ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ(ສະ​ບັບ​ປັບ​ປຸງ)
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 17-12-2010
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 04-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 06 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 17 ທັນ​ວາ 2010

ກົດໝາຍ
ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ປັບປຸງ). ຈຸດປະສົງ 
    ກົດໝາຍສະບັບນີ້ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງສັນຕິວິທີ, ເປັນທຳ ແລະ ວ່ອງໄວ ແນໃສ່ຊຸກຍູ້ການດຳເນີນການ ຜະລິດ-ທຸລະກິດໃຫ້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າສາກົນ, ສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2(ປັບປຸງ). ຂໍ້ຂັດແຍ່ງ ແລະ ການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ
    ຂ້ໍຂັດແຍ່ງທາງດ້ານເສດຖະກິດ ແມ່ນ ຂໍ້ພິພາດທາງດ້ານຜົນປະໂຫຍດ ລະຫວ່າງ ນິຕິບຸກຄົນດ້ວຍກັນ, ນິຕິບຸກຄົນກັບບຸກຄົນ, ບຸກຄົນກັບບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເກີດຂຶ້ນ ຈາກການລະເມີດສັນຍາ, ການດຳເນີນການຜະລິດ-ທຸລະກິດ.
    ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນ ການແກ້ໄຂຂໍ້ພິພາດທາງ ດ້ານຜົນປະໂຫຍດ ດ້ວຍການໄກ່ເກັ່ຍ ຫລື ດ້ວຍການຕັດສິນ ຊຶ່ງດຳເນີນຢູ່ນອກລະບົບສານປະຊາຊົນ.

ມາດຕາ 3(ໃໝ່). ການອະທິບາຍຄໍາສັບ
    ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ຄູ່ກໍລະນີ ໝາຍເຖິງ ຄູ່ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງປະກອບດ້ວຍ ຝ່າຍຮ້ອງຂໍ ແລະ ຝ່າຍຖືກຮ້ອງຂໍ;
       2. ຜູ່ໄກ່ເກັ່ຍ ໝາຍເຖິງ ຜູ່ທີ່ຖືກເລືອກ ໂດຍຄູ່ກໍລະນີ ຫລື ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈາກບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ໃຫ້ເປັນຄົນກາງເພື່ອອຳນວຍຄວາມສະດວກ, ຊ່ວຍເຫລືອ ແລະ ໃຫ້ຄຳປຶກສາ ໃນການໄກ່ເກັ່ຍຂໍ້ຂັດ ແຍ່ງທາງດ້ານເສດຖະກິດໃດໜຶ່ງ;
       3. ກຳມະການຕັດສິນ ໝາຍເຖິງ ຜູ່ທີ່ຖືກເລືອກ ໂດຍຄູ່ກໍລະນີ ຫລື ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈາກບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ໃຫ້ເປັນກຳມະການຕັດສິນ ຂໍ້ຂັດແຍ່ງທາງດ້ານເສດຖະກິດໃດໜຶ່ງ;
       4. ຜູ່ຕາງໜ້າ ໝາຍເຖິງ ບຸກຄົນ ທີ່ໄດ້ຮັບການມອບສິດ ຈາກຄູ່ກໍລະນີຝ່າຍໃດໜຶ່ງ ເພື່ອໃຫ້ປະຕິບັດ ໜ້າທີ່ແທນຕົນ ຕາມລະບຽບກົດໝາຍ;
       5. ຜູ່ຊ່ຽວຊານ ໝາຍເຖິງ ບຸກຄົນ ທີ່ມີຄວາມຮູ້, ຄວາມຊຳນິຊຳນານ ແລະ ປະສົບການ ໃນວິຊາສະເພາະໃດໜຶ່ງ ທີ່ຖືກຮັບຮູ້ຈາກສະຖາບັນ ຫລື ອົງການທີ່ກ່ຽວຂ້ອງ;
       6. ຄຳຕັດສິນຂອງກຳມະການຕັດສິນ ຕ່າງປະເທດ ຫລື ສາກົນ ໝາຍເຖິງ ຄຳຕັດສິນຂອງກຳມະການ ຫລື ຄະນະກຳມະການຕັດສິນຂອງ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງຕ່າງປະເທດ ຫລື ສາກົນ ທີ່ດຳເນີນການຕັດສິນຢູ່ ຕ່າງປະເທດ ຫລື ສປປ ລາວ;
       7. ການຄ້າສາກົນ ໝາຍເຖິງ ການຊື້-ຂາຍສິນຄ້າ ຫລື ການບໍລິການ ທີ່ຜ່ານດິນແດນຂອງສອງ ຫລື ຫລາຍປະເທດໂດຍບໍ່ຂຶ້ນກັບສັນຊາດ ຂອງຄູ່ສັນ ຍາ;
       8. ການລົງທຶນຕ່າງປະເທດ ໝາຍເຖິງ ການລົງທຶນຂອງຜູ່ລົງທຶນຕ່າງປະເທດ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
       9. ການດຳເນີນການຜະລິດ-ທຸລະກິດ ໝາຍເຖິງ ການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.

ມາດຕາ 4(ໃໝ່). ນະໂຍບາຍຂອງລັດກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
    ລັດ ສົ່ງເສີມໃຫ້ບຸກຄົນ, ການຈັດຕັ້ງທຸລະກິດ ລວມທັງພາກລັດ ແລະ ເອກະ ຊົນ ໃຫ້ດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍສັນຕິວິທີ ດ້ວຍການໄກ່ເກັ່ຍ ຫລື ດ້ວຍການຕັດສິນ.
    ລັດ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ສາມາດເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຕາມລະບຽບກົດໝາຍ ຢ່າງມີປະສິດ ທິຜົນ.
    ລັດ ສົ່ງເສີມໃຫ້ບຸກຄົນ, ການຈັດຕັ້ງເອກະຊົນ ເຂົ້າຮ່ວມພັດທະນາວຽກງານ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.
    ລັດ ອະນຸຍາດ ໃຫ້ສ້າງຕັ້ງ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເອກະຊົນ ແລະ ສະເພາະກິດ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 5(ໃໝ່). ສິດໃນການເລືອກການແກ້ໄຂຂໍ້ຂັດແຍ່ງ
    ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທັງພາຍໃນ ຫລື ຕ່າງປະເທດ ມີສິດເລືອກເອົາ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພາຍໃຕ້ກົດໝາຍສະບັບນີ້.
    ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງຕ່າງປະເທດ ທີ່ດຳເນີນທຸລະກິດ ການຄ້າສາກົນ ຫລື ການລົງທຶນ ຕ່າງປະເທດ ຢູ່ ສປປ ລາວ ມີສິດເລືອກເອົາ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງຕ່າງປະເທດ ຫລື ສາກົນ ລວມທັງກຳມະການ ຫລື ຄະນະກຳມະການຕັດສິນ, ກົດໝາຍ, ລະບຽບການດຳເນີນ, ສະຖານທີ່ ແລະ ພາສາ ຕາມການຕົກລົງກັນ.

ມາດຕາ 6(ໃໝ່). ຂອບເຂດການນຳໃຊ້ກົດໝາຍ
    ກົດຫມາຍສະບັບນີ້ ນຳໃຊ້ສຳລັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ເກີດຂຶ້ນ ຈາກການດຳເນີນ ການຜະລິດ-ທຸລະກິດ ຕາມຄວາມສະໜັກໃຈຂອງຄູ່ກໍລະນີ.

ມາດຕາ 7.  ການຮ່ວມມືສາກົນ
    ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການປະສານງານ, ແລກປ່ຽນບົດຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ບຸກຄະລາກອນ ຂອງການຈັດຕັ້ງ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ປະຕິບັດວຽກງານດັ່ງກ່າວ ໃຫ້ສອດຄ່ອງກັບສັນຍາ ຫລື ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ພາກທີ II
ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໝວດທີ 1
ຫລັກການ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 8(ໃໝ່). ຫລັກການພື້ນຖານຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
    ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງປະຕິບັດຕາມຫລັກການ ພື້ນຖານ ດັ່ງນີ້:
      1. ການຮັບປະກັນຄວາມຍຸຕິທຳ ແລະ ຄວາມສອດຄ່ອງ ກັບກົດໝາຍ;
      2. ຄວາມສະໝັກໃຈຂອງຄູ່ກໍລະນີ;
      3. ຄວາມສະເໝີພາບຂອງຄູ່ກໍລະນີ;
      4. ຄວາມເປັນເອກະລາດ ແລະ ທ່ຽງທຳ ຂອງຜູ່ໄກ່ເກັ່ຍ ຫລື ກຳມະການຕັດສິນ;
      5. ພາສາທີ່ນຳໃຊ້;
      6 ການຮັບປະກັນຄວາມລັບ.

ມາດຕາ 9(ໃໝ່). ການຮັບປະກັນຄວາມຍຸຕິທຳ ແລະ ຄວາມສອດຄ່ອງກັບກົດໝາຍ
    ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜູ່ໄກ່ເກັ່ຍ ຫລື ກຳມະການ ຕັດສິນ ຕ້ອງຮັບປະກັນ ຄວາມຍຸຕິທຳ ແລະ ໃຫ້ມີຄວາມສອດຄ່ອງກັບລະບຽບກົດໝາຍ.

ມາດຕາ 10(ໃໝ່). ຄວາມສະໝັກໃຈຂອງຄູ່ກໍລະນີ
    ຄູ່ກໍລະນີ ມີສິດນຳເອົາຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 16 ຂອງກົດໝາຍສະບັບນີ້ ສະເໜີຕໍ່ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອແກ້ໄຂໂດຍບໍ່ມີການບັງຄັບ, ນາບຂູ່ ຈາກບຸກຄົນ, ການຈັດຕັ້ງ ໃດໜຶ່ງ.

