ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍ ວ່າ​ດ້ວຍ​ຊົນ​ລະ​ປະ​ທານ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 14-12-2012
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 26 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 14 ທັນ​ວາ  2012

ກົດໝາຍ
ວ່າດ້ວຍ ຊົນລະປະທານ
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ, ກວດກາ ການດຳເນີນກິດຈະການຊົນລະປະທານ ເພື່ອເຮັດໃຫ້ວຽກງານຊົນລະປະ ທານ ເປັນຕົ້ນ ການກໍ່ສ້າງຊົນລະປະທານ ທຸກປະເພດ ແລະ ທຸກຂະໜາດ ມີຄຸນນະພາບ, ມີປະສິດທິຜົນ, ຖືກຕ້ອງຕາມ ມາດຕະຖານເຕັກນິກ ແລະ ລະບຽບກົດໝາຍ ແນໃສ່ຮັບປະກັນ ການສະໜອງນ້ຳ, ປ້ອງກັນໄພແຫ້ງແລ້ງ, ໄພນ້ຳຖ້ວມ, ຫຼຸດຜ່ອນຄວາມເສັຍຫາຍ ໃຫ້ແກ່ການຜະລິດກະສິກຳ ປະກອບ ສ່ວນເຂົ້າໃນການຄ້ຳປະກັນສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ.

ມາດຕາ 2  ຊົນລະປະທານ
     ຊົນລະປະທານ ແມ່ນ ລະບົບການສະໜອງນ້ຳ ແລະ ການລະບາຍນ້ຳ ເພື່ອການຜະລິດກະສິກຳ ຊຶ່ງປະກອບດ້ວຍ ລະບົບຫົວງານ, ລະບົບຫົດ ປ້ອງກັນແລ້ງ ແລະ ລະບົບປ້ອງກັນນ້ຳຖ້ວມ.

ມາດຕາ 3  ການອະທິບາຍຄຳສັບ
     ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ຫົວງານ ໝາຍເຖິງ ເຂື່ອນ, ອ່າງເກັບນ້ຳ, ຝາຍນ້ຳລົ້ນ, ທາງລະບາຍນ້ຳລົ້ນ, ຈັກສູບນ້ຳ, ປະຕູນ້ຳ ທີ່ສົ່ງນ້ຳຜ່ານອ່າງຜ່ອນກຳລັງນ້ຳ ສູ່ຄອງເໝືອງແມ່ ແລະ ເຮືອນຈັກໄຟຟ້ານ້ຳຕົກຂະໜາດນ້ອຍ;
       2. ເຂື່ອນ ໝາຍເຖິງ ສິ່ງກໍ່ສ້າງທີ່ສ້າງຕັນທາງແລວນ້ຳ ເພື່ອຍົກລະດັບນ້ຳໃຫ້ສູງຂຶ້ນ ແນໃສ່ ກັກນ້ຳ ເປັນອ່າງເກັບນ້ຳ ແລະ ອວ່າຍນ້ຳເຂົ້າສູ່ເນື້ອທີ່ການຜະລິດ;
       3. ທາງລະບາຍນ້ຳລົ້ນ ໝາຍເຖິງ ສິ່ງກໍ່ສ້າງທີ່ສຳຄັນ ເພື່ອລະບາຍນ້ຳອອກຈາກອ່າງເກັບນ້ຳ, ບໍ່ໃຫ້ລະດັບນ້ຳໃນອ່າງ ສູງຂຶ້ນລົ້ນຜ່ານສັນເຂື່ອນ ເພື່ອຮັບປະກັນຄວາມປອດໄພຂອງຕົວເຂື່ອນ;
       4. ຝາຍນ້ຳລົ້ນ ໝາຍເຖິງ ຝາຍທີ່ສ້າງຂຶ້ນຕັນແລວນ້ຳ ເພື່ອຍົກລະດັບໃຫ້ນ້ຳສູງຂຶ້ນ, ໄຫຼ ລົ້ນສັນຝາຍໄດ້ ຕາມເຕັກນິກການອອກແບບ ແລະ ສາມາດໄຫຼເຂົ້າປະຕູນ້ຳປາກຄອງເໝືອງຕາມ ຄວາມຕ້ອງການ;
       5. ປະຕູນ້ຳ ໝາຍເຖິງ ສິ່ງກໍ່ສ້າງທີ່ສ້າງຂຶ້ນ ເພື່ອຄວບຄຸມກະແສໄຫຼຂອງນ້ຳດ້ວຍລະບົບປະຕູ ປິດ-ເປີດ ສົ່ງນ້ຳ ໄປສູ່ອ່າງຜ່ອນກຳລັງນ້ຳ ແລະ ຄອງເໝືອງແມ່;
       6. ອ່າງຜ່ອນກຳລັງນ້ຳ ໝາຍເຖິງ ສິ່ງກໍ່ສ້າງທີ່ສ້າງຂຶ້ນ ເພື່ອຫຼຸດຜ່ອນກຳລັງແຮງຂອງນ້ຳ ກ່ອນໄຫຼເຂົ້າສູ່ ຄອງເໝືອງແມ່ ແລະ ແມ່ນ້ຳລຳເຊທຳມະຊາດ ທັງປ້ອງກັນການເຊາະເຈື່ອນ;
       7. ລະບົບຫົດ ໝາຍເຖິງ ລະບົບຄອງເໝືອງແມ່, ຄອງຂັ້ນສອງ, ຄອງຂັ້ນສາມ ແລະ ຄອງຄັນນາຄູ່ ເພື່ອສົ່ງນ້ຳໄຫຼເຂົ້າສູ່ໄຮ່ນາ;
       8. ຄອງເໝືອງແມ່ ໝາຍເຖິງ ຄອງເໝືອງທີ່ສົ່ງນ້ຳໃຫ້ບັນດາຄອງຂັ້ນສອງ ຫຼື ຄອງຂັ້ນ ສາມ;
       9. ຄອງເໝືອງຂັ້ນສອງ ໝາຍເຖິງ ຄອງເໝືອງທີ່ແຍກມາຈາກຄອງເໝືອງແມ່ ເພື່ອສົ່ງນ້ຳໃຫ້ບັນດາຄອງຂັ້ນສາມ;
       10. ຄອງເໝືອງຂັ້ນສາມ ໝາຍເຖິງ ຄອງເໝືອງທີ່ແຍກອອກຈາກຄອງເໝືອງຂັ້ນສອງ ຫຼື ຈາກຄອງເໝືອງແມ່ ເພື່ອສົ່ງນ້ຳເຂົ້າຄອງຄັນນາຄູ່;
       11. ຄອງຄັນນາຄູ່ ໝາຍເຖິງ ຄອງເໝືອງທີ່ແຍກອອກຈາກຄອງເໝືອງຂັ້ນສາມ ເພື່ອສົ່ງນ້ຳເຂົ້າໄຮ່ນາ ຂອງຊາວກະສິກອນ ຫຼື ຄອງລະດັບໄຮ່ນາ ຊຶ່ງແມ່ນຊາວກະສິກອນເປັນຜູ້ກໍ່ສ້າງເອົາເອງ ເພື່ອຄວບຄຸມນ້ຳໄຫຼເຂົ້າສູ່ໄຮ່ນາ ແລະ ລະບາຍນ້ຳ ອອກຕາມ ຄວາມຕ້ອງການຂອງພືດ ແຕ່ລະຊະນິດ;
       12. ອາຄານຕາມຄອງເໝືອງ ໝາຍເຖິງ ບັນດາອາຄານ ຊຶ່ງປະກອບດ້ວຍ ປະຕູນ້ຳ, ອາຄານແບ່ງນ້ຳ, ອາຄານຍົກນ້ຳ, ອາຄານລະບາຍນ້ຳຂ້າງຄອງ ບໍ່ໃຫ້ນ້ຳໄຫຼລົ້ນຜ່ານສັນຄອງເໝືອງ, ອາຄານ ຕັນນ້ຳຢູ່ທ້າຍຄອງ, ທໍ່ລອດຄອງເໝືອງ ແລະ ຂົວຂ້າມຄອງເໝືອງ;
       13. ຄອງລະບາຍ ໝາຍເຖິງ ຄອງເໝືອງທີ່ມີລະດັບຕ່ຳກວ່າລະບົບຄອງຫົດ ຊຶ່ງສ້າງຂຶ້ນ ເພື່ອລະບາຍນ້ຳ ທີ່ເກີນຄວາມຕ້ອງການ ຫຼື ຖ້ວມຂັງເນື້ອທີ່ການຜະລິດກະສິກຳໃຫ້ໄຫຼໄປສູ່ຄອງລະບາຍ ແມ່ ໄຫຼຜ່ານປະຕູນ້ຳ ຫຼື ສູບອອກສູ່ຫ້ວຍນ້ຳລຳເຊທຳມະຊາດ ເພື່ອຫຼີກເວັ້ນຜົນກະທົບຕໍ່ຜົນຜະລິດກະສິກຳ ແລະ ສິ່ງແວດລ້ອມ;
       14. ລະບົບປ້ອງກັນນ້ຳຖ້ວມ ແລະ ການລະບາຍນ້ຳຖ້ວມຂັງເນື້ອທີ່ກະສິກຳ ໝາຍເຖິງ ຄູປ້ອງກັນ ນ້ຳຖ້ວມ, ປະຕູກັນນ້ຳ ທາງນອກບໍ່ໃຫ້ໄຫຼເຂົ້າຖ້ວມເນື້ອທີ່ກະສິກຳ, ລະບົບຄອງລະບາຍໄຫຼປ່ອງໃສ່ຄອງລະບາຍແມ່ ແລະ ສະຖານີຈັກສູບນ້ຳ ເພື່ອລະບາຍນ້ຳ ອອກສູ່ແມ່ນ້ຳລຳເຊ ບໍ່ໃຫ້ມີນ້ຳຖ້ວມຂັງເນື້ອທີ່ກະສິກຳໃນລະດູຝົນ;
       15. ຊົນລະກະເສດ ໝາຍເຖິງ ການຜະລິດກະເສດສຸມໃນເຂດຊົນລະປະທານ ດ້ວຍການນຳໃຊ້ ເຕັກນິກວິທະຍາສາດ;
       16. ເຂດຊົນລະປະທານ ໝາຍເຖິງ ຂອບເຂດເນື້ອທີ່ດິນຊົນລະປະທານ ຊຶ່ງປະກອບດ້ວຍ ທີ່ດິນຫົວງານ, ເນື້ອທີ່ຮັບນ້ຳ, ອ່າງເກັບນ້ຳ, ລະບົບຄອງຫົດ, ລະບົບຄອງລະບາຍ ແລະ ເຂດເນື້ອທີ່ດິນ ທີ່ລະບົບຊົນລະປະທານ ສາມາດສະໜອງນ້ຳໄດ້ໃນປັດຈຸບັນ ແລະ ເນື້ອທີ່ຂະຫຍາຍຕໍ່ໄປ ຕາມການສຶກສາ, ສຳຫຼວດ-ອອກແບບ ໂດຍມີຫຼັກເຂດກັນຊົນ ກຳນົດໄວ້;
       17. ຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ ໝາຍເຖິງ ຄະນະຮັບຜິດຊອບຄຸ້ມຄອງ ແລະ ນຳໃຊ້ ໂຄງການຊົນລະປະທານ ຂະໜາດໃຫຍ່ ແລະ ຂະໜາດກາງ;
       18. ຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ  ໝາຍເຖິງ ຄະນະຮັບຜິດຊອບຄຸ້ມຄອງ ແລະນຳໃຊ້ບັນດາໂຄງການ ຊົນລະປະທານຂະໜາດນ້ອຍ;
       19. ລາຄາຫົວໜ່ວຍຊົນລະປະທານ ໝາຍເຖິງ ຄ່າໃຊ້ຈ່າຍຕໍ່ໜ້າວຽກໃດໜຶ່ງ ຊຶ່ງຄິດໄລ່ ຕາມຫົວໜ່ວຍວັດແທກ ເປັນກິໂລແມັດ, ເຮັກຕາ, ແມັດກ້ອນ, ຕາແມັດ, ແມັດຍາວ, ຊຸດ ແລະ ອື່ນໆ ຕາມຫຼັກວິຊາການ;
       20. ການກໍ່ສ້າງ ແລະ ຕິດຕັ້ງ ໝາຍເຖິງ ການກໍ່ສ້າງຫົວງານ, ລະບົບຄອງ ລວມທັງການປະ ກອບອຸປະກອນຕ່າງໆ ເຊັ່ນ: ຈັກສູບນ້ຳ, ລະບົບໄຟຟ້າ, ເຮືອແພ, ທໍ່ສົ່ງນ້ຳ, ປະຕູນ້ຳ, ການປະກອບ ແຜ່ນເບຕົງສຳເລັດຮູບ ຕາມບັນດາຄອງເໝືອງ ແລະ ກິດຈະການອື່ນ ທີ່ພົວພັນກັບກິດຈະການ ຊົນລະປະທານ;
       21. ການຟື້ນຟູ, ສ້ອມແປງ ໝາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ເປ່ເພ ແລະ ຊຸດໂຊມ ຂອງສິ່ງກໍ່ສ້າງຜ່ານມາ ໃຫ້ຄືນສູ່ປົກກະຕິ, ສາມາດນຳໃຊ້ໄດ້ ທັງຍົກລະດັບ ໃຫ້ເປັນທັນສະໄໝ ເພື່ອ ຂະຫຍາຍເນື້ອທີ່ຫົດ ຕື່ມອີກ;
       22. ການຕໍ່ເຕີມ ໝາຍເຖິງ ການຂະຫຍາຍເນື້ອທີ່ ຕາມການອອກແບບ ແລະ ບໍລິມາດ ຂອງສິ່ງກໍ່ສ້າງ ເຊັ່ນ ການຍົກລະດັບສັນເຂື່ອນ, ການເພີ່ມຈັກສູບນ້ຳ, ການຂະຫຍາຍລະບົບຄອງຫົດ, ອາຄານແບ່ງນ້ຳ, ຄອງລະບາຍ ແລະ ອື່ນໆ ດ້ວຍການຫັນໄປສູ່ທັນສະໄໝ ເທື່ອລະກ້າວ;
       23. ຊົນລະປະທານປວງຊົນ ໝາຍເຖິງ ຊົນລະປະທານ ທີ່ປະຊາຊົນ ລວມທັງຄອບຄົວ ເປັນເຈົ້າການສ້າງຂຶ້ນເອງ ໂດຍນຳໃຊ້ວັດຖຸທ້ອງຖິ່ນ ເຊັ່ນ ກົງພັດນ້ຳ, ຝາຍໄມ້, ຝາຍກວຍຫີນ, ການ ນຳໃຊ້ທໍ່ເຮັດຮາງລິນ, ນຳໃຊ້ນ້ຳໃຕ້ດິນ, ໜອງສະ ແລະ ອື່ນໆ;
       24. ການແຈກຢາຍນ້ຳຊົນລະປະທານແບບຮອບວຽນ ໝາຍເຖິງ ການແຈກຢາຍນ້ຳ ຢ່າງມີແຜນການ ແລະ ປະຢັດ ດ້ວຍການໝູນວຽນນຳໃຊ້ນ້ຳປະຈຳອາທິດ ຂອງຄອງເໝືອງຂັ້ນສອງແຕ່ລະເຂດ.

ມາດຕາ 4  ນະໂຍບາຍກ່ຽວກັບວຽກງານຊົນລະປະທານ
     ລັດ ຊຸກຍູ້, ສົ່ງເສີມທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າ ໃສ່ກິດຈະການຊົນລະປະທານ ລວມທັງການສ້າງຊົນລະກະເສດຄົບວົງຈອນ ແນໃສ່ຫັນເປັນອຸດສາຫະກຳ ແລະ ທັນສະໄໝ  ຕາມທ່າແຮງຕົວຈິງຂອງຜູ້ປະກອບການ ບົນພື້ນຖານຫຼັກການທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ້.
     ລັດ ສົ່ງເສີມໃຫ້ນຳໃຊ້ນ້ຳຈາກທ້າຍເຮືອນຈັກໄຟຟ້ານ້ຳຕົກ ຫຼື ຈາກອ່າງເກັບນຳ້ຂອງເຂື່ອນໄຟຟ້ານ້ຳຕົກ ດ້ວຍລະບົບໄຫຼເອງ, ສົ່ງເສີມວຽກງານຊົນລະປະທານ ດ້ວຍການໃຫ້ບຸລິມະສິດດ້ານພາສີ, ອາກອນ ແລະ ລາຄາ ທີ່ຕິດພັນກັບກິດຈະການຊົນລະປະທານ ຕາມລະບຽບກົດໝາຍ.
     ລັດ ປຸກລະດົມ, ດຶງດູດ ໃຫ້ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານຊົນລະປະທານ ຢ່າງກວ້າງຂວາງ ດ້ວຍການອຳນວຍຄວາມສະດວກ ໃນການເຂົ້າເຖິງແຫຼ່ງທຶນ ແລະ ສິນເຊື່ອດອກເບ້ຍຕ່ຳ.

