ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ( ສະບັບປັບປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ສາທາລະນະສຸກ
ວັນທີ່ ນິຕິກໍາ : 21-12-2011
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 09-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 07 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 21 ທັນ​ວາ  2011

ກົດໝາຍ
ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ
( ສະບັບປັບປຸງ )
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການນຳໃຊ້, ການຄຸ້ມຄອງ, ການຕິດຕາມ, ການກວດກາ ວຽກງານການ ຢາ ແລະ ຜະລິດຕະພັນການແພດ ເພື່ອໃຫ້ມີຄຸນນະພາບ, ປະສິດທິພາບ, ຄວາມປອດໄພ, ລາຄາເໝາະສົມ ແນໃສ່ຮັບປະກັນ ການກັນພະຍາດ ແລະ ການປິ່ນປົວ ໃຫ້ທຸກຄົນມີສຸຂະພາບແຂງແຮງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2. ຢາ ແລະ ຜະລິດຕະພັນການແພດ
     ຢາ ແມ່ນ ວັດຖຸຢ່າງໜຶ່ງ ຫຼື ວັດຖຸປະກອບຫຼາຍຢ່າງທີ່ອອກລິດ ແລະ ບໍ່ອອກລິດ ປະສົມເຂົ້າກັນ ເພື່ອນຳໃຊ້ສຳລັບກັນພະຍາດ ແລະ ປິ່ນປົວ, ຊ່ວຍໃນການພິສູດ ແລະ ບົ່ງມະຕິພະຍາດ, ບັນເທົາອາການເຈັບປວດ, ດັດແກ້, ປັບປຸງ, ເຊີດຊູ, ບຳລຸງ, ຮັກສາ ຫຼື ປ່ຽນແປງໜ້າທີ່ການຂອງຮ່າງກາຍ, ຟື້ນຟູສຸຂະພາບກາຍ ແລະ ຈິດຂອງຄົນ. ຢາ ປະກອບດ້ວຍ ຢາຫຼວງ ແລະ ຢາພື້ນເມືອງ.
     ຜະລິດຕະພັນການແພດ ແມ່ນ ວັດຖຸ ຫຼື ທາດໃດໜຶ່ງ ທີ່ມີການນຳໃຊ້ເຂົ້າໃນວົງການແພດ ລວມທັງຜະລິດຕະພັນໃດໜຶ່ງ ທີ່ນຳໃຊ້ທົ່ວໄປໃນສັງຄົມ ເຊັ່ນ ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສຳອາງ, ເຄມີຄວບຄຸມ ແລະ ເຄມີອັນຕະລາຍ ທີ່ໃຊ້ໃນຄົວເຮືອນ.

