ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍ ວ່າດ້ວຍການປະກັນສັງຄົມ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ
ວັນທີ່ ນິຕິກໍາ : 26-07-2013
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 04-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 34 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 26 ກໍລະກົດ  2013

ກົດໝາຍ
ວ່າດ້ວຍ ການປະກັນສັງຄົມ
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານປະກັນສັງຄົມ ໃຫ້ເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ແນໃສ່ຄ້ຳປະກັນການ ດຳລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງດອງ ແລະ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2  ການປະກັນສັງຄົມ
     ການປະກັນສັງຄົມ ແມ່ນ ການຮັບປະກັນໃຫ້ຜູ່ປະກັນຕົນ ໄດ້ຮັບເງິນອຸດໜູນຈາກກອງທຶນປະ ກັນສັງຄົມແຫ່ງຊາດ ໃນກໍລະນີ ມີການປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ເກີດອຸປະຕິເຫດແຮງ ງານ, ພະຍາດອາຊີບ, ເສັຍກຳລັງແຮງງານ, ເສັຍອົງຄະ, ປ່ວຍການ, ບຳນານ, ເສັຍຊີວິດ, ອຸດໜູນສະ ມາຊິກຄອບຄົວ ແລະ ວ່າງງານ.

ມາດຕາ 3  ການອະທິບາຍຄຳສັບ
     ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ກອງທຶນປະກັນສັງຄົມແຫ່ງຊາດ ໝາຍເຖິງ ກອງທຶນທີ່ສະສົມເງິນສົມທົບຂອງ ລັດຖະບານ, ຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ ເພື່ອນຳໃຊ້ເຂົ້າໃນການອຸດໜູນປະກັນສັງຄົມປະເພດຕ່າງໆ;
       2. ຜູ່ໃຊ້ແຮງງານ ໝາຍເຖິງ ການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ຫົວໜ່ວຍແຮງງານ ທີ່ນຳໃຊ້ຜູ່ອອກແຮງງານເຮັດວຽກໃຫ້ຕົນ ໂດຍໄດ້ຈ່າຍເງິນເດືອນ ຫຼື ຄ່າແຮງງານ;
       3. ຫົວໜ່ວຍແຮງງານ ໝາຍເຖິງ ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຂອງທຸກພາກສ່ວນເສດຖະກິດ;
       4. ຜູ່ອອກແຮງງານ ໝາຍເຖິງ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຜູ່ເສັຍອົງຄະ ແລະ ກຳມະກອນ ທີ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານຈາກຜູ່ໃຊ້ແຮງງານ;
       5. ຜູ່ປະກອບອາຊີບສ່ວນບຸກຄົນ ໝາຍເຖິງ ຜູ່ເຮັດວຽກໃຫ້ຕົນເອງໃນຂົງເຂດຕ່າງໆ ເປັນຕົ້ນ ຂົງເຂດກະສິກຳ, ອຸດສາຫະກຳ ແລະ ການບໍລິການ;
       6. ຜູ່ສະໝັກໃຈ ໝາຍເຖິງ ຜູ່ເຂົ້າປະກັນສັງຄົມດ້ວຍຄວາມຕັດສິນໃຈຂອງຕົນເອງ;
       7. ຜູ່ປະກັນຕົນ ໝາຍເຖິງ ຜູ່ທີ່ໄດ້ສົມທົບເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ;
       8. ສະມາຊິກຄອບຄົວ ໝາຍເຖິງ ຜົວ, ເມັຍ, ລູກ, ພໍ່ ແລະ ແມ່ຂອງຜູ່ປະກັນຕົນ;
       9. ເງິນເດືອນປະກັນຕົນ ໝາຍເຖິງ ເງິນເດືອນທັງໝົດ ຂອງພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ເງິນເດືອນ ຫຼື ຄ່າແຮງງານ ຂອງຜູ່ອອກແຮງງານ ໃນຫົວໜ່ວຍແຮງງານທີ່ ເປັນຕົວຄິດໄລ່ເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນແຕ່ລະເດືອນ;
       10. ເງິນເດືອນທັງໝົດ ໝາຍເຖິງ ເງິນເດືອນ ຫຼື ຄ່າແຮງງານພື້ນຖານຕາມຊັ້ນ-ຂັ້ນ, ເງິນອຸດ ໜູນປີການ, ເງິນອຸດໜູນຕຳແໜ່ງ ແລະ ເງິນອຸດໜູນອື່ນ;
       11. ເງິນສົມທົບ ໝາຍເຖິງ ເງິນທີ່ລັດຖະບານ, ຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບ ອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ໄດ້ຖອກເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນລາຍເດືອນ ຕາມອັດຕາສ່ວນທີ່ໄດ້ກຳນົດໄວ້;
       12. ການເສັຍກຳລັງແຮງງານ ໝາຍເຖິງ ການຂາດ ສະມັດຕະພາບແຮງງານ ຫຼື ສະພາວະປົກກະຕິຂອງຈິດໃຈ ຍ້ອນປະສົບອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ;
       13. ການເສັຍອົງຄະ ໝາຍເຖິງ ການສູນເສັຍອະໄວຍະວະ ຫຼື ອົງຄະໃດໜຶ່ງຂອງຮ່າງກາຍ;
       14. ຄະແນນບຳນານ ໝາຍເຖິງ ພື້ນຖານການຄິດໄລ່ ໂດຍສະເລັ່ຍເງິນສົມທົບ ຂອງຜູ່ປະກັນຕົນໃນໄລຍະສິບສອງເດືອນ ຫານໃຫ້ຈຳນວນເງິນສົມທົບສະເລັ່ຍທັງໝົດ ຂອງຜູ່ປະກັນຕົນ.

ມາດຕາ 4  ນະໂຍບາຍຂອງລັດກ່ຽວກັບວຽກງານປະກັນສັງຄົມ
     ລັດ ຊຸກຍູ້ ແລະ ສົ່ງເສີມການພັດທະນາວຽກງານປະກັນສັງຄົມ ໃຫ້ດຳເນີນໄປຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ ຊຶ່ງລັດ, ຜູ່ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ຕ້ອງປະກອບທຶນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເພື່ອຮັບປະກັນການຕອບ ສະໜອງການອຸດໜູນປະກັນສັງຄົມ ພາຍໃຕ້ການຄຸ້ມຄອງຂອງລັດ ໂດຍມີການຍົກເວັ້ນອາກອນ ສຳລັບເງິນອຸດໜູນປະກັນສັງຄົມປະເພດຕ່າງໆ.
     ລັດ ຊຸກຍູ້ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນດ້ານທຶນຮອນ ແລະ ເຕັກນິກວິຊາການ ເຂົ້າໃນການພັດທະນາວຽກງານປະກັນສັງຄົມ ໃຫ້ເຕີບ ໃຫຍ່ຂະຫຍາຍຕົວ.

ມາດຕາ 5  ຫຼັກການພື້ນຖານກ່ຽວກັບວຽກງານປະກັນສັງຄົມ
     ວຽກງານປະກັນສັງຄົມ ຕ້ອງດຳເນີນ ບົນພື້ນຖານຫຼັກການ ດັ່ງນີ້:
       1. ຮັບປະກັນການປະຕິບັດນະໂຍບາຍ ແລະ ການຄຸ້ມຄອງວຽກງານປະກັນສັງຄົມ ຕາມລະບຽບກົດໝາຍ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
       2. ຮັບປະກັນການສົມທົບທຶນເຂົ້າກອງທຶນປະກັນສັງຄົມ ຂອງລັດຖະບານ, ຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ຕາມອັດຕາສ່ວນເງິນສົມທົບທີ່ໄດ້ ກຳນົດໄວ້ໃນມາດຕາ 55 ແລະ 56 ຂອງກົດໝາຍສະບັບນີ້;
       3. ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດ ໃນການອຸດໜູນປະກັນສັງຄົມ ໃຫ້ຜູ່ປະກັນຕົນ ແລະ ສະມາຊິກຄອບຄົວ;
       4. ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ, ວ່ອງໄວ ແລະ ສາມາດກວດສອບໄດ້;
       5. ຮັບປະກັນການສະສົມທຶນ, ສະເລັ່ຍຄວາມສ່ຽງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມຍືນຍົງ;
       6. ຮັບປະກັນການຄິດໄລ່ເງິນອຸດໜູນປະກັນສັງຄົມປະເພດຕ່າງໆ ໂດຍຖືເອົາເງິນເດືອນປະກັນຕົນ ເປັນຕົວຕັ້ງ;
       7. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6  ພັນທະຕໍ່ວຽກງານປະກັນສັງຄົມ
     ພັນທະຕໍ່ວຽກງານປະກັນສັງຄົມ ມີ ດັ່ງນີ້ :
       1. ລັດຖະບານ ມີພັນທະແບ່ງປັນງົບປະມານແຫ່ງລັດ ເພື່ອສົມທົບທຶນເຂົ້າກອງທຶນປະກັນ ສັງຄົມແຫ່ງຊາດ ແລະ ຄ້ຳປະກັນຄວາມຍືນຍົງຂອງກອງທຶນ;
       2. ຜູ່ໃຊ້ແຮງງານ ມີພັນທະເຂົ້າຮ່ວມ ດ້ວຍການສົມທົບເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ;
       3. ຜູ່ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ມີພັນທະຂຶ້ນທະບຽນ ປະກັນສັງຄົມ ແລະ ສົມທົບເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ.

ມາດຕາ 7  ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ສະມາຊິກຄອບຄົວຂອງຜູ່ປະກັນຕົນ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ທີ່ໄດ້ປະກັນຕົນ ໃນຂອບເຂດທົ່ວປະເທດ.

ມາດຕາ 8  ການຮ່ວມມືສາກົນ
     ລັດ ຊຸກຍູ້ ແລະ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານປະກັນສັງຄົມ ດ້ວຍການຍົກລະດັບຄວາມຮູ້ທາງດ້ານວິຊາການ, ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ການຍາດແຍ່ງທຶນ ເພື່ອພັດທະນາວຽກງານປະກັນສັງຄົມ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ລະບອບການອຸດໜູນປະກັນສັງຄົມ

ໝວດທີ 1
ປະເພດ ແລະ ເປົ້າໝາຍຮັບການອຸດໜູນປະກັນສັງຄົມ

ມາດຕາ 9  ປະເພດການອຸດໜູນປະກັນສັງຄົມ
      ປະເພດການອຸດໜູນປະກັນສັງຄົມ ມີ ດັ່ງນີ້:
       1. ການອຸດໜູນປິ່ນປົວສຸຂະພາບ;
       2. ການອຸດໜູນອອກລູກຫຼື ຫຼຸລູກ;
       3. ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ ທີ່ມີການເສັຍກຳ ລັງແຮງງານ ຫຼື ເສັຍອົງຄະ;
       4. ການອຸດໜູນປ່ວຍການ;
       5. ການອຸດໜູນບຳນານ;
       6. ການອຸດໜູນເສັຍຊີວິດ;
       7. ການອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ;
       8. ການອຸດໜູນວ່າງງານ.

ມາດຕາ 10  ເປົ້າໝາຍຮັບການອຸດໜູນປະກັນສັງຄົມ
     ເປົ້າໝາຍ ທີ່ຈະໄດ້ຮັບການອຸດໜູນປະກັນສັງຄົມ ມີ ດັ່ງນີ້:
       1. ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຜູ້ອອກແຮງງານໃນຫົວໜ່ວຍແຮງງານໄດ້ຮັບການອຸດໜູນປະກັນສັງຄົມ ທຸກປະເພດ;
       2. ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ຈະໄດ້ຮັບການອຸດໜູນ ຕາມປະເພດ ທີ່ໄດ້ປະກັນຕົນ ເປັນຕົ້ນ ການອຸດໜູນປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ບຳນານ, ປ່ວຍການ, ເສັຍຊີວິດ ຫຼື ເສັຍອົງຄະ;
       3. ຜົວ ຫຼື ເມັຍ ແລະ ລູກ ຂອງຜູ່ປະກັນຕົນ ຈະໄດ້ຮັບການອຸດໜູນປິ່ນປົວສຸຂະພາບ, ເສັຍ ຊີວິດ ຫຼື ການອຸດໜູນສະມາຊິກຄອບຄົວ;
       4. ພໍ່ ແລະ ແມ່ ຂອງຜູ່ປະກັນຕົນ ຈະໄດ້ຮັບການອຸດໜູນສະມາຊິກຄອບຄົວ.
     ເປົ້າໝາຍ 1 ແລະ 2 ຂ້າງເທິງນີ້ ຕ້ອງໄດ້ສົມທົບເງິນ ເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເປັນລາຍເດືອນ ຕາມລະບຽບການ ເພື່ອຮັບການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກຳນົດໄວ້.

