ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ ຫຼັງໃໝ່
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍ ວ່າດ້ວຍ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ( ສະບັບປັບປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ສາທາລະນະສຸກ
ວັນທີ່ ນິຕິກໍາ : 21-12-2011
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 09-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 08 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 21 ທັນ​ວາ  2011

ກົດໝາຍ
ວ່າດ້ວຍ ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
( ສະບັບປັບປຸງ )

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ( ປັບປຸງ).  ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອເຮັດໃຫ້ພົນລະເມືອງ ມີສຸຂະພາບສົມບູນ, ມີຄຸນນະພາບຊີວິດທີ່ດີ ອາຍຸຍືນ ແນໃສ່ຫຼຸດຜ່ອນອັດຕາການເຈັບປ່ວຍ, ເສັຍຊີວິດ ແລະ ຕ້ານກັບເຊື້ອພະຍາດຕ່າງໆ, ເຊື່ອມໂຍງກັບຂົງເຂດ, ພາກພື້ນ, ສາກົນ ແລະ ເຂົ້າເຖິງເຄືອຂ່າຍ ຂອງວຽກ ງານອະນາໄມ, ກັນພະຍາດ ແລະ ສົ່ງເສີມ ສຸຂະພາບໃຫ້ໄດ້ມາດຕະຖານສາກົນ, ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2 (ປັບປຸງ). ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
     ການອະນາໄມ ແມ່ນ ການທຳຄວາມສະອາດ ແລະ ການກຳຈັດ ສິ່ງທີ່ເປັນອັນຕະລາຍ ຫຼື ອາດຈະເປັນອັນຕະລາຍ ຕໍ່ສຸຂະພາບ ທັງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມ ຂອງມະນຸດ ເຊັ່ນ ການອະນາໄມສ່ວນບຸກຄົນ, ການອະນາໄມການກິນ, ການຢູ່, ການນຸ່ງຫົ່ມ ແລະ ອື່ນໆ.
     ການກັນພະຍາດ ແມ່ນ ການນຳໃຊ້ມາດຕະການ ວິທີການຕ່າງໆ ທີ່ມີປະສິດທິຜົນ ເພື່ອກັນບໍ່ໃຫ້ ພະຍາດເກີດຂຶ້ນ ຫຼື ສະກັດກັ້ນບໍ່ໃຫ້ພະຍາດແຜ່ລາມ, ຫຼຸດຜ່ອນຄວາມຮຸນແຮງ ແລະ ອັນຕະລາຍຂອງພະຍາດ.
     ການສົ່ງເສີມສຸຂະພາບ ແມ່ນ ຂະບວນການເພີ່ມຄວາມຮູ້, ຄວາມສາມາດ, ສະຕິຕື່ນຕົວຂອງຄົນເຮົາໃນການຄວບຄຸມ, ດູແລ ແລະ ພັດທະນາສຸຂະພາບຕົນເອງ, ຄອບຄົວ, ລວມໝູ່ ແລະ ສັງຄົມ ໃຫ້ດີຂຶ້ນດ້ວຍການຫັນປ່ຽນທັດສະນະຄະຕິ, ການປະພຶດຂອງຕົນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ວາງຫຼັກການໃນການປະຕິບັດມາດຕະການຕ່າງໆ ເພື່ອປັບປຸງແບບແຜນດຳລົງຊີວິດທີ່ດີ ໂດຍເອົາວຽກງານ ສຸຂະສຶກສາເປັນໃຈກາງ.

ມາດຕາ 3 (ປັບປຸງ). ການອະທິບາຍຄຳສັບ
     ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ສຸຂະພາບດີ ໝາຍເຖິງ ສະພາບທີ່ສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມ ຫາກບໍ່ແມ່ນ ພຽງແຕ່ສະພາບບໍ່ເປັນພະຍາດ ຫຼື ບໍ່ພິການເທົ່ານັ້ນ;
       2. ຄວາມສ່ຽງຕໍ່ການເປັນອັນຕະລາຍ ຕໍ່ສຸຂະພາບ ໝາຍເຖິງ ການກະທຳ ຫຼື ແບບແຜນດຳລົງຊີວິດ ຫຼື ສິ່ງແວດລ້ອມ ທີ່ບໍ່ມີສຸຂານາໄມດີ ສາມາດເຮັດໃຫ້ຄົນເຈັບເປັນ, ເປັນພະຍາດ ຫຼື ພິການ;
       3. ໂພຊະນາການ ໝາຍເຖິງ ຂະບວນການ ທີ່ເປັນຕ່ອງໂສ້ ນັບຕັ້ງແຕ່ການຜະລິດ, ການແຈກຢ່າຍ, ການປຸງແຕ່ງ, ການບໍລິໂພກອາຫານ ທີ່ເປັນປະໂຫຍດ ແລະ ປອດໄພ ເຮັດໃຫ້ຮ່າງກາຍ, ມັນສະໝອງ ຈະເລີນເຕິີບໂຕ ແລະ ມີພັດທະນາການດີ;
       4. ເຫດລຳຄານ ໝາຍເຖິງ ການກະທຳທີ່ມີຜົນກະທົບຕໍ່ສຸຂະພາບ, ຮ່າງກາຍ, ຈິດໃຈ ແລະ ສັງຄົມ ເຊັ່ນ ສຽງສັ່ນສະເທືອນ, ແສງ, ສີ, ກິ່ນ, ຄວັນ, ຝຸ່ນລະອອງ ທີ່ເກີນມາດຕະຖານ;
       5. ສະຖານທີ່ບໍລິການສາທາລະນະສຸກ ໝາຍເຖິງ ໂຮງໝໍທຸກຂັ້ນ, ສຸກສາລາ, ຫ້ອງກວດພະຍາດ, ແລະ ຮ້ານຂາຍຢາ;
       6. ໄວໜຸ່ມ ໝາຍເຖິງ ຜູ້ທີ່ມີອາຍຸ ແຕ່ ສິບແປດປີ ເຖິງ ຊາວສີ່ ປີ;
       7. ໄວຈະເລີນພັນ ໝາຍເຖິງ ຜູ້ທີ່ມີອາຍຸ ແຕ່ ສິບຫ້າ ປີ ເຖິງ ສີ່ສິບເກົ້າປີ;
       8. ຜູ້ອາຍຸສູງ ໝາຍເຖິງ ຜູ້ທີ່ມີອາຍຸ ແຕ່ ຫົກສິບປີ ຂຶ້ນໄປ;
       9. ຟອກໂມນ ໝາຍເຖິງ ຢາໃສ່ຊາກສົບ ເພື່ອກັນການເນົ່າເໝັນ;
       10. ເຄຫະສະຖານ ໝາຍເຖິງ ເຮືອນຢູ່ ແລະ ສິ່ງຕ່າງໆ ທີ່ຕັ້ງຢູ່ໃນບໍລິເວນເດີ່ນບ້ານ, ເຮືອ, ແພ ທີ່ໃຊ້ເປັນບ່ອນຢູ່ປະຈຳຂອງຄອບຄົວ, ພາຫະນະທີ່ມີບ່ອນນອນ ແລະ ຫ້ອງນ້ຳ, ສຳນັກງານ, ເຮືອນພັກ, ໂຮງແຮມ ແລະ ອື່ນໆ;
       11. ມົນລະພິດ ໝາຍເຖິງ ສະພາວະຂອງສິ່ງແວດລ້ອມທີ່ມີການປ່ຽນແປງທາງດ້ານວັດຖຸ, ຊີວະ ແລະເຄມີ ຍ້ອນມີສານ ຫຼື ທາດຕ່າງໆເຈືອປົນຢູ່ໃນນ້ຳ, ດິນ, ອາກາດ ເກີນມາດຕະຖານ ຄຸນນະພາບສິ່ງແວດລ້ອມທີ່ໄດ້ກຳນົດໄວ້;
       12. ສະຖານທີ່ຄຸມຂັງ ໝາຍເຖິງ ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍດັດສ້າງ ແລະສູນດັດສ້າງ.

ມາດຕາ 4 (ໃໝ່). ນະໂຍບາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
     ລັດ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ຕໍ່ການຮັກສາ ແລະ ສົ່ງເສີມສຸຂະພາບ ຂອງປະຊາຊົນບັນດາເຜົ່າ ລວມທັງແມ່ຍິງ ແລະ ເດັກນ້ອຍ, ຜູ້ພິການ ດ້ວຍການໃຫ້ຄວາມຮູ້, ຂໍ້ມູນຂ່າວສານ, ຊຸກຍູ້, ປຸກລະດົມຂົນຂວາຍ, ຂະຫຍາຍວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ທັງພາກລັດ ແລະ ເອກະຊົນ, ສົ່ງເສີມໃຫ້້ຊຸມຊົນ, ເອກະຊົນ ມີສ່ວນຮ່ວມໃນການພັດທະນາ ລະບົບບໍລິການ ສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບດີ.
     ລັດ ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ດ້ວຍການວາງນະໂຍບາຍ, ລະບຽບການ, ມາດຕະການທີ່ເໝາະສົມ ຕາມລະບຽບກົດໝາຍ.
     ລັດ ຈັດຕັ້ງໃຫ້ມີລະບົບການເຝົ້າລະວັງ, ຊອກຫາ ແລະ ຄົ້ນພົບພະຍາດ ແຕ່ຫົວທີ ດ້ວຍການວາງແຜນ ຍຸດທະສາດ ແນໃສ່ບໍ່ໃຫ້ມີການລະບາດຂອງພະຍາດເກີດຂຶ້ນ, ຖ້າຫາກເກີດ ກໍສາມາດສະກັດກັ້ນ ແລະ ຄວບຄຸມ ໃຫ້ທັນເວລາ.

ມາດຕາ 5 (ໃໝ່). ຫຼັກການ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
     ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ປະຕິບັດຕາມຫຼັກການ ຕົ້ນຕໍ ດັ່ງນີ້:
       1. ປະຕິບັດຕາມນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບຢ່າງເຂັ້ມງວດ;
       2. ປະຕິບັດວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ຊຸມຊົນ;
       3. ຖືເອົາການໂຄສະນາສຸຂະສຶກສາ, ອົບຮົມວິຊາການ ແລະ ໃຫ້ຄຳແນະນຳກ່ຽວກັບການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນວຽກໃຈກາງ ຂອງການພັດທະນາສາທາລະນະສຸກ;
       4. ຖືເອົາການປະສານສົມທົບລະຫວ່າງບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມ.

