ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດຫມາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ( ສະບັບປັບປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 08-12-2008
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 02-09-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 01/ສພຊ
  ນະຄອນຫຼວງວຽງຈັນ, ວັນທີ 8 ທັນວາ 2008

ກົດຫມາຍ
ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ


ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ໃຫມ່).   ຈຸດປະສົງ
    ກົດຫມາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຮັດ ແລະ ປະຕິບັດສັນຍາ,ຄວາມຮັບຜິດຊອບ ທີ່ເນື່ອງຈາກການ ລະເມີດສັນຍາ ແລະ ການກໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນ ນອກສັນຍາ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄູ່ສັນຍາ, ຜູ້ຖືກເສັຍຫາຍ ແລະ ຜູ້ກໍ່ຄວາມເສັຍຫາຍ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດຫມາຍ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທຳ ໃນສັງຄົມ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ມາດຕາ 2(ໃຫມ່).   ຂໍ້ຜູກພັນໃນສັນ ຍາ ແລະ ຂໍ້ຜູກພັນນອກສັນຍາ
    ຂໍ້ຜູກພັນໃນສັນຍາ ແມ່ນ ສາຍພົວພັນທາງດ້ານກົດຫມາຍ ທີ່ເກີດຂຶ້ນຈາກ ສັນຍາ  ຊຶ່ງພາໃຫ້ຄູ່ສັນຍາ ມີສິດ ແລະ ພັນທະທາງແພ່ງ ທີ່ຕ້ອງປະຕິບັດຕໍ່ກັນ.
    ຂໍ້ຜູກພັນນອກສັນຍາ ແມ່ນ ສາຍພົວພັນທາງດ້ານກົດຫມາຍ ທີ່ເກີດຂຶ້ນ ໂດຍບໍ່ມີສັນຍານຳກັນ ຫລື ຈາກການກະທຳ ຂອງບຸກຄົນໃດຫນຶ່ງ,  ຂອງບຸກຄົນອື່ນ, ຂອງສັດ ຫລື ຈາກວັດຖຸສິ່ງຂອງ ທີ່ຢູ່ໃນການຄຸ້ມຄອງຂອງບຸກຄົນນັ້ນ.

ມາດຕາ 3(ໃຫມ່).    ການອະທິບາຍຄຳສັບ
    ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດຫມາຍສະບັບນີ້ ມີຄວາມຫມາຍ ດັ່ງນີ້:
      1. ການຄ້ຳປະກັນ ຫມາຍເຖິງ ການຮັບປະກັນການປະຕິ ບັດສັນຍາ ດ້ວຍສັງຫາລິມະຊັບ (ຊັບເຄື່ອນທີ່), ອະສັງຫາລິມະຊັບ (ຊັບຄົງທີ່), ບຸກຄົນ ຫລື ນິຕິບຸກຄົນ;
      2. ການຊວດຈຳ ຫມາຍເຖິງ ການນຳເອົາຊັບສິ່ງຂອງໃດ ຫນຶ່ງ ໄປໄວ້ນຳ ເຈົ້າຫນີ້ ຫລື ບຸກຄົນອື່ນ ທີ່ມີສິດກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດສັນຍາ;
      3. ການຊື້ຂາຍເປັນເງິນຜ່ອນ ຫມາຍເຖິງ ການຊື້ຂາຍ ດ້ວຍການຈ່າຍເງິນເປັນງວດ ຕາມການຕົກລົງຂອງຄູ່ສັນຍາ;
      4. ການມອບຊັບ ຫມາຍເຖິງ ການເອົາຊັບຂອງຕົນ ໃຫ້ ບຸກຄົນອື່ນ ໂດຍບໍ່ມີເງື່ອນໄຂໃນເວລາຍັງມີຊີວິດຢູ່;
      5. ການຍົກຊັບ ຫມາຍເຖິງ ການເອົາຊັບຂອງຕົນ ໃຫ້ບຸກ ຄົນອື່ນ ໂດຍມີເງື່ອນໄຂໃນເວລາຍັງມີຊີວິດຢູ່;
      6. ການນຳໃຊ້ສິດເກີນຄວນ ຫມາຍເຖິງ ການນຳໃຊ້ສິດ ເກີນຂອບເຂດທີ່ກົດຫມາຍໄດ້ ກຳນົດໄວ້ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ໃດ ຫນຶ່ງ;
      7. ການປະຕິບັດຫນ້າທີ່  ຫມາຍເຖິງ ການເຄື່ອນ ໄຫວວຽກງານ ໃນຂອບເຂດສິດ ແລະ ຫນ້າທີ່ ທີ່ໄດ້ຮັບມອບຫມາຍ, ຖືກຕ້ອງຕາມ ຫລັກວິຊາການ ແລະ ຫລັກຈັນຍາບັນ;
      8. ຄ່າເສັຍຫາຍ ຫມາຍເຖິງ ຈຳນວນເງິນ ຫລື ວັດຖຸສິ່ງ ຂອງ ຂອງຜູ້ຮັບຜິດຊອບ ເພື່ອໃຊ້ແທນ ຄວາມເສັຍຫາຍທີ່ເກີດຂຶ້ນແກ່ຜູ້ອື່ນ;
      9. ຄ່າປ່ວຍການ ຫມາຍເຖິງ ຈຳນວນເງິນ ຫລື ວັດຖຸສິ່ງ ຂອງ ຂອງຜູ້ຮັບຜິດຊອບ ເພື່ອ ທົດແທນລາຍໄດ້ຂອງຜູ້ຖືກເສັຍຫາຍ ທີ່ຄວນ ຈະໄດ້ຮັບ ຈາກວຽກງານ ຫລື ເວລາທີ່ເສັຍ ໄປ;
      10. ຄ່າປ່ວຍການຊັບ ຫມາຍເຖິງ ຈຳນວນເງິນຂອງລູກໜີ້ ທີ່ທົດແທນຄ່າເສັຍຫາຍໃຫ້ ເຈົ້າຫນີ້ ຊຶ່ງຄວນໄດ້ຮັບ ຍ້ອນລູກຫນີ້ບໍ່ປະຕິບັດ ພັນທະຂອງຕົນ;
      11. ເຈົ້າຫນີ້ ຫມາຍເຖິງ ຜູ້ມີສິດທວງໃຫ້ລູກຫນີ້ປະຕິບັດ ພັນທະໃດຫນຶ່ງ;
      12. ລູກຫນີ້ ຫມາຍເຖິງ ຜູ້ມີພັນທະປະຕິບັດສິ່ງໃດຫນຶ່ງ ເຊັ່ນ: ມອບຊັບສິ່ງຂອງ, ປະຕິບັດວຽກງານ, ຈ່າຍເງິນ ແລະ ອື່ນໆ ຫລື ບໍ່ປະຕິ ບັດສິ່ງໃດຫນຶ່ງ; ເພື່ອຜົນປະໂຫຍດ ຂອງ ເຈົ້າຫນີ້;
      13. ສະພາວະທີ່ຈຳເປັນ ຫມາຍເຖິງ ການກະທຳດ້ວຍຄວາມ ຈຳເປັນຂອງບຸກຄົນໃດຫນຶ່ງ ຊຶ່ງບໍ່ສາມາດນຳໃຊ້ວິທີອື່ນ ເພື່ອຫລີກເວັ້ນໄພ ອັນຕະ ລາຍທີ່ຂົ່ມຂູ່ຜົນປະໂຫຍດຂອງລັດ ຫລື ຂອງບຸກຄົນອື່ນ ແຕ່ຜົນເສັຍຫາຍທີ່ເກີດຈາກການກະທຳນັ້ນ ຕ້ອງມີມູນຄ່າຫນ້ອຍກວ່າ ຜົນເສັຍຫາຍທີ່ຈະເກີດຂຶ້ນ ຈາກໄພ ອັນຕະລາຍດັ່ງກ່າວ;
      14. ສັນຍາທີ່ເປັນໂມຄະ ຫມາຍເຖິງ ສັນຍາທີ່ບໍ່ມີຜົນບັງ ຄັບ ໃຊ້ທາງດ້ານກົດຫມາຍ;
      15. ບຸກຄົນອື່ນ ທີ່ຢູ່ໃນການຄຸ້ມຄອງຂອງບຸກຄົນໃດຫນຶ່ງ ຫມາຍເຖິງ ຜູ້ຮັບໃຊ້ວຽກ, ເດັກທີ່ບໍ່ທັນເຖິງກະສຽນອາຍຸ, ຄົນບ້າເສັຍຈິດ ຫລື ນັກຮຽນ;
      16. ຜູ້ໃຊ້ວຽກ ຫມາຍເຖິງ ຜູ້ທີ່ໃຊ້ໃຫ້ບຸກຄົນໃດຫນຶ່ງ ຊຶ່ງຢູ່ ໃນການຄຸ້ມຄອງຂອງຕົນ ປະຕິບັດວຽກງານຕາມຄຳສັ່ງ ຫລື ຄຳແນະນຳ ຂອງຕົນ;
      17. ເຫດສຸດວິໄສ ຫມາຍເຖິງ ເຫດການທີ່ບໍ່ສາມາດຄາດ ຄະເນ ແລະ ຄວບຄຸມໄດ້ ເຊັ່ນ: ນ້ຳຖ້ວມ, ຟ້າຜ່າ, ແຜ່ນດິນໄຫວ ຊຶ່ງພາໃຫ້ລູກ ຫນີ້ ບໍ່ສາມາດປະຕິບັດ ພັນທະຂອງຕົນໄດ້;
      18. ເຫດບັງເອີນ ຫມາຍເຖິງ ເຫດການທີ່ເກີດຂຶ້ນກະທັນ ຫັນໂດຍບໍ່ໄດ້ຄາດຄິດມາກ່ອນ ເຊັ່ນ: ການເຈັບເປັນກະທັນຫັນ ແລະ ຮ້າຍ ແຮງ, ອຸປະຕິເຫດ ຊຶ່ງພາໃຫ້ລູກຫນີ້ ບໍ່ສາມາດ ປະຕິບັດພັນທະຂອງຕົນໄດ້.

ມາດຕາ 4(ໃຫມ່).   ນະໂຍບາຍຂອງລັດກ່ຽວກັບຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ
    ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ມີການພົວພັນກັນ ໃນດ້ານຕ່າງໆ ເຊັ່ນ: ຊື້–ຂາຍ, ກູ້ຢືມ, ຮັບເຫມົາກໍ່ສ້າງ ດ້ວຍການເຮັດ ສັນຍາເປັນ ລາຍລັກອັກສອນ ເພື່ອຮັບ ປະກັນໃຫ້ສັນຍານັ້ນ ໄດ້ຮັບການປະຕິບັດ ຢ່າງຄົບຖ້ວນ, ຖືກຕ້ອງ, ເປັນທຳ, ດ້ວຍຄວາມຈິງໃຈ ແລະ ທັນເວລາ ລວມທັງ ຍົກສູງຄວາມຮັບ ຜິດຊອບຕໍ່ບຸກຄົນອື່ນ, ຕໍ່ສັດ ແລະ ຕໍ່ຊັບສິ່ງຂອງ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເພື່ອບໍ່ໃຫ້ກໍ່ຄວາມເສັຍ ຫາຍແກ່ຜູ້ອື່ນ.

ມາດຕາ 5(ໃຫມ່).   ຫລັກການກ່ຽວກັບຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ
    ຂໍ້ຜູກພັນໃນສັນຍາ ໃຫ້ປະຕິບັດຕາມຫລັກການພື້ນຖານ ດັ່ງນີ້ :
      1. ມີຄວາມສະຫມັກໃຈ;
      2. ມີຄວາມສະເຫມີພາບ;
      3. ມີຄວາມຊື່ສັດ, ການຮ່ວມມື ແລະ ມີຄວາມຈິງໃຈ ຕໍ່ກັນ;
      4. ເຄົາລົບ ແລະ ປະຕິບັດ ຕາມລະບຽບກົດຫມາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.
    ຂໍ້ຜູກພັນນອກສັນຍາ ໃຫ້ປະຕິບັດຕາມຫລັກການພື້ນຖານ ດັ່ງນີ້:
      1. ຜູ້ໃດກໍ່ຄວາມເສັຍຫາຍ ແມ່ນ ຜູ້ນັ້ນເປັນຜູ້ຮັບຜິດຊອບ ຕໍ່ຄວາມເສັຍຫາຍທີ່ໄດ້ເກີດຂຶ້ນ ຕາມລະບຽບກົດໝາຍ;
      2. ການໃຊ້ແທນຄ່າເສັຍຫາຍ ແມ່ນ ຂຶ້ນກັບລະດັບຄວາມ ເສັຍຫາຍຕາມມູນຄ່າຕົວຈິງ ແລະ ປະຕິບັດຕາມສ່ວນ ຄວາມຮັບຜິດຊອບ ຂອງການກໍ່ຄວາມເສັຍຫາຍ.

ມາດຕາ 6(ໃຫມ່).   ຂອບເຂດການນຳໃຊ້ກົດຫມາຍ
    ກົດຫມາຍສະບັບນີ້ ນຳໃຊ້ສຳລັບການເຮັດສັນຍາ, ການປະຕິບັດສັນຍາ, ຄວາມຮັບຜິດຊອບ ຕໍ່ຄວາມເສັຍຫາຍທີ່ເກີດຂຶ້ນແກ່ ລັດ, ລວມໝູ່, ບຸກຄົນ ຫລື ການຈັດຕັ້ງ ລວມທັງ ຄົນຕ່າງປະ ເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ຢູ່ ສປປ ລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ.

ມາດຕາ 7(ໃຫມ່).   ການຮ່ວມມືສາກົນ
    ລັດ ສົ່ງເສີມໃຫ້ມີການພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການເຊັນ ແລະ ປະຕິບັດສັນຍາ, ການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ຍົກລະດັບຄວາມຮູ້ຄວາມ ສາມາດກ່ຽວກັບການເຮັດສັນຍາ, ການປະຕິບັດສັນຍາ ແລະ ການແກ້ໄຂຂໍ້ຂັດແຍ່ງ ທີ່ເນື່ອງຈາກ ການລະເມີດສັນຍາ ແລະ ການກໍ່ຄວາມເສັຍຫາຍ.

ພາກທີ II
ຂໍ້ຜູກພັນໃນສັນຍາ

ຫມວດທີ 1
ຫລັກການລວມ
ກ. ການເຮັດສັນຍາ

ມາດຕາ 8(ປັບປຸງ).   ສັນຍາ
    ສັນຍາ ແມ່ນ ການຕົກລົງລະຫວ່າງຄູ່ສັນຍາ ຊຶ່ງພາໃຫ້ສິດ ແລະ ພັນທະ ທາງແພ່ງ ເກີດຂຶ້ນ, ປ່ຽນແປງ ຫລື ສິ້ນສຸດລົງ.
    ສັນຍາ ອາດຈະເຮັດຂຶ້ນ ລະຫວ່າງ:
      - ອົງການຈັດຕັ້ງຂອງລັດ  ຫລື ລວມຫມູ່ ດ້ວຍກັນ;
      - ອົງການຈັດຕັ້ງຂອງລັດ ຫລື ລວມຫມູ່ ກັບ ນິຕິບຸກ ຄົນອື່ນ ຫລື ບຸກຄົນ;
      - ນິຕິບຸກຄົນ ຫລື ບຸກຄົນ ດ້ວຍກັນ;
      - ນິຕິບຸກຄົນ ກັບ ບຸກຄົນ.

ມາດຕາ 9(ປັບປຸງ).   ລັກສະນະຂອງສັນຍາ
    ສັນຍາ ອາດຈະມີລັກສະນະ ຝ່າຍດຽວ, ສອງຝ່າຍ ຫລື ຫລາຍຝ່າຍ.
    ສັນຍາຝ່າຍດຽວ ແມ່ນ ການຕົກລົງ ທີ່ຝ່າຍດຽວມີພັນທະ ຊຶ່ງຕ້ອງປະຕິບັດ ຕໍ່ອີກຝ່າຍຫນຶ່ງ ໂດຍບໍ່ມີການຕອບແທນຈາກຝ່າຍນີ້.
    ສັນຍາສອງຝ່າຍ ຫລື ຫລາຍຝ່າຍ ແມ່ນ ການຕົກລົງຂອງສອງຝ່າຍ ຫລື ຫລາຍຝ່າຍທີ່ພາໃຫ້ເກີດສິດ ແລະ ພັນທະຕໍ່ກັນ.
    ສັນຍາດັ່ງກ່າວ ແມ່ນ ສັນຍາທາງແພ່ງ ຊຶ່ງຈະກາຍເປັນສັນຍາການຄ້າ ຖ້າວ່າ ວັດຖຸປະສົງ ຂອງສັນຍາ ຫາກແມ່ນການເຄື່ອນໄຫວທຸລະກິດ.

ມາດຕາ 10.   ເງື່ອນໄຂຂອງສັນຍາ
    ສັນຍາ ຕ້ອງເຮັດຂຶ້ນໃຫ້ຄົບຖ້ວນຕາມເງື່ອນໄຂ ດັ່ງນີ້:
      1. ຄວາມສະຫມັກໃຈຂອງຄູ່ສັນຍາ;
      2. ຄວາມສາມາດທາງດ້ານການປະພຶດຂອງຄູ່ສັນຍາ;
      3. ວັດຖຸປະສົງຂອງສັນຍາ ຕ້ອງໃຫ້ຊັດເຈນ, ມີຈິງ ແລະ ຖືກຕ້ອງຕາມກົດຫມາຍ;
      4. ເຫດຜົນຂອງສັນຍາ ຕ້ອງໃຫ້ຖືກຕ້ອງຕາມກົດຫມາຍ.
      5. ຮູບການຂອງສັນຍາ ຕ້ອງໃຫ້ສອດຄ່ອງກັບການກຳນົດ ຂອງກົດຫມາຍ.

ມາດຕາ 11(ປັບປຸງ).   ຄວາມສະຫມັກໃຈຂອງຄູ່ສັນຍາ
    ຄວາມສະຫມັກໃຈຂອງຄູ່ສັນຍາ ແມ່ນ ຄວາມສົມຍອມຂອງຄູ່ສັນຍາ ໃນການ ເຮັດສັນຍານຳກັນ ໂດຍປາສະຈາກ ຄວາມຫລົງຜິດ, ການຕົວະຍົວະຫລອກລວງ, ການບັງຄັບນາບຂູ່ ຫລື ການໃຊ້ຄວາມ ຮຸນແຮງ ຫລື ຄວາມອັບປະໂຫຍດຂອງຝ່າຍໃດຫນຶ່ງ.
    ຄວາມຫລົງຜິດ ເກີດຂຶ້ນ ເມື່ອວັດຖຸປະສົງຂອງສັນຍາບໍ່ຖືກຕ້ອງ ຕາມທີ່ຄູ່ສັນ ຍາໄດ້ຕົກລົງກັນ.
    ການຕົວະຍົວະຫລອກລວງ ເກີດຂຶ້ນ ເມື່ອຄູ່ສັນຍາຝ່າຍຫນຶ່ງ ໄດ້ໃຊ້ກົນອຸບາຍ ຊຶ່ງພາໃຫ້ອີກ ຝ່າຍຫນຶ່ງຫລົງເຊື່ອເຮັດສັນຍາ.
    ການບັງຄັບນາບຂູ່ ຫລື ການໃຊ້ຄວາມຮຸນແຮງ ເກີດຂຶ້ນ ເມື່ອຄູ່ສັນຍາຝ່າຍ ໃດຫນຶ່ງ ຫາກເຮັດສັນຍາ ຍ້ອນຄວາມຢ້ານກົວຕໍ່ການກະທຳດັ່ງກ່າວ ຊຶ່ງເປັນອັນຕະລາຍແກ່ຕົນເອງ, ຄອບຄົວ, ຊັບສົມບັດ ຫລື ຍາດພີ່ນ້ອງຂອງຕົນ.
    ຄວາມອັບປະໂຫຍດຂອງຝ່າຍໃດຫນຶ່ງ ເກີດຂຶ້ນ ເມື່ອຜົນປະໂຫຍດ ທີ່ເກີດ ຈາກສັນຍານັ້ນ ບໍ່ເປັນທຳ.

ມາດຕາ 12(ປັບປຸງ).   ຄວາມສາມາດທາງດ້ານການປະພຶດຂອງຄູ່ສັນຍາ
    ຄວາມສາມາດທາງດ້ານການປະພຶດ ແມ່ນ ຄວາມສາມາດດ້ວຍການກະທຳ ຂອງບຸກຄົນ ຫລື ການຈັດຕັ້ງ ທີ່ພາໃຫ້ເກີດສິດ ແລະ ພັນທະທາງແພ່ງແກ່ຕົນ.
    ບຸກຄົນໃດຫນຶ່ງ ຈະຖືວ່າເປັນຜູ້ມີຄວາມສາມາດທາງດ້ານການປະພຶດໄດ້ ກໍຕໍ່ ເມື່ອບຸກຄົນນັ້ນ ຫາກມີອາຍຸແຕ່ ສິບແປດປີ ຂຶ້ນໄປ ແລະ ບໍ່ເປັນຄົນບ້າເສັຍຈິດ.
    ການຈັດຕັ້ງໃດຫນຶ່ງ ຈະຖືວ່າມີຄວາມສາມາດທາງດ້ານການປະພຶດໄດ້ ກໍຕໍ່ ເມື່ອການຈັດຕັ້ງນັ້ນ ຫາກໄດ້ຖືກຮັບຮອງເປັນນິຕິບຸກຄົນ.

ມາດຕາ 13.   ວັດຖຸປະສົງຂອງສັນຍາ
    ວັດຖຸປະສົງຂອງສັນຍາ ແມ່ນ ເປົ້ົ້າຫມາຍທີ່ຄູ່ສັນຍາຕ້ອງການໃຫ້ມີຂຶ້ນ.
    ວັດຖຸປະສົງ ຕ້ອງໃຫ້ຊັດເຈນ, ມີຈິງ, ຖືກຕ້ອງຕາມກົດຫມາຍ ຫລື ບໍ່ຂັດ ກັບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສາມາດປະຕິບັດໄດ້.

ມາດຕາ 14.   ເຫດຜົນຂອງສັນຍາ
    ເຫດຜົນຂອງສັນຍາ ແມ່ນ ສິ່ງຊຸກຍູ້ໃຫ້ເຮັດສັນຍາ ແລະ ໃຫ້ຄູ່ສັນຍານັ້ນ ໄດ້ປະຕິບັດສິດ ແລະ ພັນທະຂອງຕົນ.
    ເຫດຜົນຂອງສັນຍາ ຕ້ອງໃຫ້ມີຈິງ ແລະ ຖືກຕ້ອງຕາມກົດຫມາຍ.

ມາດຕາ 15(ປັບປຸງ).   ຮູບການຂອງສັນຍາ
    ສັນຍາ ອາດຈະເຮັດເປັນລາຍລັກອັກສອນ, ທາງປາກເປົ່າ ຫລື ດ້ວຍຮູບ ການອື່ນ.
    ສັນຍາທີ່ເຮັດຂຶ້ນຕາມມາດຕາ 8 ຂອງກົດຫມາຍສະບັບນີ້ ຕ້ອງເຮັດເປັນ ລາຍລັກອັກສອນ ເວັ້ນເສັຽແຕ່ສັນຍາທີ່ເຮັດຂຶ້ນ ລະຫວ່າງ ບຸກຄົນດ້ວຍກັນ.
    ສັນຍາທີ່ເຮັດເປັນລາຍລັກອັກສອນນັ້ນ ຕ້ອງລົງວັນທີ ເດືອນ ປີ ແລະ ມີລາຍ ເຊັນຂອງຄູ່ສັນຍາ. ເພື່ອຢັ້ງຢືນຄວາມແນ່ນອນ ຄູ່ສັນຍາອາດຈະແປະໂປ້ມືຂອງຕົນໃສ່ຕື່ມອີກກໍໄດ້.
    ສັນຍາທີ່ເຮັດເປັນລາຍລັກອັກສອນ ອາດຈະຂຽນດ້ວຍມື, ພິມດີດ ຫລື ພິມ ດ້ວຍເຄື່ອງເອເລັກໂຕຣນິກ ໂດຍຄູ່ສັນຍາເອງ ຫລື ມີການເຂົ້າຮ່ວມຂອງນາຍບ້ານ ພ້ອມດ້ວຍພະຍານທັງສອງຝ່າຍທີ່ເຊື່ອຖື ໄດ້ ຢ່າງຫນ້ອຍ ສາມຄົນ.
    ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານກົດຫມາຍ ແລະ ຄວາມເປັນຈິງຂອງ ສັນຍາ ໃຫ້ນຳສັນຍານັ້ນ ໄປຢັ້ງຢືນ ຢູ່ສຳນັກງານທະບຽນສານ.

ມາດຕາ 16(ປັບປຸງ).   ເນື້ອໃນຂອງສັນຍາ
    ສັນຍາ ອາດຈະປະກອບດ້ວຍເນື້ອໃນຕົ້ນຕໍ ດັ່ງນີ້:
      - ຊື່, ນາມສະກຸນ ແລະ ບ່ອນຢູ່ ຂອງຄູ່ສັນຍາ;
      - ວັດຖຸປະສົງ, ລາຄາ, ກຳນົດເວລາປະຕິບັດ, ການຊຳ ລະ, ການນຳສົ່ງ;
      - ຂອບເຂດ, ປະລິມານ ແລະ ຄຸນນະພາບ ຂອງເປົ້າ ໝາຍ;
      - ສະຖານທີ່ຂອງການປະຕິບັດສັນຍາ ແລະ ພັນທະໃນການ ແຈ້ງໃຫ້ແກ່ກັນຊາບ;
      - ຜົນສະທ້ອນຂອງການລະເມີດສັນຍາ;
      - ຮູບການ ແລະ ອົງການແກ້ໄຂຂໍ້ຂັດແຍ່ງ;
      - ເງື່ອນໄຂຂອງການປ່ຽນແປງ ແລະ ການສິ້ນສຸດສັນຍາ ກ່ອນກຳນົດ.
    ວັດຖຸປະສົງ, ລາຄາ, ກຳນົດເວລາປະຕິບັດ ແມ່ນ ເນື້ອໃນອັນຈຳເປັນສຳລັບ ສັນຍາທຸກປະເພດ.

ມາດຕາ 17(ປັບປຸງ).   ການສະເຫນີ ແລະ ການຮັບຕອບ ສັນຍາ
    ໃນສັນຍາທາງປາກເປົ່າ ທີ່ຝ່າຍສະເຫນີບໍ່ໄດ້ກຳນົດເວລາໃຫ້ຕອບຮັບນັ້ນ ເມື່ອ ຝ່າຍຖືກສະເຫນີໄດ້ຮັບຄຳສະເຫນີໃນເວລາໃດ, ຢູ່ບ່ອນໃດ ກໍສາມາດຕອບຮັບ ໃນເວລານັ້ນ, ຢູ່ບ່ອນນັ້ນໄດ້ ແລະ ກໍໃຫ້ຖືວ່າ ສັນຍານັ້ນ ໄດ້ມີການຕົກລົງກັນ ນັບແຕ່ເວລານັ້ນເປັນຕົ້ົ້ນໄປ.
    ໃນສັນຍາເປັນລາຍລັກອັກສອນ ທີ່ຝ່າຍສະເຫນີບໍ່ໍໄດ້ກຳນົດເວລາໃຫ້ຕອບຮັບ ນັ້ນ ຝ່າຍທີ່ໄດ້ຮັບຄຳສະເຫນີ ຕ້ອງສົ່ງຄຳຕອບເຖິງຝ່າຍສະເຫນີ ພາຍໃນກຳນົດເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳສະ ເຫນີ ເປັນຕົ້ົ້ນໄປ.
    ຖ້າວ່າຝ່າຍສະເຫນີ ຫາກໄດ້ວາງກຳນົດເວລາໃຫ້ຕອບຮັບແລ້ວ ສັນຍາກໍຈະຖື ວ່າໄດ້ມີການຕົກລົງກັນ ນັບແຕ່ເວລາຄຳຕອບຮັບນັ້ນ ໄດ້ມາເຖິງຝ່າຍສະເຫນີ ພາຍໃນກຳນົດເວລາດັ່ງກ່າວ ແລະ ຝ່າຍສະ ເຫນີ ກໍບໍ່ມີສິດຖອນຕົວໄດ້.
    ຖ້າວ່າຄຳຕອບຮັບນັ້ນ ຫາກເຮັດຂຶ້ນພາຍໃນກຳນົດເວລາທີ່ສະເໜີ ແຕ່ຄຳ ຕອບຮັບ ຜັດໄດ້ມາເຖິງມືຝ່າຍສະເຫນີຊ້າກວ່າກຳນົດເວລາດັ່ງກ່າວ ໃນກໍລະນີທີ່ ຝ່າຍສະເຫນີ ຫາກຮັບເອົາ ກໍໃຫ້ຖືວ່າ ສັນ ຍານັ້ນ ໄດ້ມີການຕົກລົງກັນ.
    ຖ້າວ່າຄຳຕອບຮັບນັ້ນ ຫາກມີຂໍ້ຄວາມ ເພີ່ມເຕີມ, ຕັດອອກ ຫລື ປ່ຽນແປງ ເມື່ອຝ່າຍສະເຫນີເບື້ອງຕົ້ົ້ນ ຫາກຕອບຮັບເຫັນດີນຳ ກໍໃຫ້ຖືວ່າ ສັນຍານັ້ນ ໄດ້ ມີການຕົກລົງກັນ.

ຂ. ສັນຍາທີ່ເປັນໂມຄະ

ມາດຕາ 18.   ສັນຍາທີ່ເປັນໂມຄະ
    ສັນຍາທີ່ເປັນໂມຄະ ແມ່ນ ສັນຍາທີ່ເຮັດຂຶ້ນ ໂດຍບໍ່ຖືກຕ້ອງຕາມເງື່ອນໄຂ ທີ່ ໄດ້ກຳນົດໄວ້ ໃນມາດຕາ 10 ຂອງກົດຫມາຍສະບັບນີ້.
    ສັນຍາ ອາດຈະເປັນໂມຄະບໍ່ເດັດຂາດ ຫລື ເດັດຂາດ, ເປັນໂມຄະທັງຫມົດ ຫລື ບາງສ່ວນ.

ມາດຕາ 19(ປັບປຸງ).   ສັນຍາທີ່ເປັນໂມຄະບໍ່ເດັດຂາດ
    ສັນຍາທີ່ເປັນໂມຄະບໍ່ເດັດຂາດ ແມ່ນ ສັນຍາເປັນໂມຄະ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງບຸກຄົນເທົ່ານັ້ນ.
    ສັນຍາທີ່ເປັນໂມຄະບໍ່ເດັດຂາດ ມີ ຄື:
      1. ສັນຍາທີ່ເຮັດຂຶ້ນດ້ວຍການຕົວະຍົວະຫລອກລວງ ຫລື ການບັງຄັບນາບຂູ່ ຫລື ເຮັດຂຶ້ນໂດຍຝ່າຍຫນຶ່ງໄດ້ຮັບຄວາມອັບປະໂຫຍດ;
      2. ສັນຍາທີ່ເຮັດຂຶ້ນໂດຍຜູ້ບໍ່ມີຄວາມສາມາດທາງດ້ານ ການປະພຶດ;
      3. ສັນຍາທີ່ເຮັດຂຶ້ນໂດຍບຸກຄົນທີ່ຂາດສະຕິສຳນຶກ ຫລື ຢູ່ໃນສະພາບມຶນເມົາອັນໜັກໜ່ວງ;
      4. ສັນຍາທີ່ເຮັດຂຶ້ນໂດຍເຈດຕະນາບໍ່ດີຂອງຜູ້ຕາງຫນ້າ;
      5. ສັນຍາທີ່ເຮັດຂຶ້ນດ້ວຍຄວາມຈຳເປັນ ໃນສະພາບການອັນ ໜັກໜ່ວງເປັນພິເສດ.
    ຖ້າວ່າສັນຍາທີ່ເປັນໂມຄະບໍ່ເດັດຂາດນັ້ນ ຫາກມີການເຫັນດີ ຫລື ຮັບຮອງເອົາ ຈາກຝ່າຍທີ່ເສັຍສິດ ແລະ ຜົນປະໂຫຍດແລ້ວ ກໍຈະຖືວ່າເປັນສັນຍາທີ່ໃຊ້ໄດ້.

ມາດຕາ 20(ປັບປຸງ).   ສັນຍາທີ່ເປັນໂມຄະເດັດຂາດ
    ສັນຍາທີ່ເປັນໂມຄະເດັດຂາດ ແມ່ນ ສັນຍາເປັນໂມຄະ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງລັດ ຫລື ຂອງສັງຄົມ.
    ສັນຍາທີ່ເປັນໂມຄະເດັດຂາດ ມີ ຄື:
      1. ສັນຍາທີ່ເຮັດຂຶ້ນໂດຍຂັດກັບຜົນປະໂຫຍດຂອງລັດ ຫລື ຂອງສັງຄົມ;
      2. ສັນຍາທີ່ເຮັດຂຶ້ນໂດຍນິຕິບຸກຄົນ ຊຶ່ງຂັດກັບກົດລະບຽບ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ;
      3. ສັນຍາທີ່ເຮັດຂຶ້ນດ້ວຍການເຊື່ອງອຳ;
      4. ສັນຍາທີ່ເຮັດຂຶ້ນດ້ວຍການລະເມີດຮູບການຂອງສັນຍາ.
    ຄູ່ສັນຍາບໍ່ມີສິດຕົກລົງ ແລະ ຮັບຮອງເອົາສັນຍາທີ່ເປັນໂມຄະເດັດຂາດນັ້ນໄດ້ ແຕ່ຢ່າງໃດ.

ມາດຕາ 21(ປັບປຸງ).   ສັນຍາທີ່ເປັນໂມຄະທັງຫມົດ ຫລື ບາງສ່ວນ
    ສັນຍາທີ່ເປັນໂມຄະທັງຫມົດ ແມ່ນ ສັນຍາ ທີ່ມີເນື້ອໃນໃຊ້ບໍ່ໄດ້ທັງຫມົດ.
    ສັນຍາທີ່ເປັນໂມຄະບາງສ່ວນ ແມ່ນ ສັນຍາ ທີ່ມີເນື້ອໃນບາງສ່ວນໃຊ້ໄດ້ ແລະ ບາງສ່ວນໃຊ້ບໍ່ໄດ້.

ມາດຕາ 22.   ການຂໍລົບລ້າງສັນຍາທີ່ເປັນໂມຄະ
    ສັນຍາທີ່ເປັນໂມຄະ ອາດຈະຂໍລົບລ້າງໄດ້.
    ຖ້າວ່າຄູ່ສັນຍາຝ່າຍໃດ ຫາກໄດ້ຮູ້ວ່າ ສັນຍາທີ່ເຮັດຂຶ້ນນັ້ນເປັນໂມຄະແລ້ວ ຕ້ອງແຈ້ງໃຫ້ຄູ່ສັນຍາຂອງຕົນຊາບໃນທັນໃດ ເພື່ອທຳການລົບລ້າງສັນຍາດັ່ງກ່າວ, ໃນກໍລະນີທີ່ຄູ່ສັນຍາຝ່າຍນີ້ ຫາກບໍ່ເຫັນ ດີລົບລ້າງສັນຍານັ້ນແລ້ວ ກໍໃຫ້ຝ່າຍທີ່ແຈ້ງນັ້ນຍື່ນຄຳຮ້ອງຂໍຕໍ່ສານ ເພື່ອໃຫ້ລົບລ້າງສັນຍາ.
    ພໍ່ແມ່ ຫລື ຜູ້ປົກຄອງ ຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ, ຄົນບ້າເສັຍຈິດ ກໍມີສິດຂໍລົບລ້າງສັນຍາດັ່ງກ່າວ.
    ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ, ຄົນບ້າເສັຍຈິດ ມີສິດຂໍລົບລ້າງສັນຍາທີ່ຕົນ ໄດ້ເຮັດຂຶ້ນນັ້ນ ພາຍໃນກຳນົດ ສາມປີ ພາຍຫລັງທີ່ຕົນໄດ້ເຖິງກະສຽນອາຍຸ ຫລື ໄດ້ກັບຄືນມາເປັນຜູ້ມີຄວາມສາມາດທາງ ດ້ານການປະພຶດແລ້ວ.
    ສຳລັບສັນຍາທີ່ເປັນໂມຄະບໍ່ເດັດຂາດນັ້ນ ມີແຕ່ຄູ່ສັນຍາເທົ່ານັ້ນທີ່ຈະຂໍລົບ ລ້າງໄດ້. ສ່ວນສັນຍາທີ່ເປັນໂມຄະເດັດຂາດນັ້ນ ທຸກຄົນທີ່ມີຜົນປະໂຫຍດກ່ຽວຂ້ອງ ກໍມີສິດຂໍລົບລ້າງໄດ້.

ມາດຕາ 23.   ຜົນສະທ້ອນຂອງສັນຍາທີ່ເປັນໂມຄະ
    ເມື່ອຮັບຮູ້ວ່າສັນຍາເປັນໂມຄະແລ້ວ ໃຫ້ປະຕິບັດ ດັ່ງນີ້:
      1. ໃຫ້ສົ່ງຊັບສິ່ງຂອງ ທີ່ໄດ້ປະຕິບັດຕໍ່ກັນແລ້ວນັ້ນຄືນແກ່ ຄູ່ສັນຍາທັງສອງຝ່າຍ ໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນ ໂດຍບໍ່ສອດຄ່ອງກັບເງື່ອນໄຂຂອງ ສັນຍາ, ສັນຍາຂອງນິຕິບຸກຄົນ ຫາກໄດ້ເຮັດຂຶ້ນໂດຍຂັດກັບວັດຖຸປະສົງ ຫລື ເປົ້ົ້າຫມາຍການເຄື່ອນໄຫວຂອງຕົນ, ສັນຍາທີ່ໄດ້ເຮັດຂຶ້ນໂດຍເດັກທີ່ຍັງບໍ່ທັນ ເຖິງກະສຽນ ອາຍຸ ຫລື ຄົນບ້າເສັຍຈິດ, ສັນຍາທີ່ໄດ້ເຮັດຂຶ້ນໂດຍບຸກຄົນທີ່ຂາດສະຕິສຳນຶກ ຫລື ຢູ່ໃນສະພາບມຶນເມົາອັນ ຫນັກຫນ່ວງ, ສັນຍາທີ່ໄດ້ເຮັດຂຶ້ນໂດຍຝ່າຍຫນຶ່ງ ໄດ້ຮັບຄວາມອັບປະໂຫຍດ;
      2. ໃຫ້ສົ່ງຊັບສິ່ງຂອງທີ່ໄດ້ປະຕິບັດແລ້ວນັ້ນ ຄືນແກ່ຝ່າຍທີ່ ໄດ້ຮັບຄວາມເສັຍຫາຍ ໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນດ້ວຍການຕົວະຍົວະຫລອກລວງ ຫລື ການບັງຄັບນາບຂູ່. ສ່ວນຊັບ ສິ່ງຂອງທີ່ໄດ້ປະຕິບັດຈາກອີກຝ່າຍຫນຶ່ງນັ້ນ ໃຫ້ຮິບເປັນຂອງລັດ;
      3.ໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນໂດຍຂັດກັບຄວາມ ໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມນັ້ນ ກໍໃຫ້ຮິບ ຊັບສິ່ງຂອງທີ່ໄດ້ປະຕິບັດ ແລ້ວທັງຫມົດເປັນຂອງລັດ.

ຄ. ການປະຕິບັດສັນຍາ

ມາດຕາ 24(ປັບປຸງ).   ການປະຕິບັດສັນຍາ
    ຄູ່ສັນຍາ ຕ້ອງປະຕິບັດສັນຍາດ້ວຍຄວາມຈິງໃຈ, ຄົບຖ້ວນ, ຕາມກຳນົດ ເວລາ ແລະ ໃນສະຖານທີ່ ຊຶ່ງໄດ້ກຳນົດໄວ້ໃນສັນຍາ ຫລື ກົດຫມາຍ.
    ຄູ່ສັນຍາ ບໍ່ມີສິດ ປະຕິເສດການປະຕິບັດສັນຍາ ຫລື ປ່ຽນແປງເງື່ອນໄຂຂອງ ສັນຍາແຕ່ຝ່າຍດຽວ ເວັ້ນເສັຍແຕ່ກໍລະນີທີ່ກົດຫມາຍຫາກໄດ້ອະນຸຍາດໃຫ້.
    ຄູ່ສັນຍາ ມີສິດບໍ່ຮັບເອົາການປະຕິບັດ ທີ່ບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ແລະ ສອດ ຄ່ອງກັບສັນຍາ ຫລື ກົດຫມາຍ ເວັ້ນເສັຍແຕ່ ສັນຍາ ຫລື ກົດຫມາຍ ຫາກໄດ້ກຳນົດໄວ້ຢ່າງອື່ນ.

ມາດຕາ 25(ໃຫມ່).   ການປະຕິບັດສັນຍາເພີ່ມເຕີມ
    ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກຳນົດ ຫລື ກຳນົດບໍ່ຈະແຈ້ງ ກ່ຽວກັບຄຸນນະ ພາບທີ່ຕ້ອງການນັ້ນ ໃຫ້ປະຕິບັດຢ່າງສອດຄ່ອງກັບກົດຫມາຍວ່າດ້ວຍ ມາດຕະຖານ ຫລື ລະບຽບກົດຫມາຍອື່ນທີ່ກ່ຽວຂ້ອງ ຫລື ມາດຕະຖານທີ່ຍອມຮັບ ເປັນປະເພນີເຄີຍປະຕິບັດກັນມາ ໂດຍສອດຄ່ອງກັບວັດຖຸປະສົງ ຂອງສັນຍາ.
    ໃນກໍລະນີທີ່ສັນຍາ ຫາກກຳນົດລາຄາ ຫລື ຄ່າຕອບແທນ ບໍ່ຈະແຈ້ງນັ້ນ ໃຫ້ ປະຕິບັດຢ່າງ ສອດຄ່ອງກັບລາຄາທົ່ວໄປໃນທ້ອງຕະຫລາດ ຢູ່ສະຖານທີ່ ເວລາປະຕິບັດສັນຍາ ຫລື ຕາມລາຄາ ທີ່ລັດໄດ້ກຳ ນົດ.

ມາດຕາ 26.   ກຳນົດເວລາຂອງການປະຕິບັດສັນຍາ
    ສັນຍາ ຕ້ອງໄດ້ຮັບການປະຕິບັດ ຕາມກຳນົດເວລາທີ່ໄດ້ກຳນົດໄວ້ ແລະ ໃຫ້ ສອດຄ່ອງກັບກົດຫມາຍ.
    ໃນກໍລະນີທີ່ບໍ່ໄດ້ກຳນົດເວລາຂອງການປະຕິບັດສັນຍາ ເຈົ້າຫນີ້ ມີສິດທວງໃຫ້ ປະຕິບັດ ແລະ ລູກຫນີ້ ກໍມີສິດປະຕິບັດໄດ້ທຸກເວລາ. ໃນກໍລະນີທີ່ເຈົ້າຫນີ້ ຫາກໄດ້ທວງໃຫ້ປະຕິບັດນັ້ນ ລູກຫນີ້ ມີພັນ ທະປະຕິບັດສັນຍາດັ່ງກ່າວ ພາຍໃນກຳນົດເວລາ ສິບຫ້າວັນ ນັບແຕ່ວັນທີ່ເຈົ້າຫນີ້ໄດ້ທວງໃຫ້ປະຕິບັດເປັນຕົ້ົ້ນໄປ.
    ລູກຫນີ້ ອາດຈະປະຕິບັດສັນຍາ ກ່ອນກຳນົດເວລາກໍໄດ້ ຖ້າວ່າການປະຕິບັດ ນັ້ນ ຫາກບໍ່ຂັດກັບສັນຍາ ຫລື ກົດຫມາຍ ແລະ ເຈົ້າຫນີ້ ກໍເຫັນດີນຳ.