ມາດຕາ 3. ການອະທິບາຍຄຳສັບ
     ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ຢາຫຼວງ ໝາຍເຖິງ ຜະລິດຕະພັນຢາທີ່ໄດ້ຜ່ານການປຸງແຕ່ງສຳເລັດຮູບຕາມສູດຕຳລາ ແລະ ກຳມະວິທີວິທະຍາສາດ ທີ່ແນ່ນອນ ຊຶ່ງມີການຫຸ້ມຫໍ່ ແລະ ຕິດສະຫຼາກ ໃນນັ້ນສ່ວນປະກອບທີ່ອອກລິດໄດ້ຖືກດັດແປງໃຫ້ເໝາະສົມກັບການນຳໃຊ້ສຳລັບຄົນ;
       2. ຢາພື້ນເມືອງ ໝາຍເຖິງ ຜະລິດຕະພັນຢາທີ່ໄດ້ມາຈາກພືດ, ຕົ້ນໄມ້, ສັດ, ແຮ່ທາດ ຫຼື/ແລະ ພາກສ່ວນໃດໜຶ່ງຂອງພືດ, ຕົ້ນໄມ້ ແລະ ສັດ ທີ່ເປັນຢາ ຊຶ່ງໄດ້ນຳມາປຸງແຕ່ງ, ຫຸ້ມຫໍ່ ແລະ ຕິດ ສະຫຼາກ. ໃນນັ້ນ ລັກສະນະ ແລະ ຄວາມແຮງຂອງການອອກລິດນັ້ນ ໄດ້ຮັບການພິສູດແລ້ວ ຫຼື ຍັງບໍ່ທັນໄດ້ຮັບການພິສູດດ້ວຍວິທະຍາສາດປັດຈຸບັນ, ແຕ່ຕ້ອງຖືກຮັບຮູ້ຈາກກະຊວງສາທາລະ ນະສຸກ;
       3. ຢາ ແລະ ຜະລິດຕະພັນການແພດປອມ ໝາຍເຖິງ ຢາຫຼວງ, ຢາພື້ນເມືອງ, ຊັບພະຍາກອນທຳມະຊາດທີ່ເປັນຢາ, ເຄື່ອງສຳອາງ, ຜະລິດຕະພັນເສີມສຸຂະພາບ, ອຸປະກອນການແພດ, ເຄມີຄວບຄຸມ ແລະ ເຄມີອັນຕະລາຍໃດໜຶ່ງ ທີ່ມີການປອມແປງ ຫຼື ລອກແບບ ຫຼື ຮຽນແບບຈາກຜະລິດຕະພັນທີ່ໄດ້ຜະລິດ ຫຼືື ຈຳໜ່າຍ ແລະ ໄດ້ຂຶ້ນທະບຽນຢ່າງຖືກຕ້ອງແລ້ວ ໂດຍເຈດຕະນາ ເພື່ອຈຸດປະສົງທາງການຄ້າ;
       4. ຢາຕົກມາດຕະຖານ ໝາຍເຖິງ ຢາຫຼວງ ຫຼືື ຢາພື້ນເມືອງໃດໜຶ່ງ ຊຶ່ງສ່ວນປະກອບບໍ່ກົງກັບ ສູດຕຳລາຂອງຢາທີ່ໄດ້ຂຶ້ນທະບຽນແລ້ວ;
       5. ຢາເສັຍຄຸນນະພາບ ໝາຍເຖິງ ຢາຫຼວງ ຫຼືື ຢາພື້ນເມືອງ ທີ່ມີການປ່ຽນແປງຄຸນລັກສະນະ ທາງດ້ານວັດຖຸ ຫຼືື ເຄມີ ຈາກຮູບແບບຕາມມາດຕະຖານເດີມ ກ່ອນວັນໝົດອາຍຸ;
       6. ຢາໃໝ່ ໝາຍເຖິງ ຢາຫຼວງ ຫຼືື ຢາພື້ນເມືອງໃດໜຶ່ງ ທີ່ໄດ້ຜະລິດ ຫຼືື ນຳເຂົ້າໃໝ່ ຊຶ່ງບໍ່ທັນໄດ້ວາງຈຳໜ່າຍ ແລະ ນຳໃຊ້ມາກ່ອນ ຢູ່ ສປປ ລາວ;
       7. ຊັບພະຍາກອນທຳມະຊາດທີ່ເປັນຢາ ໝາຍເຖິງ ວັດຖຸໃດໜຶ່ງ ທີ່ໄດ້ມາຈາກແຫຼ່ງທຳມະຊາດ ເຊັ່ນ ພືດ, ຕົ້ນໄມ້, ແຮ່ທາດ ແລະ ສັດ ທີ່ສາມາດໃຊ້ເປັນວັດຖຸດິບ ເພື່ອຜະລິດເປັນຢາ ຫຼື ຜະລິດຕະພັນເສີມສຸຂະພາບ;
       8. ຜະລິດຕະພັນເສີມສຸຂະພາບ ໝາຍເຖິງ ຜະລິດຕະພັນທີ່ໄດ້ມາຈາກພືດ, ຕົ້ນໄມ້, ແຮ່ທາດ, ສັດ ແລະ ວິຕາມິນຕ່າງໆ ທີ່ໄດ້ຜ່ານການປຸງແຕ່ງ, ການຫຸ້ມຫໍ່ ແລະ ຕິດສະຫຼາກ ຕົ້ນຕໍ ແມ່ນເພື່ອນຳ ໃຊ້ເຂົ້າໃນການເສີມສ້າງບາງຈຸລັງໃນຮ່າງກາຍ ແຕ່ຫາກບໍ່ແມ່ນນຳໃຊ້ ເພື່ອກັນພະຍາດ ແລະ ປິ່ນປົວ;
       9. ອຸປະກອນການແພດ ໝາຍເຖິງ ເຄື່ອງມືການແພດ ທີ່ເປັນເຄື່ອງໃຊ້, ເຄື່ອງຈັກ, ວັດຖຸໃນສະພາບແຫຼວ, ແຂງ, ເປັນອາຍ, ເປັນແສງ ທີ່ໃຊ້ໃນການບົ່ງມະຕິ ຫຼືື ວັດຖຸທີ່ຄ້າຍຄື ທີ່ມີຈຸດປະສົງນຳໃຊ້ ຕາມການບົ່ງໃຊ້ຂອງຜູ້ຜະລິດ, ອາດນຳໃຊ້ດ່ຽວ ຫຼື ນຳໃຊ້ຮ່ວມກັນກັບຊະນິດອື່ນ ຊຶ່ງອາດໃຊ້ເທື່ອດຽວ ຫຼື ຫຼາຍເທື່ອກໍໄດ້; 
       10. ຜະລິດຕະພັນເຄື່ອງສຳອາງ ໝາຍເຖິງ ສານ ຫຼື ການປຸງແຕ່ງໃດໜຶ່ງ ທີ່ໃຊ້ ທາ, ນວດ, ຂັດ, ສີດພົ່ນ ໃສ່ພາກສ່ວນໃດໜຶ່ງ ຂອງຮ່າງກາຍ ( ຜິວໜັງ, ລະບົບຜົມ, ແຂ້ວ, ເລັບ, ສົບ, ປາກ ) ເພື່ອທຳຄວາມສະອາດ, ເຮັດໃຫ້ກິ່ນຫອມ ແລະ ສວຍງາມ;
       11. ເຄມີອັນຕະລາຍ ໝາຍເຖິງ ທາດ ຫຼື ສານປະກອບ ທີ່ເປັນພິດ ຫຼື ເປັນອັນຕະລາຍ ແລະ ມີຜົນກະທົບຕໍ່ມະນຸດ, ສັດ ແລະ ສິ່ງແວດລ້ອມ ຊຶ່ງນຳໃຊ້ເຂົ້າໃນການປ້ອງກັນ, ກຳຈັດ ຫຼື ຄວບຄຸມສັດກັດແຫ້ນ, ປວກ, ແມງໄມ້ຕ່າງໆ ຕາມອາຄານຄົວເຮືອນ ລວມເຖິງ ເຄມີທີ່ນຳໃຊ້ເຂົ້າໃນການອະເຊື້ອ, ຂ້າເຊື້ອພະຍາດ ແລະ ທຳຄວາມສະອາດສະຖານທີ່, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສອຍ ຕ່າງໆ;
       12. ເຄມີຄວບຄຸມ ໝາຍເຖິງ ສານເຄມີຕົ້ນ ແລະ ສານເຄມີສຳຮອງ ຊຶ່ງຖືກຄວບຄຸມ ຕາມບັນຊີຂອງ ກະຊວງສາທາລະນະສຸກ;
       13. ເພສັດຊະກອນ ໝາຍເຖິງ ບຸກຄົນ ທີ່ໄດ້ສຳເລັດການສຶກສາ ດ້ານວິຊາການການຢາ ໂດຍມີປະກາສະນິຍະບັດຊັ້ນປະລິນຍາຕີຂຶ້ນໄປ;
       14. ບັນຊີຢາຈຳເປັນພື້ນຖານ ໝາຍເຖິງ ບັນຊີຢາຈຳເປັນຕົ້ນຕໍ ແມ່ນເພື່ອໃຊ້ໃນການກັນພະຍາດ, ປິ່ນປົວ ແລະ ຮັກສາສຸຂະພາບ ຂອງທຸກຄົນ ແລະ ມີໄວ້ບໍລິການ ທຸກເວລາ ແລະ ຢູ່ທຸກລະດັບຂອງສະຖານທີ່ບໍລິການສາທາລະນະສຸກ ໂດຍອີງໃສ່ສະພາບການເປັນພະຍາດທີ່ແຜ່ຫຼາຍ ແລະ ສະພາບການດ້ານເສດຖະກິດຂອງປະເທດ. ຢາຈຳເປັນພື້ນຖານ ສ່ວນຫຼາຍແມ່ນຢາດ່ຽວທີ່ມີຊື່ເອກະພາບສາກົນ;
       15. ຊື່ເອກະພາບສາກົນ ໝາຍເຖິງ ຊື່ຜະລິດຕະພັນຢາ ຫຼື ຊື່ ຂອງ ຕົວຢາຕົ້ນຕໍທີ່ຮັບຮູ້ຢ່າງເປັນທາງການຈາກອົງການອະນາໄມໂລກ ຊຶ່ງນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກ ແລະ ບໍ່ມີໃຜເປັນເຈົ້າຂອງລິຂະສິດ;
       16. ຫົວໜ່ວຍທຸລະກິດ ໝາຍເຖິງ ໂຮງງານຜະລິດ, ບໍລິສັດຂາອອກ-ຂາເຂົ້າ, ສາຂາຈຳໜ່າຍ, ບໍລິສັດ ຂາຍຍົກພາຍໃນ ແລະ ຮ້ານຂາຍຍ່ອຍ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ.

ມາດຕາ 4. ນະໂຍບາຍ ກ່ຽວກັບວຽກງານການຢາ ແລະ ຜະລິດຕະພັນການແພດ
     ລັດ ຊຸກຍູ້ ສົ່ງເສີມໃຫ້ທຸກຄົນເຂົ້າເຖິງວຽກງານ ການຢາ ແລະ ຜະລິດຕະພັນການແພດ ດ້ວຍການນຳໃຊ້ທ່າແຮງຂອງຊັບພະຍາກອນ ທີ່ເປັນຢາ ແລະ ຊຸກຍູ້ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ການປູກ, ລ້ຽງ, ປົກປັກຮັກສາ, ອະນຸລັກ, ຂຸດຄົ້ົ້ນ, ເກັບຊື້, ຄົ້ົ້ນຄວ້າ, ວິໄຈ, ທົດລອງ, ປຸງແຕ່ງ, ຜະລິດເປັນຢາ ແລະ ຜະລິດຕະພັນການແພດ ສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ຢ່າງມີຄຸນນະພາບ ແລະ ໄດ້ມາດ ຕະຖານ ເພື່ອຮັບໃຊ້ພາຍໃນປະເທດ, ທົດແທນການນຳເຂົ້າ ແລະ ເພື່ອສົ່ງອອກ, ສ້າງເງື່ອນໄຂ ອຳນວຍຄວາມ ສະດວກ, ປະກອບພະນັກງານ ແລະ ທຶນຮອນ ໃຫ້ແກ່ວຽກງານດັ່ງກ່າວ ຢ່າງເໝາະສົມ.
     ລັດ ສົ່ງເສີມການນຳໃຊ້ຢາຫຼວງສົມທົບກັບຢາພື້ນເມືອງ ທີ່ມີປະສິດທິພາບ ແລະ ຄວາມປອດໄພເຂົ້າໃນວຽກງານກັນພະຍາດ ແລະ ປິ່ນປົວ, ຊຸກຍູ້ ໃຫ້ມີການເຊື່ອມສານ ການນຳໃຊ້ ແລະ ການພັດທະນາຢາພື້ນເມືອງ ເຂົ້າໃນລະບົບບໍລິການທາງດ້ານສາທາລະນະສຸກ.