ມາດຕາ 11(ປັບປຸງ). ຄວາມສະເໝີພາບຂອງຄູ່ກໍລະນີ
    ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຄູ່ກໍລະນີແຕ່ລະຝ່າຍ ມີສິດ ສະເໝີພາບຕໍ່ໜ້າກົດໝາຍ ໂດຍບໍ່ຈຳແນກເພດ, ເຊື້ອຊາດ,ສັນຊາດ, ເຜົ່າ, ຖານະທາງດ້ານເສດຖະກິດ ແລະ ສັງຄົມ, ພາສາ, ລະດັບການສຶກສາ, ອາຍຸ, ຄວາມເຊື່ອຖື, ພູມລຳເນົາ ແລະ ອື່ນໆ.
    ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ມີສິດສະເໝີພາບຄືກັນກັບພົນລະເມືອງລາວ ຖ້າວ່າກົດໝາຍຫາກບໍ່ໄດ້ກຳນົດໄວ້ຢ່າງອື່ນ.

ມາດຕາ 12.(ປັບປຸງ).  ຄວາມເປັນເອກະລາດ ແລະ ທ່ຽງທຳ ຂອງຜູ່ໄກ່ເກັ່ຍ ຫລື ກຳມະການຕັດສິນ
    ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜູ່ໄກ່ເກັ່ຍ ຫລື ກຳມະການ ຕັດສິນ ຕ້ອງປະຕິບັດໜ້າທີ່ຂອງຕົນ ຢ່າງເປັນເອກະລາດ, ດ້ວຍຄວາມທ່ຽງທຳ ແລະ ປອດໃສ ພາຍໃຕ້ລະບຽບກົດໝາຍ, ປາສະຈາກການແຊກແຊງຈາກບຸກຄົນ ຫລື ການຈັດຕັ້ງ ໃດໜຶ່ງ.

ມາດຕາ 13(ປັບປຸງ).  ພາສາທີ່ນຳໃຊ້
    ພາສາທີ່ນຳໃຊ້ ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງ ຢູ່ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງແມ່ນພາສາລາວ ເວັ້ນເສັຍແຕ່ ສັນຍາ ຫລື ຄູ່ກໍລະນີ ຫາກໄດ້ຕົກລົງກັນ ໄວ້ຢ່າງອື່ນ, ສ່ວນຄູ່ກໍລະນີ ຫລື ຜູ່ເຂົ້າຮ່ວມໃນການແກ້ໄຂຂໍ້ຂັດແຍ່ງ ທີ່ບໍ່ຮູ້ພາສາລາວ ສາມາດນຳໃຊ້ພາສາຕົນເອງ ຫລື ພາສາອື່ນ ໂດຍຜ່ານຜູ່ແປພາສາ.

ມາດຕາ 14.(ປັບປຸງ). ການຮັບປະກັນຄວາມລັບ
    ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂໍ້ມູນ ແລະ ເອກະສານຕ່າງໆ ທີ່ໄດ້ນຳສະເໜີໃນເວລາ ໄກ່ເກັ່ຍ ຫລື ຕັດສິນ ຕ້ອງຮັກສາເປັນຄວາມລັບ.
    ຜູ່ໄກ່ເກັ່ຍ, ກຳມະການຕັດສິນ, ຄູ່ກໍລະນີ ແລະ ຜູ່ເຂົ້າຮ່ວມອື່ນ ບໍ່ມີສິດເປີດ ເຜີຍຄວາມລັບ ຕໍ່ບຸກຄົນພາຍນອກ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດຈາກຄູ່ກໍລະນີເທົ່ານັ້ນ.

ໝວດທີ 2
ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 15(ປັບປຸງ). ຮູບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
    ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີ ສອງຮູບການ ດັ່ງນີ້:
       1. ການແກ້ໄຂດ້ວຍການໄກ່ເກັ່ຍ;
       2. ການແກ້ໄຂດ້ວຍການຕັດສິນ.

ມາດຕາ 16.(ປັບປຸງ).  ຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ນຳມາພິຈາລະນາ
    ຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ນຳມາພິຈາລະນາ ຢູ່ ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີ ດັ່ງນີ້:
       1. ເປັນຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການຄ້າ;
       2. ຄູ່ກໍລະນີ ໄດ້ຕົກລົງກັນໄວ້ໃນສັນຍາ;
       3. ຄູ່ກໍລະນີ ໄດ້ສະໝັກໃຈໃຫ້ແກ້ໄຂຂໍ້ຂັດແຍ່ງ;
       4. ບໍ່ແມ່ນຂໍ້ຂັດແຍ່ງ ທີ່ສານປະຊາຊົນ ພ້ວມດຳເນີນ ການແກ້ໄຂຢູ່ ຫລື ມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດ ຂາດແລ້ວ;
       5. ບໍ່ແມ່ນຂໍ້ຂັດແຍ່ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ຂອງສັງຄົມ ແລະ ສິ່ງແວດລ້ອມ.

ໝວດທີ 3
ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 17(ໃໝ່) ການຢື່ນຄຳຮ້ອງ
    ບຸກຄົນ, ການຈັດຕັ້ງ ທີ່ມີຈຸດປະສົງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດນັ້ນ ຕ້ອງຍື່ນຄຳຮ້ອງ ແລະ ປະກອບເອກະສານຕ່າງໆທີ່ກ່ຽວຂ້ອງຕໍ່ ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ບ່ອນທີ່ຄູ່ກໍລະນີ ເຫັນວ່າມີຄວາມສະດວກ ແລະເປັນເອກະພາບກັນ. ໃນກໍລະນີທີ່ບໍ່ຕົກລົງເຫັນດີນຳກັນແລ້ວ ກໍໃຫ້ໄປຍື່ນ ຕໍ່ບ່ອນຂໍ້ຂັດແຍ່ງເກີດຂຶ້ນ.

ມາດຕາ  18(ໃໝ່).  ການປະກອບເອກະສານ
    ການປະກອບເອກະສານທີ່ຍື່ນຕໍ່ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີ ດັ່ງນີ້:
       1. ຄຳຮ້ອງ;
       2. ສັນຍາທີ່ກ່ຽວຂ້ອງ;
       3. ຄຳຕົກລົງເປັນລາຍລັກອັກສອນຂອງຄູ່ກໍລະນີ ທີ່ໃຫ້ນຳເອົາຂໍ້ຂັດແຍ່ງມາແກ້ໄຂຢູ່ສູນ ຫລື ຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຖ້າມີ;
       4. ຂໍ້ມູນ ຫລື ເອກະສານອື່ນ ທີ່ເປັນຫລັກຖານ. 

ມາດຕາ  19(ປັບປຸງ).  ເນື້ອໃນຄຳຮ້ອງ
    ຄຳຮ້ອງຂໍແກ້ໄຂຂໍ້ຂັດແຍ່ງ ມີເນື້ອໃນຕົ້ນຕໍ ດັ່ງນີ້:
      1. ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ສັນຊາດ, ທີ່ຢູ່ ປັດຈຸບັນ ແລະ ສະຖານທີ່ຕັ້ງກິດຈະການຂອງ ຄູ່ກໍລະນີ ຫລື ຜູ່ຕາງໜ້າ;
      2. ບັນຫາທີ່ເກີດຂໍ້ຂັດແຍ່ງ;
      3. ມູນຄ່າຂອງຂໍ້ຂັດແຍ່ງ;
      4. ຂ້ໍສະເໜີຂອງຄູ່ກໍລະນີ.

ມາດຕາ 20(ປັບປຸງ). ການພິຈາລະນາຄຳຮ້ອງ
    ຫລັງຈາກໄດ້ຮັບຄຳຮ້ອງແລ້ວ ພາຍໃນກຳນົດເຈັດວັນ ນັບແຕ່ວັນໄດ້ຮັບ ຄຳຮ້ອງນັ້ນເປັນຕົ້ນໄປ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງກວດກາເບິ່ງສຳນວນຄຳຮ້ອງ ແລະ ອອກໝາຍເຊີນ ຄູ່ກໍລະນີ ເພື່ອເຂົ້າມາປຶກສາຫາລື ແລະ ຕົກລົງກ່ຽວກັບຮູບການແກ້ໄຂ. ຖ້າວ່າຄູ່ກໍລະນີ ຫາກບໍ່ມາ ຕາມໝາຍເຊີນໂດຍບໍ່ມີເຫດຜົນພຽງພໍ ຄໍາຮ້ອງດັ່ງກ່າວ ກໍຕົກໄປ ແລະ ສົ່ງສຳນວນຄຳຮ້ອງ ຄືນໃຫ້ແກ່ຜູ່ຮ້ອງຂໍ.
    ໃນກໍລະນີ ທີ່ຄຳຮ້ອງຫາກບໍ່ຖືກຕ້ອງຕາມມາດຕາ 16 ຂອງກົດໝາຍສະບັບນີ້ ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງແຈ້ງໃຫ້ຜູ່ຮ້ອງຂໍຊາບ ພ້ອມດ້ວຍເຫດຜົນ ພາຍໃນກຳນົດ ເຈັດ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງນັ້ນເປັນຕົ້ນໄປ.

ມາດຕາ 21(ປັບປຸງ). ການເລືອກຮູບການແກ້ໄຂ
    ຄູ່ກໍລະນີ ມີສິດເລືອກເອົາການແກ້ໄຂ ດ້ວຍ ການໄກ່ເກັ່ຍ ຫລື ການຕັດສິນ ເວັ້ນເສັຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງກົດໝາຍສະບັບນີ້.

