ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງຫຼວງພະບາງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ກະສິກຳ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ກະສິກຳ ແລະ ປ່າໄມ້
ວັນທີ່ ນິຕິກໍາ : 10-10-1998
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 16-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 01 /98ສພຊ
   ວັນທີ 10 ຕຸ​ລາ  1998

ກົດຫມາຍ
ວ່າດ້ວຍກະສິກຳ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຫນ້າທີ່ຂອງກົດຫມາຍ.
     ກົດຫມາຍວ່າດ້ວຍກະສິກຳ ມີ ຫນ້າທີ່ກຳນົດຫລັກການ, ລະບຽບການ, ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວ ການຜະລິດກະສິກຳ ຊຶ່ງເປັນພື້ນຖານເສດຖະກິດ ຂອງປະເທດຊາດ ລວມທັງການຄຸ້ມຄອງ, ການປົກປັກຮັກສາກິດຈະການ ແລະ ຜະລິດຕະຜົນກະສິກຳ ແນໃສ່ຊຸກຍູ້, ສົ່ງເສີມ ແລະຂະຫຍາຍການຜະລິດກະສິກຳ ເພື່ອຮັບປະກັນການສະຫນອງສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງ ແລະຂະຫຍາຍອຸດສາຫະກຳປຸງແຕ່ງກະສິກຳ, ເຮັດໃຫ້ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ທັງຮັບປະກັນບໍ່ໃຫ້ ກໍ່ຄວາມເສັຽຫາຍ ແລະ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

ມາດຕາ 2. ກະສິກຳ.
     ກະສິກຳແມ່ນການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອຕອບສະຫນອງທາງດ້ານທັນຍາຫານ ແລະອາຫານໃຫ້ແກ່ສັງຄົມ, ເປັນວັດຖຸດິບປ້ອນໂຮງງານອຸດສາຫະກຳປຸງແຕ່ງ ລວມທັງເປັນສິນຄ້າຮັບໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດ.

ມາດຕາ 3. ການສົ່ງເສີມການຜະລິດກະສິກຳ.
     ລັດຊຸກຍູ້, ສົ່ງເສີມປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນໃສ່ການຜະລິດກະສິກຳຢ່າງກ້ວາງຂວາງ ແລະທັນສະໄຫມເທື່ອລະກ້າວ ເພື່ອເປັນສະບຽງອາຫານ, ເປັນສິນຄ້າ, ເປັນວັດຖຸດິບ ສະຫນອງໃຫ້ໂຮງງານ ອຸດສາຫະກຳປຸງແຕ່ງພາຍໃນປະເທດ ແລະ ເພື່ອສົ່ງອອກ.

ມາດຕາ 4. ການປົກປ້ອງສິດຜົນປະໂຫຍດ ຂອງຜູ້ດຳເນີນກິດຈະການກະສິກຳ.
     ລັດປົກປ້ອງສິດຜົນປະໂຫຍດ ຂອງຜູ້ດຳເນີນກິດຈະການກະສິກຳ ດ້ວຍການວາງລະບຽບກົດຫມາຍ, ຂໍ້ກຳນົດ ແລະ ລະບຽບການ ພ້ອມທັງນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍສິນເຊື່ອ, ນະໂຍບາຍຍົກເວັ້ນ ຫລືຫລຸດຜ່ອນພາສີ, ອາກອນ, ຈຳກັດການນຳເຂົ້າ ສິນຄ້າກະສິກຳປະເພດ ຕ່າງໆ ທີ່ບໍ່ຈຳເປັນເພື່ອສົ່ງເສີມການຜະລິດກະສິກຳ ແລະ ຊຸກຍູ້ຕະຫລາດຈຳຫນ່າຍພາຍໃນ ແລະຕ່າງປະເທດ.

ມາດຕາ 5. ການປົກປັກຮັກສາທີ່ດິນກະສິກຳ.
     ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການກະສິກຳ ບໍ່ມີສິດຖົມດິນກະສິກຳ ແລະ ຂຸດເອົາດິນກະສິກຳດ້ວຍຮູບການ ແລະ ວິທີການໃດກໍຕາມ ທີ່ຈະເຮັດໃຫ້ທີ່ດິນກະສິກຳດັ່ງກ່າວ ປ່ຽນແປງຈາກສະພາບເດີມ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແຫນງກະສິກຳ ແລະ ປ່າໄມ້.
     ການປົກປັກຮັກສາທີ່ດິນກະສິກຳ ຕ້ອງໃຫ້ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງກົດຫມາຍວ່າດ້ວຍທີ່ດິນ.

ມາດຕາ 6. ການປົກປັກຮັກສາສິ່ງແວດລ້ອມ.
     ບຸກຄົນ ຫລືການຈັດຕັ້ງ ທີ່ທຳການຜະລິດກະສິກຳ ລ້ວນແຕ່ມີພັນທະ ປົກປັກຮັກສາສິ່ງແວດລ້ອມ. ຜູ້ຜະລິດກະສິກຳ ຕ້ອງມີວິທີການ ແລະ ມາດຕະການອັນເຫມາະສົມ ເພື່ອປົກປັກຮັກສາດິນ, ນ້ຳ, ປ່າໄມ້, ອາກາດ ແລະອື່ນໆ.

ມາດຕາ 7. ການຮ່ວມມືສາກົນທາງດ້ານກະສິກຳ.
     ລັດສົ່ງເສີມ ການຮ່ວມມືກັບສາກົນ ທາງດ້ານກະສິກຳ ເພື່ອສ້າງເງື່ອນໄຂ ໃຫ້ກິດຈະການກະສິກຳມີການຂະຫຍາຍຕົວ ແລະ ທັນສະໄຫມເທື່ອລະກ້າວ.

ພາກທີ II
ກິດຈະການກະສິກຳ

ມາດຕາ 8. ກິດຈະການກະສິກຳ.
     ກິດຈະການກະສິກຳ ແມ່ນວຽກງານກ່ຽວກັບການປູກຝັງ, ການລ້ຽງສັດ ແລະ ການປະມົງ.

ມາດຕາ 9. ປະເພດກິດຈະການກະສິກຳ.
     ກິດຈະການກະສິກຳ ຢູ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ແບ່ງອອກເປັນປະເພດຕ່າງໆເຊັ່ນ: ກິດຈະການກ່ຽວກັບທີ່ດິນກະສິກຳ, ຊົນລະປະທານ, ແນວພັນພືດ ແລະ ແນວພັນສັດ, ຝຸ່ນ ແລະອາຫານສັດ, ຢາປາບສັດຕູພືດ ແລະຢາປົວສັດ, ເຄື່ອງມື ແລະ ພາຫະນະກົນຈັກການກະເສດ, ສາງເກັບມ້ຽນ, ການປຸງແຕ່ງຜົນຜະລິດກະສິກຳ, ຕະຫລາດກະສິກຳ, ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານກະສິກຳ .

ມາດຕາ 10. ສິດ ແລະພັນທະຂອງຜູ້ດຳເນີນກິດຈະການກະສິກຳ.
     ຜູ້ດຳເນີນກິດຈະການກະສິກຳມີສິດດັ່ງຕໍ່ໄປນີ້ :
       - ໄດ້ຮັບການປົກປ້ອງຕາມກົດຫມາຍ;
       - ເປັນເຈົ້າກຳມະສິດຕໍ່ຊັບສິນ ແລະຜົນທີ່ໄດ້ຮັບຈາກການດຳເນີນກິດຈະການກະສິກຳ;
       - ໄດ້ຮັບການຊ່ວຍເຫລືອ ແລະແນະນຳທາງດ້ານວິຊາການ ແລະເຕັກໂນໂລຊີຈາກຂະແຫນງກະສິກຳ ແລະປ່າໄມ້;
       - ໂອນ ແລະ ສືບທອດກິດຈະການກະສິກຳ.
     ຜູ້ດຳເນີນກິດຈະການກະສິກຳມີພັນທະດັ່ງຕໍ່ໄປນີ້ :
       - ນຳໃຊ້ທີ່ດິນກະສິກຳໃຫ້ຖືກຕ້ອງຕາມເປົ້າຫມາຍ ແລະ ຕາມລະບຽບກົດຫມາຍ;
       - ບໍ່ສ້າງຄວາມເສັຍຫາຍແກ່ການຜະລິດຂອງຜູ້ອື່ນ ຫລືແກ່ສິ່ງແວດລ້ອມສັງຄົມແລະ ທຳມະຊາດ;
       - ລາຍງານການແຜ່ລະບາດພະຍຸສັດ;
       - ປະຕິບັດສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ;
       - ປະຕິບັດມາດຕະການຄວາມປອດໄພທາງດ້ານວິຊາການ;
       - ປະຕິບັດພັນທະພາສີອາກອນ ແລະ ພັນທະອື່ນໆ ກ່ຽວກັບກິດຈະການກະສິກຳ;
       - ລາຍງານຜົນການດຳເນີນກິດຈະການກະສິກຳຕາມສັນຍາ;
       - ໃຫ້ຄວາມຮ່ວມມືແກ່ເຈົ້າຫນ້າທີ່ຄຸ້ມຄອງ ແລະ ກວດກາກິດຈະການກະສິກຳ.

ຫມວດທີ 1
ທີ່ດິນກະສິກຳ

ມາດຕາ 11. ການນຳໃຊ້ທີ່ດິນກະສິກຳ.
     ລັດຈັດສັນ ແລະ ສົ່ງເສີມໃຫ້ນຳໃຊ້ທີ່ດິນກະສິກຳ ເຂົ້າໃນການຜະລິດ ຢ່າງຖືກຕ້ອງຕາມເປົ້າຫມາຍ, ຕາມທ່າແຮງຂອງແຕ່ລະເຂດເພື່ອໃຫ້ແຕ່ລະຄອບຄົວ ມີທີ່ດິນທຳການຜະລິດ ຕາມຄວາມສາມາດດ້ານແຮງງານ ແລະ ທຶນຮອນຂອງຕົນ ດ້ວຍຮູບການມອບສິດນຳໃຊ້ ຫລື ໃຫ້ເຊົ່າຕາມລະບຽບ ກົດຫມາຍ ໂດຍຖືເອົາການຍົກສະມັດຖະພາບຂອງດິນເປັນຕົ້ນຕໍ ແລະ ຫັນໄປສູ່ການເຮັດກະເສດສຸມເທື່ອລະກ້າວ.
     ລັດເອົາໃຈໃສ່ຈັດສັນທີ່ດິນໃຫ້ປະຊາຊົນບັນດາເຜົ່າ ເພື່ອທຳການຜະລິດແບບຄົງທີ່ ແນໃສ່ຫລຸດຜ່ອນການຖາງປ່າເຮັດໄຮ່ເທື່ອລະກ້າວ ແລະ ກ້າວໄປເຖິງການຢຸດຕິການຖາງປ່າ ເຮັດໄຮ່ຢ່າງສິ້ນເຊີງ.

ມາດຕາ 12. ປະເພດທີ່ດິນກະສິກຳ.
     ທີ່ດິນກະສິກຳ ແບ່ງອອກເປັນ ສອງ ປະເພດ :
       - ທີ່ດິນ ປູກຝັງ;
       - ທີ່ດິນ ລ້ຽງສັດ.
     ທີ່ດິນປູກຝັງ ແມ່ນທີ່ດິນທີ່ນຳໃຊ້ເຂົ້າໃນການປູກຝັງ ຊຶ່ງລວມມີ:
       - ທີ່ດິນ ທີ່ມີຄວາມຮາບພຽງ;
       - ທີ່ດິນເນີນ ຫລື ທີ່ດິນໂນນ .
     ທີ່ດິນລ້ຽງສັດ ແມ່ນປະເພດທີ່ດິນປອກໂລ້ນ ຫລື ປ່າຫຍ້າປະເພດຕ່າງໆ ຊຶ່ງສາມາດຫັນ ມາປູກພືດ ແລະປູກຫຍ້າ ສຳລັບລ້ຽງສັດ ຫລື ດິນທີ່ສາມາດເຮັດຫນອງ ເພື່ອລ້ຽງສັດນ້ຳ.