ມາດຕາ 5. ຫຼັກການ ກ່ຽວກັບວຽກງານການຢາ ແລະ ຜະລິດຕະພັນການແພດ
     ວຽກງານການຢາ ແລະ ຜະລິດຕະພັນການແພດ ໃຫ້ປະຕິບັດ ຕາມຫຼັກການຕົ້ນຕໍ ດັ່ງນີ້:
       1. ຜະລິດ ຢາ ແລະ ຜະລິດຕະພັນການແພດ ໃຫ້ຖືກຕ້ອງຕາມມາດຕະຖານ;
       2. ຮັບປະກັນ ຄຸນນະພາບ, ປະສິດທິພາບ, ຄວາມປອດໄພ ແລະ ລາຄາເໝາະສົມ ໃນການສະໜອງ, ການເກັບຮັກສາຢາ ແລະ ຜະລິດຕະພັນການແພດ;
       3. ນຳໃຊ້ ຢາ ແລະ ຜະລິດຕະພັນການແພດ ຢ່າງສົມເຫດສົມຜົນ, ຖືກຕ້ອງຕາມຫຼັກການ ການແພດ ຫຼື ຕາມຄຳສັ່ງຂອງແພດ;
       4. ຜະລິດ ແລະ ນຳໃຊ້ ຢາ ແລະ ຜະລິດຕະພັນການແພດ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມຍືນຍົງ ຂອງຊັບພະຍາກອນທຳມະຊາດທີ່ເປັນຢາ.

ມາດຕາ 6. ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳລົງຊີວິດ ແລະ ເຄື່ອນໄຫວທຸລະກິດດ້ານການຢາ ແລະ ຜະລິດຕະພັນການແພດ ຢູ່ ສປປ ລາວ ເທົ່ານັ້ນ.

ມາດຕາ 7. ການຮ່ວມມືສາກົນ
     ລັດ ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການ ຢາ ແລະ ຜະລິດຕະພັນການແພດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຝຶກອົບຮົມ, ການກໍ່ສ້າງພະນັກງານ, ການຊ່ວຍເຫຼືອ ແລະ ການຮ່ວມມືອື່ນໆ.

ພາກທີ II
ບັນຊີ ແລະ ການຈັດປະເພດ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 8. ບັນຊີ ຢາ ແລະ ຜະລິດຕະພັນການແພດ
     ກະຊວງສາທາລະນະສຸກ ເປັນຜູ້ກຳນົດບັນຊີ ຢາ ແລະ ຜະລິດຕະພັນການແພດ ທີ່ອະນຸຍາດ ໃຫ້ຜະລິດ, ສົ່ງອອກ, ນຳເຂົ້າ, ຈຳໜ່າຍ, ຈໍລະຈອນແຈກຢາຍ, ນຳໃຊ້ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ຢູ່ໃນ ສປປ ລາວ.

ມາດຕາ 9. ການຈັດປະເພດຢາ 
     ຢາ ຢູ່ ສປປ ລາວ ໄດ້ຈັດແບ່ງອອກເປັນປະເພດ ດັ່ງນີ້:
       1. ຢາ ທີ່ຈ່າຍ, ຂາຍ ແລະ ໃຊ້ຕາມໃບສັ່ງຂອງແພດ;
       2. ຢາ ທີ່ຈ່າຍ, ຂາຍ ແລະ ໃຊ້ຕາມການຄວບຄຸມ ຂອງເພສັດຊະກອນ;
       3. ຢາ ທີ່ຂາຍທົ່ວໄປ ໂດຍບໍ່ຈຳເປັນຕ້ອງມີໃບສັ່ງຂອງແພດ;
       4. ຢາ ປະຈຳຄອບຄົວ;
       5. ຢາເບື່ອ, ຢາເສບຕິດ, ຢາອັນຕະລາຍ ຕາມບັນຊີ ທ່ີກະຊວງສາທາລະນະສຸກກຳນົດ.

ມາດຕາ 10. ການມີຢາໄວ້ໃນຄອບຄອງ
     ການມີຢາໄວ້ໃນຄອບຄອງ ມີກໍລະນີ ດັ່ງນີ້:
       1. ຢາສຳລັບແພດປິ່ນປົວ, ທັນຕະແພດ ຫຼື ພະຍາບານ ຜະດຸງຄັນ ທີ່ໄດ້ຮັບອະນຸຍາດ ເພື່ອນຳໃຊ້ໃນການປິ່ນປົວ;
       2. ຢາທີ່ໄດ້ຮັບອະນຸຍາດ ເພື່ອນຳໃຊ້ສ່ວນຕົວສຳລັບຄົນເຈັບ;
       3. ຢາ ເພື່ອນຳໃຊ້ສ່ວນຕົວໃນເວລາເດີນທາງ;
       4. ຢາພື້ນເມືອງທີ່ບໍ່ເສບຕິດ;
       5. ຢາປະຈຳຄອບຄົວ.

ມາດຕາ 11 ( ໃໝ່ ). ການຈັດປະເພດ ອຸປະກອນການແພດ
     ອຸປະກອນການແພດ ໄດ້ຈັດແບ່ງອອກເປັນປະເພດ ດັ່ງນີ້:
       1. ປະເພດ A - ຄວາມສ່ຽງຕ່ຳ ເຊັ່ນ ສາຍຢາງຮັດແອວ, ສຳລີ, ໃຍດູດຊັບບາດແຜ, ຢາງຕິດ ແລະ ອື່ນໆ;
       2. ປະເພດ B - ຄວາມສ່ຽງຕ່ຳ ຫາ ຄວາມສ່ຽງປານກາງ ເຊັ່ນ ເຄື່ອງດູດລູກອອກ, ຖົງມືໃສ່ຜ່າຕັດ, ທໍ່ແຍ່ກະເພາະອາຫານ ແລະ ອື່ນໆ;
       3. ປະເພດ C - ຄວາມສ່ຽງປານກາງ ຫາ ຄວາມສ່ຽງສູງ ເຊັ່ນ ເຄື່ອງຜ່າຕັດຜ່ານທໍ່, ເຄື່ອງໃຊ້ໃສ່ ຢາສະຫຼົບ, ເຄື່ອງຈັກຟອກໝາກໄຂ່ຫຼັງ ແລະ ອື່ນໆ;
       4. ປະເພດ D - ຄວາມສ່ຽງສູງ ເຊັ່ນ ທໍ່ຍະຫຼອດເລືອດ ເພື່ອຫຼໍ່ລ້ຽງຫົວໃຈ, ເຄື່ອງມືຜ່າຕັດສະໝອງ ແລະ ອື່ນໆ.