ໝວດທີ 4
ການແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກັ່ຍ

ມາດຕາ  22(ໃໝ່). ການໄກ່ເກັ່ຍ
    ການໄກ່ເກັ່ຍ ແມ່ນ ການແກ້ໄຂຂໍ້ຂັດແຍ່ງໂດຍຄູ່ກໍລະນີເອງ ດ້ວຍການ ປະນີປະນອມ, ເຈລະຈາ ແລະ ປຶກສາຫາລື ຊຶ່ງມີຜູ່ໄກ່ເກັ່ຍໜຶ່ງ ຫລື ຫລາຍຄົນ ເປັນຄົນກາງ.

ມາດຕາ 23(ປັບປຸງ). ການເລືອກ ແລະ ການແຕ່ງ ຕັ້ງຜູ່ໄກ່ເກັ່ຍ
    ໃນການດຳເນີນການໄກ່ເກັ່ຍ ຄູ່ກໍລະນີ ມີສິດເລືອກເອົາຜູ່ໄກ່ເກັ່ຍ ໜຶ່ງ ຫລື ຫລາຍຄົນ, ແຕ່ຕ້ອງເປັນ ຈຳນວນຄີກສະເໝີ ຈາກບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ.
    ໃນກໍລະນີ ເລືອກຜູ່ໄກ່ເກັ່ຍ ໜຶ່ງຄົນ ໃຫ້ຄູ່ກໍລະນີ ຕົກລົງເລືອກເອົາຜູ້ໄກ່ເກັ່ຍ ພາຍໃນກຳນົດ ສິບຫ້າ ວັນ ນັບແຕ່ວັນຕົກລົງນັ້ນເປັນຕົ້ນໄປ. ຖ້າຫາກເລືອກບໍ່ໄດ້ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດຕ້ອງເລືອກໃຫ້ພາຍໃນກຳນົດ ສິບ ວັນ.
    ໃນກໍລະນີ ເລືອກຜູ່ໄກ່ເກັ່ຍ ສາມ ຄົນ ໃຫ້ຄູ່ກໍລະນີແຕ່ລະຝ່າຍ ເລືອກເອົາ ໜຶ່ງຄົນ ພາຍໃນກຳນົດ ສິບຫ້າ ວັນ ນັບແຕ່ວັນຕົກລົງນັ້ນເປັນຕົ້ນໄປ. ຖ້າຄູ່ກໍລະນີຝ່າຍໃດໜຶ່ງ ຫາກເລືອກບໍ່ໄດ້ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງເລືອກໃຫ້ ພາຍໃນກຳນົດ ສິບ ວັນ. ຫລັງຈາກນັ້ນໃຫ້ຜູ່ໄກ່ເກັ່ຍ ສອງ ຄົນ ທີ່ຖືກເລືອກນັ້ນ ເລືອກເອົາຜູ່ໄກ່ເກັ່ຍ ຜູ່ທີສາມ ມາເປັນປະທານ ພາຍໃນກຳນົດ ສິບຫ້າ ວັນ, ຖ້າຫາກເລືອກບໍ່ໄດ້ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ້ອງເລືອກໃຫ້ພາຍໃນກຳນົດ ສິບ ວັນ.
    ໃນກໍລະນີທີ່ຄູ່ກໍລະນີຕົກລົງເລືອກເອົາຜູ່ໄກ່ເກັ່ຍຫລາຍກວ່າ ສາມ ຄົນ ກໍໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ ໃນວັກ ສາມ ເທິງນີ້.
ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງແຕ່ງຕັ້ງຜູ່ໄກ່ເກັ່ຍ ພາຍໃນກຳນົດ ເຈັດ ວັນ ນັບແຕ່ວັນໄດ້ຮັບລາຍຊື່ຜູ່ໄກ່ເກັ່ຍ ຕາມການສະເໜີ ຂອງຄູ່ກໍລະນີ.

ມາດຕາ 24. ການຖອນຕົວ ຫລື ການຄ້ານຕົວ
    ຜູ່ໄກ່ເກັ່ຍ ມີສິດຖອນຕົວ ຈາກການໄກ່ເກັ່ຍ ຖ້າຫາກເຫັນວ່າຕົນ ເປັນຍາດ ພີ່ນ້ອງ ຫລື ມີສ່ວນພົວພັນກັບຜົນປະໂຫຍດ ຫລື ມີຂໍ້ຂັດແຍ່ງ ກັບຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ຫລື ບໍ່ສາມາດປະຕິບັດ ໜ້າທີ່ໄດ້.
    ຄູ່ກໍລະນີ ມີສິດຄ້ານຕົວຜູ່ໄກ່ເກັ່ຍ ຖ້າຫາກເຫັນວ່າຜູ່ໄກ່ເກັ່ຍນັ້ນ ຕົກຢູ່ໃນ ກໍລະນີທີ່ໄດ້ກຳນົດໃນວັກທີ 1ຂອງມາດຕານີ້.
    ໃນກໍລະນີທີ່ ຜູ່ໄກ່ເກັ່ຍ ຫາກໄດ້ຖອນຕົວ ຫລື ຖືກຄ້ານຕົວ ໃຫ້ດຳເນີນການ ເລືອກ ແລະ ການແຕ່ງຕັ້ງຜູ່ໄກ່ເກັ່ຍຄົນໃໝ່ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 23 ຂອງກົດໝາຍສະບັບນີ້.

ມາດຕາ 25. ການດຳເນີນການໄກ່ເກັ່ຍ
    ການໄກ່ເກັ່ຍ ຕ້ອງດຳເນີນພາຍໃນ ສິບຫ້າ ວັນ ນັບແຕ່ວັນແຕ່ງຕັ້ງ ຜູ່ໄກ່ເກັ່ຍເປັນຕົ້ົ້ນໄປ ໂດຍຊ້ອງໜ້າ ຄູ່ກໍລະນີ ຫລື ຜູ່ຕາງໜ້າ.
    ຄູ່ກໍລະນີ ມີສິດສະເໜີບັນຫາ, ຂໍ້ມູນ ຫລື ຫລັກຖານຕ່າງໆກ່ຽວກັບຂໍ້ຂັດແຍ່ງ ແລະ ວິທີທາງອອກຕໍ່ຜູ່ໄກ່ເກັ່ຍ ໃນໄລຍະເວລາທຳການໄກ່ເກັ່ຍ.

ມາດຕາ 26(ປັບປຸງ). ການສິ້ນສຸດການໄກ່ເກັ່ຍ
    ການໄກ່ເກັ່ຍ ຈະສິ້ນສຸດລົງໃນກໍລະນີ ດັ່ງນີ້:
       1. ຄູ່ກໍລະນີສາມາດຕົກລົງກັນໄດ້;
       2. ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ຫລື ທັງໝົດ ບໍ່ເຂົ້າຮ່ວມ ການໄກ່ເກັ່ຍໂດຍບໍ່ມີເຫດຜົນພຽງພໍ;
       3. ຄູ່ກໍລະນີບໍ່ສາມາດຕົກລົງກັນໄດ້;
    ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງເສັຍຊີວິດໂດຍບໍ່ມີຜູ່ສືບທອດ.

ມາດຕາ 27(ປັບປຸງ). ການປ່ຽນຮູບການແກ້ໄຂຂໍ້ຂັດແຍ່ງ
      ເມື່ອບໍ່ສາມາດໄກ່ເກັ່ຍກັນໄດ້ ຄູ່ກໍລະນີ ມີສິດສະເໜີໃຫ້ ສູນ ຫລື  ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດຳເນີນການ ແກ້ໄຂດ້ວຍການຕັດສິນ. ຜູ່ໄກ່ເກັ່ຍຂໍ້ຂັດແຍ່ງນັ້ນບໍ່ມີສິດເປັນຄະນະກຳມະການຕັດສິນຂໍ້ຂັດແຍ່ງນັ້ນອີກ.
    ໃນກໍລະນີທີ່ຄູ່ກໍລະນີ ຫາກບໍ່ເຫັນດີໃຫ້ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດດຳ ເນີນການແກ້ໄຂດ້ວຍການຕັດ ສິນແລ້ວ ຄູ່ກໍລະນີ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນ.