ມາດຕາ 6 (ປັບປຸງ). ສິດ ແລະ ພັນທະຂອງພົນລະເມືອງ ໃນການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
     ພົນລະເມືອງທຸກຄົນ ໂດຍບໍ່ຈຳແນກ ເຜົ່າ, ເພດ, ໄວ, ຖານະທາງດ້ານເສດຖະກິດ ແລະ ສັງຄົມ ລ້ວນແຕ່ມີສິດ ໄດ້ຮັບຂໍ້ມູນ ຂ່າວສານ, ການແນະນຳ ດ້ານການອະນາໄມ, ກັນພະຍາດ, ສົ່ງເສີມສຸຂະພາບ ແລະ ຮັບການບໍລິການ ດ້ານສຸຂະພາບ ແລະ ມີພັນທະ ໃນການຮັກສາສຸຂະພາບ ຂອງຕົນເອງ, ຄອບຄົວ ແລະ ສັງຄົມ, ປະກອບສ່ວນເຂົ້າໃນວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຢ່າງຕັ້ງໜ້າ.

ມາດຕາ7 (ໃໝ່). ຂອບເຂດການນຳໃຊ້ກົດໝາຍ
     ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ລວມທັງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດຢູ່ໃນດິນແດນຂອງ ສປປ ລາວ.

ມາດຕາ 8 (ປັບປຸງ). ການຮ່ວມມືສາກົນ
     ລັດ ສົ່ງເສີມ ການພົວພັນ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ ແລະ ການຝຶກອົບຮົມ, ການກໍ່ສ້າງ ແລະ ບຳລຸງພະນັກງານ, ການຊ່ວຍເຫຼືອ ແລະ ການຮ່ວມມືອື່ນໆ. 

ໝວດທີ 2
ການອະນາໄມ

ມາດຕາ 9 (ປັບປຸງ). ຄວາມສຳຄັນຂອງການອະນາໄມ
     ການອະນາໄມ ແມ່ນ ວຽກງານຈຳເປັນ ແລະ ເປັນໜ້າທີ່ ຂອງໝົດທຸກຄົນໃນສັງຄົມ ແນໃສ່ ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຂອງທົ່ວສັງຄົມ, ມີຄວາມສຳຄັນ ໃນການດຳລົງຊີວິດປະຈຳວັນ ທີ່ມີສຸຂານາໄມທີ່ດີ ເຮັດໃຫ້ຄົນເຮົາຫຼຸດຜ່ອນຈາກການເປັນພະຍາດ, ມີຄຸນນະພາບຊີວິດທີ່ດີ, ມີຄວາມເບີກບານ ແລະ ມີອາຍຸຍືນຍາວ.
     ບຸກຄົນ, ຄອບຄົວ ແລະ ຊຸມຊົນ ຕ້ອງເອົາໃຈໃສ່ຕໍ່ການຮັກສາອະນາໄມ ໃຫ້ເປັນຄວາມຊິນເຄີຍ ຢ່າງເປັນປົກກະຕິ.

ມາດຕາ 10 (ປັບປຸງ). ອົງປະກອບຂອງການອະນາໄມ 
     ການອະນາໄມ ປະກອບດ້ວຍ:
       - ການອະນາໄມສ່ວນບຸກຄົນ, ຄອບຄົວ, ຊຸມຊົນ;
       - ການອະນາໄມນ້ຳດື່ມ ແລະ ນ້ຳໃຊ້, ອາຫານ ແລະ ເຄື່ອງບໍລິໂພກ;
       - ການອະນາໄມເຄຫະສະຖານ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ.
       - ການອະນາໄມ ໂຮງຮຽນ ແລະ ສະຖາບັນການສຶກສາ;
       - ການອະນາໄມສະຖານທີ່ບໍລິການສາທາລະນະສຸກ;
       - ການອະນາໄມໃນການອອກແຮງງານ ແລະ ວິຊາຊີບ, ໃນການຜະລິດ, ສະຖານທີ່ກໍ່ສ້າງ, ສ້ອມແປງ ແລະ ໂຮງຈັກໂຮງງານ;
       - ການອະນາໄມສະຖານທີ່ສາທາລະນະ, ຕະຫຼາດ, ໃນການຊາປະນະກິດສົບ;
       - ການອະນາໄມ ສິ່ງແວດລ້ອມ;
       - ການອະນາໄມສະຖານທີ່ຄຸມຂັງ.

ມາດຕາ 11. ການອະນາໄມສ່ວນບຸກຄົນ
     ການອະນາໄມສ່ວນບຸກຄົນ ແມ່ນ ການບຳລຸງຮັກສາຮ່າງກາຍ, ຈິດໃຈ ຂອງຕົນເອງ ເພື່ອຫຼີກເວັ້ນ ການເຈັບເປັນ ຫຼື ເກີດພະຍາດ ແລະ ສາມາດດຳລົງຊີວິດ ຢູ່ໃນສັງຄົມ ຢ່າງເປັນປົກກະຕິ.
     ທຸກຄົນ ຕ້ອງເອົາໃຈໃສ່ ທຳຄວາມສະອາດຕົນເອງ, ກິນ, ດື່ມ, ຖ່າຍເທ, ນຸ່ງຫົ່ມ, ນອນ, ອອກແຮງງານ, ອອກກຳລັງກາຍເປັນປົກກະຕິ ແລະ ພັກຜ່ອນ ລວມທັງ ການມີເພດສຳພັນໃຫ້ຖືກຕ້ອງ ຕາມຫຼັກການອະນາໄມ.

ມາດຕາ 12 (ປັບປຸງ). ການອະນາໄມ ຄອບຄົວ
     ການອະນາໄມ ຄອບຄົວ ແມ່ນ ການເບິ່ງແຍງ ດູແລ ໃຫ້ສະມາຊິກ ໃນຄອບຄົວທຳຄວາມສະ ອາດເຮືອນຊານ ໃຫ້ມີຄວາມເປັນລະບຽບ, ຈົບງາມ ແລະ ໜ້າຢູ່ສະເໝີ.
     ແຕ່ລະຄອບຄົວ ຕ້ອງເອົາໃຈໃສ່ ສ້າງເງື່ອນໄຂ ໃຫ້ມີນ້ຳສະອາດດື່ມ ແລະ ໃຊ້, ມີອາຫານກິນ ທີ່ມີຄຸນຄ່າທາງດ້ານໂພຊະນາການ, ມີຄວາມປອດໄພ, ມີວິດຖ່າຍ ຢ່າງຖືກຫຼັກການອະນາໄມ, ມີເຄື່ອງນຸ່ງຫົ່ມ ທີ່ສະອາດເໝາະສົມ, ນຳເອົາລູກ ແລະ ຫຼານ ໄປກວດສຸຂະພາບ ແລະ ປິ່ນປົວເວລາເຈັບເປັນ, ຮັບປະກັນການອະນາໄມສາມສະອາດ, ສຶກສາອົບຮົມກັນ ໃຫ້ຮູ້ຄວາມເປັນອັນຕະລາຍ ຂອງການສູບຢາ ແລະ ການດື່ມເຫຼົ້າ, ໃຫ້ຫຼີກເວັ້ນການ ເສບຢາເສບຕິດ ແລະ ພະຍາດຕິດຕໍ່ ທາງເພດສຳພັນ ແນໃສ່ສ້າງໃຫ້ເປັນຄອບຄົວແບບຢ່າງ ສາທາລະນະສຸກ.

ມາດຕາ 13.  ການອະນາໄມ ຊຸມຊົນ
     ການອະນາໄມ ຊຸມຊົນ ແມ່ນ ການຮັກສາຄວາມສະອາດຈົບງາມ ຮ່ວມກັນພາຍໃນໜ່ວຍ, ຄຸ້ມ, ບ້ານ, ເມືອງ, ເທດສະບານ.
     ທຸກຄົນ ຢູ່ໃນຊຸມຊົນ ມີພັນທະເອົາໃຈໃສ່ ໃນການກຳຈັດຂີ້ເຫຍື້ອ ແລະ ນ້ຳເປິະເປື້ອນ, ຮັກສາອະນາໄມແຫຼ່ງນ້ຳ, ນ້ຳດື່ມ, ນ້ຳໃຊ້, ອະນາໄມຖະໜົນຫົນທາງ, ຕະຄອງຮ່ອງນ້ຳ, ສະຖານທີ່ສາທາລະນະຕ່າງໆ ເປັນຕົ້ນ ຫ້ອງນ້ຳ ຫລື ວິດຖ່າຍ ເພື່ອບໍ່ໃຫ້ເກີດເຊື້ອພະຍາດ, ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ສະອາດສວຍງາມ ເພື່ອສຸຂະພາບຂອງຕົນເອງ ແລະ ຊຸມຊົນ.

ມາດຕາ 14 (ປັບປຸງ).  ການອະນາໄມ ນ້ຳດື່ມ ແລະ ນ້ຳໃຊ້
     ການອະນາໄມນ້ຳດື່ມ ແລະ ນ້ຳໃຊ້ ແມ່ນ ຂະບວນການບຳບັດນ້ຳ ເຊັ່ນ ການຕົ້ມ, ການກັ່ນຕອງ, ການຂ້າເຊື້ອດ້ວຍນ້ຳຢາ, ການຜະລິດ ແລະ ການບໍລິການຖືກຕ້ອງ ຕາມມາດຕະຖານນ້ຳດື່ມ ແລະ ນ້ຳໃຊ້ ທີ່ກະຊວງ ສາທາລະນະສຸກວາງອອກ.
     ນ້ຳ ທີ່ນຳມາໃຊ້ປະຈຳວັນ ຕ້ອງໄດ້ມາຈາກແຫຼ່ງນ້ຳ ເຊັ່ນ ນ້ຳປະປາ, ນ້ຳສ້າງ, ນ້ຳຝົນ, ນ້ຳບາດານ, ນ້ຳລິນ, ນ້ຳອອກບໍ່, ບໍ່ນ້ຳອຸ່ນ, ແມ່ນ້ຳ, ລຳເຊ, ນ້ຳຫ້ວຍ ແລະ ອື່ນໆ ຊຶ່່ງນ້ຳເຫຼົ່ານີ້ ຕ້ອງຮັບປະກັນຄວາມສະອາດ ແລະ ຄວາມປອດໄພ.