ໝວດທີ 2
ການອຸດໜູນປິ່ນປົວສຸຂະພາບ

ມາດຕາ 11  ການອຸດໜູນປິ່ນປົວສຸຂະພາບ
     ການອຸດໜູນປິ່ນປົວສຸຂະພາບ ແມ່ນ ການສະໜອງເງິນອຸດໜູນ ເພື່ອປິ່ນປົວສຸຂະພາບ ໃຫ້ຜູ່ປະກັນຕົນ ລວມທັງ ລູກ, ຜົວ ຫຼື ເມັຍ ຂອງຜູ່ກ່ຽວ.

ມາດຕາ 12  ເງື່ອນໄຂຮັບການອຸດໜູນປິ່ນປົວສຸຂະພາບ
     ຜູ່ຈະໄດ້ຮັບການອຸດໜູນປິ່ນປົວສຸຂະພາບ ຕ້ອງມີເງື່ອນໄຂ ດັ່ງນີ້:
       1. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ ໜຶ່ງເດືອນ ຂຶ້ນໄປ ສຳລັບການເກີດອຸປະຕິເຫດແຮງງານ, ພະຍາດອາຊີບ ແລະ ການເຈັບເປັນຍ້ອນການອອກລູກ ຫຼື ຫຼຸລູກ;
       2. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ສາມເດືອນ ຂຶ້ນໄປ ສຳລັບການເປັນ ພະຍາດທົ່ວໄປ ແລະ ອຸປະຕິເຫດທີ່ບໍ່ແມ່ນອຸປະຕິເຫດແຮງງານ.
     ຜົວ ຫຼື ເມັຍຂອງຜູ່ປະກັນຕົນ ແລະ ລູກຂອງຜູ່ກ່ຽວ ທີ່ມີອາຍຸບໍ່ເກີນສິບແປດປີ ຫຼື ຍັງສຶກສາຮ່ຳຮຽນ ທີ່ບໍ່ທັນໄດ້ແຕ່ງດອງ ຊຶ່ງມີອາຍຸບໍ່ເກີນຊາວສາມປີ ຈະໄດ້ຮັບການອຸດໜູນປິ່ນປົວສຸຂະພາບ.
     ໃນກໍລະນີ ຜູ່ປະກັນຕົນ ຫາກເສັຍຊີວິດນັ້ນ ຜົວ ຫຼື ເມັຍ ແລະ ລູກຂອງຜູ່ກ່ຽວ ຈະໄດ້ຮັບການ ອຸດໜູນປິ່ນປົວສຸຂະພາບ ພາຍໃນເວລາ ສາມ ເດືອນ ນັບແຕ່ຜູ່ປະກັນຕົນ ໄດ້ເສັຍຊີວິດເປັນຕົ້ນໄປ.

ມາດຕາ 13  ການບໍລິການປິ່ນປົວສຸຂະພາບ
     ຜູ່ປະກັນຕົນ, ຜົວ ຫຼື ເມັຍ ແລະ ລູກຂອງຜູ່ກ່ຽວ ຈະໄດ້ຮັບການບໍລິການປິ່ນປົວສຸຂະພາບ ຢູ່ສະຖານທີ່ບໍລິການສຸຂະພາບ ຕາມລະບົບບໍລິການປິ່ນປົວ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການປິ່ນປົວ.
     ການເຈັບເປັນ ທີ່ມີເຫດຜົນທາງການແພດ ທີ່ໃຊ້ການບໍລິການປິ່ນປົວສຸຂະພາບ ຢູ່ຕ່າງປະເທດ ແລະ ການປິ່ນປົວພະຍາດຊ້ຳເຮື້ອ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 14  ການຄິດໄລ່ເງິນອຸດໜູນປິ່ນປົວສຸຂະພາບ
     ເງິນອຸດໜູນປິ່ນປົວສຸຂະພາບ ຕ້ອງຄິດໄລ່ໃຫ້ເໝາະສົມ ກັບລະດັບຂອງການເຈັບເປັນ ແລະ ຄຸນນະພາບຂອງການບໍລິການປິ່ນປົວສຸຂະພາບ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 15  ການນຳໃຊ້ເງິນອຸດໜູນປິ່ນປົວສຸຂະພາບ
     ເງິນອຸດໜູນປິ່ນປົວສຸຂະພາບ ນຳໃຊ້ເຂົ້າໃນການບໍລິການປິ່ນປົວສຸຂະພາບ ໃຫ້ແກ່ຜູ່ປະກັນຕົນ, ຜົວ ຫຼື ເມັຍ ແລະ ລູກ ຂອງຜູ່ກ່ຽວ ໃນເວລາເຈັບເປັນ ໂດຍມີສັນຍາກັບສະຖານທີ່ບໍລິການສຸຂະພາບ ດ້ວຍຮູບການຈ່າຍແບບມອບເໝົາ, ແບບໃບບິນ ແລະ ອື່ນໆ.

ໝວດທີ 3
ການອຸດໜູນອອກລູກ ຫຼື ຫຼຸລູກ

ມາດຕາ 16  ການອຸດໜູນອອກລູກ ຫຼື ຫຼຸລູກ
     ການອຸດໜູນອອກລູກ ຫຼື ຫຼຸລູກ ແມ່ນ ການສະໜອງເງິນບຳເນັດເທື່ອດຽວ ຕໍ່ລູກໜຶ່ງຄົນ. ໃນກໍລະນີຜູ່ປະກັນຕົນອອກລູກ ຫຼື ຫຼຸລູກ ຫາກມີການເຈັບເປັນຊຶ່ງໄດ້ພັກວຽກ ເພື່ອຟື້ນຟູສຸຂະພາບ ກໍ ຍັງຈະໄດ້ຮັບເງິນອຸດໜູນຕື່ມອີກ ຕາມລະບຽບການ.

ມາດຕາ 17  ເງື່ອນໄຂຮັບການອຸດໜູນອອກລູກ ຫຼື ຫຼຸລູກ
     ຜູ່ຈະໄດ້ຮັບການອຸດໜູນອອກລູກ ຫຼື ຫຼຸລູກ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ຖອກເງິນເຂົ້າກອງທຶນປະກັນສັງຄົມ ແຕ່ ຫົກເດືອນ ຂຶ້ນໄປ;
       2. ອອກລູກ ຫຼື ຫຼຸລູກ ຫຼັງຈາກຖືພາ ແຕ່ ສາມເດືອນຂຶ້ນໄປ ຫຼື ລູກຕາຍໃນທ້ອງ ໂດຍມີການຢັ້ງຢືນດ້ານການແພດ ຢ່າງຖືກຕ້ອງ.

ມາດຕາ 18  ການຄິດໄລ່ເງິນບຳເນັດອອກລູກ
     ເງິນບຳເນັດອອກລູກ ໃຫ້ຄິດໄລ່ເທົ່າກັບຫົກສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ຕໍ່ລູກໜຶ່ງຄົນ.
     ສຳລັບ ເມັຍຂອງຜູ່ປະກັນຕົນ ທີ່ບໍ່ໄດ້ປະກອບອາຊີບໃດໜຶ່ງ ຊຶ່ງອອກລູກ ຫຼື ຫຼຸລູກນັ້ນ ກໍຈະໄດ້ຮັບເງິນບຳເນັດ ຕາມທີ່ໄດ້ກຳນົດໄວ້ໃນວັກທີໜຶ່ງ ຂອງມາດຕານີ້.
     ໃນກໍລະນີ ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ທີ່ໄດ້ປະກັນຕົນ ກ່ຽວກັບການ ອອກລູກ ຫຼື ຫຼຸລູກນັ້ນ ການຄິດໄລ່ການອຸດໜູນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 19  ການຄິດໄລ່ເງິນອຸດໜູນອອກລູກ ຫຼື ຫຼຸລູກ
     ຜູ່ປະກັນຕົນ ທີ່ອອກລູກ ຫຼື ຫຼຸລູກ ຫາກສຸຂະພາບຍັງບໍ່ແຂງແຮງ ຊຶ່ງສືບຕໍ່ພັກວຽກ ເພື່ອຟື້ນຟູສຸຂະພາບນັ້ນ ຈະໄດ້ຮັບເງິນອຸດໜູນລາຍເດືອນ ຊຶ່ງຄິດໄລ່ແປດສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາ ຫົກເດືອນສຸດທ້າຍ ຂອງຜູ່ກ່ຽວ ໃນໄລຍະ ບໍ່ເກີນ ສາມ ເດືອນ.
     ໃນກໍລະນີ ທີ່ສຸຂະພາບຂອງຜູ່ປະກັນຕົນ ຫາກຍັງອ່ອນເພຍຢູ່ ກໍຕ້ອງໄປກວດ ແລະ ໄດ້ຮັບການ ປະເມີນສຸຂະພາບຄືນ ໂດຍມີການຢັ້ງຢືນດ້ານການແພດ ເພື່ອຮັບເງິນອຸດໜູນປ່ວຍການ ຫຼື ເສັຍອົງຄະ.

ໝວດທີ 4
ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ

ມາດຕາ 20  ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ
     ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ ແມ່ນ ການສະໜອງ ເງິນອຸດໜູນເສັຍກຳລັງແຮງງານຊົ່ວຄາວ, ເງິນອຸດໜູນເສັຍອົງຄະເທື່ອດຽວ ຫຼື ລາຍເດືອນ ໃຫ້ຜູ່ປະ ກັນຕົນ ທີ່ປະສົບອຸປະຕິເຫດແຮງງານ, ເປັນພະຍາດອາຊີບ ຫຼື ປະສົບອຸປະຕິເຫດອື່ນ.

ມາດຕາ 21  ເງື່ອນໄຂຮັບການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ
     ຜູ່ຈະໄດ້ຮັບການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ ຕ້ອງມີເງື່ອນໄຂ ດັ່ງນີ້:
       1. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ນັບແຕ່ ໜຶ່ງ ເດືອນຂຶ້ນໄປ ສຳລັບຜູ່ປະກັນຕົນທີ່ປະສົບອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ແລະ ສິບສອງ ເດືອນຂຶ້ນໄປ ສຳລັບຜູ່ປະກັນຕົນທີ່ປະສົບອຸປະຕິເຫດອື່ນ;
       2. ຂາດ ສະມັດຕະພາບແຮງງານ ແລະ ສະພາວະປົກກະຕິ ຂອງຈິດໃຈ ຍ້ອນປະສົບອຸປະຕິເຫດແຮງງານ ຢູ່ ສະຖານທີ່ເຮັດວຽກ, ໄລຍະທາງໄປ-ກັບ ລະຫວ່າງທີ່ພັກເຊົາ ຫາ ບ່ອນເຮັດວຽກ ຫຼື ໄລຍະການເຄື່ອນໄຫວວຽກງານທາງລັດຖະການ;
       3. ເປັນພະຍາດອາຊີບ ທີ່ເກີດຈາກວຽກງານວິຊາສະເພາະ;
       4. ເສັຍອົງຄະ ຫຼື ເສັຍອະໄວຍະວະໃດໜຶ່ງຂອງຮ່າງກາຍ ຍ້ອນປະສົບອຸປະຕິເຫດແຮງງານ, ພະຍາດອາຊີບ, ອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ.
     ເງື່ອນໄຂ ທີ 2, 3 ແລະ 4 ຂ້າງເທິງນີ້ ຕ້ອງມີການຢັ້ງຢືນດ້ານການແພດ.
     ສຳລັບເງື່ອນໄຂການເສັຍກຳລັງແຮງງານ ຫຼື ເສັຍອົງຄະ ຍ້ອນການສູ້ຮົບ ແລະ ການຮັບໃຊ້ການສູ້ຮົບ ເພື່ອປະເທດຊາດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 22  ປະເພດ ແລະ ລະດັບການເສັຍອົງຄະ
     ປະເພດ ແລະ ລະດັບການເສັຍອົງຄະ ໄດ້ກຳນົດ ດັ່ງນີ້:
       1. ປະເພດ 1 ເທົ່າກັບ ລະດັບ ແປດສິບເອັດ ຫາ ຮ້ອຍ ສ່ວນຮ້ອຍ;
       2. ປະເພດ 2 ເທົ່າກັບ ລະດັບ ເຈັດສິບເອັດ ຫາ ແປດສິບ ສ່ວນຮ້ອຍ;
       3. ປະເພດ 3 ເທົ່າກັບ ລະດັບ ຫົກສິບເອັດ ຫາ ເຈັດສິບ ສ່ວນຮ້ອຍ;
       4. ປະເພດ 4 ເທົ່າກັບ ລະດັບ ຫ້າສິບເອັດ ຫາ ຫົກສິບ ສ່ວນຮ້ອຍ;
       5. ປະເພດ 5 ເທົ່າກັບ ລະດັບ ສີ່ສິບເອັດ ຫາ ຫ້າສິບ ສ່ວນຮ້ອຍ;
       6. ປະເພດ 6 ເທົ່າກັບ ລະດັບ ສາມສິບເອັດ ຫາ ສີ່ສິບ ສ່ວນຮ້ອຍ;
       7. ປະເພດ 7 ເທົ່າກັບ ລະດັບ ຊາວເອັດ ຫາ ສາມສິບ ສ່ວນຮ້ອຍ;
       8. ປະເພດ 8 ເທົ່າກັບ ລະດັບ ໜຶ່ງ ຫາ ຊາວ ສ່ວນຮ້ອຍ.
     ລະດັບການເສັຍອົງຄະ ນັບແຕ່ ປະເພດ 1 ຫາ 5 ຈະໄດ້ຮັບເງິນອຸດໜູນເສັຍອົງຄະ ເປັນລາຍເດືອນ, ສ່ວນປະເພດ 6 ຫາ 8 ຈະໄດ້ຮັບເງິນອຸດໜູນເສັຍອົງຄະເທື່ອດຽວ.
     ການຈັດປະເພດການເສັຍອົງຄະ ໄດ້ກຳນົດໄວ້ໃນລະບຽບການສະເພາະ ໂດຍແມ່ນສະພາ ການແພດເປັນຜູ່ຢັ້ງຢືນ.