ມາດຕາ 28(ປັບປຸງ). ບົດບັນທຶກຂອງການໄກ່ເກັ່ຍ
    ບົດບັນທຶກຂອງການໄກ່ເກັ່ຍ ຕ້ອງມີເນື້ອໃນ ດັ່ງນີ້:
       1. ເວລາ, ວັນ, ເດືອນ, ປີ, ເລື່ອງ ແລະ ເລກທີຂອງ ຂໍ້ຂັດແຍ່ງ ແລະ ສະຖານທີ່ຂອງການໄກ່ເກັ່ຍ;
       2. ຊື່ ແລະ ນາມສະກຸນຂອງຜູ່ໄກ່ເກັ່ຍ ແລະ ຜູ່ບັນທຶກ;
       3. ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ສັນຊາດ, ທີ່ຢູ່ປັດຈຸບັນ ແລະ ສະຖານທີ່ຕັ້ງກິດຈະການຂອງ ຄູ່ກໍລະນີ ຫລື ຜູ່ຕາງໜ້າ;
       4. ເນື້ອໃນຕົ້ົ້ນຕໍຂອງຂໍ້ຂັດແຍ່ງ;
       5. ຜົນຂອງການໄກ່ເກັ່ຍ;
       6. ວິທີຈັດຕັ້ງປະຕິບັດຄຳຕົກລົງຂອງການໄກ່ເກັ່ຍ;
       7. ຄວາມຮັບຜິດຊອບໃນການຈ່າຍຄ່າທຳນຽມ, ຄ່າບໍລິ ການ, ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງ ຂອງຄູ່ກໍລະນີແຕ່ລະຝ່າຍ;
       8. ເວລາ, ວັນ , ເດືອນ, ປີ ຂອງການສິ້ນສຸດ ການໄກ່ເກັ່ຍ, ລາຍເຊັນຂອງຄູ່ກໍລະນີ ຫລື ຜູ່ຕາງໜ້າຂອງຄູ່ກໍລະນີ, ຜູ່ໄກ່ເກັ່ຍ, ຜູ່ບັນທຶກ ແລະ ລາຍເຊັນຂອງຫົວໜ້າ ສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ບ່ອນທີ່ດຳເນີນການໄກ່ເກັ່ຍນັ້ນ.
    ໃນການໄກ່ເກັ່ຍແຕ່ລະຄັ້ງ ຕ້ອງມີຜູ່ບັນທຶກເຂົ້າຮ່ວມນຳ ຊຶ່ງແມ່ນພະນັກງານ ຂອງສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ໝວດທີ 5
ການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນ

ມາດຕາ 29(ໃໝ່). ການຕັດສິນ
    ການຕັດສິນ ແມ່ນ ການຕົກລົງຂອງຄະນະກຳມະການຕັດສິນ ກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 30(ປັບປຸງ). ການເລືອກ ແລະ ການແຕ່ງຕັ້ງ ກຳມະການຕັດສິນ
    ໃນການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນນັ້ນ ຄະນະກຳມະການຕັດສິນ ຕ້ອງປະກອບດ້ວຍກຳມະການຕັດສິນ ແຕ່ສາມຄົນຂຶ້ນໄປ ຕາມການຕົກລົງຂອງຄູ່ກໍລະນີ ແຕ່ຕ້ອງເປັນຈຳນວນຄີກສະເໝີ.
    ໃນການເລືອກກຳມະການຕັດສິນ ໃຫ້ປະຕິບັດຕາມຫລັກການດຽວກັນ ກັບການເລືອກຜູ່ໄກ່ເກັ່ຍ ຕາມທີ່ໄດ້ກຳນົດໄວ້ໃນ ວັກທີ 3, 4 ແລະ 5 ຂອງມາດຕາ 23 ຂອງກົດໝາຍສະບັບນີ້.

ມາດຕາ 31(ປັບປຸງ). ການຖອນຕົວ ຫລື ການຄ້ານຕົວກຳມະການຕັດສິນ
    ການຖອນຕົວ ຫລື ການຄ້ານຕົວກຳມະການຕັດສິນ ໃຫ້ປະຕິບັດຄືກັນກັບ ການຖອນຕົວ ຫລື ການຄ້ານຕົວຜູ່ໄກ່ເກັ່ຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 24 ຂອງກົດໝາຍສະບັບນີ້.

ມາດຕາ 32(ປັບປຸງ). ການສະເໜີຂໍ້ມູນຫລັກຖານ
    ຄູ່ກໍລະນີ ມີພັນທະສະເໜີຂໍ້ມູນ ຫລັກຖານ ກ່ຽວກັບ ຂໍ້ຂັດແຍ່ງ ໃຫ້ແກ່ຄະນະ ກຳມະການຕັດສິນ.
    ຄະນະກຳມະການຕັດສິນ ອາດຈະລົງເກັບກຳຂໍ້ມູນ ຫລັກຖານກັບທີ່ ຕາມການ ສະເໜີ ຫລື ການເຫັນດີຂອງຄູ່ກໍລະນີ.
    ໃນກໍລະນີ້ຈຳເປັນທີ່ຕ້ອງການພິສູດຂໍ້ມູນ ຫລັກຖານໃດໜຶ່ງ ຄະນະກຳມະການ ຕັດສິນ ມີສິດສະເໜີເອົາ ຜູ່ຊ່ຽວຊານ ເພື່ອພິສູດຂໍ້ມູນ ຫລັກຖານນັ້ນ.
    ຄະນະກຳມະການຕັດສິນ ຕ້ອງຄົ້ນຄວ້າຄໍາຮ້ອງ, ເອກະສານ, ຂໍ້ມູນ ຫລັກ ຖານ ຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ. ເມື່ອເກັບກຳຂໍ້ມູນ ຫລັກຖານຄົບຖ້ວນແລ້ວ ຄະນະກຳມະ ການຕັດສິນ ຕ້ອງເຊີນຄູ່ກໍລະນີ ມາອະທິບາຍເຫດຜົນ ແລະ ສະເໜີຂໍ້ມູນ ຫລັກຖານຕື່ມອີກກ່ອນການຕັດສິນ.

ມາດຕາ 33(ປັບປຸງ). ກໍານົດເວລາຕັດສິນ
    ການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນ ຕ້ອງໃຫ້ສຳເລັດພາຍໃນກຳນົດ ສາມ ເດືອນ ນັບແຕ່ວັນໄດ້ແຕ່ງຕັ້ງຄະນະກຳມະການຕັດສິນ ເປັນຕົ້ນໄປ ເວັ້ນເສັຍແຕ່ກໍລະນີທີ່ມີຄວາມຫຍຸ້ງຍາກ ຍ້ອນການ ປະກອບຫລັກຖານ ຫລື ຍ້ອນເຫດຜົນອື່ນ ແຕ່ ສູນ ຫລື ຫ້ອງການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງແຈ້ງເຫດ ຜົນຂອງການບໍ່ສຳເລັດໃຫ້ຄູ່ກໍລະນີຊາບ.

ມາດຕາ 34(ປັບປຸງ). ມາດຕະການປົກປ້ອງຜົນປະໂຫຍດຂອງຄູ່ກໍລະນີ
    ໃນໄລຍະພິຈາລະນາຂໍ້ຂັດແຍ່ງນັ້ນ ຖ້າຫາກຄູ່ກໍລະນີ ສະເໜີໃຫ້ອອກຄຳສັ່ງ ຍຶດ,ອາຍັດຊັບ ຫລື ນໍາໃຊ້ມາດຕະການໃດໜຶ່ງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນແລ້ວ ຖ້າເຫັນວ່າມີຄວາມ ຈຳເປັນ ຄະນະກຳມະການຕັດສິນ ຈະສົ່ງຄຳສະເໜີ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ ໄປຍັງສານປະຊາຊົນ ເພື່ອພິຈາລະນາ ອອກຄຳສັ່ງ ພາຍໃນກຳນົດ ເຈັດ ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳສະເໜີເປັນຕົ້ນໄປ.

ມາດຕາ 35(ປັບປຸງ). ສິດໃນການຕົກລົງຂອງຄູ່ກໍລະນີກ່ອນການຕັດສິນ
    ໃນໄລຍະຄະນະກຳມະການຕັດສິນ ພິຈາລະນາຂໍ້ຂັດແຍ່ງນັ້ນ ຄູ່ກໍລະນີ ຍັງມີສິດ ຕົກລົງແກ້ໄຂນຳກັນກ່ອນການຕັດສິນກໍໄດ້. ຄຳຕົກລົງຂອງຄູ່ກໍລະນີນັ້ນ ຕ້ອງເຮັດເປັນລາຍລັກອັກສອນ ໂດຍມີລາຍເຊັນ ຂອງ ຄູ່ກໍລະນີ, ຄະນະກຳມະການຕັດສິນ ແລະ ຫົວໜ້າສູນ ຫລື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ບ່ອນດດໍາເນີນັ້ນ.
    ຄຳຕົກລົງຂອງຄູ່ກໍລະນີກ່ອນການຕັດສິນມີຜົນສັກສິດ ຄືກັນກັບຄຳຕັດສິນ ຂອງຄະນະກຳມະການຕັດສິນ.

ມາດຕາ 36. ຄຳຕັດສິນຂອງຄະນະກຳມະການຕັດສິນ
    ຄຳຕັດສິນຂອງຄະນະກຳມະການຕັດສິນ ຕ້ອງຢູ່ໃນຂອບເຂດຄຳຮ້ອງ ຂອງຄູ່ກໍ ລະນີ. ໃນກໍລະນີທີ່ຄະນະກຳມະການຕັດສິນ ຫາກບໍ່ເປັນເອກະສັນກັນ ການຕັດສິນໃຫ້ຖືເອົາຕາມສຽງສ່ວນຫລາຍ.
    ຄຳຕັດສິນຂອງຄະນະກຳມະການຕັດສິນ ຕ້ອງອ່ານຊ້ອງໜ້າຄູ່ກໍລະນີ ຫລື ຜູ່ຕາງໜ້າ ແລະ ມີຜົນສັກສິດ ນັບແຕ່ວັນລົງຄຳຕັດສິນ ຫລື ວັນໄດ້ຮັບຊາບຄຳຕັດສິນນັ້ນເປັນຕົ້ົ້ນໄປ ເມື່ອຄູ່ກໍລະນີຝ່າຍ ໃດໜຶ່ງ ຫາກບໍ່ເຂົ້າມາຟັງຄຳຕັດສິນ ຕາມໝາຍເຊີນ ໂດຍບໍ່ມີເຫດຜົນພຽງພໍ.

