ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍວ່າ​ດ້ວຍ ປ່າ​ໄມ້ ( ສະບັບປັບປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 24-12-2007
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 01-11-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 06 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 24 ທັນວາ 2007

ກົດໝາຍ
ວ່າດ້ວຍປ່າໄມ້

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ກົດໝາຍວ່າດ້ວຍປ່າໄມ້ສະບັບນີ້ ກຳນົດຫລັກການ, ລະບຽບການ ແລະ ມາດຕະການພື້ນຖານ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ແລະ ກວດກາ ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ແບບຍືນຍົງ, ສົ່ງເສີມ ການຟື້ນຟູ, ປູກ ແລະ ຂະຫຍາຍ ຊັບພະຍາກອນປ່າໄມ້ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ເຮັດໃຫ້ທຳມະຊາດ ມີຄວາມສົມດຸນ, ເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນແຫລ່ງ ທຳມາຫາກິນ ແລະ ນຳໃຊ້ ຂອງປະຊາຊົນໂດຍບໍ່ບົກແຫ້ງ, ຮັບປະກັນ ການປົກປັກຮັກສາ ສິ່ງແວດລ້ອມ, ແຫລ່ງນ້ຳ, ປ້ອງກັນການເຊາະເຈື່ອນ ແລະ ຮັກສາຄຸນນະພາບຂອງດິນ, ປົກປັກຮັກສາແນວພືດພັນ, ຕົ້ນໄມ້, ສັດນ້ຳ ແລະ ສັດປ່າ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.

ມາດຕາ 2. ປ່າໄມ້ 
     ປ່າໄມ້ ແມ່ນ ຊັບພະຍາກອນທຳມະຊາດອັນລ້ຳຄ່າ ທີ່ມີລະບົບນິເວດສະເພາະ ຊຶ່ງປະກອບດ້ວຍ ຊີວະນາໆພັນ, ແຫລ່ງນ້ຳ ແລະ ທີ່ດິນປ່າ ໄມ້ ໂດຍມີ  ຕົ້ນໄມ້ນາໆຊະນິດ ທີ່ເກີດຂຶ້ນ ຕາມທຳ ມະຊາດ ຫຼື ປູກຂຶ້ນ ໃນພື້ນທີ່ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ.

ມາດຕາ 3. ການອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້ :
       1. ຊັບພະຍາກອນປ່າໄມ້ ໝາຍເຖິງ ຊັບພະຍາກອນຕ່າງໆ ທີ່ມີຊີວິດ ແລະ ບໍ່ມີຊີວິດ ຊຶ່ງປະກອບດ້ວຍ ດິນ, ພືດພັນ, ຕົ້ນໄມ້, ນ້ຳ, ສັດນ້ຳ, ສັດປ່າ ແລະ ອື່ນໆ ທີ່ມີທັງໝົດ ຢູ່ໃນເຂດທີ່ດິນປ່າໄມ້;
       2. ທີ່ດິນປ່າໄມ້ ໝາຍເຖິງ ເນື້ອທີ່ດິນທຸກຕອນ ທີ່ມີປ່າໄມ້ ຫລື ບໍ່ມີປ່າໄມ້ ປົກຄຸມຢູ່ ຊຶ່ງລັດໄດ້ກຳນົດໃຫ້ເປັນທີ່ດິນປ່າໄມ້;
       3. ການຟື້ນຟູປ່າໄມ້ແບບທຳມະຊາດ ໝາຍເຖິງ ການຂະຫຍາຍພັນ ດ້ວຍແກ່ນ, ຮາກ, ເຫງົ້າ ຫຼື ຕໍໄມ້ ຕາມທຳມະຊາດ ຂອງພັນໄມ້ຊະນິດຕ່າງໆ ທີ່ເກີດຢູ່ໃນເຂດຟື້ນຟູປ່າໄມ້ ໂດຍການອະ ນາໄມພື້ນລ່າງ ແລະ ຕັດສາງໃຫ້ຕົ້ນໄມ້ມີການຂະຫຍາຍຕົວ;
       4. ການຟື້ນຟູປ່າໄມ້ແບບປູກເສີມ ໝາຍເຖິງ ການປູກເສີມ ພັນໄມ້ຊະນິດຕ່າງໆ ທີ່ເຫັນວ່າເໝາະສົມ ໂດຍສອດຄ່ອງຕາມຈຸດປະສົງ ແລະ ເປົ້າໝາຍ ຂອງການຟື້ນຟູປ່າໄມ້ ຢູ່ໃນເຂດຟື້ນຟູປ່າ ໄມ້ທຳມະຊາດ ໂດຍສະເພາະ ບ່ອນທີ່ຄວາມໜາແໜ້ນຂອງຕົ້ນໄມ້ຕ່ຳ, ບ່ອນທີ່ ການກະຈາຍ ຂອງຊະນິດພັນໄມ້ ທີ່ເກີດຕາມທຳມະຊາດ ບໍ່ສະໝ່ຳສະເໝີ ຫຼື ບາງຊະນິດພັນໄມ້ດັ່ງເດີມ ທີ່ມີຢູ່ໃນເຂດດັ່ງກ່າວ ມີຄວາມສ່ຽງໃນການສູນພັນ ຫຼື ຖືກດັບສູນແລ້ວ ແຕ່ເຫັນມີຄວາມຈຳ ເປັນຕ້ອງໄດ້ຮັບການຟື້ນຟູຄືນ;
       5. ປ່າຟື້ນຟູ ໝາຍເຖິງ ປ່າໄມ້ ທີ່ຢູ່ໃນສະພາບ ເຊື່ອມໂຊມ ເຊັ່ນ: ປ່າເຫລົ່າອ່ອນ ທີ່ໄດ້ຈັດແບ່ງໄວ້ ເພື່ອຟື້ນຟູ, ບູລະນະ ໃຫ້ກາຍເປັນ ປ່າເຫລົ່າແກ່ ແລະ ກາຍເປັນປ່າທຳມະຊາດ ທີ່ສົມບູນຄືນໄດ້;
       6. ປ່າໂຄກ ໝາຍເຖິງ ປ່າໄມ້ທຳມະຊາດ ທີ່ ບໍ່ຕຶບໜາ ແລະ ມີລະບົບນິເວດປ່າໄມ້ ສະເພາະຕົວ; ຮັກສານ້ຳໃຕ້ດິນ, ຊັ້ນດິນຕື້ນ ແລະ ມີຫີນດານ ຕາມໜ້າດິນ. ຊະນິດພັນໄມ້ທີ່ເກີດຂື້ນ ສ່ວນໃຫຍ່ ເປັນຊະນິດພັນທີ່ມີເປືອກໜາ, ລຳຕົ້ນບໍ່ໃຫຍ່ ຊື່ງມີຄວາມທົນທານ ຕໍ່ຄວາມແຫ້ງແລ້ງ ແລະ ໄຟປ່າ, ນອກຈາກນັ້ນ ກໍຍັງເປັນຄັງອາຫານ, ຢາປົວພະຍາດ ແລະອື່ນໆ ຂອງປະຊາຊົນ;
       7. ການຫັນປ່ຽນທີ່ດິນປ່າໄມ້ ໝາຍເຖິງ ການຫັນປ່ຽນຈາກປະເພດທີ່ດິນປ່າໄມ້ ໄປສູ່ທີ່ດິນປະເພດອື່ນ ແລະ ຈຸດປະສົງອື່ນ;
       8. ການເຊົ່າ ຫລື ສຳປະທານທີ່ດິນປ່າໄມ້ ໝາຍເຖິງ ການນຳໃຊ້ທີ່ດິນປ່າໄມ້ ເພື່ອດຳເນີນກິດ ຈະການປ່າໄມ້ ເຊັ່ນ: ຟື້ນຟູປ່າ, ປູກປ່າ, ເຄື່ອງປ່າ ຂອງດົງ ແລະ ຕົ້ນໄມ້ອຸດສາຫະກຳ;
       9. ປ່າໄມ້ຊຸດໂຊມ ໝາຍເຖິງ ປ່າໄມ້ ທີ່ຖືກທຳລາຍຢ່າງໜັກ ເຊັ່ນ: ເນື້ອທີ່ດິນບໍ່ມີປ່າ ຫລື ເນື້ອທີ່ດິນປ່າປອກໂຫຼ້ນ ຊຶ່ງຖືກຈັດແບ່ງໄວ້ ເພື່ອປູກຕົ້ນໄມ້ ຄືນໃໝ່, ການຜະລິດ ກະສິກຳ-ປ່າໄມ້-ລ້ຽງສັດ ແບບຖາວອນ ຫລື ນຳໃຊ້ ເຂົ້າໃນເປົ້າໝາຍອື່ນ ຕາມແຜນພັດທະນາ ເສດຖະກິດ-ສັງຄົມ;
       10. ປ່າເຫລົ່າ ໝາຍເຖິງ ເຂດເນື້ອທີ່ປ່າໄມ້ ທີ່ມີການຖາງປ່າເຮັດໄຮ່ ຫຼື ຖືກບຸກລຸກທຳລາຍດ້ວຍ ຮູບການຕ່າງໆ ເປັນເວລາຫຼາຍປີມາແລ້ວ ເຂດດັ່ງກ່າວສາມາດມີໂອກາດກາຍເປັນປ່າທຳມະຊາດທີ່ອຸດົມສົມບູນ;
       11. ທີ່ດິນປ່າຊຸດໂຊມ ໝາຍເຖິງ ເນື້ອທີ່ດິນປ່າໄມ້ ທີ່ປ່າໄມ້ໄດ້ຖືກທຳລາຍຢ່າງໜັກ ແລະ ເນື່ອງນິດລຽນຕິດ ທີ່ເຮັດໃຫ້ເສັຍຄວາມດຸນດ່ຽງ ທາງດ້ານອິນຊີວັດຖຸ ຊຶ່ງເຮັດໃຫ້ປ່າໄມ້ບໍ່ສາມາດຟື້ນຄືນເອງຕາມທຳມະຊາດ ມາເປັນປ່າອຸດົມສົມບູນໄດ້ອີກ. ພືດ ແລະ ຕົ້ນໄມ້ທີ່ ເກີດໃນດິນປ່າໄມ້ ຊຸດໂຊມສ່ວນໃຫຍ່ຈະແມ່ນຫຍ້າຄາ, ຕົ້ນໄມ້ຕີ້ວ, ໄມ້ປ່ອງຂະໜາດນ້ອຍ ຫລື ຕົ້ນແຂມອື່ນໆ;
       12. ທີ່ດິນປ່າປອກໂຫລ້ນ ໝາຍເຖິງ ເນື້ອທີ່ດິນປ່າໄມ້ທີ່ ບໍ່ມີຕົ້ນໄມ້ ຊຶ່ງເກີດຂື້ນຍ້ອນທຳມະຊາດ ຫລື ການທຳລາຍ ຂອງຄົນ;
       13. ປ່າຊົມໃຊ້ຂອງບ້ານ ໝາຍເຖິງ ປ່າໄມ້ ໃນຂອບເຂດຂອງບ້ານ ທີ່ລັດໄດ້ມອບໃຫ້ບ້ານຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ ຕາມແຜນການມອບດິນ-ມອບປ່າ;
       14. ຜະລິດຕະຜົນປ່າໄມ້ ໝາຍເຖິງ ເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ເກີດຂຶ້ນຢູ່ຕາມທຳມະຊາດ ຊຶ່ງອາດຈະເປັນ ຕົ້ນ, ລຳ, ເຄືອ, ຫົວ, ຮາກ, ຍອດ, ໜໍ່, ໃບ, ດອກ, ໝາກ, ເມັດ ຫລື ແກ່ນ, ເປືອກ, ນ້ຳມັນ, ຢາງໄມ້, ເຫັດ, ນ້ຳເຜີ້ງ ແລະ ອື່ນໆ;
       15. ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ໝາຍເຖິງ ໄມ້ ແລະ ເຄື່ອງປ່າຂອງດົງ ທີ່ໄດ້ເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກ ສະພາບເດີມ ມາເປັນ ຜະລິດຕະພັນສຳເລັດຮູບ ຫລື ເຄີ່ງສຳເລັດຮູບດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນ;
       16. ເຈົ້າຂອງປ່າໄມ້ ແລະ ທີ່ດິນປ່າໄມ້ ໝາຍເຖິງ ການຈັດຕັ້ງ, ຄອບຄົວ ແລະ ບຸກຄົນ ຊຶ່ງລັດໄດ້ມອບໝາຍໃຫ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມລະບຽບກົດໝາຍ;
       17. ການພັດທະນາປ່າໄມ້ ໝາຍເຖິງ ການຟື້ນຟູປ່າຊຸດໂຊມ, ການປູກປ່າຄືນໃໝ່ ພາຍຫລັງການຂຸດຄົ້ນ ຫລື ຖືກທຳລາຍ ແລະ ການນຳໃຊ້ ວິທະຍາສາດເຕັກນິກອື່ນ ເພື່ອເພີ່ມຄຸນນະພາບ, ເນື້ອທີ່ ແລະ ຄວາມປົກຫຸ້ມຂອງປ່າໄມ້;
       18. ການພັດທະນາທີ່ດິນປ່າໄມ້ ໝາຍເຖິງ ການປັບປຸງຄຸນນະພາບຂອງດິນ ຈາກດິນທີ່ຊຸດໂຊມໃຫ້ກາຍ ເປັນດິນທີ່ອຸດົມສົມບູນ;
       19. ປ່າໄມ້ທຳມະຊາດ ໝາຍເຖິງ ປ່າໄມ້ ທີ່ພັນໄມ້ ແລະ ເຄື່ອງປ່າຂອງດົງ ເກີດຂຶ້ນ ແລະ ຂະຫຍາຍພັນ ດ້ວຍຕົວມັນເອງ ຕາມທຳມະຊາດ ເປັນຕົ້ນຕໍ;
       20. ລະບົບນິເວດ ໝາຍເຖິງ ສາຍພົວພັນ ລະຫວ່າງ ສິ່ງທີ່ມີຊີວິດ ແລະ ສິ່ງບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທຳມະຊາດ;
       21. ຊີວະນາໆພັນ ໝາຍເຖິງ ຄວາມຫລາກຫລາຍຂອງລະບົບນິເວດ, ຊະນິດ ແລະ ແນວພັນຂອງ ສິ່ງທີ່ມີຊີວິດ ເຊັ່ນ: ພືດ, ສັດ, ແມງໄມ້ ແລະ ຈຸລິນຊີ ຢູ່ໃນຂອບເຂດທຳມະຊາດໃດໜຶ່ງ;
       22. ສະໜາມ I ໝາຍເຖິງ ສະຖານທີ່ທ້ອນໂຮມໄມ້ທ່ອນ ທີ່ໄດ້ຊັກລາກຈາກບ່ອນຕັດປ້ຳ ໃນສະຖານທີ່ຂຸດຄົ້ນໄມ້ ຕາມແຜນການຂຸດຄົ້ນ;
       23. ສະໜາມ II ໝາຍເຖິງ ສະຖານທີ່ທ້ອນໂຮມໄມ້ ທີ່ໄດ້ຂົນສົ່ງມາຈາກ ສະໜາມ I ຊຶ່ງສາມາດຕອບສະໜອງ ໃຫ້ແກ່ການຂົນສົ່ງໄປຫາໂຮງງານປຸງແຕ່ງ ໄດ້ຕະຫລອດປີ ແລະ ມີຄວາມປອດໄພສູງ ຈາກໄພທຳມະຊາດ ແລະ ອຸປະຕິເຫດອື່ນໆ ພ້ອມທັງເປັນບ່ອນຕົບແຕ່ງ ແລະ ຂຶ້ນບັນຊີ ຈັດຊັ້ນຄຸນນະພາບໄມ້;
       24. ກິດຈະການປ່າໄມ້ ແລະ ທີ່ດິນປ່າໄມ້ ໝາຍເຖິງ ການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ, ການນຳໃຊ້ ແລະ ການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້;
       25. ຂະໜາດວັດຮອບຕັດຟັນ ໝາຍເຖິງ ຂະໜາດໜ້າຕ້າງ ຫລື ວັດຮອບຂອງຕົ້ນໄມ້ໃນປ່າຜະລິດ ທີ່ລັດອະນຸຍາດໃຫ້ຂຸດຄົ້ນ ເພື່ອເປັນວັດຖຸດິບ ປ້ອນໂຮງງານອຸດສາຫະກຳປຸງແຕ່ງ;
       26. ເຂດກັນຊົນ ໝາຍເຖິງ ປ່າໄມ້ ແລະ ເຂດທີ່ດິນປ່າໄມ້ ຊຶ່ງຢູ່ອ້ອມຮອບປ່າສະຫງວນແຕ່ ໜຶ່ງຮ້ອຍ ຫາ ຫ້າຮ້ອຍ ແມັດ;
       27. ໂຮງງານອຸດສາຫະກຳປຸງແຕ່ງໄມ້ ໝາຍເຖິງ ໂຮງເລື່ອຍໄມ້, ໂຮງຊອຍໄມ້, ໂຮງເຟີນິເຈີ, ໂຮງງານໄມ້ປູພື້ນ, ໂຮງງານປຸງແຕ່ງ ແຜ່ນໄມ້, ໄມ້ປອກ ແລະ ໄມ້ອັດ;
       28. ຄ້ອນກາ ປມ ໝາຍເຖິງ ຄ້ອນກາທີ່ມີີລັກສະນະເປັນວົງມົນ ມີຮູບດາວ ແລະ ຕົວໜັງສື ປມ (ປ່າໄມ້) ຢູ່ເຄີ່ງກາງຂອງຮູບດາວ ແລະ ມີເລກລະຫັດຢູ່ເບື້ອງເທີງຂອງດາວ ຊຶ່ງໃຊ້ຕີກາໄມ້ຢືນຕົ້ນ, ໄມ້ທ່ອນ, ໄມ້ເລື່ອຍ, ຕໍໄມ້ ແລະ ປູດໄມ້ ເພື່ອເຄື່ອນຍ້າຍ ເຂົ້າບ່ອນດຳເນີນການ ຜະລິດ ແລະ ເຄື່ອນຍ້າຍ ໄປແຂວງຕ່າງໆ ພາຍໃນປະເທດ;
       29. ຄ້ອນກາ ປມລ ໝາຍເຖິງ ຄ້ອນກາທີ່ມີລັກສະນະເປັນວົງມົນ ມີຕົວໜັງສື ປ ມ ລ (ປ່າໄມ້ລາວ) ຢູ່ເຄີ່ງກາງ, ໃຊ້ຕີກາໄມ້ທ່ອນ, ໄມ້ເລື່ອຍ, ປູດໄມ້ ແລະ ຕໍໄມ້ ເພື່ອສົ່ງອອກຕ່າງປະເທດ;
       30. ເຂດປ່າຍອດນ້ຳ ໝາຍເຖິງ ເນື້ອທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງເປັນເຂດຕົ້ນກຳເນີດຂອງ ສາຍນ້ຳ ຊື່ງກວມເອົາເຂດອ່າງໂຕ່ງ;
       31. ບ້ານ ໝາຍເຖິງ ຫົວໜ່ວຍການປົກຄອງຮາກຖານ ລວມທັງກຸ່ມບ້ານ;
       32. ຕະຫລາດກາກບອນ ໝາຍເຖິງ ການຊື້-ຂາຍບໍລິມາດ ທາດພິດ ເປັນຕົ້ນ ທາດກາກໂບນິກ ( CO2) ທີ່ປ່າໄມ້ສາມາດດູດຊັບ ໂດຍໃຊ້ຫົວໜ່ວຍຄິດໄລ່ 1 ໂຕນ ຂອງກາກບອນ ຕໍ່ເຮັກຕາ, ສ່ວນການຄິດໄລ່ ແມ່ນ ມີຫລັກການສະເພາະ.

ມາດຕາ 4. ກຳມະສິດ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້
     ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ເປັນກຳມະສິດ ຂອງວົງຄະນະຍາດ ແຫ່ງຊາດ ຊຶ່ງລັດຖະບານ ເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ.
     ສຳລັບ ຕົ້ນໄມ້ ທີ່ບຸກຄົນ ຫລື ການຈັດຕັ້ງ ໄດ້ປູກ ຕາມເຂດທີ່ໄດ້ຈັດສັນໃຫ້ ດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ໂດຍການຮັບຮູ້ຈາກອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ກຳມະສິດຂອງຜູ້ປູກ.

ມາດຕາ 5. ນະໂຍບາຍ ກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້
     ລັດ ມີນະໂຍບາຍລົງທຶນໃສ່ການປົກປັກຮັກສາ, ຟື້ນຟູ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ, ສ້າງພື້ນຖານວັດຖຸເຕັກນິກ ເພື່ອປົກປັກຮັກສາ ສິ່ງແວດລ້ອມ, ແຫລ່ງນ້ຳ, ຊີວະນາໆພັນ ແລະ ການດຳລົງຊີວິດ ຂອງປະຊາຊົນ ລວມທັງການຈັດສັນອາຊີບຄົງທີ່.
     ລັດ ສົ່ງເສີມໃຫ້ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ປົກປັກຮັກສາ, ພັດທະນາປ່າໄມ້ທຸກປະເພດ ແລະ ພື້ນຟູ, ປູກປ່າໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫລ້ນໃຫ້ອຸດົມສົມບູນ ເພື່ອປົກປັກຮັກສາສິ່ງແວດລ້ອມ, ປູກໄມ້ເປັນວັດຖຸດິບປ້ອນໂຮງງານອຸດສາຫະກຳ ແລະ ຫັດຖະກຳ ຕາມນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີ, ອາກອນ ຕາມລະບຽບການ.
     ລັດ ສົ່ງເສີມໃຫ້ມີການນຳໃຊ້ປ່າໄມ້ທາງອ້ອມ ເຊັ່ນ: ເປັນແຫລ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນ, ບ່ອນຄົ້ນຄວ້າທົດລອງ, ຕະຫລາດກາກບອນ ແລະ ອື່ນໆ ຕາມລະບຽບກົດໝາຍ.