ມາດຕາ 15 (ປັບປຸງ). ການອະນາໄມ ອາຫານ ແລະ ເຄື່ອງບໍລິໂພກ 
     ການອະນາໄມ ອາຫານ ແລະ ເຄື່ອງບໍລິໂພກ ແມ່ນ ຂະບວນການກວດກາຄວາມສະອາດ, ຄວບຄຸມອາຫານ ແລະ ເຄື່ອງບໍລິໂພກ ໃຫ້ສະອາດ, ປອດໄພ ຈາກເຊື້ອພະຍາດ, ແມ່ກາຝາກ ແລະ ສານເຄມີທີ່ເປັນພິດ ຊຶ່ງເປັນອັນຕະລາຍຕໍ່ສຸຂະພາບ ແລະ ການຈະເລີນເຕີບໂຕຂອງຮ່າງກາຍ ໃນການດຳລົງຊີວິດຂອງຄົນ.
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການປຸງແຕ່ງອາຫານ, ປຸງແຕ່ງຜະລິດຕະພັນອາຫານ, ຫຸ້ມຫໍ່, ເກັບຮັກສາ, ເຄື່ອນຍ້າຍ ແລະ ບໍລິການອາຫານ ຕ້ອງຮັບປະກັນຄຸນນະພາບ, ຖືກຕ້ອງ ຕາມມາດຕະຖານການຜະລິດ ແລະ ຮັບປະກັນຫຼັກການອະນາໄມ.
     ຜູ້ຜະລິດ ແລະ ຜູ້ຂາຍອາຫານ ຕ້ອງໄດ້ຮັບການກວດ ແລະ ການຢັ້ງຢືນສຸຂະພາບເສັຍກ່ອນ ແລະ ບໍ່ອະນຸຍາດໃຫ້ນຳເອົາອາຫານທີ່ໝົດອາຍຸມາຈຳໜ່າຍ.
     ອາຫານ ແລະ ເຄື່ອງບໍລິໂພກທີ່ຜະລິດຢູ່ພາຍໃນ ຫຼື ນຳເຂົ້າມາຈາກຕ່າງປະເທດ ຕ້ອງຜ່ານການກວດກາ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ.

ມາດຕາ 16 (ປັບປຸງ). ການອະນາໄມ ເຄຫະສະຖານ 
     ການອະນາໄມ ເຄຫະສະຖານ ແມ່ນ ການຮັກສາຄວາມສະອາດ ຈົບງາມ ແລະ ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງ ເຮືອນ, ສຳນັກງານ ຫ້ອງການ, ກ້ອງຕະລ່າງເຮືອນ, ອ້ອມແອ້ມເຮືອນຢູ່ ເພື່ອດຳລົງຊີວິດ ແລະ ປະຕິບັດວຽກງານທີ່ປາສະຈາກມົນລະພິດ ແລະ ຄວາມສ່ຽງ ໃນການຕິດເຊື້ອພະຍາດ.
     ສະຖານທີ່ຕັ້ງເຄຫະສະຖານ ຕ້ອງຮັບປະກັນ ຄວາມສະຫງົບ ແລະ ຄວາມປອດໄພ ຈາກພະຍາດຕິດແປດ, ມົນລະພິດ ແລະ ເຫດລຳຄານຕ່າງໆ.
     ເພື່ອຮັບປະກັນໃຫ້ເຄຫະສະຖານ ມີຄວາມສະອາດ ຖືກຕ້ອງຕາມຫຼັກການອະນາໄມ, ພາຍໃນເຮືອນ, ສຳນັກງານ ຫ້ອງການນັ້ນ ຕ້ອງໃຫ້ມີແສງສະຫວ່າງ ແລະ ອາກາດຖ່າຍເທ ຢ່າງພຽງພໍ, ຕ້ອງປັດກວາດ, ເຊັດຖູ ຢ່າງເປັນປົກກະຕິ, ໃຫ້ມີີວິດຖ່າຍ, ມີຖັງ ຫລື ກະຕ່າໃສ່ຂີ້ເຫຍື້ອ ແລະ ມີຮ່ອງລະບາຍນ້ຳເປື້ອນ, ຈັດສັນບ່ອນ ຖິ້ມຂີ້ເຫຍື້ອ, ໃຫ້ກຳຈັດຂີ້ເຫຍື້ອ ແລະ ນ້ຳເປື້ອນ ຢ່າງຖືກຕ້ອງ ແລະ ເປັນປົກກະຕິ, ບໍ່ໃຫ້ມີຄອກສັດລ້ຽງຢູ່ກ້ອງຕະລ່າງເຮືອນ, ໃຫ້ຮັກສາສັດລ້ຽງ ຢູ່ໃນຄອກສະເພາະ, ບໍ່ປ່ອຍຕາມສະຖານທີ່ສາທາລະນະ ແລະ ມີບ່ອນເກັບມ້ຽນຮັກສາຜົນລະປູກ.
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີຄວາມຮັບຜິດຊອບ ຕໍ່ການອະນາໄມ ເຄຫະສະຖານ, ເຮືອນ, ສຳນັກງານ ຫ້ອງການຂອງຕົນ ໃຫ້ສະອາດ, ມີຄວາມເປັນລະບຽບຮຽບຮ້ອຍ ຈົບງາມ ຢູ່ສະເໝີ .

ມາດຕາ 17 (ປັບປຸງ). ການອະນາໄມ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ 
     ການອະນາໄມ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ແມ່ນ ການຮັກສາຄວາມສະອາດຈົບງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ.
     ສະຖານທີ່ຕັ້ງ ຂອງໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຕ້ອງຢູ່ບ່ອນທີ່ເໝາະສົມ, ຮັບປະກັນຄວາມປອດໄພຈາກພະຍາດຕິດແປດ, ອຸປະຕິເຫດ, ເຫດລຳຄານ ແລະ ອັນຕະລາຍຕ່າງໆ.
     ຫ້ອງນອນ ຕ້ອງມີບໍລິມາດພຽງພໍ ແລະ ເໝາະສົມ ກັບຈຳນວນຄົນ ທີ່ມາພັກເຊົາ, ມີແສງສະຫວ່າງ, ມີອາກາດຖ່າຍເທ, ຈັດໃຫ້ມີວິດຖ່າຍຢ່າງພຽງພໍ ແລະ ຖືກຕ້ອງ ຕາມຫຼັກການອະນາໄມ, ມີຫ້ອງອາບນ້ຳ, ອ່າງລ້າງໜ້າ, ມີຮ່ອງລະບາຍນ້ຳເປື້ອນ, ມີຖັງ ຫຼື ກະຕ່າເກັບມ້ຽນຂີ້ເຫຍື້ອ, ມີການກຳຈັດຂີ້ເຫຍື້ອ, ນ້ຳເປື້ອນ ໃຫ້ຖືກຕ້ອງ ແລະ ຈັດຫານ້ຳດື່ມ ນ້ຳໃຊ້ ທີ່ສະອາດ ຢ່າງພຽງພໍ .
     ຜູ້ປະກອບການ ຕ້ອງມີຄວາມຮັບຜິດຊອບ ໃນການຮັກສາຄວາມສະອາດ ຈົບງາມ, ຄວາມເປັນລະບຽບຮຽບຮ້ອຍຂອງ ໂຮງແຮມ, ເຮືອນພັກ ແລະ ຄວາມປອດໄພ ຈາກການຕິດເຊື້ອພະຍາດຂອງຜູ້ມາພັກເຊົາ.
     ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຕ້ອງຮັກສາມາດຕະຖານ ຂອງການອະນາໄມຕາມການອະນຸຍາດໃຫ້ປະກອບການ.

ມາດຕາ 18 (ປັບປຸງ). ການອະນາໄມ ໂຮງຮຽນ ແລະ ສະຖາບັນການສຶກສາ
     ການອະນາໄມ ໂຮງຮຽນ ແລະ ສະຖາບັນການສຶກສາ ແມ່ນ ການຮັກສາຄວາມສະອາດ ຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂຮງຮຽນ ແລະ ສະຖາບັນການສຶກສາ.
     ສະຖານທີ່ຕັ້ງຂອງໂຮງຮຽນ ແລະ ສະຖາບັນການສຶກສາ ຕ້ອງຮັບປະກັນ ການບໍ່ຖືກລົບກວນຈາກ ພາຍນອກ, ຄວາມປອດໄພຈາກພະຍາດຕິດແປດ, ຈາກອຸປະຕິເຫດ ແລະ ອັນຕະລາຍຕ່າງໆ, ໃຫ້ມີບ່ອນຫຼິ້ນກິລາ ແລະ ບ່ອນພັກຜ່ອນ.
     ອາຄານ ຂອງໂຮງຮຽນ ແລະ ສະຖາບັນການສຶກສາ ຕ້ອງມີເນື້ອທີ່ພຽງພໍ ເໝາະສົມກັບຈຳນວນນັກຮຽນ ນັກສຶກສາ, ມີແສງສະຫວ່າງ, ມີອາກາດຖ່າຍເທ ຢ່າງພຽງພໍ, ມີໂຕະຕັ່ງ ໃຫ້ເໝາະສົມກັບໄວອາຍຸ ຂອງນັກຮຽນ. 
 nbsp;   ຄູ, ນັກຮຽນ, ນັກສຶກສາ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ຕ້ອງຮັບປະກັນ ໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາ ສະອາດຢູ່ສະເໜີ, ຕ້ອງໃຫ້ມີນ້ຳດື່ມ, ນ້ຳໃຊ້, ນ້ຳລ້າງມື ແລະ ວິດຖ່າຍທີ່ສະອາດ ແລະ ຖືກຕ້ອງຕາມ ຫຼັກການອະນາໄມ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນ, ນອກຈາກນັ້ນ ຕ້ອງຈັດຕັ້ງກວດສຸຂະພາບ ໃຫ້ນັກຮຽນ, ນັກສຶກສາ ເປັນລະບົບປົກກະຕິ ຢ່າງໜ້ອຍປີລະເທື່ອ.
     ສຳລັບເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານ ກໍໃຫ້ປະຕິບັດ ຕາມຫຼັກການທີ່ກ່າວມານີ້ເຊັ່ນດຽວກັນ.

ມາດຕາ 19 (ປັບປຸງ). ການອະນາໄມ ສະຖານທີ່ບໍລິການສາທາລະນະສຸກ 
     ການອະນາໄມ ສະຖານທີ່ບໍລິການສາທາລະນະສຸກ ເປັນຕົ້ນ ໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດ ແລະ ຮ້ານຂາຍຢາ ແມ່ນ ການຮັກສາຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສະຖານ ທີ່ດັ່ງກ່າວ.
     ສະຖານທີ່ບໍລິການສາທາລະນະສຸກ ຕ້ອງໃຫ້ເປັນແບບຢ່າງ ສະອາດງາມຕາ, ຮັບປະກັນ ຫຼັກການອະນາໄມ, ປາສະຈາກ ການແຜ່ເຊື້ອພະຍາດຈາກຄົນເຈັບ, ຈາກເຄື່ອງມື, ເຄື່ອງໃຊ້ ແລະ ອຸປະກອນການແພດ, ຕ້ອງມີີວິດຖ່າຍ, ມີນ້ຳດື່ມ, ນ້ຳໃຊ້ ຢ່າງພຽງພໍ, ມີລະບົບບຳບັດນ້ຳເປື້ອນ, ມີລະບົບແຍກປະເພດ, ບ່ອນເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອ.

