ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງ ອັດຕະປື
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍ ວ່າ​ດ້ວຍ​ການ​ລ້ຽງ​ສັດ ແລະ ການ​ສັດ​ຕະ​ວະ​ແພດ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 25-07-2008
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 03 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 25 ກໍລະກົດ  2008

ກົດໝາຍ
ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ
     ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ກຳນົດ ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງ, ການເຄື່ອນໄຫວ, ການກວດກາ ການລ້ຽງສັດ ແລະ ການສັດຕະວະແພດ ເພື່ອຊຸກຍູ້ ສົ່ງເສີມ, ພັດທະນາ ທ່າແຮງຂອງຊາດດ້ານການລ້ຽງສັດ ແລະ ຊັບພະຍາກອນສັດລ້ຽງ ແນໃສ່ ຮັບປະກັນສະໜອງສະບຽງອາຫານໃຫ້ພຽງພໍ ແລະ ຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ແລະ ມີຄວາມປອດໄພຕໍ່ຜູ້ບໍລິໂພກ ທັງເປັນການສ້າງເງື່ອນໄຂໃຫ້ແກ່ການສ້າງ ແລະ ຂະຫຍາຍອຸດສາຫະກຳປຸງແຕ່ງ ຜະລິດຕະພັນສັດ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ ໄປຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມໃຫ້ຍືນຍົງ.

ມາດຕາ 2.  ການລ້ຽງສັດ
     ການລ້ຽງສັດ ແມ່ນ ຂະບວນການນຳເອົາສັດມາລ້ຽງ ໃນສະຖານທີ່ໃດໜຶ່ງທີ່ເໝາະສົມ ຊຶ່ງມີການຄຸ້ມຄອງ, ການປັບປຸງ ແລະ ຂະຫຍາຍແນວພັນສັດທີ່ດີ ໂດຍໃຫ້ອາຫານ, ນ້ຳຢ່າງພຽງພໍ ທັງດ້ານປະລິມານ ແລະ ຄຸນນະພາບ, ເຮັດໃຫ້ສັດມີສຸຂະພາບແຂງແຮງ, ຈະເລີນເຕີບໂຕ, ເພີ່ມປະລິມານໃຫ້ຫລາຍຂຶ້ນ ໂດຍບໍ່ມີຜົນກະທົບທາງລົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ເປັນສິນຄ້າສົ່ງອອກ.

ມາດຕາ 3.  ການສັດຕະວະແພດ
     ການສັດຕະວະແພດ ແມ່ນ ການດູແລຮັກສາສຸຂະພາບສັດ, ການກັນ, ການຕ້ານ, ການຄວບຄຸມ, ການກຳຈັດພະຍາດລະບາດ ແລະ ການປິ່ນປົວສັດ ລວມທັງການຄຸ້ມຄອງ ແລະ ກວດກາຜະລິດຕະພັນ ສິນຄ້າກ່ຽວກັບສັດ ແນໃສ່ ຮັບປະກັນໃຫ້ມີຄວາມປອດໄພໃຫ້ແກ່ຜູ້ບໍລິ ໂພກ ແລະ ປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 4.  ການອະທິບາຍຄຳສັບ
     ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ສັດ ໝາຍເຖິງ ສັດທຸກປະເພດ ທີ່ນຳມາລ້ຽງ ເຊັ່ນ: ຊ້າງ, ມ້າ, ງົວ, ຄວາຍ, ລໍ, ແກະ, ແບ້, ໝູ, ໝາ, ແມວ, ເປັດ, ໄກ່, ນົກ ແລະ ສັດອື່ນໆ;
       2. ການຂຶ້ນທະບຽນພິມສັດ ໝາຍເຖິງ ການເກັບກຳປະຫວັດ ແລະ ຂໍ້ມູນຂອງສັດລ້ຽງ ເຊັ່ນ: ປະເພດ, ຊື່, ອາຍຸ, ເພດ, ສີ, ພິມເລກລະຫັດປະຈຳຕົວສັດ, ສາຍພັນ, ຕຳນິ ຮູບປະພັນ, ຈຸດພິເສດຂອງສັດ ແລະ ທັງເປັນການຢັ້ງຢືນກຳມະສິດຂອງ ເຈົ້າຂອງສັດ ອີກດ້ວຍ;
       3. ພະນັກງານລ້ຽງສັດ ໝາຍເຖິງ  ພະນັກງານຂອງລັດ ທີ່ເຮັດວຽກງານກ່ຽວກັບການລ້ຽງສັດ ຊຶ່ງມີວິຊາສະເພາະດ້ານການລ້ຽງສັດ;
       4. ຜູ້ປະກອບການກ່ຽວກັບການລ້ຽງສັດ ໝາຍເຖິງ ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ດຳເນີນ ກິດຈະການ ແລະ ທຸລະກິດ ກ່ຽວກັບການລ້ຽງສັດ;
       5. ຟາມລ້ຽງສັດ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດໃຫ້ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ສ້າງຂຶ້ນ ເພື່ອດຳເນີນການລ້ຽງສັດເປັນຈຳນວນຫລາຍ ແລະ ເປັນສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ ໂດຍມີການລົງທຶນ, ມີການຄຸ້ມຄອງ ແລະ ການນຳໃຊ້ວິທະຍາສາດເຕັກນິກ;
       6. ການປັບປຸງພັນສັດລ້ຽງ ໝາຍເຖິງ ການຍົກລະດັບຄຸນນະພາບ ຂອງແນວພັນສັດລ້ຽງ ໃຫ້ດີຂຶ້ນກວ່າເກົ່າ;
       7. ການອະນຸລັກສັດລ້ຽງ ໝາຍເຖິງ ການຮັກສາ ແລະ ນຳໃຊ້ສັດລ້ຽງ ເພື່ອບໍ່ໃຫ້ສູນພັນ ແລະ ສາມາດນຳໃຊ້ ຢ່າງຍາວນານ ໂດຍມີການຄຸ້ມຄອງຕາມລະບຽບການ;
       8. ການສະຫງວນພັນສັດລ້ຽງ ໝາຍເຖິງ ການທີ່ບໍ່ໃຫ້ພັນສັດຊະນິດໃດໜຶ່ງ ຕົກເປັນຂອງຜູ້ອື່ນ ດ້ວຍການສະຫງວນສິດກ່ຽວກັບພັນສັດດັ່ງກ່າວ;
       9. ການປົກປັກຮັກສາ  ໝາຍເຖິງ ການປ້ອງກັນສັດລ້ຽງ ເພື່ອບໍ່ໃຫ້ຖືກທຳລາຍ ຫລື ສູນຫາຍໄປ;
       10. ໂຮງງານຂ້າສັດ ໝາຍເຖິງ ສະຖານທີ່ ທີ່ມີການກໍ່ສ້າງຖືກຕ້ອງຕາມເຕັກນິກ ແລະ ປະກອບ ດ້ວຍເຄື່ອງມື ອຸປະກອນທີ່ເໝາະສົມ ເພື່ອດຳເນີນການຂ້າສັດ;
       11. ບ່ອນຂ້າສັດຍ່ອຍ ໝາຍເຖິງ ບ່ອນທີ່ໄດ້ຮັບອະນຸຍາດ ເພື່ອດຳເນີນການຂ້າສັດ ທີ່ມີຈຳນວນຈຳກັດ;
       12. ຜະລິດຕະພັນສັດ ໝາຍເຖິງ ຜົນຜະລິດ ທີ່ໄດ້ມາຈາກທຸກພາກສ່ວນຂອງສັດ ເຊັ່ນ: ຊາກສັດ ໝົດໂຕ, ຊາກສັດຜ່າເຄິ່ງ, ຊີ້ນ, ນົມ, ໄຂ່, ໜັງ, ເຂົາ, ກະດູກ, ເລືອດ, ເຄື່ອງໃນ, ໄຂມັນ, ຂົນ, ເລັບ, ນ້ຳເຊື້ອ, ຕົວອ່ອນໃນທ້ອງ, ຈຸລັງໄຂ່ ແລະ ສິ້ນສ່ວນອື່ນໆ;
       13. ຜະລິດຕະພັນສິນຄ້າກ່ຽວກັບສັດ ໝາຍເຖິງ ຜະລິດຕະພັນສັດ, ສັດເປັນໂຕ, ຜະລິດຕະພັນທາງດ້ານຊີວະ ແລະ ສິ້ນສ່ວນທາງດ້ານພະຍາດ, ອາຫານສັດ, ຢາ ແລະ ອຸປະກອນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
       14. ການນຳເຂົ້າ ໝາຍເຖິງ ການນຳເອົາຜະລິດຕະພັນສິນຄ້າກ່ຽວກັບສັດ ເຂົ້າມາໃນດິນແດນ ຂອງ ສປປ ລາວ ຕາມລະບຽບການ;
       15. ການສົ່ງອອກ ໝາຍເຖິງ ການນຳເອົາຜະລິດຕະພັນສິນຄ້າກ່ຽວກັບສັດ ອອກຈາກ ດິນແດນ ຂອງ ສປປ ລາວ ຕາມລະບຽບການ;
       16. ການຂົນສົ່ງຜ່ານ ໝາຍເຖິງ ການນຳເອົາຜະລິດຕະພັນສິນຄ້າກ່ຽວກັບສັດ ຜ່ານດິນແດນ ຂອງ ສປປ ລາວ ໄປປະເທດທີສາມ ຕາມລະບຽບການ;
       17. ຈັນຍາບັນສັດຕະວະແພດ ໝາຍເຖິງ ກົດການປະພຶດ ຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ ໃນຄວາມຮັບຜິດຊອບ ຕໍ່ການປະຕິບັດໜ້າທີ່ວິຊາຊີບຂອງຕົນ ດ້ວຍຄວາມເປັນທຳ;
       18. ການທໍລະມານສັດ ໝາຍເຖິງ ການນຳໃຊ້ແຮງງານສັດເກີນຂອບເຂດ, ຂາດຄວາມຮັບຜິດຊອບຕໍ່ການລ້ຽງດູ ແລະ ຮັກສາສຸຂະພາບຂອງສັດ, ໃຫ້ອາຫານ ແລະ ນ້ຳ ບໍ່ພຽງພໍ, ທຳຮ້າຍສັດ ແລະ ອື່ນໆ;
       19. ສັດຕະວະແພດ ໝາຍເຖິງ ແພດສັດ ທີ່ໄດ້ຮັບການສຶກສາຈາກສະຖາບັນການສຶກສາ ໂດຍໄດ້ຮັບປະກາສະນີຍະບັດວິຊາສະເພາະ ດ້ານສັດຕະວະແພດ;
       20. ພະນັກງານສັດຕະວະແພດ ໝາຍເຖິງ ພະນັກງານຂອງລັດ ທີ່ເຮັດວຽກງານກ່ຽວກັບການສັດຕະວະແພດ ຊຶ່ງມີວິຊາສະເພາະດ້ານການສັດຕະວະແພດ;
       21. ເຈົ້າໜ້າທີ່ສັດຕະວະແພດ ໝາຍເຖິງ ພະນັກງານສັດຕະວະແພດຂອງລັດ ທີ່ໄດ້ຖືກແຕ່ງຕັ້ງຢ່າງເປັນທາງການ ຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເພື່ອດຳເນີນການກວດກາກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
       22. ສັດຕະວະແພດບ້ານ ໝາຍເຖິງ ບຸກຄົນທີ່ມີຄວາມສະໝັກໃຈ ແລະ ຖືກແຕ່ງຕັ້ງ ຈາກອົງການປົກຄອງບ້ານ ເພື່ອເບິ່ງແຍງສຸຂະພາບສັດພາຍໃນບ້ານ ໂດຍໄດ້ຮັບການຝຶກ ອົບຮົມວິຊາສັດຕະວະແພດຂັ້ນ ພື້ນຖານ ແລະ ໄດ້ລົງທະບຽນນຳອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນເມືອງ;
       23. ຜູ້ປະກອບການກ່ຽວກັບການສັດຕະວະແພດ ໝາຍເຖິງ ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ດຳເນີນກິດຈະການ ແລະ ທຸລະກິດກ່ຽວກັບການສັດຕະວະແພດ;
       24. ອາຫານສັດ ໝາຍເຖິງ ອາຫານສົດ, ອາຫານປຸງແຕ່ງເບື້ອງຕົ້ນ ແລະ ອາຫານສຳເລັດຮູບ ທີ່ນຳມາລ້ຽງສັດ ຊຶ່ງໄດ້ມາຈາກທຳມະຊາດ, ຈາກຜົນຜະລິດກະສິກຳ ແລະ ຈາກສິ່ງເສດເຫລືອອຸດສາຫະກຳປຸງແຕ່ງ ທີ່ມີຄຸນນະພາບ ທາງດ້ານໂພຊະນາການ;
       25. ອາຫານສົດ ໝາຍເຖິງ ອາຫານສັດ ທີ່ບໍ່ທັນໄດ້ປຸງແຕ່ງ ເຊັ່ນ: ຫຍ້າຂຽວ, ຫົວມັນ, ສາລີ, ຖົ່ວ, ພືດອາຫານສັດ ແລະ ອື່ນໆ;
       26. ອາຫານປຸງແຕ່ງເບື້ອງຕົ້ນ ໝາຍເຖິງ ສິ່ງທີ່ນຳມາປຸງແຕ່ງໃຫ້ສັດກິນ ເຊັ່ນ: ເຂົ້າປຽນ, ຮຳ, ສາລີບົດ, ຫົວ ມັນແຫ້ງ, ຫຍ້າແຫ້ງ, ຫຍ້າບົ່ມ, ເຟືອງບົ່ມ, ສິ່ງເສດເຫລືອຈາກການປູກຝັງ, ອຸດສາຫະກຳປຸງແຕ່ງ ແລະ ອື່ນໆ;
       27. ອາຫານສຳເລັດຮູບ ໝາຍເຖິງ ອາຫານປຸງແຕ່ງຂຶ້ນຕາມສູດໂພຊະນາການ ສຳລັບແຕ່ລະປະເພດສັດ.
       28. ລະບົບການລ້ຽງສັດ ໝາຍເຖິງ ຮູບແບບ, ວິທີການ, ການບໍລິຫານຄຸ້ມຄອງການລ້ຽງ ສັດທີ່ດີ ເໝາະສົມກັບເງື່ອນໄຂ ແລະ ສະພາບແວດລ້ອມ ຂອງແຕ່ລະເຂດ;
       29. ຮ້ານຈຳໜ່າຍຊີ້ນ ໝາຍເຖິງ ສະຖານທີ່ສຳລັບວາງຂາຍຊີ້ນ ແລະ ຜະລິດຕະພັນສັດ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ຫລັກການອະນາໄມສຳລັບການວາງຂາຍ;
       30. ຄວາມປອດໄພທາງດ້ານຊີວະພາບທີ່ດີ ໝາຍເຖິງ ການລ້ຽງສັດທີ່ມີການຄຸ້ມຄອງ ແລະ ເບິ່ງແຍງຮັກສາ ສຸຂະພາບສັດທີ່ດີ ເພື່ອປ້ອງກັນຄວາມສ່ຽງການເກີດພະຍາດຂອງສັດລ້ຽງ, ບ່ໍມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ 5.  ນະໂຍບາຍຂອງລັດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ
     ລັດ ຊຸກຍູ້, ສົ່ງເສີມ ການພັດທະນາດ້ານການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ມີການຂະຫຍາຍຕົວ ຢ່າງກວ້າງຂວາງ, ເຂັ້ມແຂງ ແລະ ຕໍ່ເນື່ອງ ເພື່ອຫັນການລ້ຽງສັດຂອງຄອບຄົວ ແບບທຳມະຊາດ ໃຫ້ມີການຄຸ້ມຄອງລ້ຽງດູຕາມຫລັກວິຊາການ ແລະ ຫັນການຜະລິດທຸລະກິດການລ້ຽງສັດ ໄປສູ່ການຜະລິດແບບ ອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ດ້ວຍການວາງ ແລະ ປະຕິບັດນະໂຍບາຍ, ລະບຽບກົດໝາຍທີ່ແທດເໝາະ ໃນດ້ານທຶນຮອນ, ແນວພັນ, ວິຊາການ, ເຕັກໂນໂລຊີ, ການຕະຫລາດ, ການຄົ້ນຄວ້າທາງດ້ານ ວິທະຍາສາດ ແລະ ອື່ນໆ ແນໃສ່ ຕອບສະໜອງການຊົມໃຊ້ພາຍໃນ, ເພີ່ມລາຍຮັບ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າສົ່ງອອກ. 
     ລັດ ປົກປ້ອງ, ຊຸກຍູ້, ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃສ່່ກິດຈະການດ້ານການລ້ຽງສັດ ແລະ ການສັດຕະວະແພດ ຕາມລະບຽບກົດໝາຍ.

