ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງອຸດົມໄຊ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງ ອັດຕະປື
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດ​ໝາຍ​ວ່າ​ດ້ວຍ ຜັງເມືອງ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ໂຍທາທິການ ແລະ ການຂົນສົ່ງ
ວັນທີ່ ນິຕິກໍາ : 03-04-1999
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 16-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 03 /99/ສພຊ
   ວັນທີ 3/4/1999

ກົດໝາຍວ່າດ້ວຍ
ຜັງເມືອງ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ໜ້າທີ່ຂອງກົດໝາຍວ່າດ້ວຍ ຜັງເມືອງ
   
  ກົດໝາຍວ່າດ້ວຍ ຜັງເມືອງ ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການນຳໃຊ້ທີ່ດິນ, ການກໍ່ສ້າງ ແລະ ການປຸກສ້າງໃນຂອບເຂດທົ່ວປະເທດ ແລະ ລະດັບທ້ອງຖິ່ນໃຫ້ຖືກຕ້ອງ ຕາມນະໂຍບາຍ ແລະກົດໝາຍ ແນໃສ່ພັດທະນາຕົວເມືອງ ໃຫ້ໄປຕາມທິດທາງ ຂອງແຜນການ ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນທຸກການເຄື່ອນໄຫວຂອງສັງຄົມໃນຕົວເມືອງ ໃຫ້ມີຄວາມສະຫງົບ, ຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ມີສຸຂານາໄມ, ມີຄວາມສີວິໄລ, ຮັກສາບູຮານສະຖານ, ສະຖາປັດຕະຍະກຳ ຂອງພື້ນຖານວັດທະນະທຳ ທັງຮັກສາສິ່ງແວດລ້ອມ ແລະ ທິວທັດທຳມະຊາດ.

ມາດຕາ 2. ການຜັງເມືອງ
    
ການຜັງເມືອງ ແມ່ນການຈັດສັນ ແລະ ພັດທະນາຕົວເມືອງ ລວມທັງການວາງ ລະບຽບການ ແລະມາດຕະການ ທາງດ້ານບໍລິຫານ, ເຕັກນິກ,ເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ກົມກຽວກັນ, ສົມເຫດສົມຜົນ ແລະ ສອດຄ່ອງ ກັບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
     ຜັງເມືອງປະກອບດ້ວຍແຜນຜັງ, ບົດວິພາກ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງຕົວເມືອງ.

ມາດຕາ 3. ຕົວເມືອງ
    
ຕົວເມືອງຕາມກົດໝາຍສະບັບນີ້ ແມ່ນສະຖານທີ່ດຳລົງຊີວິດ ຂອງຊຸມຊົນຕາມລັກສະນະ ດັ່ງນີ້:
       - ເປັນທີ່ຕັ້ງ ນະຄອນຫລວງຂອງປະເທດ, ກຳແພງນະຄອນ, ເທດສະບານແຂວງ, ເທດສະບານເຂດພິເສດ, ເທດສະບານເມືອງ, ເຂດຈຸດສຸມເສດຖະກິດ- ສັງຄົມ;
       - ມີປະຊາກອນໜາແໜ້ນພໍສົມຄວນ;
       - ມີລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກ ເຊັ່ນ: ຖະໜົນຫົນທາງ, ລະບົບລະບາຍນ້ຳ,ໂຮງໝໍ,ໂຮງຮຽນ, ເດີ່ນກິລາ, ສວນສາທາລະນະ, ນ້ຳປະປາ,ໄຟຟ້າ,ໂທລະສັບ ແລະອື່ນໆ.
     ຕົວເມືອງ ແບ່ງອອກເປັນ ສາມລະດັບຄື :
       1. ຕົວເມືອງທີ່ຂຶ້ນກັບສູນກາງ;
       2. ຕົວເມືອງທີ່ຂຶ້ນກັບແຂວງ,ກຳແພງນະຄອນ ແລະ ເຂດພິເສດ;
       3. ຕົວເມືອງທີ່ຂຶ້ນກັບເມືອງ.

ມາດຕາ 4. ຫລັກການຂອງການວາງຜັງເມືອງ
    
ການວາງຜັງເມືອງ ຕ້ອງວາງເປັນລະບົບ ແລະ ມີການປະສານສົມທົບ ຢ່າງກົມກຽວກັນ ລະຫວ່າງ ຂະແຫນງການທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ.
     ການວາງຜັງເມືອງ ຕ້ອງໃຫ້ແທດເໝາະກັບລະດັບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງແຕ່ລະບໍລິເວນ, ຮັບປະກັນ ຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບ ຮຽບຮ້ອຍ, ມີສຸຂານາໄມ, ຄວາມສະດວກ, ຄວາມສະອາດ, ຄວາມສວຍງາມ ແລະ ມູນເຊື້ອວັດທະນະທຳ ຂອງບັນດາເຜົ່າ, ຂອງຊາດແລະສິ່ງແວດລ້ອມ.
      ຜັງເມືອງລະດັບຕົວເມືອງ ຕ້ອງສອດຄ່ອງກັບຜັງເມືອງ ລະດັບແຂວງ, ຜັງເມືອງລະດັບແຂວງ ຕ້ອງສອດຄ່ອງກັບຜັງເມືອງລະດັບພາກ ແລະ ຜັງເມືອງລະດັບພາກ ຕ້ອງສອດຄ່ອງກັບຜັງເມືອງລະດັບຊາດ.

ມາດຕາ 5. ພັນທະໃນການປະຕິບັດຜັງເມືອງ
    
ບຸກຄົນແລະການຈັດຕັ້ງ ນັບທັງພາຍໃນ ແລະ ຕ່າງປະເທດທີ່ຢູ່ ສປປ ລາວ ລ້ວນແຕ່ມີພັນທະໃນການປະຕິ ບັດຜັງເມືອງທີ່ວາງອອກຢ່າງເຂັ້ມງວດ.

ພາກທີ II
ການວາງຜັງເມືອງ

ມາດຕາ 6. ການວາງຜັງເມືອງ
    
ການວາງຜັງເມືອງ ມີ ສີ່ ລະດັບຄື:
       1. ຜັງເມືອງລະດັບຊາດ;
       2. ຜັງເມືອງລະດັບພາກ;
       3. ຜັງເມືອງລະດັບແຂວງ;
       4. ຜັງເມືອງລະດັບຕົວເມືອງ.

