ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ດຳລັດວ່າດ້ວຍ ສັງຄົມສົງເຄາະ
ປະເພດ ນິຕິກໍາ: ດໍາລັດ
ອອກໂດຍ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ພາກສ່ວນຮັບຜິດຊອບ: ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ
ວັນທີ່ ນິຕິກໍາ : 19-06-2013
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 06-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ລັດຖະບານ ເລກທີ 169 /ລບ
  ນະຄອນຫລວງວຽງຈັນ, ວັນທີ 19 ມິຖຸ​ນາ 2013

ດຳລັດ
ວ່າດ້ວຍສັງຄົມສົງເຄາະ

- ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 6 ພຶດສະພາ 2003;  
- ອີງຕາມ ໜັງສືສະເໜີຂອງລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ ສະບັບເລກທີ 2170/ຮສສ, ລົງວັນທີ 27 ພຶດສະພາ 2013.  

ລັດຖະບານ ອອກດຳລັດ

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ດຳລັດສະບັບນີ້ ກຳນົດຫລັກການ, ລະບຽບການ,ການຈັດຕັ້ງ ແລະ ມາດຕະການ ກ່ຽວກັບການຈັດຕັ້ງປະຕິບັດ ນະໂຍບາຍສັງຄົມສົງເຄາະ ໃຫ້ແກ່ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດ ເພື່ອໃຫ້ໄດ້ຮັບການຊ່ວຍເຫຼືອ ແລະ ການບໍລິການຢ່າງມີປະສິດທິພາບ, ປະສິດທິຜົນ,ເປັນທຳ ແລະ ທົ່ວເຖິງ, ແນໃສ່ແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ, ຮັບປະກັນເງື່ອນໄຂດຳລົງຊີວິດໃນຂັ້ນພື້ນຖານ, ປະກອບສ່ວນເຂົ້າໃນການປະຕິບັດແຜນລຶບລ້າງຄວາມທຸກຍາກ ທີ່ລັດຖະບານວາງອອກ.

ມາດຕາ 2. ສັງຄົມສົງເຄາະ
     ສັງຄົມສົງເຄາະ ແມ່ນການປະຕິບັດນະໂຍບາຍການຊ່ວຍເຫລືອ ແລະ ການບໍລິການດ້ານວັດຖຸ ແລະ ຈິດໃຈແກ່ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນສັງຄົມ ໂດຍການປະກອບສ່ວນຂອງລັດ, ບຸກຄົນ, ຊຸມຊົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ.