ມາດຕາ 6.  ຫລັກການກ່ຽວກັບວຽກງານການລ້ຽງສັດ ແລະ ການສັດຕະວະແພດ
     ຫລັກການຕົ້ນຕໍກ່ຽວກັບວຽກງານການລ້ຽງສັດ ແລະ ການສັດຕະວະແພດ ມີ ດັ່ງນີ້ີ:
       1. ຕ້ອງພັດທະນາ ການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ທັນສະໄໝ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນແຕ່ລະໄລຍະ;
       2. ຕ້ອງເອົາການພັດທະນາການລ້ຽງສັດ ໄປຄຽງຄູ່ກັບການສັດຕະວະແພດ, ຖືເອົາການກັນພະຍາດ ເປັນຕົ້ນຕໍ ເອົາການຄວບຄຸມ ແລະ ກຳຈັດພະຍາດ ເປັນສຳຄັນ;
       3. ປົກປັກຮັກສາພັນສັດພື້ນເມືອງທີ່ດີ ບໍ່ໃຫ້ສູນພັນ ສົມທົບກັບການປັບປຸງພັນສັດໃໝ່ ທີ່ມີຄຸນນະພາບ ແລະ ມີສະມັດຖະພາບສູງ;
       4. ປົກປ້ອງຜົນປະໂຫຍດ ຂອງຜູ້ບໍລິໂພກ ແລະ ຜູ້ປະກອບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕາມລະບຽບກົດໝາຍ;
       5. ຖືເອົາການຄຸ້ມຄອງ, ການກວດກາ ແລະ ການຂະຫຍາຍການລ້ຽງສັດ ແລະ ການສັດຕະວະແພດ ຕິດພັນຢ່າງກົມກຽວ ກັບການຜະລິດກະສິກຳ ແລະ ປ່າໄມ້ ແບບຍືນຍົງ ພ້ອມທັງປົກປັກຮັກສາດິນ, ແຫລ່ງນ້ຳ, ສິ່ງແວດລ້ອມ ແລະ ຄວາມສົມດຸນຂອງລະບົບນິເວດທຳມະຊາດ ແລະ ການນຳໃຊ້ສັດລ້ຽງ ຢ່າງມີປະສິດທິຜົນ;
       6. ເອົາການພັດທະນາການລ້ຽງສັດ ແລະ ການສັດຕະວະແພດ ຕິດພັນຢ່າງກົມກຽວກັບການພັດທະນາຊັບພະຍາກອນມະນຸດ;
       7. ເອົາການລ້ຽງສັດ ເຂົ້າສູ່ລະບົບລະບຽບ ແລະ ຈັດສັນສະຖານທີ່ ທີ່ມີຄວາມເໝາະສົມ ເພື່ອບໍ່ໃຫ້ມີຜົນສະທ້ອນຕໍ່ສັງຄົມ ແລະ ສະພາບແວດລ້ອມ;
       8. ຄຸ້ມຄອງ, ກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ສອດຄ່ອງ ກັບລະບຽບກົດໝາຍ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 7.  ການຮ່ວມມືສາກົນ
     ລັດ ສົ່ງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການ ລ້ຽງສັດ ແລະ ການສັດຕະວະແພດ ດ້ວຍການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າທົດ ລອງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການຍົກລະດັບວິຊາການ, ການແລກປ່ຽນບົດ ຮຽນຂໍ້ມູນຂ່າວສານ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ຂະຫຍາຍຕົວ ແລະ ທັນສະໄໝເທື່ອລະກ້າວ, ດ້ວຍການເຂົ້າຮ່ວມປະຕິບັດສັນຍາລະຫວ່າງປະເທດ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໂດຍສະເພາະກ່ຽວກັບການ ຕ້ານພະຍາດລະບາດສັດຂ້າມຊາຍແດນ.

ພາກທີ II
ການລ້ຽງສັດ

ໝວດທີ 1
ກິດຈະການກ່ຽວກັບການລ້ຽງສັດ

ມາດຕາ 8.  ກິດຈະການກ່ຽວກັບການລ້ຽງສັດ
     ກິດຈະການຕົ້ນຕໍກ່ຽວກັບການລ້ຽງສັດ ມີ ດັ່ງນີ້ :
       1. ການສຳຫລວດຂໍ້ມູນສະຖິຕິສັດ, ພື້ນທີ່ ແລະ ການກຳນົດເຂດການລ້ຽງສັດ;
       2. ການວາງແຜນຍຸດທະສາດໃນການພັດທະນາການລ້ຽງສັດ;
       3. ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດກ່ຽວກັບການລ້ຽງສັດ;
       4. ການພັດທະນາລະບົບການລ້ຽງສັດ;
       5. ການຂຶ້ນທະບຽນພິມສັດ;
       6. ການນຳໃຊ້ສັດລ້ຽງ.

ມາດຕາ  9.  ການສຳຫລວດຂໍ້ມູນສະຖິຕິສັດ, ພື້ນທີ່ ແລະ ການກຳນົດເຂດການລ້ຽງສັດ
     ການສຳຫລວດຂໍ້ມູນສະຖິຕິສັດ ແລະ ພື້ນທີ່ການລ້ຽງສັດ ແມ່ນ ການເກັບກຳຂໍ້ມູນ ກ່ຽວກັບຈຳນວນສັດລ້ຽງແຕ່ລະປະເພດ, ສະພາບການຂະຫຍາຍຕົວຂອງຝູງສັດ ແລະ ພູມສາດ ແນໃສ່ດຸ່ນດ່ຽງພໍ່ແມ່ພັນ, ຝູງສັດ ໃຫ້ເໝາະສົມ, ກຳນົດພື້ນທີ່ ແລະ ເຂດການລ້ຽງສັດແຕ່ລະປະເພດ.
     ການສຳຫລວດ, ການກຳນົດເຂດການລ້ຽງສັດນັ້ນ ແມ່ນ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ້ດຳເນີນ ແລະ ສ້າງເປັນຖານຂໍ້ມູນໄວ້ ເພື່ອສະໜອງໃຫ້ແກ່ການວາງແຜນພັດທະ ນາດ້ານການລ້ຽງສັດຕາມ ຄວາມເໝາະສົມແຕ່ລະໄລຍະ.

ມາດຕາ 10.  ການວາງແຜນຍຸດທະສາດໃນການພັດທະນາການລ້ຽງສັດ
     ກະຊວງກະສິກຳ ແລະ ປ່າໄມ້ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ກຳນົດ ແລະ ວາງແຜນຍຸດທະສາດແຕ່ລະໄລຍະໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາການລ້ຽງສັດແຕ່ລະປະເພດ ເພື່ອເປັນທິດທາງລວມ ໃນການຫັນເປັນແຜນງານ, ໂຄງການ ແລະ ມາດຕະການສະເພາະໜ້າ ແລະ ຍາວນານ.

ມາດຕາ 11.  ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ ກ່ຽວກັບການລ້ຽງສັດ
     ລັດ ສົ່ງເສີມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ດຳເນີນການສຶກສາ, ຄົ້ນຄວ້າ ທົດລອງ ວິທະຍາສາດການລ້ຽງສັດ, ເຕັກນິກການລ້ຽງສັດ, ແນວພັນສັດ, ອາຫານສັດ ແລະ ພືດອາຫານສັດ ພ້ອມທັງການລົງທຶນ ສ້າງສະຖາບັນ ຫລື ສູນຄົ້ນຄວ້າທົດລອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ ແລະ ສົນທິສັນຍາສາກົນ.
     ການນຳເອົາສັດ ແລະ ຕົວຢ່າງ ເປັນຕົ້ນ ຊາກສັດໝົດໂຕ, ເຄິ່ງໂຕ ຫລື ສິ້ນສ່ວນຂອງສັດ ເພື່ອການສຶກສາ, ຄົ້ນຄວ້າທາງດ້ານວິທະຍາສາດ ນັບທັງນຳເຂົ້າ ແລະ ສົ່ງອອກ ໄປຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກຳ ແລະ ປ່າໄມ້. ພາຍຫລັງທີ່ສຳເລັດການສຶກສາ, ຄົ້ນຄວ້າແລ້ວ ກໍຕ້ອງລາຍງານຜົນໄດ້ຮັບ ໃຫ້ອົງການທີ່ກ່ຽວຂ້ອງ.

ມາດຕາ 12.  ການພັດທະນາລະບົບການລ້ຽງສັດ
     ການພັດທະນາລະບົບການລ້ຽງສັດ ແມ່ນ ການພັດທະນາ ທີ່ເປັນລະບົບຄົບຊຸດ ຂອງຂະບວນການລ້ຽງສັດ ຊຶ່ງປະກອບດ້ວຍ ການອະນຸລັກ ແລະ ປົກປັກຮັກສາພັນສັດພື້ນເມືອງ, ການປັບປຸງພັດທະນາ ແລະ ສະຫງວນພັນສັດ ນັບທັງການພັດທະນາດ້ານອາຫານສັດ, ຮູບແບບ, ເຕັກນິກ ແລະ ການບໍລິຫານຈັດການ ການລ້ຽງສັດທີ່ມີປະສິດທິພາບ.
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ສາມາດ ດຳເນີນການປັບປຸງ ແລະ ຂະຫຍາຍພັນສັດ, ຜະລິດອາຫານສັດທຸກປະເພດ ແລະ ຫັນຮູບແບບການລ້ຽງສັດແບບທຳມະຊາດ ໄປສູ່ການລ້ຽງສັດ ທີ່ມີການຄຸ້ມຄອງ ແລະ ນຳໃຊ້ເຕັກນິກວິທະຍາສາດຢ່າງເໝາະສົມ.
     ຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນການພັດທະນາລະບົບການລ້ຽງສັດແຕ່ລະປະເພດ ໃຫ້ກ້າວໜ້າ ທັນສະໄໝເທື່ອລະກ້າວ ເພື່ອສະໜອງແນວພັນ ແລະ ມີອາຫານສັດຢ່າງພຽງພໍ, ມີເຕັກນິກ ແລະ ວິທີການລ້ຽງສັດແຕ່ລະປະເພດທີ່ດີ ແທດເໝາະກັບເງື່ອນໄຂ ແລະ ສະພາບແວດລ້ອມຂອງແຕ່ລະເຂດ ແນໃສ່ຍົກຜະລິດຕະພາບຂອງສັດລ້ຽງ ແລະ ເພີ່ມຜົນຜະລິດຂອງການລ້ຽງສັດ ໃຫ້ສາມາດຕອບສະໜອງຄວາມຕ້ອງການ ພາຍໃນຢ່າງພຽງພໍ ແລະ ເປັນສິນຄ້າສົ່ງອອກ.

ມາດຕາ 13.  ການຂຶ້ນທະບຽນພິມສັດ
     ສັດໃຫຍ່ທີ່ມີອາຍຸ ໜຶ່ງປີ ຂຶ້ນໄປ ເຊັ່ນ: ຊ້າງ, ມ້າ, ງົວ, ຄວາຍ ແລະ ສັດປະເພດອື່ນ ທີ່ເຫັນວ່າຈຳເປັນ ລວມທັງສັດລ້ຽງຢູ່ໃນຟາມ ຕ້ອງໄດ້ຂຶ້ນທະບຽນພິມສັດ ໂດຍໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ດຳເນີນການຂຶ້ນທະບຽນພິມສັດ ແລ້ວລາຍງານໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ຢ່າງເປັນປົກກະຕິ.
     ວິທີການ, ຂັ້ນຕອນການຂຶ້ນທະບຽນພິມສັດດັ່ງກ່າວ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 14.  ການນຳໃຊ້ສັດລ້ຽງ
     ການນຳໃຊ້ສັດລ້ຽງ ມີ ດັ່ງນີ້: 
       1. ເພື່ອສາທາລະນະປະໂຫຍດ;
       2. ເພື່ອຄອບຄົວ;
       3. ເພື່ອທຸລະກິດ.

ມາດຕາ 15.  ການນຳໃຊ້ສັດລ້ຽງເພື່ອສາທາລະນະປະໂຫຍດ
     ການນຳໃຊ້້ສັດລ້ຽງ ເພື່ອສາທາລະນະປະໂຫຍດ ມີຄື: ການວາງສະແດງໃນງານຕະຫລາດນັດ, ການນຳໃຊ້ສັດ ເພື່ອການສຶກສາຄົ້ນຄວ້າທົດລອງ ແລະ ສາທາລະນະປະໂຫຍດອື່ນ ໂດຍໃຫ້ຖືກຕ້ອງ ຕາມລະບຽບການ. 

ມາດຕາ 16.  ການນຳໃຊ້ສັດລ້ຽງເພື່ອຄອບຄົວ
     ການນຳໃຊ້ສັດລ້ຽງເພື່ອຄອບຄົວ ມີຄື: ການໃຊ້ເປັນແຮງງານລາກແກ່, ການບໍລິໂພກ, ປຸງແຕ່ງ ແລະ ຈຳໜ່າຍ ສ້າງເປັນລາຍຮັບໃຫ້ແກ່ຄອບຄົວ.
     ການບໍລິໂພກສັດພາຍໃນຄອບຄົວ ແລະ ປຸງແຕ່ງ ເພື່ອຈຳໜ່າຍນັ້ນ ຕ້ອງແມ່ນສັດທີ່ມີສຸຂະພາບດີ, ສະອາດ ແລະ ຖືກຕາມຫລັກການສຸຂານາໄມ.

ມາດຕາ 17.  ການນຳໃຊ້ສັດລ້ຽງເພື່ອທຸລະກິດ
     ການນຳໃຊ້ສັດລ້ຽງເພື່ອທຸລະກິດ ມີຄື: ການບໍລິການກ່ຽວກັບສວນສັດ, ການຜະລິດ ແລະສະໜອງແນວພັນສັດ, ການນຳເຂົ້າ, ການສົ່ງອອກ, ການຂົນສົ່ງຜ່ານ, ການກິລາ, ການທ່ອງທ່ຽວ, ການປຸງແຕ່ງ, ການຈຳໜ່າຍ ຫລື ຄ້າຂາຍ, ການໃຫ້ເຊົ່າ ແລະ ການບໍລິການອື່ນ ໂດຍໃຫ້ຖືກຕ້ອງ ຕາມລະບຽບການ.

ໝວດທີ 2
ທຸລະກິດກ່ຽວກັບການລ້ຽງສັດ

ມາດຕາ 18.  ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ  
     ທຸລະກິດກ່ຽວກັບການລ້ຽງສັດ ປະກອບດ້ວຍ ການບໍລິການ ດັ່ງນີ້:
       1. ການຜະລິດອາຫານສັດ;
       2. ການວິໄຈອາຫານສັດ;
       3. ການຈຳໜ່າຍອາຫານສັດ ແລະ ອຸປະກອນສຳລັບການລ້ຽງສັດ;
       4. ການສ້າງຟາມລ້ຽງສັດ;
       5. ການສະໜອງ ແລະ ບໍລິການປະສົມພັນສັດ;
       6. ການຊື້ຂາຍສັດ, ຈຳໜ່າຍຊີ້ນ ແລະ ການປຸງແຕ່ງຜະລິດຕະພັນສັດ;
       7. ການສ້າງໂຮງຮຽນວິຊາຊີບການລ້ຽງສັດ;
       8. ການສ້າງສາລະຄະດີກ່ຽວກັບການລ້ຽງສັດ.
     ການດຳເນີນທຸລະກິດດັ່ງກ່າວ ຕ້ອງສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ.