ມາດຕາ 23  ການຄິດໄລ່ເງິນອຸດໜູນເສັຍກຳລັງແຮງງານຊົ່ວຄາວ
     ຜູ່ປະກັນຕົນ ທີ່ປະສົບອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ທີ່ພັກວຽກ ເພື່ອປິ່ນປົວສຸຂະພາບ ຈະໄດ້ຮັບເງິນອຸດໜູນເສັຍກຳລັງແຮງງານຊົ່ວຄາວ ຊຶ່ງຄິດໄລ່ເຈັດສິບສ່ວນຮ້ອຍຂອງເງິນເດືອນ ປະກັນຕົນ ໂດຍສະເລັ່ຍເອົາຫົກເດືອນສຸດທ້າຍຂອງຜູ່ກ່ຽວ ໃນໄລຍະບໍ່ເກີນ ຫົກ ເດືອນ.
     ໃນກໍລະນີ ຜູ່ເສັຍກຳລັງແຮງງານຊົ່ວຄາວ ຍ້ອນອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ ໃຫ້ຄິດໄລ່ ຫົກສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາຫົກເດືອນສຸດທ້າຍຂອງຜູ່ກ່ຽວ ໃນໄລຍະບໍ່ເກີນ ຫົກ ເດືອນ.

ມາດຕາ 24  ການຄິດໄລ່ເງິນອຸດໜູນເສັຍອົງຄະ ເທື່ອດຽວ
     ຜູ່ປະກັນຕົນ ທີ່ເສັຍອົງຄະ ຍ້ອນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ຈາກປະເພດ 6 ຫາ 8 ຈະໄດ້ຮັບເງິນອຸດໜູນເສັຍອົງຄະ ເທື່ອດຽວ ຊຶ່ງເທົ່າກັບລະດັບການເສັຍອົງຄະ ຄູນ ສິບສອງເດືອນ ຕາມເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາຫົກເດືອນສຸດທ້າຍຂອງຜູ່ກ່ຽວ.
     ໃນກໍລະນີ ຜູ່ເສັຍອົງຄະ ຍ້ອນອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ ຈະໄດ້ຮັບເງິນອຸດໜູນ ເສັຍອົງຄະ ເທື່ອດຽວ ຊຶ່ງເທົ່າກັບລະດັບການເສັຍອົງຄະ ຄູນສິບເດືອນ ຕາມເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາຫົກເດືອນສຸດທ້າຍຂອງຜູ່ກ່ຽວ.

ມາດຕາ 25  ການຄິດໄລ່ເງິນອຸດໜູນເສັຍອົງຄະ ລາຍເດືອນ 
     ຜູ່ປະກັນຕົນ ທີ່ເສັຍອົງຄະຍ້ອນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບຈາກປະເພດ 1 ຫາ 5 ຈະໄດ້ຮັບເງິນອຸດໜູນເສັຍອົງຄະ ລາຍເດືອນ ຊຶ່ງເທົ່າກັບລະດັບການເສັຍອົງຄະ ຄູນເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາ ຫົກເດືອນສຸດທ້າຍຂອງຜູ່ກ່ຽວ.
     ຖ້າຫາກ ຜູ່ເສັຍອົງຄະ ຍັງປະຕິບັດໜ້າທີ່ປະຈຳການ ຊຶ່ງໄດ້ຮັບເງິນເດືອນປົກກະຕິ ຫຼື ພັກຮັບ ເງິນອຸດໜູນບຳນານແລ້ວ ຜູ່ກ່ຽວຍັງໄດ້ຮັບເງິນຫ້າສິບສ່ວນຮ້ອຍ ຂອງເງິນອຸດໜູນເສັຍອົງຄະຂອງຕົນ.
     ໃນກໍລະນີ ຜູ່ເສັຍອົງຄະ ຍ້ອນອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ ໃຫ້ຄິດໄລ່ເທົ່າກັບລະ ດັບການເສັຍອົງຄະ ຄູນເກົ້າສິບສ່ວນຮ້ອຍຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາຫົກເດືອນສຸດທ້າຍຂອງຜູ່ກ່ຽວ.
     ຖ້າຫາກຜູ່ເສັຍອົງຄະ ຍ້ອນອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ ຍັງປະຕິບັດໜ້າທີ່ປະຈຳ ການ ກໍຈະໄດ້ຮັບເງິນຫ້າສິບສ່ວນຮ້ອຍຂອງເງິນອຸດໜູນເສັຍອົງຄະ ແລະ ໄດ້ຮັບເງິນຊາວຫ້າສ່ວນຮ້ອຍຂອງເງິນອຸດໜູນເສັຍອົງຄະໃນເວລາພັກຮັບເງິນອຸດໜູນບຳນານ.

ມາດຕາ 26  ການປະກອບອຸປະກອນ ຫຼື ອົງຄະທຽມໃຫ້ຜູ່ເສັຍອົງຄະ
     ຜູ່ເສັຍອົງຄະ ຍ້ອນອຸປະຕິເຫດແຮງງານ, ພະຍາດອາຊີບ, ອຸປະຕິເຫດອື່ນ ຫຼື ພະຍາດທົ່ວໄປ ທີ່ເປັນຜົນກະທົບຕໍ່ການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ ຈະໄດ້ຮັບການປະກອບອຸປະກອນ ຫຼື ອົງຄະທຽມຕາມຄວາມເປັນຈິງ ແລະ ຕາມລະບຽບການ.

ມາດຕາ 27  ການອຸດໜູນຜູ່ດູແລ ຂອງຜູ່ເສັຍອົງຄະ
     ຜູ່ດູແລ ຂອງຜູ່ເສັຍອົງຄະປະເພດ 1 ຈະໄດ້ຮັບເງິນອຸດໜູນດູແລຕະຫຼອດຊີວິດ ຂອງຜູ່ເສັຍອົງຄະ ເປັນລາຍເດືອນ ຊຶ່ງຄິດໄລ່ເຈັດສິບສ່ວນຮ້ອຍຂອງເງິນອຸດໜູນ ຜູ່ເສັຍອົງຄະ.

ໝວດທີ 5
ການອຸດໜູນປ່ວຍການ

ມາດຕາ 28  ການອຸດໜູນປ່ວຍການ
     ການອຸດໜູນປ່ວຍການ ແມ່ນ ການສະໜອງເງິນອຸດໜູນ ໃຫ້ຜູ່ປະກັນຕົນທີ່ຍັງບໍ່ສາມາດ ກັບມາເຮັດວຽກປົກກະຕິ ຍ້ອນປະສົບອຸປະຕິເຫດແຮງງານ ຫຼື ອຸປະຕິເຫດອື່ນ, ເປັນພະຍາດອາຊີບ ຫຼື ພະຍາດອື່ນ, ຍ້ອນເຈັບເປັນເນື່ອງຈາກການອອກລູກ ຫຼື ຫຼຸລູກ ຊຶ່ງຖືກຢຸດຈ່າຍເງິນເດືອນຊົ່ວຄາວໃນ ເວລາປິ່ນປົວ ແລະ ຟື້ນຟູສຸຂະພາບ.

ມາດຕາ 29  ເງື່ອນໄຂຮັບການອຸດໜູນປ່ວຍການ
     ຜູ່ຈະໄດ້ຮັບການອຸດໜູນປ່ວຍການ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ໄດ້ຖອກເງິນເຂົ້ົ້າກອງທຶນປະກັນສັງຄົມ ນັບແຕ່ ສາມ ເດືອນຂຶ້ນໄປ;
       2. ໄດ້ຖືກຢຸດຈ່າຍເງິນເດືອນຊົ່ວຄາວ;
       3. ມີການຢັ້ງຢືນດ້ານການແພດກ່ຽວກັບການປ່ວຍການ.

ມາດຕາ 30  ການຄິດໄລ່ເງິນອຸດໜູນປ່ວຍການ
     ຜູ່ປະກັນຕົນ ທີ່ປ່ວຍການ ຊຶ່ງສືບຕໍ່ປິ່ນປົວ ແລະ ຟື້ນຟູສຸຂະພາບ ຈະໄດ້ຮັບເງິນອຸດໜູນປ່ວຍ ການເປັນລາຍເດືອນ ຊຶ່ງຄິດໄລ່ ເຈັດສິບສ່ວນຮ້ອຍຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາຫົກ ເດືອນສຸດທ້າຍ ແຕ່ບໍ່ເກີນ ຫົກ ເດືອນເປັນໄລຍະທຳອິດ.
     ຖ້າວ່າສຸຂະພາບຂອງຜູ່ກ່ຽວ ຫາກຍັງບໍ່ແຂງແຮງ ກໍຕ້ອງໄດ້ສືບຕໍ່ປິ່ນປົວ ໂດຍມີການຢັ້ງຢືນດ້ານການແພດ ເພື່ອຮັບເງິນອຸດໜູນປ່ວຍການ ຊຶ່ງຄິດໄລ່ຫົກສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ແຕ່ ສູງສຸດບໍ່ເກີນ ຫົກ ເດືອນ ເປັນໄລຍະສຸດທ້າຍ.
     ໃນກໍລະນີ ສຸຂະພາບຂອງຜູ່ກ່ຽວ ຫາກຍັງບໍ່ດີຂຶ້ນ ຕ້ອງໄດ້ໄປກວດ ແລະ ໄດ້ຮັບການປະເມີນສຸຂະພາບຄືນຈາກຄະນະແພດຊ່ຽວຊານສະເພາະ ເພື່ອພິຈາລະນາຮັບການອຸດໜູນເສັຍອົງຄະ.

ໝວດທີ 6
ການອຸດໜູນບຳນານ

ມາດຕາ 31  ການອຸດໜູນບຳນານ
     ການອຸດໜູນບຳນານ ແມ່ນ ການສະໜອງເງິນອຸດໜູນເປັນລາຍເດືອນ ໃຫ້ຜູ່ປະກັນຕົນ ທີ່ພັກ ຮັບບຳນານ.

