ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ການສືບທອດມູນມໍຣະດົກ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 08-12-2008
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 27-08-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 02 /ສພຊ
  ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2008

ກົດຫມາຍ
ວ່າດ້ວຍ ການສືບທອດມູນມໍຣະດົກ


ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ໃໝ່).   ຈຸດປະສົງ
    ກົດໝາຍວ່າດ້ວຍການສືບທອດມູນມໍຣະດົກ ກຳນົດຫລັກການ, ລະບຽບ ການ, ມາດຕະການ ກ່ຽວກັບການແບ່ງປັນ, ການສືບທອດ ແລະ ການຄຸ້ມຄອງມູນມໍຣະດົກ ແນໃສ່ຮັບປະກັນຄວາມຖືກ ຕ້ອງ ແລະ ຍຸຕິທຳ ຂອງການສືບທອດມູນມໍຣະດົກ,ເຮັດໃຫ້ສິດ ແລະ ພັນທະຂອງເຈົ້າມູນມໍຣະດົກ ແລະ ຜູ້ສືບທອດ ໄດ້ ຮັບການປະຕິບັດຢ່າງແທ້ຈິງ ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ມາດຕາ 2.   ການສືບທອດມູນມໍຣະດົກ
    ການສືບທອດມູນມໍຣະດົກ ແມ່ນ ການຕົກທອດຂອງຊັບສົມບັດ ທີ່ເປັນກຳ ມະສິດຂອງຜູ້ເສຍຊີວິດ ລວມທັງສິດ ແລະ ພັນທະຂອງຜູ້ກ່ຽວໃຫ້ແກ່ຜູ້ສືບທອດມູນມໍຣະດົກຕາມກົດໝາຍ ຫລື ຕາມ ພິໄນກຳ.

ມາດຕາ 3(ໃໝ່).   ການອະທິບາຍຄຳສັບ
    ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
      1. ມູນມໍຣະດົກ ໝາຍເຖິງຊັບສົມບັດທຸກ ປະເພດທີ່ເປັນກຳມະສິດຂອງຜູ້ເສຍຊີວິດ ລວມທັງສິດ ແລະ ພັນທະຂອງຜູ້ກ່ຽວ ເວັ້ນເສຍແຕ່ສິດ ແລະ ພັນທະ ຊຶ່ງກົດ ໝາຍ ຫລື ສັນຍາໄດ້ກຳນົດໄວ້ໃຫ້ຜູ້ເສຍຊີວິດ ຕ້ອງໄດ້ປະຕິບັດດ້ວຍຕົນເອງ ໃນເວລາທີ່ຜູ້ກ່ຽວຍັງມີຊີວິດຢູ່ນັ້ນ;
      2.ຊັບເດີມ ໝາຍເຖິງຊັບສົມບັດທີ່ຜົວ ຫລື ເມຍ ໄດ້ມາກ່ອນການແຕ່ງດອງ ຫລື ຊັບສົມບັດ ທີ່ໄດ້ມາຈາກການສືບທອດມູນມໍຣະດົກ ຫລື ຈາກການມອບ ຫລື ການ ຍົກຊັບໃຫ້ ຜົວ ຫລື ເມຍ ສະເພາະ ພາຍຫລັງການແຕ່ງດອງ ແລະ ຊັບສົມບັດຂອງຜົວ ຫລື ເມຍທີ່ຍັງຄົງຢູ່ ຫລື ປ່ຽນ ສະພາບ ໄປເປັນຊັບສິ່ງຂອງໃໝ່ແລ້ວ;
      3. ສິນສົມສ້າງ ໝາຍເຖິງ ຊັບສົມບັດທີ່ຄູ່ຜົວເມຍນັ້ນສ້າງສາ ແລະ ຫາມາໄດ້ໃນເວລາເປັນຜົວເມຍນຳກັນ ເວັ້ນເສຍແຕ່ຊັບສິ່ງຂອງ ທີ່ເປັນ ເຄື່ອງໃຊ້ສ່ວນຕົວ ຊຶ່ງບໍ່ມີມູນຄ່າສູງ;
      4. ການມອບຊັບ ໝາຍເຖິງ ການເອົາຊັບຂອງຕົນໃຫ້ບຸກຄົນອື່ນໂດຍບໍ່ມີເງື່ອນໄຂໃນເວລາຍັງມີຊີວິດຢູ່. ຜູ້ຮັບຊັບ ຈະກາຍເປັນເຈົ້າກຳ ມະສິດ ນັບແຕ່ເວລາໄດ້ຮັບຊັບນັ້ນ ເປັນຕົ້ນໄປ;
      5.ການຍົກຊັບ ໝາຍເຖິງ ການເອົາຊັບຂອງຕົນໃຫ້ບຸກຄົນອື່ນ ໂດຍມີເງື່ອນໄຂ ໃນເວລາ ຍັງມີຊີວິດຢູ່. ຜູ້ຮັບຊັບ ຈະກາຍເປັນເຈົ້າກຳມະສິດໄດ້ ກໍຕໍ່ເມື່ອຜູ້ກ່ຽວ ຫາກໄດ້ປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ ໂດຍ ຖືກຕ້ອງຕາມກົດໝາຍ;
      6. ພິໄນກຳ ໝາຍເຖິງ ເອກະສານທາງດ້ານກົດໝາຍ ທີ່ເຈົ້າຂອງຊັບໄດ້ສະແດງເຈດຈຳນົງຂອງຕົນ ດ້ວຍການເຮັດເປັນລາຍລັກ ອັກສອນ ຫລື ການສະເໜີ ທາງປາກເປົ່າ ມອບໃຫ້ບຸກຄົນ ຫລື ການຈັດຕັ້ງ ໂດຍຊ້ອງໜ້າພະຍານຢ່າງໜ້ອຍ ສາມຄົນ ແລະ ມີການບັນທຶກເອົາໄວ້;
      7. ການສືບທອດມູນມໍຣະດົກຕາມກົດໝາຍ ໝາຍເຖິງ ການຮັບເອົາມູນມໍຣະດົກ ໂດຍຜູ້ສືບທອດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
      8. ການສືບທອດມູນມໍຣະດົກຕາມພິໄນກຳ ໝາຍເຖິງ ການຮັບເອົາມູນມໍຣະດົກ ໂດຍຜູ້ສືບທອດຕາມເຈດຈຳນົງ ຂອງເຈົ້າມູນມໍຣະດົກ ທີ່ໄດ້ມອບໃຫ້.

ມາດຕາ 4(ໃໝ່).   ນະໂຍບາຍຂອງລັດກ່ຽວກັບມູນມໍຣະດົກ
    ລັດ ອຳນວຍຄວາມສະດວກ, ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງບຸກຄົນ ໃນການມອບ, ຍົກ ຫລື ໂອນຊັບສິນຂອງຕົນໃຫ້ບຸກຄົນ, ການຈັດຕັ້ງ ຫລື ມູນນິທິ.
    ລັດ ສົ່ງເສີມໃຫ້ບຸກຄົນ, ການຈັດຕັ້ງ ຫລື ມູນນິທິ ທີ່ໄດ້ຮັບການມອບ, ຍົກ, ໂອນຊັບສິນ ຫລື ສືບທອດມູນມໍຣະດົກ ຫັນຊັບສິນ ຫລື ມູນມໍຣະດົກ ດັ່ງກ່າວເປັນທຶນ ແລະ ນຳໃຊ້ເຂົ້າໃນການ ດຳເນີນທຸລະກິດ ຫລື ສາທາລະນະປະໂຫຍດ.

ມາດຕາ 5( ປັບປຸງ).   ມູນມໍຣະດົກຂອງຜູ້ຖືກສານຕັດສິນເປັນຜູ້ເສຍຊີວິດ
    ເມື່ອບຸກຄົນໃດຫາກຖືກສານຕັດສິນວ່າ ເປັນຜູ້ເສັຽຊີວິດແລ້ວ ມູນມໍຣະດົກ ຂອງບຸກຄົນນັ້ນ ກໍຈະຕົກທອດເປັນຂອງຜູ້ສືບທອດ. ຖ້າວ່າພາຍຫລັງມາ ບຸກຄົນນັ້ນ ຫາກຍັງມີຊີວິດຢູ່ ຜູ້ສືບທອດມູນມໍຣະ ດົກ ຕ້ອງສົ່ງຊັບທີ່ຍັງຄົງຢູ່ຊຶ່ງຕົນໄດ້ຮັບນັ້ນຄືນ ແຕ່ເຈົ້າຂອງຊັບຕ້ອງໃຊ້ແທນຄ່າໃຊ້ຈ່າຍຕ່າງໆ ໃນການ ປົກປັກຮັກສາມູນ ມໍຣະດົກນັ້ນ ຄືນໃຫ້ແກ່ຜູ້ສືບທອດ.
    ໃນກໍລະນີ ຜູ້ຖືກສານຕັດສິນວ່າ ເປັນຜູ້ເສຍຊີວິດແລ້ວນັ້ນ ຫາກຍັງມີຊີວິດຢູ່ ແຕ່ບໍ່ມາທວງທາວເອົາຊັບສົມບັດຂອງຕົນຄືນ ພາຍໃນກຳນົດ ສາມປີ ສຳລັບ ຊັບເຄື່ອນທີ່, ຫົກປີ ສຳລັບຊັບຄົງທີ່ ນັບແຕ່ ວັນຜູ້ກ່ຽວຮັບຊາບຄຳຕັດສິນຂອງສານ ເປັນຕົ້ນໄປ ຊັບສົມບັດດັ່ງກ່າວ ກໍຈະຕົກເປັນຂອງຜູ້ສືບທອດ.

ມາດຕາ 6.   ວັນເວລາເປີດການສືບທອດມູນມໍຣະດົກ
    ການເປີດການສືບທອດມູນມໍຣະດົກ ແມ່ນເລີ່ມແຕ່ວັນເຈົ້າມູນມໍຣະດົກ ໄດ້ເສຍຊີວິດ ເປັນຕົ້ົ້ນໄປ. ໃນກໍລະນີທີ່ເຈົ້າມູນມໍຣະດົກ ຫາກໄດ້ຖືກສານຕັດສິນວ່າ ເປັນຜູ້ເສຍຊີວິດນັ້ນ ກໍໃຫ້ຖືເອົາວັນ ຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ເປັນວັນເລີ່ມເປີດການສືບທອດມູນມໍຣະດົກ.

ມາດຕາ 7.   ບ່ອນເປີດການສືບທອດມູນມໍຣະດົກ
    ບ່ອນເປີດການສືບທອດມູນມໍຣະດົກ ແມ່ນ ບ່ອນຢູ່ປະຈຳສຸດທ້າຍຂອງເຈົ້າ ມູນມໍຣະດົກ, ຖ້າວ່າບ່ອນຢູ່ຂອງເຈົ້າມູນມໍຣະດົກນັ້ນ ຫາກບໍ່ຈະແຈ້ງ ຫລື ມີບ່ອນຢູ່ຫຼາຍບ່ອນ ກໍໃຫ້ຖືເອົາບ່ອນມູນມໍຣະດົກ ທີ່ເປັນພື້ນຖານສຳຄັນຕັ້ງຢູ່ ເປັນບ່ອນເປີດ.
    ການເປີດການສືບທອດມູນມໍຣະດົກ ຕ້ອງມີ ຜູ້ສືບທອດ, ຍາດພີ່ນ້ອງໃກ້ຊິດ ແລະ ພະຍານເຂົ້າຮ່ວມ ໂດຍເຮັດເປັນລາຍລັກອັກສອນ ແລະ ຊ້ອງໜ້າພະນັກງານ ທະບຽນສານ ຫລື ນາຍບ້ານ ໃນກໍລະນີ ທີ່ບ່ອນໃດບໍ່ທັນມີພະນັກງານທະບຽນສານ.