ມາດຕາ 7. ການວາງຜັງເມືອງລະດັບຊາດ
    
ການວາງຜັງເມືອງລະດັບຊາດ ແມ່ນການວາງທິດທາງລວມ ໄລຍະຍາວ ແລະ ໄລຍະກາງ ໃນຂອບເຂດທົ່ວປະເທດ ກ່ຽວກັບການກຳນົດເຂດ ທີ່ຈະສ້າງ ແລະ ຂະຫຍາຍຕົວເມືອງ, ເຂດຈຸດສຸມ ດ້ານເສດຖະກິດ-ວັດທະນະທຳສັງຄົມ, ເຂດປ່າໄມ້ ແລະ ປ່າສະຫງວນ, ເຂດຊັບພະຍາກອນທຳມະຊາດອື່ນໆ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕາໜ່າງເສັ້ນທາງ ແລະອື່ນໆ ໂດຍ ອີງໃສ່ຈຸດພິເສດທາງດ້ານພູມສາດ, ປະຊາກອນ, ຊັບພະຍາກອນທຳມະຊາດ, ເສດຖະກິດ ແລະ ສາຍພົວພັນລະຫວ່າງພາກສ່ວນຕ່າງໆ ຂອງປະເທດ.
     ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນຄ້ວາ ສ້າງຜັງເມືອງລະດັບຊາດ ໂດຍປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ແລ້ວນຳສະເໜີລັດຖະບານ ເພື່ອພິຈາລະນາຕົກລົງ ແລະ ນຳສະເໜີສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.

ມາດຕາ 8. ການວາງຜັງເມືອງລະດັບພາກ
   
  ການວາງຜັງເມືອງລະດັບພາກ ແມ່ນການວາງທິດທາງໃຫຍ່ ໄລຍະຍາວ ແລະ ໄລຍະກາງ ໃນພາກໃດພາກໜຶ່ງຂອງປະເທດ ກ່ຽວກັບການກຳນົດເຂດ ທີ່ຈະສ້າງ ແລະ ຂະຫຍາຍຕົວເມືອງ, ເຂດຈຸດສຸມ ດ້ານເສດຖະກິດ-ວັດທະນະທຳສັງຄົມ, ເຂດປ່າໄມ້ ແລະ ປ່າສະຫງວນ, ເຂດຊັບພະຍາກອນທຳມະຊາດອື່ນໆ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕາໜ່າງເສັ້ນທາງ ແລະ ອື່ນໆ ໂດຍອີງໃສ່ຈຸດພິເສດທາງດ້ານພູມສາດ, ປະຊາກອນ, ຊັບພະຍາກອນທຳມະຊາດ, ເສດຖະກິດ ແລະ ມີລັກສະນະລະອຽດກ່ວາຜັງເມືອງລະດັບຊາດ.
     ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນຄ້ວາ ສ້າງຜັງເມືອງລະດັບພາກ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ແລ້ວ ນຳສະເໜີລັດຖະບານ ເພື່ອພິຈາລະນາຮັບຮອງເອົາ.

ມາດຕາ 9. ການວາງຜັງເມືອງລະດັບແຂວງ
    
ການວາງຜັງເມືອງລະດັບແຂວງ ແມ່ນການວາງທິດທາງຕົ້ນຕໍ ໄລຍະຍາວ ແລະ ໄລຍະກາງ ໃນຂອບເຂດແຂວງໃດແຂວງໜຶ່ງຂອງປະເທດ ກ່ຽວກັບການກຳນົດເຂດທີ່ຈະສ້າງ ແລະ ຂະຫຍາຍ ຕົວເມືອງ, ເຂດຈຸດສຸມດ້ານເສດຖະກິດ-ວັດທະນະທຳ ສັງຄົມ, ເຂດປ່າໄມ້ ແລະ ປ່າສະຫງວນ, ເຂດຊັບພະຍາກອນ ທຳມະຊາດອື່ນໆ, ຕາໜ່າງເສັ້ນທາງ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ໂດຍອີງໃສ່ຈຸດພິເສດ ທາງດ້ານພູມສາດ, ປະຊາກອນ, ຊັບພະຍາກອນທຳມະຊາດ, ເສດຖະກິດ ແລະມີລັກສະນະລະອຽດກ່ວາຜັງເມືອງ ລະດັບພາກ.
     ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນຄ້ວາສ້າງ ຜັງເມືອງລະດັບແຂວງ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ແລ້ວ ນຳສະເໜີລັດຖະບານ ເພື່ອພິຈາລະນາຮັບຮອງເອົາ.

ມາດຕາ 10. ການວາງຜັງເມືອງລະດັບຕົວເມືອງ
   
  ການວາງຜັງເມືອງລະດັບຕົວເມືອງ ແມ່ນການກຳນົດພື້ນທີ່ດິນ ກ່ຽວກັບການສ້າງ ແລະ ຂະຫຍາຍຕົວເມືອງ ໂດຍຈັດສັນເປັນເຂດທີ່ຢູ່ອາໄສ,ເຂດສຳນັກງານອົງການ, ເຂດກະສິກຳ, ເຂດອຸດສາຫະກຳ, ເຂດການຄ້າ ແລະການບໍລິການ, ເຂດເສັ້ນທາງຄົມມະນາຄົມ ແລະການຂົນສົ່ງ, ເຂດວັດທະນະທຳ ແລະກິລາ, ສວນສາທາລະນະ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂດສາທາລະນະປະໂຫຍດ, ສາທາລະນູປະໂພກ ແລະອື່ນໆ.
     ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນຄ້ວາສ້າງ ຜັງເມືອງລະດັບຕົວເມືອງໃຫຍ່ທີ່ຂຶ້ນກັບສູນກາງ ໂດຍປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ, ອຳນາດການປົກຄອງແຂວງ, ກຳແພງນະຄອນ ຫລື ເຂດພິເສດ ແລະນຳໄປປຶກສາຫາລືຄຳຄິດຄຳເຫັນ ຂອງປະຊາຊົນ ແລ້ວນຳສະເໜີລັດຖະບານ ເພື່ອພິຈາລະນາຮັບຮອງເອົາ.
     ອຳນາດການປົກຄອງແຂວງ, ກຳແພງນະຄອນ ຫລື ເຂດພິເສດ ເປັນຜູ້ຄົ້ນຄ້ວາ ສ້າງຜັງເມືອງລະດັບຕົວເມືອງທີ່ຂຶ້ນກັບແຂວງ ກຳແພງນະຄອນ ຫລື ເຂດພິເສດ ໂດຍປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ນຳໄປປຶກສາຫາລືຄຳຄິດຄຳເຫັນຂອງປະຊາຊົນ ແລ້ວນຳສະເໜີ ກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເພື່ອພິຈາລະນາຮັບຮອງເອົາ.
     ອຳນາດການປົກຄອງເມືອງ ເປັນຜູ້ຄົ້ນຄ້ວາສ້າງ ຜັງເມືອງລະດັບຕົວເມືອງ ທີ່ຂຶ້ນກັບເມືອງ, ເຂດຈຸດສຸມທາງດ້ານເສດຖະກິດ-ສັງຄົມທີ່ຂຶ້ນກັບເມືອງ ໂດຍປະສານສົມທົບກັບ ຂະແໜງການທີ່ກ່ຽວ ຂ້ອງ ແລະ ນຳໄປປຶກສາຫາລືຄຳຄິດຄຳເຫັນຂອງປະຊາຊົນ ແລ້ວນຳສະເໜີອຳນາດການປົກຄອງ ແຂວງ, ກຳແພງນະຄອນ ຫລື ເຂດພິເສດ ເພື່ອພິຈາລະນາຮັບຮອງເອົາ.