ມາດຕາ 3. ອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
        1. ສັງຄົມ ຫມາຍເຖິງ ການພົວພັນລະຫວ່າງຄົນກັບຄົນ, ກຸ່ມຄົນ, ຊຸມຊົນ ຫລື ການຈັດຕັ້ງຢູ່ໃນສັງຄົມ;
        2. ສົງເຄາະ ຫມາຍເຖິງ ການໃຫ້ການຊ່ວຍເຫລືອ ແລະ ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການ ດ້ານວັດຖຸ ແລະຈິດໃຈ;
        3. ເດັກທີ່ຕ້ອງການການປົກປ້ອງພິເສດ ໝາຍເຖິງເດັກກຳພ້າ, ກຳພອຍ, ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກທຳຮ້າຍຮ່າງກາຍ, ເດັກທີ່ຖືກຂູດຮີດ ແລະ ທາລຸນທາງເພດ, ເດັກທີ່ຕົກເປັນ ເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກຢູ່ໃນສະພາບທີ່ເປັນອັນຕະລາຍຮ້າຍແຮງຕໍ່ ສຸຂະພາບ, ຊີວິດ ຫລື ຖືກຂູດຮີດແຮງງານ, ເດັກທີ່ຕິດຢາເສບຕິດ ແລະ ເດັກທີ່ບໍ່ໄດ້ຮັບຄວາມຍຸຕິທຳ ໃນການດຳເນີນຄະດີ;
        4. ເດັກທີ່ຕົກຢູ່ໃນຄວາມສ່ຽງ ໝາຍເຖິງ ເດັກທີ່ດຳລົງຊີວິດຢູ່ໃນສະພາບທີ່ເຮັດໃຫ້ເດັກ ເສຍໂອກາດ, ມີຄວາມອັນຕະລາຍ ແຕ່ຍັງບໍ່ທັນສົ່ງຜົນກະທົບ ຕໍ່ການພັດທະນາຂອງເດັກ;
        5. ດ້ອຍໂອກາດ ໝາຍເຖິງ ການຂາດເງື່ອນໄຂ ໃນການເຂົ້າເຖິງການບໍລິການທາງດ້ານ ການສຶກສາ, ວິຊາຊີບ, ການປິ່ນປົວສຸຂະພາບ, ການໃຫ້ຄຳປຶກສາ ທາງດ້ານຈິດໃຈ, ສະບຽງອາຫານ, ເຄື່ອງໃຊ້ສອຍ ແລະທີ່ຢູ່ອາໃສ;
        6. ໄພພິບັດ ໝາຍເຖິງ ໄພອັນຕະລາຍທີ່ເກີດຂຶ້ນ ຈາກທໍາມະຊາດ ແລະ ການກະທໍາ ຂອງມະນຸດເຊັ່ນ: ອັກຄີໄພ, ອຸທົກກະໄພ, ວາຕະໄພ, ໄພແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ, ອາກາດຫນາວ, ໝາກເຫັບຕົກ, ດິນເຈື່ອນ, ແຜ່ນດິນໄຫວ, ພູເຂົາໄຟລະເບີດ ຊຶ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ, ເສດຖະກິດ ແລະສິ່ງແວດລ້ອມ;
        7. ການຊ່ວຍເຫລືອສຸກເສີນ ໝາຍເຖິງ ການກູ້ຊີວິດ, ຊັບສິນຂອງພົນລະເມືອງ ແລະ ການບັນເທົາທຸກ ແກ່ຜູ້ກຳລັງປະສົບໄພພິບັດ;
        8. ວັດຖຸທີ່ໃຊ້ໃນການສົງເຄາະ ໝາຍເຖິງ ສະບຽງອາຫານ, ເຄື່ອງໃຊ້ໃນຄົວເຮືອນ,ເຄື່ອງນຸ່ງຫົ່ມ, ສິ່ງປຸກສ້າງ ແລະ ເຄື່ອງມືປະກອບອາຊີບ.

ມາດຕາ 4. ພັນທະຂອງພົນລະເມືອງ
     ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລ້ວນແຕ່ມີພັນທະ ໃນການປະກອບສ່ວນເຂົ້າໃນ ວຽກງານສັງຄົມສົງເຄາະ.

ມາດຕາ 5. ຫລັກການພື້ນຖານຂອງວຽກງານສັງຄົມສົງເຄາະ
     ວຽກງານສັງຄົມສົງເຄາະ ໃຫ້ປະຕິບັດຕາມຫລັກການພື້ນຖານ ດັ່ງນີ້:
        1. ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຸ່ມເປົ້າໝາຍ;
        2. ຮັບປະກັນຄວາມສະເໝີພາບ, ໂປ່ງໃສ ແລະ ຍຸຕິທຳ;

ມາດຕາ 6. ຂອບເຂດການນຳໃຊ້ດຳລັດ
     ດຳລັດສະບັບນີ້ ນຳໃຊ້ສຳລັບການຈັດຕັ້ງ, ນິຕິບຸກຄົນ, ຄອບຄົວ ແລະ ບຸກຄົນທີ່ກ່ຽວຂ້ອງ ກັບການເຄື່ອນໄຫວຂອງວຽກງານສັງຄົມສົງເຄາະ.