ມາດຕາ 20 (ປັບປຸງ).  ການອະນາໄມ ໃນການອອກແຮງງານ ແລະ ວິຊາຊີບ
     ການອະນາໄມ ໃນການອອກແຮງງານ ແລະ ວິຊາຊີບ ແມ່ນ ການດູແລ ເບິ່ງແຍງ, ກວດກາເງື່ອນໄຂສະພາບແວດລ້ອມ ຂອງຜູ້ອອກແຮງງານ ແລະ ຜູ້ປະກອບວິຊາຊີບ ແນໃສ່ຮັກສາສຸຂະພາບຂອງພວກກ່ຽວ ໃນຂົງເຂດ ອຸດສາຫະກຳ, ກະສິກຳ, ຫັດຖະກຳ ແລະ ອື່ນໆ ເພື່ອບໍ່ໃຫ້ເປັນພະຍາດ, ຖືກສານເຄມີ, ກຳມັນຕະພາບລັງສີ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຫລື ຊີວິດ ຂອງຜູ້ອອກແຮງງານ ແລະ ຄົນອ້ອມຂ້າງ.
     ຜູ້ໃຊ້ແຮງງານ ຕ້ອງປະກອບອຸປະກອນ ປ້ອງກັນໄພແຮງງານ ໃຫ້ແກ່ຜູ້ອອກແຮງງານ ລວມທັງຮັບປະກັນ ຫຼັກການອະນາໄມ ຂອງສະຖານທີ່ອອກແຮງງານ ເປັນຕົ້ນ ຕ້ອງໃຫ້ມີແສງສະຫວ່າງ, ມີອາກາດຖ່າຍເທ ຢ່າງພຽງພໍ, ມີອຸນຫະພູມ, ມີຄວາມປຽກຊຸ່ມ, ມີຄວາມສັ່ນສະເທືອນ, ມີສຽງດັງ, ມີກິ່ນ ແລະ ຂີ້ຝຸ່ນ ບໍ່ໃຫ້ເກີນມາດຕະຖານ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບການ.
     ຜູ້ອອກແຮງງານ ແລະ ຜູ້ປະກອບວິຊາຊີບ ເປັນຕົ້ນ ໃນຂະແໜງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕ້ອງໄດ້ຮັບການປ້ອງກັນ, ການກວດ, ປິ່ນປົວ, ເບິ່ງແຍງ ສຸຂະພາບ ຕາມລະບຽບກົດໝາຍ.

ມາດຕາ 21.  ການອະນາໄມ ໃນການຜະລິດ
     ການອະນາໄມ ໃນການຜະລິດ ແມ່ນ ການຮັບປະກັນ ເງື່ອນໄຂ ແລະ ມາດຕະຖານການຜະລິດ ເຄື່ອງບໍລິໂພກ ແລະ ອຸປະໂພກ ໂດຍສະເພາະ ເຄື່ອງໃຊ້ສອຍປະຈຳວັນ, ເຄື່ອງຫຼິ້ນເດັກນ້ອຍ, ເຄື່ອງສຳອາງ ເພື່ອປາສະຈາກເຊື້ອພະຍາດ ແລະ ສານເຄມີຕົກຄ້າງ ທີ່ອາດຈະເປັນອັນຕະລາຍ ຕໍ່ສຸຂະພາບ ຂອງຜູ້ຊົມໃຊ້.
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ທຳການຜະລິດ ເຄື່ອງບໍລິໂພກ ແລະ ອຸປະໂພກນັ້ນ ຕ້ອງຮັບປະກັນມາດຕະຖານ ເຕັກນິກການຜະລິດ, ເຕັກນິກຄວບຄຸມ ການກຳຈັດສິ່ງເສດເຫຼືອ ຕາມຫຼັກການອະນາໄມ ເພື່ອບໍ່ໃຫ້ເປັນອັນຕະລາຍ ແກ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ. 

ມາດຕາ 22 (ປັບປຸງ).  ການອະນາໄມ ສະຖານທີ່ກໍ່ສ້າງ, ສ້ອມແປງ ແລະ ໂຮງຈັກໂຮງງານ
     ການອະນາໄມ ສະຖານທີ່ກໍ່ສ້າງ, ສ້ອມແປງ ແລະ ໂຮງຈັກໂຮງງານ ແມ່ນ ການປະຕິບັດ ມາດຕະການ ແລະ ວິທີການອັນຈຳເປັນ ໃນການກໍ່ສ້າງ ຖະໜົນຫົນທາງ, ການປຸກສ້າງ, ການສ້ອມແປງເຄຫະສະຖານ ແລະ ໂຮງຈັກໂຮງງານ ໃຫ້ຖືກຕ້ອງ ຕາມຫຼັກການອະນາໄມ ເພື່ອຮັບປະກັນ ບໍ່ໃຫ້ເປັນໄພອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດຂອງຜູ້ອອກແຮງງານ, ຂອງປະຊາຊົນທີ່ຢູ່ໃກ້ຄຽງ ຫຼື ຜູ້ສັນຈອນໄປມາ.
     ເພື່ອຮັບປະກັນ ຄວາມປອດໄພ, ຄວາມສະອາດ ແລະ ຄວາມສະດວກ ຂອງສະຖານທີ່ກໍ່ສ້າງ, ສ້ອມແປງ ແລະ ໂຮງຈັກໂຮງງານນັ້ນ ຜູ້ເປັນເຈົ້າຂອງ ຫຼື ຜູ້ຮັບຜິດຊອບສະຖານທີ່ດັ່ງກ່າວ ຕ້ອງມີປ້າຍສັນຍານ ເຕືອນ, ມີຮົ້ວອ້ອມ, ສິ່ງກັ້ງບັງ, ຜ້າປິດ, ຕາໜ່າງອ້ອມສະຖານທີ່ນັ້ນໄວ້ ຫຼື ຫົດນ້ຳ ເພື່ອບໍ່ໃຫ້ວັດຖຸກໍ່ສ້າງ, ສິ່ງເປິະເປື້ອນ, ຂີ້ຝຸ່ນຕົກ ຫຼື ປີວອອກນອກສະຖານທີ່ດັ່ງກ່າວ.

ມາດຕາ 23. ການ ອະນາໄມ ສະຖານທີ່ສາທາລະນະ
     ການອະນາໄມ ສະຖານທີ່ສາທາລະນະ ແມ່ນ ການຮັກສາຄວາມສະອາດ ຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສະຖານທີ່ ຊຸມນຸມ, ບັນເທິງ, ພັກຜ່ອນຂອງມວນຊົນ ເຊັ່ນ ວັດວາອາຮາມ, ປູສະນິຍະສະຖານ, ອະນຸສອນສະຖານ, ສວນສາທາລະນະ, ສະຖານທີ່ທ່ອງທ່ຽວ, ໂຮງມະໂຫລະສົບ, ສະໜາມກິລາ, ສະໜາມບິນ, ທ່າເຮືອ, ຕະຫຼາດ, ສະຖານີຈອດລົດ, ຖະໜົນຫົນທາງ ແລະ ສະຖານທີ່ຈັດງານອື່ນໆ.
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີຄວາມຮັບຜິດຊອບ ໃນການປະຕິບັດລະບຽບອະນາໄມສະຖານທີ່ສາທາລະນະ ຢ່າງເຂັ້ມງວດ.

ມາດຕາ 24 (ປັບປຸງ). ການອະນາໄມ ຕະຫຼາດ 
     ການອະນາໄມ ຕະຫຼາດ ແມ່ນ ການປະຕິບັດມາດຕະການ ແລະ ວິທີການອັນຈຳເປັນ ກ່ຽວກັບ ຄວາມສະອາດ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ ແນໃສ່ຮັບປະກັນຄວາມສະອາດ ຂອງສິນຄ້າແຕ່ລະປະເພດ.
     ສະຖານທີ່ຕັ້ງ ຂອງຕະຫຼາດ ຕ້ອງຢູ່ບ່ອນເໝາະສົມ, ຫ່າງໄກຈາກແຫລ່ງເປິະເປື້ອນ, ປ່າຊ້າ ແລະ ບ່ອນລ້ຽງສັດ, ມີເນື້ອທີ່ກ້ວາງຂວາງ ແລະ ສັນຈອນໄປມາສະດວກ, ມີແສງສະຫວ່າງພຽງພໍ, ອາກາດລ່ວງດີ, ມີລະບົບລະບາຍນ້ຳເປື້ອນ, ລະບົບເກັບມ້ຽນ, ກຳຈັດຂີ້ເຫຍື້ອ, ມີນ້ຳໃຊ້ ແລະ ວິດຖ່າຍສະອາດພຽງພໍ, ມີສະຖານທີ່ຈອດລົດທີ່ຮັບປະກັນ, ມີລະບົບຈັດວາງສິນຄ້າຕ່າງໆ ເຊັ່ນ ອາຫານແຫ້ງ, ອາຫານສົດ, ເຄື່ອງໃຊ້ປະຈຳວັນ ແລະ ອື່ນໆ.
     ຜູ້ຈັດສັນຕະຫຼາດ, ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເອົາສິນຄ້າຕ່າງໆ ມາຂາຍໃນຕະຫຼາດ ຕ້ອງມີຄວາມຮັບຜິດຊອບ ໃນການປະຕິບັດຫຼັກການອະນາໄມ.

ມາດຕາ 25 (ປັບປຸງ).  ການອະນາໄມ ໃນການຊາປະນະກິດສົບ  
     ການອະນາໄມ ໃນການຊາປະນະກິດສົບ ແມ່ນ ຂະບວນການປະຕິບັດ ຫຼັກການອະນາໄມ ກ່ຽວກັບຊາກສົບ ເພື່ອກັນບໍ່ໃຫ້ເຊື້ອພະຍາດ ແຜ່ຂະຫຍາຍ ນັບແຕ່ຂັ້ນຕອນຮັກສາ, ເຄື່ອນຍ້າຍ, ຝັງ ຫຼື ຈູດເຜົາຊາກສົບ.
     ຊາກສົບ ຕ້ອງໃສ່ຢາ, ຫຸ້ມຫໍ່ ແລະ ໃສ່ຫີບ ເພື່ອບໍ່ໃຫ້ສົ່ງກິ່ນເໝັນ ຫຼື ແຜ່ເຊື້ອພະຍາດ.
     ໃນເວລາເຄື່ອນຍ້າຍ, ຈູດເຜົາ, ຝັງສົບ ລວມທັງການເຄື່ອນຍ້າຍຊາກ ສົບ ຫຼືິ ອັດຖິຜ່ານ ສປປ ລາວ ຕ້ອງຮັບປະກັນ ຫຼັກການອະນາໄມ.