ມາດຕາ 27.   ສະຖານທີ່ປະຕິບັດສັນຍາ
    ສັນຍາ ຈະປະຕິບັດຢູ່ສະຖານທີ່ ຊຶ່ງສັນຍາ ຫລື ກົດຫມາຍໄດ້ກຳນົດໄວ້. ໃນກໍລະນີທີ່ບໍ່ໄດ້ກຳນົດສະຖານທີ່ປະຕິບັດ ແມ່ນໃຫ້ປະຕິບັດສັນຍາ ຢູ່ສະຖານທີ່ ດັ່ງນີ້:
      1. ການມອບອາຄານກໍ່ສ້າງ ໃຫ້ປະຕິບັດຢູ່ສະຖານທີ່ການ ກໍ່ສ້າງນັ້ນ;
      2. ການໃຊ້ແທນຫນີ້ສິນ ໃຫ້ປະຕິບັດຢູ່ບ່ອນຢູ່ຂອງເຈົ້າຫນີ້ ໃນເວລາເຮັດສັນຍານັ້ນ ເວັ້ນເສັຍແຕ່ການໃຊ້ແທນຫນີ້ສິນຂອງການຈັດຕັ້ງຂອງລັດ, ລວມ ຫມູ່ ແລະ ສັງຄົມ.
    ຖ້າວ່າເຈົ້າຫນີ້ ຫາກໄດ້ຍ້າຍບ່ອນຢູ່ໃນເວລາປະຕິບັດສັນຍາ ແລະ ໄດ້ແຈ້ງໃຫ້ ລູກຫນີ້ຊາບໃນເວລານັ້ນ ໃຫ້ປະຕິບັດຢູ່ບ່ອນຢູ່ໃຫມ່ຂອງເຈົ້ົ້າຫນີ້, ສ່ວນຄ່າໃຊ້ ຈ່າຍທັງຫມົດໃນການປະຕິບັດສັນຍານັ້ນ ແມ່ນເປັນພາລະຂອງເຈົ້າຫນີ້;
      3. ພັນທະອື່ນ ໃຫ້ປະຕິບັດຢູ່ບ່ອນຢູ່ຂອງລູກຫນີ້ ໃນເວລາ ເຮັດສັນຍານັ້ນ. ຖ້າວ່າລູກຫນີ້ຫາກ ແມ່ນນິຕິບຸກຄົນ ກໍໃຫ້ປະຕິບັດຢູ່ສຳນັກງານຂອງນິຕິບຸກຄົນນັ້ນ.

ມາດຕາ 28(ປັບປຸງ).   ການຊຳລະ
    ການຊຳລະ ອາດຈະປະຕິບັດເປັນ ເງິນສົດ, ເງິນໂອນ, ເຊັກ ຫລື ວັດຖຸ ຫລື ແຮງງານ ຕາມການຕົກລົງເຫັນດີຂອງເຈົ້າຫນີ້.
    ການຊຳລະ ຈະມີຂຶ້ນໄດ້ ກໍຕໍ່ເມື່ອຫາກມີການເຮັດໃບເກັັບເງິນ ເສັຍກ່ອນ.
    ໃນການຊຳລະນັ້ນ ເຈົ້າຫນີ້ ຕ້ອງເຮັດໃບຮັບເງິນ ຫລື ເອກະສານອື່ນ ດ້ວຍ ຕົນເອງ ຫລື ຕາມຄຳຮ້ອງຂໍຂອງລູກຫນີ້. ໃບຮັບເງິນ ຫລື ເອກະສານອື່ນນີ້ ຕ້ອງເຮັດໃນທັນໃດ ຫລື ຢ່າງຊ້າພາຍໃນ ສິບຫ້າ ວັນ ພາຍຫລັງທີ່ໄດ້ປະຕິບັດສັນຍາແລ້ວ.
    ໃນກໍລະນີທີ່ມີການຊຳລະດ້ວຍເຊັກນັ້ນ ມື້ຊຳລະ ແມ່ນມື້ທີ່ເຈົ້າຫນີ້ໄດ້ຖອນເງິນ ຕາມຈຳນວນທີ່ກຳນົດໄວ້ໃນເຊັກນັ້ນ. ໃນການຊຳລະເປັນເງິນໂອນ ໃຫ້ຖືວ່າ ມື້ຊຳລະ ແມ່ນ ມື້ທີ່ເງິນເຂົ້າບັນຊີຂອງເຈົ້າຫນີ້. ໃນການຊຳລະທາງໄປສະນີ ໃຫ້ຖືວ່າ ມື້ຊຳລະ ແມ່ນ ມື້ທີ່ລູກຫນີ້ໄດ້ມອບເງິນ ຫລື ຊັບສິ່ງຂອງທາງໄປສະນີ.

ມາດຕາ 29.   ການແຈ້ງຂໍ້ຫຍຸ້ງຍາກໃນການປະຕິບັດສັນຍາ
    ເມື່ອມີຂໍ້ຫຍຸ້ງຍາກເກີດຂຶ້ນ ໃນການປະຕິບັດສັນຍາ ເຖິງວ່າຄູ່ສັນຍາຝ່າຍໃດ ຫນຶ່ງ ຫາກໄດ້ພະຍາຍາມພຽງໃດ ກໍບໍ່ສາມາດປະຕິບັດພັນທະຂອງຕົນໄດ້ ຢ່າງສະຫມ່ຳສະເຫມີນັ້ນ ຜູ້ກ່ຽວຕ້ອງແຈ້ງສາເຫດ ຂອງຂໍ້ຫຍຸ້ງຍາກດັ່ງກ່າວໃຫ້ອີກຝ່າຍຫນຶ່ງຊາບ ໃນເວລາອັນເຫມາະສົມ ກ່ອນກຳນົດເວລາຂອງການປະຕິບັດສັນຍາຈະສິ້ນ ສຸດ.
    ການແຈ້ງຂໍ້ຫຍຸ້ງຍາກນັ້ນ ຈະບໍ່ເປັນສາເຫດທີ່ພາໃຫ້ລູກຫນີ້ ພົ້ົ້ນຈາກຄວາມ ຮັບຜິດຊອບຂອງຕົນໄປໄດ້, ພາຍຫລັງທີ່ຂໍ້ຫຍຸ້ງຍາກ ຫາກໄດ້ສິ້ນສຸດລົງແລ້ວ ລູກຫນີ້ ກໍຈະສືບຕໍ່ປະຕິບັດພັນທະ ຕາມສັນ ຍານັ້ນ.

ມາດຕາ 30(ໃຫມ່).   ການໂຈະການປະຕິບັດສັນຍາ
    ຄູ່ສັນຍາຝ່າຍໃດຫນຶ່ງ ທີ່ໄດ້ປະຕິບັດພັນທະຂອງຕົນ ສ່ວນໃດຫນຶ່ງແລ້ວ ອາດ ໂຈະການປະຕິບັດພັນທະຂອງຕົນ ໂດຍແຈ້ງໃຫ້ຄູ່ສັນຍາອີກຝ່າຍຫນຶ່ງໃນທັນທີ ຖ້າເຫັນວ່າ ຄູ່ສັນຍາຝ່າຍທີ່ຖືກແຈ້ງໂຈະນີ້ ຕົກ ຢູ່ໃນສະພາບໃດຫນຶ່ງ ຊຶ່ງອາດຈະສ້າງຜົນເສັຍຫາຍໃຫ້ແກ່ຕົນ ດັ່ງນີ້:
      - ຖືກຮ້ອງຟ້ອງ ຫລື ຮ້ອງຂໍ ໃຫ້ລົ້ມລະລາຍ;
      - ຂາດຄວາມເຊື່ອຖືໃນການດຳເນີນທຸລະກິດ ຊຶ່ງອາດຈະບໍ່ ສາມາດປະຕິບັດສັນຍາໄດ້;
      - ຕົກຢູ່ໃນສະພາບ ທີ່ເຮັດໃຫ້ຜູ້ກ່ຽວ ບໍ່ສາມາດປະຕິບັດ ສັນຍານັ້ນໄດ້. 
    ຄູ່ສັນຍາທີ່ໄດ້ໂຈະການປະຕິບັດນັ້ນ ຕ້ອງຮັບຜິດຊອບຕໍ່ຄູ່ສັນຍາອີກຝ່າຍຫນຶ່ງ ກ່ຽວກັບ ຄວາມເສັຍຫາຍທີ່ເກີດຂຶ້ນ ຖ້າວ່າການໂຈະນັ້ນ ຫາກໄດ້ເຮັດຂຶ້ນ ໂດຍບໍ່ມີສະພາບຕາມທີ່ກ່າວມາຂ້າງເທິງນີ້.
    ຖ້າວ່າຄູ່ສັນຍາທີ່ຖືກແຈ້ງກ່ຽວກັບການໂຈະການປະຕິບັດສັນຍານັ້ນ ສາມາດ ຢັ້ງຢືນ ຫລື ໃຫ້ການຄ້ຳປະກັນໃນການປະຕິບັດສັນຍາທີ່ເຫມາະສົມກ່ຽວກັບ ຄວາມສາມາດ ໃນການປະຕິບັດພັນທະຂອງຕົນ ຄູ່ສັນຍາທີ່ໄດ້ໂຈະນັ້ນ ຕ້ອງສືບຕໍ່ປະຕິບັດພັນທະຂອງຕົນ. ໃນກໍລະນີທີ່ບໍ່ສາມາດຢັ້ງຢືນ ຫລື ໃຫ້ການຄ້ຳປະກັນທີ່ເຫມາະສົມ ໄດ້ ຄູ່ສັນຍາທີ່ໂຈະນັ້ນ ສາມາດຍົກເລີກສັນຍາໄດ້. ສຳລັບການປະຕິບັດພັນທະຜ່ານມາ ຄູ່ສັນຍາທີ່ຖືກແຈ້ງໂຈະນັ້ນ ຕ້ອງທົດ ແທນຄືນໃຫ້ແກ່ຄູ່ສັນຍາທີ່ຍົກເລີກ.
    ການໂຈະການປະຕິບັດສັນຍາ ສາມາດດຳເນີນໄດ້ ໃນສັນຍາທຸກປະເພດ ເວັ້ນ ເສຍແຕ່ ສັນຍາຝ່າຍດຽວ.

ມາດຕາ 31.   ຜົນບັງຄັບຂອງສັນຍາຕໍ່ບຸກຄົນອື່ນ
    ເຈົ້າຫນີ້ ມີສິດມອບສິດຂອງຕົນໃຫ້ເຈົ້າຫນີ້ຄົນໃຫມ່ ທວງເອົາຊັບສິ່ງຂອງຈາກ ລູກຫນີ້ທີ່ກ່ຽວຂ້ອງ.
    ເຈົ້າຫນີ້ ຕ້ອງມອບເອກະສານຕ່າງໆ ກ່ຽວກັບການທວງຫນີ້ນັ້ນໃຫ້ເຈົ້າຫນີ້ຄົນ ໃຫມ່ ແລະ ຕ້ອງຮັບຜິດຊອບຕໍ່ຜູ້ກ່ຽວ ຖ້າວ່າສິດທີ່ມອບໃຫ້ຜູ້ກ່ຽວນັ້ນ ຫາກບໍ່ມີຄວາມຈິງ.
    ໃນກໍລະນີທີ່ເຈົ້າຫນີ້ ຫາກໄດ້ເສັຍຊີວິດໄປແລ້ວ ຜູ້ສືບທອດທີ່ໄດ້ຮັບມູນມໍຣະດົກ ກໍມີສິດທວງເອົາຊັບສິ່ງຂອງຈາກລູກຫນີ້ີ ທີ່ກ່ຽວຂ້ອງນັ້ນໄດ້.
    ລູກຫນີ້ີ ກໍມີສິດມອບພັນທະຂອງຕົນໃຫ້ລູກຫນີ້ຄົນໃຫມ່ ປະຕິບັດແທນຕົນໄດ້ ແຕ່ຕ້ອງໄດ້ຮັບການຕົກລົງເຫັນດີຈາກເຈົ້າຫນີ້ເສັຍກ່ອນ.
    ໃນກໍລະນີທີ່ລູກຫນີ້ ຫາກໄດ້ເສັຍຊີວິດໄປແລ້ວ ຜູ້ສືບທອດທີ່ໄດ້ຮັບເອົາມູນ ມໍຣະດົກ ກໍມີພັນທະປະຕິບັດແທນຜູ້ກ່ຽວ.

ມາດຕາ 32(ໃຫມ່).   ສິດດຳເນີນການແທນລູກຫນີ້
    ໃນກໍລະນີທີ່ລູກຫນີ້ ຫາກບໍ່ທວງຫນີ້ນຳລູກຫນ້ີຂອງຕົນ ຊຶ່ງພາໃຫ້ເກີດຄວາມ ອັບປະໂຫຍດ ແກ່ເຈົ້າຫນີ້ ເຈົ້າຫນີ້ມີສິດຮ້ອງຟ້ອງທວງເອົາຫນີ້ສິນ ຕໍ່ສານ ແທນລູກຫນີ້ ເວັ້ນເສັຍແຕ່ສິດຂອງລູກຫນີ້ນັ້ນ ແມ່ນຮຽກຮ້ອງໃຫ້ແຕ່ລູກຫນີ້ສະເພາະເທົ່ານັ້ນ ເປັນຜູ້ປະຕິບັດ.
    ຄ່າໃຊ້ຈ່າຍໃນການດຳເນີນການແທນຂອງເຈົ້າຫນີ້ ຕົກເປັນຄວາມຮັບຜິດຊອບ ຂອງລູກຫນີ້.

ມາດຕາ 33.   ຜົນສະທ້ອນຂອງການລະເມີດສັນຍາ
    ການລະເມີດສັນຍາ ແມ່ນ ການບໍ່ປະຕິບັດສັນຍາທັງຫມົດ ຫລື ບາງສ່ວນ ຫລື ການປະຕິບັດສັນຍາຢ່າງບໍ່ສົມເຫດສົມຜົນ ໂດຍຄູ່ສັນຍາຝ່າຍໃດຫນຶ່ງ ເຊັ່ນ ການປະຕິບັດສັນຍາບໍ່ມີຄຸນນະພາບ, ບໍ່ ທັນກັບເວລາ, ບໍ່ຖືກສະຖານທີ່ ຊຶ່ງກຳນົດໄວ້ໃນສັນຍາ.
    ຖ້າວ່າຄູ່ສັນຍາຝ່າຍໃດຫນຶ່ງ ຫາກໄດ້ລະເມີດສັນຍາ ຝ່າຍນັ້ນ ຕ້ອງຮັບຜິດ ຊອບໃຊ້ແທນຄ່າເສັຍຫາຍທີ່ເກີດຂຶ້ນ ເວັ້ນເສັຍແຕ່ການລະເມີດສັນຍານັ້ນ ຫາກເກີດຂຶ້ນຍ້ອນເຫດສຸດວິໄສ.

ງ. ມາດຕະການຮັບປະກັນການປະຕິບັດສັນຍາ

ມາດຕາ 34(ປັບປຸງ).   ມາດຕະການຮັບປະກັນການປະຕິບັດສັນຍາ
    ໃນການຮັບປະກັນການປະຕິບັດສັນຍາຢ່າງສົມເຫດສົມຜົນ, ເພື່ອຕອບສະ ຫນອງ ຄວາມຕ້ອງການຂອງ ເຈົ້າຫນີ້ ຫລື ທົດແທນຄ່າເສັຍຫາຍ ຊຶ່ງອາດຈະເກີດຂຶ້ນ ພາຍຫລັງການບໍ່ປະຕິບັດສັນຍາ ຫລື ການປະຕິບັດສັນຍາຢ່າງບໍ່ສົມເຫດສົມຜົນນັ້ນ ກົດຫມາຍໄດ້ອະນຸຍາດໃຫ້ນຳໃຊ້ມາດຕະການຕ່າງໆ ຄື: ການຊວດຈຳ, ການ ຄ້ຳປະກັນ ດ້ວຍຫລັກຊັບ, ດ້ວຍບຸກຄົນ ຫລື ນິຕິບຸກຄົນ ແລະ ການປັບໃຫມ.

ມາດຕາ 35.   ການຊວດຈຳ ແລະ ການຄ້ຳປະກັນ
    ການຊວດຈຳ ແລະ ການຄ້ຳປະກັນ ໃຫ້ປະຕິບັດຕາມກົດຫມາຍວ່າດ້ວຍ ການຄ້ຳປະກັນການປະຕິບັດສັນຍາ.

ມາດຕາ 36.   ການປັບໃຫມ
    ການປັບໃຫມ ແມ່ນ ມາດຕະການຕໍ່ຜູ້ລະເມີດສັນຍາ ຄື ບໍ່ປະຕິບັດສັນຍາ, ປະຕິບັດສັນຍາບໍ່ຄົບຖ້ວນ ຫລື ປະຕິບັດບໍ່ທັນຕາມກຳນົດເວລາ.
    ການປັບໃຫມ ໃຫ້ປະຕິບັດຕາມລະບຽບການສະເພາະ ຂອງຂະແຫນງການທີ່ ກ່ຽວຂ້ອງ ຫລື ຕາມການຕົກລົງຂອງຄູ່ສັນຍາ ໃນກໍລະນີທີ່ບໍ່ມີລະບຽບການສະເພາະ.

ຈ. ການປ່ຽນແປງ, ການຍົກເລີກ ແລະ ການສິ້ນສຸດ ສັນຍາ

ມາດຕາ 37.   ການປ່ຽນແປງ ຫລື ການຍົກເລີກ ສັນຍາ
    ສັນຍາ ອາດຈະຖືກປ່ຽນແປງ ຫລື ຍົກເລີກ ຕາມການຕົກລົງເຫັນດີ ຂອງຄູ່ສັນຍາ.
    ໃນກໍລະນີທີ່ມີການລະເມີດສັນຍາ ຄູ່ສັນຍາຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດນັ້ນ ຈະປ່ຽນແປງ ຫລື ຍົກເລີກ ສັນຍາແຕ່ຝ່າຍດຽວກໍໄດ້ ເວັ້ນເສັຍແຕ່ ຄູ່ສັນຍາ ຫາກໄດ້ຕົກລົງກັນຢ່າງອື່ນ.
    ການປ່ຽນແປງ ຫລື ການຍົກເລີກ ສັນຍາທີ່ເປັນລາຍລັກອັກສອນ ຕ້ອງເຮັດ ເປັນລາຍລັກອັກສອນ.
    ເມື່ອສັນຍາຫາກຖືກຍົກເລີກແລ້ວ ສິ່ງທີ່ໄດ້ປະຕິບັດຕໍ່ກັນຜ່ານມາ ກໍໃຫ້ແລ້ວ ກັນໄປ. ຖ້າວ່າຝ່າຍຫນຶ່ງ ຫາກໄດ້ປະຕິບັດພັນທະຂອງຕົນກ່ອນແລ້ວ ຝ່າຍທີ່ຍັງຄ້າງຄານັ້ນ ຕ້ອງໄດ້ປະຕິບັດຕອບແທນ. ສຳລັບພັນທະທີ່ຍັງບໍ່ທັນໄດ້ປະຕິບັດຕໍ່ກັນນັ້ນ ກໍໃຫ້ເລີກແລ້ວກັນໄປ.

ມາດຕາ 38.   ການສິ້ນສຸດສັນຍາ
    ສັນຍາຈະສິ້ນສຸດລົງ ໃນກໍລະນີື ດັ່ງນີ້:
      - ສັນຍາທີ່ໄດ້ປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ;
      - ຄູ່ສັນຍາ ໄດ້ເຂົ້ົ້າຮ່ວມເປັນອັນດຽວກັນ;
      - ຄູ່ສັນຍາ ໄດ້ມີການຕົກລົງກັນ;
      - ສັນຍາ ບໍ່ສາມາດປະຕິບັດໄດ້;
      - ຄູ່ສັນຍາຝ່າຍໃດຫນຶ່ງ ໄດ້ເສັຍຊີວິດ ຊຶ່ງບຸກຄົນອື່ນ ບໍ່ສາມາດສືບຕໍ່ປະຕິບັດໄດ້;
      - ນິຕິບຸກຄົນທີ່ເປັນຄູ່ສັນຍາ ໄດ້ຖືກຍຸບເລີກ ຫລື ລົ້ົ້ມລະ ລາຍ.
    ໃນກໍລະນີທີ່ນິຕິບຸກຄົນໃດຫນຶ່ງ ຫາກຖືກຍຸບເລີກ ຫລື ລົ້ົ້ມລະລາຍ ຄູ່ສັນຍາ ຂອງນິຕິບຸກຄົນນັ້ນ ມີສິດທວງເອົາຄ່າໃຊ້ຈ່າຍ ແລະ ຄ່າເສັຍຫາຍຕ່າງໆ ຈາກຜູ້ຮັບຜິດຊອບຊັບສິ່ງຂອງ ຂອງນິຕິບຸກຄົນ ທີ່ໄດ້ຖືກຍຸບເລີກ ຫລື ລົ້ົ້ມລະລາຍນັ້ນ.