ມາດຕາ 37(ປັບປຸງ). ເນື້ອໃນຄຳຕັດສິນຂອງຄະນະກຳມະການ
    ຄຳຕັດສິນຂອງຄະນະກຳມະການ ມີເນື້ອໃນ ດັ່ງນີ້:
       1. ເວລາ, ວັນ, ເດືອນ, ປີ, ເລື່ອງ ແລະ ເລກທີຂອງ ຂໍ້ຂັດແຍ່ງ ແລະ ສະຖານທີ່ອອກຄຳຕັດສິນ;
       2. ຊື່ ແລະ ນາມສະກຸນ ຂອງຄະນະກຳມະການຕັດສິນ ແລະ ຜູ່ບັນທຶກ;
       3. ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ສັນຊາດ, ທີ່ຢູ່ປັດຈຸບັນ ແລະ ສະຖານທີ່ຕັ້ງກິດຈະການ ຂອງຄູ່ກໍລະນີ ຫລື ຜູ່ຕາງໜ້າ;
       4. ເນື້ອໃນຕົ້ນຕໍຂອງຂໍ້ຂັດແຍ່ງ, ຄຳວິິນິດໄສ ແລະ ບ່ອນອີງຂອງຄຳຕັດສິນ;
       5. ການຕັດສິນ;
       6. ຄວາມຮັບຜິດຊອບໃນການໃຊ້ຈ່າຍຄ່າທຳນຽມ, ຄ່າແຮງງານ ແລະ ຄ່າບໍລິການຕ່າງໆ ຂອງຄູ່ກໍລະນີແຕ່ລະຝ່າຍ;
       7. ລາຍເຊັນຂອງຄະນະກຳມະການຕັດສິນ, ຜູ່ບັນທຶກ ແລະ ລາຍເຊັນຂອງ ຫົວໜ້າສູນ ຫລື ຫ້ອງ ການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ບ່ອນດຳເນີນນັ້ນ.

ມາດຕາ  38(ໃໝ່). ການຄັດຄ້ານຄຳຕັດສິນ
    ຄູ່ກໍລະນີ ມີສິດສະເໜີຕໍ່ສານປະຊາຊົນ ເພື່ອຄັດຄ້ານຄຳຕັດສິນ ຂອງຄະນະກຳມະການຕັດສິນ ພາຍໃນກຳນົດ ສີ່ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຊາບຄຳຕັດສິນເປັນຕົ້ນໄປ ໃນກໍລະນີໃດໜຶ່ງ ດັ່ງນີ້ :
       1. ຄູ່ກໍລະນີ ບໍ່ໄດ້ຕົກລົງໃຫ້ມີການຕັດສີນ ດ້ວຍຄະນະກຳ ມະການຕັດສິນ ຫລື ຄຳຕົກລົງນັ້ນເປັນໂມຄະ;
       2. ການປະກອບຄະນະກຳມະການຕັດສິນ ບໍ່ສອດຄ່ອງກັບ ການຕົກລົງຂອງຄູ່ກໍລະນີ ແລະ ລະບຽບກົດໝາຍ;
       3. ການດຳເນີນການຕັດສິນ ບໍ່ສອດຄ່ອງກັບລະບຽບ ກົດໝາຍກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ທີ່ຄູ່ກໍລະນີຕົກລົງກັນໃນສັນຍາ;
       4. ຂໍ້ມູນຫລັກຖານທີ່ຄະນະກຳມະການຕັດສິນ ຖືເປັນພື້ນ ຖານໃນການຕັດສິນນັ້ນ ມີການປອມແປງ ຫລື ກຳມະການຕັດສິນ ຮັບເງິນ, ຊັບສິນ ຫລື ຜົນປະໂຫຍດອື່ນ ຊຶ່ງສົ່ງຜົນກະ ທົບຕໍ່ຄວາມທ່ຽງທຳໃນການຕັດສິນ;
       5. ຂໍ້ຂັດແຍ່ງ ບໍ່ຢູ່ໃນຂອບເຂດສິດຂອງການແກ້ໄຂ ຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;
       6. ຄຳຕັດສິນເກີນ ຫລື ບໍ່ຄົບຖ້ວນ ຕາມຄຳຮ້ອງຂໍ ຂອງຄູ່ກໍລະນີ.

ພາກທີ III
ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 39(ປັບປຸງ). ທີ່ຕັ້ງ ແລະ ພາລະບົດບາດ
    ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນ ອົງການ ຈັດຕັ້ງ ທີ່ມີລັກສະນະ ວິຊາຊີບສັງຄົມ ແລະ ກົດໝາຍ ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການຍຸຕິທຳ, ມີພາລະບົດບາດ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຄູ່ກໍລະນີ, ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ໃນການດຳເນີນ ການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 40(ໃໝ່). ໂຄງປະກອບຂອງສູນ ແລະ ຫ້ອງການ
    ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີຊື່ຫຍໍ້ວ່າ ສກສ ຊຶ່ງຢູ່ພາຍໃຕ້ ການຄຸ້ມຄອງຂອງກະຊວງຍຸຕິທຳ ແລະ ມີຖານະທຽບເທົ່າກົມ.
    ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີຊື່ຫຍໍ້ວ່າ ຫກສ ຊຶ່ງຢູ່ພາຍ ໃຕ້ການຄຸ້ມຄອງຂອງພະແນກຍຸຕິທຳ; ຫົວໜ້າຫ້ອງການ ມີຖານະທຽບເທົ່າ ຮອງຫົວໜ້າພະແນກຂອງແຂວງ, ນະຄອນ.
    ສຳລັບໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 41(ປັບປຸງ). ສິດ ແລະ ໜ້າທີ່ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 
    ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ ແລະ ສະເໜີສ້າງ, ປັບປຸງລະບຽບກົດໝາຍ ກ່ຽວກັບວຽກງານ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຂັ້ນເທິງທີ່ກ່ຽວຂ້ອງພິຈາລະນາ;
       2. ຄົ້ນຄວ້າ ແລະ ນຳສະເໜີຕໍ່ລັດຖະມົນຕີວ່າການ ກະຊວງຍຸຕິທຳ ເພື່ອແຕ່ງຕັ້ງ ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ເຂົ້າໃນບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ຫລື ປົດບຸກຄົນ ດັ່ງກ່າວ ອອກຈາກບັນຊີ;
       3. ໂຄສະນາ, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       4. ພິຈາລະນາແຕ່ງຕັ້ງ, ປົດ ຫລື ປ່ຽນ ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງແຕ່ລະຄັ້ງ ຕາມລະບຽບກົດໝາຍ;
       5. ຄຸ້ມຄອງ ແລະ ອຳນວຍຄວາມສະດວກ ໃນການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນຂອບເຂດທີ່ຕົນຮັບຜິດຊອບ;
       6. ຮັບຄຳຮ້ອງ, ເອກະສານ, ຂໍ້ມູນ, ຫລັກຖານ ຈາກຄູ່ ກໍລະນີ;
       7. ກໍ່ສ້າງ, ບຳລຸງ ແລະ ຍົກລະດັບ ທາງດ້ານວິຊາການ ໃຫ້ແກ່ພະນັກງານຂອງສູນ ແລະ ຫ້ອງການແກ້້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ;
       8. ຕິດຕໍ່ພົວພັນກັບຄູ່ກໍລະນີ ແລະ ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       9. ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມການມອບໝາຍຂອງຂັ້ນເທິງ;
       10. ສະຫລຸບ, ປະເມີນຜົນ ແລະ ລາຍງານ ການເຄື່ອນ ໄຫວວຽກງານຂອງຕົນຕໍ່ກະຊວງຍຸຕິທຳ;
       11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 42(ໃໝ່). ສິດ ແລະ ໜ້າທີ່ ຂອງຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ
    ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີສິດ ແລະ ໜ້າທີ່ ດັ່ງດຽວ ກັນກັບສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍສະບັບນີ້. ສຳລັບສິດສະ ເໜີ ແຕ່ງຕັ້ງ, ປົດຜູ່ໄກ່ເກັ່ຍ, ກຳມະການຕັດສິນ ເຂົ້າໃນບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນນັ້ນ ຕ້ອງສະເໜີ ຕໍ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາ.

ພາກທີ IV
ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ

ມາດຕາ 43(ປັບປຸງ). ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ 
    ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ປະກອບດ້ວຍ ຜູ່ປະຈຳການ ແລະ ຜູ່ບໍ່ປະຈຳການ.
    ຜູ່ປະຈຳການ ແມ່ນ ພະນັກງານຂອງສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ທີ່ຖືກ ແຕ່ງຕັ້ງຈາກ ລັດຖະມົນຕີວ່າການກະຊວງຍຸຕິທຳ.
    ຜູ່ບໍ່ປະຈຳການ ແມ່ນ ບຸກຄົນທີ່ມາຈາກສຳນັກງານ, ອົງການ, ຫົວໜ່ວຍ ທຸລະກິດ ທັງພາກລັດ ແລະເອກະຊົນ, ຄົນຕ່າງປະເທດ ແລະ ຄົນຕ່າງດ້າວ ທີ່ມີຄວາມສະໝັກໃຈ ຊຶ່ງໄດ້ຮັບການແຕ່ງຕັ້ງ ຈາກລັດຖະມົນຕີວ່າການກະຊວງຍຸຕິທຳຕາມການຄັດເລືອກ ແລະ ການສະເໜີ ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ.

