ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ການປະມົງ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 09-07-2009
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 03 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 9 ກໍ​ລະ​ກົດ  200​9

ກົດໝາຍ
ວ່າດ້ວຍ ການປະມົງ

ພາກທີ  I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ກົດໝາຍວ່າດ້ວຍ ການປະມົງ ກຳນົດ ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການກວດກາ ວຽກງານການປະມົງ ເພື່ອສົ່ງເສີມ ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ ແລະ ນຳໃຊ້ສັດນ້ຳ ແບບຍືນຍົງ ແນໃສ່ຮັບປະກັນ ການຕອບສະໜອງປາ ແລະ ສັດນ້ຳອື່ນ ເພື່ອເປັນອາຫານ ໃຫ້ປະຊາຊົນລາວບັນດາເຜົ່າ, ການປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ.

ມາດຕາ 2. ການປະມົງ
     ການປະມົງ ແມ່ນ ກິດຈະການດ້ານ ການລ້ຽງ, ການອະນຸລັກ, ການປົກປັກ ຮັກສາ, ການພັດທະນາ, ການຫາ, ການນຳໃຊ້ ສັດນ້ຳ ດ້ວຍວິທີການຕ່າງໆ ໃນພື້ນທີ່ແຫລ່ງນ້ຳໃດໜຶ່ງ.

ມາດຕາ 3. ການອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ສັດນ້ຳ ໝາຍເຖິງ ສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວຢູ່ໃນນ້ຳຕາມທຳມະຊາດ ຫລື ຖືກນຳເອົາຈາກທຳມະຊາດມາລ້ຽງ;
       2. ກິດຈະການການປະມົງ ໝາຍເຖິງ ທຸກການເຄື່ອນໄຫວທີ່ກ່ຽວຂ້ອງກັບການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນຳໃຊ້ສັດນ້ຳ;
       3. ຜະລິດຕະພັນສັດນ້ຳ ໝາຍເຖິງ ຜົນຜະລິດຈາກປາ ແລະ ສັດນ້ຳອື່ນ ທີ່ໄດ້ຜ່ານການປຸງແຕ່ງ;
       4. ບໍລິເວນລ້ຽງສັດນ້ຳ ໝາຍເຖິງ ພື້ນທີ່ດິນ, ບໍລິເວນນ້ຳ ລວມທັງ ສິ່ງປຸກສ້າງ ແລະ ອຸປະກອນຕ່າງໆ ທີ່ນຳໃຊ້ເຂົ້າໃນການລ້ຽງສັດນ້ຳ;
       5. ພື້ນທີ່ແຫລ່ງນ້ຳເພື່ອການປະມົງ ໝາຍເຖິງ ພື້ນທີ່ແຫລ່ງນ້ຳທີ່ມີນ້ຳຕະຫລອດປີ ຫລື ໃນບາງລະດູການ ຈະແມ່ນຈາກແຫລ່ງນ້ຳທຳມະຊາດ ຫລື ຈາກແຫລ່ງນ້ຳທີ່ຄົນສ້າງຂຶ້ນ ລວມທັງ ພື້ນທີ່ນາທີ່ຈັດເປັນບ່ອນລ້ຽງສັດນ້ຳ ແລະ ບັນດາພື້ນທີ່ແມ່ນ້ຳອື່ນ ຮ່ວມຊາຍແດນ ກັບປະເທດເພື່ອນບ້ານ ທີ່ຂຶ້ນກັບອຳນາດອະທິປະໄຕ ຂອງ ສປປ ລາວ;
       6. ວັງສະຫງວນ ໝາຍເຖິງ ເຂດນ້ຳ ເປັນຕົ້ນບ່ອນນ້ຳເລິກໃນພື້ນທີ່ແຫລ່ງນ້ຳ ຫລື ຕາມລຳແມ່ນ້ຳໃດໜຶ່ງ ຕາມການກຳນົດຂອງຄະນະກຳມະການ ຄຸ້ມຄອງການປະມົງ ຫລື ຕາມກົດລະບຽບຂອງການປະມົງຂັ້ນບ້ານ, ຂອງກົມກອງ ທີ່ໄດ້ກຳນົດໃຫ້ເປັນເຂດຫວງຫ້າມ ຕະຫລອດລະດູການ ເພື່ອເປັນບ່ອນທີ່ຢູ່ອາໄສ ແລະ ແຜ່ພັນຢ່າງປອດໄພ ຂອງຊັບພະຍາກອນສັດນ້ຳ;
       7. ເຄື່ອງມືຈັບປາ ໝາຍເຖິງ ອຸປະກອນຕ່າງໆ ເພື່ອໃຊ້ໃນການຫາປາ ແລະ ສັດນ້ຳອື່ນ;
       8. ເຄື່ອງມືຈັບປາແບບດັບສູນ ໝາຍເຖິງ ອຸປະກອນຕ່າງໆ ທີ່ນຳໃຊ້ເຂົ້າໃນການຫາປາ ແລະ ສັດນ້ຳອື່ນ ທີ່ມີລັກສະນະທຳລາຍ ເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ, ສານເຄມີ, ຄື້ນສຽງ ແລະ ອື່ນໆ;
       9. ສັດນ້ຳປະເພດຫວງຫ້າມ ໝາຍເຖິງ ສັດນ້ຳ ປະເພດທີ່ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ ຕາມທີ່ໄດ້ກຳນົດໄວ້ໃນບັນຊີ I ຂອງກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ. ສັດປະເພດດັ່ງກ່າວ ຕ້ອງໄດ້ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນຳໃຊ້ ຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ;
       10. ສັດນ້ຳປະເພດຄຸ້ມຄອງ ໝາຍເຖິງ ສັດນ້ຳ ປະເພດທີ່ມີຄຸນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ແລະ ການສຶກສາ ຄົ້ນຄວ້າ ທາງດ້ານວິທະຍາສາດ ຕາມທີ່ໄດ້ກຳນົດໄວ້ໃນ ບັນຊີ II ຂອງກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ. ສັດປະເພດດັ່ງກ່າວ ມີຈຳນວນຈຳກັດ ແລະ ສາມາດສູນພັນໄດ້ ຊຶ່ງຕ້ອງ ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມການນຳໃຊ້;
       11. ສັດນ້ຳປະເພດທົ່ວໄປ ໝາຍເຖິງ ສັດນ້ຳ ປະເພດທີ່ສາມາດຂະຫຍາຍພັນໄດ້ຕາມ ທຳມະຊາດຢ່າງຫລວງຫລາຍ, ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ຕໍ່ການສຶກສາ ຄົ້ນຄວ້າ ທາງດ້ານວິທະຍາສາດ ຕາມທີ່ໄດ້ກຳນົດໄວ້ໃນບັນຊີ III ຂອງກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ. ສັດປະເພດດັ່ງກ່າວ ສາມາດນຳໃຊ້ໄດ້ ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ສັດປະເພດດັ່ງກ່າວສູນພັນ ພ້ອມທັງ ບໍ່ໃຫ້ມີຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ລະບົບນິເວດ;
       12. ປາເອ້ ໝາຍເຖິງ ຊະນິດປາທີ່ມີຂະໜາດ, ຮູບຮ່າງ ແລະ ສີສັນງົດງາມ ແຕກຕ່າງກັນ ທີ່ ນຳມາລ້ຽງ ເພື່ອຄວາມງາມ, ປະດັບ ແລະ ວາງສະແດງ;
       13. ປາອໍ ຫລື ປາກອງ ໝາຍເຖິງ ຝູງປາຈຳນວນຫລວງຫລາຍ ທີ່ ກຳລັງປະສົມພັນ ຢູ່ ປາກນ້ຳ, ຫ້ວຍ, ຮ່ອງ ຫລື ບໍລິເວນນ້ຳໃດໜຶ່ງ ແລ້ວກຽມຈະຂຶ້ນໄປວາງໄຂ່ ຕາມ ຮ່ອມຫ້ວຍ ຫລື ຕາດນ້ຳ;
       14. ຊາວປະມົງ ໝາຍເຖິງ ຜູ້ລ້ຽງ, ຜູ້ພັດທະນາ, ຜູ້ຫາປາ ຫລື ສັດນ້ຳອື່ນ ເປັນອາຊີບ ຕົ້ນຕໍ;
       15. ການຄຸ້ມຄອງການປະມົງແບບຍືນຍົງ ໝາຍເຖິງ ການນຳໃຊ້ບັນດາມາດຕະການ ທາງດ້ານລະບຽບກົດໝາຍ, ແຜນການ ແລະ ການຈັດຕັ້ງ ຂອງອົງການທີ່ກ່ຽວຂ້ອງ ເພື່ອພັດທະນາ, ຄວບຄຸມ ແລະ ກວດກາ ການປະມົງ ເຮັດໃຫ້ວຽກງານດັ່ງກ່າວ ມີການຂະຫຍາຍຕົວ ຢ່າງໝັ້ນຄົງ, ມີລັກສະນະເສດຖະກິດ, ມີປະສິດທິຜົນ, ຮັບປະກັນສິ່ງແວດລ້ອມ, ມີຊີວິດຊີວາ ແລະ ເປັນທີ່ຍອມຮັບຂອງສັງຄົມ ທັງຕອບສະໜອງໄດ້ຄວາມ ຕ້ອງການຂອງຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນຕໍ່ໆໄປ;
       16. ຊັບພະຍາກອນການປະມົງ ໝາຍເຖິງ ຊີວະນາໆພັນ ໃນແຫລ່ງນ້ຳ, ພາຫະນະ, ເຄື່ອງມື, ເຕັກນິກທີ່ນຳໃຊ້ເຂົ້າໃນ ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ສັດນ້ຳ;
       17. ຜູ້ປະກອບການ ໝາຍເຖິງ ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ດຳເນີນກິດຈະການ ຫລື ທຸລະກິດ ກ່ຽວກັບການປະມົງ.