ມາດຕາ 5  ຫຼັກການກ່ຽວກັບວຽກງານຊົນລະປະທານ
     ວຽກງານຊົນລະປະທານ ດຳເນີນຕາມຫຼັກການພື້ນຖານ ດັ່ງນີ້:
       1. ຮັບປະກັນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ;
       2. ຮັບປະກັນມາດຕະຖານເຕັກນິກ, ຄຸນນະພາບ ຂອງການນຳໃຊ້ຊົນລະປະທານ ຢ່າງຍາວນານ;
       3. ນຳໃຊ້ນ້ຳ ຢ່າງປະຢັດ, ມີປະສິດທິຜົນ ໂດຍການມີສ່ວນຮ່ວມຂອງຊາວກະສິກອນ ແລະ ຜູ້ປະກອບການ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ;
       4. ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ໂຄງການຊົນລະປະທານ  ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ທັງຮັບປະກັນຜົນປະໂຫຍດຂອງລັດ, ລວມໝູ່, ການຈັດຕັ້ງ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ ຕາມລະບຽບກົດໝາຍ;
       5. ໃຫ້ມີການຈັດຕັ້ງຮັບຜິດຊອບ, ມີງົບປະມານ, ມີນິຕິກຳຮອງຮັບ ແລະ ມີຫຼັກໝາຍເຂດ ຊົນລະປະທານ ໃນການຄຸ້ມຄອງ ແລະ ນຳໃຊ້ໂຄງການຊົນລະປະທານ.

ມາດຕາ 6  ພັນທະໃນການປົກປັກຮັກສາຊັບພະຍາກອນທຳມະຊາດ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການຊົນລະປະທານ ລວມທັງພົນລະເມືອງທຸກຄົນ ລ້ວນແຕ່ມີພັນທະໃນການປ້ອງກັນ, ປົກປັກຮັກສາ, ອະນຸລັກ ຊັບພະຍາກອນທຳມະຊາດ ເປັນຕົ້ນ ປ່າໄມ້, ຊີວະນາໆພັນ ໃນບໍລິເວນເນື້ອທີ່ຮັບນ້ຳ, ອ່າງເກັບນ້ຳ ແລະ ແຫຼ່ງນ້ຳ, ປ້ອງກັນບໍ່ໃຫ້ຕື້ນເຂີນ, ບົກແຫ້ງ, ປາສະຈາກມົນລະພິດ ແລະ ນຳຜົນເສັຍຫາຍ ໃຫ້ແກ່ນ້ຳຊົນລະປະທານ ແລະ ຊັບພະຍາກອນນ້ຳ ເພື່ອເຮັດໃຫ້ນ້ຳຊົນລະປະທານ ສະອາດ ແລະ ນຳໃຊ້ໄດ້ຢ່າງຍືນຍົງ.

ມາດຕາ 7  ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ກ່ຽວກັບການດຳເນີນກິດຈະການຊົນລະປະທານ ຢູ່ ສປປ ລາວ.

ມາດຕາ 8  ການຮ່ວມມືສາກົນ
     ລັດ ສົ່ງເສີມ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ, ອະນຸພາກພື້ນ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານຊົນລະປະທານ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ ແລະ ເຕັກໂນໂລຊີ, ການບຳລຸງ ກໍ່ສ້າງ, ຍົກລະດັບດ້ານວິຊາການ ໃຫ້ແກ່ພະນັກງານ, ການຍາດແຍ່ງການຊ່ວຍເຫຼືອ, ກູ້ຢືມ ແລະ ການຮ່ວມມືດ້ານການລົງທຶນ ແລະ ການນຳເອົາບົດຮຽນທີ່ກ້າວໜ້າ ແລະ ຜົນສຳເລັດຂອງການສຶກສາຄົ້ນຄວ້າທົດລອງວິທະຍາສາດຊົນລະປະທານມາໝູນໃຊ້ ເພື່ອເຮັດໃຫ້ວຽກງານຊົນລະປະທານ ຢູ່ ສປປ ລາວ ມີຄວາມກ້າວໜ້າ ແລະ ທັນສະໄໝ.

ພາກທີ II
ກິດຈະການຊົນລະປະທານ

ໝວດທີ 1
ປະເພດ ແລະ ຂະໜາດຊົນລະປະທານ

ມາດຕາ 9  ປະເພດຊົນລະປະທານ
     ຊົນລະປະທານ ຢູ່ ສປປ ລາວ ມີ ສອງ ປະເພດ ດັ່ງນີ້:
       1. ຊົນລະປະທານ ແບບໄຫຼເອງ;
       2. ຊົນລະປະທານ ແບບໃຊ້ຈັກສູບນ້ຳ.

ມາດຕາ 10  ຊົນລະປະທານແບບໄຫຼເອງ
     ຊົນລະປະທານແບບໄຫຼເອງ ແມ່ນ ຊົນລະປະທານ ຊຶ່ງມີແຫລ່ງນ້ຳ, ທີ່ຕັ້ງຂອງຫົວງານ ສູງກວ່າລະດັບເນື້ອທີ່ກະສິກຳ.

ມາດຕາ 11  ຊົນລະປະທານແບບໃຊ້ຈັກສູບນ້ຳ
     ຊົນລະປະທານແບບໃຊ້ຈັກສູບນ້ຳ ແມ່ນ ຊົນລະປະທານ ຊຶ່ງມີແຫຼ່ງນ້ຳ, ທີ່ຕັ້ງຂອງຫົວງານ ຕ່ຳກວ່າລະດັບເນື້ອທີ່ກະສິກຳ ຊຶ່ງຕ້ອງໄດ້ນຳໃຊ້ຈັກສູບນ້ຳ.

ມາດຕາ 12 ຂະໜາດຊົນລະປະທານ
     ຊົນລະປະທານ ແບ່ງອອກເປັນ ສີ່ ຂະໜາດ ດັ່ງນີ້:
       1. ຊົນລະປະທານຂະໜາດໃຫຍ່ ແມ່ນ ຊົນລະປະທານ ທີ່ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດ ໄດ້ຫຼາຍກວ່າ ໜຶ່ງພັນ ເຮັກຕາ ຂຶ້ນໄປ;
       2. ຊົນລະປະທານຂະໜາດກາງ ແມ່ນ ຊົນລະປະທານ ທີ່ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດໄດ້ຫຼາຍກວ່າ ໜຶ່ງຮ້ອຍ ຫາ ໜຶ່ງພັນ ເຮັກຕາ;
       3. ຊົນລະປະທານຂະໜາດນ້ອຍ ແມ່ນ ຊົນລະປະທານ ທີ່ສາມາດສະໜອງນ້ຳໃຫ້ເນື້ອ ທີ່ການຜະລິດ ໄດ້ຫຼາຍກວ່າ ສິບ ຫາ ໜຶ່ງຮ້ອຍ ເຮັກຕາ;
       4. ຊົນລະປະທານປວງຊົນ ແມ່ນ ຊົນລະປະທານ ທີ່ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດໄດ້ແຕ່ ສິບ ເຮັກຕາ ລົງມາ.

ມາດຕາ 13  ກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍຊົນລະປະທານ
     ກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍຊົນລະປະທານ ແມ່ນ ມາດຕະຖານ ທາງດ້ານຫຼັກການ ວິຊາການ ກ່ຽວກັບວຽກງານຊົນລະປະທານ ເພື່ອເປັນບ່ອນອີງ ໃນການຂຶ້ນແຜນງົບປະມານ, ຕິດຕາມ, ກວດກາ, ປະເມີນຜົນໂຄງການ ແລະ ນຳໃຊ້ເຂົ້າໃນກິດຈະການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້.
     ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍຊົນລະປະທານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ ເພື່ອນຳສະເໜີລັດຖະບານ ພິຈາລະນາຮັບຮອງ.

ມາດຕາ 14 ກິດຈະການຊົນລະປະທານ
     ກິດຈະການຊົນລະປະທານ ມີ ດັ່ງນີ້:
       1. ການສຶກສາໂຄງການ;
       2. ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ;
       3. ການກໍ່ສ້າງໂຄງການ;
       4. ການນຳໃຊ້ ແລະ ຟື້ນຟູ ສ້ອມແປງໂຄງການ;
       5. ການແບ່ງຂັ້ນຄຸ້ມຄອງກິດຈະການໂຄງການ.

ໝວດທີ 2
ການສຶກສາໂຄງການຊົນລະປະທານ

ມາດຕາ 15 ການສຶກສາໂຄງການ
     ການສຶກສາໂຄງການຊົນລະປະທານ ປະກອບດ້ວຍ ສາມ ຂັ້ນຕອນ ດັ່ງນີ້:
       1. ການສຶກສາເບື້ອງຕົ້ນ ຊຶ່ງແມ່ນ ການສຶກສາໃນແຜນທີ່ ກ້າວໄປເຖິງການສຶກສາຄວາມເປັນໄປໄດ້;
       2. ການສຶກສາຄວາມເປັນໄປໄດ້ ຊຶ່ງແມ່ນ ການສຶກສາຕາມຫຼັັກການທາງດ້ານວິຊາການ ຢ່າງເປັນລະບົບຄົບຊຸດ ທາງດ້ານພູມສາດ, ເນື້ອທີ່ຫົດ, ທໍລະນີສາດ, ອຸທົກກະສາດ, ອຸຕຸກະເສດ, ເສດຖະກິດ-ສັງຄົມ ແລະ ລັກສະນະໂຄງການ;
       3. ການສຶກສາລະອຽດ ຊຶ່ງແມ່ນ ການສຶກສາ ຄວາມເປັນໄປໄດ້ຂອງໂຄງການຢ່າງລະອຽດທາງດ້ານພູມສາດ, ເນື້ອທີ່ຫົດ, ທໍລະນີສາດ, ອຸທົກກະສາດ, ອຸຕຸກະເສດ, ເສດຖະກິດ-ສັງຄົມ, ຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ການປະເມີນມູນຄ່າເບື້ອງຕົ້ນ ລວມທັງການປະເມີນປະສິດທິຜົນຂອງໂຄງການ.

     ໂຄງການຊົນລະປະທານຂະໜາດໃຫຍ່ ແລະ ຂະໜາດກາງ ຕ້ອງດຳເນີນການ ສຶກສາຕາມຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນວັກທີ 1 ຂອງມາດຕານີ້ ໂດຍກຳນົດແຈ້ງ ໄລຍະຈັດຕັ້ງປະຕິບັດຂອງຜູ້ປະກອບການ, ວັນເລີ່ມຕົ້ນ ແລະ ວັນສິ້ນສຸດຂອງສັນຍາ ກ່ອນກ້າວໄປເຖິງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງ.
     ສຳລັບໂຄງການຊົນລະປະທານຂະໜາດນ້ອຍ ແລະ ຊົນລະປະທານປວງຊົນ ບໍ່ຈຳເປັນດຳເນີນການສຶກສາຢ່າງໃດ ແຕ່ຕ້ອງດຳເນີນການສຳຫຼວດ, ເກັບກຳຂໍ້ມູນດ້ານເຕັກນິກ ໃຫ້ລະອຽດ ຕາມຫຼັກການທາງດ້ານວິຊາການຊົນລະປະທານ ຢູ່ພາກສະໜາມໃຫ້ຄົບຖ້ວນ ແລ້ວນຳມາຄິດໄລ່ອອກ ແບບເຕັກນິກກໍ່ສ້າງ ກ່ອນດຳເນີນການກໍ່ສ້າງ.

ມາດຕາ 16 ບົດລາຍງານຜົນຂອງການສຶກສາໂຄງການ
     ບົດລາຍງານຜົນຂອງການສຶກສາໂຄງການຊົນລະປະທານ ແມ່ນ ບົດວິພາກເສດຖະກິດ-ເຕັກ ນິກຂອງໂຄງການ ລວມທັງບົດປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍສະແດງໃຫ້ເຫັນ ຄາດໝາຍ ຕົ້ນຕໍ ດັ່ງນີ້:
       1. ຜູ້ຈະໄດ້ຮັບຜົນປະໂຫຍດຈາກໂຄງການ;
       2. ມູນຄ່າເບື້ອງຕົ້ນ, ອາຍຸການນຳໃຊ້ ຂອງໂຄງການຊົນລະປະທານ;
       3. ປະສິດທິຜົນ ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;
       4. ບົດລາຍງານການປະເມີນເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
       5. ແຜນການດຳເນີນງານ ແລະ ວິທີການຈັດຕັ້ງປະຕິບັດໂຄງການ.

     ເນື້ອໃນ ຂອງບົດລາຍງານຜົນຂອງການສຶກສາໂຄງການຊົນລະປະທານ ປະກອບດ້ວຍ:
       1. ດ້ານນະໂຍບາຍ ແມ່ນ ສຶກສາກ່ຽວກັບຄວາມສອດຄ່ອງຂອງໂຄງການ ກັບແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ;
       2. ດ້ານການເງິນ ແລະ ຜົນປະໂຫຍດຂອງການລົງທຶນ ແມ່ນ ປະເມີນມູນຄ່າລວມຂອງ ໂຄງການ, ຄວາມຕ້ອງການທາງດ້ານທຶນຮອນ, ແຫຼ່ງທຶນ ແລະ ປະສິດທິຜົນຈາກການລົງທຶນ;
       3. ດ້ານເຕັກນິກ ແມ່ນ ສຶກສາກ່ຽວກັບຂະໜາດຂອງໂຄງການ, ເຕັກນິກ-ເຕັກໂນໂລຊີ ທີ່ເໝາະສົມ ກັບສະພາບ ຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ລວມທັງການຄຸ້ມຄອງ, ການດຳເນີນງານ ແລະ ການປົກປັກຮັກສາໂຄງການ ໃຫ້ມີຄວາມຍືນຍົງ;
       4. ດ້ານຊັບພະຍາກອນ ແມ່ນ ສຶກສາກ່ຽວກັບຄວາມຕ້ອງການທາງດ້ານວັດຖູປະກອນ, ແຮງງານ, ການຝຶກອົບຮົມ ບຸກຄະລາກອນ ແລະ ອື່ນໆ;
       5. ດ້ານການຈັດຕັ້ງ ແລະ ການຄຸ້ມຄອງໂຄງການ ແມ່ນ ສຶກສາກ່ຽວກັບການຈັດຕັ້ງທີ່ມີ ໃນປັດຈຸບັນ ແລະ ຄວາມຈຳເປັນ ໃນການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະວິຊາການຄຸ້ມຄອງ ການກໍ່ສ້າງ ແລະ ການນຳໃຊ້ນ້ຳຊົນລະປະທານ ປະຈຳໂຄງການສະເພາະ;
       6. ດ້ານວັດທະນະທຳ-ສັງຄົມ ແມ່ນ ສຶກສາກ່ຽວກັບກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດ ລວມທັງ ການສຶກສາ ຜົນກະທົບຕໍ່ການຍົກຍ້າຍຖິ່ນຖານ, ການຈັດສັນພູມລຳເນົາໃໝ່ ໃຫ້ໄດ້ຮັບຜົນ ປະໂຫຍດໂດຍກົງ ຫຼື ບຸລິມະສິດອັນດັບໜຶ່ງ ຈາກໂຄງການ, ການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ທີ່ເປັນມໍຣະດົກຂອງປະຊາຊົນລາວບັນດາເຜົ່າ;
       7. ດ້ານສິ່ງແວດລ້ອມ ແມ່ນ ສຶກສາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ສຸຂະພາບຂອງປະຊາຊົນ ແລະ ອື່ນໆ ພ້ອມທັງມີມາດຕະການທີ່ເໝາະສົມ ເພື່ອປ້ອງກັນຜົນ ກະທົບ ທີ່ອາດຈະເກີດຂຶ້ນ.