ມາດຕາ 32  ເງື່ອນໄຂຮັບການອຸດໜູນບຳນານ
     ຜູ່ຈະໄດ້ຮັບການອຸດໜູນບຳນານ ຕ້ອງມີເງື່ອນໄຂ ດັ່ງນີ້:
       1. ມີກະສຽນອາຍຸ 60 ປີ ສຳລັບເພດຊາຍ, ແຕ່ 55 ປີ ຂຶ້ນໄປ ສຳລັບເພດຍິງ ແລະ ມີປີການແຕ່ 25 ປີ ຂຶ້ນໄປ;
       2. ເຮັດການປະຕິວັດກ່ອນປີ 1975, ເສັຍອົງຄະປະເພດ 1 ຫາ 4 ແລະ ເຮັດວຽກກັບທາດ ເບື່ອລຽນຕິດແຕ່ ຫ້າ ປີ ຂຶ້ນໄປ, ມີກະສຽນອາຍຸ 55 ປີ ສຳລັບເພດຊາຍ, 50 ປີ ສຳລັບເພດຍິງ ແລະ ມີປີການແຕ່ 20 ປີ ຂຶ້ນໄປ;
       3. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ ຊາວ ຫຼື ຊາວຫ້າປີ ຕາມແຕ່ລະກໍລະນີ ສຳລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ.
     ຖ້າຫາກໄດ້ຖອກເງິນສົມທົບເກີນ ຊາວຫ້າ ປີ ຂຶ້ນໄປ ແຕ່ຜູ່ປະກັນຕົນດັ່ງກ່າວ ຫາກມີສຸຂະພາບອ່ອນເພຍ ແລະ ມີກະສຽນອາຍຸບໍ່ຄົບແຕ່ ສາມປີ ລົງມາ ກໍສາມາດຮັບບຳນານ, ໃນນັ້ນກະສຽນອາຍຸ ຫຼຸດໜຶ່ງປີໃດ ໃຫ້ຫຼຸດໜຶ່ງສ່ວນຮ້ອຍຂອງອັດຕາສ່ວນຮ້ອຍອຸດໜູນບຳນານ;
       4. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ ສິບຫ້າປີ ຂຶ້ນໄປ ສຳລັບຜູ່ອອກ ແຮງງານໃນຫົວໜ່ວຍແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ;
       5. ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 33  ການກຳນົດອັດຕາສ່ວນຮ້ອຍອຸດໜູນບຳນານ
     ອັດຕາສ່ວນຮ້ອຍອຸດໜູນບຳນານ ໃຫ້ຄິດໄລ່ ດັ່ງນີ້:
       1. ອັດຕາສ່ວນຮ້ອຍອຸດໜູນບຳນານ ສຳລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ ໃຫ້ຄິດໄລ່ເປັນ ສາມ ໄລຍະ ດັ່ງນີ້:
          - ຜູ່ເຮັດການປະຕິວັດ ແຕ່ປີ 1954 ຄືນຫຼັງ ໄດ້ຮັບອັດຕາສ່ວນຮ້ອຍອຸດໜູນບຳນານ ໂດຍເລີ່ມຈາກ ແປດສິບ ສ່ວນຮ້ອຍ ຫາ ໜຶ່ງຮ້ອຍ ສ່ວນຮ້ອຍ;
          - ຜູ່ເຮັດການປະຕິວັດ ແຕ່ປີ 1955 ຫາ ປີ 1974 ໄດ້ຮັບອັດຕາສ່ວນຮ້ອຍ ອຸດໜູນບຳນານ ໂດຍເລີ່ມຈາກ ເຈັດສິບຫ້າ ສ່ວນຮ້ອຍ ຫາ ເກົ້າສິບສ່ວນຮ້ອຍ;
          - ຜູ່ເຮັດການປະຕິວັດ ແຕ່ ປີ 1975 ເປັນຕົ້ນມາ ໄດ້ຮັບອັດຕາສ່ວນຮ້ອຍ ອຸດໜູນບຳນານ ໂດຍເລີ່ມຈາກ ເຈັດສິບ ສ່ວນຮ້ອຍ ຫາ ແປດສິບຫ້າ ສ່ວນຮ້ອຍ.
     ສຳລັບຜູ່ໄດ້ຮັບອັດຕາສ່ວນຮ້ອຍອຸດໜູນບຳນານໃນແຕ່ລະໄລຍະມາກ່ອນແລ້ວ ໃຫ້ຮັກສາຄືເກົ່າ. ສ່ວນຜູ້ທີ່ຈະອອກພັກຮັບບຳນານໃນຕໍ່ໜ້ານີ້ ໃຫ້ປະຕິບັດຕາມອັດຕາສ່ວນຮ້ອຍອຸດໜູນບຳນານ ຂອງແຕ່ລະໄລຍະ ຕາມທີ່ໄດ້ກຳນົດໄວ້ໃນຂ້າງເທິງນີ້.
       2. ສຳລັບຜູ່ອອກແຮງງານໃນຫົວໜ່ວຍແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ໃຫ້ຖືເອົາຄະແນນບຳນານ, ເງິນເດືອນ ຫຼື ຄ່າແຮງງານສະເລັ່ຍ ແລະ ດັດສະນີ ເປັນຕົວຄິດໄລ່ເງິນອຸດໜູນບຳນານ.

ມາດຕາ 34  ການຄິດໄລ່ອັດຕາສ່ວນຮ້ອຍອຸດໜູນບຳນານ ແລະ ເງິນອຸດໜູນບຳນານ
     ອັດຕາສ່ວນຮ້ອຍອຸດໜູນບຳນານ ໃຫ້ຄິດໄລ່ ດັ່ງນີ້ :
       1. ອັດຕາສ່ວນຮ້ອຍອຸດໜູນບຳນານຂອງພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ ໃຫ້ເອົາປີການຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້ ທຽບກັບອັດຕາ ສ່ວນຮ້ອຍອຸດໜູນບຳນານ ຕາມ ສາມ ໄລຍະທີ່ໄດ້ກຳນົດໄວ້ ໃນມາດຕາ 33 ຂອງກົດໝາຍສະບັບນີ້ ເປັນຈຸດເລີ່ມ, ຖ້າ ປີການຫາກເກີນໜຶ່ງປີໃດຈະໄດ້ເພີ່ມ ໜຶ່ງສ່ວນຮ້ອຍຂອງອັດຕາສ່ວນຮ້ອຍອຸດໜູນ ບຳນານ ຕາມກໍລະນີທີ່ກ່ຽວຂ້ອງ.
     ສຳລັບການຄິດໄລ່ເງິນອຸດໜູນບຳນານ ໃຫ້ເອົາອັດຕາສ່ວນຮ້ອຍອຸດໜູນບຳນານ ຄູນ ເງິນເດືອນປະກັນຕົນ ເດືອນສຸດທ້າຍຂອງຜູ່ກ່ຽວ;
       2. ສຳລັບຜູ່ອອກແຮງງານໃນຫົວໜ່ວຍແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ໃຫ້ເອົາຄະແນນບຳນານ ຄູນ ເງິນເດືອນ ຫຼື ຄ່າແຮງງານ ສະເລັ່ຍ ຄູນ ດັດສະນີ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 35  ການດັດປັບເງິນອຸດໜູນບຳນານ
     ລັດຖະບານ ເປັນຜູ່ດັດປັບເງິນອຸດໜູນບຳນານ ສຳລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ ເມື່ອມີການດັດປັບດັດສະນີເງິນເດືອນ ແລະ ອັດຕາສ່ວນຮ້ອຍອຸດໜູນບຳນານ.
     ສຳລັບ ການດັດປັບເງິນອຸດໜູນບຳນານໃຫ້ແກ່ຜູ່ອອກແຮງງານ ໃນຫົວໜ່ວຍແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 36  ການຄິດໄລ່ເງິນອຸດໜູນເທື່ອດຽວ
     ຜູ່ປະກັນຕົນທີ່ບໍ່ມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍ ສະບັບນີ້ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງເທົ່າກັບ ໜຶ່ງເດືອນເຄິ່ງຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍ ເອົາ ຫົກ ເດືອນສຸດທ້າຍ ຄູນຈຳນວນປີປະກັນຕົນ ຫຼື ປີການຂອງຜູ່ກ່ຽວ.

ໝວດທີ 7
ການອຸດໜູນເສັຍຊີວິດ

ມາດຕາ 37  ການອຸດໜູນເສັຍຊີວິດ
     ການອຸດໜູນເສັຍຊີວິດ ແມ່ນ ການສະໜອງເງິນຊາປະນະກິດສົບ ແລະ ເງິນອຸດໜູນຄອບຄົວ ໃຫ້ແກ່ສະມາຊິກຄອບຄົວຂອງຜູ່ປະກັນຕົນທີ່ໄດ້ເສັຍຊີວິດ.

ມາດຕາ 38  ເງື່ອນໄຂຮັບການອຸດໜູນເສັຍຊີວິດ
     ຜູ່ຈະໄດ້ຮັບການອຸດໜູນເສັຍຊີວິດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
        1. ໄດ້ຖອກເງິນສົມທົບເຂົ້ົ້າກອງທຶນປະກັນສັງຄົມນັບແຕ່ ສາມເດືອນ ຂຶ້ນໄປ;
        2. ມີການຢັ້ງຢືນການເສັຍຊີວິດ ຢ່າງຖືກຕ້ອງ.
     ສຳລັບ ເງື່ອນໄຂຮັບການອຸດໜູນການເສັຍສະລະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ເພື່ອປະເທດຊາດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 39  ການຄິດໄລ່ເງິນອຸດໜູນເສັຍຊີວິດ
     ເງິນອຸດໜູນເສັຍຊີວິດ ໃຫ້ຄິດໄລ່ ດັ່ງນີ້:
       1. ເງິນອຸດໜູນຊາປະນະກິດສົບ:
          - ຜູ່ປະກັນຕົນໄດ້ເສັຍຊີວິດ ໃຫ້ຄິດໄລ່ເທົ່າກັບ ສິບສອງ ເດືອນ ຂອງເງິນເດືອນປະກັນ ຕົນ, ເງິນບຳນານ, ເງິນເສັຍກຳລັງແຮງງານ ຫຼື ເສັຍອົງຄະໂດຍສະເລັ່ຍເອົາ ຫົກ ເດືອນສຸດທ້າຍຂອງຜູ່ ກ່ຽວ;
          - ຜົວ ຫຼື ເມັຍ ຂອງຜູ່ປະກັນຕົນ ຫາກໄດ້ເສັຍຊີວິດ ໃຫ້ຄິດໄລ່ເທົ່າກັບ ຫົກເດືອນຂອງ ເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາ ຫົກ ເດືອນສຸດທ້າຍຂອງຜູ່ປະກັນຕົນ;
          - ລູກ ທີ່ມີອາຍຸບໍ່ເກີນ ສິບແປດ ປີ ຂອງຜູ່ປະກັນຕົນ ຫາກໄດ້ເສັຍຊີວິດ ໃຫ້ຄິດໄລ່ເທົ່າ ກັບ ສາມ ເດືອນຂອງເງິນເດືອນປະກັນຕົນ ໂດຍສະເລັ່ຍເອົາ ຫົກ ເດືອນສຸດທ້າຍຂອງຜູ່ປະກັນຕົນ.
       2. ເງິນອຸດໜູນຄອບຄົວຂອງຜູ່ປະກັນຕົນທີ່ໄດ້ເສັຍຊີວິດ ໃຫ້ຄິດໄລ່ເທົ່າກັບເງິນເດືອນ ປະກັນຕົນ, ເງິນອຸດໜູນບຳນານ, ເງິນອຸດໜູນເສັຍກຳລັງແຮງງານ ຫຼື ເສັຍອົງຄະ ໂດຍສະເລັ່ຍເອົາ ຫົກເດືອນສຸດທ້າຍຄູນ ສິບຫ້າປີການ ຫຼື ປີປະກັນຕົນ ເປັນຈຸດເລີ່ມ, ຖ້າຫາກເກີນ ສິບຫ້າ ປີ ໃຫ້ຄິດໄລ່ ເພີ່ມ ສອງ ປີໃດ ເທົ່າກັບ ໜຶ່ງເດືອນ.

ມາດຕາ 40  ຜູ່ມີສິດຮັບເງິນອຸດໜູນເສັຍຊີວິດ
     ຜູ່ມີສິດໄດ້ຮັບເງິນອຸດໜູນຊາປະນະກິດສົບ ແລະ ເງິນອຸດໜູນຄອບຄົວ ຂອງຜູ່ປະກັນຕົນທີ່ໄດ້ ເສັຍຊີວິດ ແມ່ນ ຜົວ, ເມັຍ ຫຼື ລູກຂອງຜູ່ເສັຍຊີວິດ ຫຼື ຜູ່ສືບທອດມູນມໍຣະດົກ ຫຼື ຜູ່ໄດ້ຮັບມອບສິດ.

ໝວດທີ 8
ການອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ

ມາດຕາ 41  ການອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ
     ການອຸດໜູນສະມາຊິກຄອບຄົວ ແມ່ນ ການສະໜອງເງິນອຸດໜູນເປັນລາຍເດືອນ ໃຫ້ຜົວ ຫຼື ເມັຍ, ລູກ, ພໍ່ ແລະ ແມ່ ຂອງຜູ່ປະກັນຕົນ ທີ່ໄດ້ເສັຍຊີວິດ.