ຫມວດທີ 2
ປະເພດສັນຍາ
ກ. ສັນຍາຊື້ຂາຍ

ມາດຕາ 39.   ສັນຍາຊື້ຂາຍ
    ສັນຍາຊື້ຂາຍ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຂາຍ ມີພັນທະມອບ ຊັບສິ່ງຂອງໃຫ້ເປັນກຳມະສິດຂອງ ຜູ້ຊື້ ແລະ ຜູ້ຊື້ຕ້ອງຮັບເອົາຊັບສິ່ງຂອງ ແລະ ມີ ພັນທະຈ່າຍເງິນຕາມລາຄາທີ່ໄດ້ຕົກ ລົງກັນ.
    ຜູ້ຂາຍ ຈະຂາຍຊັບສິ່ງຂອງອັນໃດກໍໄດ້ ທີ່ເປັນກຳມະສິດຂອງຕົນ. ຖ້າວ່າຊັບ ສິ່ງຂອງທີ່ຂາຍໃຫ້ຜູ້ຊື້ນັ້ນຫາກຖືກຮິບຕາມຄຳຕັດສິນຂອງສານ ຫລື ອົງການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວ ຜູ້ຂາຍຕ້ອງທົດແທນຄ່າເສັຍຫາຍໃຫ້ແກ່ຜູ້ຊື້.
    ໃນການເຮັດສັນຍາ ຜູ້ຂາຍ ຕ້ອງແຈ້ງໃຫ້ຜູ້ຊື້ຊາບ ກ່ຽວກັບ ສິດຂອງບຸກຄົນ ອື່ນ ໃນຊັບສິ່ງຂອງທີ່ຂາຍ ເຊັ່ນ: ຊັບສິ່ງຂອງທີ່ຂາຍນັ້ນ ຍັງມີຜູ້ເຊົ່າຢູ່. ການບໍ່ແຈ້ງໃຫ້ຊາບນີ້ ຈະພາໃຫ້ຜູ້ຊື້ ມີສິດຮ້ອງຂໍ ລົບລ້າງສັນຍາ ແລະ ຮ້ອງຂໍເອົາຄ່າເສັຍຫາຍ ຫລື ຫລຸດຜ່ອນລາຄາຊື້.
    ເມື່ອສິດກ່ຽວກັບກຳມະສິດ ຫາກເປັນຂອງຜູ້ຊື້ກ່ອນການມອບຊັບສິ່ງຂອງແລ້ວ ຜູ້ຂາຍຍັງມີພັນທະຮັກສາຊັບສິ່ງຂອງດັ່ງກ່າວ ໂດຍບໍ່ໃຫ້ມີການເສັຍຫາຍ ຫລື ເປ່ເພ ຈົນກວ່າຜູ້ຊື້ຈະຮັບເອົາ.
    ຜູ້ຊື້ ເປັນເຈົ້ົ້າກຳມະສິດໃນຊັບສິ່ງຂອງ ທີ່ຕົນໄດ້ຊື້ນັ້ນ :
      - ນັບແຕ່ເວລາຜູ້ຊື້ ແລະ ຜູ້ຂາຍໄດ້ມອບເງິນ ແລະ ຊັບສິ່ງ ຂອງໃຫ້ກັນ;
      - ນັບແຕ່ເວລາຜູ້ຊື້ໄດ້ຈ່າຍເງິນຢ່າງຄົບຖ້ວນເປັນຕົ້ົ້ນໄປ ເຖິງວ່າຜູ້ຂາຍຍັງບໍ່ທັນໄດ້ມອບ ຊັບສິ່ງຂອງໃຫ້ກໍຕາມ ຫລື ນັບແຕ່ເວລາຜູ້ຂາຍໄດ້ມອບຊັບສິ່ງ ຂອງໃຫ້ແລ້ວ ແຕ່ຜູ້ຊື້ຍັງ ບໍ່ທັນໄດ້ຈ່າຍເງິນກໍຕາມ ຕາມການຕົກລົງກັນ.

ມາດຕາ 40.   ຄຸນນະພາບຂອງຊັບສິ່ງຂອງທີ່ຂາຍ
    ຄຸນນະພາບຂອງຊັບສິ່ງຂອງທີ່ຂາຍ ຕ້ອງໃຫ້ຖືກຕ້ອງຕາມເນື້ອໃນຂອງສັນຍາ. ຖ້າວ່າຊັບສິ່ງຂອງທີ່ຂາຍນັ້ນ ຫາກບໍ່ມີຄຸນນະພາບຕາມທີ່ໄດ້ກຳນົດໄວ້ໃນສັນຍາແລ້ວ ຜູ້ຂາຍຕ້ອງຮັບຜິດຊອບ ຕໍ່ຊັບສິ່ງຂອງ ດັ່ງກ່າວ.
    ໃນກໍລະນີທີ່ຜູ້ຊື້ ຫາກໄດ້ຮູ້ວ່າ ຊັບສິ່ງຂອງນັ້ນບໍ່ມີຄຸນນະພາບແລ້ວ ຜູ້ຊື້ມີສິດ ຂໍປ່ຽນເອົາຊັບສິ່ງຂອງປະເພດດຽວກັນ ທີ່ມີຄຸນນະພາບ ຫລື ຂໍຫລຸດລາຄາ ຫລື ລົບລ້າງສັນຍາ ພ້ອມທັງທວງເອົາການ ໃຊ້ແທນຄ່າເສັຍຫາຍ.
    ຜູ້ຊື້ ຕ້ອງກວດເບິ່ງຄຸນນະພາບຂອງຊັບສິ່ງຂອງທີ່ຊື້ ແລະ ຕ້ອງແຈ້ງໃຫ້ຜູ້ຂາຍ ຊາບ ຢ່າງຮີບດ່ວນ ໃນກໍລະນີທີ່ພົບເຫັນຄວາມບົກພ່ອງໃນຊັບສິ່ງຂອງທີ່ຊື້ ຖ້າບໍ່ດັ່ງນັ້ນ ຜູ້ຊື້ ຕ້ອງຮັບຜິດຊອບເອົາເອງຕໍ່ ຄວາມບົກພ່ອງເຫລົ່ານັ້ນ.

ມາດຕາ 41(ປັບປຸງ).   ການຂາຍສິນຄ້າເປັນເງິນຜ່ອນ
     ໃນການຊື້ຂາຍສິນຄ້າ ຜູ້ຂາຍ ອາດຈະຂາຍເປັນເງິນຜ່ອນກໍໄດ້. ຜູ້ຊື້ ມີກຳມະ ສິດໃນສິນຄ້າ ທີ່ຂາຍເປັນເງິນຜ່ອນນັ້ນ ນັບແຕ່ວັນທີ່ໄດ້ຈ່າຍຄ່າສິນຄ້າຄົບຖ້ວນ ເປັນຕົ້ນໄປ.
     ໃນກໍລະນີທີ່ຜູ້ຊື້ ຫາກຈ່າຍບໍ່ຄົບຖ້ວນ ແລະ ທັນຕາມກຳນົດເວລາ ເປັນ ເວລາ ສາມງວດ ລຽນຕິດ ຜູ້ຂາຍ ມີສິດຍົກເລີກສັນຍາ ແລະ ທວງເອົາສິນຄ້າທີ່ຂາຍນັ້ນຄືນ, ສ່ວນເງິນທີ່ຜູ້ຊື້ໄດ້ຈ່າຍ ໄປແລ້ວນັ້ນ ກໍຈະບໍ່ຖືກສົ່ງຄືນ.
    ໃນກໍລະນີທີ່ສິນຄ້ານັ້ນ ຫາກຖືກເປ່ເພ ຍ້ອນຄວາມຜິດຂອງຜູ້ຊື້ແລ້ວ ຜູ້ຊື້ ຕ້ອງຮັບຜິດຊອບ ຈ່າຍຄ່າສີນຄ້າຈົນຄົບຖ້ວນ ຕາມສັນຍາ.
    ຖ້າວ່າຜູ້ຊື້ທີ່ຍັງບໍ່ທັນໄດ້ເປັນເຈົ້າກຳມະສິດ ໃນສິນຄ້າທີ່ຊື້ເປັນເງິນຜ່ອນນັ້ນ ຫາກນຳເອົາໄປຂາຍຕໍ່ແລ້ວ ຜູ້ກ່ຽວ ກໍຈະເປັນຜູ້ກະທຳຜິດ ໃນສະຖານ ຍັກຍອກ, ສໍ້ໂກງຊັບ. ສຳລັບຜູ້ຂາຍສິນຄ້າເປັນ ເງິນຜ່ອນ ແລະ ຜູ້ຊື້ຕໍ່ ທີ່ໄດ້ຮັບຄວາມເສຍຫາຍ ກໍມີສິດຮ້ອງຟ້ອງ ຕາມລະບຽບກົດໝາຍ.
    ການຂາຍສິນຄ້າເປັນເງິນຜ່ອນ ຕ້ອງປະຕິບັດຕາມລາຄາ ທີ່ໄດ້ຕົກລົງກັນ ໃນມື້ຂາຍນັ້ນ. ການປ່ຽນແປງລາຄາສິນຄ້າທີ່ຂາຍເປັນເງິນຜ່ອນ ໃນເວລາຕໍ່ມາ ກໍຈະບໍ່ພາໃຫ້ລາຄາ ທີ່ໄດ້ຕົກລົງກັນແລ້ວນັ້ນ ມີການປ່ຽນແປງແຕ່ຢ່າງໃດ.

ມາດຕາ 42.   ການຊື້ຊັບສິ່ງຂອງທີ່ໄດ້ມາຢ່າງຜິດກົດຫມາຍ
    ບຸກຄົນທີ່ໄດ້ຊື້ຊັບສິ່ງຂອງດ້ວຍຄວາມບໍລິສຸດໃຈ ແມ່ນ ບຸກຄົນທີ່ເຊື່ອວ່າຕົນ ໄດ້ຊື້ຊັບສິ່ງຂອງທີ່ຖືກຕ້ອງ ຕາມກົດໝາຍ ຊຶ່ງອາດຈະສະແດງອອກ ດ້ວຍການຊື້ ໃນລາຄາທີ່ເຫມາະສົມ ຕາມທ້ອງຕະຫລາດ ໃນເວລານັ້ນ, ຊື້ ແລະ ນຳໃຊ້ຊັບສິ່ງຂອງຢ່າງເປີດເຜີຍ, ລຽນຕິດ ແລະ ສະຫງົບແລ້ວ ເຈົ້ົ້າຂອງຊັບ ຈະເອົາຊັບສິ່ງຂອງ ນັ້ນຄືນໄດ້ ກໍຕໍ່ເມື່ອຫາກຜູ້ກ່ຽວໄດ້ທົດແທນລາຄາ ທີ່ຜູ້ຊື້ໄດ້ຈ່າຍໄປແລ້ວນັ້ນ ແຕ່ເຈົ້າຂອງຊັບສິ່ງຂອງ ກໍມີສິດຮ້ອງຟ້ອງ ຜູ້ທີ່ເອົາຊັບສິ່ງຂອງຂອງຕົນມາຂາຍ ຢ່າງຜິດກົດໝາຍນັ້ນ.
    ບຸກຄົນທີ່ໄດ້ຊື້ຊັບສິ່ງຂອງດ້ວຍຄວາມບໍ່ບໍລິສຸດໃຈ ແມ່ນ ບຸກຄົນທີ່ຊື້ຊັບສິ່ງ ຂອງ ໂດຍຮູ້ ຫລື ຄວນຮູ້ວ່າ ຕົນໄດ້ຊື້ຊັບສິ່ງຂອງທີ່ບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງອາດຈະສະແດງອອກ ດ້ວຍການຊື້ໃນລາ ຄາທີ່ບໍ່ເຫມາະສົມ ຕາມທ້ອງຕະຫລາດໃນເວລານັ້ນ, ຊື້ ແລະ ນຳໃຊ້ຊັບສິ່ງຂອງຢ່າງປິດລັບ, ບໍ່ລຽນຕິດ, ມີການທັກທ້ວງ ແລ້ວເຈົ້າຂອງຊັບ ມີສິດເອົາຊັບສິ່ງຂອງນັ້ນຄືນ ໂດຍບໍ່ມີການທົດແທນຄ່າຊັບສິ່ງຂອງໃຫ້ແກ່ຜູ້ຊື້ແຕ່ຢ່າງໃດ. ຜູ້ຊື້ ຈະຕໍ່ວ່າ ເອົາເງິນທີ່ຊື້ຊັບສິ່ງຂອງນັ້ນຄືນນຳຜູ້ຂາຍກໍໄດ້ ແຕ່ບໍ່ມີສິດຮ້ອງຟ້ອງຕໍ່ສານ.

ມາດຕາ 43.   ການນຳສົ່ງສິນຄ້າ ຫລື ຊັບສິ່ງຂອງ ທີ່ຂາຍ
    ຜູ້ຂາຍ ຈະນຳສົ່ງສິນຄ້າ ຫລື ຊັບສິ່ງຂອງ ທີ່ຂາຍນັ້ນ ໄປຮອດບ່ອນຢູ່ຂອງ ຜູ້ຊື້ ຫລື ສະຖານທີ່ໃດຫນຶ່ງ ຕາມທີ່ໄດ້ຕົກລົງກັນ.
    ຜູ້ຊື້ ຕ້ອງຮັບເອົາສິນຄ້າ ຫລື ຊັບສິ່ງຂອງ ທີ່ນຳສົ່ງມາໃຫ້ຕົນ. ສ່ວນການໃຊ້ ຈ່າຍຄ່ານຳສົ່ງນັ້ນ ແມ່ນຂຶ້ນກັບການຕົກລົງຂອງຄູ່ສັນຍາ.
     ຖ້າວ່າຜູ້ຂາຍ ຫາກບໍ່ນຳສົ່ງສິນຄ້າ ຫລື ຊັບສິ່ງຂອງ ທີ່ຂາຍຕາມກຳນົດເວລາ ຊຶ່ງໄດ້ຕົກລົງກັນແລ້ວນັ້ນ ຜູ້ຊື້ຈະບໍ່ຮັບເອົາສິນຄ້າ ຫລື ຊັບສິ່ງຂອງ ນັ້ນກໍໄດ້.
     ໃນກໍລະນີທີ່ຜູ້ຊື້ ຫາກໄດ້ຈ່າຍຄ່າສິນຄ້າ, ຄ່ານຳສົ່ງແລ້ວ ຜູ້ຊື້ ຈະໃຫ້ຜູ້ຂາຍ ຈ່າຍຄ່າປ່ວຍການຊັບແກ່ຕົນ ຕາມຄວາມເຫມາະສົມ.
    ຖ້າວ່າຜູ້ຂາຍ ຫາກໄດ້ນຳສົ່ງສິນຄ້າ ຫລື ຊັບສິ່ງຂອງ ທີ່ຂາຍນັ້ນ ບໍ່ຄົບຕາມ ປະລິມານ, ບໍ່ຄົບຊຸດ, ບໍ່ມີຄຸນນະພາບ ຕາມທີ່ໄດ້ຕົກລົງຊື້ຂາຍກັນ ຜູ້ຊື້ ຈະບໍ່ຮັບເອົາ ແລະ ຈະບໍ່ຈ່າຍຄ່າສິນຄ້ານັ້ນກໍໄດ້. ຖ້າວ່າຜູ້ຊື້ ຫາກໄດ້ຈ່າຍຄ່າສິນຄ້ານັ້ນແລ້ວ ຜູ້ຂາຍ ຈະໄດ້ສົ່ງເງິນຄືນ ແລະ ອາດຈະຈ່າຍຄ່າເສັຍ ຫາຍອີກດ້ວຍ.

ຂ. ສັນຍາແລກປ່ຽນ

ມາດຕາ 44.   ສັນຍາແລກປ່ຽນ
    ສັນຍາແລກປ່ຽນ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຝ່າຍໜຶ່ງໄດ້ເອົາຊັບສິ່ງ ຂອງທີ່ເປັນກຳມະສິດຂອງຕົນ ມອບໃຫ້ອີກຝ່າຍໜຶ່ງ ແລະ ຝ່າຍນີ້ ກໍໄດ້ເອົາຊັບສິ່ງຂອງອັນອື່ນ ທີ່ເປັນກຳມະສິດຂອງຕົນ ຕອບແທນໃຫ້.

ມາດຕາ 45(ໃຫມ່).   ການເພີ່ມເງິນເຂົ້າໃນການແລກປ່ຽນ
    ໃນການແລກປ່ຽນນັ້ນ ຄູ່ສັນຍາຝ່າຍໃດຫນຶ່ງ ອາດຈະເພີ່ມເງິນເຂົ້າ ເມື່ອຊັບ ສິ່ງຂອງ ຂອງຕົນ ທີ່ແລກປ່ຽນນັ້ນ ຫາກມີມູນຄ່າຕ່ຳກວ່າມູນຄ່າຊັບສິ່ງຂອງ ຂອງອີກຝ່າຍຫນຶ່ງ.

ມາດຕາ 46(ປັບປຸງ).   ລະບຽບການກ່ຽວກັບສັນຍາແລກປ່ຽນ
    ລະບຽບການກ່ຽວກັບສັນຍາແລກປ່ຽນ ໃຫ້້ປະຕິບັດຄືກັນກັບລະບຽບການ ຂອງສັນຍາຊື້ຂາຍ.
    ສັນຍາແລກປ່ຽນ ຈະມີຜົນສັກສິດ ເມື່ອຄູ່ສັນຍານັ້ນ ໄດ້ມອບຊັບສິ່ງຂອງ ໃຫ້ແກ່ກັນແລ້ວ.

ຄ. ສັນຍາມອບຊັບ (ໃຫມ່)

ມາດຕາ 47(ໃຫມ່).   ສັນຍາມອບຊັບ
    ສັນຍາມອບຊັບ ແມ່ນ ການຕົກລົງຂອງເຈົ້າຂອງຊັບ ຊຶ່ງເອົາຊັບສິ່ງຂອງທີ່ເປັນ ກຳມະສິດຂອງຕົນ ໃຫ້ຜູ້ໃດຫນຶ່ງ ດ້ວຍຄວາມສະຫມັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຜູ້ຮັບ ກໍເຫັນດີຮັບເອົາ ຊັບນັ້ນ.
    ເປົ້າຫມາຍຂອງສັນຍາມອບຊັບ ອາດຈະແມ່ນ ສັງຫາລິມະຊັບ ຫລື ອະສັງຫາ ລິມະຊັບ.

ມາດຕາ 48(ໃຫມ່).   ການມອບສັງຫາລິມະຊັບ
    ການມອບສັງຫາລິມະຊັບ ແມ່ນ ການມອບຊັບເຄື່ອນທີ່ ຊຶ່ງຜູ້ຮັບ ກາຍເປັນເຈົ້າກຳມະສິດ ນັບແຕ່ເວລາຮັບເປັນຕົ້ນໄປ.
    ສຳລັບການມອບສັງຫາລິມະຊັບ ທີ່ເຮັດເປັນລາຍລັກອັກສອນ ຊຶ່ງຕ້ອງຈົດທະ ບຽນນັ້ນ ຈະມີຜົນສັກສິດ ນັບແຕ່ວັນໄດ້ຈົດທະບຽນເປັນຕົ້ນໄປ.

ມາດຕາ 49(ໃຫມ່).   ການມອບອະສັງຫາລິມະຊັບ
    ການມອບອະສັງຫາລິມະຊັບ ແມ່ນ ການມອບຊັບຄົງທີ່ ໂດຍມີເອກະສານ ຢັ້ງຢືນກຳມະສິດ ຫລື ສິດນຳໃຊ້ຢ່າງຖືກຕ້ອງຕາມກົດໝາຍ ຈາກອົງການທີ່ມີສິດກ່ຽວຂ້ອງ.
    ການມອບອະສັງຫາລິມະຊັບ ຕ້ອງເຮັດເປັນລາຍລັກອັກສອນ.
    ຜູ້ຮັບອະສັງຫາລິມະຊັບ ຈະກາຍເປັນເຈົ້າກຳມະສິດ ນັບແຕ່ວັນໄດ້ຈົດທະບຽນ ເປັນຕົ້ນໄປ.

ມາດຕາ 50(ໃຫມ່).   ສັນຍາຍົກຊັບ
    ສັນຍາຍົກຊັບ ແມ່ນ ການຕົກລົງຂອງເຈົ້າຂອງຊັບ ທີ່ເອົາຊັບຂອງຕົນໃຫ້ຜູ້ໃດ ຫນຶ່ງ ໂດຍມີເງື່ອນໄຂ ທີ່ຖືກຕ້ອງຕາມກົດຫມາຍ ຊຶ່ງຜູ້ຮັບ ຈະຕ້ອງປະຕິບັດກ່ອນ ຫລື ຫລັງ ການຮັບຊັບນັ້ນ.
    ຜູ້ຮັບຊັບ ຈະກາຍເປັນເຈົ້າກຳມະສິດ ເມື່ອໄດ້ປະຕິບັດເງື່ອນໄຂດັ່ງກ່າວ ຄົບຖ້ວນແລ້ວ. ໃນກໍລະນີ ປະຕິບັດເງື່ອນໄຂບໍ່ຄົບຖ້ວນ ຫລື ບໍ່ສາມາດປະຕິບັດຕາມເງື່ອນໄຂນັ້ນໄດ້ ຜູ້ຍົກຊັບ ມີສິດຍົກ ເລີກສັນຍາດັ່ງກ່າວ.

ມາດຕາ 51(ໃຫມ່).   ຂອບເຂດຂອງການມອບຊັບ ແລະ ການຍົກຊັບ
    ຂອບເຂດຂອງການມອບຊັບ ແລະ ການຍົກຊັບ ໃຫ້ປະຕິບັດຕາມມາດຕາ 25 ຂອງກົດຫມາຍວ່າດ້ວຍ ການສືບທອດມູນມໍຣະດົກ.