ພາກທີ III
ທຸລະກິດ ຢາ ແລະ ຜະລິດຕະພັນການແພດ

ໝວດທີ 1
ການດຳເນີນທຸລະກິດ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 12. ການດຳເນີນທຸລະກິດ ຢາ ແລະ ຜະລິດຕະພັນການແພດ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ການປູກ, ການລ້ຽງ, ການຂຸດຄົ້ົ້ນ, ການຜະລິດ, ການເກັບຮັກສາ, ການຈຳໜ່າຍ, ການຂາຍ, ການສົ່ງອອກ, ການນຳເຂົ້າ ຢາ ແລະ ຜະລິດຕະພັນການແພດ ຕ້ອງໄດ້ຮັບການເຫັນດີ ແລະ ອະນຸຍາດທາງດ້ານວິຊາການ ຈາກກະຊວງສາທາລະນະສຸກເສຍກ່ອນ ແລະ ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 13. ການຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດ
     ຢາ ແລະ ຜະລິດຕະພັນການແພດ ທີ່ນຳໃຊ້ ແລະ ຈໍລະຈອນຈຳໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຂຶ້ນທະບຽນ ຢູ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເສັຍກ່ອນ.
     ກ່ອນການອະນຸມັດການຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດນັ້ນ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕ້ອງໄດ້ພິຈາລະນາຕາມຂັ້ນຕອນ, ເງື່ອນໄຂ, ຂໍ້ຮຽກຮ້ອງ ດ້ານມາດຕະຖານຂອງ ພາກພື້ນ ຫຼື ສາກົນ ເພື່ອຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ.
     ຜູ້ມີສິດຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດ ແມ່ນໂຮງງານ, ບໍລິສັດ ທີ່ດຳເນີນທຸລະກິດ ຢາ ແລະ ຜະລິດຕະພັນການແພດ ຊຶ່ງໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຈາກຂະແໜງການສາທາລະນະສຸກ.
     ຂັ້ນຕອນການຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 14. ເງື່ອນໄຂຂອງການດຳເນີນທຸລະກິດ ການຜະລິດ, ການສົ່ງອອກ ແລະ ນຳເຂົ້າ, ການຂາຍຍົກ ຢາ ແລະ ຜະລິດຕະພັນການແພດ
     ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ການຜະລິດ, ການສົ່ງອອກ ແລະ ນຳເຂົ້າ, ການຂາຍຍົກ ຢາ ຫຼື ຜະລິດຕະພັນການແພດ ນອກຈາກທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍ ວິສາຫະກິດ ແລ້ວ ຍັງຕ້ອງມີເງື່ອນໄຂເພີ່ມເຕີມ ດັ່ງນີ້:
       1. ມີເພສັດຊະກອນທີ່ມີປະສົບປະການຢ່າງໜ້ອຍ ຫ້າ ປີ ຂຶ້ນໄປຢູ່ປະຈຳ;
       2. ບໍ່ເຄີຍຕ້ອງໂທດ ກ່ຽວກັບ ຢາ ຫຼື ຢາເສບຕິດ ຫຼື ຜະລິດຕະພັນການແພດ;
       3. ມີຈັນຍາບັນການຢາ ແລະ ທຸລະກິດ;
       4. ມີບຸກຄະລາກອນ ທີ່ມີຄວາມຮູ້ ຄວາມສາມາດ;
       5. ມີສຸຂະພາບດີ, ບໍ່ເປັນໂລກຈິດ ຫຼື ພະຍາດຕິດແປດ;
       6. ມີມາດຕະການປົກປັກຮັກສາຄວາມປອດໄພ ແລະ ສິ່ງແວດລ້ອມ;
       7. ມີສະຖານທີ່ເໝາະສົມ ແລະ ມີສິ່ງອຳນວຍຄວາມ ສະດວກທີ່ຈຳເປັນ, ມີສາງທີ່ໄດ້ມາດຕະຖານ ແລະ ພາຫະນະຂົນສົ່ງ.
    ສຳລັບ ໂຮງງານຍັງຕ້ອງມີ ຫ້ອງຜະລິດ, ຫ້ອງວິໄຈ ພ້ອມດ້ວຍອຸປະກອນຄົບຊຸດ.

ມາດຕາ 15. ການຜະລິດຢາ ແລະ ຜະລິດຕະພັນການແພດ
     ກ່ອນການຜະລິດ ຢາ ຫຼື ຜະລິດຕະພັນການແພດນັ້ນ ວິສາຫະກິດຕ້ອງຍື່ນຄຳຮ້ອງຂໍອະນຸຍາດ ຜະລິດທົດລອງ ຊຶ່ງຕ້ອງແຈ້ງສູດຕຳລາ, ສະຫຼາກຢາ ແລະ ຂັ້ນຕອນການຜະລິດ ຕໍ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕາມຂັ້ນຕອນການຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດ ແລະ ປະຕິບັດ ຕາມຫຼັກການຜະລິດ ຢາ ແລະ ຜະລິດຕະພັນການແພດທີ່ດີ ທີ່ໄດ້ຮັບການຢັ້ງຢືນ ຈາກກະຊວງທາລະນະສຸກ.

ມາດຕາ 16. ການສົ່ງອອກ ແລະ ນຳເຂົ້າ ຢາ ແລະ ຜະລິດຕະພັນການແພດ
     ຢາ ແລະ ຜະລິດຕະພັນການແພດ ທີ່ນຳເຂົ້າມາຈຳໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຂຶ້ນທະບຽນ ຫຼື ຈົດແຈ້ງ ຢູ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເສັຍກ່ອນ.
     ການສົ່ງອອກ ແລະ ນຳເຂົ້າ ຢາ ແລະ ຜະລິດຕະພັນການແພດ ຕ້ອງໄດ້ຮັບການກວດກາຈາກຂະແໜງການສາທາລະນະສຸກ ເສັຍກ່ອນ.

ມາດຕາ 17. ການຂາຍຍົກ ຢາ ແລະ ຜະລິດຕະພັນການແພດ
     ການຂາຍຍົກ ຢາ ແລະ ຜະລິດຕະພັນການແພດ ດຳເນີນໄດ້້ສະເພາະແຕ່ຫົວໜ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ເປັນຕົ້ົ້ນ ໂຮງງານຜະລິດ ຢາ ແລະ ຜະລິດຕະພັນການແພດ, ຕົວແທນຈຳໜ່າຍຂອງໂຮງງານ, ບໍລິສັດສົ່ງອອກ-ນຳເຂົ້າ ພ້ອມດ້ວຍສາຂາ ແລະ ບໍລິສັດຂາຍຍົກພາຍໃນ.

ມາດຕາ 18. ການຂາຍຍ່ອຍ ຢາ ແລະ ຜະລິດຕະພັນການແພດ
     ການຂາຍຍ່ອຍຢາ ແລະ ຜະລິດຕະພັນການແພດ ດຳເນີນໄດ້ສະເພາະແຕ່ຮ້ານຂາຍຢາ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.
     ເງື່ອນໄຂ ແລະ ລະບຽບການດຳເນີນທຸລະກິດ ຂາຍຍ່ອຍ ຢາ ແລະ ຜະລິດຕະພັນການແພດ ໄດ້ກຳນົດ ໄວ້ຕ່າງຫາກ.

ໝວດທີ 2
ການໂຄສະນາ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 19. ການໂຄສະນາ
     ການໂຄສະນາ ຢາ ແລະ ຜະລິດຕະພັນການແພດ ຈະດຳເນີນໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດທາງດ້ານ ເນື້ອໃນ ຈາກຂະແໜງການສາທາລະນະສຸກເທົ່ານັ້ນ.

ມາດຕາ 20. ຄວາມສອດຄ່ອງຂອງການໂຄສະນາ
     ການໂຄສະນາ ຕ້ອງສອດຄ່ອງກັບຄຸນນະພາບຂອງ ຢາ ແລະ ຜະລິດຕະພັນການແພດ ແລະ ສອດຄ່ອງກັບເນື້ອໃນ; ຮູບການ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດ ຈາກຂະແໜງການສາທາລະນະສຸກແລ້ວ.