ມາດຕາ 17  ການຮັບຮອງເອົາບົດລາຍງານຜົນຂອງການສຶກສາໂຄງການ
     ບົດລາຍງານຜົນຂອງການສຶກສາໂຄງການ ຖືກຮັບຮອງ ໂດຍກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີ ຂອງກົມຊົນລະປະທານ ຫຼື ຖືກຮັບຮອງໂດຍພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຕາມການແບ່ງຂັ້ນຄຸ້ມຄອງ ການສຶກສາໂຄງການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 37 ຂອງກົດໝາຍສະບັບນີ້.
     ບົດລາຍງານການປະເມີນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ສຳລັບໂຄງ ການຊົນລະປະທານຂະໜາດໃຫຍ່ ຕ້ອງໄດ້ຜ່ານການຮັບຮອງ ຈາກກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ສຳລັບໂຄງການຊົນລະປະທານຂະໜາດກາງ ແມ່ນ ຖືກຮັບຮອງ ຈາກພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນ ຕາມການສະເໜີຂອງເຈົ້າຂອງໂຄງການ.

ໝວດທີ 3
ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ

ມາດຕາ 18  ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ
     ການສຳຫຼວດໂຄງການຊົນລະປະທານ ແມ່ນ ການເກັບກຳຂໍ້ມູນລະອຽດດ້ານຕ່າງໆ ຢູ່ສະໜາມຕົວຈິງ ໃຫ້ຄົບຖ້ວນ ເພື່ອເອົາມານຳໃຊ້ໃນການອອກແບບ ຕາມຫຼັກວິຊາການຊົນລະປະທານ ບົນພື້ນຖານການສຶກສາຄວາມເປັນໄປໄດ້ ແລະ ສຶກສາລະອຽດ ເພື່ອສ້າງເປັນບົດວິພາກເສດຖະກິດ- ເຕັກນິກ ໂດຍມີການປະເມີນປະສິດທິຜົນທາງດ້ານເສດຖະກິດ-ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດ ລ້ອມທຳມະຊາດ ແລະ ສັງຄົມ ກ່ອນ ແລະ ຫຼັງການກໍ່ສ້າງ.
     ການອອກແບບເຕັກນິກກໍ່ສ້າງໂຄງການ ແມ່ນ ການສ້າງແຜນຜັງລະອຽດ ໃຫ້ຖືກຕາມມາດຕະຖານເຕັກນິກ ບົນພື້ນຖານການວິໄຈຂໍ້ມູນທີ່ໄດ້ມາຈາກການສຳຫຼວດ ຊຶ່ງປະກອບດ້ວຍ ແຜນຜັງລວມ, ແຜ່ນແຕ້ມ, ແບບກໍ່ສ້າງ, ເນື້ອທີ່ສິດນຳໃຊ້ທີ່ດິນຂອງຊາວກະສິກອນ ໃນເຂດຊົນລະປະທານ, ກຳນົດ ໝາຍເຕັກນິກ, ມາດຕະຖານເຕັກນິກ, ລາຄາຫົວໜ່ວຍຊົນລະປະທານ, ການປະເມີນມູນຄ່າຂອງໜ້າວຽກ ແລະ ກຳນົດ ຕາຕະລາງເວລາດຳເນີນການກໍ່ສ້າງໂຄງການ.
     ການສຳຫຼວດ-ອອກແບບ ເຕັກນິກກໍ່ສ້າງໂຄງການ ຈະດຳເນີນໄດ້ ກໍຕໍ່ເມື່ອມີງົບປະມານສະເພາະ ຂອງສົກປີນັ້ນ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້.
     ການສຳຫຼວດ-ອອກແບບ ຕ້ອງໃຫ້ມີການປະມູນ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 19 ຂັ້ນຕອນ ຂອງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ
     ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
       1. ການສຳຫຼວດພູມສາດ, ທໍລະນີສາດ, ອຸທົກກະສາດ, ອຸຕຸກະເສດ ແລະ ເນື້ອທີ່ສິດນຳ ໃຊ້ທີ່ດິນຂອງຊາວກະສິກອນ ໃນເຂດຊົນລະປະທານ ແລະ ແບ່ງກຸ່ມການຜະລິດໃນຄອງເໝືອງຂັ້ນ ສາມ;
       2. ການອອກແບບເຕັກນິກກໍ່ສ້າງລະອຽດ ຕາມຫຼັກການຊົນລະປະທານ ໃຫ້ຄົບຊຸດ ແລະ ການປະເມີນມູນຄ່າໂຄງການ;
       3. ການປະກອບເອກະສານໂຄງການ.

ມາດຕາ 20  ຄາດໝາຍ ຂອງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ
     ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ຕ້ອງມີຄາດໝາຍ ດັ່ງນີ້:
       1. ຖືກຕ້ອງຕາມກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກຂອງໂຄງການ ແລະ ລາຄາຫົວໜ່ວຍຊົນລະປະທານ ພ້ອມທັງສົ່ງເສີມການນຳໃຊ້ວັດຖຸກໍ່ສ້າງພາຍໃນ ແລະ ວັດຖຸທ້ອງຖິ່ນ;
       2. ຮັບປະກັນປະສິດທິຜົນດ້ານເສດຖະກິດ-ເຕັກນິກ, ວັດທະນະທຳ-ສັງຄົມ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ;
       3. ຮັບປະກັນການອະນຸລັກຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ຊັບສິນຂອງລັດ, ລວມໝູ່ ແລະ ບຸກຄົນ, ສົ່ງເສີມການຜະລິດກະສິກຳ ດ້ວຍການນຳໃຊ້ລະບົບຊົນລະປະທານ;
       4. ຮັບປະກັນການນຳໃຊ້ພະລັງງານຈາກກຳລັງນ້ຳ ທີ່ໄຫຼຕາມຄອງເໝືອງ ບ່ອນທີ່ມີເງື່ອນໄຂ ໃຫ້ສາມາດຕິດຕັ້ງໄຟຟ້ານ້ຳຕົກຂະໜາດນ້ອຍ ໂດຍສົມທົບກັບຂະແໜງການ ພະລັງງານ ແລະ ບໍ່ແຮ່;
       5. ສ້າງ ຄັນຄູປ້ອງກັນນ້ຳຖ້ວມ, ລະບົບລະບາຍ, ປ້ອງກັນການເຊາະເຈື່ອນເນື້ອທີ່ກະສິກຳ, ສ້າງຄອງເໝືອງຜ່ານ ເສັ້ນທາງຄົມມະນາຄົມ ໂດຍສົມທົບກັບຂະແໜງການໂຍທາທິການ ແລະ ຂົນສົ່ງ;
       6. ນຳໃຊ້ນ້ຳໃຕ້ດິນ ເພື່ອເຮັດຊົນລະປະທານຝົນຝອຍ, ນ້ຳຢອດ ຮັບໃຊ້ການປູກພືດເສດຖະກິດ, ການປູກຫຍ້າລ້ຽງສັດ ຢູ່ດິນສວນ, ດິນຄັງ ບ່ອນບໍ່ມີເງື່ອນໄຂນຳໃຊ້ນ້ຳໜ້າດິນ;
       7. ອອກແບບອ່າງພັກນ້ຳ ເພື່ອເປັນບ່ອນກັກນ້ຳ, ສ້າງຄອງ ຫຼື ທໍ່ສົ່ງ ເພື່ອຫົດນາ, ສວນ ແລະ ຈັດສັນແຈກຢາຍນ້ຳ ໃນເຂດຊົນລະປະທານ.

ມາດຕາ 21 ການຄິດໄລ່ມູນຄ່າສຳຫຼວດ-ອອກແບບ
     ມູນຄ່າການສຳຫຼວດ-ອອກແບບ ໃຫ້ຄິດໄລ່ ດັ່ງນີ້:
       1. ມູນຄ່າສຳຫຼວດ-ອອກແບບ ລະບົບຊົນລະປະທານ ແລະ ການລະບາຍ;
       2. ມູນຄ່າສຳຫຼວດ-ອອກແບບ ປ້ອງກັນຖ້ວມ ແລະ ການລະບາຍ.
     ມູນຄ່າສຳຫຼວດ-ອອກແບບດັ່ງກ່າວ ໃຫ້ອີງໃສ່ໜ້າວຽກທີ່ໄດ້ປະຕິບັດຕາມສັນຍາ, ສອດຄ່ອງກັບລາຄາຕົວຈິງ ຂອງແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.
     ສຳລັບ ມູນຄ່າໂຄງການຊົນລະປະທານ ໃຫ້ຄິດໄລ່ ດັ່ງນີ້:
       1. ມູນຄ່າສຶກສາ, ສຳຫຼວດ-ອອກແບບກໍ່ສ້າງ, ຄວບຄຸມການກໍ່ສ້າງ ແລະ ຄຸ້ມຄອງ ບໍລິຫານໂຄງການ ໃນໄລຍະກໍ່ສ້າງ ລວມທັງມູນຄ່າການບຸກເບີກເນື້ອທີ່ການຜະລິດ;
       2. ມູນຄ່າກໍ່ສ້າງໂຄງການ ໃຫ້ຄິດໄລ່ຕາມບໍລິມາດໜ້າວຽກຕ່າງໆ ຕາມການອອກແບບລະອຽດ ແລະ ຕາມບໍລິມາດທີ່ປະຕິບັດໄດ້ຕົວຈິງ ຢູ່ພາກສະໜາມ ໂດຍອີງໃສ່ລາຄາຫົວໜ່ວຍຊົນລະປະທານ.

ມາດຕາ 22  ການຮັບຮອງເອົາບົດລາຍງານຜົນຂອງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ
      ບົດລາຍງານຜົນຂອງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ຕ້ອງ ສົ່ງໃຫ້ກົມຊົນລະປະທານ ຫຼື ຂະແໜງຊົນລະປະທານແຂວງ, ນະຄອນ ກ່ອນ ສິບຫ້າ ວັນ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ໄດ້ກຳນົດໄວ້ ໃນມາດຕາ 38 ຂອງກົດໝາຍສະບັບນີ້.
     ບົດລາຍງານຜົນຂອງການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ຖືກຮັບຮອງໂດຍ ກະຊວງກະສິກຳ ແລະ ປ່າໄມ້ ຫຼື ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຕາມການສະເໜີ ຂອງກົມຊົນລະປະທານ ຫຼື ຂະແໜງຊົນລະປະທານແຂວງ, ນະຄອນ ຕາມການແບ່ງ ຂັ້ນຄຸ້ມຄອງ ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງ ທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດໝາຍ ສະບັບນີ້.

ມາດຕາ 23  ສັນຍາສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການ
     ເຈົ້າຂອງໂຄງການ ຈະເຮັດສັນຍາສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ ກັບຜູ້ປະກອບການໄດ້ ກໍຕໍ່ເມື່ອໄດ້ຮັບອະນຸມັດງົບປະມານຂອງສົກປີ ເພື່ອດຳເນີນການສຳຫຼວດ-ອອກແບບດັ່ງກ່າວ ຕາມປະເພດ ແລະ ຂະໜາດ ຂອງໂຄງການ ບົນພື້ນຖານການສຶກສາໂຄງການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ແລະ 44  ຂໍ້ 3 ຂອງກົດໝາຍສະບັບນີ້ ລວມທັງການຕິດຕາມ, ກວດກາດ້ານວິຊາການ ໃນການຈັດຕັ້ງປະຕິບັດການສຳຫຼວດ-ອອກແບບ ແນໃສ່ຮັບປະກັນດ້ານເສດຖະກິດ-ເຕັກນິກ, ໃຫ້ມີຄຸນນະພາບ, ຖືກຕ້ອງຕາມກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍຊົນລະປະທານ.
     ເນື້ອໃນຂອງສັນຍາສຳຫຼວດ-ອອກແບບດັ່ງກ່າວ ຕ້ອງກຳນົດລາຍການໜ້າວຽກຕົວຈິງຕ່າງໆ ຂອງ ການສຳຫຼວດ-ອອກແບບ, ລາຄາຫົວໜ່ວຍ, ມູນຄ່າສັນຍາ, ໄລຍະເວລາຈັດຕັ້ງປະຕິບັດ, ວັນເລີ່ມຕົ້ນ ແລະ ວັນສິ້ນສຸດ, ວິທີການ ແລະ ແຜນການຊຳລະ ສະສາງຂອງສົກປີງົບປະມານ, ການລາຍງານ, ການດັດແກ້ແບບ, ດັດແກ້ລາຄາ, ການໂຈະ ຫຼື ການຍົກເລີກ, ການແກ້ໄຂຂໍ້ຂັດແຍ່ງ, ພາສາທີ່ໃຊ້ໃນສັນຍາ ແລະ ມາດຕະການຕໍ່ການລະເມີດສັນຍາ ລວມທັງຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ໃນກໍລະນີໂຄງການຊັກຊ້າ, ບໍ່ມີປະສິດທິຜົນ ແລະ ມີຜົນເສັຍຫາຍ.

ໝວດທີ 4
ການກໍ່ສ້າງໂຄງການຊົນລະປະທານ

ມາດຕາ 24 ການສະເໜີໂຄງການຊົນລະປະທານ ເຂົ້າແຜນການລົງທຶນຂອງລັດ
     ໂຄງການຊົນລະປະທານ ຕ້ອງສະເໜີເຂົ້າແຜນການລົງທຶນຂອງລັດ ຫ້າ ປີ ແລະ ປະຈຳປີ ຊຶ່ງມີການເຂົ້າຮ່ວມແຕ່ຫົວທີ ຂອງກຳມາທິການ ສະພາແຫ່ງຊາດ ຫຼື ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ່ກ່ຽວຂ້ອງ.
     ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ສັງລວມບັນດາໂຄງການຂະໜາດໃຫຍ່ ທີ່ໄດ້ຜ່ານການສຳຫຼວດ-ອອກແບບ ເຕັກນິກກໍ່ສ້າງແລ້ວ ເຂົ້າໃນແຜນການລົງທຶນຂອງລັດ ຫ້າ ປີ ແລະປະຈຳປີ  ເພື່ອນຳສະເໜີລັດຖະບານພິຈາລະນາ ໂດຍຜ່ານກະຊວງແຜນການ ແລະ ການລົງທຶນ.
     ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ເປັນຜູ້ສັງລວມບັນດາໂຄງການຂະໜາດກາງ ທີ່ໄດ້ຜ່ານການສຳຫຼວດ-ອອກແບບ ເຕັກນິກກໍ່ສ້າງແລ້ວ ເຂົ້າໃນແຜນການລົງທຶນຂອງລັດ ຫ້າ ປີ ແລະ ປະຈຳປີ  ເພື່ອນຳສະເໜີ ເຈົ້າແຂວງ, ເຈົ້າຄອງນະຄອນ ພິຈາລະນາ ໂດຍຜ່ານພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນ.
     ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ເປັນຜູ້ສັງລວມບັນດາໂຄງການຂະໜາດນ້ອຍ ທີ່ໄດ້ຜ່ານການສຳຫຼວດ-ອອກແບບເຕັກນິກກໍ່ສ້າງແລ້ວ ເຂົ້າໃນແຜນການລົງທຶນຂອງລັດ ຫ້າ ປີ ແລະ ປະຈຳປີ ເພື່ອນຳສະເໜີ ເຈົ້າເມືອງ, ຫົວໜ້າເທດສະບານ ພິຈາລະນາ ໂດຍຜ່ານຫ້ອງການ ແຜນການ ແລະ ການລົງທຶນເມືອງ, ເທດສະບານ.
     ໜ່ວຍງານກະສິກຳ ແລະ ປ່າໄມ້ບ້ານ ເປັນຜູ້ສັງລວມບັນດາໂຄງການຊົນລະປະທານປວງຊົນ ທີ່ໄດ້ຜ່ານການສຳຫຼວດ ແລະ ເກັບກຳຂໍ້ມູນແລ້ວ ເຂົ້າໃນແຜນການລົງທຶນຂອງລັດ ປະຈຳປີ ເພື່ອນຳສະເໜີ ນາຍບ້ານ ພິຈາລະນາ ພາຍຫຼັງໄດ້ປະສານສົມທົບ ກັບໜ່ວຍງານທີ່ກ່ຽວຂ້ອງ ພາຍໃນບ້ານ.
     ການສະເໜີໂຄງການຊົນລະປະທານ ເຂົ້າແຜນການລົງທຶນຂອງລັດ ໃຫ້ປະຕິບັດຕາມຂັ້ນ ຕອນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍ ການລົງທຶນຂອງລັດ.