ມາດຕາ 26 (ປັບປຸງ). ການອະນາໄມ ສິ່ງແວດລອ້ມ  
     ການອະນາໄມ ສິ່ງແວດລ້ອມ ແມ່ນ ວິທີການ ທີ່ເຮັດໃຫ້ການພົວພັນ ລະຫວ່າງ ສິ່ງແວດລ້ອມ ກັບ ຄົນດີຂຶ້ນ ທາງດ້ານສຸຂະພາບຮ່າງກາຍ, ຈິດໃຈ ແລະ ສັງຄົມ. 
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຮັບປະກັນ ການອະນາໄມ ຄອກສັດ, ໂຮງຂ້າສັດ, ການຄວບຄຸມມົນລະພິດ, ສັດ ແລະ ແມງໄມ້ ນຳເຊື້ອພະຍາດ, ເຫດລຳຄານ, ການກຳຈັດຂີ້ ເຫຍື່ອ ແລະ ນ້ຳເປື້ອນ.
     ບຸກຄົນ, ຄອບຄົວ, ລວມໝູ່ ແລະ ການຈັດຕັ້ງ ຕ້ອງປົກປັກຮັກສາ ແລະ ພັດທະນາສິ່ງແວດລ້ອມ ດ້ວຍການອະນາໄມ ແນໃສ່ຮັກສາສຸຂະພາບຂອງຕົນເອງ ແລະ ຜູ້ອື່ນ.

ມາດຕາ 27 (ໃໝ່). ການອະນາໄມສະຖານທີ່ຄຸມຂັງ
     ການອະນາໄມສະຖານທີ່ຄຸມຂັງ ແມ່ນ ການຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສະຖານທີ່ຄຸມຂັງ ເພື່ອຮັບປະກັນບໍ່ໃຫ້ເກີດເຊື້ອພະຍາດຕໍ່ຜູ້ຖືກຫາ ແລະ ນັກໂທດ.

ໝວດທີ 3
ການກັນພະຍາດ

ມາດຕາ 28 (ປັບປຸງ). ຄວາມສຳຄັນຂອງການກັນພະຍາດ 
     ການກັນພະຍາດ ເປັນວຽກຕົ້ນຕໍ ແລະ ເປັນຄວາມຮັບຜິດຊອບ ຂອງທົ່ວສັງຄົມ, ມີຄວາມສຳຄັນ ໃນການກັນ ບໍ່ໃຫ້ພະຍາດເກີດຂຶ້ນ ຫຼື ແຜ່ລະບາດ ດ້ວຍວິທີ ເຝົ້າລະວັງ ແລະ ປະຕິບັດ ຫລັກການ ການກັນພະຍາດ.
     ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງຂອງສັງຄົມ ມີີໜ້າທີ່ ແລະ ຄວາມຮັບຜິດຊອບປະກອບສ່ວນເຂົ້າໃນວຽກງານກັນພະຍາດ ຢ່າງເປັນເຈົ້າການ ແລະ ຢ່າງຕັ້ງໜ້າ.

ມາດຕາ 29 (ປັບປຸງ). ອົງປະກອບ ຂອງການກັນພະຍາດ
     ການກັນພະຍາດ ປະກອບດ້ວຍວຽກງານ ດັ່ງນີ້:
       1. ການສັກ ແລະ ຢອດຢາກັນພະຍາດ;
       2. ການກັນ ແລະ ຄວບຄຸມພະຍາດຕິດຕໍ່;
       3. ການກັນພະຍາດ ບໍ່ຕິດຕໍ່.

ມາດຕາ 30 (ໃໝ່).  ການສັກ ແລະ ຢອດຢາກັນພະຍາດ
     ການສັກ ແລະ ຢອດຢາກັນພະຍາດ ແມ່ນ ການສ້າງພູມຕ້ານທານ ໃຫ້ແກ່ຮ່າງກາຍ ຂອງປະຊາຊົນບັນດາເຜົ່າ ດ້ວຍການນຳໃຊ້ວັກແຊງ ຊະນິດສັກ ແລະ ຢອດ ເພື່ອກັນພະຍາດວັນນະໂລກ, ອັກເສບຕັບເບ, ເປັ້ຍລ່ອຍ(ໂປລີໂອ), ໄອໄກ່, ຄໍຕີບ, ພະຍາດໝາກແດງ, ບາດທະຍັກ, ແລະ ພະຍາດ ອື່ນໆ.
     ການສັກ ແລະ ຢອດຢາກັນພະຍາດ ແມ່ນ ມີຄວາມຈຳເປັນ ສຳລັບແມ່ຍິງ ແລະ ເດັກນ້ອຍ ທີ່ມີ ອາຍຸຕ່ຳກວ່າ ຫ້າ ປີ ຊຶ່ງພໍ່ແມ່ ຫຼື ຜູ້ປົກຄອງ ຕ້ອງເອົາໃຈໃສ່ນຳເອົາລູກຫຼານຂອງຕົນໄປສັກ ແລະ ຢອດ ຢາກັນພະຍາດ ຢ່າງຄົບຖ້ວນ.

ມາດຕາ 31 ( ປັບປຸງ). ການກັນ ແລະ ຄວບຄຸມພະຍາດຕິດຕໍ່
     ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແມ່ນ ການສະກັດກັ້ນບໍ່ໃຫ້ພະຍາດເກີດຂຶ້ນ ຕໍ່ຄົນ, ຊຸມຊົນ ທັງບໍ່ໃຫ້ພະຍາດຕິດຕໍ່ ແຜ່ລາມ ຈາກບຸກຄົນໜຶ່ງ ໄປຫາອີກບຸກຄົນໜຶ່ງ, ຈາກສັດ ແລະ ແມງໄມ້ ໄປຫາຄົນ ແລະ ຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ.
     ບຸກຄົນ, ຄອບຄົວ, ອົງການປົກຄອງ ແລະ ທຸກການຈັດຕັ້ງ ຂອງສັງຄົມ ຕ້ອງປະຕິບັດ ຕາມຫຼັກການກັນ ແລະ ຄວບຄຸມພະຍາດຕິດຕໍ່, ເມື່ອມີປາກົດການທີ່ມີລັກສະນະລະບາດຂອງພະຍາດ ຢູ່ໃນທ້ອງຖິ່ນຂອງຕົນ ຕ້ອງຮີບຮ້ອນ ວາງມາດຕະການແກ້ໄຂ ແລະ ລາຍງານໃຫ້ການຈັດຕັ້ງ ຂັ້ນເທິງຊາບ ໂດຍດ່ວນ ເພື່ອແກ້ໄຂທັນເວລາ.

ມາດຕາ 32 ( ປັບປຸງ). ການກັນພະຍາດ ບໍ່ຕິດຕໍ່
     ການກັນພະຍາດ ບໍ່ຕິດຕໍ່ ແມ່ນ ການປະພຶດ ຫຼື ການດຳລົງຊີວິດ ທີ່ມີສຸຂານາໄມດີ ເພື່ອບໍ່ໃຫ້ເກີດພະຍາດ ບໍ່ຕິດຕໍ່ ເຊັ່ນ ບໍ່ສູບຢາ, ບໍ່ດື່ມເຫຼົ້າ ເກີນຂອບເຂດ, ຫັດກາຍະບໍລິຫານ ແລະ ຫຼິ້ນກິລາເປັນປະຈຳ ເພື່ອຫຼີກເວັ້ນບັນດາປັດໄຈສ່ຽງຕໍ່ການເກີດພະຍາດບໍ່ຕິດຕໍ່ ແລະ ພະຍາດອື່ນໆ.

ໝວດທີ 4
ການສົ່ງເສີມສຸຂະພາບ

ມາດຕາ 33 (ປັບປຸງ). ຄວາມສຳຄັນຂອງການສົ່ງເສີມສຸຂະພາບ 
     ການສົ່ງເສີມສຸຂະພາບ ແມ່ນ ການສ້າງສະພາບແວດລ້ອມ ທີ່ອຳນວຍຄວາມສະດວກ ໃຫ້ໝົດທຸກຄົນ ມີສຸຂະພາບດີ, ມີຄວາມສຳຄັນໃນການເຮັດໃຫ້ຮ່າງກາຍ ແຂງແຮງ, ສົມບູນ ແລະ ຈິດໃຈສົດຊື່ນ.
     ພົນລະເມືອງທຸກຄົນ ມີໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການເຮັດໃຫ້ສຸຂະພາບ ຂອງຕົນເອງແຂງແຮງ.
     ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງປະກອບສ່ວນ ຮ່ວມກັບ ຂະແໜງການສາທາລະນະສຸກ ໃນການຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ວຽກງານສົ່ງເສີມສຸຂະພາບ ໃນທົ່ວປວງຊົນ.

ມາດຕາ 34 (ປັບປຸງ). ອົງປະກອບ ຂອງການສົ່ງເສີມສຸຂະພາບ
     ການສົ່ງເສີມສຸຂະພາບ ປະກອບດ້ວຍ:
       - ການສຸຂະສຶກສາ;
       - ການສົ່ງເສີມສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ;
       - ການສົ່ງເສີມສຸຂະພາບຂອງໄວໜຸ່ມ ແລະ ໄວຈະເລີນພັນ;
       - ການສົ່ງເສີມສຸຂະພາບຂອງຜູ້ອາຍຸສູງ, ຜູ້ເສັຍອົງຄະ ແລະ ຄົນພິການ;
       - ໂພຊະນາການ;
       - ການກິລາ, ກາຍະບໍລິຫານ ແລະ ສີລະປະ;
       - ການຈັດສວນສາທາລະນະ ເຂດຂຽວ, ສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວ.

ມາດຕາ 35 (ປັບປຸງ). ການສຸຂະສຶກສາ 
     ການສຸຂະສຶກສາ ແມ່ນ ຂະບວນການໂຄສະນາ ເຜີຍແຜ່, ສຶກສາອົບຮົມ, ໃຫ້ຂໍ້ມູນ ຂ່າວສານ, ຄວາມຮູ້ ແລະ ຄຳແນະນຳ ກ່ຽວກັບສຸຂະພາບ ແກ່ພົນລະເມືອງທຸກຄົນ ເພື່ອໃຫ້ເຂົ້າໃຈ ແລະ ມີສະຕິ ໃນການຮັກສາອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ແນໃສ່ສ້າງແນວຄິດ, ການກະທຳ ແລະ ແບບແຜນການດຳລົງຊີວິດ ທີ່ມີຜົນດີຕໍ່ສຸຂະພາບ ຂອງບຸກຄົນ, ຄອບຄົວ ແລະ ຊຸມຊົນ.
     ການຈັດຕັ້ງ ສາທາລະນະສຸກ, ສຶກສາ ແລະ ກິລາ, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ການຈັດຕັ້ງອື່ນ ທັງພາກລັດ ແລະ ເອກະຊົນ ມີຄວາມຮັບຜິດຊອບ ໃນການໂຄສະນາ ເຜີຍແຜ່ ໃຫ້ຄວາມຮູ້້ກ່ຽວກັບສຸຂະພາບ ແກ່ປະຊາຊົນ ຢ່າງເປັນປົກກະຕິ ດ້ວຍຫຼາຍວິທີ ລວມທັງເອົາການສຸຂະສຶກສາ ເຂົ້າໃນຫຼັກສູດການສິດສອນ.

