ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວັນທີ່ ນິຕິກໍາ : 19-07-2013
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 25-11-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 30 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 19 ກໍ​ລະ​ກົດ 2013

ກົດໝາຍ
ວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການກວດກາ ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວ ໄດ້ຮັບການພັດທະນາຢ່າງເປັນລະບົບ ແນໃສ່ຊຸກຍູ້ ສົ່ງເສີມການຄົ້ນຄວ້າ, ການນຳໃຊ້ວິທະຍາສາດ, ການຖ່າຍທອດ ເຕັກໂນໂລຊີ, ການປະດິດສ້າງ, ນະວັດຕະກຳ ແລະ ການບໍລິການດ້ານເຕັກໂນໂລຊີໃໝ່ທີ່ກ້າວໜ້າ ປະກອບສ່ວນເຂົ້າໃນ ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ, ການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາປະເທດຊາດ ແລະ ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ.

ມາດຕາ 2  ວິທະຍາສາດ ແລະ ເຕັກໂນໂລຊີ
     ວິທະຍາສາດ ແມ່ນ ຄວາມຮູ້ ທີ່ເປັນລະບົບ ກ່ຽວກັບປາກົດການ, ທາດແທ້ ແລະ ກົດເກນ ຂອງ ທຳມະຊາດ ແລະ ສັງຄົມ ລວມທັງ ວັດຖຸ ແລະ ຈິນຕະນາການ ທີ່ໄດ້ຮັບການຢັ້ງຢືນ ຈາກການທົດສອບຕົວຈິງ.
     ເຕັກໂນໂລຊີ ແມ່ນ ຂະບວນການຫັນປ່ຽນຊັບພະຍາກອນ ໃຫ້ກາຍເປັນ ຜະລິດຕະພັນ ເພື່ອຮັບໃຊ້ສັງຄົມ ດ້ວຍການນຳໃຊ້ລະບົບເຄື່ອງມື, ພະລັງງານ, ພາຫະນະ, ວິທີການ ແລະ ກຳມະວິທີການຜະລິດສະເພາະ.

ມາດຕາ 3  ການອະທິບາຍຄຳສັບ
     ຄຳສັບທີ່ນຳໃຊ້ ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ນະວັດຕະກຳ ໝາຍເຖິງ ການນຳໃຊ້ຄວາມຮູ້, ຄວາມສາມາດ, ກຳມະວິທີການຜະລິດ ແລະ ປະສົບການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄວ້າ, ປະດິດສ້າງ, ບໍລິການ, ພັດທະນາຜະລິດຕະພັນ, ສິນຄ້າທີ່ມີຄຸນນະພາບສູງ ໃນຮູບແບບໃໝ່ ອອກສູ່ສັງຄົມ;
       2. ການຄົ້ນຄວ້າວິທະຍາສາດພື້ນຖານ ໝາຍເຖິງ ຂະບວນການເຄື່ອນໄຫວດ້ານວິທະຍາ ສາດທຳມະຊາດ ແລະ ວິທະຍາສາດສັງຄົມ ທີ່ແນໃສ່ເພີ່ມຄວາມຮູ້ທີ່ເປັນພື້ນຖານທາງດ້ານວິທະຍາສາດ;
       3. ການຄົ້ນຄວ້າວິທະຍາສາດນຳໃຊ້ ໝາຍເຖິງ ຂະບວນການເຄື່ອນໄຫວ ນຳເອົາຄວາມຮູ້ພື້ນຖານທາງດ້ານວິທະຍາສາດ ມານຳໃຊ້ ເພື່ອສ້າງຜະລິດຕະພັນ ອອກຮັບໃຊ້ສັງຄົມ;
       4. ການຖ່າຍທອດເຕັກໂນໂລຊີ ໝາຍເຖິງ ການຖ່າຍທອດ ສິດເປັນເຈົ້າຂອງ ຫຼື ສິດນຳໃຊ້ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດ ກ່ຽວກັບເຕັກໂນໂລຊີ ຂອງບຸກຄົນ ຫຼື ການຈັດຕັ້ງທີ່ມີສິດຖືກຕ້ອງ ຕາມກົດໝາຍ;
       5. ການຜັນຂະຫຍາຍທົດລອງ ໝາຍເຖິງ ການຜັນຂະຫຍາຍ ຜົນການຄົ້ນຄວ້າວິທະຍາ ສາດ ເພື່ອທົດລອງສ້າງເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່;
       6. ການຜະລິດທົດລອງ ໝາຍເຖິງ ການນຳໃຊ້ ຜົນການຜັນຂະຫຍາຍທົດລອງດ້ານເຕັກໂນໂລຊີໃໝ່ ເພື່ອຜະລິດທົດລອງ ແລະ ທົດລອງຜະລິດຕະພັນ ໃນວົງແຄບ ກ່ອນຈະຜະລິດອອກສູ່ສັງຄົມ;
       7. ໂຄງລ່າງພື້ນຖານການຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໝາຍເຖິງ ພື້ນຖານດ້ານວັດຖຸ-ເຕັກນິກ ຂອງບັນດາການຈັດຕັ້ງ ເຊັ່ນ ສະຖາບັນຄົ້ນຄວ້າ, ສູນຄົ້ນຄວ້າ-ທົດລອງ ເຕັກໂນໂລຊີ ທີ່ດຳເນີນການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນ ລະບົບ ມາດຕະຖານ, ການວັດແທກ;
       8. ເຕັກໂນໂລຊີສະອາດ ໝາຍເຖິງ ການພັດທະນາ, ການປ່ຽນແປງ ຂະບວນການຜະລິດດ້ວຍການນຳໃຊ້ເຕັກໂນໂລຊີ ຢ່າງມີປະສິດທິພາບສູງ ແລະ ມີມົນລະພິດໜ້ອຍທີ່ສຸດ ຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ;
       9. ເຕັກໂນໂລຊີຊີວະພາບ ໝາຍເຖິງ ເຕັກໂນໂລຊີ ທີ່ນຳໃຊ້ລະບົບຊີວະວິທະຍາ, ສິ່ງທີ່ມີຊີວິດ ຫຼື ສ່ວນປະກອບຕ່າງໆ ຂອງສິ່ງເຫຼົ່ານັ້ນ ເພື່ອນຳມາສ້າງ, ປ່ຽນແປງ ຫຼື ປຸງແຕ່ງ ຜະລິດຕະພັນໃດໜຶ່ງ;
       10. ນາໂນເຕັກໂນໂລຊີ ໝາຍເຖິງ ຂະບວນການສ້າງ ຫຼື ວິເຄາະວັດຖຸທີ່ມີຂະໜາດນ້ອຍ ທີ່ສຸດ ທາງຟີຊິກ, ເຄມີ ແລະ ຊີວະ ໃນຂະໜາດນາໂນແມັດ (1/1.000.000.000 ແມັດ) ຂອງອາຕອມ ແລະ ໂມເລກຸນ ທີ່ມີຄວາມຖືກຕ້ອງຊັດເຈນ ແລະ ສາມາດນຳໃຊ້ໄດ້ກັບທຸກຂົງເຂດ ເປັນຕົ້ນ ການແພດ, ອຸປະກອນເອເລັກໂຕຣນິກ ແລະ ເຕັກໂນໂລຊີຊີີວະພາບ.

