ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ກອງປະຊຸມຖອດຖອນບົດຮຽນວຽກງານຈົດໝາຍເຫດທາງລັດຖະການ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 24-12-2007
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 07 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 24 ທັນ​ວາ  2007

ກົດໝາຍ
ວ່າດ້ວຍ ສັດນ້ຳ ແລະ ສັດປ່າ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ກົດໝາຍວ່າດ້ວຍ ສັດນ້ຳ ແລະສັດປ່າ ສະບັບນີ້ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານ ສັດນ້ຳ ແລະ ສັດປ່າ ທຳມະຊາດ ເພື່ອ ສົ່ງເສີມການລ້ຽງ, ການຂະຫຍາຍພັນ ແລະ ການນຳໃຊ້  ສັດນ້ຳ ແລະ ສັດປ່າ ຢ່າງຍາວນານ ໂດຍບໍ່ໃຫ້ມີຜົນກະທົບ ຕໍ່ທຳມະຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດການຫລຸດລົງ ແລະ ການສູນພັນ ຂອງສັດນ້ຳ ແລະ ສັດປ່າ ພ້ອມທັງ ປຸກລະດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມສຳຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ແບບຍືນຍົງ ແນໃສ່ ຮັບປະກັນ ຄວາມອຸດົມສົມບູນ, ຄວາມສົມດຸນ ຂອງລະບົບນິເວດທຳມະຊາດ ປະກອບສ່ວນຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ເປັນທ່າແຮງ ໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ມາດຕາ 2. ສັດນ້ຳ ແລະ ສັດປ່າ
     ສັດນ້ຳ ແມ່ນ ສັດທຸກຊະນິດ ທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນນ້ຳ ທຳມະຊາດ ຫລື ຖືກນຳເອົາຈາກທຳມະຊາດ ມາລ້ຽງ ເຊັ່ນ: ປາຂ່າ, ປາບຶກ, ປາເລີມ ແລະ ອື່ນໆ.
     ສັດປ່າ ແມ່ນ ສັດທຸກຊະນິດ ທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນປ່າ ທຳມະຊາດ ຫລື ຖືກນຳເອົາຈາກທຳມະຊາດ ມາລ້ຽງ ເຊັ່ນ: ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະ ອື່ນໆ.
     ສັດເຄິ່ງບົກ ເຄິ່ງນ້ຳ ເປັນທັງສັດນ້ຳ ແລະ ສັດປ່າ ເຊັ່ນ: ແຂ້, ເຕົ່າ ແລະ ອື່ນໆ.
  

ມາດຕາ 3. ການອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ສັດລ້ຽງລູກດ້ວຍນ້ຳນົມ ໝາຍເຖິງ ສັດນ້ຳ ແລະ ສັດປ່າ ທີ່ມີນົມ, ອອກລູກເປັນໂຕ ເຊັ່ນ: ປາຂ່າ, ຊ້າງ, ເສືອ, ລີງ, ເຈຍ, ຂະຍຸ ແລະ ສັດອື່ນໆ;
       2. ສັດປີກ ໝາຍເຖິງ ສັດທີ່ມີ ປີກ,  ຂົນ ແລະ ອອກໄຂ່  ເຊັ່ນ:  ນົກຍຸງ, ແຮ້ງ, ກາ, ນົກກົດ, ໄກ່ປ່າ, ໄກ່ຂວາ ແລະ ສັດປີກອ່ືນໆ; 
       3. ສັດເລືອຄານ ໝາຍເຖິງ ສັດທີ່ມີກະດູກສັນຫລັງ, ມີເກັດ, ອອງ ແລະ ອອກໄຂ່ ຊຶ່ງເຄື່ອນໄຫວໄປມາ ດ້ວຍການເລືອ ຫລື ຄານ ເຊັ່ນ: ແຂ້, ງູ, ເຕົ່າ, ແລນ, ເຫັ້ຍ ແລະ ສັດອື່ນໆ;
       4. ສັດເຄິ່ງບົກ ເຄິ່ງນ້ຳ ໝາຍເຖິງ ສັດທີ່ດຳລົງຊີວິດ ຢູ່ເທິງບົກ ແລະ ຢູ່ໃນນ້ຳ, ອອກໄຂ່ ເຊັ່ນ: ແຂ້, ເຕົ່າ, ກົບ ແລະ ສັດອື່ນໆ;
       5. ແມງໄມ້ ໝາຍເຖິງ ສັດຕີນຂໍ້, ບໍ່ມີກະດູກ, ມີປີກ ເຊັ່ນ: ແມງຄາມ, ເຜິ້ງ, ແມງແຄງ, ແມງດາ ແລະ ແມງໄມ້ອື່ນໆ;
       6. ຊະນິດພັນ ໝາຍເຖິງ ປະເພດສັດ ທີ່ມີຮູບຮ່າງ ແລະ ຄຸນລັກສະນະຄືກັນ ຊຶ່ງສາມາດ ປະສົມພັນ ແລະ ຂະຫຍາຍພັນໄດ້;
       7. ການຂະຫຍາຍພັນ ໝາຍເຖິງ ການເພີ່ມຈຳນວນສັດ ດ້ວຍການປະສົມພັນ ຕາມທຳມະ ຊາດ ແລະ ການປະສົມພັນທຽມ ຫລື ການນຳໃຊ້ເຕັກນິກ ວິິຊາການອື່ນໆ;
       8. ສາຍພັນສັດນ້ຳ ແລະ ສັດປ່າ ລຸ້ນ 1 ໝາຍເຖິງ ລູກ ທີ່ເກີດມາຈາກພໍ່ພັນ ແມ່ພັນ ສັດນ້ຳ ແລະ ສັດປ່າ ທຳມະຊາດ ຊຶ່ງພໍ່ພັນ ແມ່ພັນນັ້ນ ໄດ້ຖືກນຳມາລ້ຽງ;
       9. ສາຍພັນສັດນ້ຳ ແລະ ສັດປ່າ ລຸ້ນ 2 ໝາຍເຖິງ ລູກຂອງ ສັດນ້ຳ ແລະ ສັດປ່າ ຂອງສາຍ ພັນສັດລຸ້ນ 1;
       10. ສາຍພັນສັດນ້ຳ ແລະ ສັດປ່າ ລຸ້ນ 3 ໝາຍເຖິງ ລູກຂອງ ສັດນ້ຳ ແລະ ສັດປ່າ ຂອງສາຍ ພັນສັດລຸ້ນ 2; 
       11. ສິ້ນສ່ວນຂອງ ສັດນ້ຳ ແລະ ສັດປ່າ   ໝາຍເຖິງ ພາກສ່ວນໃດໜຶ່ງຂອງ ສັດນ້ຳ ຫລື ສັດປ່າ ເຊັ່ນ: ຫົວ, ຂາ, ຕີນ, ໜັງ, ຊີ້ນ, ເລືອດ, ເຂົາ, ນໍ, ງາ, ແຂ້ວ, ກະດູກ, ບີ, ນ້ຳມັນ, ໄຂ, ເກັດ, ອອງ, ຂົນ, ເລັບ, ຫາງ ແລະ ອະໄວຍະວະອື່ນໆ;
       12. ຜະລິດຕະພັນສັດນ້ຳ ແລະ ສັດປ່າ ໝາຍເຖິງ ການນຳເອົາສິ້ນສ່ວນຂອງ ສັດນ້ຳ ແລະ ສັດປ່າ ມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຫລື ເຄີ່ງສຳເລັດຮູບ ເຊັ່ນ: ຢາປົວພະ ຍາດ, ເຄື່ອງປະດັບ ແລະ ເຄື່ອງໃຊ້ອື່ນໆ;
       13. ຖິ່ນທີ່ຢູ່ອາໄສຂອງ ສັດນ້ຳ ແລະ ສັດປ່າ ໝາຍເຖິງ ບ່ອນດຳລົງຊີວິດ, ຂະຫຍາຍພັນ ຕາມທຳມະຊາດ ເຊັ່ນ: ປ່າໄມ້, ທົ່ງຫຍ້າ, ຖ້ຳ, ປຸ່ງ, ແມ່ນ້ຳ ລຳເຊ, ຫ້ວຍ, ບຶງ, ໜອງ ຫລື ດິນບໍລິເວນນ້ຳ;
       14. ການອະນຸລັກ ໝາຍເຖິງ ການຮັກສາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ໂດຍມີການຄຸ້ມຄອງ ຕາມລະບຽບຫລັກການ ເພື່ອໃຫ້ມີໄວ້ຕະຫລອດໄປ ແລະ ສາມາດນຳໃຊ້ ຢ່າງ ຍາວນານ;
       15. ການປົກປັກຮັກສາ ໝາຍເຖິງ ການປ້ອງກັນ ສັດນ້ຳ ແລະ ສັດປ່າ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ຖືກທຳລາຍ ແລະ ສູນຫາຍໄປ ຈາກທຳມະຊາດ;
       16. ເຂດອະນຸລັກພັນ ສັດນ້ຳ ແລະ ສັດປ່າ ໝາຍເຖິງ ພື້ນທີ່ປ່າໄມ້, ທີ່ດິນປ່າໄມ້ ແລະ ແຫຼ່ງ ນ້ຳ ຊຶ່ງໄດ້ກຳນົດໃຫ້ເປັນຖິ່ນທີ່ຢູ່ອາໄສຂອງ ສັດນ້ຳ ແລະ ສັດປ່າ ຊະນິດຕ່າງໆ ຕາມ ລະບຽບການ;
       17.  ຟາມ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດ ໃຫ້ບຸກຄົນ ຫລື ການຈັດຕັ້ງ ສ້າງຂຶ້ນ ເພື່ອ ນຳເອົາສັດນ້ຳ ແລະ ສັດປ່າ ມາລ້ຽງ ເປັນຈຳນວນຫລາຍ ແລະ ຂະຫຍາຍພັນ ເພື່ອເປັນສິນຄ້າ;   
       18. ສົນທິສັນຍາ ໝາຍເຖິງ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ຊຶ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ເປັນພາຄີໃນວັນທີ 30 ພຶດສະພາ 2004;
       19. ການຂຶ້ນທະບຽນ ໝາຍເຖິງ ການເກັບກຳປະຫວັດ ແລະ ຂໍ້ມູນອື່ນຂອງ ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ເຊັ່ນ: ຊື່, ອາຍຸ, ເພດ, ສີ, ນ້ຳໜັກ, ພິມເລກລະຫັດປະຈຳຕົວສັດ, ຖິ່ນກຳເນີດ, ປະເພດ, ສາຍພັນ, ຕຳນິຮູບປະພັນ, ຈຸດພິເສດອື່ນ ແລະ ການຂຶ້ນທະບຽນ ກໍຍັງເປັນການຢັ້ງຢືນກຳມະ ສິດຂອງເຈົ້າຂອງສັດອີກດ້ວຍ;
       20. ການນຳເຂົ້າ ໝາຍເຖິງ ການນຳເອົາ ສັດນ້ຳ ແລະ ສັດປ່າ ຫລື ສິ້ນສ່ວນຂອງ ສັດນ້ຳ ແລະ ສັດປ່າ ເຂົ້າມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບ ການ;
       21.  ການສົ່ງອອກ  ໝາຍເຖິງ ການສົ່ງສັດນ້ຳ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງ ສັດນ້ຳ ແລະ ສັດປ່າ ທຸກຊະນິດ ອອກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະ ບຽບການ;
       22. ການສົ່ງອອກຄືນ  ໝາຍເຖິງ ການສົ່ງສັດນ້ຳ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງ ສັດນ້ຳ ແລະ ສັດປ່າ ທຸກຊະນິດ ທີ່ໄດ້ນຳເຂົ້າມາໃນເມື່ອກ່ອນ ອອກຈາກ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ;
       23. ການນຳຜ່ານ  ໝາຍເຖິງ ການນຳເອົາ ສັດນ້ຳ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງສັດນ້ຳ ແລະ ສັດປ່າ ທຸກຊະນິດ ຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະເທດອື່ນ ຕາມລະບຽບການ;
       24. ສັດນ້ຳ ແລະ ສັດປ່າ ທຳມະຊາດ ປະເພດຫວງຫ້າມ ໝາຍເຖິງ ສັດນ້ຳ ແລະ ສັດປ່າ ທີ່ໄດ້ກຳນົດໄວ້ ໃນບັນຊີ I ຊຶ່ງເປັນ ສັດ ທີ່ຫາຍາກ ແລະ ໃກ້ຈະສູນພັນ;
       25. ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ໝາຍເຖິງ ສັດນ້ຳ ແລະ ສັດປ່າ ທີ່ໄດ້ກຳນົດໄວ້ ໃນບັນຊີ II  ຊຶ່ງຈຳເປັນຕ້ອງມີການຄຸ້ມຄອງ, ຖ້າຫາກບໍ່ໄດ້ຮັບການຄຸ້ມຄອງ ແລະ ປົກປັກຮັກສາ ກໍຈະກ້າວໄປສູ່ການສູນພັນໃນອະນາຄົດ;
       26. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ໝາຍເຖິງ ສັດນ້ຳ ແລະ ສັດປ່າ ທີ່ໄດ້ກຳນົດໄວ້ ໃນບັນຊີ III ຊຶ່ງບໍ່ໄດ້ຈັດເຂົ້າໃນສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ;
       27. ການລ່າສັດນ້ຳ ແລະ ສັດປ່າ  ໝາຍເຖິງ ການຫາ, ຈັບ, ຍິງ, ຂ້າ, ໂຫ່, ດັກ, ໄລ່ຕ້ອນ ຫລື ວິທີການອື່ນ;
       28. ການທໍລະມານສັດ ໝາຍເຖິງ ການນຳໃຊ້ແຮງງານສັດເກີນຂອບເຂດ, ຂາດຄວາມ ຮັບຜິດຊອບຕໍ່ການລ້ຽງດູ ແລະ ຮັກສາສຸຂະພາບຂອງສັດ, ໃຫ້ອາຫານບໍ່ພຽງພໍ, ທຳຮ້າຍ ສັດ ແລະ ອື່ນໆ;
       29.  ເຈົ້າໜ້າທີ່ ສັດນ້ຳ ແລະ ສັດປ່າ ໝາຍເຖິງ ພະນັກງານທີ່ເຮັດໜ້າທີ່ກວດກາ ສັດນ້ຳ ແລະ ສັດປ່າ;
       30. ການນຳໃຊ້ຕາມຮີດຄອງ ໝາຍເຖິງ ການນຳໃຊ້ ສັດນ້ຳ ແລະ ສັດປ່າ ຕາມຄວາມເຊື່ອຖື ທີ່ເຄີຍໄດ້ປະຕິບັດກັນມາ ເປັນເວລາດົນນານ.