ມາດຕາ 13. ການຫັນປ່ຽນທີ່ດິນກະສິກຳ.
     ການຫັນປ່ຽນທີ່ດິນກະສິກຳປະເພດໜຶ່ງ ໄປສູ່ທີ່ດິນກະສິກຳອີກປະເພດໜຶ່ງ ຈະຕ້ອງໄດ້ຮັບອະນຸຍາດຈາກຂະແຫນງການກະສິກຳ ແລະ ປ່າໄມ້ຕາມຂະຫນາດເນື້ອທີ່ດິນທີ່ຈະຫັນ.

ມາດຕາ 14. ການປັບປຸງ ທີ່ດິນກະສິກຳ.
     ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ທຳການຜະລິດກະສິກຳ ຕ້ອງເອົາໃຈໃສ່ປັບປຸງດິນ ໃຫ້ມີຄວາມອຸດົມສົມບູນ, ສາມາດນຳໃຊ້ ໄດ້ຢ່າງຍາວນານ ແລະ ມີປະສິດທິຜົນ ໃນການປູກຝັງ ແລະ ລ້ຽງສັດ ດ້ວຍ ການນຳໃຊ້ຝຸ່ນຕ່າງໆເຊັ່ນ: ຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຂຽວ, ຂີ້ເຈັຽ, ປູນ, ຖ່ານຕົມ, ຫີນກາວ.

ມາດຕາ 15. ເງື່ອນໄຂການນຳໃຊ້ທີ່ດິນກະສິກຳ.
     ບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດປະສົງຢາກນຳໃຊ້ທີ່ດິນ ເພື່ອທຳການຜະລິດກະສິກຳນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດເສຽກ່ອນ ຕາມທີ່ໄດ້ກຳນົດໄວ້ໃນວັກທີສອງ, ມາດຕາ 7 ຂອງກົດຫມາຍວ່າດ້ວຍທີ່ດິນ.
     ບຸກຄົນ ແລະການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ໃຫ້ນຳໃຊ້ທີ່ດິນກະສິກຳ ຕາມທີ່ໄດ້ກຳນົດໄວ້ໃນວັກທີ່ ຫນຶ່ງເທິງນີ້ ຕ້ອງນຳໃຊ້ເຂົ້າໃນການຜະລິດກະສິກຳ ຢ່າງຖືກຕ້ອງຕາມເປົ້າຫມາຍ, ມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດຫມາຍ.
     ຖ້າວ່າຜູ້ທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ທີ່ດິນກະສິກຳ ຫາກບໍ່ປະຕິບັດຕາມເງື່ອນໄຂ ທີ່ໄດ້ກ່າວມາເທິງນີ້ພາຍໃນກຳນົດສາມປີແລ້ວ ກໍຈະຫມົດສິດ ໃນການນຳໃຊ້ທີ່ດິນດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງກົດຫມາຍວ່າດ້ວຍທີ່ດິນ .

ຫມວດທີ 2
ຊົນລະປະທານ

ມາດຕາ 16 . ຊົນລະປະທານ.
     ຊົນລະປະທານແມ່ນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ ດ້ວຍວິທີການຕ່າງໆເຊັ່ນ: ການສ້າງອ່າງເກັບນ້ຳ, ການເຮັດຝາຍນ້ຳລົ້ນ, ການເຮັດປະຕູນ້ຳ, ການສູບນ້ຳ ແລະ ການສ້າງຄອງເໝືອງ .

ມາດຕາ 17 . ການນຳໃຊ້ຊົນລະປະທານ.
     ຍ້ອນການຜະລິດກະສິກຳຂອງປະເທດເຮົາ ຍັງຂຶ້ນກັບທຳມະຊາດ ແລະ ຍັງມີໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມຂົ່ມຂູ່ ເພື່ອເຮັດໃຫ້ການຜະລິດມີປະສິດທິຜົນ ແລະ ກ້າວຂຶ້ນສູ່ການຜະລິດເປັນສິນຄ້ານັ້ນ ມີຄວາມຈຳເປັນຕ້ອງໄດ້ກໍ່ສ້າງຊົນລະປະທານ ເພື່ອຮັບໃຊ້ການຜະລິດກະສິກຳ .
     ການນຳໃຊ້ຊົນລະປະທານ ເຂົ້າໃນການຜະລິດກະສິກຳ ຕ້ອງໃຫ້ຖືກຕາມກົດຫມາຍ ວ່າດ້ວຍນ້ຳ ແລະ ຊັບພະຍາກອນແຫລ່ງນ້ຳ.

ມາດຕາ 18 . ການກໍ່ສ້າງ ແລະ ການຄຸ້ມຄອງຊົນລະປະທານ.
     ກິດຈະການຊົນລະປະທານປະກອບດ້ວຍ ສາມຂະຫນາດ :
       - ຊົນລະປະທານຂະຫນາດນ້ອຍ ;
       - ຊົນລະປະທານຂະຫນາດກາງ ;
       - ຊົນລະປະທານຂະຫນາດໃຫຍ່ .
     ຊົນລະປະທານຂະຫນາດນ້ອຍ ແມ່ນຊົນລະປະທານຊຶ່ງກວມເນື້ອທີ່ການຜະລິດຕ່ຳກວ່າ ໜຶ່ງຮ້ອຍ ເຮັກຕາ;
     ຊົນລະປະທານຂະຫນາດກາງ ແມ່ນຊົນລະປະທານຊຶ່ງກວມເນື້ອທີ່ການຜະລິດ ແຕ່ຫນຶ່ງຮ້ອຍຫາ ຫ້າຮ້ອຍເຮັກຕາ;
     ຊົນລະປະທານຂະຫນາດໃຫຍ່ ແມ່ນຊົນລະປະທານ ຊຶ່ງກວມເນື້ອທີ່ການຜະລິດ ສູງກວ່າຫ້າຮ້ອຍ ເຮັກຕາຂຶ້ນໄປ .
     ຊົນລະປະທານຂະຫນາດນ້ອຍ ແມ່ນຄອບຄົວ, ກຸ່ມ ຫລື ສະມາຄົມ ຜູ້ນຳໃຊ້ນ້ຳເປັນຜູ້ລົງທຶນກໍ່ສ້າງ, ຄຸ້ມຄອງ ແລະນຳໃຊ້. ໃນກໍລະນີທີ່ຈຳເປັນລັດກໍຈະຊຸກຍູ້, ປະກອບສ່ວນໃນການກໍ່ສ້າງຊົນລະປະທານຂະຫນາດນ້ອຍ.
     ຊົນລະປະທານຂະຫນາດກາງແມ່ນລວມຫມູ່ ຫລືສະມາຄົມ ຜູ້ນຳໃຊ້ນ້ຳເປັນຜູ້ລົງທຶນກໍ່ສ້າງ, ຄຸ້ມຄອງ ແລະນ້ຳໃຊ້ເອງ. ສຳລັບຊົນລະປະທານຂະຫນາດກາງ ທີ່ມີເຕັກນິກ ສັບສົນ ແລະຮຽກຮ້ອງທຶນຮອນສູງນັ້ນ ແມ່ນລັດກັບປະຊາຊົນ ຮ່ວມທຶນກັນ ກໍ່ສ້າງແລ້ວມອບກຳມະສິດໃຫ້ປະຊາຊົນຄຸ້ມຄອງ ແລະນຳໃຊ້ເອງ .
     ຊົນລະປະທານຂະຫນາດໃຫຍ່ ແມ່ນລັດກັບປະຊາຊົນ ຮ່ວມທຶນກັນກໍ່ສ້າງ. ໃນກໍລະນີທີ່ການຄຸ້ມຄອງຊົນລະປະທານດັ່ງກ່າວຫາກບໍ່ມີເຕັກນິກສັບສົນນັ້ນ ແມ່ນມອບກຳມະສິດ ໃຫ້ປະຊາຊົນ ຄຸ້ມຄອງ. ຖ້າວ່າການຄຸ້ມຄອງຊົນລະປະທານດັ່ງກ່າວນັ້ນຫາກມີເຕັກນິກສັບສົນ ລັດຈະເຂົ້າຮ່ວມ ໃນການຄຸ້ມຄອງຊົນລະປະທານ ດັ່ງກ່າວ

ມາດຕາ 19. ອ່າງເກັບນ້ຳ.
     ອ່າງເກັບນ້ຳ ແມ່ນລະບົບເກັບກັກນ້ຳດ້ວຍການຂຸດສະ, ການຕັນນ້ຳຫວ້ຍ, ນ້ຳເຊ ເພື່ອໃຫ້ມີນ້ຳພຽງພໍ ແລະແຮໄວ້ ແນໃສ່ຮັບປະກັນການຜະລິດກະສິກຳ, ການໃຊ້ສອຍໃນຄອບຄົວ, ການຄົງຕົວຂອງສິ່ງແວດລ້ອມທຳມະຊາດ ແລະສັງຄົມ .

ມາດຕາ 20 . ຝາຍນ້ຳລົ້ນ.
     ຝາຍນ້ຳລົ້ນ ແມ່ນການຕັນສາຍນ້ຳເຊັ່ນ: ນ້ຳຫວ້ຍ, ນ້ຳເຊ ເພື່ອຍົກລະດັບນ້ຳ ໃຫ້ສູງຂຶ້ນ ແລ້ວນຳເອົານ້ຳເຂົ້າສູ່ເນື້ອທີ່ການຜະລິດກະສິກຳ .

ມາດຕາ 21 . ການສູບນ້ຳ.
     ການສູບນ້ຳ ແມ່ນການນຳເອົານ້ຳ ຈາກໜ້າດິນ ຫຼືໃຕ້ດິນ ເພື່ອມາຮັບໃຊ້ ການຜະລິດກະສິກຳດ້ວຍອຸປະກອນປະຖົມປະຖານ ຫລືອຸປະກອນທັນສະໄຫມເຊັ່ນ: ຈັກສູບນ້ຳ, ກົງພັດ.

ມາດຕາ 22 . ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທຳມະຊາດ.
     ຜູ້ຄອບຄອງທີ່ດິນຕອນລຸ່ມ ຕ້ອງຍອມຮັບການໄຫລເປັນປົກກະຕິ ຂອງນ້ຳຕາມທຳມະຊາດ ຈາກທີ່ດິນຕອນເທິງລົງສູ່ ຫລືຜ່ານທີ່ດິນຂອງຕົນ.
     ໃນກໍລະນີທີ່ຜູ້ຄອບຄອງທີ່ດິນຕອນລຸ່ມ ຫາກໄດ້ກັກຕັນນ້ຳ ຊຶ່ງໄດ້ກໍ່ຄວາມເສຽຫາຍໃຫ້ແກ່ຜູ້ຄອບຄອງທີ່ດິນຕອນເທິງແລ້ວ ຜູ້ຄອບຄອງທີ່ດິນຕອນລຸ່ມດັ່ງກ່າວນັ້ນ ກໍຕ້ອງຮັບຜິດຊອບໃຊ້ແທນຄ່າເສຽຫາຍທີ່ເກີດຂຶ້ນ.
     ຜູ້ຄອບຄອງທີ່ດິນຕອນເທິງ ບໍ່ມີສິດກີດກັ້ນການໄຫຼເປັນປົກກະຕິ ຂອງນ້ຳຕາມທຳມະຊາດ ລົງສູ່ທີ່ດິນຕອນລຸ່ມ ຊຶ່ງຈະສ້າງຄວາມເສຍຫາຍໃຫ້ແກ່ຜູ້ຊົມໃຊ້ນ້ຳຢູ່ໃນທີ່ດິນຕອນລຸ່ມນັ້ນ.
     ໃນກໍລະນີທີ່ມີການກີດກັ້ນ ຊຶ່ງໄດ້ກໍ່ຄວາມເສຽຫາຍ ແກ່ຜູ້ຊົມໃຊ້ນ້ຳ ຢູ່ທີ່ດິນຕອນລຸ່ມແລ້ວຜູ້ຄອບຄອງທີ່ດິນຕອນເທິງ ຈະຕ້ອງຮັບຜິດຊອບໃຊ້ແທນຄ່າເສຽຫາຍ ຕາມກົດຫມາຍ .

