ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍ ວ່າ​ດ້ວຍ​ການ​ປ້ອງ​ກັນ​ພືດ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 09-12-2008
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 31-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 06 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 9 ທັນ​ວາ  2008

 ກົດໝາຍ
ວ່າດ້ວຍ ການປ້ອງກັນພືດ

ພາກ ທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ
     ກົດໝາຍວ່າດ້ວຍ ການປ້ອງກັນພືດ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການພື້ນຖານ ກ່ຽວກັບ ການຄຸ້ມຄອງ, ການກວດກາ, ການປ້ອງກັນພືດ ເພື່ອສະກັດກັ້ນ ການແຜ່ລະບາດ ຂອງ ສັດຕູພືດ ຢູ່ພາຍໃນປະເທດ, ຈາກພາຍນອກເຂົ້າມາ ສປປ ລາວ ແລະ ຈາກ ສປປ ລາວ ໄປຍັງປະເທດອື່ນ, ແນໃສ່ຮັກສາ ສຸຂານາໄມ ຂອງ ພືດ, ຄົນ, ສັດ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນ ເຮັດໃຫ້ ພືດ, ຜະລິດຕະພັນພືດ ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ ຄວາມຕ້ອງການບໍລິໂພກພາຍໃນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ເປັນສິນຄ້າສົ່ງອອກ, ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ.

ມາດຕາ 2.  ການປ້ອງກັນພືດ
     ການປ້ອງກັນພືດ ແມ່ນ ການຄວບຄຸມ, ການກວດກາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ໃນເວລາເຄື່ອນຍ້າຍຈາກພື້ນທີ່ໜຶ່ງໄປຍັງອີກພື້ນທີ່ໜຶ່ງ ໂດຍປະຕິບັດ ຕາມລະບຽບ ກົດໝາຍ ແລະ ໃຫ້ຖືກຕ້ອງ ຕາມຫຼັກວິຊາການ ແນໃສ່ຈຳກັດ ແລະ ສະກັດກັ້ນການລະບາດ ຂອງສັດຕູພືດ, ປ້ອງກັນບໍ່ໃຫ້ສັດຕູພືດລະບາດ ຈາກເຂດໜຶ່ງໄປຫາອີກເຂດໜຶ່ງ ພາຍໃນປະເທດ ຫຼື ແຜ່ລະບາດເຂົ້າມາໃນປະເທດ ແລະ ອອກໄປສູ່ປະເທດອື່ນ.

ມາດຕາ 3.  ການອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ພືດ ໝາຍເຖິງ ພືດທີ່ມີຊີວິດ ແລະ ສິ້ນສ່ວນຕ່າງໆ ຂອງພືດ ລວມທັງ ຫມາກ, ເມັດ, ສະປໍ ແລະ ແນວພັນພືດ ທີ່ເກີດຂຶ້ນຕາມທຳມະຊາດ ແລະ ຄົນເຮົາປູກຂຶ້ນມາ;
       2. ສັດຕູພືດ ໝາຍເຖິງ ແມງໄມ້, ບັນດາ ພືດທີ່ເປັນອັນຕະລາຍ ລວມທັງ ເຊື້ອຈຸລິນຊີ ເຊັ່ນ: ໄວຣັດ, ເຫັດລາ, ແບັກທີເຣັຍ, ກາຝາກ ແລະ ເຊື້ອພະຍາດອື່ນ ທີ່ສ້າງຄວາມເສັຍຫາຍແກ່ພືດ ແລະ ສິ່ງແວດລ້ອມ;
       3. ພືດທີ່ເປັນອັນຕະລາຍ ໝາຍເຖິງ ຫຍ້າ ແລະ ເຄືອໄມ້ ທີ່ບໍ່ເປັນປະໂຫຍດ ຊຶ່ງຍາດອາຫານ ແລະ ພື້ນທີ່ ການຜະລິດ;
       4. ຜະລິດຕະພັນພືດ ໝາຍເຖິງ ພືດທີ່ຍັງບໍ່ໄດ້ຜ່ານ ແລະ ໄດ້ຜ່ານຂະບວນການແປຮູບ ແລ້ວ ເຊັ່ນ: ເຂົ້າເປືອກ, ໝາກສາລີ, ໝາກກາເຟ, ເຂົ້າສານ, ແປ້ງສາລີ, ແປ້ງມັນຕົ້ນ;
       5. ວັດຖຸອື່ນ ໝາຍເຖິງ ສິ່ງທີ່ໃຊ້ໃນການທົດລອງກັບພືດ, ສິ່ງເສດເຫຼືອຂອງພືດ, ດິນ, ດິນທຽມ ລວມທັງວັດສະດຸຸຫຸ້ມຫໍ່ ເຊັ່ນ: ຕູ້ບັນຈຸ, ຫີບຫໍ່ ທີ່ເຮັດດ້ວຍໄມ້, ໄມ້ໝອນຮອງ, ຖົງ ຫລື ກະສອບ, ກະບຸງ, ກະຕ່າ;
       6. ເຊື້ອໄວຣັດ ໝາຍເຖິງ ເຊື້ອຈຸລະໂລກ ທີ່ເປັນອັນຕະລາຍຕໍ່ພືດ, ສັດ ແລະ ຄົນ ຊຶ່ງເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດເອເລັກໂຕຼນິກ;
       7. ເຊື້ອແບັກທີເຣັຍ ໝາຍເຖິງ ເຊື້ອຈຸລິນຊີ ຈຳພວກໜຶ່ງ ຊຶ່ງມີຫຼາຍຕະກຸນ ທີ່ເປັນອັນຕະລາຍ ຕໍ່ ພືດ, ຄົນ ແລະ ສັດ ຊຶ່ງເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດ;
       8. ເຊື້ອກາຝາກ ໝາຍເຖິງ ສິ່ງທີ່ມີຊີວິດ ທີ່ອາໄສເກາະກິນ ນຳພືດ, ຄົນ ແລະ ສັດ;
       9. ສະປໍ ໝາຍເຖິງ ເຊື້ອພັນ ຫຼື ພະຍາດ ທີ່ຫຸ້ມຫໍ່ ເປັນປໍ້ນ້ອຍໆ;
       10. ສົນທິສັນຍາ ໝາຍເຖິງ ສົນທິສັນຍາປ້ອງກັນພືດສາກົນ ຊຶ່ງ ສປປ ລາວ ໄດ້ເຂົ້າຮ່ວມ ເປັນພາຄີ ໃນວັນທີ 28 ກຸມພາ 1955 ແລະ ໃຫ້ສັດຕະຍາບັນ ໃນວັນທີ 24 ທັນວາ 2006;
       11. ເຈົ້າຫນ້າທີ່ປ້ອງກັນພືດ ໝາຍເຖິງ ພະນັກງານວິຊາການ ຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງ ການຈາກອົງການ ຄຸ້ມຄອງວຽກງານປ້ອງກັນພືດ ເພື່ອອຳນວຍຄວາມສະດວກ ແລະ ດຳເນີນ ການກວດກາພືດ ຢູ່ດ່ານ ຫຼື ພື້ນທີ່ທີ່ມີການລະບາດ ຂອງ ສັດຕູພືດ ຕາມລະບຽບກົດໝາຍ;
       12. ດ່ານປ້ອງກັນພືດ ໝາຍເຖີງ ຈຸດ ຫຼື ທີ່ຕັ້ງ ບ່ອນເຮັດວຽກ ຂອງ ເຈົ້າໜ້າທີ່ປ້ອງກັນພືດ;
       13. ໃບຢັ້ງຢືນສຸຂານາໄມພືດ ໝາຍເຖິງ ເອກະສານຢັ້ງຢືນ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ສົ່ງອອກ ຫຼື ນຳເຂົ້ານັ້ນ ບໍ່ມີສັດຕູພືດ;
       14. ໃບຢັ້ງຢືນແຫຼ່ງກຳເນີດ ພືດ ແລະ ຜະລິດຕະພັນພືດ ໝາຍເຖິງ ເອກະສານຢັ້ງຢືນ ບ່ອນປູກ, ປະເທດ, ເຂດ, ທ້ອງຖິ່ນ ຫຼື ພື້ນທີ່ກຳເນີດສະເພາະ ຂອງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ;
       15. ສຸຂານາໄມພືດ ໝາຍເຖິງ ການເຮັດໃຫ້ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ມີ ຄວາມສະອາດ, ປອດໄພ ຈາກສັດຕູພືດ;
       16. ຜູ້ປະກອບການ ໝາຍເຖິງ ຜູ້ສົ່ງອອກ ແລະ ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ລວມທັງ ຜູ້ດຳເນີນທຸລະກິດດ້ານສຸຂານາໄມພືດ;
       17. ສິດຮ້ອງທຸກ ໝາຍເຖິງ ສິດສະເໜີຕໍ່ ອົງການບໍລິຫານ, ສິດຮ້ອງຟ້ອງ ຕໍ່ ສານປະຊາຊົນ ແລະ ສິດຮ້ອງຂໍຄວາມເປັນທຳ ຕໍ່ ສະພາແຫ່ງຊາດ.