ມາດຕາ 4  ນະໂຍບາຍຂອງລັດ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ລັດ ໃຫ້ຄວາມສຳຄັນ ແກ່ການຄົ້ນຄວ້າ, ພັດທະນາ ແລະ ການນຳໃຊ້ ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເປັນກຳລັງແຮງ ແລະ ພາຫະນະ ບຸກທະລຸທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວໄວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບປອດໄພຂອງຊາດ, ຍົກສູງລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນ.
     ລັດ ເອົາໃຈໃສ່ ສ້າງໂຄງລ່າງພື້ນຖານການຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ; ການສຶກສາ, ການຍົກລະດັບ ແລະ ນຳໃຊ້ຊັບພະຍາກອນມະນຸດ, ການໃຫ້ຕຳແໜ່ງ, ນາມມະຍົດ, ກຽດຕິຄຸນ ແລະ ລາງວັນວິທະຍາສາດ; ການຊຸກຍູ້ ສົ່ງເສີມ ຫົວຄິດປະດິດສ້າງ, ການນຳໃຊ້ຜົນສຳເລັດ ຂອງການຄົ້ນຄວ້າ, ການສະໜອງງົບປະມານ, ການສ້າງ ແລະ ເຂົ້າເຖິງແຫຼ່ງທຶນພັດທະນາ ແລະ ການສະໜອງຂໍ້ມູນ ຂ່າວສານ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
     ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນການລົງທຶນພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ດ້ວຍການປະຕິບັດນະໂຍບາຍດ້ານສິນເຊ່ືອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນ ຕາມລະບຽບກົດໝາຍ.

ມາດຕາ 5  ຫຼັກການພື້ນຖານ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ປະຕິບັດຕາມຫຼັກການ ພື້ນຖານ ດັ່ງນີ້:
       1. ສອດຄ່ອງ ກັບແນວທາງນະໂຍບາຍ, ຍຸດທະສາດ, ບູລິມະສິດຕາມແຜນພັດທະນາເສດຖະກິດ-ສັງຄົມ, ຕາມທິດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ;
       2. ຮັບປະກັນຄວາມປອດໄພຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິ່ງແວດລ້ອມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ;
       3. ຮັບປະກັນຄວາມຍຸຕິທໍາ, ພາວະວິໄສ, ໃຫ້ມີຈັນຍາບັນ ວິຊາຊີບ, ເຄົາລົບຊັບສິນທາງປັນຍາ, ພູມປັນຍາ, ໃຫ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ໃນການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ;
       4. ຮັບປະກັນການມີສ່ວນຮ່ວມ ຂອງປະຊາຊົນ ແລະ ສັງຄົມໃນການຄົ້ນຄວ້າ, ພັດທະນາ, ຄຸ້ມຄອງ, ກວດກາ ແລະ ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ;
       5. ເຄົາລົບ ແລະ ປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6  ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ ລາວ.

ມາດຕາ 7  ການຮ່ວມມືສາກົນ
     ລັດ ເປີດກວ້າງການພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນການຄົ້ນຄວ້າ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ການຖ່າຍທອດເຕັກໂນໂລຊີ, ການຈັດຕະຫຼາດນັດ, ການວາງສະແດງ, ການຈັດກອງປະຊຸມວິທະຍາສາດລະດັບຕ່າງໆ, ການຍາດແຍ່ງການຊ່ວຍເຫຼືອທາງດ້ານວິຊາການ, ທຶນຮອນ ລວມທັງ ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ໝວດທີ 1
ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 8  ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ດັ່ງນີ້:
       1. ການຄົ້ນຄວ້າ ວິທະຍາສາດ;
       2. ການພັດທະນາ ເຕັກໂນໂລຊີ;
       3. ການພັດທະນາ ນະວັດຕະກຳ;
       4. ການບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ 9  ການຄົ້ນຄວ້າວິທະຍາສາດ
     ການຄົ້ນຄວ້າວິທະຍາສາດ ແມ່ນ ຂະບວນການຄົ້ນຫາ, ສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບ ປາກົດການ, ທາດແທ້ ແລະ ກົດເກນ ຂອງທຳມະຊາດ ແລະ ສັງຄົມ ລວມທັງ ວັດຖຸ ແລະ ຈິນຕະນາການ.
     ການຄົ້ນຄວ້າວິທະຍາສາດ ປະກອບດ້ວຍ ການຄົ້ນຄວ້າວິທະຍາສາດ ທຳມະຊາດ ແລະ ສັງຄົມ ຊຶ່ງມີທັງ ການຄົ້ນຄວ້າວິທະຍາສາດພື້ນຖານ ແລະ ວິທະຍາສາດນຳໃຊ້.

ມາດຕາ 10  ການຄົ້ນຄວ້າວິທະຍາສາດທຳມະຊາດ
     ການຄົ້ນຄວ້າວິທະຍາສາດທຳມະຊາດ ແມ່ນ ຂະບວນການຄົ້ນຫາ, ສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບປາກົດການ, ທາດແທ້ ແລະ ກົດເກນຂອງທຳມະຊາດ ເພື່ອເປັນຫຼັກມູນພື້ນຖານ ທາງດ້ານວິທະຍາສາດ ແລະ ນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮັກສາສຸຂະພາບ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງສົມເຫດສົມຜົນ ລວມທັງການຄົ້ນຫາສາເຫດ, ວິທີການຄຸ້ມຄອງ ແລະ ຫຼຸດຜ່ອນຜົນກະທົບ ຂອງໄພພິບັດທຳມະຊາດ.

ມາດຕາ 11  ການຄົ້ນຄວ້າວິທະຍາສາດສັງຄົມ
     ການຄົ້ນຄວ້າວິທະຍາສາດສັງຄົມ ແມ່ນ ຂະບວນການຄົ້ນຫາ, ສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບປາກົດການ, ທາດແທ້ ແລະ ກົດເກນ ຂອງສັງຄົມ ເພື່ອສະໜອງຫຼັກມູນວິທະຍາສາດ ໃນການວາງນະໂຍບາຍ, ຍຸດທະສາດ, ຮູບແບບການພັດທະນາເສດຖະກິດ-ສັງຄົມ ໂດຍໃຫ້ສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງປະເທດ ລວມທັງການຄົ້ນຄວ້າຈຸດພິເສດ ທາງດ້ານວັດທະນະທຳ, ປະຫວັດສາດ, ວັນນະຄະດີ ອັນເປັນເອກະລັກຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
     ການຄົ້ນຄວ້າວິທະຍາສາດສັງຄົມ ຢູ່ ສປປ ລາວ ໄດ້ກຳນົດໄວ້ໃນ ລະບຽບການສະເພາະ.

ມາດຕາ 12  ການພັດທະນາເຕັກໂນໂລຊີ
     ການພັດທະນາເຕັກໂນໂລຊີ ແມ່ນ ການເຄື່ອນໄຫວປະດິດສ້າງ ແລະ ປັບປຸງເຕັກໂນໂລຊີ, ຜະລິດຕະພັນທີ່ມີແລ້ວ ໃຫ້ເປັນອັນໃໝ່ ໂດຍຜ່ານ ຂະບວນການຜັນຂະຫຍາຍ ຜົນການຄົ້ນຄວ້າວິໄຈ ແລະ ການຜະລິດທົດລອງ.
     ການພັດທະນາເຕັກໂນໂລຊີ ໃຫ້ສຸມໃສ່ຂົງເຂດ ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີທີ່ນຳໃຊ້ພະລັງງານທົດແທນ ແລະ ວັດສະດຸໃໝ່, ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ, ເຕັກໂນໂລຊີ ກົນຈັກ, ເຄື່ອງຈັກອັດຕະໂນມັດ, ເຕັກໂນໂລຊີສະອາດ, ພູມປັນຍາຊາວບ້ານ ແລະ ນາໂນເຕັກໂນໂລຊີ ເພື່ອຕອບສະໜອງ ຄວາມຕ້ອງການໃນການຜະລິດ, ການດຳເນີນກິດຈະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ 13  ການພັດທະນານະວັດຕະກຳ
     ການພັດທະນານະວັດຕະກຳ ແມ່ນ ຂະບວນການວິວັດ ໃນການດັດປັບ ເຕັກໂນໂລຊີ ເພື່ອ ສ້າງກຳມະວິທີການຜະລິດໃໝ່ ຫຼື ຜະລິດຕະພັນໃໝ່ ຫຼື ສິນຄ້າໃນຮູບແບບໃໝ່ ທີ່ມີຄຸນນະພາບ ສູງກວ່າ.
     ການພັດທະນານະວັດຕະກຳ ໃຫ້ສຸມໃສ່ ການສ້າງກຳມະວິທີແບບໃໝ່ ກ່ຽວກັບການຜະລິດ ກະສິກຳ, ອຸດສາຫະກຳ ແລະ ການບໍລິການ ໂດຍສະເພາະ ຜະລິດຕະພັນສິນຄ້າທີ່ເປັນມູນເຊື້ອ ແລະ ເປັນທ່າແຮງຂອງປະເທດ ໃຫ້ມີຄຸນນະພາບ ແລະ ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ສາກົນ.