ໝວດທີ 3
ລາຄາ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 21. ການວາງລາຄາ
     ການວາງລາຄາ ຢາ ແລະ ຜະລິດຕະພັນການແພດ ຕ້ອງໃຫ້ສົມເຫດສົມຜົນ ຕາມກົນໄກການຕະຫຼາດ ທີ່ມີການດັດສົມ ໂດຍມີການຄວບຄຸມຂອງຂະແໜງການສາທາລະນະສຸກ ແລະ ອົງການຂອງລັດທີ່ກ່ຽວຂ້ອງ ເພື່ອໃຫ້ທຸກຄົນໃນສັງຄົມສາມາດນຳໃຊ້ຢາ ແລະ ຜະລິດຕະພັນການແພດ ໃນການກັນພະຍາດ ແລະ ການປິ່ນປົວ.

ມາດຕາ 22. ການຄວບຄຸມລາຄາ
     ຂະແໜງການສາທາລະນະສຸກ ແລະ ອົງການຂອງລັດທີ່ກ່ຽວຂ້ອງ ມີໜ້າທີ່ຄວບຄຸມລາຄາຢາ ແລະ ຜະລິດຕະພັນການແພດ ເພື່ອໃຫ້ລາຄາຢູ່ໃນສະພາບທີ່ເໝາະສົມ ໂດຍສະເພາະ ໃນກໍລະນີ ມີໄພພິບັດ ແລະ ພະຍາດລະບາດເກີດຂຶ້ນ.
     ຜູ້ຂາຍຍ່ອຍ ຢາ ແລະ ຜະລິດຕະພັນການແພດ ລວມທັງຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ຕ້ອງຕິດລາຄາ ຕາມລາຄາຄວບຄຸມຂອງລັດ.

ພາກທີ IV
ການສະໜອງ, ການຮັບເອົາການຊ່ວຍເຫຼືອ ແລະ ຊັບສິນທາງປັນຍາ

ໝວດທີ 1
ການສະໜອງຢາ ແລະ ຜະລິດຕະພັນການແພດ

ມາດຕາ 23. ການສະໜອງຢາ ແລະ ຜະລິດຕະພັນການແພດ
     ການສະໜອງຢາ ແລະ ຜະລິດຕະພັນການແພດ ຕ້ອງ ຮັບປະກັນຄຸນນະພາບ, ປະສິດທິພາບ, ມີຄວາມປອດໄພ, ໄດ້ມາດຕະຖານ, ມີລາຄາເໝາະສົມ, ສອດຄ່ອງກັບບັນຊີຢາຈຳເປັນພື້ນຖານ, ເປັນຊື່ເອກະ ພາບສາກົນ ແລະ ເປັນຢາທີ່ໄດ້ຂຶ້ນທະບຽນ ຢູ່ ສປປ ລາວ ໂດຍນຳໃຊ້ງົບປະມານ, ຊັບພະຍາກອນທີ່ມີຢູ່ຢ່າງເໝາະສົມ, ກຸ້ມຄ່າ ແລະ ຮັບປະກັນຄວາມໂປ່ງໃສ.

ມາດຕາ 24. ການຈັດຊື້ຢາ ແລະ ຜະລິດຕະພັນການແພດ
     ການຈັດຊື້ຢາ ແລະ ຜະລິດຕະພັນການແພດ ຕ້ອງປະຕິບັດຕາມຫຼັກການຈັດຊື້ ທີ່ລັດໄດ້ກຳນົດບົນພື້ນຖານການສັງລວມແຜນຄວາມຕ້ອງການ ຈາກຮາກຖານ ແລະ ສອດຄ່ອງກັບບັນຊີຢາ ແລະ ຜະລິດຕະພັນການແພດ ທີ່ຂະແໜງການສາທາລະນະສຸກວາງອອກ.

ມາດຕາ 25. ການຕອບສະໜອງງົບປະມານ
     ລັດ ເປັນຜູ້ຕອບສະໜອງງົບປະມານຢ່າງເໝາະສົມ ໃນການຈັດຊື້ຢາ ແລະ ຜະລິດຕະພັນການແພດອັນຈຳເປັນພື້ນຖານ.

ມາດຕາ 26 (ໃໝ່). ການເກັບຮັກສາ ແລະ ການທຳລາຍ
     ຂະແໜງການສາທາລະນະສຸກ ເປັນຜູ້ກຳນົດເງື່ອນໄຂການເກັບຮັກສາ ຢາ ແລະ ຜະລິດຕະພັນການແພດ ເພື່ອຮັບປະກັນຄຸນນະພາບ ຂອງຜະລິດຕະພັນໃຫ້ຢູ່ໃນສະພາບດີ ແລະ ເງື່ອນໄຂການທຳລາຍ ຕາມຫຼັກການ ເພື່ອຫຼີກລຽງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

ໝວດທີ 2
ການຮັບເອົາການຊ່ວຍເຫຼືອຢາ ແລະ ຜະລິດຕະພັນການແພດ

ມາດຕາ 27. ການຮັບເອົາການຊ່ວຍເຫຼືອຢາ ແລະ ຜະລິດຕະພັນການແພດ
     ຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຮັບການຊ່ວຍເຫຼືອຈາກພາຍໃນ ແລະ ສາກົນ ສາມາດນຳເຂົ້ົ້າ ສປປ ລາວ ໄດ້ກໍຕໍ່ເມື່ອ ມີການຮັບປະກັນຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການນຳໃຊ້ ໂດຍໄດ້ຮັບອະນຸຍາດ ຈາກຂະແໜງການສາທາລະນະສຸກ.

ມາດຕາ 28 (ໃໝ່). ພາກສ່ວນທີ່ຮັບເອົາການຊ່ວຍເຫຼືອຢາ ແລະ ຜະລິດຕະພັນການແພດ
     ໂຮງໝໍ ຫຼື ສະຖານທີ່ບໍລິການສາທາລະນະສຸກ ແລະ ພາກສ່ວນອື່ນ ທີ່ຮັບເອົາການຊ່ວຍເຫຼືອ ຢາ ແລະ ຜະລິດຕະພັນການແພດນັ້ນ ຕ້ອງປະສານງານກັບຂະແໜງການສາທາລະນະສຸກ ທີ່ກ່ຽວຂ້ອງ ກ່ອນຈະນຳໃຊ້, ແຈກຢາຍ ເພື່ອໃຫ້ຖືກຕ້ອງ ຕາມຫຼັກການ ແລະ ຈຸດປະສົງຂອງການຊ່ວຍເຫຼືອ.

ໝວດທີ 3
ຊັບສິນທາງປັນຍາ

ມາດຕາ 29 (ໃໝ່). ການປົກປ້ອງຊັບສິນທາງປັນຍາ
     ລັດ ປົກປ້ອງ ແລະ ຮັກສາຂໍ້ມູນທີ່ເປັນຄວາມລັບ ໃຫ້ຜູ້ທີ່ຂຶ້ນທະບຽນ ຢາ ແລະ ຜະລິດຕະພັນການແພດ ຢ່າງຖືກຕ້ອງຕາມກົດໝາຍສະບັບນີ້ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 30 (ໃໝ່). ສິດນຳເຂົ້າ ແລະ ຜະລິດ ຢາ ແລະ ຜະລິດຕະພັນການແພດ ດ້ານຊັບສິນທາງປັນຍາ
     ລັດ ມີສິດນຳເຂົ້າ ແລະ ຜະລິດ ຢາ ແລະ ຜະລິດຕະພັນການແພດ ດ້ານຊັບສິນທາງປັນຍາ ໃນກໍລະນີມີຄວາມຈຳເປັນນຳໃຊ້ ຊຶ່ງບໍ່ແມ່ນຈຸດປະສົງທາງການຄ້າ ເພື່ອກັນພະຍາດ ແລະ ປິ່ນປົວ ເຊັ່ນ ກໍລະນີເກີດພະ ຍາດລະບາດ.