ມາດຕາ 4.  ນະໂຍບາຍ ຂອງລັດ ກ່ຽວກັບ ການປ້ອງກັນພືດ
     ລັດ ຊຸກຍູ້, ສົ່ງເສີມ ວຽກງານປ້ອງກັນພືດ ດ້ວຍການວາງ ນະໂຍບາຍ, ລະບຽບກົດໝາຍ, ມາດຕະການຕ່າງໆ ເປັນຕົ້ນ ພາສີ, ອາກອນ, ສິນເຊື່ອ, ວິຊາການ, ເຕັກໂນໂລຊີ ໂດຍເອື້ອອຳນວຍໃຫ້ ຄອບຄົວ ແລະ ການຈັດຕັ້ງ ນັບທັງຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໄດ້ຮັບຄວາມສະດວກ, ວ່ອງໄວ ແລະ ມີສ່ວນຮ່ວມ ເຂົ້າໃນວຽກງານປ້ອງກັນພືດ ເພື່ອຕອບສະໜອງ ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃນເງື່ອນໄຂການເຊື່ອມໂຍງເຂົ້າກັບສາກົນ.

ມາດຕາ 5.  ຫຼັກການ ກ່ຽວກັບ ການປ້ອງກັນພືດ
     ການປ້ອງກັນພືດ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
       1. ຮັບປະກັນ ການຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
       2. ສົມທົບຢ່າງກົມກຽວ ຜົນປະໂຫຍດ ຂອງ ລັດ, ລວມໝູ່, ຄອບຄົວ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ;
       3. ຖືສຳຄັນ ລະບົບນິເວດ, ຄວາມປອດໄພ ແລະ ສຸຂານາໄມ ຂອງ ພືດ, ຄົນ, ສັດ ເພື່ອຜົນປະໂຫຍດສູງສຸດ ສະເພາະໜ້າ ແລະ ຍາວນານ ຂອງ ສັງຄົມ;
       4. ຖືເອົາການປ້ອງກັນພືດ ຕິດພັນກັບການຊຸກຍູ້ການຜະລິດ, ການພັດທະນາ ກະສິກຳ ແລະ ປ່າໄມ້ ແບບຍືນຍົງ;
       5. ສົມທົບການປະຕິບັດ ແນວທາງນະໂຍບາຍ, ລະບຽບກົດໝາຍ ພາຍໃນປະເທດ ກັບ ສັນຍາ ແລະ ສົນທິສັນຍາສາກົນ ທີ່ກ່ຽວຂ້ອງ ຊຶ່ງ ສປປ ລາວ ເປັນພາຄີ.

ມາດຕາ 6.  ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບ ການຄວບຄຸມການລະບາດສັດຕູພືດ ຢູ່ພາຍໃນ, ການຄຸ້ມຄອງ, ການກວດກາ ພືດທຸກປະເພດ ທີ່ເປັນສິນຄ້າ ນຳເຂົ້າ, ຜ່ານ ແລະ ສົ່ງອອກ ເພື່ອຮັບປະກັນຄວາມປອດໄພ ແລະ ສຸຂານາໄມ ຂອງ ພືດ, ຄົນ ແລະ ສັດ.
     ສານເຄມີປ້ອງກັນພືດ, ສານຕົກຄ້າງໃນພືດ ບໍ່ນອນຢູ່ໃນຂອບເຂດ ການນຳໃຊ້ ຂອງກົດໝາຍສະບັບນີ້.

ມາດຕາ 7.  ການຮ່ວມມືສາກົນ
     ລັດ ສົ່ງເສີມ ການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ລວມທັງ ອົງການຈັດຕັ້ງສາກົນ ໃນການປະຕິບັດວຽກງານປ້ອງກັນພືດ, ການປັບປຸງລະບົບ ປ້ອງກັນພືດ ຂອງ ສປປ ລາວ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ການພັດທະນາ ຊັບພະຍາກອນມະນຸດ, ການເຂົ້າຮ່ວມ ປະຕິບັດສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກ ທີ II
ກິດຈະການ ກ່ຽວກັບ ການປ້ອງກັນພືດ

ມາດຕາ 8.  ເປົ້າໝາຍ ຂອງກິດຈະການ
     ເປົ້າໝາຍຂອງກິດຈະການທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງ ກົດໝາຍສະບັບນີ້ ຕ້ອງໄດ້ຮັບ ການຄຸ້ມຄອງ, ກວດກາຕາມຫຼັກວິຊາການ ຢ່າງເຂັ້ມງວດ ເປັນຕົ້ນແມ່ນການ ສົ່ງອອກ-ນຳເຂົ້າ ແລະ ຜ່ານແດນ. ສຳລັບ ຢູ່ພາຍໃນປະເທດ ຕ້ອງມີການຄວບຄຸມ ພື້ນທີ່ ທີ່ມີການລະບາດ ລວມທັງ ການເຄື່ອນຍ້າຍ.

ມາດຕາ 9.  ກິດຈະການ ແລະ ທຸລະກິດ ການປ້ອງກັນພືດ
    • ກິດຈະການ ກ່ຽວກັບ ການປ້ອງກັນພືດ ມີ ດັ່ງນີ້:
       - ການປ້ອງກັນພືດ ພາຍໃນປະເທດ;
       - ການກວດກາພືດຂາເຂົ້າ;
       - ການກວດກາພືດຂາອອກ;
       - ການກວດກາພືດຜ່ານແດນ;
       - ການກວດກາພືດ ຕິດຕົວຜູ້ໂດຍສານ ຫລື ສົ່ງທາງໄປສະນີ;
       - ການກວດກາພາຫະນະຂົນສົ່ງ.

     • ທຸລະກິດ ດ້ານສຸຂານາໄມພືດ.

ໝວດທີ 1
ການປ້ອງກັນພືດ ພາຍໃນປະເທດ

ມາດຕາ 10.  ການຄວບຄຸມພືດ ພາຍໃນປະເທດ
     ການຄວບຄຸມພືດ ພາຍໃນປະເທດ ຕ້ອງດຳເນີນ ດ້ວຍການກວດກາ, ການຈຳກັດ ແລະ ສະກັດກັ້ນ ການແຜ່ລະບາດ ຂອງສັດຕູພືດ ຈາກເຂດໜຶ່ງ ໄປຍັງອີກເຂດໜຶ່ງ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍ.

ມາດຕາ 11.  ການລາຍງານ ກ່ຽວກັບ ສັດຕູພືດ
     ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງ ທີ່ພົບເຫັນປາກົດການ ການທຳລາຍ ຫຼື ການລະບາດ ຂອງ ສັດຕູພືດ ຢູ່ພື້ນທີ່ໃດໜຶ່ງ ຕ້ອງລາຍງານ ຕໍ່ ຂະແຫນງການ ກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງ ທ້ອງຖິ່ນ ທີ່ກ່ຽວຂ້ອງ ຢ່າງຮີບດ່ວນ.

ມາດຕາ 12.  ການປະກາດ ເຂດສັດຕູພືດລະບາດ
     ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ປະກາດ ເຂດສັດຕູພືດລະບາດ ຕາມການສະເໜີຂອງອົງການຄຸ້ມຄອງ ວຽກງານປ້ອງກັນພືດ ໂດຍໃຫ້ປະຕິບັດ ຕາມກໍລະນີ ດັ່ງນີ້:
       1. ຖ້າຫາກສັດຕູພືດລະບາດເກີດຂຶ້ນໃນຂອບເຂດເມືອງ, ເທດສະບານໃດໜຶ່ງ ແມ່ນ ເຈົ້າເມືອງ, ຫົວໜ້າເທດສະບານນັ້ນ ເປັນຜູ້ປະກາດ;
       2. ຖ້າຫາກສັດຕູພືດລະບາດ ເກີດຂຶ້ນຫຼາຍກວ່າເມືອງໜຶ່ງ, ເທດສະບານໜຶ່ງ ແຕ່ຢູ່ໃນຂອບເຂດ ແຂວງ, ນະຄອນໜຶ່ງ ແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນນັ້ນ ເປັນຜູ້ປະກາດ;
       3. ຖ້າຫາກສັດຕູພືດລະບາດ ເກີດຂຶ້ນຫຼາຍກວ່າໜຶ່ງແຂວງ, ນະຄອນ ແມ່ນນາຍົກລັດຖະມົນຕີ ເປັນຜູ້ປະກາດ.