ມາດຕາ 8.   ປະເພດການສືບທອດມູນມໍຣະດົກ
    ການສືບທອດມູນມໍຣະດົກ ມີສອງປະເພດ ຄື:
      - ການສືບທອດຕາມກົດໝາຍ;
      - ການສືບທອດຕາມພິໄນກຳ.

ພາກທີ II
ການສືບທອດມູນມໍຣະດົກຕາມກົດໝາຍ

ມາດຕາ 9.   ການສືບທອດຕາມກົດໝາຍ
    ການສືບທອດມູນມໍຣະດົກຕາມກົດໝາຍ ຈະມີຂຶ້ນໄດ້ໃນກໍລະນີ ດັ່ງນີ້:
      1. ມູນມໍຣະດົກທີ່ບໍ່ໄດ້ເຮັດພິໄນກຳມອບໃຫ້ ບຸກຄົນ ຫລື ການຈັດຕັ້ງໃດໜຶ່ງສືບທອດ;
      2. ພິໄນກຳເປັນໂມຄະ ຫລື ຜູ້ສືບທອດມູນມໍຣະດົກຕາມ ພິໄນກຳນັ້ນ ໄດ້ເສຍຊີວິດກ່ອນການເປີດການສືບທອດ;
      3. ຜູ້ສືບທອດມູນມໍຣະດົກຕາມພິໄນກຳ ຫາກບໍ່ຮັບເອົາການ ສືບທອດ;
      4. ມູນມໍຣະດົກທີ່ຍັງເຫຼືອຈາກການສືບທອດ ຕາມພິໄນກຳ.

ມາດຕາ 10.   ຜູ້ສືບທອດມູນມໍຣະດົກ
   
 ຜູ້ສືບທອດມູນມໍຣະດົກ ມີ ດັ່ງນີ້:
      1. ລູກ (ລູກຄີງ, ລູກລ້ຽງ, ລູກນ້າ) ຂອງຜູ້ເສຍຊີວິດ ;
      2. ຜົວ ຫລື ເມຍ ຂອງເຈົ້າມູນມໍຣະດົກທີ່ຍັງມີຊີວິດຢູ່;
      3. ຍາດສາຍຕັ້ງ: ພໍ່, ແມ່, ປູ່, ຍ່າ, ພໍ່ເຖົ້າ, ແມ່ເຖົ້າ, ທວດ ຂອງຜູ້ເສຍຊີວິດ;
      4. ຍາດສາຍຂວາງ: ອ້າຍ, ເອື້ອຍ, ນ້ອງ, ລຸງ, ປ້າ, ອາວ, ອາ, ນ້າບ່າວ, ນ້າສາວ, ຫລານ, ເຫລນ, ຫລ້ອນ ຂອງຜູ້ເສຍຊີວິດ;
      5. ລັດ ຫລື ນິຕິບຸກຄົນ ຫລື ບຸກຄົນອື່ນ ທີ່ໄດ້ກຳນົດໄວ້ໃນ ກົດໝາຍສະບັບນີ້.

ມາດຕາ 11(ໃໝ່).   ລຳດັບໃນການຮັບມູນມໍຣະດົກ
    ໃນການແບ່ງປັນມູນມໍຣະດົກໃຫ້ຜູ້ສືບທອດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ເທິງນີ້ ຖ້າວ່າຜູ້ໃດຫາກເປັນຍາດຊັ້ນຈຳກັບເຈົ້າມູນມໍຣະດົກ ກໍຈະແມ່ນຜູ້ນັ້ນ ເປັນຜູ້ໄດ້ຮັບກ່ອນ. ສ່ວນຜູ້ທີ່ຢູ່ລຳດັບໃກ້ຊິດ ຖັດຕໍ່ໄປນັ້ນ ຈະໄດ້ຮັບກໍຕໍ່ເມື່ອ ຫາກບໍ່ມີຍາດຊັ້ນຈຳຂອງເຈົ້າມູນມໍຣະດົກເທົ່ານັ້ນ.

ມາດຕາ 12.   ການແບ່ງປັນມູນມໍຣະດົກລະຫວ່າງຜົວ ຫລື ເມຍທີ່ຍັງມີຊີວິດຢູ່ ແລະ ລູກ
    ໃນກໍລະນີທີ່ຜົວ ຫລື ເມຍ ຫາກໄດ້ເສຍຊີວິດໄປ ໂດຍໄດ້ປະ ເມຍ ຫລື ຜົວ ແລະ ລູກໄວ້ ກໍແມ່ນລູກເປັນຜູ້ມີສິດຮັບມູນມໍຣະດົກ ທີ່ເປັນຊັບເດີມຂອງຜູ້ເສຍຊີວິດ ສາມ ສ່ວນສີ່ ແລະ ອີກໜຶ່ງສ່ວນສີ່ ແມ່ນ ເມຍ ຫລື ຜົວ ທີ່ຍັງມີຊີວິດຢູ່ ເປັນຜູ້ຮັບ.
    ສ່ວນສິນສົມສ້າງນັ້ນ ໃຫ້ແບ່ງປັນເຄິ່ງ ຄື ເຄິ່ງໜຶ່ງໃຫ້ ເມຍ ຫລື ຜົວ ທີ່ຍັງ ມີຊີວິດຢູ່ ແລະ ອີກເຄິ່ງໜຶ່ງນັ້ນ ໃຫ້ແບ່ງປັນແກ່ພວກລູກ ເປັນພູດສະເໝີກັນ.
    ເມຍ ຫລື ຜົວທີ່ຍັງມີຊີວິດຢູ່ນັ້ນ ມີສິດຄຸ້ມຄອງຊັບ ທີ່ຕົກທອດເປັນຂອງລູກ ທີ່ຍັງບໍ່ທັນເຖິງກະສຽນອາຍຸ.

ມາດຕາ 13.   ການແບ່ງປັນມູນມໍຣະດົກລະຫວ່າງຜົວ ຫລື ເມຍທີ່ຍັງມີຊີວິດຢູ່ ແລະ ຍາດສາຍຕັ້ງ
    ໃນກໍລະນີທີ່ຜົວ ຫລື ເມຍ ຊຶ່ງບໍ່ມີລູກ ຫາກໄດ້ເສຍຊີວິດໄປ ຍັງເຫລືອແຕ່ເມຍ ຫລື ຜົວ ແລະ ຍາດສາຍຕັ້ງ ການແບ່ງປັນມູນມໍຣະດົກ ໃຫ້ປະຕິບັດ ດັ່ງນີ້:
      1. ເມຍ ຫລື ຜົວ ທີ່ຍັງມີຊີວິດ ຈະໄດ້ຮັບສ່ວນແບ່ງປັນ ໜຶ່ງສ່ວນສາມຂອງຊັບເດີມ ຂອງຜູ້ເສຍຊີວິດ ແລະ ອີກສອງສ່ວນສາມນັ້ນ ໃຫ້ແບ່ງປັນແກ່ຍາດສາຍຕັ້ງ ເປັນພູດ ສະເໝີກັນ;
      2. ເມຍ ຫລື ຜົວ ທີ່ຍັງມີຊີວິດຢູ່ນັ້ນ ຈະໄດ້ຮັບສິນສົມສ້າງ ທີ່ເປັນພູດຂອງຜູ້ເສຍຊີວິດ ທັງໝົດ.

ມາດຕາ 14(ປັບປຸງ).   ການແບ່ງປັນມູນມໍຣະດົກລະຫວ່າງຍາດສາຍຂວາງ
    ຖ້າວ່າຜູ້ເສຍຊີວິດຫາກບໍ່ມີລູກ ແລະ ບໍ່ມີຍາດສາຍຕັ້ງ ແຕ່ຫາກຍັງມີ ຜົວ ຫລື ເມຍນັ້ນ ຍາດສາຍຂວາງ ຕາມລຳດັບໃກ້ຊິດຂອງຜູ້ເສຍຊີວິດ ຈະໄດ້ຮັບມູນມໍຣະດົກ ທີ່ເປັນຊັບເດີມຂອງຜູ້ເສຍຊີວິດ ພຽງແຕ່ເຄິ່ງໜຶ່ງເທົ່ານັ້ນ, ສ່ວນອີກເຄິ່ງໜຶ່ງ ແລະ ສິນສົມສ້າງທັງໝົດນັ້ນ ຈະຕົກເປັນຂອງ ເມຍ ຫລື ຜົວ ທີ່ຍັງ ມີຊີວິດຢູ່.
    ການແບ່ງປັນມູນມໍຣະດົກລະຫວ່າງຍາດສາຍຂວາງນັ້ນ ໃຫ້ແບ່ງປັນເປັນ ພູດສະເໝີກັນ.

ມາດຕາ 15(ປັບປຸງ).   ການແບ່ງປັນມູນມໍຣະດົກລະຫວ່າງພວກລູກຂອງຜູ້ເສຍຊີວິດ
    ການແບ່ງປັນມູນມໍຣະດົກ ລະຫວ່າງພວກລູກຂອງຜູ້ເສຍຊີວິດ ໃຫ້ປະຕິບັດ ດັ່ງນີ້:
      1. ຖ້າວ່າຜູ້ເສຍຊີວິດຫາກມີແຕ່ລູກຄີງເທົ່ານັ້ນ ມູນມໍຣະດົກ ທັງໝົດຊຶ່ງເປັນ ສິນສົມສ້າງ ແລະ ຊັບເດີມ ທີ່ຕົກທອດແກ່ພວກກ່ຽວ ກໍໃຫ້ແບ່ງປັນເປັນພູດສະເໝີກັນ ເວັ້ນເສຍແຕ່ ຊັບເດີມຂອງຜູ້ເສຍຊີວິດທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງກົດໝາຍສະບັບນີ້;
      2.ຖ້າວ່າຜູ້ເສຍຊີວິດຫາກມີລູກຄີງ, ລູກລ້ຽງ ແລະ ລູກນ້າ ມູນມໍຣະດົກທີ່ເປັນພູດສິນສົມສ້າງຂອງຜູ້ກ່ຽວ ໃຫ້ແບ່ງປັນເປັນພູດສະເໝີກັນ ຕາມຂໍ້ 1 ເທິງນີ້;
      3. ລູກລ້ຽງ ມີສິດໄດ້ຮັບພູດທີ່ເປັນຊັບເດີມ ຂອງຜູ້ເສຍຊີ ວິດ ຄືກັນກັບລູກຄີງ, ສຳລັບລູກນ້າ ບໍ່ມີສິດໄດ້ຮັບພູດທີ່ເປັນຊັບເດີມຂອງ ພໍ່ນ້າ ຫລື ແມ່ນ້າ ທີ່ເສຍວິດ;
      4. ລູກລ້ຽງ ບໍ່ມີສິດສືບທອດມູນມໍຣະດົກ ຂອງຜູ້ເປັນພໍ່ແມ່ ເດີມຂອງຕົນອີກ ເວັ້ນເສຍແຕ່ມີພິໄນກຳຈາກພໍ່ແມ່ເດີມມອບໃຫ້ຕົນ ເທົ່ານັ້ນ;
    ສຳລັບລູກຄີງ, ລູກລ້ຽງ, ລູກນ້າ ທີ່ໄດ້ລ້ຽງດູ, ເບິ່ງແຍງພໍ່ແມ່ຕະຫຼອດຮອດ ເສຍຊີວິດ ແລະ ມ້ຽນຄາບສົ່ງສະການ ກໍຈະໄດ້ຮັບສ່ວນແບ່ງມູນມໍຣະດົກ ຂອງຜູ້ເສຍຊີວິດ ຫລາຍກວ່າຜູ້ສືບທອດຄົນອື່ນ ໜຶ່ງພູດ.