ມາດຕາ 23. ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດຫມາຍ.
     ບຸກຄົນ ຫລືການຈັດຕັ້ງ ທີ່ມີທີ່ດິນກະສິກຳຢູ່ທາງກາງ ຫລືຢູ່ສົ້ນທີ່ດິນຂອງຜູ້ອື່ນ ຫາກບໍ່ມີເສັ້ນທາງອອກ, ບໍ່ມີຄອງນ້ຳຊົນລະປະທານ ຫລືໄຟຟ້າ ຜ່ານເຂົ້າໄປຮັບໃຊ້ ການຜະລິດຂອງຕົນນັ້ນ ມີສິດຮ້ອງຂໍສ້າງເສັ້ນທາງ, ຄອງຊົນລະປະທານ ຫລືສາຍເນັ່ງໄຟຟ້າ ຜ່ານທີ່ດິນຂອງຜູ້ອື່ນ ທີ່ຢູ່ອ້ອມຂ້າງ ຕາມຄວາມເຫມາະສົມ ແລະຜູ້ຖືກຮ້ອງຂໍນັ້ນ ຕ້ອງອະນຸຍາດໃຫ້ຜ່ານ ຕາມການຮ້ອງຂໍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 35 ຂອງກົດຫມາຍວ່າດ້ວຍນ້ຳ ແລະຊັບພະຍາກອນແຫລ່ງນ້ຳ, ມາດຕາ 61 ຂອງກົດຫມາຍວ່າດ້ວຍທີ່ດິນ ແລະມາດຕາ 28 ຂອງກົດຫມາຍວ່າດ້ວຍໄຟຟ້າ.
     ຖ້າການສ້າງເສັ້ນທາງ, ຄອງຊົນລະປະທານ ຫລື ເນັ່ງສາຍໄຟຟ້າ ຜ່ານທີ່ດິນຂອງບຸກຄົນອື່ນ ຫາກໄດ້ກໍ່ຄວາມເສັຽຫາຍໃຫ້ແກ່ບຸກຄົນ ທີ່ອະນຸຍາດໃຫ້ຜ່ານນັ້ນ ຜູ້ໄດ້ຮັບສິດ ໃນການຜ່ານ ເຂົ້າໄປຫາເນື້ອທີ່ດິນກະສິກຳຂອງຕົນ ຕ້ອງໃຊ້ແທນຄ່າເສັຽຫາຍ ຕາມກົດຫມາຍ.
     ໃນກໍລະນີທີ່ຜູ້ໃຫ້ທາງຜ່ານຫາກໄດ້ຮັບຜົນປະໂຫຍດນຳແລ້ວ ກໍບໍ່ໃຫ້ຮຽກຮ້ອງຄ່າເສັຽຫາຍ ເວັ້ນເສັຽແຕ່ການໃຫ້ທາງຜ່ານນັ້ນ ຫາກໄດ້ກໍ່ຄວາມເສັຽຫາຍ ໃຫ້ແກ່ຜູ້ກ່ຽວຫຼາຍກວ່າຜົນປະໂຫຍດທີ່ໄດ້ຮັບ.

ຫມວດທີ 3
ແນວພັນພືດ ແລະ ແນວພັນສັດ

ມາດຕາ 24. ແນວພັນພືດ.
     ແນວພັນພືດ ແມ່ນແນວພັນຂອງພືດ ລົ້ມລຸກ ຫລືພືດຢືນຕົ້ນ ຊຶ່ງອາດຈະແມ່ນແນວພັນບໍລິສຸດ, ແນວພັນປະສົມຫລືແນວພັນພື້ນເມືອງ ທີ່ໄດ້ຜ່ານການປັບປຸງ, ພັດທະນາ, ຂະຫຍາຍ ຫລືສ້າງເປັນແນວພັນໃຫມ່ທີ່ມີປະສິດທິພາບສູງ ຕາມຂະບວນການທາງດ້ານວິທະຍາສາດເຕັກນິກ ໂດຍໄດ້ຜ່ານການຮັບຮອງ ແລະອະນຸຍາດໃຫ້ນຳໃຊ້ເຂົ້າໃນການຜະລິດ ຈາກກະຊວງກະສິກຳ ແລະປ່າໄມ້.

ມາດຕາ 25. ແນວພັນສັດ.
     ແນວພັນສັດ ແມ່ນແນວພັນຂອງສັດປະເພດຕ່າງໆ ຊຶ່ງປະກອບດ້ວຍແນວພັນບໍລິສຸດ, ແນວພັນປະສົມ ແລະແນວພັນພື້ນເມືອງ ລວມທັງສັດບົກ ແລະສັດນ້ຳ ທີ່ມີການຈະເລີນເຕີບໃຫຍ່ໄວ, ສາມາດຕອບສະຫນອງຜົນຜະລິດໄດ້ຫລາຍ, ມີຄຸນນະພາບດີ ແລະແມ່ນສາຍພັນ ທີ່ໄດ້ຜ່ານການຄັດເລືອກ, ປັບປຸງ, ຂະຫຍາຍ ຫລືສ້າງເປັນແນວພັນໃຫມ່ ຕາມຂະບວນການທາງດ້ານວິທະຍາສາດເຕັກນິກ ທີ່ໄດ້ຜ່ານການຮັບຮອງ ແລະອະນຸຍາດໃຫ້ນຳໃຊ້ເຂົ້າໃນການຜະລິດ ຈາກກະຊວງກະສິກຳ ແລະປ່າໄມ້.

ມາດຕາ 26 . ການນຳໃຊ້ແນວພັນ.
     ລັດຊຸກຍູ້ໃຫ້ປະຊາຊົນ ຜະລິດ ແລະນຳໃຊ້ ແນວພັນພືດ ແລະແນວພັນສັດ ທີ່ມີຄຸນນະພາບດີ ແລະເຫມາະສົມ ກັບຈຸດພິເສດແຕ່ລະທ້ອງຖິ່ນ ຂອງປະເທດ ເພື່ອໃຫ້ການຜະລິດ ມີປະສິດທິຜົນສູງ.
     ການນຳແນວພັນພືດ ຫລືແນວພັນສັດເຂົ້າມາພາຍໃນປະເທດ ຫລືສົ່ງອອກຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດ ຈາກຂະແຫນງກະສິກຳ ແລະປ່າໄມ້.

ຫມວດທີ 4
ຝຸ່ນ ແລະອາຫານສັດ

ມາດຕາ 27.  ຝຸ່ນ
     ຝຸ່ນ ແມ່ນວັດສະດຸ ຊຶ່ງມີສ່ວນປະສົມຂອງທາດອິນຊີ ແລະທາດເຄມີຕ່າງໆ ທີ່ເປັນທາດອາຫານຈຳເປັນສຳລັບພືດ ເພື່ອຊ່ວຍໃຫ້ພືດໃຫຍ່ໄວ ແລະມີຄຸນນະພາບດີ ລວມທັງປັບປຸງດິນປູກຝັງ ໃຫ້ອຸດົມສົມບູນ.

ມາດຕາ 28. ປະເພດຝຸ່ນ
     ຝຸ່ນທີ່ນຳໃຊ້ເຂົ້າໃນການຜະລິດກະສິກຳ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີ ສອງປະເພດຄື: ຝຸ່ນວິິທະຍາສາດ ແລະ ຝຸ່ນອົງຄະທາດ.
     ຝຸ່ນວິທະຍາສາດ ແມ່ນຝຸ່ນທີ່ປະກອບດ້ວຍສານເຄມີປະເພດດຽວ ຫລືປະເພດປະສົມ ຊຶ່ງເປັນອາຫານໂດຍກົງຂອງພືດເຊັ່ນ: ຝຸ່ນອາສົດ, ຝຸ່ນຝົດສະຟໍ, ຝຸ່ນໂປຕັດຊຽມ ແລະ ອື່ນໆ.
     ຝຸ່ນອົງຄະທາດແມ່ນຝຸ່ນທີ່ປະກອບດ້ວຍການສະສົມທາດຕ່າງໆ ຈາກການສະຫຼາຍຕົວຂອງເສດເຫຼືອຊາກພືດ, ຊາກສັດ ແລະໂລຫະທາດຫລາຍຊະນິດ ຊຶ່ງເປັນອາຫານທາງອ້ອມຂອງພືດ ລວມທັງຊ່ວຍປັບປຸງຄຸນນະພາບຂອງດິນ ເຊັ່ນ: ຝຸ່ນບົ່ມ, ຝຸ່ນມູນສັດ ແລະ ອື່ນໆ.

ມາດຕາ 29.  ການນຳໃຊ້ຝຸ່ນ.
     ການນຳໃຊ້ຝຸ່ນທຸກຊະນິດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມ ລະບຽບການນຳໃຊ້ຝຸ່ນ ຢ່າງເຄັ່ງຄັດ ເຊັ່ນ: ນຳໃຊ້ໃຫ້ຖືກຕາມຈຸດປະສົງ, ປະເພດ ແລະປະລິມານ ເພື່ອເຮັດໃຫ້ການນຳໃຊ້ຝຸ່ນ ມີປະສິດທິພາບ, ຮັບປະກັນບໍ່ໃຫ້ ເປັນອັນຕະລາຍຕໍ່ຊີວິດ, ສຸຂະພາບຂອງຄົນ ແລະ ສັດ .
     ກະຊວງກະສິກຳ ແລະປ່າໄມ້ ເປັນຜູ້ວາງລະບຽບກ່ຽວກັບການນຳໃຊ້ຝຸ່ນ ແລະກຳນົດປະເພດ ຂອງຝຸ່ນທີ່ເປັນອັນຕະລາຍຮ້າຍແຮງ ທີ່ຫ້າມນຳໃຊ້. ພ້ອມກັນນີ້ ກໍຕ້ອງຊ່ວຍເຫລືອຝຶກອົບຮົມ, ຊຸກຍູ້ ໃຫ້ຊາວກະສິກອນ ໄດ້ນຳໃຊ້ຝຸ່ນອົງຄະທາດເປັນຕົ້ນຕໍ ແລະ ນຳໃຊ້ຝຸ່ນໃຫ້ຖືກຕ້ອງຕາມວິທີການ, ມາດຕະຖານເຕັກນິກ ແລະ ທັນກັບລະດູການຜະລິດ.