ພາກທີ III
ລະບຽບການຜັງເມືອງ

ໝວດທີ 1
ລະບຽບການນຳໃຊ້ ທີ່ດິນຜັງເມືອງ ແລະ ການປຸກສ້າງ

ມາດຕາ 11. ທີ່ດິນຜັງເມືອງ
    
ທີ່ດິນຜັງເມືອງ ແມ່ນຂອບເຂດພື້ນທີ່ດິນ ຊຶ່ງກຳນົດໄວ້ສຳລັບ ການວາງແຜນຜັງເມືອງ ເພື່ອພັດທະນາ ໃຫ້ເປັນຕົວເມືອງ. ຂອບເຂດພື້ນທີ່ດິນວາງແຜນຜັງເມືອງ ປະກອບດ້ວຍ ທີ່ດິນຂອງລັດ, ຂອງລວມໝູ່, ຂອງການຈັດຕັ້ງອື່ນ ຫລື ຂອງບຸກຄົນ.

ມາດຕາ 12. ການສະຫງວນ ຫລືໂອນທີ່ດິນ
    
ລັດມີີສິດສະຫງວນ ຫລື ໂອນທີ່ດິນ ເພື່ອມາຮັບໃຊ້ຜົນປະໂຫຍດລວມ ແລະ ການພັດທະນາໃນອະນາຄົດ ເຊັ່ນ: ການສ້າງເຂດຊຸມຊົນໃໝ່, ຖະໜົນຫົນທາງ, ເຂດອຸດສາຫະກຳ, ເຂດກະສິກຳ, ເຂດປ່າສະຫງວນ, ເຂດທ່ອງທ່ຽວ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆ.
     ການໂອນທີ່ດິນ ຂອງການຈັດຕັ້ງ ຫລື ບຸກຄົນ ທີ່ມີການພັດທະນາແລ້ວ ເພື່ອມາຮັບໃຊ້ສາທາລະນະປະໂຫຍດນັ້ນ ລັດຈະຕ້ອງທົດແທນຄືນຕາມຄວາມເໝາະສົມ.

ມາດຕາ 13. ການແບ່ງເຂດທີ່ດິນຜັງເມືອງ
    
ຜັງເມືອງຂອງຕົວເມືອງປະກອບດ້ວຍ ເຂດຕ່າງໆດັ່ງນີ້: ເຂດທີ່ພັກພາອາໄສ, ເຂດສຳນັກງານອົງການ, ເຂດການຄ້າ, ການບໍລິການ, ເຂດສວນສາທາລະນະ, ເຂດອະນຸລັກມໍລະດົກ, ເຂດວັດທະນະທຳ-ສັງຄົມ, ເຂດທ່ອງທ່ຽວ, ເຂດກະສິກຳ,ເຂດອຸດສະຫະກຳ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ທີ່ດິນຜັງເມືອງລະດັບຕົວເມືອງ ແບ່ງອອກດັ່ງນີ້ :
    
ຕົວເມືອງຫລືເທດສະບານທີ່ຂຶ້ນກັບສູນກາງ ຫລື ຂຶ້ນກັບແຂວງ ຊຶ່ງແບ່ງອອກເປັນ ສີ່ ເຂດ ຄື:
       1. ເຂດໃຈກາງຕົວເມືອງ;
       2. ເຂດອ້ອມໃຈກາງຕົວເມືອງ;
       3. ເຂດຊານເມືອງ;
       4. ເຂດຂະຫຍາຍຕົວເມືອງ.
     ຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງ ແບ່ງອອກເປັນ ສອງເຂດ ຄື :
       1. ເຂດໃຈກາງຕົວເມືອງ;
       2. ເຂດຂະຫຍາຍຕົວເມືອງ.

ມາດຕາ 14. ເຂດໃຈກາງຕົວເມືອງ
    
ເຂດໃຈກາງຕົວເມືອງ ແມ່ນເຂດທີ່ມີຄວາມຫນາແຫນ້ນ ດ້ານສິ່ງກໍ່ສ້າງ ແລະ ດ້ານປະຊາກອນ ສູງກ່ວາເຂດອື່ນ ມີລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກຄົບຊຸດ ທັງເປັນສູນການຄ້າ, ການບໍລິການ, ການດຳເນີນທຸລະກິດອື່ນໆ. ຍົກເວັ້ນ ການດຳເນີນກິດຈະການໂຮງງານອຸດສາຫະກຳ ທັງສາມລະດັບ ຫລື ສາງທີ່ມີເນື້ອທີ່ກ້ວາງຂວາງ.
     ເຂດໃຈກາງຕົວເມືອງ ປະກອບດ້ວຍທີ່ດິນສຳລັບປຸກສ້າງ ທີ່ຢູ່ອາໄສ, ສະຖານທີ່ການຄ້າ, ການບໍລິການ ສຳນັກງານອົງການ ແລະ ອື່ນໆ.

ມາດຕາ 15. ເຂດອ້ອມໃຈກາງຕົວເມືອງ
    
ເຂດອ້ອມໃຈກາງຕົວເມືອງ ແມ່ນເຂດທີ່ມີຄວາມໜາແໜ້ນ ຂອງສິ່ງກໍ່ສ້າງ ແລະ ດ້ານປະຊາກອນ ຕ່ຳກວ່າ ເຂດໃຈກາງຕົວເມືອງ, ມີເຂດຂຽວ ແລະ ມີລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກ ທັງເປັນເຂດການຄ້າ, ການບໍລິການ, ການດຳເນີນທຸລະກິດອື່ນໆ. ຍົກເວັ້ນ ການດຳເນີນກິດຈະການ ໂຮງງານອຸດສາຫະກຳລະດັບໜຶ່ງ ແລະ ລະດັບສອງ.
     ເຂດອ້ອມໃຈກາງຕົວເມືອງ ປະກອບດ້ວຍທີ່ດິນ ສຳລັບປຸກສ້າງທີ່ຢູ່ອາໄສ, ສະຖານທີ່ການຄ້າ, ການບໍລິການ, ສຳນັກງານອົງການ, ສະໜາມກິລາ, ສວນສາທາລະນະ, ສະຖານທີ່ວັດທະນະທຳ-ສັງຄົມ ແລະ ອື່ນໆ.