ມາດຕາ 42  ເງື່ອນໄຂຮັບການອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ
     ສະມາຊິກຄອບຄົວ ຈະໄດ້ຮັບການອຸດໜູນ ກໍຕໍ່ເມື່ອ ຜູ່ປະກັນຕົນ ທີ່ເສັຍຊີວິດຫາກໄດ້ຖອກ ເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ ຫ້າ ປີ ຂຶ້ນໄປ ສຳລັບລູກ, ຜົວ ຫຼື ເມັຍ.
     ສະມາຊິກຄອບຄົວ ຕ້ອງມີເງື່ອນໄຂ ດັ່ງນີ້:
       1.  ຜົວມີກະສຽນອາຍຸ ຫົກສິບ ປີ, ເມັຍ ຫ້າສິບຫ້າ ປີ ຂຶ້ນໄປ ທີ່ບໍ່ມີລາຍໄດ້ໃດໜຶ່ງ ແລະ ບໍ່ໄດ້ ແຕ່ງດອງໃໝ່ ຫຼື ເສັຍອົງຄະ ປະເພດ 1;
       2.  ລູກຄີງ, ລູກລ້ຽງ ຫຼື ລູກນ້າທີ່ມີອາຍຸຕ່ຳກວ່າ ສິບແປດປີ. ສຳລັບລູກທີ່ເປັນຄົນພິການ ຫຼື ເສັຍຈິດທີ່ບໍ່ສາມາດອອກແຮງງານ ຈະໄດ້ຮັບເງິນອຸດໜູນຕະຫຼອດຊີວິດ;
       3.  ພໍ່ ທີ່ມີກະສຽນອາຍຸ ແຕ່ ຫົກສິບ ປີ ແລະ ແມ່ທີ່ມີກະສຽນອາຍຸແຕ່ ຫ້າສິບຫ້າປີ ຂຶ້ນໄປ ຊຶ່ງບໍ່ມີລາຍໄດ້ປົກກະຕິ ແລະ ຜູ່ເສັຍຊີວິດເປັນຜູ່ເບິ່ງແຍງລ້ຽງດູ.
     ສຳລັບ ພໍ່ ຫຼື ແມ່ ທີ່ລູກທັງໝົດໄດ້ເສັຍຊີວິດ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ເພື່ອປະເທດຊາດນັ້ນ ເຖິງວ່າບໍ່ໄດ້ປະກັນຕົນ ກໍຕາມ ກໍຈະໄດ້ຮັບການອຸດໜູນຕະຫຼອດຊີວິດ.

ມາດຕາ 43  ການຄິດໄລ່ເງິນອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ
     ເງິນອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ ໃຫ້ຄິດໄລ່ ເປັນລາຍເດືອນ ດັ່ງນີ້:
       1.  ສາມສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ, ເງິນບຳນານ ຫຼື ເງິນເສັຍອົງຄະ ເດືອນສຸດທ້າຍຂອງຜູ່ເສັຍຊີວິດ ສຳລັບ ຜົວ ຫຼື ເມັຍ;
       2.  ຊາວສ່ວນຮ້ອຍຂອງເງິນເດືອນປະກັນຕົນ, ເງິນບຳນານ ຫຼື ເງິນເສັຍອົງຄະ ເດືອນສຸດທ້າຍຂອງຜູ່ເສັຍຊີວິດ ສຳລັບລູກ;
     ຖ້າຫາກ ມີລູກຫຼາຍຄົນ, ເງິນອຸດໜູນລູກ ລວມທັງໝົດ ບໍ່ໃຫ້ເກີນ ຫົກສິບສ່ວນຮ້ອຍ ຂອງ ເງິນເດືອນປະກັນຕົນຂອງຜູ່ເສັຍຊີວິດ;
       3. ສາມສິບສ່ວນຮ້ອຍຂອງເງິນເດືອນປະກັນຕົນ, ເງິນບຳນານ ຫຼື ເງິນເສັຍອົງຄະ ເດືອນ ສຸດທ້າຍຂອງຜູ່ເສັຍຊີວິດ ສຳລັບ ພໍ່ ແລະ ແມ່.
     ຖ້າຫາກ ພໍ່ ແລະ ແມ່ ລ້ວນແຕ່ໄດ້ຮັບເງິນອຸດໜູນ ລວມທັງໝົດບໍ່ໃຫ້ເກີນ ຫ້າສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນຂອງຜູ່ເສັຍຊີວິດ.
     ເງິນອຸດໜູນສະມາຊິກຄອບຄົວຂອງຜູ່ປະກັນຕົນ ສູງສຸດບໍ່ໃຫ້ເກີນແປດສິບສ່ວນຮ້ອຍຂອງ ເງິນເດືອນປະກັນຕົນ, ເງິນບຳນານ ຫຼື ເງິນເສັຍອົງຄະເດືອນສຸດທ້າຍຂອງຜູ່ເສັຍຊີວິດ.

ໝວດທີ 9
ການອຸດໜູນວ່າງງານ

ມາດຕາ 44  ການອຸດໜູນວ່າງງານ
     ການອຸດໜູນວ່າງງານ ແມ່ນ ການສະໜອງເງິນອຸດໜູນເປັນລາຍເດືອນ ໃຫ້ຜູ່ປະກັນຕົນ ໃນເວລາວ່າງງານ ເປັນແຕ່ລະໄລຍະ.

ມາດຕາ 45  ເງື່ອນໄຂຮັບການອຸດໜູນວ່າງງານ
     ຜູ່ຈະໄດ້ຮັບການອຸດໜູນວ່າງງານ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
       1. ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມ ແຕ່ ສິບສອງເດືອນຂຶ້ນໄປ;
       2. ວ່າງງານຍ້ອນການລົ້ມລະລາຍຂອງຫົວໜ່ວຍແຮງງານ ຫຼື ການລະດົມໃຫ້ອອກຈາກວຽກ;
       3. ວ່າງງານ ແຕ່ ສາມສິບວັນ ຂຶ້ນໄປ ໂດຍມີການຢັ້ງຢືນ ຢ່າງຖືກຕ້ອງ.

ມາດຕາ 46  ການຄິດໄລ່ເງິນອຸດໜູນວ່າງງານ
     ເງິນອຸດໜູນວ່າງງານ ໃຫ້ຄິດໄລ່ ດັ່ງນີ້:
       1. ຫົກສິບສ່ວນຮ້ອຍຂອງເງິນເດືອນ ໂດຍສະເລັ່ຍເອົາ ຫົກ ເດືອນສຸດທ້າຍກ່ອນການວ່າງ ງານ.
       2. ໄລຍະຮັບເງິນອຸດໜູນວ່າງງານ:
          - ສາມເດືອນ, ຖ້າໄດ້ຈ່າຍເງິນສົມທົບແຕ່ສິບສອງເດືອນ ຫາ ສາມສິບຫົກເດືອນ;
          - ຫົກເດືອນ, ຖ້າໄດ້ຈ່າຍເງິນສົມທົບ ແຕ່ ສາມສິບເຈັດເດືອນ ຫາເຈັດສິບສອງເດືອນ;
          - ເກົ້າເດືອນ, ຖ້າໄດ້ຈ່າຍເງິນສົມທົບ ແຕ່ ເຈັດສິບສາມເດືອນ ຫາ ໜຶ່ງຮ້ອຍສີ່ສິບສີ່ ເດືອນ;
          - ສິບສອງເດືອນ, ຖ້າໄດ້ຈ່າຍເງິນສົມທົບ ແຕ່ໜຶ່ງຮ້ອຍສີ່ສິບຫ້າເດືອນຂຶ້ນໄປ.

ມາດຕາ 47  ການແນະນຳການຝຶກອົບຮົມວິຊາຊີບ
     ຜູ່ທີ່ກຳລັງຮັບການອຸດໜູນວ່າງງານຖ້າຫາກມີຄວາມຈຳເປັນ ກອງທຶນປະກັນສັງຄົມແຫ່ງຊາດ ຈະແນະນຳການຝຶກອົບຮົມວິຊາຊີບ ຕາມແຕ່ລະກໍລະນີ ໂດຍປະສານສົມທົບກັບສະຖານທີ່ຝຶກອົບຮົມທີ່ກ່ຽວຂ້ອງ.

ມາດຕາ 48  ການຊ່ວຍຊອກວຽກເຮັດງານທຳ
     ຜູ່ທີ່ກຳລັງຮັບການອຸດໜູນວ່າງງານ ຈະໄດ້ຮັບການຊ່ວຍຊອກວຽກເຮັດງານທຳ ດ້ວຍການ ແນະນຳ ແລະ ການສະໜອງຂໍ້ມູນຂ່າວສານ ຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 49  ການສິ້ນສຸດການຮັບອຸດໜູນວ່າງງານ
     ຜູ່ທີ່ກຳລັງຮັບການອຸດໜູນວ່າງງານ ຈະສິ້ນສຸດການໄດ້ຮັບເງິນອຸດໜູນໃນກໍລະນີ ດັ່ງນີ້:
       1. ໝົດກຳນົດການຮັບອຸດໜູນວ່າງງານ;
       2. ປະຕິເສດການຮັບວຽກໃໝ່ ໂດຍບໍ່ມີເຫດຜົນ;
       3. ມີວຽກເຮັດງານທຳໃໝ່;
       4. ໄດ້ເສັຍຊີວິດ.

ໝວດທີ 10
ການສະສົມ ເງິນສົມທົບ ແລະ ໄລຍະປະກັນຕົນ

ມາດຕາ 50  ການສະສົມເງິນສົມທົບ
     ຜູ່ປະກັນຕົນ ທີ່ໄດ້ຖອກເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ທີ່ໄດ້ປ່ຽນບ່ອນເຮັດວຽກໃໝ່ ຫຼື ໄດ້ໂຈະການຈ່າຍເງິນສົມທົບຊົ່ວຄາວ ກໍສາມາດສືບຕໍ່ຖອກເງິນສົມທົບ ເພື່ອສະສົມ ເງິນສົມທົບໄວ້ ສຳລັບຜົນປະໂຫຍດໃນການໄດ້ຮັບການອຸດໜູນປະກັນສັງຄົມ.

ມາດຕາ 51  ການສະສົມໄລຍະປະກັນຕົນ
     ຜູ່ປະກັນຕົນ ທີ່ໄດ້ອອກຈາກການເຮັດວຽກໃນການຈັດຕັ້ງ ຫຼື ຫົວໜ່ວຍແຮງງານໃດໜຶ່ງ ຊຶ່ງໄດ້ເຂົ້າເຮັດວຽກຄືນ ໂດຍໄດ້ສືບຕໍ່ຈ່າຍເງິນສົມທົບ ຈະໄດ້ສະສົມຈຳນວນ ເດືອນ ຫຼື ປີ ປະກັນຕົນໄວ້ ເພື່ອຜົນປະໂຫຍດໃນການໄດ້ຮັບການອຸດໜູນປະກັນສັງຄົມ.

ພາກທີ III
ກອງທຶນ ແລະ ສະພາບໍລິຫານກອງທຶນ ປະກັນສັງຄົມແຫ່ງຊາດ

ໝວດທີ 1
ກອງທຶນປະກັນສັງຄົມແຫ່ງຊາດ

ມາດຕາ 52  ກອງທຶນປະກັນສັງຄົມແຫ່ງຊາດ
     ກອງທຶນປະກັນສັງຄົມແຫ່ງຊາດ ແມ່ນ ກອງທຶນທີ່ສະສົມທຶນສົມທົບຂອງລັດຖະບານ, ຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ເພື່ອນຳໃຊ້ເຂົ້າໃນການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
nbsp;    ກອງທຶນປະກັນສັງຄົມແຫ່ງຊາດ ຂຽນເປັນຕົວອັກສອນຫຍໍ້ວ່າ “ກປຊ”.
     ກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຮັບການຄ້ຳປະກັນຈາກລັດ ແລະ ໄດ້ຮັບນະໂຍບາຍຍົກເວັ້ນອາກອນ ກ່ຽວກັບເງິນອຸດໜູນປະກັນສັງຄົມປະເພດຕ່າງໆ.

ມາດຕາ 53  ປະເພດກອງທຶນ
     ກອງທຶນປະກັນສັງຄົມແຫ່ງຊາດ ໄດ້ແບ່ງອອກເປັນ ປະເພດ ດັ່ງນີ້:
       1. ກອງທຶນອຸດໜູນການປິ່ນປົວສຸຂະພາບ;
       2. ກອງທຶນອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ;
       3. ກອງທຶນອຸດໜູນໄລຍະສັ້ນ ສຳລັບການອຸດໜູນປ່ວຍການ, ການອອກລູກ ຫຼື ຫຼຸລູກ ແລະການເສັຍຊີວິດ;
       4. ກອງທຶນອຸດໜູນໄລຍະຍາວສຳລັບການອຸດໜູນ ບຳນານ, ເສັຍກຳລັງແຮງງານ ຫຼື ເສັຍອົງຄະ ແລະ ສະມາຊິກຄອບຄົວ;
       5. ກອງທຶນອຸດໜູນວ່າງງານ;
     ໃນແຕ່ລະກອງທຶນອຸດໜູນ ໄດ້ແບ່ງອັດຕາສ່ວນເງິນ ຂອງກອງທຶນປະກັນສັງຄົມແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນການໃຊ້ຈ່າຍ, ການສະສົມ ແລະ ການຊ່ວຍໜູນ ຊຶ່ງກັນ ແລະ ກັນ ຕາມທີ່ໄດ້ກຳ ນົດໄວ້ໃນລະບຽບການສະເພາະ.

