ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ນິຕິກໍາ

ຫົວຂໍ້: ຂໍ້​ຕົກ​ລົງວ່າ​ດ້ວຍ ການຈັດຕັ້ງປະຕິບັດວຽກງານ ຈົດໝາຍເຫດທາງລັດຖະການ
ປະເພດ ນິຕິກໍາ: ຂໍ້ຕົກລົງ
ອອກໂດຍ: ກະຊວງ ຍຸຕິທໍາ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 05-09-2013
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 25-09-2013

ສາ​ລະ​ບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ຈົດໝາຍເຫດທາງລັດຖະການ
ມາດຕາ 3. ນິຕິກຳ ແລະຮ່າງນິຕິກຳ ທີ່ຈະເອົາລົງຈົດໝາຍເຫດທາງລັດຖະການ

ໝວດທີ 2 - ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ

ມາດຕາ 4. ອົງການຄຸ້ມຄອງວຽກງານ ຈົດໝາຍເຫດທາງລັດຖະການ
ມາດຕາ 5. ສິດ ແລະໜ້າທີ່ຂອງໜ່ວຍງານຈົດໝາຍເຫດທາງລັດຖະການ

ໝວດທີ 3 - ການດຳເນີນວຽກງານ ຈົດໝາຍເຫດທາງລັດຖະການ

ກ. ການສົ່ງ ແລະການຮັບບັນດານິຕິກໍາ ເພື່ອລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 6. ການສົ່ງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 7. ວິທີສົ່ງບັນດານິຕິກຳ ໄປຍັງໜ່ວຍງານຈົດໝາຍເຫດທາງລັດຖະການ
ມາດຕາ 8. ການຮັບນິຕິກຳ ໂດຍໜ່ວຍງານຈົດໝາຍເຫດທາງລັດຖະການ
ມາດຕາ 9 . ການແກ້ໄຂຄຳຜິດໃນນິຕິກຳ ທີ່ຈະລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 10. ການຄຸ້ມຄອງ ແລະ ເກັບຮັກສານິຕິກຳ
ມາດຕາ 11. ຄຸນຄ່າທາງດ້ານກົດໝາຍ

ຂ. ການສະເໜີ ແລະການເອົາຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ
ມາດຕາ 12. ການສະເໜີ ຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ
ມາດຕາ 13. ການເອົາຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ
ມາດຕາ 14. ການສົ່ງຄຳເຫັນທີ່ໜ່ວຍງານຈົດໝາຍເຫດທາງລັດຖະການໄດ້ຮັບ

ຄ. ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 15. ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 16. ຄວາມບໍ່ສອດຄ່ອງ ຂອງນິຕິກຳສະບັບຕົ້ນ ແລະນິຕິກຳທີ່ລົງຈົດໝາຍເຫດທາງລັດຖະການ

ງ. ການໃຫ້ບໍລິການ ແລະການສຳເນົານິຕິກຳໃນຈົດໝາຍເຫດທາງລັດຖະການ
ມາດຕາ 17. ການໃຫ້ບໍລິການຈົດໝາຍເຫດທາງລັດຖະການ
ມາດຕາ 18. ການສຳເນົານິຕິກຳໃນຈົດໝາຍເຫດທາງລັດຖະການ

ໝວດທີ 4 - ຜົນສັກສິດຂອງນິຕິກຳ

ມາດຕາ 19. ຜົນສັກສິດຂອງນິຕິກຳທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ
ມາດຕາ 20. ການມີຜົນສັກສິດຂອງນິຕິກໍາ ໃນວັນທີ່ໄດ້ກຳນົດສະເພາະ
ມາດຕາ 21. ຜົນສັກສິດຂອງນິຕິກຳ ໃນກໍລະນີຈຳເປັນ ແລະຮີບດ່ວນ

ໝວດທີ 5 - ບົດບັນຍັດສຸດທ້າຍ

ມາດຕາ 22. ການຈັດຕັ້ງປະຕິບັດ
ມາດຕາ 23. ຜົນສັກສິດ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ກະຊວງຍຸຕິທຳ ເລກທີ 802 /ກຍ
  ນະຄອນຫຼວງວຽງຈັນ, ວັນທີ 05 ກັນຍາ 2013

ຂໍ້ຕົກລົງ
ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານ ຈົດໝາຍເຫດທາງລັດຖະການ