ມາດຕາ 16. ເຂດຊານເມືອງ
   
  ເຂດຊານເມືອງ ແມ່ນເຂດທີ່ຢູ່ອ້ອມຮອບ ເຂດອ້ອມໃຈກາງຕົວເມືອງ, ເປັນເຂດທີ່ມີຄວາມໜາແໜ້ນ ຂອງສິ່ງກໍ່ສ້າງ ຕ່ຳກວ່າເຂດອ້ອມຮອບໃຈກາງຕົວເມືອງ, ມີກິດຈະການກະສິກຳ, ຫັດຖະກຳ ແລະໂຮງງານອຸດສາຫະກຳ ລະດັບສອງ ແລະ ລະດັບສາມ ລວມທັງມີເຂດຫວ່າງເປົ່າຫລາຍສົມຄວນ.
     ເຂດຊານເມືອງ ປະກອບດ້ວຍທີ່ດິນສຳລັບປຸກສ້າງທີ່ຢູ່ອາໄສ, ສຳນັກງານອົງການ,ສະຖານທີ່ ການຫັດຖະກຳ, ອຸດສະຫະກຳຂະໜາດນ້ອຍ ແລະຂະໜາດກາງ ລວມທັງສາງທີ່ມີເນື້ອທີ່ກວ້າງ ຂວາງ ແລະ ອື່ນໆ.

ມາດຕາ 17. ເຂດຂະຫຍາຍຕົວເມືອງ
    
ເຂດຂະຫຍາຍຕົວເມືອງ ແມ່ນເຂດທີ່ຕໍ່ຈາກເຂດຊານເມືອງອອກໄປ ຊຶ່ງຈັດສັນໄວ້ເພື່ອຮັບປະກັນການຂະຫຍາຍຂອງຕົວເມືອງ, ການເພີ້ມຂຶ້ນຂອງປະຊາກອນ ແລະ ກິດຈະການເສດຖະ ກິດ-ສັງຄົມ.
     ເຂດຂະຫຍາຍຕົວເມືອງ ປະກອບດ້ວຍທີ່ດິນ ສຳລັບປຸກສ້າງທີ່ຢູ່ອາໄສ, ສະຖາບັນການສຶກສາ, ສະໜາມບິນ, ການຄ້າ, ການບໍລິການ, ການຫັດຖະກຳ, ກິດຈະການໂຮງງານອຸດສະຫະກຳ ລະດັບໜຶ່ງ, ການຂົນສົ່ງ ລວມທັງທີ່ດິນສຳລັບກະສິກຳ, ປ່າໄມ້ເພື່ອການພັກຜ່ອນ, ທ່ອງທ່ຽວ ແລະອື່ນໆ.

ມາດຕາ 18. ຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງ
    
ເຂດໃຈກາງຕົວເມືອງ ຫລື ເທດສະບານທີ່ຂຶ້ນກັບເມືອງ ແມ່ນມີລັກສະນະຄ້າຍຄືກັນ ກັບເຂດອ້ອມໃຈກາງຕົວເມືອງ ທີ່ຂຶ້ນກັບສູນກາງ ຫລື ແຂວງ.
     ເຂດໃຈກາງຕົວເມືອງ ຫລື ເທດສະບານ ທີ່ຂຶ້ນກັບເມືອງ ປະກອບດ້ວຍທີ່ດິນສຳລັບປຸກສ້າງ ທີ່ຢູ່ອາໄສ,ສຳນັກງານອົງການ,ການຄ້າ, ການບໍລິການ, ກິດຈະການຫັດຖະກຳ, ກະສິກຳ,ອຸດສາຫະກຳຂະໜາດນ້ອຍ, ຂະໜາດກາງ ແລະອື່ນໆ.
     ເຂດຂະຫຍາຍຕົວເມືອງ ແມ່ນເຂດທີ່ຈັດສັນໄວ້ເພື່ອຮັບປະກັນ ການຂະຫຍາຍຂອງຕົວເມືອງ ແລະ ການເພີ້ມຂຶ້ນຂອງປະຊາກອນ ແລະ ກິດຈະການເສດຖະກິດ-ສັງຄົມ.
     ເຂດຂະຫຍາຍຕົວເມືອງ ປະກອບດ້ວຍທີ່ດິນສຳລັບປຸກສ້າງທີ່ຢູ່ອາໄສ, ສະຖາບັນການສຶກສາ, ສະໜາມບິນ, ການຄ້າ, ການບໍລິການ, ການຫັດຖະກຳ, ກິດຈະການໂຮງງານອຸດສາຫະກຳ ລະດັບຫນຶ່ງ, ການຂົນສົ່ງ, ລວມທັງທີ່ດິນ ສຳລັບກະສິກຳ, ປ່າໄມ້ເພື່ອການພັກຜ່ອນ, ທ່ອງທ່ຽວ ແລະອື່ນໆ.

ມາດຕາ 19. ການນຳໃຊ້ທີ່ດິນຜັງເມືອງ
    
ການນຳໃຊ້ທີ່ດິນຜັງເມືອງ ຕ້ອງໃຫ້ຖືກຕ້ອງກັບປະເພດທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.
     ທີ່ຢູ່ອາໄສ ແລະສຳນັກງານອົງການ ແມ່ນເລັ່ງໃສ່ປຸກສ້າງ ໃນເຂດທີ່ເປັນດິນໂນນ.
     ຮ້ານຄ້າ, ສະຖານທີ່ບໍລິການ ແລະທຸລະກິດອື່ນໆ ຕາມຫລັກການ ແມ່ນປຸກສ້າງໃນເຂດຊຸມຊົນ ທີ່ມີການພົວພັນດ້ານທຸລະກິດ, ຂົນສົ່ງເຂົ້າ-ອອກ ສະດວກສະບາຍ. ທຸກກິດຈະການກໍ່ສ້າງເພື່ອຮັບໃຊ້ມວນຊົນ ຕ້ອງມີສະຖານທີ່ຈອດລົດ.
     ທີ່ດິນກະສິກຳຕ້ອງກຳນົດໃສ່ບ່ອນທີ່ຮາບພຽງ, ດິນເນີນ ແລະ ສະຫງວນໄວ້ສຳລັບການຜະລິດກະສິກຳ.
     ກິດຈະການອຸດສາຫະກຳ ແມ່ນໃຫ້ດຳເນີນການກໍ່ສ້າງ ໃນບ່ອນທີ່ບໍ່ມີຊຸມຊົນແອອັດ, ມີສະຖານທີ່ກວ້າງຂວາງ, ຮັບປະກັນຄວາມປອດໄພ ແລະສິ່ງແວດລ້ອມ.

ໝວດທີ 2
ການຈັດສັນເຂດລະອຽດ

ມາດຕາ 20. ການຈັດສັນເຂດລະອຽດ
    
ນອກຈາກສີ່ເຂດທີ່ໄດ້ກຳນົດໄວ້ໃນມາດຕາ 13 ເທິງນີ້ ແລ້ວຍັງຈະຕ້ອງໄດ້ຈັດສັນການນຳໃຊ້ທີ່ດິນສຳລັບ ການປຸກສ້າງ ແລະກໍ່ສ້າງ ໃຫ້ເປັນເຂດລະອຽດຕື່ມອີກ ຊຶ່ງປະກອບມີ ສາມ ປະເພດ ຄື:
       1.  ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ;
       2.  ການຈັດສັນຄຸ້ມຄືນໃໝ່;
       3.  ການຈັດສັນຕອນດິນ.