ມາດຕາ 19.  ການອະນຸຍາດດຳເນີນທຸລະກິດກ່ຽວກັບການລ້ຽງສັດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ດຳເນີນທຸລະກິດ ກ່ຽວກັບການລ້ຽງສັດ ທີ່ໄດ້ກຳນົດໄວ້ ໃນມາດຕາ 18 ຂອງກົດໝາຍສະບັບນີ້ ຕ້ອງໄດ້ຮັບ ຄວາມເຫັນດີ ດ້ານເຕັກນິກກ່ຽວກັບການລ້ຽງສັດ ຈາກຂະແໜງການກະສິກຳ ແລະ ປ່າໄມ້, ໄດ້ຂຶ້ນທະບຽນວິສາຫະກິດ ແລະ ຮັບອະນຸຍາດດຳເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 20.  ການຜະລິດອາຫານສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ຜະລິດອາຫານສັດ ຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່, ລະບົບການຜະລິດອາຫານສັດ, ການເກັບຮັກສາວັດຖຸດິບ ແລະ ການກວດກາຄຸນນະພາບອາຫານສັດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງໄດ້ກຳນົດໄວ້ ແນໃສ່ຮັບປະກັນຄຸນນະພາບອາຫານສັດໃຫ້ເໝາະສົມແກ່ການລ້ຽງສັດ ລວມທັງ ບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ສັງຄົມ ແລະ ສະພາບແວດລ້ອມ.

ມາດຕາ 21.  ການວິໄຈອາຫານສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ເພື່ອດຳເນີນທຸລະກິດ ໃຫ້ການບໍລິການ ການກວດກາວິໄຈຄຸນນະພາບອາຫານສັດ ຫລື ການສຶກສາຄົ້ນຄວ້າວິທະຍາສາດກ່ຽວກັບອາຫານສັດ ຕ້ອງມີລະບົບການຄຸ້ມຄອງ, ພັດທະນາ ແລະ ຮັກສາລະດັບຄຸນນະພາບຂອງການວິໄຈອາຫານສັດທີ່ດີ, ມີຄວາມຖືກຕ້ອງ ຊັດເຈນ, ມີບຸກຄະລາກອນທີ່ມີວິຊາສະເພາະ ແລະ ຊຳນານງານ ແນໃສ່ຄວບຄຸມຄຸນນະພາບອາຫານສັດຂອງຜູ້ຜະລິດ ໃຫ້ໄດ້ມາດຕະຖານເຕັກນິກກ່ຽວກັບຄຸນນະພາບອາຫານສັດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້.

ມາດຕາ 22.  ການຈຳໜ່າຍອາຫານສັດ ແລະ ອຸປະກອນສຳລັບການລ້ຽງສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ຈຳໜ່າຍ, ນຳເຂົ້າ ແລະ ສົ່ງອອກ ອາຫານສັດ ແລະ ອຸປະກອນ ສຳລັບການລ້ຽງສັດນັ້ນ ໃຫ້ປະຕິບັດຕາມລະບຽບກົດໝາຍ ແລະ ໃຫ້ຄວາມຮ່ວມມື ໂດຍສະເພາະ ການລາຍງານຂໍ້ມູນຂ່າວສານ ແກ່ອົງການທີ່ກ່ຽວຂ້ອງ ເພື່ອ ຕິດຕາມກວດກາ ຫລື ເກັບຕົວຢ່າງອາຫານສັດ ເພື່ອກວດກາວິໄຈຄຸນນະພາບ.

ມາດຕາ 23.  ການສ້າງຟາມລ້ຽງສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນການສ້າງຟາມລ້ຽງສັດ ເພື່ອຂະຫຍາຍແນວພັນສັດ ແລະ ຜະລິດສັດ ເປັນສິນຄ້າ ຮັບໃຊ້ພາຍໃນປະເທດ ແລະ ສົ່ງອອກ ຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່, ລະບົບຟາມລ້ຽງສັດ, ລະບົບການຜະລິດສັດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້.
     ຟາມລ້ຽງສັດ ມີສາມຂະໜາດ ຄື: ຟາມລ້ຽງສັດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ. 
     ສຳລັບຟາມລ້ຽງສັດ ເພື່ອການປັບປຸງພັນສັດ, ການຂະຫຍາຍແນວພັນສັດ ແລະ ການນຳແນວພັນສັດເຂົ້າມາພາຍໃນປະເທດ ຫລື ສົ່ງອອກໄປຕ່າງປະເທດ ແມ່ນ ຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸຍາດ ໂດຍມີການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ. 

ມາດຕາ 24.  ການສະໜອງ ແລະ ບໍລິການປະສົມພັນສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ໃນການສະໜອງ ແລະ ບໍລິການປະສົມພັນສັດ ເປັນຕົ້ນ ການຈຳໜ່າຍນ້ຳເຊື້ອ, ການປະສົມພັນແບບທຳມະຊາດ ຫລື ການປະສົມພັນທຽມ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບຄຸນນະພາບ ຂອງພໍ່ພັນ, ນ້ຳເຊື້ອ ແລະ ເຕັກນິກການປະສົມພັນສັດ ຊຶ່ງຂະແໜງການທີ່ກ່ຽວຂ້ອງໄດ້ກຳນົດໄວ້.

ມາດຕາ 25.  ການຊື້ຂາຍສັດ, ຈຳໜ່າຍຊີ້ນ ແລະ ການປຸງແຕ່ງຜະລິດຕະພັນສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດໃນການຊື້ຂາຍສັດ, ຈຳໜ່າຍຊີ້ນ, ການປຸງແຕ່ງຜະລິດຕະພັນສັດ ແລະ ຕະຫລາດນັດສັດ ຕ້ອງປະຕິບັດ ຕາມມາດຕະຖານ ເຕັກນິກ ແລະ ລະບຽບກົດໝາຍ ເພື່ອບໍ່ໃຫ້ມີຜົນກະທົບທາງລົບ ຕໍ່ຜູ້ບໍລິໂພກ, ສັງຄົມ ແລະ ສະພາບແວດລ້ອມ.

ມາດຕາ 26.  ການສ້າງໂຮງຮຽນວິຊາຊີບການລ້ຽງສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ໃນການສ້າງໂຮງຮຽນວິຊາຊີບການລ້ຽງສັດ ຕ້ອງປະຕິບັດຕາມລະບຽບການ ແລະ ຫລັກສູດການຮຽນ ການສອນ ໂດຍມີການຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງບຸກຄະລາກອນໃຫ້ມີີ ຄວາມຮູ້ ຄວາມສາມາດ ທາງດ້ານວິຊາການ ກ່ຽວກັບການລ້ຽງສັດ ໃຫ້ພຽງພໍກັບການພັດທະນາການລ້ຽງສັດ ໃນແຕ່ລະໄລຍະ.

ມາດຕາ 27.  ການສ້າງສາລະຄະດີກ່ຽວກັບການລ້ຽງສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ໃນການສ້າງສາລະຄະດີ ກ່ຽວກັບການລ້ຽງສັດ ເປັນຕົ້ນ ເຕັກນິກການລ້ຽງສັດ, ຜົນການທົດລອງກ່ຽວກັບການລ້ຽງສັດ ຕ້ອງໄດ້ຮັບການເຫັນດີ ຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.

ໝວດທີ 3
ການສົ່ງເສີມການລ້ຽງສັດ

ມາດຕາ 28.  ການສົ່ງເສີມການລ້ຽງສັດ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລ້ຽງສັດປະເພດຕ່າງໆ ດ້ວຍວິທີ ແລະ ຫລາຍຮູບແບບ ເຊັ່ນ: ການລ້ຽງສັດແບບປ່ອຍໃນບໍລິເວນທີ່ໄດ້ຈັດສັນ, ແບບເຄິ່ງຂັງ ເຄິ່ງປ່ອຍ ແລະ ແບບຂັງ ຂອງຄອບຄົວ, ກຸ່ມ ຫລື ສະມາຄົມລ້ຽງສັດ ໂດຍຕິດພັນກັບວຽກງານ ການສັດຕະວະແພດ ດ້ວຍການປະຕິບັດນະໂຍບາຍທີ່ເໝາະສົມ ທາງດ້ານການລົງທຶນ, ການຈັດສັນ ແລະ ນຳໃຊ້ທີ່ດິນ ເພື່ອການລ້ຽງສັດ, ແນວພັນ, ວິຊາການ, ວິທະຍາສາດເຕັກໂນໂລຊີ, ຂໍ້ມູນຂ່າວສານ, ການຕະຫລາດ ແລະ ນະໂຍບາຍອື່ນ ເພື່ອເຮັດໃຫ້ການລ້ຽງສັດຂະຫຍາຍຕົວ ຢ່າງມີປະສິດທິຜົນ.
     ລັດ ສົ່ງເສີມ ການລ້ຽງສັດແບບຄອບຄົວ ດ້ວຍການສ້າງຕັ້ງກອງທຶນລ້ຽງສັດ ຂັ້ນບ້ານ, ບໍລິການແນວພັນສັດ, ແນວພັນຫຍ້າ, ພືດອາຫານສັດ, ວິຊາການ, ສ້າງເງື່ອນໄຂໃຫ້ໄປທັດສະນະສຶກສາ ຕາມຄວາມເຫມາະສົມ, ໂຄສະນາເຜີຍແຜ່ ແລະ ປຸກລະດົມປະຊາຊົນ ເຂົ້າຮ່ວມຂະບວນ ການລ້ຽງ ແລະ ການຮັກສາສຸຂະພາບສັດ ຢ່າງກວ້າງຂວາງ. 

ມາດຕາ 29.  ການສົ່ງເສີມການລົງທຶນ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນ ຫລື ປະກອບສ່ວນເຂົ້າໃນການລ້ຽງສັດ ດ້ວຍຮູບການ ການລົງທຶນແບບຫົວໜ່ວຍຄອບຄົວ, ແບບຮ່ວມມືຂອງປະຊາຊົນ, ເອກະຊົນ, ລັດກັບເອກະຊົນ ຕາມລະບຽບກົດໝາຍກ່ຽວກັບການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
     ໃນກໍລະນີ ເກີດມີການລະບາດພະຍາດສັດ ແລະ ມີແຈ້ງການທາງລັດຖະການ ໃຫ້ຂ້າທຳລາຍສັດ ເພື່ອຄວບຄຸມການລະບາດນັ້ນ ລັດ ມີນະໂຍບາຍ ຊົດເຊີຍ ຢ່າງສົມເຫດສົມຜົນ.
     ລັດ ສົ່ງເສີມ ການສ້າງຕັ້ງກອງທຶນ ເພື່ອຊຸກຍູ້ການລ້ຽງສັດປະເພດຕ່າງໆ. ແຫລ່ງກອງທຶນ ແມ່ນ ໄດ້ມາຈາກທຶນປະກອບຂອງລັດ, ຂອງປະຊາຊົນ ແລະ ຂອງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ.

ມາດຕາ 30.  ການຈັດສັນ ແລະ ນຳໃຊ້ທີ່ດິນເພື່ອການລ້ຽງສັດ
     ລັດ ຈັດສັນ ແລະ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ໃຫ້ນຳໃຊ້, ເຊົ່າ ຫລື ສຳປະທານ ທີ່ດິນເຂົ້າໃນການລ້ຽງສັດແຕ່ລະປະເພດ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ທ່າແຮງຂອງ ແຕ່ລະເຂດ ໂດຍບໍ່ໃຫ້ມີຜົນກະທົບທາງລົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ເພື່ອພັດທະນາການລ້ຽງສັດ ຕາມຄວາມສາມາດດ້ານທຶນຮອນ ຕາມລະບຽບກົດໝາຍ. 

ມາດຕາ 31.  ການສົ່ງເສີມດ້ານແນວພັນສັດ
     ລັດ ຊູກຍູ້, ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ດຳເນີນການຜະລິດ ແລະ ຂະຫຍາຍແນວພັນສັດປະເພດຕ່າງໆ ເຊັ່ນ: ແນວພັນບໍລິສຸດ, ແນວພັນປະສົມ ແລະ ແນວພັນພື້ນເມືອງ ທີ່ມີການຈະເລີນ ເຕີບໂຕ ແລະ ແຜ່ພັນດີ ດ້ວຍການປະຕິບັດນະໂຍບາຍ ເປັນຕົ້ນ ການອຳ ນວຍຄວາມສະດວກໃນການນຳເຂົ້າເຄື່ອງມື, ອຸປະກອນ ແລະ ພໍ່ແມ່ພັນ ນັບທັງນະໂຍບາຍດ້ານສິນເຊື່ອ ແລະ ພາສີອາກອນ ໃຫ້ແກ່ສູນ, ສະຖານີແນວພັນສັດຂອງລັດ ແລະ ຜູ້ປະກອບການ ຕາມລະບຽບກົດໝາຍ. 

ມາດຕາ 32.  ການສົ່ງເສີມດ້ານວິຊາການ ແລະ ວິທະຍາສາດເຕັກໂນໂລຊີ
     ລັດ ສົ່ງເສີມ ດ້ານວິຊາການ, ວິທະຍາສາດເຕັກໂນໂລຊີ ທີ່ກ້າວໜ້າ ກ່ຽວກັບການລ້ຽງສັດ, ດ້ານການຝຶກອົບຮົມ, ປະຊຸມສຳມະນາ, ໄປທັດສະນະສຶກສາ, ສົ່ງພະນັກງານວິຊາການລົງໄປແນະ ນຳຢູ່ກັບທີ່ ແລະ ດ້ານອື່ນ ໃຫ້ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ລົງທຶນ ຫລື ປະກອບສ່ວນເຂົ້າໃນການລ້ຽງສັດ ເພື່ອເຮັດໃຫ້ການລ້ຽງສັດຂະຫຍາຍຕົວ ກ້າວໄປສູ່ແບບອຸດສາຫະກຳ ແລະ ທັນສະໄໝ.

ມາດຕາ 33.  ການສົ່ງເສີມດ້ານຂໍ້ມູນຂ່າວສານ ແລະ ການຕະຫລາດ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ປະກອບອາຊີບ ການລ້ຽງສັດ ດ້ວຍການສະໜອງ ຂໍ້ມູນຂ່າວສານ ກ່ຽວກັບການລ້ຽງສັດ ແລະ ການຕະຫລາດ ເປັນຕົ້ນ ເຕັກນິກການລ້ຽງ ສັດ, ແນວພັນສັດ, ຄຸນນະພາບ ແລະ ມາດຕະຖານກ່ຽວກັບການລ້ຽງສັດຂອງຊາດ ແລະ ສາກົນ, ຄວາມຕ້ອງການກ່ຽວກັບສັດ ແລະ ການເໜັງຕີງຂອງລາຄາສັດ ທັງພາຍໃນ ແລະ ຕ່າງປະເທດ.

ພາກທີ III
ການສັດຕະວະແພດ

ໝວດທີ 1
ກິດຈະການກ່ຽວກັບການສັດຕະວະແພດ

ມາດຕາ 34.  ກິດຈະການກ່ຽວກັບການສັດຕະວະແພດ
     ກິດຈະການກ່ຽວກັບການສັດຕະວະແພດ ແມ່ນ ທຸກການເຄື່ອນໄຫວ ທີ່ກ່ຽວຂ້ອງ ກັບການຄຸ້ມຄອງ ແລະ ບໍລິການດ້ານການສັດຕະວະແພດ ຊຶ່ງປະກອບດ້ວຍ:
       1. ການກັນ ແລະ ຄວບຄຸມພະຍາດລະບາດສັດ;
       2. ການຄວບຄຸມການເຄື່ອນຍ້າຍສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການກັກ ຫລື ຂັງຊົ່ວຄາວ;
       3. ການຂ້າສັດ ແລະ ການກວດກາດ້ານອະນາໄມຜະລິດຕະພັນສັດ.