ມາດຕາ 6. ຫລັກການກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ປະຕິບັດຕາມຫລັກການຕົ້ນຕໍ ດັ່ງນີ້:
       1. ຮັບປະກັນການຄຸ້ມຄອງຂອງລັດຖະບານຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ;
       2. ຮັບປະກັນໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຜນຍຸດທະສາດປ່າໄມ້, ແຜນແມ່ບົດ ແລະ ແຜນການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້;
       3. ຮັບປະກັນການປົກປັກຮັກສາ,ຟື້ນຟູ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້,ແຫລ່ງນ້ຳ, ຊີວະນາໆພັນ ແລະ ສີ່ງແວດລ້ອມ ໃຫ້ອຸດົມສົມບູນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ;
       4. ຮັບປະກັນຜົນປະໂຫຍດ ຂອງລັດ, ການຈັດຕັ້ງ ແລະ ບຸກຄົນ ທີ່ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມລະບຽບກົດໝາຍ;
       5. ຮັບປະກັນການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີປະສິດທິຜົນ, ປະຢັດ, ຍືນຍົງ ແລະ ບໍ່ກະທົບຕໍ່ສິ່ງແວດລ້ອມ;
       6. ສົມທົບຍຸດທະສາດການພັດທະນາປ່າໄມ້ຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ.

ມາດຕາ 7. ພັນທະໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້
     ການປົກປັກຮັກສາ, ອະນຸລັກ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ໜ້າທີ່ຂອງພົນລະເມືອງທຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກພາກສ່ວນ.
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີພັນທະ ໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນປ່າໄມ້, ແຫລ່ງນ້ຳ, ຊີວະນາໆພັນ, ສິ່ງແວດລ້ອມ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ບໍ່ເຮັດໃຫ້ປ່າໄມ້ ແລະ ທີ່ດິນປ່າໄມ້ເຊື່ອມໂຊມ, ບົກແຫ້ງ, ເຊາະເຈື່ອນ, ປ້ອງກັນບໍ່ໃຫ້ໄຟໄໝ້ປ່າ, ສະກັດກັ້ນ ແລະ ຕ້ານ ການທຳລາຍ ປ່າໄມ້ ແລະ ທີ່ດິນປ່າໄມ້ທຸກຮູບແບບ.

ມາດຕາ 8. ການຮ່ວມມືສາກົນ
     ລັດ ສົ່ງເສີມ ການພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້້ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການສ້າງຊັບພະຍາກອນມະນຸດ, ການເຂົ້າຮ່ວມ ແລະ ປະຕິບັດສັນຍາ ລະຫວ່າງປະເທດ ທີ່ໄດ້ເຊັນ ແລະ ສົນທິສັນຍາສາກົນ ທີ່ ສ.ປ.ປ ລາວເປັນພາຄີ ແລະ ອື່ນໆ.

ພາກທີ II
ປະເພດປ່າໄມ້

ມາດຕາ 9. ການແບ່ງປະເພດປ່າໄມ້
     ປ່າໄມ້ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ແບ່ງ ອອກເປັນ ສາມປະເພດ ເພື່ອ ການປົກປັກຮັກສາ ແລະ ພັດທະນາ ຄື:
       1.   ປ່າປ້ອງກັນ;
       2.   ປ່າສະຫງວນ;
       3.   ປ່າຜະລິດ.

ມາດຕາ 10. ປ່າປ້ອງກັນ
     ປ່າປ້ອງກັນ ແມ່ນ ປ່າໄມ້ ທີ່ໄດ້ກຳນົດ ເພື່ອຈຸດປະສົງນຳໃຊ້ ປ້ອງກັນ ແຫລ່ງນ້ຳ, ແຄມນ້ຳ, ແຄມທາງ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດ ເພື່ອປ້ອງກັນຊາດ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ.

ມາດຕາ 11. ປ່າສະຫງວນ
     ປ່າສະຫງວນ ແມ່ນປ່າໄມ້ ທີ່ໄດ້ກຳນົດ ເພື່ອຈຸດປະສົງນຳໃຊ້ ໃນການອະນຸລັກ ທຳມະຊາດ, ປົກປັກຮັກສາ ພັນພືດ, ພັນສັດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆ ທີ່ມີຄຸນຄ່າ ທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ການຄົ້ນຄວ້າທົດລອງ ວິທະຍາສາດ.
     ປ່າສະຫງວນ ປະກອບດ້ວຍ ປ່າສະຫງວນແຫ່ງຊາດ, ປ່າສະຫງວນລະດັບ ແຂວງ, ລະດັບເມືອງ ແລະ ບ້ານ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 12. ປ່າຜະລິດ
     ປ່າຜະລິດ ແມ່ນ ປ່າທຳມະຊາດ ແລະ ປ່າປູກ ທີ່ໄດ້ກຳນົດ ເພື່ອຈຸດປະສົງ ນຳໃຊ້ ໃຫ້ເປັນເຂດການຜະລິດ, ທຸລະກິດໄມ້ ແລະ ຜະລິດຕະຜົນປ່າໄມ້ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ.

ມາດຕາ 13. ເຂດປ່າໄມ້
     ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດແຕ່ລະປະເພດ ມີ ເຂດປ່າໄມ້ ດົກໜາ, ເຂດປ່າຊຸດໂຊມ, ເຂດທີ່ດິນປ່າປອກໂຫລ້ນ ແລະ ເຂດປ່າຊົມໃຊ້ຂອງບ້ານ ຕາມແຜນທີ່ໄດ້ຈັດສັນໃຫ້.

ພາກທີ III
ກິດຈະການປ່າໄມ້

ໝວດທີ 1
ການຄຸ້ມຄອງປ່າໄມ້

ມາດຕາ 14. ການຄຸ້ມຄອງປ່າໄມ້
     ການຄຸ້ມຄອງປ່າໄມ້ ປະກອບດ້ວຍກິດຈະການປ່າໄມ້ຕ່າງໆ ເຊັ່ນ: ການສຳຫລວດ, ການວາງແຜນຈັດສັນ, ການຄົ້ນຄວ້າທົດລອງ, ການສຳຫລວດຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້.

ມາດຕາ 15. ການສຳຫລວດປ່າໄມ້
     ການສຳຫລວດປ່າໄມ້ ມີເນື້ອໃນ ດັ່ງນີ້:
       1. ການເກັບກຳຂໍ້ມູນ, ຕີລາຄາ ສະພາບປ່າໄມ້, ຄວາມປົກຫຸ້ມປ່າໄມ້, ການປ່ຽນແປງການນຳໃຊ້ປ່າໄມ້, ຊະນິດພັນໄມ້, ບໍລິມາດໄມ້, ໄມ້ສືບພັນ ແລະ ເຄື່ອງປ່າຂອງດົງ;
       2. ການເກັບກຳຂໍ້ມູນ ແລະ ສ້າງແຜນທີ່ກ່ຽວກັບການນຳໃຊ້ທີ່ດິນ;
       3. ການກຳນົດເຂດ ແລະ ວາງແຜນຈັດສັນ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
       4. ການວາງແຜນຂຸດຄົ້ນແບບຍືນຍົງ, ມີປະສິດທິຜົນ ແລະ ປະເມີນຜົນສະພາບປ່າໄມ້ພາຍຫລັງ ການຂຸດຄົ້ນ ເພື່ອຟື້ນຟູ ແລະ ປູກປ່າ.
     ລັດຖະບານ ມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບອົງການທີ່ກ່ຽວຂ້ອງ ໃນການສຳຫລວດປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ເພື່ອວາງແຜນປົກປັກຮັກສາ ແລະ ພັດທະນາແບບຍືນຍົງ.

ມາດຕາ 16. ການວາງແຜນຈັດສັນປ່າໄມ້
     ການວາງແຜນຈັດສັນ ແມ່ນ ການກຳນົດພື້ນທີ່ ປ່າປ້ອງກັນ, ປ່າສະຫງວນ, ປ່າຜະລິດ ໂດຍອີງໃສ່ ຂໍ້ມູນທີ່ເກັບກຳໄດ້ຈາກ ການສຳຫຼວດຕົວຈິງ. 
     ການວາງແຜນຈັດສັນ ດຳເນີນຕາມຫລັກການ ດັ່ງນີ້:
       1. ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດປ້ອງກັນຊາດ ປ້ອງກັນຄວາມ ສະຫງົບ ແລະ ຍຸດທະສາດປ່າໄມ້, ແຜນການນຳໃຊ້ທີ່ດິນປ່າໄມ້;
       2. ຕ້ອງຮັບປະກັນຄວາມເປັນເອກະພາບ ໃນການວາງແຜນ ປົກປັກຮັກສາ ແລະ ພັດທະນາປ່າໄມ້;
       3. ຕ້ອງຮັບປະກັນການຂຸດຄົ້ນໄມ້ແບບຍືນຍົງ, ນຳໃຊ້ໄມ້ ແລະ ຜະລິດຕະຜົນປ່າໄມ້ ແບບບໍ່ບົກແຫ້ງ, ຮັບປະກັນການສືບພັນໄມ້ ແລະ ເຄື່ອງປ່າຂອງດົງຕາມທຳມະຊາດ;
       4. ຮັບປະກັນການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ສ້າງເຂື່ອນໄຟຟ້ານ້ຳຕົກ, ເສັ້ນທາງຄົມມະນາ ຄົມ ແລະ ອື່ນໆ.

ມາດຕາ 17. ການຄົ້ນຄວ້າທົດລອງ
      ການຄົ້ນຄວ້າທົດລອງ ແມ່ນ ເພື່ອ ຂະຫຍາຍພັນ, ສືບພັນ, ປັບປຸງພັນ, ການຈະເລີນເຕີບໂຕ, ຄຸນປະໂຫຍດຂອງໄມ້ ແລະ ຜະລິດຕະຜົນປ່າໄມ້ທາງດ້ານປະລິມານ ແລະ ຄຸນນະພາບ ລວມທັງ ຄົ້ນຄວ້າຊອກຫາຮູບແບບ ແລະ ມາດຕະຖານເຕັກນິກທີ່ມີປະສິດທິຜົນ ໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້.
     ລັດ ສົ່ງເສີມໃຫ້ ການຈັດຕັ້ງ ແລະ ບຸກຄົນ ດຳເນີນການສຶກສາ, ຄົ້ນຄວ້າທົດລອງ, ລົງທຶນສ້າງສະຖາບັນ ຫລື ສູນຄົ້ນຄວ້າທົດລອງ ທາງດ້ານວິຊາການ.

ມາດຕາ 18. ການສຳຫລວດຂຸດຄົ້ນໄມ້
     ການສຳຫລວດຂຸດຄົ້ນໄມ້ ແມ່ນ ເພື່ອກຳນົດຈຳນວນ ແລະ ຊະນິດພັນໄມ້ ໃນເຂດປ່າຜະລິດທີ່ໄດ້ວາງແຜນຈັດສັນ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງແລ້ວ ສະເໜີລັດຖະບານພິຈາລະນາ ອະນຸມັດການຂຸດຄົ້ນ.
     ການສຳຫລວດຂຸດຄົ້ນໄມ້ໃນເຂດປ່າຜະລິດ ຈະຕ້ອງດຳເນີນຕາມຫລັກການຕົ້ນຕໍ ດັ່ງນີ້:
       1. ສຳຫລວດ ແລະ ຂຶ້ນບັນຊີໄມ້ຢືນຕົ້ນທຸກຊະນິດ ທີ່ມີຂະໜາດວັດຮອບເຖິງອະນຸຍາດຕັດຟັນ ພ້ອມທັງສ້າງແຜນທີ່ຈຸດຢືນ ຂອງຕົ້ນໄມ້ ຕາມລະບຽບຫລັກການ;
       2. ຄັດເລືອກ, ໝາຍ ແລະ ຕີກາຕົ້ນໄມ້ທີ່ຈະຕັດ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອຮັບປະກັນການສືບພັນ ແລະ ປ້ອງກັນການ ກະທົບຕໍ່ສິ່ງແວດລ້ອມ;
       3. ກຳນົດເສັ້ນທາງຂຸດຄົ້ນ, ລາກແກ່ ແລະ ຈຸດທ້ອນໂຮມໄມ້ທ່ອນ ຫລື ສະໜາມໄມ້ທ່ອນ ;
       4. ສ້າງແຜນການຂຸດຄົ້ນປະຈຳປີເພື່ອສະເໜີລັດຖະບານອະນຸມັດ.
     ສຳລັບເຂດກໍ່ສ້າງພື້ນຖານໂຄງລ່າງ ໃຫ້ສຳຫລວດໄມ້ທຸກຊະນິດ ທີ່ມີຂະໜາດວັດຮອບເກີນ 15 ຊັງຕີແມັດ.

ມາດຕາ19. ການສຳຫລວດຂຸດຄົ້ນຜະລິດຕະຜົນປ່າໄມ້
     ການສຳຫລວດຂຸດຄົ້ນຜະລິດຕະຜົນປ່າໄມ້ ແມ່ນ ເພື່ອກຳນົດຈຳນວນ ແລະ ຊະນິດເຄື່ອງປ່າຂອງດົງໃນເຂດປ່າປ້ອງກັນ, ປ່າສະຫງວນ, ປ່າຜະລິດ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງແລ້ວ ສະເໜີລັດຖະ ບານ ພິຈາລະນາອະນຸມັດການຂຸດຄົ້ນ.

ມາດຕາ 20. ການຄຸ້ມຄອງພາຫະນະ, ເຄື່ອງຈັກຂຸດຄົ້ນໄມ້, ປຸງແຕ່ງ, ລາກແກ່ ແລະ ຂົນສົ່ງໄມ້
     ລັດຖະບານອະນຸຍາດໃຫ້ນຳເຂົ້າ, ຈຳໜ່າຍ, ຄຸ້ມຄອງ, ກວດກາ, ຂຶ້ນທະບຽນພາຫະນະ, ເຄື່ອງຈັກຂຸດຄົ້ນໄມ້, ປຸງແຕ່ງ, ລາກແກ່ ແລະ ຂົນສົ່ງໄມ້ ທຸກຊະນິດ.
     ການນຳເຂົ້າພາຫະນະສະເພາະລາກແກ່ໄມ້ ແລະ ເຄື່ອງຈັກຂຸດຄົ້ນໄມ້ ຕ້ອງໄດ້ຮັບການອະນຸມັດຈາກກະຊວງທີ່ກ່ຽວຂ້ອງ ໂດຍການເຫັນດີຂອງກະຊວງ ກະສິກຳ ແລະ ປ່່າໄມ້ເສຍກ່ອນ. ສຳລັບການມີໄວ້ໃນຄອບຄອງ ເຄື່ອງຈັກຂຸດຄົ້ນໄມ້ ຕ້ອງໄດ້ຂຶ້ນທະບຽນນຳຂະແໜງການກະສິກຳ ແລະ ປ່າໄມ້.
     ເຄື່ອງຈັກຂຸດຄົ້ນ, ພາຫະນະລາກແກ່, ຂົນສົ່ງໄມ້ ທີ່ຮັບໃຊ້ໂຄງການທີ່ລັດຖະບານອະນຸມັດ ຕ້ອງປະຕິບັດຕາມລະບຽບການສະເພາະ.
     ການນຳເຂົ້າ, ການຈຳໜ່າຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ ເຄື່ອງຈັກປຸງແຕ່ງໄມ້ ທຸກ ຊະນິດ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ.

ມາດຕາ 21. ການວັດແທກ ແລະ ຈັດຊັ້ນຄຸນນະພາບ
     ໄມ້ທ່ອນ ທີ່ທ້ອນໂຮມຢູ່ສະໜາມ II ຕ້ອງໄດ້ວັດແທກລະອຽດ, ຈັດຊັ້ນຄຸນນະພາບ ແລະ ຂຶ້ນບັນຊີ ຕາມລະບຽບການ ຂອງກະຊວງກະສິກຳ ແລະ ປ່າໄມ້.


ໝວດທີ 2
ການປົກປັກຮັກສາ ປ່າໄມ້

ມາດຕາ 22. ການປົກປັກຮັກສາ ປ່າໄມ້
     ການປົກປັກຮັກສາປ່າໄມ້ ມີກິດຈະການຕ່າງໆ ເຊັ່ນ:
       - ການປົກປັກຮັກສາ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
       - ການປົກປັກຮັກສາ ເຂດປ່າຍອດນ້ຳ;
       - ການປົກປັກຮັກສາ ພັນໄມ້ ແລະ ເຄື່ອງປ່າຂອງດົງ;
       - ການກັນ ແລະ ຕ້ານ ພະຍາດພັນໄມ້ ແລະ ບົ້ງແມງ;
       - ການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ;
       - ການຈຳກັດ ການຖາງປ່າເຮັດໄຮ່ ແລະ ການຂຸດຄົ້ນໄມ້ຊະຊາຍ.

ມາດຕາ 23. ການປົກປັກຮັກສາປ່າປ້ອງກັນ
     ການປົກປັກຮັກສາປ່າປ້ອງກັນ ແມ່ນ ການຮັກສາແຫລ່ງນ້ຳ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດປ້ອງກັນຊາດ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ.
     ປ່າປ້ອງກັນ ແບ່ງອອກເປັນ ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງການນຳໃຊ້.
     ເຂດຫວງຫ້າມເດັດຂາດ ແມ່ນເຂດປ່າໄມ້ ຊຶ່ງເປັນບ່ອນທີ່ມີຄວາມຄ້ອຍຊັນສູງກວ່າ 35 ອົງສາ, ເຂດຕົ້ນກຳເນີດຂອງສາຍນ້ຳ, ປ່າລຽບແຄມນ້ຳ, ແຄມທາງ ແລະ ເຂດອື່ນ ທີ່ມີຄວາມສ່ຽງສູງຕໍ່ສິ່ງແວດລ້ອມ. ໃນເຂດນີ້ ຕ້ອງໄດ້ປົກປັກຮັກສາຢ່າງເຂັ້ມງວດ ແລະ ບໍ່ອະນຸຍາດໃຫ້ດຳເນີນກິດຈະການຕ່າງໆ ເຊັ່ນ: ການຖາງປ່າເຮັດໄຮ່, ຕັດ , ທຳລາຍ, ຈູດເຜົາ, ເຄື່ອນຍ້າຍຕົ້ນໄມ້, ຕັດໄມ້ຟືນ, ເອົາສັດເຂົ້າໄປລ້ຽງ, ຕັ້ງບ້ານເຮືອນ, ກໍ່ສ້າງກິດຈະການອື່ນ ນັບທັງ ການຂຸດຄົ້ນ ດິນ, ຫີນ, ບໍ່ແຮ່ ແລະ ເກັບກູ້ເຄື່ອງປ່າຂອງດົງ ເວັ້ນເສັຍແຕ່ ກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 44 ແລະ 70 ຂອງກົດໝາຍສະບັບນີ້.
     ເຂດຄຸ້ມຄອງການນຳໃຊ້ ແມ່ນ ເຂດປ່າໄມ້ ບ່ອນທີ່ບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ. ໃນເຂດນີ້ ຕ້ອງໄດ້ປົກປັກຮັກສາຄືກັນກັບ ເຂດຫວງຫ້າມເດັດຂາດ ແຕ່ຫາກອະນຸຍາດ ໃຫ້ປະຊາຊົນ ນຳໃຊ້ໄມ້ ແລະ ຜະລິດຕະຜົນປ່າໄມ້ ຕາມແຜນຈັດສັນ.

