ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ກອງປະຊຸມຖອດຖອນບົດຮຽນວຽກງານຈົດໝາຍເຫດທາງລັດຖະການ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 27-12-2006
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 09-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 05 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 27 ທັນວາ 2006

ກົດໝາຍ
ວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
    ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ກຳນົດ ຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມ, ກວດກາການຈັດຕັ້ງປະຕິບັດ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກບັນດາເຜົ່າ ລວມທັງ ມາດຕະການຕໍ່ຜູ້ກະທຳຜິດຕໍ່ເດັກ ແນໃສ່ເຮັດ ໃຫ້ເດັກ ມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ, ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ສາມາດດຳ ລົງຊີວິດໃນສັງຄົມຢ່າງມີຄຸນນະພາບ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

ມາດຕາ 2. ການອະທິບາຍຄຳສັບ
    ຄຳສັບຕ່າງໆທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
       1. ເດັກ ໝາຍເຖິງ ບຸກຄົນທີ່ມີອາຍຸຕ່ຳກວ່າ ສິບແປດ ປີ;
       2. ເດັກທີ່ຕ້ອງການການປົກປ້ອງພິເສດ ໝາຍເຖິງ ເດັກກຳພ້າ, ກຳພອຍ, ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກປະລະ ຫລື ເດັກທີ່ບໍ່ໄດ້ຮັບການເອົາໃຈໃສ່ ຈາກພໍ່ແມ່ໃນການເບິ່ງແຍງລ້ຽງດູ, ເດັກທີ່ຖືກທຳຮ້າຍຮ່າງກາຍ, ເດັກທີ່ຖືກທາລຸນທາງເພດ, ເດັກທີ່ກາຍເປັນໂສເພນີ, ຕົກເປັນເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກຢູ່ໃນ ສະພາບທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ຊີວິດ, ສຸຂະພາບ ຫລື ຖືກຂູດຮີດແຮງງານ, ເດັກນ້ອຍອົບພະຍົບ, ເດັກທີ່ຕິດຢາເສບຕິດ, ເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫລື ເຊື້ອເອັສ ໄອວີ ແລະ ເດັກທີ່ເປັນຜູ້ຖືກເສັຍຫາຍໃນຂະບວນການດຳເນີນຄະດີ;
       3. ເດັກພິການ ໝາຍເຖິງ ເດັກທີ່ບໍ່ມີຄວາມສົມບູນທາງດ້ານຮ່າງກາຍ,ຈິດໃຈ ຫລື ມັນສະໝອງ ຊຶ່ງສ້າງຄວາມທໍລະມານ ແລະ ສົ່ງຜົນສະທ້ອນ ຕໍ່ການ ເຕີບໃຫຍ່ ແລະ ການພັດທະນາຂອງເດັກ. ການພິການດັ່ງກ່າວ ອາດຈະເກີດຂຶ້ນໃນເວລາເກີດ ຫລື ຫລັງການເກີດ;
       4. ເດັກທີ່ຖືກປະລະ ໝາຍເຖິງ ເດັກທີ່ຂາດການເອົາໃຈໃສ່ເບິ່ງແຍງລ້ຽງດູ, ສຶກສາອົບຮົມ, ສົ່ງເສີມ, ສະໜອງເງື່ອນໄຂທີ່ຈຳເປັນ ໃນການພັດທະນາ ຂອງເດັກ ຈາກພໍ່ແມ່ ຫລື ຜູ້ປົກຄອງ ເຊັ່ນ: ດ້ານສຸຂະພາບ,ໂພຊະນາການທີ່ພຽງພໍ ແລະ ຖືກຫຼັກອະນາໄມ, ດ້ານທີ່ຢູ່ອາ ໄສທີ່ປອດໄພ, ດ້ານການສຶກສາ, ການພັດທະນາທາງດ້ານຈິດໃຈ ບົນພື້ນຖານເງື່ອນໄຂ ທາງດ້ານເສດຖະກິດຂອງຄອບຄົວ;
       5. ເດັກທີ່ຖືກປະຖິ້ມ ໝາຍເຖິງ ເດັກທີ່ຖືກປ່ອຍປະຈາກພໍ່ແມ່ ຫລື ຜູ້ປົກຄອງ ໃນການຄຸ້ມຄອງ ເບິ່ງແຍງ ແລະ ລ້ຽງດູ;
       6. ເດັກກຳພ້າ ໝາຍເຖິງ ເດັກທີ່ພໍ່ ຫລື ແມ່ ໄດ້ເສັຍ ຊີວິດ;
       7. ເດັກກຳພອຍ ໝາຍເຖິງ ເດັກທີ່ ພໍ່ ແລະ ແມ່ ໄດ້ເສັຍຊີວິດທັງໝົດ;
       8. ເດັກທີ່ຖືກທຳຮ້າຍຮ່າງກາຍ ໝາຍເຖິງ ເດັກທີ່ຖືກທຸບຕີ ຫລື ທໍລະມານ ຈາກພໍ່ແມ່, ຜູ້ປົກຄອງ ຫລື ຜູ້ອື່ນໆ;
       9. ເດັກທີ່ຖືກລ່ວງລະເມີດທາງເພດ ໝາຍເຖິງ ເດັກທີ່ຖືກຂົ່ມຂືນທຳຊຳເລົາ, ຖືກທຳຊຳເລົາ ຫລື ຖືກທຳອະນາຈານ;
       10. ເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫລື ເຊື້ອເອັສໄອວີ ໝາຍເຖິງ ເດັກທີ່ເປັນໂຣກເອດ, ຕິດເຊື້ອເອັສໄອວີ, ເດັກທີ່ເປັນກຳພ້າ, ກຳພອຍ ທີ່ເນື່ອງມາຈາກເຊື້ອເອັສໄອວີ/ເອດ ຫລື ເດັກທີ່ໄດ້ອາໄສຢູ່ກັບສະມາຊິກຄອບຄົວທີ່ເປັນໂຣກເອດ ຫລື ຕິດເຊື້ອເອັສໄອວີ;
       11. ເດັກດ້ອຍໂອກາດ ໝາຍເຖິງ ເດັກທີ່ຂາດເງື່ອນໄຂອັນຈຳເປັນ ໃນການຕອບສະໜອງ ຫລື ອຳນວຍຄວາມສະດວກ ແກ່ການພັດທະນາ ຄວາມຮູ້ ຄວາມສາມາດ;
       12. ເດັກກະທຳຜິດ ໝາຍເຖິງ ເດັກທີ່ຖືກດຳເນີນຄະດີອາຍາ: ເປັນຜູ້ຖືກຫາ, ເປັນຈຳເລີຍ ຫລື ຖືກສານຕັດສິນວ່າມີຄວາມຜິດທາງອາຍາ;
       13. ຜູ້ປົກຄອງເດັກ ໝາຍເຖິງ ຜູ້ທີ່ມີຄວາມຮັບຜິດຊອບຕໍ່ເດັກ ຄືກັນກັບພໍ່ແມ່ຂອງເດັກ;
       14. ນັກສັງຄົມສົງເຄາະ ໝາຍເຖິງ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງລັດ ເພື່ອໃຫ້ການຊ່ວຍເຫລືອເດັກທີ່ຕ້ອງການການປົກປ້ອງພິເສດ;
       15. ການທາລຸນເດັກ ໝາຍເຖິງ ການກະທຳ ຫລື ການເມີນເສີຍ ຊຶ່ງເປັນການທຳຮ້າຍ ຮ່າງກາຍ, ທຳລາຍຈິດໃຈຂອງເດັກ, ການລ່ວງລະເມີດທາງເພດ ຕໍ່ເດັກ, ການຍຸຍົງໃຫ້ ເດັກກະທຳຜິດ ຫລື ກະທຳໃນສິ່ງທີ່ມີຜົນສະທ້ອນຕໍ່ຮ່າງກາຍ ຫລື ຈິດໃຈຂອງເດັກ;
       16. ການປົກປ້ອງເດັກ ໝາຍເຖິງ ການເຄື່ອນໄຫວຂອງບຸກຄົນ ຫລື ການຈັດຕັ້ງ ແນໃສ່ ຮັບປະກັນໃຫ້ເດັກມີຊີວິດ ແລະ ເຕີບໃຫຍ່, ໄດ້ຮັບ ການພັດທະນາ ທາງດ້ານຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ໄດ້ຮັບການປົກປ້ອງທາງດ້ານສິດ ແລະ ຜົນປະໂຫຍດ, ສາມາດເຂົ້າ ຮ່ວມການເຄື່ອນໄຫວໃນສັງຄົມຢ່າງມີປະສິດທິພາບ;
       17. ການຊ່ວຍເຫລືອເດັກ ໝາຍເຖິງ ການເຄື່ອນໄຫວຂອງບຸກຄົນ ແລະ ການຈັດຕັ້ງ ເພື່ອກອບກູ້ເອົາເດັກທີ່ຕົກຢູ່ໃນອັນຕະລາຍ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງເດັກ, ນຳສົ່ງເດັກກັບຄືນສູ່ຄອບຄົວ ແລະ ເພື່ອໃຫ້ເດັກປັບຕົວເຂົ້າກັບສັງຄົມ;
       18. ສູນຝຶກອົບຮົມສຳລັບເດັກກະທຳຜິດ ໝາຍເຖິງ ສູນສຳລັບສຶກສາອົບຮົມດ້ານແນວຄິດ ແລະການກະທຳຂອງເດັກ ລວມທັງການຝືກວິຊາຊີບ ເພື່ອໃຫ້ ເດັກກັບເປັນຄົນດີຂອງສັງຄົມ;
       19. ການສືບສວນ-ສອບຖາມ ໝາຍເຖິງ ການສືບສວນ-ສອບສວນໃນຄະດີເດັກກະທຳຜິດ.

ມາດຕາ 3. ສິດຂອງເດັກ
    ເດັກທຸກຄົນ ມີສິດພື້ນຖານດັ່ງນີ້:
       1. ດຳລົງຊີວິດຢ່າງປອດໄພ ແລະ ໄດ້ຮັບການພັດທະນາ ທາງດ້ານຮ່າງກາຍ ແລະ ຈິດໃຈ ຢ່າງເໝາະສົມ; 
       2. ໄດ້ຮັບການຈົດທະບຽນການເກີດ, ການຕັ້ງຊື່ ແລະ ນາມສະກຸນ ແລະ ໄດ້ສັນຊາດ;
       3. ຖືກຮັບຮູ້ ແລະໄດ້ຮັບການເບິ່ງແຍງດູແລ ຈາກພໍ່ແມ່ ແລະບໍ່ຖືກແຍກອອກຈາກພໍ່ແມ່ ເວັ້ນເສັຍແຕ່ ໃນກໍລະນີ ເພື່ອປົກປ້ອງຜົນປະໂຫຍດຂອງເດັກ;
       4. ໄດ້ຮັບການເບິ່ງແຍງດ້ານສຸຂະພາບ, ການປິ່ນປົວ ແລະ ຟື້ນຟູສຸຂະພາບ ໃນເວລາເຈັບເປັນ;
       5. ໄດ້ຮັບການສຶກສາ ເພື່ອໃຫ້ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ພອນສະຫວັນ, ການກໍ່ສ້າງດ້ານວິຊາຊີບ, ສີມືແຮງງານ ແລະ ມີວຽກເຮັດງານທຳ;
       6. ປາກເວົ້າ, ສະແດງຄຳຄິດຄຳເຫັນ, ພົບປະ ແລະ ແລກປ່ຽນບົດຮຽນທີ່ດີ ກັບເດັກດ້ວຍກັນ, ເຂົ້າຮ່ວມກິດຈະກຳທາງສັງຄົມ, ສິນລະປະ, ວັນນະຄະດີ, ກິລາກາຍະກຳ ແລະ ການພັກຜ່ອນທີ່ເໝາະສົມກັບໄວອາຍຸຂອງເດັກ;
       7. ໄດ້ຮັບ ແລະຮູ້ຂໍ້ມູນຂ່າວສານ ຊຶ່ງມີເນື້ອໃນທີ່ເໝາະ ສົມກັບໄວອາຍຸ ແລະລະດັບການ ພັດທະນາຂອງເດັກ ພ້ອມທັງໄດ້ຮັບການປົກປ້ອງຈາກຂໍ້ມູນຂ່າວສານ ທີ່ເປັນອັນຕະລາຍ ຕໍ່ເດັກ; 
       8. ໄດ້ຮັບການປົກປ້ອງຈາກທຸກຮູບການທາລຸນ ທາງດ້ານ ຮ່າງກາຍ ແລະ ຈິດໃຈຕໍ່ເດັກ;
       9. ໄດ້ຮັບການປົກປ້ອງພິເສດ ໃນຂະບວນການຍຸຕິທຳ;
       10.ໄດ້ຮັບສິດອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 4. ຜົນປະໂຫຍດສູງສຸດຂອງເດັກ
    ໃນການຕົກລົງທຸກໆບັນຫາທີ່ພົວພັນກັບເດັກ ເປັນຕົ້ນ ບັນຫາ ການເບິ່ງແຍງ ລ້ຽງດູເດັກ, ການແຕ່ງຕັ້ງຜູ້ປົກຄອງເດັກ, ການເອົາເດັກເປັນລູກລ້ຽງ, ການສຶກສາ, ການປິ່ນປົວເດັກ ແລະ ການດຳ ເນີນຄະດີອາຍາສຳລັບເດັກ ຕ້ອງຖືຜົນປະໂຫຍດສູງສຸດຂອງເດັກເປັນປັດໃຈສຳຄັນ.

ມາດຕາ 5. ຄວາມຮັບຜິດຊອບຂອງເດັກ
    ເດັກທຸກຄົນ ມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້ :
       1. ເຄົາລົບນັບຖື ພໍ່ແມ່, ຜູ້ປົກຄອງ, ສະມາຊິກພາຍ ໃນຄອບຄົວ, ຄູ, ອາຈານ, ທ່ານຜູ້ນຳ, ຜູ້ອາຍຸສູງ, ເຄົາລົບສິດຂອງຄົນອື່ນ;
       2. ຊ່ວຍເຫລືອພໍ່ແມ່, ຄອບຄົວ, ໝູ່ເພື່ອນ, ຜູ້ອາຍຸສູງ ແລະ ຄົນພິການ ຕາມຄວາມສາມາດ;
       3. ດຸໝັ່ນຮ່ຳຮຽນ ຢ່າງໜ້ອຍໃຫ້ຮຽນຈົບຊັ້ນປະຖົມ, ເຄົາລົບ ແລະ ປະຕິບັດກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ;
       4. ຮັກສາສຸຂະພາບ, ອະນາໄມ, ສິ່ງສາທາລະນະປະໂຫຍດ ແລະ ສິ່ງແວດລ້ອມ;
       5. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ;
       6. ສັດຊື່ບໍລິສຸດ, ຮັກບ້ານເກີດເມືອງນອນ, ຮັກປະເທດ ຊາດ, ຮັກຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ນັບຖືວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ;
       7. ປະກອບສ່ວນເຂົ້າໃນກິດຈະກຳທາງສັງຄົມ ບົນພື້ນ ຖານຄວາມສາມາດຂອງຕົນ.

ມາດຕາ 6. ການບໍ່ຈຳແນກເດັກ
    ເດັກທຸກຄົນ ມີຄວາມສະເໝີພາບໃນທຸກດ້ານ ໂດຍບໍ່ຈຳແນກ ເພດ, ເຊື້ອຊາດ, ຊົນເຜົ່າ, ພາສາ, ຄວາມເຊື່ອຖື, ສາສະໜາ, ສະພາບທາງດ້ານຮ່າງກາຍ, ຖານະທາງດ້ານເສດຖະກິດ ແລະ ສັງຄົມ ຂອງຄອບຄົວ.

ມາດຕາ 7. ການມີສ່ວນຮ່ວມຂອງເດັກ
    ລັດ, ສັງຄົມ ແລະ ຄອບຄົວ ຕ້ອງສ້າງເງື່ອນໄຂໃຫ້ເດັກ ມີສ່ວນຮ່ວມ ໃນກິດ ຈະກຳຕ່າງໆ, ອອກຄຳຄິດຄຳເຫັນຕໍ່ບັນຫາທີ່ພົວພັນກັບເດັກ. ຄຳເຫັນເຫຼົ່ານັ້ນ ຕ້ອງໄດ້ຮັບພິຈາລະນາ ຊັ່ງຊາ ບົນພື້ນຖານ ອາຍຸ ແລະ ຄວາມສາມາດຂອງເດັກ ໃນການຈຳແນກຄວາມຖືກຜິດ.

