ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍວ່າ​ດ້ວຍ ທະບຽນຄອບຄົວ ( ສະ​ບັບ​ປັບ​ປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ພາຍໃນ
ວັນທີ່ ນິຕິກໍາ : 27-11-2009
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 03-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 12 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 27 ພະຈິກ 2009

ກົດໝາຍ
ວ່າດ້ວຍ ທະບຽນຄອບຄົວ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ໃໝ່).  ຈຸດປະສົງ
    ກົດໝາຍສະບັບນີ້ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ແລະ ການກວດກາ ຂອງອົງການທະບຽນ ຄອບຄົວ ເພື່ອເຮັດໃຫ້ວຽກງານຈົດທະບຽນ ເປັນຕົ້ນ ວຽກງານຄຸ້ມຄອງພົນລະເມືອງ ມີຄວາມຊັດເຈນ, ຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ເປັນລະບົບ, ຮອບດ້ານ ແລະ ຄົບຖ້ວນ ແນໃສ່ຮັບປະກັນ ຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ມາດຕາ 2(ໃໝ່).  ທະບຽນຄອບຄົວ
    ທະບຽນຄອບຄົວ ແມ່ນ ການຈົດບັນທຶກ ຫລື ຂຶ້ນບັນຊີກິດຈະກຳ ກ່ຽວກັບ ວຽກງານທະບຽນຄອບຄົວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ ເພື່ອຢັ້ງຢືນສະຖານະພາບ ຂອງບຸກຄົນ ຫລື ຄອບຄົວໃດໜຶ່ງ ຊຶ່ງຖືເປັນເອກະສານທາງການ ທີ່ຖືກຕ້ອງຕາມກົດໝາຍ ແລະ ເກັບຮັກສາໄວ້.

ມາດຕາ 3(ໃໝ່).  ການອະທິບາຍຄຳສັບ
    ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:
      1.ສຳມະໂນຄົວ ໝາຍເຖິງ ເອກະສານທີ່ຢັ້ງຢືນການພັກ, ຢູ່ອາໄສ ທີ່ຖືກຕ້ອງຂອງຈຳນວນສະມາຊິກ ໃນຄອບຄົວຂອງ ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ຕາມລະບຽບກົດໝາຍ;
      2.ສະຖານະພາບຂອງບຸກຄົນ ໝາຍເຖິງ ສະພາບທາງດ້ານກົດໝາຍ ຊຶ່ງບົ່ງບອກເຖິງເອກະລັກຂອງບຸກຄົນ ເຊັ່ນ: ຊື່, ນາມສະກຸນ, ທີ່ຢູ່, ເປັນໂສດ ຫລື ແຕ່ງດອງແລ້ວ;
      3.ການຫາຍສາບສູນ ໝາຍເຖິງ ເຫດການທີ່ບຸກຄົນໃດໜຶ່ງ ໄດ້ຫາຍໄປຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວເປັນເວລາສອງປີ ຫລື ກໍລະນີທີ່ ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາ ຫົກເດືອນ ໂດຍມີຄຳຕັດສີນຂອງສານ;
      4.ການເສຍຊີວິດຕາມຄຳຕັດສີນຂອງສານ ໝາຍເຖິງ ການທີ່ບຸກຄົນໃດໜຶ່ງໄດ້ ຫາຍໄປຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວ ເປັນເວລາ ສາມປີ ໂດຍມີຄຳຕັດສີນຂອງສານ;
      5.ການຍົກຍ້າຍ ໝາຍເຖິງ ການເຄື່ອນຍ້າຍຈາກທີ່ພັກອາໄສເດີມ ຂອງບຸກຄົນ ຫລື ຄອບຄົວ ເພື່ອໄປດຳລົງຊີວິດຢູ່ບ່ອນອື່ນ;
      6.ເຈົ້າໜ້າທີ່ທະບຽນຄອບຄົວ ໝາຍເຖິງ ຜູ້ທີ່ຖືກມອບໝາຍຈາກການຈັດຕັ້ງ ໃຫ້ຮັບຜິດຊອບການຈົດທະບຽນຄອບຄົວ;
      7.ພາກສ່ວນທີ່ມີສິດ ແລະ ໜ້າທີ່ ຮັບຜິດ ຊອບວຽກງານທະບຽນຄອບຄົວ ໝາຍເຖິງ ຂະແໜງການປ້ອງກັນຄວາມສະຫງົບ, ຍຸຕິທຳ, ອົງການປົກຄອງ ທ້ອງຖິ່ນ ແລະ ໜ່ວຍງານທະບຽນຄອບຄົວປະຈຳສະຖານທູດ ຫລື ສະຖານກົງສຸນ ຂອງ ສປປ ລາວ ຢູ່ຕ່າງປະເທດ.

ມາດຕາ 4(ໃໝ່).  ນະໂບບາຍຂອງລັດກ່ຽວກັບວຽກງານທະບຽນຄອບຄົວ
    ລັດ ສົ່ງເສີມ, ຊຸກຍູ້້ທຸກພາກສ່ວນ ເຂົ້າຮ່ວມໃນວຽກງານທະບຽນຄອບຄົວ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງຖືກຕ້ອງ, ພາວະວິໄສ, ວ່ອງໄວ, ຊັດເຈນ, ໂປ່ງໄສ ແລະ ມີຄວາມເປັນ ເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
    ລັດ ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ດ້ານການສະໜອງສິ່ງຈຳເປັນ ຕ່າງໆ ເຊັ່ນ ງົບປະມານ, ພາຫະນະ, ອຸປະກອນ, ເຕັກໂນໂລຢີ, ສະຖານທີ່ເຮັດວຽກ ລວມທັງການສ້າງບຸກຄະລາກອນ ແກ່ ອົງການທະບຽນຄອບຄົວ ເພື່ອໃຫ້ສາມາດປະຕິບັດໜ້າທີ່ວຽກງານຂອງຕົນ ຢ່າງມີປະສິດທິຜົນ.

ມາດຕາ 5(ໃໝ່).  ຫລັກການກ່ຽວກັບການຈົດທະບຽນຄອບຄົວ
    ການຈົດທະບຽນຄອບຄົວ ຕ້ອງປະຕິບັດຕາມຫລັກການ ດັ່ງນີ້:
      1. ດຳເນີນຢູ່ອົງການທະບຽນຄອບຄົວ ບ່ອນບຸກຄົນທີ່ກ່ຽວ ຂ້ອງອາໄສຢູ່;
      2. ດຳເນີນຊ້ອງໜ້າເຈົ້າໜ້າທີ່ທະບຽນຄອບຄົວ;
      3. ເຮັດເປັນພາສາລາວ;
      4. ຮັບປະກັນຄວາມຖືກຕ້ອງຕາມຕົວຈິງ, ຄົບຖ້ວນ, ຊັດ ເຈນ, ຄວາມສະດວກ, ວ່ອງໄວ ແລະ ໂປ່ງໄສ;
      5. ປະສານສົມທົບກັບບຸກຄົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຂໍ້ມູນໃນການຈົດທະບຽນຄອບຄົວ
         ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ມາດຕາ 6(ໃໝ່).  ພັນທະຂອງພົນລະເມືອງ ກ່ຽວກັບວຽກງານທະບຽນຄອບຄົວ
    ພົນລະເມືອງທຸກຄົນ ມີພັນທະໃນການເຄົາລົບ ແລະ ປະຕິບັດການຈົດ ທະບຽນຄອບຄົວຂອງຕົນ ຕາມລະບຽບກົດໝາຍ.

ມາດຕາ 7(ໃໝ່).  ຂອບເຂດການນຳໃຊ້ກົດໝາຍ
    ກົດໝາຍສະບັບນີ້ ນຳໃຊ້ສຳລັບ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງ ປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ.

ມາດຕາ 8(ໃໝ່).  ການຮ່ວມມືສາກົນ
    ລັດ ສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ ແລະ ສາກົນ ກ່ຽວກັບ ວຽກງານທະບຽນຄອບຄົວ ດ້ວຍການແລກປ່ຽນບົດຮຽນທາງດ້ານເຕັກນິກ, ວິຊາການ ແລະ ຂໍ້ມູນຂ່າວສານ, ການພັດທະນາ ຊັບພະຍາກອນມະນຸດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ ແລະ ປະຕິບັດ ຕາມສັນຍາ ຫລື ສົນທິສັນຍາສາກົນ ທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ.

ພາກທີ II
ວຽກງານທະບຽນຄອບຄົວ

ໝວດທີ 1
ກິດຈະກຳວຽກງານທະບຽນຄອບຄົວ

ມາດຕາ 9(ໃໝ່).  ກິດຈະກຳວຽກງານທະບຽນຄອບຄົວ
    ກິດຈະກຳວຽກງານທະບຽນຄອບຄົວ ມີ ດັ່ງນີ້:
      1. ການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳ ຕົວ;
      2. ການຈົດທະບຽນການເກີດ;
      3. ການຈົດທະບຽນການແຕ່ງດອງ;
      4. ການຈົດທະບຽນການຢ່າຮ້າງ;
      5. ການຈົດທະບຽນການຫາຍສາບສູນ;
      6. ການຈົດທະບຽນການເສຍຊີວິດ;
      7. ການຈົດທະບຽນການເອົາເດັກມາເປັນລູກລ້ຽງ;
      8. ການຈົດທະບຽນການຮັບຮູ້ການເປັນພໍ່ ຫລື ການແຕ່ງ ຕັ້ງຜູ້ປົກຄອງ;
      9. ການຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ;
      10. ການຈົດທະບຽນການປ່ຽນສັນຊາດ;
      11. ການຈົດທະບຽນການຍົກຍ້າຍ.