  •  
  • ອີງຕາມ ກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012;
  • ອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງກະຊວງຍຸຕິ ທຳ ເລກທີ 404/ນຍ, ລົງວັນທີ 23/11/2007;
  • ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະ ການ ເລກທີ 932/ຫລບ.ກລຂ ລົງວັນທີ 26/6/2013.
  •  

ລັດຖະມົນຕີວ່າການ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ
    ຂໍ້ຕົກລົງສະບັບນີ້ ກຳນົດລະບຽບການກ່ຽວກັບການຄຸ້ມຄອງ ແລະການຈັດຕັ້ງປະຕິບັດ ວຽກງານ ຈົດ ໝາຍເຫດທາງລັດຖະການ ເພື່ອນຳເອົາບັນດານິຕິກຳ ແລະຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະ ການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະປະກາດໃຊ້ແລ້ວ ມີຜົນສັກສິດ ຕາມກົດໝາຍ ແລະ ສ້າງເງື່ອນໄຂ ໃຫ້ ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະເອກະຊົນ ທັງ ພາຍໃນ ແລະຕ່າງປະເທດ ສາ ມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ປະກອບ ສ່ວນໃນການສ້າງລັດ ສປປ ລາວ ໃຫ້ເປັນລັດແຫ່ງກົດໝາຍ ເທື່ອລະກ້າວ.
(ຂ້າງເທິງ)

ມາດຕາ 2 ຈົດໝາຍເຫດທາງລັດຖະການ
    ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ແລະມີຊື່ວ່າ “ຈົດໝາຍເຫດທາງລັດຖະການ” ຊຶ່ງເປັນບ່ອນລົງບັນດານິຕິກຳ ໃຫ້ສາ ທາລະນະຊົນ ຮັບຮູ້ ແລະຈັດຕັ້ງປະຕິບັດ.
(ຂ້າງເທິງ)

ມາດຕາ 3 ນິຕິກຳ ແລະຮ່າງນິຕິກຳ ທີ່ຈະເອົາລົງຈົດໝາຍເຫດທາງລັດຖະການ
    ນິຕິກຳ ທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳ ທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສ້າງນິຕິກຳ ຍົກເວັ້ນ ບັນດານິຕິກຳຂັ້ນເມືອງ ແລະຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະບ້ານຂອງຕົນເທົ່ານັ້ນ.
    ສຳລັບຮ່າງບັນດານິຕິກຳ ທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ ຈາກ ບຸກຄົນ, ນິຕິບຸກຄົນ ແລະອົງການຈັດຕັ້ງ ຂອງລັດ ແລະເອກະຊົນ ທັງພາຍໃນ ແລະ ຕ່າງປະເທດນັ້ນ ແມ່ນບັນດາຮ່າງນິຕິກຳທີ່ມີຜົນບັງຄັບທົ່ວໄປ.
(ຂ້າງເທິງ)

ໝວດທີ 2
ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ

ມາດຕາ 4 ອົງການຄຸ້ມຄອງວຽກງານ ຈົດໝາຍເຫດທາງລັດຖະການ
    ກະຊວງຍຸຕິທຳ ເປັນຜູ່ຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ ໂດຍມອບໃຫ້ໜ່ວຍງານຈົດ ໝາຍເຫດທາງລັດຖະການ ທີ່ຂຶ້ນກັບ ພະແນກຄຸ້ມຄອງການພິມ ແລະເຜີຍແຜ່ກົດໝາຍ ຂອງກົມໂຄສະ ນາອົບຮົມກົດໝາຍ ເປັນເຈົ້າການນຳເອົາບັນດານິຕິກຳ ທີ່ຖືກຮັບຮອງ ແລະປະກາດໃຊ້ແລ້ວ ລວມທັງບັນດາ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ໃຫ້ທັນຕາມກຳນົດ ເວລາ ແລະມີປະສິດທິຜົນ.
(ຂ້າງເທິງ)

ມາດຕາ 5 ສິດ ແລະໜ້າທີ່ຂອງໜ່ວຍງານຈົດໝາຍເຫດທາງລັດຖະການ
    ໜ່ວຍງານຈົດໝາຍເຫດທາງລັດຖະການ ມີສິດ ແລະໜ້າທີ່ ດັ່ງນີ້:

  • ນຳເອົາບັນດານິຕິກຳ ທີ່ຖືກຮັບຮອງ ແລະປະກາດໃຊ້ແລ້ວ ລົງໃນຈົດໝາຍເຫດທາງລັດຖະການ;
  • ນຳເອົາບັນດາຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ ຂອງ ປະຊາ ຊົນ ແລະອົງການຈັດຕັ້ງຂອງລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະເທດ ຕາມການສະເໜີ ຂອງອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ;
  • ສ້າງ, ພັດທະນາ ແລະຄຸ້ມຄອງລະບົບ ສຳລັບການໃສ່ລະຫັດ ເພື່ອເກັບຮັກສາສຳເນົາບັນດານິຕິກຳ ສະບັບຕົ້ນ ໃນລະບົບເອເລັກໂຕຣນິກ ຂອງຈົດໝາຍເຫດທາງລັດຖະການ;
  • ເກັບກຳ, ກຳນົດດັດສະນີ, ລາຍການ ແລະເກັບຮັກສາ ບັນດານິຕິກຳ ທີ່ລົງໃນຈົດໝາຍເຫດທາງລັດ ຖະການ ລວມທັງເກັບຮັກສາບັນດານິຕິກຳສະບັບຕົ້ນ;
  • ກວດການິຕິກຳ ທີ່ອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ໄດ້ສົ່ງໃຫ້ ເພື່ອຮັບປະກັນຄວາມຖືກຕ້ອງ ໃນການພິມ ກ່ອນລົງຈົດໝາຍເຫດທາງລັດຖະການ;
  • ປະຕິບັດສິດ ແລະໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. (ຂ້າງເທິງ)

ໝວດທີ 3
ການດຳເນີນວຽກງານ ຈົດໝາຍເຫດທາງລັດຖະການ
ກ. ການສົ່ງ ແລະການຮັບບັນດານິຕິກໍາ ເພື່ອລົງໃນຈົດໝາຍເຫດທາງລັດຖະການ

ມາດຕາ 6 ການສົ່ງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ
    ພາຍຫລັງທີ່ນິຕິກຳຖືກຮັບຮອງ ແລະປະກາດໃຊ້ແລ້ວ ໃຫ້ອົງການຮັບຜິດຊອບ ສ້າງ ແລະ ປັບປຸງນິຕິກຳນັ້ນ ສົ່ງນິຕິກຳສະບັບຕົ້ນ ທີ່ໄດ້ລົງລາຍເຊັນ ແລະປະທັບຕາ ໄປຍັງໜ່ວຍງານ ຈົດໝາຍເຫດທາງລັດຖະການ ໂດຍກົງ ພາຍໃນກຳນົດເວລາ ຫ້າ ວັນ ນັບແຕ່ວັນ ໄດ້ຮັບຮອງ ແລະ ປະກາດໃຊ້ ເປັນຕົ້ນໄປ ເພື່ອພິມລົງໃນຈົດໝາຍເຫດ ທາງລັດຖະການ.
    ອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ສາມາດສະເໜີີໄປຍັງ ໜ່ວຍງານຈົດໝາຍເຫດທາງລັດຖະການ ເພື່ອເອົານິຕິກຳລົງໃນ ຈົດໝາຍເຫດທາງລັດຖະການ ພາຍໃນກຳນົດເວລາໃດໜຶ່ງສະເພາະ ເມື່ອເຫັນວ່າມີຄວາມຈໍາເປັນ.
    ສຳລັບນິຕິກຳ ທີ່ມີຜົນສັກສິດ ກ່ອນ ກົດໝາຍ ວ່າດ້ວຍການສ້າງນິຕິກຳ ອົງການທີ່ຮັບຜິດຊອບສ້າງ ແລະປັບປຸງ ນິຕິກຳ ຕ້ອງສົ່ງ ນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄປຍັງໜ່ວຍງານຈົດໝາຍເຫດທາງລັດຖະການ ພາຍໃນເວລາ ສອງ ປີ ນັບແຕ່ ວັນທີ 1 ມັງກອນ 2013 ເປັນຕົ້ນໄປ ເພື່ອລົງໃນຈົດໝາຍ ເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນ ຈົດໝາຍເຫດທາງລັດຖະການ ພາຍໃນເວລາດັ່ງກ່າວ ຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
(ຂ້າງເທິງ)