ມາດຕາ 30.  ອາຫານສັດ.
     ອາຫານສັດແມ່ນວັດສະດຸ ທີ່ນຳມາລ້ຽງສັດ ຊຶ່ງໄດ້ມາຈາກທຳມະຊາດ, ການຜະລິດ ຫລືການປຸງແຕ່ງຈາກຜະລິດຕະຜົນກະສິກຳ ແລະທາດອື່ນໆ ທີ່ມີຄຸນນະພາບທາງດ້ານໂພຊະນາການ.
     ອາຫານສັດປະກອບດ້ວຍ ສາມປະເພດຄື :
         - ອາຫານສົດເຊັ່ນ: ຫຍ້າຂຽວ, ເມັດພືດ;
         - ອາຫານປຸງແຕ່ງເບື້ອງຕົ້ນເຊັ່ນ: ຮຳ, ເຟືອງ, ຫຍ້າບົ່ມ, ຫຍ້າແຫ້ງ; 
         - ອາຫານສຳເລັດຮູບເຊັ່ນ: ອາຫານປຸງແຕ່ງຂຶ້ນຕາມສູດໂພຊະນາການສຳລັບແຕ່ລະປະເພດສັດ

ມາດຕາ 31. ການຄຸ້ມຄອງຝຸ່ນ ແລະອາຫານສັດ.
     ກະຊວງກະສິກຳ ແລະປ່າໄມ້ ເປັນຜູ້ກຳນົດລະບຽບການ ກ່ຽວກັບການຄຸ້ມຄອງຝຸ່ນວິທະຍາສາດ, ຝຸ່ນອົງຄະທາດ ແລະອາຫານສັດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຂະແຫນງອຸດສາຫະກຳ ແລະຫັດຖະກຳ, ການຄ້າ, ການເງິນ, ທະນາຄານ, ອົງການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ ເພື່ອກຳນົດປະເພດ, ຄຸນນະພາບຂອງຝຸ່ນ, ຄຸ້ມຄອງການນຳເຂົ້າ, ການຂົນສົ່ງ, ການຈຳຫນ່າຍ, ການເກັບຮັກສາ, ການຫຸ້ມຫໍ່ ແລະກິດຈະການອື່ນໆທີ່ກ່ຽວພັນກັບຝຸ່ນ ເພື່ອຮັບປະກັນໃຫ້ຝຸ່ນທຸກຊະນິດ ມີສ່ວນປະສົມຖືກຕ້ອງຕາມສູດ, ມີຄຸນນະພາບດີ ພ້ອມທັງຊຸກຍູ້ ໃຫ້ມີການຜະລິດຝຸ່ນ ແລະອາຫານສັດ ຢູ່ພາຍໃນປະເທດ.

ຫມວດທີ 5
ຢາປາບສັດຕູພືດ ແລະ ຢາປົວສັດ

ມາດຕາ 32.  ຢາປາບສັດຕູພືດ.
     ຢາປາບສັດຕູພືດ ແມ່ນສານທີ່ມີປະຕິກິລິຍາທາງເຄມີ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ກຳຈັດສັດຕູພືດ ທີ່ກໍ່ໃຫ້ເກີດຄວາມເສັຽຫາຍແກ່ການປູກຝັງ ລວມທັງສານເຄມີທີ່ນຳໃຊ້ໃນການເກັບມ້ຽນ, ຮັກສາ ແລະການຂົນສົ່ງ .
     ຢາປາບສັດຕູພືດໄດ້ມາຈາກການປະສົມທາດເຄມີຕ່າງໆ ຊຶ່ງປຸງແຕ່ງຈາກໂຮງງານ ຫລື ສະກັດ ຈາກພືດໂດຍກົງ ຊຶ່ງເອີ້ນວ່າຢາປາບສັດຕູພືດພື້ນເມືອງ .

ມາດຕາ 33. ຢາປົວສັດ
     ຢາປົວສັດ ແມ່ນສານທີ່ມີປະຕິກິລິຍາທາງເຄມີ, ປະກອບດ້ວຍສ່ວນປະສົມ ຂອງທາດເຄມີ ຫລືສະກັດໂດຍກົງຈາກພືດ ຫລືສັດ ຊຶ່ງມີຄຸນລັກສະນະເປັນຢາ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະປົວພະຍາດ ຂອງສັດລ້ຽງທຸກຊະນິດ.

ມາດຕາ 34.  ການນຳໃຊ້ຢາປາບສັດຕູພືດ ແລະ ຢາປົວສັດ.
     ຜູ້ທີ່ນຳໃຊ້ຢາປາບສັດຕູພືດ ຫລືຢາປົວສັດ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມຈຸດປະສົງ ແລະລະບຽບການນຳໃຊ້ຢ່າງເຄັ່ງຄັດ ລວມທັງການເກັບມ້ຽນຮັກສາຢາດັ່ງກ່າວ ເພື່ອເຮັດໃຫ້ການນຳໃຊ້ຢາປາບສັດຕູພືດ ຫລື ຢາປົວສັດ ມີປະສິດທິພາບ ທັງຮັບປະກັນບໍ່ໃຫ້ເປັນອັນຕະລາຍຕໍ່ຊີວິດ, ສຸຂະພາບຂອງຄົນ ແລະສັດ .

ມາດຕາ 35.  ການຄຸ້ມຄອງຢາປາບສັດຕູພືດ ແລະ ຢາປົວສັດ.
     ກະຊວງກະສິກຳ ແລະປ່າໄມ້ ເປັນຜູ້ກຳນົດລະບຽບການ ກ່ຽວກັບການຄຸ້ມຄອງຢາປາບສັດຕູພືດ ແລະຢາປົວສັດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ອົງການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະຫັດຖະກຳ, ກະຊວງການຄ້າ, ກະຊວງການເງິນ ເພື່ອກຳນົດປະເພດ, ຄຸນນະພາບຂອງຢາທີ່ເປັນອັນຕະລາຍ ແລະປະເພດຫ້າມນຳໃຊ້, ຄຸ້ມຄອງການນຳເຂົ້າ, ການຂົນສົ່ງ, ການຈຳຫນ່າຍ, ການເກັບຮັກສາ ແລະກິດຈະການອື່ນໆ ທີ່ກ່ຽວຂ້ອງກັບ ຢາປາບສັດຕູພືດ ຫລື ຢາປົວສັດ ເພື່ອຮັບປະກັນໃຫ້ປະເພດຢາຕ່າງໆດັ່ງກ່າວ ມີສ່ວນປະສົມຖືກຕ້ອງຕາມສູດ, ຕາມມາດຕະຖານເຕັກນິກ ແລະມີຄຸນນະພາບດີ.
     ຢາປາບສັດຕູພືດ ແລະຢາປົວສັດທຸກປະເພດ ທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ ແລະຈຳຫນ່າຍນັ້ນ ຕ້ອງຕິດສະຫລາກຢ່າງຈະແຈ້ງ, ເຫັນໄດ້ງ່າຍ ແລະສາມາດເຂົ້າໃຈໄດ້ ຊຶ່ງຈະຕ້ອງບົ່ງບອກຄຸນລັກສະນະ, ຊະນິດສານເຄມີ, ວິທີ ແລະກຳນົດເວລາການນຳໃຊ້ ຢ່າງລະອຽດ, ຄວາມເປັນອັນຕະລາຍ ພ້ອມທັງແນະນຳວິທີແກ້ພິດໃນເບື້ອງຕົ້ນ.

ຫມວດທີ 6
ເຄື່ອງມື ແລະ ພາຫະນະກົນຈັກການກະເສດ

ມາດຕາ 36.  ເຄື່ອງມື ແລະພາຫະນະກົນຈັກການກະເສດ.
     ເຄື່ອງມື ແລະພາຫະນະກົນຈັກການກະເສດ ແມ່ນເຄື່ອງມື ແລະພາຫະນະກົນຈັກທີ່ນຳໃຊ້ເຂົ້າໃນການປູກຝັງ ແລະ ລ້ຽງສັດ ຊຶ່ງລວມມີ:
       - ເຄື່ອງມື ແລະພາຫະນະກົນຈັກ ທີ່ຮັບໃຊ້ການບຸກເບີກ ເນື້ອທີ່ດິນປູກຝັງ ຫລືລ້ຽງສັດ, ການດັດແປງຫນ້າດິນ, ການໄຖ, ຄາດ, ປັກດຳ, ເສັຽຫຍ້າ, ໃສ່ຝຸ່ນ, ປ້ອງກັນ ຫລື ປາບສັດຕູພືດ, ເກັບກ່ຽວ, ຟາດ, ເກັບຮັກສາ, ສີ, ບົດ ແລະ ຂົນສົ່ງ ຊຶ່ງປະກອບດ້ວຍເຄື່ອງມືງ່າຍດາຍ, ປະຖົມປະຖານເຊັ່ນ : ຈົກ, ສຽມ, ຊວ້ານ, ກວຽນ ແລະພາຫະນະກົນຈັກທັນສະໄຫມເຊັ່ນ : ລົດດຸດ, ລົດໄຖ, ຈັກຟາດເຂົ້າ;
       - ເຄື່ອງມື ແລະພາຫະນະກົນຈັກປ້ອງກັນ, ຮັກສາ, ລ້ຽງ ແລະປິ່ນປົວສັດ;
       - ເຄື່ອງມືຕົບແຕ່ງ, ຄັດເລືອກ ຜົນຜະລິດ ກະສິກຳ, ແຊ່ເຢັນ ແລະອື່ນໆ.

ມາດຕາ 37. ການຜະລິດເຄື່ອງມື ແລະພາຫະນະກົນຈັກການກະເສດ.
     ກະຊວງອຸດສາຫະກຳ ແລະຫັດຖະກຳ ເປັນຜູ້ກຳນົດລະບຽບການ ແລະມາດຕະຖານເຕັກນິກ ໃນການນຳເຂົ້າ ຫລືຜະລິດບັນດາເຄື່ອງມື ແລະພາຫະນະກົນຈັກການກະເສດ ໂດຍ ປະສານສົມທົບກັບກະຊວງກະສິກຳ ແລະປ່າໄມ້ ແລະອົງການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ.

ຫມວດທີ 7
ສາງເກັບມ້ຽນ

ມາດຕາ 38. ສາງເກັບມ້ຽນ.
     ສາງເກັບມ້ຽນແມ່ນອາຄານ, ສະຖານທີ່ ສຳລັບເກັບມ້ຽນຜົນຜະລິດກະສິກຳ, ຝຸ່ນ ແລະອາຫານສັດ, ຢາປາບສັດຕູພືດ ແລະຢາປົວສັດ, ຮັກສາຄຸນນະພາບໃຫ້ຍາວນານ ຊຶ່ງລວມມີ: ເລົ້າເຂົ້າ, ສາງເກັບມ້ຽນເມັດພືດ, ແນວພັນ, ຝຸ່ນ, ອາຫານສັດ, ສາງເຢັນສຳລັບເກັບມ້ຽນຜັກ, ໝາກໄມ້, ຊີ້ນສົດ, ນົມສົດ ແລະສາງສະເພາະເພື່ອເກັບມ້ຽນ ຢາປາບສັດຕູພືດ ແລະຢາປົວສັດ.

ມາດຕາ 39 . ການສ້າງສາງເກັບມ້ຽນ.
     ການສ້າງສາງເກັບມຽນ ຕ້ອງຮັບປະກັນໃຫ້ຖືກຕ້ອງ ຕາມລະບຽບການ ແລະມາດຕະຖານເຕັກນິກ ທີ່ກະຊວງກະສິກຳ ແລະປ່າໄມ້ວາງອອກ, ພ້ອມກັນນັ້ນ ກໍຕ້ອງໃຫ້ຖືກຕ້ອງຕາມ ລະບຽບຂອງຜັງເມືອງ .

ຫມວດທີ 8
ການປຸງແຕ່ງຜົນຜະລິດກະສິກຳ

ມາດຕາ 40. ການປຸງແຕ່ງຜົນຜະລິດກະສິກຳ
     ການປຸງແຕ່ງຜົນຜະລິດກະສະກຳ ແມ່ນການນຳເອົາຫມາກຜົນທີ່ໄດ້ມາຈາກ ການປູກຝັງ, ລ້ຽງສັດ ແລະການປະມົງ ມາປຸງແຕ່ງໃຫ້ເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະສຳເລັດຮູບເຊັ່ນ: ການດອງ, ການຕາກແຫ້ງ, ການເຮັດອາຫານສຳເລັດຮູບ, ການເຮັດເຄື່ອງກະປ໋ອງ, ການສະກັດນ້ຳມັນພືດ, ການຜະລິດ ເປັນເຄື່ອງໃຊ້ສອຍ ແລະ ອື່ນໆ.