ມາດຕາ 13.  ມາດຕະການຄວບຄຸມ ການແຜ່ລະບາດຂອງສັດຕູພືດ
     ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍສົມທົບກັບ ອົງການປົກຄອງທ້ອງຖິ່ນ ແຈ້ງການປະກາດໃຊ້ມາດຕະການຄວບຄຸມ ການແຜ່ລະບາດ ຂອງສັດຕູພືດ ໃຫ້ທັນເວລາ ຕາມແຕ່ກໍລະນີີ ດັ່ງນີ້:
       1. ນຳໃຊ້ວິທີການ ທີ່ເໝາະສົມ ແລະ ມີປະສິດທິຜົນ ໃນການຄວບຄຸມສັດຕູພືດ;
       2. ນຳໃຊ້ມາດຕະການ ທີ່ຈຳເປັນ ໃນຂອບເຂດ ບໍລິເວນໃດໜຶ່ງ ຫລື ທົ່ວປະເທດ ເພື່ອກັນ, ຄວບຄຸມ, ກຳຈັດ ການແຜ່ລະບາດ ຂອງສັດຕູພືດໃດໜຶ່ງ ເພື່ອສະກັດກັ້ນ ບໍ່ໃຫ້ສັດຕູພືດ ແຜ່ລາມອອກໄປ ຢ່າງກວ້າງຂວາງ;
       3. ກຳຈັດ ແລະ ທຳລາຍ ສັດຕູພືດ, ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຕິດພະຍາດ, ປົນເປື້ອນ ຫລື ນຳເຊື້ອພະຍາດ ຕາມກຳນົດເວລາ ແລະ ລະບຽບການ;
       4. ຕິດຕາມ ແລະ ກວດກາ ພື້ນທີ່ການຜະລິດ ທີ່ມີສັດຕູພືດທຳລາຍ ຫລື ບ່ອນທີ່ສົງໄສ ວ່າເກີດມີການແຜ່ລະບາດ ຂອງສັດຕູພືດ.

ໝວດ ທີ 2
ການກວດກາພືດ ຂາເຂົ້າ

ມາດຕາ 14.  ການນຳເຂົ້າ ພືດ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ນັບທັງການຊື້ ຫຼື ການຊ່ວຍເຫຼືອຈາກຕ່າງປະເທດ ຕ້ອງປະຕິບັດຕາມ ນະໂນບາຍ ແລະ ລະບຽບກົດໝາຍ ຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 15.  ການຂໍອະນຸຍາດນຳເຂົ້າພືດ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ຕ້ອງການນຳເຂົ້າ ເມັດພັນພືດ, ແນວພັນພືດ, ຜະລິດຕະພັນພືດ ຫລື ວັດຖຸອື່ນ ຕາມບັນຊີ ສັດຕູພືດຕ້ອງຫ້າມ ຂອງ ສປປ ລາວ ຫຼື ຈາກເຂດພື້ນທີ່ລະບາດສັດຕູພືດ ຂອງ ປະເທດຕົ້ນທາງ ຕ້ອງຂໍອະນຸຍາດ ຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ດຳເນີນໄປຕາມລະບຽບກົດໝາຍ.

ມາດຕາ 16.  ເອກະສານ ທີ່ຕ້ອງແຈ້ງ
     ບຸກຄົນ ຫຼື ການຈັດຕັ້ງ ລວມທັງ ຜູ້ປະກອບການ ທີ່ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຕ້ອງແຈ້ງເອກະສານ ທີ່ກ່ຽວຂ້ອງ ຕໍ່ດ່ານປ້ອງກັນພືດ ເຊັ່ນ: ໃບຢັ້ງຢືນ ສຸຂານາໄມພືດ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ ຊຶ່ງອອກໃຫ້ໂດຍ ປະເທດຕົ້ນທາງ.

ມາດຕາ 17.  ການກວດກາ ພືດ ທີ່ເປັນສິນຄ້າ
     ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ເປັນສິນຄ້ານຳເຂົ້າ ຕ້ອງໄດ້ຮັບການກວດກາຕາມຫຼັກວິຊາການ ຢູ່ ດ່ານປ້ອງກັນພືດ, ຖ້າບໍ່ພົບເຫັນ ສັດຕູພືດ ຕ້ອງອອກອະນຸຍາດ ໃຫ້ຜ່ານໃນທັນໃດ.
     ໃນກໍລະນີທີ່ສົງໄສວ່າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ມີການຕິດແປດສັດຕູພືດ ຫຼື ມາຈາກພື້ນທີ່ ທີ່ມີການແຜ່ລະບາດ ຂອງ ສັດຕູພືດນັ້ນ ເຈົ້າໜ້າທີ່ປ້ອງກັນພືດ ມີສິດແຍກປ່ຽວ ໂດຍນຳໄປໄວ້ໃນສະຖານທີ່ສະເພາະ ເພື່ອຫຼີກເວັ້ນ ການແຜ່ລະບາດ ຂອງ ສັດຕູພືດ ໄປສູ່ເຂດອື່ນ ພ້ອມທັງ ຕິດຕາມ, ກວດກາ ແລະ ວິໄຈພືດດັ່ງກ່າວ.
     ໃນກໍລະນີ ທີ່ພົບເຫັນ ສັດຕູພືດ ເຈົ້າຫນ້າທີ່ປ້ອງກັນພືດ ຕ້ອງແຈ້ງໃຫ້ຜູ້ປະກອບການຊາບ ໃນທັນໃດ ແລ້ວດຳເນີນການສຸຂານາໄມພືດ ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ ຫລື ສົ່ງກັບຄືນປະເທດຕົ້ນທາງ ຫລື ທຳລາຍຖິ້ມ ແລ້ວແຕ່ກໍລະນີ.
     ໃນການດຳເນີນການສຸຂານາໄມພືດ ຫລື ການສົ່ງກັບຄືນ ປະເທດຕົ້ນທາງ ຫລື ການທຳລາຍຖິ້ມ ແມ່ນເປັນພາລະ ຂອງຜູ້ປະກອບການ.

ມາດຕາ 18.  ການນຳເຂົ້າ ພືດຕ້ອງຫ້າມ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ຕ້ອງການນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນຕ້ອງຫ້າມເພື່ອ ການຄົ້ນຄວ້າ ວິທະຍາສາດ, ການສຶກສາ, ການວິໄຈ ເພື່ອຜົນປະໂຫຍດ ທາງດ້ານ ການພັດທະ ນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕ້ອງໄດ້ຮັບການອະນຸຍາດພິເສດ ຈາກລັດຖະບານ ໂດຍມີມາດຕະການ ຄຸ້ມຄອງສະເພາະ ຢ່າງເຂັ້ມງວດ.

ຫມວດທີ 3
ການກວດກາພືດ ຂາອອກ

ມາດຕາ 19.  ການສະເໜີໃຫ້ກວດກາພືດ ຂາອອກ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງອອກ ພືດ, ຜະລິດຕະພັນພືດ ຫຼື ວັດຖຸອື່ນ ຕ້ອງສະເໜີຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ເພື່ອໃຫ້ກວດກາພືດຂາອອກ ຕາມເງື່ອນໄຂ ຄວາມຕ້ອງການ ຂອງປະເທດປາຍທາງ.

ມາດຕາ 20.  ການສະເຫນີກວດກາພືດ ຄືນໃໝ່
     ບຸກຄົນ ຫຼື ການຈັດຕັ້ງ ມີສິດສະເໜີ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ເພື່ອກວດກາພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຄືນໃໝ່ ໃນກໍລະນີ ດັ່ງນີ້:
       1.  ການຮຽກຮ້ອງໃຫ້ມີການກວດກາເພີ່ມເຕີມ ຈາກປະເທດປາຍທາງ;
       2.  ການຫຸ້ມຫໍ່ ມີການປ່ຽນແປງ ຫລື ມີການສີກຂາດ ;
       3.  ໃບຢັ້ງຢືນສຸຂານາໄມພືດ ໝົດອາຍຸ.

ມາດຕາ 21.  ການຢັ້ງຢືນການສົ່ງອອກພືດ
     ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຈະສົ່ງອອກໄປຕ່າງປະເທດ ຕ້ອງໄດ້ຮັບການກວດກາ ແລະ ການຢັ້ງຢືນສຸຂານາໄມພືດ ຈາກ ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ ຕາມລະບຽບການ.