ມາດຕາ 24. ການປົກປັກຮັກສາປ່າສະຫງວນ
     ການປົກປັກຮັກສາປ່າສະຫງວນ ແມ່ນ ການຮັກສາປ່າໄມ້ ໃຫ້ອຸດົມສົມບູນ ກໍຄືປົກປັກຮັກສາ ພັນພືດ, ພັນສັດ, ຊີວະນາໆພັນ, ລະບົບນິເວດທີ່ມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ ໃຫ້ດຳລົງຄົງຕົວ ແລະ ຂະຫຍາຍຕົວ ພ້ອມກັນນັ້ນ ກໍໃຫ້ມີປ່າໄມ້, ທິວທັດທຳມະຊາດ ທີ່ສວຍສົດງົດງາມ ເພື່ອການພັດທະນາ ສວນອຸດທິຍານແຫ່ງຊາດ ຊຶ່ງເໝາະສົມ ແກ່ການທ່ອງທ່ຽວ ແລະ ການຄົ້ນຄວ້າທົດລອງ ທາງດ້ານວິທະຍາສາດ.
     ປ່າສະຫງວນ ແບ່ງອອກເປັນເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງການນຳໃຊ້, ເຂດເຊື່ອມຕໍ່ ແລະ ເຂດກັນຊົນ.
     ເຂດຫວງຫ້າມເດັດຂາດ ແມ່ນ ເຂດປ່າໄມ້ ຊຶ່ງເປັນບ່ອນອາໄສ, ຫາກິນ ແລະ ຂະຫຍາຍພັນຕົ້ນຕໍ ຂອງສັດຕ່າງໆ ແລະ ເປັນບ່ອນທີ່ມີ ພັນພືດ ທີ່ຫຼາກຫຼາຍ ແລະ ດົກໜາ. ໃນເຂດນີ້ ບໍ່ອະນຸຍາດໃຫ້ ດຳເນີນກິດຈະການປ່າໄມ້, ເກັບກູ້ຜະລິດຕະຜົນປ່າໄມ້ ລວມທັງການເຂົ້າໄປໃນເຂດດັ່ງກ່າວຢ່າງເດັດຂາດ ໂດຍບໍ່ໄດ້ຮັບອະນຸຍາດ. ການເຄື່ອນຍ້າຍພັນພືດ, ພັນສັດ ກໍບໍ່ອະນຸຍາດເຊັ່ນດຽວກັນ ເວັ້ນເສັຍແຕ່ ກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 44 ແລະ 70 ຂອງກົດໝາຍສະບັບນີ້.
     ເຂດຄຸ້ມຄອງ ການນຳໃຊ້ ແມ່ນ ຈັດສັນເຂດປ່າໄມ້ ທີ່ຢູ່ຕິດຈອດ ຫຼື ໃກ້ຄຽງກັບເຂດຫວງຫ້າມເດັດຂາດ. ໃນເຂດນີ້ ຕ້ອງໄດ້ປົກປັກຮັກສາຄືກັນກັບ ເຂດຫວງຫ້າມເດັດຂາດ ແຕ່ຫາກອະນຸຍາດ ໃຫ້ປະຊາຊົນ ນຳໃຊ້ ໄມ້ ແລະ ຜະລິດຕະຜົນປ່າໄມ້ ຕາມແຜນຈັດສັນ.
     ເຂດເຊື່ອມຕໍ່ ແມ່ນ ຈັດສັນ ເພື່ອປົກປັກຮັກສາທາງທຽວຂອງສັດ ລະຫວ່າງປ່າສະຫງວນດ້ວຍກັນ ຫລື ລະຫວ່າງ ປ່າສະຫງວນ ແລະ ປ່າປະເພດອື່ນ ເພື່ອໃຫ້ມີ ການຄົງຕົວ ແລະ ການຂະຫຍາຍຕົວ ຂອງ ສັດປ່າ. ໃນເຂດດັ່ງກ່າວ ບໍ່ອະນຸຍາດໃຫ້ ຕັດຕົ້ນໄມ້, ດຳເນີນ  ກິດຈະການ ປ່າໄມ້ ຫລື ກິດຈະການອື່ນ ທີ່ເປັນການກີດຂວາງ ຫລື ທຳລາຍ ທາງທຽວຂອງສັດ.
     ເຂດກັນຊົນ ແມ່ນ ຈັດສັນເພື່ອປ້ອງກັນການບຸກລຸກທຳລາຍປ່າສະຫງວນ

ມາດຕາ 25. ການປົກປັກຮັກສາປ່າຜະລິດ
     ການປົກປັກຮັກສາປ່າຜະລິດ ແມ່ນ ການຮັກສາປ່າໄມ້ ໃຫ້ອຸດົມສົມບູນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ລຶບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ.
     ການປົກປັກຮັກສາປ່າຜະລິດ ມີເນື້ອໃນດັ່ງນີ້:
       1. ກຳນົດໝາຍຂອບເຂດປ່າຜະລິດໃຫ້ຈະແຈ້ງ;
       2. ສຳຫລວດ ແລະ ຈັດແບ່ງປ່າໄມ້ ໃນເຂດປ່າຜະລິດເປັນເຂດປົກປັກຮັກສາ ແລະ ພັດທະນາ  ເຊັ່ນ: ເຂດປ່າໄມ້ເພື່ອ ປ້ອງກັນແຫຼ່ງນ້ຳ, ສິ່ງແວດລ້ອມ, ເຂດປ່າໄມ້ ເພື່ອສະຫງວນ ໄວ້ສຳລັບ ການສຶກສາຄົ້ນຄວ້າ, ເຂດທີ່ມີຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳ-ສັງຄົມ, ເຂດຟື້ນຟູປ່າ ແລະ ເຂດທີ່ສາມາດຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງໄດ້;
       3. ວາງແຜນການ ແລະ ກຳນົດມາດຕະການ ປົກປັກຮັກສາ ແລະ ພັດທະນາ ເຊັ່ນ: ແຜນການປົກປັກຮັກສາເຂດສະຫງວນ ແລະ ເຂດປ້ອງກັນແຫລ່ງນ້ຳ ລວມທັງສິ່ງແວດລ້ອມ, ແຜນການຟື້ນ ຟູປ່າ ແລະ ແຜນການຂຸດຄົ້ນໄມ້;
       4. ຈັດຕັ້ງປະຕິບັດການຄຸ້ມຄອງເຂດປ່າຜະລິດ ຕາມແຜນການ ແລະ ມາດຕະການທີ່ໄດ້ກຳນົດໄວ້ ໂດຍມີການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ;
       5. ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບກົດໝາຍ ຢ່າງເຂັ້ມງວດ;
       6. ດຳເນີນການ ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການຢ່າງເປັນລະບົບ;
       7. ວາງ ແລະ ປະຕິບັດລະບຽບກົດໝາຍ, ມາດຕະການ ກ່ຽວກັບການປົກປັກຮັກສາ.

ມາດຕາ 26. ການປົກປັກຮັກສາເຂດປ່າຍອດນ້ຳ
     ການປົກປັກຮັກສາເຂດປ່າຍອດນ້ຳ ແມ່ນ ການຮັກສາຕົ້ນກຳເນີດຂອງສາຍນ້ຳ ແລະ ແຫລ່ງນ້ຳ, ລັດຖະບານ ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກຳນົດເຂດປ້ອງກັນປ່າຍອດນ້ຳ, ວາງແຜນການ ແລະ ກຳນົດມາດຕະການ ໃນການປົກປັກຮັກສາ ໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ.
     ການປົກປັກຮັກສາເຂດປ່າຍອດນ້ຳ  ມີເນື້ອໃນດັ່ງນີ້:
       1. ການສຳຫລວດ ສະພາບປ່າໄມ້ໃນເຂດປ່າຍອດນ້ຳ;
       2. ການກຳນົດໝາຍຂອບເຂດປ່າຍອດນ້ຳ;
       3. ການສ້າງເປັນແຜນການ ຫລື ໂຄງການປົກປັກຮັກສາ ຫລື ຟື້ນຟູປ່າໄມ້ ດ້ວຍການສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ;
       4. ການກຳນົດມາດຕະການ ແລະ ລະບຽບການໃນການຄຸ້ມຄອງ ແລະ ປົກປັກຮັກສາຢ່າງເຂັ້ມງວດ ເຊັ່ນ: ບໍ່ໃຫ້ມີ ການຕັດໄມ້ ຫລື ຂຸດຄົ້ນໄມ້, ການຖາງປ່າ ເຮັດໄຮ່, ການຈູດປ່າ, ການຕັ້ງບ້ານເຮືອນ, ການດຳເນີນທຸລະກິດ ແລະ ຮູບການຕ່າງໆໃນເຂດດັ່ງກ່າວ;
       5. ການເຄື່ອນໄຫວອື່ນໆທີ່ຈຳເປັນ.

ມາດຕາ 27. ການປົກປັກຮັກສາ ພັນໄມ້ ແລະ ເຄື່ອງປ່າຂອງດົງ
     ການປົກປັກຮັກສາພັນໄມ້ ແລະ ເຄື່ອງປ່າຂອງດົງ ເປັນຕົ້ນ ປະເພດຫວງຫ້າມ ທີ່ຫາຍາກ ໃກ້ຈະສູນພັນເຊັ່ນ: ໄມ້ດູ່ລາຍ, ໄມ້ຂະຍຸງ, ໄມ້ຄຳພີ້, ໄມ້ໂລ່ງເລັ່ງ, ຝາງແດງ, ຊາປ່ານ ແລະ ອື່ນໆ ທີ່ລັດໄດ້ກຳນົດໄວ້ ແມ່ນ ເພື່ອເຮັດໃຫ້ມີການຂະຫຍາຍຕົວ ແລະ ມີຄວາມອຸດົມສົມບູນຂຶ້ນ.
     ການປົກປັກຮັກສາພັນໄມ້ ແລະ ເຄື່ອງປ່າຂອງດົງ ມີເນື້ອໃນດັ່ງນີ້:
       1. ການສຳຫລວດ ຊະນິດພັນໄມ້ ແລະ ເຄື່ອງປ່າຂອງດົງ;
       2. ການກຳນົດເຂດແຫລ່ງພັນ, ຂື້ນບັນຊີ ແລະ ຈົດທະບຽນພັນໄມ້ ແລະ ເຄື່ອງປ່າຂອງດົງ;
       3. ການວາງແຜນ ການອະນຸລັກ ປົກປັກຮັກສາ ໂດຍມີການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ;
       4. ການວາງ ແລະ ປະຕິບັດລະບຽບກົດໝາຍ, ມາດຕະການ ກ່ຽວກັບການປົກປັກຮັກສາ ແລະ ນຳໃຊ້;
       5. ການເຄື່ອນໄຫວອື່ນໆທີ່ຈຳເປັນ.

ມາດຕາ 28. ການກັນ, ການຕ້ານ ພະຍາດພັນໄມ້ ແລະ ບົ້ງແມງ
     ການກັນ, ການຕ້ານ ພະຍາດພັນໄມ້ ແລະ ບົ້ງແມງ ແມ່ນ ເພື່ອປ້ອງກັນບໍ່ໃຫ້ພະຍາດພັນໄມ້ ແລະ ບົ້ງແມງເກີດຂຶ້ນ, ລະບາດ ແລະ ແກ້ໄຂໃຫ້ມີປະສິດທິພາບ ທັນເວລາ.
     ການກັນ, ການຕ້ານ ພະຍາດພັນໄມ້ ແລະ ບົ້ງແມງ ມີເນື້ອໃນດັ່ງນີ້:
       1. ການສຶກສາຂໍ້ມູນການເກີດ ແລະ ການລະບາດ ຂອງເຊື້ອພະຍາດ ແລະ ບົ້ງແມງ;
       2. ການຈັດຕັ້ງການປ້ອງກັນ ແລະ ຄວບຄຸມ ການລະບາດ ຂອງ ພະຍາດພັນໄມ້ ແລະ ບົ້ງແມງໃນເຂດປ່າຂອງຕົນ;
       3. ການກຳນົດເຂດປອດພະຍາດ ແລະ ເຂດປ້ອງກັນ;
       4. ການສ້າງສູນຄົ້ນຄວ້າການກັນ ແລະ ຕ້ານ ພະຍາດພັນໄມ້ ແລະ ບົ້ງແມງ, ອອກໃບຢັ້ງຢືນ ການຄຸ້ມຄອງ ການຜະລິດ, ການແຈກຢາຍ ແລະ ການນຳໃຊ້ ແນວພັນໄມ້ ທີ່ປອດພະຍາດ;
       5. ການບໍ່ອະນຸຍາດໃຫ້ນຳເຂົ້າ ຫຼື ເຄື່ອນຍ້າຍ ພັນໄມ້ ທີ່ມີເຊື້ອພະຍາດ ແລະ ບົ້ງແມງຢ່າງເດັດຂາດ;
       6. ການເຄື່ອນໄຫວອື່ນໆທີ່ຈຳເປັນ.

ມາດຕາ 29. ການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ, ການຈຳກັດ ການຖາງປ່າເຮັດໄຮ່ ແລະ ການຂຸດຄົ້ນໄມ້ ຊະຊາຍ
     ການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ ແມ່ນ ການປ້ອງກັນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທຳລາຍດ້ວຍອັກຄີໄພ.
     ການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ ມີເນື້ອໃນດັ່ງນີ້:
       1. ການວາງລະບຽບການ ແລະ ມາດຕະການທີ່ຈຳເປັນ ກ່ຽວກັບການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ;
       2. ການໂຄສະນາ ສຶກສາອົບຮົມ ປະຊາຊົນ ໃຫ້ເຫັນໄພອັນຕະລາຍ ແລະ ສາເຫດຂອງໄຟໄໝ້ປ່າ ແລະ ຫລີກເວັ້ນການກະທຳທີ່ພາໃຫ້ເກີດໄຟໄໝ້ປ່າເຊັ່ນ: ການຈູດທົ່ງຄັງ, ການຈູດໄຮ່, ການດັງໄຟໃນປ່າ ແລະ ການຖີ້ມກິດກອກຢາໃນປ່າ;
       3. ການວາງແຜນປ້ອງກັນໄຟໄໝ້ລາມປ່າ;
       4. ເມື່ອເກີດໄຟໄໝ້ປ່າ ຕ້ອງລະດົມ ພາຫະນະ, ວັດຖຸອຸປະກອນ, ແຮງງານ ຈາກທຸກພາກສ່ວນ ເຂົ້າໃນການມອດໄຟ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ;
       5. ການເຄື່ອນໄຫວອື່ນໆທີ່ຈຳເປັນ.
     ການຈຳກັດການຖາງປ່າເຮັດໄຮ່ ແມ່ນ ທຸກການເຄື່ອນໄຫວ ເພື່ອ ຊຸກຍູ້, ສົ່ງເສີມ, ໂຄສະນາ ເຜີຍແຜ່ນະໂຍບາຍ ແລະ ລະບຽບກົດໝາຍກ່ຽວກັບປ່າໄມ້ ໃຫ້ປະຊາຊົນ ທີ່ດຳເນີນການຖາງປ່າເຮັດໄຮ່ ໃຫ້ຫັນມາດຳເນີນອາຊີບຄົງທີ່.
     ການຈຳກັດການຂຸດຄົ້ນໄມ້ຊະຊາຍ ແມ່ນ ທຸກການເຄື່ອນໄຫວທີ່ກ່ຽວຂ້ອງກັບການ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ນຳໃຊ້ປ່າໄມ້ ລວມທັງ ການຕິດຕາມ, ກວດກາ ແລະ ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ແນໃສ່ເຮັດໃຫ້ການຂຸດຄົ້ນໄມ້ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບປ່າໄມ້.

ໝວດທີ 3
ການພັດທະນາປ່າໄມ້

ມາດຕາ 30. ການຟື້ນຟູປ່າໄມ້ ແລະ ການປູກປ່າ
     ການຟື້ນຟູປ່າໄມ້ ແລະ ການປູກປ່າ ແມ່ນ ເພື່ອປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນປ່າໄມ້ຂອງຊາດ ແນໃສ່ ຕອບສະໜອງ ການນຳໃຊ້ໄມ້ ແລະ ຜະລິດຕະຜົນປ່າໄມ້ ຢ່າງບໍ່ບົກແຫ້ງ, ປົກປັກຮັກສາແຫລ່ງນ້ຳ, ດິນ, ສັດນ້ຳ, ສັດປ່າ ແລະ ສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ທັງເປັນແຫລ່ງລາຍຮັບ ອັນສຳຄັນຂອງລັດ, ການຈັດຕັ້ງ ແລະ ບຸກຄົນ.

ມາດຕາ 31. ຫລັກການຟື້ນຟູປ່າໄມ້
     ການຟື້ນຟູປ່າໄມ້ ປະກອບດ້ວຍ ສອງ ຮູບແບບ ຄື: ແບບທຳມະຊາດ ແລະ ແບບປູກເສີມ ຊຶ່ງດຳເນີນໄດ້ໃນເຂດປ່າເຫລົ່າ ແລະ ປ່າໄມ້ທຳມະຊາດທີ່ມີສະພາບຊຸດໂຊມ  ໂດຍການປ້ອງກັນ ບໍ່ໃຫ້ເກີດມີ ໄຟໄໝ້ລາມປ່າ ແລະ ບໍ່ໃຫ້ມີການບຸກລຸກທຳລາຍ.
     ເພື່ອເຮັດໃຫ້ການຟື້ນຟູປ່າໄມ້ມີປະສິດທິຜົນສູງ ມີຄວາມຈຳເປັນ ຕ້ອງໄດ້ປະຕິບັດ ຕາມຫລັກການ ຕົ້ນຕໍ ດັ່ງນີ້:
       1. ສຳຫລວດ ສະພາບການສືບພັນໄມ້ໃນເນື້ອທີ່ປ່າໄມ້ ທີ່ຈະດຳເນີນການຟື້ນຟູ;
       2. ກຳນົດໝາຍຂອບເຂດພ້ອມດ້ວຍປັກຫລັກໝາຍ;
       3. ກຳນົດຊະນິດພັນໄມ້ ທີ່ແທດເໝາະກັບສະພາບປ່າດັ່ງກ່າວ;
       4. ສ້າງເປັນແຜນການ ຫລື ໂຄງການ ຟື້ນຟູປ່າໄມ້;
       5. ດຳເນີນການຄຸ້ມຄອງ ແລະ ບົວລະບັດຮັກສາຢ່າງເຂັ້ມງວດ;
       6. ຂຶ້ນທະບຽນເປັນປ່າຟື້ນຟູຕາມລະບຽບການ.

ມາດຕາ 32. ແຜນການຟື້ນຟູປ່າໄມ້ ແລະ ການປູກປ່າ
     ອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຮັບຜິດຊອບຂຶ້ນແຜນຟື້ນຟູປ່າໄມ້ ແລະ ປູກປ່າ ໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ ໃນຂອບເຂດທ້ອງຖິ່ນຂອງຕົນ ໃນນັ້ນ ໃຫ້ບົ່ງແຈ້ງພັນໄມ້ທີ່ຈະມາປູກ, ສະຖານທີ່, ເນື້ອທີ່ ແລະ ທຶນ ລວມທັງ ຜູ້ທີ່ຈະດຳເນີນການປູກ, ຟື້ນຟູ ແລະ ບົວລະບັດຮັກສາ.

ມາດຕາ 33. ການກຳນົດເຂດຟື້ນຟູປ່າໄມ້, ປູກປ່າ ແລະ ພັນໄມ້ທີ່ຈະປູກ
     ອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສຳຫລວດ ແລະ ກຳນົດ ເຂດຟື້ນຟູປ່າໄມ້ ແລະ ປູກປ່າ.
     ເຂດຟື້ນຟູປ່າໄມ້ ຕ້ອງເລັງໃສ່ ປ່າໄມ້ທຳມະຊາດທີ່ມີສະພາບຊຸດໂຊມ ແລະ ເຂດປ່າເຫລົ່າ, ສ່ວນເຂດປູກໄມ້ ຕ້ອງເລັງໃສ່ທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫລ້ນ ຕາມທີ່ໄດ້ຈັດສັນໃຫ້.
     ການກຳນົດ ແລະ ເລືອກຊະນິດພັນໄມ້ ທີ່ຈະປູກ ແມ່ນ ອີງໃສ່ເງື່ອນໄຂຂອງດິນຟ້າອາກາດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງທ້ອງຖິ່ນນັ້ນ.

ມາດຕາ 34. ການສົ່ງເສີມການຟື້ນຟູປ່າໄມ້
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ດຳເນີນການຟື້ນຟູປ່າໄມ້ທຳມະຊາດ ທີ່ມີສະ ພາບຊຸດໂຊມ, ປ່າເຫຼົ່າ ດ້ວຍ ການປູກເສີມ ແລະ ການບູລະນະ ເພື່ອໃຫ້ກາຍເປັນປ່າຕຶບໜາຄືນໃໝ່ ແລະ ຈະໄດ້ຮັບນະໂຍບາຍສົ່ງເສີມຈາກລັດ ຕາມລະບຽບການ.

ມາດຕາ 35. ການສົ່ງເສີມການປູກໄມ້ ແລະ ເຄື່ອງປ່າຂອງດົງ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອ ປົກປັກຮັກສາສິ່ງແວດລ້ອມ ແລະ ເປັນສິນຄ້າ ດ້ວຍການວາງນະໂຍບາຍຕ່າງໆ ທີ່ເໝາະສົມຕໍ່ການລົງທຶນພາຍໃນ ແລະ ຕ່າງປະເທດ ເຊັ່ນ: ນະໂຍບາຍດ້ານກຳມະສິດ, ສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີທີ່ດິນ, ພາສີ ອາກອນກ່ຽວກັບພັນພືດ, ພັນໄມ້, ການໃຫ້ເຊົ່າ ຫລື ສຳປະທານ, ການບໍລິການທາງດ້ານເຕັກນິກວິຊາການ ແລະ ອື່ນໆ ຕາມລະບຽບການ.
     ການປູກໄມ້ ແລະ ເຄື່ອງປ່າຂອງດົງ ໃນປ່າຜະລິດທີ່ໄດ້ຈັດສັນໃຫ້ ແມ່ນ ເພື່ອສະໜອງວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໃຫ້ແກ່ໂຮງງານອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງເປັນສິນຄ້າ ແລະ ທັງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຕາມແຜນພັດທະນາເສດຖະກິດ-ສັງຄົມ.
     ການປູກໄມ້ ແລະ ເຄື່ອງປ່າຂອງດົງ ໃນປ່າປ້ອງກັນ ແລະ ປ່າສະຫງວນໃນເຂດຈັດສັນໃຫ້ ແມ່ນເພື່ອປົກປັກຮັກສາແຫລ່ງນ້ຳ, ຊີວະນາໆພັນ ແລະ ສິ່ງແວດລ້ອມ, ບໍ່ອະນຸຍາດໃຫ້ນຳໃຊ້ ເວັ້ນເສັຍແຕ່ການ ນຳໃຊ້ຕາມປະເພນີ ໃນເຂດຄຸ້ມຄອງການນຳໃຊ້. ສຳລັບນະໂຍບາຍ, ສິດ ແລະ ຜົນປະໂຫຍດ ຂອງຜູ້ປູກ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 36. ການຄຸ້ມຄອງກິດຈະການປູກໄມ້ ແລະ ເຄື່ອງປ່າຂອງດົງ
     ການຄຸ້ມຄອງກິດຈະການປູກໄມ້ ແລະ ເຄື່ອງປ່າຂອງດົງ ໃນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຕ້ອງດຳເນີນຕາມລະບຽບການທີ່ໄດ້ວາງອອກ ເຊັ່ນ: ການຄັດເລືອກເນື້ອທີ່, ການບຸກເບີກ, ການຄັດເລືອກພັນໄມ້ ແລະ ເຄື່ອງປ່າຂອງດົງ ລວມທັງການນຳເຂົ້າ, ການເກັບແກ່ນພັນ, ການຜະລິດເບັ້ຍໄມ້, ການປູກໄມ້ ແລະ ເຄື່ອງປ່າຂອງດົງ, ການບົວລະບັດຮັກສາ, ການປ້ອງກັນໄຟ ແລະ ພະຍາດບົ້ງແມງ, ການຂຶ້ນທະບຽນປ່າປູກ.

ມາດຕາ 37. ແຫລ່ງຂອງກອງທຶນ
     ເພື່ອຮັບປະກັນ ໃຫ້ວຽກງານການປົກປັກຮັກສາ, ພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ດຳເນີນໄປ ຢ່າງມີປະສິດທິຜົນນັ້ນ ລັດ ສ້າງກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຂຶ້ນ.
     ແຫລ່ງກອງທຶນ ໄດ້ມາຈາກງົບປະມານຂອງລັດ, ໂຄງການນຳໃຊ້ຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງ, ການປະກອບສ່ວນຂອງບຸກຄົນ, ການຈັດຕັ້ງ, ລວມໝູ່, ອົງການຈັດຕັ້ງສັງຄົມທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ.