ມາດຕາ 7 ວິທີສົ່ງບັນດານິຕິກຳ ໄປຍັງໜ່ວຍງານຈົດໝາຍເຫດທາງລັດຖະການ
    ອົງການຮັບຜິດຊອບສ້າງ ແລະປັບປຸງ ນິຕິກຳ ຕ້ອງເຮັດໜັງສືສະເໜີເປັນທາງການ ຕາມແບບພິມ ທີ່ໜ່ວຍງານຈົດໝາຍເຫດທາງລັດຖະການກຳນົດ ພ້ອມທັງຄັດຕິດ ນິຕິກຳສະບັບຕົ້ນ ທີ່ໄດ້ລົງລາຍເຊັນ ແລະປະທັບຕາ ທີ່ເປັນແບບພິມເຈັ້ຍ ແລະຮູບແບບເອເລັກໂຕຣນິກ (MS. Word) ໄປຍັງໜ່ວຍງານຈົດ ໝາຍເຫດທາງລັດຖະການ ເພື່ອລົງໃນຈົດໝາຍເຫດທາງລັດຖະການ.
(ຂ້າງເທິງ)

ມາດຕາ 8 ການຮັບນິຕິກຳ ໂດຍໜ່ວຍງານຈົດໝາຍເຫດທາງລັດຖະການ
    ໜ່ວຍງານຈົດໝາຍເຫດທາງລັດຖະການ ມີໜ້າທີ່ຮັບເອົາບັນດານິຕິກຳ ທີ່ຖືກຮັບຮອງ ແລະປະ ກາດໃຊ້ແລ້ວ ຊຶ່ງອົງການຮັບຜິດຊອບສ້າງ ແລະປັບປຸງ ນິຕິກຳ ໄດ້ສົ່ງມາ ພ້ອມທັງກວດກາຄືນລະອຽດ ກ່ຽວກັບບ່ອນອີງ ດັ່ງນີ້:

  • ຫົວຂໍ້ ແລະປະເພດ ຂອງນິຕິກໍາ;
  • ຊື່ຂອງອົງການທີ່ສົ່ງນິຕິກຳ;
  • ຊື່ ຂອງອົງການທີ່ຮັບຮອງ ແລະປະກາດໃຊ້ນິຕິກຳ;
  • ວັນທີ, ເດືອນ, ປີ ທີ່ຮັບຮອງ ແລະປະກາດໃຊ້ນິຕິກຳ;
  • ລາຍເຊັນ, ຕາປະທັບ ພ້ອມທັງວັນທີ, ເດືອນ, ປີ ແລະກຳນົດເວລາ ສຳລັບການມີຜົນສັກສິດ ຂອງບັນດານິຕິກຳ.

    ພາຍຫຼັງທີ່ໄດ້ຮັບນິຕິກຳ ແລະກວດກາບ່ອນອີງ ຖືກຕ້ອງ ແລະຄົບຖ້ວນແລ້ວ ໜ່ວຍງານຈົດໝາຍ ເຫດທາງລັດຖະການ ຕ້ອງອອກໃບຢັ້ງຢືນຮັບນິຕິກຳ ໃຫ້ແກ່ຜູ່ສົ່ງທັນທີ. (ຂ້າງເທິງ)