ມາດຕາ 4. ກຳມະສິດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ
     ສັດນ້ຳ ແລະ ສັດປ່າ ທຳມະຊາດ ທີ່ຢູ່ໃນ ດິນແດນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຳມະສິດ ຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ. 
     ສັດນ້ຳ ແລະ ສັດປ່າ ທີ່ບຸກຄົນ ແລະ ການຈັດຕັ້ງ ໄດ້ນຳມາລ້ຽງ ແລະ ຂະຫຍາຍພັນດ້ວຍ ເຫື່ອແຮງ ຫລື ທຶນຮອນຂອງຕົນ ແມ່ນ ເປັນກຳມະສິດ ຂອງບຸກຄົນ ແລະ ການຈັດຕັ້ງນັ້ນ ຕາມລະບຽບ ກົດໝາຍ.

ມາດຕາ 5. ນະໂຍບາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ
     ລັດ ຊຸກຍູ້ສົ່ງເສີມ ການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ດ້ວຍ ການວາງນະໂຍບາຍ, ລະບຽບກົດໝາຍ, ທຶນຮອນ, ວິຊາການ, ເຕັກໂນໂລຊີ ແລະ ມາດຕະການຕ່າງໆ ເພື່ອເພີ່ມຈຳນວນສັດນ້ຳ ແລະ ສັດປ່າ ໃຫ້ຫລາຍຂຶ້ນ ແນໃສ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ.
     ລັດ ສົ່ງເສີມໃຫ້ ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນ ເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນ ດ້ວຍການໄດ້ຮັບນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍ ສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີ, ອາກອນ ຕາມລະບຽບການ.

ມາດຕາ 6. ຫລັກການ ກ່ຽວກັບ ການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ
     ຫລັກການພື້ນຖານ ກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດ ປ່າ ມີດັ່ງນີ້ີ:
       1. ຕ້ອງເອົາການປົກປັກຮັກສາ ສັດນ້ຳ ແລະ ສັດປ່າ ເປັນວຽກງານຕົ້ນຕໍ ຂອງທົ່ວປວງຊົນ;
       2. ຖືເອົາ ການຄຸ້ມຄອງ, ກວດກາ, ພັດທະນາ ແລະ ຂະຫຍາຍ ສັດນ້ຳ ແລະ ສັດປ່າ ແບບຍືນຍົງ ເປັນວຽກງານສຳຄັນ ຢ່າງສອດຄ່ອງກັບ ການປົກປັກຮັກສາຊີວະນາໆພັນ ແລະ ຄວາມສົມດຸນຂອງລະບົບນິເວດ ທຳມະຊາດ;
       3. ນຳໃຊ້ ສັດນ້ຳ ແລະ ສັດປ່າ ຢ່າງມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບ ທີ່ບໍ່ດີຕໍ່ ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ;
       4. ປົກປັກຮັກສາ ເຂດອະນຸລັກພັນສັດ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງ ສັດນ້ຳ ແລະ ສັດປ່າ ເພື່ອຮັກສາຄວາມສົມດຸນ ຂອງ ລະບົບນິເວດ ທຳມະຊາດ;
       5. ຮັບປະກັນຜົນປະໂຫຍດຂອງ ລັດ, ລວມໝູ່, ຄອບຄົວ ແລະ ບຸກຄົນ ໃນສະເພາະໜ້າ ແລະ ຍາວນານ ຕາມລະບຽບກົດໝາຍ;
       6. ຄຸ້ມຄອງ, ກວດກາ, ປົກປັກຮັກສາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ ໃຫ້ສອດຄ່ອງກັບສົນ ທິສັນຍາສາກົນ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ.

ມາດຕາ 7. ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ
     ບຸກຄົນ ແລະ ການຈັດຕັ້ງ ລ້ວນແຕ່ມີພັນທະໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນຳໃຊ້ມາດຕະການອັນຈຳເປັນ ເພື່ອສະກັດກັ້ນຜົນກະທົບອັນບໍ່ດີຕໍ່ ສັດນ້ຳ ແລະ ສັດປ່າ ຊຶ່ງເກີດຈາກທຳມະຊາດ ຫລື ການກະທຳຂອງຄົນ ເຊັ່ນ: ໂລກລະບາດ, ການລ່າສັດ, ການຊື້ ຂາຍທີ່ບໍ່ຖືກຕ້ອງ, ການທຳລາຍ ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດ.

ມາດຕາ 8. ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ ສຳລັບບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດ ທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ຢູ່ໃນທຳມະຊາດ ແລະ ທີ່ນຳເອົາຈາກທຳມະຊາດມາລ້ຽງ.

ມາດຕາ 9. ການຮ່ວມມື ສາກົນ
     ລັດ ສົ່ງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການອະນຸລັກ, ປົກປັກຮັກສາ, ຄົ້ນຄວ້າທົດລອງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ດ້ວຍການແລກ ປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສັນຍາລະຫວ່າງປະເທດທີ່ໄດ້ເຊັນ ແລະ ສົນທິສັນຍາສາກົນ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ ແລະ ອື່ນໆ.  

ພາກທີ II
ປະເພດສັດນ້ຳ ແລະ ສັດປ່າ

ມາດຕາ 10. ປະເພດສັດນ້ຳ ແລະ ສັດປ່າ
     ສັດນ້ຳ ແລະ ສັດປ່າ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍ ສັດລ້ຽງລູກດ້ວຍນ້ຳນົມ, ສັດປີກ, ສັດເລືອຄານ, ສັດເຄິ່ງບົກ ເຄິ່ງນ້ຳ ແລະ ແມງໄມ້ ທຸກຊະນິດ.
     ສັດນ້ຳ ແລະ ສັດປ່າ ດັ່ງກ່າວ ແບ່ງອອກເປັນ ສາມ ປະເພດ ດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ;
       2. ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ;
       3. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ.

ມາດຕາ 11. ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ
     ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນ ສັດປະເພດທີ່ຫາ ຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດ ຕໍ່ການພັດທະນາ ເສດຖະກິດ-ສັງ ຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄົ້ນຄວ້າທາງດ້ານ ວິທະຍາສາດ.
     ສັດປະເພດດັ່ງກ່າວ  ຕ້ອງໄດ້ ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນຳໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ. 

ມາດຕາ12.  ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ
     ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນຊີ II ແມ່ນ ສັດນ້ຳ ແລະ ສັດ ປ່າ ທີ່ມີຄຸນປະໂຫຍດ ທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄົ້ນຄວ້າ ທາງດ້ານ ວິທະຍາສາດ.
     ສັດປະເພດດັ່ງກ່າວ ຕ້ອງມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມ ການນຳໃຊ້.

ມາດຕາ13. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ
     ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນ ສັດນ້ຳ ແລະ ສັດປ່າ ທີ່ສາມາດ ຂະຫຍາຍພັນໄດ້ ຕາມທຳມະຊາດ ຢ່່າງກວ້າງຂວາງ ຊຶ່ງມີຄວາມສຳຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄົ້ນຄວ້າທາງດ້ານ ວິທະຍາສາດ.
     ສັດປະເພດດັ່ງກ່າວ ສາມາດຊົມໃຊ້ໄດ້ ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ ມີການສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ.

ພາກທີ III
ກິດຈະການ, ການປົກປັກຮັກສາ ແລະ ການພັດທະນາ ສັດນ້ຳ ແລະ ສັດປ່າ

ໝວດທີ 1
ກິດຈະການ ສັດນ້ຳ ແລະ ສັດປ່າ

ມາດຕາ 14.  ປະເພດກິດຈະການ ສັດນ້ຳ ແລະ ສັດປ່າ
     ກິດຈະການ ສັດນ້ຳ ແລະ ສັດປ່າ ແມ່ນ ທຸກການເຄື່ອນໄຫວ ທີ່ກ່ຽວຂ້ອງ ກັບສັດນ້ຳ ແລະ ສັດປ່າ ຊຶ່ງມີ ການສຳຫຼວດ, ການວາງແຜນຍຸດທະສາດໃນການຄຸ້ມຄອງ, ປົກປັກຮັກສາ, ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນ້ຳ ແລະ ສັດປ່າ, ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ການສ້າງ ຫໍພິພິທະພັນສັດ, ການຂະຫຍາຍພັນ, ການລ້ຽງ, ການຈັດປະເພດ ຫລື ບັນຊີ, ການຂຶ້ນທະບຽນ ແລະ ການແຈ້ງບັນຊີ, ການລ່າ ສັດນ້ຳ ແລະ ສັດປ່າ ແລະ ອື່ນໆ.