ມາດຕາ 10(ໃໝ່).  ຄວາມສຳຄັນຂອງກິດຈະກຳວຽກງານທະບຽນຄອບຄົວ
     ການຈົດທະບຽນສຳມະໂນຄົວ ແມ່ນ ເພື່ອເກັບກຳຈຳນວນພົນໃນຄອບຄົວ ແລະ ສະ ຖິຕິພົນລະເມືອງ ຊຶ່ງເປັນຂໍ້ມູນພື້ນຖານ ໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.
     ການອອກບັດປະຈຳຕົວ ແມ່ນ ເພື່ອຢັ້ງຢືນສະຖານະພາບຂອງບຸກຄົນ, ຄຸ້ມຄອງປະຊາຊົນທີ່ມີອາຍຸແຕ່ ສິບຫ້າປີຂຶ້ນໄປ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ອຳນວຍຄວາມສະດວກໃຫ້ແກ່ຜູ້ຖືບັດປະຈຳຕົວໃນການເຄື່ອນໄຫວທຳມາຫາກິນ.
     ການຈົດທະບຽນການເກີດ ແມ່ນ ເພື່ອເກັບກຳສະຖິຕິການເກີດຂອງເດັກ ແລະ ການເພີ່ມຂຶ້ນ ຂອງສະມາຊິກຄອບຄົວ ແລະ ພົນລະເມືອງ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການພັດທະນາສັງຄົມ.
     ການຈົດທະບຽນການແຕ່ງດອງ ແມ່ນ ເພື່ອເກັບກຳສະຖິຕິ ກ່ຽວກັບ ການສ້າງຄອບຄົວ ແລະ ເປັນການຢັ້ງຢືນສະຖານະພາບ ການມີຄອບຄົວແລ້ວ ລວມທັງການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
     ການຈົດທະບຽນການຢ່າຮ້າງ ແມ່ນ ເພື່ອເກັບກຳສະຖິຕິກ່ຽວກັບ ການແຍກຈາກກັນ ລະຫວ່າງຜົວເມຍ ແລະ ເປັນການຢັ້ງຢືນຄວາມເປັນໂສດຄືນໃໝ່ຂອງຄູ່ຜົວເມຍ ແລະ ສາມາດແຕ່ງ ດອງໃໝ່ໄດ້ ທັງເປັນພື້ນຖານແກ່ການວາງນະໂຍບາຍ ເພື່ອຫລຸດຜ່ອນການຢ່າຮ້າງ ແລະ ໃຫ້ຄອບຄົວ ກາຍເປັນຈຸລັງ ທີ່ເຂັ້ມແຂງຂອງສັງຄົມ.
     ການຈົດທະບຽນການຫາຍສາບສູນ ແມ່ນ ເພື່ອປົກປ້ອງ ຊັບສິນ, ສິດ, ຜົນປະໂຫຍດ ແລະ ພັນທະຂອງຜູ້ຫາຍສາບສູນ ລວມທັງ ຜູ້ຮ້ອງຂໍໃຫ້ມີການຫາຍສາບສູນ.
     ການຈົດທະບຽນການເສຍຊີວິດ ແມ່ນ ເພື່ອເປັນພື້ນຖານໃຫ້ແກ່ການເປີດ ການສືບທອດມູນມໍຣະດົກ ລວມທັງເປັນການເກັບກຳສະຖິຕິການຕາຍຂອງປະຊາຊົນ.
     ການຈົດທະບຽນການເອົາເດັກມາເປັນລູກລ້ຽງ ແມ່ນ ເພື່ອຢັ້ງຢືນການເອົາ ລູກຂອງຜູ້ອື່ນ ມາເປັນລູກຂອງຕົນ ແລະ ຮັບປະກັນສາຍພົວພັນລະຫວ່າງພໍ່ແມ່ລ້ຽງກັບລູກລ້ຽງ.
     ການຈົດທະບຽນການຮັບຮູ້ການເປັນພໍ່ ແມ່ນ ເພື່ອຢັ້ງຢືນຄວາມເປັນພໍ່ ໃນກໍລະນີທີ່ພໍ່ ກັບແມ່ ບໍ່ໄດ້ແຕ່ງດອງ ຫລື ບໍ່ໄດ້ຢູ່ນຳກັນ ເພື່ອຮັບປະກັນສາຍພັວພັນລະຫວ່າງພໍ່ກັບລູກ.
     ການຈົດທະບຽນການແຕ່ງຕັ້ງຜູ້ປົກຄອງ ແມ່ນ ເພື່ອຢັ້ງຢືນ ແລະ ຮັບຮູ້ຜູ້ປົກຄອງເດັກ ໃນກໍລະນີທີ່ເດັກ ບໍ່ມີພໍ່ແມ່ ເພື່ອດູແລເບິ່ງແຍງ, ສຶກສາອົບຮົມ ຈຶ່ງຕ້ອງແຕ່ງຕັ້ງຜູ້ປົກຄອງ ໃຫ້ເຮັດໜ້າທີ່ແທນພໍ່ແມ່.
     ການຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ ແມ່ນ ເພື່ອຢັ້ງຢືນເຫດຜົນ ຄວາມຈຳເປັນ ໃນການປ່ຽນຊື່ ຫລື ນາມສະກຸນໃໝ່, ຈຳກັດການປ່ຽນຊື່ ຫລື ນາມສະກຸນ ເພື່ອເຄື່ອນໄຫວ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ເປັນຕົ້ນ ການກໍ່ອາຊະຍາກຳ.
     ການຈົດທະບຽນການປ່ຽນສັນຊາດ ແມ່ນເພື່ອຢັ້ງຢືນການປະສັນຊາດເດີມ ແລະ ການ ໄດ້ສັນຊາດໃໝ່ ເພື່ອຄຸ້ມຄອງ ແລະ ອຳນວຍຄວາມສະດວກໃນການດຳລົງຊີວິດຂອງບຸກຄົນທີ່ປ່ຽນສັນຊາດ.
     ການຈົດທະບຽນການຍົກຍ້າຍ ແມ່ນ ເພື່ອເກັບກຳການປ່ຽນພູມລຳເນົາ, ທີ່ຢູ່ອາໄສ ຂອງ ບຸກຄົນ ຫລື ຄອບຄົວ ເພື່ອຄຸ້ມຄອງ, ຈັດສັນທີ່ຢູ່, ອາຊີບ ແນໃສ່ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໝວດທີ 2
ຂັ້ນຕອນການຈົດທະບຽນຄອບຄົວ

ມາດຕາ 11(ໃໝ່).  ຂັ້ນຕອນການຈົດທະບຽນ
     ການຈົດທະບຽນຄອບຄົວ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
       - ການຍື່ນຄຳຮ້ອງຂໍຈົດທະບຽນ;
       - ການພິຈາລະນາການຈົດທະບຽນ;
       - ການເກັບຮັກສາເອກະສານຈົດທະບຽນ.

ມາດຕາ 12(ໃໝ່). ການຍື່ນຄຳຮ້ອງຂໍຈົດທະບຽນ
     ບຸກຄົນ ທີ່ມີຈຸດປະສົງຂໍຈົດທະບຽນຄອບຄົວ ຕ້ອງຍື່ນຄຳຮ້ອງຕໍ່ອົງການ ທະບຽນຄອບຄົວທີ່ກ່ຽວຂ້ອງ ໂດຍຜ່ານນາຍບ້ານ ບ່ອນທີ່ຕົນອາໄສຢູ່; ສຳລັບເຂດຫ່າງໄກ, ສອກຫລີກ ຈາກຕົວເມືອງ ໃຫ້ຈົດທະບຽນນຳນາຍບ້ານ ບ່ອນຕົນອາໄສຢູ່ ໂດຍໃຫ້ປະຕິບັດຖືກຕ້ອງຕາມລະບຽບການຈົດທະບຽນ ແລະ ຕາມການແບ່ງ ຂັ້ນຄຸ້ມຄອງ.