ໝວດທີ 2
ເປົ້າໝາຍ, ວິທີການ ແລະ ຮູບແບບການສົງເຄາະ

ມາດຕາ 7. ເປົ້າໝາຍທີ່ໄດ້ຮັບການສົງເຄາະ
     ເປົ້າໝາຍທີ່ຈະໄດ້ຮັບການສົງເຄາະ ມີດັ່ງນີ້:
       1. ເດັກກຳພ້າ, ກຳພອຍ ອາຍຸຕໍ່າກວ່າ 18 ປີ, ຂາດທີ່ເພິ່ງອາໄສ, ຂາດຜູ້ດູແລ ຫຼື ອາໄສ ຢູນຳຄອບຄົວທີ່ທຸກຍາກ;
       2. ຜູ້ພິການທາງດ້ານຮ່າງກາຍ ຫຼື ມັນສະໝອງ ບໍ່ສາມາດກຸ້ມຕົນເອງໄດ້ ທີ່ຂາດຜູ້ດູແລ ຫຼື ອາໄສ ຢູ່ນຳຄອບຄົວທີ່ທຸກຍາກ;
       3. ຜູ້ອາຍຸສູງ ຫົກສິບປີຂຶ້ນໄປ ທີ່ປ່ຽວພອຍ, ທຸກຍາກ ຫຼື ອາໄສຢູ່ນຳຜູ້ທຸກຍາກ;
       4. ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ທຸກຍາກ ຫຼືຕິດແປດພະຍາດ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບ ແລະ ຊີວິດ;
       5. ບຸກຄົນ ຫລື ຄອບຄົວ ທີ່ປະສົບໄພເຄາະຮ້າຍຈາກໄພພິບັດ.

ມາດຕາ 8. ວິທີການສົງເຄາະ
     ວິທີການສົງເຄາະ ປະກອບມີ 2 ວິທີຄື: ວິທີສຸກເສີນ ແລະ ວິທີປົກກະຕິ .
       1. ວິທີສຸກເສີນ ແມ່ນການຊ່ວຍເຫຼືອໂດຍທັນທີ ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດທີ່ເກີດຂຶ້ນ;
       2. ວິທີປົກກະຕິ ແມ່ນການຊ່ວຍເຫຼືອໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກໄພພິບັດ ແລະ ຜູ້ດ້ອຍໂອກາດ ຫຼັງໄດ້ຮັບຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ;
       3. ການສືບຕໍ່ໃຫ້ການຊ່ວຍເຫຼືອແຕ່ລະຄັ້ງ ຕ້ອງມີການທົບທວນຄືນ ກ່ຽວກັບເງື່ອນໄຂຂອງບຸກຄົນ ແລະ ຄອບຄົວ ຢ່າງເປັນລາຍລັກອັກສອນ ຈາກພາກສ່ວນກ່ຽວຂ້ອງ.

ມາດຕາ 9. ຮູບແບບການສົງເຄາະ
     ຮູບແບບການສົງເຄາະ ປະກອບດ້ວຍ:
       1. ຊ່ວຍເປັນເງິນ ຫຼື ເປັນວັດຖຸ;
       2. ຊ່ວຍຍົກຍ້າຍໄປຢູ່ສະຖານທີ່ປອດໄພ;
       3. ຊ່ວຍເບິ່ງແຍງຊີວິດການເປັນຢູ່ ແລະ ສຸຂະພາບ;
       4. ຊ່ວຍຝຶກອົບຮົມວິຊາຊີບ.

ໝວດທີ 3
ປະເພດການສົງເຄາະ

ມາດຕາ10.  ປະເພດການສົງເຄາະ
     ການສົງເຄາະ ປະກອບດ້ວຍ 7 ປະເພດຄື:
       1. ການຈັດຫາ ແລະ ການປຸກສ້າງທີ່ຢູ່ອາໃສ;
       2. ການຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ;
       3. ການຊ່ວຍເຫຼືອດ້ານການແພດ;
       4. ການຊ່ວຍເຫຼືອດ້ານກົດຫມາຍ;
       5. ການຊ່ວຍເຫຼືອດ້ານການສຶກສາ;
       6. ການຊ່ວຍເຫຼືອຝຶກວິຊາຊີບ, ພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳ;
       7. ການຊ່ວຍຊາປານະກິດສົບ.