ມາດຕາ 15.  ການສຳຫຼວດ ສັດນ້ຳ ແລະ ສັດປ່າ
     ການສຳຫລວດ ແມ່ນ ການເກັບກຳຂໍ້ມູນກ່ຽວກັບຈຳນວນ, ສະພາບການຄົງຕົວ, ການຂະຫຍາຍຕົວ ແລະ ຖິ່ນທີ່ຢູ່ອາໄສຂອງສັດນ້ຳ ແລະ ສັດປ່າ ໂດຍມອບໃຫ້ ຂະແໜງການ ກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ປະສານສົມທົບກັບ ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ດຳເນີນການສຳຫລວດ ສັດນ້ຳ ແລະ ສັດປ່າ ໃນຂອບເຂດ ທົ່ວປະເທດ.

ມາດຕາ 16.   ການວາງແຜນຍຸດທະສາດໃນການຄຸ້ມຄອງ ແລະ ປົກປັກຮັກສາ ສັດນ້ຳ ແລະ ສັດປ່າ
     ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ ກຳນົດ ແລະ ວາງແຜນຍຸດທະສາດ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເພື່ອເປັນ ທິດທາງລວມ, ແຜນງານ, ໂຄງການ ແລະ ມາດຕະການ ສະເພາະໜ້າ ແລະ ຍາວນານ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ແນໃສ່ຮັບປະກັນການພັດທະ ນາເສດຖະກິດ-ສັງຄົມ ໃຫ້ໝັ້ນຄົງ, ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ ແລະ ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ມາດຕາ 17. ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນ ສັດນ້ຳ  ແລະ ສັດປ່າ
     ຂະແໜງການ ກະສິກຳ ແລະ ປ່າໄມ້ ເປັນ ຜູ້ປະສານສົມທົບ ກັບຂະແໜງການອື່ນ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນ ການສຳຫລວດ, ກຳນົດ ຖິ່ນທີ່ຢູ່ອາໄສ, ເຂດອະນຸລັກພັນ ແລະ ແຫຼ່ງອາຫານຂອງ ສັດນ້ຳ ແລະ ສັດປ່າ ດ້ວຍການເຂົ້າຮ່ວມ ຂອງປະຊາຊົນ ພ້ອມທັງອອກລະບຽບການ ແລະ ຄຳແນະນຳ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ.

ມາດຕາ 18. ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ
     ລັດ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ດຳເນີນການສຶກສາ, ຄົ້ນຄວ້າທົດລອງທາງດ້ານວິທະຍາສາດ ກ່ຽວກັບສັດນ້ຳ ແລະ ສັດປ່າ ພ້ອມທັງການລົງທຶນ ສ້າງສະຖາບັນ ຫລື ສູນຄົ້ນຄວ້າທົດລອງ ຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສົນທິສັນຍາສາກົນ.
     ການນຳເອົາຕົວຢ່າງ ຊາກ ຫລື ສິ້ນສ່ວນ ຂອງສັດນ້ຳ ແລະ ສັດປ່າ ເພື່ອໄປສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ຢູ່ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກຳ ແລະ ປ່າໄມ້. ພາຍຫລັງທີ່ສຳເລັດການ ຄົ້ນຄວ້າ ວິໄຈແລ້ວ ຕ້ອງສົ່ງຜົນການຄົ້ນຄວ້າ ແລະ ຕົວຢ່າງນັ້ນຄືນໃຫ້ກະ ຊວງ ກະສິກຳ ແລະ ປ່າໄມ້.

ມາດຕາ 19. ການສ້າງ ຫໍພິພິທະພັນສັດ
     ລັດ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ລົງທຶນ ສ້າງຫໍພິພິທະພັນ ສັດນ້ຳ ແລະ ສັດປ່າ ເພື່ອເປັນສະຖານທີ່ ສະສົມຕົວຢ່າງ ຊາກ ຫລື ສິ້ນສ່ວນ ສັດນ້ຳ ແລະ ສັດປ່າ ທຸກປະເພດ ໃຫ້ເປັນບ່ອນສຶກສາຮໍ່າຮຽນ, ຄົ້ນຄວ້າ ແລະ ທ່ອງທ່ຽວ ແນໃສ່ ປູກຈິດສຳນຶກ ເຊີດຊູສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ ໃຫ້ທົ່ວປວງຊົນ.

ມາດຕາ 20.  ການຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ 
     ລັດ ສົ່ງເສີມໃຫ້ ບຸກຄົນ ແລະ ການຈັດຕັ້ງ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ  ຕາມທຳມະຊາດ ຫລື ດ້ວຍການນຳໃຊ້ ເຕັກນິກ ວິິຊາການ ເພື່ອເພີ່ມຈຳນວນສັດນ້ຳ ແລະ ສັດປ່າ ໃຫ້ຫຼາຍຂຶ້ນ ແນໃສ່ຕອບສະໜອງຈຸດປະສົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ລວມທັງການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ.  

ມາດຕາ 21.  ການລ້ຽງ ສັດນ້ຳ ແລະ ສັດປ່າ
     ສັດນ້ຳ ແລະ ສັດປ່າ ທຸກປະເພດ ທີ່ໄດ້ມາຈາກທຳມະຊາດ ຫລື ຈາກບ່ອນອື່ນ ທີ່ໄດ້ມີການ ຂະຫຍາຍພັນແລ້ວ ຫລື ຈາກຕ່າງປະເທດ ສາມາດນຳມາລ້ຽງຢູ່ໃນຟາມ, ສວນສັດ, ສະຖານີ ແລະ ສະຖານທີ່ອື່ນ ເພື່ອຈຸດປະສົງທາງດ້ານ ທຸລະກິດ ແລະ ຊົມໃຊ້ ພາຍໃນຄອບຄົວ ຕາມລະບຽບກົດໝາຍ.
     ການລ້ຽງ ຕ້ອງມີ ຕູ້ແກ້ວ, ໜອງ, ສະ, ກົງ, ຄອກ, ສວນ ແລະ ສະຖານທີ່ອື່ນ ທີ່ມີຂະໜາດ ແລະ ສະພາບທີ່ເໝາະສົມ, ມີອາຫານພຽງພໍ, ມີຄວາມຮັບຜິດຊອບ ເພື່ອ ບໍ່ເປັນການ ທໍລະມານສັດ, ການຄົງຕົວ, ການຂະຫຍາຍພັນສັດ ທັງຮັບປະກັນ ການປົກປັກຮັກສາສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ.

ມາດຕາ  22. ການຈັດປະເພດ ຫລື ບັນຊີ ສັດນ້ຳ ແລະ ສັດປ່າ
     ການຈັດປະເພດ ຫລື ບັນຊີ ແມ່ນ ການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນ ໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ ເຊັ່ນ: ສັດໃກ້ຈະສູນພັນ, ຫາຍາກ, ໄພຂົ່ມຂູ່, ເງື່ອນໄຂຂອງຖິ່ນທີ່ຢູ່ອາໄສ ແລະ ການຂະຫຍາຍພັນ.
     ລັດຖະບານ ເປັນຜູ້ພິຈາລະນາຮັບຮອງ ແລະ ປ່ຽນແປງບັນຊີ ສັດປະເພດຫວງຫ້າມ ແລະ ສັດປະເພດຄຸ້ມຄອງ ຕາມການສະເໜີຂອງ ກະຊວງກະສິກຳ ແລະ ປ່າໄມ້. ສຳລັບສັດປະເພດທົ່ວໄປ ແມ່ນ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຮອງ ແລະ ປ່ຽນແປງບັນຊີ.

ມາດຕາ 23.  ການຂຶ້ນທະບຽນ ແລະ ການແຈ້ງບັນຊີ ສັດນ້ຳ ແລະ ສັດປ່າ
     ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ທີ່ນຳມາລ້ຽງ ໃຫ້ປະຕິບັດດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ເພື່ອເປັນທຸລະກິດ ຕ້ອງໄດ້ຂຶ້ນທະບຽນ ນຳຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ແລ້ວໃຫ້ລາຍງານຕໍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ບໍ່ເປັນທຸລະກິດ ແມ່ນ ບໍ່ໃຫ້ຂຶ້ນທະບຽນ ແຕ່ຕ້ອງໄດ້ແຈ້ງບັນຊີ ນຳໜ່ວຍງານປ່າໄມ້ບ້ານ ແລ້ວໃຫ້ລາຍງານຕໍ່ຫ້ອງການ ກະສິກຳ ແລະ ປ່າ ໄມ້ ເມືອງ, ເທດສະບານ.

ມາດຕາ 24.  ການລ່າ ສັດນ້ຳ ແລະ ສັດປ່າ
     ການລ່າ ສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດ ດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນ ບໍ່ອະນຸຍາດ ໃຫ້ຫາ ຫລື ລ່າ ຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ເພື່ອການສຶກສາຄົ້ນ ຄວ້າ ແລະ ການຂະຫຍາຍພັນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ. ຖ້າວ່າ ສັດ ກໍ່ຄວາມເສຍຫາຍຢ່າງຫລວງຫລາຍ ຕໍ່ຊັບສິນຂອງ ບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ ອົງການປົກຄອງເມືອງ, ເທດສະບານ ເພື່ອພິຈາລະນາແກ້ໄຂ. ສຳລັບ ສັດທີ່ ກຳລັງທຳລາຍ, ກໍ່ກວນ ອາລະວາດຄົນ ຫລື ເປັນໄພອັນຕະລາຍ ຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງ ລາຍງານຕໍ່ການຈັດຕັ້ງ ທີ່ກ່ຽວຂ້ອງ;
       2. ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນ ບັນຊີ II ແມ່ນ ບໍ່ອະນຸຍາດ ໃຫ້ ຫາ ຫລື ລ່າ ເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການ ທີ່ກຳນົດໃຫ້ ເພື່ອຊົມໃຊ້້ຕາມຮີດຄອງ ໂດຍບໍ່ໃຫ້ນຳໃຊ້ເຄື່ອງມື ແບບດັບສູນ. ສຳລັບການຫາ ເພື່ອຈຸດປະສົງ ທາງທຸລະກິດ ສາມາດດຳເນີນໄດ້ສະເພາະ ສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ ຮັບອະນຸຍາດ ຈາກ ກະຊວງ ກະສິກຳ ແລະ ປ່າໄມ້;
       3. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນ ອະນຸຍາດ ໃຫ້ ຫາ ຫລື ລ່າໄດ້ ຕາມລະດູການທີ່ໄດ້ກຳນົດໄວ້ ໂດຍນຳໃຊ້ເຄື່ອງມືທີ່ບໍ່ມີລັກສະນະດັບສູນ. ສຳລັບການຫາ ເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະ ສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ.

ໝວດທີ 2
ການປົກປັກຮັກສາ, ການພັດທະນາ ສັດນ້ຳ ແລະ ສັດປ່າ

ມາດຕາ 25.  ການປົກປັກຮັກສາ ສັດນ້ຳ ແລະ ສັດປ່າ
     ການປົກປັກຮັກສາ ແມ່ນ ການຮັກສາສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ໃຫ້ອຸດົມສົມບູນ, ຍືນຍົງ ທັງແມ່ນ ການປ້ອງກັນ ແລະ ຮັກສາຖິ່ນທີ່ຢູ່ອາໄສຂອງສັດ, ວັງສະຫງວນສັດນ້ຳ, ເຂດອະນຸລັກພັນສັດ ບໍ່ໃຫ້ຖືກທຳລາຍ, ພ້ອມກັນນັ້ນ ກໍຕ້ອງວາງມາດຕະການ ປົກປັກຮັກສາ ເພື່ອສະກັດກັ້ນການບຸກລຸກ, ການທຳລາຍ ຈາກການກະທຳຂອງຄົນ ຫລື ຈາກ ທຳມະຊາດ.