ມາດຕາ 21. ການຈັດສັນເຂດທີ່ດິນສະເພາະໃນຕົວເມືອງ
    
ການຈັດສັນເຂດທີ່ດິນສະເພາະໃດໜຶ່ງໃນຕົວເມືອງ ແມ່ນ ການຈັດສັນທີ່ດິນສະເພາະ ທີ່ຢູ່ໃນຂອບເຂດພື້ນ ທີ່ດິນຈຳກັດໃດໜຶ່ງຂອງຜັງເມືອງ ເພື່ອສ້າງ ແລະ ຂະຫຍາຍ ລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກ ແລະ ກິດຈະການເສດຖະກິດ-ສັງຄົມອື່ນໆ.
     ຜັງເມືອງໜຶ່ງ ອາດຈະມີແຜນຈັດສັນເຂດທີ່ດິນສະເພາະ ອັນໜຶ່ງ ຫລື ຫລາຍອັນ ແລ້ວແຕ່ຄວາມຈຳເປັນ.

ມາດຕາ 22. ການຈັດສັນຄຸ້ມຄືນໃໝ່
    
ການຈັດສັນຄຸ້ມຄືນໃໝ່ ແມ່ນການຈັດສັນ, ປັບປຸງ ບູລະນະຄຸ້ມ ທີ່ບໍ່ໄດ້ມາດຕະຖານ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບການນຳໃຊ້ທີ່ດິນຂອງເຂດທີ່ມີຜັງເມືອງ.

ມາດຕາ 23. ການຈັດສັນຕອນດິນ
     ການຈັດສັນຕອນດິນ ແມ່ນການຈັດແບ່ງຕອນດິນເພື່ອຮັບປະກັນ ໃຫ້ຕົວເມືອງມີຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສວຍງາມ, ຄວາມສະດວກ ແລະ ໃຫ້ຖືກຕ້ອງຕາມຜັງເມືອງ.

ໝວດທີ 3
ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ, ທີ່ບໍ່ມີຜັງເມືອງ
ແລະຕົວເມືອງທີ່ສ້າງຂຶ້ນໃໝ່

ມາດຕາ 24. ຕົວເມືອງທີ່ສ້າງຕັ້ງກ່ອນມີຜັງເມືອງ
    
ການວາງແຜນຜັງເມືອງສຳລັບຕົວເມືອງທີ່ສ້າງຕັ້ງກ່ອນ ມີຜັງເມືອງ ຕ້ອງອີງໃສ່ສະພາບຕົວຈິງຂອງຕົວເມືອງນັ້ນ ໂດຍຄຳນຶງເຖິງສິ່ງກໍ່ສ້າງທີ່ມີຄຸນຄ່າ ທາງດ້ານສະຖາປັດຕະຍະກຳ ແລະ ວັດທະນະທຳທີ່ມີຢູ່ແລ້ວ, ຊຶ່ງແບ່ງເປັນ ສາມຢ່າງ ຄື:
        1. ສິ່ງທີ່ຄວນຮັກສາໄວ້;
        2. ສິ່ງທີ່ຄວນປັບປຸງໃຫມ່;
        3. ສິ່ງທີ່ຄວນກໍ່ສ້າງຂຶ້ນໃໝ່.

ມາດຕາ 25. ຕົວເມືອງທີ່ບໍ່ມີຜັງເມືອງ
   
  ສຳລັບຕົວເມືອງ ທີ່ຍັງບໍ່ທັນມີຜັງເມືອງນັ້ນ ຕ້ອງມີແຜນການສຳຫລວດ ອອກແບບຜັງເມືອງ. ສ່ວນການປຸກສ້າງ ແລະ ກໍ່ສ້າງ ແມ່ນໃຫ້ປະຕິບັດຕາມລະບຽບການທີ່ກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ວາງອອກ.

ມາດຕາ 26. ຕົວເມືອງທີ່ສ້າງຂຶ້ນໃໝ່
    
ສຳລັບຕົວເມືອງທີ່ຈະສ້າງຂຶ້ນໃໝ່ນັ້ນ ຕ້ອງສ້າງຜັງເມືອງກ່ອນ. ສ່ວນການປຸກສ້າງ ແລະ ກໍ່ສ້າງຕ່າງໆນັ້ນ ຕ້ອງປະຕິບັດຕາມລະບຽບການ ຂອງຜັງເມືອງທີ່ວາງອອກ ຢ່າງເຂັ້ມງວດ.

ໝວດທີ 4
ການອະນຸຍາດ ແລະ ການຄຸ້ມຄອງພາຍຫຼັງການປຸກສ້າງ

ມາດຕາ 27. ການອະນຸຍາດປຸກສ້າງ ຫລືສ້ອມແປງໃຫຍ່
  
   ການອອກໃບອະນຸຍາດປຸກສ້າງ ຫລື ສ້ອມແປງໃຫຍ່ ແມ່ນອອກໃຫ້ ທຸກກິດຈະການທີ່ຂໍອະນຸຍາດປຸກ ສ້າງ ຫລື ສ້ອມແປງໃຫຍ່ ຊຶ່ງຖືກຕ້ອງກັບລະບຽບຜັງເມືອງ ເຊັ່ນ :
       - ການປຸກສ້າງ;
       - ການສ້ອມແປງອາຄານ (ການປ່ຽນແປງ, ການທັບມ້າງທັງໝົດ ຫລື ບາງສ່ວນ );
       - ການຂຸດດິນ ຫລື ການຖົມດິນ;
       - ການຕິດຕັ້ງເສົາໄຟຟ້າ, ເສົາໂທລະສັບ, ເສົາອາກາດຂະໜາດໃຫຍ່, ອ່າງເກັບນ້ຳສູງ, ຂົວຂ້າມທາງ ແລະ ອື່ນໆ ທີ່ຖືກຕ້ອງຕາມລະບຽບການ ຂອງຜັງເມືອງວາງອອກ.

ມາດຕາ 28. ໃບຢັ້ງຢືນຄວາມຖືກຕ້ອງຂອງການປຸກສ້າງ ຫລື ສ້ອມແປງ
    
ພາຍຫຼັງການປຸກສ້າງ ຫລື ສ້ອມແປງສຳເລັດ ອົງການຄຸ້ມຄອງຜັງເມືອງ ທີ່ກ່ຽວຂ້ອງຕ້ອງ ດຳເນີນການກວດກາ ເມື່ອເຫັນວ່າສິ່ງປຸກສ້າງ ຫລື ສ້ອມແປງນັ້ນຖືກຕ້ອງ ຕາມການອອກແບບ ແລະຕາມລະບຽບການຂອງຜັງເມືອງ ແລ້ວຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງໃຫ້.

ມາດຕາ 29. ການຄຸ້ມຄອງພາຍຫຼັງການປຸກສ້າງ ຫລືສ້ອມແປງ
    
ພາຍຫຼັງການປຸກສ້າງ ຫລື ສ້ອມແປງແລ້ວ ອົງການຄຸ້ມຄອງຜັງເມືອງທີ່ກ່ຽວຂ້ອງ ຕ້ອງໄດ້ຕິດຕາມ ແລະ ກວດກາຄືນ ເພື່ອບໍ່ໃຫ້ສິ່ງປຸກສ້າງ ຫລື ສ້ອມແປງ ດັ່ງກ່າວລະເມີດລະບຽບການຂອງຜັງເມືອງ.