 

ພາກທີ V
ການຄົ້ນຄວ້າທົດລອງທາງດ້ານຄລີນິກ

ມາດຕາ 31. ການຄົ້ນຄວ້າທົດລອງທາງດ້ານຄລີນິກ
     ການຄົ້ົ້ນຄວ້າທົດລອງທາງດ້ານຄລີນິກ ຢາ ຫຼື ຜະລິດຕະພັນການແພດ ແມ່ນ ການທົດລອງນຳໃຊ້ຢາ ແລະ ຜະລິດຕະພັນການແພດໃສ່ສັດ ຫຼື ຄົນ ເພື່ອພິສູດ ກ່ຽວກັບປະສິດທິພາບ ແລະ ຄວາມປອດໄພສຳລັບຜູ້ຊົມໃຊ້.
     ການຄົ້ົ້ນຄວ້າທົດລອງທາງດ້ານຄລີນິກ ຢາ ຫຼື ຜະລິດຕະພັນການແພດ ດຳເນີນໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດ ຈາກຂະແໜງການສາທາລະນະສຸກ.

ມາດຕາ  32. ການລາຍງານຜົນການຄົ້ົ້ນຄວ້າທົດລອງ
     ຜົນການຄົ້ົ້ນຄວ້າທົດລອງທາງດ້ານຄລີນິກ ຢາ ແລະ ຜະລິດຕະພັນ ການແພດ ຢູ່ ສປປ ລາວ ຕ້ອງລາຍງານໃຫ້ຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
     ໃນກໍລະນີມີຜົນສະທ້ອນທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕ້ອງລາຍງານ ໃຫ້ຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງຊາບໃນທັນໃດ ເພື່ອດັດແປງ ຫຼື ຍົກເລີກ ການທົດລອງຢ່າງທັນການ.

ພາກທີ VI
ສູນຂໍ້ມູນ ກ່ຽວກັບພິດເບື່ອ
ແລະ ການເກັບກຳຜົນສະທ້ອນຂອງຢາ ແລະ ຜະລິດຕະພັນການແພດ

ມາດຕາ 33. ສູນຂໍ້ມູນ ກ່ຽວກັບພິດເບື່ອ
     ສູນຂໍ້ມູນ ກ່ຽວກັບພິດເບື່ອ ຕ້ອງໄດ້ຮັບການສ້າງຕັ້ງຂຶ້ນ, ມີໜ້າທີ່ຄົ້ນຄວ້າ, ສະໜອງຂໍ້ມູນຂ່າວສານ, ເຜີຍແຜ່ ແລະ ໃຫ້ຄຳແນະນຳ ແກ່ນັກວິຊາການສາທາລະນະສຸກ ແລະ ບັນດາອົງການຈັດຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ ກ່ຽວກັບມາດຕະການສະກັດກັ້ນ, ກັນ ແລະ ແກ້ໄຂກໍລະນີທີ່ມີການເບື່ອພິດຈາກຢາ, ສານເຄມີ ແລະ ວັດຖຸອື່ນ ແລະ ມີຜົນສະທ້ອນຈາກຜະລິດຕະພັນການແພດ.

ມາດຕາ 34. ການເກັບກຳ ກ່ຽວກັບຜົນສະທ້ອນຂອງ ຢາ ແລະ ຜະລິດຕະພັນການແພດ
     ສູນຂໍ້ມູນກ່ຽວກັບພິດເບື່ອ ນອກຈາກໜ້າທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 33 ເທິງນີ້ ແລ້ວຍັງມີໜ້າທີ່ເກັບກຳ, ປະເມີນຜົນ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ນັກວິຊາການສາທາລະນະສຸກ, ການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈ ກ່ຽວກັບຜົນສະທ້ອນຂອງຢາ ແລະ ຜະລິດຕະພັນການແພດ.

ພາກທີ VII
ສິດ, ພັນທະ ຂອງຜູ້ຊົມໃຊ້ ແລະ ຄວາມຮັບຜິດຊອບ
ຂອງຜູ້ສະໜອງ ຢາ ແລະ ຜະລິດຕະພັນການແພດ

ມາດຕາ 35 (ໃໝ່). ສິດ ຂອງຜູ້ຊົມໃຊ້
     ຜູ້ຊົມໃຊ້ ມີ ສິດຕົ້ນຕໍ ດັ່ງນີ້:
       1. ໄດ້ຮັບຜະລິດຕະພັນ ທີ່ມີຄຸນນະພາບ, ປອດໄພຕໍ່ຊີວິດ, ສຸຂະພາບ ແລະ ສອດຄ່ອງກັບຈຸດປະສົງ ຂອງຜູ້ຊົມໃຊ້;
       2. ໄດ້ຮັບຂໍ້ມູນທີ່ຄົບຖ້ວນ ແລະ ຈະແຈ້ງ ກ່ຽວກັບເນື້ອໃນ, ສັບພະຄຸນ, ຜົນສະທ້ອນ ແລະ ທີ່ມາຂອງຢາ ແລະ ຜະລິດຕະພັນການແພດ ຈາກຜູ້ສະໜອງ;
       3. ມີຄວາມເຫັນ ຫຼື ຂໍ້ສະເໜີ ກ່ຽວກັບລາຄາ, ຄຸນນະພາບ, ວິທີການ ແລະ ລັກສະນະຂອງການບໍລິ ການດ້ານຢາ ແລະ ຜະລິດຕະພັນການແພດ;
       4. ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ ເມື່ອຕົນໄດ້ຮັບພິດເບື່ອ ຈາກຢາ ແລະ ຜົນສະທ້ອນ ຈາກຜະລິດຕະພັນການແພດ.

ມາດຕາ 36 (ໃໝ່).  ພັນທະຂອງຜູ້ຊົມໃຊ້
     ຜູ້ຊົມໃຊ້ ມີ ພັນທະຕົ້ນຕໍ ດັ່ງນີ້:
       1. ນຳໃຊ້ຢາ ແລະ ຜະລິດຕະພັນການແພດ ຕາມໃບສັ່ງ ຫຼື ຄຳແນະນຳຂອງແພດ ຫຼື ເພສັດຊະກອນ ຫຼື ຕາມສະຫຼາກ ທີ່ໄດ້ກຳນົດໄວ້;
       2. ແຈ້ງ ຫຼື ລາຍງານ ຕໍ່ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ມີຄຸນນະພາບ ຫຼື/ແລະ ບໍ່ປອດໄພ;
       3. ເປັນເຈົ້າການ ໃນການເຂົ້າຮ່ວມຮັບຟັງ ການເຜີຍແຜ່ຂໍ້ມູນທາງດ້ານວິຊາການ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ.

ມາດຕາ 37 (ໃໝ່). ຄວາມຮັບຜິດຊອບຂອງຜູ້ສະໜອງ
     ຜູ້ສະໜອງ ມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ໃນກໍລະນີ ທີ່ເກີດຄວາມເສັຍຫາຍແກ່ຜູ້ຊົມໃຊ້ ຍ້ອນ ຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ມີຄຸນນະພາບ, ບໍ່ປອດໄພ, ລາຄາບໍ່ເໝາະສົມ ຫຼື ການໂຄສະນາເຜີຍແຜ່ບໍ່ຖືກກັບຕົວຈິງ.