ມາດຕາ 52(ໃຫມ່).   ພັນທະໃນການແຈ້ງຈຸດບົກພ່ອງຂອງຊັບ
    ຜູ້ມອບຊັບ ຫລື ຜູ້ຍົກຊັບ ຕ້ອງແຈ້ງຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງ ຂອງທີ່ມອບ ຫລື ຍົກໃຫ້ຜູ້ຮັບນັ້ນຊາບ. ໃນກໍລະນີທີ່ບໍ່ໄດ້ແຈ້ງ ຜູ້ມອບຊັບ ຫລື ຜູ້ຍົກຊັບ ຕ້ອງຮັບຜິດຊອບຕໍ່ຄວາມເສັຍ ຫາຍ ທີ່ເກີດຂຶ້ນຈາກຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງຂອງດັ່ງກ່າວ.

ງ. ສັນຍາຂາຍຝາກ

ມາດຕາ 53.   ສັນຍາຂາຍຝາກ
    ສັນຍາຂາຍຝາກ ແມ່ນ ການຕົກລົງຂອງຄູ່ສັນຍາ ເພື່ອຊື້ຂາຍຊັບສິ່ງຂອງ ຊຶ່ງ ຜູ້ຂາຍຍັງມີສິດ ຊື້ຊັບສິ່ງຂອງທີ່ຂາຍນັ້ນຄືນໄດ້ ພາຍໃນກຳນົດ ສາມ ປີ ຕາມລາຄາທີ່ຕົນໄດ້ຂາຍໄປແລ້ວນັ້ນ.
    ເມື່ອຫມົດກຳນົດເວລາ ສາມ ປີແລ້ວ ຜູ້ຂາຍ ມີສິດຕໍ່ກຳນົດເວລາຂາຍ ຝາກອອກໄປອີກ ຖ້າຫາກວ່າໄດ້ມີການຕົກລົງກັນກ່ອນ ໃນເວລາເຮັດສັນຍາ ແຕ່ບໍ່ໃຫ້ເກີນ ຫນຶ່ງປີ.
    ເມື່ອຮອດກຳນົດເວລາແລ້ວ ຖ້າວ່າຜູ້ຂາຍ ຫາກບໍ່ຊື້ເອົາຊັບສິ່ງຂອງນັ້ນຄືນ ຜູ້ຊື້ ກໍຈະເປັນເຈົ້ົ້າກຳມະສິດກ່ຽວກັບຊັບສິ່ງຂອງນັ້ນໂດຍເດັດຂາດ.

ມາດຕາ 54.   ຜົນຂອງສັນຍາຂາຍຝາກ
    ຖ້າວ່າຊັບສິ່ງຂອງທີ່ຂາຍຝາກນັ້ນ ຫາກມີຜົນໃດຫນຶ່ງເກີດຂຶ້ນ ຜູ້ຊື້ທີ່ໄດ້ຈ່າຍ ເງິນຄ່າຊັບສິ່ງຂອງຫມົດແລ້ວ ກໍຈະເປັນເຈົ້ົ້າກຳມະສິດ ກ່ຽວກັບຜົນທີ່ເກີດມານັ້ນ. ໃນກໍລະນີທີ່ຜູ້ຊື້ ຫາກຍັງບໍ່ທັນໄດ້ຈ່າຍເງິນ ຄ່າຊັບສິ່ງຂອງນັ້ນຫມົດ ຜູ້ຊື້ ຈະບໍ່ມີສິດໄດ້ຮັບຜົນທີ່ເກີດມານັ້ນ ເວັ້ນເສັຽແຕ່ສັນຍາ ໄດ້ກຳນົດໄວ້ຢ່າງອື່ນ.

ມາດຕາ 55.   ການປົກປັກຮັກສາຊັບສິ່ງຂອງທີ່ຂາຍຝາກ
    ຜູ້ຊື້ ຕ້ອງປົກປັກຮັກສາຊັບສິ່ງຂອງທີ່ຂາຍຝາກ ແລະ ຜູ້ຂາຍ ຕ້ອງທົດແທນ ຄ່າໃຊ້ຈ່າຍຕ່າງໆ ໃນການປົກປັກຮັກສາຊັບສິ່ງຂອງນັ້ນ ຊຶ່ງຜູ້ຊື້ໄດ້ຈ່າຍໄປແລ້ວ. ໃນກໍລະນີທີ່ການໃຊ້ຈ່າຍດັ່ງກ່າວ ຫາກ ມີມູນຄ່າພຽງເລັກຫນ້ອຍ ກໍຈະຕົກເປັນພາລະຂອງຜູ້ຊື້ເອງ. ຜູ້ຊື້ ມີສິດນຳໃຊ້ຊັບສິ່ງຂອງທີ່ຂາຍຝາກນັ້ນ. ຖ້າວ່າຜູ້ຂາຍ ຫາກຊື້ ເອົາຊັບສິ່ງຂອງຄືນ ພາຍໃນກຳນົດເວລາແລ້ວ ຜູ້ຊື້ ກໍຕ້ອງສົ່ງຊັບສິ່ງຂອງນັ້ນຄືນໃນສະພາບເດີມ.

ຈ. ສັນຍາກູ້ຢືມ

ມາດຕາ 56(ປັບປຸງ).   ສັນຍາກູ້ຢືມ
    ສັນຍາກູ້ຢືມ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ໃຫ້ຢືມ ໄດ້ເອົາເງິນ ຫລື ຊັບສິ່ງຂອງຂອງ ຕົນ  ໃຫ້ເປັນກຳມະສິດແກ່ຜູ້ກູ້ຢືມ ແລະ ຜູ້ກູ້ຢືມ ຕ້ອງສົ່ງຈຳນວນເງິນ ຫລື ຊັບສິ່ງຂອງ ປະເພດ ທີ່ກູ້ຢືມນັ້ນ ຕາມຈຳນວນເທົ່າທຽມກັນ ແລະ ຄຸນນະພາບດຽວກັນ ຄືນແກ່ຜູ້ໃຫ້ຢືມ ຕາມກຳນົດເວລາທີ່ໄດ້ກຳນົດໄວ້ໃນສັນຍາ.
    ຖ້້າວ່າສັນຍາກູ້ຢືມ ຫາກບໍ່ມີກຳນົດເວລາ ກໍໃຫ້ປະຕິບັດຕາມການສະເຫນີຂອງ ຜູ້ໃຫ້ຢືມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງກົດຫມາຍສະບັບນີ້.
    ການກູ້ຢືມເງິນ ຫລື ຊັບສິ່ງຂອງ ຈະມີດອກເບັ້ຍໄດ້ ກໍຕໍ່ເມື່ອຫາກໄດ້ກຳນົດ ໄວ້ໃນສັນຍາເທົ່ານັ້ນ. ໃນກໍລະນີທີ່ມີການໃຊ້ແທນຫນີ້ສິນຊັກຊ້າ ຊຶ່ງສ້າງຄວາມອັບປະໂຫຍດແກ່ຜູ້ໃຫ້ຢືມ ກໍອາດຈະພິຈາລະ ນາຄ່າປ່ວຍການຊັບໃຫ້ ຖ້າຫາກມີການຮ້ອງຂໍ.
    ການກູ້ຢືມເງິນຈາກທະນາຄານ ຫລື ສະຖາບັນການເງິນ ທີ່ສ້າງຕັ້ງຢ່າງຖືກ ຕ້ອງຕາມກົດໝາຍ ໃຫ້ປະຕິບັດຕາມລະບຽບການຂອງທະນາຄານ ຫລື ສະຖາບັນການເງິນ ທີ່ໃຫ້ກູ້ຢືມເງິນນັ້ນ.
    ດອກເບັ້ຍຂອງການກູ້ຢືມເງິນ ລະຫວ່າງ ບຸກຄົນ ຫລື ການຈັດຕັ້ງເປັນ ເງິນກີບ ຫລື ເງິນຕາຕ່າງປະເທດ ໃຫ້ປະຕິບັດຕາມການຕົກລົງຂອງຄູ່ສັນຍາ.ສຳລັບດອກເບັ້ຍທີ່ໄດ້ປະຕິບັດແລ້ວນັ້ນ ກໍໃຫ້ແລ້ວໄປ, ສ່ວນດອກເບັ້ຍທີ່ຍັງບໍ່ໍ່ທັນໄດ້ປະຕິບັດນັ້ນ ຖ້າຫາກມີການຮ້ອງຟ້ອງຂຶ້ນສານ ແມ່ນໃຫ້ອີງໃສ່ອັດຕາດອກເບັ້ຍ ຂອງທະນາຄານທຸລະກິດລັດ ບ່ອນຂໍ້ຂັດແຍ່ງເກີດຂຶ້ນ ທີ່ວາງອອກໃນໄລຍະນັ້ນ ແຕ່ໃນການກູ້ຢືມນັ້ນ ບໍ່ໃຫ້ເອົາດອກເບັ້ຍເງິນ ກູ້ມາເປັນຕົ້ົ້ນທຶນ.
    ເມື່ອຮອດກຳນົດເວລາໃຊ້ແທນ ຕາມທີ່ໄດ້ຕົກລົງກັນໄວ້ ໃນສັນຍາແລ້ວ ຖ້າວ່າຜູ້ໃຫ້ຢືມ ຫາກບໍ່ຍອມຮັບເອົາເງິນ ຫລື ຊັບສິ່ງຂອງຈາກຜູ້ກູ້ຢືມ ກໍຈະບໍ່ມີການຄິດໄລ່ດອກເບັ້ຍໃຫ້.
    ສຳລັບການກູ້ຢືມເງິນກັບການຈັດຕັ້ງຕ່າງປະເທດ ຫລື ສາກົນນັ້ນ ການຄິດໄລ່ ດອກເບັ້ຍ ໃຫ້ອີງຕາມການຕົກລົງຂອງຄູ່ສັນຍາ.
    ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບການຈ່າຍດອກເບັ້ຍ ຫລື ຕົ້ນທຶນ ລະຫວ່າງ ເຈົ້າ ໜີ້ ແລະ ລູກໜີ້ ແມ່ນໃຫ້ເອົາຕົ້ນທຶນ ແລະ ດອກເບັ້ຍ ທີ່ຕ້ອງຈ່າຍທັງໝົດນັ້ນ ມາລວມເຂົ້າກັນ ແລ້ວຈຶ່ງໃຫ້ລູກໜີ້ຊຳ ລະຈົນກວ່າຈະຄົບຖ້ວນ.
    ສັນຍາກູ້ຢືມ ຕ້ອງເຮັດເປັນລາຍລັກອັກສອນ.

ມາດຕາ 57(ປັບປຸງ).   ຄວາມຮັບຜິດຊອບຂອງຄູ່ຜົວເມັຍຕໍ່ຫນີ້ສິນ
    ຄູ່ຜົວເມັຍ ຫລື ຝ່າຍໃດຫນຶ່ງ ຕ້ອງຮັບຜິດຊອບຕໍ່ການກູ້ຢືມເງິນ ຫລື ຊັບ ສິ່ງຂອງ ໃນກໍລະນີດັ່ງນີ້:
      - ຜົວ ແລະ ເມັຍ ໄດ້ພ້ອມກັນກູ້ຢືມເງິນ ຫລື ຊັບສິ່ງ ຂອງນັ້ນ;
      - ຜົວ ຫລື ເມັຍ ໄດ້ກູ້ຢືມເງິນ ຫລື ຊັບສິ່ງຂອງແຕ່ຝ່າຍ ດຽວ ເພື່ອນຳມາໃຊ້ຈ່າຍໃນຄອບຄົວ;
      - ຜົວ ຫລື ເມັຍ ໄດ້ກູ້ຢືມເງິນ ຫລື ຊັບສິ່ງຂອງແຕ່ຝ່າຍ ດຽວ ເພື່ອຜົນປະໂຫຍດສ່ວນຕົວຂອງຜູ້ກ່ຽວ. ໃນກໍລະນີນີ້ ຖ້າວ່າ ຜົວ ຫລື ເມັຍ ຫາກໄດ້ເອົາເງິນຂອງ ຕົນ ຫລື ສິນສົມ ສ້າງ ໃຊ້ແທນຫນີ້ສິນນັ້ນ ກໍມີສິດໄດ້ຮັບການທົດແທນຄືນໃນເວລາແບ່ງປັນສິນສົມສ້າງ.

ສ.ສັນຍາຢືມຊັບສິ່ງຂອງໄປໃຊ້

ມາດຕາ 58.   ສັນຍາຢືມຊັບສິ່ງຂອງໄປໃຊ້
    ສັນຍາຢືມຊັບສິ່ງຂອງໄປໃຊ້ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ໃຫ້ຢືມ ໄດ້ມອບຊັບສິ່ງຂອງ ໃຫ້ຜູ້ຢືມ ໄປໃຊ້ໂດຍບໍ່ຄິດຄ່າ ແລະ ຜູ້ຢືມ ຕ້ອງສົ່ງຊັບສິ່ງຂອງ ດັ່ງກ່າວຄືນ ໃຫ້ແກ່ເຈົ້ົ້າຂອງຊັບ ໃນສະພາບເດີມ ຕາມກຳນົດເວລາທີ່ໄດ້ຕົກລົງກັນ.

ມາດຕາ 59.   ຄວາມຮັບຜິດຊອບຂອງຜູ້ຢືມ
    ໃນກໍລະນີທີ່ຊັບສິ່ງຂອງ ຫາກຖືກເສັຽຫາຍ ຫລື ເປ່ເພ ໃນເວລາທີ່ຢືມໄປ ໃຊ້ນັ້ນ ຜູ້ຢືມ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍດັ່ງກ່າວ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.
    ຖ້າວ່າຜູ້ຢືມ ຫາກບໍ່ມີຄວາມສາມາດສົ່ງຊັບສິ່ງຂອງທີ່ຢືມໄປໃຊ້ນັ້ນຄືນ ຫລື ເຮັດໃຫ້ຊັບສິ່ງ ຂອງນັ້ນໃຊ້ການບໍ່ໄດ້ ຜູ້ກ່ຽວ ອາດຈະໃຊ້ແທນດ້ວຍເງິນ ຫລື ດ້ວຍຊັບສິ່ງຂອງອື່ນ ຕາມການເຫັນດີຂອງ ຜູ້ໃຫ້ຢືມ ແລະ ຕາມລາຄາໃນທ້ອງຕະຫລາດໃນເວລານັ້ນ.
    ຜູ້ຢືມ ບໍ່ມີສິດເອົາຊັບສິ່ງຂອງ ທີ່ຢືມມານັ້ນ ໃຫ້ຜູ້ອື່ນຢືມຕໍ່.

ຊ.ສັນຍາເຊົ່າຊັບສິ່ງຂອງ

ມາດຕາ 60(ປັບປຸງ).   ສັນຍາເຊົ່າຊັບສິ່ງຂອງ
    ສັນຍາເຊົ່າຊັບສິ່ງຂອງ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ໃຫ້ເຊົ່າ ໄດ້ມອບ ຊັບສິ່ງຂອງທີ່ເປັນກຳມະສິດຂອງຕົນໃຫ້ຜູ້ເຊົ່ານຳໃຊ້ຊົ່ວຄາວ ແລະ ຜູ້ເຊົ່າ ຕ້ອງນຳໃຊ້ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສັນ ຍາ ແລະ ຄຸນປະໂຫຍດຂອງຊັບສິ່ງຂອງທີ່ເຊົ່າ, ຈ່າຍຄ່າເຊົ່າຕາມລາຄາ ແລະ ກຳນົດເວລາທີ່ໄດ້ຕົກລົງກັນ.
    ສັນຍາເຊົ່າຊັບສິ່ງຂອງ ອາດຈະເຮັດຂຶ້ນໂດຍບໍ່ມີກຳນົດເວລາ. ໃນກໍລະນີນີ້ ຜູ້ໃຫ້ເຊົ່າ ຫລື ຜູ້ເຊົ່າ ມີສິດຍົກເລີກສັນຍາໄດ້ທຸກເວລາ ແຕ່ຕ້ອງແຈ້ງໃຫ້ຄູ່ສັນຍາຊາບລ່ວງຫນ້າກ່ອນ ສາມເດືອນ ສຳລັບ ອະສັງຫາລິມະຊັບ ເຊັ່ນ: ທີ່ດິນ, ເຮືອນ, ອາຄານ ແລະ ຫນຶ່ງເດືອນ ສຳລັບສັງຫາລິມະຊັບ ເຊັ່ນ: ລົດ, ເຮືອ, ສັດ.
    ສຳລັບການເຊົ່າທີ່ດິນປູກຝັງ ໃຫ້ແຈ້ງຍົກເລີກສັນຍາໃນທ້າຍລະດູເກັບກ່ຽວ ຫລື ກ່ອນເລີ່ມ ລະດູປູກຝັງໃຫມ່.
    ກ່ອນຈະມອບຊັບສິ່ງຂອງໃຫ້ເຊົ່ານັ້ນ ຜູ້ໃຫ້ເຊົ່າ ຕ້ອງແຈ້ງຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງຂອງນັ້ນ ໃຫ້ຜູ້ເຊົ່າຊາບ.
    ໃນກໍລະນີທີ່ຜູ້ໃຫ້ເຊົ່າ ຫາກບໍ່ໄດ້ແຈ້ງຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງ ຂອງນັ້ນແລ້ວ ຖ້າຫາກມີການເສັຍຫາຍ ຫລື ເປ່ເພ ຍ້ອນການບໍ່ໄດ້ແຈ້ງນັ້ນ ຜູ້ເຊົ່າກໍ ຈະບໍ່ມີຄວາມຮັບຜິດຊອບແຕ່ຢ່າງໃດ.

ມາດຕາ 61.   ການຈ່າຍຄ່າເຊົ່າຊັບສິ່ງຂອງ
    ໃນການເຊົ່າຊັບສິ່ງຂອງນັ້ນ ຜູ້ເຊົ່າ ອາດຈະຈ່າຍເງິນຄ່າເຊົ່າ ເປັນມື້, ເປັນອາ ທິດ, ເປັນເດືອນ, ເປັນປີ ຫລື ຈ່າຍລ່ວງຫນ້າກ່ອນກໍໄດ້. ໃນກໍລະນີທີ່ຜູ້ເຊົ່າ ໄດ້ຈ່າຍລ່ວງ ຫນ້າໄປແລ້ວ ຫາກມີການຍົກ ເລີກສັນຍາກ່ອນກຳນົດເວລາ ຜູ້ໃຫ້ເຊົ່າ ຕ້ອງສົ່ງເງິນຄ່າເຊົ່າສ່ວນທີ່ເຫລືອ ທີ່ໄດ້ຈ່າຍລ່ວງຫນ້ານັ້ນຄືນ ແລະ ຜູ້ກ່ຽວ ກໍມີສິດ ທວງເອົາຄ່າເສັຍຫາຍ ຈາກຜູ້ເຊົ່າ ທີ່ໄດ້ລະເມີດສັນຍານັ້ນໄດ້.
    ໃນກໍລະນີທີ່ຜູ້ໃຫ້ເຊົ່າ ຫາກລະເມີດສັນຍາ ຜູ້ເຊົ່າມີສິດທວງເອົາເງິນຄ່າເຊົ່າ ສ່ວນທີ່ເຫລືອ ທີ່ໄດ້ຈ່າຍລ່ວງຫນ້າໄປແລ້ວນັ້ນ ພ້ອມທັງຄ່າເສັຍຫາຍ ຈາກຜູ້ໃຫ້ເຊົ່າອີກດ້ວຍ.

ມາດຕາ 62.   ການນຳໃຊ້ ແລະ ການ ສ້ອມແປງຊັບສິ່ງຂອງທີ່ເຊົ່າ
    ຜູ້ເຊົ່າ ຕ້ອງນຳໃຊ້ຊັບສິ່ງຂອງທີ່ເຊົ່ານັ້ນໃຫ້ສອດຄ່ອງກັບສັນຍາ ແລະ ຄຸນປະ ໂຫຍດຂອງຊັບສິ່ງຂອງທີ່ເຊົ່າ, ຄຸ້ມຄອງ, ຮັກສາໃຫ້ຢູ່ໃນສະພາບອັນເຫມາະສົມ ແລະ ສົ່ງຊັບສິ່ງຂອງນັ້ນຄືນແກ່ຜູ້ໃຫ້ເຊົ່າ ໃນ ສະພາບເດີມ ພາຍຫລັງທີ່ສັນຍານັ້ນໄດ້ສິ້ນສຸດລົງ. ຜູ້ເຊົ່າ ຕ້ອງຮັບຜິດຊອບຕໍ່ການເສັຍຫາຍ ຫລື ເປ່ເພ ທີ່ເນື່ອງມາຈາກ ຄວາມຜິດຂອງຜູ້ກ່ຽວ.
    ໃນການນຳໃຊ້ຊັບສິ່ງຂອງທີ່ເຊົ່ານັ້ນ ຖ້າຫາກມີການສ້ອມແປງນ້ອຍ ເຊັ່ນ: ແປງກະແຈ, ຢາເຮືອນຮົ່ວ, ຈອດຢາງລົດ ກໍຈະຕົກເປັນພາລະຂອງຜູ້ເຊົ່າ. ສ່ວນການ ສ້ອມແປງໃຫຍ່ ເຊັ່ນ: ຮື້ຫລັງຄາ ເຮືອນ, ຍົກຈັກລົດນັ້ນ ກໍຈະຕົກເປັນພາລະຂອງຜູ້ໃຫ້ເຊົ່າ.
    ຖ້າວ່າຜູ້ເຊົ່າ ຫາກໄດ້ຈ່າຍຄ່າສ້ອມແປງໃຫຍ່ດ້ວຍທຶນຂອງຕົນເອງ ຕາມການ ເຫັນດີຂອງຜູ້ ໃຫ້ເຊົ່າ ຜູ້ເຊົ່າ ມີສິດທວງເອົາຄ່າໃຊ້ຈ່າຍດັ່ງກ່າວ ຈາກຜູ້ໃຫ້ເຊົ່າ ຫລື ຈະຄິດໄລ່ເປັນຄ່າເຊົ່າ ກໍໄດ້.
    ໃນກໍລະນີທີ່ຜູ້ເຊົ່າ ໄດ້ສະເຫນີໃຫ້ມີການສ້ອມແປງໃຫຍ່ແລ້ວ ແຕ່ຍັງບໍ່ໍ່ໄດ້ສ້ອມ ແປງ ທັງໆທີ່ຜູ້ໃຫ້ເຊົ່າ ມີຄວາມສາມາດ ຜູ້ເຊົ່າມີສິດຍົກເລີກສັນຍາໄດ້ ແລະ ທວງເອົາຄ່າເຊົ່າທີ່ໄດ້ຈ່າຍລ່ວງຫນ້ານັ້ນຄືນ.