ມາດຕາ 9 ການແກ້ໄຂຄຳຜິດໃນນິຕິກຳ ທີ່ຈະລົງໃນຈົດໝາຍເຫດທາງລັດຖະການ
    ເມື່ອໜ່ວຍງານຈົດໝາຍເຫດທາງລັັດຖະການ ຫາກພົບເຫັນຄຳຜິດໃນບັນດານິຕິກຳທີ່ຕົນໄດ້ຮັບນັ້ນ ຕ້ອງແຈ້ງຄຳຜິດ ໄປຍັງອົງການທີ່ສົ່ງນິຕິກຳດັ່ງກ່າວ ພາຍໃນ ສິບ ວັນ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ ພ້ອມ ທັງສະເໜີ ເປັນລາຍລັກອັກສອນ ໃຫ້ອົງການດັ່ງກ່າວ ພິຈາລະນາແກ້ໄຂ ແລ້ວແຈ້ງມາຍັງໜ່ວຍງານຈົດ ໝາຍເຫດທາງລັດຖະການ ພາຍໃນກຳນົດເວລາ ຫ້າ ວັນ ນັບແຕ່ ວັນໄດ້ຮັບການສະເໜີນັ້ນ ເປັນຕົ້ນໄປ ພ້ອມທັງຄັດຕິດ ບັນດານິຕິກຳສະບັບຕົ້ນ ທີ່ໄດ້ຮັບການຢັ້ງຢືນ.
    ສຳລັບກຳນົດເວລາ ໃນການເອົານິຕິກຳດັ່ງກ່າວ ລົງໃນຈົດໝາຍເຫດທາງລັດຖະການຕາມທີ່ໄດ້ກຳ ນົດໄວ້ໃນ ມາດຕາ 15 ຂອງຂໍ້ຕົກລົງສະບັບນີ້ ໃຫ້ເລີ່ມນັບແຕ່ວັນໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຮັບການແຈ້ງກ່ຽວກັບການແກ້ໄຂຄໍາຜິດ ຫລືເນື້ອໃນທີ່ຂັດກັນນັ້ນ ເປັນຕົ້ນໄປ.
(ຂ້າງເທິງ)

ມາດຕາ 10 ການຄຸ້ມຄອງ ແລະ ເກັບຮັກສານິຕິກຳ
    ໜ່ວຍງານຈົດໝາຍເຫດທາງລັດຖະການ ເປັນຜູ່ຄຸ້ມຄອງ ແລະເກັບຮັກສາ ບັນດານິຕິກຳ ສະບັບຕົ້ນ ທີ່ມີຜົນບັງຄັບທົ່ວໄປ  ໃນຮູບແບບພິມເຈັ້ຍ ແລະຮູບແບບເອເລັກໂຕຣນິກ  ທີ່ເປັນທາງການ ຢູ່ ສປປ ລາວ ຍົກເວັ້ນ ບັນດານິຕິກຳ ມີຜົນທີ່ນຳໃຊ້ສະເພາະຂອບເຂດຂັ້ນເມືອງ ແລະຂັ້ນບ້ານ ທີ່ສາມາດເອົາລົງສື່ສິ່ງ ພິມອື່ນ ຂອງທ້ອງຖິ່ນ ຫລື ຕິດປະກາດ ດ້ວຍຮູບການທີ່ປະຊາຊົນ ສາມາດຮັບຮູ້ ແລະເຂົ້າເຖິງໄດ້ງ່າຍ.
    ໜ່ວຍງານຈົດໝາຍເຫດທາງລັດຖະການ ຕ້ອງເກັບຮັກສານິຕິກຳ ສະບັບຕົ້ນ ແລະສະບັບ ສຳເນົາ ໃນຮູບແບບພິມເຈັ້ຍ ແລະຮູບແບບເອເລັກໂຕຣນິກ ໄວ້ໃນລະບົບຖານຂໍ້ມູນ.
(ຂ້າງເທິງ)

ມາດຕາ 11 ຄຸນຄ່າທາງດ້ານກົດໝາຍ
    ບັນດານິຕິກຳ ທີ່ລົງໃນຈົດໝາຍເຫດທາງລັດຖະການ ແລະບັນດານິຕິກໍາ ທີ່ເກັບຮັກສາຢູ່ໜ່ວຍງານ ຈົດໝາຍເຫດທາງລັດຖະການ ແມ່ນມີຄຸນຄ່າທາງດ້ານກົດໝາຍ.

ຂ. ການສະເໜີ ແລະການເອົາຮ່າງນິຕິກຳ
ລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ

ມາດຕາ 12 ການສະເໜີ ຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ
    ພາຍຫຼັງທີ່ຫົວໜ້າອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ຕົກລົງເຫັນດີແລ້ວ ໃຫ້ຄະນະຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ສົ່ງຮ່າງນິຕິກຳ ພ້ອມດ້ວຍບົດອະທິບາຍ ແລະບົດປະເມີນຜົນກະທົບ ຂອງ ຮ່າງນິຕິກໍາ ໃນຮູບແບບເອເລັກໂຕຣນິກ ໄປຍັງໜ່ວຍງານຈົດໝາຍເຫດທາງລັດຖະການ ເພື່ອທາບທາມ ຄຳເຫັນ ຂອງບຸກຄົນ, ນິຕິບຸກຄົນ ແລະອົງການຈັດຕັ້ງ ຂອງລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະ ເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສ້າງນິຕິກຳ.
    ອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ຕ້ອງຄັດຕິດໜັງສືສະເໜີ ຂໍລົງໃນຈົດໝາຍເຫດທາງລັດຖະການ ຕາມແບບພິມທີ່ກຳນົດ ໂດຍໜ່ວຍງານຈົດໝາຍເຫດທາງລັດຖະການ ແລະຄັດຕິດຮ່າງນິຕິ ກຳ ສະບັບຕົ້ນ ໃນຮູບແບບເອເລັກໂຕຣນິກ ທີ່ເປັນສະບັບສົມບູນ ຊຶ່ງສາມາດ ດັດແກ້, ປ່ຽນແປງຮູບແບບ ແລະຈັດພິມເນື້ອໃນໄດ້ ພ້ອມດຽວກັນນັ້ນ ກໍຕ້ອງສະໜອງທີ່ຢູ່ທາງ ໄປສະນີ, ເບີໂທລະສັບ ແລະອີເມລ ທີ່ຕົນນຳໃຊ້ປົກກະຕິ ໃຫ້ແກ່ໜ່ວຍງານຈົດໝາຍເຫດທາງລັດຖະການ ເພື່ອນຳໃຊ້ເປັນທີ່ຢູ່ສຳລັບການປະ ກອບຄຳເຫັນ.
(ຂ້າງເທິງ)

ມາດຕາ 13 ການເອົາຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ
    ພາຍຫຼັງໄດ້ຮັບຮ່າງນິຕິກຳ ຈາກອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກໍາແລ້ວ ໜ່ວຍງານຈົດ ໝາຍເຫດທາງລັດຖະການ ມີໜ້າທີ່ເອົາຮ່າງນິຕິກຳ ພ້ອມດ້ວຍບົດອະທິບາຍ ແລະບົດປະເມີນຜົນກະທົບ ຂອງຮ່າງນິຕິກໍາ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ລົງໃນຈົດໝາຍເຫດທາງລັດ ຖະການ ພາຍໃນກໍານົດ ສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ ເພື່ອທາບທາມຄຳເຫັນ ແລະ ມີກຳນົດເວລາທາບທາມຄຳເຫັນ  ຢ່າງໜ້ອຍ ຫົກສິບ ວັນ ນັບ ແຕ່ວັນລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
(ຂ້າງເທິງ)

ມາດຕາ 14 ການສົ່ງຄຳເຫັນທີ່ໜ່ວຍງານຈົດໝາຍເຫດທາງລັດຖະການໄດ້ຮັບ
    ໜ່ວຍງານຈົດໝາຍເຫດທາງລັດຖະການ ມີໜ້າທີ່ສົ່ງຄຳເຫັນທັງໝົດ ທີ່ຕົນໄດ້ຮັບ ໄປຍັງອົງການ ຮັບຜິດຊອບສ້າງ ແລະປັບປຸງ ນິຕິກຳ ທັນທີ ໂດຍມີການສຳເນົາ ໃນຮູບແບບເອເລັກໂຕຣນິກ ຫລືຮູບແບບພິມເຈັ້ຍ ເພື່ອເກັບຮັກສາໄວ້ໃນລະບົບຖານຂໍ້ມູນຂອງຕົນ.
(ຂ້າງເທິງ)

ຄ. ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ

ມາດຕາ 15 ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ
    ໜ່ວຍງານຈົດໝາຍເຫດທາງລັດຖະການ ຕ້ອງເອົາບັນດານິຕິກຳທີ່ໄດ້ຮັບລົງໃນຈົດໝາຍເຫດທາງ ລັດຖະການ ພາຍໃນກຳນົດເວລາ ສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບນິຕິກຳນັ້ນ ເປັນຕົ້ນໄປ. ການ ເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການນັ້ນ ຕ້ອງຮັບປະກັນໃຫ້ມີເນື້ອໃນ ຄົບຖ້ວນ, ສົມບູນ ແລະ ຖືກຕ້ອງ ຕາມນິຕິກຳ ສະບັບຕົ້ນ.
(ຂ້າງເທິງ)