ມາດຕາ 38. ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ
     ການຄຸ້ມຄອງກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນ ປະຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
     ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ນຳໃຊ້ເຂົ້າສະເພາະ ແຕ່ໃນວຽກງານປ່າໄມ້ ເປັນຕົ້ນ ການປົກປັກຮັກສາ ແລະ ພັດທະນາ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ, ການປູກ ແລະ ຟື້ນຟູປ່າ ເພື່ອປົກປັກຮັກສາ ແຫລ່ງນ້ຳ ແລະ ສິ່ງແວດລ້ອມ, ຂະຫຍາຍ ສັດນ້ຳ ແລະ ສັດປ່າ, ການໂຄສະນາອົບຮົມ ນະໂຍບາຍ, ລະບຽບກົດໝາຍ ແລະ ວິຊາການ ກ່ຽວກັບປ່າໄມ້.

ໝວດທີ 4
ການນຳໃຊ້ປ່າໄມ້

ມາດຕາ 39. ປະເພດການນຳໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້
     ການນຳໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຈັດແບ່ງອອກເປັນ ສີ່ ປະເພດຄື:
       1. ການນຳໃຊ້ ເພື່ອສາທາລະນະປະໂຫຍດຂອງບ້ານ;
       2. ການນຳໃຊ້ເພື່ອຄອບຄົວ;
       3. ການນຳໃຊ້ຕາມປະເພນີ;
       4. ການນຳໃຊ້ເພື່ອທຸລະກິດ.
     ການນຳໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ທຸກປະເພດ ຕ້ອງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້, ສິ່ງແວດລ້ອມທຳມະຊາດ ຫລື ສັງຄົມ.

ມາດຕາ 40. ການນຳໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ເພື່ອສາທາລະນະປະໂຫຍດຂອງບ້ານ
     ການນຳໃຊ້ໄມ້ ເຂົ້າໃນການປຸກສ້າງຕ່າງໆເຊັ່ນ: ຫ້ອງການ, ສະໂມສອນ, ໂຮງຮຽນ ແລະ ສຸກສາລາ ຂອງບ້ານ ແມ່ນ ໃຫ້ນຳໃຊ້ໄມ້ຈາກປ່າຊົມໃຊ້ຂອງບ້ານທີ່ໄດ້ຈັດສັນໃຫ້ເທົ່ານັ້ນ ແຕ່ຕ້ອງໄດ້ຮັບ ອະນຸຍາດ ຈາກອົງການປົກຄອງເມືອງ, ເທດສະບານ ຕາມການສະເໜີ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ຕາມແຜນການຂຸດຄົ້ນໄມ້ປະຈຳປີຂອງ ແຂວງ, ນະຄອນ ທີ່ລັດຖະບານໄດ້ຮັບຮອງເອົາແລ້ວ.
     ການນຳໃຊ້ຜະລິດຕະຜົນປ່າໄມ້ ທີ່ບໍ່ເປັນສິນຄ້າ ເພື່ອ ເປັນຢາປົວພະຍາດ, ການປະດັບປະດາ, ການວາງສະແດງ ແລະ ອື່ນໆ ແມ່ນ ໃຫ້ເກັບກູ້ ຕາມເຂດປ່າໄມ້ທີ່ໄດ້ຈັດສັນໃຫ້. ໃນກໍລະນີ ທີ່ແມ່ນການນຳໃຊ້ເພື່ອເປັນສິນຄ້າ ກໍໃຫ້ປະຕິບັດຕາມ ມາດຕາ 43 ຂອງກົດໝາຍສະບັບນີ້.

ມາດຕາ 41. ການນຳໃຊ້ປ່າໄມ້ເພື່ອຄອບຄົວ
     ລັດ ອະນຸຍາດໃຫ້ ປະຊາຊົນພາຍໃນບ້ານ ນຳໃຊ້ ໄມ້ປະເພດບໍ່ຫວງຫ້າມ ຈາກປ່າຊົມໃຊ້ຂອງບ້ານ ເພື່ອປຸກສ້າງ ແລະ ສ້ອມແປງເຮືອນ ສະເພາະຄອບຄົວທີ່ຈຳເປັນ ເຊັ່ນ: ຄອບຄົວທີ່ບໍ່ທັນມີ ເຮືອນຢູ່, ເຮືອນເກົ່າແກ່, ເປ່ເພ ຫລື ຖືກເສັຍຫາຍຈາກໄພພິບັດ ໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ ແລະ ອະນຸມັດຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ຕາມລະບຽບການສະເພາະ.
     ສຳລັບ ໄມ້ທຳມະຊາດ ປະເພດຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ ຊຶ່ງຢູ່ຕາມດິນນາ, ດິນສວນ ຂອງບຸກຄົນ ຫຼື ຄອບຄົວ ທີ່ລັດໄດ້ມອບສິດນຳໃຊ້ທີ່ດິນໃຫ້ ຢ່າງຖືກຕ້ອງແລ້ວນັ້ນ ຕ້ອງໄດ້ແຈ້ງຕໍ່ໜ່ວຍງານປ່າໄມ້ບ້ານ ເພື່ອກວດກາ ແລະ ຄຸ້ມຄອງ. ບຸກຄົນ ແລະ ຄອບຄົວດັ່ງກ່າວ ມີສິດນຳໃຊ້ ແລະໄດ້ຮັບ ຜົນປະໂຫຍດ ກ່ຽວກັບໄມ້ນັ້ນຕາມລະບຽບການ.
     ໄມ້ປູກຂອງຄອບຄົວ ແມ່ນ ສາມາດຕັດ ແລະ ເຄື່ອນຍ້າຍໄດ້ ເວັ້ນເສັຍແຕ່ໄມ້ປະເພດຫວງຫ້າມ ແລະ ໄມ້ພິເສດ ຊຶ່ງຕ້ອງລາຍງານ ຕໍ່ໜ່ວຍງານປ່າໄມ້ບ້ານ ເພື່ອກວດກາ ແລະ ຄຸ້ມຄອງຕາມລະບຽບກົດໝາຍ.

ມາດຕາ 42. ການນຳໃຊ້ປ່າໄມ້ຕາມປະເພນີ
     ການນຳໃຊ້ປ່າໄມ້ ຕາມປະເພນີ ແມ່ນ ການຊົມໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ທີ່ເຄີຍປະຕິບັດກັນມາ ໂດຍສອດຄ່ອງກັບລະບຽບກົດໝາຍ. ລັດ ອະນຸຍາດໃຫ້ຊົມໃຊ້ໄມ້ ແລະ ເກັບກູ້ ຜະລິດຕະຜົນປ່າໄມ້ ປະເພດບໍ່ຫວງຫ້າມ ເພື່ອຊົມໃຊ້ ໃນຄອບຄົວ ແຕ່ບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ປ່າໄມ້, ຊັບພະຍາກອນປ່າໄມ້, ສິ່ງແວດລ້ອມ ແລະ ບໍ່ໃຫ້ແຕະຕ້ອງ ເຖິງສິດຜົນປະໂຫຍດຂອງບຸກຄົນ ຫລື ການຈັດຕັ້ງອື່ນ.
     ການຊົມໃຊ້ ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ຕາມປະເພນີ ແມ່ນ ຕ້ອງປະຕິບັດ ຕາມແຜນຈັດສັນ ແລະ ກົດລະບຽບຂອງບ້ານ ທີ່ສອດຄ່ອງກັບລະບຽບກົດໝາຍກ່ຽວກັບປ່າໄມ້.

ມາດຕາ 43. ການນຳໃຊ້ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ເພື່ອທຸລະກິດ
     ການນຳໃຊ້ປ່າໄມ້ເພື່ອທຸລະກິດ ແມ່ນ ການນຳໃຊ້ປ່າໄມ້ ເພື່ອ ການທ່ອງທ່ຽວ, ເປັນສະຖານທີ່ພັກຜ່ອນ ແລະ ການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້ ເປັນສິນຄ້າ.
     ການທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ ດຳເນີນໄດ້ໃນເຂດຄຸ້ມຄອງການນຳໃຊ້ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຕາມເຂດທີ່ຈັດສັນໃຫ້.
     ການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້ ເພື່ອເປັນສິນຄ້າ ໃຫ້ດຳເນີນໃນເຂດກໍ່ສ້າງພື້ນຖານໂຄງລ່າງ, ເຂດປ່າຜະລິດ ແລະ ຕ້ອງຂຸດຄົ້ນໃຫ້ຖືກຕ້ອງຕາມຫລັກການດັ່ງໄດ້ກຳນົດໄວ້ໃນ ມາດຕາ 49 ຂອງກົດໝາຍສະບັບນີ້.
     ສຳລັບໄມ້ຄ້ຳແບບ ແລະ ເປັນພະລັງງານ ໃຫ້ດຳເນີນໄດ້ ໃນເຂດ ທີ່ລັດອະນຸຍາດໃຫ້ດຳເນີນການ ກໍ່ສ້າງພື້ນຖານໂຄງລ່າງ ແລະ ເຂດບຸກເບີກເນື້ອທີ່ເພື່ອທຳການຜະລິດເທົ່ານັ້ນ.
     ລັດ ບໍ່ອະນຸຍາດໃຫ້ບຸກຄົນ ຫລື ການຈັດຕັ້ງ ເຊົ່າ ຫຼື ສຳປະທານປ່າໄມ້ທຳມະຊາດ ເພື່ອດຳເນີນກິດ ຈະການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ.

ມາດຕາ 44. ການຫັນປ່ຽນ ປະເພດປ່າໄມ້ທຳມະຊາດ
     ການຫັນປ່ຽນ ປ່າຜະລິດ ໄປເປັນປ່າປ້ອງກັນ ຫລື ປ່າສະຫງວນ, ປ່າສະ ຫງວນ ໄປເປັນປ່າປ້ອງກັນ ແມ່ນ ລັດຖະບານເປັນຜູ້ອະນຸມັດ ຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້.
     ການຫັນປ່ຽນປ່າປ້ອງກັນ ໄປເປັນປ່າສະຫງວນ ຫລື ເປັນປ່າຜະລິດ, ປ່າສະຫງວນ ໄປເປັນປ່າຜະລິດ ຕ້ອງໄດ້ຮັບຮອງຈາກຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ.

ມາດຕາ 45. ການດຳເນີນ ທຸລະກິດກ່ຽວກັບປ່າໄມ້
     ການດຳເນີນທຸລະກິດ ກ່ຽວກັບປ່າໄມ້ ປະກອບດ້ວຍ ກິດຈະການຕົ້ນຕໍ ດັ່ງນີ້:
       1. ການກ້າເບັ້ຍໄມ້ ແລະ ເຄື່ອງປ່າຂອງດົງ;
       2. ການປູກໄມ້ ແລະ ເຄື່ອງປ່າຂອງດົງ;
       3. ການຕັດໄມ້ທີ່ປູກ;
       4. ການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້;
       5. ການປຸງແຕ່ງໄມ້ ແລະ ຜະລິດຕະຜົນປ່າໄມ້;
       6. ການຈຳໜ່າຍເຄື່ອງປ່າຂອງດົງ ແລະ ຜະລິດຕະຜົນປ່າໄມ້;
       7. ການນຳເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະຜົນປ່າໄມ້;
       8. ການເຄື່ອນຍ້າຍໄມ້ ແລະ ຜະລິດຕະຜົນປ່າໄມ້;
       9. ການທ່ອງທ່ຽວທຳມະຊາດ.
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນທຸລະກິດກ່ຽວກັບປ່າໄມ້ ແລະ ຜະລິດ ຕະຜົນປ່າໄມ້ ຕ້ອງໄດ້ຮັບຄວາມເຫັນດີ ຈາກອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ຂຶ້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ.

ມາດຕາ 46. ການກ້າເບັ້ຍໄມ້ ແລະ ເຄື່ອງປ່າຂອງດົງ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ດຳເນີນການກ້າເບັ້ຍໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດ ແລະ ການພັດທະນາປ່າໄມ້.

ມາດຕາ 47. ການປູກໄມ້ ແລະ ເຄື່ອງປ່າຂອງດົງ
     ລັດ ສົ່ງເສີມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ປູກໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ແລະ ຕອບສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກຳປຸງແຕ່ງ ດ້ວຍການວາງນະໂຍບາຍ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 35 ຂອງກົດໝາຍສະບັບນີ້.
     ການປູກໄມ້ ແລະ ເຄື່ອງປ່າຂອງດົງ ຕ້ອງດຳເນີນໃນສະຖານທີ່ກຳນົດໃຫ້ ແລະ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫລັກການ ດັ່ງທີ່ໄດ້ກຳນົດໄວ້ໃນມາດຕາ 33 ຂອງກົດໝາຍສະບັບນີ້.

ມາດຕາ 48. ການຕັດໄມ້ທີ່ປູກ
     ການຕັດ ແລະ ເຄື່ອນຍ້າຍໄມ້ປູກ ເພື່ອເປັນສິນຄ້ານັ້ນ ຕ້ອງໄດ້ລາຍງານຕໍ່ ໜ່ວຍງານປ່າໄມ້ບ້ານ ເວັ້ນເສັຍແຕ່ໄມ້ ປະເພດຫວງຫ້າມ ແລະ ໄມ້ພິເສດ ຊຶ່ງຕ້ອງ ໄດ້ຮັບອະນຸຍາດ ຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ ຕາມການສະເໜີ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ.

ມາດຕາ 49. ການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້
     ລັດຖະບານ ອະນຸຍາດໃຫ້ຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້ ໃນເຂດປ່າຜະລິດ ທີ່ຜ່ານການສຳຫລວດ ແລະ ມີແຜນຈັດສັນປ່າໄມ້ແບບຍືນຍົງ ແລະ ເຂດປ່າໄມ້ທີ່ລັດຖະບານ ອະນຸມັດໃຫ້ກໍ່ສ້າງພື້ນຖານ ໂຄງລ່າງເທົ່ານັ້ນ.
     ການຂຸດຄົ້ນໄມ້ ແລະ ຜະລິດຕະຜົນປ່າໄມ້ ໃນເຂດປ່າຜະລິດ ຕ້ອງປະຕິບັດຕາມຫລັກການຕົ້ນຕໍ ດັ່ງນີ້:
       1. ຈັດຕັ້ງພະນັກງານຂະແໜງການປ່າໄມ້ລົງປະຈຳເຂດຂຸດຄົ້ນໄມ້ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການຂຸດຄົ້ນໄມ້ໃຫ້ຖືກຕ້ອງຕາມລະບຽບຫລັກການ;
       2. ນຳໃຊ້ກອງຂຸດຄົ້ນໄມ້ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ;
       3. ຂຸດຄົ້ນໃຫ້ຖືກຕ້ອງຕາມເຂດ ແລະ ປະຕິບັດຕາມແຜນການທີ່ລັດອະນຸຍາດໃຫ້;
       4. ຂຸດຄົ້ນສະເພາະຊະນິດພັນ ແລະ ຕົ້ນໄມ້ທີ່ອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ໝາຍ ແລະ ຕີກາຕົ້ນໄມ້ໃຫ້ຕັດ;
       5. ຕັດໄມ້ ໃຫ້ຖືກຕ້ອງ ຕາມເຕັກນິກວິຊາການ ແລະ ດຳເນີນຕາມລະດູການ ພ້ອມທັງ ເກັບກູ້ ແລະ ນຳໃຊ້ ໃຫ້ໝົດ;
       6. ນຳໃຊ້ລະບົບຕັດຢອນ, ຕັດຕາມຮອບໜູນວຽນທີ່ກຳນົດ, ຮັບປະກັນການສືບພັນ, ປ້ອງກັນການກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລະ ຕ້ອງຈຳກັດການທຳລາຍຕົ້ນໄມ້ ທີ່ຢູ່ອ້ອມຂ້າງ;
       7. ລາກແກ່, ຂົນສົ່ງ ແລະ ທ້ອນໂຮມໄມ້ທ່ອນ ຕ້ອງໃຫ້ດຳເນີນຕາມເສັ້ນທາງ ແລະ ຈຸດທ້ອນໂຮມໄມ້ທ່ອນ ຫລື ສະໜາມໄມ້ທ່ອນ ທີ່ໄດ້ກຳນົດໃຫ້;
       8. ຫລັງຈາກຂຸດຄົ້ນແລ້ວ ຕ້ອງໄດ້ອະນາໄມ ແລະ ປູກທົດແທນຄືນ;
       9. ເມື່ອຂຸດຄົ້ນສຳເລັດ ຕາມແຜນການແລ້ວ ຕ້ອງໄດ້ປະກາດປິດປ່າເຂດດັ່ງກ່າວ ແລ້ວວາງມາດ ຕະການຄຸ້ມຄອງ ແລະ ຟື້ນຟູບູລະນະເພື່ອໃຫ້ສາມາດ ດຳເນີນການຂຸດຄົ້ນໄດ້ ໃນຮອບວຽນ ຕໍ່ໄປ.
     ສ່ວນການຂຸດຄົ້ນໄມ້ໃນເຂດປ່າໄມ້ທົ່ວໄປ ທີ່ລັດຖະບານ ອະນຸມັດໃຫ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ ແມ່ນມີລະບຽບການຄຸ້ມຄອງສະເພາະ.
     ສຳລັບ ການຂຸດຄົ້ນ ຫລື ເກັບກູ້ ຜະລິດຕະຜົນປ່າໄມ້ ໃຫ້ປະຕິບັດ ຕາມ ລະບຽບການສະເພາະຊຶ່ງອົງການ ທີ່ມີສິດໜ້າທີ່ກ່ຽວຂ້ອງ ເປັນຜູ້ວາງອອກ.
     ແຜນການຂຸດຄົ້ນໄມ້ປະຈຳປີ ຕ້ອງໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ຕາມການສະເໜີ ຂອງລັດຖະບານ.

ມາດຕາ 50. ການປຸງແຕ່ງໄມ້ ແລະ ຜະລິດຕະຜົນປ່າໄມ້
     ການປຸງແຕ່ງໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຮັບການສົ່ງເສີມຈາກລັດ ເພື່ອສ້າງມູນຄ່າເພີ່ມ ແນໃສ່ການຮັບໃຊ້ພາຍໃນ ແລະ ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບເພື່ອສົ່ງອອກ.
     ການປຸງແຕ່ງໄມ້ ແລະ ຜະລິດຕະຜົນປ່າໄມ້ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ. ສຳລັບໂຮງງານປຸງແຕ່ງນັ້ນ ຕ້ອງໃຫ້ມີການປັບປຸງ ເພື່ອໃຫ້ໄດ້ປະລິມານ ແລະ ຄຸນນະພາບ ທີ່ເໝາະສົມ ຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ມາດຕາ 51. ການຈຳໜ່າຍເຄື່ອງປ່າຂອງດົງ ແລະ ຜະລິດຕະພັນໄມ້
     ເຄື່ອງປ່າຂອງດົງ, ຜະລິດຕະພັນໄມ້ທີ່ໄດ້ມາດຕະຖານ ຈຶ່ງນຳອອກຈຳໜ່າຍໄດ້.
     ການຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຕ້ອງປະຕິບັດຕາມກົນໄກຕະຫລາດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ສາກົນ.

ມາດຕາ 52. ການນຳເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະຜົນປ່າໄມ້
     ລັດ ສົ່ງເສີມການນຳເຂົ້າ ພັນໄມ້, ພັນພືດ ເພື່ອຕອບສະໜອງຄວາມຕ້ອງການໃນການຜະລິດ ດ້ວຍນະໂຍບາຍຍົກເວັ້ນ ຫລື ຫລຸດຜ່ອນ ພາສີອາກອນ ລວມທັງ ອະນຸຍາດການນຳເຂົ້າໄມ້ ແລະ ຜະລິດ ຕະຜົນປ່າໄມ້ ທີ່ມີຄວາມຈຳເປັນ ຕາມລະບຽບການ.
     ການສົ່ງໄມ້ທ່ອນທຳມະຊາດ ແລະ ໄມ້ປູກປະເພດຫວງຫ້າມ, ໄມ້ຕັບ, ໄມ້ເລື່ອຍ, ຕໍໄມ້ ແລະ ປູດໄມ້ ອອກຕ່າງປະເທດ ແມ່ນ ມີແຕ່ລັດຖະບານເທົ່ານັ້ນ ເປັນຜູ້ອະນຸຍາດ.
     ສຳລັບໄມ້ປູກທີ່ບໍ່ຢູ່ໃນບັນຊີໄມ້ປະເພດຫວງຫ້າມ ແລະ ໄມ້ພິເສດ ສາມາດສົ່ງອອກຕ່າງປະເທດໄດ້ ແຕ່ຕ້ອງ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ.
     ການນຳເຂົ້າ ແລະ ສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ຜະລິດຕະຜົນປ່າໄມ້ ຕ້ອງປະຕິບັດໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ.

ມາດຕາ 53. ການເຄື່ອນຍ້າຍໄມ້ ແລະ ຜະລິດຕະຜົນປ່າໄມ້
     ການເຄື່ອນຍ້າຍໄມ້ ແລະ ຜະລິດຕະຜົນປ່າໄມ້ ພາຍໃນປະເທດ ຕ້ອງປະຕິບັດຕາມລະບຽບກົດ ໝາຍ ເຊັ່ນ: ຈ່າຍຄ່າພັນທະ, ອາກອນ, ໄມ້ແຕ່ລະທ່ອນ ຕ້ອງມີເຄື່ອງໝາຍ ແລະ ຕີກາ ປມ, ມີເອກະສານ ເຄື່ອນຍ້າຍ, ເຄື່ອນຍ້າຍຕາມເສັ້ນທາງ ໂດຍມີການຕິດຊັ່ງນ້ຳໜັກ, ຕາມລະດູການ, ເວລາ ແລະ ແຈ້ງຕໍ່ຈຸດກວດກາ ທີ່ໄດ້ກຳນົດໃຫ້.

ມາດຕາ 54. ການທ່ອງທ່ຽວທຳມະຊາດ
     ລັດ ສົ່ງເສີມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ດຳເນີນທຸລະກິດການທ່ອງທ່ຽວທຳມະຊາດໃນເຂດທິວທັດສວຍງາມ, ຊີວະນາໆພັນ ໃນເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຕາມທີ່ໄດ້ຈັດສັນໃຫ້ ແລະ ບໍ່ສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ.