ມາດຕາ 8. ຄວາມຮັບຜິດຊອບຂອງລັດ
    ລັດ ເຫັນຄວາມສຳຄັນຂອງເດັກຕໍ່ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ລັດ ມີຄວາມຮັບຜິດຊອບວາງນະໂຍບາຍ ກ່ຽວກັບວຽກງານສຶກສາອົບຮົມ ແລະກໍ່ສ້າງເດັກ ໃຫ້ເດັກມີນ້ຳ ໃຈຮັກຊາດ, ບ້ານເກີດເມືອງນອນ, ສ້າງ ແລະ ຂະຫຍາຍໂຮງຮຽນສາມັນ, ໂຮງຮຽນວິຊາຊີບ, ສະຖານທີ່ເບິ່ງແຍງປິ່ນ ປົວໃຫ້ພຽງພໍ, ສົ່ງເສີມໃຫ້ເດັກໄດ້ມີສ່ວນຮ່ວມ ໃນການເຄື່ອນໄຫວທາງສັງຄົມ, ສ້າງ ແລະ ປັບປຸງ ມາດຕະການ ໃນການ ປົກປ້ອງເດັກ ຈາກການຂູດຮີດ, ການປະລະ, ການທາລຸນ ແລະ ອື່ນໆ.

ມາດຕາ 9. ຄວາມຮັບຜິດຊອບຂອງສັງຄົມ
    ສັງຄົມ ມີຄວາມຮັບຜິດຊອບປະກອບສ່ວນສ້າງ ແລະພັດທະນາເດັກ ທາງດ້ານ ຮ່າງກາຍ, ສະຕິປັນຍາ ເປັນຕົ້ນ ແມ່ນເຂົ້າຮ່ວມໃນການສ້າງສະຖານທີ່ປິ່ນປົວສຸຂະພາບ, ສຶກສາຮ່ຳຮຽນ, ເຄື່ອນໄຫວສິນ ລະປະວັນນະຄະດີ, ກິລາກາຍະກຳ ແລະ ປົກປ້ອງເດັກ ຈາກສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ.

ມາດຕາ 10. ຄວາມຮັບຜິດຊອບຂອງພໍ່ແມ່, ຜູ້ປົກຄອງເດັກ
    ພໍ່ແມ່, ຜູ້ປົກຄອງເດັກ ມີຄວາມຮັບຜິດຊອບດັ່ງນີ້:
       1. ເບິ່ງແຍງລ້ຽງດູເດັກໃຫ້ເຕີບໃຫຍ່, ເອົາໃຈໃສ່ຮັກສາ ຄວາມປອດໄພຂອງເດັກ, ຊຸກຍູ້ ແລະ ສົ່ງເສີມການພັດທະນາເດັກ ຢ່າງຮອບດ້ານ, ປົກປ້ອງເດັກຈາກໄພອັນຕະລາຍເຊັ່ນ: ການໃຊ້ຄວາມຮຸນແຮງ , ການສວຍໃຊ້, ການກົດຂີ່ຂູດຮີດທຸກຮູບແບບ;
       2. ຮັບປະກັນໃຫ້ເດັກ ໄດ້ຮັບການຮັກສາສຸຂະພາບ ຂັ້ນພື້ນຖານ;
       3. ຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂ ແລະ ອຳນວຍຄວາມ ສະດວກ ໃຫ້ເດັກໄດ້ເຂົ້າໂຮງຮຽນ ຢ່າງໜ້ອຍໃຫ້ຈົບຊັ້ນປະຖົມ;
       4. ສຶກສາອົບຮົມເດັກ ໃຫ້ເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ເປັນຜູ້ສືບທອດພາລະກິດ ຂອງປະເທດຊາດ;
       5. ເປັນຜູ້ຕາງຫນ້າຢ່າງຖືກຕ້ອງ ຕາມກົດໝາຍຂອງ ເດັກ, ປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ຢູ່ສານ ແລະ ສະຖານທີ່ອື່ນໆ;
       6. ປະພຶດຕົນເປັນແບບຢ່າງທີ່ດີໃຫ້ແກ່ເດັກ;
       7. ມີຄວາມຮັບຜິດຊອບອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ.

ມາດຕາ 11. ກອງທຶນ
    ເພື່່ອຮັບປະກັນການພັດທະນາ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກ ລັດເຫັນຄວາມຈຳເປັນຕ້ອງສ້າງກອງທຶນຂຶ້ນ. ແຫລ່ງຂອງກອງທຶນໄດ້ມາຈາກ :
       - ງົບປະມານຂອງລັດ;
       - ການປະກອບສ່ວນຂອງບຸກຄົນ ແລະ ການຈັດຕັ້ງພາຍ ໃນປະເທດ;
       - ການຊ່ວຍເຫລືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນ;
       - ແຫລ່ງອື່ນໆ.
    ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທຶນ ໄດ້ກຳນົດໄວ້ໃນລະບຽບການ ສະເພາະ.

ມາດຕາ 12. ການພົວພັນຮ່ວມມືສາກົນ
    ລັດສົ່ງເສີມການພົວພັນຮ່ວມມືສາກົນກ່ຽວກັບ ການປົກປ້ອງສິດ ແລະຜົນປະ ໂຫຍດຂອງເດັກ ດ້ວຍການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ການກໍ່ສ້າງ ແລະ ບຳລຸງພະນັກງານ, ການຍາດແຍ່ງ ການຊ່ວຍເຫຼືອ ແລະອື່ນໆ.

ພາກທີ II
ການຮັກສາສຸຂະພາບ, ທະບຽນຄອບຄົວ ແລະ ການເບິ່ງແຍງລ້ຽງດູເດັກ

ໝວດທີ 1
ການຮັກສາສຸຂະພາບເດັກ

ມາດຕາ 13. ການສະໜອງຂໍ້ມູນຂ່າວສານດ້ານສຸຂະພາບ
    ເດັກທຸກຄົນ ມີສິດຮຽນຮູ້ ແລະໄດ້ຮັບຂໍ້ມູນຂ່າວສານດ້ານສຸຂະພາບທີ່ຖືກຕ້ອງ ແລະພຽງພໍ ຈາກ ວິທະຍຸ, ໂທລະພາບ ແລະ ສື່ມວນຊົນອື່ນໆ.
    ຂະແໜງການສາທາລະນະສຸກ, ສຶກສາ, ຖະແຫລງຂ່າວ-ວັດທະນະທຳ, ສື່ມວນຊົນ ແລະການຈັດຕັ້ງຕ່າງໆໃນສັງຄົມ ທັງພາກລັດ ແລະເອກະຊົນ ມີຄວາມຮັບຜິດຊອບ ຫລື ປະກອບສ່ວນ ໃນການ ສະໜອງຂໍ້ມູນຂ່າວສານ ດ້ານສຸຂະພາບໃຫ້ແກ່ເດັກ ຢ່າງເປັນປົກກະຕິ .

ມາດຕາ 14. ການຮັກສາສຸຂະພາບ ແລະ ການໂພຊະນາການສຳລັບແມ່ຍິງຖືພາ
    ລັດ ເອົາໃຈໃສ່ໃຫ້ແມ່ຍິງຖືພາໄດ້ຮັບການບໍລິການ ທາງດ້ານສຸຂະພາບໃນເວລາຖືພາ ແລະຫລັງອອກລູກແລ້ວ ຕາມລະບຽບການ ເປັນຕົ້ນ ການກວດກາ, ການຕິດຕາມ ເບິ່ງຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນຕໍ່ແມ່ຍິງຖືພາ ແລະໃຫ້ການຊ່ວຍເຫລືອໃນການອອກລູກ .
    ບຸກຄົນ ແລະອົງການຈັດຕັ້ງ ປະກອບສ່ວນໃຫ້ຂໍ້ມູນຂ່າວສານ ແກ່ແມ່ຍິງ ທີ່ພວມຖືພາ ຮູ້, ເຂົ້າໃຈ ກ່ຽວກັບການໂພຊະນາການ ເປັນຕົ້ນ ການກິນອາຫານທີ່ມີຄຸນປະໂຫຍດ ແລະບໍ່ເປັນອັນຕະລາຍ ຕໍ່ສຸຂະພາບ ເພື່ອໃຫ້ເດັກເກີດມາມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະມັນສະໝອງ.

ມາດຕາ 15. ການຮັກສາສຸຂະພາບເດັກຂັ້ນພື້ນຖານ
    ລັດ ສ້າງເງື່ອນໄຂ ເພື່ອຮັບປະກັນໃຫ້ເດັກໄດ້ຮັບການຮັກສາສຸຂະພາບດັ່ງນີ້:
       1. ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຕັ້ງແຕ່ຢູ່ໃນ ທ້ອງແມ່ ເປັນຕົ້ນມາ;
       2. ໄດ້ຮັບການສັກ-ຢອດຢາກັນພະຍາດ ຕາມອາຍຸຂອງ ເດັກຢ່າງຄົບຖ້ວນ;
       3. ໄດ້ຮັບການຕອບສະໜອງດ້ານໂພຊະນາການຢ່າງພຽງພໍ ແລະປອດໄພ, ດື່ມນ້ຳສະອາດ, ດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ດີ, ປອດໄພຈາກມົນລະພາວະ ທີ່ເປັນອັນຕະລາຍ ຮ້າຍແຮງຕໍ່ສຸຂະພາບຂອງເດັກ;
       4. ໄດ້ຮັບການສະໜອງຂໍ້ມູນຂ່າວສານ ແລະ ການສຶກສາ ທາງດ້ານການຮັກສາສຸຂະພາບ ທີ່ສອດຄ່ອງກັບລະດັບໄວອາຍຸ ແລະ ຄວາມເຂົ້າໃຈຂອງເດັກ;
       5. ສາມາດໃຊ້ການບໍລິການປິ່ນປົວ ແລະ ການຟື້ນຟູ ສຸຂະພາບ;
       6. ໄດ້ຮັບການກວດກາ ແລະ ຕິດຕາມສຸຂະພາບ ຢ່າງເປັນປົກກະຕິ.

ມາດຕາ 16. ການຕິດຕາມ ແລະ ການປິ່ນປົວສຸຂະພາບຂອງເດັກ
    ເດັກພາຍຫຼັງເກີດ ມີສິດໄດ້ຮັບການກວດກາສຸຂະພາບ ແລະຕິດຕາມ ການຈະເລີນເຕີບໂຕ ຢ່າງເປັນປົກກະຕິ.
    ເດັກອາຍຸ ສິບຫ້າ ປີ ຫາ ຕ່ຳກວ່າ ສິບແປດ ປີ ມີສິດຕັດສິນໃຈ ໃນການ ເລືອກວິທີ ຫລື ສະຖານທີ່ ປິ່ນປົວທີ່ເໝາະສົມ ເວັ້ນເສັຍແຕ່ເດັກນັ້ນ ຫາກຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ ຫລື ບໍ່ມີສະຕິ ສົມບູນ.
    ເດັກພິການ, ເດັກທີ່ຖືກປະຖິ້ມ, ເດັກຄອບຄົວທຸກຍາກ ໃນເວລາເຈັບເປັນ ຕ້ອງໄດ້ຮັບການກວດ ແລະ ປິ່ນປົວ ໃນສະຖານທີ່ບໍລິການປິ່ນປົວແຫ່ງຕ່າງໆ ໂດຍກອງທຶນສົງເຄາະຂອງລັດ ເປັນຜູ້ເສັຍໃຫ້.

ມາດຕາ 17. ການຮັກສາເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫຼື ເຊື້ອເອສໄອວີ
    ລັດ ແລະສັງຄົມ ຕ້ອງສ້າງເງື່ອນໄຂໃຫ້ເດັກ ທີ່ໄດ້ຮັບຜົນກະທົບ ຈາກໂຣກເອດ ຫລື ເຊື້ອເອສໄອວີ ໄດ້ເຂົ້າເຖິງການບໍລິການ ທາງດ້ານການຮັກສາສຸຂະພາບ, ການສຶກສາ, ການດຳລົງຊີວິດຮ່ວມກັບຄອບ ຄົວ ແລະ ປົກປ້ອງເດັກ ຈາກການຈຳແນກທຸກຮູບແບບ ຈາກຊຸມຊົນ ແລະ ສັງຄົມ.
    ລັດ ສ້າງເງື່ອນໄຂໃຫ້ເດັກ ທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫຼື ເຊື້ອເອສໄອວີ ໄດ້ຮັບນະໂຍບາຍ ກ່ຽວກັບການປ້ອງກັນ ແລະ ການຮັກສາສຸຂະພາບດັ່ງນີ້ :
       1. ຕ້ອງມີມາດຕະການປ້ອງກັນການຕິດເຊື້ອ ເອສໄອວີ/ເອດ ເປັນຕົ້ນຈາກແມ່ສູ່ລູກ;
       2. ໃຫ້ຄຳປຶກສາຕໍ່ເດັກທີ່ເປັນໂຣກເອດ ຫຼື ຕິດເຊື້ອເອສ ໄອວີ. ບໍ່ໃຫ້ບັງຄັບເດັກໄປກວດ ເພື່ອຊອກຫາເຊື້ອເອສໄອວີ/ເອດ ແລະສະພາບການຕິດເຊື້ອພະຍາດຂອງເດັກ ຕ້ອງຮັກສາ ເປັນຄວາມລັບ;
       3. ໃຫ້ການຊ່ວຍເຫລືອໃນການປິ່ນປົວ ແລະ ການຮັກສາ ສຸຂະພາບເດັກທີ່ຕິດໂຣກເອດ ຫຼື ເຊື້ອ ເອສໄອວີ ລວມທັງການໃຫ້ຢາຕ້ານເຊື້ອ ແລະ ຢາປິ່ນປົວຕ່າງໆ;
       4. ຊຸກຍູ້ສັງຄົມ ແລະ ຊຸມຊົນ ໃຫ້ການຊ່ວຍເຫລືອ ແກ່ເດັກ ທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫຼື ຕິດເຊື້ອເອສໄອວີ.

ມາດຕາ 18. ຄວາມຮັບຜິດຊອບຂອງລັດໃນການປົກປ້ອງເດັກຈາກອຸປະຕິເຫດ
    ລັດ ມີຄວາມຮັບຜິດຊອບວາງລະບຽບການ, ມາດຕະການ, ຊຸກຍູ້ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ເພື່ອປົກປ້ອງເດັກຈາກອຸປະຕິເຫດຕ່າງໆ ທີ່ນຳຜົນເສັຍຫາຍຕໍ່ຊີວິດ ຫລື ສຸຂະພາບ ຂອງເດັກ ເປັນຕົ້ນ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງການຈະລາຈອນບົນທ້ອງຖະໜົນ ແລະ ໃນສະຖານ ທີ່ລ້ຽງເດັກ.

ໝວດທີ 2
ທະບຽນຄອບຄົວຂອງເດັກ

ມາດຕາ 19. ການຈົດທະບຽນການເກີດຂອງເດັກ
    ເດັກທີ່ເກີດຢູ່ໂຮງໝໍ ຕ້ອງໄດ້ຮັບການຢັ້ງຢືນຈາກໂຮງໝໍນັ້ນ ແລ້ວໃຫ້ພໍ່ ຫລື ແມ່ ນຳເອກະສານດັ່ງກ່າວ ໄປແຈ້ງຕໍ່ນາຍບ້ານບ່ອນທີ່ຕົນຢູ່ ຫລື ບ່ອນທີ່ຕົນໄດ້ຈົດທະບຽນສຳມະໂນຄົວ ເພື່ອຈົດທະບຽນ ການເກີດຂອງເດັກ.
    ເດັກທີ່ບໍ່ເກີດຢູ່ໂຮງໝໍ ໃຫ້ພໍ່ແມ່ໄປແຈ້ງຕໍ່ນາຍບ້ານບ່ອນທີ່ຕົນຢູ່ ຫລື ບ່ອນທີ່ ຕົນໄດ້ຈົດທະບຽນສຳມະໂນຄົວ ເພື່ອຈົດທະບຽນການເກີດຂອງເດັກ.
    ໃນກໍລະນີທີ່ເດັກເກີດຢູ່ຕ່າງປະເທດ ໃຫ້ພໍ່ ຫລື ແມ່ ໄປແຈ້ງຕໍ່ສະຖານທູດ ແຫ່ງ ສປປ ລາວ ຫລື ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳປະເທດນັ້ນ ເພື່ອຈົດທະບຽນການເກີດຂອງເດັກ.
    ການຈົດທະບຽນການເກີດຂອງເດັກ ໃຫ້ດຳເນີນພາຍໃນກຳນົດ ສາມສິບ ວັນ ນັບແຕ່ວັນເດັກເກີດເປັນຕົ້ນໄປ.
    ນອກຈາກນີ້ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທະບຽນຄອບຄົວ.

ມາດຕາ 20. ຊື່ ແລະ ນາມສະກຸນຂອງເດັກ
    ເດັກທຸກຄົນ ມີສິດໄດ້ຮັບການຕັ້ງຊື່ ແລະ ນາມສະກຸນ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 31 ຂອງກົດໝາຍຄອບຄົວ.

ມາດຕາ 21. ສັນຊາດຂອງເດັກ
    ສັນຊາດຂອງເດັກ ແມ່ນໃຫ້ກຳນົດຕາມສັນຊາດຂອງພໍ່ແມ່ ຖ້າວ່າ ພໍ່ແມ່ ຫາກມີສັນຊາດດຽວກັນ.
    ໃນກໍລະນີທີ່ພໍ່ແມ່ ຫາກມີສັນຊາດຕ່າງກັນ ເດັກອາດຈະເອົາສັນຊາດຂອງພໍ່ ຫລື ແມ່ ກໍໄດ້ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສັນຊາດລາວ.

ໝວດທີ 3
ການເບິ່ງແຍງລ້ຽງດູເດັກ

ມາດຕາ 22. ການໃຫ້ຄວາມອົບອຸ່ນແກ່ເດັກ
     ພໍ່ແມ່, ຜູ້ປົກຄອງ, ສະມາຊິກອື່ນໃນຄອບຄົວ, ຍາດພີ່ນ້ອງ, ສັງຄົມ ແລະ ອົງການຈັດຕັ້ງທີ່ກ່ຽວ ຂ້ອງ ຕ້ອງໃຫ້ຄວາມອົບອຸ່ນແກ່ເດັກ ດ້ວຍຄວາມໃກ້ຊິດ, ຮັກແພງ, ໃຫ້ຄຳປຶກສາຫາລື, ສຶກສາອົບ ຮົມ, ຊ່ວຍເຫຼືອ ແລະ ອື່ນໆ ເພື່ອພັດທະນາທາງດ້ານຮ່າງກາຍ, ຈິດໃຈ ແລະມັນສະໝອງຂອງເດັກ.
     ພໍ່ ແລະແມ່ທີ່ຢ່າຮ້າງກັນ ຕ້ອງຮັກສາສາຍສຳພັນກັບລູກ ໂດຍສະເພາະ ເດັກທີ່ຍັງບໍ່ທັນບັນລຸນິຕິພາວະ.

ມາດຕາ 23. ຜູ້ປົກຄອງເດັກ
     ເດັກທີ່ຂາດພໍ່ແມ່ ມີສິດໄດ້ຮັບການເບິ່ງແຍງລ້ຽງດູຈາກຜູ້ປົກຄອງທີ່ຖືກແຕ່ງຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 43 ຫາ 46 ຂອງກົດໝາຍ ຄອບຄົວ.

ມາດຕາ  24. ພັນທະຂອງພໍ່ແມ່ ຫລື ຜູ້ປົກຄອງໃນການເບິ່ງແຍງລ້ຽງດູ
    ພໍ່ ແລະແມ່ ມີພັນທະຮ່ວມກັນໃນການເບິ່ງແຍງລ້ຽງດູລູກ ໂດຍບໍ່ຂຶ້ນກັບສະ ພາບການເປັນຜົວເມັຍກັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 35 ຂອງກົດໝາຍຄອບຄົວ.
     ພໍ່ແມ່ ຫລື ຜູ້ປົກຄອງເດັກ ຕ້ອງມີພັນທະ ສ້າງ ແລະ ສະໜອງເງື່ອນໄຂ ທີ່ດີໃຫ້ແກ່ເດັກ ເພື່ອໃຫ້ເດັກມີສຸຂະພາບແຂງແຮງ, ມີການພັດທະນາ ແລະມີອະນາຄົດທີ່ດີ. ຖ້າວ່າ ພໍ່ແມ່ ຫລື ຜູ້ປົກຄອງ ປະສົບບັນຫາໃນການລ້ຽງດູເດັກ ແລະບໍ່ສາມາດແກ້ໄຂບັນຫາດ້ວຍຕົນເອງໄດ້ ກໍສາມາດຂໍຄຳປຶກສາ ແລະ ການຊ່ວຍເຫລືອ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 25. ຄວາມຮັບຜິດຊອບຂອງລັດໃນການລ້ຽງດູເດັກ
    ລັດ ຮັບຜິດຊອບເບິ່ງແຍງລ້ຽງດູເດັກ ຊຶ່ງບໍ່ມີພໍ່ແມ່ ຫລື ຜູ້ປົກຄອງລ້ຽງດູ ຫລື ພໍ່ແມ່ປະຖີ້ມ ດ້ວຍການສ້າງ ແລະ ຂະຫຍາຍສູນເດັກກຳພ້າ, ໂຮງຮຽນກິນນອນ ແລະ ອື່ນໆ.

ພາກທີ III
ການພັດທະນາເດັກ

ໝວດທີ 1
ການສຶກສາສຳລັບເດັກ

ມາດຕາ 26. ການສົ່ງເສີມການສຶກສາໃຫ້ແກ່ເດັກ
     ລັດ ມີນະໂຍບາຍສົ່ງເສີມ ແລະສ້າງເງື່ອນໄຂໃຫ້ເດັກໄດ້ຮັບການສຶກສາ ດ້ວຍການຂະຫຍາຍໂຮງຮຽນສາມັນສຶກສາ, ອາຊີວະສຶກສາ, ວິຊາຊີບ, ສູນຝຶກສີມືແຮງງານທາງພາກລັດ ແລະເອກະຊົນ, ສະ ໜອງຄູ, ປຶ້ມຕຳລາຮຽນ, ອຸປະກອນການຮຽນ, ການສອນ ໃຫ້ນັບມື້ນັບພຽງພໍ ເພື່ອພັດທະນາເດັກໃຫ້ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ພອນສະຫວັນ ແນໃສ່ໃຫ້ເດັກເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະພັດທະນາປະເທດ ຊາດຢ່າງມີປະສິດທິພາບ.
    ພໍ່ແມ່, ຜູ້ປົກຄອງເດັກ ແລະການຈັດຕັ້ງສັງຄົມ ມີພັນທະສົ່ງເສີມ ແລະສ້າງ ເງື່ອນໄຂໃຫ້ເດັກໄດ້ເຂົ້າໂຮງຮຽນ ແລະ ແກ້ໄຂອຸປະສັກຂັດຂວາງເດັກໃນການໄດ້ຮັບການສຶກສາ.

ມາດຕາ 27. ໂຮງຮຽນເພື່ອນເດັກ
    ລັດ ມີນະໂຍບາຍ ສ້າງໂຮງຮຽນເພື່ອນເດັກ ຊຶ່ງເປັນທີ່ນິຍົມ ແລະດູດດຶງເດັກ ໃຫ້ມັກການຮ່ຳຮຽນ. ໂຮງຮຽນເພື່ອນເດັກ ເປັນບ່ອນສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຮ່ຳຮຽນ, ການສຶກສາຄົ້ນຄວ້າ ສຳລັບເດັກ, ໄດ້ຮັບການເອົາໃຈໃສ່, ປຶກສາຫາລື, ຊ່ວຍເຫຼືອຈາກຄູ, ມີຄວາມຮັກແພງສາມັກຄີລະຫວ່າງນັກຮຽນດ້ວຍກັນ, ປົກປ້ອງເດັກ ຈາກການໃຊ້ຄວາມຮຸນແຮງ, ການລົງໂທດທາງຮ່າງກາຍ ຫລື ໃຊ້ຄຳເວົ້າ ຫລື ການກະທຳທີ່ບໍ່ເໝາະສົມ ຊຶ່ງເປັນການແຕະຕ້ອງເຖິງກຽດສັກສີຂອງເດັກ, ປາສະຈາກການຈຳແນກ ຫລື ການລຳອຽງ ແລະການເຮັດວຽກ ຫລື ອອກແຮງງານເກີນຂອບເຂດ.

ມາດຕາ 28. ການສົ່ງເສີມເດັກທີ່ມີພອນສະຫວັນ
    ລັດ, ສັງຄົມ ແລະຄອບຄົວ ຕ້ອງສົ່ງເສີມເດັກທີ່ມີພອນສະຫວັນ ດ້ວຍການ ສ້າງເງື່ອນໄຂອັນສະດວກໃຫ້ເດັກໄດ້ໃຊ້ຄວາມສາມາດ ທາງດ້ານພອນສະຫວັນຂອງຕົນຢ່າງເຕັມສ່ວນ ໄປຄຽງຄູ່ກັບການສຶກສາ ທົ່ວໄປ.

ມາດຕາ 29. ການສຶກສາສຳລັບເດັກທີ່ດ້ອຍໂອກາດ
    ລັດ ມີນະໂຍບາຍກ່ຽວກັບການຮຽນ ໂດຍບໍ່ເສັຍຄ່າ, ສະໜອງການຊ່ວຍ ເຫລືອທາງດ້ານວັດຖຸທີ່ຈຳເປັນ ແລະຍົກເວັ້ນຄ່າທຳນຽມຕ່າງໆໃຫ້ແກ່ເດັກທີ່ດ້ອຍໂອກາດ, ເດັກທີ່ຢູ່ເຂດຫ່າງໄກສອກຫລີກ ແລະເດັກທີ່ມາຈາກຄອບຄົວທຸກຍາກ. ການສຶກສາສຳລັບເດັກດັ່ງກ່າວຢ່າງໜ້ອຍ ໃຫ້ໄດ້ຮຽນຈົບຊັ້ນປະຖົມ ແລະ ຝຶກອົບຮົມ ວິຊາຊີບ.

ມາດຕາ 30. ການສຶກສາສຳລັບເດັກພິການ
    ເດັກພິການ ມີສິດໄດ້ຮັບການສຶກສາ ແລະການຝຶກອົບຮົມວິຊາຊີບ ໂດຍປາສະ ຈາກການຈຳແນກ ໂດຍຜ່ານນະໂຍບາຍການສຶກສາ ສຳລັບໝົດທຸກຄົນ.
    ລັດ ສົ່ງເສີມ ແລະສ້າງເງື່ອນໄຂໃຫ້ເດັກພິການໄດ້ຮັບການສຶກສາ ແລະ ຊຸກຍູ້ ໃຫ້ພາກເອກະຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະຕ່າງປະເທດ ຊ່ວຍເຫຼືອການສຶກສາ ສຳລັບເດັກພິການ.

ມາດຕາ 31. ການສຶກສາສຳລັບເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫຼື ເຊື້ອເອສໄອວີ
    ລັດ ສ້າງເງື່ອນໄຂສຳລັບເດັກທີ່ໄດ້ຮັບຜົນກະທົບຈາກ ໂຣກເອດ ຫຼື ເຊື້ອເອສ ໄອວີ ໃຫ້ໄດ້ຮັບການສຶກສາ ແລະ ເຂົ້າຮ່ວມກິດຈະກຳຕ່າງໆໃນໂຮງຮຽນ ໂດຍບໍ່ມີການຈຳແນກ.
    ຫ້າມເປີດເຜີຍການເປັນໂຣກເອດ ຫລື ການຕິດເຊື້ອເອສໄອວີຂອງເດັກ.

ໝວດທີ 2
ການມີສ່ວນຮ່ວມຂອງເດັກ

ມາດຕາ 32. ການມີສ່ວນຮ່ວມຂອງເດັກໃນກິດຈະກຳຕ່າງໆ
    ເດັກທຸກຄົນ ມີສິດເຂົ້າຮ່ວມໃນກິດຈະກຳຕ່າງໆ ທີ່ເປັນການພັດທະນາ ທາງ ຮ່າງກາຍ, ຈິດໃຈ ແລະ ມັນສະໝອງ ເຊັ່ນ: ກິດຈະກຳທາງດ້ານການສຶກສາ, ວັດທະນະທຳ-ສັງຄົມ, ສິນລະປະວັນນະຄະ ດີ, ກິລາກາຍະກຳ ແລະການມ່ວນຊື່ນຂອງເດັກ ຢູ່ໃນຊຸມຊົນ.
    ໂຮງຮຽນ, ອົງການປົກຄອງທ້ອງຖິ່ນ ມີຄວາມຮັບຜິດຊອບໃນການວາງແຜນ ແລະຈັດສະຖານທີ່ ສຳລັບກິດຈະກຳ ທີ່ກຳນົດໄວ້ໃນວັກເທິງນີ້.

ມາດຕາ 33. ການມີສ່ວນຮ່ວມຂອງເດັກໃນການປະດິດສ້າງ
    ລັດ ມີນະໂຍບາຍສົ່ງເສີມເດັກທຸກຄົນ ໃຫ້ມີການປະດິດສ້າງ ດ້ວຍການສະແດງ ຜົນງານການປະດິດສ້າງສິ່ງຕ່າງໆຂອງຕົນ ທີ່ເປັນປະໂຫຍດ ແລະເປັນແບບຢ່າງອັນດີໃຫ້ແກ່ເດັກຜູ້ອື່ນ, ສະເໜີຄຳຄິດຄຳ ເຫັນ ແລະ ມີສ່ວນຮ່ວມໃນສັງຄົມ ໃນການສະແດງຄວາມສາມາດຂອງຕົນອອກດ້ວຍຮູບການຕ່າງໆ.

ມາດຕາ 34. ການມີສ່ວນຮ່ວມຂອງເດັກໃນການຕົກລົງບັນຫາ
    ເດັກທຸກຄົນ ມີສິດຄົ້ນຄວ້າປະກອບຄຳເຫັນໃນການຕົກລົງບັນຫາຕ່າງໆ ທີ່ຍົກຂຶ້ນມາພິຈາລະນາ ເປັນຕົ້ນ ບັນຫາທີ່ພົວພັນກັບອະນາຄົດ ແລະຊາຕາກຳຂອງຕົນ. ບຸກຄົນ ແລະການຈັດຕັ້ງ ທີ່ກ່ຽວ ຂ້ອງ ຕ້ອງອຳນວຍຄວາມສະດວກ ໃຫ້ແກ່ການປະກອບຄຳເຫັນ ແລະພິຈາລະນາຄຳເຫັນດັ່ງກ່າວ ບົນພື້ນຖານ ການຊັ່ງຊາ ຕາມອາຍຸ ແລະ ຄວາມສາມາດຂອງເດັກໃນການຈຳແນກຄວາມຖືກຜິດ.

ພາກທີ IV
ການປົກປ້ອງ ແລະ ຊ່ວຍເຫລືອເດັກ

ໝວດທີ 1
ຄວາມຮັບຜິດຊອບຂອງລັດ ໃນການປົກປ້ອງ ແລະ ຊ່ວຍເຫລືອເດັກ

ມາດຕາ 35. ນະໂຍບາຍ ກ່ຽວກັບການປົກປ້ອງ ແລະ ຊ່ວຍເຫລືອເດັກ
    ລັດ ມີນະໂຍບາຍສະກັດກັ້ນ ແລະຕ້ານການທາລຸນ, ການຂູດຮີດເດັກ ດ້ວຍການອອກມາດຕະການປົກປ້ອງ ແລະຊ່ວຍເຫລືອເດັກ ທີ່ມີຄວາມສ່ຽງຕໍ່ການທາລຸນ ຫລື ການຂູດຮີດ ໂດຍມອບໃຫ້ ກະຊວງ ແຮງງານ ແລະສະຫວັດດີການສັງຄົມ ເປັນເຈົ້າການ ໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເຊັ່ນ: ສາທາລະນະສຸກ, ສຶກສາ, ຍຸຕິທຳ, ການຕ່າງປະເທດ, ປ້ອງກັນຄວາມສະຫງົບ, ອົງການໄອຍະ ການປະຊາຊົນ, ອົງການ ຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ.
    ກະຊວງແຮງງານ ແລະສະຫວັດດີການສັງຄົມ ວາງລະບຽບການ ແລະອອກຄຳ ແນະນຳ ກ່ຽວກັບ ການປົກປ້ອງ ແລະຊ່ວຍເຫລືອເດັກ, ສ້າງຕັ້ງຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ ເພື່ອຈັດ ຕັ້ງປະຕິບັດ ລວມທັງຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດດັ່ງກ່າວ.