ມາດຕາ 36 (ປັບປຸງ). ການສົ່ງເສີມສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ 
     ການສົ່ງເສີມສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ເປັນວຽກງານບູລິມະສິດໜຶ່ງ ຂອງຂະແໜງການສາທາລະນະສຸກ ທັງເປັນພັນທະ ແລະ ຄວາມຮັບຜິດຊອບ ຂອງໝົດທຸກຄົນ, ຂະແໜງການ ແລະ ການຈັດຕັ້ງ ທຸກຂັ້ນ ໂດຍສະເພາະຜູ້ເປັນພໍ່ ແມ່ ແລະ ຜູ້ປົກຄອງເດັກ.
     ແມ່ຍິງ ແລະ ເດັກນ້ອຍທຸກຄົນ ເປັນຕົ້ນ ຢູ່ເຂດຫ່າງໄກສອກຫຼີກ ມີສິດໄດ້ຮັບການບໍລິການດ້ານສຸຂະພາບ ຊຶ່ງປະກອບດ້ວຍການອະນາໄມ, ກັນພະຍາດ, ສົົ່ງເສີມສຸຂະພາບ, ປິ່ນປົວ ແລະ ຟື້ນຟູສຸຂະພາບໃນເວລາກ່ອນແຕ່ງດອງ, ຖືພາ, ອອກລູກ ແລະ ຫຼັງອອກລູກ, ສຳລັບເດັກ ຕ້ອງໄດ້ຮັບການລ້ຽງດູ ເບິ່ງແຍງ ບົວລະບັດໃນທຸກກໍລະນີ ນັບທັງເດັກຝາແຝດ, ເດັກບໍ່ຖ້ວນເດືອນ ແລະ ເດັກເກີດບໍ່ປົກກະຕິ ຕັ້ງແຕ່ເກີດ ຈົນເຖິງໄວຮຽນ, ໄວໜຸ່ມ ແລະ ໄວຈະເລີນພັນ ເພື່ອໃຫ້ແມ່ ແລະ ເດັກ ມີສຸຂະພາບສົມບູນ ທາງດ້ານຮ່າງກາຍ, ຈິດໃຈ ອາລົມ ແລະ ສັງຄົມ.
     ແມ່ຍິງ ໃນໄວໜຸ່ມ, ໄວຈະເລີນພັນ ແລະ ເດັກຕ່ຳກວ່າ ຫ້າ ປີ ຕ້ອງໄດ້ກວດສຸຂະພາບ ແລະ ສັກຢາ ກັນພະຍາດ ໃຫ້ຄົບຖ້ວນ ຕາມລະບຽບການ. ໃນເວລາແມ່ຍິງຖືພາ ຕ້ອງໄດ້ເອົາໃຈໃສ່ ເພື່ອໃຫ້ຜູ້ກ່ຽວໄດ້ຮັບການກວດ, ຝາກທ້ອງ, ຕິດຕາມສຸຂະພາບຂອງເດັກ ທີ່ຢູ່ໃນທ້ອງ ຖ້າຫາກກວດເຫັນອາການສ່ຽງ ຕ້ອງມີແຜນການແກ້ໄຂລ່ວງໜ້າ, ບໍ່ໃຫ້ເຮັດວຽກໜັກ. ກ່ອນ ແລະ ຫຼັງອອກລູກ ຕ້ອງໄດ້ຮັບການພັກຜ່ອນ ຕາມຄວາມເໝາະສົມ ແລະ ຕາມລະບຽບກົດໝາຍ. ໃນເວລາອອກລູກ ຕ້ອງໄປອອກ ຢູ່ໂຮງໝໍ ຫຼື ສຸກສາລາ, ຖ້າມີ ຄວາມຈຳເປັນອອກ ລູກຢູ່ເຮືອນ ຕ້ອງໃຫ້ມີແພດຜະດຸງຄັນ, ຜູ້ຊ່ວຍເກີດລູກທີ່ຊຳນານງານ ຫລື ໝໍຕຳແຍ ທີ່ໄດ້ຜ່ານການອົບຮົມ ກຳກັບເບິ່ງແຍງນຳ ເພື່ອຮັບປະກັນຄວາມປອດໄພຂອງແມ່ ແລະ ລູກ.
     ເດັກນ້ອຍເກີດໃໝ່ ຕ້ອງໄດ້ຮັບ ການລ້ຽງດູດ້ວຍນົມແມ່ພຽງຢ່າງດຽວ ແຕ່ມື້ເກີດຈົນຮອດ ຫົກ ເດືອນ, ຈາກນັ້ນ ຈຶ່ງໃຫ້ອາຫານເສີມໄປພ້ອມກັບນົມແມ່ ຈົນຮອດເດັກມີອາຍຸ ສອງ ປີ.
     ເພື່ອສົ່ງເສີມສຸຂະພາບແມ່ຍິງ ແລະ ເດັກນ້ອຍ ທັງຍິງ ແລະ ຊາຍ ຕ້ອງເອົາໃຈໃສ່ໃນການວາງແຜນຄອບຄົວ.

ມາດຕາ 37 (ປັບປຸງ). ການສົ່ງເສີມສຸຂະພາບຂອງໄວໜຸ່ມ ແລະ ໄວຈະເລີນພັນ
     ໄວໜຸ່ມ ແລະ ໄວຈະເລີນພັນ ແມ່ນ ໄວກຳລັງ ຈະເລີນເຕີບໂຕ ທາງດ້ານຮ່າງກາຍ ແລະ ມັນສະໝອງ. ການສົ່ງເສີມສຸຂະພາບຂອງໄວໜຸ່ມ ແລະ ໄວຈະເລີນພັນ ເປັນສິ່ງສຳຄັນ ທີ່ເຮັດໃຫ້ຊາວໜຸ່ມ ແລະ ໄວຈະເລີນພັນ ມີສຸຂະພາບສົມບູນ ທັງດ້ານຮ່າງກາຍ, ມັນສະໝອງ ແລະ ຈິດໃຈ.
     ໄວໜຸ່ມ ແລະ ໄວຈະເລີນພັນ ຕ້ອງໄດ້ຮັບຂໍ້ມູນ ຂ່າວສານ ທີ່ຖືກຕ້ອງ ກ່ຽວກັບສຸຂະພາບ ດ້ວຍການຫຼິ້ນກິລາ, ກາຍະບໍລິຫານ, ສິນລະປະ, ວັນນະຄະດີ.
     ໄວໜຸ່ມ ແລະ ໄວຈະເລີນພັນ ຕ້ອງເອົາໃຈໃສ່ ກ່ຽວກັບຄວາມຮູ້ ແລະ ຄວາມເຂົ້ົ້າໃຈ ຕໍ່ ການວາງແຜນຄອບຄົວ ແລະ ຄວາມປອດໄພ ຂອງການມີເພດສຳພັນ, ການຖືພາ, ການອອກລູກ ແລະ ວິທີການລ້ຽງດູລູກ.
     ຄອບຄົວ, ໂຮງຮຽນ, ການຈັດຕັ້ງວິຊາຊີບ ສັງຄົມ ທັງພາກລັດ ແລະ ເອກະຊົນ ລ້ວນແຕ່ຕ້ອງເອົາໃຈໃສ່ສຶກສາອົບຮົມ ແລະ ສົ່ງເສີມສຸຂະພາບຂອງໄວໝຸ່ມ ແລະ ໄວຈະເລີນພັນ.

ມາດຕາ 38 (ປັບປຸງ). ການສົ່ງເສີມສຸຂະພາບຂອງຜູ້ອາຍຸສູງ  
     ຜູ້ອາຍຸສູງ ແມ່ນ ຜູ້ທີ່ມີ ເຫື່ອແຮງ ແລະ ກຳລັງວັງຊາ ຄ່ອຍຫຼຸດໜ້ອຍຖອຍລົງ ແລະ ສຸຂະພາບບໍ່ສົມບູນ ຊຶ່ງມີຄວາມຈຳເປັນ ຕ້ອງໄດ້ຮັບການຕິດຕາມ ເບິ່ງແຍງສຸຂະພາບ ຢ່າງໃກ້ຊິດ.
     ຄອບຄົວ, ການຈັດຕັ້ງ ແລະ ສັງຄົມ ຕ້ອງເອົາໃຈໃສ່ ເບິ່ງແຍງສຸຂະພາບຂອງຜູ້ອາຍຸສູງ ດ້ວຍການບໍລິການກວດສຸຂະພາບ, ການປິ່ນປົວເບິ່ງແຍງຢ່າງເໝາະສົມ, ສ້າງເງື່ອນໄຂ ໃຫ້ບຸກຄົນດັ່ງກ່າວ ໄດ້ດຳລົງຊີວິດ ແລະ ພັກຜ່ອນຢ່າງເໝາະສົມ.

ມາດຕາ 39 (ໃໝ່). ການສົ່ງເສີມສຸຂະພາບຂອງຜູ້ເສຍອົງຄະ ແລະ ຄົນພິການ
   
  ຜູ້ເສຍອົງຄະ ແລະຄົນພິການ ແມ່ນ ຜູ້ທີ່ມີຮ່າງກາຍ ແລະ ຈິດໃຈບໍ່ຄົບຖ້ວນ, ບໍ່ສົມບູນ, ບໍ່ປົກກະຕິຄືກັບຄົນທົ່ວໄປ ຊຶ່ງສັງຄົມ, ອົງການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ໃນການເບິ່ງແຍງ, ດູແລ ພວກກ່ຽວດ້ວຍການກວດສຸຂະພາບຢ່າງເປັນປະຈຳ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພວກກ່ຽວດີຂຶ້ນ ແລະ ສາມາດປະກອບ ສ່ວນເຂົ້າໃນວຽກງານຂອງສັງຄົມ.