ມາດຕາ 14  ການບໍລິການດ້ານວິທະຍາສາດ ແລະ ເຕັກໂນໂລຊີ
     ການບໍລິການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນ ບັນດາການ ເຄື່ອນໄຫວຮັບໃຊ້, ສະໜອງຄວາມຮູ້, ເຕັກນິກ, ວິທີການ ໃຫ້ວຽກງານຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ, ຊັບສິນທາງປັນຍາ, ການຖ່າຍທອດເຕັກໂນໂລຊີ, ມາດຕະຖານ, ການວັດແທກ; ການຮັບປະກັນ ການປົກປັກ ຮັກສາສິ່ງແວດລ້ອມ, ຄວາມປອດໄພດ້ານກຳມັນຕະພາບລັງສີ-ນີວເຄຼຍ, ທາດເຄມີ ທີ່ເປັນພິດ; ການບໍລິການ ກ່ຽວກັບ ຂໍ້ມູນຂ່າວສານ, ໃຫ້ຄຳປຶກສາ, ບຳລຸງສ້າງ, ຍົກລະດັບ, ເຜີຍແຜ່, ນຳໃຊ້ຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂົງເຂດຕ່າງໆ.
     ການບໍລິການຜົນການຄົ້ນຄວ້າ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ລົງເຖິງປະຊາຊົນ ເປັນຕົ້ນ  ການສົ່ງເສີມສຸຂະພາບ, ການຜະລິດ ແລະ ການພັດທະນາ ໃນຂອບເຂດ ທົ່ວປະເທດ ຕາມລະບຽບກົດໝາຍ.

ໝວດທີ 2
ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 15  ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີທີ່ນຳໃຊ້ງົບປະມານຂອງລັດ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ດຳເນີນວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ນຳໃຊ້ງົບປະມານຂອງລັດ ຕ້ອງຂໍອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ ໂດຍປະສານ ສົມທົບກັບ ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ 16  ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ນຳໃຊ້ທຶນຂອງຕົນເອງ
     ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງບຸກຄົນ ທີ່ນຳໃຊ້ທຶນຂອງຕົນເອງ ໃນຂະແໜງການທົ່ວໄປ ແມ່ນບໍ່ຈຳເປັນຕ້ອງຂໍອະນຸຍາດ, ຍົກເວັ້ນຂະແໜງການຄຸ້ມຄອງສະເພາະ ແຕ່ຕ້ອງຂຶ້ນທະບຽນ ເພື່ອ ແຈ້ງຫົວຂໍ້ການຄົ້ນຄວ້າ ແລະ ກໍໃຫ້ດຳເນີນຕາມຫຼັກການ, ວິທີການຄົ້ນຄວ້າ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ.
     ຂະແໜງການຄຸ້ມຄອງສະເພາະ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 17  ຂັ້ນຕອນການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ຂັ້ນຕອນ ດັ່ງນີ້:
       1. ການຂຶ້ນແຜນ;
       2. ການຂໍອະນຸຍາດ;
       3. ການອະນຸຍາດ.

ມາດຕາ 18 ການຂຶ້ນແຜນການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງມີການສ້າງ ແຜນການ, ແຜນງານ, ໂຄງການ, ກຳນົດຫົວຂໍ້ຄົ້ນຄວ້າ ແລະ ຂຶ້ນທະບຽນນຳພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບການ.
     ສຳລັບໂຄງການ ແລະ ຫົວຂໍ້ຄົ້ນຄວ້າ ຕ້ອງໄດ້ຜ່ານການຮັບຮອງ ຈາກສະພາ ວິທະຍາສາດ ຂອງ ຂະແໜງການທີ່ກ່ຽວຂ້ອງ.
     ການສ້າງແຜນການ, ແຜນງານ, ໂຄງການ ແລະ ການກຳນົດຫົວຂໍ້ ຄົ້ນຄວ້າ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 19  ການຂໍອະນຸຍາດດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ຕໍ່ຂະແໜງການ ວິທະຍາສາດ ແລະ ເຕັກໂນໂລຊີ ໂດຍຜ່ານຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມ ການລົງທຶນ ແລະ ກົດໝາຍວ່າດ້ວຍ ວິສາຫະກິດ.

ມາດຕາ 20  ການອະນຸຍາດ ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
     ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງໄດ້ພິຈາລະນາ ອອກໃບອະນຸຍາດ ໃຫ້ຜູ້ຮ້ອງຂໍ ພາຍໃນກຳນົດເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ. ຖ້າວ່າຄຳຮ້ອງ ແລະ ເອກະສານປະກອບ ຫາກບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນນັ້ນ ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງໄດ້ແຈ້ງ ເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍ ພາຍໃນກຳນົດ ສິບວັນ ລັດຖະການ ນັບແຕ່ວັນ ໄດ້ຮັບຄຳຮ້ອງເປັນຕົ້ນໄປ ເພື່ອໃຫ້ຜູ້ກ່ຽວແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
     ໃນກໍລະນີ ທີ່ການຮ້ອງຂໍ ຫາກບໍ່ໄດ້ຮັບການອະນຸຍາດແລ້ວ ຂະແໜງການ ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງແຈ້ງເຫດຜົນ ໃຫ້ຜູ້ຮ້ອງຂໍ ພາຍໃນກຳນົດເວລາ ຫ້າວັນ ລັດຖະການ ນັບແຕ່ວັນ ຕົກລົງບໍ່ເຫັນດີອະນຸມັດ ເປັນຕົ້ນໄປ. 

ໝວດທີ 3
ສັນຍາກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 21  ປະເພດສັນຍາ
     ສັນຍາກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕົ້ນຕໍ ມີ ດັ່ງນີ້ :
       - ສັນຍາ ຄົ້ນຄວ້າວິທະຍາສາດ;
       - ສັນຍາ ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ;
       - ສັນຍາ ຖ່າຍທອດເຕັກໂນໂລຊີ;
       - ສັນຍາ ບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
     ສັນຍາ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ອາດຈະເຮັດຂຶ້ນ ລະຫວ່າງ ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກພັດທະນາ ແລະ ນັກປະດິດສ້າງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ມາດຕາ 22  ຮູບການ ແລະ ຫຼັກການ ຂອງສັນຍາ
     ສັນຍາ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງເຮັດເປັນ ລາຍລັກອັກສອນ ແລະ ຕ້ອງປະຕິບັດຕາມຫຼັກການ ກ່ຽວກັບການເຮັດສັນຍາ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ.