ມາດຕາ 13(ໃໝ່).  ການພິຈາລະນາການຈົດທະບຽນ
     ພາຍຫຼັງທີ່ໄດ້ຮັບຄຳຮ້ອງຂໍຈົດທະບຽນແລ້ວ ອົງການທະບຽນຄອບຄົວ ທີ່ກ່ຽວຂ້ອງ ຕ້ອງພິຈາລະນາຄຳຮ້ອງດັ່ງກ່າວ ຕາມແຕ່ລະກໍລະນີ ແຕ່ສູງສຸດບໍ່ໃຫ້ເກີນ ສາມສິບ ວັນລັດຖະການ ນັບແຕ່ວັນ ໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.
     ຄຳຮ້ອງຂໍຈົດທະບຽນ ແລະ ການຈົດທະບຽນນັ້ນ ໃຫ້ປະຕິບັດຕາມລະບຽບ ການຈົດທະບຽນຄອບຄົວ ຊຶ່ງກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການປົກຄອງແຂວງ, ນະຄອນ ເປັນຜູ້ວາງອອກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 14.   ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຈົດທະບຽນຄອບຄົວ
     ຖ້າບຸກຄົນໃດໜຶ່ງເຫັນວ່າ ການຈົດທະບຽນຄອບຄົວຂອງຕົນນັັ້ນ ຫາກບໍ່ຖືກ ຕ້ອງແລ້ວ ຜູ້ກ່ຽວມີສິດຮ້ອງຂໍຕໍ່ເຈົ້າໜ້າທີ່ທະບຽນຄອບຄົວ ບ່ອນຕົນອາໄສຢູ່ ເພື່ອໃຫ້ປ່ຽນແປງ ຫລື ລົບລ້າງ. ໃນກໍລະນີທີ່ ເຈົ້າໜ້າທີ່ທະບຽນຄອບຄົວ ຫາກບໍ່ພິຈາລະນາ ຜູ້ກ່ຽວກໍມີສິດຮ້ອງຂໍຕໍ່ສານ ເພື່ອໃຫ້ ປ່ຽນແປງ ຫລື ລົບລ້າງການຈົດທະບຽນດັ່ງກ່າວ.
     ສຳລັບການຈົດທະບຽນຄອບຄົວ ທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດຂອງບຸກຄົນອື່ນ, ບຸກຄົນທີ່ຖືກແຕະຕ້ອງດັ່ງກ່າວ ກໍມີສິດຂໍຄັດຄ້ານການຈົດທະບຽນນັ້ນ.
     ເຈົ້າໜ້າທີ່ທະບຽນຄອບຄົວ ທີ່ເຫັນວ່າ ການຈົດທະບຽນຄອບຄົວຂອງຕົນ ບໍ່ຖືກຕ້ອງ ກໍມີສິດ ປ່ຽນແປງ ຫລື ລົບລ້າງໂດຍໜ້າທີ່ໄດ້.
     ການປ່ຽນແປງ ຫລື ລົບລ້າງການຈົດທະບຽນຄອບຄົວ ຕ້ອງພິຈາລະນາພາຍໃນ ສິບຫ້າ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.

ມາດຕາ 15(ໃໝ່).  ການເກັບຮັກສາເອກະສານຈົດທະບຽນ
     ກິດຈະກຳວຽກງານທະບຽນຄອບຄົວທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ ຕ້ອງເກັບຮັກສາໄວ້ຢູ່ອົງການທະບຽນຄອບຄົວ ບ່ອນຈົດທະບຽນນັ້ນ. ໃນການເກັບຮັກສາເອ ກະສານຈົດທະບຽນດັ່ງກ່າວ ເຈົ້າໜ້າທີ່ທະບຽນຄອບຄົວ ຕ້ອງຈັດປະເພດເອກະສານທີ່ນຳມາຈົດທະບຽນ ແລະ ເກັບໄວ້ ຢ່າງເປັນລະບົບ.
     ເອກະສານຈົດທະບຽນດັ່ງກ່າວ ຕ້ອງຮັກສາໄວ້ໃຫ້ດີ, ບໍ່ໃຫ້ຕົກເຮ່ຍເສຍຫາຍ ຫລື ຖືກທຳລາຍ.

ໝວດທີ 3
ການເຄື່ອນໄຫວວຽກງານທະບຽນຄອບຄົວ

ມາດຕາ 16(ປັບປຸງ).  ການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ
     ການຈົດທະບຽນສຳມະໂນຄົວ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ໃຫ້ດໍາເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ ບ່ອນທີ່ຕົນອາໄສຢູ່ ຢ່າງຖືກຕ້ອງຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕ້ອງພິຈາລະນາຈົດທະບຽນ ພາຍໃນ ສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.
     ພົນລະເມືອງລາວ ແລະ ຄົນຕ່າງດ້າວ ຫລັງຈາກໄດ້ຈົດທະບຽນສຳມະໂນຄົວ ແລ້ວ ຜູ້ທີ່ມີອາຍຸແຕ່ ສິບຫ້າປີຂຶ້ນໄປ ຕ້ອງມີບັດປະຈຳຕົວ. ເຈົ້າໜ້າທີ່ທະບຽນຄອບຄົວ ຕ້ອງພິຈາລະນາ ອອກບັດປະຈຳຕົວ ໃຫ້ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.
     ສຳລັບຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເຄື່ອນໄຫວປະຕິບັດໜ້າທີ່ ວຽກງານຢູ່ ສປປ ລາວ ໃຫ້ປະຕິບັດຕາມລະບຽບການຄຸ້ມຄອງຄົນຕ່າງປະເທດ.

ມາດຕາ 17(ປັບປຸງ).  ການແຈ້ງ ແລະອອກໃບຢັ້ງຢືນການເກີດ
     ເມື່ອມີເດັກເກີດຢູ່ໃນຄອບຄົວຂອງຕົນ, ສຸກສາລາ ຫລື ໂຮງໝໍແລ້ວ ໃຫ້ຫົວໜ້າ ຄອບຄົວ ຫລື ຜູ້ຕາງໜ້າຄອບຄົວ ໄປແຈ້ງ ເປັນລາຍລັກອັກສອນ ຫລື ທາງປາກເປົ່າຕໍ່ນາຍບ້ານ ບ່ອນຕົນ ອາໄສຢູ່ ໂດຍເອົາເອກະສານກ່ຽວກັບການເກີດຈາກສຸກສາລາ ຫລື ໂຮງໝໍ ເປັນຫລັກຖານໃນການແຈ້ງການເກີດນັ້ນ.
     ສຳລັບເດັກທີ່ເກີດຢູ່ບ່ອນອື່ນນັ້ນ ໃຫ້ພໍ່ ຫລື ແມ່ ຫລື ຜູ້ຕາງໜ້າຄອບຄົວ ໄປແຈ້ງຕໍ່ນາຍບ້ານ ບ່ອນເດັກເກີດ.
     ໃນກໍລະນີທີ່ເດັກເກີດຢູ່ຕ່າງປະເທດ ໃຫ້ພໍ່ ຫລື ແມ່ ຫລື ຜູ້ຕາງໜ້າ ຄອບຄົວ ໄປແຈ້ງຕໍ່ໜ່ວຍງານທະບຽນຄອບຄົວປະຈຳສະຖານທູດ ຫລື ສະຖານກົງສຸນ ຂອງ ສປປ ລາວ ຢູ່ປະເທດ ບ່ອນເດັກເກີດ.
     ການແຈ້ງການເກີດ ບໍ່ໃຫ້ເກີນ ສາມສິບ ວັນ ລັດຖະການ ນັບແຕ່ວັນ ເດັກເກີດເປັນຕົ້ນໄປ.
     ບຸກຄົນທີ່ໄດ້ພົບເຫັນເດັກເກີດໃໝ່ ທີ່ຖືກປະຖິ້ມໄວ້ ຕ້ອງໃຫ້ການຊ່ວຍເຫລືອ ແລະ ໃຫ້ໄປແຈ້ງຕໍ່ ນາຍບ້ານ ຫລື ເຈົ້າໜ້າທີ່ຕຳຫລວດ ໃນເຂດທີ່ຕົນພົບເດັກນັ້ນໂດຍໄວ.
     ນາຍບ້ານ ທີ່ໄດ້ຮັບແຈ້ງວ່າ ມີເດັກເກີດໃໝ່ແລ້ວ ຕ້ອງອອກໃບຢັ້ງຢືນ ການເກີດຂອງເດັກ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນໄດ້ຮັບແຈ້ງ ເປັນຕົ້ນໄປ.

ມາດຕາ 18(ປັບປຸງ).  ການຈົດທະບຽນການເກີດ
     ພາຍຫລັງທີ່ໄດ້ຮັບໃບຢັັ້ງຢືນການເກີດຈາກນາຍບ້ານແລ້ວ ຜູ້ຮ້ອງຂໍຕ້ອງນຳໄປ ຈົດທະບຽນການເກີດ ຢູ່ອົງການທະບຽນຄອບຄົວຂອງອົງການປົກຄອງເມືອງ, ເທດສະບານ ບ່ອນທີ່ຕົນອາໄສຢູ່ ພາຍໃນ ສາມສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບໃບຢັັ້ງຢືນການເກີດ ເປັນຕົ້ນໄປ.
     ສຳລັບໜ່ວຍງານທະບຽນຄອບຄົວປະຈຳສະຖານທູດ ຫລື ສະຖານກົງສຸນ ຂອງ ສປປ ລາວ ຢູ່ຕ່າງປະເທດ ພາຍຫລັງທີ່ໄດ້ຮັບແຈ້ງການເກີດແລ້ວ ກໍໃຫ້ຈົດທະບຽນການເກີດ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນໄດ້ຮັບການແຈ້ງເກີດເປັນຕົ້ນໄປ.