ມາດຕາ 36. ສິດ ແລະ ໜ້າທີ່ ຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ
    ຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຮັບລາຍງານ, ຊອກຮູ້ ແລະນຳໃຊ້ມາດຕະການອັນ ຮີບດ່ວນ ເພື່ອປົກປ້ອງ ແລະຊ່ວຍ ເຫລືອເດັກທີ່ຕົກຢູ່ໃນຄວາມສ່ຽງ ແລະ ເດັກທີ່ຕ້ອງການການປົກປ້ອງພິເສດ;
       2. ສ້າງເງື່ອນໄຂ ແລະໃຫ້ການຊ່ວຍເຫລືອແກ່ຄອບຄົວ ຂອງເດັກ ທີ່ຕ້ອງການການປົກປ້ອງພິເສດ ແລະຄອບຄົວທີ່ມີເດັກຕົກຢູ່ໃນສະພາບຄວາມສ່ຽງ ເພື່ອໃຫ້ຄອບຄົວສາມາດແກ້ ໄຂບັນຫາດ້ວຍຕົນເອງຢ່າງຖືກຕ້ອງ;
       3. ແນະນຳ, ຕິດຕາມ, ກວດກາຢ່າງເປັນປົກກະຕິ ກ່ຽວກັບການເບິ່ງແຍງດູແລ, ຊ່ວຍເຫຼືອ ເດັກຂອງບັນດາສູນ ຫລື ສະຖານທີ່ທີ່ກ່ຽວຂ້ອງ;
       4. ເກັບກຳສະຖິຕິ ກ່ຽວກັບເດັກທີ່ຕ້ອງການການປົກປ້ອງ ພິເສດ ແລະ ເດັກທີ່ຕົກຢູ່ໃນຄວາມສ່ຽງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສະຫຼຸບສັງລວມ ການຈັດຕັ້ງປະຕິບັດ ວຽກງານຂອງຕົນ ເພື່ອລາຍງານໃຫ້ຂັ້ນເທິງຊາບ ຢ່າງເປັນປົກກະຕິ.

ມາດຕາ 37. ນະໂຍບາຍ ກ່ຽວກັບການສ້າງຄອບຄົວ ໃຫ້ເຂັ້ມແຂງ
    ລັດ ສົ່ງເສີມໃຫ້ຄອບຄົວສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຄວາມ ສາມັກຄີຮັກແພງ, ໃຫ້ການຊ່ວຍເຫລືອແກ່ພໍ່ແມ່ ໃນການປະຕິບັດພັນທະເບິ່ງແຍງລ້ຽງດູ ແລະສຶກສາອົບຮົມລູກ, ກຳນົດ ຄອບຄົວ ແລະ ເດັກ ທີ່ມີຄວາມອ່ອນແອ ຫລື ຢູ່ໃນຄວາມສ່ຽງສູງ ເພື່ອປົກປ້ອງ ແລະຊ່ວຍເຫລືອ.
    ການສ້າງຄອບຄົວໃຫ້ເຂັ້ມແຂງ ມີເນື້ອໃນດັ່ງນີ້ :
       1. ໃຫ້ຄວາມຊ່ວຍເຫລືອແກ່ພໍ່ແມ່ ເພື່ອສ້າງຄວາມສາ ມາດໃນການປະຕິບັດພັນທະ ເບິ່ງແຍງ ລ້ຽງດູ ແລະ ສຶກສາອົບຮົມເດັກ, ຕອບສະໜອງຄວາມຢູ່ດີກິນດີ ແລະຜົນປະໂຫຍດ ສູງສຸດຂອງລູກ, ຂອງຄອບຄົວ, ສ້າງຄວາມສາມັກຄີພາຍໃນຄອບຄົວ;
       2. ສະກັດກັ້ນ ຜົນກະທົບຈາກພາຍນອກຕໍ່ຄອບຄົວ ແລະເດັກ, ໃຫ້ຄຳແນະນຳ, ຄຳປຶກສາ ແລະ ການຊ່ວຍເຫລືອທີ່ເໝາະສົມແກ່ຄອບຄົວ ແລະເດັກທີ່ມີບັນຫາ;
       3. ສ້າງຄວາມຮັບຮູ້ຂອງມວນຊົນກ່ຽວກັບໄພອັນຕະລາຍ ແລະຜົນສະທ້ອນອັນບໍ່ດີຂອງການ ທາລຸນ ແລະການຂູດຮີດເດັກ.

ໝວດທີ 2
ການປົກປ້ອງ ແລະ ຊ່ວຍເຫລືອເດັກທີ່ຕ້ອງການການປົກປ້ອງພິເສດ

ມາດຕາ 38. ການລາຍງານ
    ເພື່ອເກັບກຳສະພາບການຕ່າງໆທີ່ເກີດຂຶ້ນໃນຊຸມຊົນຂອງເດັກ ແລະໃນສັງຄົມ, ຊອກຫາສາເຫດ ທີ່ພາໃຫ້ເດັກຕົກເປັນບຸກຄົນ ທີ່ຕ້ອງການການປົກປ້ອງພິເສດຢ່າງທົ່ວເຖິງນັ້ນ ຕ້ອງສ້າງຕາໜ່າງປົກປ້ອງ ເດັກ ຢ່າງກວ້າງຂວາງ ພາຍໃຕ້ການຊີ້ນຳຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ.
    ຕາໜ່າງດັ່ງກ່າວ ມີໜ້າທີ່ຕົ້ນຕໍດັ່ງນີ້:
       - ຕິດຕາມເບິ່ງເດັກ ທີ່ຂາດຄວາມເອົາໃຈໃສ່ເບິ່ງແຍງລ້ຽງດູ ຫລື ຖືກເອົາລັດເອົາປຽບ ເດັກ;
       - ເກັບກໍາຂໍ້ມູນ ແລະສະຖິຕິ ກ່ຽວກັບເດັກທີ່ຕ້ອງການ ການປົກປ້ອງພິເສດ ແລ້ວລາຍງານ ໃຫ້ຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກຢ່າງເປັນປົກກະຕິ;
       - ໃຫ້ຄໍາປຶກສາ, ແນະນຳ ແກ່ເດັກທີ່ຕ້ອງການ ການປົກປ້ອງພິເສດ;
       - ອໍານວຍຄວາມສະດວກ ແລະປະສານສົມທົບກັບທຸກ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານປົກປ້ອງ ແລະ ຊ່ວຍເຫລືອເດັກ.
    ນອກຈາກນີ້ ບຸກຄົນ ແລະການຈັດຕັ້ງ ຫາກໄດ້ຮູ້, ໄດ້ເຫັນກ່ຽວກັບເຫດການ ທີ່ພາໃຫ້ເດັກຕົກ ຢູ່ໃນຄວາມສ່ຽງ ທີ່ຈະພາໃຫ້ມີການປົກປ້ອງພິເສດ ຫລື ເດັກທີ່ຕ້ອງການການປົກປ້ອງພິເສດນັ້ນ ຕ້ອງ ແຈ້ງ ຫລື ລາຍງານເຫດການ ໃຫ້ຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ ໂດຍດ່ວນ ຫລື ໃຫ້ອົງການ ສືບສວນ-ສອບສວນ ຖ້າຫາກເຫັນວ່າເປັນການກະທຳຜິດທາງອາຍາ.

ມາດຕາ 39. ການກຳນົດວິທີການປົກປ້ອງ ແລະ ຊ່ວຍເຫລືອເດັກ
    ພາຍຫລັງໄດ້ພົບເຫັນ ຫລື ຮັບລາຍງານວ່າ ມີເດັກທີ່ຕ້ອງການ ການປົກປ້ອງ ພິເສດແລ້ວ ຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ ຕ້ອງພິຈາລະນາຄົ້ນຄວ້າ ເພື່ອວາງແຜນການ, ກຳນົດຮູບ ການ ແລະ ວິທີການຊ່ວຍເຫລືອທີ່ຈຳເປັນແກ່ເດັກ ໂດຍອີງໃສ່ຄຳຄິດຄຳເຫັນ, ອາຍຸ ແລະຄວາມສາມາດຂອງເດັກ ໃນການ ຈຳແນກຄວາມຖືກຜິດ.

ມາດຕາ 40. ມາດຕະການປົກປ້ອງຮີບດ່ວນ
    ເມື່ອໄດ້ພົບເຫັນ ຫລື ຮັບລາຍງານວ່າ ມີເດັກທີ່ຕ້ອງການການປົກປ້ອງພິເສດ ເພື່ອນຳເອົາເດັກອອກຈາກໄພອັນຕະລາຍນັ້ນ ຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ ຕ້ອງນຳໃຊ້ມາດຕະການ ປົກປ້ອງຮີບດ່ວນ ດັ່ງນີ້:
       1. ກວດກາສະຖານທີ່ ທີ່ສົງໄສວ່າມີເດັກ ທີ່ຕ້ອງການ ການປົກປ້ອງພິເສດ;
       2. ເອົາເດັກອອກຈາກການຄຸ້ມຄອງຂອງພໍ່ແມ່ ຫລື ຜູ້ປົກ ຄອງ ແລ້ວນໍາເອົາເດັກໄປໄວ້ໃນສະຖານທີ່ປອດໄພຊົ່ວຄາວ ຫຼື ສູນຮັບຕ້ອນເດັກ ຖ້າພໍ່ແມ່ ຫລື ຜູ້ປົກຄອງນັ້ນ ຫາກມີບັນ ຫາ;
       3. ໃນກໍລະນີທີ່ເອົາເດັກມາຈາກສະຖານທີ່ອື່ນ ຕ້ອງມອບ ເດັກໃຫ້ແກ່ພໍ່ແມ່ ຫລື ຜູ້ປົກຄອງ ເບິ່ງແຍງດູແລ ເວັ້ນເສັຍແຕ່ພໍ່ແມ່ ຫລື ຜູ້ປົກຄອງນັ້ນ ຫາກມີບັນຫາ.

ມາດຕາ 41. ຂັ້ນຕອນດຳເນີນການປົກປ້ອງ ແລະ ຊ່ວຍເຫລືອເດັກ
     ໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມຂອງເດັກແຕ່ລະຄົນ ຄະນະກຳມະການປົກປ້ອງ ແລະ ຊ່ວຍເຫລືອເດັກ ຕ້ອງດຳເນີນຕາມຂັ້ນຕອນ ດັ່ງນີ້:
       1. ເອົາເຂົ້າສູນຮັບຕ້ອນເດັກ;
       2. ໃຫ້ຄຳປຶກສາ, ຮັກສາສຸຂະພາບ, ສຶກສາຮ່ຳຮຽນ, ຝຶກອົບຮົມວິຊາຊີບ ແລະໃຫ້ການບໍລິການອື່ນໆທີ່ຈຳເປັນ ເພື່ອຊ່ວຍຟື້ນຟູສະພາບທາງດ້ານຮ່າງກາຍ ແລະຈິດໃຈຂອງເດັກ ໃຫ້ສາ ມາດກັບເຂົ້າສູ່ສັງຄົມຄືນໃໝ່;
       3. ຊອກຫາພໍ່ແມ່ ຫລື ຜູ້ປົກຄອງເດັກ ແລະສົ່ງເດັກຄືນໃຫ້ແກ່ຄອບຄົວ;
       4. ໃຫ້ຄວາມຊ່ວຍເຫລືອ ແລະຄຳແນະນຳແກ່ພໍ່ແມ່ ຫລື ຜູ້ປົກຄອງເດັກ ປະຕິບັດພັນທະລ້ຽງດູ ແລະສຶກສາອົບຮົມລູກໃຫ້ດີ, ຊ່ວຍເຫລືອໃນການສ້າງລາຍໄດ້, ໃຫ້ການຊ່ວຍເຫລືອທາງດ້ານການເງິນ ແລະອື່ນໆທີ່ຈຳເປັນ;
       5. ຕິດຕາມ ແລະຢ້ຽມຢາມເຮືອນທີ່ເດັກອາໄສຢູ່ເປັນປະຈຳ ເພື່ອກວດກາຄຸນນະພາບຂອງການເບິ່ງແຍງລ້ຽງດູເດັກຂອງພໍ່ແມ່ ຫລື ຜູ້ປົກຄອງ.

ມາດຕາ 42. ທາງເລືອກ ສຳລັບການເບິ່ງແຍງລ້ຽງດູເດັກ
    ການເບິ່ງແຍງລ້ຽງດູເດັກ ມີຫລາຍທາງເລືອກ, ການພິຈາລະນາ ກ່ຽວກັບ ການນຳໃຊ້ທາງເລືອກ ນັ້ນ ຕ້ອງອີງໃສ່ເງື່ອນໄຂ ດັ່ງນີ້:
       1. ຜົນປະໂຫຍດສູງສຸດຂອງເດັກ ຕ້ອງຖືເປັນປັດໃຈຕົ້ນຕໍໃນການພິຈາລະນາ;
       2. ຜູ້ປົກຄອງທີ່ຖືກແຕ່ງຕັ້ງ ຕ້ອງມາຈາກສະມາຊິກພາຍໃນຄອບຄົວ ຫລື ຍາດໃກ້ຊິດ ທີ່ຢູ່ໃກ້ກັບເດັກ ເວັ້ນເສຍແຕ່ຫາກຂັດກັບຜົນປະໂຫຍດສູງສຸດຂອງເດັກ;
       3. ຄວາມຈຳເປັນໃນການປົກປັກຮັກສາວັດທະນະທຳ, ພາສາ, ສາສະໜາ ແລະເຊື້ອຊາດຂອງເດັກ;
       4. ການຄຸ້ມຄອງເດັກຢູ່ສະຖານທີ່ເບິ່ງແຍງລ້ຽງດູເດັກເຊັ່ນ: ສູນເດັກກຳພ້າ, ໂຮງຮຽນກິນນອນ ຫລື ສະຖາບັນອື່ນໆນັ້ນ ຕ້ອງຖືເປັນທາງເລືອກສຸດທ້າຍ;
       5. ຄຳເຫັນຂອງເດັກ ຕ້ອງໄດ້ຮັບການພິຈາລະນາ ບົນພື້ນຖານການຊັ່ງຊາ ຕີລາຄາລະດັບອາຍຸ ແລະ ຄວາມສາມາດຂອງເດັກໃນການຈຳແນກຄວາມຖືກຜິດ;
       6. ເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດ ຫລື ເຊື້ອເອສໄອວີ ຕ້ອງໄດ້ຮັບການເບິ່ງແຍງລ້ຽງດູ ຈາກຄອບຄົວ, ບໍ່ຄວນແຍກເດັກອອກຢູ່ໂດດດ່ຽວຈາກເດັກຜູ້ອື່ນ ແລະສັງຄົມ.

ມາດຕາ 43. ການຕິດຕາມ, ກວດກາຄືນ ທາງເລືອກ
    ຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ, ອົງການປົກຄອງບ້ານ ຕ້ອງຕິດຕາມ ແລະ ກວດກາຄືນການປະຕິບັດທາງເລືອກ ທີ່ໄດ້ກຳນົດໄວ້ໃນມາດຕາ 42 ຂອງກົດຫມາຍສະບັບນີ້ ເພື່ອຮັບປະ ກັນໃຫ້ເດັກໄດ້ຮັບການປະຕິບັດທາງເລືອກຢ່າງເຕັມສ່ວນ, ໄດ້ຮັບການເບິ່ງແຍງລ້ຽງດູ ແລະ ປົກປ້ອງຢ່າງພຽງພໍ.
    ສູນ ຫລື ສະຖານທີ່ອື່ນ ທີ່ຮັບເດັກເຂົ້າມາເບິ່ງແຍງລ້ຽງດູ ຕ້ອງຕິດຕາມ, ກວດກາຄືນ ການປະຕິ ບັດວຽກງານຂອງຕົນຢູ່ສະເໝີ ເພື່ອຮັບປະກັບໃຫ້ເດັກກັບຄືນສູ່ສັງຄົມຢ່າງມີປະສິດທິຜົນໂດຍໄວ.

ໝວດທີ 3
ການສຳພາດເດັກທີ່ເປັນຜູ້ຖືກເຄາະຮ້າຍ ແລະ ເປັນພະຍານ

ມາດຕາ 44. ສິດຂອງເດັກທີ່ເປັນຜູ້ຖືກເຄາະຮ້າຍ ແລະ ເປັນພະຍານ
     ເດັກທີ່ເປັນຜູ້ຖືກເຄາະຮ້າຍ ແລະ ເປັນພະຍານໃນການດຳເນີນຄະດີອາຍາ ມີສິດດັ່ງນີ້:
       1. ໄດ້ຮັບການເຄົາລົບທາງດ້ານກຽດສັກສີ ແລະ ຄຸນຄ່າຂອງມະນຸດ;
       2. ອອກຄຳເຫັນ ຊຶ່ງຕ້ອງໄດ້ຮັບການພິຈາລະນາ ບົນພື້ນຖານການຊັ່ງຊາລະດັບອາຍຸ ແລະ ຄວາມສາມາດຂອງເດັກໃນການຈຳແນກຄວາມຖືກຜິດ;
       3. ໄດ້ຮັບການຊ່ວຍເຫລືອຈາກພໍ່ແມ່, ຜູ້ປົກຄອງ ຫລື ຜູ້ປົກປ້ອງທາງກົດໝາຍໃນທຸກຂັ້ນ ຕອນ ຂອງການດຳເນີນຄະດີ ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງເດັກ;
       4. ໄດ້ຮັບການຮັກສາຄວາມລັບ;
       5. ໄດ້ຮັບການປົກປ້ອງຈາກການບັງຄັບ, ຂົ່ມຂູ່ ຫລື ອັນຕະລາຍທຸກຮູບແບບ ລວມທັງສະມາ ຊິກຄອບຄົວຂອງຕົນ;
       6. ໄດ້ຮັບສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການພັດທະນາ ແລະປົກປ້ອງແມ່ຍິງ ແລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ.