ມາດຕາ 16 ຄວາມບໍ່ສອດຄ່ອງ ຂອງນິຕິກຳສະບັບຕົ້ນ ແລະນິຕິກຳທີ່ລົງຈົດໝາຍເຫດທາງລັດຖະການ
    ໃນກໍລະນີທີ່ມີຄວາມບໍ່ສອດຄ່ອງ ຂອງນິຕິກຳ ສະບັບຕົ້ນ ແລະນິຕິກຳ ທີ່ລົງໃນຈົດໝາຍເຫດທາງລັດຖະການ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ແມ່ນໃຫ້ຖືເອົານິຕິກຳສະບັບຕົ້ນ  ທີ່ໜ່ວຍງານຈົດ ໝາຍເຫດທາງລັດຖະການ ໄດ້ຮັບ ແລະເກັບຮັກສາໄວ້ນັ້ນ ເປັນສະບັບທີ່ມີຜົນສັກສິດທາງດ້ານກົດໝາຍ.
(ຂ້າງເທິງ)

ງ. ການໃຫ້ບໍລິການ ແລະການສຳເນົານິຕິກຳໃນຈົດໝາຍເຫດທາງລັດຖະການ

ມາດຕາ 17 ການໃຫ້ບໍລິການຈົດໝາຍເຫດທາງລັດຖະການ
    ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ຂອງລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະເທດ ສາ ມາດເຂົ້າເຖິງ ບັນດານິຕິກຳ, ຂໍ້ມູນ ຂ່າວສານ ທີ່ລົງໃນຈົດໝາຍເຫດທາງລັດຖະການໄດ້ ໂດຍບໍ່ເສັຍຄ່າ, ບໍ່ຈຳກັດກຳນົດເວລາ ແລະປະເພດຜູ່ໃຊ້ການບໍລິການ.
(ຂ້າງເທິງ)

ມາດຕາ 18 ການສຳເນົານິຕິກຳໃນຈົດໝາຍເຫດທາງລັດຖະການ
    ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ຂອງລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະເທດ ສາ ມາດສຳເນົາບັນດານິຕິກຳທີ່ລົງໃນຈົດໝາຍເຫດທາງລັດຖະການ ເພື່ອນຳໃຊ້ເປັນຂໍ້ມູນ.
    ການປ່ຽນແປງ, ການເພີ່ມເຕີມ, ການດັດແກ້ເນື້ອໃນ ຫລືຂໍ້ຄວາມໃດໜຶ່ງ ຂອງບັນດານິຕິກຳທີ່ໄດ້ ສຳເນົາໄປນັ້ນ ລວມທັງການນຳໃຊ້ບັນດານິຕິກຳດັ່ງກ່າວ ແມ່ນຖືວ່າເປັນການລະເມີດ ກົດໝາຍອາຍາ.
    ບັນດານິຕິກຳທີ່ລົງໃນຈົດໝາຍເຫດທາງລັດຖະການ ສາມາດນຳໃຊ້ສຳລັບຈັດພິມເປັນປຶ້ມ ເພື່ອ ເຜີຍແຜ່ ໂດຍໄດ້ຮັບອະນຸຍາດຈາກ ກະຊວງຍຸຕິທຳ.
(ຂ້າງເທິງ)

ໝວດທີ 4
ຜົນສັກສິດຂອງນິຕິກຳ

ມາດຕາ 19 ຜົນສັກສິດຂອງນິຕິກຳທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ
    ບັນດານິຕິກຳ ທີ່ໄດ້ຖືກຮັບຮອງ ແລະປະກາດໃຊ້ແລ້ວ ຈະມີຜົນສັກສິດ ພາຍຫລັງ ສິບຫ້າ ວັນ ນັບ ແຕ່ວັນລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
(ຂ້າງເທິງ)