ມາດຕາ 63(ປັບປຸງ).   ການປ່ຽນເຈົ້ົ້າກຳມະສິດໃນຊັບສິ່ງຂອງທີ່ເຊົ່າ
    ໃນກໍລະນີທີ່ຜູ້ໃຫ້ເຊົ່າ ຫາກໄດ້ມອບ ຫລື ຂາຍຊັບສິ່ງຂອງທີ່ເຊົ່ານັ້ນ ໃຫ້ແກ່ ບຸກຄົນອື່ນ ສັນຍາເຊົ່າຊັບສິ່ງຂອງນັ້ນ ກໍຍັງມີຜົນໃຊ້ໄດ້ ສຳລັບຜູ້ຮັບ ຫລື ຜູ້ຊື້ ທີ່ເປັນເຈົ້າກຳມະສິດໃຫມ່ ແຕ່ຜູ້ໃຫ້ເຊົ່າ ຕ້ອງແຈ້ງໃຫ້ແກ່ເຈົ້າກຳມະສິດໃໝ່ຊາບກ່ອນ ວ່າຊັບສິ່ງຂອງດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ເຊົ່າຢູ່.

ມາດຕາ 64(ໃຫມ່).   ການໃຫ້ເຊົ່າຕໍ່
    ຜູ້ເຊົ່າ ສາມາດເອົາຊັບສິ່ງຂອງທີ່ເຊົ່າ ໃຫ້ບຸກຄົນອື່ນເຊົ່າຕໍ່ໄດ້ ດ້ວຍຄວາມ ເຫັນດີຂອງຜູ້ໃຫ້ເຊົ່າ ແຕ່ການໃຫ້ເຊົ່າຕໍ່ ຕ້ອງຢູ່ໃນຂອບເຂດຂອງກຳນົດເວລາ ແລະ ເງື່ອນໄຂຂອງສັນຍາເຊົ່າເບື້ອງຕົ້ນ.

ຍ. ສັນຍາຝາກຊັບສິ່ງຂອງ

ມາດຕາ 65.   ສັນຍາຝາກຊັບສິ່ງຂອງ
    ສັນຍາຝາກຊັບສິ່ງຂອງ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຝາກ ໄດ້ມອບ ຊັບສິ່ງຂອງໃຫ້ແກ່ຜູ້ຮັບຝາກ ເພື່ອປົກປັກຮັກສາ ແລະ ຜູ້ຮັບຝາກ ຕ້ອງສົ່ງຊັບສິ່ງຂອງດັ່ງກ່າວ ຄືນໃນສະພາບເດີມ ໃຫ້ແກ່ ຜູ້ຝາກ ເມື່ອຜູ້ກ່ຽວຫາກທວງຖາມເອົາ.
    ໃນການຝາກຊັບສິ່ງຂອງນັ້ນ ອາດຈະມີການຈ່າຍ ຫລື ບໍ່ມີການຈ່າຍຄ່າຝາກ ກໍໄດ້ ແລ້ວແຕ່ຄູ່ສັນຍາ ຈະຕົກລົງກັນ ຫລື ຕາມລະບຽບການສະເພາະ.
    ໃນກໍລະນີທີ່ການຝາກຊັບສິ່ງຂອງ ຫາກມີກຳນົດເວລາ ຜູ້ຮັບຝາກ ບໍ່ມີສິດຈະ ສົ່ງຊັບທີ່ຝາກນັ້ນຄືນກ່ອນກຳນົດເວລາໄດ້ ເວັ້ນເສັຍແຕ່ໃນກໍລະນີຈຳເປັນ ແຕ່ຜູ້ຝາກ ຈະເອົາຊັບສິ່ງຂອງທີ່ຝາກນັ້ນ ຄືນກ່ອນ ກຳນົດເວລາ ກໍໄດ້.
    ຖ້າວ່າການຝາກຊັບສິ່ງຂອງ ຫາກບໍ່ມີກຳນົດເວລາ ຜູ້ຝາກຈະເອົາຊັບສິ່ງຂອງ ທີ່ຝາກນັ້ນຄືນໃນເວລາໃດກໍໄດ້ ແລະ ຜູ້ຮັບຝາກ ກໍມີສິດທວງໃຫ້ຜູ້ຝາກ ຮັບເອົາຊັບ ສິ່ງຂອງຂອງຕົນຄືນ ໃນເວລາອັນ ເຫມາະສົມ.
    ການຈ່າຍຄ່າຝາກຊັບສິ່ງຂອງນັ້ນ ຈະຄິດໄລ່ຕາມກຳນົດເວລາຝາກຕົວຈິງ ເວັ້ນ ເສັຍແຕ່ຫາກໄດ້ຕົກລົງກັນຢ່າງອື່ນໄວ້ໃນສັນຍາ.

ມາດຕາ 66(ປັບປຸງ).   ພັນທະຂອງຜູ້ຮັບຝາກ
    ຜູ້ຮັບຝາກ ມີພັນທະປົກປັກຮັກສາບໍ່ໃຫ້ຊັບສິ່ງຂອງ ທີ່ຝາກນັ້ນຖືກເສັຍຫາຍ, ເປ່ເພ ຫລື ເສັຍຄຸນນະພາບ, ສົ່ງຊັບສິ່ງຂອງທີ່ຝາກນັ້ນ ຄືນໃຫ້ແກ່ຜູ້ຝາກໃນສະພາບເດີມ.
    ຜູ້ຮັບຝາກ ບໍ່ມີສິດນຳໃຊ້ຊັບສິ່ງຂອງທີ່ຝາກນັ້ນ ຫລື ມອບຊັບສິ່ງຂອງດັ່ງກ່າວ ໃຫ້ຜູ້ອື່ນປົກປັກຮັກສາແທນ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດຈາກຜູ້ຝາກເທົ່ານັ້ນ. ຖ້າວ່າຊັບສິ່ງຂອງທີ່ຝາກ ຫາກເກີດຫມາກ ຜົນຢ່າງໃດຫນຶ່ງຂຶ້ນ ຫມາກຜົນທີ່ເກີດນັ້ນ ກໍຈະຕົກເປັນຂອງຜູ້ຝາກ.
    ເມື່ອຊັບສິ່ງຂອງທີ່ຝາກ ຫາກມີການເສັຍຫາຍ, ເປ່ເພ ຫລື ເສັຍຄຸນນະພາບ ແລ້ວ ຜູ້ຮັບຝາກ ຕ້ອງຮັບຜິດຊອບຕໍ່ການເສັຍຫາຍດັ່ງກ່າວ ເວັ້ນເສັຍແຕ່ການເສັຍຫາຍນັ້ນ ຫາກເກີດຂຶ້ນຍ້ອນເຫດສຸດວິ ໄສເທົ່ານັ້ນ.
    ໃນກໍລະນີທີ່ມີເຫດການ ຫລື ສະພາບການໃດໜຶ່ງ ທີ່ຈະກໍ່ຄວາມເສັຍຫາຍ ແກ່ຊັບສິ່ງຂອງທີ່ຝາກນັ້ນ ຜູ້ຮັບຝາກ ຕ້ອງແຈ້ງໃຫ້ຜູ້ຝາກ ຊາບໃນທັນໃດ. ຖ້າວ່າຜູ້ຮັບຝາກ ຫາກບໍ່ແຈ້ງແລ້ວ ຜູ້ກ່ຽວກໍ ຈະຮັບຜິດຊອບຕໍ່ຄວາມເສັຍຫາຍທີ່ເກີດຂຶ້ນ.

ມາດຕາ 67.   ພັນທະຂອງຜູ້ຝາກ
    ຜູ້ຝາກ ມີພັນທະແຈ້ງຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງຂອງທີ່ຝາກນັ້ນ ໃຫ້ຜູ້ຮັບຝາກຊາບແລ້ວ ຄູ່ສັນຍາທັງສອງຝ່າຍ ຈຶ່ງພ້ອມກັນກວດກາເບິ່ງສະພາບ ຕົວຈິງຂອງຊັບສິ່ງຂອງນັ້ນ.
    ຖ້າວ່າຜູ້ຝາກ ຫາກບໍ່ໄດ້ແຈ້ງຈຸດບົກພ່ອງ ຫລື ຈຸດພິເສດຂອງຊັບສິ່ງຂອງນັ້ນ ໃຫ້ຜູ້ຮັບຝາກຊາບ ຊຶ່ງພາໃຫ້ມີການເສັຍຫາຍແກ່ຜູ້ຮັບຝາກ ຫລື ຊັບສິ່ງຂອງທີ່ຝາກ ນັ້ນແລ້ວ ຜູ້ຝາກຕ້ອງຮັບຜິດຊອບຕໍ່ ການເສັຍຫາຍທີ່ເກີດຂຶ້ນ.
    ຜູ້ຝາກ ຕ້ອງຮັບເອົາຊັບສິ່ງຂອງຕາມກຳນົດເວລາ ແລະ ຈ່າຍຄ່າຝາກ ຖ້າ ຫາກວ່າມີການຕົກລົງກັນ.
    ຖ້າວ່າຄູ່ສັນຍາ ຫາກໄດ້ຕົກລົງຈ່າຍຄ່າຝາກ ນັບແຕ່ວັນໄດ້ຕົກລົງກັນ ເປັນຕົ້ົ້ນ ໄປ ການຊັກຊ້າໃນການມອບຊັບສິ່ງຂອງທີ່ຝາກນັ້ນ ກໍຈະຕົກເປັນຄວາມຮັບຜິດຊອບຂອງຜູ້ຝາກເອງ. ໃນກໍລະນີ ທີ່ຜູ້ຝາກ ຫາກຊັກຊ້າໃນການຮັບເອົາຊັບສິ່ງຂອງນັ້ນຄືນ ຜູ້ກ່ຽວ ຕ້ອງຮັບຜິດຊອບຈ່າຍຄ່າຝາກ ຕາມຈຳນວນວັນຊັກຊ້ານັ້ນຕື່ມ.
    ເມື່ອຜູ້ຮັບຝາກ ຫາກໄດ້ໃຊ້ຈ່າຍໃນການປົກປັກຮັກສາຊັບສິ່ງຂອງນັ້ນແລ້ວ ຜູ້ຝາກ ຕ້ອງທົດແທນຄ່າໃຊ້ຈ່າຍນັ້ນຄືນ.
    ໃນກໍລະນີ ຊັບສິ່ງຂອງທີ່ຝາກນັ້ນ ຫາກມີລັກສະນະປ່ຽນຮູບ, ເສັຍຄຸນນະພາບ ໄວ ແລະ ຜູ້ຝາກບໍ່ມາຮັບເອົາຕາມກຳນົດເວລາແລ້ວ ຜູ້ຮັບຝາກ ມີສິດຂາຍຊັບສິ່ງ ຂອງດັ່ງກ່າວ ແລະ ຫັກເອົາເງິນຄ່າຝາກ ລວມທັງຄ່າໃຊ້ຈ່າຍໃນການຂາຍ ຖ້າຫາກມີ, ສ່ວນເງິນທີ່ຍັງເຫລືອນັ້ນ ຕ້ອງສົ່ງຄືນໃຫ້ແກ່ຜູ້ຝາກ. ຖ້າວ່າຜູ້ຮັບຝາກ ຫາກ ຂາຍຊັບສິ່ງຂອງທີ່ຝາກນັ້ນ ດ້ວຍຄວາມບໍ່ບໍລິສຸດໃຈແລ້ວ ຜູ້ກ່ຽວ ກໍຈະມີຄວາມຜິດ ໃນສະຖານຍັກຍອກຊັບ.

ດ. ສັນຍາມອບຫມາຍ

ມາດຕາ 68.   ສັນຍາມອບຫມາຍ
    ສັນຍາມອບຫມາຍ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຮັບມອບຫມາຍ ຕ້ອງເຮັດສິ່ງໃດຫນຶ່ງ ໃນນາມ ແລະ ດ້ວຍທຶນຂອງຜູ້ມອບຫມາຍ, ຜູ້ມອບຫມາຍ ມີພັນທະຈ່າຍຄ່າຕອບແທນໃຫ້ຜູ້ຮັບ ມອບຫມາຍ ຖ້າຫາກວ່າໄດ້ກຳນົດໄວ້ໃນສັນຍາ ຫລື ກົດຫມາຍ.
    ຜູ້ຮັບມອບຫມາຍ ຈະເຮັດສິ່ງໃດຫນຶ່ງ ຕາມການມອບຫມາຍໄດ້ ກໍຕໍ່ເມື່ອຫາກ ມີໃບມອບສັນທະເທົ່ານັ້ນ ເວັ້ນເສັຍແຕ່ໄດ້ເຮັດສິ່ງໃດຫນຶ່ງ ທີ່ມີຄວາມສຳຄັນເລັກຫນ້ອຍ.
    ການມອບຫມາຍ ບໍ່ໃຫ້ເກີນ ສາມ ປີ. ຖ້າວ່າບໍ່ໄດ້ກຳນົດເວລາໄວ້ ການມອບ ຫມາຍ ກໍຈະມີຜົນບັງຄັບໃຊ້ໄດ້ພາຍໃນກຳນົດ ຫນຶ່ງປີ ນັບແຕ່ວັນໄດ້ເຮັດໃບມອບສັນທະນັ້ນ ເປັນຕົ້ົ້ນໄປ.
    ພໍ່ແມ່ ຫລື ຜູ້ປົກຄອງ ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ສິບແປດ ປີ, ຄົນບ້າເສັຍຈິດ, ຜົວ ຫລື ເມັຍ ຈະເຮັດສິ່ງໃດຫນຶ່ງແທນກັນ ໂດຍບໍ່ມີໃບມອບສັນທະກໍໄດ້ ແຕ່ຫາກໃຫ້ມີເອກະສານຢັ້ງຢືນ ກ່ຽວກັບສາຍພົວພັນຄອບຄົວ ລະຫວ່າງບຸກຄົນດັ່ງກ່າວ.

ມາດຕາ 69.   ພັນທະຂອງຜູ້ຮັບມອບຫມາຍ
    ຜູ້ຮັບມອບຫມາຍ ມີພັນທະປະຕິບັດຕາມການມອບຫມາຍດ້ວຍຕົນເອງ ຢ່າງ ສອດຄ່ອງກັບຄຳແນະນຳຂອງຜູ້ມອບຫມາຍ ແລະ ປະຕິບັດດ້ວຍຄວາມຈິງໃຈ ເຫມືອນດັ່ງວຽກງານຂອງຕົນເອງ. ຖ້າວ່າຜູ້ ຮັບມອບຫມາຍ ຫາກບໍ່ສາມາດປະຕິບັດດ້ວຍຕົນເອງໄດ້ ຍ້ອນສາເຫດພາວະວິໄສແລ້ວ ຜູ້ກ່ຽວ ກໍມີສິດມອບການມອບ ຫມາຍນັ້ນ ໃຫ້ບຸກຄົນອື່ນປະຕິບັດແທນຕົນ ກໍໄດ້ ແຕ່ຕ້ອງໄດ້ແຈ້ງກ່ຽວກັບບຸກຄະລິກກະພາບ, ຄວາມສາມາດຂອງບຸກຄົນ ທີ່ຈະປະຕິບັດແທນນັ້ນ ໃຫ້ຜູ້ມອບຫມາຍ ຊາບໃນທັນໃດ ເພື່ອຂໍຄວາມເຫັນດີຈາກຜູ້ກ່ຽວ, ຖ້າບໍ່ດັ່ງນັ້ນ ຜູ້ຮັບມອບຫມາຍ ກໍຈະຮັບຜິດຊອບຕໍ່ການເສັຍຫາຍທີ່ເກີດຂຶ້ນແກ່ຜູ້ມອບຫມາຍ ຍ້ອນການກະທຳຂອງ ບຸກຄົນນັ້ນ. ຜູ້ຮັບມອບຫມາຍ ຍັງມີ ພັນທະ ລາຍງານ ແລະ ມອບຊັບສິ່ງຂອງ, ເງິນ ຫລື ເອກະສານທີ່ຮັບຈາກການປະຕິບັດການມອບຫມາຍນັ້ນ ໃຫ້ຜູ້ມອບ ຫມາຍ ໂດຍທັນທີ.
    ໃນກໍລະນີທີ່ຜູ້ຮັບມອບຫມາຍ ຫາກໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ມອບຫມາຍ ໃນການປະຕິບັດວຽກງານ ໂດຍບໍ່ສອດຄ່ອງກັບຄຳແນະນຳ ຫລື ເກີນຂອບເຂດ ຂອງການມອບຫມາຍນັ້ນ ຜູ້ກ່ຽວຕ້ອງຮັບ ຜິດຊອບໃຊ້ແທນຄ່າເສັຍຫາຍໃຫ້ແກ່ຜູ້ມອບຫມາຍ.

ມາດຕາ 70.   ພັນທະຂອງຜູ້ມອບຫມາຍ
    ຜູ້ມອບຫມາຍ ຕ້ອງສະຫນອງຊັບສິ່ງຂອງທີ່ຈຳເປັນ ໃຫ້ແກ່ຜູ້ຮັບມອບຫມາຍ ເພື່ອປະຕິບັດວຽກງານຂອງຕົນ, ຕ້ອງຮັບຮູ້ວຽກງານທີ່ຜູ້ຮັບມອບຫມາຍ ໄດ້ປະຕິ ບັດມາແລ້ວໃນຂອບເຂດ ການມອບ ຫມາຍຂອງຕົນ, ຕ້ອງຈ່າຍຄ່າຕອບແທນໃຫ້ຜູ້ຮັບມອບຫມາຍ ໃນກໍລະນີທີ່ໄດ້ກຳນົດໄວ້ໃນສັນຍາ ແລະ ຮັບຮູ້ການໃຊ້ຈ່າຍ ຂອງຜູ້ຮັບມອບຫມາຍ ໃນການປະຕິບັດວຽກງານ. ຜູ້ມອບຫມາຍ ມີສິດບໍ່ຮັບເອົາວຽກງານທີ່ຜູ້ຮັບມອບຫມາຍໄດ້ປະຕິບັດ ໂດຍບໍ່ສອດຄ່ອງກັບຄຳແນະນຳ ຫລື ເກີນຂອບ ເຂດຂອງການມອບຫມາຍ.
    ຖ້າວ່າຜູ້ມອບຫມາຍ ຫາກບໍ່ຮັບຮູ້ວຽກງານທີ່ຜູ້ຮັບມອບຫມາຍໄດ້ປະຕິບັດ ໂດຍສອດຄ່ອງກັບການມອບຫມາຍ ລວມທັງການໃຊ້ຈ່າຍໃນການປະຕິບັດວຽກງານນັ້ນ ຜູ້ມອບຫມາຍ ຕ້ອງຮັບຜິດຊອບ ໃຊ້ແທນຄ່າເສັຍຫາຍທັງຫມົດ.

ຕ. ສັນຍາບໍລິການ

ມາດຕາ 71(ປັບປຸງ).   ສັນຍາບໍລິການ
    ສັນຍາບໍລິການ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ບໍລິການ ຕ້ອງຮັບໃຊ້, ເຮັດ ຫລື ສ້າງສິ່ງໃດຫນຶ່ງ ຫລື ໃຫ້ຄຳປຶກສາ ແກ່ຜູ້ໃຊ້ບໍລິການ ແລະ ຜູ້ໃຊ້ບໍລິການ ຕ້ອງຈ່າຍຄ່າບໍລິການນັ້ນ ຕາມລາຄາທີ່ ໄດ້ຕົກລົງກັນ.

ມາດຕາ 72(ປັບປຸງ).   ປະເພດສັນຍາບໍລິການ
    ສັນຍາບໍລິການ ມີ ສອງປະເພດ ຄື:
      1. ສັນຍາບໍລິການທົ່ວໄປ;
      2. ສັນຍາບໍລິການດ້ານວິຊາການ.
    ສັນຍາບໍລິການທົ່ວໄປ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ບໍລິການຕ້ອງ ເຮັດ ຫລື ສ້າງສິ່ງໃດຫນຶ່ງທີ່ແນ່ນອນ ເຊັ່ນ: ສ້ອມແປງ, ຕັດຜົມ, ຫຍິບເຄື່ອງນຸ່ງຫົ່ມ, ຮັບໃຊ້ໃນການກິນດື່ມ.
    ສັນຍາບໍລິການດ້ານວິຊາການ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ບໍລິການ ຕ້ອງໃຫ້ການ ບໍລິການ ໃນການ ຄົ້ນຄວ້າ, ວິເຄາະ, ວິໄຈ, ສະຫນອງຂໍ້ມູນ, ໃຫ້ຄຳປຶກສາ, ຄຳແນະນຳ, ສ້າງໂປຣ ແກຣມ, ສ້າງບົດລາຍງານ ແລະ ອື່ນໆ ໃຫ້ຖືກຕ້ອງຕາມຫລັກວິຊາການ.
    ສັນຍາບໍລິການດ້ານວິຊາການ ຕ້ອງເຮັດເປັນລາຍລັກອັກສອນ.