ມາດຕາ 55. ກອງຂຸດຄົ້ນໄມ້
     ກອງຂຸດຄົ້ນໄມ້ ແມ່ນ ການຈັດຕັ້ງໜຶ່ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງຂື້ນໂດຍກະຊວງກະສິກຳ ແລະ ປ່າໄມ້ ເພື່ອເຮັດໜ້າທີ່ຂຸດຄົ້ນ ແລະ ທ້ອນໂຮມໄມ້ ຈາກເຂດຂຸດຄົ້ນ ມາຮອດ ສະໜາມ II ລວມທັງການປູກ, ບູລະນະ ປົກປັກຮັກສາປ່າໄມ້ ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການກະສິກຳ ແລະ ປ່າໄມ້.
     ພາຍຫລັງໄດ້ຮັບການສ້າງຕັ້ງແລ້ວ ກອງຂຸດຄົ້ນໄມ້້ ຕ້ອງປະຕິບັດຕາມແຜນ, ລະບຽບການຂຸດຄົ້ນໄມ້ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ ພ້ອມທັງປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.


ພາກທີ IV
ທີ່ດິນປ່າໄມ້

   ໝວດທີ 1
ການຄຸ້ມຄອງທີ່ດິນປ່າໄມ້

ມາດຕາ 56 ປະເພດທີ່ດິນປ່າໄມ້
     ທີ່ດິນປ່າໄມ້ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງອອກເປັນ ສາມ ປະເພດເພ່ືອການຄຸ້ມຄອງ ຄື:
       - ທີ່ດິນປ່າປ້ອງກັນ;
       - ທີ່ດິນປ່າສະຫງວນ;
       - ທີ່ດິນປ່າຜະລິດ.
     ໃນສາມປະເພດທີ່ດິນປ່າໄມ້ນີ້ ກວມເອົາທີ່ດິນປ່າຟື້ນຟູ, ປ່າໂຄກ, ທີ່ດິນປ່າຊຸດໂຊມ ຫຼື ທີ່ດິນປ່າ ປອກໂຫລ້ນ ແລະ ທີ່ດິນປ່າຊົມໃຊ້ຂອງບ້ານ.

ມາດຕາ 57. ການຄຸ້ມຄອງທີ່ດິນປ່າໄມ້
     ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຄຸ້ມຄອງທີ່ດິນປ່າໄມ້, ກຳນົດທີ່ດິນປ່າໄມ້ປະເພດຕ່າງໆ ໂດຍ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ, ຄົ້ນຄວ້າວາງລະບຽບ ການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ທີ່ດິນປະເພດດັ່ງກ່າວ ລວມທັງ ການປົກປັກຮັກສາສິ່ງແວດລ້ອມ ແລ້ວນຳສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາ.

ໝວດທີ 2
ການປົກປັກຮັກສາທີ່ດິນປ່າໄມ້

ມາດຕາ 58 ການປົກປັກຮັກສາທີ່ດິນປ່າໄມ້
     ການປົກປັກຮັກສາທີ່ດິນປ່າໄມ້ ແມ່ນ ການກຳນົດ ຂອບເຂດພື້ນທີ່ດິນປ່າໄມ້ແຕ່ລະປະເພດ, ຄົ້ນຄວ້າວາງລະບຽບການ ແລະ ມາດຕະການ ປົກປັກຮັກສາ ແລະ ພັດທະນາ ທີ່ດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ.
     ທີ່ດິນປ່າໄມ້ທຸກປະເພດ ຕ້ອງໄດ້ຮັບການຂຶ້ນທະບຽນທີ່ດິນ ນຳອົງການຄຸ້ມຄອງທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.

ມາດຕາ 59. ການປົກປັກຮັກສາທີ່ດິນປ່າປ້ອງກັນ
     ການປົກປັກຮັກສາທີ່ດິນປ່າປ້ອງກັນ ແມ່ນ ການກຳນົດທີ່ດິນປ່າປ້ອງກັນເປັນເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງການນຳໃຊ້ ທັງແມ່ນ ການວາງແຜນ ແລະ ກຳນົດມາດຕະການຄຸ້ມຄອງ ເພື່ອສະກັດກັ້ນ ທຸກເຫດການທີ່ຈະເກີດຂຶ້ນ ຫລື ພວມເກີດຂຶ້ນ ຊຶ່ງເປັນສາເຫດ ເຮັດໃຫ້ທີ່ດິນ ປ່າປ້ອງກັນມີການ ເຊາະເຈື່ອນ, ດິນເຊື່ອມຄຸນນະພາບ, ການປ່ຽນແປງລະບົບນິເວດ ຂອງດິນບໍລິເວນນ້ຳ, ແຫລ່ງນ້ຳບົກ ແຫ້ງ, ການກະທົບເຂດຍຸດທະສາດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມ.

ມາດຕາ 60. ການປົກປັກຮັກສາທີ່ດິນປ່າສະຫງວນ
     ການປົກປັກຮັກສາທີ່ດິນປ່າສະຫງວນ ແມ່ນ ການກຳນົດທີ່ດິນປ່າສະຫງວນເປັນ ເຂດຫວງຫ້າມ ເດັດຂາດ, ເຂດຄຸ້ມຄອງການນຳໃຊ້, ເຂດເຊື່ອມຕໍ່ ແລະ ເຂດກັນຊົນ ທັງແມ່ນ ການວາງແຜນ ແລະ ກຳນົດມາດຕະການຄຸ້ມຄອງ ເພື່ອສະກັດກັ້ນ ທຸກກິດຈະການ ແລະ ພຶດຕິກຳ ທີ່ເປັນການບຸກລຸກ, ທຳລາຍ ຊຶ່ງຈະເປັນຜົນກະທົບ ອັນບໍ່ດີຕໍ່ລະບົບນິເວດປ່າໄມ້ ແລະ ກໍ່ຄວາມເສັຍຫາຍໃຫ້ແກ່ພັນພືດ, ພັນສັດ, ຊີວະນາໆພັນ, ມໍລະດົກທາງ ດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ສິ່ງຕ່າງໆ ທີ່ມີຄຸນຄ່າ ຢູ່ໃນ ຂອບເຂດທີ່ດິນ ປ່າສະຫງວນ.

ມາດຕາ 61. ການປົກປັກຮັກສາທີ່ດິນປ່າຜະລິດ
     ການປົກປັກຮັກສາທີ່ດິນປ່າຜະລິດ ແມ່ນ ການວາງແຜນເຂດຄຸ້ມຄອງການນຳໃຊ້ແບບຍືນຍົງ ຕາມແຜນຈັດສັນ ປ່າຜະລິດ ທັງແມ່ນ ການກຳນົດມາດຕະການເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ສະກັດກັ້ນ ທຸກກິດຈະການ ແລະ ພຶດຕິກຳ ທີ່ເປັນການບຸກລຸກ, ທຳລາຍ ຫລື ຫັນປ່ຽນທີ່ດິນປ່າຜະລິດໄປເປັນທີ່ດິນປະເພດອື່ນ  ຊຶ່ງເປັນຜົນກະທົບອັນບໍ່ດີ ຕໍ່ລະບົບນິເວດປ່າໄມ້, ສິ່ງແວດລ້ອມ ແລະ ກໍ່ຄວາມເສັຍຫາຍໃຫ້ແກ່ຊັບພະຍາກອນທຳມະຊາດ.

ໝວດທີ 3
ການພັດທະນາທີ່ດິນປ່າໄມ້

ມາດຕາ 62. ການພັດທະນາທີ່ດິນປ່າໄມ້
     ກະຊວງກະສິກຳ ແລະ ປ່າໄມ້ ເປັນ ຜູ້ພັດທະນາທີ່ດິນປ່າໄມ້ ໂດຍສ້າງກົນໄກປະສານງານ ລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ໃນສັງຄົມ ລວມທັງປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາທີ່ດິນປ່າໄມ້ ດ້ວຍການວາງ ນະໂຍບາຍ, ວິທີການ ແລະ ມາດຕະການຕ່າງໆ ກ່ຽວກັບການຮັກສາ, ປັບປຸງ ແລະ ຟື້ນຟູທີ່ດິນ ໃຫ້ຢູ່ໃນສະພາບດີຂຶ້ນ, ມີມູນຄ່າເພີ່ມ ແລະ ສົມດຸນກັບລະບົບນິເວດປ່າໄມ້.

ມາດຕາ 63. ການພັດທະນາທີ່ດິນປ່າປ້ອງກັນ
     ການພັດທະນາທີ່ດິນປ່າປ້ອງກັນ ແມ່ນ ທຸກການເຄື່ອນໄຫວ ເພື່ອປັບປຸງຄຸນນະພາບດິນ ແລະ ຟື້ນຟູທີ່ດິນ ດ້ວຍການຟື້ນຟູ ເຂດປ່າເຫລົ່າ, ປ່າຊຸດໂຊມ, ປູກປ່າໃສ່ເຂດທີ່ດິນປ່າປອກໂຫລ້ນ ແລະ ປູກ ພືດຊະນິດຕ່າງໆ ແນໃສ່ເຮັດໃຫ້້ສະພາບດິນ ອຸດົມສົມບູນຂຶ້ນ ແລະ ສົມດຸນກັບລະບົບນິເວດ ຂອງປ່າໄມ້.

ມາດຕາ 64. ການພັດທະນາທີ່ດິນປ່າສະຫງວນ
     ການພັດທະນາທີ່ດິນປ່າສະຫງວນ ແມ່ນ ທຸກການເຄື່ອນໄຫວ ໃນເນື້ອທີ່ດິນທຸກຕອນ ທີ່ຢູ່ໃນຂອບເຂດປ່າສະຫງວນ ເພື່ອປັບປຸງຄຸນນະພາບດິນ, ຟື້ນຟູບູລະນະ, ປູກປ່າ ແລະ ປູກພືດ ຊະນິດຕ່າງໆ ແນໃສ່ ອະນຸລັກລະບົບນິເວດຂອງປ່າໄມ້, ພັນພືດ, ພັນສັດ, ຊີວະນາໆພັນ, ມໍລະດົກ ທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ສິ່ງຕ່າງໆທີ່ມີຄຸນຄ່າ ຢູ່ໃນຂອບເຂດທີ່ດິນປ່າສະຫງວນ.

ມາດຕາ 65. ການພັດທະນາທີ່ດິນປ່າຜະລິດ
     ການພັດທະນາທີ່ດິນປ່າຜະລິດ ແມ່ນ ທຸກການເຄື່ອນໄຫວ ເພື່ອປັບປຸງຄຸນນະພາບດິນ, ຟື້ນຟູບູລະນະທີ່ດິນໃນເຂດປ່າຜະລິດໃຫ້ອຸດົມສົມບູນ ແນໃສ່ ການປູກໄມ້ ຊະນິດຕ່າງໆ ທີ່ເໝາະສົມກັບ ເງື່ອນໄຂ ດິນຟ້າອາກາດ ເພື່ອເພີ່ມຄຸນນະພາບ ແລະ ປະລິມານໄມ້ ແລະ ຜະລິດຕະຜົນປ່າໄມ້ ໃຫ້ສາມາດຕອບ ສະໜອງແກ່ການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນ.

ໝວດທີ 4
ການນຳໃຊ້ທີ່ດິນປ່າໄມ້້

ມາດຕາ 66. ປະເພດການນຳໃຊ້ທີ່ດິນປ່າໄມ້
     ການນຳໃຊ້ທີ່ດິນປ່າໄມ້ ໃນ ສປປ ລາວ ໄດ້ຈັດແບ່ງອອກເປັນ ສາມ ປະເພດຄື:
       1. ການນຳໃຊ້ເພື່ອສາທາລະນະປະໂຫຍດ;
       2. ການນຳໃຊ້ເພື່ອຄອບຄົວ;
       3. ການນຳໃຊ້ເພື່ອທຸລະກິດ.
     ການນຳໃຊ້ທີ່ດິນປ່າໄມ້ ທຸກປະເພດ ຕ້ອງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ປ່າໄມ້, ຄຸນນະພາບຂອງດິນ, ສິ່ງແວດລ້ອມ ທຳມະຊາດ ຫລື ສັງຄົມ.

ມາດຕາ 67. ການນຳໃຊ້ທີ່ດິນປ່າໄມ້ເພື່ອສາທາລະນະປະໂຫຍດ
     ການນຳໃຊ້ທີ່ດິນປ່າໄມ້ ເພື່ອສາທາລະນະປະໂຫຍດ ແມ່ນ ນຳໃຊ້ເຂົ້າໃນການປູກໄມ້ເພື່ອຮັກສາ ສິ່ງແວດລ້ອມ ແລະ ຄວາມສວຍງາມ, ເປັນແຫລ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ ໂດຍໄດ້ຮັບອະນຸມັດ ຈາກອົງການທີ່ມີສິດໜ້າທີ່ກ່ຽວຂ້ອງ.

ມາດຕາ 68. ການນຳໃຊ້ທີ່ດິນປ່າໄມ້ເພື່ອຄອບຄົວ
     ການນຳໃຊ້ທີ່ດິນປ່າໄມ້ເພື່ອຄອບຄົວ ແມ່ນ ການນຳໃຊ້ທີ່ດິນປ່າໄມ້ຊຸດໂຊມ ຫລື ທີ່ດິນປ່າປອກໂຫລ້ນ ຕາມຄວາມສາມາດທາງດ້ານແຮງງານ ແລະ ທຶນຮອນ ຂອງຄອບຄົວ ເພື່ອ ຟື້ນຟູປ່າ, ປູກໄມ້ ຫລື ເຄື່ອງປ່າຂອງດົງ ໃນເນື້ອທີ່ບໍ່ເກີນ ສາມເຮັກຕາຕໍ່ໜຶ່ງແຮງງານໃນຄອບຄົວ, ໃນກໍລະນີທີ່ຕ້ອງການຫລາຍກວ່ານັ້ນ ກໍມີສິດຂໍເຊົ່າ ຫລື ສຳປະທານ ຈາກລັດ.

ມາດຕາ 69 ການນຳໃຊ້ທີ່ດິນປ່າໄມ້ເພື່ອທຸລະກິດ
     ການນຳໃຊ້ທີ່ດິນປ່າໄມ້ເພື່ອທຸລະກິດ ແມ່ນ ດຳເນີນໄດ້ໃນເຂດທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງໄດ້ ແລະ ທີ່ດິນປ່າປອກໂຫລ້ນ ທີ່ໄດ້ຈັດສັນໃຫ້ເທົ່ານັ້ນ ແລະ ຕ້ອງດຳເນີນໃຫ້ສອດຄ່ອງກັບກົດ ໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 70. ການຫັນປ່ຽນທີ່ດິນປ່າໄມ້
     ການຫັນປ່ຽນທີ່ດິນປ່າໄມ້ ທີ່ລັດຄຸ້ມຄອງ ໄປເປັນທີ່ດິນປະເພດອື່ນ ຈະດຳເນີນໄດ້ກໍຕໍ່ເມື່ອ ໄປຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສາມາດດຳເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ.
     ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ຫັນປ່ຽນທີ່ດິນປ່າໄມ້ ຕ້ອງໄດ້ຮັບຜິດຊອບ ຈ່າຍຄ່າສິ້ນເປືອງບໍລິການທາງດ້ານວິຊາການ, ເສຍຄ່າບູລະນະ, ຄ່າທຳນຽມ ການຫັນປ່ຽນ. ໃນກໍລະນທີ່ີຫັນປ່ຽນຊົ່ວຄາວ ເປັນຕົ້ນແມ່ນການຂຸດຄົ້ນແຮ່ທາດ ແລະ ການຜະລິດອື່ນ ຕ້ອງປັບແປງທີ່ດິນ ແລະ ປູກຕົ້ນໄມ້ ແທນຄືນ.
     ໃນກໍລະນີທີ່ລັດຕ້ອງການຫັນປ່ຽນທີ່ດິນປ່າໄມ້ ທີ່ລັດໄດ້ມອບໃຫ້ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງນຳໃຊ້ ຕາມເປົ້າໝາຍ ທີ່ໄດ້ກຳນົດໃຫ້ນັ້ນ ເພື່ອໄປຮັບໃຊ້ເປົ້າໝາຍອື່ນ ທີ່ມີຜົນປະໂຫຍດສູງສຸດແກ່ຊາດ ນັ້ນ ລັດຈະຊົດເຊີຍຕາມລະບຽບກົດໝາຍ.

ມາດຕາ 71. ລັກສະນະການຫັນປ່ຽນທີ່ດິນປ່າໄມ້
     ການຫັນປ່ຽນທີ່ດິນປ່າໄມ້ ມີ ສອງລັກສະນະຄື: ລັກສະນະຊົ່ວຄາວ ແລະ ລັກສະນະຖາວອນ.
     ການຫັນປ່ຽນທີ່ດິນປ່າໄມ້ລັກສະນະຊົ່ວຄາວ ແມ່ນ ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ ເພື່ອດຳເນີນກິດຈະການໃດໜື່ງ ພາຍຫລັງທີ່ກິດຈະການດັ່ງກ່າວໄດ້ສິ້ນສຸດແລ້ວ ທີ່ດິນທີ່ໄດ້ຫັນປ່ຽນນັ້ນ ກໍຕ້ອງກັບຄືນມາເປັນທີ່ດິນປ່າໄມ້ເໜືອນເດີມ ເຊັ່ນ: ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນອຸດສາຫະກຳ ເພື່ອຂຸດຄົ້ນບໍ່ແຮ່.
     ການຫັນປ່ຽນທີ່ດິນປ່າໄມ້ລັກສະນະຖາວອນ ແມ່ນ ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ ເພື່ອຮັບໃຊ້ຈຸດປະສົງໃດໜື່ງທີ່ມີລັກສະນະຍາວນານ ເຊັ່ນ: ການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນຄົມມະນາຄົມ ເພື່ອສ້າງຖະໜົນຫົນທາງ, ເຂື່ອນໄຟຟ້າ.
     ສຳລັບໄມ້ ແລະ ຊັບພະຍາກອນປ່າໄມ້ ທີ່ມີຢູ່ໃນເຂດດັ່ງກ່າວຊື່ງໄດ້ຕັດ ຫລື ຂຸດຄົ້ນ ແລ້ວນັ້ນ ແມ່ນ ເປັນກຳມະສິດຂອງລັດ.

ມາດຕາ 72. ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າຊຸດໂຊມ
     ການຫັນປ່ຽນທີ່ດິນປ່າຊຸດໂຊມ ໄປເປັນທີ່ດິນປະເພດອື່ນ ຈະດຳເນີນໄດ້ ກໍຕ່ໍເມື່ອມີຄວາມຈຳເປັນ ເພື່ອຮັບໃຊ້ຜົນປະໂຫຍດຂອງທ້ອງຖິ່ນເທົ່ານັ້ນ ໂດຍບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລະ ສາມາດດຳເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ.
     ອົງການທີ່ມີສິດຕົກລົງກ່ຽວກັບ ການຫັນປ່ຽນທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງໄດ້ ມີດັ່ງນີ້:
       1. ອົງການປົກຄອງແຂວງ, ນະຄອນ ສຳລັບ ເນື້ອທີ່ດິນປ່າຊຸດໂຊມ ແຕ່ ໜຶ່ງຮ້ອຍ ເຮັກຕາ ລົງມາ ຕໍ່ ກິດຈະການໜຶ່ງ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈຳແຂວງ, ນະຄອນ ໂດຍເປັນເອກະພາບ ກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ລັດຖະບານ ສຳລັບ ເນື້ອທີ່ດິນປ່າຊຸດໂຊມ ເກີນກວ່າ ໜຶ່ງຮ້ອຍ ເຮັກຕາ ຫາ ໜຶ່ງພັນ ເຮັກຕາ ຕໍ່ ກິດຈະການໜຶ່ງ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບ ກັບກະຊວງກະສິກຳ ແລະ ປ່າໄມ້   ແລະ ອົງການປົກຄອງ ແຂວງ, ນະຄອນ; ຖ້າເກີນກວ່າ ໜຶ່ງພັນ ເຮັກ ຕາ ຕ້ອງໄດ້ຮັບການຮັບຮອງຈາກ ຄະນະປະຈຳສະພາແຫ່ງຊາດ.

ມາດຕາ 73. ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າປອກໂຫລ້ນ
     ການຫັນປ່ຽນທີ່ດິນປ່າປອກໂຫລ້ນ ໄປສູ່ທີ່ດິນປະເພດອື່ນ ຈະດຳເນີນໄດ້ ກໍຕ່ໍເມື່ອມີຄວາມຈຳເປັນເພື່ອຮັບໃຊ້ຜົນປະໂຫຍດຂອງທ້ອງຖິ່ນເທົ່ານັ້ນ ໂດຍບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລະ ສາມາດດຳເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ.
     ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າປອກໂຫລ້ນ ມີດັ່ງນີ້:
       1. ອົງການປົກຄອງເມືອງ, ເທດສະບານ ສຳລັບທີ່ດິນປ່າປອກໂຫລ້ນ ຕ່ຳກວ່າ ສາມສິບ ເຮັກຕາ ຕໍ່ໜຶ່ງກິດຈະການ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈຳເມືອງ, ເທດສະບານ ໂດຍເປັນເອກະພາບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       2. ອົງການປົກຄອງແຂວງ, ນະຄອນ ສຳລັບທີ່ດິນປ່າປອກໂຫລ້ນ ແຕ່ ສາມສິບ ເຮັກຕາ ຫາ ສອງຮ້ອຍ ເຮັກຕາ ຕໍ່ໜຶ່ງກິດຈະການ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈຳແຂວງ, ນະຄອນ ໂດຍເປັນເອກະພາບກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       3. ລັດຖະບານ ສຳລັບທີ່ດິນປ່າປອກໂຫລ້ນ ເກີນກວ່າ ສອງຮ້ອຍ ເຮັກຕາ ຫາ ສິບພັນ ເຮັກຕາ ຕໍ່ໜຶ່ງກິດຈະການ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນ; ຖ້າເກີນກວ່າ ສິບພັນເຮັກຕາ ຕ້ອງໄດ້ຮັບການຮັບຮອງຈາກ ຄະນະປະຈຳສະພາແຫ່ງຊາດ.