ມາດຕາ 45. ການສຳພາດເດັກ
     ຄະດີ ທີ່ມີເດັກເປັນຜູ້ຖືກເຄາະຮ້າຍ ຫລື ເປັນພະຍານ ຕ້ອງແມ່ນເຈົ້າໜ້າທີ່ ຂອງອົງການສືບ ສວນ- ສອບສວນ ແລະອົງການໄອຍະການປະຊາຊົນ  ທີ່ໄດ້ຜ່ານການຝຶກອົບຮົມສະເພາະເປັນຜູ້ສຳພາດ ໂດຍປະສານສົມທົບກັບນັກສັງຄົມສົງເຄາະ.
     ໃນການສຳພາດນັ້ນ ອົງການສືບສວນ-ສອບສວນ ແລະ ອົງການໄອຍະການປະຊາຊົນ ຕ້ອງປະ ຕິບັດດັ່ງນີ້:
       1. ມີວິທີການທີ່ນິ້ມນວນ ແລະ ເປັນມິດຕໍ່ເດັກທີ່ເປັນຜູ້ຖືກເຄາະຮ້າຍ ຫລື ເປັນພະຍານ;
       2. ໃຫ້ພໍ່ແມ່, ຜູ້ປົກຄອງ ຫລື ຜູ້ປົກປ້ອງ ເຂົ້າຮ່ວມກັບເດັກທຸກຄັ້ງ ໃນເວລາສຳພາດ;
       3. ໃຫ້ມີຫ້ອງສຳພາດເດັກສະເພາະ ໂດຍປາສະຈາກການລົບກວນ;
       4. ຖາມເດັກດ້ວຍຄຳເວົ້າທີ່ເຂົ້າໃຈງ່າຍ ແລະເໝາະສົມກັບອາຍຸ ແລະຄວາມສາມາດຂອງເດັກ ໃນການຈຳແນກຄວາມຖືກຜິດ;
       5. ມີວິທີການທີ່ເໝາະສົມ ເພື່ອບໍ່ໃຫ້ເດັກມີການຕິດຕໍ່ພົວພັນ ກັບ ຜູ້ຖືກຫາ ຫລື ຈຳເລີຍ ໃນໄລ ຍະເວລາທີ່ສຳພາດ.

ໝວດທີ 4
ການສະກັດກັ້ນ ແລະ ການບຳບັດ ຟື້ນຟູ ເດັກຕິດສິ່ງເສບຕິດ

ມາດຕາ 46. ການສະກັດກັ້ນການຕິດສິ່ງເສບຕິດ
     ລັດ ມີນະໂຍບາຍ, ວາງລະບຽບກົດໝາຍ ສະກັດກັ້ນການຕິດສິ່ງເສບຕິດ ເຊັ່ນ: ຢາເສບຕິດ, ເຫລົ້າ, ເບັຍ ຫລື ສິ່ງມຶນເມົາອື່ນໆ ແລະຊຸກຍູ້ໃຫ້ສັງຄົມ ແລະຄອບຄົວເຂົ້າຮ່ວມຢ່າງຕັ້ງໜ້າ ໃນການສະ ກັດກັ້ນດັ່ງກ່າວ ພ້ອມກັນນັ້ນ ກໍມີວິທີການສຶກສາອົບຮົມ, ຍົກສູງຄວາມຮັບຮູ້ ແລະສະຕິ ກ່ຽວກັບ ຄວາມ ເປັນອັນຕະລາຍ ຂອງສິ່ງເສບຕິດ.

ມາດຕາ 47. ການບຳບັດ ຟື້ນຟູເດັກຕິດສິ່ງເສບຕິດ
     ລັດ ມີນະໂຍບາຍ, ສ້າງເງື່ອນໄຂ, ສິ່ງອຳນວຍ ແລະຈັດຕັ້ງປິ່ນປົວ, ບຳບັດ, ຟື້ນຟູ ແລະສຶກສາ ອົບຮົມເດັກຕິດສິ່ງເສບຕິດ ໄປຄຽງຄູ່ກັບການຝຶກວິຊາຊີບ ໂດຍຊຸກຍູ້ໃຫ້ມີການເຂົ້າຮ່ວມ ຂອງສັງຄົມ, ໂຮງຮຽນ ແລະຄອບຄົວ.
     ການປິ່ນປົວ ແລະຮັກສາເດັກຕິດສິ່ງເສບຕິດ ຢູ່ໂຮງໝໍ ຫລື ສູນບຳບັດຟື້ນຟູນັ້ນ ໃຫ້ຖືວ່າເປັນ ທາງເລືອກສຸດທ້າຍ ແລະບໍ່ໃຫ້ເກີນກຳນົດເວລາທີ່ຈຳເປັນໃນການບຳບັດ ແລະຟື້ນຟູ.
     ການຮັບເດັກຕິດສິ່ງເສບຕິດ ເຂົ້າໃນສູນບຳບັດ ຟື້ນຟູ ຕ້ອງປະຕິບັດຕາມ ລະບຽບການຢ່າງເຂັ້ມງວດ ໂດຍໄດ້ຮັບອະນຸຍາດຈາກຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 48. ຂໍ້ຫ້າມສຳລັບເດັກ
     ຂໍ້ຫ້າມພື້ນຖານສຳລັບເດັກ ມີດັ່ງນີ້:
       - ການເສບຢາເສບຕິດ, ການດື່ມເຫລົ້າ, ເບັຍ , ການສູບຢາ ແລະ ສິ່ງເສບຕິດອື່ນໆ;
       - ການບໍລິການຢູ່ຫ້ອງບັນເທີງ, ເຮືອນພັກ, ໂຮງແຮມ, ຮ້ານກິນດື່ມ;
       - ການໃຊ້ບໍລິການຢູ່ຫ້ອງບັນເທີງ, ເຮືອນພັກ, ໂຮງແຮມ, ຮ້ານກິນດື່ມໃນທາງທີ່ບໍ່ຖືກຕ້ອງ ເຊັ່ນ: ເພື່ອເສບຢາເສບຕິດ, ດື່ມສິ່ງມຶນເມົາ;
       - ການມົ້ວສຸມສິ່ງລາມົກ, ອະນາຈານຕ່າງໆ;
       - ການຫລິ້ນເກມນອກຫລັກສູດການຮຽນ-ການສອນ ໃນເວລາເຂົ້າໂຮງຮຽນ;
       - ການຫລິ້ນການພະນັນທຸກປະເພດ;
       - ການຖືອາວຸດ ຫລື ວັດຖຸລະເບີດທຸກຊະນິດ;
       - ຂໍ້ຫ້າມອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 49. ຂໍ້ຫ້າມສຳລັບພໍ່ແມ່, ຜູ້ປົກຄອງ ແລະ ບຸກຄົນອື່ນ
     ຂໍ້ຫ້າມສຳລັບພໍ່ແມ່, ຜູ້ປົກຄອງ ແລະ ບຸກຄົນອື່ນ ມີດັ່ງນີ້:
       - ການຂັດຂວາງບໍ່ໃຫ້ເດັກໄປປິ່ນປົວ, ສັກຢາກັນພະຍາດ, ສຶກສາຮ່ຳຮຽນ ຫລື ປະກອບ ສ່ວນ ເຂົ້າໃນກິດຈະກຳຕ່າງໆທີ່ເປັນການພັດທະນາທາງຮ່າງກາຍ, ຈິດໃຈ, ມັນສະໝອງ, ຄວາມຮູ້ ແລະ ຄວາມສາມາດຂອງເດັກ;
       - ການທໍາຮ້າຍຮ່າງກາຍ ແລະ ປ້ອຍດ່າຢ່າງຮຸນແຮງຕໍ່ເດັກ;
        - ການປະພຶດທີ່ເປັນແບບຢ່າງອັນບໍ່ດີແກ່ເດັກ;
       - ການໃຊ້ເດັກໄປຊື້, ໂຄສະນາສິ່ງເສບຕິດ, ສິ່ງມຶນເມົາ;
       - ການອະນຸຍາດໃຫ້ເດັກເຂົ້າໄປໃຊ້ບໍລິການ ແລະບໍລິການໃນຫ້ອງບັນເທີງ, ເຮືອນພັກ, ໂຮງແຮມ ແລະສະຖານທີ່ການພະນັນ;
       - ການອະນຸຍາດໃຫ້ເດັກເຂົ້າຮ້ານກິນດື່ມ ທີ່ບໍລິການປະເພດເຫລົ້າ, ເບັຍ ຫລື ເຄື່ອງດື່ມ ທີ່ ມີສິ່ງມຶນເມົາ ຂອງຕົນ;
       - ການອະນຸຍາດໃຫ້ເດັກເຂົ້າມົ້ວສຸມໃນສິ່ງລາມົກ ແລະ ອະນາຈານ;
       - ການຕິດຕັ້ງປ້າຍໂຄສະນາເຫລົ້າ, ເບັຍ, ຢາສູບ ຫລື ສິ່ງມຶນເມົາອື່ນໆຢູ່ໃກ້ໂຮງຮຽນ ຫລື ໃນເຂດຊຸມຊົນຂອງເດັກ;
       - ຂໍ້ຫ້າມອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ພາກທີ V
ການແກ້ໄຂເດັກທີ່ມີບັນຫາ

ໝວດທີ 1
ເດັກກະທຳຜິດກົດໝາຍ

ມາດຕາ 50. ເດັກທີ່ບໍ່ທັນເຖິງກະສຽນອາຍຸທາງອາຍາ
     ເດັກທີ່ມີອາຍຸຕ່ຳກວ່າ ສິບຫ້າ ປີ ໃນເວລາກະທຳຜິດ ຈະບໍ່ຖືວ່າເປັນຜູ້ກະທຳ ຜິດທາງອາຍາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍອາຍາ.

ມາດຕາ 51. ສິດຂອງເດັກກະທຳຜິດກົດໝາຍ
     ໃນການດຳເນີນຄະດີອາຍາ ເດັກທີ່ເປັນຜູ້ຖືກຫາ ຫລື ເປັນຈຳເລີຍ ມີສິດດັ່ງນີ້:
       1. ໄດ້ຮັບການພິຈາລະນາ ນອກຂະບວນການຍຸຕິທຳ ໃນກໍລະນີທີ່ການກະທຳນັ້ນຫາກບໍ່ເປັນການກະທຳຜິດທີຮ້າຍແຮງ;
       2. ໄດ້ຮັບຊາບຂໍ້ກ່າວຫາ ແລະສິດໃນການຕໍ່ສູ້ຄະດີ;
       3. ໄດ້ຮັບການຊ່ວຍເຫລືອທາງດ້ານກົດໝາຍຈາກທະນາຍຄວາມ ຫລື ຜູ້ປົກປ້ອງທີ່ຖືກຕ້ອງຕາມກົດໝາຍ ແລະມີພໍ່ແມ່ ຫລື ຜູ້ປົກຄອງ ເຂົ້າຮ່ວມໃນທຸກຂັ້ນຕອນຂອງການດຳເນີນ ຄະດີອາຍາ;
       4. ໄດ້ຮັບການປະຕິບັດຢ່າງເໝາະສົມ ໂດຍບໍ່ມີການນາບຂູ່, ບັງຄັບ ແລະການໃຊ້ຄຳເວົ້າທີ່ ຫຍາບຊ້າ ໃນທຸກຂັ້ນຕອນຂອງການດຳເນີນຄະດີອາຍາ;
       5. ໄດ້ຮັບການປົກປ້ອງ ແລະຄຸ້ມຄອງຄວາມປອດໄພ ຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
       6. ໄດ້ຮັບການປົກປ້ອງທາງດ້ານຄວາມລັບ ໃນການດຳເນີນຄະດີ ເປັນຕົ້ນ ກ່ຽວກັບປະຫວັດ ແລະ ຂໍ້ມູນສ່ວນຕົວ;
       7. ໄດ້ຮັບສິດອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍຕ່າງໆ.

ໝວດທີ  2
ການແກ້ໄຂຄະດີເດັກໂດຍບໍ່ສົ່ງໃຫ້ສານຕັດສິນ

ມາດຕາ 52. ການກະທຳຜິດຂອງເດັກທີ່ບໍ່ສົ່ງໃຫ້ສານ
     ການກະທຳຜິດຂອງເດັກທີ່ບໍ່ສົ່ງໃຫ້ສານຕັດສິນ ແມ່ນການກະທຳຜິດໃນສະຖານ ລະຫຸໂທດ ແລະໂທສານຸໂທດ ທີ່ບໍ່ເປັນອັນຕະລາຍຮ້າຍແຮງ ຊຶ່ງກົດໝາຍກຳນົດໂທດຕັດອິດສະລະພາບຕ່ຳກວ່າ ສາມ ປີ ລົງມາ.

ມາດຕາ 53. ອົງການທີ່ມີສິດແກ້ໄຂ
     ອົງການທີ່ມີສິດແກ້ໄຂຄະດີອາຍາຂອງເດັກ ທີ່ບໍ່ສົ່ງໃຫ້ສານຕັດສິນ ມີດັ່ງນີ້ :
       1. ໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ ;
       2. ຫ້ອງການຍຸຕິທຳເມືອງ, ເທດສະບານ;
       3. ອົງການສືບສວນ-ສອບສວນ;
       4. ອົງການໄອຍະການປະຊາຊົນ.
     ໃນກໍລະນີທີ່ບໍ່ທັນໄດ້ສ້າງຕັ້ງໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ ໃຫ້ໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ ເປັນຜູ້ຮັບຜິດຊອບ.

ມາດຕາ 54. ວິທີແກ້ໄຂຄະດີໂດຍບໍ່ສົ່ງໃຫ້ສານ
     ການແກ້ໄຂຄະດີເດັກໂດຍບໍ່ສົ່ງໃຫ້ສານຕັດສິນ ສາມາດນຳໃຊ້ວິທີການດັ່ງນີ້ :
       1. ຕັກເຕືອນ, ສຶກສາອົບຮົມເດັກກະທຳຜິດ;
       2. ໃຫ້ເດັກໄປຂໍອະໄພນຳຜູ້ຖືກເສັຍຫາຍ ດ້ວຍວິທີການອັນເໝາະສົມ;
       3. ໄກ່ເກັ່ຍລະຫວ່າງເດັກກະທຳຜິດ ແລະຜູ້ຖືກເສັຍຫາຍ;
       4. ໃຊ້ແທນຄ່າເສັຍຫາຍທີ່ເກີດຈາກການກະທຳຜິດຂອງເດັກໂດຍພໍ່ແມ່ ຫລື ຜູ້ປົກຄອງ;
       5. ເຮັດວຽກໃຫ້ສັງຄົມຕາມຄວາມສາມາດ ແລະເໝາະສົມກັບອາຍຸຂອງເດັກ.

ໝວດທີ 3
ການໄກ່ເກັ່ຍຄະດີເດັກ

ມາດຕາ 55. ສິດ ແລະ ໜ້າທີ່ ຂອງໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ
     ໃນກໍລະນີທີ່ບໍ່ສົ່ງຄະດີໃຫ້ສານຕັດສິນ ໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:
       1. ຕັກເຕືອນ, ສຶກສາອົບຮົມ ເດັກກະທຳຜິດ;
       2. ໄກ່ເກັ່ຍຄະດີແພ່ງທີ່ພົວພັນກັບເດັກ;
       3. ໄກ່ເກັ່ຍຄະດີອາຍາທີ່ເດັກເປັນຜູ້ກະທຳຜິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 52 ຂອງກົດ ໝາຍສະບັບນີ້;
       4. ຕິດຕາມຊຸກຍູ້ການໃຊ້ແທນຄ່າເສຍຫາຍ;
       5. ຕິດຕາມເດັກກະທຳຜິດ ລວມທັງເດັກທີ່ປະຕິບັດໂທດແລ້ວ.