ມາດຕາ 44(ປັບປຸງ). ມາດຕະຖານຂອງຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ
    ຜູ່່ໄກ່ເກັ່ຍ ແລະ ກຳມະການຕັດສິນທີ່ເປັນພົນລະເມືອງລາວ ຕ້ອງມີມາດ ຕະຖານ ດັ່ງນີ້:
       1. ມີຄຸນສົມບັດ, ມີຈັນຍາທຳ ແລະ ບໍລິສຸດສັດຊື່;
       2. ມີຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະໃດໜຶ່ງ ທີ່ແນ່ນອນ ໂດຍມີໃບຢັ້ງຢືນຢ່າງຖືກຕ້ອງ;
       3. ໄດ້ຜ່ານ ຫລື ມີປະສົບປະການໃນວຽກງານ ຢ່າງໜ້ອຍ ຫ້າ ປີ;
       4. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ ຍ້ອນ ການກະທຳຜິດໂດຍເຈດຕະນາ;
       5. ໄດ້ຜ່ານການຝຶກອົບຮົມ ກ່ຽວກັບວຽກງານ ແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ;
       6. ມີສຸຂະພາບດີ.

ມາດຕາ  45(ໃໝ່). ປຶ້ມບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ
    ປຶ້ມບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ແມ່ນ ປຶ້ມສັງລວມ ລາຍຊື່ຜູ້ໄກ່ເກັ່ຍ ແລະ ກຳມະການຕັດສິນ ລວມທັງປະຫວັດຫຍໍ້ຂອງພວກກ່ຽວ.
    ພາຍຫລັງ ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ແຕ່ງຕັ້ງຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນແລ້ວ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕ້ອງສ້າງເປັນປຶ້ມບັນຊີລາຍຊື່ ຜູ່ໄກ່ເກັ່ຍ ແລະ ກຳມະການ ຕັດສິນ ແລ້ວຈັດພິມສົ່ງໃຫ້ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 46(ໃໝ່). ສິດ ແລະ ໜ້າທີ່ຂອງຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ
    ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຮັບ ຫລື ປະຕິເສດ ການແກ້ໄຂຂໍ້ຂັດແຍ່ງ;
       2. ເປັນເອກະລາດໃນການແກ້ໄຂຂໍ້ຂັດແຍ່ງ;
       3. ຮັບປະກັນການແກ້ໄຂຂໍ້ຂັດແຍ່ງ ໃຫ້ມີຄວາມຍຸຕິທຳ, ວ່ອງໄວ ແລະ ປອດໃສ;
       4. ປະຕິບັດຖືກຕ້ອງ ຕາມຫລັກຈັນຍາທຳຂອງວິຊາຊີບ;
       5. ລົງເກັບກຳຂໍ້ມູນ, ຫລັກຖານກັບທີ່;
       6. ໄດ້ຮັບຄ່າແຮງງານ ຕາມການຕົກລົງກັບຄູ່ກໍລະນີ;
       7. ຮັກສາຄວາມລັບຂອງຂໍ້ຂັດແຍ່ງ ຍົກເວັ້ນຂໍ້ມູນ ທີ່ຕ້ອງ ສະໜອງ ໃຫ້ຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ;
       8. ເສັຍພັນທະໃຫ້ລັດ ຕາມລະບຽບກົດໝາຍ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 47(ໃໝ່). ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນຕ່າງປະເທດ
    ຄົນຕ່າງປະເທດ ສາມາດເປັນຜູ່ໄກ່ເກັ່ຍ, ກຳມະການຕັດສິນ ຢູ່ ສປປ ລາວ ໄດ້.
    ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຄູ່ກໍລະນີ ມີສິດເລືອກເອົາ ຜູ່ໄກ່ ເກັ່ຍ ຫລື ກຳມະການ ຕັດສິນຕ່າງປະເທດ ທີ່ມີໃນບັນຊີລາຍຊື່ຜູ່ໄກ່ເກັ່ຍ ຫລື ກຳມະການຕັດສິນ.
    ສຳລັບມາດຕະຖານ ແລະ ເງື່ອນໄຂຂອງຜູ່ໄກ່ເກັ່ຍ ຫລື ກຳມະການຕັດສິນ ຕ່າງປະເທດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ພາກທີ V
ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 48. ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ
    ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປະກອບດ້ວຍ:
       1. ຄຳຕົກລົງຂອງການໄກ່ເກັ່ຍ;
       2. ຄຳຕົກລົງຂອງຄູ່ກໍລະນີ ກ່ອນການຕັດສິນ;
       3. ຄຳຕັດສິນຂອງຄະນະກຳມະການຕັດສິນ.

ມາດຕາ 49. ພັນທະຂອງຄູ່ກໍລະນີ
    ຄູ່ກໍລະນີ ມີພັນທະປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພາຍໃນກຳນົດ ສິບຫ້າ ວັນ ນັບແຕ່ວັນໄດ້ມີຄຳຕົກລົງ ຫລື ຄຳຕັດສິນ ເປັນຕົ້ນໄປ ຫລື ນັບແຕ່ວັນ ຄູ່ກໍລະນີ ໄດ້ຮັບຊາບ ຄຳຕັດສິນ ເປັນຕົ້ນໄປ ເມື່ອຄູ່ກໍລະນີຝ່າຍໃດໜຶ່ງ ຫາກບໍ່ເຂົ້າມາຟັງຄຳຕັດສິນ ຕາມໝາຍເຊີນ ໂດຍບໍ່ມີເຫດຜົນພຽງພໍ.

ມາດຕາ 50. ສິດຂອງຜູ່ອັບປະໂຫຍດ
    ຄູ່ກໍລະນີຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດ ຈາກການບໍ່ປະຕິບັດຜົນ ຂອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີສິດຮ້ອງຂໍຕໍ່ສານປະຊາຊົນ ພິຈາລະນາອອກຄຳຊີ້ຂາດ ເພື່ອບັງຄັບປະຕິບັດຜົນ ຂອງການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ.

ມາດຕາ 51(ປັບປຸງ). ການຊີ້ຂາດຂອງສານປະຊາຊົນ
    ເມື່ອໄດ້ຮັບຄຳຮ້ອງຂອງຄູ່ກໍລະນີແລ້ວ ສານປະຊາຊົນ ຕ້ອງພິຈາລະນາ ອອກຄຳຊີ້ຂາດ ພາຍໃນ ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.
    ໃນການພິຈາລະນາອອກຄຳຊີ້ຂາດນັ້ນ ສານປະຊາຊົນ ຕ້ອງກວດເບິ່ງ ການດຳ ເນີນການແກ້ໄຂຂໍ້ຂັດແຍ່ງນັ້ນ ໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ , ບໍ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຂອງສັງຄົມ ແລະ ສິ່ງແວດລ້ອມ. ຖ້າເຫັນວ່າຖືກຕ້ອງແລ້ວ ສານປະຊາຊົນ ຕ້ອງອອກຄຳຊີ້ຂາດ ເພື່ອບັງຄັບປະຕິບັດ. ຄຳຊີ້ຂາດຂອງສານປະຊາຊົນ ມີຜົນບັງຄັບປະຕິບັດ ໃນທັນໃດ ແລະ ບໍ່ສາມາດອຸທອນໄດ້.
    ຖ້າ ສານປະຊາຊົນ ຫາກເຫັນວ່າ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ ລະເມີດ ລະບຽບ ກົດໝາຍ, ສານປະຊາຊົນ ກໍຈະບໍ່ລົງຄຳຊີ້ຂາດຢັ້ງຢືນເອົາ. ຄູ່ກໍລະນີ ມີສິດຕົກລົງໃຫ້ ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແກ້ໄຂຄືນໃໝ່ ຫລື ຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນ ຕາມກົດໝາຍ.

ມາດຕາ 52(ປັບປຸງ). ການຮັບຮູ້ ແລະ ປະຕິບັດຄຳຕັດ ສິນຂອງກຳມະການຕັດສິນຕ່າງປະເທດ ຫລື ສາກົນ
    ສປປ ລາວ ຮັບຮູ້ ແລະ ປະຕິບັດຄຳຕັດສິນ ຂອງກຳມະການຕັດສິນ ຕ່າງປະເທດ ຫລື ສາກົນ ໂດຍໄດ້ຮັບການຢັ້ງຢືນ ຈາກສານປະຊາຊົນ ຂອງ ສປປ ລາວ.
    ສານປະຊາຊົນ ຂອງ ສປປ ລາວ ຈະພິຈາລະນາຢັ້ງຢືນຄຳຕັດສິນ ຂອງກຳມະ ການຕັດສິນ ຕ່າງປະເທດ ຫລື ສາກົນ ໄດ້ກໍຕໍ່ເມື່ອມີເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ຄູ່ກໍລະນີ ຕ້ອງຖືສັນຊາດຂອງປະເທດ ທີ່ເປັນພາຄີ ຂອງສົນທິສັນຍານິວຢອກ ປີ 1958 ວ່າດ້ວຍການຮັບຮູ້ ແລະ ບັງຄັບປະຕິບັດຄຳຕັດສິນຂອງກຳມະການຕັດສິນຕ່າງປະເທດ ຫລື ສາກົນ;
       2. ບໍ່ຂັດກັບລັດຖະທຳມະນູນ ແລະ ລະບຽບກົດໝາຍ ກ່ຽວກັບຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບຂອງສັງຄົມ ແລະ ສິ່ງແວດລ້ອມ;
       3. ຄູ່ກໍລະນີຝ່າຍທີ່ມີພັນທະໃຊ້ແທນໜີ້ສິນ ມີຊັບສິນ, ກິດຈະການ, ຮຸ້ນ, ເງິນຝາກ ຫລື ຊັບສິນອື່ນ ຢູ່ ສປປ ລາວ.
    ພາຍຫລັງຄຳຕັດສິນຂອງກຳມະການຕັດສິນຕ່າງປະເທດ ຫລື ສາກົນ ໄດ້ຖືກຮັບຮູ້ ແລະ ຢັ້ງຢືນ ຈາກ ສານປະຊາຊົນ ຂອງ ສປປ ລາວ ແລ້ວ ກໍໃຫ້ຈັດຕັ້ງປະຕິບັດຄຳຕັດສິນດັ່ງກ່າວ ຕາມ ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຂອງ ສປປ ລາວ.