ມາດຕາ 23  ເນື້ອໃນຂອງສັນຍາ
     ສັນຍາ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີເນື້ອໃນ ດັ່ງນີ້:
       1. ຊື່, ນາມສະກຸນ, ທີ່ຢູ່ ຂອງຄູ່ສັນຍາ;
       2. ຈຸດປະສົງ, ມູນຄ່າ, ກຳນົດເວລາປະຕິບັດ, ການຊຳລະ ແລະ ການຂົນສົ່ງ;
       3. ເນື້ອໃນສຳຄັນ ແລະ ຜົນທີ່ຕ້ອງໄດ້ຮັບ;
       4. ວິທີຕີລາຄາ, ຄິດໄລ່ ແລະ ເກັບກຳຜົນ;
       5. ສະຖານທີ່ຂອງການຈັດຕັ້ງປະຕິບັດສັນຍາ;
       6. ຊັບສິນທາງປັນຍາ;
       7. ຄວາມຮັບຜິດຊອບ ແລະ ການປັນຜົນປະໂຫຍດ;
       8. ຜົນສະທ້ອນຂອງການລະເມີດສັນຍາ;
       9. ຮູບການ ແລະ ອົງການແກ້ໄຂຂໍ້ຂັດແຍ່ງ;
       10. ການປ່ຽນແປງ ແລະ ການສິ້ນສຸດສັນຍາກ່ອນກຳນົດ;
       11. ເນື້ອໃນອື່ນ ຕາມການຕົກລົງຂອງຄູ່ສັນຍາ.

ພາກທີ III
ການລົງທຶນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 24  ການລົງທຶນ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນ ເຂົ້າໃນການຄົ້ນຄວ້າວິທະຍາສາດ, ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ, ການຖ່າຍທອດເຕັກໂນ ໂລຊີ, ການບໍລິການດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
     ລັດ ຈັດບູລິມະສິດ ລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໜຶ່ງສ່ວນຮ້ອຍ (1%) ຂອງງົບປະມານການລົງທຶນໃນແຕ່ລະປີ ແລະ ສາມາດເພີ່ມຂຶ້ນໃນແຕ່ລະປີ ເມື່ອເຫັນວ່າມີຄວາມຈຳເປັນ ແລະ ຕາມເງື່ອນໄຂຕົວຈິງ.

ມາດຕາ 25  ຮູບແບບການລົງທຶນ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລົງທຶນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ປະຕິບັດຕາມຮູບແບບການລົງທຶນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍ ວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 26  ການນຳໃຊ້ເຕັກໂນໂລຊີ
     ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລົງທຶນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ປະຢັດພະລັງງານ, ປະຢັດແຮງງານ, ວັດຖຸດິບ ແລະ ມີຜົນກະທົບ ທາງລົບໜ້ອຍ ທີ່ສຸດຕໍ່ສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນການຜະລິດ, ການດຳເນີນທຸລະກິດ ແລະ ການປະຕິບັດຕາມ ມາດຕະຖານ ແລະ ເຕັກນິກ ຂອງຂະແໜງການທີ່ກ່ຽວຂ້ອງ.

ພາກທີ IV
ການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ໝວດທີ 1
ອົງການຄົ້ນຄວ້າ ແລະ ພັດທະນາ, ວິສາຫະກິດ ແລະ ການຕະຫຼາດ
ດ້ານວິທະຍາສາດ ແລະເຕັກໂນໂລຊີ

ມາດຕາ 27  ອົງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ
     ອົງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ແມ່ນ ການຈັດຕັ້ງ ທີ່ເຮັດການຄົ້ນຄວ້າ, ການພັດທະນາ ແລະ ການສົ່ງເສີມຫົວຄິດປະດິດສ້າງ ຢູ່ ສປປ ລາວ ເພື່ອກ້າວໄປສູ່ເສດຖະກິດພູມປັນຍາ, ຫັນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ຕິດພັນກັບການສຶກສາຄົ້ນຄວ້າ, ການນຳໃຊ້ໃນພາກທຸລະກິດ, ການບໍລິການດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
     ອົງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຕົ້ນຕໍ ປະກອບດ້ວຍ:
       1. ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ;
       2. ສະພາວິທະຍາສາດ ຂອງຂະແໜງການ.
     ນອກຈາກນີ້ ກໍຍັງມີ ສະຖາບັນຄົ້ນຄວ້າ, ສະຖາບັນພັດທະນາ, ສະຖາບັນການສຶກສາ, ສະຖານີຄົ້ນຄວ້າ, ທົດລອງ ແລະ ວິໄຈ, ສູນຄົ້ນຄວ້າ ແລະ ພັດທະນາ, ສູນບໍລິການ, ຫ້ອງການບໍລິການ, ການຈັດຕັ້ງອື່ນ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ.
     ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກ ໂນໂລຊີ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 28  ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງວິສາຫະກິດ ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍ ວິສາຫະກິດ ໂດຍຜ່ານການຢັ້ງຢືນ ແລະ ຮັບຮອງ ຈາກຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ.
     ການສ້າງຕັ້ງ ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ນອກຈາກ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດແລ້ວ ຍັງຕ້ອງປະຕິບັດຕາມເງື່ອນໄຂເພີ່ມເຕີມ ດັ່ງນີ້:
       1. ມີຄວາມສາມາດດຳເນີນກິດຈະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       2. ດຳເນີນການຜະລິດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ໄດ້ຜົນຜະລິດ ແລະ ຜະລິດຕະພັນສິນຄ້າ ຈາກຜົນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ເຕັກໂນໂລຊີ.

ມາດຕາ 29  ການຕະຫຼາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ
     ການຕະຫຼາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ  ແມ່ນ ການສະໜອງ, ແລກປ່ຽນ ແລະ ຖ່າຍທອດຜົນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ.
     ການຕະຫຼາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ດຳເນີນໄປຕາມ ວິທີການ ດັ່ງນີ້:
       1. ສ້າງລະບຽບການໃນການພັດທະນາການຕະຫຼາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       2. ນຳໃຊ້ ແລະ ຜັນຂະຫຍາຍຜົນການຄົ້ນຄວ້າ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ເພື່ອສ້າງຜະລິດຕະພັນສິນຄ້າຮັບໃຊ້ສັງຄົມ;
       3. ຍົກສູງລະດັບ ການຄົ້ນຄວ້າ, ການພັດທະນາ ແລະ ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ຖືກຕ້ອງ ຕາມຄວາມຕ້ອງການຂອງການຕະຫຼາດ.

ໝວດທີ 2
ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
ແລະ ສະພາວິທະຍາສາດຂອງແໜງການ

ມາດຕາ 30  ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
     ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ແມ່ນ ການຈັດຕັ້ງໜຶ່ງ ທີ່ມີພາລະບົດບາດ ໃຫ້ຄຳປຶກສາໃນການສ້າງ ນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ; ມີຄວາມຮັບຜິດຊອບ ຄົ້ນຄວ້າ ແລະ ສະໜອງຫຼັກມູນວິທະຍາສາດ ໃນການວາງແນວທາງນະໂຍບາຍ; ຕີລາຄາ ແລະ ນຳສະເໜີແຜນການ, ແຜນງານ, ໂຄງການຄົ້ນຄວ້າ ວິທະຍາສາດ, ຢັ້ງຢືນ ແລະ ຮັບຮອງຜົນງານ, ຍ້ອງຍໍ, ໃຫ້ຕຳແໜ່ງ, ນາມມະຍົດ, ກຽດຕິກຸນ ແລະ ລາງວັນວິທະຍາສາດ ໃຫ້ແກ່ຜູ້ມີຜົນງານດີເດັ່ນ ໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ.