ມາດຕາ 16.   ສິດສືບທອດຂອງລູກທີ່ຍັງຢູ່ໃນທ້ອງແມ່
    ລູກທີ່ຍັງຢູ່ໃນທ້ອງຂອງຜູ້ເປັນແມ່່ ກໍມີສິດຮັບສ່ວນແບ່ງປັນມູນມໍຣະດົກ ທີ່ຕົກເປັນພູດຂອງຜູ້ເສຍຊີວິດ ເຊັ່ນດຽວກັນ. ແມ່ເປັນຜູ້ຄຸ້ມຄອງພູດຂອງຜູ້ກ່ຽວໄວ້.

ມາດຕາ 17.   ການສືບທອດມູນມໍຣະດົກ ລະຫວ່າງຫົວໜ້າຄອບຄົວ ແລະ ຜູ້ຮັບໃຊ້
    ຖ້າວ່າຫົວໜ້າຄອບຄົວຫາກໄດ້ເສຍຊີວິດ ໂດຍບໍ່ມີຜູ້ສືບທອດມູນມໍຣະດົກແລ້ວ ຜູ້ຮັບໃຊ້ທີ່ຢູ່ໃນຄອບຄົວນັ້ນ ແຕ່ສາມປີຂຶ້ນໄປ ກໍຈະໄດ້ສືບທອດມູນມໍຣະດົກນັ້ນ.
    ຖ້າວ່າຜູ້ຮັບໃຊ້ຫາກໄດ້ເສຍຊີວິດ ໂດຍບໍ່ມີຜູ້ສືບທອດມູນມໍຣະດົກແລ້ວ ຫົວໜ້າຄອບຄົວ ກໍຈະໄດ້ສືບທອດມູນມໍຣະດົກຂອງຜູ້ຮັບໃຊ້ ເຊັ່ນດຽວກັນ.

ມາດຕາ 18(ປັບປຸງ).   ມູນມໍຣະດົກທີ່ບໍ່ມີຜູ້ສືບທອດ
    ເມື່ອບຸກຄົນໃດໜຶ່ງຫາກໄດ້ເສຍຊີວິດ ໂດຍບໍ່ມີຜູ້ສືບທອດມູນມໍຣະດົກ ຫລື ບໍ່ຮູ້ວ່າຜູ້ສືບທອດນັ້ນຢູ່ໃສ ພາຍໃນກຳນົດຫົກເດືອນ ຖ້າວ່າບໍ່ມີຜູ້ໃດມາທວງທາວເອົາແລ້ວ ມູນມໍຣະດົກທັງໝົດນັ້ນ ຈະແມ່ນ ລັດເປັນຜູ້ຄຸ້ມຄອງໄວ້.
    ຖ້າຫາກໝົດອາຍຸຄວາມໃນການຮ້ອງຟ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 40 ຂອງກົດໝາຍສະບັບນີ້ແລ້ວ ມູນມໍຣະດົກດັ່ງກ່າວ ກໍຈະຕົກເປັນກຳມະສິດຂອງລັດ.
    ພະນັກງານທະບຽນສານ ຫລື ນາຍບ້ານ ທີ່ໄດ້ເຂົ້າຮ່ວມ ໃນການເປີດການ ສືບທອດມູນມໍຣະດົກນັ້ນ ເປັນຜູ້ກຳນົດເອົາຊັບສົມບັດສ່ວນໃດໜຶ່ງ ຂອງຜູ້ເສຍຊີວິດ ເພື່ອໃຊ້ຈ່າຍເຂົ້າໃນການມ້ຽນຄາບ ສົ່ງສະການ, ເຮັດບຸນກິນທານ ແລະ ຊຳລະໜີ້ສິນຂອງຜູ້ເສຍຊີວິດ.

ມາດຕາ 19(ປັບປຸງ).   ມູນມໍຣະດົກຂອງພິກຂຸ, ສາມະເນນ ຫລື ນັກບວດອື່ນ
    ພິກຂຸ, ສາມະເນນ ຫຼື ນັກບວດອື່ນ ທີ່ມີຊັບກ່ອນບວດ ຫຼື ມີໃນໄລຍະບວດ ນັ້ນ ແມ່ນມີສິດມອບຊັບ, ຍົກຊັບ ຫຼື ເຮັດພິໄນກຳ ໃຫ້ບຸກຄົນ ຫຼື ການຈັດຕັ້ງອື່ນ ຕາມລະບຽບກົດໝາຍ ລວມທັງມີສິດ ໃຫ້ຜູ້ອື່ນສືບທອດມູນມໍຣະດົກຂອງຕົນ ຕາມກົດໝາຍ.
    ໃນກໍລະນີທີ່ພິກຂຸ, ສາມະເນນ ຫລື ນັກບວດອື່ນ ຫາກໄດ້ເສຍຊີວິດ ໂດຍບໍ່ ມີຜູ້ສືບທອດມູນມໍຣະດົກ ຫລື ບໍ່ໄດ້ມອບຊັບໃດໜຶ່ງໃຫ້ບຸກຄົນ, ການຈັດຕັ້ງ ຫລື ມູນນິທິ ໃດໜຶ່ງແລ້ວ ຊັບທັງໝົດນັ້ນ ກໍຈະຕົກເປັນຂອງວັດ ຫລື ສາສະນາສະຖານ ບ່ອນຜູ້ກ່ຽວຢູ່ປະຈຳ.

ມາດຕາ 20.   ສິດສືບທອດມູນມໍຣະດົກຂອງຜົວເມຍທີ່ແຍກກັນຢູ່
    ຜົວ ເມຍ ທີ່ໄດ້ແຍກກັນຢູ່ຕ່າງຫາກ ແຕ່ຍັງບໍ່ທັນໄດ້ຢ່າຮ້າງກັນ ໂດຍຖືກຕ້ອງ ຕາມກົດໝາຍນັ້ນ ກໍຍັງມີສິດສືບທອດມູນມໍຣະດົກຂອງກັນ ແລະ ກັນ ໄດ້ຢູ່ ເມື່ອຜູ້ໃດໜຶ່ງຫາກໄດ້ເສຍຊີວິດ.

ມາດຕາ 21.   ຜູ້ສືບທອດມູນມໍຣະດົກແທນທີ່ກັນ
    ເມື່ອບຸກຄົນທີ່ເປັນຜູ້ສືບທອດມູນມໍຣະດົກຕາມກົດໝາຍ ຫາກໄດ້ເສຍຊີວິດ ກ່ອນເຈົ້າມູນມໍຣະດົກແລ້ວ ຜູ້ສືບທອດຂອງບຸກຄົນນັ້ນ ກໍມີສິດສືບທອດມູນມໍຣະດົກ ແທນຜູ້ກ່ຽວຕາມລຳດັບ. ເມື່ອຜູ້ສືບ ທອດມູນມໍຣະດົກແທນທີ່ນີ້ ຫາກໄດ້ເສຍຊີວິດ ກໍໃຫ້ຜູ້ສືບທອດຜູ້ຕໍ່ໄປ ໄດ້ຮັບມູນມໍຣະດົກແທນທີ່ກັນ ແລະ ຕໍ່ໆໄປ.

ມາດຕາ 22.   ເງື່ອນໄຂຂອງການສືບທອດມູນມໍຣະດົກແທນທີ່ກັນ
    ຜູ້ສືບທອດມູນມໍຣະດົກແທນທີ່ກັນ ຕ້ອງຢູ່ພາຍໃຕ້ເງື່ອນໄຂ ດັ່ງນີ້:
      - ເປັນຜູ້ສືບທອດມູນມໍຣະດົກຕາມກົດໝາຍ;
      - ເປັນລູກ ຂອງບຸກຄົນທີ່ມີສິດ ສືບທອດມູນມໍຣະດົກ ຊຶ່ງໄດ້ເສຍຊີວິດກ່ອນແລ້ວ.

ມາດຕາ 23.   ສິດຂອງຜູ້ສະລະມູນມໍຣະດົກ
      ຜູ້ສືບທອດທີ່ໄດ້ສະລະມູນມໍຣະດົກ ຊຶ່ງຕົກເປັນພູດຂອງຕົນ ໃຫ້ຜູ້ອື່ນແລ້ວ ກໍຍັງມີສິດຮັບມູນມໍຣະດົກແທນທີ່ກັນ ແຕ່ຫາກບໍ່ແມ່ນພູດທີ່ຕົນໄດ້ສະລະ ໄປແລ້ວນັ້ນ.

ພາກທີ III
ການສືບທອດມູນມໍຣະດົກຕາມພິໄນກຳ

ມາດຕາ 24.   ສິດໃນການມອບຊັບ, ຍົກຊັບ ຫລື ການເຮັດພິໄນກຳ
    ພົນລະເມືອງທຸກຄົນ ມີສິດ ມອບຊັບ, ຍົກຊັບ ຫລື ເຮັດພິໄນກຳ ໃຫ້ບຸກຄົນ ໃດໜຶ່ງ ຫລື ໃຫ້ຫລາຍຄົນ, ໃຫ້ອົງການຈັດຕັ້ງຂອງລັດ, ລວມໝູ່ ແລະ ອົງການຈັດຕັ້ງສັງຄົມ, ກອງທຶນ, ມູນນິທິຕ່າງໆ ຫລື ສະຫງວນໄວ້ສ່ວນໃດໜຶ່ງ ເພື່ອເປັນບ່ອນສັກກາລະບູຊາ ຫລື ຮັກສາໃຫ້ຍາດພີ່ນ້ອງທີ່ຂາດເຂີນ ສາມາດສ້າງຢູ່ທຳກິນ ຕາມເຈດ ຈຳນົງຂອງຕົນກ່ອນເສຍຊີວິດ.

ມາດຕາ 25(ປັບປຸງ).   ຂອບເຂດສິດໃນການມອບ, ຍົກຊັບ ຫລື ການເຮັດພິໄນກຳ
    ເຈົ້າຂອງຊັບທີ່ຍັງມີຊີວິດຢູ່ ຈະມອບ, ຍົກຊັບ ຫລື ເຮັດພິໄນກຳ ແມ່ນໃຫ້ ປະຕິບັດ ດັ່ງນີ້:
      1. ຖ້າວ່າເຈົ້າມູນມໍຣະດົກຫາກມີລູກໜຶ່ງຄົນ ແມ່ນບໍ່ໃຫ້ ເກີນເຄິ່ງໜຶ່ງ ຂອງຊັບທັງໝົດ;
      2. ຖ້າວ່າເຈົ້າມູນມໍຣະດົກ ຫາກມີລູກສອງຄົນ ແມ່ນບໍ່ໃຫ້ ເກີນໜຶ່ງສ່ວນສາມຂອງຊັບທັງໝົດ;
      3. ຖ້າວ່າເຈົ້າມູນມໍຣະດົກຫາກມີລູກສາມຄົນຂຶ້ນໄປ ແມ່ນບໍ່ ໃຫ້ກາຍໜຶ່ງສ່ວນສີ່ຂອງຊັບທັງໝົດ.
    ເມື່ອການມອບຊັບ, ການຍົກຊັບ ຫລື ການເຮັດພິໄນກຳ ຫາກເກີນກວ່າ ຈຳນວນທີ່ໄດ້ກຳນົດໄວ້ເທິງນີ້ ສ່ວນທີ່ເກີນນັ້ນ ຖືເປັນໂມຄະ ແລ້ວໃຫ້ນຳມາແບ່ງປັນຕາມການສືບທອດ ຕາມກົດໝາຍ.