ມາດຕາ 35.  ການກັນ ແລະ ຄວບຄຸມພະຍາດລະບາດສັດ
     ການກັນ ແລະ ຄວບຄຸມພະຍາດລະບາດສັດ ປະກອບດ້ວຍ:
       1. ການກັນພະຍາດລະບາດສັດ ຊຶ່ງມີ: ການເຝົ້າລະວັງ ແລະ ຕິດຕາມພະຍາດລະບາດສັດ, ການສັກຢາກັນພະຍາດສັດ ແລະ ການປິ່ນປົວສັດ;
       2. ການຄວບຄຸມພະຍາດລະບາດສັດ ຊຶ່ງມີ: ການວາງແຜນຍຸດທະສາດໃນການກຳຈັດ ແລະ ລົບລ້າງພະຍາດລະບາດສັດ, ມາດຕະການຄວບຄຸມພະຍາດລະບາດສັດ, ພະຍາດສັດທີ່ຈຳເປັນຕ້ອງແຈ້ງ, ການແຈ້ງ ກ່ຽວກັບສັດທີ່ສົງໄສວ່າເຫງົາ ຫລື ເຈັບຍ້ອນພະຍາດລະບາດສັດ, ການລາຍງານກ່ຽວກັບພະຍາດລະບາດສັດ, ການປະກາດເຂດພະຍາດລະບາດສັດ ແລະ ການປະຕິບັດກໍລະນີເກີດພະຍາດລະບາດສັດ.

ມາດຕາ 36.  ການເຝົ້າລະວັງ ແລະ ຕິດຕາມພະຍາດລະບາດສັດ
     ການເຝົ້າລະວັງ ແລະ ຕິດຕາມພະຍາດລະບາດສັດ ແມ່ນ ການເຄື່ອນໄຫວກ່ຽວກັບການສັງເກດ, ບັນທຶກ, ລາຍງານສະພາບຜິດປົກກະຕິ ແລະ ເກັບກຳຂໍ້ມູນທາງລະບາດວິທະຍາ ຂອງສັດ ເຊັ່ນ: ການເກີດພະຍາດ, ການເຈັບປ່ວຍ, ການຕາຍ, ການເກັບຕົວຢ່າງ, ການວິເຄາະ, ການບົ່ງມະຕິພະຍາດ ແລະ ການປະເມີນຄວາມສ່ຽງຕ່າງໆ.
     ຂະແໜງການກະສິກຳ ແລະ ປ່າໄມ້ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນການເຝົ້າລະວັງ ແລະ ຕິດຕາມພະຍາດສັດ ຢ່າງເປັນລະບົບ ທັງແບບປົກກະຕິ ແລະ ແບບສຸກເສີນ ພ້ອມທັງໂຄສະນາເຜີຍແຜ່, ສຶກສາອົບຮົມ, ປຸກລະດົມ ໃຫ້ທຸກພາກສ່ວນມີສ່ວນຮ່ວມ ແນໃສ່ຮັບປະກັນ ບໍ່ໃຫ້ມີໄພຂົ່ມຂູ່ຈາກພະຍາດລະບາດສັດ ທີ່ຈະນຳໄປສູ່ການສູນເສັຍ ທາງດ້ານເສດຖະກິດ ແລະ ສັງຄົມຂອງຊາດ.

ມາດຕາ 37.  ການສັກຢາກັນພະຍາດສັດ ແລະ ການປິ່ນປົວສັດ
     ສັດລ້ຽງ ຂອງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ຕ້ອງໄດ້ຮັບການສັກຢາກັນພະຍາດ ຕາມຫລັກວິຊາການ, ກຳນົດເວລາ, ແຕ່ລະໄລຍະ ໃຫ້ເປັນປົກກະຕິ ເພື່ອຫລີກເວັ້ນຜົນເສັຍຫາຍ ທີ່ເກີດຈາກພະຍາດລະບາດສັດ.
     ເມື່ອສັດລ້ຽງມີອາການຜິດປົກກະຕິ ຫລື ເປັນພະຍາດໃດໜຶ່ງ ຕ້ອງໄດ້ຮັບການກວດສຸຂະພາບ ແລະ ປິ່ນປົວ ໃຫ້ທັນການ ຕາມແຕ່ລະກໍລະນີ.

ມາດຕາ 38.  ການວາງແຜນຍຸດທະສາດໃນການກຳຈັດ ແລະ ລົບລ້າງພະຍາດລະບາດສັດ
     ຂະແໜງການກະສິກຳ ແລະ ປ່າໄມ້ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກຳນົດ ແລະ ວາງແຜນຍຸດທະສາດໃນການກຳຈັດ ແລະ ລົບລ້າງພະຍາດລະບາດສັດ ເພື່ອເປັນທິດທາງລວມ ໃນການສ້າງ ແຜນງານ, ໂຄງການ ແລະ ມາດຕະການ ສະເພາະໜ້າ ແລະ ຍາວນານ, ປຸກລະດົມໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນຂະບວນການ ກຳຈັດ ແລະ ລົບລ້າງພະຍາດລະບາດສັດ.

ມາດຕາ 39.  ມາດຕະການຄວບຄຸມພະຍາດລະບາດສັດ
     ການຄວບຄຸມພະຍາດລະບາດສັດ ຢູ່ໃນຂອບເຂດບໍລິເວນໃດໜຶ່ງ ຫລື ໃນທົ່ວປະເທດ ເພື່ອບໍ່ໃຫ້ເຊື້ອພະຍາດ ແຜ່ລາມອອກໄປຢ່າງກວ້າງຂວາງ ຕ້ອງນຳໃຊ້ມາດຕະການຕົ້ນຕໍ ດັ່ງນີ້:
       1. ສັງເກດອາການ, ກັກຂັງ ແລະ ແຍກປ່ຽວ ສັດທີ່ເປັນພະຍາດ ຫລື ຖືກສົງໄສວ່າຕິດເຊື້ອພະຍາດ;
       2. ຂ້າ ຫລື ທໍາລາຍ ສັດ ທີ່ເປັນພະຍາດ ຫລື ສົງໄສວ່າຕິດເຊື້ອພະຍາດບາງຊະນິດ ໃນກຳນົດເວລາທີ່ເໝາະສົມ;
       3. ຂ້າເຊື້ອພະຍາດ ຫລື ທຳລາຍວັດຖຸອຸປະກອນທີ່ປົນເປື້ອນ ຫລື ສົງໄສວ່າ ຖືກປົນເປື້ອນດ້ວຍເຊື້ອພະຍາດ;
       4. ຄວບຄຸມການເຄື່ອນຍ້າຍ, ຂົນສົ່ງ, ເຕົ້າໂຮມ ແລະ ຊຸກເຊື່ອງສັດ ໃນຂອບເຂດທົ່ວປະເທດ ຫລື ບາງຂົງເຂດພາຍໃນປະເທດ;
       5. ນຳໃຊ້ມາດຕະການຄວບຄຸມພະຍາດລະບາດສັດທີ່ລັດໄດ້ກຳນົດໄວ້.
     ມາດຕະການຄວບຄຸມຂ້າງເທິງນີ້ ແມ່ນ ໃຫ້ປະຕິບັດຕາມລະບຽບການ ທີ່ໄດ້ກຳນົດໄວ້ ແລະ ເຈົ້າຂອງສັດ ກໍຈະໄດ້ຮັບການຊົດເຊີຍຢ່າງເໝາະສົມ ຕາມແຕ່ລະກໍລະນີ.

ມາດຕາ 40.  ພະຍາດສັດທີ່ຈຳເປັນຕ້ອງແຈ້ງ
     ພະຍາດສັດທີ່ຈຳເປັນຕ້ອງແຈ້ງ ແມ່ນ ພະຍາດລະບາດສັດ ທີ່ມີຄວາມອັນຕະລາຍຮ້າຍແຮງ, ແຜ່ລາມໄວ ສາມາດຕິດຕໍ່ຈາກສັດຫາສັດ ແລະ ຈາກສັດໄປຫາຄົນ ຈາກເຂດໜຶ່ງໄປຫາອີກເຂດໜຶ່ງ ຫລື ຈາກປະເທດໜຶ່ງໄປຫາອີກປະເທດໜຶ່ງ ທີ່ເປັນຜົນສະທ້ອນທີ່ຮ້າຍແຮງ ຕໍ່ເສດຖະກິດ ແລະ ສັງຄົມ ເຊັ່ນ: ພະຍາດໄຂ້ຫວັດສັດປີກ, ປາກເປື່ອຍລົງເລັບ, ເຕົ້າໂຮມເລືອດງົວຄວາຍ, ໄຂ້ເລືອດດຳ, ອະຫິວາໝູ, ພະຍາດວໍ້ ແລະ ພະຍາດອື່ນ.
     ພະຍາດສັດທີ່ຈຳເປັນຕ້ອງແຈ້ງ ແມ່ນ ໄດ້ກຳນົດໄວ້ໃນບັນຊີ ຂອງອົງການພະຍຸສັດສາກົນ ແລະ ໃນລະບຽບການສະເພາະ.

ມາດຕາ 41.  ການແຈ້ງກ່ຽວກັບສັດ ທີ່ສົງໄສວ່າຕິດພະຍາດລະບາດສັດ
     ເຈົ້າຂອງສັດລ້ຽງ ຫລື ບຸກຄົນທົ່ວໄປ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານ ການລ້ຽງສັດ ແລະ ການສັດຕະວະແພດ ທີ່ຢູ່ໃກ້ທີ່ສຸດ ຫລື ອົງການປົກຄອງບ້ານໂດຍດ່ວນ ເມື່ອຕົນໄດ້ພົບເຫັນ ຫລື ສົງໄສວ່າ ມີສັດງ່ວມເຫງົາ, ເຈັບ ຫລື ຕາຍ ໂດຍບໍ່ຮູ້ສາເຫດ ຫລື ຍ້ອນພະຍາດລະບາດສັດ.

ມາດຕາ 42.  ການລາຍງານກ່ຽວກັບພະຍາດລະບາດສັດ
     ໃນກໍລະນີ ພົບເຫັນສັດງ່ວມເຫງົາ, ເຈັບ ຫລື ຕາຍ ທີ່ສົງໄສວ່າ ຕິດເຊື້ອພະຍາດລະບາດສັດ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງອອກຄຳສັ່ງ ໃຫ້ກັກຂັງສັດ ຢູ່ບໍລິເວນນັ້ນໄວ້ໃນຄອກ ຈົນກວ່າຈະໄດ້ຮັບຜົນ ຈາກການກວດກາ ແລະ ການບົ່ງມະຕິພະຍາດ ຈາກຫ້ອງວິໄຈ.
     ໃນກໍລະນີ ໄດ້ຮັບການຢືນຢັນຈາກຫ້ອງວິໄຈພະຍາດສັດວ່າ ສັດດັ່ງກ່າວງ່ວມເຫງົາ, ເຈັບ ຫລື ຕາຍ ຍ້ອນພະຍາດລະບາດສັດ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງລາຍງານໃຫ້ອົງການປົກຄອງທ້ອງຖິ່ນ ຫລື ລັດຖະບານ ເພື່ອປະກາດເປັນເຂດພະຍາດລະບາດສັດ ຕາມມາດຕາ 43 ຂອງກົດໝາຍສະບັບນີ້.

ມາດຕາ 43.  ການປະກາດເຂດພະຍາດລະບາດສັດ
     ອົງການປົກຄອງທ້ອງຖິ່ນ ຫລື ລັດຖະບານ ເປັນຜູ້ປະກາດ ຫລື ລົບລ້າງ ເຂດພະຍາດລະບາດສັດ ຕາມການສະເໜີ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດຂັ້ນຂອງຕົນ ໂດຍ ໃຫ້ປະຕິບັດຕາມກໍລະນີ ດັ່ງນີ້:
       1. ຖ້າຫາກພະຍາດລະບາດສັດເກີດຂຶ້ນ ໃນຂອບເຂດເມືອງ, ເທດສະບານໃດໜຶ່ງ ແມ່ນ ໃຫ້ເຈົ້າເມືອງ, ຫົວໜ້າເທດສະບານນັ້ນ ເປັນຜູ້ປະກາດ;
       2. ຖ້າຫາກພະຍາດລະບາດສັດເກີດຂຶ້ນ ຫລາຍກວ່າໜຶ່ງເມືອງ, ເທດສະບານ ແຕ່ຢູ່ໃນຂອບເຂດແຂວງ, ນະຄອນໃດໜຶ່ງ ແມ່ນ ໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນນັ້ນ ເປັນຜູ້ປະກາດ;
       3. ຖ້າຫາກພະຍາດລະບາດສັດເກີດຂຶ້ນ ຫລາຍກວ່າໜຶ່ງແຂວງ, ນະຄອນ ແມ່ນ ໃຫ້ນາຍົກລັດຖະມົນຕີ ເປັນຜູ້ປະກາດ.

ມາດຕາ 44.  ການປະຕິບັດກໍລະນີເກີດພະຍາດລະບາດສັດ
     ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງດຳເນີນການກວດກາສັດ ໃນເຂດເກີດພະຍາດລະບາດສັດ ເພື່ອຊອກຫາເຊື້ອພະຍາດ ທີ່ເປັນສາເຫດພາໃຫ້ເກີດພະ ຍາດລະບາດ.
     ໃນກໍລະນີ ພົບເຊື້ອພະຍາດລະບາດສັດ ຕ້ອງປະຕິບັດຕາມມາດຕະການຄວບຄຸມ ທີ່ເໝາະສົມ ເພື່ອສະກັດກັ້ນ ການແຜ່ລາມຂອງພະຍາດນັ້ນ.
     ນອກຈາກນັ້ນ ຍັງຕ້ອງສັກຢາກັນພະຍາດທີ່ຈຳເປັນ ໃຫ້ແກ່ສັດລ້ຽງທີ່ຍັງມີສຸຂະພາບດີ ແລະ ດຳເນີນການຂ້າເຊື້ອ ຢູ່ສະຖານທີ່ລ້ຽງສັດ, ຄອກສັດ ແລະ ອຸປະກອນສຳລັບການລ້ຽງສັດ ຕາມຫລັກວິຊາການສັດຕະວະແພດ.

ມາດຕາ 45.  ການຄວບຄຸມການເຄື່ອນຍ້າຍສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການກັກ ຫລື ຂັງຊົ່ວຄາວ
     ການຄວບຄຸມການເຄື່ອນຍ້າຍສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການກັກ ຫລື ຂັງຊົ່ວຄາວ ມີ ດັ່ງນີ້:
       1. ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ພາຍໃນປະເທດ;
       2. ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ລະຫວ່າງປະເທດ;
       3. ການກັກ ຫລື ຂັງສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຊົ່ວຄາວ.

ມາດຕາ 46.  ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ພາຍໃນປະເທດ
     ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຈາກສະຖານທີ່ໜຶ່ງຫາສະຖານ ທີ່ອື່ນ ຢູ່ພາຍໃນປະເທດ ຕ້ອງປະຕິບັດຕາມລະບຽບການສະເພາະ ຂອງອົງການຄຸ້ມຄອງວຽກງານ ການລ້ຽງສັດ ແລະ ການສັດຕະວະແພດ.