ມາດຕາ 56. ສິດ ແລະ ໜ້າທ່ີ  ຂອງຫ້ອງການຍຸຕິທຳເມືອງ, ເທດສະບານ ໃນການໄກ່ເກັ່ຍຄະດີເດັກ
     ຫ້ອງການຍຸຕິທຳເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ໃນການສຶກສາອົບຮົມ, ປະນິປະນອມ ແລະໄກ່ເກັ່ຍຄະດີເດັກ ທີ່ສົ່ງມາຈາກໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ ເນື່ອງຈາກໜ່ວຍໄກ່ເກັ່ຍດັ່ງກ່າວບໍ່ ສາມາດແກ້ໄຂໄດ້ຕາມມາດຕາ 55 ຂອງກົດໝາຍສະບັບນີ້ ແລະໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 79 ແລະ 80 ຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ.
ໃນກໍລະນີທີ່ບໍ່ສາມາດຕົກລົງໄກ່ເກ່ຍກັນໄດ້ ຄູ່ຄວາມມີສິດໄປຮ້ອງຟ້ອງຕໍ່ສານ.

ມາດຕາ 57. ຫລັກການຂອງການໄກ່ເກັ່ຍຄະດີເດັກ
     ໃນການໄກ່ເກັ່ຍຄະດີເດັກ ຕ້ອງປະຕິບັດຕາມຫລັກການດັ່ງນີ້ :
       1. ຕ້ອງມີຂໍ້ມູນ, ຫລັກຖານຮັດກຸມ, ໜັກແໜ້ນ ແລະເດັກກະທຳຜິດ ຮັບຮູ້ຕໍ່ການກະທຳຜິດ ຂອງຕົນ;
       2. ຕ້ອງມີການເຂົ້າຮ່ວມຂອງເດັກກະທຳຜິດ, ພໍ່ແມ່ ຫລື ຜູ້ປົກຄອງ ທຸກຄັ້ງ;
       3. ຜູ້ໄກ່ເກັ່ຍຕ້ອງວາງຕົວເປັນກາງ, ມີທ່າທີນິ້ມນວນ ແລະຄຳນຶງເຖິງຜົນປະໂຫຍດຂອງເດັກ.

ໝວດທີ 4
ການສືບສວນ-ສອບຖາມເດັກ

ມາດຕາ 58. ສິດ ແລະ ໜ້າທີ່ ຂອງອົງການສືບສວນ-ສອບສວນໃນການດຳເນີນຄະດີເດັກ
     ການສືບສວນ-ສອບຖາມເດັກ ແມ່ນດຳເນີນໂດຍອົງການສືບສວນ-ສອບສວນຄະດີເດັກສະເພາະ.
ໃນການດຳເນີນຄະດີອາຍາຕໍ່ເດັກ ອົງການສືບສວນ-ສອບສວນ ນອກຈາກຈະຕ້ອງປະຕິບັດສິດ ແລະໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະກົດໝາຍອື່ນທີ່ກ່ຽວຂ້ອງ ແລ້ວ ຍັງມີສິດ ແລະ ໜ້າທີ່ດັ່ງນີ້ :
       1. ສະຫລຸບ ແລະ ສົ່ງຄະດີເດັກໄປຍັງໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານ ເພື່ອແກ້ໄຂ ຖ້າເຫັນວ່າ ເປັນການກະທຳຜິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 52 ຂອງກົດໝາຍສະບັບນີ້;
       2. ໄກ່ເກັ່ຍຄະດີເດັກຢູ່ຂັ້ນຂອງຕົນ ພາຍໃນ ສາມສິບວັນ ນັບແຕ່ໄດ້້ຮັບຄຳຮ້ອງຟ້ອງຈາກຄູ່ຄວາມ ໃນຄະດີທີ່ບໍ່ສາມາດໄກ່ເກັ່ຍຢູ່ຫ້ອງການຍຸຕິທຳເມືອງ, ເທດສະບານໄດ້. ໃນກໍລະນີທີ່ຕົນບໍ່ສາມາດໄກ່ເກັ່ຍໄດ້ ກໍ ສືບສວນ-ສອບຖາມເດັກ, ສະຫລຸບຄະດີ ສົ່ງໃຫ້ໄອຍະການປະ ຊາຊົນ ເພ່ືອພິຈາລະນາສັ່ງຟ້ອງ;
       3. ສືບສວນ-ສອບຖາມ ແລະສະຫລຸບຄະດີເດັກ ເພື່ອສົ່ງໃຫ້ໄອຍະການປະຊາຊົນ ພິຈາລະນາ ສັ່ງຟ້ອງ ໃນກໍລະນີທີ່ກົດໝາຍກຳນົດໂທດຕັດອິດສະລະພາບແຕ່ ສາມປີ ຂຶ້ນໄປ;
       4. ຕິດຕາມ, ກວດກາ, ແນະນຳ ແລະຄຸ້ມຄອງບັນຊີເດັກທີ່ເປັນຜູ້ຖືກຫາ ແລະນັກໂທດ ທີ່ຂຶ້ນ ກັບຄວາມຮັບຜິດຊອບຂອງຕົນ.

ມາດຕາ 59. ຫລັກການຂອງການສືບສວນ-ສອບຖາມເດັກ
     ໃນການດຳເນີນຄະດີອາຍາຕໍ່ເດັກ ອົງການສືບສວນ-ສອບສວນ ຕ້ອງນຳໃຊ້ມາດຕະການສືບ ສວນ-ສອບສວນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະຕ້ອງປະຕິບັດຕາມ ຫລັກການ ດັ່ງນີ້:
       1. ການສືບສວນ-ສອບຖາມເດັກກະທຳຜິດ ຕ້ອງດຳເນີນໄປຢ່າງນິ້ມນວນ ແລະເໝາະສົມຕໍ່ເດັກ ໂດຍອີງຕາມໄວອາຍຸ ແລະຄວາມສາມາດຂອງເດັກ ໃນການຈຳແນກຄວາມຖືກຜິດ;
       2. ພໍ່ແມ່, ຜູ້ປົກຄອງ ຫລື ຜູ້ປົກປ້ອງອື່ນ ຕ້ອງເຂົ້າຮ່ວມຕະຫລອດການສືບສວນ-ສອບຖາມ ແລະການເອົາຄຳໃຫ້ການຂອງເດັກ. ພໍ່ແມ່, ຜູ້ປົກຄອງ ຫລື ຜູ້ປົກປ້ອງ ບໍ່ສິດໃຫ້ການແທນ ເດັກ ແຕ່ມີສິດສະເໜີບັນຫາທີ່ຕົນເຫັນວ່າບໍ່ເໝາະສົມ;
       3. ການເອົາຄຳໃຫ້ການຂອງເດັກ ຕ້ອງດຳເນີນຢູ່ໃນຫ້ອງສະເພາະ ດ້ວຍວິທີການເປີດເຜີຍ ໂດຍປາສະຈາກການບັງຄັບ ຫລື ນາບຂູ່ເດັກ, ຫລີກລຽງການໃຊ້ຄຳເວົ້າທີ່ເປັນການແຕະ ຕ້ອງເຖິງ ກຽດສັກສີ ແລະຈິດໃຈ ຂອງເດັກ;
       4. ການ ສືບສວນ-ສອບຖາມເດັກແຕ່ລະຄັ້ງ ບໍ່ໃຫ້ໃຊ້ເວລາເກີນເກົ້າສິບນາທີ;
       5. ການສືບສວນ-ສອບຖາມໃນຄະດີເດັກ ຕ້ອງໃຫ້ສຳເລັດພາຍໃນ ສາມສິບວັນ ແລະ ສາມາດ ຕໍ່ໄດ້ເທື່ອລະສາມສິບວັນ ໂດຍການຕົກລົງຂອງໄອຍະການປະຊາຊົນ.

ໝວດທີ 5
ການນຳໃຊ້ມາດຕະການສະກັດກັ້ນຕໍ່ເດັກ

ມາດຕາ 60. ມາດຕະການສະກັດກັ້ນຕໍ່ເດັກ
     ມາດຕະການສະກັດກັ້ນຕໍ່ເດັກ ແມ່ນມາດຕະການທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຄື:
       1. ການພາຕົວ;
       2. ການກັກຕົວ;
       3. ການຈັບຕົວ;
       4. ການກັກຂັງພາງ;
       5. ການປ່ອຍຕົວພາງ.

ມາດຕາ 61. ການພາຕົວເດັກ
       ໃນກໍລະນີທີ່ເຈົ້າໜ້າທີ່ສືບສວນ-ສອບສວນ, ໄອຍະການປະຊາຊົນ ຫລື ສານ ໄດ້ຮຽກຕົວເດັກ ເຖິງສາມຄັ້ງແລ້ວ ແຕ່ກໍຍັງບໍ່ມາໂດຍບໍ່ມີເຫດຜົນ ເດັກກໍຈະຖືກພາຕົວ ພ້ອມດ້ວຍພໍ່ແມ່ ຫລື ຜູ້ປົກຄອງ.

ມາດຕາ 62. ການກັກຕົວເດັກ
     ໃນກໍລະນີທີ່ຈຳເປັນ ເດັກກໍຈະຖືກກັກຕົວບໍ່ເກີນ ສີ່ສິບແປດຊົ່ວໂມງ ຖ້າວ່າການກະທຳຜິດຂອງ ເດັກນັ້ນ ຫາກເປັນອັນຕະລາຍຮ້າຍແຮງ ຊຶ່ງກົດໝາຍກຳນົດໂທດຕັດອິດສະລະພາບ ແຕ່ສາມປີ ຂຶ້ນໄປ ແລະຕ້ອງມີຫລັກຖານໜັກແໜ້ນ.
     ໃນກໍລະນີທີ່ຈຳເປັນຕ້ອງໄດ້ກັກຕົວເດັກ ເຈົ້າໜ້າທີ່ສືບສວນ-ສອບສວນ ຫລື ພະນັກງານສອບ ສວນ ຕ້ອງປະຕິບັດຕາມຫລັກການ ດັ່ງນີ້ :
       1. ແຈ້ງໃຫ້ເດັກຊາບກ່ຽວກັບເຫດຜົນຂອງການກັກຕົວ ແລະແນະນຳໃຫ້ເດັກຮູ້ກ່ຽວກັບສິດຂອງຜູ້ ກ່ຽວຕາມກົດໝາຍ;
        2. ແຈ້ງໃຫ້ພໍ່ແມ່, ຜູ້ປົກຄອງເດັກ ຊາບໂດຍທັນທີ ພາຍຫລັງໄດ້ກັກຕົວເດັກ;
       3. ຫ້າມໃຊ້ຄວາມຮຸນແຮງທຸກຮູບແບບ, ການນາບຂູ່ດ້ວຍອາວຸດ ຫລື ດ້ວຍສິ່ງອື່ນ, ໃຊ້ຄຳເວົ້າ ທີ່ຫຍາບຊ້າ, ໝິ່ນປະໝາດ ຕໍ່ເດັກ;
       4. ຕ້ອງນຳສົ່ງເດັກໄປຫາແພດທີ່ກ່ຽວຂ້ອງ ເພື່ອກວດສະພາບຮ່າງກາຍ ແລະຈິດໃຈ ຂອງເດັກ ຢ່າງລະອຽດ. ຜົນຂອງການກວດຕ້ອງຮັກສາໄວ້ເປັນຄວາມລັບ ເວັ້ນເສັຍແຕ່ມີຄຳສັ່ງຈາກພາກ ສ່ວນທີ່ມີສິດໜ້າທີ່ກ່ຽວຂ້ອງເທົ່ານັ້ນ;
       5. ຕ້ອງຮັບປະກັນຄວາມປອດໄພແກ່ເດັກໃນເວລາຢູ່ໃນສະຖານທີ່ກັກຕົວ;
       6. ເດັກທີ່ຖືກກັກຕົວ ຕ້ອງເອົາໄວ້ໃນສະຖານທີ່ກັກຕົວເດັກສະເພາະ ແລະແຍກອອກຈາກເພດ ຕ່າງກັນ.

ມາດຕາ 63. ການຈັບຕົວເດັກ
     ການຈັບຕົວເດັກ ຕ້ອງມີຄຳສັ່ງເປັນລາຍລັກອັກສອນ ຈາກໄອຍະການປະຊາຊົນ ຫລື ສານເດັກ ເວັ້ນເສັຍແຕ່ໃນກໍລະນີທີ່ເປັນການກະທຳຜິດເຊິ່ງໜ້າ ຫລື ຮີບດ່ວນ ແລະເປັນການກະທຳຜິດທີ່ຮ້າຍແຮງ.
     ໄອຍະການປະຊາຊົນ ແລະ ສານເດັກ ຈະອອກຄຳສັ່ງຈັບຕົວເດັກ ໃນກໍລະນີທີ່ເປັນມາດຕະການທາງເລືອກສຸດທ້າຍເທົ່ານັ້ນ  ຊຶ່ງຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້:
       1. ຄົບອົງປະກອບການກະທຳຜິດທາງອາຍາ;
       2. ເດັກທີ່ຖືກກ່າວຫາວ່າໄດ້ກະທຳຜິດທາງອາຍາຮ້າຍແຮງ ແລະກົດໝາຍກຳນົດໂທດຕັດອິດສະລະພາບ ແຕ່ສາມປີ ຂຶ້ນໄປ;
       3. ມີຫລັກຖານຮັດກຸມ ແລະ ໜັກແໜ້ນ;
       4. ມີເຫດຜົນທີ່ເຊື່ອໄດ້ວ່າ ເດັກອາດຈະຫລົບໜີ, ທຳລາຍຫລັກຖານ ຫລື ຈະໄປກະທຳຜິດທີ່ຮ້າຍແຮງໃໝ່ອີກ, ໄປທຳຮ້າຍຜູ້ຖືກເສັຍຫາຍ, ພະຍານ ຫລື ຖືກຜູ້ອື່ນທຳຮ້າຍ.
     ໃນການຈັບຕົວເດັກນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕ້ອງປະຕິບັດຕາມຫລັກການທີ່ໄດ້ກຳນົດໄວ້ໃນ ມາດຕາ 62 ຂອງກົດໝາຍສະບັບນີ້.

ມາດຕາ 64. ການກັກຂັງພາງເດັກ
     ການກັກຂັງພາງເດັກ ຕ້ອງອີງໃສ່ເຫດຜົນ ແລະ ເງື່ອນໄຂດັ່ງນີ້:
       1. ຕ້ອງມີຄຳສັ່ງເປັນລາຍລັກອັກສອນຈາກໄອຍະການປະຊາຊົນ ຫລື ສານເດັກ ແລະຕ້ອງ ອີງໃສ່ເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 63 ຂອງກົດໝາຍສະບັບນີ້;
       2. ຕ້ອງອະນຸຍາດໃຫ້ພໍ່ແມ່, ຜູ້ປົກຄອງ, ຍາດພີ່ນ້ອງ, ໝູ່ເພື່ອນ ແລະຜູ້ປົກປ້ອງ ເຂົ້າຢ້ຽມ ຢາມ.
    ກຳນົດເວລາຂອງການກັກຂັງພາງເດັກ ບໍ່ໃຫ້ເກີນ ໜຶ່ງເດືອນ ນັບແຕ່ວັນອອກຄຳສັ່ງກັກຂັງພາງ ເປັນຕົ້ນໄປ. ຖ້າຫາກເຫັນວ່າມີຄວາມຈຳເປັນຕ້ອງໄດ້ສືບສວນ-ສອບຖາມຕໍ່ ໄອຍະການປະຊາຊົນ ຫລື ສານເດັກ ອາດຈະຕໍ່ກຳນົດເວລາການກັກຂັງພາງໃຫ້ອີກຕື່ມໄດ້້ເທື່ອລະໜຶ່ງເດືອນ ແຕ່ສູງສຸດບໍ່ໃຫ້ກາຍ ສີ່ ເດືອນ ສຳລັບການກະທຳຜິດໃນສະຖານໂທສານຸໂທດ ແລະບໍ່ໃຫ້ເກີນ ແປດເດືອນ ສຳລັບການກະ ທຳຜິດ ໃນສະຖານຄະຣຸໂທດ.