ມາດຕາ 26.   ຮູບການການເຮັດພິໄນກຳ
    ພິໄນກຳ ສາມາດເຮັດຂຶ້ນໃນສອງຮູບການ ດັ່ງນີ້:
      1. ພິໄນກຳເປັນລາຍລັກອັກສອນ;

      2. ພິໄນກຳທາງປາກເປົ່າ.

ມາດຕາ 27.   ພິໄນກຳເປັນລາຍລັກອັກສອນ
    ການເຮັດພິໄນກຳເປັນລາຍລັກອັກສອນ ອາດຈະຂຽນໂດຍ ເຈົ້າມູນມໍຣະດົກ ເອງ. ຖ້າຫາກຜູ້ອື່ນຂຽນໃຫ້ ກໍຕ້ອງມີພະຍານຢ່າງໜ້ອຍສາມຄົນ ເຂົ້າຮ່ວມນຳ ແຕ່ ຕ້ອງຮັກສາຄວາມລັບໄວ້ ຈົນກວ່າ ຈະມີການເປີດການສືບທອດມູນມໍຣະດົກ.
    ໃນພິໄນກຳນັ້ນ ຕ້ອງບອກສະຖານທີ່, ວັນ, ເດືອນ, ປີ ເຮັດພິໄນກຳ, ປະ ເພດ ແລະ ຈຳນວນຊັບທີ່ຈະມອບ, ຊື່ ແລະ ນາມສະກຸນຂອງ ຜູ້ມອບ ແລະ ຜູ້ຮັບ, ຜູ້ຂຽນ ແລະ ຂອງພະຍານ.
     ຜູ້ມອບ, ຜູ້ຂຽນ ແລະ ພະຍານ ຕ້ອງລົງລາຍເຊັນ ແລະ ແປະໂປ້ມືໃສ່ ພິໄນກຳ.
    ພິໄນກຳນັ້ນ ຫລັງຈາກເຮັດແລ້ວ ຕ້ອງໃສ່ຊອງຕິດໃຫ້ແໜ້ນ ຫລື ຕິດດ້ວຍຄັ່ງ ແລ້ວໄປຂຶ້ນທະບຽນນຳພະນັກງານທະບຽນສານ ບ່ອນເຈົ້າມູນມໍຣະດົກຢູ່ ຫລື ບ່ອນທີ່ໃກ້ຄຽງ ຫລື ນຳໄປໄວ້ຢູ່ ອົງການປົກຄອງ ບ້ານ ສຳລັບບ່ອນທີ່ບໍ່ມີສຳນັກງານທະບຽນສານ.

ມາດຕາ 28.   ພິໄນກຳທາງປາກເປົ່າ
   
 ເຈົ້າຂອງຊັບທີ່ບໍ່ສາມາດເຮັດພິໄນກຳເປັນລາຍລັກອັກສອນໄດ້ ຍ້ອນຕົກຢູ່ໃນ ສະພາບອັນຕະລາຍ ທີ່ໃກ້ຈະເສຍຊີວິດ, ຍ້ອນສຸຂະພາບອ່ອນເພຍ ຫລື ຍ້ອນສາເຫດອື່ນ ຈະເຮັດພິໄນກຳທາງປາກເປົ່າ ກໍໄດ້ ໂດຍຊ້ອງໜ້າພະຍານຢ່າງໜ້ອຍສາມຄົນ.
    ພະຍານດັ່ງກ່າວ ຕ້ອງແຈ້ງຂໍ້ຄວາມທັງໝົດ ທີ່ເຈົ້າມູນມໍຣະດົກໄດ້ສັ່ງໄວ້ ຕໍ່ສຳ ນັກງານທະບຽນສານ ຫລື ອົງການປົກຄອງບ້ານໃນທັນໃດ ແລະ ຊີ້ແຈງສາເຫດ ທີ່ພາໃຫ້ເຈົ້າຂອງຊັບນັ້ນ ບໍ່ສາມາດເຮັດພິໄນ ກຳເປັນລາຍລັກອັກສອນໄດ້.
    ພິໄນກຳທາງປາກເປົ່ານັ້ນ ຈະບໍ່ມີຜົນໃຊ້ໄດ້ ຖ້າຫາກກາຍກຳນົດໜຶ່ງເດືອນ ນັບແຕ່ວັນເຈົ້າຂອງຊັບ ໄດ້ກັບຄືນສູ່ສະພາບປົກກະຕິ.

ມາດຕາ 29.   ຜູ້ສືບທອດສຳຮອງ
    ເຈົ້າຂອງຊັບ ມີສິດແຕ່ງຕັ້ງຜູ້ສືບທອດສຳຮອງ ເພື່ອແທນທີ່ຜູ້ສືບທອດມູນ ມໍຣະດົກຊຶ່ງຕົນໄດ້ກຳນົດໄວ້ກ່ອນນັ້ນ ໃນກໍລະນີທີ່ຜູ້ສືບທອດຜູ້ນີ້ ຫາກໄດ້ເສຍຊີວິດ ກ່ອນການເປີດພິໄນກຳ ຫລື ບໍ່ຮັບເອົາ ມູນມໍຣະດົກ ຕາມພິໄນກຳນັ້ນ.

ມາດຕາ 30.   ສິດຂອງຜູ້ສືບທອດມູນມໍຣະດົກຕາມພິໄນກຳ
    ຜູ້ສືບທອດທີ່ໄດ້ຮັບມູນມໍຣະດົກຕາມພິໄນກຳແລ້ວ ກໍຍັງມີສິດໄດ້ຮັບພູດ ສ່ວນມູນມໍຣະດົກທີ່ຕົກທອດໃຫ້ຕົນຕາມກົດໝາຍ ອີກດ້ວຍ.

ມາດຕາ 31.   ຜູ້ບໍ່ມີສິດຮັບຊັບຕາມພິໄນກຳເປັນລາຍລັກອັກສອນ
     ຜູ້ຂຽນພິໄນກຳ, ພະຍານໃນພິໄນກຳ, ຜົວ ຫລື ເມຍ ຫລື ລູກຂອງພວກ ກ່ຽວ ບໍ່ມີສິດໄດ້ຮັບຊັບ ຕາມພິໄນກຳນັ້ນ.

ມາດຕາ 32(ປັບປຸງ).   ການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍຣະດົກ
    ເຈົ້າຂອງຊັບ ມີສິດແຕ່ງຕັ້ງຜູ້ຄຸ້ມຄອງມູນມໍຣະດົກ ໃນກໍລະນີທີ່ຜູ້ກ່ຽວ ຫາກມີ ຈຸດປະສົງ ເຮັດພິໄນກຳມອບມູນມໍຣະດົກ ໃຫ້ບຸກຄົນທີ່ຍັງບໍ່ທັນເຖິງກະສຽນອາຍຸ ຫລື ເປັນບ້າເສຍຈິດ.
     ຜູ້ຄຸ້ມຄອງມູນມໍຣະດົກນັ້ນ ອາດຈະແຕ່ງຕັ້ງບຸກຄົນອື່ນ ເປັນຜູ້ຄຸ້ມຄອງ ມູນມໍຣະດົກແທນຕົນກໍໄດ້ ເວັ້ນເສຍແຕ່ເຈົ້າຂອງຊັບ ຫາກໄດ້ກຳນົດໄວ້ຢ່າງອື່ນໃນພິໄນກຳ.
    ສິດຂອງຜູ້ຄຸ້ມຄອງມູນມໍຣະດົກ ຈະໝົດໄປ ເມື່ອເດັກນັ້ນ ຫາກເຖິງກະສຽນ ອາຍຸ ສິບແປດ ປີ ຫລື ຜູ້ເປັນບ້າເສຍຈິດ ຫາກໄດ້ກັບຄືນສູ່ສະພາບປົກກະຕິແລ້ວ.

ມາດຕາ 33(ປັບປຸງ).   ການປ່ຽນແປງ ຫລື ລົບລ້າງພິໄນກຳ
    ເຈົ້າຂອງຊັບ ມີສິດປ່ຽນແປງ ຫລື ລົບລ້າງພິໄນກຳ ທີ່ຕົນເຮັດຂຶ້ນໄດ້ທຸກເວລາ ດ້ວຍການເຮັດພິໄນກຳໃໝ່.
    ພິໄນກຳທີ່ເຮັດຂຶ້ນໃໝ່ນີ້ ຈະລົບລ້າງພິໄນກຳເກົ່າ ສ່ວນໃດໜຶ່ງ ຫລື ທັງໝົດ ທີ່ມີຂໍ້ຄວາມຂັດກັບພິໄນກຳໃໝ່.

ມາດຕາ 34.   ສາເຫດທີ່ພາໃຫ້ພິໄນກຳຕົກໄປ
    ພິໄນກຳ ທີ່ເຮັດຂຶ້ນ ຈະຕົກໄປດ້ວຍສາເຫດ ດັ່ງນີ້:
      1. ເມື່ອຜູ້ສືບທອດມູນມໍຣະດົກຕາມພິໄນກຳ ຫາກໄດ້ ເສຍຊີວິດກ່ອນເຈົ້າມູນມໍຣະດົກ;
      2. ເມື່ອຜູ້ສືບທອດມູນມໍຣະດົກຕາມພິໄນກຳ ຫາກໄດ້ສະ ລະມູນມໍຣະດົກພູດທີ່ຕົນມີສິດໄດ້ຮັບ ຕາມພິໄນກຳ;
      3. ເມື່ອຊັບສົມບັດທີ່ຕົກທອດຕາມພິໄນກຳນັ້ນ ຫາກໄດ້ຖືກ ສູນຫາຍ ຫລື ຖືກທຳລາຍ ດ້ວຍເຈົ້າມູນມໍຣະດົກ;
      4. ເມື່ອພິໄນກຳນັ້ນ ຫາກໄດ້ຖືກຮັບຮູ້ວ່າເປັນໂມຄະ.

ມາດຕາ 35.   ພິໄນກຳເປັນໂມຄະ
    ພິໄນກຳ ຈະເປັນໂມຄະໃນກໍລະນີ ດັ່ງນີ້:
      1.ພິໄນກຳ ທີ່ເຮັດຂຶ້ນໂດຍບຸກຄົນ ທີ່ຍັງບໍ່ທັນເຖິງກະສຽນ ອາຍຸ ສິບແປດ ປີ ຫລື ເປັນບ້າເສຍຈິດ;
      2.ພິໄນກຳ ທີ່ມີເປົ້າໝາຍບໍ່ຈະແຈ້ງ;
      3.ພິໄນກຳ ທີ່ເຮັດຂຶ້ນດ້ວຍການຖືກບັງຄັບ, ຫລອກລວງ ຫລື ປອມແປງ;
      4.ພິໄນກຳ ທີ່ໄດ້ມອບຊັບໃຫ້ແກ່ບຸກຄົນ ຊຶ່ງໄດ້ກຳນົດໄວ້ໃນ ມາດຕາ 31ຂອງກົດໝາຍສະບັບນີ້.

ມາດຕາ 36(ປັບປຸງ).   ການແຕ່ງຕັ້ງຜູ້ປະຕິບັດພິໄນກຳ
    ຜູ້ປະຕິບັດພິໄນກຳ ອາດຈະຖືກແຕ່ງຕັ້ງໂດຍ:
      1. ເຈົ້າຂອງຊັບ;
      2. ບຸກຄົນ ຊຶ່ງໄດ້ກຳນົດໄວ້ໃນພິໄນກຳ ຫລື ຜູ້ໃດໜຶ່ງ ທີ່ມີສິດສືບທອດມູນມໍຣະດົກ;
      3. ສານປະຊາຊົນ ໃນກໍລະນີ ເຈົ້າຂອງຊັບ ຫາກບໍ່ໄດ້ ແຕ່ງຕັ້ງຜູ້ປະຕິບັດພິໄນກຳໄວ້, ຜູ້ຖືກແຕ່ງຕັ້ງນັ້ນ ໄດ້ເສຍຊີວິດ, ເປັນຜູ້ຫາຍສາບສູນ, ບໍ່ມີຄວາມສາມາດ ທາງດ້ານ ການປະພຶດ, ບໍ່ຈິງໃຈປະຕິບັດ ຫລື ບໍ່ສາມາດປະຕິບັດໄດ້.

