸຕິທໍາ05-12-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ17-10-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ24-08-202226-09-2022
ບົດລາຍງານກະຊວງ ຍຸຕິທໍາ22-06-202222-06-2022
ບົດລາຍງານກະຊວງ ຍຸຕິທໍາ26-02-201926-02-2019
ບົດລາຍງານກະຊວງ ຍຸຕິທໍາ03-10-201803-10-2018
ບົດລາຍງານກະຊວງ ຍຸຕິທໍາ11-04-201819-04-2018
ບົດລາຍງານກະຊວງ ຍຸຕິທໍາ22-03-201811-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ29-03-201802-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ28-03-201802-04-2018