ມາດຕາ 26.  ການພັດທະນາ ສັດນ້ຳ ແລະ ສັດປ່າ
     ການພັດທະນາ ແມ່ນ ການຂະຫຍາຍພັນສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ຕາມທຳມະຊາດ ໃຫ້ມີຈຳນວນເພີ່ມຂຶ້ນ ດ້ວຍການນຳໃຊ້ມາດຕະການ ທາງດ້ານເຕັກນິກວິທະຍາສາດ ທັງແມ່ນ ການຟື້ນຟູບູລະນະ ຖິ່ນທີ່ຢູ່ອາໄສ ທີ່ເຊື່ອມໂຊມ ລວມທັງ ແຫລ່ງອາຫານ ແລະ ແຫລ່ງແຜ່ພັນ ເພື່ອໃຫ້ສັດດັ່ງກ່າວ ສາມາດດຳລົງຊີວິດຢ່າງເປັນປົກກະຕິ, ພ້ອມກັນນັ້ນ ກໍຕ້ອງປຸກລະດົມທົ່ວປວງຊົນມີສ່ວນຮ່ວມໃນການ ພັດທະນາ ສັດນ້ຳ ແລະ ສັດປ່າ ຢ່າງກວ້າງຂວາງ.

ໝວດທີ 3
ກອງທຶນອະນຸລັກປົກປັກຮັກສາ ສັດນ້ຳ ແລະ ສັດປ່າ

ມາດຕາ 27. ແຫລ່ງຂອງກອງທຶນອະນຸລັກ ປົກປັກຮັກສາ ສັດນ້ຳ ແລະ ສັດປ່າ
     ກອງທຶນອະນຸລັກ ປົກປັກຮັກສາສັດນ້ຳ ແລະ ສັດປ່າ ແມ່ນ ກອງທຶນອັນດຽວກັນກັບກອງທຶນ ພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊຶ່ງໄດ້ມາຈາກງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ອື່ນໆ.

ມາດຕາ 28.  ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ
     ກອງທຶນອະນຸລັກ ປົກປັກຮັກສາ ສັດນ້ຳ ແລະ ສັດປ່າ ໃຫ້ນຳໃຊ້ເຂົ້າໃນວຽກງານ ສັດນ້ຳ ແລະ ສັດປ່າ ເປັນຕົ້ນ ການສຳຫລວດ, ການຈັດແບ່ງປະເພດສັດນ້ຳ ແລະ ສັດປ່າ,  ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ, ເຂດຮັກສາພັນສັດ, ຂະຫຍາຍພັນສັດ, ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ວຽກງານອື່ນ ກ່ຽວກັບສັດນ້ຳ ແລະ ສັດປ່າ.   

  
ພາກທີ IV
ການນຳໃຊ້ ສັດນ້ຳ ແລະ ສັດປ່າ

ໝວດທີ1
ປະເພດການນຳໃຊ້ ສັດນ້ຳ ແລະ ສັດປ່າ

ມາດຕາ 29.  ປະເພດ ການນຳໃຊ້ ສັດນ້ຳ ແລະ ສັດປ່າ
     ການນຳໃຊ້ ສັດນ້ຳ ແລະ ສັດປ່າ ມີ ສີ່ ປະເພດດັ່ງນີ້:
       1. ການນຳໃຊ້ເພື່ອສາທາລະນະປະໂຫຍດ;
       2. ການນຳໃຊ້ເພື່ອຄອບຄົວ;
       3. ການນຳໃຊ້ຕາມຮີດຄອງ;
       4. ການນຳໃຊ້ເພື່ອທຸລະກິດ.

ມາດຕາ 30.  ການນຳໃຊ້ ເພື່ອ ສາທາລະນະປະໂຫຍດ
     ການນຳໃຊ້ສັດນ້ຳ ແລະ ສັດປ່າ ເພື່ອສາທາລະນະປະໂຫຍດ ແມ່ນ ການນຳເອົາສັດນ້ຳ ແລະ ສັດປ່າ ມາຮັບໃຊ້ຜົນປະໂຫຍດສ່ວນລວມ ເຊັ່ນ: ການທ່ອງທ່ຽວ, ສວນສັດ, ການກິລາ, ລະຄອນ ສັດ, ຫໍພິພິທະພັນ ແລະ ອື່ນໆ ແຕ່ຕ້ອງປະຕິບັດຕາມລະບຽບກົດໝາຍ, ຮັບປະກັນຄວາມຍືນຍົງ, ບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ.
     ການນຳໃຊ້ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ເພື່ອສາທາລະນະປະໂຫຍດ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.
     ການນຳໃຊ້ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ເພື່ອສາທາລະນະປະໂຫຍດ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງ ກະສິກຳ ແລະ ປ່າໄມ້.
     ການນຳໃຊ້ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ເພື່ອສາທາລະນະປະໂຫຍດ ຕ້ອງໄດ້ຮັບອະນຸຍາດຈາກ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ.

ມາດຕາ 31. ການນຳໃຊ້ ເພື່ອຄອບຄົວ
     ການນຳໃຊ້ ເພື່ອຄອບຄົວ ແມ່ນ ການນຳເອົາ ສັດນ້ຳ ແລະ ສັດປ່າ ຫລື ສີ້ນສ່ວນຂອງ ສັດນ້ຳ ແລະ ສັດປ່າ ມານຳໃຊ້ ເພື່ອບໍລິໂພກ, ເປັນຢາປົວພະຍາດ, ເອ້ຢ້ອງ ແລະ ອື່ນໆ.
     ຄອບຄົວພາຍໃນບ້ານ ສາມາດນຳໃຊ້ ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ຕາມລະບຽບ ການ, ຕາມລະດູການ ແລະ ສະຖານທີ່ ທີ່ອະນຸຍາດ, ນຳໃຊ້ວິທີການ ແລະ ເຄື່ອງມືທີ່ບໍ່ມີລັກສະນະ ດັບສູນ.
     ສຳລັບ ການນຳໃຊ້ ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ຕ້ອງປະຕິບັດຕາມລະບຽບການ ຂອງກະຊວງ ກະສິກຳ ແລະ ປ່າໄມ້.

ມາດຕາ 32. ການນຳໃຊ້ ຕາມຮີດຄອງ
     ການນຳໃຊ້ ຕາມຮີດຄອງ ແມ່ນ ການນຳເອົາ ສັດນ້ຳ ແລະ ສັດປ່າ ມານຳໃຊ້ເພື່ອຄວາມຈຳເປັນທາງດ້ານວັດທະນະທຳ ຫລື ຄວາມເຊື່ອຖື ເຊັ່ນ: ການປ່ອຍນົກ, ປ່ອຍເຕົ່າ, ປ່ອຍປາ ແລະ ອື່ນໆ.
     ການນຳໃຊ້ ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ຕາມຮີດຄອງ ສາມາດດຳເນີນ ໃນເຂດຄຸ້ມຄອງ ແລະ ນຳໃຊ້ຂອງບ້ານ ຕາມລະບຽບການ.

ມາດຕາ 33. ການນຳໃຊ້ ເພື່ອທຸລະກິດ
     ລັດ ອະນຸຍາດໃຫ້ນຳໃຊ້ ສັດນ້ຳ ແລະ ສັດປ່າ ເພື່ອທຸລະກິດ ເຊັ່ນ: ສວນສັດ, ຟາມສັດ, ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ, ການທ່ອງທ່ຽວໃນເຂດອະນຸລັກ ແລະ ອື່ນໆ ຕາມລະບຽບການ.

ໝວດທີ 2
ທຸລະກິດ ກ່ຽວກັບສັດນ້ຳ ແລະ ສັດປ່າ

ມາດຕາ 34.  ການດຳເນີນທຸລະກິດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ
     ທຸລະກິດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ປະກອບດ້ວຍກິດຈະການດັ່ງນີ້: ການສ້າງສວນສັດ, ການສ້າງຟາມສັດ, ການປິ່ນປົວສັດ,    ການຄ້າຂາຍ, ການເຄື່ອນຍ້າຍ, ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານ, ການສະແດງລະຄອນສັດ, ການສ້າງສາລະຄະດີສັດ.
     ການດຳເນີນທຸລະກິດດັ່ງກ່າວ ຕ້ອງສອດຄ່ອງກັບລະບຽບກົດໝາຍຂອງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 35. ການອະນຸຍາດດຳເນີນທຸລະກິດ ກ່ຽວກັບສັດນ້ຳ ແລະ ສັດປ່າ
     ບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ຮັບຄວາມເຫັນດີຈາກຂະແໜງການ ກະສິກຳ ແລະ ປ່າໄມ້ ແລະ ຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ ແລະ ໃຫ້ປະຕິບັດ ດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ;
       2. ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງ ກະສິກຳ ແລະ ປ່າໄມ້;
       3. ສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ ຕ້ອງໄດ້ຮັບອະນຸຍາດ ຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ.

ມາດຕາ 36. ການອະນຸຍາດລ້ຽງສັດນ້ຳ ແລະ ສັດປ່າ ທຳມະຊາດ  
     ການອະນຸຍາດ ໃຫ້ລ້ຽງ ສັດນ້ຳ ແລະ ສັດປ່າ ທຳມະຊາດ ເພື່ອດຳເນີນທຸລະກິດ ຕ້ອງປະຕິບັດດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ປະເພດ ຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນ ລັດຖະບານ ເປັນຜູ້ອະນຸຍາດ ໃຫ້ບຸກຄົນ ຫລື ການຈັດຕັ້ງ ນຳມາລ້ຽງ ເປັນພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະກິດ;
       2. ສັດນ້ຳ ແລະ ສັດປ່າ ປະເພດ ຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນຊີ II ແມ່ນ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸຍາດໃຫ້ບຸກຄົນ ແລະ ການຈັດຕັ້ງ ນຳມາລ້ຽງ ເປັນ   ພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະກິດ;
       3. ສັດປ່າ ປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ເປັນຜູ້ອະນຸຍາດ ໃຫ້ບຸກຄົນ ແລະ ການຈັດຕັ້ງ ນຳມາລ້ຽງເປັນ ພໍ່ພັນ ແມ່ພັນ ເພື່ອດຳເນີນທຸລະກິດ. ສຳລັບສັດນ້ຳ ປະເພດທົ່ວໄປ ສາມາດລ້ຽງ ເພື່ອດຳເນີນ ທຸລະກິດໄດ້ ຕາມລະບຽບກົດໝາຍ.

ມາດຕາ 37.  ການສ້າງສວນສັດ
     ບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງສວນສັດນ້ຳ ແລະ ສັດປ່າ ເພື່ອທຸລະກິດການ ທ່ອງທ່ຽວ ແລະ ການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ແມ່ນ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸມັດ ແລະ ຕ້ອງປະຕິບັດຕາມກົດໝາຍ ວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນ ທີ່ ກ່ຽວຂ້ອງ.
     ການສ້າງສວນສັດ ຍັງມີຄວາມສຳຄັນ ໃນການປູກຈິດສຳນຶກຂອງທົ່ວປວງຊົນ ໃຫ້ຮູ້ຈັກຄຸນປະໂຫຍດ, ຮັກ, ຫວງແຫນ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ ໃຫ້ຍືນຍົງ.