ມາດຕາ 37.   ສິດ ແລະ ພັນທະຂອງຜູ້ປະຕິບັດພິໄນກຳ
    ພິໄນກຳ ຈະນຳມາປະຕິບັດໄດ້ກໍຕໍ່ເມື່ອ ເຈົ້າຂອງຊັບຫາກໄດ້ເສຍຊີວິດ ໄປແລ້ວ.
     ຜູ້ປະຕິບັດພິໄນກຳ ມີສິດເຮັດສິ່ງທີ່ຈຳເປັນ ແລະເໝາະສົມ ເພື່ອປະຕິ ບັດພິໄນກຳໃຫ້ປາກົດ ຜົນເປັນຈິງ.
     ຜູ້ປະຕິບັດພິໄນກຳ ຈະບໍ່ໄດ້ຮັບບຳເນັດ ໃນການປະຕິບັດພິໄນກຳນັ້ນ ແຕ່ຫາກມີສິດໄດ້ຮັບຄ່າ ທົດແທນການໃຊ້ຈ່າຍອັນຈຳເປັນ ໃນການປົກປັກຮັກສາ ແລະ ຄຸ້ມຄອງມູນມໍຣະດົກນັ້ນ.
     ຜູ້ປະຕິບັດພິໄນກຳ ມີພັນທະລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ພິໄນກຳດັ່ງກ່າວ ໃຫ້ຜູ້ສືບທອດມູນມໍຣະດົກຊາບ.

ພາກທີ IV
ການຮັບ, ການສະລະ ແລະ ການເສຍສິດສືບທອດ ມູນມໍຣະດົກ

ໝວດທີ 1
ການຮັບ ແລະ ການສະລະມູນມໍຣະດົກ

ມາດຕາ 38(ປັບປຸງ).   ການສະເໜີເປີດການສືບທອດມູນມໍຣະດົກ
    ຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ມີສິດສະເໜີ ເປີດການສືບທອດມູນມໍຣະດົກ ເວລາໃດກໍໄດ້ ເວັ້ນເສຍແຕ່ມີການກຳນົດໄວ້ໃນພິໄນກຳ ຫລື ມີການຕົກລົງກັນໄວ້ ຢ່າງອື່ນ.
    ຖ້າຫາກມີຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ທີ່ຍັງບໍ່ທັນເຖິງກະສຽນອາຍຸ ການ ແບ່ງປັນມູນມໍຣະດົກ ຈະຍືດເວລາອອກໄປ ຈົນກວ່າຜູ້ກ່ຽວ ຈະເຖິງກະສຽນອາຍຸ ສິບແປດ ປີ ກໍໄດ້. ໃນກໍລະນີທີ່ມີ ການແບ່ງປັນມູນມໍຣະດົກໃນເວລານັ້ນ ກໍຕ້ອງໃຫ້ພະນັກງານທະບຽນສານ ຫລື ນາຍບ້ານ ເປັນຜູ້ເຂົ້າຮ່ວມຢັ້ງຢືນ.
    ໃນກໍລະນີໃດກໍຕາມ ຖ້າວ່າຜົວ ຫລື ເມຍ ຫາກເສຍຊີວິດ ແລະ ຜູ້ມີຊີວິດ ຢູ່ນັ້ນ ຫາກໄດ້ເອົາ ເມຍ ຫລື ຜົວໃໝ່ ພວກລູກກໍມີສິດສະເໜີແບ່ງປັນມູນມໍຣະດົກ ນັ້ນໄດ້.

ມາດຕາ 39.   ການເຮັດບັນຊີມູນມໍຣະດົກ
    ກ່ອນການແບ່ງປັນມູນມໍຣະດົກ ຕ້ອງເຮັດບັນຊີຊັບສົມບັດຕ່າງໆ ຂອງເຈົ້າມູນ ມໍຣະດົກ ດັ່ງນີ້:
       1.ຊັບສົມບັດ ຊຶ່ງເຈົ້າມູນມໍຣະດົກໄດ້ເອົາໃຫ້ຜູ້ອື່ນຢືມ, ກູ້ຢືມ ຫລື ເອົາໄປຝາກ ຫລື ຊວດຈຳນຳຜູ້ອື່ນ, ຖືກຜູ້ອື່ນສໍ້ໂກງ, ປິດບັງ, ຍັກຍອກເອົາ ກ່ອນການເສຍຊີວິດ;
       2. ການໃຊ້ຈ່າຍຄ່າມ້ຽນຄາບສົ່ງສະການ ແລະ ໜີ້ສິນ ຂອງເຈົ້າມູນມໍຣະດົກ.
    ພາຍຫລັງທີ່ໄດ້ສະສາງບັນຊີລາຍຮັບ-ລາຍຈ່າຍສຳເລັດແລ້ວ ຜູ້ສືບທອດມູນ ມໍຣະດົກ ຈຶ່ງແບ່ງປັນຊັບດັ່ງກ່າວຕາມພູດຂອງໃຜລາວ.

ມາດຕາ 40(ປັບປຸງ).   ອາຍຸຄວາມໃນການຮ້ອງຟ້ອງເອົາມູນມໍຣະດົກ
    ການຮ້ອງຟ້ອງເອົາມູນມໍຣະດົກ ສາມາດເຮັດຂຶ້ນໄດ້ ພາຍໃນກຳນົດເວລາ ສາມປີ ນັບແຕ່ວັນເຈົ້າມູນມໍຣະດົກໄດ້ເສຍຊີວິດ ເປັນຕົ້ນໄປ. ຖ້າຫາກກາຍກຳນົດເວລາດັ່ງກ່າວ ສິດໃນການຮ້ອງຟ້ອງ ຈະຕົກໄປ ເວັ້ນເສຍແຕ່ໃນກໍລະນີ ຜູ້ສືບທອດມູນມໍລະດົກນັ້ນ ຫາກມີອາຍຸບໍ່ເຖິງ ສິບແປດ ປີ ພາຍຫຼັງເຈົ້າມູນມໍຣະດົກ ໄດ້ເສຍຊີວິດ ຫລື ມີເຫດຜົນອ່ືນພຽງພໍ.

ມາດຕາ 41.   ການແບ່ງປັນມູນມໍຣະດົກທີ່ຢູ່ໃນການຄຸ້ມຄອງຂອງຜູ້ສືບທອດຜູ້ໃດໜຶ່ງ
     ຜູ້ສືບທອດມູນມໍຣະດົກທີ່ໄດ້ຄຸ້ມຄອງມູນມໍຣະດົກ ຊຶ່ງຍັງບໍ່ທັນ ໄດ້ແບ່ງປັນນັ້ນ ມີສິດສະເໜີແບ່ງປັນມູນມໍຣະດົກດັ່ງກ່າວໄດ້ທຸກເວລາ ເຖິງວ່າ ອາຍຸຄວາມທີ່ໄດ້ກຳນົດໄວ້ໃນມາດຕາ 40 ຂອງກົດໝາຍສະບັບນີ້ ຈະໝົດແລ້ວກໍຕາມ.

ມາດຕາ 42(ປັບປຸງ).   ການຮັບມູນມໍຣະດົກ
    ຜູ້ສືບທອດມູນມໍຣະດົກຕາມກົດໝາຍ ຈະຖືວ່າເປັນຜູ້ຮັບມູນມໍຣະດົກ ກໍຕໍ່ ເມື່ອໄດ້ສະແດງເຈດຈຳນົງຂອງຕົນ ຮັບເອົາມູນມໍຣະດົກຕໍ່ອົງການປົກຄອງບ້ານ ບ່ອນທີ່ເປີດການສືບທອດ.
    ຜູ້ສືບທອດມູນມໍຣະດົກຕາມພິໄນກຳ ຈະຖືວ່າເປັນຜູ້ຮັບມູນມໍຣະດົກ ກໍຕໍ່ເມື່ອ ໄດ້ສະແດງເຈດຈຳນົງຂອງຕົນ ຮັບເອົາມູນມໍຣະດົກຕໍ່ສຳນັກງານທະບຽນສານ ບ່ອນທີ່ໄດ້ເກັບຮັກສາພິໄນກຳໄວ້ ຫລື ຕໍ່ອົງການ ປົກຄອງບ້ານສຳລັບບ່ອນທີ່ບໍ່ມີສຳນັກງານທະບຽນສານ.
    ການຮັບເອົາມູນມໍຣະດົກນັ້ນ ຕ້ອງໃຫ້ເຮັດຂຶ້ນໃນໄລຍະຫົກເດືອນ ນັບແຕ່ວັນ ເປີດການສືບທອດມູນມໍຣະດົກເປັນຕົ້ົ້ນໄປ.
    ໃນກໍລະນີທີ່ຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ຫາກໄດ້ສະລະມູນມໍຣະດົກ ຜູ້ທີ່ ຈະຮັບມູນມໍຣະດົກຊຶ່ງເປັນພູດຂອງຜູ້ສະລະນັ້ນ ຕ້ອງສະແດງເຈດຈຳນົງຂອງຕົນວ່າ ຈະຮັບເອົາມູນມໍຣະດົກດັ່ງກ່າວ ພາຍໃນໄລ ຍະເວລາທີ່ຍັງເຫຼືອ. ຖ້າວ່າກຳນົດເວລາທີ່ຍັງເຫຼືອນັ້ນ ຫາກຫລຸດສາມເດືອນ ຜູ້ທີ່ຈະຮັບນັ້ນ ມີສິດຮ້ອງຂໍຕໍ່ສານ ໃຫ້ຍືດເວລາ ອອກຕື່ມອີກກໍໄດ້ ແຕ່ບໍ່ໃຫ້ເກີນສາມເດືອນ.
    ພະນັກງານທະບຽນສານ ຫລື ນາຍບ້ານ ຕ້ອງອອກໃບຢັ້ງຢືນການຮັບມູນມໍ ຣະດົກ ໃຫ້ແກ່ຜູ້ສືບທອດໄວ້ ເພື່ອເປັນຫຼັກຖານ.