ພາກທີ VIII
ຂໍ້ຫ້າມ

ມາດຕາ 38 ( ໃໝ່ ). ຂໍ້ຫ້າມສຳລັບເພສັດຊະກອນ ແລະ ນັກວິຊາການສາທາລະນະສຸກອື່ນ
     ຫ້າມເພສັດຊະກອນ ແລະ ນັກວິຊາການສາທາລະນະສຸກອື່ນ ມີ ການກະທຳ ດັ່ງນີ້:
       1. ມອບໃບທະບຽນວິຊາຊີບເພສັດຊະກຳ ໃຫ້ຜູ້ອື່ນນຳໃຊ້;
       2. ປຸງແຕ່ງ, ຂາຍ, ມອບ ຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ໄດ້ຄຸນນະພາບ, ບໍ່ປອດໄພ ໃຫ້ຜູ້ ອື່ນ ຫຼື ໂດຍບໍ່ໄດ້ຮັບໃບສັ່ງຂອງແພດ;
       3. ສວຍໃຊ້ໜ້າທີ່, ຕຳແໜ່ງຂອງຕົນ ແລະ ສົມຮູ້ຮ່ວມຄິດກັບຜູ້ອື່ນໃນທາງທີ່ບໍ່ຖືກຕ້ອງ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ ເພື່ອຫາຜົນປະໂຫຍດສ່ວນຕົວ;
       4. ເປີດເຜີຍຄວາມລັບທາງດ້ານຂໍ້ມູນ, ສູດຕຳລາ ກ່ຽວກັບການຜະລິດຢາ ແລະ ຜະລິດຕະພັນການແພດ ໂດຍບໍ່ໄດ້ຮັບອະນຸຍາດ;
       5. ມອບໝາຍໃຫ້ບຸກຄົນ ທີ່ບໍ່ແມ່ນນັກວິຊາການ ສາທາລະນະສຸກຂາຍຢາ ແລະ ຜະລິດຕະພັນການແພດ;
       6. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ.

ມາດຕາ 39. ຂໍ້ຫ້າມ ສຳລັບຜູ້ດຳເນີນທຸລະກິດ
     ຫ້າມຜູ້ດຳເນີນທຸລະກິດ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ ມີ ການກະທຳ  ດັ່ງນີ້:
       1. ດຳເນີນທຸລະກິດຢູ່ສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດ;
       2. ດຳເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດຢ່າງເປັນທາງການ;
       3. ຂາຍຢານອກບັນຊີ, ຢາປອມ, ຢາຕົກມາດຕະຖານ, ຢາໝົດອາຍຸ ແລະ ຢາເສັຍຄຸນນະພາບ;
       4. ໂຄສະນາເຜີຍແຜ່ເກີນຄວາມເປັນຈິງ;
       5. ໂອນ ຫຼື ໃຫ້ເຊົ່າໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດ;
       6. ມອບໃຫ້ຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດທາງການ ຊຶ່ງບໍ່ມີຄວາມຮູ້ຕາມຫຼັກວິຊາການການຢາ ຂາຍຢາແທນ;
       7. ດຳເນີນທຸລະກິດທີ່ຂາດຈັນຍາບັນດ້ານການຢາ
       8. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ.

ມາດຕາ 40 ( ໃໝ່ ). ຂໍ້ຫ້າມສຳລັບຜູ້ຊົມໃຊ້
     ຫ້າມຜູ້ຊົມໃຊ້ ມີ ການກະທຳ ດັ່ງນີ້:
       1. ຊື້ ຢາ ແລະ ຜະລິດຕະພັນການແພດ ໂດຍບໍ່ມີໃບສັ່ງຂອງແພດ ໃນກໍລະນີປະເພດຢາ ທີ່ຮຽກຮ້ອງໃຫ້ມີໃບສັ່ງຂອງແພດ;
       2. ນຳໃຊ້ຢາ ແລະ ຜະລິດຕະພັນການແພດ ຕາມລຳພັງ ຫຼື ບໍ່ຖືກຕາມໃບສັ່ງ ແລະ ຄຳແນະນຳຂອງແພດ ຫຼື ຕາມສະຫຼາກ ແລະ ອາຍຸການທີ່ກຳນົດໄວ້;
       3. ຍຸຍົງ, ສົ່ງເສີມ ໃຫ້ບຸກຄົນອື່ນ ນຳໃຊ້ຢາ ແລະ ຜະລິດຕະພັນການແພດ ທີ່ຂັດກັບຫຼັກວິຊາການ ຫຼື ໂດຍບໍ່ມີການບົ່ງມະຕິຂອງແພດ;
       4. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາ ແລະ ຜະລິດຕະພັນການແພດ.