ມາດຕາ 20 ການມີຜົນສັກສິດຂອງນິຕິກໍາ ໃນວັນທີ່ໄດ້ກຳນົດສະເພາະ
    ໃນກໍລະນີທີ່ ນິຕິກໍາ ຫາກໄດ້ກໍານົດກ່ຽວກັບວັນມີຜົນສັກສິດຂອງຕົນ ໃນວັນໃດໜຶ່ງສະເພາະ ຊຶ່ງ ຊ້າກວ່າວັນມີຜົນສັກສິດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 19 ຂອງຂໍ້ຕົກລົງ ສະບັບນີ້, ແລະໜ່ວຍງານ ຈົດໝາຍເຫດທາງລັດຖະການກໍໄດ້ພິມນິຕິກໍານັ້ນ ລົງໃນຈົດໝາຍເຫດທາງລັດຖະການ  ເປັນເວລາ ສິບຫ້າ ວັນຕິດຕໍ່ກັນແລ້ວ, ໃຫ້ຖືວ່າ ນິຕິກຳດັ່ງກ່າວ ມີຜົນສັກສິດຕາມວັນທີ່ໄດ້ ກຳນົດໄວ້ໃນນິຕິກຳນັ້ນ.
(ຂ້າງເທິງ)

ມາດຕາ 21 ຜົນສັກສິດຂອງນິຕິກຳ ໃນກໍລະນີຈຳເປັນ ແລະຮີບດ່ວນ
    ໃນກໍລະນີ ເຫັນວ່າມີຄວາມຈຳເປັນ ແລະຮີບດ່ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການ ສ້າງນິຕິກຳ, ອົງການຮັບຜິດຊອບສ້າງ ແລະປັບປຸງນິຕິກຳ ສາມາດກຳນົດ ໃຫ້ນິຕິກຳທີ່ຕົນສ້າງຂຶ້ນນັ້ນ ມີຜົນສັກສິດທັນທີ ນັບແຕ່ວັນຮັບຮອງ ແລະປະກາດໃຊ້ ເປັນຕົ້ນ ບັນດານິຕິກຳທີ່ກ່ຽວກັບການປົກປ້ອງຊີວິດ, ສຸຂະພາບ ຫລືຄວາມປອດໄພຂອງພົນລະເມືອງ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມ ການຕົກລົງເຫັນດີ ຂອງອົງການທີ່ມີສິດອຳນາດກ່ຽວຂ້ອງ.
    ພາຍຫລັງທີ່ໄດ້ຮັບການຕົກລົງເຫັນດີ ຈາກອົງການທີ່ມີສິດອຳນາດກ່ຽວຂ້ອງແລ້ວ ອົງການຮັບຜິດ ຊອບສ້າງ ແລະປັບປຸງນິຕິກຳດັ່ງກ່າວ ຕ້ອງສົ່ງນິຕິກຳທີ່ຖືກຮັບຮອງ ຫລືປະກາດໃຊ້ແລ້ວ ໄປຍັງໜ່ວຍງານ ຈົດໝາຍເຫດທາງລັດຖະການ ພາຍໃນ ສອງ ວັນ ລັດຖະການ ນັບແຕ່ວັນຮັບຮອງ ຫລືປະກາດໃຊ້ ເປັນ ຕົ້ນໄປ.
    ໃນກໍລະນີຈຳເປັນ ແລະຮີບດ່ວນ ໜ່ວຍງານຈົດໝາຍເຫດທາງລັດຖະການຕ້ອງພິຈາລະນາ ໃຫ້ບູລິ ມະສິດ ໃນການເອົານິຕິກຳດັ່ງກ່າວ ລົງຈົດໝາຍເຫດທາງລັດຖະການ ພາຍໃນ ສາມ ວັນ ລັດຖະການ ນັບ ແຕ່ວັນໄດ້ຮັບນິຕິກຳນັ້ນ ເປັນຕົ້ນໄປ.
(ຂ້າງເທິງ)

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 22 ການຈັດຕັ້ງປະຕິບັດ
    ມອບໃຫ້ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ເປັນເຈົ້າການໂດຍກົງ ໃນການໂຄສະນາ ເຜີຍແຜ່ ແລະຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບນີ້ ໃຫ້ມີປະສິດທິຜົນ.
    ອົງການຮັບຜິດຊອບສ້າງ ແລະປັບປຸງ ນິຕິກຳ ມີຫນ້າທີ່ໃຫ້ການຮ່ວມມື ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.
(ຂ້າງເທິງ)

ມາດຕາ 23 ຜົນສັກສິດ
    ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.
(ຂ້າງເທິງ)

 

ລັດຖະມົນຕີວ່າການ,

(ຂ້າງເທິງ)