ມາດຕາ 38.  ການສ້າງຟາມສັດ
     ບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຟາມສັດ ດ້ວຍການນຳເອົາ ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ມາລ້ຽງ ເພື່ອຂະຫຍາຍພັນ, ເປັນສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ ຕ່າງປະເທດ ແມ່ນ ໃຫ້ຂະແໜງການ ກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸຍາດ.
     ສຳລັບການສ້າງຟາມສັດ ປະເພດຫວງຫ້າມ ແມ່ນ ລັດຖະບານເປັນຜູ້ຕົກລົງ ຕາມການສະເໜີ ຂອງກະຊວງ ກະສິກຳ ແລະ ປ່າໄມ້.
     ການດຳເນີນທຸລະກິດ ກ່ຽວກັບການສ້າງຟາມສັດດັ່ງກ່າວ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ 39.  ການປິ່ນປົວສັດ
     ບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການລ້ຽງສັດນ້ຳ ແລະ ສັດປ່າ ຫລື ມີໄວ້ໃນຄອບຄອງ ຢ່າງຖືກຕ້ອງນັ້ນ ຕ້ອງເອົາໃຈໃສ່ ຮັກສາ ແລະ ປິ່ນປົວສັດ ເປັນຕົ້ນ ໃນເວລາສັດ ບາດເຈັບ ຫລື ຕິດເຊື້ອພະຍາດ ຕ້ອງນຳເອົາໄປປິ່ນປົວ ຢ່າງທັນການ. ສຳລັບການດຳເນີນທຸລະກິດ ທີ່ເປັນສວນສັດ ຫລື ຟາມສັດ ຕ້ອງມີໜ່ວຍງານ ສັດຕະວະແພດປະຈຳ ເພື່ອປິ່ນປົວ, ສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດ ຂອງພະຍາດສັດ.

ມາດຕາ 40. ການຄ້າຂາຍ ສັດນ້ຳ ແລະ ສັດປ່າ
     ການຄ້າຂາຍສັດນ້ຳ ແລະ ສັດປ່າ  ທີ່ໄດ້ລ້ຽງ ຕ້ອງປະຕິບັດດັ່ງນີ້:
       1. ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ສາມາດຄ້າຂາຍເລີ່ມແຕ່ ສາຍພັນ ລຸ້ນ 2 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນ ແມ່ພັນ ແລະ ສາຍພັນລຸ້ນ 1 ແມ່ນ ບໍ່ອະນຸຍາດໃຫ້ຄ້າຂາຍ, ໃຫ້ ຮັກສາໄວ້ ເພື່ອເປັນພໍ່ພັນ ແມ່ພັນ ຫລື ປ່ອຍຄືນສູ່ທຳມະຊາດ;
       2. ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ສັດປ່າ ປະເພດທົ່ວໄປ ສາມາດຄ້າຂາຍ ເລີ່ມແຕ່ ສາຍພັນລຸ້ນ 1 ແລະ ລຸ້ນຕໍ່ໄປ, ສ່ວນພໍ່ພັນ ແມ່ພັນ ແມ່ນບໍ່ອະນຸຍາດ ໃຫ້ຄ້າ ຂາຍ, ໃຫ້ຮັກສາໄວ້ ເພື່ອເປັນພໍ່ພັນ ແມ່ພັນ ຫລື ປ່ອຍຄືນສູ່ທຳມະຊາດ;
       3. ສັດນ້ຳ ປະເພດທົ່ວໄປ ສາມາດຄ້າຂາຍໄດ້ ຕາມລະບຽບກົດໝາຍ.  

ມາດຕາ 41.  ການເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ
     ການເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຈາກສະ ຖານທີ່ໜຶ່ງໄປສະຖານທີ່ອື່ນ ຢູ່ພາຍໃນປະເທດ ຕ້ອງໄປຕາມເສັ້ນທາງທີ່ໄດ້ກຳນົດໃຫ້ ແລະ ແຈ້ງເອກະ ສານ ຕໍ່ເຈົ້າໜ້າທີ່ ປະຈຳດ່ານກວດກາ ຊຶ່ງປະກອບດ້ວຍ ໃບອະນຸຍາດເຄື່ອນຍ້າຍ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້, ໃບຢັ້ງຢືນສຸຂະພາບ, ໃບຢັ້ງຢືນຖິ່ນກຳເນີດ, ໃບທະບຽນສັດ. ໃນກໍລະນີ ທີ່ມີການຊື້ ຂາຍສັດ ຫລື ມອບກຳມະສິດສັດ ຕ້ອງໃຫ້ມີໃບຢັ້ງຢືນ ຕາມລະບຽບກົດໝາຍ.
     ການເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຕ້ອງປະຕິ ບັດດັ່ງນີ້:
       1. ການເຄື່ອນຍ້າຍ ລະຫວ່າງບ້ານຕໍ່ບ້ານ ຕ້ອງໄດ້ຮັບອະນຸຍາດຈາກ ອົງການປົກຄອງບ້ານ ຕາມການສະເໜີ ຂອງໜ່ວຍງານປ່າໄມ້ບ້ານ;
       2. ການເຄື່ອນຍ້າຍ ລະຫວ່າງເມືອງຕໍ່ເມືອງ ຕ້ອງໄດ້ຮັບອະນຸຍາດຈາກ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ຕາມການສະເໜີ ຂອງອົງການປົກຄອງບ້ານ;
       3. ການເຄື່ອນຍ້າຍ ລະຫວ່າງແຂວງຕໍ່ແຂວງ ຕ້ອງໄດ້ຮັບອະນຸຍາດຈາກ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ຕາມການສະເໜີ ຂອງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       4. ການເຄື່ອນຍ້າຍສັດດັ່ງກ່າວ ຕ້ອງໄດ້ເສຍພັນທະ ຕາມລະບຽບການ.   

ມາດຕາ 42.  ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານ
     ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານ ສັດນ້ຳ ແລະ ສັດປ່າ ຫລື ສີ້ນສ່ວນຕ່າງໆຂອງສັດດັ່ງກ່າວ ຕ້ອງປະຕິບັດຕາມ ມາດຕາ 40 ຂອງກົດໝາຍສະບັບນີ້ ແລະ ຍັງ ຕ້ອງປະຕິບັດດັ່ງນີ້:
       1. ການນຳເຂົ້າ ສັດນ້ຳ ແລະ ສັດປ່າ ຕ້ອງມີໃບອະນຸຍາດສົ່ງອອກ ຈາກອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ, ໃບຢັ້ງຢືນຖິ່ນກຳເນີດ, ໃບຢັ້ງຢືນປອດພະຍາດ, ສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ, ລາຍການບັນຊີປະເພດສັດ ແລະ ຈຳນວນສັດທີ່ຈະນຳເຂົ້າ, ໃບອະນຸຍາດນຳເຂົ້າ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້;
       2. ການສົ່ງອອກ ສັດນ້ຳ ແລະ ສັດປ່າ ຕ້ອງມີ ໃບຢັ້ງຢືນ ກ່ຽວກັບການຂະຫຍາຍພັນ ຫລື ລ້ຽງ, ໃບຢັ້ງຢືນຖິ່ນກຳເນີດ, ໃບຢັ້ງຢືນປອດພະຍາດ, ສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ ສົ່ງອອກ, ລາຍການບັນຊີປະເພດ ແລະ ຈຳນວນສັດ ທີ່ຈະສົ່ງອອກ, ໃບອະນຸຍາດສົ່ງອອກ ຂອງກະຊວງກະສິກຳ ແລະ ປ່າໄມ້, ໃບອະນຸຍາດນຳເຂົ້າ ຂອງອົງການທີ່ກ່ຽວຂ້ອງ ຂອງປະເທດ ປາຍທາງ;
       3. ການສົ່ງອອກຄືນ ສັດນ້ຳ ແລະ ສັດປ່າ ນອກຈາກເອກະສານທີ່ໄດ້ກຳນົດໄວ້ໃນຂໍ້ 1 ຂອງມາດຕານີ້ ຍັງຕ້ອງມີ ໃບແຈ້ງຂຶ້ນທະບຽນສັດ, ໃບຢັ້ງຢືນ ກ່ຽວກັບການຂະຫຍາຍພັນ ຫລື ລ້ຽງ, ໃບຢັ້ງຢືນປອດພະຍາດ, ລາຍການບັນຊີປະເພດ ແລະ ຈຳນວນສັດທີ່ຈະສົ່ງອອກ, ໃບອະນຸຍາດສົ່ງອອກຄືນ ຂອງກະຊວງກະສິກຳ ແລະ ປ່າໄມ້, ໃບອະນຸ ຍາດນຳເຂົ້າຄືນ ຂອງ ອົງການທີ່ກ່ຽວຂ້ອງ ຂອງປະເທດ ປາຍທາງ;
       4. ການນຳຜ່ານ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ແຈ້ງເອກະສານ ເຊັ່ນ: ໃບອະນຸຍາດສົ່ງອອກ ແລະ ນຳເຂົ້າຂອງ ອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ ແລະ ປາຍທາງ, ໃບຢັ້ງຢືນຖິ່ນກຳເນີດ, ໃບຢັ້ງຢືນປອດພະຍາດ, ລາຍການບັນຊີ ປະເພດ ແລະ ຈຳນວນສັດທີ່ຈະສົ່ງຜ່ານ. ການນຳຜ່ານ ສັດນ້ຳ ແລະ ສັດປ່າ ຕ້ອງໄດ້ຮັບການກວດກາ;
       5. ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນຳຜ່ານສັດດັ່ງກ່າວ ຕ້ອງໄດ້ ເສຍພັນທະ ຕາມລະບຽບການ.

ມາດຕາ 43.  ການສະແດງລະຄອນສັດ
     ການນຳເອົາສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ມາສະແດງລະຄອນສັດ ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ, ສ່ວນສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງກະສິກຳ ແລະ ປ່າໄມ້.
     ຜູ້ປະກອບການ ກ່ຽວກັບ ການສະແດງລະຄອນສັດ ຕ້ອງເອົາໃຈໃສ່ໃນການຝຶກແອບ, ດູແລເບີ່ງແຍງສັດເປັນຢ່າງດີ, ຫລີກເວັ້ນການທໍລະມານສັດ ແລະ ຕ້ອງມີໃບຢັ້ງຢືນກຳມະສິດ ຫລື ສັນຍາເຊົ່າ.
     ການນຳເອົາສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ອອກໄປສະແດງ ຢູ່ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ, ສຳລັບສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ຕ້ອງໄດ້ຮັບອະນຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້.
     ຜູ້ປະກອບການ ກ່ຽວກັບ ການສະແດງລະຄອນສັດ ຕ້ອງມີ ໃບຢັ້ງຢືນກຳມະສິດ ຫລື ສັນຍາເຊົ່າ, ສັນຍາຄ້ຳປະກັນຂອງຜູ້ປະກອບການ ກັບ ລັດຖະບານ ຫລື ກະຊວງກະສິກຳ ແລະ ປ່າໄມ້, ໃບອະນຸຍາດສົ່ງອອກຊົ່ວຄາວ ຂອງໜ່ວຍງານຄຸ້ມຄອງສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ແລະ ໃບຢັ້ງຢືນສຸຂະພາບສັດ.
     ສຳລັບການເຊົ່າສັດນ້ຳ ແລະ ສັດປ່າ ອອກໄປສະແດງຢູ່ຕ່າງປະເທດນັ້ນ ເມື່ອຮອດກຳນົດເວລາຕາມສັນຍາແລ້ວ ຜູ້ເຊົ່າ ຕ້ອງນຳສົ່ງສັດນັ້ນຄືນ ຕາມສັນຍາ.
     ໃນກໍລະນີ ທີ່ສັດດັ່ງກ່າວ ຫາກມີການຂະຫຍາຍພັນ ກໍຕ້ອງສົ່ງພໍ່ພັນ ແມ່ພັນ ລວມທັງສາຍພັນລຸ້ນ 1 ແລະ ລຸ້ນຕໍ່ໄປນັ້ນຄືນ ລວມທັງ ສິ້ນສ່ວນຂອງສັດ ຖ້າຫາກສັດດັ່ງກ່າວນັ້ນຕາຍ.