ມາດຕາ 43.   ມູນມໍຣະດົກທີ່ບໍ່ໄດ້ຮັບເອົາພາຍໃນກຳນົດເວລາ
    ມູນມໍຣະດົກທີ່ຍັງຄົງເປັນວັດຖຸເດີມ ຊຶ່ງຕົກເປັນພູດ ຂອງຜູ້ສືບທອດມູນມໍຣະ ດົກຜູ້ໃດໜຶ່ງ ທີ່ບໍ່ໄດ້ຮັບເອົາພາຍໃນກຳນົດເວລາຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42 ວັກທີ 3 ຂອງກົດໝາຍສະບັບນີ້ ແຕ່ ມູນມໍຣະດົກດັ່ງກ່າວ ພັດມີຜູ້ສືບທອດມູນມໍຣະດົກຜູ້ອື່ນຮັບເອົາ ຫລື ໄດ້ມອບໃຫ້ແກ່ລັດແລ້ວ ມູນມໍຣະດົກນັ້ນ ຈະຖືກສົ່ງ ຄືນໃຫ້ ແກ່ຜູ້ສືບທອດມູນມໍຣະດົກ ທີ່ບໍ່ມາຮັບເອົານັ້ນໄດ້ກໍຕໍ່ເມື່ອ ຜູ້ກ່ຽວຫາກໄດ້ຮັບຄວາມຍິນຍອມ ຈາກຜູ້ສືບທອດມູນ ມໍຣະດົກ ຫລື ລັດ ທີ່ໄດ້ຮັບເອົາມູນມໍຣະດົກເທົ່ານັ້ນ. ຖ້າຫາກບໍ່ໄດ້ຮັບຄວາມຍິນຍອມແລ້ວ ສານຈະເປັນຜູ້ຕັດສິນໃຫ້ ເມື່ອ ຜູ້ກ່ຽວຫາກມີເຫດຜົນພຽງພໍ.
    ໃນກໍລະນີທີ່ຜູ້ສືບທອດມູນມໍຣະດົກ ຕາມກົດໝາຍ ຫລື ຕາມພິໄນກຳ ໄດ້ເສຍ ຊີວິດ ພາຍຫລັງທີ່ໄດ້ເປີດການສືບທອດມູນມໍຣະດົກແລ້ວ ແຕ່ຫາກຍັງບໍ່ທັນໄດ້ຮັບເອົາມູນມໍຣະດົກ ທີ່ຕົກເປັນພູດຂອງຜູ້ກ່ຽວ ຕາມກຳນົດເວລາທີ່ໄດ້ກຳນົດໄວ້ໃນມາດຕາ 42 ວັກທີ 3 ຂອງກົດໝາຍສະບັບນີ້ ກໍໃຫ້ຜູ້ສືບທອດມູນມໍຣະດົກ ຂອງຜູ້ກ່ຽວ ເປັນຜູ້ມີສິດຮັບເອົາມູນມໍຣະດົກນັ້ນ.

ມາດຕາ 44.   ຂອບເຂດສິດໃນການຊີ້ຂາດມູນມໍຣະດົກ
    ກ່ອນການເປີດການສືບທອດມູນມໍຣະດົກ ຫລືື ກ່ອນການຮັບໃບຢັ້ງຢືນ ການຮັບມູນມໍຣະດົກນັ້ນ ຜູ້ປົກຄອງ ຫລື ຜູ້ສືບທອດ ທີ່ໄດ້ຄຸ້ມຄອງມູນມໍຣະດົກ ຈະບໍ່ມີສິດ ຊີ້ຂາດມູນມໍຣະດົກດັ່ງກ່າວ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ໃຊ້ຈ່າຍ ເພື່ອ:
       1. ເບິ່ງແຍງ, ປິ່ນປົວ ຫລື ມ້ຽນຄາບສົ່ງສະການ ເຈົ້າມູນ ມໍຣະດົກ;
       2. ເບິ່ງແຍງລ້ຽງດູບຸກຄົນ ທີ່ຢູ່ພາຍໃຕ້ການອຸປະກາຣະ ຂອງເຈົ້າມູນມໍຣະດົກ;
       3. ຊຳລະຄ່າແຮງງານ ແລະ ອື່ນໆ ທີ່ຕົກເປັນພັນທະ ຂອງເຈົ້າມູນມໍຣະດົກ;
       4. ປົກປັກຮັກສາ ແລະ ຄຸ້ມຄອງ ມູນມໍຣະດົກ.

ມາດຕາ 45(ປັບປຸງ).   ການສະລະມູນມໍຣະດົກ
    ຜູ້ສືບທອດມູນມໍຣະດົກຕາມກົດໝາຍ ຫລື ຕາມພິໄນກຳ ອາດຈະສະລະ ມູນມໍຣະດົກ ທີ່ເປັນພູດຂອງຕົນ ໃຫ້ ບຸກຄົນ, ການຈັດຕັ້ງຂອງລັດ, ມູນນິທິ, ກອງທຶນໃດໜຶ່ງ. ການສະລະມູນມໍຣະດົກ ແມ່ນໃຫ້ປະຕິບັດພາຍໃນກຳນົດຫົກເດືອນ ນັບແຕ່ວັນເປີດການສືບທອດມູນມໍຣະດົກ ເປັນຕົ້ົ້ນໄປ.
    ຜູ້ສະລະມູນມໍຣະດົກຕາມກົດໝາຍ ຕ້ອງສະແດງເຈດຈຳນົງຂອງຕົນ ເປັນລາຍລັກອັກສອນ ຕໍ່ອົງການປົກຄອງບ້ານ ໂດຍບອກຊື່ ບຸກຄົນ ຫລື ການຈັດຕັ້ງ ທີ່ຕົນສະລະໃຫ້.
    ຜູ້ສະລະມູນມໍຣະດົກຕາມພິໄນກຳ ຕ້ອງສະແດງເຈດຈຳນົງຂອງຕົນ ເປັນລາຍ ລັກອັກສອນຕໍ່ ສຳນັກງານທະບຽນສານ ໂດຍບອກຊື່ບຸກຄົນ ຫລື ການຈັດຕັ້ງ ທີ່ຕົນສະລະໃຫ້.
    ໃນກໍລະນີທີ່ບໍ່ໄດ້ບອກຊື່ ບຸກຄົນ ຫລື ການຈັດຕັ້ງ ທີ່ຕົນສະລະໃຫ້ນັ້ນ ມູນມໍ ຣະດົກດັ່ງກ່າວ ກໍຈະຕົກທອດເປັນຂອງຜູ້ສືບທອດ ຄົນອື່ນຕາມກົດໝາຍ.

ມາດຕາ 46.   ການສະລະມູນມໍຣະດົກຂອງຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ
    ຜູ້ສືບທອດມູນມໍຣະດົກທີ່ຍັງບໍ່ທັນເຖິງກະສຽນອາຍຸ ສິບແປດ ປີ ຫລື ຜູ້ເປັນ ບ້າເສຍຈິດ ຈະສະລະມູນມໍຣະດົກບໍ່ໄດ້ ເວັ້ນເສຍແຕ່ໄດ້ຮັບຄວາມຍິນຍອມຂອງພໍ່, ແມ່ ຫລື ຜູ້ປົກຄອງເທົ່ານັ້ນ.

ໝວດທີ 2
ການເສຍສິດສືບທອດມູນມໍຣະດົກ

ມາດຕາ 47(ໃໝ່).   ການເສຍສິດສືບທອດ
    ຜູ້ສືບທອດມູນມໍຣະດົກ ຈະເສຍສິດສືບທອດ ດັ່ງນີ້:
       - ກໍລະນີສໍ້ໂກງ ຫລື ຍັກຍອກມູນມໍຣະດົກ;
       - ກໍລະນີທີ່ໄດ້ກຳນົດໄວ້ໃນມາດຕາ 49 ແລະ 50 ຂອງກົດໝາຍສະບັບນີ້.

ມາດຕາ 48.   ການສໍ້ໂກງ, ການຍັກຍອກມູນມໍຣະດົກ
    ຜູ້ສືບທອດມູນມໍຣະດົກ ທີ່ໄດ້ສໍ້ໂກງ, ປິດບັງ, ຍັກຍອກມູນມໍຣະດົກ ຫຼາຍກວ່າພູດທີ່ຕົນຄວນຈະໄດ້ຮັບ ກໍຈະບໍ່ໄດ້ຮັບມູນມໍຣະດົກນັ້ນ ແຕ່ຢ່າງໃດ ແລະ ຍັງຕ້ອງສົ່ງ ມູນມໍຣະດົກທີ່ໄດ້ເອົາໄປນັ້ນ ຄືນທັງໝົດ. ຖ້າວ່າການສໍ້ໂກງ, ການປິດບັງ, ການຍັກຍອກນັ້ນ ຫາກໜ້ອຍກວ່າ ຫລື ເທົ່າກັບພູດ ທີ່ຕົນຄວນຈະໄດ້ຮັບ ແລ້ວກໍຈະບໍ່ໄດ້ຮັບພູດທີ່ຕົນຄວນໄດ້ຮັບນັ້ນອີກ.
    ມາດຕານີ້ຈະບໍ່ມີຜົນບັງຄັບໃຊ້ ຕໍ່ຜູ້ສືບທອດມູນມໍຣະດົກ ຕາມພິໄນກຳ ຊຶ່ງ ເຈົ້າມູນມໍຣະດົກ ໄດ້ເຮັດພິໄນກຳໃຫ້ຜູ້ກ່ຽວແລ້ວ.

ມາດຕາ 49(ປັບປຸງ).   ການເສຍສິດສືບທອດມູນມໍຣະດົກຂອງພໍ່ແມ່ ແລະ ລູກ
    ພໍ່ແມ່ທີ່ຖືກຕັດສິດຈາກຄວາມເປັນພໍ່ແມ່ ຕາມຄຳຕັດສິນຂອງສານ ຈະບໍ່ມີສິດ ສືບທອດມູນມໍຣະດົກຂອງລູກ, ສ່ວນລູກນັ້ນ ກໍຈະບໍ່ມີສິດສືບທອດມູນມໍຣະດົກ ຂອງພໍ່ແມ່ເຊັ່ນດຽວກັນ ເວັ້ນເສຍແຕ່ ລູກ ຫາກຍັງບໍ່ເຖິງກະສຽນອາຍຸ.
     ໃນກໍລະນີທີ່ພໍ່ແມ່ ຫາກບໍ່ປະຕິບັດພັນທະໃນການລ້ຽງດູລູກ ຕາມຄຳຕັດສິນ ຂອງສານ ກໍຈະບໍ່ມີສິດສືບທອດມູນມໍຣະດົກຂອງລູກ. ສ່ວນລູກທີ່ເຖິງກະສຽນອາຍຸ ຫາກ ບໍ່ປະຕິບັດພັນທະໃນການລ້ຽງດູ ພໍ່ແມ່ຕາມຄຳຕັດສິນຂອງສານ ກໍຈະບໍ່ມີສິດສືບທອດມູນມໍຣະດົກຂອງພໍ່ແມ່ເຊັ່ນດຽວກັນ.