ມາດຕາ 73(ໃຫມ່).   ສິດ ແລະ ພັນທະຂອງຜູ້ບໍລິການ
    ຜູ້ບໍລິການ ມີສິດໄດ້ຮັບຄ່າບໍລິການ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາ.
    ຜູ້ບໍລິການ ມີພັນທະ ດັ່ງນີ້:
      1. ນຳໃຊ້ອຸປະກອນທີ່ດີ, ມີຄຸນນະພາບ ຖືກຕ້ອງຕາມ ຫລັກວິຊາຊີບ ແລະ ຄວາມຕ້ອງ ການຂອງຜູ້ໃຊ້ບໍລິການ;
      2. ປົກປັກຮັກສາວັດຖຸສິ່ງຂອງ ຂອງຜູ້ໃຊ້ບໍລິການ;
      3. ມອບວັດຖຸສິ່ງຂອງ ຫລື ຫມາກຜົນຂອງການບໍລິການ ທີ່ຕົນໄດ້ເຮັດ ຫລື ສ້າງສຳເລັດ ຕາມກຳນົດເວລາ ແລະ ມີຄຸນນະພາບ ໃຫ້ຜູ້ໃຊ້ບໍລິການ;
      4. ຮັກສາຄວາມລັບຂອງຜູ້ໃຊ້ບໍລິການ.

ມາດຕາ 74(ໃຫມ່).   ສິດ ແລະ ພັນທະຂອງຜູ້ໃຊ້ບໍລິການ
    ຜູ້ໃຊ້ບໍລິການ ມີສິດ ດັ່ງນີ້:
      1.ທວງເອົາສິ່ງ ທີ່ຕົນນຳໄປໃຊ້ບໍລິການ;
      2.ສະເຫນີໃຫ້ຜູ້ບໍລິການ ປັບປຸງແກ້ໄຂຈຸດບົກພ່ອງ;
      3.ບໍ່ຮັບເອົາການບໍລິການທີ່ບໍ່ໄດ້ ຕາມການຕົກລົງ;
      4.ທວງເອົາຄ່າເສັຽຫາຍທີ່ເກີດຂຶ້ນ ເນື່ອງຈາກການລະເມີດ ສັນຍາ ຂອງຜູ້ບໍລິການ;
      5.ປ່ຽນຜູ້ບໍລິການຄົນໃຫມ່ ແຕ່ຕ້ອງໄດ້ຈ່າຍຄ່າບໍລິການ ໃຫ້ຜູ້ບໍລິການຄົນເກົ່າ ໃນສິ່ງທີ່ ໄດ້ເຮັດ ຫລື ສ້າງແລ້ວ.

    ຜູ້ໃຊ້ບໍລິການ ມີພັນທະດັ່ງນີ້:
      1. ສະຫນອງວັດຖຸອຸປະກອນ ຫລື ຂໍ້ມູນທີ່ຈຳເປັນໃຫ້ແກ່ ຜູ້ບໍລິການ;
      2. ຮັບເອົາວັດຖຸສິ່ງຂອງ ຫລື ຫມາກຜົນຂອງການບໍລິການ ທີ່ຜູ້ບໍລິການ ໄດ້ເຮັດ ຫລື ສ້າງສຳເລັດແລ້ວ ແລະ ຈ່າຍຄ່າບໍລິການ.

ຖ. ສັນຍາຮັບເຫມົາກໍ່ສ້າງ

ມາດຕາ 75(ປັບປຸງ).   ສັນຍາຮັບເຫມົາກໍ່ສ້າງ
    ສັນຍາຮັບເຫມົາກໍ່ສ້າງ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຮັບເຫມົາ ຕ້ອງກໍ່ສ້າງສິ່ງໃດຫນຶ່ງອັນແນ່ນອນ ຕາມຈຸດປະສົງຂອງເຈົ້າຂອງໂຄງການ ດ້ວຍວັດຖຸປະກອນຂອງເຈົ້າຂອງໂຄງການ ຫລື ຂອງຕົນເອງ, ສ່ວນເຈົ້າຂອງໂຄງການນັ້ນ ຕ້ອງຮັບເອົາ ແລະ ຈ່າຍຄ່າສິ່ງກໍ່ສ້າງ ຊຶ່ງໄດ້ເຮັດ ແລະ ຢັ້ງຢືນຜົນສຳເລັດ ຮ່ວມກັນແລ້ວ.
    ຜູ້ຮັບເຫມົາ ມີສິດສະເຫນີໃຫ້ເຈົ້າຂອງໂຄງການ ຮູ້ວ່າຕົນບໍ່ສາມາດປະຕິບັດຄຳ ແນະນຳ ຫລື ນຳໃຊ້ວັດຖຸປະກອນ ຫລື ພາຫະນະ ຂອງເຈົ້າຂອງໂຄງການ ທີ່ບໍ່ໄດ້ມາດຕະຖານເຕັກນິກ.
    ຖ້າວ່າເຈົ້າຂອງໂຄງການ ຫາກບໍ່ໄດ້ແກ້ໄຂພາຍໃນກຳນົດອັນເຫມາະສົມແລ້ວ ຜູ້ຮັບເຫມົາ ມີສິດຂໍຍົກເລີກສັນຍາ ແລະ ທວງເອົາຄ່າເສັຍຫາຍ.
    ໃນກໍລະນີທີ່ວັດຖຸປະກອນ ຫລື ພາຫະນະ ຫາກເປັນຂອງເຈົ້າຂອງໂຄງການ ແລ້ວ ຜູ້ຮັບເຫມົາຕ້ອງປົກປັກຮັກສາ ແລະ ນຳໃຊ້ໃຫ້ຖືກຕ້ອງ. ຖ້າວ່າການນຳໃຊ້ ຫາກບໍ່ຖືກຕ້ອງແລ້ວ ຜູ້ກ່ຽວ ຕ້ອງຮັບ ຜິດຊອບ, ນອກຈາກນີ້ ກໍຍັງມີພັນທະມອບບັນຊີກ່ຽວກັບການນຳໃຊ້ວັດຖຸປະກອນ ແລະ ສົ່ງວັດຖຸປະກອນທີ່ຍັງເຫລືອຄືນ ໃຫ້ແກ່ ເຈົ້າຂອງໂຄງການ.
    ເຈົ້າຂອງໂຄງການ ມີສິດກວດກາເບິ່ງສິ່ງທີ່ໄດ້ກໍ່ສ້າງ. ຖ້າວ່າສິ່ງທີ່ໄດ້ກໍ່ສ້າງນັ້ນ ຫາກບໍ່ໄດ້ປະຕິບັດ ຫລື ປະຕິບັດບໍ່ຖືກຕ້ອງ ຕາມເງື່ອນໄຂຂອງສັນຍາ ອັນພາໃຫ້ສິ່ງ ກໍ່ສ້າງນັ້ນ ບໍ່ໄດ້ມາດຕະຖານ ເຕັກນິກ ຫລື ເປ່ເພແລ້ວ ເຈົ້າຂອງໂຄງການ ມີສິດແຈ້ງໃຫ້ຜູ້ຮັບເຫມົາ ແກ້ໄຂ ຫລື ປົວແປງພາຍໃນກຳນົດເວລາອັນຄວນ ຫລື ທວງ ເອົາ ຄ່າເສັຍຫາຍ ຖ້າວ່າການໃຊ້ຈ່າຍໃນການປົວແປງນັ້ນ ຫາກເປັນວັດຖຸປະກອນ ຫລື ພາຫະນະຂອງຕົນເອງ, ນອກຈາກນີ້ ເຈົ້າຂອງໂຄງການ ອາດຈະຂໍຍົກເລີກສັນຍາ ແລະ ທວງເອົາຄ່າເສັຍຫາຍ ກໍໄດ້.
    ວັດຖຸປະກອນ ຫລື ພາຫະນະ ທີ່ເຈົ້ົ້າຂອງໂຄງການເປັນຜູ້ຈັດຫາໃຫ້ນັ້ນ ຕ້ອງ ໃຫ້ມີຄຸນນະພາບ, ຖືກຕ້ອງ ຕາມມາດຕະຖານເຕັກນິກ ແລະ ໃຫ້ທັນຕາມກຳນົດເວລາ.

ມາດຕາ 76.   ການຮັບປະກັນຄຸນນະພາບຂອງສິ່ງກໍ່ສ້າງ
    ຜູ້ຮັບເຫມົາ ຕ້ອງຮັບປະກັນສິ່ງກໍ່ສ້າງ ຕາມລະບຽບການຂອງການກໍ່ສ້າງ.
    ພາຍຫລັງທີ່ເຈົ້າຂອງໂຄງການ ໄດ້ຮັບເອົາສິ່ງກໍ່ສ້າງແລ້ວ ຫາກຍັງເຫັນວ່າມີສິ່ງ ບົກພ່ອງໃນການກໍ່ສ້າງນັ້ນ ເຈົ້າຂອງໂຄງການ ມີສິດທວງໃຫ້ຜູ້ຮັບເຫມົາທຳການ ສ້ອມແປງຄືນ ໂດຍບໍ່ເສັຍຄ່າສ້ອມແປງ ແຕ່ຢ່າງໃດ ຖ້າວ່າກຳນົດເວລາຮັບປະກັນນັ້ນ ຫາກຍັງບໍ່ທັນໄດ້ສິ້ນສຸດ.

ທ. ສັນຍາຂົນສົ່ງ

ມາດຕາ 77(ປັບປຸງ).   ສັນຍາຂົນສົ່ງ
    ສັນຍາຂົນສົ່ງ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຝ່າຍຫນຶ່ງ ແມ່ນ ຜູ້ຂົນສົ່ງ ເປັນຜູ້ຮັບຜິດຊອບນຳສົ່ງຜູ້ໂດຍສານ, ເຄື່ອງຕິດຕົວ ຫລື ວັດຖຸເຄື່ອງຂອງ, ສິນຄ້າ ໄປ ຮອດຈຸດຫມາຍ ຫລື ຕາມຈຸດປະ ສົງຂອງອີກຝ່າຍຫນຶ່ງ, ສ່ວນອີກຝ່າຍຫນຶ່ງ ແມ່ນ ຜູ້ໂດຍສານ ຫລື ຜູ້ສົ່ງວັດຖຸເຄື່ອງຂອງ ຫລື ສິນຄ້າ ເປັນຜູ້ມີພັນທະຈ່າຍ ຄ່າໂດຍ ສານ ຫລື ຄ່າຂົນສົ່ງ ຕາມລາຄາທີ່ໄດ້ຕົກລົງກັນ.
    ສັນຍາຂົນສົ່ງ ມີຜົນສັກສິດ ນັບແຕ່ເວລາຜູ້ຂົນສົ່ງ ຮັບເອົາຜູ້ໂດຍສານ, ເຄື່ອງຕິດຕົວ ຫລື ວັດຖຸເຄື່ອງຂອງ, ສິນຄ້າ ແລະ ສິ້ນສຸດລົງ ໃນເວລາຜູ້ໂດຍສານຮອດ ຈຸດຫມາຍ ພ້ອມດ້ວຍເຄື່ອງ ຕິດຕົວ ຫລື ເຈົ້າຂອງ ຫລື ຜູ້ມີສິດ ໄດ້ຮັບເອົາ ວັດຖຸເຄື່ອງຂອງ ຫລື ສິນຄ້າດັ່ງກ່າວແລ້ວ.
    ການຂົນສົ່ງ ອາດຈະເຮັດຂຶ້ນໂດຍ ທາງບົກ, ທາງນ້ຳ ຫລື ທາງອາກາດ ແລະ ໃຫ້ປະຕິບັດຕາມລະບຽບການສະເພາະ ຂອງຂະແຫນງການທີ່ກ່ຽວຂ້ອງ.

ມາດຕາ 78.   ພັນທະຂອງຜູ້ຂົນສົ່ງ
    ຜູ້ຂົນສົ່ງ ມີພັນທະສົ່ງຜູ້ໂດຍສານ ພ້ອມດ້ວຍເຄື່ອງຕິດຕົວ ໄປຮອດຈຸດຫມາຍ ຢ່າງປອດໄພ, ນຳສົ່ງ ວັດຖຸເຄື່ອງຂອງ ຫລື ສິນຄ້າ ທີ່ມອບຫມາຍໃຫ້ຂົນສົ່ງນັ້ນ ໄປຮອດຈຸດຫມາຍ ແລະ ມອບໃຫ້ຜູ້ມີສິດ ຮັບເອົາວັດຖຸເຄື່ອງຂອງ ຫລື ສິນຄ້າດັ່ງກ່າວ ຕາມຈຳນວນ ແລະ ຄຸນນະພາບ ທີ່ຕົນໄດ້ຮັບຢູ່ຕົ້ນທາງ.
    ໃນກໍລະນີທີ່ເກີດອຸປະຕິເຫດ ຜູ້ຂົນສົ່ງ ຕ້ອງຮັບຜິດຊອບຕໍ່ຜູ້ໂດຍສານທີ່ໄດ້ ຮັບບາດເຈັບ ຫລື ເສັຍຊີວິດ, ຮັບຜິດຊອບຕໍ່ເຄື່ອງຕິດຕົວ ຫລື ວັດຖຸເຄື່ອງຂອງ, ສິນຄ້າ ທີ່ໄດ້ເສັຍຫາຍ ຫລື ເປ່ເພ ຈາກການຂົນສົ່ງ ເວັ້ນເສັຍແຕ່ກໍລະນີທີ່ມີເຫດສຸດວິໄສ.

ມາດຕາ 79(ປັບປຸງ).   ຄ່າໂດຍສານ ແລະ ຄ່າຂົນສົ່ງ
    ຜູ້ໂດຍສານ ຈະຈ່າຍຄ່າໂດຍສານ ກ່ອນ ຫລື ຫລັງ ການເດີນທາງກໍໄດ້ ຕາມ ລາຄາເປັນສາຍທາງ ທີ່ລັດໄດ້ກຳນົດ ໃນແຕ່ລະໄລຍະ ຫລື ຕາມການຕົກລົງຂອງຄູ່ສັນຍາ.
    ເຈົ້າຂອງວັດຖຸເຄື່ອງຂອງ ຫລື ເຈົ້າຂອງສິນຄ້າ ຈະຈ່າຍຄ່າຂົນສົ່ງ ກ່ອນ ຫລື ຫລັງ ການຂົນສົ່ງກໍໄດ້ ຕາມທີ່ໄດ້ຕົກລົງກັນ.

ນ. ສັນຍາຮຸ້ນສ່ວນ

ມາດຕາ 80(ປັບປຸງ).   ສັນຍາຮຸ້ນສ່ວນ
    ສັນຍາຮຸ້ນສ່ວນ ແມ່ນ ການຕົກລົງລະຫວ່າງສອງຄົນ ຫລື ຫລາຍຄົນ ເພື່ອ ເອົາເງິນ ຫລື ຊັບສິ່ງຂອງ ຫລື ແຮງງານ ມາຮ່ວມກັນດຳເນີນທຸລະກິດໃດໜຶ່ງ ເພື່ອແບ່ງປັນ ຜົນປະໂຫຍດ ຫລື ຮັບຜິດ ຊອບຕໍ່ຫນີ້ສິນ.
    ຄູ່ສັນຍາ ຈະຕົກລົງກັນຢ່າງໃດກໍໄດ້ ໂດຍສອດຄ່ອງກັບກົດຫມາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບກົດຫມາຍອື່ນ.

ມາດຕາ 81(ປັບປຸງ).   ການສິ້ນສຸດຂອງສັນຍາຮຸ້ນສ່ວນ
    ສັນຍາຮຸ້ນສ່ວນ ອາດຈະສິ້ນສຸດລົງໃນກໍລະນີໃດຫນຶ່ງ ດັ່ງນີ້:
      1. ວັດຖຸປະສົງຂອງສັນຍາຮຸ້ນສ່ວນ ໄດ້ຮັບການປະຕິບັດ ສຳເລັດແລ້ວ;
      2. ກຳນົດເວລາຂອງສັນຍາຮຸ້ນສ່ວນ ໄດ້ສິ້ນສຸດລົງ;
      3. ຄູ່ສັນຍາຝ່າຍໃດຫນຶ່ງ ເສັຍຊີວິດ ໂດຍບໍ່ມີຜູ້ສືບທອດ;
      4. ຄູ່ສັນຍາ ໄດ້ມີການຕົກລົງກັນ;
      5. ຄູ່ສັນຍາ ໄດ້ເຂົ້າຮ່ວມເປັນອັນດຽວກັນ;
      6. ມີຄຳຕັດສີນຂອງສານ ໃຫ້ຍົກເລີກສັນຍາຮຸ້ນສ່ວນ;
      7. ມີຂາຮຸ້ນໃດໜຶ່ງ ລົ້ມລະລາຍ ຫລື ຂາດຄວາມສາມາດ ທາງດ້ານການປະພຶດ ເວັ້ນເສັຍແຕ່ ໄດ້ຕົກລົງກັນໄວ້ຢ່າງອື່ນ ຫລື ມີການລົ້ມລະລາຍຂອງວິສາຫະກິດ.

ມາດຕາ 82(ປັບປຸງ).   ການແບ່ງປັນຜົນປະໂຫຍດ ຫລື ຄວາມຮັບຜິດຊອບຕໍ່ຫນີ້ສິນ
    ເມື່ອສັນຍາຮຸ້ນສ່ວນ ຫາກໄດ້ສິ້ນສຸດລົງ ຖ້າບໍ່ມີການຕົກລົງຕ່າງຫາກຢູ່ໃນ ສັນຍາແລ້ວ ການແບ່ງປັນຜົນປະໂຫຍດ ຫລື ຄວາມຮັບຜິດຊອບຕໍ່ຫນີ້ສິນ ໃຫ້ອີງຕາມຮຸ້ນຂອງແຕ່ລະຄົນ.

ພາກທີ III
ຂໍ້ຜູກພັນນອກສັນຍາ
ຫມວດທີ 1
ຄວາມຮັບຜິດຊອບທີ່ເນື່ອງມາຈາກການກະທຳຂອງຕົນເອງ

ມາດຕາ 83(ປັບປຸງ).   ສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບ
    ບຸກຄົນໃດ ຫາກໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ອື່ນ ດ້ວຍການກະທຳຂອງຕົນ ເອງ ບຸກຄົນນັ້ນຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ຕົນໄດ້ກໍ່ຂຶ້ນ ເວັ້ນເສັຍແຕ່ ຄວາມເສັຍຫາຍທີ່ເກີດຂຶ້ນນັ້ນ ແມ່ນ ຍ້ອນການປ້ອງກັນຕົວ, ການປະຕິບັດຫນ້າທີ່ ທີ່ຖືກຕ້ອງຕາມກົດຫມາຍ ຫລື ຍ້ອນຄວາມຜິດຂອງຜູ້ຖືກເສັຍຫາຍເອງ.

ມາດຕາ 84(ປັບປຸງ).   ລັກສະນະຂອງຄວາມເສັຍຫາຍ
    ຄວາມເສັຍຫາຍທີ່ເນື່ອງມາຈາກການກະທຳຂອງບຸກຄົນໃດຫນຶ່ງ ຕ້ອງມີລັກ ສະນະແນ່ນອນ ຄື ໄດ້ເກີດຂຶ້ນແລ້ວ ຫລື ແນ່ນອນຈະເກີດຂຶ້ນໃນອະນາຄົດ.
    ຄວາມເສັຍຫາຍ ທີ່ອາດຈະເກີດຂຶ້ນ ຫລື ບໍ່ເກີດຂຶ້ນໃນອະນາຄົດນັ້ນ ບໍ່ໃຫ້ ຖືວ່າເປັນຄວາມເສັຍຫາຍທີ່ແນ່ນອນ.

ມາດຕາ 85(ປັບປຸງ).   ປະເພດຂອງຄວາມເສັຍຫາຍ
    ຄວາມເສັຍຫາຍ ມີ ສາມ ປະເພດ ດັ່ງນີ້ :
      - ທາງດ້ານຊັບສິ່ງຂອງ;
      - ທາງດ້ານຊີວິດ ຫລື ສຸຂະພາບ;
      - ທາງດ້ານຈິດໃຈ.

ມາດຕາ 86.   ຄວາມຜິດ
    ຄວາມຜິດ ສະແດງອອກດ້ວຍການກະທຳ ຫລື ການເມີນເສີຍ ຊຶ່ງເປັນການ ລະເມີດລະບຽບກົດຫມາຍ ແລະ ກໍ່ຄວາມເສັຍຫາຍໃຫ້ແກ່ບຸກຄົນອື່ນ ໂດຍເຈດຕະນາ ຫລື ດ້ວຍຄວາມບໍ່ລະມັດລະວັງ.

ມາດຕາ 87.   ສາຍພົວພັນລະຫວ່າງ ເຫດ ແລະ ຜົນເສັຍຫາຍ
    ບຸກຄົນໃດຫນຶ່ງ ຈະມີຄວາມຮັບຜິດຊອບ ຕໍ່ການໃຊ້ແທນຄ່າເສັຍຫາຍໄດ້ນັ້ນ ກໍຕໍ່ເມື່ອຫາກມີສາຍພົວພັນເຫດ ແລະ ຜົນ ລະຫວ່າງການກະທຳທີ່ລະເມີດກົດຫມາຍ ຂອງບຸກຄົນນັ້ນ ກັບຄວາມເສັຍຫາຍ ທີ່ເກີດຂຶ້ນ ຊຶ່ງປະກອບດ້ວຍ ສາມ ເງື່ອນໄຂ ດັ່ງນີ້:
      - ເຫດ ແມ່ນສິ່ງຈຳເປັນ ທີ່ພາໃຫ້ເກີດຜົນເສັຍຫາຍ;
      - ເຫດ ຕ້ອງເກີດຂຶ້ນກ່ອນຜົນເສັຍຫາຍ;
      - ເຫດ ຕ້ອງເປັນສາເຫດໂດຍກົງຂອງຜົນເສັຍຫາຍ.