ມາດຕາ 31 ໂຄງປະກອບ ຂອງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ 
     ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ປະກອບດ້ວຍ:
       1. ປະທານ;
       2. ຮອງປະທານ ຈຳນວນໜຶ່ງ;
       3. ຄະນະກຳມະການ;
       4. ສະມາຊິກ ຊຶ່ງມີຜູ້ຕາງໜ້າຂອງການຈັດຕັ້ງ ຈຳນວນໜຶ່ງ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ຜູ້ຊົງຄຸນວຸດທິ ໃນຂົງເຂດວິທະຍາສາດ ທັງພາກລັດ ແລະ ເອກະຊົນ.
     ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ມີກົງຈັກການຈັດຕັ້ງຂອງຕົນ.
     ໂຄງປະກອບ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 32  ສະພາວິທະຍາສາດ ຂອງຂະແໜງການ
     ສະພາວິທະຍາສາດ ຂອງຂະແໜງການ ແມ່ນ ການຈັດຕັ້ງວິຊາການ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ບັນດາກະຊວງ, ອົງການ, ທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໂດຍການອະນຸຍາດຂອງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ, ມີພາລະບົດບາດ ໃຫ້ຄຳປຶກສາ ໃນການຄົ້ນຄວ້າ ພິຈາລະນາ, ຕີລາຄາ ຜົນສຳເລັດການຄົ້ນຄວ້າວິໄຈ ແລະ ການພັດທະນານຳໃຊ້ເຕັກໂນໂລຊີ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາ ຂອງຂະແໜງການ ໃນແຕ່ລະໄລຍະ.
     ໂຄງປະກອບ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາວິທະຍາສາດ ຂອງຂະແໜງການໄດ້ກຳນົດໄວ້ໃນລະບຽບການສະເພາະ.

ໝວດທີ 3
ສິດ, ໜ້າທີ່, ພັນທະ ຂອງຜູ້ດຳເນີນວຽກງານວິທະຍາສາດ ແລະເຕັກໂນໂລຊີ

ມາດຕາ 33  ສິດ ຂອງບຸກຄົນ ທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
    
ບຸກຄົນ ທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ດັ່ງນີ້:
       1. ຄົ້ນຄວ້າ ເສີມຂະຫຍາຍສະຕິປັນຍາ ຢ່າງມີຫົວຄິດປະດິດສ້າງ;
       2. ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       3. ປົກປ້ອງຊັບສິນທາງປັນຍາ;
       4. ຖ່າຍທອດ, ມອບໂອນ, ຈັດພິມ, ເຜີຍແຜ່ ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       5. ຮັບເອົາການຊ່ວຍເຫຼືອ ດ້ານການເງິນ ແລະ ວັດຖູປະກອນ ກ່ຽວກັບການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ;
       6. ຮັບຄ່າແຮງງານ ໃນການຄົ້ນຄວ້າ ແລະ ສິ່ງຕອບແທນ ຜົນງານປະດິດສ້າງ;
       7. ນຳເອົາຜົນການຄົ້ນຄວ້າຂອງຕົນ ປະກອບສ່ວນເປັນທຶນເຂົ້າໃນການຜະລິດ ແລະ ການດຳເນີນທຸລະກິດ;
       8. ໄດ້ຮັບຂໍ້ມູນຂ່າວສານ, ໄດ້ຮັບການສ້າງ, ບຳລຸງ, ສົ່ງເສີມ, ຊ່ວຍເຫຼືອ, ແນະນຳທາງ ດ້ານວິຊາການ ຈາກລັດ ແລະ ພາກສ່ວນອື່ນ;
       9. ເຂົ້າຮ່ວມການເຄື່ອນໄຫວວຽກງານດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       10. ໃຫ້ຄຳປຶກສາ, ປະກອບຄຳເຫັນ ຕໍ່ ການສ້າງແຜນ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງການຈັດຕັ້ງ ບ່ອນຕົນສັງກັດ;
       11. ກວດກາ, ຕີລາຄາ ການຈັດຕັ້ງປະຕິບັດ ວຽກງານຂອງຕົນ;
       12. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 34  ພັນທະ ຂອງ ບຸກຄົນທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
   
  ບຸກຄົນ ທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ພັນທະ ດັ່ງນີ້:
       1. ປະກອບສ່ວນສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
       2. ແຈ້ງ ຫົວຂໍ້ຄົ້ນຄວ້າ ແລະ ຂຶ້ນທະບຽນ ຜົນສຳເລັດການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       3. ຖ່າຍທອດຜົນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       4. ປົກປັກຮັກສາສິ່ງແວດລ້ອມ ກ່ຽວກັບວຽກງານ ຄົ້ນຄວ້າວິທະສາດ ແລະ ເຕັກໂນໂລຊີ;
       5. ປະຕິບັດສັນຍາກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       6. ຮັກສາຄວາມລັບ, ປົກປ້ອງສິດຜົນປະໂຫຍດຂອງຊາດ ກ່ຽວກັບວຽກງານຄົ້ນຄວ້າ ວິທະສາດ ແລະ ເຕັກໂນໂລຊີ;
       7. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 35  ສິດ ຂອງການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
    
ການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ດັ່ງນີ້:
       1. ເປັນເຈົ້າການ ໃນການຄົ້ນຄວ້າປະດິດສ້າງ;
       2. ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ;
       3. ຮ່ວມທຶນ, ເຊັນສັນຍາ ແລະ ຮ່ວມມື ກັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ;
       4. ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ;
       5. ໄດ້ຮັບ ນະໂຍບາຍ, ການສົ່ງເສີມ ແລະ ບູລິມະສິດໃນການດຳເນີນທຸລະກິດ;
       6. ປົກປ້ອງຊັບສິນທາງປັນຍາ;
       7. ຖ່າຍທອດ, ມອບໂອນເຕັກໂນໂລຊີ, ຈັດພິມ, ເຜີຍແຜ່ ຜົນການຄົ້ນຄວ້າ;
       8. ພົວພັນ ແລະ ຮ່ວມມືກັບສາກົນ ຕາມລະບຽບກົດໝາຍ;
       9. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 36  ໜ້າທີ່ ຂອງການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
   
  ການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:
       1. ດຳເນີນວຽກງານ ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ຕາມເປົ້າໝາຍທີ່ໄດ້ຮັບ ອະນຸຍາດ;
       2. ຈົດທະບຽນຫົວຂໍ້ຄົ້ນຄວ້າ ແລະ ຜົນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       3. ຮັກສາຄວາມລັບຜົນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຕາມລະບຽບກົດໝາຍ;
       4. ປົກປ້ອງສິດຜົນປະໂຫຍດ ຂອງສັງຄົມ ແລະ ຂອງຊາດ;
       5. ປົກປັກຮັກສາສິ່ງແວດລ້ອມ ກ່ຽວກັບການຄົ້ນຄວ້າວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       6. ສະໜອງຂໍ້ມູນຂ່າວສານ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ;
       7. ປະກອບສ່ວນສ້າງ ແລະ ພັດທະນາບຸກຄະລາກອນ;
       8. ຖ່າຍທອດຜົນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       9. ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ບ່ອນດຳເນີນວຽກງານ;
       10. ລາຍງານຜົນການຄົ້ນຄວ້າວຽກງານວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
       11. ປະຕິບັດ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ V
ການສົ່ງເສີມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 37  ການສົ່ງເສີມວິທະຍາສາດ ແລະ ເຕັກໂນໂລຊີ
    
ການສົ່ງເສີມວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນ ການສ້າງເງື່ອນໄຂ ອຳນວຍຄວາມສະດວກ, ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນ ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົ້ນ ການສ້າງບຸກຄະລາກອນ, ການກໍ່ສ້າງໂຄງລ່າງ ພື້ນຖານ, ການສະໜອງຂໍ້ມູນຂ່າວສານ, ສິນເຊື່ອ, ການຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາກອນ ແລະ ການສະໜອງ ງົບປະມານ ຕາມລະບຽບກົດໝາຍ.
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ສາມາດຮ່ວມມືກັນດຳເນີນ ການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ປະດິດສ້າງ ແລະ ເປັນເຈົ້າການນຳໃຊ້ ຜົນການ ຄົ້ນຄວ້າ ແລະ ພັດທະນາດັ່ງກ່າວ.