ມາດຕາ 25 ການອະນຸມັດ ໂຄງການກໍ່ສ້າງຊົນລະປະທານ
     ໂຄງການກໍ່ສ້າງຊົນລະປະທານ ຈະໄດ້ຮັບການອະນຸມັດ ກໍຕໍ່ເມື່ອເປັນໂຄງການທີ່ນອນໃນແຜນການລົງທຶນຂອງລັດ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວເທົ່ານັ້ນ.

ມາດຕາ 26 ການປະມູນ ໂຄງການກໍ່ສ້າງຊົນລະປະທານ
     ທຸກໂຄງການທີ່ໄດ້ຮັບການອະນຸມັດ ຕາມມາດຕາ 24 ຂອງກົດໝາຍສະບັບນີ້ ຕ້ອງດຳເນີນ ການປະມູນ ຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ 27 ເງື່ອນໄຂຂອງການເຂົ້າຮ່ວມປະມູນ ໂຄງການກໍ່ສ້າງຊົນລະປະທານ
     ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງເຂົ້າຮ່ວມປະມູນໂຄງການກໍ່ສ້າງຊົນລະປະທານ ຕ້ອງມີ ເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ມີໃບອະນຸຍາດດຳເນີນທຸລະກິດກໍ່ສ້າງຊົນລະປະທານ ຕາມລະບຽບການຂອງກະຊວງ ກະສິກຳ ແລະ ປ່າໄມ້, ຖ້າຫາກແມ່ນນິຕິບຸກຄົນ ຫຼື ການຈັດຕັ້ງຂອງ ຕ່າງປະເທດ ຕ້ອງໃຫ້ມີສຳນັກງານຕັ້ງຢູ່ ສປປ ລາວ;
       2. ມີຖານະການເງິນທີ່ໝັ້ນຄົງ, ພຽງພໍ ໂດຍມີການຢັ້ງຢືນຈາກທະນາຄານ ຂອງ ສປປ ລາວ;
       3. ມີນັກວິຊາການດ້ານຊົນລະປະທານ ທີ່ມີຄວາມຮູ້ ຄວາມສາມາດ, ມີປະສົບການ, ຮູ້ສ້າງເສັ້ນສະແດງແຜນການກໍ່ສ້າງ ແລະ ມີຜົນງານໃນການຈັດຕັ້ງປະຕິບັດໂຄງການຊົນລະປະທານ ຜ່ານມາ;
       4. ມີພາຫະນະກົນຈັກ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ທາງດ້ານເຕັກນິກຢູ່ພາກສະໜາມ ທີ່ມີຄຸນນະພາບ ແລະ ທັນສະໄໝ ຊຶ່ງໄດ້ຜ່ານການກວດກາຈາກ ຂະແໜງການຊົນລະປະທານ;
       5. ມີປະສົບການ ແລະ ຜົນງານຕົວຈິງ ທີ່ເໝາະສົມກັບປະເພດ ແລະ ຂະໜາດຊົນ ລະປະທານ;
       6. ມີເງື່ອນໄຂອື່ນ ຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ 28 ສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານ
     ຜູ້ຊະນະການປະມູນ ຈະເປັນຜູ້ດຳເນີນການກໍ່ສ້າງໂຄງການຊົນລະປະທານ. ກ່ອນດຳເນີນການກໍ່ສ້າງນັ້ນ ເຈົ້າຂອງໂຄງການ ຕ້ອງເຮັດສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານ ກັບຜູ້ ຊະນະການປະມູນ.
     ເນື້ອໃນສັນຍາຮັບເໝົາກໍ່ສ້າງໂຄງການຊົນລະປະທານ ຕ້ອງກຳນົດເປົ້າໝາຍ ແລະ ໜ້າວຽກ ຂອງໂຄງການ, ມູນຄ່າ ແລະ ວິທີການຊຳລະ, ໄລຍະເວລາການກໍ່ສ້າງ ຊຶ່ງມີວັນເລີ່ມຕົ້ນ ແລະ ວັນສິ້ນສຸດ ແລະ ແຜນດຳເນີນງານການກໍ່ສ້າງ, ກຳນົດໝາຍເຕັກນິກ, ມາດຕະຖານເຕັກນິກ, ລາຄາຫົວ ໜ່ວຍຊົນລະປະທານ, ການຈັດຫາວັດຖຸ, ການກວດກາພາກສະໜາມ, ການຮັບຮອງ ແລະ ການມອບ-ຮັບໂຄງການ, ໄລຍະເວລາ ແລະ ມູນຄ່າ ການຄ້ຳປະກັນສິ່ງກໍ່ສ້າງ, ຄວາມຮັບຜິດຊອບ ໃນກໍລະນີ ການກໍ່ສ້າງໂຄງການຊັກຊ້າ, ບໍ່ໄດ້ມາດຕະຖານເຕັກນິກ ຫຼື ບໍ່ມີປະສິດທິຜົນ.

ມາດຕາ 29 ການຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ
     ເຈົ້າຂອງໂຄງການ ຕ້ອງແຕ່ງຕັ້ງຄະນະວິຊາການ ຫຼື ເຮັດສັນຍາ ຄວບຄຸມກວດກາຄຸນນະພາບການກໍ່ສ້າງ ໂຄງການຊົນລະປະທານ ກັບບໍລິສັດທີ່ປຶກສາ ທີ່ຊະນະການປະມູນ ເພື່ອຕິດຕາມ, ກວດກາ ແລະ ຄວບຄຸມການກໍ່ສ້າງ ໂຄງການຊົນລະປະທານ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ກຳນົດເວລາ, ມີຄຸນນະພາບ ແລະ ປອດໄພ.
     ເນື້ອໃນສັນຍາຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ຕ້ອງກຳນົດ ໜ້າວຽກການຕິດຕາມ, ກວດກາ ແລະ ຄວບຄຸມການກໍ່ສ້າງ, ມູນຄ່າ ແລະ ວິທີການຊຳລະສະສາງ, ໄລຍະເວລາ ແລະ ແຜນດຳເນີນງານກໍ່ສ້າງ, ການລາຍງານຜົນງານປະຈຳເດືອນ, ການດັດແກ້, ການ ຍົກເລີກ ຫຼື ການສິ້ນສຸດສັນຍາ, ການແກ້ໄຂຂໍ້ຂັດແຍ່ງ, ພາສາທີ່ໃຊ້ໃນສັນຍາ, ມາດຕະການຕໍ່ຜູ້ລະເມີດສັນຍາ ແລະ ຄວາມຮັບຜິດຊອບຕໍ່ໜ້າກົດໝາຍ.

ມາດຕາ 30 ເງື່ອນໄຂໃນການເຂົ້າປະມູນ
     ບໍລິສັດທີ່ປຶກສາ ທີ່ຈະເຂົ້າຮ່ວມການປະມູນ ເພື່ອຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ມີໃບອະນຸຍາດດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍ, ຖ້າຫາກແມ່ນບໍລິ ສັດ ຂອງຕ່າງປະເທດ ຕ້ອງໃຫ້ມີສຳນັກງານຕັ້ງຢູ່ ສປປ ລາວ;
       2. ປະຕິບັດພັນທະດ້ານພາສີ, ອາກອນ ເປັນປົກກະຕິ ແລະ ຄົບຖ້ວນ;
       3. ມີນັກວິຊາການດ້ານຊົນລະປະທານ ທີ່ມີປະສົບການກ່ຽວກັບວຽກງານຄຸ້ມຄອງບັນຊາ ແຜນການກໍ່ສ້າງ ໂຄງການຊົນລະປະທານ;
       4. ມີປະສົບການ ແລະ ຜົນງານຕົວຈິງ ກ່ຽວກັບວຽກງານຄວບຄຸມການກໍ່ສ້າງ ທີ່ເໝາະສົມ ກັບປະເພດ ແລະ ຂະໜາດຂອງໂຄງການຊົນລະປະທານ;
       5. ມີທຶນ, ພາຫະນະ, ອຸປະກອນ, ເຄື່ອງມືກວດກາຄຸນນະພາບການກໍ່ສ້າງທີ່ທັນສະໄໝ;
       6. ມີປະຫວັດການດຳເນີນທຸລະກິດທີ່ດີ ແລະ ໜ້າເຊື່ອຖືໄດ້;
       7. ມີເງື່ອນໄຂອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.
ບໍລິສັດທີ່ປຶກສາຄວບຄຸມກວດກາຄຸນນະພາບການກໍ່ສ້າງ ແມ່ນລວມທັງສູນສຳຫຼວດ-ອອກ ແບບຊົນລະປະທານ.

ມາດຕາ 31 ສິດ ແລະ ພັນທະ ຂອງບໍລິສັດທີ່ປຶກສາຄວບຄຸມກວດກາຄຸນນະພາບການກໍ່ສ້າງ
     ບໍລິສັດທີ່ປຶກສາຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ມີສິດ ແລະ ພັນທະ ດັ່ງນີ້:
       1. ຄວບຄຸມ ແລະ ແນະນຳບໍລິສັດຮັບເໝົາກໍ່ສ້າງ ໃຫ້ປະຕິບັດຕາມແຜນຜັງລວມ, ແບບ ກໍ່ສ້າງ, ສ້າງເສັ້ນສະແດງແຜນການກໍ່ສ້າງ, ມາດຕະຖານເຕັກນິກຊົນລະປະທານ;
       2. ກວດກາ ແລະ ອະນຸມັດການຂໍປະຕິບັດໜ້າວຽກຕ່າງໆ ຢູ່ພາກສະໜາມ ຂອງບໍລິສັດຮັບເໝົາກໍ່ສ້າງ ແລະ ກວດກາທາງດ້ານເຕັກນິກ ກ່ອນຈະອະນຸມັດໃຫ້ສືບຕໍ່ກໍ່ສ້າງ;
       3.  ກວດກາຄຸນນະພາບການກໍ່ສ້າງເປັນປົກກະຕິ ແລະ ຕໍ່ເນື່ອງ ດ້ວຍອຸປະກອນທີ່ທັນສະໄໝ ນັບແຕ່ວັນເລີ່ມຕົ້ນ ຈົນເຖິງວັນສຳເລັດການກໍ່ສ້າງໂຄງການ, ຖ້າຫາກພົບເຫັນ ຂໍ້ຜິດພາດດ້ານເຕັກນິກໃນໄລຍະການກໍ່ສ້າງ ກໍຕ້ອງກ່າວເຕືອນ ບໍລິສັດຮັບເໝົາກໍ່ສ້າງ ແລະ ສະເໜີເຈົ້າຂອງໂຄງ ການ ຢ່າງເປັນລາຍລັກອັກສອນ ພ້ອມທັງຫາວິທີການ, ມາດຕະການ ແກ້ໄຂຢ່າງເໝາະສົມ ແລະ ທັນການ ບົນພື້ນຖານຫຼັກການດ້ານວິຊາການຊົນລະປະທານ;
       4. ບັນທຶກຕາມແບບຟອມ ແລະ ລາຍງານຜົນການຄວບຄຸມກວດກາຄຸນນະພາບການ ກໍ່ສ້າງປະຈຳວັນເປັນລາຍລັກອັກສອນ ໃຫ້ເຈົ້າຂອງໂຄງການ ແລະ ເປັນເຈົ້າການຈັດກອງປະຊຸມສະ ຫຼຸບຜົນງານປະຈຳເດືອນ ໂດຍການເຊີນຄະນະຊີ້ນຳໂຄງການ ເຂົ້າຮ່ວມ;
       5.  ຮັບຜິດຊອບຕໍ່ການຄວບຄຸມ ຂອງຕົນ ກ່ຽວກັບໄລຍະເວລາການກໍ່ສ້າງ ແລະ ຄຸນນະພາບການກໍ່ສ້າງ, ຖ້າຫາກມີການເປ່ເພ, ເສັຍຫາຍ ເນື່ອງຈາກການຄວບຄຸມບໍ່ເຂັ້ມງວດ ກໍຕ້ອງຮັບຜິດຊອບຕໍ່ຜົນເສັຍຫາຍທີ່ເກີດຂຶ້ນ;
       6. ສະເໜີ ດັດແກ້ແບບການກໍ່ສ້າງ ແຕ່ການດັດແກ້ນັ້ນ ແມ່ນໃຫ້ນອນຢູ່ໃນມູນຄ່າໜ້າວຽກຂອງສັນຍາ ແລະ ລາຍງານໃຫ້ເຈົ້າ ຂອງໂຄງການ, ຖ້າການດັດແກ້ນັ້ນ ຫາກເກີນມູນຄ່າໃນສັນຍາ ກໍຕ້ອງລາຍງານໃຫ້ຄະນະຊີ້ນຳໂຄງການ ເພື່ອພິຈາລະນາອະນຸມັດ.