ມາດຕາ 65. ການປ່ອຍຕົວພາງເດັກ
    ການປ່ອຍຕົວພາງເດັກຈາກການກັກຂັງພາງ ຖືເປັນບູລິມະສິດໃນຂະບວນການດຳເນີນຄະດີອາຍາໂດຍສະເພາະ ເມື່ອເງື່ອນໄຂຂອງການກັກຂັງພາງຫາກໄດ້ຕົກໄປ. ການປ່ອຍຕົວພາງ ແມ່ນດຳ ເນີນຕາມ ຄຳຮ້ອງຂໍຂອງພໍ່ແມ່, ຜູ້ປົກຄອງ ຫລື ຍາດໃກ້ຊິດ ຫລື ໂດຍຫນ້າທີ່ຂອງໄອຍະການປະຊາ ຊົນ ຫລື ສານເດັກ. ການປ່ອຍຕົວພາງເດັກຖ້າບໍ່ຈຳເປັນ ແມ່ນບໍ່ໃຫ້ມີຫລັກຊັບປະກັນ.
    ໃນການປ່ອຍຕົວພາງຕາມຄຳຮ້ອງຂໍຂອງພໍ່ແມ່, ຜູ້ປົກຄອງ ຫລື ຍາດໃກ້ຊິດນັ້ນ ເຈົ້າຫນ້າທີ່ສືບ ສວນ-ສອບສວນຕ້ອງໃຫ້ຄຳເຫັນຕໍ່ຄຳຮ້ອງຂໍປ່ອຍຕົວພາງເດັກ ພາຍໃນກຳນົດເວລາຊາວສີ່ຊົ່ວໂມງ ພາຍ ຫລັງທີ່ໄດ້ຮັບຄຳຮ້ອງນັ້ນ ເປັນຕົ້ນໄປ ແລ້ວສົ່ງຄຳຮ້ອງດັ່ງກ່າວ ພ້ອມດ້ວຍຄຳເຫັນຂອງຕົນ ໄປໃຫ້ໄອ ຍະການປະຊາຊົນ ຫລື ສານເດັກ ພິຈາລະນາ ພາຍໃນກຳນົດ ຊາວສີ່ຊົ່ວໂມງ. ຖ້າວ່າໄອຍະການປະ ຊາຊົນ ຫລື ສານເດັກ ຕົກລົງເຫັນດີໃຫ້ປ່ອຍຕົວເດັກແລ້ວ ກໍຕ້ອງປ່ອຍຕົວພາງເດັກໂດຍທັນທີ.
    ເດັກທີ່ຖືກປ່ອຍຕົວພາງ ຕ້ອງຖືກຕິດຕາມຈາກພໍ່ແມ່, ຜູ້ປົກຄອງ ຫລື ຍາດໃກ້ຊິດ ທີ່ໄດ້ຕົກລົງ ປະກັນຕົວເດັກ.
ສຳລັບການກະທຳຜິດໃນສະຖານຄະຣຸໂທດ ຈະບໍ່ມີການປ່ອຍຕົວພາງ.

ໝວດທີ 6
ການດຳເນີນຄະດີເດັກຂອງອົງການໄອຍະການປະຊາຊົນ

ມາດຕາ 66. ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນໃນການດຳເນີນຄະດີເດັກ
     ໃນການດຳເນີນຄະດີອາຍາຕໍ່ເດັກ ໄອຍະການປະຊາຊົນ ນອກຈາກຈະຕ້ອງປະຕິບັດສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ແລ້ວຍັງ ມີສິດ ແລະ ໜ້າທີ່ດັ່ງນີ້ :
       1. ວາງມາດຕະການ ໃນຂອບເຂດສິດອຳນາດຂອງຕົນ ເພື່ອປົກປ້ອງສິດ ແລະຜົນປະໂຫຍດ ຂອງເດັກ;
       2. ພິຈາລະນາສົ່ງຄະດີ ໃຫ້ໜ່ວຍໄກ່ເກັ່ຍຄະດີເດັກຂັ້ນບ້ານເປັນຜູ້ແກ້ໄຂ;
       3. ແກ້ໄຂຄະດີຢູ່ຂັ້ນຂອງຕົນດ້ວຍການໄກ່ເກັ່ຍ,ຖ້າບໍ່ສຳເລັດ ຈຶ່ງສັ່ງຟ້ອງຕໍ່ສານເດັກ;
       4. ພິຈາລະນາອອກຄຳສັ່ງຈັບຕົວ, ກັກຂັງພາງ ໃນກໍລະນີທີ່ຈຳເປັນ ແລະການກະທຳຜິດ ທີ່ກົດ ໝາຍກຳນົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປ;
       5. ພິຈາລະນາອອກຄຳສັ່ງປ່ອຍຕົວພາງ.
    ເພື່ອຮັບປະກັນການປະຕິບັດສິດ ແລະໜ້າທີ່ຂອງຕົນ ໄອຍະການປະຊາຊົນສູງສຸດ ອາດຈະສ້າງ ຕັ້ງໜ່ວຍງານດຳເນີນຄະດີເດັກສະເພາະ.

ມາດຕາ 67. ກຳນົດເວລາໃນການດຳເນີນຄະດີເດັກໃນຂັ້ນໄອຍະການປະຊາຊົນ
     ໄອຍະການປະຊາຊົນ ຕ້ອງຄົ້ນຄວ້າ ແລະພິຈາລະນາຄະດີ ທີ່ໄດ້ຮັບຈາກອົງການສືບສວນ-ສອບ ສວນ ພາຍໃນກຳນົດສິບວັນ ນັບແຕ່ວັນໄດ້ຮັບສຳນວນຄະດີເປັນຕົ້ນໄປ ແລະຕົກລົງດັ່ງນີ້:
       1. ສົ່ງສຳນວນຄະດີຄືນໃຫ້ອົງການສືບສວນ-ສອບສວນ ເພື່ອສືບສວນ-ສອບຖາມເພີ່ມເຕີມ;
       2. ສັ່ງຟ້ອງຕໍ່ສານເດັກ.
     ໃນກໍລະນີທີ່ໄອຍະການປະຊາຊົນ ຕົກລົງໄກ່ເກັ່ຍຄະດີເດັກຢູ່ຂັ້ນຂອງຕົນ ຕ້ອງພິຈາລະນາໃຫ້ສຳ ເລັດພາຍໃນກຳນົດ ສາມສິບວັນ ນັບແຕ່ວັນໄດ້ຮັບສຳນວນຄະດີເປັນຕົ້ນໄປ.

ໝວດທີ 7
ສານເດັກ

ມາດຕາ 68. ການສ້າງຕັ້ງສານເດັກ
     ສານເດັກ ສ້າງຕັ້ງຂຶ້ນຢູ່ແຂວງ, ນະຄອນ ຕາມການອະນຸມັດຂອງຄະນະປະຈຳສະພາແຫ່ງຊາດ, ຂຶ້ນກັບສານປະຊາຊົນສູງສຸດໂດຍກົງ ແລະພິຈາລະນາເປັນຂັ້ນຕົ້ນ. ສຳລັບຂັ້ນອຸທອນ ແລະຂັ້ນລົບລ້າງ ແມ່ນຄະນະສານເດັກຂອງສານປະຊາຊົນຂັ້ນອຸທອນ ແລະສານປະຊາຊົນສູງສຸດເປັນຜູ້ພິຈາລະນາ.
     ໃນກໍລະນີທີ່ບໍ່ທັນສາມາດສ້າງຕັ້ງໄດ້ນັ້ນ ແມ່ນມອບໃຫ້ຄະນະສານເດັກ ຂອງສານປະຊາຊົນ ເປັນຜູ້ພິຈາລະນາ.

ມາດຕາ 69. ຄະດີທີ່ພິຈາລະນາຢູ່ສານເດັກ
     ສານເດັກ ມີສິດພິຈາລະນາຄະດີ ດັ່ງນີ້:
       1. ຄະດີອາຍາທີ່ເດັກເປັນຜູ້ກະທຳຜິດ;
       2. ຄະດີກ່ຽວກັບແຮງງານເດັກ;
       3. ຄະດີແພ່ງທີ່ຮ້ອງຟ້ອງຕໍ່ສານກ່ຽວກັບເດັກ;
       4. ຂໍ້ຂັດແຍ່ງອື່ນໆກ່ຽວກັບເດັກ.

ມາດຕາ 70. ຫລັກການດຳເນີນຄະດີຂອງສານເດັກ
     ສານເດັກ ຕ້ອງດຳເນີນຄະດີຕາມຫລັກການຕົ້ນຕໍ ດັ່ງນີ້:
        1. ການພິຈາລະນາຄະດີເດັກ ຕ້ອງໃຫ້ມີຫ້ອງປະຊຸມສານທີ່ເໝາະສົມ ຊຶ່ງແຕກຕ່າງຈາກຫ້ອງປະຊຸມສານທົ່ວໄປ ແລະດຳເນີນຢ່າງປິດລັບ;
       2. ເດັກ ມີສິດເຂົ້າຮ່ວມໃນການພິຈາລະນາຄະດີ, ມີສິດສະເໜີຄຳເຫັນ ຊຶ່ງຕ້ອງໄດ້ຮັບ ການພິຈາລະນາ ບົນພື້ນຖານການຊັ່ງຊາຕາມອາຍຸ ແລະຄວາມສາມາດຂອງເດັກໃນການ ຈຳແນກ ຄວາມຖືກຜິດ;
       3. ພາສາ ແລະຄຳສັບທີ່ໃຊ້ໃນສານເດັກ ຕ້ອງແມ່ນພາສາລາວ ແລະເປັນຄຳສັບທີ່ເດັກເຂົ້າ ໃຈງ່າຍ, ຖ້າເດັກບໍ່ຮູ້ພາສາລາວ ຕ້ອງໃຫ້ມີຜູ້ແປພາສາ;
       4. ເດັກ ຕ້ອງໄດ້ຮັບການຊ່ວຍເຫລືອທາງດ້ານກົດໝາຍ ຈາກທະນາຍຄວາມ ຫລື ຜູ້ປົກປ້ອງອື່ນ ແລະມີພໍ່ແມ່ ຫລື ຜູ້ປົກຄອງເຂົ້າຮ່ວມນຳ;
       5. ປະຕິບັດຕາມຫລັກການອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການດຳເນີນຄະດີ ອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 71. ກຳນົດເວລາໃນການດຳເນີນຄະດີຢູ່ສານເດັກ
     ສານເດັກ ຕ້ອງນຳເອົາຄະດີອອກມາພິຈາລະນາພາຍໃນກຳນົດ ສິບຫ້າວັນ ນັບແຕ່ວັນໄດ້ຮັບຄຳ ສັ່ງຟ້ອງຂອງໄອຍະການປະຊາຊົນເປັນຕົ້ນໄປ.

ມາດຕາ 72. ການວາງໂທດທາງອາຍາຕໍ່ເດັກ
     ນອກຈາກປະຕິບັດຕາມຫລັກການລວມຂອງການວາງໂທດ ທີ່ກຳນົດໄວ້ໃນກົດໝາຍອາຍາແລ້ວ ສານເດັກ ອາດຈະນຳໃຊ້ມາດຕະການ ຫລື ວາງໂທດ ທີ່ເໝາະສົມກັບອາຍຸ ແລະຄວາມສາມາດ ຂອງ ເດັກ ໃນການຈຳແນກຄວາມຖືກຜິດ ດັ່ງນີ້ :
       1. ນຳໃຊ້ມາດຕະການຂອງສານຕໍ່ເດັກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ53(ໃໝ່) ຂອງກົດໝາຍ ອາຍາ;
       2. ພາກໂທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 47 ຂອງກົດໝາຍອາຍາ ແລ້ວສົ່ງໃຫ້ ພໍ່ແມ່ ຫລື ຜູ້ປົກຄອງ, ອົງການປົກຄອງບ້ານ ສຶກສາອົບຮົມ.
     ການວາງໂທດຕັດອິດສະລະພາບໃສ່ເດັກກະທຳຜິດ ໃຫ້ເປັນມາດຕະການສຸດທ້າຍ ເວັ້ນເສຍແຕ່ການກະທຳຜິດໃນສະຖານຄະຣຸໂທດ.
ຫ້າມລົງໂທດປະຫານຊີວິດ ແລະໂທດຕັດອິດສະລະພາບຕະຫລອດຊີວິດ ໃສ່ເດັກກະທຳຜິດ. ໃນກໍ ລະນີທີ່ມີຄວາມຈຳເປັນຕ້ອງໄດ້ລົງໂທດຕັດອິດສະລະພາບໃສ່ເດັກນັ້ນ ສານເດັກ ອາດຈະວາງໂທດໃສ່ການ ກະທຳຜິດຂອງເດັກເຄິ່ງໜຶ່ງຂອງໂທດ ທີ່ກົດໝາຍອາຍາໄດ້ກຳນົດໄວ້ ຫລື ສານເດັກ ອາດຈະວາງໂທດ ຕ່ຳກວ່າໂທດທີ່ກົດໝາຍອາຍາໄດ້ກຳນົດໄວ້ ຕາມມາດຕາ 44 ຂອງກົດໝາຍອາຍາກໍໄດ້.

ມາດຕາ 73. ການດຳເນີນຄະດີແພ່ງ ແລະ ຄະດີອື່ນໆຂອງສານເດັກ
     ສຳລັບການດຳເນີນຄະດີແພ່ງ ແລະ ຄະດີອື່ນໆ ຂອງສານເດັກ ໃຫ້ປະຕິບັດຕາມກົດໝາຍວ່າ ດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ໝວດທີ 8
ສູນຝຶກອົບຮົມສຳລັບເດັກກະທຳຜິດ

ມາດຕາ 74. ສິດ ແລະ ໜ້າທີ່ ຂອງສູນຝຶກອົບຮົມສຳລັບເດັກກະທຳຜິດ
     ເດັກກະທຳຜິດ ແລະຖືກສານຕັດສິນລົງໂທດຕັດອິດສະລະພາບ ຈະຖືກສົ່ງເຂົ້າສູນຝຶກອົບຮົມສຳ ລັບເດັກ.
ສູນຝຶກອົບຮົມດັ່ງກ່າວ ມີສິດ ແລະ ໜ້າທ່ີດັ່ງນີ້:
       1. ສຶກສາອົບຮົມແນວຄິດ, ຄຸນສົມບັດ, ການສຶກສາຮ່ຳຮຽນ, ຝຶກອົບຮົມວິຊາຊີບ ແລະ ໃຫ້ ການບໍລິການອື່ນໆທີ່ຈຳເປັນ ໂດຍສະເພາະ ດ້ານສາທາລະນະສຸກ ເພື່ອຊ່ວຍໃຫ້ເດັກເປັນຄົນດີ ແລະສາມາດກັບຄືນເຂົ້າສູ່ສັງຄົມ;
       2. ຈັດຕັ້ງການອອກແຮງງານ ຕາມຄວາມເໝາະສົມ ກັບອາຍຸຂອງເດັກ;
       3. ພົວພັນ, ຮ່ວມມື ແລະ ປະສານສົມທົບກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ;
       4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ໄດ້ກຳນົດໄວ້ໃນກົດໝາຍ.
     ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນຝຶກອົບຮົມສຳລັບເດັກກະທຳຜິດ ໄດ້ກຳນົດໄວ້ໃນລະ ບຽບການສະເພາະ.

ມາດຕາ 75. ສິດຂອງເດັກກະທຳຜິດໃນສູນຝຶກອົບຮົມ
     ເດັກກະທຳຜິດທີ່ຖືກສົ່ງເຂົ້າສູນຝຶກອົບຮົມ ມີສິດດັ່ງນີ້ :
       1. ມີບ່ອນພັກເຊົາ ແລະ ໄດ້ຮັບອາຫານຢ່າງເໝາະສົມ;
       2. ໄດ້ຮັບເຄື່ອງນຸ່ງຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບອາກາດ;
       3. ໄດ້ຮັບການບໍລິການດ້ານສາທາລະນະສຸກ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ;
       4. ໄດ້ຫລິ້ນກິລາ ແລະ ພັກຜ່ອນ;
       5. ໄດ້ພົບພໍ່ແມ່ , ຜູ້ປົກຄອງ, ຜູ້ປົກປ້ອງ, ຍາດພີ່ນ້ອງ ແລະ ໝູ່ເພື່ອນ;
       6. ໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດສຳລັບເດັກ;
       7. ໄດ້ຮັບການປົກປ້ອງຈາກທຸກຮູບແບບຂອງການທາລຸນ;
       8. ໄດ້ຮັບສິດອື່ນໆທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 76. ຄວາມຮັບຜິດຊອບຂອງເດັກໃນສູນຝຶກອົບຮົມ
     ເດັກກະທຳຜິດທີ່ຖືກສົ່ງເຂົ້າສູນຝຶກອົບຮົມ ມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້:
       1. ເຄົາລົບ ແລະ ປະຕິບັດລະບຽບພາຍໃນຂອງສູນຢ່າງເຄັ່ງຄັດ;
       2. ເອົາໃຈໃສ່ຝຶກຝົນຕົນເອງໃຫ້ກາຍເປັນເດັກທີ່ດີ;
       3. ເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນ, ອອກແຮງງານ ແລະຝຶກວິຊາຊີບ ;
       4. ເຄົາລົບ ແລະ ນັບຖືສິດຂອງຄົນອື່ນທີ່ຢູ່ໃນສະຖານທີ່ດຽວກັນ.