ມາດຕາ 74. ການເຊົ່າ ຫລື ສຳປະທານທີ່ດິນປ່າໄມ້
     ການເຊົ່າ ຫລື ການສຳປະທານທີ່ດິນປ່າໄມ້ເພື່ອຟື້ນຟູປ່າ, ປູກປ່າ, ຕົ້ນໄມ້ອຸດສາຫະກຳ ແລະ ເຄື່ອງປ່າຂອງດົງ ໃຫ້ດຳເນີນໃນເຂດທີ່ດິນປ່າຊຸດໂຊມທີ່ບໍ່ສາມາດຟື້ນຟູຄືນເອງໄດ້ ແລະ ທີ່ດິນປ່າປອກໂຫລ້ນ ທີ່ໄດ້ຈັດສັນໄວ້ເທົ່ານັ້ນ ແລະ ຕ້ອງປະຕິບັດດັ່ງນີ້:
       1. ສຶກສາຂໍ້ມູນທາງດ້ານເສດຖະກິດ-ສັງຄົມ, ຄວາມເໝາະສົມທາງທຳມະຊາດ ເຊັ່ນ: ດິນ, ອາກາດ, ຄວາມສູງຈາກລະດັບນ້ຳທະເລ, ປະລິມານນ້ຳຝົນ, ແຫລ່ງນ້ຳ, ສິດນຳໃຊ້ທີ່ດິນ, ແຮງງານ ທ້ອງຖິ່ນ, ສຳຫລວດສະພາບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ ອື່ນໆທີ່ຈຳເປັນ;
       2. ສ້າງບົດວິພາກເສດຖະກິດ-ເຕັກນິກ ໂດຍຜ່ານການຮັບຮອງຈາກອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ;
       3. ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ລວມທັງມາດຕະການແກ້ໄຂ ຢ່າງເໝາະສົມ ໂດຍການຢັ້ງຢືນຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ;
       4. ສ້າງແຜນດຳເນີນງານ ໂດຍເລັງໃສ່ ການປົກປັກຮັກສາແຫລ່ງນ້ຳ ແລະ ສິ່ງແວດລ້ອມ, ການບຸກເບີກເນື້ອທີ່, ການພັດທະນາບ້ານ, ການສົ່ງເສີມປະຊາຊົນມີສ່ວນຮ່ວມໃນການດຳເນີນການ ຜະລິດ, ການນຳໃຊ້ເຕັກໂນໂລຊີ ແລະ ອື່ນໆ ຕະຫລອດເຖິງການແບ່ງປັນຜົນປະໂຫຍດ;
       5. ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 75. ຂອບເຂດການອະນຸມັດໃຫ້ເຊົ່າ ຫລື ສຳປະທານ  ທີ່ດິນປ່າຊຸດໂຊມ
     ຂອບເຂດສິດອະນຸມັດໃຫ້ເຊົ່າ ຫລື ສຳປະທານ ເນື້ອທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງ ໄດ້ ເພື່ອຟື້ນຟູປ່າ, ປູກປ່າ, ຕົ້ນໄມ້ອຸດສາຫະກຳ ແລະ ເຄື່ອງປ່າຂອງດົງ ໃຫ້ປະຕິບັດດັ່ງນີ້:
       1. ອົງການປົກຄອງແຂວງ, ນະຄອນ ມີສິດຕົກລົງໃຫ້ເຊົ່າ ຫລື ສຳປະທານ ເນື້ອທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງໄດ້ ແຕ່ ໜຶ່ງຮ້ອຍຫ້າສິບ ເຮັກຕາ ລົງມາ ຕໍ່ໜຶ່ງໂຄງການ ແລະ ກຳນົດເວລາການເຊົ່າ ຫລື ສຳປະທານ ສູງສຸດບໍ່ເກີນ ສາມສິບ ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ ກໍລະນີ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈຳ ແຂວງ, ນະຄອນ ໂດຍເປັນເອກະ ພາບ ກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ລັດຖະບານ ມີສິດຕົກລົງ ໃຫ້ເຊົ່າ ຫລື ສຳປະທານເນື້ອທີ່ດິນປ່າຊຸດໂຊມທີ່ບໍ່ສາມາດຟື້ນຟູຄືນ ເອງໄດ້ ເກີນກວ່າ ໜຶ່ງຮ້ອຍຫ້າສິບ ເຮັກຕາ ຫາ ສິບຫ້າພັນ ເຮັກຕາ ຕໍ່ໜຶ່ງໂຄງການ   ແລະ ກຳ ນົດເວລາການ ເຊົ່າ ຫລື ສຳປະທານ ເກີນກວ່າ ສາມສິບປີ ແຕ່ສູງສຸດ ບໍ່ໃຫ້ເກີນ ສີ່ສິບປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບ ກະຊວງ ກະສິກຳ ແລະ ປ່າໄມ້, ຖ້າເກີນກວ່າ ສິບຫ້າພັນ ເຮັກຕາ ຕ້ອງໄດ້ ມີການຮັບຮອງຈາກຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ.

ມາດຕາ 76. ຂອບເຂດການອະນຸມັດໃຫ້ເຊົ່າ ຫລື ສຳປະທານ ທີ່ດິນປ່າປອກໂຫລ້ນ
     ຂອບເຂດສິດອະນຸມັດໃຫ້ເຊົ່າ ຫລື ສຳປະທານ ທີ່ດິນປ່າປອກໂຫລ້ນ ເພື່ອຟື້ນຟູປ່າ, ປູກປ່າ, ຕົ້ນໄມ້ອຸດສາຫະກຳ ແລະ ເຄື່ອງປ່າຂອງດົງ ໃຫ້ປະຕິບັດດັ່ງນີ້:
       1. ອົງການປົກຄອງແຂວງ, ນະຄອນ ມີສິດຕົກລົງໃຫ້ເຊົ່າ ຫລື ສຳປະທານ ທີ່ດິນປ່າປອກໂຫລ້ນໄດ້ ແຕ່ ຫ້າຮ້ອຍ ເຮັກຕາ ລົງມາ ຕໍ່ໜຶ່ງໂຄງການ ແລະ ກຳນົດເວລາການເຊົ່າ ຫລື ສຳປະ ທານສູງສຸດບໍ່ເກີນ ສີ່ສິບ ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ຕາມການສະເໜີຂອງອົງການ ຄຸ້ມຄອງທີ່ດິນປະຈຳ ແຂວງ, ນະຄອນ ໂດຍເປັນເອກະພາບ ກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ;
       2. ລັດຖະບານ ມີສິດຕົກລົງ ໃຫ້ເຊົ່າ ຫລື ສຳປະທານ ເນື້ອທີ່ດິນປ່າປອກໂຫລ້ນໄດ້ ເກີນກວ່າ ຫ້າຮ້ອຍ ເຮັກຕາ ຫາ ສາມສິບພັນ ເຮັກຕາ ຕໍ່ໜຶ່ງໂຄງການ ແລະ ກຳນົດເວລາ ການເຊົ່າ ຫລື ສຳປະທານ ເກີນກວ່າ ສີ່ສິບປີ ແຕ່ສູງສຸດ ບໍ່ໃຫ້ເກີນ ຫົກສິບ ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ ກໍລະນີ ຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະ ຊວງກະສິກຳ ແລະ ປ່າໄມ້, ຖ້າເກີນກວ່າ ສາມສິບພັນ ເຮັກຕາ ຕ້ອງໄດ້ມີການຮັບຮອງຈາກຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ.
     ສຳລັບເຂດຊົນນະບົດ, ຫ່າງໄກສອກຫລີກ ກຳນົດເວລາການເຊົ່າ ຫລື ສຳປະ ທານ ແມ່ນ ເກີນກວ່າ ສີ່ສິບປີ ແຕ່ສູງສຸດບໍ່ໃຫ້ເກີນ ເຈັດສິບປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ.

ພາກທີ V
ຂອບເຂດການປົກປັກຮັກສາ ແລະ ການພັດທະນາ
ປ່າໄມ້້ ແລະ ທີ່ດິນປ່າໄມ້

   ໝວດທີ 1
ຂອບເຂດການປົກປັກຮັກສາ ແລະ ການພັດທະນາ
ປ່າໄມ້ ແລະ ທີ່ດິນປ່າໄມ້ ຂັ້ນສູນກາງ

ມາດຕາ 77. ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ຂັ້ນສູນກາງ ປົກປັກຮັກສາ ແລະ ພັດທະນາ
     ລັດຖະບານ ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການທ່ອງທ່ຽວແຫ່ງຊາດ, ກະຊວງແຜນການ ແລະ ລົງທຶນ, ກະຊວງປ້ອງກັນປະເທດ, ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້ ແບບຍືນຍົງ ຕາມແຜນຍຸດທະສາດພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດປ່າໄມ້ ແລະ ຍຸດທະສາດຄຸ້ມຄອງສິ່ງແວດລ້ອມ ແລະ ຂອບເຂດແຜນຈັດສັນທີ່ໄດ້ກຳນົດໄວ້,

ມາດຕາ 78. ການຮັບຮອງ ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ສູນກາງ ປົກປັກຮັກສາ ແລະ ພັດທະນາ
     ປ່າປ້ອງກັນ, ປ່າສະຫງວນແຫ່ງຊາດ ແລະ ປ່າຜະລິດ ທີ່ມີຂອບເຂດເນື້ອທີ່ ເກີນກວ່າຫ້າສິບພັນ ເຮັກຕາ ຊຶ່ງອາດກວມເອົາຫລາຍແຂວງ, ນະຄອນ ແມ່ນສະພາແຫ່ງຊາດ ເປັນຜູ້ຕົກລົງຮັບຮອງ ຕາມການ ສະເໜີຂອງລັດຖະບານ.

ໝວດທີ 2
ຂອບເຂດການປົກປັກຮັກສາ ແລະ ການພັດທະນາ
ປ່າໄມ້ ແລະ ທີ່ດິນປ່າໄມ້ ຂັ້ນທ້ອງຖິ່ນ

ມາດຕາ 79. ການມອບ ປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ອົງການປົກຄອງທ້ອງຖິ່ນ
     ພາຍຫລັງທີ່ໄດ້ຈັດສັນ, ແບ່ງປະເພດ ແລະ ກຳນົດຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ແລ້ວ ລັດຖະບານ ມອບໃຫ້ອົງການປົກຄອງແຂວງ, ນະຄອນ, ຈາກນັ້ນ ແຂວງ, ນະຄອນ ມອບໃຫ້ອົງການ ປົກຄອງເມືອງ, ເທດສະບານ ແລະ ເມືອງ, ເທດສະບານ ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ຮັບຜິດຊອບຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ແລະ ກວດກາ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
     ໃນກໍລະນີ ທີ່ເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ຫາກກວມເອົາຫລາຍ ແຂວງ, ນະຄອນ ແມ່ນ ໃຫ້ ອົງການປົກຄອງແຂວງ, ນະຄອນທີ່ກ່ຽວຂ້ອງປະສານສົມທົບກັນ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ແລະ ກວດກາ ຕາມຂອບເຂດການປົກຄອງຂອງຕົນ ແລະ ປະຕິບັດຕາມແຜນຈັດສັນທີ່ໄດ້ກຳນົດໄວ້.

ມາດຕາ 80. ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ແຂວງ, ນະຄອນ ປົກປັກຮັກສາ ແລະ ພັດທະນາ
     ອົງການປົກຄອງແຂວງ, ນະຄອນ ມອບເນື້ອທີ່ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ ບັນດາຂະແໜງການສາຍຕັ້ງ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມຂອບເຂດການປົກຄອງ ແຂວງ, ນະຄອນນັ້ນ.

ມາດຕາ 81. ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ເມືອງ, ເທດສະບານ ປົກປັກຮັກສາ ແລະ ພັດທະນາ
     ເຈົ້າແຂວງ, ເຈົ້າຄອງນະຄອນ ມອບເນື້ອທີ່ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ ອົງການປົກຄອງເມືອງ, ເທດສະບານ ແລະ ບັນດາຂະແໜງການສາຍຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 79 ຂອງກົດໝາຍສະບັບນີ້ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມຂອບເຂດການປົກຄອງເມືອງ, ເທດສະບານນັ້ນ.
     ໃນກໍລະນີ ທີ່ເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ຫາກກວມເອົາຫລາຍ ເມືອງ, ເທດສະບານ ແມ່ນ ໃຫ້ອົງການປົກຄອງເມືອງ, ເທດສະບານທີ່ກ່ຽວຂ້ອງປະສານສົມທົບກັນ ໃນການຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ນຳໃຊ້ ຕາມຂອບເຂດການປົກຄອງຂອງຕົນ ແລະ ປະຕິບັດຕາມແຜນຈັດສັນທີ່ໄດ້ກຳນົດໄວ້.

ມາດຕາ 82. ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ບ້ານ ປົກປັກຮັກສາ ແລະ ພັດທະນາ
     ເຈົ້າເມືອງ, ຫົວໜ້າເທດສະບານ ມອບປ່າໄມ້ ໃຫ້ອົງການປົກຄອງບ້ານ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມແຜນການຈັດສັນທີ່ດິນ ແລະ ມອບດິນ-ມອບປ່າຂັ້ນບ້ານ.
     ສຳລັບປ່າໄມ້ໃນຂອບເຂດບ້ານຮັບຜິດຊອບນັ້ນ ໄດ້ຈັດແບ່ງອອກເປັນ ສາມປະເພດປ່າໄມ້ ຄື: ປ່າປ້ອງກັນ ລວມມີ ປ່າຍອດນ້ຳ, ປ່າແຄມນ້ຳ, ປ່າແຄມທາງ, ປ່າສະຫງວນ ລວມມີ ປ່າສັກສິດ, ປ່າຊ້າ ແລະ ປ່າຊົມໃຊ້ ຂອງບ້ານ. ນອກນັ້ນ ຍັງມີເຂດທີ່ດິນເປົ່າຫວ່າງທີ່ໄດ້ກຳນົດເປັນເຂດຜະລິດ.

ມາດຕາ 83. ການຮັບຮອງ ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ຂັ້ນທ້ອງຖິ່ນ ປົກປັກຮັກສາ ແລະ ພັດທະນາ
     ການຮັບຮອງ ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ຂັ້ນທ້ອງຖິ່ນ ປົກປັກຮັກສາ ແລະ ພັດທະນາ ໃຫ້ປະຕິບັດດັ່ງນີ້:
       1. ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ຂັ້ນແຂວງ ແມ່ນ ລັດຖະບານ ເປັນຜູ້ຮັບຮອງ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກຳ ແລະ ປ່າໄມ້;
       2. ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ຂັ້ນເມືອງ ແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ຮັບຮອງ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈຳແຂວງ, ນະຄອນ ໂດຍເປັນເອກະພາບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ;
       3. ຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ຂັ້ນບ້ານ ແມ່ນ ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ຮັບຮອງ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈຳເມືອງ, ເທດສະບານ ໂດຍເປັນເອກະພາບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       4. ການນຳໃຊ້ທີ່ດິນປ່າໄມ້ຂັ້ນບ້ານ ຕາມແຜນຈັດສັນທີ່ດິນ ແລະ ມອບດິນ-ມອບປ່າ ໃຫ້ຄອບຄົວ ແລະ ບຸກຄົນ ນຳໃຊ້ ແມ່ນ ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ຮັບຮອງ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈຳເມືອງ, ເທດສະບານ ໂດຍເປັນເອກະພາບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ.

ໝວດທີ 3
ຂອບເຂດການປົກປັກຮັກສາ ແລະ ການພັດທະນາ ທີ່ດິນປ່າໄມ້ ຂອງຄອບຄົວ

ມາດຕາ 84. ການມອບ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ການຈັດຕັ້ງ ແລະ ບຸກຄົນ
     ພາຍຫລັງ ທີ່ໄດ້ຈັດສັນ, ແບ່ງປະເພດ ແລະ ກຳນົດຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ແລ້ວ ລັດມອບໃຫ້ ການຈັດຕັ້ງ ແລະ ບຸກຄົນ ເປັນເຈົ້າຂອງ.

ມາດຕາ 85. ການເປັນເຈົ້າຂອງປ່າ
     ການເປັນເຈົ້າຂອງປ່າ ມີຂຶ້ນໃນກໍລະນີດັ່ງນີ້:
       1. ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ລັດໄດ້ມອບປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ປົກປັກຮັກສາ ແລະ ພັດທະນາ;
       2. ການຈັດຕັ້ງ ທຸກພາກສ່ວນເສດຖະກິດ ທີ່ລັດໄດ້ມອບ ທີ່ດິນປ່າໄມ້ ໃຫ້ເຊົ່າ ຫຼື ສຳປະທານ ຫຼື ຮັບຮູ້ສິດນຳໃຊ້, ກຳມະສິດ ກ່ຽວກັບປ່າປູກ ລວມທັງ ການໂອນສິດນຳໃຊ້ປ່າປູກ ແລະ ທີ່ດິນປ່າໄມ້;
       3. ຄອບຄົວ, ບຸກຄົນ ທີ່ລັດ ໄດ້ມອບທີ່ດິນປ່າໄມ້ ໃຫ້ເຊົ່າ ຫຼື ສຳປະທານ ຫຼື ຮັບຮູ້ສິດນຳໃຊ້, ກຳມະສິດ ກ່ຽວກັບປ່າປູກ ລວມທັງ ການໂອນສິດນຳໃຊ້ປ່າປູກ ແລະ ທີ່ດິນປ່າໄມ້;
       4. ກົມກອງກຳລັງປະກອບອາວຸດ ທີ່ລັດໄດ້ມອບທີ່ດິນປ່າໄມ້ ໃຫ້ປົກປັກຮັກສາ ແລະ ພັດທະນາ;
       5. ສະຖາບັນຄົ້ນຄວ້າວິທະຍາສາດ, ສູນຝຶກອົບຮົມ ແລະ ພັດທະນາສີມືແຮງງານ ກ່ຽວກັບປ່າໄມ້ ທີ່ລັດໄດ້ມອບປ່າໄມ້ ແລະ ທີ່ດິນປ່າໄມ້  ໃຫ້ປົກປັກຮັກສາ ແລະ ພັດທະນາ;
       6. ອົງການຈັດຕັ້ງສັງຄົມ ທີ່ລັດໄດ້ ອະນຸມັດໃຫ້ເຊົ່າ ຫຼື ສຳປະທານ ທີ່ດິນປ່າໄມ້ ໃຫ້ປົກປັກຮັກສາ ແລະ ພັດທະນາ.

ມາດຕາ 86. ທີ່ດິນປ່າໄມ້ທີ່ຄອບຄົວ ປົກປັກຮັກສາ ແລະ  ພັດທະນາ
     ເຈົ້າເມືອງ, ຫົວໜ້າເທດສະບານ ມອບທີ່ດິນປ່າໄມ້ ໃຫ້ຄອບຄົວ ແລະ ບຸກຄົນ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມແຜນການຈັດສັນທີ່ດິນ ແລະ ມອບດິນ-ມອບປ່າຂັ້ນບ້ານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍທີ່ດິນ.

ມາດຕາ 87. ການຮັບຮອງ ຂອບເຂດທີ່ດິນປ່າໄມ້ ທີ່ຄອບຄົວປົກປັກຮັກສາ ແລະ ພັດທະນາ
     ການນຳໃຊ້ທີ່ດິນປ່າໄມ້ຂອງຄອບຄົວ ຕາມແຜນຈັດສັນທີ່ດິນ ແລະ ມອບດິນ-ມອບປ່າ ໃຫ້ຄອບຄົວ ແລະ ບຸກຄົນ ນຳໃຊ້ ແມ່ນ ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ຮັບຮອງ ຕາມການສະເໜີຂອງ ອົງການຄຸ້ມຄອງທີ່ດິນປະຈຳເມືອງ, ເທດສະບານ ພາຍຫລັງປະສານສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານ.

ມາດຕາ 88. ການຈັດສັນອາຊີບຄົງທີ່
     ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບ ຊຸກຍູ້ ແລະ ສົ່ງເສີມປະຊາຊົນ ດຳເນີນອາຊີບຄົງທີ່ ເຊັ່ນ: ການປູກພືດກະສິກຳ, ລ້ຽງສັດ, ປູກຕົ້ນໄມ້, ຫັດຖະກຳ ແລະ ອື່ນໆ ທີ່ຖືກຕ້ອງຕາມກົດໝາຍ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ດ້ວຍການມອບດິນ-ມອບປ່າ, ສົ່ງເສີມດ້ານວິຊາການ, ສ້າງສູນບໍລິການເຕັກນິກ, ຝຶກອົບຮົມວິຊາຊີບ ລວມທັງການສະໜອງສິນເຊື່ອ.

ພາກທີ VI
ສິດ ແລະ ພັນທະ ຂອງຜູ້ນຳໃຊ້ ປ່າໄມ້ທຳມະຊາດ, ປ່າປູກ ແລະ ທີ່ດິນປ່າໄມ້

ມາດຕາ 89. ການໄດ້ສິດນຳໃຊ້ ປ່າໄມ້ທຳມະຊາດ, ປ່າປູກ ແລະ ທີ່ດິນປ່າໄມ້
     ສິດນຳໃຊ້ປ່າໄມ້ທຳມະຊາດ, ປ່າປູກ ແລະ ທີ່ດິນປ່າໄມ້ ໄດ້ມາຈາກ :
       - ການມອບຂອງລັດ;
       - ການໂອນ;
       - ການສືບທອດ.