ມາດຕາ 19(ປັບປຸງ).  ການຈົດທະບຽນການແຕ່ງດອງ
     ການຈົດທະບຽນການແຕ່ງດອງ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງອົງການປົກຄອງ ເມືອງ, ເທດສະບານ ບ່ອນຄູ່ບ່າວສາວອາໄສຢູ່ ຫລື ບ່ອນຢູ່ ຂອງຝ່າຍໃດໜຶ່ງ ຫລື ຕາມບ່ອນຢູ່ຂອງ ພໍ່ແມ່ຄູ່ບ່າວສາວ ຫລື ພໍ່ແມ່ຂອງຝ່າຍໃດໜຶ່ງ.
     ອົງການທະບຽນຄອບຄົວດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນ ການແຕ່ງດອງ ໃຫ້ພາຍໃນ ສາມ ວັນ ລັດຖະການ ນັບແຕ່ວັນໄດ້ຮັບສຳນວນຄຳຮ້ອງ ເປັນຕົ້ນໄປ.
     ສໍາລັບການຈົດທະບຽນການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງອົງການປົກຄອງແຂວງ, ນະຄອນ.
     ສຳລັບການຈົດທະບຽນການແຕ່ງດອງຂອງພົນລະເມືອງລາວ ຢູ່ຕ່າງປະເທດ ໃຫ້ດຳເນີນຢູ່ໜ່ວຍງານທະບຽນຄອບຄົວປະຈຳ ສະຖານທູດ ຫລື ສະຖານກົງສຸນ ຂອງ ສປປ ລາວ ຢູ່ປະເທດນັ້ນ.

ມາດຕາ 20(ປັບປຸງ).  ການຈົດທະບຽນການຢ່າຮ້າງ
     ການຢ່າຮ້າງດ້ວຍຄວາມສະໝັກໃຈ ແລະ ການຢ່າຮ້າງ ຕາມຄຳຕັດສີນ ຂອງສານ ຕ້ອງນຳໄປຈົດທະບຽນ ຢູ່ອົງການທະບຽນຄອບຄົວ ຂອງອົງການປົກຄອງເມືອງ, ເທດສະບານບ່ອນ ຄູ່ຜົວເມຍ ອາໄສຢູ່ ກ່ອນການຢ່າຮ້າງ.
     ສຳລັບການຈົດທະບຽນການຢ່າຮ້າງ ລະຫວ່າງພົນລະເມືອງລາວ ກັບຄົນຕ່າງ ປະເທດ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງອົງການປົກຄອງແຂວງ, ນະຄອນ.
     ອົງການທະບຽນຄອບຄົວດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນ ການຢ່າຮ້າງໃຫ້ຜູ້ລະສະບັບ ພາຍໃນ ສາມ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.

ມາດຕາ 21(ປັບປຸງ).  ການຈົດທະບຽນການຫາຍສາບສູນ
     ການຈົດທະບຽນການຫາຍສາບສູນ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ບ່ອນຜູ້ຮ້ອງຂໍອາໄສຢູ່ ພາຍໃນ ສາມສິບ ວັນ ລັດຖະການ ນັບແຕ່ວັນມີຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ເປັນຕົ້ນໄປ.
     ສຳລັບການຫາຍສາບສູນຂອງ ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີ ສັນຊາດ ພາຍຫລັງທີ່ໄດ້ຈົດທະບຽນການຫາຍສາບສູນແລ້ວ ຂະແໜງການຍຸຕິທຳທີ່ກ່ຽວຂ້ອງ ຕ້ອງແຈ້ງໄປຍັງຂະແໜງການ ປ້ອງກັນຄວາມສະຫງົບຂັ້ນຂອງຕົນ ເພື່ອຊາບ.

ມາດຕາ 22(ປັບປຸງ).  ການແຈ້ງ ແລະ ການອອກໃບຢັ້ງຢືນການເສຍຊີວິດ
     ຖ້າວ່າບຸກຄົນໃດໜຶ່ງໃນຄອບຄົວຂອງຕົນ ຫາກໄດ້ເສຍຊີວິດ ໃຫ້ຜູ້ຕາງໜ້າ ຄອບຄົວນັ້ນ ໄປແຈ້ງຕໍ່ນາຍບ້ານ.
     ຖ້າວ່າບຸກຄົນໃດໜຶ່ງ ຫາກໄດ້ພົບເຫັນຊາກສົບ ກໍໃຫ້ໄປແຈ້ງຕໍ່ນາຍບ້ານ ຫລື ເຈົ້າໜ້າທີ່ຕຳຫລວດ ບ່ອນຕົນພົບເຫັນຊາກສົບນັ້ນ ໃນທັນໃດ.
     ເມື່ອໄດ້ຮັບແຈ້ງການເສຍຊິວິດແລ້ວ ນາຍບ້ານ ຫລື ເຈົ້າໜ້າທີ່ຕຳຫລວດ ຕ້ອງອອກໃບຢັ້ງຢືນການເສຍຊີວິດ ພາຍໃນ ຫ້າ ວັນ ລັດຖະການ ໄວ້ເປັນຫລັກຖານ. ໃນກໍລະນີທີ່ສາເຫດ ຂອງການເສຍ ຊີວິດ ຫາກບໍ່ຈະແຈ້ງ ຫລື ການເສຍຊີວິດ ຍ້ອນພະຍາດຕິດແປດ ທີ່ເປັນອັນຕະລາຍ ກໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ຫລື ເຈົ້າໜ້າທີ່ສາທາລະນະສຸກ ໂດຍດ່ວນ ແລະ ໃຫ້ໂຈະການອອກໃບຢັ້ງຢືນການເສຍຊີວິດ ຈົນກວ່າຈະໄດ້ຮັບຄຳເຫັນຈາກ ເຈົ້າໜ້າທີ່ທີ່ກ່ຽວຂ້ອງດັ່ງກ່າວ.
     ບຸກຄົນໃດ ທີ່ໄດ້ປິ່ນປົວຄົນເຈັບ ຫລື ໄດ້ທຳການເກີດລູກ ຕາມວິຊາຊີບຂອງ ຕົນແລ້ວ ຄົນເຈັບ ຫລື ເດັກທີ່ເກີດມາໃໝ່ນັ້ນ ຫາກໄດ້ເສຍຊີວິດ ບຸກຄົນນັ້ນ ຕ້ອງອອກໃບຢັ້ງຢືນການ ເສຍຊີວິດໃນທັນ ໃດ. ໃນກໍລະນີທີ່ຄົນເຈັບ ຫລື ເດັກທີ່ເກີດມາໃໝ່ນັ້ນ ຫາກໄດ້ເສຍຊີວິດດ້ວຍຄວາມບໍ່ລະມັດລະວັງຂອງຜູ້ປິ່ນປົວ ຫລື ຜູ້ທຳການເກີດລູກແລ້ວ ບຸກຄົນນັ້ນ ຈະມີຄວາມຮັບຜິດຊອບຕາມລະບຽບກົດໝາຍ.

ມາດຕາ 23(ໃໝ່).  ການແຈ້ງການເສຍຊີວິດຕາມຄຳຕັດສິນຂອງສານ
     ຖ້າວ່າບຸກຄົນໃດໜຶ່ງ ຫາກຖືກສານຕັດສິນວ່າເປັນຜູ້ເສຍຊີວິດ ໃຫ້ຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວ ໄປແຈ້ງຕໍ່ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ບ່ອນຕົນອາໄສຢູ່ ພາຍໃນ ຫ້າວັນລັດຖະການ  ນັບແຕ່ວັນລົງຄຳຕັດສິນ ຫລື ວັນຮັບຊາບຄຳຕັດສິນ ເປັນຕົ້ນໄປ.

ມາດຕາ 24(ປັບປຸງ).  ການຈົດທະບຽນການເອົາເດັກມາເປັນລູກລ້ຽງ
     ການຈົດທະບຽນການເອົາເດັກມາເປັນລູກລ້ຽງ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ບ່ອນພໍ່ແມ່ຄີງ ຫລື ຜູ້ປົກຄອງ ຂອງເດັກອາໄສຢູ່. ອົງການທະບຽນຄອບຄົວດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນການເອົາເດັກມາເປັນລູກລ້ຽງ ພາຍໃນ ສາມສິບ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.
     ຄົນຕ່າງປະເທດ ທີ່ມີຈຸດປະສົງເອົາເດັກນ້ອຍລາວມາເປັນລູກລ້ຽງ ຕ້ອງຍື່ນຄຳຮ້ອງຕໍ່ກະຊວງຍຸຕິທຳ ເພື່ອຄົ້ນຄວ້າ ແລະ ສະເໜີຕໍ່ຄະນະເລຂາທິການລັດຖະບານພິຈາລະນາ ພາຍໃນ ສາມສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ. ພາຍຫລັງທີ່ໄດ້ຮັບການເຫັນດີ ຈາກຄະນະເລຂາທິການລັດຖະບານແລ້ວ ກະຊວງຍຸຕິທຳ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນ ການເອົາເດັກມາເປັນລູກລ້ຽງ ພາຍໃນ ຫ້າວັນ ລັດຖະການ.