ພາກທີ VI
ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 53(ປັບປຸງ). ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
    ຄ່າໃຊ້ຈ່າຍໃນການດຳເນີນ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປະກອບດ້ວຍ:
       1. ຄ່າທຳນຽມ;
       2. ຄ່າບໍລິການ;
       3. ຄ່າແຮງງານ.

ມາດຕາ 54(ປັບປຸງ). ຄ່າທຳນຽມ
    ຄ່າທຳນຽມ ແມ່ນ ພັນທະຂອງຄູ່ກໍລະນີ ທີ່ຕ້ອງມອບເຂົ້າງົບປະມານ ແຫ່ງລັດ.
    ການເກັບຄ່າທຳນຽມ ໃຫ້ປະຕິບັດຕາມລະບຽບການກ່ຽວກັບຄ່າທຳນຽມ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
    ໃນການໄກ່ເກັ່ຍ ຄູ່ກໍລະນີ ຕ້ອງຈ່າຍຄ່າທຳນຽມຝ່າຍລະເຄິ່ງ ກ່ອນການດຳ ເນີນການໄກ່ເກັ່ຍຂໍ້ຂັດແຍ່ງ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.
    ໃນການຕັດສິນນັ້ນ ໃຫ້ຄູ່ກໍລະນີ ຮັບຜິດຊອບຈ່າຍຄ່າທຳນຽມ ຕາມຄຳຕັດສິນ ຂອງຄະນະກຳມະການຕັດສິນ.

ມາດຕາ 55(ປັບປຸງ). ຄ່າບໍລິການ
    ຄ່າບໍລິການ ແມ່ນ ຄ່າໃຊ້ຈ່າຍໃນການໄກ່ເກັ່ຍ ຫລື ການຕັດສິນ ຂອງຄະນະ ກຳມະການຕັດສິນ ເຊັ່ນ: ສົ່ງໝາຍເຊີນ, ສຳເນົາເອກະສານ, ຈັດປະຊຸມ ແລະ ອື່ນໆ.
    ການເກັບຄ່າບໍລິການ ໃຫ້ປະຕິບັດຕາມລະບຽບ ການກ່ຽວກັບ ຄ່າບໍລິການ ທີ່ ປະກາດໃຊ້ໃນແຕ່ລະໄລຍະ ແລະ ໃຫ້ຜູ່ຮ້ອງຂໍ ເປັນຜູ່ຮັບຜິດຊອບຈ່າຍກ່ອນ ໃນເວລາຍື່ນຄຳຮ້ອງ.

ມາດຕາ 56(ປັບປຸງ). ຄ່າແຮງງານ
    ຄ່າແຮງງານ ແມ່ນ ຄ່າໃຊ້ຈ່າຍ ກ່ຽວກັບ ການເຄື່ອນໄຫວວຽກງານ ຂອງຜູ່ ໄກ່ເກັ່ຍ, ກຳມະການຕັດສິນ, ຄ່າໃຊ້ຈ່າຍໃຫ້ຜູ່ຊ່ຽວຊານ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ຈຳເປັນ ກ່ຽວກັບ ການແກ້ໄຂຂໍ້ຂັດ ແຍ່ງນັ້ນ.
    ຄ່າແຮງງານ ແມ່ນ ຄູ່ກໍລະນີເປັນຜູ່ຕົກລົງກັບຜູ້ໄກ່ເກັ່ຍ, ກຳມະການຕັດສິນ ຫລື ຜູ່ຊ່ຽວຊານ ແລ້ວແຈ້ງໃຫ້ ສູນ, ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ບ່ອນແກ້ໄຂຂໍ້ຂັດແຍ່ງນັ້ນຊາບ.

ພາກທີ VII
ຂໍ້ຫ້າມ

ມາດຕາ 57(ໃໝ່). ຂໍ້ຫ້າມສຳລັບພະນັກງານ, ຜູ່ໄກ່ເກັ່ຍ ແລະ ຜູ່ຕັດສິນ
    ຫ້າມ ພະນັກງານ, ຜູ່ໄກ່ເກັ່ຍ ແລະ ຜູ່ຕັດສິນ ມີພຶດຕິກຳ ດັ່ງນີ້:
       1. ເປີດເຜີຍຂໍ້ມູນ ກ່ຽວກັບເນື້ອໃນຂອງຂໍ້ຂັດແຍ່ງ ທີ່ຕົນໄດ້ຮູ້ ໂດຍບໍ່ໄດ້ຮັບອະນຸຍາດ ຫລື ກົດໝາຍ ຫາກໄດ້ກຳນົດໄວ້ຢ່າງອື່ນ;
       2. ນຳໃຊ້ຂໍ້ມູນທີ່ຕົນໄດ້ຮູ້ເພື່ອຫາຜົນປະໂຫຍດສ່ວນຕົວ ຫລື ເພື່ອທຳລາຍ ສິດ ແລະ ຜົນປະໂຫຍດ ຂອງຜູ້ອື່ນ;
       3. ກົດໜ່ວງ, ຖ່ວງດຶງ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ ການແກ້ໄຂຂໍ້ຂັດແຍ່ງ;
       4. ຮັບ, ທວງເອົາເງິນ ຫລື ຜົນປະໂຫຍດອື່ນໃດໜຶ່ງ ຈາກຄູ່ກໍລະນີ;
       5. ເຂົ້າຮ່ວມໃນການແກ້ໄຂຂໍ້ຂັດແຍ່ງ ທີ່ພົວພັນເຖິງ ຜົນປະໂຫຍດຂອງ ຕົນເອງ, ຜົວ ຫລື ເມັຍ ຫລື ຍາດໃກ້ຊິດຂອງຕົນ;
       6. ລຳອຽງ ໃນການປະຕິບັດໜ້າທີ່;
       7. ບັງຄັບ, ນາບຂູ່ ຄູ່ກໍລະນີ;
       8. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 58(ໃໝ່). ຂໍ້ຫ້າມສຳລັບຄູ່ກໍລະນີ
    ຫ້າມ ຄູ່ກໍລະນີ ມີພຶດຕິກຳ ດັ່ງນີ້:
       1. ປອມແປງເອກະສານ ຫລື ຂໍ້ມູນກ່ຽວກັບຂໍ້ຂັດແຍ່ງ;
       2. ບັງຄັບ, ນາບຂູ່ ຫລື ໃຊ້ຄວາມຮຸນແຮງ, ຕົວະຍົວະ, ຫລອກລວງ ພະນັກງານ, ຜູ່ໄກ່ເກັ່ຍ, ກຳມະ ການຕັດສິນ ແລະ ຜູ່ຊ່ຽວຊານ;
       3. ໃຫ້ສິນບົນ ຫລື ຜົນປະໂຫຍດອື່ນແກ່ ພະນັກງານ, ຜູ່ໄກ່ເກັ່ຍ, ກຳມະການຕັດສິນ ແລະ ຜູ່ຊ່ຽວຊານ;
       4. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 59(ໃໝ່). ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງອື່ນ
    ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກຳ ດັ່ງນີ້:
       1. ບໍ່ໃຫ້ການຮ່ວມມື, ຂັດຂວາງການປະຕິບັດໜ້າທີ່ ຂອງພະນັກງານ, ຜູ່ໄກ່ເກັ່ຍ, ກຳມະການຕັດສິນ ແລະ ຜູ່ຊ່ຽວຊານ;
       2. ຍຸຍົງຜູ່ອື່ນ ບໍ່ໃຫ້ນຳໃຊ້ການແກ້ໄຂຂໍ້ຂັດແຍ່ງຢູ່ ສູນ ຫລື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       3. ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນ;
       4. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VIII
ການຄຸ້ມຄອງ ແລະ ການກວດກາ
ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໝວດທີ 1
ການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 60. ອົງການຄຸ້ມຄອງ
      ອົງການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປະກອບດ້ວຍ:
        1. ກະຊວງຍຸຕິທຳ;
        2. ພະແນກຍຸຕິທຳແຂວງ, ນະຄອນ.

ມາດຕາ 61(ປັບປຸງ). ສິດ ແລະ ໜ້າທີ່ຂອງກະຊວງຍຸຕິທຳ
    ໃນການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ມີສິດ ແລະໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າສ້າງແຜນຍຸດທະສາດ, ແຜນການ, ລະບຽບ ກົດໝາຍກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອສະເໜີຕໍ່ລັດຖະບານ ພິຈາລະນາ;
       2. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ;
       3. ຊີ້ນຳ ແລະ ຄຸ້ມຄອງດ້ານການຈັດຕັ້ງ, ງົບປະມານ ຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       4. ຊີ້ນຳ, ຕິດຕາມການເຄື່ອນໄຫວວຽກງານ ແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ໃນຂອບເຂດທົ່ວປະເທດ;
       5. ກໍ່ສ້າງ, ບຳລຸງ ແລະ ຍົກລະດັບຄວາມຮູ້ຄວາມສາ ມາດ, ຈັນຍາທຳ ແລະ ວິຊາສະເພາະໃຫ້ພະນັກງານຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຜູ່ໄກ່ເກັ່ຍ ແລະ ກຳມະການ ຕັດສິນ;
       6. ສະເໜີນາຍົກລັດຖະມົນຕີ ແຕ່ງຕັ້ງ, ປົດຕຳແໜ່ງ ຫລື ຍົກຍ້າຍ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       7. ແຕ່ງຕັ້ງ, ປົດຕຳແໜ່ງ ຫລື ຍົກຍ້າຍ ຮອງຫົວໜ້າ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ;
       8. ແຕ່ງຕັ້ງ ຫລື ປົດ ຜູ່ໄກ່ເກັ່ຍ ແລະ ກຳມະການຕັດ ສິນ ເຂົ້າໃນ ຫລື ອອກຈາກບັນຊີລາຍຊື່ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ ຕາມການສະເໜີ ຂອງສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ;
       9. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       10. ຮ່ວມມືກັບຕ່າງປະເທດພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ;
       11. ສະຫລຸບ, ປະເມີນຜົນ ແລະ ລາຍງານການເຄື່ອນ ໄຫວວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ລັດຖະບານ;
       12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ.