ມາດຕາ 32 ການກວດກາ ແລະ ຮັບຮອງເອົາ ໂຄງການກໍ່ສ້າງຊົນລະປະທານ
     ພາຍຫຼັງໄດ້ສຳເລັດການກໍ່ສ້າງໂຄງການຊົນລະປະທານແລ້ວ ເຈົ້າຂອງໂຄງການ ຕ້ອງແຕ່ງຕັ້ງຄະນະກຳມະການ ເພື່ອກວດກາ ແລະ ຮັບຮອງເອົາໂຄງການດັ່ງກ່າວ ພາຍໃນ ສາມສິບ ວັນ.
     ບໍລິສັດທີ່ປຶກສາ ແລະ ບໍລິສັດຮັບເໝົາກໍ່ສ້າງ ຕ້ອງປະກອບເອກະສານ ໃຫ້ຄະນະກຳມະການ ເພື່ອ ກວດກາ ດັ່ງນີ້:
       1. ບົດສະຫຼຸບບໍລິມາດວຽກລະອຽດຂອງບໍລິສັດຮັບເໝົາກໍ່ສ້າງ ທີ່ປະຕິບັດໄດ້ຕົວຈິງ ໃນແຕ່ລະເດືອນ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາຕ່າງໆ ທີ່ໄດ້ຮັບຄວາມເປັນເອກະພາບ ລະຫວ່າງ ບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ;
       2. ບົດສັງລວມບໍລິມາດວຽກ ຂອງບໍລິສັດຮັບເໝົາກໍ່ສ້າງ ທີ່ປະຕິບັດໄດ້ຕົວຈິງອອກເປັນມູນຄ່າຜ່ານການຄິດໄລ່ກວດກາຂອງບໍລິສັດທີ່ປຶກສາ ບົນພື້ນຖານສັນຍາຮັບເໝົາກໍ່ສ້າງ  ລາຍງານໃຫ້ເຈົ້າ ຂອງໂຄງການ ເພື່ອປະກອບເອກະສານຊຳລະສະສາງຕາມຂັ້ນຕອນ;
       3. ເອກະສານຄູ່ມື ແລະ ຝຶກອົບຮົມກ່ຽວກັບການຄຸ້ມຄອງ ນຳໃຊ້ໂຄງການຊົນລະປະທານ.
     ຖ້າເຫັນວ່າເອກະສານຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງກັບໜ້າວຽກຕົວຈິງ ແລ້ວ ຄະນະກຳມະການກວດກາ ຕ້ອງຮັບຮອງເອົາໂຄງການດັ່ງກ່າວ ພາຍໃຕ້ເງື່ອນໄຂ ດັ່ງນີ້:
       1. ບໍລິສັດຮັບເໝົາກໍ່ສ້າງ ຕ້ອງຄ້ຳປະກັນ ຕໍ່ຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ກຳນົດເວລາໜຶ່ງປີ ໂດຍເອົາເງິນ ສິບ ສ່ວນຮ້ອຍ ຂອງມູນຄ່າກໍ່ສ້າງໂຄງການ ໄວ້ຄັງເງິນແຫ່ງຊາດ ຫຼື ບໍລິສັດຮັບເໝົາກໍ່ສ້າງ ຕ້ອງນຳເອົາໜັງສືຄ້ຳປະກັນ ທີ່ອອກໃຫ້ໂດຍທະນາຄານ ທີ່ຕັ້ງ ຢູ່ ສປປ ລາວ ໃຫ້ເຈົ້າຂອງໂຄງການ ເພື່ອເປັນເງິນຄ້ຳປະກັນໂຄງການດັ່ງກ່າວ;
       2. ຖ້າວ່າບໍ່ມີການເປ່ເພເກີດຂຶ້ນໃນໄລຍະຄ້ຳປະກັນ ນັ້ນ ເຈົ້າຂອງໂຄງການ ຕ້ອງສົ່ງເງິນຄ້ຳປະກັນ ໃຫ້ ບໍລິສັດຮັບເໝົາກໍ່ສ້າງ ຕາມສັນຍາ ແຕ່ຕ້ອງໄດ້ຜ່ານການຢັ້ງຢືນຈາກຄະນະກຳມະການກວດກາ ເສັຍກ່ອນ;
       3. ຖ້າຫາກມີການເປ່ເພໃນໄລຍະຄ້ຳປະກັນນັ້ນ ບໍລິສັດຮັບເໝົາກໍ່ສ້າງ ຕ້ອງສ້ອມແປງຄືນ. ໃນກໍລະນີ ບໍລິສັດຮັບເໝົາກໍ່ສ້າງ ບໍ່ສ້ອມແປງຄືນ ພາຍໃນ ສາມສິບວັນ ນັບແຕ່ວັນໄດ້ແຈ້ງເຕືອນ ແລ້ວ ເຈົ້າຂອງໂຄງການ ມີສິດນຳໃຊ້ເງິນຄ້ຳປະກັນ ເພື່ອຈ້າງບໍລິສັດອື່ນສ້ອມແປງແທນ;
       4. ໃນກໍລະນີມີການເປ່ເພ, ເສັຍຫາຍ ຍ້ອນໄພທຳມະຊາດທີ່ຮ້າຍແຮງ ຫຼື ເຫດສຸດວິໄສ ໃນໄລຍະຄ້ຳປະກັນນັ້ນ ບໍລິສັດຮັບເໝົາກໍ່ສ້າງ ຈະບໍ່ໄດ້ຮັບຜິດຊອບແຕ່ຢ່າງໃດ.
     ການຊຳລະສະສາງ ໃຫ້ແກ່ບໍລິສັດຮັບເໝົາກໍ່ສ້າງ ຕ້ອງອີງຕາມບໍລິມາດໜ້າວຽກ ທີ່ປະຕິບັດ ໄດ້ຕົວຈິງຕາມມູນຄ່າໃນສັນຍາ, ຖ້າການນຳໃຊ້ເງິນໃນມູນຄ່າດັ່ງກ່າວ ຫາກບໍ່ໝົດຕາມກຳນົດເວລາຂອງສັນຍານັ້ນ ເຈົ້າຂອງໂຄງການ ຕ້ອງສົ່ງເງິນຄືນ ເຂົ້າງົບປະມານແຫ່ງລັດ.
     ການກໍ່ສ້າງໂຄງການຊົນລະປະທານ ຕ້ອງມີການປະເມີນໃນແຕ່ລະໄລຍະ ເພື່ອບັນລຸເປົ້າໝາຍຂອງສັນຍາ.

ມາດຕາ 33  ການມອບຮັບໂຄງການຊົນລະປະທານ
     ພາຍຫຼັງໄດ້ຮັບຮອງເອົາໂຄງການຊົນລະປະທານແລ້ວ ບໍລິສັດທີ່ປຶກສາ ແລະ ບໍລິສັດຮັບເໝົາ ກໍ່ສ້າງ ຕ້ອງກະກຽມເອກະສານ ແລະ ຈັດຕັ້ງການມອບ-ຮັບໂຄງການຊົນລະປະທານ ໃຫ້ເຈົ້າຂອງໂຄງການ ເພື່ອນຳໃຊ້ຢ່າງເປັນທາງການ ພາຍໃນ ສາມສິບ ວັນ.

ໝວດທີ 5
ການນຳໃຊ້ ແລະ ຟື້ນຟູ ສ້ອມແປງ ໂຄງການຊົນລະປະທານ

ມາດຕາ 34  ການນຳໃຊ້ໂຄງການຊົນລະປະທານ
     ໂຄງການຊົນລະປະທານທຸກຂະໜາດ ທີ່ໄດ້ຮັບມອບ ຈາກບໍລິສັດຮັບເໝົາກໍ່ສ້າງຢ່າງເປັນທາງການແລ້ວ ເຈົ້າຂອງໂຄງການ ຫຼື ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນມາດຕາ 37 ແລະ 38 ຂອງກົດໝາຍສະບັບນີ້ ຕ້ອງແຕ່ງຕັ້ງຄະນະຮັບຜິດຊອບປະຈຳໂຄງການ ຫຼື ປະຈຳເຂດໂຄງການ ພ້ອມທັງກຳນົດໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບ ໃຫ້ຄະນະຮັບຜິດຊອບດັ່ງກ່າວ ພາຍໃນກຳນົດ ຫົກສິບ ວັນ. 
     ການນຳໃຊ້ໂຄງການຊົນລະປະທານ  ແມ່ນ ການບໍລິຫານຈັດການນ້ຳຊົນລະປະທານ ເພື່ອນຳ ໃຊ້ເຂົ້າໃນການຜະລິດກະສິກຳ ເປັນຕົ້ນຕໍ ຕາມແຜນການແຈກຢາຍນ້ຳຂອງໂຄງການ ທີ່ໄດ້ຈັດລຽງບຸລິມະສິດ ຄວາມສຳຄັນຂອງການນຳໃຊ້ນ້ຳ, ນອກຈາກນັ້ນ ຈຶ່ງສະໜອງໃຫ້ການຜະລິດ ນ້ຳປະປາ, ອຸດສາຫະກຳ, ເພື່ອການທ່ອງທ່ຽວ ແລະ ຈຸດປະສົງອື່ນ ຕາມເງື່ອນໄຂຕົວຈິງ.
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳໃຊ້ນ້ຳຊົນລະປະທານ ຕ້ອງເສັຍຄ່ານ້ຳ ຕາມລະບຽບການ ເວັ້ນເສັຍແຕ່ການນຳໃຊ້ນ້ຳ ເພື່ອການຜະລິດກະສິກຳ ທີ່ບໍ່ມີຈຸດປະສົງທາງການຄ້າ ແລະ ຕ້ອງໄດ້ຮັບການເຫັນດີຈາກ ຂະແໜງການກະສິກຳ ແລະ ປ່າໄມ້ ເສັຍກ່ອນ.

ມາດຕາ 35  ການຟື້ນຟູ ສ້ອມແປງໂຄງການຊົນລະປະທານ
     ເມື່ອໂຄງການຊົນລະປະທານ ມີສະພາບຊຸດໂຊມ, ເປ່ເພ ຕ້ອງຟື້ນຟູ ສ້ອມແປງ ໃຫ້ຢູ່ໃນສະພາບດີ, ສາມາດນຳໃຊ້ໄດ້ ເພື່ອຮັບປະກັນການສະໜອງນ້ຳໃຫ້ການຜະລິດ ໂດຍໃຫ້ສະມາຄົມກຸ່ມ ນຳໃຊ້ນ້ຳ ແລະ ຜູ້ປະກອບການ ມີສ່ວນຮ່ວມ.
     ຄວາມຮັບຜິດຊອບໃນການຟື້ນຟູ ສ້ອມແປງໂຄງການຊົນລະປະທານທຸກຂະໜາດ ໃຫ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງ ການນຳໃຊ້ ແລະ ຟື້ນຟູ ສ້ອມແປງໂຄງການຊົນລະປະທານ ທີ່ໄດ້ກຳ ນົດໄວ້ໃນມາດຕາ 37 ແລະ 38 ຂອງກົດໝາຍສະບັບນີ້.
     ໃນກໍລະນີເກີດໄພພິບັດທຳມະຊາດ ເຮັດໃຫ້ໂຄງການຊົນລະປະທານເປ່ເພນັ້ນ ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງຮີບຮ້ອນປະສານສົມທົບກັບຂະແໜງການອື່ນ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອສ້ອມແປງຄືນ ໃຫ້ທັນລະດູການຜະລິດ.

ມາດຕາ 36 ງົບປະມານ ສຳລັບການນຳໃຊ້, ຟື້ນຟູ ສ້ອມແປງໂຄງການ
     ງົບປະມານ ສຳລັບການນຳໃຊ້, ຟື້ນຟູ ສ້ອມແປງໂຄງການຊົນລະປະທານ ໄດ້ມາຈາກ:
       1. ງົບປະມານແຫ່ງລັດ;
       2. ກອງທຶນພັດທະນາຊົນລະປະທານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 51 ຂອງກົດໝາຍສະບັບນີ້;
       3. ການປະກອບສ່ວນໂດຍກົງ ຂອງສັງຄົມ.

ໝວດທີ 6
ການແບ່ງຂັ້ນຄຸ້ມຄອງ ກິດຈະການໂຄງການຊົນລະປະທານ

ມາດຕາ 37 ການແບ່ງຂັ້ນຄຸ້ມຄອງ ການສຶກສາໂຄງການຊົນລະປະທານ
     ການສຶກສາໂຄງການຊົນລະປະທານຂະໜາດໃຫຍ່ ແມ່ນ ກະຊວງກະສິກຳ ແລະ ປ່າໄມ້ ຄຸ້ມຄອງ ໂດຍຜ່ານສະພາວິທະຍາສາດຊົນລະປະທານ ຊຶ່ງແມ່ນ ສູນຄົ້ນຄວ້າວິທະຍາສາດ ກົມຊົນລະປະທານ ເປັນຜູ້ສັງລວມ ຈາກຜູ້ປະກອບການ ເພື່ອຄົ້ນຄວ້າ ແລະ ສະເໜີລາຍງານ ໂດຍມີການປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ.
     ການສຶກສາໂຄງການຊົນລະປະທານຂະໜາດກາງ ແລະ ຂະໜາດນ້ອຍ ແມ່ນ ພະແນກກະ ສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຄຸ້ມຄອງ ໂດຍຜ່ານໜ່ວຍງານວິທະຍາສາດຊົນລະປະທານ ຊຶ່ງແມ່ນ ຂະແໜງຊົນລະປະທານແຂວງ, ນະຄອນ ເປັນຜູ້ສັງລວມ ຈາກຜູ້ປະກອບການ ເພື່ອຄົ້ນຄວ້າ ແລະ ສະເໜີລາຍງານ ໂດຍມີການປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ ຂອງທ້ອງຖິ່ນ.

ມາດຕາ 38 ການແບ່ງຂັ້ນຄຸ້ມຄອງ ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານ
     ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານຂະໜາດໃຫຍ່ ແມ່ນກະຊວງ ກະສິກຳ ແລະ ປ່າໄມ້ ຄຸ້ມຄອງ ໂດຍຜ່ານສະພາວິທະຍາສາດຊົນລະປະທານ ຊຶ່ງແມ່ນສູນສຳຫຼວດ-ອອກແບບ ກົມຊົນລະປະທານ ຊຶ່ງມີໜ້າທີ່ຫຼັກໃນການຄຸ້ມຄອງ ແລະ ກວດກາ, ເປັນຜູ້ສັງລວມຈາກຜູ້ປະກອບການ ເພື່ອຄົ້ນຄວ້າ, ກວດກາ ແລະ ສະເໜີລາຍງານ ໂດຍມີການປະສານສົມທົບ ກັບຂະແໜງການອື່ນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ.
     ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານຂະໜາດກາງ ແລະ ຂະ ໜາດນ້ອຍ ແມ່ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຄຸ້ມຄອງ ໂດຍຜ່ານໜ່ວຍງານ ວິທະຍາສາດຊົນລະປະທານ ຊຶ່ງແມ່ນຂະແໜງຊົນລະປະທານ ແຂວງ, ນະຄອນ ເປັນຜູ້ສັງລວມຈາກຜູ້ປະກອບການ ເພື່ອຄົ້ນຄວ້າ ແລະ ສະເໜີລາຍງານ ໂດຍມີການປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ ຂອງທ້ອງຖິ່ນ.
     ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງໂຄງການຊົນລະປະທານປວງຊົນ ແມ່ນຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ຄຸ້ມຄອງ ໂດຍແມ່ນໜ່ວຍງານຊົນລະປະທານເມືອງ, ເທດສະ ບານ ເປັນຜູ້ສັງລວມຈາກອົງການປົກຄອງບ້ານ ເພື່ອຄົ້ນຄວ້າ ແລະ ສະເໜີລາຍງານ ໂດຍມີການປະ ສານສົມທົບກັບໜ່ວຍງານອື່ນ ທີ່ກ່ຽວຂ້ອງ ພາຍໃນບ້ານ.

ມາດຕາ 39 ການແບ່ງຂັ້ນຄຸ້ມຄອງ ການກໍ່ສ້າງໂຄງການຊົນລະປະທານ
     ການກໍ່ສ້າງໂຄງການຊົນລະປະທານຂະໜາດໃຫຍ່ ແມ່ນ ກະຊວງກະສິກຳ ແລະ ປ່າໄມ້ ຄຸ້ມຄອງ ໂດຍແມ່ນ ກົມຊົນລະປະທານ ເປັນຜູ້ສັງລວມ.
     ການກໍ່ສ້າງໂຄງການຊົນລະປະທານຂະໜາດກາງ ແລະ ຂະໜາດນ້ອຍ ແມ່ນ ພະແນກກະສິ ກຳ ແລະ ປ່າໄມ້ແຂວງ, ນະຄອນ ຄຸ້ມຄອງ ໂດຍແມ່ນ ຂະແໜງຊົນລະປະທານ ແຂວງ, ນະຄອນ ເປັນຜູ້ສັງລວມ.
     ການກໍ່ສ້າງໂຄງການຊົນລະປະທານປວງຊົນ ແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ຄຸ້ມຄອງ ໂດຍແມ່ນ ໜ່ວຍງານຊົນລະປະທານເມືອງ, ເທດສະບານ ເປັນຜູ້ສັງລວມ.

ມາດຕາ 40  ການຄຸ້ມຄອງ  ການນຳໃຊ້ ແລະ ຟື້ນຟູ ສ້ອມແປງໂຄງການຊົນລະປະທານ
     ການຄຸ້ມຄອງ  ການນຳໃຊ້ ແລະ ຟື້ນຟູ ສ້ອມແປງໂຄງການຊົນລະປະທານ ທຸກຂະໜາດ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ຮັບຜິດຊອບຊີ້ນຳຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ ແລະ ປະຈຳເຂດໂຄງການ ແລະ ຂຶ້ນແຜນງົບປະມານນຳໃຊ້ ແລະ ຟື້ນຟູ ສ້ອມແປງ ໂຄງການຊົນລະປະທານ ເພື່ອສະເໜີຕໍ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ເອົາເຂົ້າແຜນງົບປະມານ ຂອງ ແຂວງ, ນະຄອນ ປະຈຳສົກປີ.

ມາດຕາ 41 ບັນດາກິດຈະການ ທີ່ຕ້ອງຜ່ານສະພາວິທະຍາສາດ
     ບັນດາກິດຈະການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້ ແລະ ກິດຈະການອື່ນ ທີ່ນຳໃຊ້ ເງິນກູ້ຢືມ ຫຼື ເງິນຊ່ວຍເຫຼືອລ້າ ຕ້ອງຜ່ານສະພາວິທະຍາສາດ ກົມຊົນ ລະປະທານ ກະຊວງກະສິກຳ ແລະ ປ່າໄມ້.