ຫມວດທີ 4
ການກວດກາພືດ ຜ່ານແດນ

ມາດຕາ 22.  ການນຳສົ່ງ ແລະ ການກວດກາ ພືດຜ່ານແດນ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ນຳສົ່ງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ເປັນສິນຄ້າຜ່ານ ສປປ ລາວ ຕ້ອງປະຕິບັດ ຕາມລະບຽບກົດໝາຍ ຂອງ ສປປ ລາວ, ສັນຍາ, ສົນທິສັນຍາສາກົນ ທີ່ກ່ຽວຂ້ອງ.
     ເຈົ້າຫນ້າທີ່ປ້ອງກັນພືດ ປະຈຳດ່ານ ຕ້ອງກວດກາ ໃບຢັ້ງຢືນສຸຂານາໄມພືດ, ພາຫະນະຂົນສົ່ງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ເພື່ອຢັ້ງຢືນ ຄວາມຖືກຕ້ອງ ແລະ ຄວາມປອດໄພ.
     ໃນກໍລະນີ ມີປາກົດການ ຜິດປົກກະຕິ ຫຼື ມີແຫຼ່ງຂ່າວ ຂໍ້ມູນຈາກພື້ນທີ່ ທີ່ມີການລະບາດ ຂອງ ສັດຕູພືດ ຕ້ອງໄດ້ກວດກາຕົວຈິງ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍ. ເມື່ອພົບເຫັນ ສັດຕູພືດ ຕາມບັນຊີສັດຕູພືດຕ້ອງຫ້າມ ກໍໃຫ້ປະຕິບັດ ຕາມວັກ 3 ແລະ 4 ຂອງ ມາດຕາ 17 ຂອງກົດໝາຍ ສະບັບນີ້. 

ມາດຕາ 23.  ການຄ່ຽນຖ່າຍພືດ
     ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ໃນໄລຍະການສົ່ງຜ່ານນັ້ນ ຖ້າຫາກມີການຄ່ຽນຖ່າຍ ຈາກພາຫະນະໜຶ່ງ ສູ່ພາຫະນະອື່ນ ຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າຫນ້າທີ່ປ້ອງກັນພືດ ປະຈຳດ່ານ ຫຼື ຂະແໜງ ການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງ.

ຫມວດທີ 5
ການກວດກາພືດ ຕິດຕົວ ຫລື ສົ່ງທາງໄປສະນີ

ມາດຕາ 24.  ການນຳເຂົ້າພືດ ຕິດຕົວ ຫລື ສົ່ງທາງໄປສະນີ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ນຳ ແນວພັນພືດ, ພືດ ຕິດຕົວ ຫລື ສົ່ງທາງໄປສະນີ ເຂົ້າມາໃນ ສປປ ລາວ ຕ້ອງແຈ້ງ ແລະ ຮັບການກວດກາ ຢູ່ ດ່ານ ອອກ-ເຂົ້າ ຫຼື ຫ້ອງການໄປສະນີ ຕາມລະບຽບການ.
     ໃນກໍລະນີ ທີ່ພົບເຫັນ ສັດຕູພືດ ຕ້ອງເຮັດອະນາໄມ ແລະ ຂ້າເຊື້ອພະຍາດ ຕາມຫຼັກການ, ຖ້າຫາກແມ່ນສັດຕູພືດ ທີ່ເປັນອັນຕະລາຍ ຕ້ອງສົ່ງກັບຄືນ ຫຼື ທຳລາຍຖິ້ມ. ສຳລັບຄ່າໃຊ້ຈ່າຍ ໃນການດຳ ເນີນການສຸຂານາໄມພືດ ຫລື ການສົ່ງກັບຄືນ ຫລື ການທຳລາຍຖິ້ມ ແມ່ນເປັນພາລະ ຂອງ ເຈົ້າຂອງພືດ.
     ສຳລັບການນຳເຂົ້າພືດ ເພື່ອຈຳໜ່າຍ ຫຼື ຂະຫຍາຍພັນ ຕ້ອງ ໄດ້ຮັບການເຫັນດີ ຈາກຂະແໜງການ ກະສິກຳ ແລະ ປ່າໄມ້ ແລະ ດຳເນີນຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 25.  ການກວດກາພືດ ຕິດຕົວຜູ້ໂດຍສານ ຫລື ສົ່ງທາງໄປສະນີ
     ພືດ ຕິດຕົວຜູ້ໂດຍສານ ຫລື ສົ່ງທາງໄປສະນີ ທີ່ນຳເຂົ້າມາ ສປປ ລາວ ເມື່ອຜ່ານການກວດກາ ດ້ານສຸຂານາໄມແລ້ວ ຕ້ອງໄດ້ອະນຸຍາດໃຫ້ນຳເຂົ້າໃນທັນໃດ.

ຫມວດ ທີ 6
ການກວດກາ ພາຫະນະຂົນສົ່ງ

ມາດຕາ 26.  ພາຫະນະທຸກປະເພດ
     ພາຫະນະທຸກປະເພດ ຕ້ອງໄດ້ປະຕິບັດ ການກັນ ແລະ ກຳຈັດ ສັດຕູພືດ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍ.

ມາດຕາ 27.  ພາຫະນະຂົນສົ່ງ ທີ່ມາຈາກພື້ນທີ່ລະບາດ ຂອງສັດຕູພືດ
       ພາຫະນະຂົນສົ່ງ ທາງບົກ, ທາງນ້ຳ ແລະ ທາງອາກາດ ທີ່ເດີນທາງມາຈາກພື້ນທີ່ລະບາດ ຂອງສັດຕູພືດ ຕ້ອງໄດ້ຮັບການກວດກາ ຈາກເຈົ້າຫນ້າທີ່ປ້ອງກັນພືດ. ໃນກໍລະນີ ທີ່ພົບເຫັນສັດຕູພືດໃດໜຶ່ງ ຕ້ອງເຮັດອະນາໄມ ຫລື ຂ້າເຊື້ອ ຕາມຫຼັກວິຊາການ.

ມາດຕາ 28.  ພາຫະນະຂົນສົ່ງລຳລຽງພືດ 
     ພາຫະນະຂົນສົ່ງລຳລຽງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ ເຂົ້າ-ອອກ ສປປ ລາວ ຕ້ອງປະຕິບັດຕາມຫລັກວິຊາການປ້ອງກັນພືດ ແລະ ຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຫຼື ຕາມລະບຽບການ ລະຫວ່າງປະເທດ.

ມາດຕາ 29.  ການກຳຈັດ ສິ່ງເສດເຫລືອ ຈາກພາຫະນະຂົນສົ່ງ
     ສິ່ງເສດເຫຼືອທັງໝົດ ທີ່ຄ້າງຢູ່ໃນພາຫະນະຂົນສົ່ງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຕິດເຊື້ອພະຍາດ ຊຶ່ງເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບ ການກຳຈັດ, ຂ້າເຊື້ອ ແລະ ອະນາໄມ ເປັນຕົ້ນ ການລ້າງ ໃນສະຖານທີ່ ທີ່ກຳນົດໃຫ້ສະເພາະ ຕາມລະບຽບການ.

ມາດຕາ 30.  ອຸປະກອນ ແລະ ວັດສະດຸຫຸ້ມຫໍ່ ທີ່ນຳເຂົ້າ
     ອຸປະກອນ ແລະ ວັດສະດຸຫຸ້ມຫໍ່ ທີ່ນຳເຂົ້າມາໃນ ສປປ ລາວ ທີ່ສົງໄສວ່າ ຕິດແປດ ສັດຕູພືດ ຕ້ອງໄດ້ຜ່ານການກວດກາ ຈາກເຈົ້າໜ້າທີ່ປ້ອງກັນພືດ. ໃນກໍລະນີ ທີ່ພົບເຫັນ ສັດຕູພືດ ຕ້ອງທຳການ ອະນາໄມ ແລະ ຂ້າເຊື້ອ ຕາມຫຼັກວິຊາການ.

ໝວດທີ 7
ທຸລະກິດ ດ້ານສຸຂານາໄມພືດ

ມາດຕາ 31.  ທຸລະກິດ ດ້ານສຸຂານາໄມພືດ
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ດ້ານສຸຂານາໄມພືດ ຕ້ອງປະຕິບັດ ຕາມມາດຕະຖານເຕັກນິກ, ລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງ.

ມາດຕາ 32.  ປະເພດທຸລະກິດ ດ້ານສຸຂານາໄມພືດ
     ທຸລະກິດ ດ້ານສຸຂານາໄມພືດ ມີ ສອງ ປະເພດ ດັ່ງນີ້:
       1. ທຸລະກິດກັນ ແລະ ຄວບຄຸມ ສັດຕູພືດ;
       2. ທຸລະກິດ ບໍລິການ ດ້ານສຸຂານາໄມພືດ.