ມາດຕາ 4. ກຳມະສິດກ່ຽວກັບປາ ແລະ ສັດນ້ຳອື່ນ
     ປາ ແລະ ສັດນ້ຳອື່ນທຸກປະເພດຕາມທຳມະຊາດ ທີ່ບໍ່ເປັນກຳມະສິດຂອງບຸກຄົນ ຫລື ການຈັດຕັ້ງ ໃນຂອບເຂດດິນແດນ ຂອງ ສປປ ລາວ ເປັນກຳມະສິດ ຂອງວົງຄະນະຍາດ ແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ. ລັດຮັບຮູ້ສິດນຳໃຊ້ຂອງ ບຸກຄົນ ແລະ ການຈັດຕັ້ງ ຕາມລະບຽບກົດໝາຍ.
     ສຳລັບ ປາ ແລະ ສັດນ້ຳອື່ນ ທີ່ບຸກຄົນ ຫລື ການຈັດຕັ້ງ ໄດ້ນຳເອົາມາລ້ຽງ ໃນພື້ນທີ່ໃດໜຶ່ງ ດ້ວຍເຫື່ອແຮງ ຫລື ທຶນຮອນຂອງຕົນ ເປັນກຳມະສິດຂອງຜູ້ລ້ຽງ ຍົກເວັ້ນພໍ່ພັນແມ່ພັນ ແລະ ສາຍພັນຮຸ່ນ 1 ສຳລັບສັດນ້ຳປະເພດຫວງຫ້າມ ແລະ ພໍ່ພັນແມ່ພັນ ສຳລັບສັດນ້ຳປະເພດຄຸ້ມຄອງ. ໃນກໍລະນີທີ່ນຳມາລ້ຽງ ເປັນທຸລະກິດການປະມົງ ຕ້ອງມີການເຫັນດີຈາກຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 5.  ນະໂຍບາຍຂອງລັດດ້ານການປະມົງ
     ລັດ ສົ່ງເສີມການລ້ຽງ, ອະນຸລັກ, ປົກປັກຮັກສາ, ພັດທະນາ, ຂະຫຍາຍພັນ ສັດນ້ຳ ແລະ ຄຸ້ມຄອງການນຳໃຊ້ສັດນ້ຳ ຕາມທ່າແຮງຂອງທ້ອງຖິ່ນ ດ້ວຍການວາງນະໂຍບາຍ, ລະບຽບກົດໝາຍ, ສະໜອງທຶນຮອນ, ສົ່ງເສີມດ້ານວິຊາການ, ການຄົ້ນຄວ້າ, ການນຳໃຊ້ ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ມາດຕະການຕ່າງໆ ເພື່ອເພີ່ມຈຳນວນສັດນ້ຳ ໃຫ້ຫລາຍຂຶ້ນ ແນໃສ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວ ບັນດາເຜົ່າ.
     ລັດ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນ ການລ້ຽງ, ອະນຸລັກ, ປົກປັກຮັກສາ, ພັດທະນາ, ຂະຫຍາຍພັນ ແລະ ການປຸງແຕ່ງປາ ແລະ ສັດນ້ຳອື່ນ ດ້ວຍການປະຕິບັດນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີ ອາກອນ ຕາມລະບຽບກົດໝາຍ.
     ລັດ ຊຸກຍູ້ ໃຫ້ຊາວປະມົງ ຈັດຕັ້ງເປັນກຸ່ມ, ເປັນສະມາຄົມ, ເປັນສະຫະກອນ ເພື່ອສົ່ງເສີມ ວິທີການຜະລິດ, ການປຸງແຕ່ງປາ ແລະ ສັດນ້ຳອື່ນ ແນໃສ່ຮັບປະກັນຄຸນນະພາບ ຂອງຜົນຜະລິດ, ຜະລິດຕະພັນສັດນ້ຳ ລວມທັງ ເປັນເຈົ້າການໃນການຄຸ້ມຄອງການປະມົງ ໃຫ້ມີປະສິດທິຜົນ ແລະ ດຳເນີນກິດຈະການການປະມົງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ມາດຕາ 6. ຫລັກການພື້ນຖານດ້ານການປະມົງ
     ຫລັກການພື້ນຖານດ້ານການປະມົງ ມີ ດັ່ງນີ້:
       1. ເອົາ ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ,  ການຂະຫຍາຍ ພັນປາ ແລະ ສັດນ້ຳອື່ນ ແບບຍືນຍົງ ເປັນວຽກງານທີ່ມີສ່ວນຮ່ວມຂອງທົ່ວປວງຊົນ;
       2. ເອົາ ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຂະຫຍາຍ ພັນປາ ແລະ ສັດນ້ຳອື່ນ ເປັນຕົ້ນຕໍ, ເອົາ ການຄຸ້ມຄອງການຫາ ປາ ແລະ ສັດນ້ຳອື່ນ ເປັນສຳຄັນ;
       3. ນຳໃຊ້ ສັດນ້ຳ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ ສັງຄົມ ຫລື ທຳມະຊາດ;
       4. ສ້າງ ແລະ ປົກປັກຮັກສາ ເຂດອະນຸລັກພັນສັດນ້ຳ ຫລື ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫລ່ງອາຫານຂອງສັດນ້ຳ ເພື່ອສ້າງເງື່ອນໄຂໃຫ້ສັດດັ່ງກ່າວເຕີບໃຫຍ່, ຂະຫຍາຍພັນ ແນໃສ່ຮັກສາຄວາມສົມດຸນຂອງລະບົບນິເວດ ;
       5. ອະນຸລັກ, ປົກປັກຮັກສາ , ພັດທະນາ, ນຳໃຊ້ສັດນ້ຳ , ຄຸ້ມຄອງ ແລະ ກວດກາ ການປະມົງ ໃຫ້ສອດຄ່ອງ ກັບສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 7.  ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລ້ວນແຕ່ມີພັນທະ ໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນຳໃຊ້ມາດຕະການອັນຈຳເປັນ ເພື່ອສະກັດກັ້ນຜົນກະທົບຕໍ່ສັດນ້ຳ ຊຶ່ງເກີດຈາກທຳມະຊາດ ຫລື ການກະທຳ ຂອງຄົນ ເຊັ່ນ: ການປ່ອຍ ມົນລະພິດລົງໃສ່ແຫລ່ງນ້ຳທຳມະຊາດ, ພະຍາດລະບາດ, ການຫາປາ ແລະ ສັດນ້ຳອື່ນແບບທຳລາຍ, ການຊື້ຂາຍທີ່ບໍ່ຖືກຕ້ອງ, ການທຳລາຍຖິ່ນທີ່ຢູ່ອາໄສ, ບ່ອນວາງໄຂ່ ແລະ ແຫລ່ງອາຫານຂອງສັດນ້ຳ.

ມາດຕາ 8. ການຮ່ວມມືສາກົນ
     ລັດ ສົ່ງເສີມການພົວພັນ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ອົງການຈັດຕັ້ງສາກົນ ໃນວຽກງານການປະມົງ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ການປະມົງ

ໝວດທີ 1
ປະເພດປາ ແລະ ສັດນ້ຳອື່ນ

ມາດຕາ 9. ການແບ່ງປະເພດປາ ແລະ ສັດນ້ຳອື່ນ
     ປາ ແລະ ສັດນ້ຳອື່ນ ແບ່ງອອກເປັນສາມປະເພດ ດັ່ງນີ້:
       1. ປະເພດຫວງຫ້າມ;
       2. ປະເພດຄຸ້ມຄອງ;
       3. ປະເພດທົ່ວໄປ.

ມາດຕາ 10. ປາ ແລະ ສັດນ້ຳອື່ນປະເພດຫວງຫ້າມ
     ປາ ແລະ ສັດນ້ຳອື່ນປະເພດຫວງຫ້າມ ຕ້ອງໄດ້ຮັບການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ ສັດນ້ຳປະເພດດັ່ງກ່າວ ເວັ້ນເສັຍແຕ່ ໄດ້ຮັບອະນຸຍາດ ຈາກລັດ ຖະບານ.
     ລັດຖະບານ ເປັນຜູ້ຕົກລົງ ການຄົ້ນຄວ້າ ປ່ຽນແປງບັນຊີ ສັດນ້ຳປະເພດ ຫວງຫ້າມ ແຕ່ລະໄລຍະ ຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 11. ປາ ແລະ ສັດນ້ຳອື່ນປະເພດຄຸ້ມຄອງ
     ປາ ແລະ ສັດນ້ຳອື່ນປະເພດຄຸ້ມຄອງ ຕ້ອງໄດ້ຮັບການອະນຸລັກ, ປົກປັກຮັກສາ, ພັດທະນາ, ຄວບຄຸມ ແລະ ກວດກາການນຳໃຊ້ ສັດນ້ຳປະເພດດັ່ງກ່າວ ຕາມລະບຽບກົດໝາຍ.
     ອົງການປົກຄອງທ້ອງຖິ່ນ ເປັນຜູ້ອອກຂໍ້ຕົກລົງ ກ່ຽວກັບການບໍ່ອະນຸຍາດ ໃຫ້ນຳໃຊ້ສັດ ນ້ຳປະເພດຄຸ້ມຄອງ ຖ້າເຫັນວ່າ ສັດນ້ຳປະເພດດັ່ງກ່າວ ມີຄວາມສ່ຽງຕໍ່ການຈະສູນພັນ ໃນພື້ນທີ່ ແຫລ່ງນ້ຳທີ່ຕົນຄຸ້ມຄອງ ແລ້ວແຈ້ງໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ທີ່ກ່ຽວຂ້ອງ.
     ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ອອກຂໍ້ຕົກລົງ ກ່ຽວກັບການບໍ່ອະນຸຍາດ ໃຫ້ນຳໃຊ້ ບາງສັດນ້ຳປະເພດຄຸ້ມຄອງ ບົນພື້ນຖານການສະເໜີ ຂອງບັນດາອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຖ້າເຫັນວ່າ ສັດນ້ຳປະເພດດັ່ງກ່າວ ມີຄວາມສ່ຽງຕໍ່ການຈະສູນພັນ ໃນພື້ນທີ່ແຫລ່ງນ້ຳທີ່ກວມ ເອົາສອງແຂວງຂຶ້ນໄປ.

ມາດຕາ 12. ປາ ແລະ ສັດນ້ຳອື່ນປະເພດທົ່ວໄປ
     ປາ ແລະ ສັດນ້ຳອື່ນປະເພດທົ່ວໄປ ຕ້ອງໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ອະນຸຍາດໃຫ້ນຳໃຊ້ ໂດຍຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນບໍ່ໃຫ້ສູນພັນ ພ້ອມທັງ ບໍ່ໃຫ້ ມີຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ລະບົບນິເວດ.

ໝວດທີ 2
ຮູບແບບການປະມົງ

ມາດຕາ 13. ຮູບແບບການປະມົງ
     ການປະມົງ ປະກອບດ້ວຍ ສອງ ຮູບແບບ ດັ່ງນີ້:
       1. ການປະມົງແບບຄອບຄົວ;
       2. ການປະມົງແບບທຸລະກິດ.

ມາດຕາ 14. ການປະມົງແບບຄອບຄົວ
     ການປະມົງແບບຄອບຄົວ ແມ່ນ ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນຳໃຊ້ ສັດນ້ຳ ໃນຂອບເຂດພື້ນທີ່ແຫລ່ງນ້ຳໃດໜຶ່ງ ໂດຍສອດຄ່ອງກັບລະບຽບກົດໝາຍ ເພື່ອຊົມໃຊ້ໃນຊີວິດປະຈຳວັນຂອງຄອບຄົວ ເປັນຕົ້ນຕໍ.
     ການລ້ຽງປາ ແລະ ສັດນ້ຳອື່ນປະເພດທົ່ວໄປແບບຄອບຄົວ ແມ່ນ ໃຫ້ນຳໃຊ້ເນື້ອທີ່ໜອງ ຫລື ພື້ນທີ່ແຫລ່ງນ້ຳ ບໍ່ເກີນ 15.000 ຕາແມັດ ຫລື ລ້ຽງໃສ່ກະຊັງທີ່ມີເນື້ອທີ່ບໍ່ເກີນ 120 ຕາແມັດ ຕໍ່ຄອບຄົວ.
     ການລ້ຽງປາ ປະເພດທົ່ວໄປ, ປະເພດຫວງຫ້າມ ສາຍພັນຮຸ່ນ 2, ປະເພດຄຸ້ມຄອງ ສາຍ ພັນຮຸ່ນ 1 ບໍ່ຈຳເປັນຕ້ອງຂໍອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ.
     ສຳລັບ ພໍ່ພັນແມ່ພັນ ແລະ ສາຍພັນຮຸ່ນ 1 ຂອງສັດນ້ຳປະເພດຫວງຫ້າມ ແລະ ພໍ່ພັນແມ່ພັນ ຂອງສັດນ້ຳປະເພດຄຸ້ມຄອງ ແມ່ນບໍ່ອະນຸຍາດໃຫ້ຄອບຄົວລ້ຽງ.
     ຊາວປະມົງ ຕ້ອງໄດ້ຂຶ້ນບັນຊີສຳມະໂນຄົວຊາວປະມົງ ຕາມລະບຽບການ ຂອງຄະນະກຳ ມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳນັ້ນ.