ມາດຕາ 38  ການສົ່ງເສີມດ້ານບຸກຄະລາກອນ
    
ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງມີນະໂຍບາຍ, ແຜນການສ້າງ ແລະ ນຳໃຊ້ບຸກຄະລາກອນ, ການຈັດແບ່ງງົບປະມານ ແລະ ໃຫ້ທຶນການສຶກສາ ໃນການສ້າງ, ບຳລຸງ, ຍົກລະດັບ ດ້ານວິຊາສະເພາະ, ເຕັກນິກວິຊາການ ໃຫ້ບຸກຄະລາກອນ ແລະ ຜູ້ມີຄວາມສາມາດພິເສດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
     ບຸກຄົນ ທີ່ມີຜົນງານ ແລະ ມີຜົນສຳເລັດ ໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຕ້ອງໄດ້ຮັບການຍ້ອງຍໍ, ຕຳແໜ່ງ, ນາມມະຍົດ, ກຽດຕິກຸນ ແລະ ລາງວັນວິທະຍາສາດ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ. ສຳລັບ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດັ່ງກ່າວ ກໍຈະໄດ້ຮັບການຍ້ອງຍໍເຊ່ັນດຽວກັນ.

ມາດຕາ 39  ການສົ່ງເສີມດ້ານໂຄງລ່າງພື້ນຖານ
  
   ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ສາມາດລົງທຶນ ກໍ່ສ້າງ ແລະ ນຳໃຊ້ ໂຄງລ່າງພື້ນຖານວັດຖຸ-ເຕັກນິກ, ສະຖາບັນຄົ້ນຄວ້າວິໄຈລະດັບຊາດ, ລະດັບຂະແໜງການ ແລະ ລະດັບທ້ອງຖິ່ນ.

ມາດຕາ 40  ການສົ່ງເສີມດ້ານຂໍ້ມູນຂ່າວສານ
   
  ໃນການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈະໄດ້ຮັບນະໂຍບາຍສົ່ງເສີມ ດ້ານຂໍ້ມູນຂ່າວສານ ດ້ວຍການສ້າງຖານຂໍ້ມູນ ແລະ ການສະໜອງ ຂໍ້ມູນຂ່າວສານ, ສະຖິຕິ ວິທະຍາສາດ ແລະ ເຕັກໂນໂລຊີ ຈາກພາກສ່ວນທີ່ກ່ຽວຂ້ອງ.
     ຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ, ນະວັດຕະກຳ ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີການປະກາດ, ແລກປ່ຽນ, ບັນທຶກ, ເຜີຍແຜ່ ໃຫ້ສັງຄົມໄດ້ຮູ້, ເຂົ້າໃຈ, ນຳໃຊ້ ຜົນສຳເລັດດັ່ງກ່າວ ຕາມລະບຽບກົດໝາຍ ເພື່ອຜົນ ປະໂຫຍດຂອງການພັດທະນາ.

ມາດຕາ 41  ນະໂຍບາຍດ້ານສິນເຊື່ອ, ພາສີ ແລະ ອາກອນ
    
ໃນການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈະໄດ້ຮັບນະໂຍບາຍດ້ານສິນເຊື່ອ ໃນການກູ້ຢືມ ດ້ວຍອັດຕາດອກເບັ້ຍຕ່ຳ ແລະ ໄດ້ຮັບບູລິມະສິດ ໃນການນຳໃຊ້ເງິນສະໜັບສະໜູນ ຊ່ວຍເຫຼືອ ຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈະໄດ້ຮັບນະໂຍບາຍ ຍົກເວັ້ນ ຫຼື ຫຼຸດຜ່ອນ ພາສີ ແລະ ອາກອນ ເປັນຕົ້ນ ການນຳເຂົ້າກ່ຽວກັບ ພາຫະນະ, ເຄື່ອງຈັກ ແລະ ວັດຖູປະກອນ ທີ່ຮັບໃຊ້ການຄົ້ນ ຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຕາມລະບຽບກົດໝາຍ.

ພາກທີ VI
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

ມາດຕາ 42  ການສ້າງຕັ້ງກອງທຶນ
   
  ລັດ ອະນຸຍາດໃຫ້ສ້າງຕັ້ງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ ວຽກງານຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການຜະລິດ, ການແກ້ໄຂ ແລະ ສົ່ງເສີມ ຊີວິດການເປັນຢູ່ຂອງປະຊາຊົນ.

ມາດຕາ 43  ແຫຼ່ງຂອງກອງທຶນ
    
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນ ທຶນທີ່ເປັນເງິນ ແລະ ວັດຖຸ ຊຶ່ງໄດ້ມາຈາກ:
       1. ງົບປະມານຂອງລັດ;
       2. ການບໍລິຈາກ ຫຼື ການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງ ພາຍໃນ ແລະ ຕ່າງປະເທດ;
       3. ການຊ່ວຍເຫຼືອລ້າ ແລະ ການກູ້ຢືມຈາກການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
       4. ການເຄື່ອນໄຫວກິດຈະກຳຫາລາຍໄດ້ ເຊັ່ນ ການວາງສະແດງຜົນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ, ການແຂ່ງຂັນປະດິດສ້າງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການເຄື່ອນໄຫວກິດຈະກຳອື່ນ;
       5. ດອກເບັ້ຍເງິນຝາກ ຫຼື ເງິນປັນຜົນ ທີ່ເກີດຈາກກອງທຶນ;
       6. ລາຍຮັບອື່ນທີ່ຖືກຕ້ອງຕາມລະບຽບກົດໝາຍ.

ມາດຕາ 44  ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ
    
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ມີ ຄະນະກຳມະການ ຮັບຜິດຊອບກອງທຶນ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.
ຄະນະກຳມະການຮັບຜິດຊອບກອງທຶນ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ກອງທຶນດັ່ງກ່າວ ຕາມ ຈຸດປະສົງ ທີ່ໄດ້ກຳນົດໄວ້ໃນມາດຕາ 42 ຂອງກົດໝາຍສະບັບນີ້.

ພາກທີ VII
ຂໍ້ຫ້າມ

ມາດຕາ 45  ຂໍ້ຫ້າມທົ່ວໄປ
    
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:
       1. ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ ກົດໝາຍເກືອດຫ້າມ;
       2. ສ້າງອຸປະສັກ, ຂັດຂວາງການສົ່ງເສີມ ແລະ ພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       3. ນຳເຂົ້າເຕັກໂນໂລຊີ ທີ່ເຮັດໃຫ້ສິ້ນເປືອງ ແຫຼ່ງຊັບພະຍາກອນທຳມະຊາດ, ສ້າງຜົນກະທົບ, ທຳລາຍສິ່ງແວດລ້ອມ ເກີນມາດຕະຖານທີ່ໄດ້ກຳນົດໄວ້;
       4. ແອບອ້າງເອົາຜົນງານຄົ້ນຄວ້າ ຂອງຜູ້ອື່ນ ມາເປັນຂອງຕົນ;
       5. ດັດແປງເຕິກນິກທີ່ບໍ່ຖືກຕ້ອງ ອັນກໍ່ໃຫ້ເກີດອັນຕະລາຍ ແກ່ສັງຄົມ;
       6. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 46  ຂໍ້ຫ້າມ ສຳລັບ ພະນັກງານທີ່ກ່ຽວຂ້ອງຂອງລັດ
    
ຫ້າມ ພະນັກງານ ທີ່ກ່ຽວຂ້ອງຂອງລັດ ມີ ພຶດຕິກຳ ດັ່ງນີ້:
       1. ສວຍໃຊ້ອຳນາດ, ໜ້າທີ່, ຕໍາແໜ່ງ, ບັງຄັບ, ນາບຂູ່ຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ພັກພວກຂອງຕົນ;
       2. ທວງເອົາ, ຂໍເອົາ, ຮັບເອົາສິນບົນ ຫຼື ຜົນປະໂຫຍດອື່ນ;
       3. ເປີດເຜີຍຄວາມລັບ ຂອງຊາດ, ຂອງລັດຖະການ ແລະ ຂອງຜູ້ດຳເນີນວຽກງານຄົ້ນຄວ້າ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       4. ກົດໜ່ວງ, ຖ່ວງດຶງ, ແກ່ຍາວເວລາ ໃນການພິຈາລະນາເອກະສານ ໂດຍບໍ່ຖືກຕ້ອງຕາມ ກົດໝາຍ;
       5. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ.