ມາດຕາ 54  ແຫຼ່ງກອງທຶນ
     ກອງທຶນປະກັນສັງຄົມແຫ່ງຊາດ ໄດ້ມາຈາກແຫຼ່ງຕ່າງໆ ດັ່ງນີ້:
       1. ງົບປະມານສົມທົບ ຂອງລັດຖະບານ;
       2. ເງິນສົມທົບ ຂອງພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ;
       3. ເງິນສົມທົບຂອງຜູ່ໃຊ້ແຮງງານ ຫຼື ຫົວໜ່ວຍແຮງງານ;
       4. ເງິນສົມທົບຂອງຜູ່ອອກແຮງງານໃນຫົວໜ່ວຍແຮງງານ;
       5. ເງິນສົມທົບ ຂອງຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ;
       6. ດອກເບັ້ຍ ຫຼື ຜົນປະໂຫຍດ ທີ່ເກີດຈາກການໃຫ້ລັດກູ້ຢືມເງິນ ຂອງກອງທຶນປະກັນສັງຄົມແຫ່ງຊາດ.
     ແຫຼ່ງກອງທຶນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1,2,3 ແລະ 4 ແມ່ນ ແຫຼ່ງທຶນແບບບັງຄັບ, ສ່ວນຂໍ້ 5 ແມ່ນ ແຫຼ່ງທຶນແບບສະໝັກໃຈ.

ມາດຕາ 55  ເງິນສົມທົບຂອງລັດຖະບານ ແລະ ຜູ່ໃຊ້ແຮງງານ
     ເງິນສົມທົບຂອງລັດຖະບານ ແລະ ຜູ່ໃຊ້ແຮງງານ ໄດ້ກຳນົດ ດັ່ງນີ້:
       1. ລັດຖະບານ ປະກອບເງິນສົມທົບເທົ່າກັບ ແປດຈຸດຫ້າສ່ວນຮ້ອຍຂອງເງິນເດືອນ ທັງໝົດແຕ່ລະເດືອນ ເພື່ອສົມທົບເຂົ້າໃນການອຸດໜູນປະກັນສັງຄົມ ສຳລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ.
     ສຳລັບ ຜູ່ປະກອບອາຊີບສ່ວນບຸກຄົນນັ້ນ ລັດຖະບານ ປະກອບເງິນສົມທົບ ຕາມທີ່ໄດ້ກຳນົດ ໄວ້ໃນລະບຽບການສະເພາະ.
       2. ຜູ່ໃຊ້ແຮງງານທີ່ເປັນຫົວໜ່ວຍແຮງງານ ປະກອບເງິນສົມທົບເທົ່າກັບ ຫົກສ່ວນຮ້ອຍ ຂອງເງິນເດືອນ ຫຼື ຄ່າແຮງງານ ເປັນແຕ່ລະເດືອນ ເພື່ອສົມທົບ ເຂົ້າໃນການອຸດໜູນປະກັນສັງຄົມ ສຳລັບຜູ່ອອກແຮງງານໃນຫົວໜ່ວຍແຮງງານ.

ມາດຕາ 56  ເງິນສົມທົບຂອງຜູ່ປະກັນຕົນ 
     ເງິນສົມທົບຂອງຜູ່ປະກັນຕົນ ມີ ດັ່ງນີ້:
       1. ພະນັກງານ, ລັດຖະກອນ, ທະຫານ ແລະ ຕຳຫຼວດ ປະກອບເງິນສົມທົບເທົ່າກັບແປດ ສ່ວນຮ້ອຍ ຂອງເງິນເດືອນທັງໝົດ ແຕ່ລະເດືອນ;
       2. ຜູ່ອອກແຮງງານໃນຫົວໜ່ວຍແຮງງານ ປະກອບເງິນສົມທົບ ເທົ່າກັບ ຫ້າຈຸດຫ້າສ່ວນ ຮ້ອຍ ຂອງເງິນເດືອນ ຫຼື ຄ່າແຮງງານແຕ່ລະເດືອນ;
       3. ພະນັກງານບຳນານ, ພະນັກງານເສັຍກຳລັງແຮງງານ ຫຼື ເສັຍອົງຄະ ປະກອບເງິນສົມ ທົບເທົ່າກັບລະດັບເງິນປິ່ນປົວສຸຂະພາບ ໃນແຕ່ລະໄລຍະ;
       4. ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ປະກອບເງິນສົມທົບ ຕາມອັດຕາ ສ່ວນເງິນສົມທົບຂອງແຕ່ລະປະເພດການອຸດໜູນເປັນລາຍເດືອນ ຫຼື ງວດ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 57  ການດັດປັບອັດຕາເງິນສົມທົບ
     ລັດຖະບານ ເປັນຜູ່ດັດປັບອັດຕາເງິນສົມທົບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 55 ແລະ 56 ຂອງກົດໝາຍສະບັບນີ້ ເປັນແຕ່ລະໄລຍະ ເພື່ອໃຫ້ກອງທຶນປະກັນສັງຄົມແຫ່ງຊາດ ມີຄວາມຄ່ອງຕົວ ແລະ ຍືນຍົງ.

ມາດຕາ 58  ການໃຊ້ຈ່າຍເງິນກອງທຶນ
     ເງິນກອງທຶນປະກັນສັງຄົມແຫ່ງຊາດ ໃຫ້ໃຊ້ຈ່າຍ ສຳລັບ:
       1. ການອຸດໜູນປະກັນສັງຄົມປະເພດຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນ ພາກທີ II ຂອງກົດ ໝາຍສະບັບນີ້;
       2. ການດັດສົມຜົນປະໂຫຍດຂອງກອງທຶນ ເປັນຕົ້ນ ການເພີ່ມເງິນອຸດໜູນປິ່ນປົວສຸຂະພາບ ແລະ ອຸດໜູນປະເພດອື່ນ.
     ສຳລັບ ການຄຸ້ມຄອງບໍລິຫານກອງທຶນ ໃຫ້ນຳໃຊ້ເງິນທີ່ໄດ້ມາຈາກການສະສົມຂອງກອງທຶນ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 59  ການສະສົມທຶນ
     ກອງທຶນປະກັນສັງຄົມແຫ່ງຊາດທີ່ມີການສະສົມທຶນ ກໍສາມາດນຳໄປລົງທຶນດ້ວຍຮູບການຕ່າງໆ ເພື່ອໃຫ້ກອງທຶນດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງ ແລະ ຍືນຍົງຕາມການຕົກ ລົງຂອງລັດຖະບານ.

ໝວດທີ 2
ສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ

ມາດຕາ 60  ການສ້າງຕັ້ງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ
     ເພື່ອເຮັດໃຫ້ການຄຸ້ມຄອງກອງທຶນປະກັນສັງຄົມແຫ່ງຊາດ ມີປະສິດທິພາບ ແລະ ປະສິດທິຜົນນັ້ນ ລັດຖະບານ ສ້າງຕັ້ງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ຊຶ່ງເປັນການຈັດຕັ້ງບໍ່ປະຈຳການ, ມີພາລະບົດບາດໃນການຄຸ້ມຄອງ ແລະ ການນຳໃຊ້ກອງທຶນປະກັນສັງຄົມ ຢ່າງລວມສູນ, ໂປ່ງໃສ, ຍຸຕິທຳ, ວ່ອງໄວ ແລະ ຍືນຍົງ.

ມາດຕາ 61  ໂຄງປະກອບຂອງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ
     ສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ປະກອບດ້ວຍ:
       1. ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານ;
       2. ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ເປັນຮອງປະທານ;
       3. ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ເປັນຮອງປະທານ;
       4. ຮອງປະທານສູນກາງສະຫະພັນກຳມະບານລາວ ເປັນຮອງປະທານ;
       5. ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເປັນຮອງປະທານ;
       6. ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ເປັນກຳມະການ;
       7. ຫົວໜ້າກົມນະໂຍບາຍ ກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;
       8. ຫົວໜ້າກົມປະກັນສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນກຳມະການ;
       9. ຫົວໜ້າກົມງົບປະມານ ກະຊວງການເງິນ ເປັນກຳມະການ;
       10. ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ເປັນກຳມະການ;
       11. ຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ ເປັນກຳມະການ;
       12. ຫົວໜ້າກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ ສູນກາງສະຫະພັນແມ່ຍິງລາວ ເປັນກຳມະການ;
       13. ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ເປັນກຳມະການ;
       14. ເລຂາທິການ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ເປັນກຳມະການ;
       15. ຜູ່ຕາງໜ້າຈາກພາກສ່ວນອື່ນທີ່ກ່ຽວຂ້ອງ ກັບຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ ເປັນກຳມະການ;
       16. ຜູ່ອຳນວຍການກອງທຶນປະກັນສັງຄົມແຫ່ງຊາດ ເປັນກຳມະການ ທັງເປັນເລຂາ.
     ຄະນະສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ໄດ້ຮັບການແຕ່ງຕັ້ງ ໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະອຳນວຍການກອງທຶນ ເປັນເສນາທິການ ແລະ ຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
     ການຈັດຕັ້ງ, ການເຄື່ອນໄຫວ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະອຳນວຍການ ກອງທຶນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 62  ສິດ ແລະ ໜ້າທີ່ຂອງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ
     ສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ ແລະ ຮັບຮອງ ກົດລະບຽບພາຍໃນ ແລະ ແຜນການເຄື່ອນໄຫວຂອງກອງທຶນ ປະກັນສັງຄົມແຫ່ງຊາດ;
       2. ຊີ້ນຳ, ຊຸກຍູ້, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງຄະນະອຳນວຍການກອງ ທຶນ;
       3. ຄົ້ນຄວ້າ ແລະ ພິຈາລະນາ ກ່ຽວກັບແຫຼ່ງລາຍຮັບຂອງກອງທຶນປະກັນສັງຄົມແຫ່ງຊາດ;
       4. ຄົ້ນຄວ້າ ແລະ ພິຈາລະນາ ການຈັດແບ່ງອັດຕາສ່ວນເງິນຂອງແຕ່ລະກອງທຶນອຸດໜູນ ໃຫ້ສອດຄ່ອງກັບຄວາມຕ້ອງການໃນແຕ່ລະໄລຍະຕາມການຕົກລົງຂອງລັດຖະບານ;
       5. ຄົ້ນຄວ້າອັດຕາເງິນສົມທົບ ແລະ ລະດັບການອຸດໜູນປະກັນສັງຄົມ ເພື່ອສະເໜີ ອົງການຄຸ້ມຄອງວຽກງານປະກັນສັງຄົມພິຈາລະນາ ແລ້ວນຳສະເໜີລັດຖະບານຕົກລົງ;
       6. ຄົ້ນຄວ້າ ແລະ ອອກບັດປະກັນສັງຄົມ ແລະ ສ້າງບັນຊີຜູ່ປະກັນຕົນ;
       7. ຄົ້ນຄວ້າ ຂຶ້ນແຜນງົບປະມານການອຸດໜູນປະກັນສັງຄົມ ແລະ ງົບປະມານບໍລິຫານ ເປັນເດືອນ, ສາມເດືອນ, ຫົກເດືອນ ແລະ ສົກປີ ເພື່ອສະເໜີອົງການຄຸ້ມຄອງວຽກງານປະກັນສັງຄົມ ພິຈາລະນາ;
       8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບການຄຸ້ມຄອງ ກອງທຶນປະກັນສັງຄົມ ຕາມການມອບໝາຍ;
       9. ສະຫຼຸບ ແລະ ລາຍງານການເຄື່ອນໄຫວຂອງກອງທຶນປະກັນສັງຄົມແຫ່ງຊາດ ຕໍ່ ອົງການຄຸ້ມຄອງວຽກງານປະກັນສັງຄົມ ແລະ ລັດຖະບານ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ຫຼື ຕາມການ ມອບໝາຍ.

ມາດຕາ 63  ກອງປະຊຸມສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ
     ກອງປະຊຸມສາມັນຂອງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ຈັດຂຶ້ນສາມເດືອນຕໍ່ຄັ້ງ ເພື່ອພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ຂອງກອງທຶນປະກັນສັງຄົມ.
     ໃນກໍລະນີຈຳເປັນ ແລະ ຮີບດ່ວນ ກໍສາມາດຈັດກອງປະຊຸມວິສາມັນໄດ້ ຕາມການຮຽກໂຮມ ຂອງປະທານສະພາບໍລິຫານ ຫຼື ຕາມການສະເໜີຂອງສະມາຊິກສະພາບໍລິຫານ ແຕ່ຫ້າຄົນຂຶ້ນໄປ.
     ກອງປະຊຸມສາມັນ ຂອງສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ຈະເປີດຂຶ້ນໄດ້ ກໍຕໍ່ເມື່ອມີສະມາຊິກສະພາບໍລິຫານເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມ ຂອງຈຳນວນສະມາຊິກທັງໝົດ ແລະ ມະຕິຂອງກອງປະຊຸມ ຈະມີຜົນສັກສິດ ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າ ເຄິ່ງໜຶ່ງຂອງ ຈຳນວນສະມາຊິກທີ່ເຂົ້າຮ່ວມ.
     ໃນກໍລະນີ ທີ່ມີຄະແນນສຽງເທົ່າກັນນັ້ນ ຄະແນນສຽງຂອງປະທານເປັນສຽງຊີ້ຂາດ.