ມາດຕາ 30. ການອອກຂໍ້ກຳນົດລະອຽດ
    
ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ເປັນຜູ້ອອກຂໍ້ກຳນົດລະອຽດ ກ່ຽວກັບການຈັດຕັ້ງປະຕິບັດ ລະບຽບການ ຂອງຜັງເມືອງ.

 

ພາກທີ IV
ການລົງທຶນ ໃສ່ການກໍ່ສ້າງ ລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກ

ມາດຕາ 31. ຈຸດປະສົງຂອງການລົງທຶນ
    
ການລົງທຶນໃສ່ການກໍ່ສ້າງລະບົບສາທາລະນະປະໂຫຍດ ແລະ ສາທາລະນູປະໂພກ ແມ່ນ ເພື່ອອຳນວຍ ຄວາມສະດວກ ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງເງື່ອນໄຂ ການດຳລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ ເຊັ່ນ: ການສ້າງຖະໜົນຫົນທາງ, ລະບົບລະບາຍນ້ຳ, ນ້ຳປະປາ, ໄຟຟ້າ, ໂທລະສັບ, ສະໜາມກິລາ, ສວນສາທາລະນະ ແລະ ອື່ນໆ.

ມາດຕາ 32. ປະເພດຜູ້ລົງທຶນ
    
ລັດສົ່ງເສີມທຸກພາກສ່ວນເສດຖະກິດລົງທຶນໃສ່ ການກໍ່ສ້າງ ແລະ ພັດທະນາ ສິ່ງອຳນວຍຄວາມສະດວກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 31 ເທິງນີ້ ໂດຍມີຮູບການລົງທຶນດັ່ງຕໍ່ໄປນີ້:
       - ການລົງທຶນຂອງລັດ;
       - ການລົງທຶນຂອງລັດກັບເອກະຊົນ ພາຍໃນ ຫລື ຕ່າງປະເທດ;
       - ການລົງທຶນຂອງລັດກັບປະຊາຊົນ;
       - ການລົງທຶນຂອງລວມໝູ່;
       - ການລົງທຶນຂອງເອກະຊົນພາຍໃນ ຫລື ຕ່າງປະເທດ;
       - ການລົງທຶນຂອງເອກະຊົນພາຍໃນກັບຕ່າງປະເທດ.

ພາກທີ V
ການຄຸ້ມຄອງ ແລະ ການກວດກາຜັງເມືອງ

ໝວດທີ 1
ອົງການຄຸ້ມຄອງຜັງເມືອງ

ມາດຕາ 33. ອົງການຄຸ້ມຄອງຜັງເມືອງ
    
ອົງການຄຸ້ມຄອງຜັງເມືອງ ປະກອບມີ :
       - ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ;
       - ພະແນກຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງແຂວງ, ກຳແພງນະຄອນ ແລະ ເຂດພິເສດ;
       - ອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງ, ກຳແພງນະຄອນ ແລະ ເຂດພິເສດ;
       - ຫ້ອງການ ຄົມມະນາຄົມ ຂົນສົ່ງໄປສະນີ ແລະ ກໍ່ສ້າງເມືອງ;
       - ອຳນາດການປົກຄອງບ້ານ.

ມາດຕາ 34. ສິດ ແລະ ໜ້າທີ່ຂອງກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
    
ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງຜັງເມືອງ ດັ່ງນີ້:
       - ວາງແຜນຍຸດທະສາດ, ສ້າງຜັງເມືອງລະດັບຊາດ, ລະດັບພາກ ແລະລະດັບແຂວງ ເພື່ອສະເໜີລັດຖະບານ;
       - ວາງຂໍ້ກຳນົດ, ມາດຕະຖານເຕັກນິກ, ຫລັກການ, ລະບຽບການ, ວິທີການ ກ່ຽວກັບການ ວາງຜັງເມືອງ;
       - ພິຈາລະນາຮັບຮອງເອົາ ຜັງເມືອງລະດັບຕົວເມືອງ ທີ່ຂຶ້ນກັບແຂວງ, ກຳແພງນະຄອນ ຫລື ເຂດພິເສດ;
       - ຕິດຕາມກວດກາ ແລະປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດຜັງເມືອງ;
       - ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍຂອງລັດຖະບານ.

ມາດຕາ 35. ສິດ ແລະ ໜ້າທີ່ ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ແຂວງ, ກຳແພງນະຄອນ ແລະ ເຂດພິເສດ
    
ພະແນກຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ແຂວງ, ກຳແພງນະຄອນ ແລະ ເຂດ ພິເສດມີສິດ ແລະ ໜ້າທີ່ໃນການຄຸ້ມຄອງຜັງເມືອງ ດັ່ງນີ້:
       - ສ້າງແຜນຜັງເມືອງລະດັບຕົວເມືອງ ເພື່ອສະເໜີໃຫ້ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ພິຈາລະນາຮັບຮອງເອົາ;
       - ຈັດຕັ້ງປະຕິບັດ ແລະ ກວດກາການປຸກສ້າງ, ສ້ອມແປງ ແລະກໍ່ສ້າງ ໃຫ້ຖືກຕ້ອງຕາມຜັງເມືອງ;
       - ອອກໃບອະນຸຍາດປຸກສ້າງ ຫລື ສ້ອມແປງ ແລະ ອອກໃບຢັ້ງຢືນຄວາມຖືກຕ້ອງ;
       - ຈັດຕັ້ງປະຕິບັດລະບຽບການນຳໃຊ້ທີ່ດິນ ສຳລັບເຂດຕົວເມືອງທີ່ຍັງບໍ່ທັນມີຜັງເມືອງໂດຍ ປະສານສົມທົບກັບຂະແໜງທີ່ດິນ ແລະ ອຳນາດການປົກຄອງທ້ອງຖິ່ນ;
       - ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ.

ມາດຕາ 36. ສິດ ແລະ ໜ້າທີ່ ຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງ
    
ອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງ, ກຳແພງນະຄອນ ແລະ ເຂດພິເສດ ມີສິດ ແລະ ໜ້າທີ່ດັ່ງນີ້:
       - ວາງແຜນຈັດຕັ້ງປະຕິບັດ,ຄຸ້ມຄອງ ແລະ ກວດກາ ວຽກງານພັດທະນາຕົວເມືອງ;
       - ກໍ່ສ້າງ, ປັບປຸງ, ບູລະນະບັນດາໂຄງລ່າງ ແລະ ການບໍລິການຕົວເມືອງ;
       - ຄຸ້ມຄອງ ແລະ ຄວບຄຸມ ການຈັດຕັ້ງປະຕິບັດ ວຽກງານການປຸກສ້າງ;
       - ສະໜອງຂໍ້ມູນຂ່າວສານ ແລະ ເອກະສານເຕັກນິກ ອັນຈຳເປັນຕ່າງໆ ກ່ຽວກັບຜັງເມືອງ;
       - ສ້າງແຫລ່ງລາຍຮັບ ເຂົ້າໃນວຽກງານການສ້າງ ແລະພັດທະນາຜັງເມືອງ;
       - ປະຕິບັດສິດ ໜ້າທີ່ອື່ນໆ ຕາມການມອບໝາຍຂອງເຈົ້າແຂວງ, ເຈົ້າຄອງກຳແພງນະຄອນ ຫລື ຫົວໜ້າເຂດພິເສດ.