ມາດຕາ 33.  ທຸລະກິດ ກັນ ແລະ ຄວບຄຸມສັດຕູພືດ
     ທຸລະກິດກັນ ແລະ ຄວບຄຸມສັດຕູພືດ ດຳເນີນດ້ວຍ ການສຳຫຼວດ ສັດຕູພືດ, ການວິໄຈຜົນກະທົບ ຕໍ່ລະບົບນິເວດ, ສຸຂານາໄມ ຂອງ ພືດ, ຄົນ ແລະ ສັດ ເພື່ອສະໜອງຂໍ້ມູນ ໃຫ້ແກ່ ການຈັດຕັ້ງ ຫຼື ນິຕິບຸກຄົນ ທີ່ກ່ຽວຂ້ອງ ແນໃສ່ວາງມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດ ຂອງ ສັດຕູພືດ.
     ຜູ້ດຳເນີນ ທຸລະກິດດັ່ງກ່າວ ສາມາດສ້າງຫ້ອງວິໄຈສັດຕູພືດ ຕາມລະບຽບການ ຂອງຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 34.  ທຸລະກິດ ບໍລິການ ດ້ານສຸຂານາໄມພືດ
     ທຸລະກິດ ບໍລິການ ດ້ານສຸຂານາໄມພືດ ດຳເນີນດ້ວຍການໃຫ້ບໍລິການ ການກຳຈັດສັດຕູພືດ ແລະ ການສຸຂານາໄມ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຕາມມາດຕະຖານເຕັກນິກ ແລະ ຫຼັກວິຊາການ ດ້ວຍວິທີການ ດັ່ງນີ້:
       1. ການບໍລິການ ການກຳຈັດສັດຕູພືດ ຢູ່ໃນພື້ນທີ່ປູກພືດ, ເລົ້າ, ສາງ, ລານ ແລະ ອື່ນໆ;
       2. ການບໍລິການ ດ້ານສຸຂານາໄມ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ດ້ວຍວິທີການ ອົບອາຍນ້ຳຮ້ອນ ຫຼື ນ້ຳເຢັນ, ອົບແຫ້ງ, ຮົມຢາຂ້າເຊື້ອ, ສາຍແສງລັງສີ ແລະ ອື່ນໆ.

ພາກທີ III
ສິດ, ໜ້າທີ່, ພັນທະ ຂອງ ເຈົ້າໜ້າທີ່ປ້ອງກັນພືດ,
ຜູ້ປະກອບການ ແລະ ພົນລະເມືອງ

ມາດຕາ 35.  ສິດ, ໜ້າທີ່, ພັນທະ ຂອງ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ
     • ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
       1. ໂຄສະນາເຜີຍແຜ່ ແລະ ແນະນຳ ລະບຽບກົດໝາຍ ກ່ຽວກັບ ວຽກງານປ້ອງກັນພືດ;
       2. ກວດກາ ແລະ ຢັ້ງຢືນ ຄວາມຖືກຕ້ອງ ຂອງ ເອກະສານສຸຂານາໄມພືດ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ ໃຫ້ແກ່ຜູ້ປະກອບການ;
       3. ອະນຸຍາດໃຫ້ຜ່ານ ພາຍຫຼັງໄດ້ກວດກາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ ປອດສັດຕູພືດແລ້ວ;  
       4. ກັກ, ແຍກປ່ຽວ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີສັດຕູພືດ ຫຼື ທີ່ມາຈາກ ພື້ນທີ່ ທີ່ມີການລະບາດ ຂອງ ສັດຕູພືດ;
       5. ແຈ້ງໃຫ້ຜູ້ປະກອບການ ເຮັດສຸຂານາໄມພືດ ຫຼື ສົ່ງຄືນ ຫຼື ທຳລາຍພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີສັດຕູພືດ ຕາມລະບຽບການ;
       6. ນຳໃຊ້ ມາດຕະການ ຕໍ່ຜູ້ລະເມີດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ຕາມຄວາມຮັບຜິດຊອບ ຂອງຕົນ ລວມທັງ ການຍຶດຂອງກາງ, ສະເໜີໃຫ້ກັກຕົວຜູ້ລະເມີດ ແລະ ປະກອບສຳນວນຄະດີ ຍື່ນຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ເພື່ອດຳເນີນຄະດີ ຕາມລະບຽບກົດໝາຍ;
       7. ປະສານສົມທົບ ກັບເຈົ້າໜ້າທີ່ອື່ນ ແລະ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດ ວຽກງານປ້ອງກັນພືດ;
       8. ສະຫຼູບ, ລາຍງານ ຜົນຂອງການປະຕິບັດວຽກງານ ປ້ອງກັນພືດ ໃຫ້ແກ່ການຈັດຕັ້ງ ຂັ້ນເທິງຖັດຕົນ ຢ່າງເປັນລະບົບ ປົກກະຕິ.

     • ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ມີພັນທະຕົ້ນຕໍ ດັ່ງນີ້:
       1. ປະຕິບັດ ລະບຽບກົດໝາຍ ລວມທັງ ສັນຍາ, ສົນທິສັນຍາສາກົນ ກ່ຽວກັບ ການປ້ອງ ກັນພືດ ທີ່ ສປປ ລາວ ເປັນພາຄີ;
       2. ຊ່ວຍເຫຼືອ, ຕິດຕາມ ການກຳຈັດ ສັດຕູພືດ ໃນພື້ນທີ່ ທີ່ມີການລະບາດ ຫຼື ໃນກໍລະນີ ທີ່ມີພາວະສຸກເສີນ;
       3. ອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ທີ່ດຳເນີນທຸລະກິດ ກ່ຽວກັບພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຖືກຕ້ອງຕາມລະບຽບກົດໝາຍ;
       4. ເກັບ ແລະ ມອບ ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບ ວຽກງານປ້ອງກັນພືດ ຕາມລະບຽບການ.

ມາດຕາ 36.  ສິດ ແລະ ພັນທະ ຂອງ ຜູ້ປະກອບການ
     ຜູ້ປະກອບການ ມີສິດ ແລະ ພັນທະຕົ້ນຕໍ ດັ່ງນີ້:
       1. ດຳເນີນທຸລະກິດ ຂອງຕົນ ໃຫ້ຖືກຕ້ອງ ຕາມ ການອະນຸຍາດ, ມາດຕະຖານເຕັກນິກ ແລະ ລະບຽບກົດໝາຍ ຢ່າງເຂັ້ມງວດ;
       2. ເປັນເຈົ້າການ ກັນ, ຄວບຄຸມ, ກຳຈັດ ສັດຕູພືດ, ຂ້າເຊື້ອພະຍາດພືດ ພ້ອມທັງ ນຳໃຊ້ ທຸກວິທີການ ເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການ ທີ່ຈະກໍ່ໃຫ້ເກີດການແຜ່ລະບາດ ຂອງສັດຕູພືດ ເປັນຕົ້ນ ການສົ່ງອອກ ແລະ ການນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຈາກພືນທີ່ ທີ່ມີການລະບາດ ຂອງສັດຕູພືດ;
       3. ຮ້ອງທຸກ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບ ການກະທຳ ທີ່ເປັນການລະເມີດ ລະບຽບກົດໝາຍ ຂອງພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ;
       4. ປະກອບສ່ວນ ທາງດ້ານທຶນຮອນ ຫຼື ແຮງງານ ເຂົ້າໃນການພັດທະນາວຽກງານປ້ອງກັນພືດ;
       5. ໃຫ້ການຮ່ວມມື, ສະໜອງຂໍ້ມູນຂ່າວສານ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ;
       6. ແຈ້ງ, ລາຍງານ ສະພາບ ເຫດການ ໃນກໍລະນີ ທີ່ພົບເຫັນ ຫຼື ສົງໄສວ່າ ມີການລະບາດ ຂອງສັດຕູພືດ ໃຫ້ຂະແໜງການ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ;
       7. ເສັຍຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນ ຕາມລະບຽບການ.

ມາດຕາ 37.  ສິດ ແລະ ພັນທະ ຂອງ ພົນລະເມືອງ
     ພົນລະເມືອງ ມີສິດ ແລະ ພັນທະຕົ້ນຕໍ ດັ່ງນີ້:
       1. ເປັນເຈົ້າການ ໃນການຕິດຕາມ ກຳຈັດ ແລະ ສະກັດກັ້ນ ການລະບາດ ຂອງ ສັດຕູພືດ ໃນພື້ນທີ່ຂອງຕົນ;
       2. ລາຍງານສະພາບ ທີ່ເກີດການລະບາດ ຂອງ ສັດຕູພືດ ໃນພື້ນທີ່ຂອງຕົນ ຕໍ່ ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ຢູ່ໃກ້ຄຽງ;
       3. ໃຫ້ຄວາມຮ່ວມມື ແກ່ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ໃນການປະຕິບັດໜ້າທີ່ ການປ້ອງກັນພືດ;
       4. ຮ້ອງທຸກ ຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບ ການກະທຳ ທີ່ເປັນການລະເມີດລະບຽບກົດໝາຍ ຂອງ ພະນັກງານ, ເຈົ້າໜ້າທີ່ປ້ອງກັນພືດ ແລະ ຜູ້ປະກອບການ.