ມາດຕາ 11. ການຈັດຫາ ແລະ ການປຸກສ້າງທີ່ພັກອາໄສ
     ການຈັດຫາ ແລະການປຸກສ້າງທີ່ພັກອາໄສ ປະກອບດ້ວຍ:
       1. ການຈັດຫາທີ່ພັກຊົ່ວຄາວໃຫ້ຜູ້ປະສົບເຄາະຮ້າຍຈາກໄພພິບັດ;
       2. ສົມທົບປຸກສ້າງທີ່ຢູ່ອາໃສຊົ່ວຄາວ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດ;
       3. ສ້າງສູນຊ່ວຍເຫລືອເດັກທີ່ຕ້ອງການປົກປ້ອງພິເສດ,ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ.

ມາດຕາ 12. ການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ
     ການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ ປະກອບດ້ວຍ ການຊ່ວຍເຫລືອບັນເທົາທຸກ ແລະ ຊ່ວຍເຫລືອຟື້ນຟູຊີວິດການເປັນຢູ່.

ມາດຕາ 13. ການຊ່ວຍເຫລືອດ້ານການແພດ
     ການຊ່ວຍເຫລືອດ້ານການແພດ ປະກອບດ້ວຍ ການໃຫ້ຄຳປຶກສາ ດ້ານການແພດ, ການກັນພະຍາດ, ການກວດ, ການປິ່ນປົວ, ການຟື້ນຟູ ແລະ ສົ່ງເສີມສຸຂະພາບ.

ມາດຕາ 14. ການຊ່ວຍເຫລືອດ້ານກົດໝາຍ
     ການຊ່ວຍເຫລືອດ້ານກົດໝາຍ ແມ່ນການໃຫ້ການຊ່ວຍເຫຼືອ ດ້ວຍການໃຫ້ຄຳປຶກສາ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເປົ້າໝາຍ ແລະ ກຸ່ມເປົ້າໝາຍ ຕາມກົດໝາຍຂອງ ສປປ ລາວ, ຕາມສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ມາດຕາ 15. ການຊ່ວຍເຫລືອດ້ານການສຶກສາ
     ເດັກທີ່ຕ້ອງການໄດ້ຮັບການປົກປ້ອງພິເສດ, ເດັກດ້ອຍໂອກາດ ທີ່ຕົກຢູ່ໃນຄວາມສ່ຽງ ຈະໄດ້ຮັບການຊ່ວຍເຫລືອ ທຶນການສຶກສາ ຕາມກົດໝາຍ ວ່າດ້ວຍການສຶກສາ.

ມາດຕາ 16. ການຝຶກວິຊາຊີບ, ພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳ
     ເດັກທີ່ຕ້ອງການໄດ້ຮັບການປົກປ້ອງພິເສດ, ເດັກດ້ອຍໂອກາດ ທີ່ຕົກຢູ່ໃນຄວາມສ່ຽງ, ຜູ້ດ້ອຍໂອກາດ ຈະໄດ້ຮັບການຊ່ວຍເຫລືອໃນການຝຶກວິຊາຊີບ, ພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳ ເພື່ອໃຫ້ມີລາຍໄດ້ສາມາດກຸ້ມຕົນເອງ.

ມາດຕາ 17. ການຊ່ວຍເຫຼືອຊາປານະກິດສົບຜູ້ເສຍຊີວິດ
     ຜູ້ທີ່ຢູ່ໃນກຸ່ມເປົ້າໝາຍຕາມກຳນົດໄວ້ໃນມາດຕາ 7 ຫາກເສຍຊີວິດ ຈະໄດ້ຮັບການຊ່ວຍເຫລືອຊາປະນະກິດສົບ.

ໝວດທີ 4
ກອງທຶນສົງເຄາະ

ມາດຕາ18.  ກອງທຶນສົງເຄາະ
     ກອງທຶນສົງເຄາະ ແມ່ນກອງທຶນໜຶ່ງທີ່ລັດສ້າງຕັ້ງຂຶ້ນຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍສັງຄົມສົງເຄາະ ໃຫ້ແກ່ເປົ້າໝາຍ ແລະ ກຸ່ມເປົ້າໝາຍ ຕາມທີ່ໄດ້ກຳນົດໃນມາດຕາ 7 ຂອງດຳລັດສະບັບນີ້.
     ລັດຖະບານເປັນຜູ້ອອກລະບຽບການໃນການສ້າງຕັ້ງ,ການຄຸ້ມຄອງ ແລະນຳໃຊ້ກອງທຶນສົງເຄາະ.