ພາກທີ IV
ການຮັບການອຸດໜູນປະກັນສັງຄົມ

ໝວດທີ 1
ການຂຶ້ນທະບຽນປະກັນສັງຄົມ

ມາດຕາ 64  ການຂຶ້ນທະບຽນປະກັນສັງຄົມ
     ຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ຕ້ອງຂຶ້ນທະບຽນປະກັນສັງຄົມ ນຳກອງທຶນປະກັນສັງຄົມແຫ່ງຊາດ ເພື່ອປະກອບເງິນສົມທົບ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍສະບັບນີ້.

ມາດຕາ 65  ເອກະສານຂຶ້ນທະບຽນປະກັນສັງຄົມ
     ເອກະສານຂຶ້ນທະບຽນປະກັນສັງຄົມ ຂອງຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບອາຊີບ ສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ມີ ດັ່ງນີ້:
       1. ໃບແຈ້ງຂໍ້ມູນສ່ວນຕົວ ຂອງຜູ່ໃຊ້ແຮງງານ, ຜູ່ອອກແຮງງານ, ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ຕາມແບບພິມ ທີ່ໄດ້ກຳນົດໄວ້;
       2. ບັນຊີລາຍຊື່ີຜູ່ອອກແຮງງານ ທີ່ຂຶ້ນທະບຽນປະກັນສັງຄົມ ຂອງຜູ່ໃຊ້ແຮງງານ ຕາມແບບພິມ ທີ່ໄດ້ກຳນົດໄວ້;
       3. ສັນຍາແຮງງານ;
       4. ທະບຽນວິສາຫະກິດ.

ມາດຕາ 66  ການຍື່ນເອກະສານຂຶ້ນທະບຽນ ແລະ ການອອກບັດປະກັນສັງຄົມ
     ການຍື່ນເອກະສານ ແລະ ການອອກບັດປະກັນສັງຄົມໃຫ້ປະຕິບັດ ດັ່ງນີ້:
     ຜູ່ໃຊ້ແຮງງານຕ້ອງຍື່ນເອກະສານຂຶ້ນທະບຽນປະກັນສັງຄົມ ຕໍ່ກອງທຶນປະກັນສັງຄົມແຫ່ງຊາດ ພາຍໃນສາມສິບວັນ ນັບແຕ່ວັນໄດ້ເຊັນສັນຍາແຮງງານເປັນຕົ້ນໄປ.
     ຜູ່ປະກອບອາຊີບສ່ວນບຸກຄົນ ແລະ ຜູ່ສະໝັກໃຈ ໃຫ້ຍື່ນເອກະສານຂຶ້ນທະບຽນປະກັນສັງຄົມ ຕໍ່ກອງທຶນປະກັນສັງຄົມແຫ່ງຊາດ ໃນໄລຍະອັນສົມຄວນ.
     ສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ຕ້ອງພິຈາລະນາການຂຶ້ນທະບຽນ ແລະ ການອອກບັດປະກັນສັງຄົມ ໃຫ້ສຳເລັດພາຍໃນສາມສິບວັນ ນັບແຕ່ວັນໄດ້ຮັບເອກະສານຂຶ້ນທະບຽນຢ່າງ ຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ.

ໝວດທີ 2
ການພິຈາລະນາການອຸດໜູນປະກັນສັງຄົມ

ມາດຕາ 67  ການຮ້ອງຂໍຮັບການອຸດໜູນປະກັນສັງຄົມ
     ຜູ່ປະກັນຕົນ ທີ່ມີຈຸດປະສົງຮ້ອງຂໍຮັບການອຸດໜູນປະກັນສັງຄົມ ຕ້ອງຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ກອງທຶນປະກັນສັງຄົມແຫ່ງຊາດ ດັ່ງນີ້:
       1. ບັດປະກັນສັງຄົມ;
       2. ເອກະສານຢັ້ງຢືນການປິ່ນປົວສຸຂະພາບ, ການອອກລູກ ຫຼື ຫຼຸລູກ, ອຸປະຕິເຫດແຮງງານ, ພະຍາດອາຊີບ, ການເສັຍອົງຄະ, ປ່ວຍການ, ບຳນານ, ການເສັຍຊີວິດ, ການອຸດໜູນສະມາຊິກ ຄອບຄົວ ຫຼື ການວ່າງງານ;
       3. ເອກະສານອື່ນ ທີ່ກ່ຽວຂ້ອງ.
     ສຳລັບການປິ່ນປົວສຸຂະພາບຢູ່ສະຖານທີ່ບໍລິການສຸຂະພາບ ໃຫ້ນຳໃຊ້ບັດປະກັນສັງຄົມ ຫຼື ບັດປະກັນສຸຂະພາບ ຊຶ່ງຫ້ອງການກອງທຶນປະກັນສຸຂະພາບແຫ່ງຊາດ ເປັນຜູ່ອອກໃຫ້.

ມາດຕາ 68  ການພິຈາລະນາຮັບການອຸດໜູນປະກັນສັງຄົມ
     ຄະນະອຳນວຍການກອງທຶນປະກັນສັງຄົມແຫ່ງຊາດ ຕ້ອງພິຈາລະນາຄຳຮ້ອງຂໍຮັບການອຸດ ໜູນປະກັນສັງຄົມພາຍໃນ ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ.

ພາກທີ V
ຂໍ້ຫ້າມ

ມາດຕາ 69  ຂໍ້ຫ້າມສຳລັບພະນັກງານປະກັນສັງຄົມ
     ຫ້າມພະນັກງານປະກັນສັງຄົມ ມີ ພຶດຕິກຳ ດັ່ງນີ້:
       1. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ຂາດຈັນຍາບັນ, ລຳອຽງ, ໃຫ້ບໍລິການທີ່ບໍ່ມີຄຸນນະພາບ, ບໍ່ໄດ້ມາດຕະຖານ, ບໍ່ຖືກຕ້ອງຕາມລະບຽບກົດໝາຍຕໍ່ຜູ່ປະກັນຕົນ;
       2. ສໍ້ໂກງ ຫຼື ຍັກຍອກເງິນອຸດໜູນປະກັນສັງຄົມ ປະເພດຕ່າງໆ, ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ກົດໜ່ວງຖ່ວງດຶງ, ທຳລາຍ ຫຼື ເຮັດໃຫ້ເອກະສານ ກ່ຽວກັບການຮ້ອງຂໍຮັບການອຸດໜູນປະກັນສັງຄົມເສັຍຫາຍ;
       3. ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ພັກພວກ, ໃຫ້, ທວງເອົາ ຫຼື ຮັບສິນບົນ ກ່ຽວກັບວຽກງານປະກັນສັງຄົມ;
       4. ເປີດເຜີຍຄວາມລັບຂອງການຈັດຕັ້ງປະກັນສັງຄົມ;
       5. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມ.

ມາດຕາ 70  ຂໍ້ຫ້າມສຳລັບຜູ່ປະກັນຕົນ ແລະ ສະມາຊິກຄອບຄົວ
     ຫ້າມຜູ່ປະກັນຕົນ ແລະ ສະມາຊິກຄອບຄົວ ມີ ພຶດຕິກຳ ດັ່ງນີ້:
       1. ແຈ້ງຂໍ້ມູນທີ່ບໍ່ມີມູນຄວາມຈິງ;
       2. ປອມແປງເອກະສານ, ໃຫ້ສິນບົນຕໍ່ພະນັກງານປະກັນສັງຄົມ;
       3. ໂຄສະນາໃສ່ຮ້າຍປ້າຍສີ ພະນັກງານ ຫຼື ການຈັດຕັ້ງປະກັນສັງຄົມ;
       4. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມ.

ມາດຕາ 71  ຂໍ້ຫ້າມສຳລັບບຸກຄົນ ແລະການຈັດຕັ້ງອື່ນ
     ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:
       1. ສ້າງອຸປະສັກກີດຂວາງການປະຕິບັດວຽກງານຂອງພະນັກງານປະກັນສັງຄົມ;
       2. ເປັນສື່ກາງໃຫ້ສິນບົນ ຫຼື ຮັບສິນບົນ ກ່ຽວກັບວຽກງານປະກັນສັງຄົມ;
       3. ໂຄສະນາ ເຜີຍແຜ່ ແລະ ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບວຽກງານປະກັນສັງຄົມ;
       4. ປົກປ້ອງ ແລະ ຊ່ວຍເຫຼືອ ພະນັກງານ, ຜູ່ອອກແຮງງານ ຫຼື ຜູ່ປະກັນຕົນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານປະກັນສັງຄົມ;
       5. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບວຽກງານປະກັນສັງຄົມ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 72  ຮູບການແກ້ໄຂຂໍ້ຂັດແຍ່ງ
     ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການອຸດໜູນປະກັນສັງຄົມ ສາມາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:
       1. ການປະນີປະນອມ ຫຼື ການໄກ່ເກັ່ຍ;
       2. ການແກ້ໄຂທາງດ້ານບໍລິຫານ;
       3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       4. ການຕັດສີນຂອງສານ.

ມາດຕາ 73  ການປະນີປະນອມ ຫຼື ການໄກ່ເກັ່ຍ
     ໃນກໍລະນີ ມີຂໍ້ຂັດແຍ່ງກ່ຽວກັບການອຸດໜູນປະກັນສັງຄົມ ຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍການປຶກສາຫາລື, ເຈລະຈາ, ຕົກລົງກັນ ຫຼື ການໄກ່ເກັ່ຍ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ 74  ການແກ້ໄຂທາງດ້ານບໍລິຫານ
     ໃນກໍລະນີ ມີຂໍ້ຂັດແຍ່ງກ່ຽວກັບການອຸດໜູນປະກັນສັງຄົມ ຄູ່ກໍລະນີ ທີ່ໄດ້ຮັບຄວາມເສັຍຫາຍ ມີສິດສະເໜີໃຫ້ອົງການຄຸ້ມຄອງວຽກງານປະກັນສັງຄົມ ພິຈາລະນາແກ້ໄຂຕາມລະລະບຽບ ກົດໝາຍ.

ມາດຕາ 75  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
     ໃນກໍລະນີ ມີຂໍ້ຂັດແຍ່ງທາງດ້ານເສດຖະກິດ ກ່ຽວກັບການອຸດໜູນປະກັນສັງຄົມ ຄູ່ກໍລະນີ ທີ່ໄດ້ຮັບຄວາມເສັຍຫາຍ ມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ເປັນຜູ່ພິຈາລະນາແກ້ໄຂ ຕາມລະບຽບກົດໝາຍ.

ມາດຕາ 76  ການຕັດສີນຂອງສານ
     ໃນກໍລະນີ ທີ່ເກີດມີຂໍ້ຂັດແຍ່ງ ກ່ຽວກັບການອຸດໜູນປະກັນສັງຄົມ ຄູ່ກໍລະນີຝ່າຍໃດ ຝ່າຍໜຶ່ງ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສີນຕາມລະບຽບກົດໝາຍ.
     ສຳລັບການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການອຸດໜູນປະກັນສັງຄົມ ທີ່ມີລັກສະນະສາກົນ ໃຫ້ປະຕິບັດ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄຸ້ມຄອງ ແລະການກວດກາວຽກງານປະກັນສັງຄົມ

ໝວດທີ 1
ການຄຸ້ມຄອງວຽກງານປະກັນສັງຄົມ

ມາດຕາ 77  ອົງການຄຸ້ມຄອງວຽກງານປະກັນສັງຄົມ
     ລັດຖະບານ ເປັນຜູ່ຄຸ້ມຄອງວຽກງານປະກັນສັງຄົມ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນຜູ່ຮັບຜິດ ຊອບໂດຍກົງ ແລະ ປະສານສົມທົບກັບບັນດາກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງວຽກງານປະກັນສັງຄົມ ປະກອບດ້ວຍ:
       - ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
       - ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ;
       - ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ, ເທດສະບານ.
     ໃນກໍລະນີຈຳເປັນ ອາດຈະສ້າງຕັ້ງໜ່ວຍງານແຮງງານ ແລະ ສະຫວັດດີການສັງຄົມ ບ້ານກໍໄດ້.