ມາດຕາ 90. ການມອບສິດນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້
     ການມອບສິດນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ຂອງລັດ ແມ່ນ ການຕົກລົງ ຂອງ ອົງການທີ່ມີສິດໜ້າທີ່ກ່ຽວຂ້ອງ ໃນການເອົາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ອົງການປົກຄອງບ້ານ ນຳໃຊ້ ຢ່າງຍາວນານ ແລະ ມີຄວາມສະຫງົບ ປົກກະຕິ ຕາມແຜນຈັດສັນ ແລະ ລະບຽບກົດໝາຍ.
     ການມອບສິດນຳໃຊ້ທີ່ດິນປ່າໄມ້ ແມ່ນ ການຕົກລົງ ຂອງ ອົງການທີ່ມີສິດ ໜ້າທີ່ກ່ຽວຂ້ອງ ໃນການເອົາທີ່ດິນປ່າໄມ້ ໃຫ້ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ດຳລົງຊີວິດ ໃນເຂດປ່າໄມ້ ທີ່ໄດ້ຈັດສັນໃຫ້ນັ້ນ ນຳໃຊ້ ຢ່າງຍາວນານ ແລະ ມີຄວາມສະຫງົບ ປົກກະຕິ ຕາມສັນຍາ ແລະ ລະບຽບກົດໝາຍ.

ມາດຕາ 91. ການໂອນສິດນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ສິດນຳໃຊ້ ປ່າປູກ ແລະ ທີ່ດິນປ່າໄມ້ ແມ່ນ ອະນຸຍາດໃຫ້ໂອນໄດ້ ດ້ວຍການຂາຍ, ການມອບ ຫລື ການແລກປ່ຽນ ແຕ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.
     ສຳລັບສິດນຳໃຊ້ປ່າໄມ້ທຳມະຊາດ ແມ່ນ ບໍ່ອະນຸຍາດໃຫ້ໂອນໄດ້.

ມາດຕາ 92. ການສືບທອດສິດນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ສິດນຳໃຊ້ ປ່າປູກ ແລະ ທີ່ດິນປ່າໄມ້ ແມ່ນ ອະນຸຍາດໃຫ້ສືບທອດໄດ້ ໄປຍັງລູກ, ຜົວ ຫລື ເມັຽ, ພໍ່, ແມ່, ຫລານ ຫລື ຍາດຕິພີ່ນ້ອງ ພາຍຫລັງ ຜູ້ນຳໃຊ້ ສິດດັ່ງກ່າວໄດ້ເສຍຊີວິດແລ້ວ. ການສືບທອດ ຕ້ອງໃຫ້ປະຕິບັດຕາມລະບຽບກົດໝາຍ.
     ສຳລັບປ່າໄມ້ທຳມະຊາດ ແມ່ນ ບໍ່ອະນຸຍາດໃຫ້ສືບທອດໄດ້.

ມາດຕາ 93. ສິດຂອງຜູ້ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ນຳໃຊ້ປ່າປູກ ແລະ ທີ່ດິນປ່າໄມ້ ມີສິດດັ່ງນີ້:
       1. ປົກປັກຮັກສາ;
       2. ໃຊ້ ;
       3. ໄດ້ຮັບໝາກຜົນ;
       4. ໂອນສິດນຳໃຊ້;
       5. ສືບທອດ ສິດນຳໃຊ້.
     ສຳລັບການຈັດຕັ້ງຂອງລັດ ແມ່ນ ມີສິດຄຸ້ມຄອງ, ປົກປັກຮັກສາ ແລະ ໃຊ້ ປ່າໄມ້ທຳມະຊາດ ຕາມລະບຽບກົດໝາຍ ແຕ່ບໍ່ມີສິດໂອນ, ສືບທອດ, ໃຫ້ເຊົ່າ ຫລື ສຳປະທານ ເວັ້ນເສັຍແຕ່ ກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 75 ແລະ 76 ຂອງກົດໝາຍສະບັບນີ້.
     ສຳລັບສິດນຳໃຊ້ຕາມປະເພນີ ໃຫ້ປະຕິບັດຕາມມາດຕາ 42 ຂອງກົດໝາຍສະບັບນີ້.

ມາດຕາ 94. ສິດປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີສິດ ປົກປັກຮັກສາປ່າປູກ ແລະ ທີ່ດິນປ່າໄມ້ ຕາມລະບຽບກົດໝາຍ.
     ສຳລັບການຈັດຕັ້ງຂອງລັດ ແມ່ນ ມີສິດປົກປັກຮັກສາປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ທີ່ລັດ ໄດ້ມອບໃຫ້ໃຊ້ ຕາມລະບຽບກົດໝາຍ.

ມາດຕາ 95. ສິດໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີສິດໃຊ້ ລວມທັງພັດທະນາປ່າປູກ ແລະ ທີ່ດິນປ່າໄມ້ ເຂົ້າໃນເປົ້າໝາຍໃດໜຶ່ງ  ຕາມແຜນຈັດສັນໃຫ້ ເພື່ອຕອບສະໜອງຄວາມຕ້ອງການຂອງຕົນ.
     ສຳລັບການຈັດຕັ້ງຂອງລັດ ແມ່ນ ມີສິດໃຊ້ ລວມທັງ ພັດທະນາ ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ທີ່ໄດ້ຮັບມອບໃຫ້ໃຊ້ ຕາມແຜນຈັດສັນ ແລະ ລະບຽບກົດໝາຍ.

ມາດຕາ 96. ສິດໄດ້ຮັບໝາກຜົນ ຈາກ ປ່າໄມ້ ແລະ ທີ່ດິນປ່າໄມ້
     ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີສິດໄດ້ຮັບໝາກຜົນ ຈາກປ່າປູກ ແລະ ທີ່ດິນປ່າໄມ້ ທີ່ຕົນໄດ້ພັດທະນາ ເຊັ່ນ : ໝາກຜົນ ຈາກ ການໃຫ້ເຊົ່າ, ການເອົາໄປເປັນຫລັກຊັບຄ້ຳປະກັນ ຫລື ເປັນຮຸ້ນ.
     ສຳລັບການຈັດຕັ້ງຂອງລັດ ແມ່ນ ບໍ່ມີສິດໄດ້ຮັບໝາກຜົນ ຈາກ ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ເວັ້ນເສັຍແຕ່ກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 75 ແລະ 76 ຂອງກົດໝາຍສະບັບນີ້.

ມາດຕາ 97. ພັນທະຂອງຜູ້ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ຜູ້ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ມີພັນທະ ດັ່ງນີ້:
       1. ປະຕິບັດນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານປ່າໄມ້;
       2. ປູກ, ຟື້ນຟູ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ອຸດົມສົມບູນ ຕະຫລອດໄປ;
       3. ປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ປ່າຍອດນ້ຳ, ສິ່ງແວດລ້ອມ, ສັດນ້ຳ ແລະ ສັດປ່າ;
       4. ບູລະນະທີ່ດິນ, ປູກໄມ້ ແລະ ຟື້ນຟູປ່າໄມ້ ໃນກໍລະນີທີ່ໄດ້ຂຸດຄົ້ນແຮ່ທາດ ແລະ ກິດຈະກຳ ຕ່າງໆນັ້ນແລ້ວຄືນ;
       5. ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ຖືກຕ້ອງ ຕາມເປົ້າໝາຍ ທີ່ໄດ້ກຳນົດໃຫ້ ແລະ ຖືກຕ້ອງ ຕາມສັນຍາ ແລະ ລະບຽບກົດໝາຍ;
       6. ເສຍຄ່າ ຊັບພະຍາກອນ, ຄ່າທຳນຽມປ່າໄມ້, ຄ່າເຊົ່າ ຫລື ສຳປະທານທີ່ດິນປ່າໄມ້ ແລະ ພັນ ທະອື່ນ ກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມລະບຽບກົດໝາຍ;
       7. ປະກອບສ່ວນ ແລະ ຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນກອງທຶນພັດ ທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
       8. ໃຫ້ຂໍ້ມູນການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບອົງ ການທີ່ກ່ຽວຂ້ອງ;
       9. ນຳໃຊ້ທຸກວິທີການ ເພື່ອສະກັດກັ້ນການທຳລາຍປ່າໄມ້, ປ້ອງກັນໄຟໄໝ້ລາມປ່າ, ລັກລອບຂຸດ ຄົ້ນໄມ້, ເຄື່ອງປ່າຂອງດົງ, ສັດນ້ຳ ແລະ ສັດປ່າ;
       10. ປະຕິບັດພັນທະອື່ນ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 98. ການເສັຍສິດໃຊ້ ຫລື ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້
     ຜູ້ທີ່ໄດ້ຮັບສິດໃຊ້ ຫລື ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ຈະເສັຍສິດດັ່ງກ່າວໃນກໍລະນີໃດໜື່ງດັ່ງນີ້:
       1. ໃຊ້ ຫລື ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ລັດມອບໃຫ້ນັ້ນ ບໍ່ຖືກຕາມເປົ້າໝາຍ;
       2. ບໍ່ໃຊ້ ຫລື ບໍ່ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ລັດມອບໃຫ້ພາຍໃນກຳນົດສາມປີ ແລະ ຕາມສັນຍາ;
       3. ຖືກສານຕັດສິນ ໃຫ້ເສັຽສິດໃຊ້ ຫລື ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້.

ມາດຕາ 99. ການສິ້ນສຸດ ສິດນຳໃຊ້ປ່າປູກ ແລະ ທີ່ດິນປ່າໄມ້
     ສິດນຳໃຊ້ປ່າປູກ ແລະ ທີ່ດິນປ່າໄມ້ ຂອງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ຈະສິ້ນສຸດລົງໃນກໍລະນີໃດໜຶ່ງ ດັ່ງນີ້ :
       1. ການສະລະ ສິດນຳໃຊ້ດ້ວຍຄວາມສະໝັກໃຈ;
       2. ການໂອນສິດນຳໃຊ້ໃຫ້ຜູ້ອື່ນ;
       3. ການເສັຍຊີວິດ ຫລື ການຍຸບເລີກຂອງການຈັດຕັ້ງ ໂດຍບໍ່ມີຜູ້ສືບທອດ;
       4. ການໂອນສິດນຳໃຊ້ທີ່ດິນປ່າໄມ້ຄືນ ເພື່ອນຳໃຊ້ເຂົ້າໃນສາທາລະນະປະໂຫຍດ ແຕ່ລັດຈະທົດແທນ ຄວາມເສັຍຫາຍໃຫ້ຕາມລະບຽບກົດໝາຍ.

ພາກທີ VII
ຂໍ້ຫ້າມ

ມາດຕາ 100. ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ປ່າໄມ້
     ຫ້າມພະນັກງານປ່າໄມ້ ແລະ ເຈົ້າໜ້າທີ່ປ່າໄມ້ ມີພຶດຕິກຳດັ່ງນີ້:
       1. ສວຍໃຊ້ໜ້າທີ່ຕຳແໜ່ງ ແລະ ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ;
       2. ໃຊ້ສິດໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫລື ສິດ ແລະ ຜົນປະໂຫຍດຂອງປະຊາຊົນ;
       3. ປະລະ ໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ວຽກງານປ່າໄມ້ທີ່ການຈັດຕັ້ງມອບໝາຍໃຫ້;
       4. ເປີດເຜີຍຄວາມລັບຂອງລັດ ແລະ ຂອງລັດຖະການ ກ່ຽວກັບປ່າໄມ້;
       5. ປອມແປງ ເອກະສານ ເຊັ່ນ: ປອມແປງລາຍເຊັນ, ຕາປະທັບ ແລະ ບັນຊີໄມ້, ການວັດແທກ ໄມ້, ການຈັດຊັ້ນຄຸນນະພາບໄມ້, ຂໍ້ມູນ ການສຳຫຼວດ ແລະ ກວດກາປ່າໄມ້ ແລະ ການຕີກາໄມ້;
       6. ດຳເນີນ ຫລື ເຂົ້າຮ່ວມການດຳເນີນທຸລະກິດກ່ຽວກັບການຂຸດຄົ້ນ, ຊື້-ຂາຍໄມ້ ແລະ ຜະລິດຕະ ຜົນປ່າໄມ້;
       7. ມອບຄ້ອນຕີກາໄມ້ ໃຫ້ນັກທຸລະກິດ ແລະ ປະຊາຊົນ ລວມທັງພະນັກງານທີ່ບໍ່ມີໜ້າທີ່ຮັບຜິດ ຊອບ;
       8. ຍ້າຍ, ປ່ຽນແປງ ຫລື ທຳລາຍ ເຄື່ອງໝາຍເຂດແດນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
       9. ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ແລະ ນຳໃຊ້ມາດຕະການອື່ນ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
      10. ມີໄວ້ໃນຄອບຄອງ ເຄື່ອງຈັກຂຸດຄົ້ນໄມ້ ແລະ ພາຫະນະລາກແກ່ໄມ້;
      11. ພຶດຕິກຳອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 101. ຂໍ້ຫ້າມສຳລັບນັກທຸລະກິດ
     ຫ້າມນັກທຸລະກິດພາຍໃນ ແລະ ຕ່າງປະເທດ ມີພຶດຕິກຳດັ່ງນີ້:
       1. ດຳເນີນການສຳຫລວດປ່າໄມ້, ຊັບພະຍາກອນປ່າໄມ້, ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດ;
       2. ສ້າງຕັ້ງໂຮງຊອຍ, ໂຮງເລື່ອຍ, ໂຮງເຟີນິເຈີ ແລະ ໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຢູ່ໃນ ຫຼື ຢູ່ໃກ້ ປ່າໄມ້ທຸກປະເພດ;
       3. ບຸກລຸກທຳລາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃນເຂດຫວງຫ້າມເດັດຂາດ ຂອງປ່າປ້ອງກັນ ແລະ ປ່າສະຫງວນ, ເຂດເຊື່ອມຕໍ່ ລະຫວ່າງ ປ່າສະຫງວນດ້ວຍກັນ ຫຼື ລະຫວ່າງ ປ່າສະຫງວນ, ປ່າໄມ້ປະເພດອື່ນ ແລະ ເຂດອື່ນໆ;
       4. ຈັບຈອງ ຕົ້ນໄມ້, ປ່າໄມ້ ຫລື ເຄື່ອງປ່າຂອງດົງ ແລະ ທີ່ດິນປ່າໄມ້, ຕັດໄມ້ທົດແທນ ແຜນການຂຸດຄົ້ນໄມ້ຂອງສົກປີຜ່ານມາ ແລະ ຕັດໄມ້ກ່ອນໄດ້ຮັບອະນຸຍາດ;
       5. ບຸກເບີກປ່າໄມ້ ແລະ ທີ່ດິນປ່າໄມ້ ນອກເຂດທີ່ອະນຸຍາດ;
       6. ຍ້າຍ, ປ່ຽນແປງ ຫລື ທຳລາຍ ເຄື່ອງໝາຍເຂດແດນປ່າປ້ອງກັນ,ປ່າສະຫງວນ ແລະ ປ່າຜະລິດ;
       7. ນຳເຂົ້າແຮງງານ, ພາຫະນະລາກແກ່ໄມ້, ເຄື່ອງຈັກ ແລະ ອຸປະກອນ ຂຸດຄົ້ນໄມ້ ໂດຍບໍ່ໄດ້ຮັບ ອະນຸຍາດ;
       8. ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍ ໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ສູນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ເຊັ່ນ: ໄມ້ດູ່ລາຍ, ໄມ້ຂະຍຸງ, ໄມ້ປະດົງ, ໄມ້ຄຳພີ້, ໄມ້ໂລ່ງເລ່ງ, ໄມ້ຈຳປາປ່າ;
       9. ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ເກີນນ້ຳໜັກ, ເກີນຈຳນວນ, ເກີນຂະໜາດ ແລະ ໃນໄລຍະເວລາທີ່ ເກືອດຫ້າມ ຫລື ບໍ່ຖືກກັບເອກະສານ;
       10. ຊື້ຈ້າງ, ໃຫ້ສິນບົນແກ່ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ;
       11. ປອມແປງເອກະສານ, ຕາປະທັບ ແລະ ຄ້ອນຕີກາໄມ້;
       12. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອມານາບຂູ່ ພະນັກງານ, ເຈົ້າໜ້າທີ່ ຫລື ປະຊາຊົນ;
       13. ພຶດຕິກຳອື່ນ ທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 102. ຂໍ້ຫ້າມສຳລັບປະຊາຊົນ
     ຫ້າມປະຊາຊົນ ມີພຶດຕິກຳດັ່ງນີ້:
       1. ທຳລາຍປ່າໄມ້ ດ້ວຍການບຸກລຸກ, ບຸກເບີກ ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ການໄມ້ ຫລື ນຳໃຊ້ສານເຄມີ ໃຫ້ຕົ້ນໄມ້້ຕາຍ ຫລື ດ້ວຍການກະທຳອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
       2. ເຂົ້າໄປຕັ້ງຖິ່ນຖານ ຢູ່ເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຫລື ທຳການຜະລິດ ໂດຍບໍ່ໄດ້ຮັບອະນຸຍາດ;
       3. ຕັດ, ຊື້-ຂາຍ, ເຄື່ອນຍ້າຍ ຫລື ເກັບກູ້ໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດ ທີ່ ໃກ້ສູນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ເຊັ່ນ: ໄມ້ດູ່ລາຍ, ໄມ້ຂະຍຸງ, ໄມ້ປະດົງ, ໄມ້ຄຳພີ້, ໄມ້ໂລ່ງເລ່ງ, ໄມ້ຈຳປາປ່າ;
       4. ຈັບຈອງ ຕົ້ນໄມ້, ປ່າໄມ້, ເຄື່ອງປ່າຂອງດົງ ແລະ ທີ່ດິນປ່າໄມ້;
       5. ຮ່ວມມື ກັບນັກທຸລະກິດ, ພະນັກງານ ຫລື ເຈົ້າໜ້າທີ່ ໃນການລັກລອບຕັດໄມ້, ບຸກລຸກທຳ ລາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້;
       6. ປອມແປງເອກະສານ, ຕາປະທັບ ແລະ ຄ້ອນຕີກາໄມ້;
       7. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ ພະນັກງານ, ເຈົ້າໜ້າທີ່ ຫລື ຜູ້ອື່ນ;
       8. ຍ້າຍ, ປ່ຽນແປງ ຫລື ທຳລາຍ ເຄື່ອງໝາຍເຂດແດນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ;
       9. ຊື້-ຂາຍໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ;
       10. ພຶດຕິກຳອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 103. ຂໍ້ຫ້າມສຳລັບການຈັດຕັ້ງ ແລະ ບຸກຄົນອື່ນ
     ຫ້າມການຈັດຕັ້ງ ແລະ ບຸກຄົນອື່ນ ມີພຶດຕິກຳດັ່ງນີ້:
       1. ໃຊ້ສິດໜ້າທີ່ເກີນຂອບເຂດ, ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ ພະນັກ ງານ, ເຈົ້າໜ້າທີ່ ຫລື ຜູ້ອື່ນ;
       2. ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຫລື ເພື່ອຜູ້ອື່ນ;
       3. ດຳເນີນທຸລະກິດຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ ໄມ້ ແລະ ເຄື່ອງປ່າຂອງດົງ ດ້ວຍຕົນເອງ ຫລື ມີຫຸ້ນສ່ວນໂດຍບໍ່ໄດ້ຮັບອະນຸຍາດ;
       4. ອະນຸມັດການຫັນປ່ຽນປະເພດປ່າໄມ້ ແລະ ທີ່ດິນປ່າໄມ້, ອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນປ່າໄມ້ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມທັງການເອົາໄມ້ແລກປ່ຽນກັບໂຄງການ;
      5. ອອກອະນຸຍາດ ຕັດໄມ້ ແລະ ເກັບກູ້ເຄື່ອງປ່າຂອງດົງ;
      6. ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ປະຕິບັດວຽກງານປ່າໄມ້;
      7. ກົດໜ່ວງຖ່ວງດຶງ ການດຳເນີນຄະດີ ກ່ຽວກັບປ່າໄມ້;
      8. ພຶດຕິກຳອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ VIII
ການຄຸ້ມຄອງ ແລະ ກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້

ໝວດ​ທີ 1
ການຄຸ້ມຄອງ ແລະ ກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້

ມາດຕາ 104. ອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້
     ລັດຖະບານ ຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງ ໃນການປະສານສົມທົບກັບອົງ ການອື່ນທີ່ກ່ຽວຂ້ອງ ເຊັ່ນ:  ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະ ລັງງານ ແລະ ບໍ່ແຮ່, ກະຊວງສາທາລະນະສຸກ ແລະ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
     ອົງການ ຄຸ້ມຄອງ ປ່າໄມ້ ແລະ ທີ່ດິນປ່າໄມ້ ຢູ່ ສປປ ລາວ ປະກອບດ້ວຍ:
       1. ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍແມ່ນກົມປ່າໄມ້ເປັນເສນາທິການ;
       2. ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ;
       3. ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       4. ໜ່ວຍງານປ່າໄມ້ບ້ານ.