ມາດຕາ 41. ການສ້າງໂຮງຫັດຖະກຳ ແລະໂຮງງານປຸງແຕ່ງຜົນຜະລິດກະສິກຳ.
     ການສ້າງໂຮງຫັດຖະກຳ ແລະໂຮງງານປຸງແຕ່ງຜົນຜະລິດກະສິກຳ ຕ້ອງຮັບປະກັນໃຫ້ຖືກຕາມລະບຽບການ ແລະມາດຕະຖານເຕັກນິກ ທີ່ກະຊວງອຸດສາຫະກຳ ແລະຫັດຖະກຳ ແລະກະຊວງສາທາລະນະສຸກ ວາງອອກ, ພ້ອມກັນນັ້ນ ກໍໃຫ້ຖືກຕ້ອງຕາມລະບຽບຂອງຜັງເມືອງ.

ຫມວດທີ 9
ຕະຫລາດກະສິກຳ

ມາດຕາ 42. ຕະຫລາດກະສິກຳ.
     ຕະຫລາດກະສິກຳ ແມ່ນບ່ອນຊື້ຂາຍຜົນຜະລິດກະສິກຳ ລະຫວ່າງຜູ້ຜະລິດ ແລະ ຜູ້ຊົມໃຊ້ ລວມທັງການນຳເອົາຜົນຜະລິດກະສິກຳ ອອກສູ່ຂອດຈໍລະຈອນທົ່ວໄປ. ຕະຫລາດກະສິກຳ ມີຄວາມສຳຄັນຕໍ່ການຊຸກຍູ້ ຂະບວນການຜະລິດກະສິກຳຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ຕອບສະຫນອງສະບຽງອາຫານ ຢ່າງພຽງພໍ ແລະ ເປັນສິນຄ້າສົ່ງອອກ.

ມາດຕາ 43. ການສ້າງຕະຫລາດກະສິກຳ.
     ຕະຫລາດກະສິກຳຕ້ອງສ້າງຂຶ້ນຢ່າງກວ້າງຂວາງ ດ້ວຍຫລາຍຮູບການ, ຫລາຍລະດັບ ທັງຢູ່ພາຍໃນ ແລະຕ່າງປະເທດ ເພື່ອເປັນບ່ອນຈຳຫນ່າຍ ຜົນຜະລິດກະສິກຳ, ສ້າງຕັ້ງສະຫະກອນ ແລະບໍລິສັດ ຜູກພັນຊື້-ຂາຍ ກັບຊາວກະສິກອນໂດຍກົງ, ສ້າງຕັ້ງບໍລິສັດສົ່ງອອກ ຜະລິດຕະຜົນກະສິກຳ.

ຫມວດທີ 10
ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານກະສິກຳ

ມາດຕາ 44. ການພົວພັນຮ່ວມມືກັບຕ່າງປະເທດ ທາງດ້ານເຕັກນິກ.
     ລັດເປີດກວ້າງການຮ່ວມມືກັບສາກົນທາງດ້ານກະສິກຳ ເພື່ອແລກປ່ຽນບົດຮຽນ, ວິຊາການ, ການຄຸ້ມຄອງ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ທີ່ທັນສະໄຫມ ເພື່ອມາພັດທະນາກິດຈະການກະສິກຳ ຂອງປະເທດເຮົາ ໃຫ້ມີການຂະຫຍາຍຕົວ ແລະມີປະສິດທິພາບສູງ.

ມາດຕາ 45 . ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເສດຖະກິດ
     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາດແຍ່ງທຶນຮອນ ຈາກຕ່າງປະເທດ ເພື່ອມາເສີມຂະຫຍາຍການປູກຝັງ, ລ້ຽງສັດ ລວມທັງການດຶງດູດການລົງທຶນ ຂອງຕ່າງປະເທດເຂົ້າໃນກິດຈະການກະສິກຳ.

ພາກທີ  III
ການລົງທຶນໃສ່ກິດຈະການກະສິກຳ

ມາດຕາ 46. ການລົງທຶນໃສ່ກິດຈະການກະສິກຳ.
     ການລົງທຶນໃສ່ກິດຈະການການກະສິກຳ ແມ່ນການລົງທຶນໃສ່ການປູກຝັງ, ລ້ຽງສັດ ແລະ ການປະມົງ ເພື່ອທຳການຜະລິດ ຫລືດຳເນີນທຸລະກິດ ກ່ຽວກັບກະສິກຳ .

ມາດຕາ 47. ຮູບການລົງທຶນ.
     ຮູບການລົງທຶນໃສ່ການຜະລິດ ກະສິກຳປະກອບມີ :
       -  ການລົງທຶນ ຂອງຫົວຫນ່ວຍຄອບຄົວ;
       - ການລົງທຶນ ແບບຮ່ວມມືຂອງປະຊາຊົນ;
       -  ການລົງທຶນ ຂອງເອກະຊົນ;
       - ການລົງທຶນຂອງລັດແຕ່ຝ່າຍດຽວ ໃນກໍລະນີທີ່ບໍ່ມີພາກສ່ວນເສດຖະກິດອື່ນມາລົງທຶນ ແຕ່ການລົງທຶນດັ່ງກ່າວ ຜັດມີຄວາມສຳຄັນ ແລະຈຳເປັນ ສຳລັບຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ;
       -  ການລົງທຶນຂອງລັດ ກັບເອກະຊົນພາຍໃນປະເທດ ຫລືຕ່າງປະເທດ;
       -  ການລົງທຶນ ຂອງເອກະຊົນພາຍໃນ ກັບຕ່າງປະເທດ ;
       -  ການລົງທຶນ ຂອງຕ່າງປະເທດແຕ່ຝ່າຍດຽວ.
     ການລົງທຶນ ໃສ່ການຜະລິດກະສິກຳ ແບ່ງອອກເປັນສາມຂະຫນາດ:
       -  ການຜະລິດ ແລະທຸລະກິດ ກະສິກຳ ຂະຫນາດນ້ອຍ ;
       -  ການຜະລິດ ແລະທຸລະກິດ ກະສິກຳ ຂະຫນາດກາງ;
       -  ທຸລະກິດ ກະສິກຳ ຂະຫນາດໃຫ່ຍ.
     ກະຊວງກະສິກຳ ແລະປ່າໄມ້ ເປັນຜູ້ກຳນົດຂະຫນາດການຜະລິດ ແລະ ທຸລະກິດກະສິກຳ ໂດຍປະສານສົມທົບກັບຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ.

ພາກທີ IV
ການສົ່ງເສີມການຜະລິດກະສິກຳ

ມາດຕາ 48 . ຈຸດປະສົງ.
     ການສົ່ງເສີມການຜະລິດກະສິກຳ ມີຈຸດປະສົງ ແນໃສ່ໃຫ້ຜະລິດຕະຜົນກະສິກຳ ຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ ເພື່ອຕອບສະຫນອງ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ມີສ່ວນແຮໄວ້ ແລະເພື່ອຂາຍເປັນສິນຄ້າ .

ມາດຕາ 49 . ເນື້ອໃນຂອງການສົ່ງເສີມການຜະລິດກະສິກຳ.
     ເພື່ອຮັບປະກັນໃຫ້ການຜະລິດກະສິກຳ ມີປະສິດທິຜົນສູງນັ້ນ ການສົ່ງເສີມການຜະລິດກະສິກຳຕ້ອງດຳເນີນຢ່າງຄົບຊຸດ ຊຶ່ງປະກອບດ້ວຍ :
       - ທຶນ ແລະກອງທຶນສົ່ງເສີມ ;
       - ແນວພັນພືດ ແລະແນວພັນສັດ ;
       - ຝຸ່ນ ແລະອາຫານສັດ ;
       - ຢາປາບສັດຕູພືດ ແລະ ຢາປົວສັດ ;
       - ເຄື່ອງມື ແລະພາຫະນະກົນຈັກການກະເສດ ;
       - ຊົນລະປະທານ ;
       - ວິຊາການ ;
       - ຂໍ້ມູນຂ່າວສານທາງດ້ານກະສິກຳ ;
       - ສູນຄົ້ນຄວ້າ ແລະສະຖານີທົດລອງ ;
       - ການຝຶກອົບຮົມຊາວກະສິກອນ;
       - ສາງ, ໂຮງອົບ ແລະຫ້ອງເຢັນ ;
       - ການປຸງແຕ່ງຜະລິດຕະຜົນກະສິກຳ ;
       - ທະນາຄານເມັດພືດ ແລະທະນາຄານສັດ ;
       - ການຕະຫລາດ ;
       - ລາຄາ ;
       - ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ.

ມາດຕາ 50 . ທຶນ ແລະກອງທຶນສົ່ງເສີມ.
     ທຶນ ແລະກອງທຶນສົ່ງເສີມ ແມ່ນພາຫະນະທາງດ້ານການເງິນ ທີ່ນຳໃຊ້ເຂົ້າໃນການຜະລິດ ກະສິກຳ. ລັດຈະສົ່ງເສີມໃຫ້ປະຊາຊົນກູ້ຢືມທຶນ ມາທຳການຜະລິດກະສິກຳ ເປັນແຕ່ລະໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວ ດ້ວຍດອກເບັ້ຍທີ່ມີລັກສະນະສົ່ງເສີມ ພ້ອມທັງດຶງດູດການຊ່ວຍເຫລືອຂອງຕ່າງປະເທດ ເພື່ອມາຊຸກຍູ້ການຜະລິດກະສິກຳ .
     ໃນກໍລະນີ ທີ່ເກີດໄພທຳມະຊາດເຊັ່ນ : ໄພແຫ້ງແລ້ງ, ໄພນ້ຳຖ້ວມ, ພະຍຸສັດ, ພະຍາດບົ້ງແມງ ຫລືອື່ນໆ ທີ່ສ້າງຄວາມເສຽຫາຍຢ່າງຮ້າຍແຮງ ໃຫ້ແກ່ການຜະລິດກະສິກຳນັ້ນ ລັດຈະມີນະໂຍບາຍຜ່ອນຜັນການທົດແທນຕົ້ນທຶນ ແລະດອກເບັ້ຍ ທີ່ໄດ້ກູ້ຢືມຈາກລັດໃຫ້ແກ່ຊາວກະສິກອນຢ່າງ ສົມເຫດສົມຜົນ.
     ລັດສ້າງຕັ້ງກອງທຶນສົ່ງເສີມກະສິກຳ ເພື່ອຊຸກຍູ້ການຜະລິດກະສິກຳ ໃຫ້ມີປະສິດທິພາບ.
     ກອງທຶນສົ່ງເສີມກະສິກຳໄດ້ມາຈາກ :
       - ທຶນປະກອບຂອງລັດ ;
       - ທຶນປະກອບຂອງປະຊາຊົນ ;
       - ທຶນຊ່ວຍເຫລືອຈາກສາກົນ .

ມາດຕາ 51. ແນວພັນພືດ ແລະແນວພັນສັດ.
     ກະຊວງກະສິກຳ ແລະປ່າໄມ້ ເປັນຜູ້ຮັບຜິດຊອບ ຄົ້ນຄ້ວາວິທະຍາສາດ ຊອກຫາແນວພັນພືດ, ແນວພັນສັດຢູ່ພາຍໃນ ແລະຈາກຕ່າງປະເທດ ທີ່ດີ ແລະເຫມາະສົມ ກັບສະພາບດິນຟ້າອາກາດ ຂອງແຕ່ລະທ້ອງຖິ່ນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອໃຫ້ການຜະລິດກະສິກຳ ມີປະສິດທິພາບສູງ ໂດຍປະສານສົມທົບກັບອົງການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະອຳນາດການປົກຄອງທ້ອງຖິ່ນ .