ມາດຕາ 40 (ປັບປຸງ). ໂພຊະນາການ 
    
ທຸກຄົນ ຕ້ອງກິນອາຫານ ໃຫ້ສົມດູນ, ຫຼາກຫຼາຍຊະນິດ, ຄົບໝວດ, ຄົບໝູ່ ຄື ທາດໂປຼເຕອີນ ( ຊີ້ນ, ປາ, ຖົ່ວເຫຼືອງ..), ທາດນ້ຳຕານ, ທາດແປ້ງ , ທາດໄຂມັນ, ວິຕາມິນ, ເກືອແຮ່, ເກືອປະສົມທາດໄອໂອດິນ, ຜັກ ແລະ ໝາກໄມ້ ເພື່ອຮັບປະກັນ ໃຫ້ຮ່າງກາຍມີການພັດທະນາ ແລະ ມີສຸຂະພາບເຂັ້ມແຂງ.

ມາດຕາ 41 (ປັບປຸງ). ການກິລາ, ກາຍະບໍລິຫານ ແລະ ສີລະປະ
    
ການກິລາ, ກາຍະບໍລິຫານ ແລະ ສີລະປະ ແມ່ນ ມີຄວາມສຳຄັນ ສຳລັບທຸກເພດ ທຸກໄວ ເພື່ອສົ່ງເສີມໃຫ້ໝົດທຸກຄົນ ມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ສ້າງພູມຕ້ານທານໃຫ້ຮ່າງກາຍ ແລະ ມີອາຍຸຍືນ.
     ບຸກຄົນ ແລະ ການຈັດຕັ້ງ ຕ້ອງປະກອບສ່ວນ ເຂົ້າຮ່ວມໃນການຫຼິ້ນກິລາ, ຫັດກາຍະບໍລິຫານ ແລະ ສີລະປະ ໃນຫຼາຍປະເພດ, ຫຼາຍຮູບການ ແລະ ຫຼາຍລະດັບ.
     ການກິິລາ, ກາຍະບໍລິຫານ ແລະ ສີລະປະ ໃຫ້ເອົາເຂົ້າໃນຫຼັກສູດ ການສິດສອນ ຢູ່ໂຮງຮຽນ ຊັ້ນຕ່າງໆ.

ມາດຕາ 42 (ປັບປຸງ). ການຈັດສວນສາທາລະນະ, ເຂດຂຽວ, ສະຖານທີ່ພັກຜ່ອນ  ແລະ ທ່ອງທ່ຽວ
   
  ການຈັດສັນສວນສາທາລະນະ, ເຂດຂຽວ, ສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວ ແມ່ນ ມີຄວາມຈຳເປັນ ເພື່ອຮັບປະກັນ ໃຫ້ມີການສົ່ງເສີມສຸຂະພາບຢ່າງທົ່ວເຖິງ.
     ບ້ານ, ເມືອງ, ເທດສະບານ, ແຂວງ, ນະຄອນ, ສຳນັກງານ, ອົງການ ແລະ ບ່ອນທີ່ມີຊຸມຊົນໜາແໜ້ນ ຄວນຈັດໃຫ້ມີສວນສາທາລະນະ, ມີການອະນຸລັກ ແລະ ປູກຕົ້ນໄມ້ຫລາຍ ເພື່ອໃຫ້ມີອາກາດສົດຊື່ນຊຸ່ມເຢັນ ແລະ ຕ້ອງໃຫ້ມີສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວ ເພື່ອຟື້ນຟູສຸຂະພາບ.

ໝວດທີ 5
ການຊຸກຍູ້ ແລະ ສົ່ງເສີມວຽກງານອະນາໄມ, ກັນພະຍາດ
ແລະ ສົ່ງເສີມສຸຂະພາບ

ມາດຕາ 43 (ປັບປຸງ). ການຊຸກຍູ້ ແລະ ສົ່ງເສີມວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
    
ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນວຽກງານບຸລິມະສິດ ຂອງຂະແໜງການ ສາທາລະນະສຸກ ແລະ ອົງການປົກຄອງທຸກຂັ້ນ ຊຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການຊຸກຍູ້, ສົ່ງເສີມ ດ້ວຍການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກ່ຽວກັບການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ.

ມາດຕາ 44 (ປັບປຸງ).  ການລົງທຶນ
   
  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນໃສ່ຂົງເຂດອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ດ້ວຍຮູບການຕ່າງໆ ເຊັ່ນ ການກໍ່ສ້າງ ແລະ ດຳເນີນ ກອງທຶນໝູນວຽນ, ການຈັດຫານ້ຳສະອາດ, ວິດຖ່າຍ, ມຸ້ງຍ້ອມຢາ ແລະ ອື່ນໆ.

ມາດຕາ 45 (ປັບປຸງ). ການປະກອບສ່ວນ ຂອງສັງຄົມ
    
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໜ້າທີ່ປະກອບສ່ວນ ເຂົ້າໃນວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ດ້ວຍເຫື່ອແຮງ, ທຶນຮອນ ແລະ ສະຕິປັນຍາ ໃນການສ້າງສະຖານທີ່ພັກຜ່ອນ, ສົ່ງເສິີມການກິລາ, ກາຍະບໍລິຫານ ແລະ ສິລະປະ, ສ້າງສວນສາທາລະນະ, ເຂດຂຽວ ແລະ ຈັດຕັ້ງມູນນິທິ ເພື່ອສຸຂະພາບ ລວມທັງເຂົ້າຮ່ວມ ໃນການເຄື່ອນໄຫວກິດຈະກຳຕ່າງໆ.

ມາດຕາ 46. ການຄົ້ນຄວ້າວິທະຍາສາດ
    
ການຄົ້ນຄວ້າວິທະຍາສາດ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ແມ່ນ ການຊອກຫາຂໍ້ມູນ ກ່ຽວກັບສາເຫດ ຂອງການເຈັບເປັນ, ການເປັນພະຍາດ, ຄວາມສ່ຽງຕໍ່ການເປັນອັນຕະລາຍຕໍ່ສຸຂະພາບ ເພື່ອວາງມາດຕະການກັນ, ຈຳກັດ ແລະ ມີວິທີການແກ້ໄຂບັນຫາ ດັ່ງກ່າວ.
     ການຄົ້ນຄວ້າວິທະຍາສາດ ກ່ຽວກັບວຽກງານດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງ ສາທາລະນະສຸກ ແລະ ຕ້ອງລາຍງານຜົນຂອງການຄົ້ນຄວ້ານັ້ນ ໃຫ້ກະຊວງສາທາລະນະສຸກ ແລະ ສະພາວິທະຍາ ສາດແຫ່ງຊາດ.

ໝວດທີ 6
ຂໍ້ຫ້າມ

ມາດຕາ 47 (ໃໝ່). ຂໍ້ຫ້າມສຳລັບເຈົ້າໜ້າທີ່ ຫຼື ພະນັກງານສາທາລະນະສຸກ
   
  ຫ້າມເຈົ້າໜ້າທີ່ ຫຼື ພະນັກງານສາທາລະນະສຸກ ມີ ການກະທຳ ດັ່ງນີ້:
       1. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ;
       2. ສວຍໃຊ້ໜ້າທີ່ຕຳແໜ່ງ, ສິດອຳນາດ ເພື່ອຜົນປະໂຫຍດສ່ວນຕົວ ໃນເວລາປະຕິບັດໜ້າທີ່ຂອງຕົນ ຫຼື ໃຊ້ທ່າທີ, ວາຈາ ບໍ່ສຸພາບ;
       3. ມີການກະທຳອື່ນ ທີ່ເປັນການລະເມີນລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ.

ມາດຕາ 48 (ໃໝ່). ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ
   
  ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ການກະທຳ ດັ່ງນີ້:
       1. ສ້າງອຸປະສັກກີດຂວາງ, ບໍ່ໃຫ້ການຮ່ວມມື ໃນເວລາການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ ຫຼື ພະນັກງານສາທາລະນະສຸກ;
       2. ໃຊ້ຄວາມຮຸນແຮງ, ບັງຄັບນາມຂູ່, ຂັດຂວາງ ຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຫຼື ພະນັກງານສາທາລະນະສຸກ;
       3. ໃຫ້ສິນບົນແກ່ເຈົ້າໜ້າທີ່ີ່ ຫຼື ພະນັກງານສາທາລະນະສຸກ ໃນຂົງເຂດວຽກງານດັ່ງກ່າວ;
       4. ຖິ້ມສິ່ງເສດເຫຼືອ, ຖິ້ມຂີ້ເຫຍື້ອ, ຊາກສັດ, ສິ່ງເປິະເປື້ອນ, ສານເຄມີ ຫຼື ປ່ອຍນ້ຳເສັຍ ຈາກໂຮງຈັກໂຮງງານ ລວມທັງບ່ອນຜະລິດຕ່າງໆ ໃສ່ແຫຼ່ງນ້ຳ ຫຼື ບ່ອນອື່ນໆ ໂດຍບໍ່ຜ່ານຂະບວນການບຳບັດ;
       5. ບໍ່ໃຫ້ຜູ້ເປັນພະຍາດຕິດຕໍ່ ເຮັດວຽກກັບການປຸງແຕ່ງ ແລະ ບໍລິການອາຫານ ເພື່ອບໍ່ໃຫ້ພະຍາດແຜ່ຂະຫຍາຍ;
       6. ກິນອາຫານ ທີ່ຈະເປັນອັນຕະລາຍ ຕໍ່ສຸຂະພາບ ເຊັ່ນ ກິນຊີ້ນສັດທີ່ເປັນພະຍາດ, ອາຫານບູດເນົ່າ, ອາຫານທີ່ມີສານເຄມີເປັນພິດ ແລະ ອື່ນໆ;
       7. ຮັກສາຊາກສົບ ໂດຍບໍ່ໄດ້ໃສ່ຢາ ຟອກໂມນ ຫຼື ຜູ້ເປັນພະຍາດຕິດແປດ, ຈູດເຜົາ ຫຼື ຝັງຊາກສົບ ຢູ່ໃກ້ບ່ອນຊຸມນຸມຊົນ ຫຼື ແຫຼ່ງນ້ຳ;
       8. ລ້ຽງ ແລະ ປ່ອຍສັດ ຕາມສະຖານທີ່ສາທາລະນະຕ່າງໆ;
       9. ລະເມີດລະບຽບການ ການຕະຫຼາດ ກ່ຽວກັບຜະລິດຕະພັນທົດແທນ ການລ້ຽງລູກດ້ວຍນ້ຳນົມແມ່;
       10. ມີການກະທຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ.