ພາກທີ III
ທຸລະກິດຊົນລະປະທານ

ມາດຕາ 42 ປະເພດທຸລະກິດຊົນລະປະທານ
     ປະເພດທຸລະກິດຊົນລະປະທານ ຕົ້ນຕໍ ມີ ດັ່ງນີ້:
       1. ການສຶກສາໂຄງການຊົນລະປະທານ;
       2. ການສຳຫຼວດ-ອອກແບບ ແລະ ທີ່ປຶກສາໂຄງການຊົນລະປະທານ;
       3. ການກໍ່ສ້າງໂຄງການຊົນລະປະທານ;
       4. ການນຳໃຊ້ ແລະ ຟື້ນຟູ ສ້ອມແປງໂຄງການຊົນລະປະທານ;
       5. ການກໍ່ສ້າງໂຄງການຊົນລະກະເສດ.

ມາດຕາ 43 ການຂໍອະນຸຍາດດຳເນີນທຸລະກິດຊົນລະປະທານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ຊົນລະປະທານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42 ຂອງກົດໝາຍສະບັບນີ້ ຕ້ອງຂໍອະນຸຍາດ ຕາມຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.
     ສຳລັບນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງສືບຕໍ່ດຳເນີນທຸລະກິດ ກ່ຽວກັບການກໍ່ສ້າງໂຄງການຊົນລະກະເສດ ໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນໃຫ້ລັດນັ້ນ ພາຍຫຼັງໝົດອາຍຸການສຳປະທານແລ້ວ ຕ້ອງຍື່ນຄຳຮ້ອງ ສະເໜີຕໍ່ ຂະແໜງການແຜນການ ແລະ ການລົງທຶນ ເພື່ອພິຈາລະນາ ບົນພື້ນຖານຄວາມເປັນເອກະພາບກັບ ຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 44 ສິດ ແລະ ພັນທະ ຂອງຜູ້ປະກອບການ
     ຜູ້ປະກອບການ ມີສິດ ແລະ ພັນທະ ດັ່ງນີ້:
       1. ໄດ້ຮັບການປົກປ້ອງໃນການດຳເນີນທຸລະກິດ ຕາມລະບຽບກົດໝາຍ;
       2. ໄດ້ຮັບການອຳນວຍຄວາມສະດວກ, ນະໂຍບາຍ ພາສີ ອາກອນ ແລະ ອື່ນໆ ຕາມລະບຽບກົດໝາຍ;
       3. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີຂອງ ສປປ ລາວ ໃນກໍລະນີທີ່ຈຳເປັນ ກໍສາມາດນຳໃຊ້ລະບົບບັນຊີອື່ນທີ່ສາກົນຮັບຮູ້ ແຕ່ຕ້ອງໄດ້ຮັບການເຫັນດີຈາກຂະແໜງການການເງິນຂອງ ສປປ ລາວ;
       4. ເສັຍພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ  ຢ່າງຄົບຖ້ວນ ແລະ ທັນເວລາ;
       5. ປະຕິບັດລະບອບປະກັນໄພ ແລະ ປະກັນສັງຄົມ ຕໍ່ຜູ້ອອກແຮງງານ ຕາມລະບຽບກົດໝາຍ, ສົ່ງເສີມການນຳໃຊ້ແຮງງານລາວ, ເອົາໃຈໃສ່ໃນການພັດທະນາສີມືແຮງງານ, ບຳລຸງ, ຍົກລະດັບວິຊາສະເພາະ ແລະ ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ໃຫ້ແກ່ຊາວກະສິກອນລາວ;
       6. ປະສານງານກັບອົງການປົກຄອງທ້ອງຖິ່ນ ໃນການເຄື່ອນໄຫວທຸລະກິດ, ທົດແທນຄ່າເສັຍຫາຍທີ່ທຸລະກິດຂອງຕົນ ໄດ້ກໍ່ຂຶ້ນ, ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມການຜະລິດເປັນສິນຄ້າ, ໃຫ້ຄວາມເປັນທຳ ໃນການສະໜອງປັດໄຈການຜະລິດ ແລະ ເກັບຊື້ຜົນຜະລິດ ຂອງຄອບຄົວຊາວກະສິກອນ ແລະ ກຸ່ມຜະລິດ ເພື່ອພັດທະນາໂຄງການຊົນລະປະທານ ໃຫ້ຍືນຍົງ;
       7. ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນບໍ່ໃຫ້ການດຳເນີນທຸລະກິດ ມີຜົນກະທົບທາງລົບ ຕໍ່ສາທາລະນະປະໂຫຍດ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຫຼືື ຊີວິດ, ສຸຂະພາບ ຂອງຊາວກະສິກອນ;
       8. ປະຕິບັດ ສິດ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 45 ການໂຈະ ແລະ ການຍົກເລີກ ການດຳເນີນທຸລະກິດຊົນລະປະທານ
     ອົງການຄຸ້ມຄອງ ແລະ ກວດກາວຽກງານຊົນລະປະທານ ມີສິດສະເໜີຂະແໜງການທີ່ກ່ຽວຂ້ອງ ເພື່ອໂຈະ ການດຳເນີນທຸລະກິດຂອງຜູ້ປະກອບການ ຖ້າຫາກພົບເຫັນຜູ້ປະກອບການ ມີການລະເມີດຂໍ້ຫ້າມ ຫຼື ສັນຍາ ກ່ຽວກັບບັນດາກິດຈະການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້ ຫຼື ມີພຶດຕິກຳອື່ນ ທີ່ກໍ່ໃຫ້ເກີດຜົນເສັຍຫາຍຕໍ່ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.
     ໃນກໍລະນີ ມີການລະເມີດທີ່ຮ້າຍແຮງນັ້ນ ອົງການຄຸ້ມຄອງ ແລະ ກວດກາວຽກງານຊົນລະປະທານ ຕ້ອງແຈ້ງເຕືອນ ແລະ ປະຕິບັດຕໍ່ຜູ້ປະກອບການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 76 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

ພາກທີ IV
ສະມາຄົມກຸ່ມນຳໃຊ້ນ້ຳ

ມາດຕາ 46  ການສ້າງຕັ້ງສະມາຄົມກຸ່ມນຳໃຊ້ນ້ຳ
     ສະມາຄົມກຸ່ມນຳໃຊ້ນ້ຳ ແມ່ນ ການຈັດຕັ້ງຂອງຊາວກະສິກອນ ທີ່ນຳໃຊ້ນ້ຳ ແລະ ໄດ້ຮັບຜົນປະໂຫຍດ ຈາກໂຄງການຊົນລະປະທານ.
ສະມາຄົມກຸ່ມນຳໃຊ້ນ້ຳ ສ້າງຕັ້ງຂຶ້ນ ເພື່ອຄຸ້ມຄອງ ແລະ ນຳໃຊ້ໂຄງການຊົນລະປະທານ ໃຫ້ມີ ປະສິດທິຜົນ ແລະ ຍືນຍົງ, ເຂົ້າຮ່ວມແຕ່ຫົວທີ ໃນການປະກອບຄຳເຫັນຕໍ່ບັນດາກິດຈະການຊົນລະ ປະທານທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້.
     ການສ້າງຕັ້ງສະມາຄົມກຸ່ມນຳໃຊ້ນ້ຳ ໃຫ້ປະຕິບັດຕາມລະບຽບກົດໝາຍກ່ຽວກັບສະມາຄົມ.

ມາດຕາ 47  ກົດລະບຽບພາຍໃນ
     ກົດລະບຽບພາຍໃນຂອງສະມາຄົມກຸ່ມນຳໃຊ້ນ້ຳ ປະກອບດ້ວຍເນື້ອໃນ ດັ່ງນີ້:
       1. ຊື່ ແລະ ຈຸດປະສົງຂອງສະມາຄົມກຸ່ມນຳໃຊ້ນ້ຳ;
       2. ທີ່ຕັ້ງຫ້ອງການຂອງສະມາຄົມກຸ່ມນຳໃຊ້ນ້ຳ;
       3. ການພົວພັນພາຍໃນ ແລະ ພາຍນອກ ຂອງສະມາຊິກສະມາຄົມກຸ່ມນຳໃຊ້ນ້ຳ;
       4. ເງື່ອນໄຂການເຂົ້າຮ່ວມ, ການຮັບສະມາຊິກ ແລະ ການພົ້ນຈາກການເປັນສະມາຊິກ;
       5. ລະບົບການຈັດຕັ້ງຂອງສະມາຄົມກຸ່ມນຳໃຊ້ນ້ຳ, ຈຳນວນກຸ່ມ, ການຄັດເລືອກ, ຄວາມຮັບຜິດຊອບ ແລະ ການພົ້ນຕຳແໜ່ງຂອງຄະນະບໍລິຫານງານສະມາຄົມ, ຄະນະກວດກາ;
       6. ການຄຸ້ມຄອງຊັບສົມບັດ ແລະ ການຈັດແບ່ງຮອບວຽນຂອງການນຳໃຊ້ນ້ຳ ໃຫ້ທົ່ວເຖິງ ແລະ ຍຸຕິທຳ;
       7. ລະບຽບການດຳເນີນກອງປະຊຸມຂອງສະມາຄົມກຸ່ມນຳໃຊ້ນ້ຳ;
       8. ເນື້ອໃນອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 48  ເງື່ອນໄຂ ການເຂົ້າເປັນສະມາຊິກ ຂອງສະມາຄົມກຸ່ມນຳໃຊ້ນ້ຳ
     ບຸກຄົນ ທີ່ຈະເຂົ້າເປັນສະມາຊິກຂອງສະມາຄົມກຸ່ມນຳໃຊ້ນ້ຳ ຕ້ອງມີເງື່ອນໄຂ ດັ່ງນີ້:
       1.  ຂຽນໃບສະໝັກເຂົ້າເປັນສະມາຊິກ ດ້ວຍຕົນເອງ;
       2.  ເປັນເຈົ້າຂອງເນື້ອທີ່ດິນກະສິກຳ ຫຼື ໄດ້ຮັບສິດນຳໃຊ້ດິນນາ, ດິນສວນ, ດິນຄັງເຮັດການຜະລິດ ທີ່ຕັ້ງຢູ່ໃນເຂດຊົນລະປະທານ;
       3.  ມີເງື່ອນໄຂອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍກ່ຽວກັບສະມາຄົມ.

ມາດຕາ 49  ຜົນປະໂຫຍດໃນການເຂົ້າເປັນສະມາຊິກ
     ສະມາຊິກຂອງສະມາຄົມກຸ່ມນຳໃຊ້ນ້ຳ ຈະໄດ້ຮັບຜົນປະໂຫຍດ ເປັນຕົ້ນ ມີບູລິມະສິດນຳໃຊ້ນ້ຳ ຕາມຮອບວຽນການສົ່ງນ້ຳ ຢ່າງພຽງພໍ ແລະ ຍຸຕິທຳ ເຂົ້າໃນການຜະລິດກະສິກຳ ໃຫ້ທັນລະດູການ.

ມາດຕາ 50 ສິດ ແລະ ພັນທະ ຂອງສະມາຄົມກຸ່ມນຳໃຊ້ນ້ຳ
     ສະມາຄົມກຸ່ມນຳໃຊ້ນ້ຳຊົນລະປະທານ ມີ ສິດ ແລະ ພັນທະ ດັ່ງນີ້:
       1. ໄດ້ຮັບການຝຶກອົບຮົມວິຊາສະເພາະດ້ານ ຊົນລະປະທານ, ວຽກງານສົ່ງເສີມການປູກ, ການລ້ຽງ, ປ່າໄມ້, ການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກຳຂັ້ນພື້ນຖານ;
       2. ປະກອບຄຳເຫັນ ເພື່ອຜົນປະໂຫຍດລວມຂອງໂຄງການຊົນລະປະທານ;
       3. ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການບົວລະບັດຮັກສາ, ຟື້ນຟູ, ສ້ອມແປງໂຄງການຊົນລະປະທານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນແຜນການສະໜອງນ້ຳຊົນລະປະທານເຂົ້າໃນການຜະລິດ;
       4. ສະໜອງນ້ຳໃຫ້ເນື້ອທີ່ການຜະລິດຕາມຮອບວຽນ ຕາມຄວາມຕ້ອງການຕົວຈິງຂອງພືດແຕ່ລະຊະນິດໃຫ້ທົ່ວເຖິງ ແລະ ຍຸຕິທຳ;
       5. ເຮັດການຜະລິດກະສິກຳ ຕາມແຜນຈັດສັນການນຳໃຊ້ທີ່ດິນໃນເຂດຊົນລະປະທານ;
       6. ເກັບ ແລະ ສະຫຼຸບຄ່າໃຊ້ນ້ຳ, ຄ່າກະແສໄຟຟ້າ ໃຫ້ຄົບຖ້ວນ ເພື່ອສົ່ງໃຫ້ຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ ຫຼື ປະຈຳເຂດໂຄງການ;
       7. ປົກປັກຮັກສາສິ່ງແວດລ້ອມ, ປູກຕົ້ນໄມ້ ໃຫ້ເປັນປ່າໃນເຂດອ່າງຮັບນ້ຳ;
       8. ຮັບປະກັນຄວາມສະຫງົບ ພາຍໃນສະມາຄົມກຸ່ມນຳໃຊ້ນ້ຳ;
       9. ປະຕິບັດສິດ ແລະ ພັນທະອື່ນ ຕາມລະບຽບກົດໝາຍ.

ມາດຕາ 51  ກອງທຶນພັດທະນາຊົນລະປະທານ
     ລັດ ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ, ສະມາຄົມກຸ່ມນຳໃຊ້ນ້ຳໃນເຂດຊົນລະປະທານ ສ້າງຕັ້ງ, ຄຸ້ມຄອງ ແລະນຳໃຊ້ກອງທຶນພັດທະນາຊົນລະປະທານ.
     ກອງທຶນພັດທະນາຊົນລະປະທານ ໄດ້ມາຈາກ:
       -  ຄ່ານຳໃຊ້ນ້ຳຊົນລະປະທານ;
       -  ການປະກອບສ່ວນ ທຶນຂອງສະມາຊິກ, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ ຫຼື ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ.
     ການສ້າງຕັ້ງ, ຄຸ້ມຄອງ ແລະ ນຳໃຊ້ ກອງທຶນພັດທະນາຊົນລະປະທານ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ພາກທີ V
ຂໍ້ຫ້າມ