ມາດຕາ 37. ສິດ ແລະ ໜ້າທີ່ ຂອງຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງເມືອງ
   
  ຫ້ອງການ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງເມືອງ ມີສິດ ແລະ ໜ້າທີ່ ຄຸ້ມຄອງ, ຈັດຕັ້ງປະຕິບັດຜັງເມືອງ ຕາມການມອບໝາຍ ຂອງພະແນກຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແຂວງ, ກຳແພງນະຄອນ ຫລື ເຂດພິເສດ.

ມາດຕາ 38. ສິດ ແລະ ໜ້າທີ່ ຂອງອຳນາດການປົກຄອງບ້ານ
    
ອຳນາດການປົກຄອງບ້ານມີສິດ ແລະ ໜ້າທີ່ ຊ່ວຍຫ້ອງການ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເມືອງ ໃນການຈັດຕັ້ງປະຕິບັດຜັງເມືອງ, ວຽກງານອະນາໄມບ້ານ, ຄວາມເປັນລະບຽບ ຮຽບຮ້ອຍ ຕະຫລອດຮອດວຽກງານ ການຄຸ້ມຄອງ ການປຸກສ້າງ ແລະກໍ່ສ້າງ ໃນຂອບເຂດບ້ານ ຂອງຕົນ.

ມາດຕາ 39. ການເຜີຍແຜ່ຜັງເມືອງ
    
ຜັງເມືອງລະດັບຕ່າງໆ ທີ່ຜ່ານການຮັບຮອງແລ້ວ ຕ້ອງໄດ້ເຜີຍແຜ່ ໃຫ້ມວນຊົນຮັບຮູ້ ຢ່າງກ້ວາງຂວາງ ແລະປະຕິບັດ ຢ່າງເຂັ້ມງວດ.

ໝວດທີ 2
ອົງການກວດກາຜັງເມືອງ

ມາດຕາ 40. ຈຸດປະສົງການກວດກາຜັງເມືອງ
    
ການກວດກາການປະຕິບັດຜັງເມືອງ ໃນລະດັບຕ່າງໆ ແມ່ນການກວດກາການນຳໃຊ້ ທີ່ດິນຜັງເມືອງ, ການປຸກສ້າງ ແລະການກໍ່ສ້າງໃຫ້ຖືກຕ້ອງ ຕາມລະບຽບການ ຂອງຜັງເມືອງ ແນໃສ່ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບ, ຄວາມສະດວກ, ຄວາມສະອາດ, ສຸຂານາໄມ ແລະຄວາມສວຍງາມຂອງຕົວເມືອງ.

ມາດຕາ 41. ອົງການກວດກາຜັງເມືອງ
    
ອົງການກວດກາຜັງເມືອງ ແມ່ນອົງການດຽວກັນ ກັບອົງການຄຸ້ມຄອງຜັງເມືອງ ທີ່ໄດ້ກຳນົດໄວ້ໃນມາດຕາ 33 ເທິງນີ້.

ມາດຕາ 42. ເນື້ອໃນ ແລະ ວິທີການກວດກາຜັງເມືອງ
    
ການກວດກາຜັງເມືອງ ແມ່ນການກວດກາ ການປະຕິບັດ ລະບຽບການຂອງຜັງເມືອງ ເຊັ່ນ: ການນຳໃຊ້ທີ່ດິນ ຜັງເມືອງ, ການປຸກສ້າງ ແລະ ການກໍ່ສ້າງ,ມາດຕະການ ຄວາມປອດໄພ,ຄວາມສະອາດ ແລະ ອື່ນໆ.
     ການກວດກາ ຜັງເມືອງ ມີ ສາມ ປະເພດ ຄື :
       - ການກວດກາຕາມລະບົບປົກກະຕິ ;
       - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ;
       - ການກວດກາແບບກະທັນຫັນ.
     ໃນການກວດກາ ການປະຕິບັດລະບຽບການຂອງຜັງເມືອງ ອົງການກວດກາຜັງເມືອງ ຕ້ອງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ .

ໝວດທີ 3
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 43. ປະເພດຂໍ້ຂັດແຍ່ງ
    
ຂໍ້ຂັດແຍ່ງທີ່ເກີດຂຶ້ນ ກ່ຽວກັບການປະຕິບັດລະບຽບການ ຂອງຜັງເມືອງ ມີ ສອງ ປະເພດ ຄື:
       1. ຂໍ້ຂັດແຍ່ງ ທາງດ້ານບໍລິຫານ;
       2. ຂໍ້ຂັດແຍ່ງທາງແພ່ງ.

ມາດຕາ 44. ຂໍ້ຂັດແຍ່ງ ທາງດ້ານບໍລິຫານ
    
ຂໍ້ຂັດແຍ່ງ ທາງດ້ານບໍລິຫານ ແມ່ນຂໍ້ຂັດແຍ່ງກ່ຽວກັບ ການອອກໃບອະນຸຍາດ ປຸກສ້າງ ຫລື ສ້ອມແປງ, ການຕົກລົງໃຫ້ຄ່າທົດແທນ, ການປຸກສ້າງ ແລະ ການກໍ່ສ້າງ ທີ່ບໍ່ຖືກຕ້ອງຕາມລະບຽບການຂອງຜັງເມືອງ ແລະ ການລະເມີດອື່ນໆ ກ່ຽວກັບຜັງເມືອງ ທີ່ມີລັກສະນະບໍລິຫານ.
     ຂໍ້ຂັດແຍ່ງ ທາງດ້ານບໍລິຫານ ຈະຖືກແກ້ໄຂ ຕາມລະບຽບການບໍລິຫານ.

ມາດຕາ 45. ຂໍ້ຂັດແຍ່ງ ທາງແພ່ງ
    
ຂໍ້ຂັດແຍ່ງທາງແພ່ງ ແມ່ນຂໍ້ຂັດແຍ່ງທີ່ເກີດຂຶ້ນຈາກ ການປຸກສ້າງ ຫລື ການກໍ່ສ້າງ ທີ່ບໍ່ຖືກຕ້ອງ ຕາມລະບຽບການຂອງຜັງເມືອງ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ ບຸກຄົນອື່ນ ຫລື ການຈັດຕັ້ງ ແລະ ການລະເມີດອື່ນໆ ກ່ຽວກັບຜັງເມືອງທີ່ມີລັກສະນະທາງແພ່ງ.
     ຂໍ້ຂັດແຍ່ງທາງແພ່ງຈະຖືກແກ້ໄຂດ້ວຍວິທີການໄກ່ເກັ່ຽ, ຖ້າຫາກການໄກ່ເກັ່ຽ ບໍ່ໄດ້ຮັບຜົນ ຜູ້ຖືກເສັຍຫາຍມີສິດຮ້ອງຟ້ອງຕໍ່ສານ.