ມາດຕາ 19. ແຫລ່ງຂອງກອງທຶນສົງເຄາະ
     ກອງທຶນສົງເຄາະ  ປະກອບດ້ວຍເງິນສົດ ຫຼື ວັດຖຸ ຊຶ່ງໄດ້ມາຈາກ:
       1. ງົບປະມານຂອງລັດ;
       2. ການບໍລິຈາກຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ;
       3. ການຊ່ວຍເຫລືອລ້າຈາກອົງການຈັດຕັ້ງຕ່າງໆຂອງສາກົນ;
       4. ການຈັດກິດຈະກຳຫາລາຍໄດ້ ເພື່ອການສົງເຄາະຕ່າງໆ;
       5. ດອກເບ້ຍເງິນຝາກຂອງກອງທຶນ.

ໝວດທີ 5
ສິດ ແລະ ພັນທະ ຂອງຜູ້ທີ່ໄດ້ຮັບການສົງເຄາະ

ມາດຕາ 20.  ສິດຂອງຜູ້ທີ່ໄດ້ຮັບການສົງເຄາະ
     ຜູ້ທີ່ໄດ້ຮັບການສົງເຄາະມີສິດ ດັ່ງນີ້:
       1. ຮັບເອົາການຊ່ວຍເຫລືອແລະ ນຳໃຊ້ຢ່າງຖືກຕ້ອງ;
       2. ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບການສົງເຄາະ;
       3. ຕຳນິ, ສົ່ງຂ່າວ, ຮ້ອງຮຽນ, ຮ້ອງທຸກ ແລະ ຮ້ອງຟ້ອງ ຕໍ່ການກະທຳທີ່ບໍ່ຖືກຕ້ອງກ່ຽວກັບການສົງເຄາະ;
       4. ສິດອື່ນຕາມລະບຽບກົດໝາຍ.

ມາດຕາ 21. ພັນທະຂອງຜູ້ທີ່ໄດ້ຮັບການສົງເຄາະ
     ຜູ້ທີ່ໄດ້ຮັບການສົງເຄາະມີພັນທະ ດັ່ງນີ້:
       1. ສະໜອງຂໍ້ມູນສະພາບຄວາມເປັນຈິງຂອງຕົນເອງ ແລະ ຄອບຄົວ;
       2. ເຂົ້າຮ່ວມເຄື່ອນໄຫວວຽກງານສັງຄົມສົງເຄາະ;
       3. ພັດທະນາຕົນເອງ ແລະ ຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນ;