ມາດຕາ 52  ຂໍ້ຫ້າມ ທົ່ວໄປ
     ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
       1. ທຳລາຍເຂື່ອນ, ຝາຍ, ປະຕູນ້ຳ, ຈັກສູບນ້ຳ, ອາຄານ, ຄອງເໝືອງ, ອຸປະກອນຝົນ ຝອຍ ແລະ ໄຟຟ້ານ້ຳຕົກຂະໜາດນ້ອຍ;
       2. ທຳລາຍສະພາບແວດລ້ອມໃນເນື້ອທີ່ຮັບນ້ຳຂອງອ່າງເກັບນ້ຳຊົນລະປະທານ, ໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ ແລະ ປ່ອຍສານເຄມີທີ່ເປັນທາດເບື່ອລົງສູ່ແມ່ນ້ຳ ທີ່ໄຫຼເຂົ້າອ່າງເກັບນ້ຳຊົນລະປະທານ;
       3. ດຳເນີນບັນດາກິດຈະການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້ ໂດຍບໍ່ໄດ້ຮັບອະນຸຍາດ;
       4. ນຳໃຊ້ນຳ້ຈາກອ່າງເກັບນ້ຳຊົນລະປະທານ ເຂົ້າໃນເປົ້າໝາຍທີ່ບໍ່ແມ່ນກະສິກຳ ໂດຍບໍ່ໄດ້ຮັບອະນຸຍາດ;
       5. ຊື້ຈ້າງ, ໃຫ້ສິນບົນ ພະນັກງານຊົນລະປະທານ, ທີ່ປຶກສາ, ເຈົ້າຂອງໂຄງການ, ຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ, ປະຈຳເຂດໂຄງການ, ສະມາຄົມກຸ່ມນຳໃຊ້ນ້ຳ ໃນການເພີ່ມ ບໍລິມາດ, ລາຄາຫົວໜ່ວຍ, ຖ່ວງດຶງການປະຕິບັດສັນຍາທຸກຮູບແບບ ແລະ ແກ່ຍາວເວລາໃນການປະຕິບັດໂຄງການ ເພື່ອຜົນປະໂຫຍດສ່ວນຕົວ;
       6. ດຳເນີນການສຶກສາ, ສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ຄວບຄຸມການກໍ່ສ້າງດ້ວຍ ຕົນເອງ ຫຼື ຈັດສັນມາດ້ວຍຕົນເອງ;
       7. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ ພະນັກງານຊົນລະປະທານ, ທີ່ປຶກສາຄຸມງານການກໍ່ສ້າງ, ເຈົ້າຂອງໂຄງການ, ຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ ຫຼື ປະຈຳເຂດໂຄງການ, ສະມາຄົມກຸ່ມນຳໃຊ້ນ້ຳ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານຊົນລະ ປະທານ ເພື່ອປະໂຫຍດສ່ວນຕົວ;
       8. ນຳໃຊ້ສັນຄອງຊົນລະປະທານ ແລະ ຄັນຄູປ້ອງກັນນ້ຳຖ້ວມເນື້ອທີ່ກະສິກຳ ເປັນເສັ້ນທາງຂົນສົ່ງ  ສິ່ງຂອງເກີນນ້ຳໜັກທີ່ໄດ້ຮັບອະນຸຍາດ;
       9. ເປີດ-ປິດປະຕູນ້ຳ  ແລະ ຂຸດເຈາະຄອງຊົນລະປະທານ ເພື່ອໃຊ້ນ້ຳເຮັດການຜະລິດ ແລະ ຄົວເຮືອນ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳໂຄງການ ຫຼື ປະຈຳເຂດໂຄງການ;
       10. ຫຼົບຫຼີກ, ຊັກຊ້າ, ແກ່ຍາວ ການເສັຍຄ່ານ້ຳຊົນລະປະທານ, ຄ່າກະແສໄຟຟ້າ, ເສັຍບໍ່ຄົບຖ້ວນ;
       11. ນຳໃຊ້ເອກະສານປະເມີນມູນຄ່າໂຄງການ, ການສຶກສາ, ການສຳຫຼວດ-ອອກແບບເຕັກນິກ ກໍ່ສ້າງ ທີ່ບໍ່ໄດ້ຜ່ານສະພາວິທະຍາສາດຊົນລະປະທານ;
       12. ຂາຍໂຄງການຊົນລະປະທານ ທີ່ຕົນເອງປະມູນໄດ້;
       13. ນຳໃຊ້ທີ່ດິນເຂດຊົນລະປະທານ ໄປເປັນດິນປຸກສ້າງ, ດິນອຸດສາຫະກຳ ແລະ ດິນປະເພດອື່ນ;
       14. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 53 ຂໍ້ຫ້າມ ສຳລັບພະນັກງານຊົນລະປະທານ
     ຫ້າມພະນັກງານຊົນລະປະທານ ມີພຶດຕິກຳ ດັ່ງນີ້:
       1. ໃຊ້ສິດ ໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ສິດ  ແລະຜົນປະໂຫຍດ ອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ;
       2. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບໃນການຕ້ານແລ້ງ ແລະ ການປ້ອງກັນນ້ຳຖ້ວມ ທີ່ການຈັດຕັ້ງ ໄດ້ມອບໝາຍໃຫ້;
       3. ເປີດເຜີຍຄວາມລັບຂອງລັດ ຫຼື ເອກະສານທາງລັດຖະການ ກ່ຽວກັບການປະມູນໂຄງການຊົນລະປະທານ;
       4. ປອມແປງເອກະສານ, ເຮັດສັນຍາ ໂດຍບໍ່ສອດຄ່ອງກັບແຜນດຳເນີນງານໂຄງການ, ລາຍງານບໍ່ຖືກຕ້ອງກັບຄວາມຈິງ;
       5. ນຳໃຊ້ງົບປະມານ ຫຼື ກອງທຶນພັດທະນາຊົນລະປະທານ ບໍ່ຖືກຕ້ອງຕາມລະບຽບ ກົດໝາຍ;
       6. ນຳເອົາເອກະສານກ່ຽວກັບການສຶກສາເບື້ອງຕົ້ນ, ການສຶກສາຄວາມເປັນໄປໄດ້ ແລະ ການສຳຫຼວດ-ອອກແບບ ເຕັກນິກກໍ່ສ້າງ ທີ່ບໍ່ໄດ້ຜ່ານຄວາມເປັນເອກະພາບກັນໃນສະພາ ຫຼື ໜ່ວຍງານວິທະຍາສາດຊົນລະປະທານ ເປັນເອກະສານອ້າງອີງ ເພື່ອເອົາເຂົ້າແຜນງົບປະມານແຫ່ງລັດ;
       7. ອອກຂໍ້ຕົກລົງ ສັ່ງຜູ້ປະກອບການເຮັດນອກແຜນ;
       8. ເຊັນຢັ້ງຢືນເອກະສານ ໃນການຊຳລະສະສາງໃຫ້ຜູ້ປະກອບການ ໂດຍບໍ່ໄດ້ອີງໃສ່ການກວດກາໜ້າວຽກ ແລະ ບໍລິມາດຢູ່ສະໜາມ ທີ່ຜູ້ປະກອບການປະຕິບັດໄດ້ຕົວຈິງ ແລະ ຄວາມ ເປັນເອກະພາບ ຂອງຄະນະກຳມະການກວດກາ;
       9. ເປີດນ້ຳຊົນລະປະທານ ໂດຍບໍ່ມີແຜນການ, ຂາດຄວາມຮັບຜິດຊອບ ຊຶ່ງກໍ່ໃຫ້ເກີດຜົນເສັຍຫາຍ ແລະ ມີໜີ້ສິນຄຸມເຄືອ;
       10. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 54  ການແກ້ໄຂຂໍ້ຂັດແຍ່ງ
     ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານ ໃຫ້ປະຕິບັດຕາມຮູບການໃດໜຶ່ງ ດັ່ງນີ້:
       1. ການແກ້ໄຂດ້ວຍການປະນີປະນອມ;
       2. ການແກ້ໄຂທາງດ້ານບໍລິຫານ;
       3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ;
       4. ການຕັດສິນຂອງສານ;
       5. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 55 ການແກ້ໄຂດ້ວຍການປະນີປະນອມ
     ໃນກໍລະນີເກີດຂໍ້ຂັດແຍ່ງ ກ່ຽວກັບວຽກງານຊົນລະປະທານ ຄູ່ກໍລະນີ ສາມາດແກ້ໄຂດ້ວຍການເຈລະຈາ, ຕົກລົງ ແລະ ປະນີປະນອມກັນ.

ມາດຕາ 56 ການແກ້ໄຂທາງດ້ານບໍລິຫານ
     ເມື່ອເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຊົນລະປະທານ ຄູ່ກໍລະນີ ມີສິດສະເໜີຕໍ່ຂະແໜງການ ກະສິກຳ ແລະ ປ່າໄມ້ ເປັນຜູ້ແກ້ໄຂ.

ມາດຕາ 57 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
     ໃນກໍລະນີ ເກີດຂໍ້ຂັດແຍ່ງ ໃນການດຳເນີນທຸລະກິດ ກ່ຽວກັບວຽກງານຊົນລະປະທານ ຄູ່ກໍລະນີ ມີສິດສະເໜີ ຕໍ່ອົງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມທີ່ໄດ້ຕົກລົງກັນ ແລະ ຕາມລະບຽບກົດໝາຍ.

ມາດຕາ 58 ການຕັດສິນຂອງສານ
      ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນ ໃນການດຳເນີນທຸລະກິດກ່ຽວກັບວຽກງານຊົນລະປະທານ ຄູ່ກໍລະນີ ຝ່າຍໃດໜຶ່ງ ມີສິດ ຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນ ຕາມລະບຽບກົດໝາຍ.

ມາດຕາ 59  ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ
     ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານຊົນລະປະທານ ທີ່ມີລັກສະນະສາກົນ ໃຫ້ປະຕິບັດຕາມສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄຸ້ມຄອງ ແລະ ການກວດກາ ວຽກງານຊົນລະປະທານ

ໝວດທີ 1
ການຄຸ້ມຄອງວຽກງານຊົນລະປະທານ

ມາດຕາ 60 ອົງການຄຸ້ມຄອງວຽກງານຊົນລະປະທານ
     ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຊົນລະປະທານຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໂດຍກົງ, ປະສານສົມທົບກັບກະຊວງອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງວຽກງານຊົນລະປະທານ ປະກອບດ້ວຍ:
       1. ກະຊວງກະສິກຳ ແລະ ປ່າໄມ້;
       2. ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ;
       3. ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       4. ໜ່ວຍງານກະສິກຳ ແລະ ປ່າໄມ້ບ້ານ.