ມາດຕາ 44. ການສ້າງສາລະຄະດີສັດ
     ເພື່ອເປັນການໂຄສະນາ ເຜີຍແຜ່ ນະໂຍບາຍ ຂອງລັດ ກ່ຽວກັບ ວຽກງານ ປົກປັກຮັກສາ, ພັດທະນາ ສັດນ້ຳ ແລະ ສັດປ່າ ພ້ອມທັງເປັນການສົ່ງເສີມ ວຽກງານການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳອັນດີງາມຂອງຊາດນັ້ນ ຂະແໜງການຖະແຫລງຂ່າວ ແລະ ວັດທະນະທຳ ອະນຸຍາດໃຫ້ ບຸກຄົນ ຫລື ການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດ ຫລື ຜູ້ປະກອບການ ພາຍໃນ ແລະ ຕ່າງປະເທດ ດຳເນີນ ການສ້າງ ສາລະຄະດີ ສັດນ້ຳ ແລະ ສັດປ່າ ໃນເຂດທີ່ບໍ່ຫວງຫ້າມ ຕາມການເຫັນດີ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້.

ໝວດທີ 3
ສິດ ແລະ ພັນທະ ຂອງຜູ້ນຳໃຊ້ ສັດນ້ຳ ແລະ ສັດປ່າ

ມາດຕາ 45. ການໄດ້ສິດນຳໃຊ້ ສັດນ້ຳ ແລະ ສັດປ່າ
     ສິດນຳໃຊ້ສັດນ້ຳ ແລະ ສັດປ່າ ໄດ້ມາຈາກ:
       - ການມອບຂອງລັດ;
       - ການໂອນ;
       - ການສືບທອດ.

ມາດຕາ 46. ການມອບສິດ ນຳໃຊ້ ສັດນ້ຳ ແລະ ສັດປ່າ
     ການມອບສິດນຳໃຊ້ສັດນ້ຳ ແລະ ສັດປ່າ ແມ່ນ ການຕົກລົງ ຂອງອົງການທີ່ມີສິດໜ້າທີ່ກ່ຽວຂ້ອງໃນການເອົາສັດນ້ຳ ແລະ ສັດປ່າ ໃຫ້ບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ຢ່າງຍາວນານ ແລະ ມີຄວາມສະຫງົບ ຕາມສັນຍາ ແລະ ລະບຽບກົດໝາຍ.

ມາດຕາ 47. ການໂອນສິດນຳໃຊ້ ສັດນ້ຳ ແລະ ສັດປ່າ
     ການໂອນສິດນຳໃຊ້ສັດນ້ຳ ແລະ ສັດປ່າ ແມ່ນ ການເອົາສິດນຳໃຊ້ ສັດນ້ຳ ແລະ ສັດປ່າ ທີ່ຕົນໄດ້ພັດທະນາ ໃຫ້ຜູ້ອື່ນ ດ້ວຍການຂາຍ, ການມອບ ຫລື ການແລກປ່ຽນ.
     ການໂອນ ຕ້ອງປະຕິບັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ແຈ້ງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ຂຶ້ນທະບຽນໃໝ່ ລວມທັງ ເສຍຄ່າທຳນຽມ ຕາມລະບຽບການ.

ມາດຕາ 48. ການສືບທອດສິດນຳໃຊ້ ສັດນ້ຳ ແລະ ສັດປ່າ
     ການສືບທອດສິດນຳໃຊ້ ສັດນ້ຳ ແລະ ສັດປ່າ ແມ່ນ ການຕົກທອດ ສິດດັ່ງກ່າວ ໄປຍັງລູກ, ຜົວ ຫລື ເມຍ, ພໍ່, ແມ່, ຫລານ ຫລື ຍາດຕິພີ່ນ້ອງ ພາຍຫລັງ ຜູ້ນຳໃຊ້ ສັດນ້ຳ ແລະ ສັດປ່າ ໄດ້ເສຍຊີວິດແລ້ວ.
     ການສືບທອດ ຕ້ອງໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍ ມູນມໍລະດົກ ແລະ ພື້ນຖານການສືບທອດມູນມໍລະດົກ ແລະ ແຈ້ງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ຂຶ້ນທະບຽນໃໝ່ ລວມທັງ ເສຍຄ່າທຳນຽມ ຕາມລະບຽບການ.

ມາດຕາ 49.  ສິດຂອງຜູ້ນຳໃຊ້ ແລະ ຜູ້ດຳເນີນທຸລະກິດ
     ຜູ້ນຳໃຊ້ ແລະ ຜູ້ດຳເນີນທຸລະກິດ ກ່ຽວກັບສັດນ້ຳ ແລະ ສັດປ່າ ມີສິດ ປົກປັກຮັກສາ, ພັດທະນາ, ໃຊ້, ໄດ້ຮັບໝາກຜົນ, ໂອນ ແລະ ສືບທອດ ສັດນ້ຳ ແລະ ສັດປ່າ ແລະ ຍັງມີສິດສຶກສາ ຄົ້ນຄວ້າ ທົດລອງທາງດ້ານວິທະຍາສາດ.
     ສຳລັບ ການຈັດຕັ້ງຂອງລັດ ແມ່ນມີສິດຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ໃຊ້ເທົ່ານັ້ນ.
     ສ່ວນສິດນຳໃຊ້ຕາມຮີດຄອງ ໃຫ້ປະຕິບັດຕາມ ມາດຕາ 32 ຂອງກົດໝາຍສະບັບນີ້.

ມາດຕາ 50.  ພັນທະຂອງຜູ້ນຳໃຊ້
     ຜູ້ນຳໃຊ້ ສັດນ້ຳ ແລະ ສັດປ່າ ມີພັນທະຕົ້ນຕໍ ດັ່ງນີ້:
       1. ປະຕິບັດນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານ ສັດນ້ຳ ແລະ ສັດປ່າ;
       2. ນຳໃຊ້ ສັດນ້ຳ ແລະ ສັດປ່າ ຢ່າງຍືນຍົງ ແລະ ບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ, ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ສົນທິສັນຍາສາກົນ;
       3. ນຳໃຊ້ ທຸກວິທີການ ເພື່ອສະກັດກັ້ນ ການລັກລອບຫາ, ລ່າ, ຊື້ ຂາຍ ແລະ ທຳລາຍ ຖິ່ນທີ່ຢູ່ອາໄສ ສັດນ້ຳ  ແລະ ສັດປ່າ;
       4. ອະນຸລັກ ປົກປັກຮັກສາ ສັດນ້ຳ, ສັດປ່າ ແລະ ສິ່ງແວດລ້ອມທຳມະຊາດ;
       5. ປະກອບສ່ວນ ແລະ ຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
       6. ເສຍຄ່າທຳນຽມ, ຄ່າເຊົ່າ ແລະ ພັນທະອື່ນ ກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມລະບຽບກົດໝາຍ;
       7. ລາຍງານ ກ່ຽວກັບຂໍ້ມູນການພັດທະນາ, ນຳໃຊ້ ສັດນ້ຳ ແລະ ສັດປ່າ ແລະ ໃຫ້ການຮ່ວມມືແກ່ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ;
       8. ກວດກາສຸຂະພາບ, ເຝົ້າລະວັງ, ຕິດຕາມ ການລະບາດ ຂອງພະຍາດສັດ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. ໃນກໍລະນີທີ່ ສັດຕິດເຊື້ອພະຍາດ ຕ້ອງປິ່ນປົວຢ່າງທັນການ.

ມາດຕາ 51.  ພັນທະຂອງຜູ້ດຳເນີນທຸລະກິດ
     ຜູ້ດຳເນີນທຸລະກິດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ມີພັນທະຕົ້ນຕໍ ດັ່ງນີ້:
       1. ປະຕິບັດ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;
       2. ເສຍພັນທະ ແລະ ຄ່າທຳນຽມ ຕາມລະບຽບການ;
       3. ໂຄສະນາ ເຜີຍແຜ່ ກ່ຽວກັບ ວຽກງານຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ສັດນ້ຳ ແລະ ສັດປ່າ;
       4. ປະກອບສ່ວນ ທາງດ້ານທຶນຮອນ ຫຼື ແຮງງານ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ ແລະ ສິ່ງແວດລ້ອມທຳມະຊາດ;
       5. ນຳໃຊ້ ທຸກວິທີການ ເພື່ອສະກັດກັ້ນການທຳລາຍຖິ່ນທ່ີຢູ່ອາໄສ, ປ້ອງກັນໄຟໄໝ້ລາມປ່າ, ການລັກລອບຫາ, ລ່າ ແລະ ຄ້າຂາຍ ສັດນ້ຳ ແລະ ສັດປ່າ;
       6. ໃຫ້ການຮ່ວມມື, ຕອບສະໜອງຂໍ້ມູນ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດ;
       7. ຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ;
       8. ກວດກາສຸຂະພາບ, ເຝົ້າລະວັງ, ຕິດຕາມ ການລະບາດ ຂອງພະຍາດ ສັດ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. ໃນກໍລະນີທີ່ ສັດຕິດເຊື້ອພະຍາດ ຕ້ອງປິ່ນປົວຢ່າງທັນການ.

ພາກທີ V
ຂໍ້ຫ້າມ

ມາດຕາ 52.  ຂໍ້ຫ້າມທົ່ວໄປ
     ຫ້າມ ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ມີການກະທຳ ດັ່ງນີ້:
       1. ນຳເອົາ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ສີ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດອອກຈາກ ຖິ່ນທີ່ຢູ່ອາໄສ ມາໄວ້ໃນຄອບຄອງ;
       2. ທໍລະມານສັດ ທຸກຮູບແບບ;
       3. ລັກລອບຫາ, ລ່າ, ຊື້ຂາຍ ແລະ ມີໄວ້ໃນຄອບຄອງ ສັດນ້ຳ ແລະ ສັດປ່າ ໂດຍບໍ່ໄດ້ຮັບ ອະນຸຍາດ;
       4. ຫາສັດນ້ຳ ແລະ ລ່າສັດປ່າ ໃນສະຖານທີ່ ຫວງຫ້າມ, ເຂດອະນຸລັກພັນສັດ, ໃນລະດູການຂະຫຍາຍພັນ, ຖືພາມານ ແລະ ລ້ຽງລູກນ້ອຍ;
       5. ຜະລິດ, ນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ ເຄື່ອງມື ຫລື ອາວຸດ ຫາປາ ແລະ ລ່າເນື້ອທີ່ມີລັກສະນະດັບສູນ ເຊັ່ນ: ປືນທຸກຊະນິດ, ລະເບີດ, ທາດເຄມີ, ທາດເບື່ອ, ໄຟຟ້າ, ແສງ ຫລື ສຽງທຽມ ແລະ ອື່ນໆ;
       6. ບຸກລຸກທຳລາຍ ເຂດອະນຸລັກພັນສັດ, ວັງສະຫງວນ,  ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານ ຂອງ ສັດນ້ຳ ແລະ ສັດປ່າ ໂດຍທາງກົງ ຫລື ທາງອ້ອມ ເຊັ່ນ: ດ້ວຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ນຳໃຊ້ຢາປາບສັດຕູພືດ ຫລື ຢາຂ້າຫຍ້າ ເກີນກຳນົດ ແລະ ການກະທຳອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
       7. ຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍ ເຄື່ອງໝາຍເຂດແດນ ວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ;
       8. ລ້ຽງສັດນ້ຳ ແລະ ສັດປ່າ ເປັນທຸລະກິດ ຢູ່ໃນເຂດຕົວເມືອງ ແລະ ເຂດຊຸມຊົນ ຊຶ່ງເຮັດໃຫ້ສະພາບແວດລ້ອມເສື່ອມເສຍ;
       9. ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫລື ເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ ທີ່ຕິດເຊື້ອພະຍາດ, ບໍ່ມີຄວາມປອດໄພ ຕໍ່ສຸຂະພາບຂອງສັດ, ນຳສັດດັ່ງກ່າວເຂົ້າ ໃນເວລາທີ່ ເກືອດຫ້າມ ຫລື ບໍ່ຖືກຕ້ອງ ຕາມການອະນຸຍາດ ແລະ ລະບຽບກົດໝາຍ;
       10. ໃຫ້ສິນບົນ ແກ່ພະນັກງານ ແລະ ເຈົ້າໜ້າທີ່, ປອມແປງເອກະສານ ແລະ ຕາປະທັບ;
       11. ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ທີ່ປະຕິ ບັດວຽກງານກ່ຽວກັບ ສັດນ້ຳ ແລະ ສັດປ່າ;
       12. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ.