ໝວດທີ 6
ຂໍ້ຫ້າມ

ມາດຕາ 22. ຂໍ້ຫ້າມສຳລັບພະນັກງານ ຫຼື ເຈົ້າໜ້າທີ່ສັງຄົມສົງເຄາະ
     ຫ້າມພະນັກງານ ຫຼື ເຈົ້າໜ້າທີ່ສັງຄົມສົງເຄາະ ມີພຶດຕິກຳ ດັ່ງນີ້:
       1. ສວຍໃຊ້ອຳນາດ, ຕຳແໜ່ງ, ໜ້າທີ່ ເພື່ອຍັກຍອກ, ຫາຜົນປະໂຫຍດສ່ວນຕົວ ຫລື ສ້າງຄວາມເສຍຫາຍແກ່ຜູ້ອື່ນ;
       2. ໃຊ້ຄວາມຮຸນແຮງ, ອາວຸດ, ທໍລະມານ, ການກະທຳ ແລະວາຈາທີ່ບໍ່ເໝາະສົມ;
       3. ປະລະໜ້າທີ່ ແລະ ຫລົບຫລີກ ການເຄື່ອນໄຫວວຽກງານ;
       4. ເມີນເສີຍ, ປະໝາດ, ຂາດຄວາມຮັບຜິດຊອບ, ບິດເບືອນຄວາມຈິງ;
       5. ຕົວະຍົວະ, ຫລອກລວງ, ທວງເອົາ, ຂໍເອົາ, ຮັບເອົາ ຫລື ໃຫ້ສິນບົນ;
       6. ໃຊ້ພຶດຕິກຳອື່ນທີ່ເປັນການລະເມີດດຳລັດສະບັບນີ້ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 23.  ຂໍ້ຫ້າມສຳລັບຜູ້ທີ່ໄດ້ຮັບການສົງເຄາະ
     ຫ້າມຜູ້ທີ່ໄດ້ຮັບການສົງເຄາະ ມີພຶດຕິກຳ ດັ່ງນີ້:
       1. ໃຫ້ຂໍ້ມູນເທັດ ແລະປອມແປງເອກະສານ;
       2. ສົມຮູ້ຮ່ວມຄິດແກ່ພະນັກງານ ຫລື ເຈົ້າໜ້າທີ່;
       3. ບິດເບືອນ, ກ່າວຫາພະນັກງານ, ເຈົ້າໜ້າທີ່ ຫລື ການຈັດຕັ້ງ ໂດຍບໍ່ມີມູນຄວາມຈິງ;
       4. ໃຊ້ພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ດຳລັດສະບັບນີ້ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 24.  ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ
     ຫ້າມບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
       1. ສວຍໂອກາດສໍ້ລາດບັງຫລວງ;
       2. ສົມຮູ້ຮ່ວມຄິດກັບເປົ້າໝາຍເພື່ອສໍ້ໂກງ;
       3. ການບໍລິຈາກວັດຖຸ, ສິ່ງຂອງທີ່ໝົດອາຍຸນຳໃຊ້ ຫລື ບໍ່ມີຄຸນນະພາບ.

ໝວດທີ 7
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 25 . ອົງການແກ້ໄຂຂໍ້ຂັດແຍ່ງ
     ອົງການແກ້ໄຂຂໍ້ຂັດແຍ່ງ ປະກອບດ້ວຍ:
       1. ອົງການປົກຄອງທ້ອງຖິ່ນ;
       2. ຂະແໜງການທີ່ກ່ຽວຂ້ອງ;
       3. ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ;
       4. ສານປະຊາຊົນ.

ມາດຕາ 26. ປະເພດຂໍ້ຂັດແຍ່ງ
     ຂໍ້ຂັດແຍ່ງປະກອບດ້ວຍ 2 ປະເພດຄື:
       1. ຜົນປະໂຫຍດກ່ຽວກັບການປະຕິບັດນະໂຍບາຍສົງເຄາະ ດ້ານປະລິມານ ແລະ ຄຸນນະພາບ ແລະ ກຳນົດເວລາ;
       2. ການບໍ່ປະຕິບັດສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໃນດຳລັດສະບັບນີ້.

ມາດຕາ 27.  ຮູບການແກ້ໄຂຂໍ້ຂັດແຍ່ງ
     ຮູບການແກ້ໄຂຂໍ້ຂັດແຍ່ງ ປະກອບດ້ວຍ: ການແກ້ໄຂທາງບໍລິຫານ ແລະ ການແກ້ໄຂຕາມຂະບວນການຍຸຕິທຳ.

ມາດຕາ 28. ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງ
     ຂໍ້ຂັດແຍ່ງເກີດຂຶ້ນຢູ່ຂັ້ນໃດ ຕ້ອງແມ່ນຂັ້ນນັ້ນເປັນຜູ້ແກ້ໄຂ, ຖ້າບໍ່ສາມາດ ຕົກລົງກັນໄດ້ ຈຶ່ງສະເໜີຕໍ່ຂັ້ນເທິງຖັດໄປ, ຖ້າຫາກຍັງແກ້ໄຂບໍ່ໄດ້ ແມ່ນໃຫ້ຮ້ອງຟ້ອງຕໍ່ສານປະຊາຊົນ ຕາມຂະບວນການຍຸຕິທຳ.