ມາດຕາ 15. ການປະມົງແບບທຸລະກິດ
     ການປະມົງແບບທຸລະກິດ ແມ່ນ ການລ້ຽງ, ການຂະຫຍາຍແນວພັນ, ການຫາ, ການປຸງແຕ່ງ ປາ ແລະ ສັດນ້ຳອື່ນ ເພື່ອເປັນສິນຄ້າ ແລະ ຈຳໜ່າຍ, ປະກອບສ່ວນເຂົ້າ ໃນການອະນຸລັກ ແລະ ການປົກປັກຮັກສາ ສັດນ້ຳ.

ພາກທີ III
ກິດຈະການ ແລະ ການປົກປັກຮັກສາ ການປະມົງ

ໝວດທີ 1
ກິດຈະການການປະມົງ

ມາດຕາ 16. ຂັ້ນຕອນຂອງກິດຈະການການປະມົງ
     ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນຳໃຊ້ ສັດນ້ຳ ເປັນກິດຈະການ ຂອງການປະມົງ ຊື່ງຕ້ອງດຳເນີນຕາມຂັ້ນຕອນ ດັ່ງນີ້:
       1. ການສຳຫລວດການປະມົງ;
       2. ການວາງແຜນຍຸດທະສາດດ້ານການປະມົງ;
       3. ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງ.

ມາດຕາ  17. ການສຳຫລວດການປະມົງ
     ການສຳຫລວດການປະມົງ ແມ່ນ ການເກັບກຳຂໍ້ມູນ ສະຖິຕິກ່ຽວກັບປາ ແລະ ສັດນ້ຳອື່ນ ແຕ່ລະປະເພດ, ຊະນິດ, ສາຍພັນຕາມສະພາບການຂະຫຍາຍຕົວ ໃນແຕ່ລະໄລຍະ, ແຕ່ລະເຂດ ພື້ນທີ່ແຫລ່ງນ້ຳ ເພື່ອຈັດສັນ, ເປັນຂໍ້ມູນໃນການວາງແຜນ ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ຄຸ້ມຄອງ.
     ການສຳຫລວດການລ້ຽງສັດນ້ຳ ແມ່ນ ການເກັບກຳຂໍ້ມູນ ສະຖິຕິເນື້ອທີ່ການລ້ຽງ, ປະເພດ ພັນປາ ແລະ ສັດນ້ຳອື່ນ, ວິທີການລ້ຽງ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນ ພັດທະນາວຽກງານການປະມົງ.
     ການສຳຫລວດການຫາ, ການນຳໃຊ້ ສັດນ້ຳ ແມ່ນ ການເກັບກຳ ຂໍ້ມູນສະຖິຕິ ພື້ນທີ່ ແຫລ່ງນ້ຳ, ວິທີການຫາ, ເຄື່ອງມືອຸປະກອນ, ເຕັກນິກ ການຫາ ແລະ ການນຳໃຊ້ ເພື່ອວາງແຜນ ຄຸ້ມຄອງດ້ວຍການກຳນົດເຂດຫາ, ລະດູການຫາ ແລະ ເຄື່ອງມືອຸປະກອນ ການຫາ ທີ່ເໝາະສົມ.
     ການສຳຫລວດການປະມົງ ແມ່ນ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ດຳເນີນ.

ມາດຕາ  18. ການວາງແຜນຍຸດທະສາດດ້ານການປະມົງ
     ກະຊວງ ກະສິກຳ ແລະ ປ່າໄມ້ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ວາງແຜນຍຸດທະສາດຮອບດ້ານ ແລະ ຍາວນານ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາການປະມົງ ເພື່ອເປັນທິດທາງລວມ ໃນການຫັນເປັນແຜນງານ,ໂຄງການ ແລະ ມາດຕະການສະເພາະໜ້າ ກ້າວໄປສູ່ການລ້ຽງ ແລະ ການປຸງແຕ່ງ ແບບອຸດສາຫະກຳ ແລະ ທັນສະໄໝ.

ມາດຕາ  19. ການສຶກສາ ຄົ້ນຄວ້າວິທະຍາສາດດ້ານການປະມົງ
     ການສຶກສາ ຄົ້ນຄວ້າວິທະຍາສາດດ້ານການປະມົງ ແມ່ນ ການສຶກສາ, ຄົ້ນຄວ້າ ທົດລອງ ວິທະຍາສາດ ກ່ຽວກັບແນວພັນໃໝ່, ເຕັກນິກການລ້ຽງແບບໃໝ່, ການຜະລິດອາຫານປາ ແລະ ສັດນ້ຳອື່ນ, ເຕັກໂນໂລຊີ ການປຸງແຕ່ງ, ພະຍາດປາ, ການປິ່ນປົວ, ລະບົບນິເວດວິທະຍາ ແລະ ອື່ນໆ ເພື່ອເສີມຂະຫຍາຍ ສິດເປັນເຈົ້າໃນວຽກງານການປະມົງ, ຈຳກັດການນຳເຂົ້າ ແນວພັນ, ຫົວອາຫານປາ ແລະ ສັດນ້ຳອື່ນ ຈາກຕ່າງປະເທດ.
     ຂະແໜງການກະສິກຳ ແລະ ປ່າໄມ້ ເອົາໃຈໃສ່ ສ້າງ ແລະ ປັບປຸງ ສະຖາບັນ, ສູນຄົ້ນ ຄວ້າທົດລອງ ເພື່ອດຳເນີນການສຶກສາ, ຄົ້ນຄວ້າ ທົດລອງວິທະຍາສາດ. ເພື່ອຮັບປະກັນ ໃຫ້ແກ່ ການຄົ້ນຄວ້າ ທົດລອງ, ຜະລິດ, ສະໜອງແນວພັນປາ ແລະ ສັດນ້ຳອື່ນ ຢ່າງກວ້າງຂວາງນັ້ນ ທຸກພາກສ່ວນ ຂອງລັດ ແລະ ເອກະຊົນ ຕ້ອງເຂົ້າຮ່ວມໃນວຽກງານດັ່ງກ່າວ.
     ການນຳເຂົ້າ ແລະ ສົ່ງອອກ ຕົວຢ່າງ ປາ ແລະ ສັດນ້ຳອື່ນ ເປັນຕົ້ນ ຊາກ ຫລື ສິ້ນສ່ວນ ເພື່ອການສຶກສາ, ຄົ້ນຄວ້າທາງວິທະຍາສາດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງ ກະສິກຳ ແລະ ປ່າໄມ້. ພາຍຫລັງທີ່ສຳເລັດການສຶກສາ, ຄົ້ນຄວ້າແລ້ວ ຕ້ອງລາຍງານຜົນໄດ້ຮັບໃຫ້ກະຊວງກະສິກຳ ແລະ ປ່າໄມ້.
     ການສຶກສາຄົ້ນຄວ້າວິທະຍາສາດດ້ານການປະມົງ ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ.

ມາດຕາ 20.  ເງື່ອນໄຂສຳລັບການຄົ້ນຄວ້າວິທະຍາສາດດ້ານການປະມົງ
     ບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງສຶກສາຄົ້ນຄວ້າວິທະຍາສາດ ດ້ານການປະມົງ ຕ້ອງ ປະຕິບັດຕາມເງື່ອນໄຂ ດັ່ງນີ້:
       1. ກຳນົດ ບ່ອນ ຫລື ເຂດໃນພື້ນທີ່ແຫລ່ງນ້ຳ, ໂຄງການຄົ້ນຄວ້າໃຫ້ຈະແຈ້ງ;
       2. ກຳນົດ ເຄື່ອງມື ອຸປະກອນ ການຄົ້ນຄວ້າ ແລະ ວິທີການ, ເຕັກນິກ ທີ່ຈະນຳໃຊ້;
       3. ກຳນົດເວລາຂອງການນຳໃຊ້ໃບອະນຸຍາດຄົ້ນຄວ້າ;
       4. ມີນັກວິຊາການລາວເຂົ້າຮ່ວມໃນໂຄງການຄົ້ນຄວ້າ.
     ພາຍຫລັງທີ່ໄດ້ສຳເລັດການຄົ້ນຄວ້າແລ້ວ ຕ້ອງລາຍງານຜົນ ແລະ ແຜນພັດທະນາການ ປະມົງໃນຕໍ່ໜ້າ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້.

ໝວດທີ 2
ການປົກປັກຮັກສາ ແລະ ການພັດທະນາ ການປະມົງ

ມາດຕາ 21. ການປົກປັກຮັກສາ ການປະມົງ
     ການປົກປັກຮັກສາ ການປະມົງ ປະກອບດ້ວຍ:
       - ການປົກປັກຮັກສາ ປາ ແລະ ສັດນ້ຳອື່ນ;
       - ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ.

ມາດຕາ  22. ການປົກປັກຮັກສາ ປາ ແລະ ສັດນ້ຳອື່ນ
     ການປົກປັກຮັກສາ ປາ ແລະ ສັດນ້ຳອື່ນ ແມ່ນ ການປ້ອງກັນ ປາ ແລະ ສັດນ້ຳອື່ນ ບໍ່ໃຫ້ ຖືກທຳລາຍດ້ວຍທຳມະຊາດ ຫລື ການກະທຳຂອງຄົນ ເຊັ່ນ: ການຫາປາ ແລະ ສັດນ້ຳອື່ນ ດ້ວຍການນຳໃຊ້ ເຄື່ອງມື ອຸປະກອນ ແລະ ວິທີການຫາແບບທຳລາຍ ເພື່ອເຮັດໃຫ້ ປາ ແລະ ສັດນ້ຳອື່ນ ມີການຂະຫຍາຍຕົວ ແລະ ອຸດົມສົມບູນຕະຫລອດໄປ.