ມາດຕາ 52 . ຝຸ່ນ ແລະອາຫານສັດ.
     ລັດສົ່ງເສີມການສະຫນອງຝຸ່ນ ແກ່ຊາວກະສິກອນຢ່າງກ້ວາງຂວາງ ແລະທັນກັບລະດູການ ເພື່ອຮັບປະກັນໃຫ້ການຜະລິດກະສິກຳ ມີປະສິດທິຜົນສູງ ທາງດ້ານປະລິມານ ແລະຄຸນນະພາບ ໂດຍຊຸກຍູ້ໃຫ້ມີການຜະລິດຝຸ່ນອົງຄະທາດ ແລະຝຸ່ນວິທະຍາສາດ ຢູ່ພາຍໃນປະເທດ ແລະໃນກໍລະນີທີ່ຈຳເປັນ ກໍສາມາດນຳເຂົ້າຈາກຕ່າງປະເທດໄດ້ ຕາມລະບຽບກົດຫມາຍ.
     ລັດສົ່ງເສີມໃຫ້ມີການຕອບສະຫນອງ ດ້ານອາຫານສັດ ໃຫ້ແກ່ສັດລ້ຽງ ຂອງຄອບຄົວ ແລະສັດລ້ຽງເປັນທຸລະກິດ ດ້ວຍການຊຸກຍູ້ໃຫ້ຊອກຫາແນວພັນພືດທີ່ດີ ແກ່ການລ້ຽງສັດຈາກ ພາຍໃນ ແລະຕ່າງປະເທດ, ຜະລິດວັດຖຸດິບປ້ອນໂຮງງານອາຫານສັດ ລວມທັງການກໍ່ສ້າງໂຮງງານປຸງແຕ່ງອາຫານສັດ .
     ໃນກໍລະນີທີ່ການຜະລິດອາຫານສັດ ຢູ່ພາຍໃນປະເທດຫາກບໍ່ພຽງພໍ ກໍອະນຸຍາດໃຫ້ນຳເຂົ້າຈາກຕ່າງປະເທດໄດ້ ຕາມລະບຽບກົດຫມາຍ.

ມາດຕາ 53. ຢາປາບສັດຕູພືດ ແລະຢາປົວສັດ.
     ເພື່ອຕອບສະຫນອງຢາປາບສັດຕູພືດ ແລະຢາປົວສັດໃຫ້ພຽງພໍ ແລະທັນເວລານັ້ນ ລັດສົ່ງເສີມການຜະລິດ ຢາປາບສັດຕູພືດ ແລະຢາປົວສັດ ຢູ່ພາຍໃນປະເທດ ແລະອະນຸຍາດໃຫ້ນຳຢາດັ່ງກ່າວ ເຂົ້າມາຈາກຕ່າງປະເທດ ຕາມລະບຽບກົດຫມາຍໃນກໍລະນີທີ່ຈຳເປັນ.

ມາດຕາ 54 . ເຄື່ອງມື ແລະພາຫະນະກົນຈັກການກະເສດ.
     ເຄື່ອງມື ແລະພາຫະນະກົນຈັກການກະເສດ ແມ່ນພາຫະນະ ທີ່ຈຳເປັນ ແລະມີຄວາມສຳຄັນ ໃນການຍົກປະສິດທິພາບ ຂອງການຜະລິດກະສິກຳ. ລັດສົ່ງເສີມໃຫ້ທຳການຜະລິດ ເຄື່ອງມື ແລະພາຫະນະກົນຈັກການກະເສດ ທີ່ເຫມາະສົມ ແລະທັນສະໄຫມ ຢູ່ພາຍໃນປະເທດ ແລະໃນກໍລະນີທີ່ຈຳເປັນ ກໍອະນຸຍາດ ໃຫ້ນຳເຂົ້າຈາກຕ່າງປະເທດ ຕາມລະບຽບກົດຫມາຍ ໃຫ້ພຽງພໍ ແລະທັນເວລາ. ນອກຈາກນີ້ ລັດຍັງສົ່ງເສີມໃຫ້ມີການຈັດຕັ້ງ ກອງກົນຈັກການກະເສດໃນເຂດຕ່າງໆເປັນຕົ້ນ ໃນເຂດຈຸດສຸມກະສິກຳ .

ມາດຕາ 55 . ຊົນລະປະທານ.
     ເພື່ອໃຫ້ການຜະລິດ ກະສິກຳສາມາດດຳເນີນໄດ້ຫລາຍລະດູການ ແລະມີປະສິດທິພາບ ລັດສົ່ງເສີມໃຫ້ມີການພັດທະນາຊົນລະປະທານດ້ວຍຫລາຍລະດັບ, ຫລາຍຂະຫນາດ, ຢ່າງກ້ວາງຂວາງເປັນຕົ້ນການຂຸດສະ, ການສ້າງອ່າງເກັບນ້ຳ, ການຜະລິດ ແລະການນຳເຂົ້າຈາກຕ່າງປະເທດ ຈັກສູບນ້ຳຢ່າງພຽງພໍ ຕາມລະບຽບກົດຫມາຍ.
     ອຳນາດການປົກຄອງ ມີຫນ້າທີ່ຊຸກຍູ້, ປຸກລະດົມການສ້າງຊົນລະປະທານ ດ້ວຍທຶນຂອງບຸກຄົນ, ລວມຫມູ່, ລັດຮ່ວມທຶນກັບປະຊາຊົນ ຫລືລັດເປັນຜູ້ລົງທຶນເອງ.

ມາດຕາ 56 . ວິຊາການ.
     ໃນການຜະລິດກະສິກຳຂອດວິຊາການ ແມ່ນມີລັກສະນະຕັດສິນ, ລັດມີຫນ້າທີ່ກໍ່ສ້າງນັກວິຊາການດ້ານກະສິກຳ ຫລາຍລະດັບ ເພື່ອຕອບສະຫນອງຄວາມຕ້ອງການທີ່ຈຳເປັນ ເພື່ອຊຸກຍູ້, ຊີ້ນຳ ຊາວກະສິກອນ ໂດຍເລີ່ມແຕ່ເວລາ ກະກຽມລົງມືທຳການຜະລິດ ຈົນຮອດເວລາເກັບກ່ຽວ, ຕະຫລອດຮອດການເກັບຮັກສາ, ການປຸງແຕ່ງເບື້ອງຕົ້ນ ແລະການຫຸ້ມຫໍ່, ຂົນສົ່ງໄປສູ່ຕະຫລາດ .
     ນອກຈາກນີ້ ລັດຍັງສົ່ງເສີມໃຫ້ພາກສ່ວນອື່ນ ກໍ່ສ້າງນັກວິຊາການດ້ານກະສິກຳອີກດ້ວຍ.

ມາດຕາ 57 . ຂໍ້ມູນຂ່າວສານ ທາງດ້ານກະສິກຳ.
     ລັດຕ້ອງຕອບສະຫນອງຂໍ້ມູນຂ່າວສານ, ສະຖິຕິ ກ່ຽວກັບການຜະລິດກະສິກຳ ເຊັ່ນ: ເຕັກນິກ ການປູກຝັງ, ລ້ຽງສັດ ແລະການປະມົງ, ແນວພັນພືດ ແລະແນວພັນສັດ, ຄຸນນະພາບ ແລະມາດຕະຖານສາກົນ, ການເຫນັງຕີງຂອງລາຄາ ໃນທ້ອງຕະຫລາດ, ຂໍ້ມູນກ່ຽວກັບອຸຕຸນິຍົມ, ອຸທົກກະສາດ ແລະອື່ນໆ, ສ້າງລະບົບເກັບກຳຂໍ້ມູນ, ຂ່າວສານ, ສະຖິຕິແຕ່ຂັ້ນບ້ານ, ຫົວຫນ່ວຍຮາກຖານຂຶ້ນມາ ເພື່ອໃຫ້ມີຂໍ້ມູນຕົວຈິງ. ພ້ອມກັນນັ້ນ ລັດກໍຊຸກຍູ້ໃຫ້ພາກສ່ວນອື່ນປະກອບສ່ວນໃນການສະຫນອງຂໍ້ມູນຂ່າວສານທາງດ້ານກະສິກຳ.

ມາດຕາ 58. ສູນຄົ້ນຄວ້າ ແລະສະຖານີທົດລອງ.
     ສູນຄົ້ນຄວ້າ ແລະສະຖານີທົດລອງ ມີບົດບາດໃນການຄົ້ນຄວ້າ, ນຳໃຊ້ບົດຮຽນທີ່ດີ ຢູ່ພາຍໃນປະເທດ ແລະນຳເອົາຜົນສຳເລັດຂອງສາກົນທາງດ້ານກະສິກຳເຂົ້າມານຳໃຊ້ ພາຍໃນປະເທດ ເພື່ອເພີ່ມທະວີປະສິດທິຜົນຂອງຜົນຜະລິດກະສິກຳ.
nbsp;    ສູນຄົ້ນຄວ້າ ແລະສະຖານີທົດລອງ ມີຫນ້າທີ່ໃນການຄົ້ນຄວ້າ ແລະທົດລອງແນວພັນພືດ ແລະແນວພັນສັດ, ຝຸ່ນ ແລະອາຫານສັດ, ຢາປາບສັດຕູພືດ ແລະຢາປົວສັດ, ເຕັກນິກການຜະລິດ ພາຫະນະກົນຈັກການກະເສດລວມທັງເຕັກນິກຂອງການປູກຝັງ ແລະລ້ຽງສັດ.
     ລັດສົ່ງເສີມການສ້າງ ແລະຂະຫຍາຍສູນຄົ້ນຄວ້າ ແລະສະຖານີທົດລອງ ໃນເຂດການຜະລິດຕ່າງໆ ທີ່ເຫັນວ່າເຫມາະສົມ.

ມາດຕາ 59. ການຝຶກອົບຮົມຊາວກະສິກອນ.
     ເພື່ອເຮັດໃຫ້ ການຜະລິດກະສິກຳ ມີປະສິດທິພາບ ແລະສາມາດເປັນສິນຄ້າໄດ້ ລັດເອົາໃຈໃສ່ ຝຶກອົບຮົມຊາວກະສິກອນ ກ່ຽວກັບການປູກຝັງ, ລ້ຽງສັດ ແລະການປະມົງ ໃຫ້ຮູ້ຈັກນຳໃຊ້ເຕັກນິກ ວິທະຍາສາດ ແລະເຕັກໂນໂລຊີ ໃຫມ່ຢ່າງກວ້າງຂວາງໃນການຜະລິດກະສິກຳ ດ້ວຍການຈັດການຝຶກອົບຮົມ, ທັດສະນະສຶກສາ ແລະສຳມະນາຢູ່ພາຍໃນ ແລະຕ່າງປະເທດ, ຮຽນຮູ້ມາດຕະຖານສາກົນ ກ່ຽວກັບຜະລິດຕະຜົນ ກະສິກຳ . ນອກຈາກນີ້ ກໍເອົາບົດຮຽນ ທີ່ດີຈາກຄອບຄົວຕົວແບບ ແລະຫົວຫນ່ວຍການຜະລິດກະສິກຳ ຢູ່ພາຍໃນ ມາເຜີຍແຜ່ຮ່ຳຮຽນ, ຜັນຂະຫຍາຍໃຫ້ກວ້າງຂວາງ ແລະທັນເວລາ .
     ລັດສົ່ງເສີມໃຫ້ພາກສ່ວນຕ່າງໆ ມີສ່ວນຮ່ວມ ໃນການຝືກອົບຮົມຊາວກະສິກອນ ກ່ຽວກັບການຜະລິດກະສິກຳ.
     ລັດຈະນຳເອົາວິຊາກະສິກຳພື້ນຖານເຂົ້າໃນຫລັກສູດການສຶກສາ.