ມາດຕາ 105. ສິດ ແລະ ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້
     ໃນການຄຸ້ມຄອງ ປ່າໄມ້, ທິ່ດິນປ່າໄມ້ ແລະ ກິດຈະການ ປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້ :
       1. ເປັນເສນາທິການໃຫ້ລັດຖະບານ ໃນການຜັນຂະຫຍາຍ ແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍ ເປັນແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ໃນຂອບເຂດທົ່ວປະເທດ;
       2. ໂຄສະນາ ເຜີຍແຜ່, ຊີ້ນຳ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ລະບຽບກົດໝາຍ ກ່ຽວກັບປ່າໄມ້;
       3. ຄົ້ນຄວ້າ ວິທະຍາສາດ ເຕັກນິກ ດ້ານປ່າໄມ້, ສ້າງຕາໜ່າງ ສູນສະຖິຕິ ແລະ ຂ່າວສານ, ບຳລຸງ ແລະ ຍົກລະດັບ ວິຊາການປ່າໄມ້;
       4. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນຕົ້ນ ການສຳຫລວດ, ການຈັດສັນ, ການອະນຸມັດນຳໃຊ້, ເຊົ່າ ຫລື ສຳປະທານ;
       5. ພົວພັນ ແລະ ຮ່ວມມື ກັບ ຕ່າງປະເທດ ກ່ຽວກັບ ກິດຈະການປ່າໄມ້;
       6. ສະຫລຸບ ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານປ່າໄມ້ ໃນທົ່ວປະເທດ ໃຫ້ລັດຖະບານຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 106. ສິດ ແລະ ໜ້າທີ່ ຂອງ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ
     ໃນການຄຸ້ມຄອງ ປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ  ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ມະຕິ ຄຳສັ່ງ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ ແລ້ວຈັດຕັ້ງປະຕິບັດ;
       2. ໂຄສະນາ ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບປ່າໄມ້;
      3. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ;
       4. ຄົ້ນຄວ້າ ແລະ ມີຄຳເຫັນ ກ່ຽວກັບ ການລົງທຶນ ດ້ານ ທຸລະກິດ ປ່າໄມ້, ການຂໍອະນຸມັດນຳໃຊ້, ເຊົ່າ ຫລື ສຳປະທານທີ່ດິນປ່າໄມ້ ເພື່ອສະເໜີຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ;
       5. ອອກໃບອະນຸຍາດຂຸດຄົ້ນໄມ້, ເຄື່ອງປ່າຂອງດົງ ຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້ ບົນພື້ນຖານການອະນຸມັດຂອງລັດຖະບານ;
       6. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນຕົ້ນ ການສຳຫລວດ, ການຈັດສັນ, ການອະນຸມັດນຳໃຊ້, ເຊົ່າ ຫລື ສຳປະທານ;
       7. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ພາຍໃນ ແຂວງ, ນະຄອນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 107. ສິດ ແລະ ໜ້າທີ່ ຂອງ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ
     ໃນການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ ມີສິດ ແລະ ໜ້າທີ່  ດັ່ງນີ້ :
       1. ຈັດຕັ້ງປະຕິບັດ ບັນດາແຜນການ, ແຜນງານ, ໂຄງການ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບປ່າໄມ້;
       2. ໂຄສະນາ ເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບປ່າໄມ້;
       3. ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ການປະຕິບັດວຽກງານຂອງໜ່ວຍງານປ່າໄມ້ບ້ານ ເປັນຕົ້ນ ການປົກປັກຮັກສາ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້;
       4. ຈັດຕັ້ງປະຊາຊົນຢູ່ຂັ້ນບ້ານ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້, ຈັດຕັ້ງ ການມອບດິນ-ມອບປ່າ ໃຫ້ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ;
       5. ຄົ້ນຄວ້າການຂໍອະນຸມັດຫັນປ່ຽນທີ່ດິນປ່າປອກໂຫລ້ນ ຕາມລະບຽບກົດໝາຍ;
       6. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ພາຍໃນເມືອງ, ເທດສະບານ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 108. ສິດ ແລະ ໜ້າທີ່ ຂອງໜ່ວຍງານປ່າໄມ້ບ້ານ
     ໃນການຄຸ້ມຄອງ ປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້ ໜ່ວຍງານປ່າໄມ້ບ້ານ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ ແລະ ສະເໜີໃຫ້ອົງການປົກຄອງບ້ານ ອອກກົດລະບຽບການນຳໃຊ້ປ່າໄມ້ ຂັ້ນບ້ານ ຕາມປະເພນີ ໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວກັບປ່າໄມ້;
       2. ເຜີຍແຜ່ລະບຽບການກ່ຽວກັບປ່າໄມ້ ເປັນຕົ້ນ ຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້, ທີ່ດິນປ່າໄມ້, ປ່າຍອດນ້ຳ ແລະ ສິ່ງແວດລ້ອມ ໃຫ້ປະຊາຊົນ ໃນບ້ານຂອງຕົນ;
       3. ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບປ່າໄມ້, ການມອບດິນ-ມອບປ່າ ຂອງບ້ານ ໃຫ້ບຸກຄົນ ແລະ ການຈັດຕັ້ງ ພາຍໃນບ້ານ ຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ, ປູກ, ຂະຫຍາຍ ແລະ ນຳໃຊ້ຢ່າງມີປະສິດທິຜົນ;
       4. ຈັດຕັ້ງປະຊາຊົນ ຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້, ປ່າຍອດນ້ຳ, ເຄື່ອງປ່າຂອງດົງ ແລະ ສິ່ງແວດລ້ອມ ພາຍໃນບ້ານ ໃຫ້ຖືກຕ້ອງກັບ ສະພາບຕົວຈິງ ຂອງບ້ານຕົນ;
       5. ຕິດຕາມ, ເກັບກຳສະພາບ ການປ່ຽນແປງ ຂອງປ່າໄມ້, ສິ່ງແວດລ້ອມ ແລະ ສະພາບການເຄື່ອນໄຫວວຽກງານປ່າໄມ້ ໃນຂອບເຂດບ້ານຂອງຕົນ ແລ້ວລາຍງານ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ;
       6. ເປັນເຈົ້າການຕິດຕາມ, ສະກັດກັ້ນ ແລະ ຕ້ານການເຄື່ອນໄຫວ ອັນບໍ່ດີທີ່ມີຜົນກະທົບ ຕໍ່ປ່າໄມ້, ເຄື່ອງປ່າຂອງດົງ,ປ່າຍອດນ້ຳ ແລະ ສິ່ງແວດລ້ອມ ເຊັ່ນ: ການລັກລອບຕັດໄມ້, ຈູດປ່າ ແລະ ການກະທຳ ທີ່ເປັນການທຳລາຍປ່າໄມ້ ຢ່າງທັນການ;
       7. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ພາຍໃນບ້ານ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານ ຢ່າງເປັນປົກກະຕິ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 109. ສິດ ແລະ ໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ
     ອົງການອື່ນທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ທີ່ດິນປ່າໄມ້ ມີສິດ ແລະ ໜ້າທີ່ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ຕາມພາລະບົດບາດຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ. ສ່ວນການກວດກາ ແມ່ນ ໃຫ້ປະຕິບັດຕາມມາດຕາ 116 ຂອງກົດໝາຍສະບັບນີ້.

ໝວດ​ທີ 2
ການກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້

ມາດຕາ 110. ຈຸດປະສົງຂອງ ການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້
     ການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ການຕິດຕາມ ການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ການນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ເຄື່ອງປ່າຂອງດົງ ຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນ ລວມທັງການດຳເນີນທຸລະກິດປ່າໄມ້ ເພື່ອໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ກ່ຽວກັບປ່າໄມ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ ການປົກປັກຮັກສາ ແລະ ການພັດທະນາ ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ດຳເນີນໄປ ຢ່າງມີປະສິດທິຜົນ.

ມາດຕາ 111. ອົງການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້
     ອົງການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 104 ຂອງກົດໝາຍສະບັບນີ້ ໂດຍແມ່ນ ກົມກວດກາປ່າໄມ້ ເປັນເສນາທິການ ໃຫ້ກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 112. ສິດ ແລະ ໜ້າທີ່ ຂອງ ອົງການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້
     ອົງການກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້ ມີ ສິດ ແລະ ໜ້າທີ່ ດັ່ງນີ້ :
       1. ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍ ກ່ຽວກັບປ່າໄມ້;
       2. ກວດກາ ກິດຈະການ ແລະ ໂຄງການປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ອື່ນ ລວມທັງ ການດຳເນີນທຸລະກິດປ່າໄມ້ ແລະ ເຄື່ອງປ່າຂອງດົງ;
       3. ດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍນຳໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ;
       4. ສະເໜີ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອອອກຄຳສັ່ງໃຫ້ຢຸດເຊົາການເຄື່ອນໄຫວ ກ່ຽວກັບກິດຈະ ການປ່າໄມ້ ຫລື ໂຈະໜ້າທີ່ຕຳແໜ່ງ ຂອງພະນັກງານ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຖ້າເຫັນວ່າມີການກະທຳທີ່ບໍ່ຖືກກົດໝາຍ;
       5. ພົວພັນ, ປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຈັດ ຕັ້ງປະຕິບັດ ສິດ ແລະ ໜ້າທີ່ ຂອງຕົນ;
       6. ສະຫລຸບຜົນ ຂອງການປະຕິບັດວຽກງານກວດກາ ແຕ່ລະໄລຍະໃຫ້ຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ.

ມາດຕາ 113. ເຈົ້າໜ້າທີ່ປ່າໄມ້
     ເຈົ້າໜ້າທີ່ປ່າໄມ້ ແມ່ນ ພະນັກງານ ສັງກັດຢູ່ ອົງການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງມີໜ້າທີ່ກວດກາ ແລະ ສືບສວນ-ສອບສວນ ຄະດີກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມລະບຽບກົດໝາຍກ່ຽວກັບປ່າໄມ້ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.
     ສຳລັບການຈັດຕັ້ງ, ການເຄື່ອນໄຫວ ແລະ ມາດຕະຖານ ຂອງເຈົ້າໜ້າທີ່ປ່າໄມ້ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 114. ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ປ່າໄມ້
     ນອກຈາກສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 112 ຂອງກົດໝາຍສະບັບນີ້ແລ້ວ ເຈົ້າໜ້າທີ່ປ່າໄມ້ ມີສິດ ແລະ ໜ້າທີ່ ສະເພາະ ດັ່ງນີ້:
       1. ເຄື່ອນໄຫວລາດຕະເວນ ແລະ ກວດກາຕາມເປົ້າໝາຍຕ່າງໆ ເຊັ່ນ: ສະຖານທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງງານທີ່ນຳໃຊ້ໄມ້, ສາງເກັບມ້ຽນໄມ້ ແລະ ສະຖານທີ່ ອື່ນ ທີ່ເຫັນວ່າຈຳເປັນ;
       2. ຮັບ, ບັນທຶກ ການແຈ້ງຄວາມ, ທວງເອົາ ແລະ ກວດກາເອກະສານ ທີ່ເຫັນວ່າມີການລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້;
       3. ດຳເນີນຄະດີອາຍາຕໍ່ຜູ້ຖືກຫາ ເປັນຕົ້ນ ດຳເນີນການສືບສວນ-ສອບສວນ ລວມທັງ ນຳໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ;
       4. ສະຫລຸບການສືບສວນ-ສອບສວນ ແລະ ປະກອບສຳນວນຄະດີ ສົ່ງໃຫ້ ໄອຍະການປະຊາຊົນ ພິຈາລະນາ ສັ່ງຟ້ອງຂຶ້ນສານ;
       5. ພົວພັນ ປະສານສົມທົບກັບ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ລວມທັງ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງຕົນ;
       6. ປະຕິບັດສິດ ແລະ ຫນ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ.

ມາດຕາ 115. ຮູບການກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້
     ການກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້ ມີ ສາມ ຮູບການ ດັ່ງນີ້ :
       - ການກວດກາ ຕາມ ລະບົບປົກກະຕິ;
       - ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
       - ການກວດກາ ແບບກະທັນຫັນ.
     ການກວດກາຕາມ ລະບົບປົກກະຕິ ແມ່ນ ການກວດກາ ທີ່ມີລັກສະນະກວດກາ ຢ່າງເປັນປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ ຊຶ່ງຕ້ອງປະຕິບັດ ຢ່າງໜ້ອຍ ໜຶ່ງເທື່ອຕໍ່ປີ.
     ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາ ເມື່ອຫາກເຫັນວ່າ ມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ້ຮັບຜິດຊອບ ໃນການປົກປັກຮັກສາ ແລະ ພັດທະນາ ຫລື ດຳເນີນກິດຈະການປ່າໄມ້ ຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ຊົ່ວໂມງ.
     ການກວດກາ ແບບກະທັນຫັນ ແມ່ນ ການກວດກາ ເມື່ອຫາກເຫັນວ່າ ມີຄວາມຈຳເປັນ ແຕ່ການລົງກວດການັ້ນ ແມ່ນ ດຳເນີນຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຮັບຜິດຊອບໃນການປົກປັກຮັກສາ ແລະ ພັດທະນາ ຫລື ດຳເນີນ ກິດຈະການປ່າໄມ້ ຮູ້ລ່ວງໜ້າ.
     ການກວດກາ ໃຫ້ດຳເນີນ ທັງການກວດກາເອກະສານ ແລະ ການລົງກວດກາການປະຕິບັດຕົວຈິງ ຢູ່ສະຖານທີ່ປະຕິບັດງານ.

ມາດຕາ 116. ການກວດກາພາຍນອກ
     ການກວດກາພາຍນອກ ມີຈຸດປະສົງກວດກາການປະຕິບັດໜ້າທີ່ຂອງ ອົງການຄຸ້ມຄອງ ແລະ ກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ຍຸຕິທຳ.
     ການກວດກາພາຍນອກ ມີດັ່ງນີ້:
       1. ການກວດກາຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ;
       2. ການກວດກາຂອງອົງການກວດກາລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
       3. ການຕິດຕາມກວດກາ ຂອງພົນລະເມືອງລາວ, ການຈັດຕັ້ງ ແລະ ບຸກຄົນ ຢູ່ຮາກຖານ, ສຳນັກງານ, ອົງການ, ຫົວໜ່ວຍວິຊາການ ແລະ ວິສາຫະກິດຂອງລັດ ກ່ຽວກັບການເຄື່ອນໄຫວຂອງພະນັກງານອົງການຄຸ້ມຄອງ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້, ເມື່ອພົບເຫັນ ຫລື ມີປາກົດການທີ່ລະເມີດລະບຽບກົດໝາຍແລ້ວ ກໍມີສິດສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອດຳເນີນການກວດກາຕໍ່ເປົ້າໝາຍດັ່ງກ່າວ.

ພາກທີ IX
ການແກ້ໄຂ ຂໍ້ຂັດແຍ່ງ

ມາດຕາ 117. ການແກ້ໄຂບັນຫາ ທີ່ມີລັກສະນະ ບໍລິຫານ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້
     ການແກ້ໄຂບັນຫາ ທີ່ມີລັກສະນະບໍລິຫານ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນຕົ້ນ ການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງ ຕາມເປົ້າໝາຍ, ການບໍ່ເສັຍຄ່າບູລະນະປ່າໄມ້ ຫຼື ຄ່າທຳນຽມ ຕາມລະບຽບກົດໝາຍ ແມ່ນ ອົງການຄຸ້ມຄອງ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ກ່ຽວຂ້ອງເປັນຜູ້ແກ້ໄຂ ໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນຂັ້ນດຽວກັນ. ຖ້າວ່າຜູ້ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ຫາກບໍ່ພໍໃຈຕໍ່ຄຳຕົກລົງແກ້ໄຂນັ້ນແລ້ວ ກໍມີ ສິດສະເໜີຕໍ່ອົງການຂັ້ນເທິງ ຖັດນັ້ນເປັນຜູ້ແກ້ໄຂ ແລະ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ.

ມາດຕາ 118. ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະ ທາງແພ່ງ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້
     ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະ ທາງແພ່ງ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້ ເຊັ່ນ: ການສືບ ທອດມູນມໍລະດົກ ກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ມີ ການພັດທະນາແລ້ວ, ການໂອນສິດນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ສັນຍາທາງແພ່ງອື່ນໆ ແມ່ນ ສານປະຊາຊົນ ເປັນຜູ້ພິຈາລະນາຕັດສິນ ຕາມກົດໝາຍ.
     ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະ ທາງແພ່ງ ກ່ຽວກັບ ປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ໃຫ້ອົງການປົກຄອງບ້ານ ບ່ອນທີ່ປ່າໄມ້ ແລະ ທີ່ດິນປ່າໄມ້ຕັ້ງຢູ່ ໄກ່ເກ່ຍເສຍກ່ອນ, ຖ້າຫາກບໍ່ສາມາດຕົກລົງກັນໄດ້ ກໍສະເໜີໃຫ້ອົງການປົກຄອງເມືອງ, ເທດສະບານ ເປັນຜູ້ໄກ່ເກ່ຍ; ຖ້າຫາກຍັງບໍ່ສາມາດແກ້ໄຂໄດ້ ຄູ່ກໍລະນີ ກໍມີສິດຮ້ອງຟ້ອງຕໍ່ສານ.
     ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະສາກົນ ກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນ ໃຫ້ປະຕິບັດຕາມ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ X
ວັນປູກຕົ້ນໄມ້ແຫ່ງຊາດ, ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 119. ວັນປູກຕົ້ນໄມ້ແຫ່ງຊາດ
     ເພື່ອສ້າງສະຕິຮັກ, ຫວງແຫນ ໃນການປົກປັກຮັກສາ, ພັດທະນາປ່າໄມ້, ທີ່ດິນປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດ ໃຫ້ແກ່ປະຊາຊົນບັນດາເຜົ່າ ໂດຍສະເພາະອະນຸຊົນ ແນໃສ່ເຮັດໃຫ້ປ່າໄມ້ອຸດົມສົມບູນ ແລະ ບໍ່ໃຫ້ບົກແຫ້ງຈັກເທື່ອນັ້ນ ລັດກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ.

ມາດຕາ 120. ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ
     ອົງການຄຸ້ມຄອງ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ມີເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນເອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ວາງອອກ.

ພາກທີ XI
ນະໂຍບາຍ ຕໍ່ ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 121. ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍ ສະບັບນີ້ ເປັນຕົ້ນ ໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້, ປູກ, ຟື້ນຟູ ປ່າໄມ້ ແລະ ປ້ອງກັນ ການທຳລາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຈະໄດ້ຮັບ ການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 122. ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກ ສຶກສາອົບຮົມ, ປະຕິ ບັດວິໄນ, ປັບໃໝ ຫລື ລົງໂທດ ຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ.

ມາດຕາ 123. ມາດຕະການສຶກສາອົບຮົມ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າ ຕ່ຳກວ່າ 1.000.000 ກີບ ແຕ່ຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບ ຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນ ແລະ ສົ່ງຊັບສິນ ຫລື ຂອງກາງ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນຄົບຖ້ວນ ກໍຈະຖືກຕັກເຕືອນ ແລະ ສຶກສາອົບຮົມ.

ມາດຕາ 124. ມາດຕະການ ທາງວິໄນ
     ພະນັກງານ ແລະ ເຈົ້າໜ້າທີ່ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມທີ່ມີລັກສະ ນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າ ຕ່ຳກວ່າ 1.000.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫລົບຫລີກຈາກຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນ ຕາມແຕ່ລະ ກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕືອນ ຄວາມຜິດ ໂດຍບັນທຶກໄວ້ໃນສຳນວນເອກະສານ ຊີວະປະຫວັດຂອງຜູ້ກ່ຽວ;
       2. ໂຈະ ການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
       3. ປົດຕຳແຫນ່ງ ຫລື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຄົບຖ້ວນ.

ມາດຕາ 125. ມາດຕະການປັບໃໝ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້ ແລະ ຂໍ້ຫ້າມ ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທີ່ມີມູນຄ່າແຕ່ 1.000.000 ກີບຂຶ້ນໄປ ກໍຈະຖືກປັບໃໝໜຶ່ງເທົ່າ ຂອງມູນຄ່າຄວາມເສັຍຫາຍຂອງໄມ້, ຜະລິດຕະພັນໄມ້ ລວມທັງ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫລາດ.
     ໃນກໍລະນີ ທີ່ມີການລະເມີດ ເປັນຄັ້ງທີສອງ ຫລື ເປັນອາຈິນ ກໍຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າ ຄວາມເສຍຫາຍຂອງໄມ້, ຜະລິດຕະພັນໄມ້ ລວມທັງ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫລາດ.

ມາດຕາ 126. ມາດຕະການ ທາງແພ່ງ
     ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ ຜົນປະໂຫຍດ ຂອງລັດ, ຄອບຄົວ ແລະ ບຸກຄົນອື່ນ ເນື່ອງມາຈາກການກະທຳທີ່ບໍ່ຖືກຕ້ອງກ່ຽວກັບປ່າໄມ້ ຈະຕ້ອງໃຊ້ແທນຄ່າເສຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 127. ມາດຕະການທາງອາຍາ
     ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ທີ່ເປັນການກະທຳຜິດ ທາງອາຍາ ເຊັ່ນ: ຕັດໄມ້, ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບປ່າໄມ້, ຈູດປ່າ ຫລື ທຳລາຍປ່າໄມ້ ດ້ວຍວິທີການອື່ນໆ, ຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ມອບຄ້ອນຕີກາໄມ້ ໃຫ້ຜູ້ທີ່ບໍ່ມີສິດໜ້າທີ່ຮັບຜິດຊອບ, ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທຳມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ໄດ້ຮັບອະນຸຍາດ, ກົດໜ່ວງຖ່ວງດຶງການດຳເນີນຄະດີກ່ຽວກັບປ່າໄມ້, ອະນຸມັດການຫັນປ່ຽນປ່າໄມ້ທຳມະຊາດ, ຂຸດຄົ້ນ ຫລື ອອກອະນຸຍາດຕັດໄມ້ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກ ດຳເນີນຄະດີອາຍາ ແລະ ລົງໂທດ ຕັດອິດສະລະພາບຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 139 ແລະ 143 ຂອງກົດໝາຍອາຍາ ແລະ ປັບໃໝ ສອງເທົ່າ ຂອງມູນຄ່າຄວາມເສຍຫາຍຂອງໄມ້, ຜະລິດຕະພັນໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມລາຄາທ້ອງຕະຫລາດ.

ມາດຕາ 128. ມາດຕະການໂທດເພີ່ມ
     ນອກຈາກໂທດຕົ້ນຕໍ ທີ່ໄດ້ກ່າວໄວ້ ໃນມາດຕາ 123, 124, 125, 126 ແລະ 127 ຂ້າງເທິງນີ້ແລ້ວ ຜູ້ກະທຳຜິດ ຈະຖືກປະຕິບັດໂທດເພີ່ມໃນການ ຮິບຊັບ, ພາຫະນະອຸປະກອນ ທີ່ພົວພັນ ກັບການກະທຳຜິດ ເປັນຂອງລັດ ແລະ ອາດຈະຖືກໂຈະ ຫຼື ຖອນໃບອະນຸຍາດ, ຖອນສິດນຳໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້.

ພາກທີ XII
ບົດບັນຍັດສຸດທ້າຍ

ມາດຕາ 129. ການຈັດຕັ້ງປະຕິບັດ
     ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 130. ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ຫົກສິບວັນ ນັບແຕ່ວັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ ເປັນຕົ້ນໄປ.
     ກົດໝາຍສະບັບນີ້ ປ່ຽນແທນ ກົດໝາຍປ່າໄມ້ ສະບັບ ເລກທີ 13/ສພຊ ລົງວັນທີ 9 ພະຈິກ 2005.

 

ປະທານສະພາແຫ່ງຊາດ