ມາດຕາ 23. ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ
     ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ ແມ່ນ ການອະນຸລັກ, ຮັກສາຖິ່ນທີ່ ຢູ່ອາໄສຂອງປາ ແລະ ສັດນ້ຳອື່ນ ແລະ ລະບົບນິເວດຂອງພື້ນທີ່ແຫລ່ງນ້ຳ ລວມທັງ ວັງສະຫງວນ, ເຂດເພາະພັນປາທຳມະຊາດ, ແຫລ່ງອາຫານ ແລະ ເຂດຫວງຫ້າມອື່ນ ເພື່ອໃຫ້ຊີວະນາໆພັນ ມີຄວາມອຸດົມສົມບູນ ແລະ ຍືນຍົງ. ພ້ອມກັນນັ້ນ ກໍຕ້ອງວາງມາດຕະການປ້ອງກັນ ເພື່ອສະກັດກັ້ນ ການບຸກລຸກ ການທຳລາຍ ຈາກການກະທຳຂອງຄົນ ຫລື ຈາກທຳມະຊາດ.

ມາດຕາ 24. ການພັດທະນາການປະມົງ
     ການພັດທະນາການປະມົງ ແມ່ນ ການປັບປຸງ ການລ້ຽງ, ການຂະຫຍາຍພັນ ແລະ ການປຸງແຕ່ງ ປາ ແລະ ສັດນ້ຳອື່ນ ໃຫ້ມີປະສິດທິຜົນ ດ້ວຍການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີໃໝ່.
     ການພັດທະນາການລ້ຽງ ແມ່ນ ການປັບປຸງຮູບແບບການລ້ຽງ ໄປສູ່ຮູບແບບການລ້ຽງທີ່ທັນສະໄໝ ດ້ວຍການສະໜອງແນວພັນ ແລະ ໃຫ້ອາຫານປາ ແລະ ສັດນ້ຳອື່ນຢ່າງພຽງພໍ, ນຳໃຊ້ເຕັກນິກ ແລະ ວິທີການລ້ຽງແຕ່ລະປະເພດ ໃຫ້ແທດເໝາະກັບເງື່ອນໄຂ, ທ່າແຮງ ແລະ ສະພາບແວດລ້ອມ ຂອງທ້ອງຖິ່ນ ແນໃສ່ຍົກສູງຜະລິດຕະພາບຂອງປາ ແລະ ສັດນ້ຳອື່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນ ແລະ ເປັນສິນຄ້າສົ່ງອອກ.
     ການພັດທະນາການຂະຫຍາຍພັນປາ ແລະ ສັດນ້ຳອື່ນ ແມ່ນ ການຜະລິດ ແນວພັນສັດນ້ຳ ໃໝ່ທີ່ດີ ແລະ ຮັບປະກັນ ທັງປະລິມານ ແລະ ຄຸນນະພາບຂອງສັດນ້ຳ ເພື່ອຕອບສະໜອງຄວາມ ຕ້ອງການຂອງສັງຄົມ ແລະ ຕະຫລາດ.
     ການພັດທະນາການປຸງແຕ່ງປາ ແລະ ສັດນ້ຳອື່ນ ແມ່ນ ການເຮັດໃຫ້ຜະລິດຕະພັນສັດນ້ຳ ມີຄຸນນະພາບ ດ້ວຍການນຳໃຊ້ວິທະຍາສາດເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ.

ພາກທີ IV
ການນຳໃຊ້ສັດນ້ຳ

ໝວດທີ 1
ປະເພດການນຳໃຊ້ສັດນ້ຳ

ມາດຕາ 25. ປະເພດການນຳໃຊ້ສັດນ້ຳ
     ການນຳໃຊ້ສັດນ້ຳ ມີ ສີ່ ປະເພດດັ່ງນີ້:
       1. ການນຳໃຊ້ເພື່ອຄອບຄົວ;
       2. ການນຳໃຊ້ເພື່ອສາທາລະນະປະໂຫຍດ;
       3. ການນຳໃຊ້ຕາມຮີດຄອງ;
       4. ການນຳໃຊ້ເພື່ອທຸລະກິດ.

ມາດຕາ  26. ການນຳໃຊ້ເພື່ອຄອບຄົວ
     ການນຳໃຊ້ສັດນ້ຳເພື່ອຄອບຄົວ ແມ່ນ ການນຳເອົາປາ ແລະ ສັດນ້ຳອື່ນ ຊຶ່ງໄດ້ຈາກ ການລ້ຽງ, ການຫາ ມາປຸງແຕ່ງເປັນອາຫານເພື່ອບໍລິໂພກ, ເປັນປາເອ້ ຫລື ຈຳໜ່າຍ ສ້າງເປັນລາຍຮັບໃຫ້ແກ່ຄອບຄົວ.

ມາດຕາ  27. ການນຳໃຊ້ເພື່ອສາທາລະນະປະໂຫຍດ
     ການນຳໃຊ້ສັດນ້ຳເພື່ອສາທາລະນະປະໂຫຍດ ແມ່ນ ການນຳເອົາປາ ແລະ ສັດນ້ຳອື່ນ ມາຮັບໃຊ້ຜົນປະໂຫຍດສ່ວນລວມ ເຊັ່ນ: ການວາງສະແດງຢູ່ຫໍພິພິທະພັນ, ສວນສັດ ແລະ ອື່ນໆ ເພື່ອການເຂົ້າຊົມ ແລະ ສຶກສາຄົ້ນຄວ້າວິທະຍາສາດ, ແຕ່ການນຳໃຊ້ນັ້ນຕ້ອງຮັບປະກັນຄວາມຍືນຍົງ, ບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ ສັງຄົມ ຫລື ທຳມະຊາດ.

ມາດຕາ 28.  ການນຳໃຊ້ຕາມຮີດຄອງ
     ການນຳໃຊ້ສັດນ້ຳຕາມຮີດຄອງ ແມ່ນ ການນຳເອົາປາ ແລະ ສັດນ້ຳອື່ນມາໃຊ້ເພື່ອຄວາມ ຈຳເປັນທາງດ້ານວັດທະນະທຳ ຫລື ຄວາມເຊື່ອຖື ແລະ ບຸນປະເພນີບ້ານ ເຊັ່ນ: ການປ່ອຍປາ, ປ່ອຍຫອຍ, ປ່ອຍອ່ຽນ, ການຜ່າໜອງ ແລະ ອື່ນໆ.

ມາດຕາ 29.  ການນຳໃຊ້ເພື່ອທຸລະກິດ
     ການນຳໃຊ້ສັດນ້ຳເພື່ອທຸລະກິດ ແມ່ນ ການປຸງແຕ່ງ, ການຂະຫຍາຍແນວພັນ, ການຈຳໜ່າຍ, ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ປາ ແລະ ສັດນ້ຳອື່ນ ທີ່ໄດ້ຂື້ນທະບຽນ ຕາມລະບຽບກົດໝາຍ.

ໝວດທີ 2
ທຸລະກິດການປະມົງ

ມາດຕາ 30. ທຸລະກິດການລ້ຽງປາ ແລະ ສັດນ້ຳອື່ນ
     ທຸລະກິດການລ້ຽງປາ ແລະ ສັດນ້ຳອື່ນ ເພື່ອເປັນສິນຄ້າ ແລະ ຈຳໜ່າຍ ຕ້ອງໄດ້ຮັບອະນຸຍາດ ແລະ ຂຶ້ນທະບຽນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.
     ທຸລະກິດການລ້ຽງປາ ປະເພດທົ່ວໄປ ທີ່ ນຳໃຊ້ເນື້ອທີ່ໜອງ ຫລື ພື້ນທີ່ີ່ແຫລ່ງນ້ຳ ເກີນ ກວ່າ 15.000 ຫາ 50.000 ຕາແມັດ ຫລື ລ້ຽງໃສ່ກະຊັງ ທີ່ມີເນື້ອທີ່ເກີນກວ່າ 120 ຫາ 250 ຕາແມັດ ຕ້ອງໄດ້ຮັບການເຫັນດີຈາກ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ. ໃນກໍລະນີ ທີ່ນຳໃຊ້ ເນື້ອທີ່ໜອງ ຫລື ພື້ນທີ່ແຫລ່ງນ້ຳ ເກີນກວ່າ 50.000 ຕາແມັດ ຫລື ລ້ຽງໃສ່ກະຊັງ ທີ່ມີເນື້ອທີ່ເກີນກວ່າ 250 ຕາແມັດ ຕ້ອງໄດ້ຮັບການເຫັນດີຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ.
     ສຳລັບ ທຸລະກິດການລ້ຽງປາປະເພດຫວງຫ້າມ ຕ້ອງໄດ້ຮັບການເຫັນດີ ຈາກລັດຖະບານ, ສ່ວນທຸລະກິດການລ້ຽງປາປະເພດຄຸ້ມຄອງ ຕ້ອງໄດ້ຮັບການເຫັນດີຈາກ ກະຊວງກະສິກຳ ແລະ ປ່າໄມ້ ຕາມເນື້ອທີ່ໜອງ ຫລື ພື້ນທີ່ແຫລ່ງນ້ຳ ທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 31.  ທຸລະກິດກ່ຽວກັບປາເອ້
     ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດກ່ຽວກັບປາເອ້ ເປັນຕົ້ນ ການລ້ຽງ, ການປະສົມພັນ, ການຂະຫຍາຍພັນ, ການສົ່ງອອກ ແລະ ນຳເຂົ້າ ຕ້ອງໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

ມາດຕາ 32. ທຸລະກິດການປະມົງກ່ຽວກັບກິດຈະການອື່ນ
     ທຸລະກິດ ການປຸງແຕ່ງ, ການຂະຫຍາຍແນວພັນ, ການຈຳໜ່າຍ, ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ປາ ແລະ ສັດນ້ຳອື່ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 33. ເງື່ອນໄຂຂອງການດຳເນີນທຸລະກິດການປະມົງ
     ການດຳເນີນທຸລະກິດການປະມົງ ຕ້ອງປະຕິບັດ ຕາມເງື່ອນໄຂຕົ້ນຕໍ ດັ່ງນີ້:
       - ມີບົດວິພາກເສດຖະກິດ-ເຕັກນິກ;
       - ມີບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລ້ວແຕ່ກໍລະນີ;
       - ມີສະຖານທີ່, ພື້ນທີ່, ນັກວິຊາການ, ເຕັກນິກກ່ຽວກັບ ການປະມົງ, ຄວາມສະດວກ ໃນການເຂົ້າອອກ, ການຂົນສົ່ງ ແລະ ອື່ນໆ ໂດຍການເຫັນດີຂອງຂະແໜງລ້ຽງສັດ ແລະ ການປະມົງ;
       - ໄດ້ຮັບການເຫັນດີ ຈາກ ຄະນະກຳມະການຄຸ້ມຄອງ ການປະມົງປະຈຳພື້ນທີ່ແຫລ່ງນ້ຳ ທີ່ກ່ຽວຂ້ອງ ສຳລັບການລ້ຽງສັດນ້ຳ.