ມາດຕາ 25(ປັບປຸງ).  ການຈົດທະບຽນການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ
     ການຈົດທະບຽນການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ ໃຫ້ດຳເນີນຢູ່ ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ບ່ອນພໍ່ ຫລື ບ່ອນສານລົງຄຳຕັດສິນ ກ່ຽວກັບ ການຮັບຮູ້ການເປັນພໍ່ ຫລື ບ່ອນຜູ້ປົກຄອງອາໄສຢູ່.
     ອົງການທະບຽນຄອບຄົວດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນການເປັນ ພໍ່ ຫລື ຜູ້ປົກຄອງ ພາຍໃນ ສິບວັນລັດຖະການ ນັບແຕ່ວັນມີຄໍາຕັດສີນຂອງສານ ທີ່ໃຊ້ໄດ້ຢ່າງ ເດັດຂາດ ຫລື ນັບແຕ່ວັນແຕ່ງຕັ້ງຜູ້ປົກຄອງຈາກນາຍບ້ານ ເປັນຕົ້ນໄປ.

ມາດຕາ 26(ປັບປຸງ).  ການຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ
     ການຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ ຂອງບຸກຄົນທີ່ເຖິງກະສຽນອາຍຸແລ້ວ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ ບ່ອນຜູ້ຮ້ອງຂໍອາໄສຢູ່. ໃນກໍລະນີ ການຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ ຂອງເດັກທີ່ຍັງບໍ່ທັນເຖິງກະສຽນ ອາຍຸນັ້ນ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ບ່ອນພໍ່ແມ່ ຫລື ຜູ້ປົກຄອງອາໄສຢູ່.
     ອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະຫງົບດັ່ງກ່າວ ຕ້ອງຈົດທະບຽນ ແລະ ອອກໃບຢັ້ງຢືນການປ່ຽນຊື່ ຫລື ນາມສະກຸນ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນ ໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.

ມາດຕາ 27(ໃໝ່).  ການຈົດທະບຽນການປ່ຽນສັນຊາດ
     ການຈົດທະບຽນການປ່ຽນສັນຊາດ ໃຫ້ດຳເນີນຢູ່ກົມທີ່ຮັບ ຜິດຊອບວຽກງານທະບຽນຄອບຄົວຂອງກະຊວງຍຸຕິທໍາ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງຂໍຈົດທະບຽນ ເປັນຕົ້ນໄປ ພາຍຫລັງທີ່ຜູ້ກ່ຽວໄດ້ຮັບຄຳຕົກລົງໃຫ້ປ່ຽນສັນຊາດຈາກຄະນະປະຈຳສະພາແຫ່ງຊາດ.

ມາດຕາ 28(ປັບປຸງ).  ການແຈ້ງ ແລະ ການຈົດທະບຽນການຍົກຍ້າຍ
     ເມື່ອສະມາຊິກຄອບຄົວໃດໜຶ່ງ ຫລື ຄອບຄົວທັງໝົດ ຫາກມີຈຸດປະສົງຍົກຍ້າຍໄປ ຢູ່ບ່ອນອື່ນແລ້ວ ໃຫ້ຫົວໜ້າຄອບຄົວ ຫລື ຜູ້ຕາງໜ້າຄອບຄົວ ໄປແຈ້ງຕໍ່ນາຍບ້ານ ບ່ອນຕົນອາໄສຢູ່ ພາຍໃນກຳນົດເວລາ ສາມວັນລັດຖະການ, ຫລັງຈາກນັ້ນ ຈຶ່ງໄປສະເໜີຕໍ່ ຂະແໜງການປ້ອງກັນຄວາມສະຫງົບ ເພື່ອອະນຸຍາດການຍົກຍ້າຍໃຫ້. ການຍົກຍ້າຍ ອາດຈະເປັນການຍົກຍ້າຍບ້ານຕໍ່ ບ້ານໃນເມືອງດຽວກັນ, ເມືອງຕໍ່ເມືອງ ໃນແຂວງດຽວກັນ ຫລື ການຍົກຍ້າຍໄປຕ່າງແຂວງ.
     ການຍົກຍ້າຍ ໃຫ້ປະຕິບັດຕາມລະບຽບການຍົກຍ້າຍພົນລະເມືອງ ຢ່າງເຂັ້ມງວດ.
ພາຍຫລັງທີ່ໄດ້ຍົກຍ້າຍໄປເຖິງບ່ອນຢູ່ໃໝ່ແລ້ວ ໃຫ້ໄປແຈ້ງຕໍ່ນາຍບ້ານ ບ່ອນຕົນອາໄສຢູ່ໃໝ່ ພາຍໃນ ຊາວສີ່ ຊົ່ວໂມງ ນັບແຕ່ວັນໄປຮອດ ເປັນຕົ້ນໄປ. ນາຍບ້ານບ່ອນຢູ່ໃໝ່ ຕ້ອງກວດກາເອກະສານການຍົກຍ້າຍ ຖ້າວ່າເອກະສານຖືກຕ້ອງ ແລະ ຄົບຖ້ວນແລ້ວ ຈຶ່ງອອກໃບຢັ້ງຢືນການຍົກຍ້າຍມາ ໃຫ້ຜູ້ຮ້ອງຂໍ ພາຍໃນ ສາມວັນລັດຖະການ ນັບແຕ່ວັນໄດ້ຮັບການແຈ້ງຈາກຜູ້ມາຢູ່ໃໝ່ ເປັນຕົ້ນໄປ.
     ການຈົດທະບຽນການຍົກຍ້າຍ ໃຫ້ດຳເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ ບ່ອນຜູ້ຮ້ອງຂໍໄປຢູ່ໃໝ່ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນ ໄດ້ຮັບໃບຢັ້ງຢືນການຍົກຍ້າຍມາ ຂອງນາຍບ້ານບ່ອນຢູ່ໃໝ່ ເປັນຕົ້ນໄປ ເພື່ອອອກປຶ້ມສຳມະໂນຄົວໃໝ່ ໃຫ້ຜູ້ກ່ຽວ.

ພາກທີ III
ການຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ

ໝວດທີ 1
ອົງການທະບຽນຄອບຄົວ

ມາດຕາ 29(ໃໝ່).  ອົງການທະບຽນຄອບຄົວ
     ອົງການທະບຽນຄອບຄົວ ແມ່ນ ອົງການຂອງລັດ ຊຶ່ງປະກອບດ້ວຍ ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທຳ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງສະຖານທູດ ຫລື ສະຖານກົງສຸນ ຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ.
     ການຈົດທະບຽນຄອບຄົວ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ຕ້ອງດຳເນີນຢູ່ອົງການທະບຽນຄອບຄົວ ຂອງຂະແໜງການທີ່ກ່ຽວຂ້ອງແຕ່ລະຂັ້ນ ຢ່າງຖືກຕ້ອງຕາມ ການແບ່ງຂັ້ນຄຸ້ມຄອງ.

ມາດຕາ 30(ໃໝ່).  ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ
     ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ ປະກອບດ້ວຍ ກົມຢູ່ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນ ແລະ ໜ່ວຍງານ ຢູ່ຫ້ອງການປ້ອງກັນຄວາມສະຫງົບເມືອງ, ເທດສະບານ.

ມາດຕາ 31(ໃໝ່).  ສິດ ແລະ ໜ້າທີ່ຂອງອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ
     ອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ດັ່ງນີ້ :
       1. ຈົດທະບຽນສຳມະໂນຄົວ;
       2. ອອກບັດປະຈຳຕົວ;
       3. ຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ;
       4. ຮັບແຈ້ງ ແລະ ຈົດທະບຽນ ການຍົກຍ້າຍຂອງພົນລະເມືອງ;
       5. ຮັບແຈ້ງການພົບເຫັນຊາກສົບ ແລະ ອອກໃບຢັ້ງຢືນການເສຍຊີວິດ;
       6. ຮັບແຈ້ງກ່ຽວກັບການຫາຍສາບສູນ ແລະ ການເສຍຊີວິດຂອງຄົນຕ່າງດ້າວ, ຄົນຕ່າງ ປະເທດ ແລະ ຄົນບໍ່ມີສັນຊາດ ພາຍຫລັງທີ່ໄດ້ຈົດທະບຽນແລ້ວ;
       7. ເກັບຮັກສາເອກະສານຈົດທະບຽນ;
       8. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       9. ສະຫລຸບ ສັງລວມ, ຕີລາຄາ, ປະເມີນຜົນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຊາບ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
     ສ່ວນຂອບເຂດສິດ ແລະ ໜ້າທີ່ ຂອງອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບແຕ່ລະຂັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 32(ໃໝ່).  ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ
     ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ປະກອບດ້ວຍກົມ ຢູ່ກະຊວງຍຸຕິທຳ, ຫ້ອງການ ຢູ່ພະແນກຍຸຕິທຳແຂວງ, ນະຄອນ ແລະ ໜ່ວຍງານ ຢູ່ຫ້ອງການຍຸຕິທຳເມືອງ, ເທດສະບານ.