ພາກທີ VI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 46. ນະໂຍບາຍຕໍ່ຜູ້ມີຜົນງານ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ການສ້າງ ແລະ ພັດທະນາ ຜັງເມືອງ ຫລື ມີຜົນງານດີເດັ່ນ ໃນການປະຕິບັດລະບຽບການຂອງຜັງເມືອງ ຈະຖືກຍ້ອງຍໍ ຫລື ໄດ້ຮັບນະໂຍບາຍອື່ນໆ ຕາມຄວາມເໝາະສົມ.

ມາດຕາ 47. ມາດຕະການຕໍ່ຜູ້ລະເມີດ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ໃຊ້ແທນຄ່າເສັຍຫາຍ, ປັບໄໝ ຫລື ໄດ້ຮັບໂທດທາງອາຍາ ແລ້ວແຕ່ກໍລະນີ ເບົາ ຫລື ໜັກ.

ມາດຕາ 48. ມາດຕະການສຶກສາອົບຮົມ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ໃນສະຖານເບົາ ເຊັ່ນ: ວາງວັດຖຸກໍ່ສ້າງ, ຖິ້ມຂີ້ເຫຍື້ອ ຫລື ຖອກສິ່ງເສດເຫລືອຊະຊາຍນອກສະຖານທີ່ກຳນົດໃຫ້, ຕໍ່ເທີບ ຫລື ຕໍ່ເຕີມ ທີ່ກວມເອົາສະຖານທີ່ສາທາລະນະ ຫລື ການລະເມີດອື່ນໆ ໃນສະຖານເບົາ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ ພ້ອມທັງໃຫ້ຢຸດເຊົາ ຫລື ຮື້ຖອນການປຸກສ້າງ ຫລື ການກໍ່ສ້າງ ທີ່ບໍ່ຖືກຕ້ອງຕາມລະບຽບການຂອງຜັງເມືອງ ຕາມແຕ່ກໍລະນີ.

ມາດຕາ 49. ມາດຕະການໃຊ້ແທນຄ່າເສັຍຫາຍ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສັຍຫາຍແກ່ຊັບສິນຂອງ ລັດ, ຂອງລວມໝູ່ ຫລື ຂອງບຸກຄົນ ຕ້ອງໄດ້ໃຊ້ແທນຄ່າເສັຍຫາຍ ຕາມລະບຽບກົດໝາຍ.

ມາດຕາ 50. ມາດຕະການປັບໃໝ
    
ບຸກຄົນ ຫລື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກປັບໃໝດັ່ງນີ້: ປັບໃໝ ສິບສ່ວນຮ້ອຍ ຂອງມູນຄ່າສິ່ງກໍ່ສ້າງ ຫລື ສ້ອມແປງທີ່ບໍ່ໄດ້ຮັບອະນຸຍາດ. ໃນກໍລະນີທີ່ການກໍ່ສ້າງ ຫລື ການສ້ອມ ແປງນັ້ນ ຫາກບໍ່ຖືກຕ້ອງຕາມຜັງເມືອງແລ້ວ ຜູ້ລະເມີດຍັງຈະຕ້ອງໄດ້ຮື້ຖອນສິ່ງກໍ່ສ້າງທີ່ບໍ່ຖືກຕ້ອງນັ້ນ ຕາມແຕ່ກໍລະນີ.
     ບຸກຄົນ ຫລື ການຈັດຕັ້ງ ທີ່ຜ່ານການສຶກສາອົບຮົມຕາມມາດຕາ 48 ຂອງກົດໝາຍສະບັບນີ້ ຫາກຍັງສືບຕໍ່ການລະເມີດດັ່ງກ່າວ ກໍຈະຖືກປັບໃໝ.

ມາດຕາ 51. ມາດຕະການທາງອາຍາ
    
ບຸກຄົນໃດ ນັບທັງປະຊາຊົນ ແລະ ລັດຖະກອນ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ເຊັ່ນ: ນຳໃຊ້ເອກະສານປອມ, ປອມແປງເອກະສານ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ປະຕິບັດໜ້າທີ່ດ້ວຍຄວາມເລີ່ນເລີ້ ຊຶ່ງພາໃຫ້ເກີດຄວາມເສັຍຫາຍຕໍ່ຊີວິດ, ສຸຂະພາບ ຂອງບຸກຄົນ ຫຼືຕໍ່ຊັບສິນຂອງລັດ ຫລື ລວມຫມູ່, ບໍ່ປະຕິບັດມາດຕະການຄວາມປອດໄພ ຊຶ່ງພາໃຫ້ຄົນເສັຍຊີວິດ ຫລື ເສັຍສຸຂະພາບ ຈະຖືກລົງໂທດຕາມກົດໝາຍອາຍາ.

ມາດຕາ 52. ມາດຕະການໂທດເພີ້ມ
   
  ນອກຈາກໂທດທີ່ໄດ້ກຳນົດໄວ້ ໃນມາດຕາ 48, 49, 50 ແລະ 51 ເທິງນີ້ແລ້ວ ຜູ້ລະເມີດທີ່ໄດ້ກໍ່ຄວາມເສັຍຫາຍ ຢ່າງຮ້າຍແຮງ ຕໍ່ຊັບສິນຂອງລັດ, ຂອງລວມໝູ່ ຫລືື ຂອງບຸກຄົນ ຍັງຈະຖືກປະຕິບັດມາດຕະການໂທດເພີ້ມ ອີກເຊັ່ນ: ໂຈະກິດຈະການ, ຖອນໃບອະນຸຍາດ, ຮື້ຖອນສິ່ງກໍ່ສ້າງ ຫລື ສ້ອມແປງ ທີ່ບໍ່ຖືກຕ້ອງນັ້ນຕາມແຕ່ກໍລະນີ.

ພາກທີ VII
ບົດບັນຍັດສຸດທ້າຍ

ມາດຕາ 53. ການຈັດຕັ້ງປະຕິບັດ
    
ມອບໃຫ້ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ເຜີຍແຜ່ ແລະຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ .

ມາດຕາ 54. ຜົນສັກສິດ
    
ກົດໝາຍສະບັບນີ້ ມີຜົນສັກສິດພາຍຫລັງ 90 ວັນ ນັບແຕ່ມື້ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ .
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

        ວຽງຈັນ, ວັນທີ 3 ເມສາ 1999.
        ປະທານສະພາແຫ່ງຊາດ


       ສະໝານ ວິຍະເກດ