ມາດຕາ 34. ຜົນຜະລິດ ແລະ ຜະລິດຕະພັນສັດນ້ຳ
     ຜົນຜະລິດ ແລະ ຜະລິດຕະພັນປາ ແລະ ສັດນ້ຳອື່ນ ທີ່ໄດ້ມາຈາກ ທຸລະກິດການລ້ຽງ ແລະ ການປຸງແຕ່ງ ເປັນກຳມະສິດສ່ວນຕົວ ຂອງຜູ້ປະກອບການ.
     ປາ ແລະ ສັດນ້ຳອື່ນ ທີ່ໄດ້ເລັດລອດໜີອອກຈາກເຂດພື້ນທີ່ລ້ຽງ ຂອງຜູ້ປະກອບການ ຍັງເປັນກຳມະສິດຂອງຜູ້ກ່ຽວຢູ່ ຖ້າຫາກມີຫລັກຖານຢັ້ງຢືນຢ່າງຖືກຕ້ອງ.

ມາດຕາ 35. ການໂຈະ ຫລື ຍົກເລີກ ການດຳເນີນທຸລະກິດ
     ຂະແໜງການກະສິກຳ ແລະ ປ່າໄມ້ ສະເໜີ ໂຈະ ຫລື ຍົກເລີກ ການດຳເນີນທຸລະກິດຂອງ ຜູ້ປະກອບການກ່ຽວກັບສັດນ້ຳ ທີ່ລະເມີດລະບຽບກົດໝາຍ ພາຍຫລັງທີ່ໄດ້ສຶກສາອົບຮົມ ແລະ ຕັກເຕືອນມາແລ້ວ.
     ການໂຈະການດຳເນີນທຸລະກິດ ມີ ກໍລະນີ ດັ່ງນີ້:
       1. ບໍ່ປະຕິບັດຕາມເງື່ອນໄຂໃດໜຶ່ງຂອງການອະນຸຍາດດຳເນີນທຸລະກິດ;
       2. ບໍ່ລາຍງານ ກ່ຽວກັບການເກີດພະຍາດ ຫຼື ຈຸລິນຊີ ທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ສັດ ນ້ຳ ຫຼື ຊີວິດຂອງຄົນ ໂດຍບໍ່ມີມາດຕະການປ້ອງກັນ ແລະ ແກ້ໄຂແຕ່ຢ່າງໃດ;
       3. ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫຼື ທຳມະຊາດ ເກີນມາດຕະຖານທີ່ໄດ້ກຳນົດໄວ້;
       4. ສ້າງຜົນເສຍຫາຍຢ່າງຫລວງຫລາຍໃຫ້ແກ່ຜົນປະໂຫຍດຂອງຜູ້ຢູ່ໃກ້ຄຽງ;
       5. ຕາມການຮ້ອງຂໍຂອງຜູ້ກ່ຽວໂດຍມີເຫດຜົນພຽງພໍ.

     ການຍົກເລີກການດຳເນີນທຸລະກິດ ມີ ກໍລະນີ ດັ່ງນີ້ :
       1. ບໍ່ດຳເນີນທຸລະກິດພາຍໃນກຳນົດເວລາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການ
ສົ່ງເສີມການລົງທືນ ພາຍຫລັງທີ່ໄດ້ຮັບອະນຸຍາດແລ້ວ;
       2. ບໍ່ປະຕິບັດຫລັກວິຊາການ ຕາມມາດຕະຖານ ຊຶ່ງອົງການທີ່ກ່ຽວຂ້ອງໄດ້ກຳນົດໄວ້;
       3. ຢຸດເຊົາການດຳເນີນທຸລະກິດ ໂດຍບໍ່ແຈ້ງໃຫ້ອົງການທີ່ກ່ຽວຂ້ອງຮັບຊາບ;
       4. ບໍ່ເສຍພັນທະ ຕາມລະບຽບກົດໝາຍ;
       5. ຕາມການຮ້ອງຂໍຂອງຜູ້ປະກອບການ.

ໝວດທີ 3
ສິດ ແລະ ພັນທະ ຂອງຜູ້ປະກອບການ

ມາດຕາ 36. ສິດຂອງຜູ້ປະກອບການ
     ຜູ້ປະກອບການກ່ຽວກັບການປະມົງ ມີ ສິດ ຄອບຄອງ, ນຳໃຊ້, ພັດທະນາ, ໄດ້ຮັບໝາກຜົນ, ມອບ, ຊື້ຂາຍ ແລະ ໃຫ້ຜູ້ອື່ນສືບທອດກິດຈະການການປະມົງ ລວມທັງ ມີສິດ ສຶກສາ ຄົ້ນຄວ້າ ທົດລອງ ທາງດ້ານວິທະຍາສາດກ່ຽວກັບປາ ແລະ ສັດນ້ຳອື່ນ ດ້ວຍຕົນເອງ ຫລື ຮ່ວມກັບ ຜູ້ອື່ນ ຕາມການອະນຸຍາດ ແລະ ມີສິດອື່ນ ຕາມລະບຽບກົດໝາຍ.

ມາດຕາ 37. ພັນທະຂອງຜູ້ປະກອບການ
     ຜູ້ປະກອບການກ່ຽວກັບການປະມົງ ມີພັນທະ ດັ່ງນີ້ :
       1. ປະຕິບັດວຽກງານການປະມົງ ຕາມລະບຽບກົດໝາຍ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຢ່າງເຂັ້ມງວດ;
       2. ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫລື ທຳມະຊາດ ໃນການດຳເນີນທຸລະກິດ ການປະມົງ ເກີນມາດຕະຖານທີ່ໄດ້ກຳນົດໄວ້;
       3. ປະກອບສວ່ນໃນການສະກັດກັ້ນ ການລັກລອບຫາສັດນ້ຳ ແລະ ການທຳລາຍ ຖິ່ນທີ່ ຢູ່ ອາໄສ ຂອງປາ ແລະ ສັດນ້ຳອື່ນ;
       4. ອະນຸລັກ, ປົກປັກຮັກສາ ປາ ແລະ ສັດນ້ຳອື່ນ ເປັນຕົ້ນ ປະເພດຫວງຫ້າມ, ປະເພດ ຄຸ້ມຄອງ ແລະ ລະບົບນິເວດ;
       5. ປະກອບສ່ວນ ແລະ ຂົນຂວາຍ ທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາການປະມົງ;
       6. ເສຍຄ່າທຳນຽມ ແລະ ພັນທະອື່ນ ກ່ຽວກັບທຸລະກິດການປະມົງ;
       7. ກວດກາ, ຕິດຕາມ ສະພາບການລະບາດ ຂອງພະຍາດ ປາ ແລະ ສັດນ້ຳອື່ນ ແລະ ດຳເນີນການແກ້ໄຂຢ່າງທັນການ ໃນກໍລະນີທີ່ເກີດພະຍາດ;
       8. ໃຫ້ຄວາມຮ່ວມມື ແລະ ລາຍງານກ່ຽວກັບຂໍ້ມູນ ດ້ານການປະມົງ ເປັນຕົ້ນ ການລ້ຽງ, ການນຳໃຊ້ສັດນ້ຳ ແກ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ທ້ອງຖິ່ນ.

ພາກທີ V
ຂໍ້ຫ້າມ

ມາດຕາ 38. ຂໍ້ຫ້າມທົ່ວໄປ
     ຫ້າມ ບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນ ສປປ ລາວ ມີການກະທຳ ດັ່ງນີ້ :
       1. ນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ເຄື່ອງແສງ, ສຽງທຽມ ຫລື ສິ່ງອື່ນ ທີ່ເກືອດຫ້າມ ເພື່ອ ຫາ ຫລື ຈັບສັດນ້ຳ; ຖີ້ມສິ່ງເສດເຫລືອ, ປ່ອຍນ້ຳເປື້ອນ ຫລື ສານເຄມີ ລົງແຫລ່ງນ້ຳ;
       2. ຮັບເອົາ, ຊື້ຂາຍ, ຄອບຄອງ ຫລື ຂົນສົ່ງສັດນ້ຳ ທີ່ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ;
       3. ຜະລິດ, ນຳເຂົ້າ ຫລື ຂາຍ ເຄື່ອງມືຫາປາ ທີ່ເກືອດຫ້າມທຸກປະເພດ;
       4. ນຳໃຊ້ເຄື່ອງມືຫາປາ ທີ່ເປັນການກີດຂວາງທາງເດີນ ຂອງສັດນ້ຳ ເຊັ່ນ: ອວນ, ມອງ ກວາດ, ລີ່, ຈິບ, ໂຕ່ງ;
       5. ດັກເອົາປາຈາກແຫລ່ງນ້ຳທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນ້ຳຕະຫລອດປີ, ຈັບປາໃນລວງຍາມລະດູ ປາໄຂ່;
       6. ທຳລາຍວັງສະຫງວນ, ຫາສັດນ້ຳ ໃນບໍລິເວນປາປະສົມພັນ, ບ່ອນປາອໍ ຫລື ປາກອງ ແລະ ບ່ອນປາວາງໄຂ່ ຕາມທຳມະຊາດ, ຕາມການກຳນົດຂອງ ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ ຫລື ຕາມກົດລະບຽບຄຸ້ມຄອງການປະມົງຂັ້ນບ້ານ;
       7. ຈັບປາ ຫລື ສັດນ້ຳອື່ນ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ລວມທັງ ປາ ຫລື ສັດນ້ຳອື່ນ ທີ່ຍັງເປັນລູກຢູ່.

ມາດຕາ 39.  ຂໍ້ຫ້າມສຳລັບເຈົ້າໜ້າທີ່ຄຸ້ມຄອງການປະມົງ
     ຫ້າມເຈົ້າໜ້າທີ່ຄຸ້ມຄອງການປະມົງ ມີການກະທຳ ດັ່ງນີ້:
       1. ສວຍໃຊ້ ສິດໜ້າທີ່, ຕຳແໜ່ງ, ບັງຄັບ, ນາບຂູ່ ຫລື ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ;
       2. ປອມແປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານ ທີ່ໄດ້ຮັບມອບໝາຍ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບການປະມົງ
     ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະບໍລິຫານກ່ຽວກັບການປະມົງ ເຊັ່ນ: ການຫາໃນເຂດ ຫວງຫ້າມ, ການນຳໃຊ້ເຄື່ອງມືທີ່ເກືອດຫ້າມ, ບໍ່ເສຍຄ່າທຳນຽມ ຫລື ພັນທະອື່ນ ຕາມທີ່ໄດ້ກຳນົດ ໄວ້ໃນລະບຽບການ ແມ່ນ ໃຫ້ຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ເປັນຜູ້ແກ້ໄຂ.
     ຖ້າວ່າ ຄູ່ກໍລະນີ ຫາກບໍ່ພໍໃຈ ຕໍ່ຄຳຕົກລົງຂອງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ນັ້ນແລ້ວ ກໍມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນ ເປັນຜູ້ແກ້ໄຂ.

ມາດຕາ 41. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບການປະມົງ
     ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບການປະມົງ ເຊັ່ນ: ການຊື້ຂາຍ, ມອບໂອນ, ສືບທອດ ຫລື ສັນຍາທາງແພ່ງອື່ນ ສາມາດດຳເນີນດ້ວຍອົງການຄຸ້ມຄອງການປະມົງ ຫລື ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຫລື ສານປະຊາຊົນ ເປັນຜູ້ພິຈາລະນາ ຕາມລະບຽບກົດໝາຍ.