ມາດຕາ 33(ໃໝ່).  ສິດ ແລະ ໜ້າທີ່ຂອງອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ
     ອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳ ມີສິດ ແລະ ໜ້າທີ່ ດັ່ງນີ້ :
       1. ຈົດທະບຽນການຫາຍສາບສູນ ແລະ ເສຍຊີວິດ ຕາມຄຳຕັດສີນຂອງສານ;
       2. ຈົດທະບຽນການເອົາເດັກມາເປັນລູກລ້ຽງ;
       3. ຈົດທະບຽນການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ;
       4. ຈົດທະບຽນການປ່ຽນສັນຊາດ;
       5. ແຈ້ງການຈົດທະບຽນການຫາຍສາບສູນ ຫລື ການເສຍຊີວິດຂອງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ຂະແໜງການປ້ອງກັນຄວາມສະຫງົບ;
       6. ເກັບຮັກສາເອກະສານຈົດທະບຽນ;
       7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       8. ສະຫລຸບ ສັງລວມ, ຕີລາຄາ, ປະເມີນຜົນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຊາບ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
     ສ່ວນຂອບເຂດສິດ ແລະ ໜ້າທີ່ຂອງອົງການທະບຽນຄອບຄົວ ຂອງຂະແໜງການຍຸຕິທຳແຕ່ລະຂັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 34(ໃໝ່).  ອົງການທະບຽນຄອບຄົວ ຂອງອົງການປົກຄອງທ້ອງຖິ່ນ
     ອົງການທະບຽນຄອບຄົວ ຂອງອົງການປົກຄອງທ້ອງຖິ່ນ ປະກອບດ້ວຍ ຫ້ອງ ການຢູ່ອົງການປົກຄອງແຂວງ, ນະຄອນ ແລະ ໜ່ວຍງານ ຢູ່ອົງການປົກຄອງເມືອງ, ເທດສະບານ.

ມາດຕາ 35(ໃໝ່).  ສິດ ແລະ ໜ້າທີ່ ຂອງອົງການທະບຽນຄອບຄົວ ຂອງອົງການປົກຄອງທ້ອງຖິ່ນ
     ອົງການທະບຽນຄອບຄົວ ຂອງອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ດັ່ງນີ້ :
       1. ຈົດທະບຽນການເກີດ;
       2. ຈົດທະບຽນການເສຍຊີວິດ;
       3. ຈົດທະບຽນການແຕ່ງດອງ;
       4. ຈົດທະບຽນການຢ່າຮ້າງ;
       5. ແຈ້ງການຈົດທະບຽນການເສຍຊີວິດ ຂອງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ຂະແໜງການປ້ອງກັນຄວາມສະຫງົບ;
       6. ເກັບຮັກສາເອກະສານຈົດທະບຽນ;
       7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       8. ສະຫລຸບ ສັງລວມ, ຕີລາຄາ, ປະເມີນຜົນ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຊາບ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
     ສ່ວນຂອບເຂດສິດ ແລະ ໜ້າທີ່ຂອງອົງການທະບຽນຄອບຄົວ ຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 36(ໃໝ່).  ການຈົດທະບຽນຄອບຄົວຢູ່ຕ່າງປະເທດ
     ການຈົດທະບຽນຄອບຄົວຢູ່ຕ່າງປະເທດ ໃຫ້ດຳເນີນຢູ່ໜ່ວຍງານ ທະບຽນຄອບຄົວປະຈຳຢູ່ສະຖານທູດ ຫລື ສະຖານກົງສຸນຂອງ ສປປ ລາວ ຢູ່ປະເທດນັ້ນ ໂດຍຂຶ້ນກັບການຄຸ້ມຄອງ ຂອງກະຊວງການຕ່າງປະເທດ.

ມາດຕາ 37(ໃໝ່).  ບຸກຄະລາກອນຂອງອົງການທະບຽນຄອບຄົວ
     ບຸກຄະລາກອນຂອງອົງການທະບຽນຄອບຄົວ ມີ ດັ່ງນີ້:
       -  ຫົວໜ້າ;
       -  ຮອງຫົວໜ້າ ໜຶ່ງ ຫລື ສອງ ຄົນ;
       -  ພະນັກງານວິຊາການ ແລະ ພະນັກງານບໍລິຫານ ຈໍານວນໜຶ່ງ;
       - ນາຍບ້ານ ສໍາລັບເຂດຫ່າງໄກສອກຫລີກ.

ມາດຕາ 38(ໃໝ່).  ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ທະບຽນຄອບຄົວ
     ຫົວໜ້າ ແລະ ຮອງຫົວໜ້າ ອົງການທະບຽນຄອບຄົວ ເປັນ ເຈົ້າໜ້າທີ່ທະບຽນຄອບຄົວ.
     ຫົວໜ້າອົງການທະບຽນຄອບຄົວ ມີສິດ ແລະ ໜ້າທີ່ຕົ້ນຕໍ ໃນການຈົດທະບຽນກິດຈະກຳວຽກງານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້.
     ຮອງຫົວໜ້າອົງການທະບຽນຄອບຄົວ ມີໜ້າທີ່ຊ່ວຍຫົວໜ້າອົງການທະບຽນຄອບຄົວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ຈະໄດ້ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍ ຂອງຜູ້ເປັນຫົວໜ້າ.
     ໃນກໍລະນີ ທີ່ຫົວໜ້າ ຫາກບໍ່ຢູ່ ຫລື ຕິດຂັດ ແມ່ນ ຮອງຫົວໜ້າຜູ້ຖືກມອບໝາຍຈາກຫົວໜ້າ ເປັນຜູ້ວ່າການ ແລະ ຈົດທະບຽນຄອບຄົວ ແທນ.
     ສຳລັບນາຍບ້ານ ໃນເຂດຫ່າງໄກສອກຫລີກ ໃນຖານະທີ່ ເປັນເຈົ້າໜ້າທີ່ທະບຽນຄອບຄົວ ມີສິດ ແລະ ໜ້າທີ່ ໃນການຈົດທະບຽນການເກີດ, ການເສຍຊີວິດ, ການແຕ່ງດອງ ແລະ ການຢ່າຮ້າງ.

ໝວດທີ 2
ເຈົ້າໜ້າທີ່ທະບຽນຄອບຄົວ

ມາດຕາ 39(ໃໝ່).  ມາດຕະຖານຂອງເຈົ້າໜ້າທີ່ທະບຽນຄອບຄົວ
     ເຈົ້າໜ້າທີ່ທະບຽນຄອບຄົວ ມີມາດຕະຖານທົ່ວໄປ ດັ່ງນີ້:
       1. ເປັນພົນລະເມືອງລາວ;
       2. ມີອາຍຸ ແຕ່ ຊາວເອັດ ປີ ຂຶ້ນໄປ;
       3. ມີຄຸນສົມບັດ ສິນທຳປະຕິວັດ, ມີຈັນຍາບັນ, ມີຈິດໃຈຊື່ສັດບໍລິສຸດໃນການປະຕິ ບັດໜ້າທີ່;
       4. ບໍ່ເຄີຍຖືກສານຕັດສີນລົງໂທດຕັດອິດສະລະພາບ ຍ້ອນການກະທຳຜິດໂດຍເຈດຕະນາ;
       5. ມີສຸຂະພາບດີ.
     ສຳລັບເຈົ້າໜ້າທີ່ທະບຽນຄອບຄົວຂອງແຕ່ລະຂະແໜງການ ມີມາດຕະຖານສະເພາະຊຶ່ງໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 40(ໃໝ່).  ການແຕ່ງຕັ້ງ ແລະ ປົດຕຳແໜ່ງເຈົ້າໜ້າທີ່ທະບຽນຄອບຄົວ
     ຫົວໜ້າອົງການທະບຽນຄອບຄົວ ຂັ້ນກະຊວງ ຖືກແຕ່ງຕັ້ງ ແລະ ປົດຕຳແໜ່ງ ໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງກະຊວງທີ່ກ່ຽວຂ້ອງ.
     ຮອງຫົວໜ້າອົງການທະບຽນຄອບຄົວ ຂັ້ນກະຊວງ ແມ່ນລັດຖະມົນຕີວ່າການກະຊວງ ທີ່ກ່ຽວຂ້ອງ ເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ.
     ຫົວໜ້າ ແລະ ຮອງຫົວໜ້າ ອົງການທະບຽນຄອບຄົວ ຂັ້ນແຂວງ, ເມືອງ ຖືກແຕ່ງຕັ້ງ ແລະ ປົດຕຳແໜ່ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ.