ມາດຕາ 60 . ສາງ, ໂຮງອົບ, ຫ້ອງເຢັນ ແລະໂຮງງານປຸງແຕ່ງ.
     ເພື່ອຮັກສາຜະລິດຕະຜົນກະສິກຳໃຫ້ຢູ່ໃນສະພາບຄົງຕົວ ແລະເກັບຮັກສາໄວ້ໄດ້ຍາວນານ ລັດສົ່ງເສີມໃຫ້ປະຊາຊົນສ້າງສາງ, ໂຮງອົບ, ຫ້ອງເຢັນ ແລະໂຮງງານປຸງແຕ່ງ ຜົນຜະລິດກະສິກຳເບື້ອງຕົ້ນ ຢ່າງກ້ວາງຂວາງ ແລະຖືກຕ້ອງຕາມມາດຕະຖານເຕັກນິກ .
     ກະຊວງກະສິກຳ ແລະປ່າໄມ້ ມີຫນ້າທີ່ແນະນຳ, ຝຶກອົບຮົມ ທາງດ້ານວິຊາການ ກ່ຽວກັບລະບົບສາງ, ໂຮງອົບ, ຫ້ອງເຢັນ ແລະໂຮງງານປຸງແຕ່ງເບື້ອງຕົ້ນໃຫ້ປະຊາຊົນ .

ມາດຕາ 61 . ທະນາຄານເມັດພືດ ແລະທະນາຄານສັດ.
     ເພື່ອຮັບປະກັນໃຫ້ຊາວກະສິກອນມີທຶນຮອນທຳການຜະລິດ ແລະໃຊ້ຈ່າຍໃນຄອບຄົວ ລັດຊຸກຍູ້, ສົ່ງເສີມໃຫ້ມີການສ້າງຕັ້ງທະນາຄານເມັດພືດ ແລະທະນາຄານສັດ ເພື່ອຕອບສະຫນອງຄວມຕ້ອງການຂອງຊາວກະສິກອນ ໃນເວລາຈຳເປັນ ດ້ວຍການນຳເອົາຜົນຜະລິດຂອງຕົນ ໄປເປັນຫລັກຊັບຄ້ຳປະກັນ ເພື່ອກູ້ຢືມເງິນ ແລະຊາວກະສິກອນ ມີສິດນຳເອົາຜະລິດຕະຜົນ ທີ່ນຳໄປຄ້ຳປະກັນນັ້ນ ອອກຈຳຫນ່າຍໃນເວລາຜົນຜະລິດມີລາຄາສູງ .
     ນອກຈາກນີ້ ທະນາຄານເມັດພືດ ແລະທະນາຄານສັດ ຍັງມີຈຸດປະສົງໃຫ້ຊາວກະສິກອນສາມາດກູ້ຢືມເມັດພືດ ຫລືສັດໄປນຳໃຊ້ໃນເວລາທີ່ຈຳເປັນ.

ມາດຕາ 62 . ການຕະຫລາດ.
     ການຈໍລະຈອນແຈກຢາຍສິນຄ້າ ມີຄວາມສຳຄັນ ໃນການກະຕຸກຊຸກຍູ້ ການຜະລິດສິນຄ້າ ແລະການຜະລິດສຳເປີດກ້ວາງ ດັ່ງນັ້ນລັດຊຸກຍູ້ໃຫ້ພາກສ່ວນເສດຖະກິດຕ່າງໆ ຊອກຫາຕະຫລາດພາຍໃນ ແລະຕ່າງປະເທດ ດ້ວຍການໂຄສະນາສິນຄ້າ, ການເປີດການວາງສະແດງສິນຄ້າກະສິກຳ ແລະເປີດກ້ວາງ ການພົວພັນກັບສາກົນ ກ່ຽວກັບການຊື້-ຂາຍ, ແລກປ່ຽນສິນຄ້າກະສິກຳ. ນອກຈາກນີ້ ລັດຍັງຊຸກຍູ້ ການຜະລິດກະສິກຳ ຂອງປະຊາຊົນ ດ້ວຍການຜູກພັນສອງສົ້ນ ລວມທັງສົ່ງເສີມການສ້າງຕັ້ງສະຫະກອນ ແລະບໍລິສັດຂອງລັດ ເພື່ອຜູກພັນຊື້-ຂາຍຜົນຜະລິດກະສິກຳ .
     ການນຳຜົນຜະລິດກະສິກຳເຂົ້າມາໃນປະເທດ ຫລືສົ່ງອອກນອກປະເທດ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບ ກົດຫມາຍ.

ມາດຕາ 63 . ລາຄາ.
     ລັດຮັບປະກັນລາຄາຕ່ຳສຸດ ສຳລັບສິນຄ້າ ກະສິກຳບາງຊະນິດທີ່ຈຳເປັນ ແກ່ການດຳລົງຊີວິດຂອງປະຊາຊົນ .
     ໃນກໍລະນີທີ່ຈຳເປັນ ລັດຈະໄປເກັບຊື້ ຜະລິດຕະຜົນກະສິກຳດັ່ງກ່າວ ເພື່ອຮັກສາລາຄາໃຫ້ຫມັ້ນທ່ຽງເປັນຕົ້ນໃນລະດູການເກັບກ່ຽວ.ນອກຈາກນີ້ ລັດຕ້ອງຊອກທຸກວິທີທາງ ເພື່ອສະກັດກັ້ນການກົດຫນ່ວງ ລາຄາສິນຄ້າກະສິກຳ, ທັງຫມົດເຫລົ່ານີ້ ແນໃສ່ປົກປ້ອງຜົນປະໂຫຍດ ຂອງຜູ້ຜະລິດ ແລະຜູ້ບໍລິໂພກ .

ມາດຕາ 64 .ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ.
     ລັດເອົາໃຈໃສ່ ປົກປ້ອງຜົນປະໂຫຍດຂອງຊາວກະສິກອນ ດ້ວຍການຊຸກຍູ້ການຂະຫຍາຍ ການຜະລິດ ແລະການຊົມໃຊ້ຜະລິດຕະຜົນ ກະສິກຳພາຍໃນປະເທດ, ການຫຼຸດຜ່ອນ ແລະຈຳກັດ ການນຳເຂົ້າຜະລິດຕະຜົນກະສິກຳ ຈາກຕ່າງປະເທດທີ່ບໍ່ຈຳເປັນ ລວມທັງການນຳໃຊ້ມາດຕະການ ສົ່ງເສີມຕ່າງໆ ທີ່ໄດ້ກຳນົດໄວ້ໃນພາກທີ່ IV ຂອງກົດຫມາຍສະບັບນີ້ .

ພາກທີ V
ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 65.  ການປົກປັກຮັກສາສິ່ງແວດລ້ອມ.
     ບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການ ກະສິກຳປະເພດຕ່າງໆ ຈະຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ສິ່ງແວດລ້ອມສັງຄົມ ແລະສິ່ງແວດລ້ອມທຳມະຊາດເຊັ່ນ: ຄົນ, ສັດ, ດິນ, ນ້ຳ, ປ່າໄມ້, ອາກາດ.

ມາດຕາ 66. ການປົກປັກຮັກສາສິ່ງແວດລ້ອມໃນການປູກຝັງ.
     ການບຸກເບີກ, ກຽມ ແລະນຳໃຊ້ດິນ, ການກໍ່ສ້າງກິດຈະການຊົນລະປະທານ ແລະ ການນຳໃຊ້ນ້ຳ, ການນຳໃຊ້ຝຸ່ນ ແລະການເກັບຮັກສາຢາປາບສັດຕູພືດ ຕ້ອງຈຳກັດຜົນກະທົບອັນບໍ່ດີຕໍ່ຄົນ, ສັດ, ດິນ, ນ້ຳ, ປ່າໄມ້ ແລະອາກາດ.

ມາດຕາ 67. ການປົກປັກຮັກສາສິ່ງແວດລ້ອມໃນການລ້ຽງສັດ.
     ການລ້ຽງສັດຕ້ອງຈັດຢູ່ໃນສະຖານທີ່ ທີ່ເຫມາະສົມ, ບໍ່ຄວນເຮັດຄອກສັດ ໃສ່ກ້ອງຕະລ່າງເຮືອນ ຫລືເຮັດຄອກສັດໃກ້ນ້ຳສ້າງ ຫລືໃກ້ຫ້ວຍ, ຫນອງ, ຄອງ, ບຶງຂອງສາທາລະນະ. ການລ້ຽງສັດ ຕ້ອງເອົາໃຈໃສ່ອະນາໄມຄອກສັດຢ່າງເປັນປະຈຳ ເພື່ອຫລີກເວັ້ນຈາກມົນພາວະທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ ແລະສິ່ງແວດລ້ອມ. ບໍ່ໃຫ້ລ້ຽງສັດຕາມແຄມທາງຫລວງແຫ່ງຊາດ, ການລ້ຽງສັດຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຮັກສາ ເພື່ອບໍ່ໃຫ້ທຳລາຍຜົນລະປູກຂອງຜູ້ອື່ນ ຫລືບໍ່ໃຫ້ເກີດອຸປະຕິເຫດບົນທ້ອງຖະຫນົນ.

ມາດຕາ 68. ການປົກປັກຮັກສາສິ່ງແວດລ້ອມໃນການປະມົງ.
     ການປະມົງ ຕ້ອງຮັບປະກັນການປົກປັກຮັກສາ ແລະ ຂະຫຍາຍແນວພັນປາ ແລະ ສັດນ້ຳອື່ນໆ, ບໍ່ໃຫ້ນຳໃຊ້ອຸປະກອນ ຫຼືວິທີການທີ່ມີລັກສະນະທຳລາຍ, ດັບສູນພັນປາ ແລະສັດນ້ຳອື່ນໆ ເຊັ່ນ: ຢາເບື່ອ, ລະເບີດ, ໄຟຟ້າ, ແຫຖີ່, ມອງຖີ່, ໜ້າກາກ ລວມທັງການນຳໃຊ້ຕ້ອນ, ລີ່, ໂຕ່ງ, ຕາມຫ້ວຍຮ່ອງ ເພື່ອຮີບໂຮມເອົາປານ້ອຍ, ປາໃຫຍ່ ເປັນຕົ້ນແມ່ນໃນລະດູແຜ່ພັນ.
     ການລ້ຽງປາ ແລະສັດນ້ຳອື່ນໆ ຕ້ອງຮັກສາບໍ່ໃຫ້ນ້ຳເນົ່າເຫມັນ ຊຶ່ງຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

ພາກທີ VI
ການຄຸ້ມຄອງ ແລະກວດກາກິດຈະການກະສິກຳ

ຫມວດທີ 1
ການຄຸ້ມຄອງກິດຈະການກະສິກຳ

ມາດຕາ 69. ອົງການຄຸ້ມຄອງກິດຈະການກະສິກຳ.
     ອົງການຄຸ້ມຄອງ ກິດຈະການກະສິກຳ ປະກອບມີ :
       - ກະຊວງ ກະສິກຳ ແລະປ່າໄມ້;
       - ພະແນກ ກະສິກຳ ແລະປ່າໄມ້ແຂວງ, ກຳແພງນະຄອນ ແລະເຂດພິເສດ;
       - ຫ້ອງການ ກະສິກຳ ແລະປ່າໄມ້ເມືອງ;
       - ອຳນາດການປົກຄອງບ້ານ.
     ໃນກໍລະນີທີ່ຈຳເປັນກໍອາດຈະຈັດຕັ້ງ ຄະນະກຳມະການສະເພາະຂຶ້ນຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງກິດຈະການ ກະສິກຳ.