ມາດຕາ 42.  ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການປະມົງ
     ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການປະມົງ ແມ່ນ ໃຫ້ປະຕິບັດຕາມສັນຍາ ຫລື ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄຸ້ມຄອງ ແລະ ກວດກາ ການປະມົງ

ໝວດທີ 1
ການຄຸ້ມຄອງການປະມົງ

ມາດຕາ 43. ອົງການຄຸ້ມຄອງການປະມົງ
     ລັດຖະບານ ຄຸ້ມຄອງວຽກງານການປະມົງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງຄຸ້ມຄອງ ໂດຍມີການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງການປະມົງ ປະກອບດ້ວຍ:
       1. ກະຊວງກະສິກຳ ແລະ ປ່າໄມ້;
       2. ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       3. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ.

ມາດຕາ 44. ສິດ ແລະ ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້
     ໃນການຄຸ້ມຄອງວຽກງານການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ຄົ້ນຄວ້າ ແຜນຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບການປະມົງ ເພື່ອສະເໜີໃຫ້ລັດຖະບານພິຈາລະນາ ແລ້ວຜັນຂະຫຍາຍ ໃຫ້ເປັນແຜນງານ ແລະ ໂຄງການ ເພື່ອຄຸ້ມຄອງວຽກງານການປະມົງ ໃນຂອບເຂດທົ່ວປະເທດ;
       2. ໂຄສະນາ, ສຶກສາອົບຮົມ ນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບວຽກງານການປະ ມົງໃຫ້ທົ່ວປວງຊົນ ແນໃສ່ປູກຈິດສຳນຶກ, ເຊີດຊູສະຕິຮັກ ແລະ ຫວງແຫນຊັບພະຍາ ກອນສັດນ້ຳ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການປະມົງ ຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ;
       4. ກໍ່ສ້າງ, ບຳລຸງ, ຍົກລະດັບບຸກຄະລາກອນ ກ່ຽວກັບວຽກງານການປະມົງ;
       5. ພິຈາລະນາ ກ່ຽວກັບການດຳເນີນທຸລະກິດການປະມົງ ສຳລັບສັດນ້ຳປະເພດຄຸ້ມຄອງ, ສະເໜີຄຳເຫັນຕໍ່ລັດຖະບານພິຈາລະນາ ສຳລັບສັດນ້ຳປະເພດຫວງຫ້າມ;
       6. ສ້າງ, ປັບປຸງ ລະບົບຂໍ້ມູນຂ່າວສານ, ເກັບສຳເນົາໃບທະບຽນດຳເນີນທຸລະກິດ ກ່ຽວກັບການປະມົງ ແລະ ເອກະສານແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ;
       7. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານການປະມົງ, ປຸກລະດົມ ຂົນຂວາຍ, ຍາດແຍ່ງ ທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອ ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ;
       8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການປະມົງ;
       9. ສະຫລຸບ ແລະ ລາຍງານຜົນຂອງການປະຕິບັດວຽກງານການປະມົງ ໃຫ້ລັດຖະບານ ຢ່າງເປັນປົກກະຕິ.

ມາດຕາ 45.  ສິດ ແລະ ໜ້າທີ່ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານການປະມົງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້ :
       1. ຜັນຂະຫຍາຍ ແຜນຍຸດທະສາດ, ນະໂຍບາຍ, ຄຳສັ່ງ ແລະ ລະບຽບກົດໝາຍ ກ່ຽວກັບການປະມົງ ມາເປັນແຜນງານ ແລະ ໂຄງການລະອຽດຂອງຕົນ ແລ້ວຈັດຕັ້ງປະຕິບັດ;
       2. ໂຄສະນາ, ສຶກສາອົບຮົມ ນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານການປະມົງ ໃຫ້ປະຊາຊົນ ເຂົ້າໃຈ ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານການປະມົງ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ມີຄຳເຫັນ, ສະເໜີ ໂຈະ ຫລື ຍົກເລີກ ການດຳເນີນທຸລະກິດກ່ຽວກັບການປະມົງໃນ ພື້ນທີ່ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
       5. ໃຫ້ການແນະນຳດ້ານເຕັກນິກ, ໃຫ້ການສະໜັບສະໜູນ ແກ່ຄະນະກຳມະການຄຸ້ມຄອງ ການປະມົງປະຈຳພື້ນທີ່ແຫລ່ງນ້ຳ, ກຸ່ມຊາວປະມົງ ແລະ ບຸກຄົນທີ່ດຳເນີນກິດຈະການ ການປະມົງ ຢູ່ໃນຂອບເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
       6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານການປະມົງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       7. ສ້າງ, ປັບປຸງ ລະບົບຂໍ້ມູນຂ່າວສານ, ເກັບສຳເນົາໃບທະບຽນດຳເນີນທຸລະກິດ ກ່ຽວກັບການປະມົງ ແລະ ເອກະສານແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ໃນທ້ອງຖິ່ນຂອງຕົນ;
       8. ປຸກລະດົມ ຂົນຂວາຍ, ຍາດແຍ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອວຽກງານ ການປະມົງ;
       9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການ ປະມົງ ຕາມການມອບໝາຍຂອງຂັ້ນເທິງ;
       10. ສະຫລຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານການປະມົງພາຍໃນແຂວງ, ນະຄອນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ.

ມາດຕາ 46.  ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານການປະມົງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້ :
       1. ຈັດຕັ້ງປະຕິບັດ ແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ເຜີຍແຜ່ ນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານການປະມົງ ໃຫ້ປະຊາຊົນ ເຂົ້າໃຈ, ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຊີ້ນຳ, ຊຸກຍູ້, ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄະນະກຳມະການຄຸ້ມ ຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ ໃນການສ້າງ ແລະ ຈັດຕັ້ງປະຕິບັດລະບຽບການປະມົງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       4. ມີຄຳເຫັນ, ສະເໜີ ໂຈະ ຫລື ຍົກເລີກ ການດຳເນີນທຸລະກິດກ່ຽວກັບການປະມົງ ໃນພື້ນທີ່ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
       5. ໃຫ້ການແນະນຳທາງດ້ານເຕັກນິກ ແລະ ສະໜັບສະໜູນຊ່ວຍເຫລືອ ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ, ກຸ່ມຊາວປະມົງ ແລະ ບຸກຄົນ ທີ່ດຳ ເນີນກິດຈະການການປະມົງ ໃນຂອບເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
       6. ສະຫລຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານການປະມົງ ພາຍໃນເມືອງ, ເທດສະບານ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ແລະ ອົງການປົກ ຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ.

ມາດຕາ 47. ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ
      ການສ້າງຕັ້ງ, ໂຄງປະກອບ, ສິດ ແລະ ໜ້າທີ່ ຂອງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ໄດ້ກຳນົດໄວ້ ໃນໝວດທີ 2 ຂອງພາກ ທີ VII ຂອງກົດໝາຍສະບັບນີ້.

ມາດຕາ 48. ສະມາຄົມຊາວປະມົງ
     ສະມາຄົມຊາວປະມົງ ແມ່ນ ການຈັດຕັ້ງທາງສັງຄົມ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ຂອງຜູ້ປະກອບການກ່ຽວກັບການປະມົງ ບົນພື້ນຖານການເຫັນດີ ແລະ ພາຍໃຕ້ການຄຸ້ມຄອງຂອງ ຂະແໜງການກະສິກຳ ແລະ ປ່າໄມ້ທີ່ກ່ຽວຂ້ອງ.
     ສະຫະກອນຊາວປະມົງ ກໍສາມາດສ້າງຕັ້ງຂື້ນໄດ້ ຕາມການຕົກລົງຂອງຂະແໜງການທີ່ກ່ຽວຂ້ອງ.
     ການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ ຂອງສະມາຄົມ, ສະຫະກອນ ຊາວປະມົງ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 49. ສິດ ແລະ ໜ້າທີ່ ຂອງອົງການອື່ນທີ່ກ່ຽວຂ້ອງ
     ອົງການອື່ນທີ່ກ່ຽວຂ້ອງກັບວຽກງານການປະມົງ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບ ອົງການຄຸ້ມຄອງ ແລະ ກວດກາ ການປະມົງ ໃນການຄຸ້ມຄອງວຽກງານການປະມົງ ຕາມພາລະ ບົດບາດຂອງຕົນ.

ໝວດທີ 2
ການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ

ມາດຕາ 50. ການສ້າງຕັ້ງ ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ
     ເພື່ອເຮັດໃຫ້ວຽກງານການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນ ຕ້ອງມີການສ້າງຕັ້ງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ດ້ວຍການມີສ່ວນຮ່ວມຂອງຊາວປະມົງ ດັ່ງນີ້:
       - ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ຕົກລົງແຕ່ງຕັ້ງ ຕາມການສະເໜີຂອງອົງການປົກຄອງບ້ານທີ່ກ່ຽວຂ້ອງ;
       - ເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ຕົກລົງແຕ່ງຕັ້ງ ໃນກໍລະນີພື້ນທີ່ແຫລ່ງນ້ຳ ຫາກກວມເອົາແຕ່ສອງເມືອງ, ເທດສະບານ ຂຶ້ນໄປ ພາຍໃນແຂວງ, ນະຄອນ ດຽວ ຕາມການສະເໜີຂອງ ເຈົ້າເມືອງ, ຫົວໜ້າເທດສະບານ ທີ່ກ່ຽວຂອ້ງ;
       - ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຕົກລົງແຕ່ງຕັ້ງ ໃນກໍລະນີ ພື້ນທີ່ແຫລ່ງນ້ຳ ຫາກກວມເອົາແຕ່ສອງແຂວງ, ນະຄອນ ຂຶ້ນໄປ ຕາມການສະເໜີ ຂອງ ເຈົ້າແຂວງ, ເຈົ້າຄອງນະຄອນ ທີ່ກ່ຽວຂ້ອງ.
     ຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ຂອງ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້າແຂວງ, ເຈົ້າຄອງນະຄອນ ຕ້ອງສຳເນົາ ແລະ ສົ່ງໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ກວດກາ.

ມາດຕາ 51. ໂຄງປະກອບ ຂອງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ
     ຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ປະກອບດ້ວຍສະມາຊິກ ທີ່ ເປັນຕົວແທນຈາກອົງການຕ່າງໆ ດັ່ງນີ້:
       1. ຕົວແທນຂອງອົງການປົກຄອງບ້ານ ຫລື ເມືອງ, ເທດສະບານ;
       2. ຕົວແທນຂອງຊາວປະມົງ;
       3. ຕົວແທນຂອງອົງການຈັດຕັ້ງມະຫາຊົນ ຂັ້ນບ້ານ ຫລື ຂັ້ນເມືອງ;
       4. ເຈົ້າໜ້າທີ່ທະຫານ, ປກສ ບ້ານ ຫລື ເມືອງ, ເທດສະບານ;
       5. ຕົວແທນຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ໃນກໍລະນີທີ່ມີຄວາມຈຳເປັນ.