ມາດຕາ 47.  ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ລະຫວ່າງປະເທດ
     ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ລະຫວ່າງປະເທດ, ການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານດິນແດນ ສປປ ລາວ ຕ້ອງຜ່ານການກວດກາ ຈາກພະນັກງານສັດຕະວະແພດປະຈຳດ່ານຊາຍແດນ ແລະ ປະຕິບັດຕາມລະບຽບການສະເພາະ ຂອງອົງການຄຸ້ມຄອງ ວຽກງານການລ້ຽງສັດ ແລະ ການສັດຕະວະແພດ.

ມາດຕາ 48.  ການກັກ ຫລື ຂັງສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຊົ່ວຄາວ
     ໃນກໍລະນີ ພົບເຫັນສັດ ຫລື ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ບໍ່ຖືກຕ້ອງຕາມລະບຽບ ການຂົນສົ່ງ ຫລື ສົງໄສວ່າ ມີການຕິດເຊື້ອພະຍາດຮ້າຍແຮງ ຫລື ຢູ່ໃນສະພາບທີ່ບໍ່ສາມາດຂົນສົ່ງ ຕໍ່ໄປໄດ້ ແມ່ນ ໃຫ້ປະຕິບັດມາດຕະການໃດໜຶ່ງ ດັ່ງນີ້:
       1. ກັກຂັງສັດໄວ້ ເພື່ອໃຫ້ສັດໄດ້ພັກຜ່ອນ, ໃຫ້ອາຫານ ແລະ ນ້ຳ ຫລື ຖ້າເຫັນວ່າມີຄວາມຈຳເປັນ ຕ້ອງແຍກປ່ຽວສັດໄວ້ໃນສະຖານທີ່ ທີ່ຈັດໄວ້ສະເພາະເພື່ອກວດກາ ແລະ ຕິດຕາມ;
       2. ກັກຜະລິດຕະພັນສິນຄ້າກ່ຽວກັບສັດໄວ້ໃນສະຖານທີ່ ທີ່ຈັດໄວ້ສະເພາະເພື່ອກວດກາ;
       3. ໃນກໍລະນີ ສົງໄສ ຫລື ພົບເຊື້ອພະຍາດຮ້າຍແຮງ ຕ້ອງປະຕິບັດຕາມມາດຕະການ ຄວບຄຸມພະຍາດລະບາດສັດ ທີ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໄດ້ກຳນົດໄວ້.
     ໃນກໍລະນີຈຳເປັນ ຕ້ອງສົ່ງ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບສັດເຫລົ່ານັ້ນຄືນ ແລະ ໃຫ້້ປະຕິບັດຕາມລະບຽບການ ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດໄວ້.

ມາດຕາ 49.  ການຂ້າສັດ ແລະ ການກວດກາດ້ານອະນາໄມຜະລິດຕະພັນສັດ
     ການຂ້າສັດ ແລະ ການກວດກາດ້ານອະນາໄມຜະລິດຕະພັນສັດ ມີ ດັ່ງນີ້:
       1. ໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ;
       2. ການຂ້າ ແລະ ຄົວສັດ;
       3. ການກວດກາດ້ານອະນາໄມຜະລິດຕະພັນສັດ;
       4. ການຢັ້ງຢືນດ້ານສຸຂານາໄມຜະລິດຕະພັນສັດ;
       5. ສະຖານທີ່ ເກັບຮັກສາ, ປຸງແຕ່ງ, ຄ້າຂາຍ ແລະ ການຂົນສົ່ງຜະລິດຕະພັນສັດ.

ມາດຕາ 50.  ໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານຂ້າສັດ ແລະ ບ່ອນຂ້າ ສັດຍ່ອຍ ຕ້ອງປະຕິບັດຕາມມາດຕະຖານເຕັກນິກດ້ານສຸຂານາໄມ ກ່ຽວກັບສະຖານທີ່, ການອອກແບບ, ລະບົບການດຳເນີນງານ, ຫລັກການອະນາໄມສຳລັບຜູ້ອອກແຮງງານ, ການເກັບຮັກສາ ແລະ ການຂົນສົ່ງຊີ້ນ ແລະ ຜະລິດຕະພັນສັດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ .

ມາດຕາ 51.  ການຂ້າ ແລະ ຄົວສັດ
     ການຂ້າ ແລະ ຄົວສັດ ເພື່ອຈຳໝ່າຍໃຫ້ຜູ້ບໍລິໂພກ ຕ້ອງດຳເນີນຢູ່ໂຮງງານຂ້າສັດ ຫລື ບ່ອນຂ້າສັດຍ່ອຍ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຢ່າງເຂັ້ມງວດ.
     ການຂ້າ ແລະ ຄົວສັດ ປະເພດ ງົວ, ຄວາຍ ຫລື ໝູ ເພື່ອບໍລິໂພກພາຍໃນຄອບຄົວ ຫລື ໃນງານບຸນປະເພນີ ແມ່ນ ອະນຸຍາດ ແຕ່ຕ້ອງແຈ້ງໃຫ້ອົງການປົກຄອງບ້ານ ໂດຍໄດ້ຮັບການກວດກາ ຈາກສັດຕະວະແພດບ້ານ ແນໃສ່ການຄຸ້ມຄອງສະຖິຕິສັດລ້ຽງ, ຮັບປະກັນຄວາມປອດໄພ, ສຸຂານາໄມຂອງຜູ້ບໍລິໂພກ.

ມາດຕາ 52.  ການກວດກາດ້ານອະນາໄມຜະລິດຕະພັນສັດ
     ການກວດກາກ່ອນ ຫລື ຫລັງການຂ້າສັດ, ການຕິດຕາມ ແລະ ກວດກາດ້ານອະນາໄມໂຮງງານຂ້າສັດ, ບ່ອນຂ້າສັດຍ່ອຍ ແລະ ການກວດກາດ້ານອະນາໄມຊີ້ນ ຕ້ອງແມ່ນພະນັກງານສັດຕະ ວະແພດ ທີ່ໄດ້ຜ່ານການຝຶກອົບຮົມ ດ້ານເຕັກນິກການກວດກາດ້ານອະນາໄມຊີ້ນສະເພາະ ເປັນຜູ້ ດຳເນີນການ ຊຶ່ງຖືກແຕ່ງຕັ້ງໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ.
     ຂັ້ນຕອນຂອງການກວດກາຊີ້ນ ແລະ ຜະລິດຕະພັນສັດ ໄດ້ກຳນົດໄວ້ໃນລະບຽບການສະເພາະ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 53.  ການຢັ້ງຢືນດ້ານສຸຂານາໄມຜະລິດຕະພັນສັດ
     ຊີ້ນ ແລະ ຜະລິດຕະພັນສັດ ທີ່ຈະນຳມາຈຳໜ່າຍ ຫລື ບໍລິໂພກ ຕ້ອງໄດ້ຜ່ານການກວດ, ຈ້ຳກາ ແລະ ຢັ້ງຢືນດ້ານສຸຂານາໄມ ຈາກພະນັກງານກວດກາອະນາໄມຊີ້ນ.
     ຖ້າຫາກວ່າ ຊີ້ນ ແລະ ຜະລິດຕະພັນສັດ ບໍ່ສາມາດບໍລິໂພກໄດ້ ແມ່ນ ບໍ່ອະນຸຍາດໃຫ້ນຳໄປຈຳໜ່າຍ, ຊື້ຂາຍ ຫລື ເກັບຮັກສາໄວ້ຢ່າງເດັດຂາດ ຕ້ອງທຳລາຍຖິ້ມ ພາຍໃຕ້ການຄຸ້ມຄອງ ຂອງ ສັດຕະວະແພດ ຫລື ພະນັກງານກວດກາອະນາໄມຊີ້ນ ຢ່າງເຄັ່ງຄັດ. ການທຳລາຍຊີ້ນ ແລະ ຜະລິດຕະພັນສັດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.
     ໃນກໍລະນີ ທີ່ຈະນຳໄປໃຊ້ໃນຈຸດປະສົງອື່ນ ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຫລັກການອະນາໄມ ທີ່ໄດ້ກຳນົດໄວ້.

ມາດຕາ 54.  ສະຖານທີ່ເກັບຮັກສາ, ປຸງແຕ່ງ, ຄ້າຂາຍ ແລະ ການຂົນສົ່ງຜະລິດຕະພັນສັດ
     ສະຖານທີ່ເກັບຮັກສາ, ປຸງແຕ່ງ ແລະ ຄ້າຂາຍ ຜະລິດຕະພັນສັດ ຕ້ອງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ລະບຽບການ ທີ່ໄດ້ກຳນົດໄວ້.
     ການຂົນສົ່ງ ຊາກສັດ, ຊີ້ນ ແລະ ຜະລິດຕະພັນສັດ ເພື່ອຈຳໜ່າຍ ຕ້ອງຂົນສົ່ງດ້ວຍພາຫະນະທີ່ຮັບ ປະກັນ ຕາມມາດຕະຖານເຕັກນິກ ທີ່ໄດ້ກຳນົດໄວ້.

ໝວດທີ 2
ທຸລະກິດກ່ຽວກັບການສັດຕະວະແພດ

ມາດຕາ 55.  ທຸລະກິດກ່ຽວກັບການສັດຕະວະແພດ
       ທຸລະກິດກ່ຽວກັບການສັດຕະວະແພດ ປະກອບດ້ວຍ ການບໍລິການ ດັ່ງນີ້:
       1. ການບໍລິການປິ່ນປົວສັດ;
       2. ການຜະລິດຢາກັນ ແລະ ປິ່ນປົວພະຍາດສັດ;
       3. ການຂາຍຢາກັນ, ປິ່ນປົວພະຍາດສັດ ແລະ ເຄື່ອງມືສັດຕະວະແພດ;
       4. ການວິໄຈພະຍາດສັດ;
       5. ການສ້າງໂຮງຮຽນວິຊາຊີບສັດຕະວະແພດ;
       6. ການສ້າງສາລະຄະດີກ່ຽວກັບພະຍາດສັດ.

ມາດຕາ 56.  ການອະນຸຍາດດຳເນີນທຸລະກິດກ່ຽວກັບການສັດຕະວະແພດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ດຳເນີນທຸລະກິດກ່ຽວກັບການສັດຕະວະແພດ ທີ່ໄດ້ກຳນົດໄວ້ ໃນມາດຕາ 55 ຂອງກົດໝາຍສະບັບນີ້ ຕ້ອງ ໄດ້ຮັບຄວາມເຫັນດີ ດ້ານເຕັກນິກກ່ຽວກັບການສັດຕະວະແພດ ຈາກຂະແໜງການກະສິກຳ ແລະ ປ່າໄມ້, ຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກຂະແໜງການທີ່ ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 57.  ການບໍລິການປິ່ນປົວສັດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດກ່ຽວກັບຫ້ອງກວດພະ ຍາດສັດ ຫລື ບ່ອນປົວສັດ ເພື່ອໃຫ້ການບໍລິການ ກັນ ແລະ ປີ່ນປົວສັດ ຕ້ອງປະຕິບັດຕາມມາດຕະ ຖານເຕັກນິກກ່ຽວກັບ ສະຖານທີ່, ບຸກຄະລາກອນ ແລະ ການບໍລິການ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ ແນໃສ່ຮັບປະກັນການບໍລິການ ການກັນ ແລະ ປິ່ນປົວສັດ ໃຫ້ມີຄຸນນະພາບດີ.

ມາດຕາ 58.  ການຜະລິດຢາກັນ ແລະ ປິ່ນປົວພະຍາດສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານຜະລິດຢາກັນ ແລະ ປິ່ນປົວ ພະຍາດສັດ ເພື່ອດຳເນີນທຸລະກິດຜະລິດຢາ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບສະຖານທີ່ຕັ້ງ, ບຸກຄະລາກອນ, ລະບົບໂຮງງານ, ລະບົບການຜະລິດຢາກັນ ແລະ ປິ່ນປົວພະຍາດສັດ, ການເກັບຮັກສາວັດຖຸດິບ ແລະ ການກວດກາຄຸນນະພາບຢາກັນ ແລະ ປິ່ນປົວພະຍາດສັດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ ແນໃສ່ຮັບ ປະກັນຄຸນນະພາບຂອງຢາກັນ ແລະ ປິ່ນປົວພະຍາດສັດ ໃຫ້ເໝາະສົມ ແກ່ການກັນ ແລະ ປິ່ນປົວພະຍາດສັດ ລວມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ສັງຄົມ ແລະ ສະພາບແວດລ້ອມ.

ມາດຕາ 59.  ການຂາຍຢາກັນ, ປິ່ນປົວພະຍາດສັດ ແລະ ເຄື່ອງມືສັດຕະວະແພດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດ ຂາຍ, ນຳເຂົ້າ ແລະ ສົ່ງອອກ ຢາກັນ ແລະ ປິ່ນປົວພະຍາດສັດ ແລະ ອຸປະກອນສັດຕະວະແພດນັ້ນ ໃຫ້ປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບສະຖານທີ່ຕັ້ງ, ບຸກຄະລາກອນ, ສະຖານທີ່ເກັບຮັກສາ ແລະ ໃຫ້ຄວາມຮ່ວມມື ໂດຍສະເພາະ ການລາຍງານຂໍ້ມູນຂ່າວສານ ແກ່ອົງການທີ່ກ່ຽວຂ້ອງ ເພື່ອຕິດຕາມກວດກາ ຫລື ເກັບຕົວຢ່າງຢາກັນ ແລະ ປິ່ນປົວພະຍາດສັດ ເພື່ອກວດກາວິໄຈຄຸນນະພາບ.

ມາດຕາ 60.  ການວິໄຈພະຍາດສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ເພື່ອດຳເນີນທຸລະກິດ ການສ້າງຕັ້ງຫ້ອງວິໄຈພະຍາດສັດ ເພື່ອໃຫ້ການບໍລິການ ວິໄຈພະຍາດສັດ ຫລື ສຶກສາ, ຄົ້ນຄ້ວາວິທະຍາສາດກ່ຽວກັບພະຍາດສັດ ຕ້ອງປະຕິບັດຕາມມາດຕະຖານເຕັກນິກກ່ຽວກັບສະຖານທີ່ຕັ້ງ, ບຸກຄະລາກອນ, ເຄື່ອງມືວິໄຈ ແລະ ມີລະບົບການຄຸ້ມຄອງ  ຮັກສາລະດັບຄຸນນະພາບຂອງການບົ່ງມະຕິພະຍາດສັດ  ທີ່ມີຄວາມຖືກຕ້ອງ ຊັດເຈນ ແລະ ທັນກັບສະພາບການ.

ມາດຕາ 61.  ການສ້າງໂຮງຮຽນວິຊາຊີບສັດຕະວະແພດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດກ່ຽວກັບໂຮງຮຽນວິຊາຊີບສັດຕະວະແພດ ຕ້ອງປະຕິບັດຕາມລະບຽບການ ແລະ ຫລັກສູດ ການຮຽນ ການສອນ ໂດຍມີການຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງບຸກຄະລາກອນ ໃຫ້ມີີຄວາມຮູ້ ຄວາມສາມາດ ທາງດ້ານວິຊາການ ກ່ຽວກັບການສັດຕະວະແພດ ໃຫ້ສົມຄູ່ກັບການພັດທະນາວຽກງານການສັດຕະວະແພດ ໃນແຕ່ລະໄລຍະ.

ມາດຕາ 62.  ການສ້າງສາລະຄະດີກ່ຽວກັບພະຍາດສັດ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນການສ້າງສາລະຄະດີກ່ຽວກັບ ພະຍາດສັດ ເປັນຕົ້ນ: ພະຍາດລະບາດສັດ, ຜົນການທົດລອງກ່ຽວກັບການກັນ, ປິ່ນປົວພະຍາດສັດ ແລະ ການຄວບຄຸມພະຍາດລະບາດສັດ ຕ້ອງໄດ້ຮັບການເຫັນດີ ຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.