ມາດຕາ 53. ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າຫນ້າທີ່ປ່າໄມ້ 
    ນອກຈາກຂໍ້ຫ້າມ ທີ່ໄດ້ກຳນົດໄວ້ໃນມາດຕາ 52 ຂອງກົດໝາຍສະບັບນີ້ ຫ້າມ ພະນັກງານ ແລະ ເຈົ້າຫນ້າທີ່ ປ່າໄມ້ ມີການກະທຳ ດັ່ງນີ້:
       1. ສວຍໃຊ້ສິດ ແລະ ໜ້າທີ່ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ ຫລື ນາບຂູ່, ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ ຜົນປະໂຫຍດຂອງ ລັດ, ລວມ ໝູ່ ແລະ ບຸກຄົນ;
       2. ເປີດເຜີຍຄວາມລັບຂອງ ລັດ ຫລື ລັດຖະການ, ປອມແປງເອກະສານ, ຂາດຄວາມຮັບ ຜິດຊອບຕໍ່ ວຽກງານ ທີ່ໄດ້ຮັບມອບໝາຍ;
       3. ດຳເນີນທຸລະກິດ ກ່ຽວກັບສັດນ້ຳ ແລະ ສັດປ່າ ດ້ວຍຕົນເອງ ຫລື ມີຫຸ້ນສ່ວນ.

ພາກທີ VI
ການຄຸ້ມຄອງ ແລະ ກວດກາ ສັດນ້ຳ ແລະ ສັດປ່າ

ໝວດທີ 1
ການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ

ມາດຕາ 54. ອົງການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ
     ລັດຖະບານ ຄຸ້ມຄອງວຽກງານສັດນ້ຳ ແລະ ສັດປ່າ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າ, ກຳນົດນະໂຍບາຍ, ວາງແຜນຍຸດທະສາດ, ລະບຽບການ ແລະ ມາດຕະການ ໃນການປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ ໃຫ້ອຸດົມສົມບູນ ແລະ ຍືນຍົງ.
     ອົງການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ ແມ່ນ ອົງການດຽວກັນກັບ ອົງການຄຸ້ມຄອງ ປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງປະກອບດ້ວຍ: 
       1. ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍແມ່ນ ກົມປ່າໄມ້ເປັນເສນາທິການ;
       2. ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       3. ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ໜ່ວຍງານປ່າໄມ້້ບ້ານ.

ມາດຕາ 55.  ສິດ ແລະ ໜ້າທີ່ ຂອງ ກະຊວງ ກະສິກຳ ແລະ ປ່າໄມ້
     ໃນການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ ກະຊວງ ກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້ :
       1. ເປັນເສນາທິການ ໃຫ້ລັດຖະບານ ໃນການຄົ້ນຄວ້າ, ຜັນຂະຫຍາຍ ແນວທາງ ແຜນຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍ ເປັນແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອຄຸ້ມຄອງວຽກງານ ສັດນ້ຳ ແລະ ສັດປ່າ ໃນຂອບເຂດທົ່ວປະເທດ;
       2. ໂຄສະນາ ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບວຽກງານ ສັດນ້ຳ ແລະ ສັດປ່າ ໃຫ້ທົ່ວ ປວງຊົນ ແນໃສ່ ປູກຈິດສຳນຶກ, ເຊີດຊູສະຕິ ຮັກ, ຫວງແຫນ ແລະ ຖະໜອມ ສັດນ້ຳ ແລະ ສັດປ່າ ແລະ ສະກັດກັ້ນ ການໂຄສະນາກ່ຽວກັບການບໍລິໂພກ ສັດນ້ຳ ແລະ ສັດປ່າ ຕາມສະຖານທີ່ຕ່າງໆ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ;
       4. ສ້າງຕັ້ງ ສະຖາບັນຄົ້ນຄວ້າ ວິທະຍາສາດ ເຕັກນິກ ກ່ຽວກັບສັດນ້ຳ ແລະ ສັດປ່າ, ບຳລຸງ ແລະ ຍົກລະດັບ ວິຊາການ ດ້ານສັດນ້ຳ ແລະ   ສັດປ່າ;
       5. ຄົ້ນຄວ້າ ແລະ ມີຄຳເຫັນ ກ່ຽວກັບ ການລົງທຶນ ດ້ານກິດຈະການ ສັດນ້ຳ ແລະ ສັດປ່າ;
       6. ປຸກລະດົມ ຂົນຂວາຍ, ຍາດແຍ່ງ ຄຸ້ມຄອງທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອ ອະນຸລັກ ປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ;
       7. ປະສານສົມທົບ ກັບ ພາກສ່ວນອື່ນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ເປັນຕົ້ນ ການສຳຫລວດ ເກັບກຳຂໍ້ມູນ ກ່ຽວກັບ ສັດນ້ຳ ແລະ ສັດປ່າ, ທ່າແຮງ ທາງດ້ານທຳມະຊາດ ເພື່ອກຳນົດເຂດອະນຸລັກຊີວະນາໆພັນ ແລະ ເຂດພັດທະນາ  ສັດນ້ຳ ແລະ ສັດປ່າ;
       8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບກິດຈະການ ສັດນ້ຳ ແລະ ສັດປ່າ;
       9. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ໃຫ້ລັດຖະ ບານ ຢ່າງເປັນປົກກະຕິ;

ມາດຕາ 56.  ສິດ ແລະ ໜ້າທີ່ ຂອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ 
     ໃນການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ມະຕິ ຄຳສັ່ງ ແລະ ລະບຽບກົດໝາຍ ກ່ຽວກັບສັດນ້ຳ ແລະ ສັດປ່າ ໃນຂອບເຂດ ຄວາມຮັບຜິດຊອບ ຂອງຕົນ ແລ້ວຈັດຕັ້ງປະຕິບັດ;
       2. ໂຄສະນາ ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບວຽກງານ ສັດນ້ຳ ແລະ ສັດປ່າ ໃຫ້ປະຊາ ຊົນ ເຂົ້າໃຈເຊື່ອມຊືມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ຂອງຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ຄົ້ນຄວ້າ ແລະ ມີຄຳເຫັນ ກ່ຽວກັບ ການລົງທຶນ ດ້ານ ກິດຈະການ ສັດນ້ຳ ແລະ ສັດປ່າ ເພື່ອສະເໜີຕໍ່ ກະຊວງ ກະສິກຳ ແລະ ປ່າໄມ້ ພິຈາລະນາ;
       5. ປຸກລະດົມ ຂົນຂວາຍ, ຍາດແຍ່ງ, ຄຸ້ມຄອງທຶນພາຍໃນ ແລະ ຕ່າງປະເທດ ເພື່ອອະນຸ ລັກ ປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ;
       6. ປະສານສົມທົບ ກັບພາກສ່ວນອື່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ເປັນຕົ້ນ ການສຳຫລວດ ທ່າແຮງ ແນໃສ່ ການຈັດສັນແບ່ງເຂດປົກປັກຮັກ ສາ, ກຳນົດເຂດອະນຸລັກພັນສັັດນ້ຳ ແລະ ສັດປ່າ ຕະຫລອດຮອດ ການຈັດຕັ້ງປົກປັກຮັກສາ ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       7. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ສັດນ້ຳ ແລະ ສັດປ່າ ພາຍໃນແຂວງ, ນະຄອນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນ ຢ່າງເປັນປົກກະຕິ.

ມາດຕາ 57.  ສິດ ແລະ ໜ້າທີ່ ຂອງຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ
     ໃນການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້ :
       1. ຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບວຽກງານ ສັດນ້ຳ ແລະ ສັດປ່າ ໃຫ້ປະຊາຊົນ ເຂົ້າໃຈເຊື່ອມຊືມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3. ຄຸ້ມຄອງ, ຂຶ້ນບັນຊີ  ແລະ ຂຶ້ນທະບຽນ ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ລວມທັງ ເຄື່ອງມື ຫາປາ ແລະ ລ່າສັດ ຕາມລະບຽບການ;
       4. ຈັດຕັ້ງປະຊາຊົນ ຢູ່ຂັ້ນບ້ານ ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ຢ່າງເຂັ້ມງວດ;
       5. ຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານ ສັດນ້ຳ ແລະ ສັດປ່າ ຂອງໜ່ວຍງານປ່າໄມ້ບ້ານ;
       6. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ພາຍໃນເມືອງ, ເທດສະບານ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ.
     ສຳລັບສິດ ແລະ ໜ້າທີ່ ໃນການຄຸ້ມຄອງສັດນ້ຳ ແລະ ສັດປ່າ ຂອງໜ່ວຍງານປ່າໄມ້ບ້ານ ໄດ້ກຳນົດໄວ້ ໃນລະບຽບການ ສະເພາະ.

ໝວດທີ 2
ການກວດກາ ສັດນ້ຳ ແລະ ສັດປ່າ

ມາດຕາ 58.  ຈຸດປະສົງຂອງການກວດກາ ສັດນ້ຳ ແລະ ສັດປ່າ
     ການກວດກາ ສັດນ້ຳ ແລະ ສັດປ່າ ແມ່ນ ການຕິດຕາມ ການເຄື່ອນໄຫວຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ການນຳໃຊ້ ສັດນ້ຳ ແລະ ສັດປ່າ ຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ ລວມທັງການດຳເນີນທຸລະກິດ ສັດນ້ຳ ແລະ ສັດປ່າ ເພື່ອໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ, ກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິຜົນ.

ມາດຕາ 59.  ອົງການກວດກາ ສັດນ້ຳ ແລະ ສັດປ່າ
     ອົງການກວດກາ ສັດນ້ຳ ແລະ ສັດປ່າ ແມ່ນອົງການດຽວກັນກັບອົງການກວດກາປ່າໄມ້  ແລະ ທີ່ດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 111 ຂອງກົດໝາຍ ວ່າດ້ວຍ ປ່າໄມ້ ໂດຍແມ່ນ ກົມກວດກາປ່າໄມ້ ເປັນເສນາທິການ.

ມາດຕາ 60.  ສິດ ແລະ ຫນ້າທີ່  ຂອງອົງການກວດກາ ສັດນ້ຳ ແລະ ສັດປ່າ
     ອົງການກວດກາ ສັດນ້ຳ ແລະ ສັດປ່າ ມີ ສິດ ແລະ ໜ້າທີ່ ດັ່ງນີ້ :
       1. ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ;
       2. ກວດກາ ກິດຈະການສັດນ້ຳ ແລະ ສັດປ່າ ລວມທັງ ການດຳເນີນທຸລະກິດ ກ່ຽວກັບສັດນ້ຳ ແລະ ສັດປ່າ;
       3. ດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບສັດນ້ຳ ແລະ ສັດປ່າ ໂດຍນຳໃຊ້ມາດ ຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ;
       4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອອອກຄຳສັ່ງໃຫ້ຢຸດເຊົາການເຄື່ອນໄຫວ ກ່ຽວກັບ ກິດຈະການ ສັດນ້ຳ ແລະ ສັດປ່າ ຫລື ໂຈະໜ້າທີ່ຕຳແໜ່ງ ຂອງພະນັກງານ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຖ້າເຫັນວ່າມີການກະທຳທີ່ບໍໍ່ຖືກກົດໝາຍ;
       5. ພົວພັນ, ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການ ຈັດຕັ້ງປະຕິບັດ ສິດ ແລະ ໜ້າທີ່ ຂອງຕົນ;
       6. ສະຫລຸບຜົນ ຂອງການປະຕິບັດວຽກງານກວດກາ ແຕ່ລະໄລຍະໃຫ້ຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ.