ມາດຕາ 52. ສິດ ແລະ ໜ້າທີ່ ຂອງຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ
     ຄະນະກຳມະການຄຸ້ມຄອງການປະມົງປະຈຳພື້ນທີ່ແຫລ່ງນ້ຳ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ສ້າງແຜນການຄຸ້ມຄອງ ແລະ ພັດທະນາ ການປະມົງ ໃນພື້ນທີ່ແຫລ່ງນ້ຳຂອງຕົນ ເຊັ່ນ: ກຳນົດເຂດພື້ນທີ່, ເຂດຫວງຫ້າມ, ວັງສະຫງວນ, ບ່ອນປາວາງໄຂ່, ການຂະຫຍາຍ ພັນປາ, ການປ່ອຍປາ ແລະ ອື່ນໆ;
       2. ສະເໜີີ ແຜນການ ແລະ ລະບຽບການຄຸ້ມຄອງການປະມົງ ລວມທັງ ການນຳໃຊ້ເຄື່ອງ ມື ແລະ ວິທີການຫາປາ, ລະດູການ ແລະ ຊະນິດສັດນ້ຳ ທີ່ບໍ່ອະນຸຍາດໃຫ້ ຫາ ຫລື ຈັບ ຕໍ່ອົງການປົກຄອງ ເມືອງ, ເທດສະບານ ເພື່ອພິຈາລະນາ, ຮັບຮອງ ແລະ ປະກາດໃຊ້;
       3. ເຜີຍແຜ່, ຕິດປະກາດ, ອອກຂ່າວທາງສື່ມວນຊົນ ກ່ຽວກັບແຜນການ ແລະ ລະບຽບການຄຸ້ມຄອງການປະມົງ;
       4. ເປັນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວປະມົງ ລວມທັງ ການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ໃນພື້ນທີ່ແຫລ່ງນ້ຳ ທີ່ຕົນຄຸ້ມຄອງ;
       5. ຊີ້ນຳ, ຕິດຕາມ, ກວດກາ ການປະຕິບັດລະບຽບການຄຸ້ມຄອງການປະມົງ ໃນພື້ນທີ່ ແຫລ່ງນ້ຳທີ່ຕົນຄຸ້ມຄອງ;
       6. ຊອກແຫລ່ງທຶນ ເຂົ້າໃນການຄຸ້ມຄອງ ແລະ ພັດທະນາການປະມົງ ໃນຂອບເຂດແຫລ່ງນ້ຳ ທີ່ຕົນຮັບຜິດຊອບ;
       7. ເກັບກຳສະຖິຕິກ່ຽວກັບການປະມົງປະຈຳປີ ເຊັ່ນ: ຜົນຜະລິດ, ບັນຊີຊາວປະມົງ, ວັງສະຫງວນ ແລ້ວສະຫລຸບ, ລາຍງານ ໃຫ້ອົງການປົກຄອງທ້ອງຖິ່ນ, ຂະແໜງການທີ່ ກ່ຽວຂ້ອງທີ່ຕົນຂຶ້ນກັບ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍ ຂອງພາກສ່ວນທີ່ຕົນຂຶ້ນກັບ.

ມາດຕາ 53.  ກົດລະບຽບການປະມົງຂັ້ນບ້ານ
     ກົດລະບຽບການປະມົງຂັ້ນບ້ານ ວາງອອກເພື່ອຄຸ້ມຄອງການປະມົງໃນພື້ນທີ່ໃດໜຶ່ງ ແນໃສ່ ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຊັບພະຍາກອນການປະມົງ ທີ່ສ້າງຂຶ້ນໂດຍອົງການປົກຄອງບ້ານ ດ້ວຍການປຶກສາຫາລື ກັບ ຄະນະກຳມະການຄຸ້ມຄອງ ການປະມົງ ປະຈຳພື້ນ ທີ່ແຫລ່ງນ້ຳ, ຊາວບ້ານ, ຊຸມຊົນໃກ້ຄຽງ ແລະ ປະສານສົມທົບ ກັບ ໜ່ວຍງານກະສິກຳ ແລະ ປ່າໄມ້ ບ້ານ ຫລື ກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ໃນກໍລະນີທີ່ກົດລະບຽບນັ້ນ ຫາກກວມເອົາຫລາຍບ້ານ ພາຍໃນເມືອງ, ເທດສະບານດຽວ.
     ກົດລະບຽບການປະມົງຂັ້ນບ້ານ ຈະມີຜົນໃຊ້ໄດ້ ກໍຕໍ່ເມື່ອໄດ້ຖືກຮັບຮອງເອົາໂດຍເຈົ້າ ເມືອງ, ຫົວໜ້າເທດສະບານ.

ມາດຕາ 54.  ເນື້ອໃນຂອງກົດລະບຽບ
     ກົດລະບຽບການປະມົງຂັ້ນບ້ານ ກຳນົດເນື້ອໃນ ດັ່ງນີ້:
       1. ຈຸດປະສົງ;
       2. ວັງສະຫງວນ ຫລື ເຂດຫວງຫ້າມ;
       3. ຊະນິດ ປາ ແລະ ສັດນ້ຳອື່ນ;
       4. ເຄື່ອງມືຫາປາ ແລະ ວິທີການຫາປາ;
       5. ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ;
       6. ການຈັດຕັ້ງປະຕິບັດ;
       7. ເນື້ອໃນອື່ນ ຖ້າເຫັນວ່າມີຄວາມຈຳເປັນ.

ໝວດທີ 3
ການກວດກາການປະມົງ

ມາດຕາ 55. ຈຸດປະສົງຂອງການກວດກາ
     ການກວດກາການປະມົງ ແມ່ນ ການຕິດຕາມການເຄື່ອນໄຫວຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ ໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ການນຳໃຊ້ ສັດນ້ຳ ລວມທັງການດຳເນີນທຸລະກິດການປະມົງ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກ່ຽວກັບການປະມົງ, ກົດໝາຍທີ່ກ່ຽວຂ້ອງ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 56.  ປະເພດການກວດກາການປະມົງ
     ການກວດກາການປະມົງ ມີ ສອງປະເພດ ດັ່ງນີ້:
       1. ການກວດກາພາຍໃນ ແມ່ນ ດຳເນີນໂດຍ ອົງການຄຸ້ມຄອງ ແລະ ກວດກາ ການປະມົງ;
       2. ການກວດກາພາຍນອກ ແມ່ນ ດຳເນີນໂດຍ ສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ ແລະ ປະຊາຊົນ.

ມາດຕາ 57. ອົງການກວດກາການປະມົງ
     ອົງການກວດກາການປະມົງ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງການປະມົງ ທີ່ໄດ້ກຳນົດໄວ້ໃນມາດຕາ 43 ຂອງກົດໝາຍສະບັບນີ້ ໂດຍແມ່ນ ກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງແມ່ນເຈົ້າໜ້າທີ່ການປະມົງ ເປັນຜູ້ຈັດຕັ້ງປະຕິບັດການກວດກາ.
     ນອກຈາກນີ້ ໃນຄະນະກຳມະການຄຸ້ມຄອງການປະມົງ ປະຈຳພື້ນທີ່ແຫລ່ງນ້ຳ ຍັງມີເຈົ້າ ໜ້າທີ່ກວດກາການປະມົງສະເພາະ ຊຶ່ງການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ ໄດ້ກຳ ນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 58. ສິດ ແລະ ໜ້າທີ່ ຂອງອົງການກວດກາການປະມົງ
     ອົງການກວດກາການປະມົງ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ກວດກາ ການປະຕິບັດ ລະບຽບກົດໝາຍກ່ຽວກັບການປະມົງ;
       2. ກວດກາ ກິດຈະການ ແລະ ການດຳເນີນທຸລະກິດ ການປະມົງ;
       3. ພິຈາລະນາ ຫລື ສະເໜີ ອອກຄຳສັ່ງ ໂຈະ, ຍົກເລີກ ການເຄື່ອນໄຫວ ກ່ຽວກັບກິດຈະການການປະມົງ ຫລື ງົດໜ້າທີ່ຕຳແໜ່ງ ຂອງພະນັກງານ ແລະ ເຈົ້າໜ້າທີ່ການປະມົງ ຕາມພາລະບົດບາດຂອງຕົນ ຖ້າເຫັນວ່າ ມີການກະທຳທີ່ບໍ່ຖືກກົດໝາຍ;
       4. ພົວພັນ, ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດສິດ ແລະ ໜ້າທີ່ກວດກາຂອງຕົນ;
       5. ສະຫລຸບ ແລະ ລາຍງານຜົນຂອງການປະຕິບັດວຽກງານກວດກາ ແຕ່ລະໄລຍະ ໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ.

ມາດຕາ 59.  ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ການປະມົງ
     ເຈົ້າໜ້າທີ່ການປະມົງ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍກ່ຽວກັບການປະມົງ;
       2. ກວດກາເອກະສານທີ່ກ່ຽວຂ້ອງກັບການປະມົງ ເຊັ່ນ: ໃບອະນຸຍາດການດຳເນີນທຸລະກິດການປະມົງ;
       3. ກວດກາ ປະເພດສັດນ້ຳ ແລະ ເຄື່ອງມືຫາປາ ຫລື ສັດນ້ຳອື່ນ ທີ່ກ່ຽວຂ້ອງ ກັບການລະເມີດລະບຽບກົດໝາຍ;
       4. ກວດກາທຸກພື້ນທີ່ການລ້ຽງສັດນ້ຳ ລວມທັງ ສິ່ງປຸກສ້າງ, ອຸປະກອນການຜະລິດ, ຖັງ, ກະຊັງ ແລະ ໜອງນ້ຳ, ຜະລິດຕະພັນສັດນ້ຳ;
       5. ສັ່ງຢຸດ ເພື່ອ ກວດກາ ແລະ ຊອກຄົ້ນຫາໃນພາຫະນະຂົນສົ່ງທາງບົກ ແລະ ທາງນ້ຳ ທີ່ນຳໃຊ້ສຳລັບຂົນປາ ຫລື ສັດນ້ຳອື່ນ ແລະ ຜະລິດຕະພັນສັດນ້ຳ ເມື່ອເຫັນວ່າ ມີ ການກະທຳຜິດເກີດຂຶ້ນ ຫລື ມີຂໍ້ມູນທີ່ພາໃຫ້ເຊື່ອໄດ້ວ່າມີການກະທຳຜິດ;
       6. ຍຶດ ປາ ແລະ ສັດນ້ຳອື່ນ, ເຄື່ອງມືຫາປາ, ເຮືອຫາປາ, ລົດ ຫລື ພາຫະນະ ທີ່ໄດ້ນຳ ໃຊ້ເຂົ້າໃນການກະທຳຜິດ;
       7. ດຳເນີນການສືບສວນ-ສອບສວນ ຜູ້ຖືກຫາ ແລ້ວປະກອບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອສັ່ງຟ້ອງຂຶ້ນສານ.