ມາດຕາ 77. ການຕິດຕາມ, ກວດກາສູນຝຶກອົບຮົມ
     ລັດເອົາໃຈໃສ່ຕິດຕາມ, ກວດກາຢ່າງເປັນປົກກະຕິ ກ່ຽວກັບການຝຶກອົບຮົມເດັກກະທຳຜິດ ໂດຍ ມອບໃຫ້ອົງການໄອຍະການປະຊາຊົນສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ຕິດຕາມ, ກວດກາການປະຕິ ບັດໜ້າທີ່ຂອງສູນຝຶກອົບຮົມດັ່ງກ່າວ ເພື່ອເຮັດໃຫ້ການຝຶກອົບຮົມນັ້ນ ໄດ້ດຳເນີນໄປຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ແລະມີປະສິດທິຜົນ.

ມາດຕາ 78. ການຊຸກຍູ້ ແລະ ຊ່ວຍເຫລືອເດັກທີ່ອອກຈາກສູນ
     ເດັກທີ່ອອກຈາກສູນຝຶກອົບຮົມເດັກກະທຳຜິດ ແລະສູນບຳບັດພື້ນຟູ ຕ້ອງໄດ້ຮັບການຊຸກຍູ້ ແລະ ຊ່ວຍເຫລືອ ຈາກຄະນະກຳມະການປົກປ້ອງ ແລະຊ່ວຍເຫລືອເດັກ ດ້ວຍການຕິດຕາມ, ສຶກສາອົບຮົມ, ໃຫ້ຄຳປຶກສາ ແລະໃຫ້ການຊ່ວຍເຫລືອແກ່ເດັກໃນການຊອກວຽກເຮັດງານທຳ ເພື່ອໃຫ້ເດັກໄດ້ມີໂອກາດເຂົ້າສູ່ສັງຄົມໂດຍໄວ.

ພາກທີ VI
ການຄຸ້ມຄອງ ແລະ ກວດກາ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ

ມາດຕາ 79. ອົງການຄຸ້ມຄອງ ແລະ ກວດກາ
    
ລັດຖະບານຄຸ້ມຄອງຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ແລະກວດກາການຈັດຕັ້ງປະ ຕິບັດກ່ຽວກັບ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ.
     ລັດຖະບານມອບໃຫ້ຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນ ເປັນຕົ້ນ ກະຊວງຍຸຕິທຳ, ຄະນະກຳມາທິການເພື່ອແມ່ ແລະເດັກແຫ່ງຊາດ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ສາ ທາລະນະສຸກ, ສຶກສາທິການ, ຖະແຫລງຂ່າວ ແລະວັດທະນະທຳ, ປ້ອງກັນຄວາມສະຫງົບ, ການຕ່າງປະ ເທດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະ ຊາຊົນສູງສຸດ ເປັນອົງການຄຸ້ມຄອງ ແລະກວດກາວຽກງານປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ.
     ໃນການຄຸ້ມຄອງ ແລະກວດກາການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ແມ່ນກະຊວງຍຸ ຕິທຳ ເປັນໃຈກາງໃນການປະສານງານລະຫວ່າງ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ມາດຕາ 80. ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດກາ
   
  ອົງການຄຸ້ມຄອງ ແລະກວດກາວຽກງານປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ມີສິດ ແລະ ໜ້າທີ່ດັ່ງນີ້:
       1. ວາງຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດ ຂອງເດັກ;
       2. ໂຄສະນາ, ເຜີຍແຜ່ ແນວທາງນະໂຍບາຍ, ລະບຽບກົດໝາຍກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ;
       3. ກໍ່ສ້າງ, ບຳລຸງພະນັກງານສະເພາະກ່ຽວກັບວຽກງານປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ;
       4. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ລະບຽບກົດ ໝາຍ ກ່ຽວກັບ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ;
       5. ເກັບກຳສະຖິຕິ ແລະຂໍ້ມູນກ່ຽວກັບເດັກ;
       6. ປະສານສົມທົບກັບພາກສ່ວນຕ່າງໆກ່ຽວກັບວຽກງານປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ;
       7. ພົວພັນ, ຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນ ກ່ຽວກັບວຽກງານ ປົກປ້ອງສິດ  ແລະ ຜົນປະໂຫຍດຂອງເດັກ;
       8. ສະຫລຸບ, ລາຍງານວຽກງານກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ໃຫ້ລັດ ຖະບານຊາບ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມລະບຽບກົດໝາຍ .

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 81. ນະໂຍບາຍຕໍ່ຜູ້ມີຜົນງານ
   
  ບຸກຄົນ ຫລື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການ ຍ້ອງຍໍ, ຊົມເຊີຍ ຫລື ໄດ້ຮັບນະໂຍບາຍອື່ນໆຕາມລະບຽບການ.
     ເດັກຜູ້ໃດ ຫາກໄດ້ເປັນແບບຢ່າງທີ່ດີແກ່ໝູ່ເພື່ອນ ໃນການປະຕິບັດສິດ ແລະຄວາມຮັບຜິດຊອບ ຂອງຕົນ ຈະໄດ້ຮັບການຍ້ອງຍໍ, ຊົມເຊີຍ ຫລື ໄດ້ຮັບນະໂຍບາຍອື່ນໆ ຕາມຄວາມເໝາະສົມ.

ມາດຕາ 82. ມາດຕະການຕໍ່ຜູ້ລະເມີດ
    
ບຸກຄົນ ຫລື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກປະຕິບັດມາດຕະການຕ່າງໆ ເຊັ່ນ: ມາດຕະການສຶກສາອົບຮົມ, ທາງບໍລິຫານ ຫລື ທາງອາຍາ ຕາມແຕ່ກໍລະນີເບົາ ຫລື ໜັກ ລວມທັງ ການໃຊ້ແທນຄ່າເສັຍຫາຍທາງແພ່ງ.

ມາດຕາ 83. ມາດຕະການສຶກສາອົບຮົມ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ ໃນກໍລະນີດັ່ງນີ້ :
       - ການຂັດຂວາງບໍ່ໃຫ້ເດັກໄປປິ່ນປົວ, ສັກຢາກັນພະຍາດ, ສຶກສາຮ່ຳຮຽນ ແລະປະກອບ ສ່ວນ ເຂົ້າໃນກິດຈະກຳຕ່າງໆ ທີ່ເປັນການພັດທະນາທາງຮ່າງກາຍ, ຈິດໃຈ, ມັນສະໝອງ, ຄວາມຮູ້ ແລະ ຄວາມສາມາດຂອງເດັກ;
       - ການປະພຶດທີ່ເປັນແບບຢ່າງອັນບໍ່ດີແກ່ເດັກ;
       - ການໃຊ້ເດັກໄປຊື້, ໂຄສະນາສິ່ງເສບຕິດ, ສິ່ງມຶນເມົາ;
       - ການຕິດຕັ້ງປ້າຍໂຄສະນາເຫລົ້າ, ເບັຍ, ຢາສູບ ຫລື ສິ່ງມຶນເມົາອື່ນໆ ຢູ່ໃກ້ໂຮງຮຽນ ຫລື ໃນເຂດຊຸມຊົນຂອງເດັກ;
       - ການເມີນເສີຍບໍ່ປະຕິບັດໜ້າທີ່ຂອງພະນັກງານ ກ່ຽວກັບການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ;
       - ການຮັບເອົາເດັກທີ່ມີອາຍຸຕໍ່າວ່າ ສິບສີ່ປີ ເຂົ້າເຮັດວຽກ;
       - ການລະເມີດອື່ນໆທີ່ມີລັກສະນະເບົາບາງ ຊຶ່ງໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ມາດຕາ 84. ມາດຕະການທາງບໍລິຫານ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກປັບໃໝ ຫລື ປະຕິບັດວິໄນ ໃນກໍລະນີດັ່ງນີ້ : 
       - ການລະເມີດມາດຕາ 83 ເທິງນີ້ ທີ່ໄດ້ຜ່ານການສຶກສາອົບຮົມມາແລ້ວ;
       - ການອະນຸຍາດໃຫ້ເດັກເຂົ້າຮ້ານກິນດື່ມ ທີ່ບໍລິການປະເພດເຫລົ້າ, ເບັຍ ຫລື ເຄື່ອງດື່ມ ທີ່ມີ ສິ່ງມຶນເມົາ ;
       - ການອະນຸຍາດໃຫ້ເດັກເຂົ້າມົ້ວສຸມໃນສິ່ງລາມົກ ແລະ ອະນາຈານ;
       - ການໃຫ້ເດັກເຮັດວຽກເກີນຊົ່ວໂມງ ຫລື ເຮັດວຽກໜັກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແຮງ ງານ;
       - ການລະເມີດອື່ນໆ ຊຶ່ງໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ທີ່ມີໂທດທາງບໍລິຫານ.
     ນອກຈາກມາດຕະການທີ່ກ່າວມາຂ້າງເທິງນີ້ແລ້ວ ຜູ້ລະເມີດອາດຈະຖືກໂຈະ ຫລື ຖອນໃບອະນຸ ຍາດດຳເນີນກິດຈະການ.
ຄ່າປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 85. ການເປີດເຜີຍປະຫວັດສ່ວນຕົວຂອງເດັກ
   
  ບຸກຄົນຜູ້ໃດ ຫາກໄດ້ເປີດເຜີຍປະຫວັດສ່ວນຕົວ ຫລື ຂໍ້ມູນຂ່າວສານ ກ່ຽວກັບເດັກທີ່ເປັນຜູ້ຖືກເສັຍຫາຍ, ຜູ້ຖືກຫາ, ຈຳເລີຍ ຫລື ເປັນຜູ້ກະທຳຜິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝແຕ່ 500.000 ກີບ ຫາ 2.000 000 ກີບ.

ມາດຕາ 86. ການເຜີຍແຜ່ສິ່ງລາມົກເດັກ
    
ບຸກຄົນຜູ້ໃດ ຫາກໄດ້ ຜະລິດ,ຈຳໜ່າຍ, ເຜີຍແຜ່, ນຳເຂົ້າ, ສົ່ງອອກ, ສະແດງ ຫລື ຂາຍ ໜັງສື, ຮູບ, ຟິມວີດີໂອ, ວີຊີດີ, ດີວີດີ ແລະ ສິ່ງອື່ນໆທີ່ລາມົກເດັກ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມ ປີ ແລະ ຈະຖືກປັບໃໝແຕ່ 2.000.000 ກີບ ຫາ 6.000.000 ກີບ.

ມາດຕາ 87. ການໃຊ້ແຮງງານເດັກ
    
ບຸກຄົນຜູ້ໃດ ຫາກໃຊ້ແຮງງານເດັກຢູ່ໃນຂົງເຂດທີ່ເປັນອັນຕະລາຍ ແລະຜ່ານການໃຊ້ມາດຕະ ການທາງບໍລິຫານມາແລ້ວ ຫາກບໍ່ເຂັດ ຫລາບ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງ ປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 2.000.000 ກີບ.
     ໃນກໍລະນີທີ່ການໃຊ້ແຮງງານນັ້ນ ຫາກພາໃຫ້ເດັກເສັຍອົງຄະ ຫລື ເສັຍຊີວິດ ຈະຖືກລົງໂທດ ຕັດອິດສະລະພາບແຕ່ ສາມປີ ຫາ ເຈັດປີ ແລະຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ  7.000.000 ກີບ.

ມາດຕາ 88. ການປະຖິ້ມເດັກ
   
  ບຸກຄົນຜູ້ໃດ ຫາກໄດ້້ປະຖີ້ມເດັກໂດຍເຈດຕະນາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກ ເດືອນ ຫາ ສອງ ປີ ແລະ ຈະຖືກປັບໃໝ ແຕ່ 600.000 ກີບ ຫາ 2.000.000 ກີບ.
     ໃນກໍລະນີທີ່ການປະຖີ້ມ ຫາກເຮັດໃຫ້ເດັກເສັຍອົງຄະ ຫລື ເສັຍຊີວິດ ຈະຖືກລົງໂທດຕັດອິດສະ ລະພາບແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 7.000.000 ກີບ.

ມາດຕາ 89. ການຮ່ວມເພດກັບເດັກ
    
ບຸກຄົນຜູ້ໃດ ຫາກໄດ້ຮ່ວມເພດກັບເດັກຍິງ ຫລື ເດັກຊາຍ ທີ່ມີອາຍຸ ຕ່ຳກວ່າ ສິບແປດປີລົງມາ ຫາ ສິບຫ້າປີ ດ້ວຍການຈ່າຍຄ່າຕອບແທນ ຫລື ຕອບສະໜອງຜົນປະໂຫຍດດ້ວຍຮູບການໃດໜຶ່ງ ຈະຖືກ ລົງໂທດ ຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝແຕ່ 1.000.000 ກີບ ຫາ 2.000.000 ກີບ.
     ບຸກຄົນຜູ້ໃດ ຫາກໄດ້ຮ່ວມເພດກັບເດັກຍິງ ຫລື ເດັກຊາຍ ທີ່ມີອາຍຸຕ່ຳກວ່າ ສິບຫ້າປີ ລົງມາ ຫາ  ສິບສອງປີ ດ້ວຍການຈ່າຍຄ່າຕອບແທນ ຫລື ຕອບສະໜອງຜົນປະໂຫຍດດ້ວຍຮູບການໃດໜຶ່ງ ຈະ ຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 2.000.000 ກີບ ຫາ 5.000.000 ກີບ.
     ບຸກຄົນຜູ້ໃດ ຫາກໄດ້ຮ່ວມເພດກັບເດັກຍິງ ຫລື ເດັກຊາຍ ທີ່ມີອາຍຸຕ່ຳກວ່າ ສິບສອງປີ ຈະ ດ້ວຍຮູບການໃດກໍຕາມ ຖືວ່າເປັນການ ຂົ່ມຂືນທຳຊຳເລົາເດັກ ແລະຈະຖືກລົງໂທດຕັດອິດສະລະພາບ ແຕ່ ເຈັດປີ ຫາ ສິບຫ້າ ປີ ແລະຈະຖືກປັບໃໝແຕ່ 7.000.000 ກີບ ຫາ 15.000.000 ກີບ.
     ບຸກຄົນຜູ້ໃດ ທີ່ໄດ້ສະເໜີ, ຮັບເອົາ, ຈັດຫາ ຫລື ສະໜອງເດັກທີ່ມີອາຍຸຕ່ຳກວ່າ ສິບແປດປີ ລົງ ມາໃຫ້ເປັນໂສເພນີ ຖືວ່າເປັນການກະທຳຜິດ ແລະຈະຖືກລົງໂທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 134 (ໃໝ່) ຂອງກົດໝາຍອາຍາ.

ມາດຕາ 90. ການຄ້າເດັກ
    
ບຸກຄົນໃດຫາກໄດ້ກະທຳຜິດ ໃນສະຖານການຄ້າເດັກ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າ ປີ ຫາ ສິບຫ້າປີ ແລະຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະຈະ ຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.

ມາດຕາ 91. ມາດຕະການທາງແພ່ງ
    
ນອກຈາກໂທດທີ່ໄດ້ກຳນົດໄວ້ໃນມາດຕາ 85 ຫາ 90 ຂອງກົດໝາຍສະບັບນີ້ແລ້ວ ຜູ້ກະທໍາຜິດ ຍັງຈະໄດ້ໃຊ້ແທນຄ່າເສຍຫາຍຕ່າງໆ ເຊັ່ນ: ຄ່າປິ່ນປົວ, ຄ່າປົວແປງຈິດໃຈ, ຄ່າປ່ວຍການ, ຄ່າເດີນທາງ, ຄ່າກິນຢູ່ພັກເຊົາ ແລະຄ່າເສຍຫາຍອື່ນໆ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 92. ການຈັດຕັ້ງປະຕິບັດ
    
ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດ ໝາຍສະບັບນີ້.

ມາດຕາ 93. ຜົນສັກສິດ
   
  ກົດໝາຍສະບັບນີ້ມີຜົນສັກສິດພາຍຫລັງ ເກົ້າສິບວັນ ນັບແຕ່ວັນປະທານປະເທດແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 


    ປະທານສະພາແຫ່ງຊາດ

ຜູ້ໃຫ້ການສະໜັບສະໜູນ