ມາດຕາ 78  ສິດ ແລະ ໜ້າທີ່ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ
     ໃນການຄຸ້ມຄອງວຽກງານປະກັນສັງຄົມ ກະຊວງແຮງງານ ແລະສະຫວັດດີການສັງຄົມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າສ້າງ ນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານ ປະກັນສັງຄົມ ເພື່ອສະເໜີລັດຖະບານພິຈາລະນາ;
       2. ຜັນຂະຫຍາຍ ນະໂຍບາຍ ແລະ ແຜນຍຸດທະສາດ ໃຫ້ກາຍເປັນແຜນງານ, ແຜນການ, ໂຄງການ ແລະ ກິດຈະກຳຂອງຕົນ ເພື່ອພັດທະນາວຽກງານປະກັນສັງຄົມ;
       3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບ ວຽກງານປະກັນສັງຄົມໃຫ້ແກ່ສັງຄົມ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ;
       4. ຊີ້ນຳ, ຕິດຕາມແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມ ລວມທັງ ກອງທຶນປະກັນສັງຄົມແຫ່ງຊາດ;
       5. ອອກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານປະກັນສັງຄົມ;
       6. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນ ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ;
       7. ຄົ້ນຄວ້າ, ພິຈາລະນາແກ້ໄຂຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ກ່ຽວກັບການກະທຳ ຫຼື ການຕົກລົງບັນຫາທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບວຽກງານປະກັນສັງຄົມ;
       8. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງ ຄະນະສະພາບໍລິຫານກອງທຶນປະກັນສັງຄົມແຫ່ງຊາດ ເພື່ອໃຫ້ລັດຖະບານພິຈາລະນາ; 
       9. ເກັບກຳ ແລະ ສັງລວມສະຖິຕິເປົ້າໝາຍ ເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລະ ຕິດຕາມການ ອອກບັດປະກັນສັງຄົມ;
       10. ຊີ້ນຳ, ປັບປຸງການຈັດຕັ້ງຂັ້ນລຸ່ມຂອງຕົນ, ສ້າງ, ບຳລຸງ ແລະ ຍົກລະດັບ ບຸກຄະລາກອນ ດ້ານວຽກງານປະກັນສັງຄົມ ໂດຍປະສານສົມທົບກັບອົງການປົກຄອງແຂວງ, ນະຄອນ;
       11. ຊຸກຍູ້ ແລະ ສົ່ງເສີມ ພາກສ່ວນ ທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເພື່ອເຂົ້າຮ່ວມ ກອງທຶນປະກັນສັງຄົມແຫ່ງຊາດ;
       12. ຄົ້ນຄວ້າສ້າງຖານຂໍ້ມູນຂ່າວສານກ່ຽວກັບວຽກງານປະກັນສັງຄົມ;
       13. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານປະກັນສັງຄົມ;
       14. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມໃຫ້ລັດຖະບານ ຢ່າງເປັນປົກກະຕິ;
       15. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທິ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 79  ສິດ ແລະ ໜ້າທີ່ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານປະກັນສັງຄົມ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ ແລ້ວ ສ້າງແຜນການ, ແຜນງານ, ໂຄງການ, ກິດຈະກຳ ແລະ ແຜນງົບປະມານ ກ່ຽວກັບວຽກງານປະກັນສັງຄົມ ເພື່ອຈັດຕັ້ງປະຕິບັດ;
       2. ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳອື່ນ ກ່ຽວກັບວຽກງານປະກັນສັງຄົມ ພ້ອມທັງ ໂຄສະນາເຜີຍແຜ່ ຢູ່ ພາຍໃນແຂວງ, ນະຄອນຂອງຕົນ;
       3. ຊຸກຍູ້ ແລະ ປຸກລະດົມພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃຫ້ເຂົ້າຮ່ວມກອງທຶນປະກັນ ສັງຄົມແຫ່ງຊາດ;
       4. ເກັບກຳ ແລະ ສັງລວມສະຖິຕິເປົ້າໝາຍ ເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລະ ຜູ່ປະກັນຕົນ ຕາມແຕ່ລະປະເພດການອຸດໜູນ;
       5. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       6. ຊີ້ນຳ ແລະ ຕິດຕາມການນຳໃຊ້ບັດປະກັນສັງຄົມ;
       7. ສະເໜີປັບປຸງການຈັດຕັ້ງຕໍ່ຂັ້ນເທິງ, ສ້າງ, ບຳລຸງ ແລະ ຍົກລະດັບ ບຸກຄະລາກອນ ດ້ານວຽກງານປະກັນສັງຄົມ;
       8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານປະກັນສັງຄົມ ຕາມການມອບໝາຍຂອງຂັ້ນເທິງ;
       9. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມພາຍໃນແຂວງ, ນະຄອນຂອງຕົນໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 80  ສິດ ແລະໜ້າທີ່ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານປະກັນສັງຄົມ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ວາງແຜນການ ແລະ ຈັດຕັ້ງປະຕິບັດແຜນການ, ໂຄງການ ແລະ ກິດຈະກຳ ກ່ຽວກັບ ວຽກງານປະກັນສັງຄົມ ໃນແຕ່ລະໄລຍະ;
       2. ເກັບກຳ ແລະ ສັງລວມສະຖິຕິເປົ້າໝາຍ ເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ແລະ ຜູ່ປະກັນຕົນ ຕາມແຕ່ລະປະເພດການອຸດໜູນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       3. ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມ ລວມທັງການນຳໃຊ້ ບັດປະກັນສັງຄົມ;
       4. ຊຸກຍູ້ ແລະ ປຸກລະດົມພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ເຂົ້າຮ່ວມກອງທຶນປະກັນສັງຄົມແຫ່ງຊາດ;
       5. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດ ວຽກງານປະກັນສັງຄົມ ຢູ່ພາຍໃນເມືອງ, ເທດສະບານ ໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ ແລະ ອົງການປົກຄອງ ເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       6. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ໝວດທີ 2
ການກວດກາວຽກງານປະກັນສັງຄົມ

ມາດຕາ 81  ອົງການກວດກາວຽກງານປະກັນສັງຄົມ
     ອົງການກວດກາວຽກງານປະກັນສັງຄົມ ມີ ດັ່ງນີ້:
       1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບ ອົງການຄຸ້ມຄອງວຽກງານປະກັນສັງຄົມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 77 ຂອງກົດໝາຍສະບັບນີ້.
       2. ອົງການກວດກາພາຍນອກ ແມ່ນ:
          - ສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງ ສະພາແຫ່ຊາດ;
          - ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການກວດກາລັດ;
          - ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການກວດສອບ;
          - ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.
     ການກວດກາພາຍນອກ ມີຈຸດປະສົງ ກວດກາ ການປະຕິບັດໜ້າທີ່ ຂອງອົງການຄຸ້ມຄອງວຽກງານປະກັນສັງຄົມ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິຜົນ.

ມາດຕາ 82  ເນື້ອໃນການກວດກາວຽກງານປະກັນສັງຄົມ
     ການກວດກາວຽກງານປະກັນສັງຄົມ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:
       - ການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ແຜນດຳເນີນງານ ແລະ ລະບຽບ ກົດໝາຍ ກ່ຽວກັບວຽກງານປະກັນສັງຄົມ;
       - ແຜນການ, ແຜນງານ, ໂຄງການຄົ້ນຄວ້າດ້ານວິທະຍາສາດ-ເຕັກນິກ ກ່ຽວກັບວຽກງານ ປະກັນສັງຄົມ;
       - ການຈັດຕັ້ງປະຕິບັດ ວຽກງານຂອງພະນັກງານ ປະກັນສັງຄົມ ແລະ ການອຸດໜູນປະກັນສັງຄົມ ປະເພດຕ່າງໆ;
       - ແຫຼ່ງລາຍຮັບຂອງກອງທຶນປະກັນສັງຄົມແຫ່ງຊາດ, ແຜນລາຍຈ່າຍການອຸດໜູນປະກັນສັງຄົມ ແລະ ງົບປະມານຄຸ້ມຄອງບໍລິຫານກອງທຶນ.
     ນອກຈາກນີ້ ການກວດກາ ຍັງໃຫ້ປະຕິບັດຕາມເນື້ອໃນການກວດກາ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ 83  ຮູບການການກວດກາວຽກງານປະກັນສັງຄົມ
     ການກວດກາວຽກງານປະກັນສັງຄົມ ມີ ຮູບການ ດັ່ງນີ້:
       1. ການກວດກາຢ່າງເປັນລະບົບປົກກະຕິ ຊຶ່ງແມ່ນການກວດກາທີ່ດຳເນີນຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ;
       2. ການກວດກາໂດຍມີການແຈ້ງໃຫ້ຊາບລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ;
       3. ການກວດກາແບບກະທັນຫັນ ຊຶ່ງແມ່ນການກວດກາແບບຮີບດ່ວນ ໂດຍບໍ່ໄດ້ແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
     ໃນການກວດກາວຽກງານປະກັນສັງຄົມ ໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ມາດຕາ 84  ການລາຍງານ ແລະ ການແກ້ໄຂຜົນຂອງການກວດກາ
     ຄະນະກວດກາ ຕ້ອງສ້າງບົດບັນທຶກການກວດກາ, ບົດລາຍງານ ພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດ ແລະ ລາຍງານຕໍ່ອົງການທີ່ມີອຳນາດ ພິຈາລະນາ ກ່ຽວກັບຜົນຂອງການກວດກາ.
     ຄະນະກວດກາ ຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບການສະຫຼຸບລາຍງານຜົນ ຂອງການກວດກາ ແລະ ຮັກສາຄວາມລັບດ້ານເອກະສານປະກັນສັງຄົມ ທີ່ໄດ້ກວດກາຢ່າງເຂັ້ມງວດ.

ມາດຕາ 85  ສິດ ແລະ ພັນທະຂອງເປົ້າໝາຍທີ່ຖືກກວດກາ
     ເປົ້າໝາຍທີ່ຖືກກວດກາ ມີ ສິດ ແລະ ພັນທະ ດັ່ງນີ້:
       - ຮ້ອງຂໍໃຫ້ຄະນະກວດກາ ນຳສະເໜີຂໍ້ຕົກລົງ ກ່ຽວກັບການກວດກາ ແລະ ບັດອະນຸຍາດ ກວດກາ;
       - ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບການກວດກາ ທີ່ບໍ່ຖືກຕ້ອງ ຕາມລະບຽບຫຼັກການ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ;
       - ອຳນວຍຄວາມສະດວກ ໃນການປະຕິບັດໜ້າທີ່ ຂອງຄະນະກວດກາ, ສະໜອງເອກະສານ, ຂໍ້ມູນ, ພະຍານ ຫຼັກຖານ ແລະ ຕອບບັນຫາ ທີ່ພົວພັນເຖິງເນື້ອໃນການກວດກາ ຕາມການສະເໜີຂອງ ຄະນະກວດກາ;
       - ປະຕິບັດສິດ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ພາກທີ VIII
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 86  ນະໂຍບາຍຕໍ່ຜູ່ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 87  ມາດຕະການຕໍ່ຜູ່ລະເມີດ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ດຳເນີນທາງແພ່ງ ຫຼື ທາງອາຍາ ຕາມກໍລະນີເບົາ ຫຼື ໜັກ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 88  ມາດຕະການສຶກສາອົບຮົມ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ແລະ ເປັນການລະເມີດເທື່ອທຳອິດ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 89  ມາດຕະການທາງວິໄນ
     ພະນັກງານປະກັນສັງຄົມ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ໃຫ້ແກ່ວຽກງານປະກັນສັງຄົມ ແຕ່ຫາກມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດຂອງຕົນ ຈະຖືກລົງວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕືອນຄວາມຜິດ ໂດຍບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດ ຂອງຜູ່ກ່ຽວ;
       2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
       3. ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ່ຖືກລົງວິໄນ ຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 90  ມາດຕະການປັບໃໝ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປະກັນສັງຄົມ ເປັນຕົ້ນ ຂໍ້ຫ້າມ ທີ່ບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍທາງຊັບສິນ ຈະຖືກປັບ ໃໝເທົ່າຕົວ ຂອງມູນຄ່າຄວາມເສັຍຫາຍທັງໝົດ.
     ໃນກໍລະນີ ທີ່ມີການລະເມີດເປັນຄັ້ງທີສອງ ຫຼື ເປັນອາຈີນ ຈະຖືກປັບໃໝ ສອງເທົ່າຕົວຂອງ ມູນຄ່າຄວາມເສັຍຫາຍທັງໝົດ ພ້ອມທັງຮິບຊັບສິນ ທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ເປັນຂອງລັດ.

ມາດຕາ 91  ມາດຕະການທາງແພ່ງ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ຜູ່ອື່ນ ອັນເນື່ອງມາຈາກວຽກງານປະກັນສັງຄົມ ຈະຕ້ອງໄດ້ໃຊ້ແທນຄ່າເສັຍຫາຍທາງແພ່ງ ຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 92  ມາດຕະການທາງອາຍາ
     ບຸກຄົນ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການປະກັນສັງຄົມ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 93  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 94  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ຫົກສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.

 

   ປະທານສະພາແຫ່ງຊາດ