ພາກ ທີ IV
ຂໍ້ຫ້າມ

ມາດຕາ 38.  ຂໍ້ຫ້າມທົ່ວໄປ
     ຫ້າມບຸກຄົນ, ການຈັດຕັ້ງ ລວມທັງ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ມີການກະທຳ ດັ່ງນີ້:
       1.  ນຳເອົາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີຜົນກະທົບ ຕໍ່ການພັດທະນາເສດຖະກິດແຫ່ງຊາດ ແລະ ເປັນອັນຕະລາຍ ຕໍ່ສຸຂານາໄມ ພືດ, ຄົນ ແລະ ສັດ ເຂົ້າໃນ ສປປ ລາວ;
       2.  ນຳເອົາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຈາກ ພື້ນທີ່ ທີ່ມີສັດຕູພືດລະບາດ ໄປຫາພື້ນທີ່ອື່ນ ຢູ່ພາຍໃນປະເທດ;
       3.  ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫຼື ເຄື່ອນຍ້າຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີສັດຕູພືດ ທີ່ເປັນອັນຕະລາຍ;
       4.  ນຳເຂົ້າ, ສົ່ງອອກ, ເຄື່ອນຍ້າຍ, ຄ່ຽນຖ່າຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ໂດຍບໍ່ໄດ້ຮັບອະນຸຍາດ;
       5.  ໃຫ້ສິນບົນ ແກ່ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ, ປອມແປງເອກະສານ ແລະ ຕາປະທັບ ກ່ຽວກັບການປ້ອງກັນພືດ;
       6.  ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງ ການປະຕິບັດໜ້າທີ່ ຂອງ ພະນັກງານ ແລະ ເຈົ້າໜ້າທີ່ ປ້ອງກັນພືດ;
       7.  ມີການກະທຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ.

ມາດຕາ 39.  ຂໍ້ຫ້າມ ສຳລັບ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ
     ນອກຈາກຂໍ້ຫ້າມ ທີ່ໄດ້ກຳນົດໄວ້ໃນ ມາດຕາ 38 ຂອງກົດໝາຍສະບັບນີ້ ຫ້າມ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ມີການກະທຳ ດັ່ງນີ້:
       1.  ສວຍໃຊ້ສິດ ແລະ ໜ້າທີ່ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ກົດໜ່ວງຖ່ວງດຶງ, ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສັຍຫາຍ ໃຫ້ແກ່ ຜົນປະໂຫຍດ ຂອງ ລັດ, ລວມໝູ່ ແລະ ບຸກຄົນ;
       2.  ເປີດເຜີຍຄວາມລັບ ຂອງ ລັດ ຫລື ທາງລັດຖະການ ປອມແປງເອກະສານ, ຂາດຄວາມຮັບຜິດຊອບ ຕໍ່ວຽກງານປ້ອງກັນພືດ;
       3.  ເມີນເສີຍ ຕໍ່ ລະບຽບ ຫຼັກການ ໃນການກວດກາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ, ແກ້ໄຂວຽກງານ ໂດຍບໍ່ຖືກຕ້ອງ ຕາມມາດຕະຖານເຕັກນິກ;
       4.  ເພີ່ມ ຫລື ຫລຸດ ອັດຕາຄ່າທຳນຽມ ຫຼື ຄ່າບໍລິການວິຊາການ ແລະ ນຳໃຊ້ລາຍຮັບຈາກ ວຽກງານປ້ອງກັນພືດ ຕາມລຳພັງ.

ພາກ ທີ V
ການແກ້ໄຂ ຂໍ້ຂັດແຍ່ງ

ມາດຕາ 40.  ຮູບການແກ້ໄຂຂໍ້ຂັດແຍ່ງ
     ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບ ການປ້ອງກັນພືດ ສາມາດດຳເນີນ ດ້ວຍຮູບການ ດັ່ງນີ້:
       1. ໄກ່ເກ່ຍກັນ;
       2. ແກ້ໄຂ ທາງດ້ານບໍລິຫານ ໂດຍ ຂະແໜງການກະສິກຳ ແລະ ປ່າໄມ້ ຊຶ່ງມີການສົມທົບ ກັບຂະແໜງການອື່ນ ທີ່ກ່ຽວຂ້ອງ;
       3. ແກ້ໄຂ ໂດຍຄະນະກຳມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ;
       4. ຮ້ອງຟ້ອງ ຕໍ່ສານປະຊາຊົນ.

ມາດຕາ 41.  ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະ ສາກົນ
     ຂໍ້ຂັດແຍ່ງ ກ່ຽວກັບ ການປ້ອງກັນພືດ ລະຫວ່າງ ຜູ້ປະກອບການລາວ ແລະ ຕ່າງປະເທດ, ລະຫວ່າງຜູ້ປະກອບການຕ່າງປະເທດດ້ວຍກັນ ຢູ່ ສປປ ລາວ ຫຼື ຜູ້ປະກອບການຕ່າງປະເທດ ກັບ ອົງການຈັດຕັ້ງລັດ ຂອງ ສປປ ລາວ ແມ່ນແກ້ໄຂໂດຍ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພາຍໃນ, ຕ່າງປະເທດ ຫຼື ລະຫວ່າງປະເທດ.
     ຂໍ້ຂັດແຍ່ງ ກ່ຽວກັບ ການປ້ອງກັນພືດ ທີ່ມີລັກສະນະສາກົນ ໃຫ້ແກ້ໄຂຕາມ ສັນຍາ ແລະ ສົນທິສັນຍາສາກົນ ທີ່ກ່ຽວຂ້ອງ ຊຶ່ງ ສປປ ລາວ ເປັນພາຄີ.

 ພາກທີ VI
ການຄຸ້ມຄອງ ແລະ ກວດກາ

ໝວດທີ 1
ການຄຸ້ມຄອງ

ມາດຕາ 42.  ອົງການຄຸ້ມຄອງ
     ລັດຖະບານ ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ກ່ຽວກັບ ວຽກງານປ້ອງກັນພືດ ໂດຍມອບໃຫ້ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ປະສານສົມທົບ ກັບ ຂະແໜງການອື່ນ ເຊັ່ນ: ຂະແໜງການ ອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ ແລະ ອົງການ ປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງ ວຽກງານ ປ້ອງກັນພືດ ປະກອບດ້ວຍ:
       1. ກະຊວງ ກະສິກຳ ແລະ ປ່າໄມ້;
       2. ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       3. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ດ່ານປ້ອງກັນພືດ.

ມາດຕາ 43.  ສິດ ແລະ ໜ້າທີ່ ຂອງກະຊວງ ກະສິກຳ ແລະ ປ່າໄມ້ 
     ໃນການຄຸ້ມຄອງວຽກງານປ້ອງກັນພືດ ກະຊວງ ກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ເປັນເສນາທິການ ໃຫ້ ລັດຖະບານ ໃນການຄົ້ນຄວ້າ ແລະ ຜັນຂະຫຍາຍ ແນວທາງຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍເປັນແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອຄຸ້ມຄອງ ວຽກງານປ້ອງກັນພືດ ໃນຂອບເຂດທົ່ວປະເທດ;
       2. ໂຄສະນາເຜີຍແຜ່ ນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບ ວຽກງານປ້ອງກັນພືດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ;
       3. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ;
       4. ສ້າງ, ບຳລຸງຍົກລະດັບ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ໂດຍມີການປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ;
       5. ອະນຸຍາດ ສ້າງຕັ້ງ ດ່ານປ້ອງກັນພືດ ແລະ ຫ້ອງວິໄຈສັດຕູພືດ ໂດຍມີການສົມທົບ ກັບຂະແໜງການອື່ນ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ;
       6. ອອກ ແລະ ຖອນໃບອະນຸຍາດ ໃນການດຳເນີນທຸລະກິດ ດ້ານສຸຂານາໄມພືດ;
       7. ປຸກລະດົມ ຂົນຂວາຍ, ຍາດແຍ່ງ, ຄຸ້ມຄອງ, ນຳໃຊ້ ທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາ ວຽກງານປ້ອງກັນພືດ;
       8. ແກ້ໄຂ ຄຳສະເໜີ, ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ໃຫ້ພະນັກງານ, ເຈົ້າໜ້າທີ່ປ້ອງກັນພືດ ແລະ ຜູ້ປະກອບການ ໃນການຈັດຕັ້ງປະຕິບັດ ລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດ;
       9. ປະສານສົມທົບກັບພາກສ່ວນອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ເປັນຕົ້ນ ການສຳຫຼວດສັດຕູພືດ ເພື່ອກຳນົດ ເຂດຄວບຄຸມ ລວມ ແລະ ສະເພາະ ຂອງ ສັດຕູພືດ ພ້ອມທັງ ປະກາດໃຊ້ ບັນຊີສັດຕູພືດຕ້ອງຫ້າມ;
       10. ຄຸ້ມຄອງ ການອອກອະນຸຍາດ ສົ່ງອອກ, ນຳເຂົ້າພືດ ແລະ ການອອກໃບຢັ້ງຢືນ ສຸຂານາໄມພືດ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       11. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ກ່ຽວກັບ ວຽກງານປ້ອງກັນພືດ;
       12. ສະຫລຸບ, ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ເປັນຕົ້ນ ການລະບາດ ຂອງສັດຕູພືດ ໃຫ້ ລັດຖະບານ ຢ່າງເປັນປົກກະຕິ.