ໝວດ ທີ 3
ການສົ່ງເສີມການສັດຕະວະແພດ

ມາດຕາ 63.  ການສົ່ງເສີມການສັດຕະວະແພດ
     ລັດ ສົ່ງເສີມ ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ດຳເນີນກິດຈະການກ່ຽວກັບການສັດຕະວະແພດ ຕາມລະບຽບກົດໝາຍ ດ້ວຍການປະຕິບັດນະໂຍບາຍດ້ານຕ່າງໆ ເຊັ່ນ: ການລົງທຶນ, ວິຊາການ, ຂໍ້ມູນຂ່າວສານ ແລະ ສ້າງຕັ້ງສະມາຄົມສັດຕະວະແພດ ແນໃສ່ຮັບ ປະກັນການບໍລິການດ້ານການສັດຕະວະແພດ ໃຫ້ມີຄຸນນະພາບ.

ມາດຕາ 64.  ການສົ່ງເສີມການລົງທຶນ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນ ຫລື ປະກອບສ່ວນເຂົ້າໃນການພັດທະນາດ້ານການສັດຕະວະແພດ ດ້ວຍຮູບການ ການລົງທຶນຂອງ ເອກະຊົນ, ລັດ ກັບ ເອກະຊົນ ຕາມລະບຽບກົດໝາຍ.
     ລັດ ສົ່ງເສີມ ການສ້າງຕັ້ງກອງທຶນ ເພື່ອຊຸກຍູ້ການສັດຕະວະແພດ ໃຫ້ມີປະສິດທິພາບ. ແຫລ່ງກອງທຶນ ແມ່ນ ໄດ້ມາຈາກ ທຶນປະກອບຂອງລັດ, ຂອງປະຊາຊົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ.

ມາດຕາ 65.  ການສົ່ງເສີມວິຊາການ ແລະ ຂໍ້ມູນຂ່າວສານ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ ລົງທຶນ ຫລື ປະກອບສ່ວນເຂົ້າໃນການດຳເນີນທຸລະກິດກ່ຽວກັບການສັດຕະວະແພດ ດ້ວຍການໃຫ້ ຄຳແນະນຳ ທາງດ້ານວິຊາການ, ການສົ່ງພະນັກງານວິຊາການລົງໄປນຳພາເຮັດຕົວຈິງກັບທີ່, ການສະໜອງຂໍ້ມູນຂ່າວສານ ແລະ ການຖ່າຍທອດເຕັກນິກ-ເຕັກໂນໂລຊີທີ່ກ້າວໜ້າ ໃນການກັນ ແລະ ປິ່ນປົວສັດ ດ້ວຍຮູບການຝຶກອົບຮົມ, ຈັດກອງປະຊຸມສຳມະນາ, ທັດສະນະສຶກສາ ແລະ ອື່ນໆ.

ພາກທີ  IV
ສິດ, ໜ້າທີ່ ແລະ ພັນທະຂອງຜູ້ປະກອບການ ແລະ ຜູ້ບໍລິໂພກ

ໝວດທີ 1
ສິດ, ໜ້າທີ່ ແລະ ພັນທະຂອງຜູ້ປະກອບການກ່ຽວກັບການລ້ຽງສັດ

ມາດຕາ 66.  ສິດ ແລະ ໜ້າທີ່ຂອງຜູ້ປະກອບການກ່ຽວກັບການລ້ຽງສັດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການກ່ຽວກັບການລ້ຽງສັດ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ຄຸ້ມຄອງ, ພັດທະນາ, ນຳໃຊ້, ໂອນ ແລະ ສືບທອດສັດລ້ຽງ ຕາມລະບຽບກົດໝາຍ;
       2. ໄດ້ຮັບການປົກປ້ອງການຜະລິດ ດ້ວຍຮູບການຊົດເຊີຍ ແລະ ຮູບການອື່ນ ຕາມລະບຽບກົດໝາຍ;
       3. ໄດ້ຮັບການຊ່ວຍເຫລືອ ຫລື ການແນະນຳທາງດ້ານວິຊາການ ແລະ ເຕັກໂນໂລຊີກ່ຽວກັບການດຳເນີນການຜະລິດ;
       4. ໄດ້ຮັບຄວາມສະດວກ, ຍົກເວັ້ນ ຫລື ຫລຸດຜ່ອນພາສີອາກອນ ໃນການນຳເຂົ້າແນວພັນ ສັດ, ອາຫານສັດ, ອຸປະກອນຮັບໃຊ້ທີ່ຈຳເປັນ ໃນການດຳເນີນການຜະລິດທຸລະກິດຂອງຕົນ, ການສົ່ງອອກສັດ ແລະ ຜະລິດຕະພັນສັດ ແລະ ດ້ານອື່ນ ຕາມລະບຽບກົດໝາຍ;
       5. ໄດ້ຮັບການສົ່ງເສີມ, ຊຸກຍູ້ທາງດ້ານສິນເຊື່ອ, ການຕະຫລາດ ລວມທັງດ້ານລາຄາ ຢ່າງຍຸຕິທຳ;
       6. ດຳເນີນການຜະລິດ, ທຸລະກິດ ໂດຍຖືກຕ້ອງ ຕາມລະບຽບກົດໝາຍ;
       7. ເຂົ້າຮ່ວມເຄື່ອນໄຫວ ຢູ່ໃນສະມາຄົມລ້ຽງສັດ ຕາມພາລະບົດບາດ ທີ່ສະມາຄົມໄດ້ກຳນົດໄວ້.

ມາດຕາ 67.  ພັນທະຂອງຜູ້ປະກອບການກ່ຽວກັບການລ້ຽງສັດ
     ຜູ້ປະກອບການກ່ຽວກັບການລ້ຽງສັດ ມີພັນທະຕົ້ນຕໍ ດັ່ງນີ້:
       1. ດຳເນີນການຜະລິດກ່ຽວກັບການລ້ຽງສັດ ຕາມການອະນຸຍາດ, ຕາມບົດວິພາກ ເສດຖະກິດ-ເຕັກນິກ ໂດຍປະຕິບັດໃຫ້ຖືກຕ້ອງ ຕາມຂັ້ນຕອນ, ກຳນົດເວລາ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ທຸລະກິດ ແລະ ກົດໝາຍອື່ນ ທີ່ໄດ້ກຳນົດໄວ້;
       2. ປົກປັກຮັກສາ, ຄຸ້ມຄອງ, ພັດທະນາ ແລະ ເບິ່ງແຍງສັດລ້ຽງ ໃຫ້ມີສຸຂະພາບດີ, ມີຄວາມຮັບຜິດຊອບຕໍ່ສັດລ້ຽງຂອງຕົນ ທີ່ກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ອື່ນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ສັງຄົມ ແລະ ສະພາບແວດລ້ອມ;
       3. ປະຕິບັດມາດຕະການກັນສັດລ້ຽງ ດ້ວຍລະບົບຄວາມປອດໄພທາງດ້ານຊີວະພາບ ທີ່ດີ ແລະ ສັກຢາກັນພະຍາດສັດ ທີ່ຈຳເປັນ ຕາມການກຳນົດຂອງອົງການຄຸ້ມ ຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕາມລະບຽບກົດໝາຍ;
       4. ໃຫ້ຄວາມຮ່ວມມື, ຕອບສະໜອງຂໍ້ມູນຂ່າວສານ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດ;
       5. ແຈ້ງສະຖານທີ່, ສະພາບການຜະລິດ ໃຫ້ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຢ່າງຖືກຕ້ອງ ຊັດເຈນ ເພື່ອສະດວກໃນການລົງຕິດ ຕາມກວດກາ, ຊຸກຍູ້, ຊ່ວຍເຫລືອ ແລະ ແກ້ໄຂສະພາບ ໃຫ້ທ່ວງທັນກັບເວລາ;
       6. ໂຄສະນາເຜີຍແຜ່ກ່ຽວກັບວຽກງານການລ້ຽງສັດ;
       7. ປະກອບສ່ວນ ທາງດ້ານທຶນຮອນ ຫລື ແຮງງານ ເຂົ້າໃນການພັດທະນາ ການລ້ຽງສັດ ແລະ ປົກປັກຮັກ ສາສິ່ງແວດລ້ອມທຳມະຊາດ;
       8. ນຳໃຊ້ທຸກວິທີການ ເພື່ອປ້ອງກັນສຸຂະພາບສັດ, ສຸຂະພາບຂອງຄົນ, ສິ່ງແວດລ້ອມ ແລະ ສະກັດກັ້ນ ທຸກປາກົດການ ທີ່ຈະກໍ່ໃຫ້ເກີດການແຜ່ລະບາດຂອງພະຍາດສັດ;
       9. ເສັຍຄ່າທຳນຽມກ່ຽວກັບການລ້ຽງສັດ ຕາມລະບຽບກົດໝາຍ.

ໝວດທີ 2
ສິດ, ໜ້າທີ່ ແລະ ພັນທະຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ

ມາດຕາ 68.  ສິດ ແລະ ໜ້າທີ່ຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການ ກ່ຽວກັບ ການສັດຕະວະແພດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ເປັນເຈົ້າກຳມະສິດຂອງກິດຈະການ ແລະ ໝາກຜົນທີ່ໄດ້ຮັບ ຈາກການດຳເນີນກິດຈະການ ດັ່ງກ່າວ;
       2. ໃຫ້ເຊົ່າ, ຊື້ ຂາຍກິດຈະການ ຕາມລະບຽບການ;
      3. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ;
       4. ໄດ້ຮັບການສົ່ງເສີມ, ຊ່ວຍເຫລືອ ຫລື ການແນະນຳ ທາງດ້ານວິຊາການ ແລະ ເຕັກໂນໂລຊີ ດ້ານການສັດຕະວະແພດ;
       5. ໄດ້ຮັບຄວາມສະດວກ, ຍົກເວັ້ນ ຫລື ຫລຸດຜ່ອນພາສີອາກອນ ໃນການນຳເຂົ້າ ແລະ ສົ່ງອອກ ສານເຄມີ, ຢາກັນ ແລະ ປິ່ນປົວສັດ ແລະ ວັດຖຸອຸປະກອນຮັບໃຊ້ ທີ່ຈຳເປັນ ຕາມລະບຽບກົດໝາຍ;
       6. ປຸກສ້າງ, ຕິດຕັ້ງເຄື່ອງມື ແລະ ວັດຖຸອຸປະກອນຮັບໃຊ້ ໃຫ້ແກ່ການດຳເນີນກິດຈະການ ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ;
       7. ດຳເນີນກິດຈະການດ້ານການສັດຕະວະແພດ ຕາມຫລັກວິຊາສະເພາະ ແລະ ຂອບເຂດ ທີ່ໄດ້ຮັບອະນຸຍາດ;
       8. ເຂົ້າຮ່ວມເຄື່ອນໄຫວ ຢູ່ໃນສະມາຄົມສັດຕະວະແພດ ຕາມພາລະບົດບາດ ທີ່ສະມາຄົມໄດ້ກຳນົດໄວ້.

ມາດຕາ 69.  ພັນທະຂອງຜູ້ປະກອບການກ່ຽວກັບການສັດຕະວະແພດ
     ຜູ້ປະກອບການກ່ຽວກັບການສັດຕະວະແພດ ມີພັນທະຕົ້ນຕໍ ດັ່ງນີ້:
       1. ປະຕິບັດຕາມການອະນຸຍາດ ແລະບົດວິພາກເສດຖະກິດ-ເຕັກນິກໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ;
       2. ເບິ່ງແຍງບົວລະບັດຮັກສາສຸຂະພາບຂອງສັດລ້ຽງ, ກັນພະຍາດ ແລະ ປິ່ນປົວສັດລ້ຽງ;
       3. ເປັນເຈົ້າການ ໃນການປະຕິບັດມາດຕະການ ເຝົ້າລະວັງ, ການກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດສັດ ຢ່າງທັນການ;
       4. ແຈ້ງ ຫລື ລາຍງານ ສະພາບ ຫລື ເຫດການ ໃນກໍລະນີພົບເຫັນ ຫລື ສົງໄສວ່າສັດ ຕິດພະຍາດຮ້າຍແຮງ ຫລື ເປັນພະຍາດລະບາດສັດ ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
       5. ໂຄສະນາເຜີຍແຜ່ກ່ຽວກັບວຽກງານການສັດຕະວະແພດ;
       6. ປະກອບສ່ວນທາງດ້ານທຶນຮອນ ຫລື ແຮງງານ ເຂົ້າໃນການພັດທະນາວຽກງານການສັດຕະວະແພດ ແລະ ປົກປັກຮັກສາສິ່ງແວດລ້ອມທຳມະຊາດ;
       7. ນຳໃຊ້ທຸກວິທີການ ເພື່ອປ້ອງກັນ ສຸຂະພາບຂອງສັດ, ສຸຂະພາບຂອງຄົນ, ສິ່ງແວດລ້ອມ ແລະ ສະກັດກັ້ນທຸກປາກົດການ ທີ່ຈະກໍ່ໃຫ້ເກີດການແຜ່ລະບາດຂອງພະ ຍາດສັດ;
       8. ໃຫ້ການຮ່ວມມື, ຕອບສະໜອງຂໍ້ມູນຂ່າວສານ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດ;
       9. ປະຕິບັດ ຈັນຍາບັນວິຊາຊີບສັດຕະວະແພດ ຢ່າງຄົບຖ້ວນ;
       10. ເສັຍຄ່າທຳນຽມ ກ່ຽວກັບການດຳເນີນກິດຈະການດ້ານການສັດຕະວະແພດ ແລະ ສະມາຄົມ ຕາມລະບຽບກົດໝາຍ.

ໝວດທີ 3
ສິດ, ໜ້າທີ່ ແລະ ພັນທະຂອງຜູ້ບໍລິໂພກ

ມາດຕາ 70.  ສິດ ແລະ ໜ້າທີ່ຂອງຜູ້ບໍລິໂພກ
     ຜູ້ບໍລິໂພກ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ໄດ້ຮັບການປົກປ້ອງ ຜົນເສັຍຫາຍ ທາງດ້ານສຸຂະພາບ ແລະ ຊັບສິນ ໃນການຊົມໃຊ້ ແລະ ບໍລິໂພກ ຜະລິດຕະພັນສັດ ທີ່ບໍ່ໄດ້ມາດຕະຖານ ຕາມການຢັ້ງຢືນຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ;
       2. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາກ່ຽວກັບການລ້ຽງສັດເຊັ່ນ: ຟາມ ຫລື ສະຖານທີ່ລ້ຽງສັດ, ສະຖານທີ່ປຸງແຕ່ງຜະລິດຕະພັນສັດ ແລະ ສະຖານທີ່ອື່ນ ທີ່ບໍ່ໄດ້ມາດຕະຖານ ເຊັ່ນ: ທີ່ຕັ້ງບໍ່ເໝາະສົມ, ບໍ່ມີລະບົບການບຳບັດສິ່ງເສດເຫລືອທີ່ຖືກຕ້ອງ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສັງຄົມ ແລະ ສະພາບແວດລ້ອມ;
       3. ທວງເອົາຄ່າເສັຍຫາຍ ຈາກຜູ້້ປະກອບການທີ່ມີການກະທຳບໍ່ຖືກຕ້ອງ ແລະ ມີຜົນກະທົບຕໍ່ສຸຂະພາບ;
       4. ແຈ້ງ ຫລື ລາຍງານ ສະພາບການ ໃຫ້ອົງການປົກຄອງທ້ອງຖິ່ນ ຫລື ອົງການຄຸ້ມ ຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນກໍລະນີ ພົບເຫັນ ຫລື ສົງໄສວ່າ ສັດລ້ຽງເປັນພະຍາດ, ຫລື ຜະລິດຕະພັນສັດ ປົນເປື້ອນ ດ້ວຍສານເປັນພິດ, ເຊື້ອພະຍາດ ທີ່ວາງຈຳໜ່າຍ, ຊື້ຂາຍ ຕາມທ້ອງ ຕະຫລາດ ແລະ ສະຖານ ທີ່ອື່ນ.