ມາດຕາ 60. ການກວດກາພາຍນອກ
     ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ ການປະມົງ ເພື່ອເຮັດໃຫ້ວຽກງານການປະມົງ ມີປະສິດທິຜົນ, ໂປ່ງໃສ ແລະ ຍຸຕິທຳ.
     ການກວດກາພາຍນອກ ມີ ດັ່ງນີ້:
       1. ການກວດກາຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ;
       2. ການກວດກາຂອງອົງການກວດກາລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
       3. ການກວດກາຂອງອົງການກວດສອບແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ;
       4. ການຕິດຕາມກວດກາຂອງປະຊາຊົນ ແລະ ການຈັດຕັ້ງຢູ່ຮາກຖານ, ສຳນັກງານ, ອົງການ, ຫົວໜ່ວຍວິຊາການ ແລະ ວິສາຫະກິດຂອງລັດ ກໍມີສິດຕິດຕາມກວດກາການເຄື່ອນໄຫວຂອງພະນັກງານ ແລະ ເຈົ້າໜ້າທີ່ການປະມົງ ເມື່ອພົບເຫັນ ຫລື ມີປາກົດການທີ່ລະເມີດລະບຽບກົດໝາຍແລ້ວ ກໍມີສິດສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອດຳເນີນການກວດກາເປົ້າໝາຍດັ່ງກ່າວ.

ມາດຕາ 61. ຮູບການການກວດກາການປະມົງ
     ການກວດກາການປະມົງ ມີ ສາມ ຮູບການ ດັ່ງນີ້:
       - ການກວດກາຕາມລະບົບປົກກະຕິ;
       - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
       - ການກວດກາແບບກະທັນຫັນ.
     ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ.
     ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາ ຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ຊົ່ວໂມງ.
     ການກວດກາແບບກະທັນຫັນ ແມ່ນ ການກວດກາ ເມື່ອຫາກເຫັນວ່າມີຄວາມຈຳເປັນຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາ ຮູ້ກ່ອນລ່ວງໜ້າ.
     ການກວດກາ ໃຫ້ດຳເນີນທັງການກວດກາເອກະສານ ແລະ ການລົງກວດກາການປະຕິບັດຕົວຈິງ ຢູ່ສະຖານທີ່ປະຕິບັດງານ. ຜູ້ກວດກາ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62. ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ ຫລື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການອະນຸລັກ, ປົກປັກຮັກສາ ສັດນ້ຳ ແລະ ພັດທະນາການປະມົງ ຈະໄດ້ຮັບ ການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 63. ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ໃຊ້ແທນທາງແພ່ງ ຫລື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫລື ໜັກ.

ມາດຕາ 64. ມາດຕະການສຶກສາອົບຮົມ
     ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ກະທຳຜິດທີ່ມີລັກສະນະເບົາບາງ ຊຶ່ງບໍ່ມີອົງປະກອບຂອງການກະທຳຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າຕ່ຳກວ່າ 200.000 ກີບ ແຕ່ມີຄວາມຈິງໃຈລາຍງານ ຈະຖືກ ສຶກສາອົບຮົມ ແລະ ກ່າວເຕືອນ. 

ມາດຕາ 65. ມາດຕະການທາງວິໄນ
     ພະນັກງານ ແລະ ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການປະມົງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາບາງ ຊຶ່ງບໍ່ມີອົງປະກອບຂອງການກະທຳຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າຕ່ຳກວ່າ 200.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກຈາກ ຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຊີ້ແຈ້ງຄວາມຜິດ ໂດຍບັນທຶກໄວ້ໃນສຳນວນ ເອກະສານ ຊີວະປະຫວັດ ຂອງຜູ້ກ່ຽວ;
       2. ໂຈະການເລື່ອນຊັ້ນ ແລະ ຂັ້ນເງິນເດືອນ ;
       3. ປົດຕຳແໜ່ງ ຫລື ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ້ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງ ຢ່າງຄົບຖ້ວນ.

ມາດຕາ 66. ມາດຕະການປັບໃໝ
     ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສຍຫາຍ ທີ່ມີ ມູນຄ່າແຕ່ 200.000 ກີບ ຂຶ້ນໄປ ຈະຖືກປັບໃໝເທົ່າຕົວ ຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີ ທີ່ມີການລະເມີດເປັນຄັ້ງທີສອງ ຫລື ເປັນອາຈິນ ຈະຖືກປັບໃໝສາມເທົ່າຕົວ ຂອງມູນຄ່າຄວາມ ເສຍຫາຍຂອງ ປາ ແລະ ສັດນ້ຳອື່ນປະເພດຫວງຫ້າມ, ສອງເທົ່າຕົວ ຂອງມູນຄ່າ ປາ ແລະ ສັດ ນ້ຳອື່ນປະເພດຄຸ້ມຄອງ ແລະ ໜຶ່ງເທົ່າຕົວຂອງມູນຄ່າ ປາ ແລະ ສັດນ້ຳອື່ນປະເພດທົ່ວໄປ ພ້ອມທັງ ຮິບຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນເປັນຂອງລັດ.

ມາດຕາ 67. ມາດຕະການທາງແພ່ງ
     ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ແລະ ບຸກຄົນອື່ນ ຈະໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຢ່າງຄົບຖ້ວນ.

ມາດຕາ 68. ມາດຕະການທາງອາຍາ
     ນອກຈາກການກະທຳຜິດ ທີ່ໄດ້ກຳນົດໄວ້ ໃນກົດໝາຍອາຍາແລ້ວ ບຸກຄົນຜູ້ໃດ ທີ່ໄດ້ມີ ການກະທຳ ດັ່ງຕໍ່ໄປນີ້ ກໍຖືວ່າເປັນການກະທຳຜິດທາງອາຍາ:
       1. ບຸກລຸກທຳລາຍ ຖິ່ນທີ່ຢູ່ອາໄສ, ບ່ອນປາວາງໄຂ່ ແລະ ແຫລ່ງອາຫານປາ ແລະ ສັດນ້ຳອື່ນ;
       2. ຫາ, ຈັບ ຫລື ມີໄວ້ໃນຄອບຄອງ ປາ ແລະ ສັດນ້ຳອື່ນປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫລື ສິ້ນສ່ວນ ໂດຍບໍ່ຖືກຕ້ອງ;
       3. ນຳເຂົ້າ, ສົ່ງອອກ, ນຳຜ່ານ ແລະ ເຄື່ອນຍ້າຍປາ ແລະ ສັດນ້ຳອື່ນປະເພດຫວງຫ້າມ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
     ຜູ້ກະທຳຜິດ ຈະຖືກດຳເນີນຄະດີອາຍາ ແລະ ຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ຕາມມາດຕາ 66 ຂອງກົດໝາຍສະບັບນີ້.

ພາກທີ IX
ວັນປ່ອຍປາ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 69. ວັນປ່ອຍປາແຫ່ງຊາດ
     ລັດ ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນ ວັນປ່ອຍປາແຫ່ງຊາດ ເພື່ອ ອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ.

ມາດຕາ 70. ເຄື່ອງໝາຍ ແລະ ຕາປະທັບ
     ອົງການຄຸ້ມຄອງ ແລະ ກວດກາ ການປະມົງ ມີເຄື່ອງໝາຍ ແລະ ຕາປະທັບ ເປັນຂອງ ຕົນເອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ, ສຳລັບເຈົ້າໜ້າທີ່ການປະມົງນັ້ນ ມີເຄື່ອງແບບສະເພາະ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.

ພາກທີ X
ບົດບັດຍັດສຸດທ້າຍ

ມາດຕາ 71. ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 72. ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ຫົກສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

 

ລາຍຊື່ ສັດນ້ຳ ປະເພດຫວງຫ້າມ, ຄຸ້ມຄອງ ແລະ ທົ່ວໄປ ໃນບັນຊີ I, II, III

ສັດນ້ຳປະເພດຫວງຫ້າມ ບັນຊີ I ມີ ຄື :

ສັດນ້ຳລ້ຽງລູກດວ້ຍນ້ຳນົມ

 
   ປາຂ່າ Irrawaddy Dolphin
ສັດນ້ຳເລືອຄານ  
   ປາຝາໄລ Dasyatis laosensis
ສັດນ້ຳ  
   ປາບຶກ Pangasianodon gigas
   ປາໄຫລໄຟຟ້າ  Agiulla marmorata
   ປາກວາງ  Boesemani microlepis
   ປາເລີມ Pangasius sanitwongsei
   ປາເສືອ      Systomus partipentazona
   ປາແມວ       Setipinna melanochir
ສັດເຄິ່ງບົກເຄິ່ງນ້ຳ  
   ປາຕີນ     Paramesotriton laoensis
ສັດນ້ຳປະເພດຄຸ້ມຄອງ ບັນຊີ II ມີ ຄື :  
   ປາເຄິງ Mystus microphthalmus
   ປາຊວາຍແຂ້ວ Pangasianodon hypophthalmus
   ປາເອິນຂາວ   Probarbus labeamajor
   ປາຄູນ  Wallgo leeri
   ປາແດງ      Tor sp
   ປານາງແດງ  Hemisilurus mekongensis
   ປາໝາກຫວາຍ  Luciosoma bleekert
   ປາກະໂຫ       Catlocarpio siamensis
ສັດນ້ຳເລືອຄານ  
   ປາຝາອອງ ທຸກຊະນິດ Amyda sp.
ສັດນ້ຳປະເພດທົ່ວໄປ ບັນຊີ III ມີ ຄື :  
   ປາແຂ້ Bagarius Yarrelli
   ປານາເງິນ  Micronema bleekeri
   ປາຕອງກາຍ  Chitala blanci
   ປາຕອງນາ Notopterus notopterus
   ປາໂດ Channa striata
   ປາຈາດ  Poropuntius sp.
   ປາໂຈກ Cyclocheilichthys enoplos
   ປາວຽນໄຟ Barbodes schwanefeldi
   ປາປາກຄຳ   Hypsibarbus wetmorei
   ປາເກະ    Gyrinocheilus pennocki
   ປາກົດໝໍ້     Hermibagrus wycki
   ປາປຶ່ງ   Pangasius larnaudiei
   ປາບູ່  Oxyeleotris mos morata
   ປາພອນ Cirrhinus microlepis
   ປາແກງ Cirrhinus molitorella
   ກຸ້ງ ທຸກຊະນິດ All Shrimp Species
   ກະປູແດງ        Red Crab
   ຫອຍ ທຸກຊະນິດ All Snail Species
ສັດເຄິ່ງບົກເຄິ່ງນ້ຳ  
   ອື່ງ  Kaloua mediolineeata
   ກົບ-ຂຽດ    Rana rugulosa
   ຄັນຄາກ    Bufo melanostictus
ໝາຍເຫດ:  
1. ປາພອນ ແລະ ປາແກງ ສະເໜີຍົກຈາກບັນຊີ II ໄປໃສ່ບັນຊີ III  
2. ປາກະໂຫ ສະເໜີ ຍົກໄປໃສ່ ບັນຊີ II  


                                       
                             
                              


   
   

 

ຜູ້ໃຫ້ການສະໜັບສະໜູນ