ພາກທີ IX
ການຄຸ້ມຄອງ ແລະ ການກວດກາຢາ ແລະ ຜະລິດຕະພັນການແພດ

ມາດຕາ 41. ອົງການຄຸ້ມຄອງ ແລະ ກວດກາຢາ ແລະ ຜະລິດຕະພັນການແພດ
     ອົງການຄຸ້ມຄອງ ແລະ ກວດກາຢາ ແລະ ຜະລິດຕະພັນການແພດ ປະກອບດ້ວຍ:
       1. ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ;
       2. ກະຊວງ ສາທາລະນະສຸກ;
       3. ພະແນກ ສາທາລະນະສຸກແຂວງ, ນະຄອນ;
       4. ຫ້ອງການ ສາທາລະນະສຸກເມືອງ, ເທດສະບານ.
     ໃນກໍລະນີມີຄວາມຈຳເປັນ ອາດຈະສ້າງຕັ້ງ ຄະນະກຳມະການເຕັກນິກດ້ານຢາ ແລະ ສະພາເພສັດຊະກຳ ຂຶ້ນເພື່ອຊ່ວຍໃນການຄຸ້ມຄອງ, ກວດກາ, ແນະນຳ ແລະ ໃຫ້ການປຶກສາ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ ລວມທັງການເຄື່ອນໄຫວດ້ານວິຊາຊີບເພສັດຊະກຳ.
     ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 42. ສິດ ແລະ ໜ້າທີ່ຂອງກະຊວງສາທາລະນະສຸກ
     ໃນການຄຸ້ມຄອງ ແລະ ການກວດກາ ຢາ ແລະ ຜະລິດຕະພັນການແພດ ກະຊວງສາທາລະນະສຸກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນການແພດ ເພື່ອສະເໜີລັດຖະບານພິຈາລະນາ;
       2. ຫັນນະໂຍບາຍ ແລະ ແຜນຍຸດທະສາດດັ່ງກ່າວ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ພ້ອມທັງຊີ້ນຳໃນການຈັດຕັ້ງປະຕິບັດ;
       3. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານ ຢາ ແລະ ຜະລິດຕະພັນການແພດ;
       4. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຍົກເລີກ ຫົວໜ່ວຍທຸລະກິດ ຢາ ແລະ ຜະລິດຕະພັນການແພດ;
       5. ຂຶ້ນທະບຽນ, ກຳນົດບັນຊີ, ຢັ້ງຢືນ ມາດຕະຖານການຜະລິດທີ່ດີ, ການວິໄຈຄຸນນະພາບ, ອະນຸຍາດ ການໂຄສະນາ, ສົ່ງອອກ-ນຳເຂົ້າ ຢາ ແລະ ຜະລິດຕະພັນການແພດ;
       6. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຂອງອົງການຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນການແພດ ຂັ້ນລຸ່ມທີ່ຂຶ້ນກັບຕົນ ຊຶ່ງຂັດກັບລະບຽບກົດໝາຍ;
       7. ພິຈາລະນາແກ້ໄຂຄຳສະເໜີີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຄຸນນະພາບ, ມາດຕະຖານຢາ ແລະ ຜະລິດຕະພັນການແພດ, ວຽກງານຄຸ້ມຄອງ ແລະ ກວດກາຢາ ແລະ ຜະລິດຕະພັນການແພດ;
       8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ກວດກາ ຢາ ແລະ ຜະລິດຕະພັນການແພດ ລວມທັງຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອເຮັດໃຫ້ລະບຽບກົດໝາຍ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດນັ້ນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ;
       9. ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນການແພດ;
       10. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານ ຢາ ແລະ ຜະລິດຕະພັນການແພດ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
       11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 43. ສິດ ແລະ ໜ້າທີ່ຂອງພະແນກສາທາລະນະສຸກແຂວງ, ນະຄອນ
     ໃນການຄຸ້ມຄອງ ແລະ ການກວດກາ ຢາ ແລະ ຜະລິດຕະພັນການແພດ ພະແນກສາທາລະນະສຸກ ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນການແພດ ເພື່ອຈັດຕັ້ງປະຕິບັດ;
       2. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ລະບຽບ ກົດໝາຍ ກ່ຽວກັບວຽກງານ ຢາ ແລະ ຜະລິດຕະພັນການແພດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       3. ສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອຂໍສ້າງຕັ້ງ, ໂຈະ ຫຼື ຍົກເລີກ ຫົວໜ່ວຍທຸລະກິດ ຢາ ແລະ ຜະລິດຕະພັນການແພດ ຕາມພາລະບົດບາດຂອງຕົນ;
       4. ສະເໜີການ ຂຶ້ນທະບຽນ, ຢັ້ງຢືນ ມາດຕະຖານການຜະລິດທີ່ດີ, ການວິໄຈຄຸນນະພາບ, ອະນຸຍາດ ການໂຄສະນາ, ສົ່ງອອກ-ນຳເຂົ້າ ຢາ ແລະ ຜະລິດຕະພັນການແພດ ຕາມຄວາມຮັບຜິດຊອບຂອງຕົນ;
       5. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຂອງຫ້ອງການສາທາລະນະສຸກ ເມືອງ, ເທດສະບານ ທີ່ຂັດກັບລະບຽບກົດໝາຍ;
       6. ພິຈາລະນາແກ້ໄຂຄຳສະເໜີີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຄຸນນະພາບ, ມາດຕະຖານ ຢາ ແລະ ຜະລິດຕະພັນການແພດ, ວຽກງານຄຸ້ມຄອງ ແລະ ກວດກາຢາ ແລະ ຜະລິດຕະພັນການແພດ ຕາມພາລະບົດບາດຂອງຕົນ;
       7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນຂອງຕົນໃນການຄຸ້ມຄອງກວດກາ ຢາ ແລະ ຜະລິດ ຕະພັນການແພດ ລວມທັງຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອເຮັດໃຫ້ລະບຽບກົດໝາຍ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດນັ້ນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ;
       8. ພົວພັນ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກ ງານຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນ ການແພດ ຕາມການມອບໝາຍຂອງຂັ້ນເທິງ;
       9. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດ ວຽກງານ ຢາ ແລະ ຜະລິດຕະພັນການແພດ ຕໍ່ກະຊວງສາທາລະນະສຸກ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 44. ສິດ ແລະ ໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ, ເທດສະບານ
     ໃນການຄຸ້ມຄອງ ແລະ ການກວດກາ ຢາ ແລະ ຜະລິດຕະພັນການແພດ ຫ້ອງການສາທາລະນະສຸກ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາ ຢາ ແລະ ຜະລິດຕະພັນການແພດ ຢ່າງມີປະສິດທິຜົນ;
       2. ເຜີຍແຜ່, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານ ຢາ ແລະ ຜະລິດຕະພັນການແພດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       3. ສະເໜີ ກ່ຽວກັບ ການສ້າງຕັ້ງ, ໂຈະ ຫຼື ຍົກເລີກ ຫົວໜ່ວຍທຸລະກິດ ຢາ ແລະ ຜະລິດຕະພັນການແພດ ຕໍ່ພະແນກສາທາລະນະສຸກແຂວງ, ນະຄອນ ເພື່ອພິຈາລະນາ ນຳສະເໜີຕໍ່ກະຊວງສາທາລະນະສຸກ;
       4. ພິຈາລະນາແກ້ໄຂຄຳສະເໜີີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຄຸນນະພາບ, ມາດຕະຖານ ຢາ ແລະ ຜະລິດຕະພັນການແພດ, ວຽກງານຄຸ້ມຄອງ ແລະ ກວດກາຢາ ແລະ ຜະລິດຕະພັນການແພດ ຕາມພາລະບົດບາດຂອງຕົນ;
       5. ປະສານສົມທົບກັບຫ້ອງການອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງກວດກາ ຢາ ແລະ ຜະລິດຕະພັນການແພດ ລວມທັງຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ ນັ້ນ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ;
       6. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານ ຢາ ແລະ ຜະລິດຕະພັນການແພດ ຕໍ່ພະແນກສາທາລະນະສຸກແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 45. ການຕິດຕາມ, ກວດກາ ຢາ ແລະ ຜະລິດຕະພັນການແພດ
     ການຕິດຕາມ, ກວດກາ ຢາ ແລະ ຜະລິດຕະພັນການແພດ ແມ່ນ ການຕິດຕາມ, ກວດກາການເຄື່ອນໄຫວກ່ຽວກັບການປູກ, ການລ້ຽງ, ການປົກປັກຮັກສາ, ການຂຸດຄົ້ົ້ນ, ການເກັບຊື້, ການຜະລິດ, ການຈຳໜ່າຍ, ການສົ່ງອອກ, ການນຳເຂົ້າ, ການຂາຍຍົກ, ການຂາຍຍ່ອຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ຢາ ແລະ ຜະລິດຕະພັນການແພດ ລວມທັງ ການຊ່ວຍເຫຼືອລ້າ, ຫ້ອງກວດພະຍາດ, ໂຮງໝໍຂອງລັດ ແລະ ເອກະຊົນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຈັນຍາບັນ ແລະ ຄວາມຍຸຕິທຳ ແນໃສ່ເຮັດໃຫ້ ຢາ ແລະ ຜະລິດຕະພັນການແພດ ມີຄຸນນະພາບ, ຮັບປະກັນຄວາມປອດໄພ, ນຳໃຊ້ຢ່າງສົມເຫດສົມຜົນ ແລະ ຂາຍຕາມລາຄາທີ່ໄດ້ກຳນົດໄວ້.

ມາດຕາ 46. ຮູບການກວດກາ
     ການກວດກາຢາ ແລະ ຜະລິດຕະພັນການແພດ ມີ ສາມ ຮູບການ ດັ່ງນີ້:
       1. ການກວດກາຕາມລະບົບປົກກະຕິ;
       2. ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ;
       3. ການກວດກາແບບກະທັນຫັນ.
     ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາ ທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
     ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
     ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
     ໃນການດຳເນີນການກວດກາຢາ ແລະ ຜະລິດຕະພັນການແພດນັ້ນ ອົງການຄຸ້ມຄອງ ແລະ ກວດກາຕ້ອງປະຕິບັດ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 47. ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການດຳເນີນທຸລະກິດ ກ່ຽວກັບ ຢາ ແລະ ຜະລິດຕະພັນການແພດ ທີ່ມີຄຸນນະພາບ, ໂຮງງານ, ບໍລິສັດ ແລະ ຮ້ານຂາຍຢາ ທີ່ເປັນຕົວແບບ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 48. ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍ ສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 38, 39 ແລະ 40 ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 49. ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 50. ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບວັນ ສຳລັບເນື້ອໃນ ປັບປຸງໃໝ່ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
     ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 01/ສພຊ, ລົງວັນທີ 8 ເມສາ 2000.
    ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

     ປະທານສະພາແຫ່ງຊາດ
 

ຜູ້ໃຫ້ການສະໜັບສະໜູນ