ໝວດທີ 8
ການຄຸ້ມຄອງ ແລະການກວດກາວຽກງານສັງຄົມສົງເຄາະ

ມາດຕາ 29.  ອົງການຄຸ້ມຄອງ ແລະ ກວດກາວຽກງານສັງຄົມສົງເຄາະ
     ອົງການຄຸ້ມຄອງ ແລະ ກວດກາວຽກງານສັງຄົມສົງເຄາະ ປະກອບດ້ວຍ:
        1. ກະຊວງແຮງງານ ແລະສະຫວັດດີການສັງຄົມ;
        2. ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ;
        3. ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ, ເທດສະບານ.

ມາດຕາ 30.  ສິດ ແລະ ໜ້າທີ່ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ
     ໃນການຄຸ້ມຄອງວຽກງານສັງຄົມສົງເຄາະ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າແຜນນະໂຍບາຍ, ແຜນຍຸດທະສາດ, ລະບຽບການ, ກົນໄກ ແລະ ແຜນງົບປະມານຮັບໃຊ້ວຽກງານ ສັງຄົມສົງເຄາະ ສະເໜີລັດຖະບານພິຈາລະນາ;
       2. ອອກລະບຽບການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະແຈ້ງການກ່ຽວກັບວຽກງານສັງຄົມສົງເຄາະ;
       3. ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ນິຕິກຳຕ່າງໆກ່ຽວກັບວຽກງານສັງຄົມສົງເຄາະ;
       4. ກໍ່ສ້າງ, ບຳລຸງພະນັກງານວິຊາການ ກ່ຽວກັບວຽກງານສັງຄົມສົງເຄາະ;
       5. ຊີ້ນຳ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານກ່ຽວກັບສັງຄົມສົງເຄາະ;
       6. ຄຸ້ມຄອງ, ຕິດຕາມ, ກວດກາ ແລະຊຸກຍູ້ມູນນິທິ, ສະມາຄົມ ແລະ ການຈັດຕັ້ງທີ່ເຄື່ອນໄຫວ ວຽກງານສັງຄົມສົງເຄາະ ຕາມພາລະບົດບາດຂອງຕົນ;
       7. ປະສານສົມທົບກັບຂະແໜງການ ແລະ ການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງກັບວຽກງານສັງຄົມສົງເຄາະ;
       8. ສັງລວມຂໍ້ມູນ, ສະຖິຕິກ່ຽວກັບວຽກງານສັງຄົມສົງເຄາະ;
       9. ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານສັງຄົມສົງເຄາະ;
       10. ສະຫລຸບ, ລາຍງານ ວຽກງານສັງຄົມສົງເຄາະໃຫ້ລັດຖະບານ;
       11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 31. ສິດ ແລະ ໜ້າທີ່ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍແຜນນະໂຍບາຍ, ແຜນຍຸດທະສາດ, ລະບຽບກົດໝາຍ ແລະ ແຜນພັດທະນາ ກ່ຽວກັບ ວຽກງານສັງຄົມສົງເຄາະ;
       2. ຂຶ້ນແຜນງົບປະມານປະຈຳປີ ເພື່ອຮັບໃຊ້ວຽກງານສັງຄົມສົງເຄາະ;
       3. ຊີ້ນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງມູນນິທິ, ສະມາຄົມ ແລະ ການຈັດຕັ້ງຕ່າງໆ ເຄື່ອນໄຫວວຽກງານ ສັງຄົມສົງເຄາະຢູ່ທ້ອງຖິ່ນຕາມພາລະບົດບາດຂອງຕົນ;
       4. ຢັ້ງຢືນຂໍ້ມູນສະຖິຕິກ່ຽວກັບວຽກງານສັງຄົມສົງເຄາະ;
       5. ປະສານສົມທົບກັບບັນດາພະແນກການ ແລະ ການຈັດຕັ້ງຕ່າງໆຂັ້ນແຂວງ ກ່ຽວກັບວຽກງານສັງຄົມສົງເຄາະ;
       6. ລະດົມທຶນຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານສັງຄົມສົງເຄາະ;
       7. ຮັບພິຈາລະນາ ແລະແກ້ໄຂຄຳຮ້ອງທຸກ ຕາມສິດ ແລະໜ້າທີ່ຂອງຕົນ;
       8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ ຢູ່ທ້ອງຖິ່ນຂອງຕົນ;