ມາດຕາ 50.   ຜູ້ເສຍສິດສືບທອດຕາມກົດໝາຍ ແລະ ຕາມພິໄນກຳ
    ຜູ້ເສຍສິດສືບທອດມູນມໍຣະດົກຕາມກົດໝາຍ ຫລື ຕາມພິໄນກຳ ມີ ດັ່ງນີ້:
      1. ຜູ້ທີ່ຖືກສານຕັດສິນວ່າ ໄດ້ມີເຈດຕະນາ ຫລື ພະຍາຍາມ ເຮັດໃຫ້ເຈົ້າມູນມໍຣະດົກ ຫລື ຜູ້ມີສິດສືບທອດມູນມໍຣະດົກຜູ້ໃດໜຶ່ງ ເສຍຊີວິດ ຫລື ບາດເຈັບສາຫັດ ເພື່ອຍາດຊີງເອົາ ມູນມໍຣະດົກ;
      2. ຜູ້ທີ່ໄດ້ທຳລາຍ, ປິດບັງ ຫລື ປອມແປງພິໄນກຳ ທັງໝົດ ຫລື ບາງສ່ວນ;
      3. ຜູ້ທີ່ຢູ່ແຂວງ ຫລື ເມືອງ ດຽວກັນກັບຜູ້ເສຍຊີວິດ ເມື່ອຮູ້ ຫລື ຄວນຮູ້ຂ່າວ ການເສຍຊີວິດແລ້ວ ຫາກບໍ່ມາມ້ຽນຄາບສົ່ງສະການ ຫລື ບໍ່ໄດ້ມອບໝາຍໃຫ້ຄົນອື່ນ ມາຮ່ວມ ແທນຕົນ ໂດຍບໍ່ມີເຫດຜົນ;
      4. ຜູ້ທີ່ໄດ້ຂົ່ມຂູ່ເຈົ້າມູນມໍຣະດົກ ໃຫ້ເຮັດ, ຖອນ ຫລື ປ່ຽນ ແປງພິໄນກຳ ທັງໝົດ ຫລື ສ່ວນໃດສ່ວນໜຶ່ງ;
      5. ຜູ້ທີ່ໄດ້ປິດບັງ ຫລື ຊຸກເຊື່ອງຜູ້ກະທຳຜິດ ຕໍ່ຊີວິດ ຫລື ສຸຂະພາບຂອງເຈົ້າມູນມໍຣະດົກ ຊຶ່ງເຮັດໃຫ້ໄດ້ຮັບບາດເຈັບສາຫັດ ຫລື ເສຍອົງຄະ;
      6. ຜູ້ທີ່ຖືກສານຕັດສິນວ່າ ໄດ້ຫາຄວາມບໍ່ຈິງ ໃສ່ເຈົ້າມູນ ມໍຣະດົກ ຫລື ໃສ່ຜູ້ມີສິດ ສືບທອດມູນມໍຣະດົກດ້ວຍກັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 163 ຂອງກົດໝາຍອາຍາ.
    ບຸກຄົນທີ່ໄດ້ກ່າວມາເທິງນີ້ ຈະເສຍສິດສືບທອດມູນມໍຣະດົກໄດ້ ກໍຕໍ່ເມື່ອເຈົ້າ ມູນມໍຣະດົກຫາກໄດ້ສະແດງເຈດຈຳນົງ ຂອງຕົນອອກເປັນລາຍລັກອັກສອນ ເທົ່ານັ້ນ ເວັ້ນເສຍແຕ່ເຈົ້າມູນມໍຣະດົກ ຫາກໄດ້ ເສຍຊີວິດຕາມຂໍ້ 1, 3 ແລະ 5 ຂອງມາດຕານີ້.
    ຖ້າວ່າບຸກຄົນທີ່ໄດ້ກ່າວມາຂ້າງເທິງນີ້ ຫາກໄດ້ປະພຶດຕົນບໍ່ຊອບທຳ, ບໍ່ຍອມຢູ່ ໃຕ້ການຄຸ້ມຄອງຂອງພໍ່ແມ່, ບໍ່ໄດ້ເບິ່ງແຍງພໍ່ແມ່ໃນເວລາເຖົ້າແກ່ ຫລື ເຈັບເປັນ ທັງໆທີ່ວ່າຕົນ ມີຄວາມອາດສາມາດຢູ່ ແລ້ວ ກໍຈະຖືວ່າເປັນຜູ້ເສຍສິດສືບທອດມູນມໍຣະດົກ ແລະ ຈະໄດ້ປະຕິບັດດັ່ງດຽວກັນກັບວັກທີ 2 ຂອງມາດຕາ 49 ຂອງ ກົດໝາຍສະບັບນີ້.

ມາດຕາ 51(ໃໝ່).   ການລົບລ້າງການເສຍສິດສືບທອດ
    ເຈົ້າມູນມໍຣະດົກ ອາດຈະລົບລ້າງ ການເສຍສິດສືບທອດມູນມໍຣະດົກ ຕາມທີ່ ໄດ້ກຳນົດໄວ້ໃນມາດຕາ 50 ຂອງກົດໝາຍສະບັບນີ້ ດ້ວຍການສະແດງເຈດຈຳນົງຂອງຕົນ ໂດຍມີຫຼັກຖານ ຫລື ພະຍານ ຢັ້ງຢືນ.

ພາກທີ V
ການຄຸ້ມຄອງມູນມໍຣະດົກ ແລະ ຄວາມຮັບຜິດຊອບຂອງຜູ້ສືບທອດ

ໝວດທີ 1
ການຄຸ້ມຄອງມູນມໍຣະດົກ

ມາດຕາ 52(ປັບປຸງ).   ການຄຸ້ມຄອງມູນມໍຣະດົກ
    ເມື່ອມີການຮ້ອງຂໍໃຫ້ຄຸ້ມຄອງມູນມໍຣະດົກ ຈາກຜູ້ສືບທອດ ຫລື ໃນກໍລະນີທີ່ ຈຳເປັນ ພະນັກງານທະບຽນສານ ຫລື ນາຍບ້ານ ບ່ອນທີ່ເປີດການສືບທອດມູນມໍຣະດົກນັ້ນ ຕ້ອງວາງມາດຕະການຄຸ້ມຄອງ ມູນມໍຣະດົກ ຫລື ແຕ່ງຕັ້ງຜູ້ຄຸ້ມຄອງມູນມໍຣະດົກ ເພື່ອຮັບປະກັນຜົນປະໂຫຍດ ຂອງບັນດາຜູ້ສືບທອດມູນມໍຣະດົກ ແລະ ເຈົ້າໜີ້.

ມາດຕາ 53(ປັບປຸງ).   ບຸກຄົນທີ່ບໍ່ມີສິດເປັນຜູ້ຄຸ້ມຄອງມູນມໍຣະດົກ
    ບຸກຄົນທີ່ບໍ່ມີສິດເປັນຜູ້ຄຸ້ມຄອງມູນມໍຣະດົກ ມີ ດັ່ງນີ້:
      1. ຜູ້ທີ່ຍັງບໍ່ທັນເຖິງກະສຽນອາຍຸ ສິບແປດປີ;
      2. ຜູ້ທີ່ເປັນບ້າເສຍຈິດ;
      3. ຜູ້ທີ່ຖືກສານຕັດສິນວ່າ ເປັນຜູ້ລົ້ົ້ມລະລາຍ ທີ່ຢູ່ໃນໄລ ຍະຫ້າມ;
      4. ຜູ້ທີ່ຖືກສານຕັດສິນປົດສິດ ໃນການເປັນ ພໍ່ແມ່ ແລະ ຜູ້ເສຍສິດສືບທອດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 49 ແລະ 50 ຂອງກົດໝາຍສະບັບນີ້.

ມາດຕາ 54.   ສິດ ແລະ ໜ້າທີ່ ຂອງຜູ້ຄຸ້ມຄອງມູນມໍຣະດົກ
    ຜູ້ຄຸ້ມຄອງມູນມໍຣະດົກມີສິດ ແລະໜ້າທີ່ ດັ່ງນີ້:
      1. ເຮັດບັນຊີມູນມໍຣະດົກ ໂດຍຊ້ອງໜ້າ ຜູ້ສືບທອດມູນ ມໍຣະດົກທຸກຄົນ. ໃນກໍລະນີທີ່ມີຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ບໍ່ສາມາດມາຮ່ວມໄດ້ ກໍຕ້ອງແຈ້ງໃຫ້ຜູ້ ຄຸ້ມຄອງມູນມໍຣະ ດົກຊາບ, ການເຮັດບັນຊີມູນມໍຣະດົກ ໂດຍຊ້ອງໜ້າຜູ້ສືບທອດມູນມໍຣະດົກນັ້ນຢ່າງໜ້ອຍ ແມ່ນບໍ່ໃຫ້ຫລຸດ ສອງສ່ວນສາມ ຂອງຈຳນວນຜູ້ສືບທອດມູນມໍຣະດົກທັງໝົດ ໂດຍເຮັດໃຫ້ແລ້ວພາຍໃນກຳນົດໜຶ່ງເດືອນ ນັບແຕ່ວັນທີ່ຜູ້ຄຸ້ມຄອງໄດ້ຮັບ ການແຕ່ງຕັ້ງເປັນຕົ້ົ້ນໄປ;
      2. ຮັບຄຳຮ້ອງຂອງເຈົ້າໜີ້ ແລະ ຊຳລະໜີ້ສິນ ຂອງເຈົ້າມູນ ມໍຣະດົກກ່ອນຜູ້ສືບທອດຈະຮັບເອົາມູນມໍຣະດົກ;
      3. ແບ່ງປັນມູນມໍຣະດົກໃຫ້ບັນດາຜູ້ສືບທອດ ຕາມພູດຂອງ ແຕ່ລະຄົນ.
    ຜູ້ຄຸ້ມຄອງມູນມໍຣະດົກ ບໍ່ມີສິດທວງເອົາບຳເນັດໃນການຄຸ້ມຄອງມູນມໍຣະດົກ ເວັ້ນເສຍແຕ່ຜູ້ສືບທອດຫາກເຫັນດີມອບໃຫ້ເທົ່ານັ້ນ.

ມາດຕາ 55.   ການລົບລ້າງການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍຣະດົກ
    ຖ້າວ່າຜູ້ຄຸ້ມຄອງມູນມໍຣະດົກ ຫາກບໍ່ໄດ້ປະຕິບັດຕາມສິດ ແລະ ໜ້າທີ່ຂອງ ຕົນ ຫລື ໄດ້ປະຕິບັດດ້ວຍຄວາມບໍ່ເອົາໃຈໃສ່ ຫລື ໂດຍບໍ່ມີີຄວາມບໍລິສຸດໃຈແລ້ວ ພະນັກງານທະບຽນສານ ຫລື ນາຍບ້ານ ທີ່ກ່ຽວຂ້ອງ ມີສິດລົບລ້າງການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍຣະດົກດັ່ງກ່າວ ແລ້ວແຕ່ງຕັ້ງຜູ້ຄຸ້ມຄອງຜູ້ໃໜ່ແທນ ພາຍໃນກຳ ນົດເວລາ ເຈັດວັນ ນັບແຕ່ວັນທີ່ໄດ້ລົບລ້າງການແຕ່ງຕັ້ງນັ້ນເປັນຕົ້ົ້ນໄປ.

ໝວດທີ 2
ຄວາມຮັບຜິດຊອບຂອງຜູ້ສືບທອດມູນມໍຣະດົກ

ມາດຕາ 56.   ການຊຳລະໜີ້ສິນ
    ຜູ້ສືບທອດມູນມໍຣະດົກຕາມກົດໝາຍ ຫລື ຕາມພິໄນກຳ ຕ້ອງຮັບຜິດຊອບ ຊຳລະໜີ້ສິນຂອງເຈົ້າມູນມໍຣະດົກ ບໍ່ໃຫ້ເກີນພູດມູນມໍຣະດົກທີ່ຕົນໄດ້ຮັບ.
    ຖ້າວ່າມູນມໍຣະດົກ ຫາກຍັງບໍ່ທັນໄດ້ແບ່ງປັນ ເຈົ້າໜີ້ກໍມີສິດສະເໜີ ໃຫ້ຜູ້ສືບ ທອດມູນມໍຣະດົກ ຫລື ຜູ້ຄຸ້ມຄອງມູນມໍຣະດົກນັ້ນ ຊຳລະໜີ້ສິນໃຫ້ຕົນທັງໝົດ.
    ຖ້າວ່າມູນມໍຣະດົກຫາກໄດ້ແບ່ງປັນກັນໝົດແລ້ວ ເຈົ້າໜີ້ອາດຈະສະເໜີ ໃຫ້ຜູ້ ສືບທອດມູນມໍຣະດົກຜູ້ໃດໜຶ່ງ ຊຳລະໜີ້ສິນໃຫ້ຕົນກໍໄດ້. ໃນກໍລະນີທີ່ຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ຫາກໄດ້ຊຳລະໜີ້ສິນ ໃຫ້ແກ່ເຈົ້າໜີ້ເກີນກວ່າສ່ວນທີ່ຕົນຈະຕ້ອງຊຳລະແລ້ວ ຜູ້ສືບທອດຜູ້ອື່ນໆ ກໍຕ້ອງສະເລ່ຍ ການທົດແທນຄ່າຊຳລະໜີ້ສິນນັ້ນ ຄືນໃຫ້ຜູ້ກ່ຽວ.
    ຖ້າວ່າຜູ້ສືບທອດມູນມໍຣະດົກຜູ້ໃດໜຶ່ງ ຫາກຕົກຢູ່ໃນສະພາບ ທີ່ບໍ່ສາມາດ ຊຳລະໜີ້ສິນ ຕາມພູດຂອງຕົນໄດ້ນັ້ນ ຜູ້ສືບທອດຜູ້ອື່ນໆ ຕ້ອງຮັບຜິດຊອບສະເລ່ຍ ໃຊ້ໜີ້ສິນແທນຜູ້ກ່ຽວໃຫ້ເຈົ້າໜີ້.
    ການຊຳລະໜີ້ສິນຂອງເຈົ້າມູນມໍຣະດົກ ໃຫ້ຄິດໄລ່ເອົາແຕ່ໃນຊັບສົມບັດ ທີ່ເປັນ ມູນມໍຣະດົກເທົ່ານັ້ນ.