ໝວດທີ 7
ການຄຸ້ມຄອງ ແລະ ກວດກາ

ມາດຕາ 49 (ປັບປຸງ). ອົງການຄຸ້ມຄອງ ແລະ ກວດກາ 
    
ລັດຖະບານ ເປັນຜູ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນທົ່ວປະເທດ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ໂດຍມອບໃຫ້ຂະແໜງການສາທາລະນະສຸກ ເປັນໃຈກາງປະສານສົມທົບກັບຂະແໜງການສຶກສາ ແລະ ກິລາ, ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
     ອົງການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະສົ່ງເສີມສຸຂະພາບ ປະກອບດ້ວຍ: 
       - ກະຊວງສາທາລະນະສຸກ;
       - ພະແນກສາທາລະນະສຸກ ແຂວງ, ນະຄອນ;
       - ຫ້ອງການສາທາລະນະສຸກເມືອງ, ເທດສະບານ;
       - ສຸກສາລາ.
     ສຳລັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສຸກສາລາ ໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ.

     ໃນກໍລະນີທີ່ຈຳເປັນ ອາດຈະສ້າງຕັ້ງຄະນະກຳມະການ ເພື່ອສຸຂະພາບຂັ້ນສູນກາງ ແລະ ທ້ອງຖິ່ນ ຂຶ້ນກໍໄດ້.

ມາດຕາ 50 (ໃໝ່). ສິດ ແລະ ໜ້າທີ່ຂອງກະຊວງສາທາລະນະສຸກ
    
ໃນການຄຸ້ມຄອງ ແລະ ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອສະເໜີລັດຖະບານ ພິຈາລະນາ;
       2. ຫັນນະໂຍບາຍ ແລະ ແຜນຍຸດທະສາດດັ່ງກ່າວ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ພ້ອມທັງຊີ້ນຳໃນການຈັດຕັ້ງປະຕິບັດ;
       3. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ;
       4. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຂອງອົງການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຂັ້ນລຸ່ມທີ່ຂຶ້ນກັບຕົນ ຊຶ່ງຂັດກັບລະບຽບກົດໝາຍ;
       5. ກຳນົດມາດຕະຖານ ບ້ານສາທາລະນາສຸກ ແບບຢ່າງ;
       6. ພິຈາລະນາແກ້ໄຂຄຳສະເໜີີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ;
       7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມອາຫານ ແລະ ຄຸນນະພາບນ້ຳດື່ມ, ນ້ຳໃຊ້ ຢ່າງມີປະສິດທິຜົນ;
       8. ກໍ່ສ້າງ, ບຳລຸງ, ຝຶກອົບຮົມພະນັກງານ ສາທາລະນະສຸກ ທາງດ້ານການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ;
       9. ພົວພັນ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ;
       10. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງ ປະຕິບັດວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມ ສຸຂະພາບ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
       11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ.

ມາດຕາ 51 (ໃໝ່). ສິດ ແລະ ໜ້າທີ່ຂອງພະແນກສາທາລະນະສຸກແຂວງ, ນະຄອນ
    
ໃນການຄຸ້ມຄອງ ແລະ ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອຈັດຕັ້ງປະຕິບັດ;
       2. ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ, ຝຶກອົບຮົມດ້ານວິຊາການ ຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ;
       3. ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຂອງຫ້ອງການສາທາລະນະສຸກ ເມືອງ, ເທດສະບານ ທີ່ຂັດກັບລະບຽບກົດໝາຍ;
       4. ພິຈາລະນາແກ້ໄຂຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕາມພາລະບົດບາດຂອງຕົນ;
       5. ສະເໜີແຜນການສ້າງ, ບຳລຸງ ພະນັກງານສາທາລະນະສຸກທາງດ້ານການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕໍ່ກະຊວງສາທາລະນະສຸກ;
       6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນຂອງຕົນໃນການຄຸ້ມຄອງ ແລະ ກວດກາວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຢ່າງມີປະສິດທິຜົນ;
       7. ພົວພັນ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕາມການ ມອບໝາຍຂອງຂັ້ນເທິງ;
       8. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕໍ່ກະຊວງສາທາລະນະສຸກ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ.

ມາດຕາ 52 (ໃໝ່). ສິດ ແລະ ໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ, ເທດສະບານ
    
ໃນການຄຸ້ມຄອງ ແລະ ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຢ່າງມີປະສິດທິຜົນ;
       2. ເຜີຍແຜ່, ສຶກສາອົບຮົມ ລະບຽບກົດໝາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມ ສຸຂະພາບຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
       3. ເປັນເຈົ້າການຊຸກຍູ້ ສຸກສາລາ ແລະ ບ້ານ ໃນການສ້າງບ້ານສາທາລະນະສຸກແບບຢ່າງ;
       4. ພິຈາລະນາແກ້ໄຂຄຳສະເໜີີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕາມພາລະບົດບາດຂອງຕົນ;
       5. ປະສານສົມທົບກັບຫ້ອງການອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຢ່າງມີປະສິດທິຜົນ;
       6. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມ ສຸຂະພາບ ຕໍ່ພະແນກສາທາລະນະສຸກແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ.

ມາດຕາ 53 (ໃໝ່). ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ
    
ໃນການຄຸ້ມຄອງ ແລະ ກວດກາວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຂະແໜງການອື່ນ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບ ຂະແໜງການສາທາລະນະສຸກ ຂັ້ນຂອງຕົນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ.

ມາດຕາ 54. ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ
     ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ແມ່ນ ການຕິດຕາມ ກວດກາ ການເຄື່ອນໄຫວ ກ່ຽວກັບການປະຕິບັດ ຫຼັກການອະນາໄມ, ຄວາມສ່ຽງ ຕໍ່ການ ເປັນອັນຕະລາຍຕໍ່ສຸຂະພາບ, ການຮັກສາຄວາມສະອາດ, ການຄວບຄຸມມົນລະພິດ ແລະ ການປະຕິບັດມາດຕະການ ໃຫ້ຖືກຕ້ອງ ຕາມລະບຽບ ກົດໝາຍ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງມີປະສິດທິຜົນ.

ມາດຕາ 55. ຮູບການກວດກາ
     ການກວດກາ ວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ມີ ສາມ ຮູບການ ດັ່ງນີ້:
       1.  ການກວດກາ ຕາມລະບົບປົກກະຕິ;
       2.  ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ;
       3.  ການກວດກາ ແບບກະທັນຫັນ.
     ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາ ທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ.
     ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາ ນອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຈະຖືກກວດກາ ຊາບລ່ວງໜ້າ.
     ການກວດກາ ແບບກະທັນຫັນ ແມ່ນ ການກວດກາ ໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຈະຖືກກວດກາຊາບລ່ວງໜ້າ.
     ໃນການດຳເນີນການກວດກາວຽກງານ ດັ່ງກ່າວ ຕ້ອງໃຫ້ປະຕິບັດຖືກຕ້ອງ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ໝວດທີ 8
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ຜູ້ລະເມີດ

ມາດຕາ 56 (ປັບປຸງ). ນະໂຍບາຍຕໍ່ຜູ້ມີຜົນງານ  
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຕັ້ງໜ້າປະຕິບັດ ກົດໝາຍສະບັບນີ້ ເປັນຕົ້ນ ການເປັນແບບຢ່າງ ປະກອບສ່ວນເຂົ້າໃນວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຈະໄດ້ຮັບ ການຍ້ອງຍໍ ຫຼື ການປະຕິບັດນະໂຍບາຍຕ່າງໆ ຕາມລະບຽບກົດໝາຍ.

ມາດຕາ 57 (ປັບປຸງ). ມາດຕະການຕໍ່ຜູ້ລະເມີດ 
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຫຼື ລະບຽບການຕ່າງໆ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນ ຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 47 ແລະ 48 ຂອງກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ຫຼື ດຳເນີນຄະດີທາງອາຍາ ແລ້ວກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ມາດຕາ 58 (ປັບປຸງ).  ມາດຕະການສຶກສາອົບຮົມ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຫຼື ລະບຽບການຕ່າງໆ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຫຼື ຂໍ້ຫ້າມ ໃນສະຖານເບົາ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 59 (ໃໝ່).  ການລົງວິໄນ
     ເຈົ້າໜ້າທີ່ ຫຼື ພະນັກງານສາທາລະນະສຸກ ທີ່ໄດ້ລະເມີນລະບຽບກົດໝາຍ ຫຼື ຂໍ້ຫ້າມ ທີ່ບໍ່ເປັນການກະທຳຜິດທາງອາຍາ ຫຼື ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ ກ່ຽວກັບວຽກງານຂອງຕົນທີ່ຮັບຜິດຊອບ ຖືກລົງວິໄນ ຕາມລະບຽບການ.

ມາດຕາ 60 (ປັບປຸງ). ມາດຕະການປັບໃໝ  
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:
       1. ຜູ້ຖືກສຶກສາອົບຮົມ ແລະ ກ່າວເຕືອນ ຕາມມາດຕາ 58 ຂອງກົດໝາຍສະບັບນີ້ ມາແລ້ວ ສອງ ຄັ້ງ ແຕ່ຫາກບໍ່ຍອມປ່ຽນແປງ; 
       2. ຜູ້ຖິ້ມ ຫຼື ຖອກເທ ສິ່ງເສດເຫຼືອ, ຊາກສັດ, ທາດເຄມີ ໃສ່ຕະຄອງຮອງນ້ຳ, ແມ່ນ້ຳ ລຳເຊ, ສວນສາທາລະນະ, ຖະໜົນຫົນທາງ ຫຼື ຖິ້ມໃສ່ສະຖານທີ່ສາທາລະນະ;
       3. ຜູ້ລະເມີດ ບົດບັນຍັດໃດໜຶ່ງ ຂອງ ມາດຕາ 11 ຫາ 27 ຂອງກົດໝາຍສະບັບນີ້.
     ສຳລັບອັດຕາການປັບໃໝ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 61 (ໃໝ່). ມາດຕະການທາງແພ່ງ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ກໍ່ຄວາມເສັຍຫາຍ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 62. ມາດຕະການທາງອາຍາ
     ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ຊຶ່ງກໍ່ໃຫ້ເກີດຄວາມເສັຍຫາຍ ຕໍ່ສຸຂະພາບ ຫຼື ຊີວິດຂອງຄົນ ແລະ ຂໍ້ຫ້າມ ທີ່ເປັນການກະທຳຜິດທາງອາຍາ ຈະຖືກລົງໂທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ.

ໝວດທີ 9
ບົດບັນຍັດສຸດທ້າຍ

ມາດຕາ 63. ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 64 (ປັບປຸງ). ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
     ກົດໝາຍ ສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍ ການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ສະບັບເລກທີ 04/ສພຊ ລົງວັນທີ 10 ເມສາ 2001.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

                            

ປະທານສະພາແຫ່ງຊາດ

ຜູ້ໃຫ້ການສະໜັບສະໜູນ