ມາດຕາ 71.  ພັນທະຂອງຜູ້ບໍລິໂພກ
     ຜູ້ບໍລິໂພກ ມີພັນທະຕົ້ນຕໍ ດັ່ງນີ້:
       1. ບໍລິໂພກຊີ້ນ ຫລື ສິ້ນສ່ວນສັດ ໃຫ້ຖືກຕ້ອງຕາມຫລັກສຸຂານາໄມ;
       2. ມ້ຽນມັດ ສິ້ນສ່ວນ ແລະ ສິ່ງເສດເຫລືອຈາກການບໍລິໂພກສັດ, ບໍ່ໃຫ້ຖິ້ມຊະຊາຍ ຕາມສະຖານທີ່ສາທາລະນະ;
       3. ເຂົ້າຮ່ວມ ໃນການປະຕິບັດມາດຕະການ ການກັນ, ສະກັດກັ້ນ ແລະ ການຄວບຄຸມ ພະຍາດລະບາດສັດ ຕາມລະບຽບກົດໝາຍ.

ພາກທີ V
ຂໍ້ຫ້າມ

ມາດຕາ 72.  ຂໍ້ຫ້າມທົ່ວໄປ
     ຫ້າມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີການກະທຳ ດັ່ງນີ້:
       1. ມີການກະທຳໃດໜຶ່ງ ທີ່ພາໃຫ້ເກີດການລະບາດຂອງພະຍາດສັດ, ການນຳໃຊ້ສານເຄມີ ທີ່ເປັນອັນຕະລາຍ  ຊຶ່ງເປັນຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບຂອງສັດ, ຄົນ, ເສດຖະກິດ- ສັງຄົມ ແລະ ສິ່ງແວດລ້ອມ;
       2. ເຄື່ອນຍ້າຍ ນຳເຂົ້າ, ສົ່ງອອກ, ຂົນສົ່ງສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໂດຍບໍ່ ສອດຄ່ອງກັບລະບຽບກົດໝາຍ ນັບທັງການປອມແປງເອກະສານກ່ຽວກັບສັດ;
       3. ຄ້າຂາຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ປະເພດຫວງຫ້າມ  ຫລື ບໍ່ຖືກ ຕ້ອງ ຕາມລະບຽບກົດໝາຍກຳນົດໄວ້;
       4. ຂ້າ, ຄົວ ແລະ ບໍລິໂພກສັດເຫງົາ, ເຈັບ ຫລື ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດລະບາດສັດ ຫລື ບໍ່ທັນໝົດໄລຍະຂອງສານຕົກຄ້າງ;
       5. ຖິ້ມຊາກ ແລະ ສິ້ນສ່ວນສັດຕາຍ ຕາມສະຖານທີ່ສາທາລະນະ ແລະ ສະຖານທີ່ອື່ນ;
       6. ຂ້າສັດຖືພາມານ ເປັນຕົ້ນ ສັດລາກແກ່ ຫລື ສັດຢູ່ໃນໄລຍະທີ່ນຳໃຊ້ເປັນແນວພັນ;
       7. ໃຫ້ສິນບົນແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
       8. ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດວຽກງານ ຂອງເຈົ້າໜ້າທີ່ ກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ;
       9. ມີການທໍລະມານສັດ ຫລື ການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ;
       10. ລ້ຽງສັດ ໃນເຂດຊຸມຊົນ, ເທດສະບານເມືອງ ແລະ ສະຖານທີ່ ທີ່ບໍ່ຢູ່ໃນເຂດລ້ຽງສັດ;
       11. ປ່ອຍສັດຊະຊາຍ ໃນຊຸມຊົນ, ເທດສະບານເມືອງ ແລະ ຕາມຖະໜົນຫລວງ;
       12. ຈຳໜ່າຍ ຫລື ຊຸກເຊື່ອງ ສັດ ແລະ ຜະລິດຕະພັນສັດ ທີ່ເປັນພະຍາດ ຫລື ຈະເປັນພະຍາດ.

ມາດຕາ 73.  ຂໍ້ຫ້າມສຳລັບພະນັກງານລ້ຽງສັດ, ສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ
      ນອກຈາກຂໍ້ຫ້າມ ທີ່ໄດ້ກຳນົດໄວ້ໃນມາດຕາ 72 ຂອງກົດໝາຍສະບັບນີ້ ຫ້າມພະນັກງານ ລ້ຽງສັດ, ສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ ມີການກະທຳ ດັ່ງນີ້:
       1. ສວຍໃຊ້ສິດ ແລະ ໜ້າທີ່ ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ ຫລື ນາບຂູ່, ຮັບສິນບົນ ຊຶ່ງກໍ່ຄວາມເສັຍຫາຍ ໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ ເນື່ອງມາຈາກວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
       2. ເປີດເຜີຍຄວາມລັບຂອງລັດ ຫລື ທາງລັດຖະການ, ກົດໜ່ວງຖ່ວງດຶງ, ປອມແປງ ເອກະສານ, ຂາດຄວາມຮັບຜິດຊອບ ຕໍ່ວຽກງານການລ້ຽງສັດ ແລະ ການສັດຕະວະແພດ ທີ່ໄດ້ຮັບມອບໝາຍ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 74.  ຫລັກການແກ້ໄຂຂໍ້ຂັດແຍ່ງ
     ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງປະຕິບັດ ຕາມຫລັກການທົ່ວໄປ ຂອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານບໍລິຫານ ແລະ ທາງແພ່ງ ບົນພື້ນຖານ ການປະນິປະນອມກັນ.

ມາດຕາ 75.  ຮູບການແກ້ໄຂຂໍ້ຂັດແຍ່ງ 
     ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ສາມາດດຳເນີນ ດ້ວຍຮູບການ ຕາມລຳດັບ ດັ່ງນີ້:
       1. ການແກ້ໄຂ ໂດຍການປຶກສາຫາລື ຫລື ການປະນິປະນອມກັນ ໂດຍອົງການປົກຄອງບ້ານ ຫລື ໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ;
       2. ການແກ້ໄຂທາງດ້ານບໍລິຫານ ໂດຍອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
       3. ການແກ້ໄຂ ໂດຍຄະນະກຳມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ;
       4. ການແກ້ໄຂ ໂດຍສານປະຊາຊົນ.

ມາດຕາ 76.  ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ
     ຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ທີ່ມີລັກສະນະສາກົນ ໃຫ້ແກ້ໄຂ ຕາມສັນຍາ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ລະບຽບການສາກົນ ທີ່ກ່ຽວຂ້ອງ.

ພາກທີ VII
ການຄຸ້ມຄອງ ແລະ ກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ

ໝວດທີ 1
ການຄຸ້ມຄອງ

ມາດຕາ 77.  ອົງການຄຸ້ມຄອງ
     ລັດຖະບານ ຄຸ້ມຄອງວຽກງານກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ ໂດຍມອບໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນໃຈກາງ ໃນການປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ເປັນຕົ້ນ ຂະແໜງ ການສາທາລະນະສຸກ, ຂະແໜງການອຸດສາຫະກຳ ແລະ ການຄ້າ, ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ, ອົງການຊັບພະຍາກອນ ນ້ຳ ແລະ ສິ່ງແວດລ້ອມ, ສະມາຄົມລ້ຽງສັດ, ສະມາຄົມສັດຕະວະແພດ ແລະ ອົງການປົກຄອງທ້ອງຖິ່ນ.
     ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ປະກອບດ້ວຍ:
       1. ກະຊວງກະສິກຳ ແລະ ປ່າໄມ້;
       2. ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       3. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ.

ມາດຕາ 78.  ສິດ ແລະ ໜ້າທີ່ຂອງກະຊວງກະສິກຳ ແລະ ປ່າໄມ້
     ໃນການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຄົ້ນຄວ້າ ແລະ ຜັນຂະຫຍາຍແນວທາງຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍເປັນແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນຂອບເຂດທົ່ວປະເທດ;
       2. ໂຄສະນາເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ທົ່ວປວງຊົນ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຂອງຂະແໜງການສາຍຕັ້ງ, ສະມາຄົມລ້ຽງສັດ ແລະ ສະມາຄົມສັດຕະວະແພດ ໃນຂອບເຂດທົ່ວປະເທດ;
       4. ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ອະນຸມັດສ້າງຕັ້ງໂຮງ ຮຽນວິຊາຊີບການລ້ຽງສັດ, ໂຮງຮຽນວິຊາຊີບການສັດຕະວະແພດ, ສະຖາບັນຄົ້ນ ຄວ້າວິທະຍາສາດ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ, ຫ້ອງວິໄຈອາ ຫານສັດ, ຫ້ອງວິໄຈພະຍາດສັດ, ບຳລຸງ ແລະ ຍົກລະດັບວິຊາການ ກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ;
       5. ຄົ້ນຄວ້າ ແລະ ມີຄຳເຫັນກ່ຽວກັບການລົງທຶນ ດ້ານກິດຈະການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
       6. ປຸກລະດົມ ຂົນຂວາຍ, ຍາດແຍ່ງ ທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງ ແລະ ນຳໃຊ້ທຶນຮອນເຂົ້າໃນການພັດທະນາວຽກງານການລ້ຽງສັດ ແລະ ການສັດຕະວະແພດ;
       7. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ, ອອກຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ບັນດາມາດຕະການ ແລະ ຂໍ້ຫ້າມ ທີ່ໄດ້ກຳນົດໄວ້ ພ້ອມທັງເປັນເຈົ້າການເບິ່ງແຍງ, ຕິດຕາມ ແລະ ຄວບຄຸມ ຢ່າງເຂັ້ມງວດ;
       8. ປະສານສົມທົບກັບພາກສ່ວນອື່ນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເປັນຕົ້ນ ການສຳຫລວດເກັບກຳຂໍ້ມູນກ່ຽວກັບການລ້ຽງສັດ, ທ່າແຮງ ທາງດ້ານທຳມະຊາດ ເພື່ອກຳນົດເຂດພັດ ທະນາການລ້ຽງສັດ;
       9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບກິດຈະການດ້ານການລ້ຽງສັດ ແລະ ການສັດຕະວະແພດ;
      10. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດ ຕະວະແພດ ໃຫ້ລັດຖະບານ ຢ່າງເປັນປົກກະຕິ.

ມາດຕາ 79.  ສິດ ແລະ ໜ້າທີ່ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ມະຕິຄຳສັ່ງ ແລະ ລະບຽບການກ່ຽວກັບວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       2. ແນະນຳ, ໂຄສະນາ ເຜີຍແຜ່ລະບຽບກົດໝາຍ ແລະ ຂໍ້ມູນຂ່າວສານ ກ່ຽວກັບການ ພັດທະນາວຽກງານ ການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ປະຊາຊົນເຂົ້າ ໃຈເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຂອງຫ້ອງການກະສິກຳ ແລະ ປ່າໄມ້, ສະມາຄົມລ້ຽງສັດ ແລະ ສະມາຄົມສັດຕະວະແພດຂອງ ເມືອງ, ເທດສະບານ;
       4. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ, ຄົ້ນຄວ້າ ແລະ ມີຄຳເຫັນກ່ຽວກັບການລົງທຶນ ດ້ານກິດຈະການ ແລະ ທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ເພື່ອສະເໜີຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ;
       5. ປຸກລະດົມ ຂົນຂວາຍ, ຍາດແຍ່ງ ທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງ ແລະ ນຳໃຊ້ທຶນຮອນເຂົ້າ ໃນການພັດທະນາວຽກງານ ການລ້ຽງສັດ ແລະ ການສັດຕະວະແພດ;
       6. ປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອ່ືນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານການລ້ຽງສັດ ແລະ ການສັດຕະວະແພດ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       7. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພາຍໃນແຂວງ, ນະຄອນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນ ຢ່າງເປັນປົກກະຕິ.

ມາດຕາ 80.  ສິດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຈັດຕັ້ງປະຕິບັດບັນດາ ແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ປະຊາຊົນ ເຂົ້າໃຈ ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຄຸ້ມຄອງ ແລະ ຂຶ້ນທະບຽນສັດລ້ຽງ ຕາມລະບຽບການ ທີ່ໄດ້ກຳນົດໄວ້;
       4. ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ, ຄົ້ນຄວ້າ ແລະ ມີຄຳເຫັນກ່ຽວກັບການລົງທຶນ ດ້ານກິດຈະການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ເພື່ອສະເໜີຕໍ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ພິຈາລະນາ;
       5. ຕິດຕາມ, ຊຸກຍູ້, ນຳພາ ການຈັດຕັ້ງປະຕິບັດ ວຽກງານບໍລິການ ການລ້ຽງສັດ ແລະ ການສັດຕະວະແພດ ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ;
       6. ປະສານສົມທົບວຽກງານ ກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ, ສະມາຄົມລ້ຽງສັດ ແລະ ສະມາຄົມສັດຕະວະແພດ ພາຍໃນເມືອງ, ເທດສະບານ;
       7. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພາຍໃນເມືອງ, ເທດສະບານ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ.

ມາດຕາ 81.  ສິດ ແລະ ໜ້າທີ່ຂອງ ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ
     ໃນການຄຸ້ມຄອງ ວຽກງານການລ້ຽງສັດ ແລະ ການສັດຕະວະແພດໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ມີ ສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້ :
        1. ປະສານງານກັບອົງການປົກຄອງບ້ານ ແລະ ພະນັກງານລ້ຽງສັດ ຫລື ສັດຕະວະແພດເມືອງ ເພື່ອເຜີຍແຜ່ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ, ຈັດຕັ້ງປະຕິບັດ ການຂຶ້ນທະບຽນ ພິມສັດ ແລະ ສັກຢາກັນພະຍາດສັດ ຕາມກຳນົດເວລາ, ໃນແຕ່ລະໄລຍະ ໃຫ້ເປັນປົກກະຕິ ນັບທັງຊ່ວຍສະກັດກັ້ນພະຍາດລະບາດສັດ ພາຍໃນຂອບເຂດບ້ານຂອງຕົນ;
       2. ກວດກາສຸຂະພາບ, ກວດຫາເຊື້ອພະຍາດ, ປິ່ນປົວສັດ ຕາມການຮ້ອງຂໍຂອງຜູ້ລ້ຽງສັດ ແລະ ຜູ້ປະກອບການ ດ້ວຍວິທີການທີ່ຖືກຕ້ອງ;
       3. ເຂົ້າຮ່ວມ ກອງປະຊຸມ, ສຳມະນາ, ຝຶກອົບຮົມ ເພື່ອຍົກລະດັບທາງດ້ານວິຊາການທາງດ້ານການລ້ຽງສັດ ແລະ ການສັດຕະວະແພດ ເປັນແຕ່ລະໄລຍະ;
        4. ເຂົ້າຮ່ວມໃນການໄກ່ເກັ່ຍ ບັນຫາຂອງການລ້ຽງສັດ ແລະການສັດຕະວະແພດ ພາຍໃນບ້ານ;
        5. ບັນທຶກ ຂໍ້ມູນສັດລ້ຽງພາຍໃນບ້ານ: ການເກີດ, ການຕາຍ, ການເກີດພະຍາດ, ການເຄື່ອນຍ້າຍ ແລະ ການຊື້ຂາຍ ເພື່ອຊ່ວຍພະນັກງານເສດຖະກິດຂອງບ້ານ ແລະ ລາຍງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       6. ຕິດຕາມສຸຂະພາບສັດຕ່າງຖິ່ນ ທີ່ນຳເຂົ້າມາລ້ຽງໃໝ່ ໃນບ້ານ;
       7. ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວຽກງານການລ້ຽງສັດ ແລະ ການສັດຕະວະແພດ ພາຍໃນບ້ານ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານ ຢ່າງເປັນປົກກະຕິ.