ມາດຕາ 57.   ກຳນົດເວລາໃນການທວງໜີ້ສິນ
    ເຈົ້າໜີ້ມີສິດທວງເອົາໜີ້ສິນຂອງຕົນ ນຳຜູ້ສືບທອດທີ່ໄດ້ຮັບເອົາ ມູນມໍຣະດົກ ຫລື ນຳຜູ້ຄຸ້ມຄອງມູນມໍຣະດົກ ຫລື ຜູ້ປະຕິບັດພິໄນກຳ ຫລື ຍື່ນຄຳຮ້ອງເພື່ອທວງ ເອົາໜີ້ສິນ ຕໍ່ສຳນັກງານທະບຽນສານ ຫລື ນາຍບ້ານ ບ່ອນທີ່ເປີດການສືບທອດມູນມໍຣະດົກ ຫລື ຕໍ່ສານ ພາຍໃນກຳນົດ ສາມປີ ນັບແຕ່ວັນທີ່ໄດ້ເປີດການ ສືບທອດມູນມໍຣະດົກເປັນຕົ້ົ້ນໄປ.
    ຖ້າວ່າເຈົ້າໜີ້ຫາກບໍ່ໄດ້ທວງເອົາໜີ້ສິນ ຫລື ບໍ່ໄດ້ຍື່ນຄຳຮ້ອງທວງເອົາໜີ້ສິນ ຂອງຕົນພາຍໃນກຳນົດ ສາມປີແລ້ວ ເຈົ້າໜີ້ ກໍຈະໝົດສິດໄປ ເວັ້ນເສຍແຕ່ຜູ້ກ່ຽວ ຫາກມີເຫດຜົນພຽງພໍເທົ່ານັ້ນ.

ມາດຕາ 58.   ການແບ່ງປັນມູນມໍຣະດົກທີ່ບໍ່ສາມາດຕົກລົງກັນໄດ້
    ຖ້າວ່າການແບ່ງປັນມູນມໍຣະດົກ ຫາກບໍ່ສາມາດຕົກລົງກັນໄດ້ ລະຫວ່າງບັນດາ ຜູ້ສືບທອດມູນມໍຣະດົກດ້ວຍກັນແລ້ວ ກໍແມ່ນສານ ຈະເປັນຜູ້ຕົກລົງ ຖ້າຫາກມີການຮ້ອງຟ້ອງ.

ພາກທີ VI (ເພີ່ມໃໝ່)
ຂໍ້ຫ້າມ

ມາດຕາ 59.   ຂໍ້ຫ້າມສຳລັບຜູ້ສືບທອດ
    ຫ້າມຜູ້ສືບທອດມູນມໍຣະດົກ ມີການກະທຳ ດັ່ງນີ້:
      - ນຳໃຊ້ມູນມໍຣະດົກ ເພື່ອຜົນປະໂຫຍດຂອງຕົນເອງ ໃນກໍລະນີມູນມໍຣະດົກຍັງບໍ່ທັນໄດ້ຮັບການແບ່ງປັນ ເວັ້ນເສຍແຕ່ ໄດ້ຮັບຄວາມເຫັນດີຈາກຜູ້ສືບທອດຄົນອື່ນ;
      - ສໍ້ໂກງ, ຍັກຍອກ, ທຳລາຍ, ເຊື່ອງອຳມູນມໍຣະດົກ ທີ່ຍັງບໍ່ໄດ້ຮັບການແບ່ງປັນ;
      - ນາບຂູ່, ໃຊ້ຄວາມຮຸນແຮງ, ຊື້ຈ້າງຜູ້ຄຸ້ມຄອງມູນມໍຣະ ດົກ, ນາຍບ້ານ, ພະນັກງານທະບຽນສານ ກ່ຽວກັບການສືບທອດມູນມໍຣະດົກ;
      - ນາບຂູ່, ໃຊ້ຄວາມຮຸນແຮງ ຕໍ່ເຈົ້າມູນມໍຣະດົກ ຫລື ຕໍ່ຜູ້ສືບທອດມູນມໍຣະດົກດ້ວຍກັນ ກ່ຽວກັບການສືບທອດມູນມໍຣະດົກ;
      - ຈອບອອຍເຈົ້າມູນມໍຣະດົກ ໃຫ້ເຮັດພິໄນກຳ, ມອບຊັບ ຫລື ຍົກຊັບໃຫ້ຕົນ.

ມາດຕາ 60.   ຂໍ້ຫ້າມສຳລັບຜູ້ຄຸ້ມຄອງມູນມໍຣະດົກ
    ຫ້າມຜູ້ຄຸ້ມຄອງມູນມໍຣະດົກ ມີການກະທຳ ດັ່ງນີ້:
      - ເຮັດບັນຊີມູນມໍຣະດົກ ໂດຍບໍ່ຊ້ອງໜ້າຜູ້ສືບທອດມູນ ມໍຣະດົກ;
      - ປະຕິເສດຮັບຄຳຮ້ອງຂອງເຈົ້າໜີ້ ແລະ ຊຳລະໜີ້ສິນ ຂອງເຈົ້າມູນມໍຣະດົກ;
      - ທວງເອົາບຳເນັດ ໃນການຄຸ້ມຄອງມູນມໍຣະດົກ ເວັ້ນເສຍ ແຕ່ຜູ້ສືບທອດຫາກເຫັນດີ ມອບໃຫ້;
      - ສໍ້ໂກງ, ຍັກຍອກ, ທຳລາຍມູນມໍຣະດົກທີ່ຕົນຄຸ້ມຄອງ;
      - ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ຜູ້ສືບທອດມູນມໍຣະດົກ;
      - ນຳໃຊ້ມູນມໍຣະດົກເພື່ອຜົນປະໂຫຍດສ່ວນຕົວ;
      - ແກ່ຍາວ, ກົດໜ່ວງການມອບມູນມໍຣະດົກ ໃຫ້ແກ່ຜູ້ສືບ ທອດມູນມໍຣະດົກ.

ມາດຕາ 61.   ຂໍ້ຫ້າມສຳລັບຜູ້ປະຕິບັດພິໄນກຳ
    ຫ້າມຜູ້ປະຕິບັດພິໄນກຳ ມີການກະທຳ ດັ່ງນີ້:
      - ປະຕິບັດພິໄນກຳນອກເຈດຈຳນົງຂອງເຈົ້າມູນມໍຣະ ດົກ;
      - ສໍ້ໂກງ, ຍັກຍອກ, ນຳໃຊ້ມູນມໍຣະດົກ;
      - ແກ່ຍາວ, ກົດໜ່ວງໃນການມອບມູນມໍຣະດົກ ໃຫ້ແກ່ ຜູ້ສືບທອດມູນມໍຣະດົກ.

ມາດຕາ 62.   ຂໍ້ຫ້າມສຳລັບນາຍບ້ານ, ພະນັກງານ ຫລື ບຸກຄົນທີ່ກ່ຽວຂ້ອງ
    ຫ້າມນາຍບ້ານ, ພະນັກງານ ຫລື ບຸກຄົນທີ່ກ່ຽວຂ້ອງ ມີການກະທຳ ດັ່ງນີ້:
      - ເປີດພິໄນກຳໂດຍທີ່ເຈົ້າມູນມໍຣະດົກ ຍັງມີຊີວິດຢູ່ ຫລື ເປີດພິໄນກຳໂດຍບໍ່ຊ້ອງໜ້າຜູ້ສືບທອດມູນມໍຣະດົກ;
      - ຂີດຂ້າ, ເພີ່ມເຕີມ, ປອມແປງ ຫລື ທຳລາຍພິໄນກຳ;
      - ເຂົ້າຂ້າງ ອອກຂາ ຜູ້ສືບທອດ ໃນການແບ່ງປັນມູນມໍຣະ ດົກ ;
      - ຢັ້ງຢືນບໍ່ຖືກຕ້ອງ ຫລື ໃຫ້ການເທັດ ກ່ຽວກັບການສືບ ທອດມູນມໍຣະດົກ ;
      - ແກ່ຍາວ, ກົດໜ່ວງ ການຂຶ້ນທະບຽນກຳມະສິດ ຂອງຜູ້ ສືບທອດ ທີ່ໄດ້ຮັບມູນມໍຣະດົກ.

ມາດຕາ 63.   ຂໍ້ຫ້າມສຳລັບພະນັກງານທະບຽນສານ
    ຫ້າມພະນັກງານທະບຽນສານ ມີການກະທຳ ດັ່ງນີ້:
       - ລັກເບິ່ງ ຫລື ເປີດເຜີຍ ເນື້ອໃນຂອງພິໄນກຳ ໂດຍທີ່ເຈົ້າມູນມໍຣະດົກຍັງມີຊີວິດຢູ່ ຫລື ເປີດພິໄນກຳ ໂດຍບໍ່ຊ້ອງໜ້າຜູ້ສືບທອດມູນມໍຣະດົກ;
       - ຂີດຂ້າ, ເພີ່ມເຕີມ, ປອມແປງ ຫລື ທຳລາຍພິ ໄນກຳ;
       - ເຂົ້າຂ້າງ ອອກຂາ ຜູ້ສືບທອດ ໃນການແບ່ງປັນ ມູນມໍຣະດົກ;
       - ຢັ້ງຢືນບໍ່ຖືກຕ້ອງ ຫລື ໃຫ້ການເທັດ ກ່ຽວກັບ ການສືບທອດມູນມໍຣະດົກ;
       - ແກ່ຍາວ,ກົດໜ່ວງ ການຢັ້ງຢືນຄວາມຖືກຕ້ອງ ຂອງເອກະສານກ່ຽວກັບມູນມໍຣະດົກ.

ພາກທີ VII (ໃໝ່)
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 64(ໃໝ່).   ນະໂຍບາຍຕໍ່ຜູ້ມີຜົນງານ
    ບຸກຄົນ ຫລື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ ຈະໄດ້ຮັບ ການຍ້ອງຍໍ ຫລື ນະໂຍບາຍອື່ນຕາມຄວາມເໝາະສົມ.

ມາດຕາ 65(ໃໝ່).   ມາດຕະການຕໍ່ຜູ້ລະເມີດ
    ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກປະຕິບັດ ມາດຕະການ ສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ມາດຕະການທາງແພ່ງ ຫລື ລົງໂທດ ທາງອາຍາ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ.

ພາກທີ VIII (ໃໝ່)
ບົດບັນຍັດສຸດທ້າຍ

ມາດຕາ 66(ໃໝ່).   ການຈັດຕັ້ງປະຕິບັດ
    ລັດຖະບານ ແຫ່ງສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດ ຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 67(ໃໝ່).   ຜົນສັກສິດ
    ກົດໝາຍສະບັບນີ້ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
    ສຳລັບບັນດາມາດຕາປັບປຸງ ແລະ ເພີ່ມເຂົ້າໃໝ່ ແມ່ນມີຜົນສັກສິດພາຍຫຼັງ ຫົກສິບ ວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
    ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.



ປະທານສະພາແຫ່ງຊາດ