ມາດຕາ 61.  ເຈົ້າໜ້າທີ່ ສັດນ້ຳ ແລະ ສັດປ່າ
     ເຈົ້າໜ້າທີ່ ສັດນ້ຳ ແລະ ສັດປ່າ ແມ່ນ ເຈົ້າໜ້າທີ່ ທີ່ສັງກັດຢູ່ ກົມກວດກາປ່າໄມ້, ມີພາລະບົດບາດ ກວດກາ ວຽກງານຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ ແລະ ສັດປ່າ ແລະ ສືບສວນ-ສອບສວນ ຄະດີກ່ຽວກັບ ສັດນ້ຳ ແລະ ສັດປ່າ ຕາມລະບຽບກົດໝາຍ.
     ສຳລັບມາດຕະຖານ, ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ ສັດນ້ຳ ແລະ ສັດປ່າ ໄດ້ກຳນົດໄວ້ ໃນລະບຽບການສະເພາະ.

ມາດຕາ 62.  ຮູບການກວດກາ ສັດນ້ຳ ແລະ ສັດປ່າ
     ການກວດກາ ສັດນ້ຳ  ແລະ ສັດປ່າ ມີ ສາມ ຮູບການ ດັ່ງນີ້:
       - ການກວດກາ ຕາມ ລະບົບປົກກະຕິ;
       - ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

       - ການກວດກາ ແບບກະທັນຫັນ.
         1. ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາ ທີ່ມີລັກສະນະກວດກາ ຢ່າງເປັນປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ ຊຶ່ງຕ້ອງປະຕິບັດ ຢ່າງໜ້ອຍ ໜຶ່ງເທື່ອຕໍ່ປີ;
         2. ການກວດກາ ໂດຍ ມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາ ເມື່ອຫາກເຫັນວ່າມີ ຄວາມຈຳເປັນ ໂດຍແຈ້ງໃຫ້ ຜູ້ຮັບຜິດຊອບ ໃນການປົກປັກຮັກສາ ແລະ ພັດທະນາ ຫລື ດຳເນີນກິດຈະການ ສັດນ້ຳ ແລະ ສັດປ່າ ຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ຊົ່ວໂມງ;
         3. ການກວດກາ ແບບກະທັນຫັນ ແມ່ນ ການກວດກາ ເມື່ອຫາກເຫັນວ່າ ມີຄວາມຈຳເປັນ ແຕ່ການລົງກວດການັ້ນ ແມ່ນ ດຳເນີນຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຮັບຜິດຊອບ ໃນການປົກປັກຮັກສາ ແລະ ພັດທະນາ ຫລື ດຳເນີນກິດຈະການ ສັດນ້ຳ ແລະ ສັດປ່າ ຮູ້ລ່ວງໜ້າ.
     ການກວດກາ ໃຫ້ດຳເນີນ ທັງການກວດກາເອກະສານ ແລະ ການລົງກວດກາການປະຕິບັດຕົວຈິງ ຢູ່ສະຖານທີ່ປະຕິບັດງານ.

ມາດຕາ 63.  ການກວດກາພາຍນອກ
     ການກວດກາພາຍນອກ ມີຈຸດປະສົງກວດກາການປະຕິບັດໜ້າທີ່ຂອງ ອົງການຄຸ້ມຄອງ ແລະ ກວດກາ ສັດນ້ຳ ແລະ ສັດປ່າ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ຍຸຕິທຳ.
     ການກວດກາພາຍນອກ ມີດັ່ງນີ້:
       1. ການກວດກາ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການຕິດ ຕາມກວດກາ ຂອງສະພາແຫ່ງຊາດ;
       2. ການກວດກາ ຂອງອົງການກວດກາລັດ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍ ການກວດກາລັດ;
       3. ການຕິດຕາມກວດກາຂອງພົນລະເມືອງລາວ, ການຈັດຕັ້ງ ແລະ ບຸກຄົນ ຢູ່ຮາກຖານ, ສຳນັກງານ, ອົງການ, ຫົວໜ່ວຍວິຊາການ ແລະ ວິສາຫະກິດຂອງລັດ ກ່ຽວກັບການເຄື່ອນໄຫວຂອງພະນັກງານ ອົງການຄຸ້ມຄອງ ແລະ ກວດກາ ສັດນ້ຳ ແລະ ສັດປ່າ, ເມື່ອພົບເຫັນ ຫລື ມີປາກົດການ ທີ່ລະເມີດລະບຽບກົດໝາຍແລ້ວ ກໍມີສິດສະເໜີຕໍ່ອົງການ ທີ່ກ່ຽວຂ້ອງ ເພື່ອດຳເນີນການກວດກາ ຕໍ່ເປົ້າໝາຍດັ່ງກ່າວ.

ພາກທີ VII
ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ,
ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 64.  ວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ
     ເພື່ອ ປົກປັກຮັກສາ ແລະ ພັດທະນາ ສັດນ້ຳ ແລະ ສັດປ່າ ໃຫ້ອຸດົມສົມບູນ ລັດກຳນົດເອົາ ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ. 

ມາດຕາ 65.  ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ
     ອົງການຄຸ້ມຄອງ ແລະ ກວດກາ ສັດນ້ຳ ແລະ ສັດປ່າ ມີເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນເອງ ເພື່ອນຳໃຊ້ ເຂົ້າໃນການເຄື່ອນໄຫວ ວຽກງານທາງລັດຖະການ ຊຶ່ງກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ວາງອອກ.

ພາກທີ VIII
ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 66.  ນະໂຍບາຍ ຕໍ່ຜູ້ມີຜົນງານ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ໃນການປົກປັກຮັກສາ, ພັດທະນາ, ນຳໃຊ້ ສັດນ້ຳ ແລະ ສັດປ່າ, ສະກັດກັ້ນ, ປ້ອງກັນ ການບຸກລຸກ ທຳລາຍຖ່ິນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນ ສັດນ້ຳ ແລະ ສັດປ່າ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 67.  ມາດຕະການ ຕໍ່ຜູ້ລະເມີດ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ ຫລື ລົງໂທດຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫລື ໜັກ.

ມາດຕາ 68.  ມາດຕະການສຶກສາອົບຮົມ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດ ລະບຽບ ກົດໝາຍ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ຂໍ້ຫາມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສຍ ຫາຍ ທີ່ມີມູນຄ່າຕ່ຳກວ່າ 200.000 ກີບ ແຕ່ຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບຕໍ່ການກະທຳ ທີ່ບໍ່ຖືກຕ້ອງ ຂອງຕົນ ແລະ ສົ່ງຊັບສິນ ຫລື ຂອງກາງ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນຄົບຖ້ວນ ກໍຈະຖືກຕັກເຕືອນ ແລະ ສຶກສາອົບຮົມ. 

ມາດຕາ 69.  ມາດຕະການທາງວິໄນ
     ພະນັກງານ ແລະ ເຈົ້າຫນ້າທີ່ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າຕ່ຳກວ່າ 200.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກຈາກຄວາມຜິດຂອງຕົນ ກໍຈະ ຖືກປະຕິບັດວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕືອນ ຄວາມຜິດ ໂດຍບັນທຶກໄວ້ໃນສຳນວນ ເອກະສານ ຊີວະປະຫວັດ ຂອງຜູ້ກ່ຽວ;
       2. ໂຈະ ການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
       3. ປົດຕຳແຫນ່ງ ຫລື ຍົກຍ້າຍໄປຮັບຫນ້າທີ່ອື່ນ ທີ່ມີຕຳແຫນ່ງ ຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຄົບຖ້ວນ.

ມາດຕາ 70.  ມາດຕະການປັບໃໝ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດ ລະບຽບກົດໝາຍກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ແລະ ກໍ່ຄວາມເສຍຫາຍ ທີ່ມີມູນຄ່າແຕ່ 200.000 ກີບ ຂຶ້ນໄປ ກໍຈະຖືກປັບໃໝເທົ່າຕົວ ຂອງມູນຄ່າຄວາມເສຍຫາຍຂອງ ສັດນ້ຳ ແລະ ສັດປ່າ.
     ໃນກໍລະນີທີ່ມີການລະເມີດ ເປັນຄັ້ງທີສອງ ຫລື ເປັນອາຈີນ ກໍຈະຖືກປັບໃໝ ສາມເທົ່າຕົວ ຂອງມູນຄ່າຄວາມເສຍຫາຍຂອງ ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ, ສອງເທົ່າຕົວຂອງສັດປະ ເພດຄຸ້ມຄອງ ແລະ ໜຶ່ງເທົ່າຕົວ ຂອງສັດປະເພດທົ່ວໄປ ພ້ອມທັງຮິບຊັບສິນທີ່ໄດ້ມາ ໂດຍບໍ່ຖືກຕ້ອງນັ້ນເປັນຂອງລັດ.

ມາດຕາ 71.  ມາດຕະການທາງອາຍາ
     ການກະທຳຜິດທາງອາຍາ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ມີກໍລະນີ ດັ່ງນີ້:
       1. ຫາ ສັດນ້ຳ ແລະ ລ່າ ສັດປ່າ ທຳມະຊາດ ປະເພດຫວງຫ້າມທີ່ຫາຍາກ ແລະ ໃກ້ຈະສູນ ພັນ ເຊັ່ນ: ປາຂ່າ, ຊ້າງ, ເສືອໂຄ່ງ, ແຮດ, ເສົາຫລາ, ໝີ, ເມີຍ ແລະ ງົວບາ;
       2. ນຳໃຊ້ ເຄື່ອງມື ຫລື ວິທີການ ຫາປາ ແລະ ລ່າສັດ ທີ່ມີລັກສະນະດັບສູນ;
       3. ບຸກລຸກທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານ ຂອງສັດນ້ຳ ແລະ ສັດປ່າ;
       4. ລັກເອົາ ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫລື ສິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫລື ມີໄວ້ໃນຄອບຄອງ;
       5. ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ແລະ ເຄື່ອນຍ້າຍ ສັດນ້ຳ ແລະ ສັດປ່າ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
       6. ໃຫ້ ແລະ ຮັບສິນບົນ, ປອມແປງເອກະສານ ແລະ ຕາປະທັບ. 
     ຜູ້ກະທຳຜິດ ຈະຖືກ ດຳເນີນຄະດີອາຍາ ແລະ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ຫ້າປີ ຕາມແຕ່ກໍລະນີ ເບົາ ຫລື ໜັກ ແລະ ປັບໃໝ ຕາມມາດຕາ 70 ຂອງກົດໝາຍ ສະບັບນີ້ ລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ.

ມາດຕາ 72.  ມາດຕະການ ໂທດເພີ່ມ
     ນອກຈາກໂທດຕົ້ນຕໍ ທີ່ໄດ້ກ່າວໄວ້ ໃນມາດຕາ 71 ຂ້າງເທິງນີ້ແລ້ວ ຜູ້ກະທຳຜິດ ອາດຈະຖືກປະຕິບັດມາດຕະການໂທດເພີ່ມ ເຊັ່ນ: ໂຈະ ຫຼື ຖອນໃບອະນຸຍາດ, ຖອນສິດນຳໃຊ້ ສັດນ້ຳ ແລະ ສັດປ່າ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 73.  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 74. ຜົນສັກສິດ
     ກົດຫມາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ເກົ້າສິບ ວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດກັບກົດຫມາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

        ປະທານສະພາແຫ່ງຊາດ
 

ຜູ້ໃຫ້ການສະໜັບສະໜູນ