ມາດຕາ 44.  ສິດ ແລະ ໜ້າທີ່ ຂອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານປ້ອງກັນພືດ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1.  ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ມະຕິ, ຄຳສັ່ງ ແລະ ລະບຽບການ ກ່ຽວກັບວຽກ ງານປ້ອງກັນພືດ ໃຫ້ເປັນແຜນງານ ແລະ ໂຄງການ ເພື່ອຈັດຕັ້ງປະຕິບັດ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ;
       2.  ແນະນຳ, ໂຄສະນາ ເຜີຍແຜ່ ລະບຽບກົດໝາຍ ແລະ ຂໍ້ມູນຂ່າວສານ ກ່ຽວກັບ ການພັດທະນາວຽກງານປ້ອງກັນພືດ ໃຫ້ປະຊາຊົນ ເຂົ້າໃຈ ເຊື່ອມຊຶມ ແລະ ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
       3.  ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ຂອງຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4.  ນຳສະເໜີ ຖອນ ແລະ ອະນຸຍາດ ການດຳເນີນທຸລະກິດ ກ່ຽວກັບ ສຸຂານາໄມພືດ ໂດຍປະສານສົມທົບ ກັບ ຂະແໜງການທີ່ ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ;
       5.  ຄຸ້ມຄອງ ອອກໃບຢັ້ງຢືນ ສຸຂານາໄມພືດ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ ຕາມການມອບໝາຍ ຂອງ ການຈັດຕັ້ງຂັ້ນເທິງຂອງຕົນ;
       6.  ຄຸ້ມຄອງ, ຂຶ້ນບັນຊີສັດຕູພືດຕ້ອງຫ້າມ ແລະ ກຳນົດເຂດຄວບຄຸມສັດຕູພືດລະບາດ;
       7.  ປຸກລະດົມຂົນຂວາຍ, ຍາດແຍ່ງ, ຄຸ້ມຄອງ, ນຳໃຊ້ ທຶນຮອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານປ້ອງກັນພືດ ຕາມຄວາມຮັບຜິດຊອບຂອງຕົນ ຫຼື ຕາມການມອບໝາຍ ຂອງຂັ້ນເທິງ;
       8.  ປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອ່ືນ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ທີ່ຢູ່ໃນຂອບເຂດ ຄວາມຮັບຜິດຊອບ ຂອງຕົນ;
       9. ສະຫລຸບ, ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ເປັນຕົ້ນ ການລະບາດຂອງສັດຕູພືດ ພາຍໃນແຂວງ, ນະຄອນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນ ຢ່າງເປັນປົກກະຕິ.

ມາດຕາ 45.  ສິດ ແລະ ໜ້າທີ່ ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານປ້ອງກັນພືດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1.  ຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງ ຂັ້ນເທິງ;
       2.  ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ໃຫ້ປະຊາຊົນ ເຂົ້າໃຈ ແລະ ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
        3.  ເຂົ້າຮ່ວມ ໃນການຄຸ້ມຄອງ, ຂຶ້ນບັນຊີສັດຕູພືດຕ້ອງຫ້າມ ແລະ ກຳນົດ ເຂດຄວບຄຸມສັດຕູ ພືດລະບາດ;
       4.  ແກ້ໄຂ ຄຳສະເໜີ, ນຳສະເໜີ ອອກ ແລະ ຖອນໃບອະນຸຍາດ ໃນການດຳເນີນທຸລະກິດ ດ້ານສຸຂານາໄມພືດ ຕໍ່ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ເພື່ອພິຈາລະນາ;
       5.  ຕິດຕາມ, ຊຸກຍູ້, ນຳພາ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ຕາມຂອບເຂດຄວາມ ຮັບຜິດຊອບ ຂອງຕົນ;
       6.  ປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ພາຍໃນ ເມືອງ, ເທດສະບານ ກ່ຽວກັບ ວຽກງານປ້ອງກັນພືດ;
       7.  ສະຫລຸບ, ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດ ເປັນຕົ້ນ ການລະບາດ ຂອງສັດຕູພືດ ພາຍໃນເມືອງ, ເທດສະບານ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ.

ມາດຕາ 46.  ສິດ ແລະ ໜ້າທີ່ ຂອງ ດ່ານປ້ອງກັນພືດ
    
ດ່ານປ້ອງກັນພືດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຈັດຕັ້ງປະຕິບັດ ແຜນການ, ນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ໃນຂອບເຂດ ດ່ານຂອງຕົນ;
       2. ປະຕິບັດ ໜ້າທີ່ວຽກງານ ຕາມພາລະບົດບາດ ແລະ ຫຼັກວິຊາການ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ;
       3. ສະກັດກັ້ນ ການລະເມີດລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ພາຍໃນຂອບເຂດ ດ່ານ ແລະ ແຈ້ງໃຫ້ຂະແໜງການ ທີ່ກ່ຽວຂ້ອງ ດຳເນີນຄະດີ ຕໍ່ຜູ້ກະທຳຜິດ;
       4. ອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກ-ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ຢ່າງວ່ອງໄວ, ໂປ່ງໄສ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ;
       5. ປະສານສົມທົບກັບ ຂະແໜງການອື່ນ ທີ່ກ່ຽວຂ້ອງ ໃນຂອບເຂດດ່ານ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄວາມເປັນເອກະພາບ ໃນການປະຕິບັດວຽກງານ;
       6. ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ແຈ້ງໃຫ້ຜູ້ປະກອບການ ເຮັດສຸຂານາໄມ , ສົ່ງກັບ ຄືນ ຫລື ທຳລາຍ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ມີສັດຕູພືດ;
       7. ເກັບ ຄ່າທຳນຽມ ແລະ ຄ່າບໍລິການວິຊາການ ຕາມລະບຽບການ;
       8. ສະຫລຸບ, ລາຍງານ ຂໍ້ມູນການສົ່ງອອກ-ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ປະຈຳດ່ານ ຂອງຕົນ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ.

ມາດຕາ 47.  ສິດ ແລະ ໜ້າທີ່ ຂອງ ພາກສ່ວນອື່ນ
    
ເມື່ອຂະແໜງການ, ພາກສ່ວນອຶ່ນ ລວມທັງ ອົງການປົກຄອງທ້ອງຖິ່ນ ພົບເຫັນ ຫຼື ໄດ້ຮັບລາຍງານວ່າມີການລະບາດຂອງສັດຕູພືດ, ການລະເມີດລະບຽບກົດໝາຍ ກ່ຽວກັບ ວຽກງານປ້ອງກັນພືດ ຕ້ອງແຈ້ງໃຫ້ເຈົ້າຫນ້າທີ່ປ້ອງກັນພືດ ຢ່າງຮີບດ່ວນ, ພ້ອມກັນນັ້ນ ກໍໃຫ້ການຮ່ວມມື, ປະສານສົມທົບ ໃນການປະຕິບັດວຽກງານ ຂອງ ເຈົ້າໜ້າທີ່ດັ່ງກ່າວ ຕາມພາລະບົດບາດ ຂອງຕົນ.

ໝວດທີ 2
ການກວດກາ

ມາດຕາ 48.  ອົງການກວດກາ
    
ອົງການກວດກາ ປະກອບດ້ວຍ:
       - ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານປ້ອງກັນພືດ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 42 ຂອງກົດໝາຍສະບັບນີ້ ໂດຍ ແມ່ນກົມປູກຝັງ, ຂະແໜງປູກຝັງ ແລະ ໜ່ວຍງານປູກຝັງ ເປັນເສນາທິການ ໃຫ້ແກ່ຂະແໜງການກະສິກຳ ແລະ ປ່າໄມ້ ຂັ້ນຂອງຕົນ;
       - ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ, ການຈັດຕັ້ງ ແລະ
ພົນລະເມືອງລາວ.