ມາດຕາ 47  ຂໍ້ຫ້າມ ສຳລັບຜູ້ດຳເນີນວຽກງານ
    
ຫ້າມຜູ້ດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ພຶດຕິກຳ ດັ່ງນີ້:
       1. ດຳເນີນວຽກງານ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ຖືກກັບການອະນຸຍາດ ຍົກເວັ້ນການດຳ ເນີນວຽກງານຂອງບຸກຄົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 16 ຂອງກົດໝາຍ ສະບັບນີ້;
       2. ເອົາໃບອະນຸຍາດ ຂອງຕົນ ໄປຄ້ຳປະກັນ ຫຼື ປະກອບເປັນຮຸ້ນ, ໃຫ້ຢືມ, ໃຫ້ເຊົ່າ, ໂອນ ຫຼື ຂາຍໃຫ້ຜູ້ອື່ນ;
       3. ສວຍໃຊ້ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ  ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ພັກພວກຂອງຕົນ;
       4. ໃຫ້ສິນບົນ ແກ່ພະນັກງານ ທີ່ຮັບຜິດຊອບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       5. ໃຊ້ຄວາມຮຸນແຮງ ຫຼື ແອບອ້າງຊື່ຂອງຜູ້ອື່ນ ເພື່ອນາບຂູ່ ພະນັກງານທີ່ກ່ຽວຂ້ອງ;
       6. ປອມແປງເອກະສານ, ນຳໃຊ້ເອກະສານປອມ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       7. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VIII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 48  ຮູບການແກ້ໄຂຂໍ້ຂັດແຍ່ງ
    
ການແກ້ໄຂຂໍ້ຂັດແຍ່ງ ສາມາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:
       1. ການປະນີປະນອມ;
       2. ການແກ້ໄຂທາງດ້ານບໍລິຫານ;
       3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       4. ການຕັດສິນຂອງສານ;
       5. ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ 49  ການແກ້ໄຂດ້ວຍການປະນີປະນອມ
    
ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີນັ້ນ ຄູ່ກໍລະນີ ສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ.

ມາດຕາ 50  ການແກ້ໄຂທາງດ້ານບໍລິຫານ
    
ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີນັ້ນ ຄູ່ກໍລະນີ ມີສິດສະເໜີ ຕໍ່ຂະແໜງການທີ່ກ່ຽວຂ້ອງ ບ່ອນທີ່ຕົນໄດ້ຮັບອະນຸຍາດ ເພື່ອພິຈາລະນາແກ້ໄຂ ຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 51  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
    
ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາ ແກ້ໄຂຕາມລະບຽບກົດໝາຍ.

ມາດຕາ 52  ການຕັດສີນຂອງສານ
    
ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີນັ້ນ ຄູ່ກໍລະນີ ຝ່າຍໃດຝ່າຍໜຶ່ງ ສາມາດຮ້ອງຟ້ອງ ຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສີນ ຕາມລະບຽບກົດໝາຍ.

ມາດຕາ 53  ການແກ້ໄຂທີ່ມີລັກສະນະສາກົນ
    
ໃນກໍລະນີ ເກີດຂໍ້ຂັດແຍ່ງ ທີ່ມີລັກສະນະສາກົນ ກ່ຽວກັບການດຳເນີນທຸລະກິດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີນັ້ນ ຄູ່ກໍລະນີ ສາມາດສະເໜີ ຕໍ່ອົງການແກ້ໄຂຂໍ້ຂັດແຍ່ງ ພາຍໃນ ຫຼື ຕ່າງປະເທດ ຕາມການຕົກລົງກັນ ຫຼື ປະຕິບັດຕາມ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ IX
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງ

ມາດຕາ 54  ອົງການຄຸ້ມຄອງ
    
ລັດຖະບານ ເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການຮັບຜິດຊອບໂດຍກົງ ດ້ວຍການ ປະສານສົມທົບກັບ ກະຊວງ, ພາກສ່ວນອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ປະກອບດ້ວຍ:
       1. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ;
       2. ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ;
       3. ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ.
     ໃນກໍລະນີ ທີ່ຈຳເປັນ ອາດຈະສ້າງຕັ້ງ ໜ່ວຍງານວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳບ້ານ ຂຶ້ນກໍໄດ້.

ມາດຕາ 55  ສິດ ແລະ ໜ້າທີ່ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
    
ໃນການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ ນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ ແລະ ນິຕິກຳ ກ່ຽວກັບວຽກ ງານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະເໜີ ລັດຖະບານ ພິຈາລະນາ;
       2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ ແລະ ນິຕິກຳ ກ່ຽວກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນແຜນງານ, ແຜນການ, ໂຄງການ ແລະ ນິຕິກຳລະອຽດ ຂອງຕົນ ພ້ອມທັງ ຊີ້ນຳການຈັດຕັ້ງປະຕິບັດ;
       3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ທາງດ້ານນະໂຍບາຍ, ແຜນຍຸດທະສາດ, ລະບຽບ ກົດໝາຍ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       4. ອອກ ຫຼື ຖອນໃບອະນຸຍາດ, ຢັ້ງຢືນ ແລະ ຮັບຮອງ ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       5. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       6. ປະສານສົມທົບ ກັບ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ, ສະພາວິທະຍາສາດ ຂອງແໜງການ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອພິຈາລະນາ ບັນດາຫົວຂໍ້ຄົ້ນຄວ້າທີ່ເປັນບຸລິມະສິດຂອງຊາດ, ງົບປະມານ, ກົນໄກການຄຸ້ມຄອງ ແລະ ນຳໃຊ້ຜົນການຄົ້ນຄວ້າ;
       7. ຄົ້ນຄວ້າ ພິຈາລະນາ ແລະ ສະເໜີມາດຕະການ, ວິທີການແກ້ໄຂການລະເມີດລະບຽບ ກົດໝາຍ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       8. ຄຸ້ມຄອງ, ສ້າງ, ບຳລຸງ, ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນິຊຳນານ ໃຫ້ແກ່ພະນັກງານ ແລະ ຜູ້ດຳເນີນວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ;
       9. ຊີ້ນຳ, ຄຸ້ມຄອງ, ປັບປຸງ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ທ້ອງຖິ່ນ ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ;
       10. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສົ່ງເສີມການ ຄົ້ນຄວ້າວິທະຍາສາດ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີໃໝ່ ທີ່ກ້າວໜ້າ;
       11. ສະຫຼຸບ, ສັງລວມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວລາຍງານໃຫ້ລັດຖະ ບານຢ່າງເປັນປົກກະຕິ;
       12. ປະຕິບັດສິດ ແລະ ໜ້າທີອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 56  ສິດ ແລະ ໜ້າທີ່ ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ
    
ໃນການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍ, ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ລວມທັງ ໂຄສະນາ, ເຜີຍແຜ່ວຽກງານດັ່ງກ່າວ ໃນຂອບເຂດທ້ອງຖິ່ນຂອງຕົນ;
       2. ຊີ້ນຳ, ຕິດຕາມ ແລະ ປະສານສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງ ໃນທ້ອງຖິ່ນຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       3. ອອກ ຫຼື ຖອນ ໃບອະນຸຍາດ, ຢັ້ງຢືນ ແລະ ຮັບຮອງ ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       4. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ຂອງເມືອງ, ເທດສະບານ;
       5. ຄົ້ນຄວ້າ, ພິຈາລະນາ ແລະ ສະເໜີມາດຕະການ, ວິທີການແກ້ໄຂ ການລະເມີດລະບຽບກົດໝາຍ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       6. ພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມການມອບໝາຍຂອງຂັ້ນເທິງ;
       7. ສະຫຼຸບ, ສັງລວມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວລາຍງານ ໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       8. ປະຕິບັດສິດ ແລະ ໜ້າທີອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 57  ສິດ ແລະ ໜ້າທີ່ ຂອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ
    
ໃນການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍ, ແຜນການ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ເຜີຍແຜ່ວຽກງານດັ່ງກ່າວ ໃນທ້ອງຖິ່ນຂອງຕົນ;
       2. ຄົ້ນຄວ້າ, ສະເໜີ ຕໍ່ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ເພື່ອພິຈາລະນາ ອອກ ຫຼື ຖອນ ໃບອະນຸຍາດ, ຢັ້ງຢືນ ແລະ ຮັບຮອງ ການດຳເນີນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       3. ຄົ້ນຄວ້າ, ພິຈາລະນາ ແລະ ສະເໜີມາດຕະການ, ວິທີການແກ້ໄຂ ການລະເມີດ ລະບຽບກົດໝາຍ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນ;
       4. ປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນທ້ອງຖິ່ນຂອງຕົນ;
       5. ສະຫຼຸບ, ສັງລວມ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວລາຍງານ ໃຫ້ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       6. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 58  ສິດ ແລະ ໜ້າທີ່ຂອງພາກສ່ວນອື່ນ
    
ໃນການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂະແໜງການ ແລະ ພາກສ່ວນ ອື່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ ໂດຍປະສານສົມທົບ ກັບຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ.

ໝວດທີ 2
ການກວດກາ

ມາດຕາ 59  ອົງການກວດກາ
   
  ອົງການກວດກາ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ປະກອບດ້ວຍ:
       1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບ ອົງການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 54 ຂອງກົດໝາຍສະບັບນີ້;
       2. ອົງການກວດກາພາຍນອກ ແມ່ນ:
          - ສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ;
          - ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການກວດກາລັດ;
          - ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການກວດສອບ;
          - ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.
     ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິຜົນ.

ມາດຕາ 60  ເນື້ອໃນການກວດກາ
    
ການກວດກາ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີເນື້ອໃນ ດັ່ງນີ້:
       1. ການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ, ລະບຽບກົດໝາຍ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
       2. ແຜນການ, ແຜນງານ, ໂຄງການ, ຫົວຂໍ້ຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ;
       3. ການປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.
     ນອກຈາກນີ້ ການກວດກາ ຍັງໃຫ້ປະຕິບັດຕາມເນື້ອໃນການກວດກາ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບການ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 61  ຮູບການ ການກວດກາ
   
  ການກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ສາມຮູບການ ດັ່ງນີ້:
       1. ການກວດກາຢ່າງເປັນລະບົບປົກກະຕິ ຊຶ່ງແມ່ນການກວດກາ ທີ່ດຳເນີນໄປຕາມແຜນ ການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;
       2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ;
       3. ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາ ແບບຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ ຜູ້ຖືກກວດກາຮູ້ລ່ວງໜ້າ.
     ໃນການດຳເນີນກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ປະຕິບັດຖືກຕ້ອງ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ພາກທີ X
ວັນວິທະຍາສາດແຫ່ງຊາດ, ເຄື່ອງໝາຍ, ກາໝາຍ ແລະ ເຄື່ອງແບບ

ມາດຕາ 62  ວັນວິທະຍາສາດແຫ່ງຊາດ
    
ສປປ ລາວ ກຳນົດເອົາວັນທີ 12 ຕຸລາ ເປັນວັນວິທະຍາສາດແຫ່ງຊາດ.
     ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການປະສານສົມທົບ ກັບ ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ເພື່ອສົ່ງເສີມ ແລະ ປະກອບສ່ວນ ເຂົ້າໃນການດຳເນີນສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ໃນແຕ່ລະປີ ຢ່າງມີເນື້ອໃນ ແລະ ເປັນ ຂະບວນການກວ້າງຂວາງ.

ມາດຕາ 63  ເຄື່ອງໝາຍ, ກາໝາຍ ແລະ ເຄື່ອງແບບ
    
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍປະສານສົມທົບກັບກະຊວງອື່ນ ທີ່ກ່ຽວຂ້ອງ ເປັນຜູ້ກຳນົດ ເຄື່ອງໝາຍ, ກາໝາຍ ແລະ ເຄື່ອງແບບ ຂອງພະນັກງານ ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ.

ພາກທີ XI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 64  ນະໂຍບາຍຕໍ່ຜູ້ມີຜົນງານ
    
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນສູງ ທັງເປັນຕົວແບບ ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ດຳເນີນກິດຈະການ ຖືກຕ້ອງຕາມກົດໝາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ຮັບ ການຍ້ອງຍໍ ຫຼື ນະໂຍບາຍອື່ນ ເຊັ່ນ ນາມມະຍົດ, ຕຳແໜ່ງ, ກຽດຕິຄຸນ, ລາງວັນ ວິທະຍາສາດ ຕາມລະບຽບກົດໝາຍ.

ມາດຕາ 65  ການຮັບນາມມະຍົດ, ຕຳແໜ່ງ ແລະ ກຽດຕິຄຸນ
    
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ, ມີຜົນສຳເລັດ ໃນການຄົ້ນຄວ້າ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຊຶ່ງໄດ້ຮັບການຢັ້ງຢືນ ແລະ ຮັບຮອງ ຈາກສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຈະໄດ້ຮັບນາມມະຍົດ ແລະ ຕຳແໜ່ງ ວິທະຍາສາດ ແລະ ເຕັກໂນໂລຊີ.
     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນ ທາງດ້ານ ສະຕິປັນຍາ, ທຶນ, ວັດຖຸ ເຂົ້າໃນການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ກໍຈະໄດ້ ຮັບກຽດຕິຄຸນ.

ມາດຕາ 66  ລາງວັນວິທະຍາສາດ
    
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ຈະໄດ້ຮັບລາງວັນວິທະຍາສາດ ຕາມຜົນງານຕົວຈິງ.
     ລາງວັນວິທະຍາສາດ ມີ ສາມ ລະດັບ ດັ່ງນີ້:
      1. ລາງວັນລະດັບຊາດ; 
      2. ລາງວັນລະດັບກະຊວງ;
      3. ລາງວັນລະດັບທ້ອງຖິ່ນ.
     ລາງວັນວິທະຍາສາດ ແຕ່ລະລະດັບ ໄດ້ກຳນົດໄວ້ໃນລະບຽບການສະເພາະ.
     ລັດ ຮັບຮູ້ ລາງວັນວິທະຍາສາດ ຂອງຕ່າງປະເທດ, ພາກພື້ນ ແລະ ສາກົນ ທີ່ມອບໃຫ້ພົນລະເມືອງລາວ ໂດຍສອດຄ່ອງກັບ ກົດໝາຍ ຂອງ ສປປ ລາວ.

ມາດຕາ 67  ມາດຕະການຕໍ່ຜູ້ລະເມີດ
    
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ກໍຈະຖືກ ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍ ຫຼື ລົງໂທດທາງອາຍາ ຕາມແຕ່ກໍລະນີ ເບົາ ຫຼື ໜັກ.

ພາກທີ XII
ບົດບັນຍັດສຸດທ້າຍ

ມາດຕາ 68  ການຈັດຕັ້ງປະຕິບັດ
    
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 69  ຜົນສັກສິດ
    
ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ເກົ້າສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

                                 ປະທານສະພາແຫ່ງຊາດ
 

ຜູ້ໃຫ້ການສະໜັບສະໜູນ