ມາດຕາ 88.   ຄວາມເສັຍຫາຍທີ່ເນື່ອງມາຈາກການນຳໃຊ້ສິດເກີນຄວນ
    ບຸກຄົນໃດ ຫາກໄດ້ນຳໃຊ້ສິດຂອງຕົນເກີນຄວນໂດຍເຈດຕະນາ ບຸກຄົນນັ້ນ ຕ້ອງຮັບຜິດຊອບ ໃຊ້ແທນຄ່າເສັຍຫາຍ ທີ່ເນື່ອງມາຈາກການໃຊ້ສິດເກີນຄວນນັ້ນ.

ມາດຕາ 89.   ຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍທີ່ເນື່ອງມາຈາກສະພາວະທີ່ຈຳເປັນ
    ຄວາມເສັຍຫາຍທີ່ເນື່ອງມາຈາກສະພາວະທີ່ຈຳເປັນ ຕ້ອງໄດ້ຮັບການໃຊ້ແທນ ແຕ່ອີງໃສ່ສະພາບການຕົວຈິງ ສານອາດພິຈາລະນາຕັດສີນໃຫ້ ຜູ້ກະທຳ ຫລື ບຸກຄົນທີສາມ ຊຶ່ງໄດ້ຮັບຜົນປະໂຫຍດ ຈາກການກະທຳຂອງຜູ້ກໍ່ຄວາມເສັຍຫາຍນັ້ນ ເປັນຜູ້ຮັບຜິດຊອບ ໃຊ້ແທນຄ່າເສັຍຫາຍ.

ມາດຕາ 90.   ຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍທີ່ຫລາຍຄົນໄດ້ກໍ່ຂຶ້ນ
    ບັນດາບຸກຄົນ ຊຶ່ງໄດ້ຮ່ວມກັນກໍ່ຄວາມເສັຍຫາຍ ຕ້ອງຮັບຜິດຊອບຮ່ວມກັນ ໃນການໃຊ້ແທນຄ່າເສັຍຫາຍ ທີ່ພວກຕົນໄດ້ກໍ່ຂຶ້ນນັ້ນ. ສານອາດພິຈາລະນາຕັດສີນ ໃຫ້ບຸກຄົນໃດຫນຶ່ງ ຫລື ຫລາຍຄົນ ໃນ ຈຳນວນຜູ້ກໍ່ຄວາມເສັຍຫາຍນັ້ນ ໃຊ້ແທນຄ່າເສັຍຫາຍທັງຫມົດກໍໄດ້, ແຕ່ຜູ້ກ່ຽວ ມີສິດທວງເອົານຳບຸກຄົນ ທີ່ຕົນໄດ້ໃຊ້ຕາງ ໄປແລ້ວ ນັ້ນຄືນ.

ມາດຕາ 91(ປັບປຸງ).   ການຄິດໄລ່ການໃຊ້ແທນຄ່າເສັຍຫາຍ ແລະ ຄ່າປ່ວຍການ
    ການຄິດໄລ່ການໃຊ້ແທນຄ່າເສັຍຫາຍ ແລະ ຄ່າປ່ວຍການ ຕ້ອງໃຫ້ສອດຄ່ອງ ກັບຄວາມຜິດຂອງຜູ້ກໍ່ຄວາມເສັຍຫາຍ.
    ນອກຈາກຄ່າເສັຍຫາຍແລ້ວ ຜູ້ກໍ່ຄວາມເສັຍຫາຍ ອາດຈະຍັງຕ້ອງໄດ້ໃຊ້ ແທນຄ່າປ່ວຍການນຳອີກ ເຊັ່ນ: ລາຍຮັບຊຶ່ງຜູ້ຖືກເສັຍຫາຍຄວນຈະໄດ້, ຄ່າໃຊ້ຈ່າຍເພີ່ມ ຂອງຜູ້ຖືກເສັຍຫາຍ ຊຶ່ງເນື່ອງມາ ຈາກການກະທຳຜິດ.
    ໃນກໍລະນີທີ່ຜູ້ຖືກເສັຍຫາຍ ຫາກມີຄວາມຜິດ ຜູ້ກ່ຽວກໍຕ້ອງມີສ່ວນຮັບ ຜິດຊອບ ຕໍ່ຄວາມເສັຍຫາຍ ແລະ ຄ່າປ່ວຍການນັ້ນ ເຫມືອນກັນ.

ຫມວດທີ 2
ຄວາມຮັບຜິດຊອບ ທີ່ເນື່ອງມາຈາກການກະທຳ
ຂອງບຸກຄົນອື່ນ, ຂອງສັດ, ວັດຖຸສິ່ງຂອງ ທີ່ຢູ່ໃນການຄຸ້ມຄອງຂອງຕົນ

ມາດຕາ 92(ປັບປຸງ).   ຄວາມຮັບຜິດຊອບຂອງຜູ້ໃຊ້ວຽກ
    ຜູ້ໃຊ້ວຽກ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ທີ່ຜູ້ຮັບໃຊ້ວຽກຂອງຕົນ ໄດ້ກໍ່ຂຶ້ນ ໃຫ້ແກ່ ບຸກຄົນອື່ນ ໃນການປະຕິບັດຫນ້າທີ່ຕາມການມອບຫມາຍ.
    ໃນກໍລະນີທີ່ຄວາມເສັຍຫາຍ ຫາກເກີດຂຶ້ນຍ້ອນຄວາມຜິດອັນຫນັກຫນ່ວງ ຂອງຜູ້ຮັບໃຊ້ວຽກແລ້ວ ຜູ້ກ່ຽວ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ແຕ່ຜູ້ໃຊ້ວຽກນັ້ນ ຕ້ອງໄດ້ຈ່າຍຄ່າເສັຍຫາຍນັ້ນ ກ່ອນແລ້ວ ຈຶ່ງທວງເອົາການທົດແທນຄ່າເສັຍຫາຍ ທີ່ໄດ້ຈ່າຍໄປແລ້ວນັ້ນຄືນ ຈາກຜູ້ຮັບໃຊ້ວຽກ.
    ການຫາບຸກຄົນອື່ນໃຫ້ເຮັດວຽກ ເພື່ອຜົນປະໂຫຍດຂອງຕົນ ກໍໃຫ້ປະຕິບັດ ຕາມວັກທີຫນຶ່ງ ຂອງມາດຕານີ້.

ມາດຕາ 93.   ຄວາມຮັບຜິດຊອບຂອງພໍ່ແມ່, ຜູ້ປົກຄອງ ຫລື ຜູ້ຄຸຸູ້ມຄອງ
    ພໍ່ແມ່, ຜູ້ປົກຄອງ ຫລື ຜູ້ຄຸ້ມຄອງ ເຊັ່ນ ໂຮງຮຽນອະນຸບານ,ໂຮງຫມໍ ແລະ ອື່ນໆ ເປັນຜູ້ຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ເນື່ອງມາຈາກຄວາມຜິດຂອງເດັກທີ່ຍັງ ບໍ່ທັນເຖິງກະສຽນອາຍຸ ຫລື ຄົນບ້າ ເສັຍຈິດ ທີ່ຢູ່ໃນການຄຸ້ມຄອງຂອງຕົນ.

ມາດຕາ 94.   ຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງ ສັດ
    ເຈົ້າຂອງ ຫລື ຜູ້ຄອບຄອງ ສັດ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ສັດ ນັ້ນ ໄດ້ກໍ່ຂຶ້ນ ຍ້ອນຄວາມຜິດຂອງເຈົ້າຂອງ ຫລື ຜູ້ຄອບຄອງ ສັດນັ້ນ.

ມາດຕາ 95.   ຄວາມຮັບຜິດຊອບ ຕໍ່ຄວາມເສັຍຫາຍທີ່ເກີດຂຶ້ນຈາກວັດຖຸສິ່ງຂອງ
    ຄວາມເສັຍຫາຍທີ່ເກີດຂຶ້ນຈາກວັດຖຸສິ່ງຂອງໃດຫນຶ່ງ ຍ້ອນຄວາມຜິດຂອງ ຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງນັ້ນ ຜູ້ກ່ຽວ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ດັ່ງກ່າວ.

ຫມວດທີ 3
ການເຮັດວຽກງານແທນຜູ້ອື່ນ

ມາດຕາ 96.   ການເຮັດວຽກງານແທນຜູ້ອື່ນ
    ການເຮັດວຽກງານແທນຜູ້ອື່ນ ແມ່ນ ການທີ່ຜູ້ເຮັດວຽກງານແທນ ໄດ້ດຳເນີນ ວຽກງານໃດຫນຶ່ງ ເພື່ອຜົນປະໂຫຍດຂອງບຸກຄົນອື່ນ ໂດຍບໍ່ໄດ້ຮັບການມອບຫມາຍ ຈາກບຸກຄົນນັ້ນ ເຊັ່ນ: ການສ້ອມ ແປງເຮືອນໃຫ້ຜູ້ອື່ນ ໃນເວລາຜູ້ນີ້ ຫາກບໍ່ຢູ່ ແລະ ອື່ນໆ.

ມາດຕາ 97.   ເງື່ອນໄຂຂອງການເຮັດວຽກງານແທນຜູ້ອື່ນ
    ການເຄື່ອນໄຫວຂອງຜູ້ເຮັດວຽກງານແທນຜູ້ອື່ນ ຕ້ອງດຳເນີນໄປດ້ວຍ ເຈດຕະນາດີ ແລະ ມີຜົນປະໂຫຍດໃຫ້ແກ່ຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງ. ໃນກໍລະນີທີ່ຜູ້ ເປັນເຈົ້າຂອງ ຫລື ຜູ້ຄອບຄອງ ຫາກຍັງຢູ່ກັບທີ່ນັ້ນ ການເຮັດວຽກງານແທນຈະດຳເນີນໄດ້ ກໍຕໍ່ເມື່ອຫາກໄດ້ຮັບຄວາມເຫັນດີຈາກຜູ້ກ່ຽວ ເສັຍກ່ອນ.
    ເປົ້ົ້າຫມາຍຂອງການເຮັດວຽກງານແທນຜູ້ອື່ນ ອາດຈະແມ່ນການເຄື່ອນໄຫວ ທາງດ້ານກົດຫມາຍ ເຊັ່ນ ການໃຊ້ຫນີ້ສິນແທນ ຫລື ການເຄື່ອນໄຫວທາງດ້ານວັດຖຸ ເຊັ່ນ ການສ້ອມແປງເຮືອນແທນ.

ມາດຕາ 98.   ຜົນຂອງການເຮັດວຽກງານແທນຜູ້ອື່ນ
    ຜູ້ເຮັດວຽກງານແທນຜູ້ອື່ນ ມີພັນທະດັ່ງດຽວກັນກັບ ຜູ້ຮັບມອບຫມາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 69 ຂອງກົດຫມາຍສະບັບນີ້. ຜູ້ເຮັດວຽກງານແທນ ຕ້ອງຮັບຜິດຊອບ ຕໍ່ທຸກຄວາມເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ ແລະ ຕ້ອງແຈ້ງກ່ຽວກັບ ການເຮັດວຽກຂອງຕົນ ໃຫ້ຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງຊາບ. ຜູ້ເຮັດວຽກງານ ແທນຕ້ອງສືບຕໍ່ວຽກງານທີ່ໄດ້ເລີ່ມມາແລ້ວນັ້ນ ໃຫ້ສຳເລັດ ຫລື ຈົນກວ່າຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງ ຈະມີຄວາມ ສາມາດດຳເນີນເອງໄດ້.
    ຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງ ມີພັນທະດັ່ງດຽວກັນກັບຜູ້ມອບຫມາຍ ໃນການທົດແທນຄ່າໃຊ້ຈ່າຍຕ່າງໆ ທີ່ຈຳເປັນ ແລະ ມີຜົນປະໂຫຍດ ຖ້າວ່າການເຮັດວຽກງານແທນນັ້ນ ຫາກໄດ້ດຳເນີນໄປ ດ້ວຍດີ ຫລື ໃນກໍລະນີໃດກໍຕາມ ຖ້າຜູ້ເປັນເຈົ້າຂອງ ຫລື ຜູ້ຄອບຄອງ ຫາກໄດ້ເຫັນດີຮັບຮອງເອົາ ການເຮັດວຽກງານ ແທນນັ້ນ.

ຫມວດທີ 4
ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດ

ມາດຕາ 99.   ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດໂດຍເຈດຕະນາ
    ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫລື ມູນຄ່າຂອງຊັບ ສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງຫມາກຜົນ ຫລື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ົ້ນໄປ.

ມາດຕາ 100.   ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດດ້ວຍຄວາມຫລົງຜິດ
    ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນດ້ວຍຄວາມຫລົງຜິດ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫລື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ. ຜູ້ເປັນເຈົ້າຂອງຊັບນັ້ນ ຕ້ອງທົດແທນຄ່າໃຊ້ ຈ່າຍ ໃນການປົກປັກຮັກສາຊັບສິ່ງຂອງ ໃຫ້ແກ່ຜູ້ຮັບຊັບນັ້ນ.

ພາກທີ IV
ການແກ້ໄຂຂໍ້ຂັດແຍ່ງ ແລະ ອາຍຸຄວາມໃນການຮ້ອງຟ້ອງ

ມາດຕາ 101(ປັບປຸງ).   ວິທີແກ້ໄຂຂໍ້ຂັດແຍ່ງ
    ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບການປະຕິບັດສັນຍາ ແລະ ການຮ້ອງຂໍເອົາ ການໃຊ້ແທນ ຄ່າເສັຍຫາຍ ຄູ່ກໍລະນີ ອາດຈະຊອກວິທີແກ້ໄຂຂໍ້ຂັດແຍ່ງ ດ້ວຍຕົນເອງ ຫລື ປະນີປະນອມກັນ. ຖ້າວ່າຄູ່ກໍ ລະນີ ຫາກບໍ່ສາມາດຕົກລົງກັນໄດ້ ກໍມີສິດສະເຫນີຕໍ່ຫນ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຫລື ອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ຫລື ຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາແກ້ໄຂ ຕາມລະບຽບກົດຫມາຍ.

ມາດຕາ 102(ປັບປຸງ).   ອາຍຸຄວາມໃນການຮ້ອງຟ້ອງ
    ອາຍຸຄວາມໃນການຮ້ອງຟ້ອງ ມີກຳນົດ ສິບ ປີ ສຳລັບສັນຍາກ່ຽວກັບສິ່ງ ກໍ່ສ້າງ ແລະ ສາມ ປີ ສຳລັບສັນຍາປະເພດອື່ນ ແລະ ການຮ້ອງຂໍເອົາການໃຊ້ແທນຄ່າເສັຽຫາຍ ເວັ້ນເສັຽແຕ່ກົດຫມາຍ ຫາກໄດ້ກຳນົດໄວ້ຢ່າງອື່ນ.
    ອາຍຸຄວາມໃນການຮ້ອງຟ້ອງ ໃຫ້ເລີ່ມນັບແຕ່ວັນກຳນົດເວລາ ຂອງສັນຍານັ້ນ ໄດ້ສິ້ນສຸດ ຫລື ນັບແຕ່ວັນ ທີ່ຄວາມເສັຽຫາຍໄດ້ເກີດຂຶ້ນ ເປັນຕົ້ນໄປ.
    ອາຍຸຄວາມໃນການຮ້ອງຟ້ອງ ຈະຖືກໂຈະ ໃນກໍລະນີ ທີ່ມີເຫດສຸດວິໄສ ຫລື ເຫດບັງເອີນ ຊຶ່ງເປັນອຸປະສັກ ຕໍ່ການຍື່ນຄຳຮ້ອງຟ້ອງ.
    ພາຍຫລັງທີ່ໄລຍະເວລາຂອງການໂຈະນັ້ນ ໄດ້ສິ້ນສຸດແລ້ວ ອາຍຸຄວາມທີ່ໄດ້ ຜ່ານມາກ່ອນນັ້ນ ກໍຈະສືບຕໍ່ອີກ.
    ອາຍຸຄວາມໃນການຮ້ອງຟ້ອງ ຈະຖືກຢຸດຊະງັກ ເມື່ອມີການກະທຳອັນແນ່ນອນ ຂອງຄູ່ຄວາມ ຫລື ຄູ່ສັນຍາ ເຊັ່ນ: ການຮັບຮູ້ຫນີ້ສິນຂອງຕົນ. ໃນກໍລະນີນີ້ ອາຍຸຄວາມໃນການຮ້ອງຟ້ອງ ໃຫ້ເລີ່ມນັບ ຄືນໃຫມ່.

ພາກທີ V (ໃຫມ່)
ຂໍ້ຫ້າມ

ມາດຕາ 103(ໃຫມ່).   ຂໍ້ຫ້າມສຳລັບບຸກຄົນ ແລະ ນິຕິບຸກຄົນ
    ຫ້າມ ບຸກຄົນ ແລະ ນິຕິບຸກຄົນ ມີການກະທຳຕົ້ນຕໍ ດັ່ງນີ້:
      - ປ່ຽນແປງ ຫລື ຍົກເລີກສັນຍາແຕ່ຝ່າຍດຽວ;
      - ປອມແປງເອກະສານ ຫລື ສັນຍາ;
      - ຊື້ຂາຍຊັບສິນທຸກປະເພດຂອງລັດ ຫລື ຂອງສາທາລະນະ ໂດຍບໍ່ໄດ້ຮັບອະນຸຍາດ;
      - ໃຫ້ສິນບົນແກ່ເຈົ້າຫນ້າທີ່ຂອງລັດ;
      - ເຮັດສັນຍາເກີນສິດອຳນາດ ທີ່ມອບຫມາຍໃຫ້;
      - ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ;
      - ຕົວະຍົວະ ຫລອກລວງ ຫລື ບັງຄັບນາບຂູ່ ໃຫ້ເຮັດ ສັນຍາ;
      - ຊັກຊວນເດັກ, ຄົນບ້າເສັຍຈິດ ຫລື ຄົນຢູ່ໃນສະພາບ ມຶນເມົາ ອັນຫນັກຫນ່ວງ ຫລື ຂາດສະຕິ ເຮັດສັນຍາ;
      - ປ່ອຍປະລະເລີຍ ແລະ ຂາດຄວາມຮັບຜິດຊອບ ຕໍ່ບຸກຄົນອື່ນ, ສັດ ແລະ ວັດຖຸສິ່ງຂອງ ທີ່ຢູ່ໃນການຄຸ້ມຄອງຂອງຕົນ;
      - ເຮັດວຽກງານແທນຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ໃນກໍ ລະນີທີ່ຜູ້ເປັນເຈົ້າຂອງຢູ່ໃນສະຖານທີ່ ທີ່ສາມາດຕິດຕໍ່ໄດ້.

ມາດຕາ 104(ໃຫມ່).   ຂໍ້ຫ້າມສຳລັບເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຂອງລັດ
    ຫ້າມ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຂອງລັດ ມີ ການກະທຳຕົ້ນຕໍ ດັ່ງນີ້:
      - ສວຍໃຊ້ຕຳແຫນ່ງຫນ້າທີ່ ເພື່ອຜົນປະໂຫຍດຂອງຕົນ, ຄອບຄົວ ຫລື ພັກພວກ;
         - ຮັບສິນບົນ;
         - ເຊັນຢັ້ງຢືນເອກະສານ ຫລື ສັນຍາ ໂດຍບໍ່ມີການຄົ້ນຄວ້າ ຫລື ກວດກາ ຢ່າງຄັກແນ່;
         - ປອມແປງເອກະສານ;
         - ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ.

ພາກທີ VI (ໃຫມ່)
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 105(ໃຫມ່).   ນະໂຍບາຍຕໍ່ຜູ້ມີຜົນງານ
    ບຸກຄົນ ຫລື ນິຕິບຸກຄົນ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ກົດຫມາຍສະບັບນີ້ ຈະໄດ້ຮັບ ການຍ້ອງຍໍ ຫລື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 106 (ໃຫມ່). ມາດຕະການຕໍ່ຜູ້ລະເມີດ
    ບຸກຄົນ ຫລື ນິຕິບຸກຄົນ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ເປັນຕົ້ນ ການບໍ່ ປະຕິບັດສັນຍາ ຫລື ມີການລະເມີດໃດຫນຶ່ງ ທີ່ກໍ່ໃຫ້ເກີດຄວາມເສັຍຫາຍແກ່ ລັດ, ສັງ ຄົມ ຫລື ບຸກຄົນອື່ນ ຈະຖືກປະຕິ ບັດມາດຕະການຕ່າງໆ ທີ່ເຫມາະສົມ ຫລື ອາດຖືກດຳເນີນຄະດີຕາມກົດຫມາຍ ຕາມກໍລະນີເບົາ ຫລື ຫນັກ.

ພາກທີ VII (ໃຫມ່)
ບົດບັນຍັດສຸດທ້າຍ

ມາດຕາ 107(ໃຫມ່).   ການຈັດຕັ້ງປະຕິບັດ
    ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງ ປະຕິບັດ ກົດຫມາຍສະບັບນີ້.

ມາດຕາ 108(ໃຫມ່).   ຜົນສັກສິດ
    ກົດຫມາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
    ກົດຫມາຍສະບັບນີ້ ປ່ຽນແທນກົດຫມາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ສະບັບເລກທີ 02/90/ສປສ ລົງວັນທີ 27 ມິຖຸນາ 1990 ແລະ ກົດຫມາຍວ່າດ້ວຍ ຂໍ້ຜູກພັນ ນອກສັນຍາ ສະບັບເລກທີ  08/90/ສປສ ລົງວັນທີ 29 ພະຈິກ 1990.
    ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດຫມາຍສະບັບນີ້ ລ້ວນແຕ່ຖືກ ຍົກເລີກ.
  

                                                                                                                                                                                                            ປະທານສະພາແຫ່ງຊາດ