ມາດຕາ 49.  ສິດ ແລະ ໜ້າທີ່ ຂອງອົງການກວດກາ
    
ອົງການກວດກາ ວຽກງານປ້ອງກັນພືດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ກວດກາ ການຈັດຕັ້ງປະຕິບັດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ;
       2. ກວດກາ ກິດຈະການ ລວມທັງ ການດຳເນີນທຸລະກິດ ດ້ານສຸຂານາໄມພືດ;
       3. ກວດກາ ໃບຢັ້ງຢືນສຸຂານາໄມພືດ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ, ພືດ, ຜະລິດຕະພັນພືດ ແລະ ວັດຖຸອຶ່ນ ທີ່ສົ່ງອອກ-ນຳເຂົ້າ ຢູ່ດ່ານ ລວມທັງ ເກັບຕົວຢ່າງ ເພື່ອການວິໄຈ ແລະ ຢັ້ງຢືນ ຕາມລະບຽບການ;
       4. ໃຫ້ຄວາມຮ່ວມມື ສະໜອງຂໍ້ມູນ ໃນການດຳເນີນ ການສືບສວນ-ສອບສວນຄະດີ ກ່ຽວກັບ ການປ້ອງກັນພືດ;
       5. ແຕ່ງຕັ້ງພະນັກງານ ຂອງຕົນ ຕິດຕາມ, ກວດກາ, ເກັບກຳຂໍ້ມູນ ລວມທັງ ນຳພາໃນການສະກັດກັ້ນ ການແຜ່ລະບາດ ຂອງ ສັດຕູພືດ;
       6. ນຳໃຊ້ມາດຕະການທີ່ຈຳເປັນ ຕໍ່ການລະເມີດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນ ພືດ ຫຼື ເມື່ອພົບເຫັນ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ສົ່ງອອກ-ນຳເຂົ້າ ທີ່ມີສັດຕູ່ ພືດ ເຊັ່ນ: ອອກຄຳສັ່ງ ໃຫ້ຢຸດເຊົາການເຄື່ອນໄຫວກິດຈະການ ກ່ຽວກັບ ການປ້ອງກັນພືດ;
       7. ພົວພັນ, ປະສານສົມທົບ ກັບພາກສ່ວນ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ ສິດ ແລະ ໜ້າທີ່ ຂອງຕົນ;
       8. ສະຫລຸບ, ລາຍງານ ການປະຕິບັດວຽກງານ ການກວດກາ ແຕ່ລະໄລຍະ ໃຫ້ຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ.

ມາດຕາ 50.  ຮູບການກວດກາ
    
ການກວດກາ ມີ ສາມຮູບການ ດັ່ງນີ້:
       1. ການກວດກາ ຕາມລະບົບປົກກະຕິ;
       2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
       3. ການກວດກາ ແບບສຸກເສີນ.
     ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຊຶ່ງໄດ້ແບ່ງຂັ້ນຄຸ້ມຄອງ ທີ່ມີລັກສະນະ ເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
     ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາ ເມື່ອມີຄວາມຈຳເປັນ ໂດຍ ແຈ້ງໃຫ້ເປົ້າໝາຍຖືກກວດກາ ຮູ້ລ່ວງໜ້າ.
     ການກວດກາ ແບບສຸກເສີນ ແມ່ນ ການກວດກາສະເພາະກິດ ບັນຫາໃດໜຶ່ງ ເມື່ອຫາກເຫັນວ່າມີຄວາມຈຳເປັນ ແຕ່ການກວດການັ້ນ ແມ່ນດຳເນີນຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາ ຮູ້ລ່ວງໜ້າ.

ພາກ ທີ VII
ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 51.  ເຄື່ອງແບບ ແລະ ເຄື່ອງໝາຍ
    
ເຈົ້າໜ້າທີ່ປ້ອງກັນພືດ ມີ ເຄື່ອງແບບ, ເຄື່ອງໝາຍ ແລະ ບັດປະຈຳດ່ານສະເພາະ. ໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ປ້ອງກັນພືດ ຕ້ອງນຸ່ງເຄື່ອງແບບ, ໃສ່ເຄື່ອງໝາຍ ແລະ ຖືບັດປະຈຳດ່ານໂດຍແມ່ນ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.

ມາດຕາ 52.  ຕາປະທັບ
    
ເຈົ້າໜ້າທີ່ປ້ອງກັນພືດ ນຳໃຊ້ ຕາປະທັບ ດ່ານປ້ອງກັນພືດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ທາງລັດຖະການ ໂດຍແມ່ນ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.

ພາກ ທີ VIII
ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 53.  ນະໂບບາຍ ຕໍ່ຜູ້ມີຜົນງານ
    
ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ ເປັນຕົ້ນ ວຽກງານ ຄຸ້ມຄອງ, ກວດກາ, ຄວບຄຸມ, ກຳຈັດສັດຕູພືດ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 54.  ມາດຕະການ ຕໍ່ຜູ້ລະເມີດ
    
ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດມາດຕະການທາງວິໄນ, ປັບໃໝ, ມາດຕະການທາງແພ່ງ ຫລື ລົງໂທດທາງອາຍາ ຕາມກົດໝາຍ ແລ້ວແຕ່ ກໍລະນີ ເບົາ ຫຼື ໜັກ.

ມາດຕາ 55.  ມາດຕະການ ສຶກສາອົບຮົມ
    
ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ແລະ ຂໍ້ຫ້າມ ທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າ ຕ່ຳກວ່າ 500,000 ກີບ ແຕ່ຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບ ຕໍ່ການກະທຳ ທີ່ບໍ່ຖືກຕ້ອງ ຂອງຕົນ ແລະ ສົ່ງຊັບສິນ ຫຼື ຂອງກາງ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນຄົບຖ້ວນ ກໍຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 56.  ມາດຕະການ ທາງວິໄນ
    
ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດ ທີ່ໄດ້ລະເມີດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ແລະ ຂໍ້ຫ້າມ ທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າ ຕ່ຳກວ່າ 500.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກ ຈາກຄວາມຜິດ ຂອງຕົນ ກໍຈະຖືກປະຕິບັດ ວິໄນ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ ດັ່ງນີ້:
       1.  ຕິຕຽນ, ກ່າວເຕືອນ ຄວາມຜິດ ໂດຍບັນທຶກໄວ້ ໃນສຳນວນເອກະສານ ຊີວະປະຫວັດ ຂອງຜູ້ກ່ຽວ;
       2.  ໂຈະ ການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
       3.  ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງ ຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ມາດຕາ 57.  ມາດຕະການປັບໃໝ
    
ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດ ລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ແລະ ຂໍ້ຫ້າມ ທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ ຈະຖືກປັບໃໝເທົ່າຕົວ ຂອງ ມູນຄ່າພືດ ທີ່ຕິດແປດສັດຕູພືດ.
     ໃນກໍລະນີ ທີ່ລະເມີດເປັນຄັ້ງທີສອງ ຫຼື ເປັນອາຈີນ ກໍຈະຖືກປັບໃໝ ສອງເທົ່າຕົວ ຂອງ ມູນຄ່າພືດທີ່ຕິດແປດສັດຕູພືດ ພ້ອມທັງ ຮິບພືດ, ຜະລິດຕະພັນພືດ ຫຼື ວັດຖຸອື່ນ ແລ້ວປະຕິບັດຕາມລະບຽບການ.

ມາດຕາ 58.  ມາດຕະການທາງແພ່ງ
    
ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ກໍ່ຄວາມເສຍຫາຍ ເນື່ອງຈາກການປ້ອງກັນພືດ ໃຫ້ແກ່ຜູ້ອື່ນ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ຕົນໄດ້ກໍ່ຂື້ນ ຕາມລະບຽບກົດໝາຍ.

ມາດຕາ 59. ມາດຕະການ ທາງອາຍາ
    
ບຸກຄົນ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບ ການປ້ອງກັນພືດ ຊຶ່ງເປັນການກະທຳຜິດ ທາງອາຍາ ຈະຖືກລົງໂທດ ຕາມກົດໝາຍອາຍາ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ ລວມທັງ ການໃຊ້ແທນຄ່າເສັຍຫາຍທາງແພ່ງ.

ມາດຕາ 60.  ມາດຕະການ ໂທດເພີ່ມ
    
ນອກຈາກໂທດຕົ້ນຕໍ ທີ່ໄດ້ກ່າວໄວ້ ໃນມາດຕາ 59 ເທິງນີ້ແລ້ວ ຜູ້ກະທຳຜິດ ຍັງຈະຖືກປະຕິບັດ ມາດຕະການໂທດເພີ່ມ ເຊັ່ນ: ໂຈະ ຫລື ຖອນໃບອະນຸຍາດ ໃນການດຳເນີນກິດຈະການ ກ່ຽວກັບ ການປ້ອງ ກັນພືດ ແລະ ທຸລະກິດ ດ້ານສຸຂານາໄມພືດ.

ພາກທີ IX
ບົດບັນຍັດ ສຸດທ້າຍ

ມາດຕາ 61.  ການຈັດຕັ້ງປະຕິບັດ
    
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດຫມາຍສະບັບນີ້.

ມາດຕາ 62. ຜົນສັກສິດ
    
ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ເກົ້າສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດ ປະກາດໃຊ້ ເປັນຕົ້ນໄປ. 
    ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.


ປະທານສະພາແຫ່ງຊາດ