ມາດຕາ 82.  ສະມາຄົມລ້ຽງສັດ
     ສະມາຄົມລ້ຽງສັດ ແມ່ນ ການຈັດຕັ້ງຂອງຜູ້ລ້ຽງສັດ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ຂອງຜູ້ປະກອບການກ່ຽວກັບການລ້ຽງສັດ ບົນພື້ນຖານການເຫັນດີ ແລະ ພາຍໃຕ້ການຄຸ້ມ ຄອງ ຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ເພື່ອຜົນປະ ໂຫຍດຂອງຜູ້ປະກອບການລ້ຽງສັດ, ສະມາຄົມ ແລະ ສັງຄົມ.
     ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມລ້ຽງສັດ ໄດ້ກຳນົດໄວ້ໃນລະບຽບການ ສະເພາະ.

ມາດຕາ 83.  ສະມາຄົມສັດຕະວະແພດ
     ສະມາຄົມສັດຕະວະແພດ ແມ່ນ ການຈັດຕັ້ງໜຶ່ງທີ່ສ້າງຕັ້ງຂຶ້ນ ດ້ວຍຄວາມສະໝັກໃຈຂອງ ສັດຕະວະແພດ ບົນພື້ນຖານການເຫັນດີ ແລະ ພາຍໃຕ້ການຄຸ້ມຄອງ ຂອງອົງການຄຸ້ມຄອງວຽກ ງານການລ້ຽງສັດ ແລະ ການສັດຕະວະແພດ ເພື່ອຜົນປະໂຫຍດ ຂອງຜູ້ປະກອບການສັດຕະວະແພດ, ສະມາຄົມ ແລະ ສັງຄົມ.
      ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມສັດຕະວະແພດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ໝວດທີ 2
ການກວດກາ

ມາດຕາ 84.  ຈຸດປະສົງຂອງການກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ 
     ການກວດກາການລ້ຽງສັດ ແລະ ການສັດຕະວະແພດ ແມ່ນ ການຕິດຕາມ ຂອງອົງການ ກວດກາ ຕໍ່ການເຄື່ອນໄຫວຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ ລວມທັງການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ເພື່ອໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ.

ມາດຕາ 85.  ອົງການກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ 
     ອົງການກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແມ່ນ ອົງການດຽວກັນ ກັບອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ທີ່ໄດ້ກຳນົດໄວ້ໃນມາດຕາ 77 ຂອງກົດໝາຍສະບັບນີ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງແມ່ນເຈົ້າໜ້າທີ່ສັດຕະວະແພດ ເປັນຜູ້ຈັດຕັ້ງປະຕິບັດ.

ມາດຕາ 86.  ສິດ ແລະ ໜ້າທີ່ຂອງອົງການກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ
     ອົງການກວດກາວຽກງານການລ້ຽງສັດ ແລະ ການສັດຕະວະແພດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍກ່ຽວກັບການລ້ຽງສັດ ແລະການສັດຕະວະແພດ;
       2. ກວດກາກິດຈະການ ລວມທັງ ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
       3. ເຂົ້າຮ່ວມໃນການດຳເນີນການສືບສວນ-ສອບສວນຄະດີກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
       4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອອອກຄຳສັ່ງ ໃຫ້ຢຸດເຊົາການເຄື່ອນໄຫວ ກ່ຽວກັບກິດຈະການ ດ້ານການລ້ຽງສັດ ແລະ ການສັດຕະວະແພດ ຫລື ໂຈະໜ້າທີ່ຕຳແໜ່ງຂອງພະນັກງານລ້ຽງສັດ ແລະ ສັດຕະວະແພດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຖ້າເຫັນວ່າມີການກະທຳ ທີ່ລະເມີດຕໍ່ລະບຽບກົດໝາຍ;
       5. ພົວພັນ, ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ ສິດ ແລະ ໜ້າທີ່ ຂອງຕົນ;
       6. ສະຫລຸບຜົນຂອງການປະຕິບັດວຽກງານການກວດກາ ແຕ່ລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ.

ມາດຕາ 87.  ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ສັດຕະວະແພດ
    ເຈົ້າໜ້າທີ່ສັດຕະວະແພດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
      1. ກວດກາຟາມລ້ຽງສັດ, ໂຮງງານຜະລິດອາຫານສັດ, ບ່ອນຈຳໜ່າຍອາຫານສັດ, ໂຮງງານຂ້າສັດ, ບ່ອນຂ້າສັດຍ່ອຍ, ໂຮງງານຜະລິດ, ຮ້ານຈຳໜ່າຍຢາກັນ ແລະ ປິ່ນປົວພະຍາດສັດ, ຫ້ອງກວດພະຍາດ ຫລື ບ່ອນປິ່ນປົວສັດ, ຫ້ອງວິໄຈພະຍາດສັດ, ຫ້ອງວິໄຈອາຫານສັດ, ດ່ານກວດກາສັດ, ໂຮງງານປຸງແຕ່ງຜະລິດຕະພັນສັດ ແລະ ພາຫະນະຂົນສົ່ງຜະລິດຕະພັນສິນຄ້າ ກ່ຽວກັບສັດ ແລະ ສະຖານທີ່ອື່ນ        ທີ່ດຳເນີນກິດຈະການ ດ້ານການລ້ຽງສັດ ແລະ ການສັດຕະວະແພດ;
      2. ກວດກາການອະນາໄມສະຖານທີ່ ຊື້ ຂາຍສັດ, ຊີ້ນ, ຜະລິດຕະພັນສັດ, ສະຖານທີ່ເກັບມ້ຽນ ແລະ ປຸງແຕ່ງຜະລິດຕະພັນສັດ ເພື່ອຮັບປະກັນທາງດ້ານສຸຂານາໄມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ໂດຍມີການປະສານສົມທົບ ກັບຂະແໜງ ການອື່ນ ທີ່ກ່ຽວຂ້ອງ;
      3. ກວດກາ ແລະ ເກັບສິ້ນສ່ວນຕົວຢ່າງ ເພື່ອນຳໄປວິໄຈ ຕາມລະບຽບການ ໃນກໍລະນີ ທີ່ສົງໄສວ່າ ສັດ ແລະ ຜະລິດຕະພັນສັດ ຕິດເຊື້ອພະຍາດ ຫລື ປົນເປື້ອນດ້ວຍເຊື້ອພະຍາດຮ້າຍແຮງ;
      4. ກັກສັດ, ຊີ້ນ ແລະ ຜະລິດຕະພັນສັດ ຊົ່ວຄາວ ເມື່ອເຫັນວ່າການປະກອບເອກະສານບໍ່ຖືກຕ້ອງ ຫລື ບໍ່ຄົບຖ້ວນ ຫລື ສົງໄສວ່າ ມີການຕິດເຊື້ອພະຍາດ ຫລື ປົນ ເປື້ອນດ້ວຍເຊື້ອພະຍາດຮ້າຍແຮງ ເພື່ອລໍຖ້າຜົນຂອງການວິໄຈ;
      5. ສະເໜີໃຫ້ຜູ້ຖືກກວດກາ ໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
      6. ປະຕິບັດມາດຕະການກ່ຽວກັບການກວດກາ ເຊັ່ນ: ການເຂົ້າກວດຄົ້ນສະຖານທີ່, ສັ່ງໂຈະການດຳເນີນກິດຈະການຊົ່ວຄາວ ໃນກໍລະນີຈຳເປັນ, ອອກຄຳສັ່ງ ບໍ່ໃຫ້ ເຄື່ອນຍ້າຍເປົ້າໝາຍ ທີ່ຈະທຳການກວດກາ;
      7. ນຳໃຊ້ມາດຕະການ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການລ້ຽງສັດ ແລະ ການ ສັດຕະວະແພດ ຕາມຄວາມຮັບຜິດຊອບຂອງຕົນ;
      8. ຍຶດຂອງກາງ, ສະເໜີໃຫ້ກັກຕົວຜູ້ລະເມີດ ແລະ ປະກອບສຳນວນຄະດີ ຍື່ນຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນຄະດີ ຕາມລະບຽບກົດໝາຍ.

ມາດຕາ 88.  ຮູບການກວດກາ
     ການກວດກາ ມີ ສາມ ຮູບການ ດັ່ງນີ້:
       1. ການກວດກາຕາມລະບົບປົກກະຕິ;
       2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
       3. ການກວດກາແບບສຸກເສີນ.
      ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຊຶ່ງໄດ້ແບ່ງຂັ້ນຄຸ້ມຄອງ ທີ່ມີລັກສະນະ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
      ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາ ຕາມແຜນການທີ່ໄດ້ກຳນົດໄວ້ແຕ່ລະໄລຍະ.
ການກວດກາແບບສຸກເສີນ ແມ່ນ ການກວດກາສະເພາະກິດ ກ່ຽວກັບບັນຫາໃດໜຶ່ງຢ່າງ ຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ລ່ວງໜ້າ.

ພາກທີ VIII
ວັນສັກຢາກັນພະຍາດສັດແຫ່ງຊາດ, ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 89.  ວັນສັກຢາກັນພະຍາດສັດແຫ່ງຊາດ
     ລັດກຳນົດເອົາ ວັນທີ 11 ພະຈິກ ເປັນວັນສັກຢາກັນພະຍາດສັດແຫ່ງຊາດ ເພື່ອປູກຈິດສຳນຶກ ໃຫ້ປະຊາຊົນ ແລະ ສັງຄົມ ເອົາໃຈໃສ່ການກັນ ແລະ ຮັກສາສຸຂະພາບສັດລ້ຽງ ບໍ່ໃຫ້ເກີດ ແລະ ຕິດພະຍາດ ພ້ອມທັງເປັນການພັດທະນາ ການລ້ຽງສັດຂອງປະຊາຊົນ ແລະ ການສັດຕະວະແພດ ໃຫ້ມີການຂະຫຍາຍຕົວຂຶ້ນ.

ມາດຕາ 90.  ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ
     ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ມີ ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ ເປັນຂອງຕົນເອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ໂດຍແມ່ນກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 91.  ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປະຕິບັດວຽກງານພັດທະນາ, ຄຸ້ມຄອງການລ້ຽງສັດ ແລະ ການສັດຕະວະແພດ, ການກັນ, ການຄວບຄຸມ, ການກຳຈັດພະຍາດສັດ ແລະ ການຄົ້ນຄວ້າາທົດລອງ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມຄວາມເໝາະສົມ.

ມາດຕາ 92.  ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ດຳເນີນທາງແພ່ງ ຫລື ທາງອາຍາ ຕາມກໍລະນີ ເບົາ ຫລື ໜັກ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 93.  ມາດຕະການສຶກສາອົບຮົມ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ແລະ ຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າຕ່ຳກວ່າ ຫ້າຮ້ອຍພັນກີບ ແຕ່ຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບຕໍ່ການກະທຳ ທີ່ບໍ່ຖືກຕ້ອງຂອງຕົນ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ ແລະ ສົ່ງຊັບສິນ ຫລື ຂອງກາງ ທີ່ໄດ້ມາ ໂດຍບໍ່ຖືກຕ້ອງນັ້ນຄືນຄົບຖ້ວນ.

ມາດຕາ 94.  ມາດຕະການທາງວິໄນ
     ພະນັກງານ ແລະ ເຈົ້າໜ້າທີ່ ທີ່ໄດ້ລະເມີດ ລະບຽບກົດໝາຍກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ແລະ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າຕ່ຳກວ່າ ຫ້າຮ້ອຍພັນກີບ ແຕ່ຫາກບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກ ຈາກຄວາມຜິດຂອງຕົນ ຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕື່ອນຄວາມຜິດ ໂດຍບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດ ຂອງຜູ້ກ່ຽວ;
       2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
       3. ປົດຕຳແໜ່ງ ຫລື ຍົກຍ້າຍໄປຮັບໜ້້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ້ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຄົບຖ້ວນ.

ມາດຕາ 95.  ມາດຕະການປັບໃໝ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ແລະ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດ ທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າແຕ່ ຫ້າຮ້ອຍພັນກີບຂຶ້ນໄປ ຈະຖືກປັບໃໝເທົ່າ ຕົວຂອງມູນຄ່າ ຂອງຄວາມເສັຍຫາຍທັງໝົດ.
     ໃນກໍລະນີ ທີ່ມີການລະເມີດເປັນຄັ້ງທີສອງ ຫລື ເປັນອາຈິນ ຈະຖືກປັບໃໝ ສອງເທົ່າຕົວ ຂອງມູນຄ່າຂອງຄວາມເສັຍຫາຍທັງໝົດ ພ້ອມທັງຮິບຊັບສິນ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ເປັນຂອງລັດ.

ມາດຕາ 96.  ມາດຕະການທາງອາຍາ
     ບຸກຄົນ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ ລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ.

ມາດຕາ 97.  ມາດຕະການໂທດເພີ່ມ
     ນອກຈາກໂທດຕົ້ນຕໍ ທີ່ໄດ້ກ່າວໄວ້ໃນມາດຕາ 96 ເທິງນີ້ແລ້ວ ຜູ້ກະທຳຜິດຍັງຈະຖືກປະຕິບັດ ມາດຕະການໂທດເພີ່ມ ເຊັ່ນ: ໂຈະ ຫລື ຖອນໃບອະນຸຍາດ ໃນການດຳເນີນທຸລະກິດ ກ່ຽວກັບ ການລ້ຽງສັດ ຫລື ການສັດຕະວະແພດ.

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 98.  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

 

ມາດຕາ 99.  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງຮ້ອຍແປດສິບວັນ ນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ. 
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 
        ປະທານສະພາແຫ່ງຊາດ

 

ພະຍາດລະບາດສັດ ໃນບັນຊີ ກ ຂອງອົງການພະຍຸສັດສາກົນ
(Office International des Epizooties (OIE)) ແລະ ພະຍາດສັດທີ່ຈຳເປັນຕ້ອງແຈ້ງ

ລາຍຊື່ພະຍາດສັດ ໃນບັນຊີ ກ ຂອງອົງການພະຍຸສັດສາກົນ ແລະ ພະຍາດສັດທີ່ ຈຳເປັນຕ້ອງແຈ້ງ ມີ ດັ່ງນີ້:

ພະຍາດປາກເປື່ອຍລົງເລັບ

ພະຍາດຕຸ່ມພອງປາກອັກເສບ

ພະຍາດຕຸ່ມພອງໝູ

ພະຍາດອະຫິວາງົວຄວາຍ

ພະຍາດເຍື່ອຫຸ້ມປອດອັກເສບງົວຄວາຍຕິດແປດ

ພະຍາດອະຫິວາສັດຄ້ຽວເອື້ອງນ້ອຍ

ພະຍາດໜັງອັກເສບຕິດແປດ

ພະຍາດໄຂ້ຂື້ນສູງ ຣີບວາເລ

ພະຍາດລີ້ນກ່ຳ

ພະຍາດໝາກສຸກແກະແບ້

ພະຍາດໄຂ້ມ້າອາຟຣິກກາ

ພະຍາດອະຫິວາໝູ

ພະຍາດໄຂ້ຫວັດສັດປີກ

ພະຍາດນິວຄາເຊີນ

ພະຍາດໄຂ້ເລືອດດຳ

ພະຍາດວໍ້  

ພະຍາດເຕົ້າໂຮມເລືອດງົວຄວາຍ

ພະຍາດງົວບ້າ

 

 

 

 

 

 

 

 

 

 

 

 

Foot and Mouth Disease

Vesicular Stomatitis

Swine Vesicular Disease

Rinderpest

Contagious Bovine Pleuropneumonia

Peste des Petits Ruminants

Lumpy Skin Disease

Rift Valley Fever

Blue tongue

Sheep and Goats Pox,

African Horse Sickness

Classical Swine Fever

Highly Pathogenic Avian Influenza

Newcastle Disease

Anthrax

Rabies

Haemorrhagic Septicaemia

Bovine Spongiform Encephalopathy