ມາດຕາ 61 ສິດ ແລະ ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້
     ໃນການຄຸ້ມຄອງວຽກງານຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ, ຜັນຂະຫຍາຍແນວທາງ, ແຜນຍຸດທະສາດ ແລະ ນະໂຍບາຍຕ່າງໆໃຫ້ກາຍເປັນ ແຜນງານ, ໂຄງການລະອຽດ ແລະ ລະບຽບການ ເພື່ອຄຸ້ມຄອງວຽກງານຊົນລະປະທານ ໃຫ້ມີປະສິດທິຜົນ ແລະ ນຳໃຊ້ຢ່າງຍາວນານ;
       2. ສ້າງແຜນແມ່ບົດຍຸດທະສາດ ໃນການພັດທະນາຊົນລະປະທານໄລຍະຍາວ, ໄລຍະກາງ ແລະ ສະເພາະໜ້າ ເພື່ອຮັບປະກັນການສະໜອງນ້ຳ ແລະ ລະບາຍນ້ຳ ໃນທົ່ວປະເທດ;
       3. ໂຄສະນາ, ເຜີຍແຜ່ ລະບຽບກົດໝາຍກ່ຽວກັບຊົນລະປະທານໃຫ້ພະນັກງານ, ປະຊາຊົນ, ນັກທຸລະກິດ, ອົງການຈັດຕັ້ງສາກົນ ທີ່ດຳເນີນທຸລະກິດຊົນລະປະທານ ຢູ່ ສປປ ລາວ ເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ;
       4. ຄົ້ນຄວ້າ, ສັງລວມ ແລະ ສະເໜີແຜນງົບປະມານ ກ່ຽວກັບການສຶກສາ ຫຼື ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງຊົນລະປະທານ ຂະໜາດໃຫຍ່ ໃຫ້ລັດຖະບານ ພິຈາລະນາ;
       5. ຄຸ້ມຄອງການສຶກສາ, ການສຳຫຼວດ-ອອກແບບ ແລະ ການກໍ່ສ້າງໂຄງການຊົນລະປະທານຂະໜາດໃຫຍ່;
       6. ຊຸກຍູ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ໃນການຈັດຕັ້ງປະຕິບັດ, ປະເມີນ ຜົນການຄຸ້ມຄອງ ແລະ ນຳໃຊ້, ຕິດຕາມ, ວັດແທກລະບົບການເຮັດວຽກຂອງຫົວງານ ແລະ ລະບົບ ຄອງຫົດ ແລະ ຄອງລະບາຍ  ໂຄງການຊົນລະປະທານຂະໜາດໃຫຍ່;
       7. ຄົ້ນຄວ້າ, ວິໄຈ ແລະ ປະກອບຄຳເຫັນກ່ຽວກັບການສຶກສາ, ການສຳຫຼວດ-ອອກແບບ ແລະ ການກໍ່ສ້າງຊົນລະປະທານຂະໜາດໃຫຍ່;
       8.  ພັດທະນາເຕັກນິກ ເຕັກໂນໂລຊີຊົນລະປະທານ ຂອງສູນສຳຫຼວດ-ອອກແບບ ແລະ ສູນຄົ້ນຄວ້າວິທະຍາສາດຊົນລະປະທານ ໃຫ້ກ້າວໜ້າ ແລະ ທັນສະໄໝ;
       9. ອອກລະບຽບການ ການອະນຸຍາດດຳເນີນທຸລະກິດ ກ່ຽວກັບກິດຈະການຊົນລະປະທານ;
       10. ສັ່ງໂຈະ, ຍົກເລີກການດຳເນີນທຸລະກິດ ກ່ຽວກັບກິດຈະການຊົນລະປະທານຂອງຜູ້ປະກອບການ ທີ່ບໍ່ປະຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ແຜນດຳເນີນງານ ໃນໄລຍະການຈັດຕັ້ງປະຕິ ບັດໂຄງການ;
       11. ກໍ່ສ້າງ, ບຳລຸງ ແລະ ຍົກລະດັບວິຊາການຊົນລະປະທານ ໃຫ້ພະນັກງານຂະແໜງການ ຊົນລະປະທານ ຢູ່ພາຍໃນ ແລະ ຕ່າງປະເທດ;
       12. ສ້າງສະພາບແວດລ້ອມທີ່ດີ ແລະ ເປັນເຈົ້າການລະດົມທຶນເຂົ້າໃນກິດຈະການຊົນລະ ປະທານ, ສົ່ງເສີມວິຊາການ ແລະ ດຶງດູດການຊ່ວຍເຫຼືອຈາກຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາລະບົບຊົນລະປະທານ ທຸກຂະໜາດ;
       13. ພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຊົນລະປະທານ;
       14. ສະຫຼຸບ, ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຊົນລະປະທານ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
       15. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 62 ສິດ ແລະ ໜ້າທີ່ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍ ໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດ;
       2. ໂຄສະນາ ເຜີຍແຜ່ ລະບຽບກົດໝາຍກ່ຽວກັບຊົນລະປະທານໃຫ້ພະນັກງານ, ປະຊາຊົນ, ນັກທຸລະກິດ, ອົງການຈັດຕັ້ງສາກົນທີ່ນຳໃຊ້ ຫຼື ດຳເນີນກິດຈະການຊົນລະປະທານ ພາຍໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ;
       3. ສ້າງລະບຽບການ ເພື່ອຄຸ້ມຄອງ ແລະ ນຳໃຊ້ໂຄງການຊົນລະປະທານ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ ໂດຍໄດ້ຮັບການເຫັນດີ ຈາກກະຊວງ ກະສິກຳ ແລະ ປ່າໄມ້;
       4. ຄົ້ນຄວ້າ ແລະ ພັດທະນາເຕັກນິກຊົນລະປະທານ, ລະບົບຊົນລະກະເສດແບບຄົບຊຸດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ ພ້ອມທັງຊ່ວຍຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ສ້າງແຜນງົບປະມານໃນການພັດທະນາ, ສືບຕໍ່ກໍ່ສ້າງ ແລະ ຟື້ນຟູ ສ້ອມແປງລະບົບຊົນລະປະທານ ໃຫ້ມີປະສິດທິຜົນ ແລະ ນຳໃຊ້ຢ່າງເປັນປົກກະຕິ;
       5. ຄົ້ນຄວ້າ, ສັງລວມ ແລະ ສະເໜີແຜນງົບປະມານ ກ່ຽວກັບການສຶກສາ ຫຼື ການສຳຫຼວດ-ອອກແບບເຕັກນິກກໍ່ສ້າງ ຊົນລະປະທານ ຂະໜາດກາງ ໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນ ພິຈາລະນາ;
       6. ຊີ້ນຳ, ຕິດຕາມ, ປະເມີນຜົນດ້ານເຕັກນິກ, ຜົນການຈັດຕັ້ງປະຕິບັດ ໂຄງການຊົນລະ ປະທານຂະໜາດກາງ ແລະ ຂະໜາດນ້ອຍ;
       7. ສັ່ງໂຈະ, ຍົກເລີກການດຳເນີນທຸລະກິດ ກ່ຽວກັບກິດຈະການຊົນລະປະທານ ຂອງຜູ້ປະກອບການ ທີ່ບໍ່ປະຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ແຜນດຳເນີນງານ ໃນໄລຍະການຈັດຕັ້ງປະ ຕິບັດໂຄງການ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       8. ພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຊົນລະປະທານ ຕາມການມອບໝາຍ;
       9. ສະຫຼຸບ, ລາຍງານຜົນການຈັດຕັ້ງປະຕິບັດວຽກງານຊົນລະປະທານ ຕໍ່ກະຊວງກະສິກຳ ແລະປ່າໄມ້ ແລະ ຕໍ່ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 63 ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານຊົນລະປະທານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະ ບານ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ເຜີຍແຜ່ລະບຽບກົດໝາຍກ່ຽວກັບຊົນລະປະທານ ໃຫ້ພະນັກງານ, ສະມາຊິກສະມາ ຄົມກຸ່ມນຳໃຊ້ນ້ຳ ແລະ ປະຊາຊົນ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       2. ຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ນິຕິກຳຕ່າງໆ ກ່ຽວກັບວຽກງານ ຊົນລະປະທານ;
       3. ເຂົ້າຮ່ວມ ປະກອບຄຳເຫັນກ່ຽວກັບການສຶກສາ, ການສຳຫຼວດ-ອອກແບບ, ການກໍ່ ສ້າງ ໂຄງການຂະໜາດໃຫຍ່ ແລະ ຂະໜາດກາງ;
       4. ນຳໃຊ້ໂຄງການຊົນລະປະທານ ຕາມການແບ່ງຂັ້ນຄຸ້ມຄອງ, ຝຶກອົບຮົມຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ, ສະມາຄົມກຸ່ມນຳໃຊ້ນ້ຳ ແລະ ຊາວກະສິກອນໃຫ້ມີຄວາມຮູ້, ຄວາມສາມາດ ໃນການຄຸ້ມຄອງ, ນຳໃຊ້ລະບົບຊົນລະປະທານ ແລະ ການພັດທະນາທີ່ດິນເຂດຊົນລະປະທານ;
       5. ຄົ້ນຄວ້າ, ສັງລວມ ແລະ ສະເໜີແຜນງົບປະມານ ກ່ຽວກັບການສຳຫຼວດ-ອອກແບບ  ເຕັກນິກກໍ່ສ້າງຊົນລະປະທານ ຂະໜາດນ້ອຍ ແລະ ຊົນລະປະທານປວງຊົນ ໃຫ້ເຈົ້າເມືອງ, ຫົວໜ້າ ເທດສະບານ ພິຈາລະນາ;
       6. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຄຸ້ມຄອງ ແລະ ນຳໃຊ້ໂຄງການຊົນລະປະທານ ຂອງຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ; 
       7. ສະຫຼຸບ, ລາຍງານວຽກງານຂອງຕົນກ່ຽວກັບຊົນລະປະທານ ຕໍ່ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 64 ສິດ ແລະ ໜ້າທີ່ ຂອງໜ່ວຍງານກະສິກຳ ແລະ ປ່າໄມ້ບ້ານ
     ໃນການຄຸ້ມຄອງວຽກງານຊົນລະປະທານ ໜ່ວຍງານກະສິກຳ ແລະ ປ່າໄມ້ບ້ານ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຮ່ວມກັບຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ ວາງແຜນຄຸ້ມຄອງ ແລະ ນຳໃຊ້ເຂດຊົນລະປະທານ, ຊົນລະປະທານປວງຊົນ ແລະ ທີ່ດິນເຂດຊົນລະປະທານ ໃຫ້ສະມາຄົມ ກຸ່ມນຳໃຊ້ນ້ຳ ແລະ ຊາວກະສິກອນ;
       2. ສົມທົບກັບຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ ສ້າງແຜນພັດທະນາຊົນລະ ປະທານ ຕາມຈຸດພິເສດ, ທ່າແຮງ ແລະ ຄວາມຕ້ອງການຂອງບ້ານ ພ້ອມທັງຊຸກຍູ້້ນຳພາສະມາຄົມ ກຸ່ມນຳໃຊ້ນ້ຳ ແລະ ຊາວກະສິກອນ ຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ;
       3. ເກັບກຳຂໍ້ມູນກ່ຽວກັບຊົນລະປະທານ ຂອງບ້ານ ເປັນຕົ້ນ ຂອບເຂດເນື້ອທີ່ການຜະລິດ, ຄວາມຍາວຂອງຄອງເໝືອງ, ສະພາບການສົ່ງນ້ຳຂອງຫົວງານ, ອາຄານ ແລະ ຄອງເໝືອງ ແຕ່ລະເສັ້ນ;
       4. ປຸກລະດົມ ນຳພາກຸ່ມນຳໃຊ້ນ້ຳ ແລະ ຊາວກະສິກອນ ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ພື້ນຖານໂຄງລ່າງຊົນລະປະທານ, ສ້າງແຜນນຳໃຊ້ນ້ຳແບບຮອບວຽນ;
       5. ສົມທົບກັບຄະນະຄຸ້ມຄອງ ແລະ ນຳໃຊ້ປະຈຳເຂດໂຄງການ ສ້າງແຜນງົບປະມານຟື້ນຟູ ສ້ອມແປງຊົນລະປະທານປວງຊົນ ເພື່ອສະເໜີຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       6. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານ ລວມທັງການພັດທະນາຊົນລະປະທານພາຍໃນບ້ານຂອງຕົນ ຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 65 ສິດ ແລະ ໜ້າທີ່ ຂອງພະນັກງານປະຈຳໂຄງການ ແລະ ປະຈຳເຂດໂຄງການຊົນລະປະທານ
     ພະນັກງານ ທີ່ຖືກແຕ່ງຕັ້ງໄປປະຈຳໂຄງການ ແລະ ປະຈຳເຂດໂຄງການຊົນລະປະທານ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ໂຄສະນາ ເຜີຍແຜ່, ຝຶກອົບຮົມ, ແນະນຳລະບຽບກົດໝາຍກ່ຽວກັບວຽກງານຊົນລະປະ ທານ ແລະ ສົ່ງເສີມຊົນລະກະເສດ ໃຫ້ສະມາຄົມກຸ່ມນຳໃຊ້ນ້ຳ ໃຫ້ມີຄວາມຮູ້ພື້ນຖານ;
       2. ຕິດຕາມ ການເປີດ ແລະ ປິດ ຈັກສູບນ້ຳ, ປະຕູນ້ຳຈາກອ່າງເກັບນ້ຳ, ຄອງລະບາຍປ້ອງ ກັນນ້ຳຖ້ວມ ໃຫ້ແກ່ການຜະລິດ ໃນເຂດຊົນລະປະທານ ຂອງສະມາຄົມກຸ່ມນຳໃຊ້ນ້ຳ ຕາມຮອບວຽນ;
       3. ສ້າງແຜນການຄາດຄະເນລາຍຮັບຈາກການເກັບຄ່ານ້ຳ, ລາຍຈ່າຍຄ່າກະແສໄຟຟ້າ, ຄ່າຟື້ນຟູສ້ອມແປງ ແລະ ບໍລິຫານໂຄງການ ໃນການຜະລິດລະດູແລ້ງ ແລະ ລະດູຝົນ;
       4. ຕິດຕາມ, ຢັ້ງຢືນສະພາບລະບົບຊົນລະປະທານ ທີ່ບໍ່ສາມາດນຳໃຊ້ໄດ້ ເພື່ອສະເໜີ ຟື້ນຟູ ສ້ອມແປງ ຫຼັງລະດູການຜະລິດ;
       5. ເຂົ້າຮ່ວມການຜ່ານແຜນງົບປະມານ ຟື້ນຟູ, ສ້ອມແປງ ລະບົບ ຊົນລະປະທານປະຈຳປີ;
       6. ຊຸກຍູ້ສະມາຄົມກຸ່ມນຳໃຊ້ນ້ຳ ບົວລະບັດຮັກສາລະບົບຊົນລະປະທານ, ເຮັດອະນາໄມ ຄອງເໝືອງຢ່າງປົກກະຕິ, ເສຍຄ່ານ້ຳ, ຄ່າກະແສໄຟຟ້າ ຢ່າງຄົບຖ້ວນ, ປູກຕົ້ນໄມ້ໃສ່ບໍລິເວນເນື້ອທີ່ ຮັບນ້ຳ ແລະ ເຂດກັນຊົນ ເພື່ອປ້ອງກັນການເຊາະເຈື່ອນ ຂອງດິນ ແລະ ໃຫ້ນຳໃຊ້ໄດ້ຢ່າງຍາວນານ;
       7. ແນະນຳ ສະມາຄົມກຸ່ມນຳໃຊ້ນ້ຳ ສັງລວມເງິນທີ່ເກັບມາໄດ້ ມອບເຂົ້າບັນຊີຂອງໂຄງ ການທີ່ເປີດໄວ້ໃນທະນາຄານ;
       8. ລາຍງານຢ່າງຮີບດ່ວນ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ເມື່ອເກີດໄພພິບັດທຳມະ ຊາດ ອັນເຮັດໃຫ້ໂຄງການຊົນລະປະທານ ເປ່ເພ ເສຍຫາຍ ຢ່າງຫຼວງຫຼາຍ;
       9. ສະຫຼຸບ, ລາຍງານຜົນການເຄື່ອນໄຫວວຽກງານຂອງຕົນ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 66  ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ
     ໃນການຄຸ້ມຄອງວຽກງານຊົນລະປະທານ ຂະແໜງການອື່ນ ເປັນຕົ້ນ ຂະແໜງການໂຍທາ ທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍ່ແຮ່, ອຸດສາຫະກຳ ແລະ ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ທະນາຄານ ການເງິນ, ແຜນການ ແລະ ການລົງທຶນ ມີໜ້າທີ່ ໃຫ້ການຮ່ວມມື ກັບຂະແໜງການກະສິກຳ ແລະ ປ່າໄມ້ ໃນການຈັດ ຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຊົນລະປະ ທານ ຕາມພາລະບົດບາດຂອງຕົນ.

ໝວດທີ 2
ການກວດກາວຽກງານຊົນລະປະທານ

ມາດຕາ 67 ອົງການກວດກາວຽກງານຊົນລະປະທານ
     ອົງການກວດກາວຽກງານຊົນລະປະທານ ປະກອບດ້ວຍ ອົງການກວດກາພາຍໃນ ແລະ ອົງການກວດກາພາຍນອກ. ໃນກໍລະນີຈຳເປັນ ກໍສາມາດຈັດຕັ້ງຄະນະກຳມະການກວດກາສະເພາະກິດຂຶ້ນກໍໄດ້.
     ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຊົນລະປະທານ ຕາມ ທີ່ໄດ້ກຳນົດໄວ້ໃນມາດຕາ 60 ຂອງກົດໝາຍສະບັບນີ້.
     ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານ ການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ ແລະ ປະຊາຊົນ ຊຶ່ງຕ້ອງປະຕິບັດຕາມພາລະບົດ ບາດຂອງຕົນ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 68 ເນື້ອໃນ ການກວດກາ
     ການກວດກາວຽກງານຊົນລະປະທານ ມີ ເນື້ອໃນ ດັ່ງນີ້:
       1. ການປະຕິບັດລະບຽບກົດໝາຍກ່ຽວກັບຊົນລະປະທານ;
       2. ການປະຕິບັດໜ້າທີ່ຂອງພະນັກງານ ທີ່ຮັບຜິດຊອບວຽກງານຊົນລະປະທານ;
       3. ກິດຈະການ ແລະ ການດຳເນີນທຸລະກິດຊົນລະປະທານ ຂອງຜູ້ປະກອບການ;
       4. ການປະຕິບັດແຜນການ ນຳໃຊ້ໂຄງການຊົນລະປະທານ.


ມາດຕາ 69  ຮູບການການກວດກາ
     ການກວດກາວຽກງານຊົນລະປະທານ ປະກອບດ້ວຍ: ການກວດກາຕາມລະບົບປົກກະຕິ, ການກວດກາໂດຍມີການແຈ້ງ ໃຫ້ຮູ້ລ່ວງໜ້າ ແລະ ການກວດກາແບບກະທັນຫັນ.
     ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາທີ່ມີລັກສະນະເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ   ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ.
     ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ້ຖືກກວດກາ ຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ ຊົ່ວໂມງ.
     ການກວດກາແບບກະທັນຫັນ ແມ່ນ ການກວດກາເມື່ອເຫັນວ່າມີຄວາມຈຳເປັນ ແລະ ຮີບດ່ວນ ໂດຍບໍ່ໄດ້ແຈ້ງ ໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.
     ການກວດກາ ໃຫ້ດຳເນີນການກວດກາ ທັງເອກະສານ ແລະ ລົງກວດກາຕົວຈິງ ຢູ່ສະຖານທີ່ ທີ່ກ່ຽວຂ້ອງ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 70 ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດສັນຍາ ແລະ ກົດໝາຍສະບັບນີ້ ເປັນຕົ້ນ ໃນການຄົ້ນຄວ້າເຕັກນິກ-ເຕັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ ເຂົ້າໃນການພັດທະນາບັນດາກິດຈະການຊົນລະປະທານ ຊຶ່ງມີຜົນປະໂຫຍດຕົວຈິງໃຫ້ແກ່ກຸ່ມນຳໃຊ້ ນ້ຳ, ຊາວກະສິກອນ ແລະ ຜູ້ປະກອບການ, ການຄຸ້ມຄອງ, ປົກປັກຮັກສາລະບົບຊົນລະປະທານ ໃຫ້ເກີດປະໂຫຍດສູງສຸດ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 71  ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດສັນຍາ ແລະ ກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ຫຼື ດຳເນີນຄະດີຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ມາດຕາ 72 ມາດຕະການສຶກສາອົບຮົມ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ມີລັກສະນະ ເບົາ, ບໍ່ເປັນການກະທຳຜິດທາງອາຍາ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 73 ມາດຕະການທາງວິໄນ
     ພະນັກງານ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ,ລະເມີດ ຂໍ້ຫ້າມ ທີ່ມີລັກສະນະເບົາ, ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດຂອງຕົນ ຈະຖືກ ລົງວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕືອນຄວາມຜິດ;
       2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
       3. ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ້ຖືກລົງວິໄນ ຕ້ອງສົ່ງຄືນເງິນ, ຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງໃຫ້ການຈັດຕັ້ງ ຢ່າງຄົບຖ້ວນ.

ມາດຕາ 74 ມາດຕະການປັບໃໝ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ທີ່ບໍ່ມີອົງປະກອບການກະທຳຜິດ ທາງອາຍາ ແລະ ໄດ້ກໍ່ຄວາມເສັຍຫາຍ ຈະຖືກປັບໃໝເທົ່າຕົວຂອງມູນຄ່າ ຄວາມເສັຍຫາຍ ຫຼື ຄ່ານ້ຳ, ຄ່າກະແສໄຟຟ້າ. ໃນກໍລະນີ ທີ່ມີການລະເມີດ ຄັ້ງທີສອງ ຈະຖືກປັບໃໝ ສອງເທົ່າຕົວຂອງມູນຄ່າຄວາມເສັຍຫາຍ ຫຼື ຄ່ານ້ຳ, ຄ່າກະແສໄຟຟ້າທີ່ຕົນຈະຕ້ອງໄດ້ຈ່າຍ.

ມາດຕາ 75 ມາດຕະການທາງແພ່ງ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ຜົນປະໂຫຍດຂອງຊາວກະສິກອນ ແລະ ປະຊາຊົນ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 76 ມາດຕະການທາງອາຍາ
     ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະ ລົງໂທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 77 ວັນຊົນລະປະທານແຫ່ງຊາດ
     ລັດ ກຳນົດເອົາ ວັນທີ 3 ພະຈິກ ເປັນວັນຊົນລະປະທານແຫ່ງຊາດ.  ເພື່ອລະນຶກເຖິງ ວັນ ດັ່ງກ່າວ ໃນແຕ່ລະປີ ທົ່ວປະເທດ ຕ້ອງສ້າງຂະບວນການຈັດຕັ້ງ ອະນາໄມລະບົບຄອງເໝືອງ, ການ ກວດກາຫົວງານ, ອາຄານຕ່າງໆ, ເປີດນ້ຳ ແລະ ກະກຽມ ຄວາມພ້ອມໃນທຸກດ້ານ ແນໃສ່ຮັບປະກັນ ການສະໜອງນ້ຳແກ່ການຜະລິດໃຫ້ທັນລະດູການ.

ມາດຕາ 78 ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 79  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງເກົ້າສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

     ປະທານສະພາແຫ່ງຊາດ