ໝວດທີ 3
ຄ່າທຳນຽມ ແລະ ຄ່າບໍລິການ

ມາດຕາ 41(ໃໝ່).  ຄ່າທຳນຽມ
     ຄ່າທຳນຽມ ແມ່ນ ຄ່າສິດຄຸ້ມຄອງບໍລິຫານຂອງລັດ ທີ່ເກັບຈາກບຸກຄົນ ທີ່ຮ້ອງຂໍຈົດທະບຽນກິດຈະກຳວຽກງານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ ໂດຍຜ່ານ ອົງການທະບຽນຄອບຄົວ.
     ການເກັບ ແລະ ການມອບຄ່າທຳນຽມ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 42(ໃໝ່).  ຄ່າບໍລິການ
     ຄ່າບໍລິການ ແມ່ນ ຄ່າຮັບໃຊ້ທາງດ້ານວິຊາການ ຂອງອົງການທະບຽນຄອບຄົວ ທີ່ເກັບຈາກບຸກຄົນ ທີ່ຮ້ອງຂໍຈົດທະບຽນ ໂດຍບໍ່ຫວັງຜົນກຳໄລ ແລະ ເພື່ອເປັນການຊ່ວຍໜູນການໃຊ້ຈ່າຍ ງົບປະມານຂອງລັດ.
     ການເກັບ ແລະ ການມອບຄ່າບໍລິການ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ພາກທີ IV
ຂໍ້ຫ້າມ

ມາດຕາ 43(ໃໝ່).  ຂໍ້ຫ້າມສຳລັບ ເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ
     ຫ້າມເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນ ຂອງອົງການທະບຽນຄອບຄົວ ມີການກະທຳ ດັ່ງນີ້:
       1. ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຽດສ່ວນຕົວ ແລະ ຄອບຄົວຂອງຕົນ;
       2. ໃຊ້ອຳນາດເກີນຂອບເຂດ;
       3. ຮັບ ຫລື ທວງເອົາສິນບົນ;
       4. ຖ່ວງດຶງ, ຊຸກເຊ່ືອງ ແລະ ທຳລາຍເອກະສານກ່ຽວກັບການຈົດທະບຽນຄອບຄົວ;
       5. ມີການກະທຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 44(ໃໝ່).  ຂໍ້ຫ້າມສຳລັບ ຜູ້ຮ້ອງຂໍຈົດທະບຽນ
     ຫ້າມຜູ້ຮ້ອງຂໍຈົດທະບຽນ ມີການກະທຳ ດັ່ງນີ້:
       1. ສະໜອງຂໍ້ມູນ ຫລື ເອກະສານອື່ນ ທີ່ບໍ່ຖືກຕ້ອງຕາມຄວາມຈິງ;
       2. ບັງຄັບ, ນາບຂູ່ ຫລື ໃຊ້ຄວາມຮຸນແຮງ, ຕົວະຍົວະ, ຫລອກລວງ ເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ;
       3. ໃຫ້ສິນບົນ ຫລື ຜົນປະໂຫຍດອື່ນ ແກ່ເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະ ນັກງານອື່ນຂອງອົງການທະບຽນຄອບຄົວ;
       4. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 45(ໃໝ່).  ຂໍ້ຫ້າມສຳລັບ ບຸກຄົນ ຫລື ການຈັດຕັ້ງອື່ນ
     ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນ ມີການກະທຳ ດັ່ງນີ້:
       1. ບໍ່ໃຫ້ການຮ່ວມມື, ຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ທະບຽນຄອບ ຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ;
       2. ຍຸຍົງບໍ່ໃຫ້ຜູ້ອື່ນ ໄປຮ້ອງຂໍຈົດທະບຽນຄອບຄົວນຳອົງການທະບຽນຄອບຄົວ;
       3. ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນ ແກ່ເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ;
       4. ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫລື ສົມຮູ້ຮ່ວມຄິດປອມແປງເອກະສານ ກ່ຽວກັບການຈົດທະບຽນຄອບຄົວ ທີ່ຕົນຮູ້;
       5. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ  V
ການຄຸ້ມຄອງ ແລະ ການກວດກາວຽກງານທະບຽນຄອບຄົວ

ໝວດທີ 1
ການຄຸ້ມຄອງວຽກງານທະບຽນຄອບຄົວ

ມາດຕາ 46(ໃໝ່).  ອົງການຄຸ້ມຄອງ
     ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານທະບຽນຄອບຄົວ ຢ່າງລວມສູນ ແລະ ເປັນເອ ກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການປົກຄອງແຂວງ, ນະຄອນ ເປັນໃຈກາງ ໂດຍປະສານສົມທົບກັບຂະແໜງການອື່ນ ເປັນຕົ້ນ ສານປະຊາຊົນ, ອົງການໄອຍະການປະຊາຊົນ, ກະຊວງການຕ່າງປະເທດ ແລະ ພະແນກການອ້ອມຂ້າງອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງວຽກງານທະບຽນຄອບຄົວ ປະກອບດ້ວຍ:
       1. ຂະແໜງການປ້ອງກັນຄວາມສະຫງົບ;
       2. ຂະແໜງການຍຸຕິທຳ;
       3. ອົງການປົກຄອງທ້ອງຖິ່ນ.
     ສຳລັບໜ່ວຍງານທະບຽນຄອບຄົວປະຈຳສະຖານທູດ ແລະ ສະຖານກົງສຸນຂອງ ສປ ປ ລາວ ຢູ່ຕ່າງປະເທດ ແມ່ນ ກະຊວງການຕ່າງປະເທດ ເປັນຜູ້ຄຸ້ມຄອງ. ສຳລັບສິດ ແລະ ໜ້າທີ່ ຂອງກະຊວງການຕ່າງປະເທດ ໃນການຄຸ້ມຄອງວຽກງານທະບຽນຄອບຄົວ ໄດ້ກຳນົດໄວ້ໃນລະບຽບການ ສະເພາະ.

ມາດຕາ 47(ໃໝ່).  ສິດ ແລະ ໜ້າທີ່ຂອງ ຂະແໜງການປ້ອງກັນຄວາມສະຫງົບ
     ໃນການຄຸ້ມຄອງວຽກງານທະບຽນຄອບຄົວ ຂະແໜງການປ້ອງກັນຄວາມສະຫງົບ ມີ ສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ເປັນເສນາທິການໃຫ້ລັດຖະບານ ໃນການຄົ້ນຄວ້າ ແລະ ວາງແຜນຍຸດທະສາດ ກ່ຽວກັບການຄຸ້ມຄອງທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ, ການຍົກຍ້າຍ ແລະ ການປ່ຽນຊື່ ຫລື ນາມສະກຸນ ສຳລັບ ກະຊວງປ້ອງກັນຄວາມສະຫງົບ;
       2. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມລະບຽບກົດໝາຍ ກ່ຽວກັບວຽກງານທະບຽນຄອບຄົວ ທີ່ຕົນຮັບຜິດຊອບ;
       3. ຄຸ້ມຄອງ, ຊີ້ນຳ ສາຍຕັ້ງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ, ການໂຍກຍ້າຍ ແລະ ການປ່ຽນຊື່ ຫລື ນາມສະກຸນ;
       4. ຮັບແຈ້ງການເກີດ, ການຍົກຍ້າຍ, ການຫາຍສາບສູນ ແລະ ການເສຍຊີວິດ ຂອງ ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ພາຍຫລັງທີ່ໄດ້ຈົດທະບຽນແລ້ວ;
       5. ອອກລະບຽບການຄຸ້ມຄອງ ກ່ຽວກັບວຽກງານ ການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ, ການຍົກຍ້າຍ ແລະ ການປ່ຽນຊື່ ຫລື ນາມສະກຸນ ລວມທັງ ການສ້າງຂະບວນການລົງຮາກຖານເພື່ອອອກບັດປະຈຳຕົວໃຫ້ປະຊາຊົນ;
       6. ປ່ຽນແປງ ຫລື ລົບລ້າງການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ, ການຍົກຍ້າຍ ແລະ ການປ່ຽນຊື່ ຫລື ນາມສະກຸນ;
       7. ສະໜອງເອກະສານທີ່ຈຳເປັນ ກ່ຽວກັບ ການຈົດທະບຽນສຳມະໂນຄົວ, ການອອກບັດປະຈຳຕົວ, ການຍົກຍ້າຍ ແລະ ການປ່ຽນຊື່ ຫລື ນາມສະກຸນ;
       8. ປະສານສົມທົບກັບພາກສ່ວນອື່ນ ກ່ຽວກັບ ວຽກງານການຈົດທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       9. ພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບວຽກງານການຈົດທະບຽນຄອບຄົວ ຕາມຂອບເຂດສິດຂອງຕົນ ຫລື ຕາມການມອບໝາຍຂອງຂັ້ນເທິງ;
       10. ສະຫລຸບ ສັງລວມ, ລາຍງານຜົນ ການປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