ມາດຕາ 32. ສິດ ແລະໜ້າທີ່ຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ເທດສະບານ
     ໃນການຄຸ້ມຄອງວຽກງານສັງຄົມສົງເຄາະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ເກັບກຳຂໍ້ມູນສະຖິຕິວຽກງານສັງຄົມສົງເຄາະ;
       2. ສ້າງແຜນການ ແລະ ແຜນງົບປະມານ ເພື່ອຮັບໃຊ້ວຽກງານສັງຄົມສົງເຄາະ;
       3. ປະສານສົມທົບກັບຫ້ອງການ ແລະ ການຈັດຕັ້ງຕ່າງໆ;
       4. ປຸກລະດົມຊຸກຍູ້ໃຫ້ຊຸມຊົນ ແລະ ສັງຄົມມີສ່ວນຮ່ວມ;
       5. ຈັດຕັ້ງປະຕິບັດການຊ່ວຍເຫຼືອ ແລະ ການບໍລິການ;
       6. ຕິດຕາມ, ປະເມີນຜົນ ແລະ ສະຫຼຸບລາຍງານ;
       7. ຮັບ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງທຸກ.

ມາດຕາ 33.  ເນື້ອໃນການກວດກາ
     ເນື້ອໃນການກວດກາວຽກງານສັງຄົມສົງເຄາະ ມີດັ່ງນີ້:
       1. ການຈັດຕັ້ງປະຕິບັດຫຼັກການ, ລະບຽບການ ແລະ ແຜນການກ່ຽວກັບວຽກງານສົງເຄາະ;
       2. ລາຍຮັບ-ລາຍຈ່າຍກອງທຶນສົງເຄາະ;
       3. ປະລິມານ ແລະ ຄຸນນະພາບຂອງການຊ່ວຍເຫຼືອ;
       4. ຄຳຮ້ອງ, ຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ;
       5.ຄວາມຮັບຜິດຊອບ ແລະ ການປະພຶດ ຂອງພະນັກງານທີ່ຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ.

ມາດຕາ 34.  ຮູບການກວດກາ
     ຮູບການກວດກາ ປະກອບດ້ວຍ:
       1. ກວດກາປົກກະຕິ ຊຶ່ງແມ່ນການກວດຕາມແຜນການທີ່ໄດ້ກຳນົດໄວ້;
       2. ກວດກາເພື່ອຕິດຕາມຜົນ ແມ່ນການກວດກາຄືນພາຍຫຼັງທີ່ໄດ້ກ່າວເຕືອນ ຫລື ແນະນຳ ໃຫ້ມີການປັບປຸງປ່ຽນແປງ;
       3. ກວດກາກະທັນຫັນ ແມ່ນການກວດກາໂດຍບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ.
     ການດຳເນີນການກວດກາ ໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໝວດທີ 9
ການຍ້ອງຍໍຕໍ່ຜູ້ທີ່ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 35. ການຍ້ອງຍໍຕໍ່ຜູ້ທີ່ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ແລະ ຊັບສິນ ເຂົ້າໃນວຽກງານສັງຄົມສົງເຄາະ ຈະໄດ້ຮັບການຍ້ອງຍໍຕາມຄວາມເໝາະສົມ.

ມາດຕາ 36.  ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງໃດຫາກລະເມີດດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ຫຼື ຖືກລົງໂທດຕາມກົດໝາຍ.

ໝວດທີ 10
ບົດບັນຍັດສຸດທ້າຍ

ມາດຕາ 37. ການຈັດຕັ້ງປະຕິບັດ
     ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກຄຳແນະນຳລະອຽດ ເພື່ອຈັດຕັ້ງປະຕິບັດ ດຳລັດສະບັບນີ້ໃຫ້ມີປະສິດທິຜົນ.
     ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 38. ຜົນສັກສິດ
     ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.


ນາຍົກລັດຖະມົນຕີ

ທອງສິງ ທຳມະວົງ 

ຜູ້ໃຫ້ການສະໜັບສະໜູນ