ມາດຕາ 62(ປັບປຸງ). ສິດ ແລະ ໜ້າທີ່ຂອງພະແນກຍຸຕິທຳແຂວງ, ນະຄອນ
    ໃນການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພະແນກຍຸຕິ ທຳແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ, ແຜນການ, ລະບຽບກົດໝາຍ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       2. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ລະບຽບ ກົດໝາຍກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       3. ຊີ້ນຳ ແລະ ຄຸ້ມຄອງດ້ານການຈັດຕັ້ງ ແລະ ງົບປະ ມານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       4. ຊີ້ນຳ, ຕິດຕາມ ການເຄື່ອນໄຫວວຽກງານ ແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ;
       5. ສະເໜີຕໍ່ກະຊວງຍຸຕິທຳ ກ່ຽວກັບການສ້າງຕັ້ງ ແລະ ປັບປຸງຫ້ອງການ, ການແຕ່ງຕັ້ງ, ປົດຕຳແໜ່ງ ຫລື ຍົກຍ້າຍຫົວໜ້າ, ຮອງຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ;
       6. ຮັບ, ຄົ້ນຄວ້າ ແລະ ແກ້ໄຂຄໍາຮ້ອງຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ;
       7. ຊີ້ນຳວຽກງານສະຫລຸບ, ປະເມີນຜົນ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອລາຍງານຕໍ່ກະຊວງຍຸຕິທຳ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ໝວດທີ 2
ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 63(ປັບປຸງ). ອົງການກວດກາ
    ອົງການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີ ສອງ ປະເພດ ດັ່ງນີ້:
       1. ອົງການກວດກາພາຍໃນ ຊຶ່ງແມ່ນພາກສ່ວນໜຶ່ງ ຂອງອົງການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 60 ຂອງກົດໝາຍ ສະບັບນີ້;
       2. ອົງການກວດກາພາຍນອກ ຊຶ່ງແມ່ນສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ ແລະ ອົງການໄອຍະການປະຊາຊົນ.
    ການກວດກາພາຍນອກ ຈະດຳເນີນຕາມຄຳສະເໜີ ຂອງບຸກຄົນ, ການຈັດ ຕັ້ງໃດໜຶ່ງ ຫລື ລິເລີ່ມ ໂດຍອົງການກວດກາພາຍນອກເອງ ໃນກໍລະນີທີ່ເຫັນວ່າມີບັນຫາບໍ່ຈະແຈ້ງ, ບໍ່ໂປ່ງໃສ.

ມາດຕາ 64(ໃໝ່). ເນື້ອໃນການກວດກາ
    ເນື້ອໃນຕົ້ນຕໍຂອງການກວດກາ ມີ ດັ່ງນີ້:
       1. ການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       2. ຄຳຮ້ອງຂອງບຸກຄົນ ຫລື ນິຕິບຸກຄົນ ກ່ຽວກັບການ ແກ້ໄຂຂໍ້ແຍ່ງທາງດ້ານເສດຖະກິດ;
       3. ການເຄື່ອນໄຫວຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ;
       4. ການຄຸ້ມຄອງ ແລະ ການນຳໃຊ້ ລາຍຮັບ-ລາຍຈ່າຍ ຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ;
        5. ຄວາມຮັບຜິດຊອບ ແລະ ການປະພຶດ ຂອງພະນັກ ງານຢູ່ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂອງ ຜູ່ໄກ່ເກັ່ຍ ແລະ ກຳມະການຕັດສິນ.

ມາດຕາ 65(ໃໝ່). ຮູບການການກວດກາ
    ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດຳເນີນດ້ວຍ ຮູບການ ຕາມລະບົບປົກກະຕິ, ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແລະ ແບບກະທັນຫັນ.
    ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ໜຶ່ງເທື່ອຕໍ່ປີ.
    ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກ ແຜນການ ເມື່ອຫາກເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ່ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ.
    ການກວດກາແບບກະທັນຫັນແມ່ນ ການກວດການອກແຜນການ ເມື່ອຫາກ ເຫັນວ່າມີຄວາມຈຳເປັນ ແຕ່ການລົງກວດການັ້ນ ແມ່ນດຳເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ.
    ໃນການກວດການັ້ນ ໃຫ້ດຳເນີນທັງການກວດກາເອກະສານ ແລະ ລົງກວດກາ ຕົວຈິງ ຢູ່ສະຖານທີ່ປະຕິບັດງານ.

ພາກທີ IX
ງົບປະມານ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 66(ປັບປຸງ). ງົບປະມານ
    ງົບປະມານໃນການເຄື່ອນໄຫວວຽກງານຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ແມ່ນອີງໃສ່ງົບປະມານຂອງລັດ ແລະ ໃຫ້ປະຕິບັດ ດັ່ງນີ້:
       1. ງົບປະມານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ ແມ່ນຂຶ້ນກັບກະຊວງຍຸຕິທຳ;
       2. ງົບປະມານ ຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ແມ່ນ ຂຶ້ນກັບພະແນກຍຸຕິທຳ ແຂວງ, ນະຄອນ ທີ່ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕັ້ງຢູ່.

ມາດຕາ 67(ປັບປຸງ). ເຄື່ອງໝາຍ
    ເຄື່ອງໝາຍຂອງ ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຮູບກາຊິງຊັ່ງຢູ່ ໃນຮູບວົງມົນ ແລະ ມີຕົວໜັງສື ຂຽນວ່າ: “ສກສ” ຫລື “ຫກສ’’ ຢູ່ພື້ນຊິງຊັ່ງ.

ມາດຕາ 68. ຕາປະທັບ
    ສູນ ແລະ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີຕາປະທັບ ຂອງຕົນ ເພື່ອນຳໃຊ້ເຂົ້າໃນວຽກງານທາງລັດຖະການ.

ພາກທີ X
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 69(ປັບປຸງ). ນະໂຍບາຍຕໍ່ຜູ່ມີຜົນງານ
    ບຸກຄົນ, ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍ ສະບັບນີ້ ເປັນຕົ້ນ ການໄກ່ເກັ່ຍ, ການຕັດສິນທີ່ມີປະສິດທິພາບ ຈະໄດ້ຮັບການຍ້ອງຍໍ ຫລື ນະໂຍບາຍອື່ນ ຕາມລະ ບຽບການ.

ມາດຕາ 70(ປັບປຸງ). ມາດຕະການຕໍ່ຜູ່ລະເມີດ
    ບຸກຄົນ, ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ການເປີດ ເຜີຍຂໍ້ມູນກ່ຽວກັບ ເນື້ອໃນຂໍ້ຂັດແຍ່ງ ໂດຍບໍ່ໄດ້ຮັບອະນຸຍາດ, ໃຫ້ ຫລື ຮັບສິນບົນ, ສວຍໃຊ້ໜ້າທີ່ ຫລື ມີການກະທຳ ໃດໜຶ່ງ ທີ່ກໍ່ໃຫ້ເກີດຄວາມເສັຍຫາຍແກ່ລັດ, ສັງຄົມ ຫລື ບຸກຄົນອື່ນ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປະຕິບັດ ວິໄນ, ປັບໃໝ ຫລື ຖືກດຳເນີນຄະດີ ຕາມລະບຽບກົດໝາຍ ຕາມກໍລະນີເບົາ ຫລື ໜັກ ແລະ ໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.
    ຜູ່ໄກ່ເກັ່ຍ ຫລື ກຳມະການຕັດສິນ ທີ່ມີຄວາມຜິດໂດຍເຈດຕະນາ ໃນການປະ ຕິບັດໜ້າທີ່ຂອງຕົນ ຈະຖືກສຶກສາອົບຮົມ ຫລື ຈະຖືກປົດອອກຈາກບັນຊີລາຍຊື່ຜູ່ໄກ່ເກັ່ຍ ຫລືື ກຳມະການຕັດສິນ ຕາມກໍ ລະນີເບົາ ຫລື ໜັກ, ຖ້າຫາກເປັນການກະທຳຜິດທາງອາຍາ ກໍຈະຖືກດຳເນີນຄະດີຕາມກົດໝາຍ.

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 71. ການຈັດຕັ້ງປະຕິບັດ
    ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ່ອອກ ດຳລັດຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 72. ຜົນສັກສິດ
    ກົດໝາຍສະບັບນີ້ ມີຜົນສັກສິດພາຍຫລັງ ຫົກສິບ ວັນ ນັບແຕ່ວັນປະທານ ປະເທດແຫ່ງ ສປປ ລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
    ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ສະບັບເລກທີ 02/ສພຊ, ລົງວັນທີ 19 ພຶດສະພາ 2005.
    ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກ ເລີກ.

 


                           ປະທານສະພາແຫ່ງຊາດ