ມາດຕາ 48(ໃໝ່).  ສິດ ແລະ ໜ້າທີ່ຂອງຂະແໜງການຍຸຕິທຳ
     ໃນການຄຸ້ມຄອງວຽກງານທະບຽນຄອບຄົວ ຂະແໜງການຍຸຕິທຳ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ເປັນເສນາທິການ ໃຫ້ລັດຖະບານ ໃນການຄົ້ນຄວ້າ ແລະ ວາງແຜນຍຸດທະສາດ ກ່ຽວກັບ ການຈົດທະບຽນ ການຫາຍສາບສູນ, ການເສຍຊີວິດ ຕາມຄຳຕັດສີນຂອງສານ, ການເອົາເດັກມາເປັນລູກລ້ຽງ, ການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ ແລະ ການປ່ຽນສັນຊາດ ສຳລັບ ກະຊວງຍຸຕິທຳ;
       2. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານທະບຽນຄອບຄົວ ທີ່ຕົນຮັບຜິດຊອບ;
       3. ອອກລະບຽບການຄຸ້ມຄອງ ກ່ຽວກັບການຈົດທະບຽນ ການຫາຍສາບສູນ, ການເສຍຊີ ວິດ, ການເອົາເດັກມາເປັນລູກລ້ຽງ, ການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ ແລະ ການປ່ຽນສັນຊາດ;
       4. ປ່ຽນແປງ ຫລື ລົບລ້າງການຈົດທະບຽນ ການຫາຍສາບສູນ, ການເສຍຊີວິດ, ການເອົາເດັກມາເປັນລູກລ້ຽງ, ການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ ແລະ ການປ່ຽນສັນຊາດ;
       5. ສະໜອງເອກະສານທີ່ຈຳເປັນ ກ່ຽວກັບການຈົດທະບຽນ ການຫາຍສາບສູນ, ການເສຍຊີວິດ, ການເອົາເດັກມາເປັນລູກລ້ຽງ, ການຮັບຮູ້ການເປັນພໍ່ ຫລື ການແຕ່ງຕັ້ງຜູ້ປົກຄອງ ແລະ ການປ່ຽນສັນຊາດ;
       6. ແຈ້ງການຈົດທະບຽນ ການຫາຍສາບສູນ ແລະ ການເສຍຊີວິດ ຂອງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ຕາມຄຳຕັດສີນຂອງສານ ໃຫ້ຂະແໜງການປ້ອງກັນຄວາມສະຫງົບຂັ້ນຂອງຕົນຊາບ.
       7. ປະສານສົມທົບກັບພາກສ່ວນອື່ນ ກ່ຽວກັບວຽກງານ ການຈົດທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       8. ພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບວຽກງານ ການຈົດທະບຽນຄອບຄົວ ຕາມຂອບເຂດສິດຂອງຕົນ ຫລື ຕາມການມອບໝາຍຂອງຂັ້ນເທິງ;
       9. ສະຫລຸບ ສັງລວມ, ລາຍງານ ຜົນການປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

ມາດຕາ 49(ໃໝ່).  ສິດ ແລະ ໜ້າທີ່ ຂອງອົງການປົກຄອງທ້ອງຖິ່ນ
     ໃນການຄຸ້ມຄອງວຽກງານທະບຽນຄອບຄົວ ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບວຽກງານທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       2. ປ່ຽນແປງ ຫລື ລົບລ້າງການຈົດທະບຽນ ທີ່ບໍ່ຖືກຕ້ອງ ກ່ຽວກັບການເກີດ, ການແຕ່ງດອງ, ການຢ່າຮ້າງ ແລະ ການເສຍຊີວິດ;
       3. ສະໜອງຂໍ້ມູນ ແລະ ເອກະສານທີ່ຈຳເປັນ ກ່ຽວກັບວຽກງານທະບຽນຄອບຄົວ ໃນກໍລະນີທີ່ພາກສ່ວນອື່ນສະເໜີມາ;
       4. ແຈ້ງການຈົດທະບຽນການເສຍຊີວິດ ຂອງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ໃຫ້ຂະແໜງການປ້ອງກັນຄວາມສະຫງົບຂັ້ນຂອງຕົນຊາບ.
       5. ປະສານສົມທົບກັບພາກສ່ວນອື່ນ ກ່ຽວກັບ ວຽກງານທະບຽນຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       6. ພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບ ວຽກງານທະບຽນຄອບຄົວ ຕາມຂອບເຂດສິດຂອງຕົນ ຫລື ຕາມການມອບໝາຍຂອງຂັ້ນເທິງ;
       7. ສະຫລຸບ ສັງລວມ, ລາຍງານ ຜົນການປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

ມາດຕາ 50(ໃໝ່).  ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ
     ໃນການຄຸ້ມຄອງວຽກງານທະບຽນຄອບຄົວ ຂະແໜງການອື່ນ ມີສິດ ແລະ ໜ້າທີ່ ໃນການປະສານສົມທົບ ແລະ ຮ່ວມມືກັບຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທຳ ແລະ ອົງການປົກຄອງທ້ອງຖິ່ນ ຕາມພາລະບົດບາດຂອງຕົນ.

ໝວດທີ 2
ການກວດກາວຽກງານທະບຽນຄອບຄົວ

ມາດຕາ 51(ໃໝ່).  ອົງການກວດກາວຽກງານທະບຽນຄອບຄົວ
     ອົງການກວດກາວຽກງານທະບຽນຄອບຄົວ ມີສອງ ປະເພດ ດັ່ງນີ້:
       1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນ ກັບອົງການຄຸ້ມຄອງວຽກງານທະບຽນຄອບຄົວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 46 ຂອງກົດໝາຍສະບັບນີ້;
       2. ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ ແລະ ອົງການໄອຍະການປະຊາຊົນ. ການກວດກາພາຍນອກ ຈະດຳເນີນຕາມຄຳສະເໜີຂອງບຸກຄົນ ຫລື ການຈັດຕັ້ງໃດໜຶ່ງ ຫລື ລິເລີ່ມ ໂດຍອົງການກວດກາພາຍນອກເອງ ໃນກໍລະນີທີ່ເຫັນວ່າມີບັນຫາບໍ່ຈະແຈ້ງ, ບໍ່ໂປ່ງໄສ.

ມາດຕາ 52(ໃໝ່).  ເນື້ອໃນການການກວດກາ
     ການກວດກາ ມີເນື້ອໃນຕົ້ນຕໍ ດັ່ງນີ້:
       1. ກວດກາຄວາມຖືກຕ້ອງຂອງການຈົດທະບຽນ;
       2. ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການທະບຽນຄອບຄົວ,ກວດກາການຄຸ້ມຄອງ ແລະ ການນຳໃຊ້ລາຍຮັບ-ລາຍຈ່າຍກ່ຽວກັບການຈັດຕັ້ງປະ ຕິບັດວຽກງານທະບຽນຄອບຄົວ;
       3. ກວດກາຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກຂອງເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ;
       4. ກວດກາ ແລະ ສະເໜີ ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການ ຍຸຕິທຳ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອອອກຄຳສັ່ງໃຫ້ຢຸດເຊົາການເຄື່ອນໄຫວວຽກງານທະບຽນຄອບຄົວທີ່ບໍ່ຖືກຕ້ອງ ແລະ ໂຈະໜ້າທີ່,ປົດຕຳ ແໜ່ງເຈົ້າໜ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນຂອງອົງການທະບຽນຄອບຄົວ.

ມາດຕາ 53(ໃໝ່).  ຮູບການການກວດກາ
     ການກວດກາ ມີ ສາມຮູບການ ດັ່ງນີ້:
       1. ການກວດກາ ຕາມລະບົບປົກກະຕິ;
       2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
       3. ການກວດກາແບບກະທັນຫັນ.
     ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ໜຶ່ງເທື່ອຕໍ່ປີ.
     ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ຊົ່ວໂມງ.
     ການກວດກາ ແບບກະທັນຫັນ ແມ່ນ ການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈຳເປັນ ແຕ່ການລົງກວດການັ້ນ ແມ່ນດຳເນີນຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ.
     ການກວດກາ ໃຫ້ດຳເນີນທັງການກວດກາເອກະສານ ແລະ ລົງກວດກາຕົວຈິງ ຢູ່ສະ ຖານທີ່ປະຕິບັດງານ.

ພາກທີ VI
ງົບປະມານ ແລະ ຕາປະທັບ

ມາດຕາ 54(ໃໝ່).  ງົບປະມານ
     ອົງການທະບຽນຄອບຄົວ ນໍາໃຊ້ງົບປະມານຂອງລັດ ໂດຍແມ່ນ ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທຳ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ້ສ້າງແຜນງົບປະມານ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ ໃຫ້ມີປະສິດທິຜົນ.

ມາດຕາ 55(ໃໝ່).  ຕາປະທັບ
     ອົງການທະບຽນຄອບຄົວ ມີຕາປະທັບເປັນຂອງຕົນເອງ ເພື່ອນຳໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານຂອງຕົນ. ສ່ວນລາຍລະອຽດກ່ຽວກັບຮູບແບບ ແລະ ເນື້ອໃນຂອງຕາປະທັບ ຂອງອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການຍຸຕິທຳ ແລະ ອົງການປົກຄອງທ້ອງຖິ່ນນັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 56(ໃໝ່).  ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ ຫລື ການຈັດຕ້ັງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ ເປັນຕົ້ນ ການຈົດທະບຽນຄອບຄົວຢ່າງຖືກຕ້ອງ ຈະໄດ້ຮັບ ການຍ້ອງຍໍ ຫລື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 57(ປັບປຸງ).  ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ໃຫ້ຂໍ້ມູນບໍ່ຖືກຕ້ອງ, ສົມຮູ້ຮ່ວມ ຄິດປອມແປງເອກະສານ, ກົດໜ່ວງ, ຖ່ວງດຶງ, ໃຫ້ ຫລື ຮັບສິນບົນ ຫລື ມີການກະທຳອື່ນ ທີ່ກໍ່ໃຫ້ເກີດ ຄວາມເສຍຫາຍແກ່ລັດ, ສັງຄົມ ຫລື ບຸກຄົນອື່ນ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ ຫລື ຖືກດຳເນີນຄະດີຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 58(ໃໝ່).  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດ ຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 59(ໃໝ່).  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ຮ້ອຍແປດສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
     ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບ ເລກທີ 03/ສປສ ລົງວັນທີ 30 ທັນວາ 1991.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ປະທານສະພາແຫ່ງຊາດ

 

ຜູ້ໃຫ້ການສະໜັບສະໜູນ