ມາດຕາ 70. ສິດ ແລະ ຫນ້າທີ່ຂອງ ກະຊວງກະສິກຳ ແລະປ່າໄມ້.
     ສິດ ແລະຫນ້າທີ່ ຂອງກະຊວງກະສິກຳ ແລະປ່າໄມ້ ກ່ຽວກັບການຄຸ້ມຄອງກິດຈະການກະສິກຳມີດັ່ງຕໍ່ໄປນີ້ : 
       - ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຜັນຂະຫຍາຍຍຸດທະສາດ ກ່ຽວກັບການຜະລິດກະສິກຳ ໃຫ້ກາຍເປັນແຜນການ, ໂຄງການລະອຽດ ແລະລະບຽບການ ເພື່ອຄຸ້ມຄອງ ແລະກວດກາກິດຈະການກະສິກຳ;
       - ສ້າງຮ່າງແຜນແມ່ບົດ, ແຜນໄລຍະຍາວ, ໄລຍະກາງ, ໄລຍະສັ້ນ ແລະບັນດາໂຄງການ ກ່ຽວກັບການພັດທະນາ ການຜະລິດກະສິກຳ;
       - ວາງຂໍ້ກຳນົດ, ກົດລະບຽບ ກ່ຽວກັບການຜະລິດ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາ ກິດຈະການ ກະສິກຳ ໃນຂອບເຂດທົ່ວປະເທດ;
       - ຄົ້ນຄວ້າ ແລະມີຄຳເຫັນ ກ່ຽວກັບຄຳຮ້ອງຂໍດຳເນີນທຸລະກິດ ກະສິກຳ ຂະຫນາດໃຫຍ່ ຫລືມີຄວາມສຳຄັນ;
       - ຄົ້ນຄວ້າວິທະຍາສາດ ເຕັກນິກດ້ານກະສິກຳ, ສ້າງຕາຫນ່າງສູນຄົ້ນຄວ້າ ແລະສະຖານີທົດລອງ ແລະຫນ່ວຍສົ່ງເສີມກະສິກຳໃນທົ່ວປະເທດ, ສະຫນອງຂໍ້ມູນຂ່າວສານ ສະຖິຕິທາງດ້ານກະສິກຳ, ອຸຕຸນິຍົມ ແລະ ອຸທົກກະສາດ;
       - ປະສານສົມທົບກັບ ອຳນາດການປົກຄອງທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳຫລວດທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະເຂດຈຸດສຸມກະສິກຳ;
       - ກວດກາກິດຈະການ ກະສິກຳໃນການປະຕິບັດ ລະບຽບ, ກົດຫມາຍ, ມາດຕະຖານເຕັກນິກຕ່າງໆ ເພື່ອໃຫ້ການຜະລິດມີປະສິດທິຜົນ;
       - ກໍ່ສ້າງ, ບຳລຸງ ແລະ ຍົກລະດັບນັກວິຊາການ ຊັ້ນກາງ ແລະຊັ້ນສູງ ໂດຍປະສານສົມທົບກັບມະຫາວິທະຍາໄລແຫ່ງຊາດ ລວມທັງຊີ້ນຳການກໍ່ສ້າງ ແລະຍົກລະດັບ ໃຫ້ນັກວິຊາການຊັ້ນຕົ້ນ ແລະຊາວກະສິກອນທົ່ວໄປ;
       - ຮ່ວມມືກັບຕ່າງປະເທດທາງດ້ານການພັດທະນາກະສິກຳ;
       - ປະຕິບັດສິດ ແລະຫນ້າທີ່ອື່ນໆ ກ່ຽວກັບການຄຸ້ມຄອງກິດຈະການກະສິກຳ ໃນຂອບເຂດທີ່ຕົນຮັບຜິດຊອບ.

ມາດຕາ 71. ສິດ ແລະຫນ້າທີ່ຂອງ ພະແນກກະສິກຳ ແລະປ່າໄມ້ ແຂວງ, ກຳແພງນະຄອນ ແລະ ເຂດພິເສດ.
     ສິດ ແລະຫນ້າທີ່ຂອງພະແນກກະສິກຳ ແລະປ່າໄມ້ແຂວງ, ກຳແພງນະຄອນ ແລະເຂດພິເສດ ກ່ຽວກັບການຄຸ້ມຄອງກິດຈະການກະສິກຳມີດັ່ງຕໍ່ໄປນີ້ :
       - ເປັນເສນາທິການໂດຍກົງ ໃຫ້ກະຊວງກະສິກຳ ແລະປ່າໄມ້ ແລະອຳນາດການປົກຄອງ ແຂວງ, ກຳແພງນະຄອນ ແລະເຂດພິເສດ ກ່ຽວກັບວຽກງານກະສິກຳ;
       - ຜັນຂະຫຍາຍແຜນແມ່ບົດ, ແຜນໄລຍະຍາວ, ໄລຍະກາງ ແລະ ໄລຍະສັ້ນ ໃຫ້ເປັນໂຄງການອັນລະອຽດ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ;
       - ກໍ່ສ້າງ, ບຳລຸງ ຍົກລະດັບ ນັກວິຊາການກະສິກຳຊັ້ນຕົ້ນໃຫ້ເມືອງ ແລະຊາວກະສິກອນພາຍໃນແຂວງ;
       - ຄົ້ນຄ້ວາ ແລະມີຄຳເຫັນ ກ່ຽວກັບຄຳຮ້ອງຂໍດຳເນີນທຸລະກິດ ກະສິກຳ ໃນຂອບເຂດທີ່ຕົນຮັບຜິດຊອບ;
       - ສຳຫລວດ ທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ຈຸດສຸມກະສິກຳ ລວມທັງການຈັດສັນທີ່ດິນ ກະສິກຳໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       - ປະຕິບັດສິດ ແລະຫນ້າທີ່ອື່ນໆ ກ່ຽວກັບການຄຸ້ມຄອງກິດຈະການກະສິກຳ ໃນຂອບເຂດທີ່ຕົນຮັບຜິດຊອບ.

ມາດຕາ 72. ສິດ ແລະຫນ້າທີ່ ຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງ.
     ສິດ ແລະຫນ້າທີ່ຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກະສິກຳ ມີດັ່ງຕໍ່ໄປນີ້ :
       - ເປັນເສນາທິການໂດຍກົງໃຫ້ພະແນກກະສິກຳແຂວງ, ກຳແພງນະຄອນ ແລະເຂດພິເສດ ແລະອຳນາດການປົກຄອງເມືອງ ໃນການຈັດຕັ້ງປະຕິບັດແຜນການ, ຂໍ້ກຳນົດ, ກົດລະບຽບ ແລະຄຳແນະນຳ ຂອງພະແນກກະສິກຳແຂວງ, ກຳແພງນະຄອນ ແລະເຂດພິເສດ ກ່ຽວກັບການຜະລິດກະສິກຳ;
       - ຈັດຕັ້ງ ປະຕິບັດຕົວຈິງ ແຜນການໄລຍະຍາວ, ໄລຍະກາງ, ໄລຍະສັ້ນ ແລະ ໂຄງການຕ່າງໆ ກ່ຽວກັບການພັດທະນາກະສິກຳ ຢູ່ໃນແຕ່ລະບ້ານ;
       - ສຳຫລວດທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະຈຸດສຸມກະສິກຳ ລວມທັງການຈັດສັນທີ່ດິນກະສິກຳ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       - ຝືກອົບຮົມ ແລະແນະນຳເຕັກນິກກະເສດ ສຸມໃນການປູກຝັງ, ການລ້ຽງສັດ ແລະການປະມົງໃຫ້ແກ່ປະຊາຊົນ;
       - ປະຕິບັດສິດ ແລະຫນ້າທີ່ອື່ນໆ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກະສິກຳ.

ມາດຕາ 73. ສິດ ແລະຫນ້າທີ່ຂອງອຳນາດການປົກຄອງບ້ານ
     ສິດ ແລະຫນ້າທີ່ ຂອງອຳນາດການປົກຄອງບ້ານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກະສິກຳ ມີດັ່ງຕໍ່ໄປນີ້ :
       - ຈັດຕັ້ງປະຕິບັດຕົວຈິງແຜນການ, ກິດຈະການ, ຂໍ້ກຳນົດ, ກົດລະບຽບ, ຄຳແນະນຳ ຂອງຫ້ອງການ ກະສິກຳ-ປ່າໄມ້ເມືອງ ແລະອຳນາດການປົກຄອງເມືອງ ກ່ຽວກັບການຜະລິດກະສິກຳ;
       - ປຸກລະດົມ, ຊຸກຍູ້ຄອບຄົວຊາວກະສິກອນ ໃຫ້ດຳເນີນການຜະລິດ ສະບຽງອາຫານ ໃຫ້ກຸ້ມກິນ, ມີ ສ່ວນແຮໄວ້ ແລະ ເປັນສິນຄ້າ ດ້ວຍວິທີການເຮັດກະເສດສຸມ, ເປັນຕົ້ນ ເຜີຍແຜ່ການນຳໃຊ້ເຕັກນິກ ການຜະລິດແບບໃຫມ່ ທີ່ທັນສະໄຫມ ແລະນຳພາປະຊາຊົນ ເຮັດຕົວຈິງ ໃຫ້ໄດ້ຮັບຫມາກຜົນດີ;
       - ຈັດສັນສະຖານທີ່ການປູກຝັງ ແລະລ້ຽງສັດ ຂອງແຕ່ລະຄອບຄົວພາຍໃນບ້ານ;
       - ປະຕິບັດສິດ ແລະຫນ້າທີ່ອື່ນໆ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານກະສິກຳ ທີ່ຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລະອຳນາດການປົກຄອງເມືອງ ມອບຫມາຍໃຫ້.

ຫມວດທີ 2
ການກວດກາກິດຈະການກະສິກຳ

ມາດຕາ 74. ການກວດກາກິດຈະການກະສິກຳ.
     ການກວດກາກິດຈະການກະສິກຳ ແມ່ນການກວດເບິ່ງ ການເຄື່ອນໄຫວການຜະລິດກະສິກຳ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງຕາມເປົ້າໝາຍ, ຕາມກົດໝາຍ ວ່າດ້ວຍກະສິກຳ, ລະບຽບ ແລະ ກົດຫມາຍອື່ນໆ ແນໃສ່ຮັບປະກັນ ໃຫ້ການຜະລິດກະສິກຳ ມີປະສິດທິຜົນ ທັງຮັບປະກັນຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄດ້ເປັນຢ່າງດີອີກດ້ວຍ.

ມາດຕາ 75.  ອົງການກວດກາກິດຈະການກະສິກຳ
     ໃນຂະແຫນງກະສິກຳ ແລະປ່າໄມ້ ຄຽງຄູ່ກັບອົງການຄຸ້ມຄອງ ກິດຈະການກະສິກຳນັ້ນ ຍັງມີອົງການກວດກາກິດຈະການກະສິກຳອີກດ້ວຍ.
     ໃນກໍລະນີທີ່ຈຳເປັນ ກໍອາດຈະຈັດຕັ້ງຄະນະກຳມະການສະເພາະຂຶ້ນ ຊຶ່ງປະກອບດ້ວຍຫຼາຍພາກສ່ວນ ເພື່ອກວດກາໂຄງການ ແລະກິດຈະການກະສິກຳໃນບາງບໍລິເວນ ທີ່ລະເມີດແນວທາງນະໂຍບາຍ ແລະລະບຽບກົດຫມາຍ.

ມາດຕາ 76. ເນື້ອໃນການກວດກາ
     ການກວດກາກິດຈະການ ກະສິກຳ ມີເນື້ອໃນຕົ້ນຕໍດັ່ງນີ້ :
       - ການປະຕິບັດຕາມແຜນການທີ່ວາງອອກ;
       - ການປະຕິບັດເປົ້າຫມາຍການຜະລິດ;
       - ປະສິດທິຜົນຂອງການຜະລິດ;
       - ການປະຕິບັດລະບຽບກົດຫມາຍ ກ່ຽວກັບການຜະລິດ;
       - ການປະຕິບັດພັນທະກ່ຽວກັບການຜະລິດ;
       - ການປະຕິບັດມາດຕະການຄວາມປອດໄພ ໃນການຜະລິດ;
       - ການປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 77. ວິທີການກວດກາ.
     ການກວດກາ ກິດຈະການ ກະສິກຳອາດຈະດຳເນີນດ້ວຍວິທີ ກວດກາຕາມລະບົບປົກກະຕິ, ກວດກາໂດຍແຈ້ງໃຫ້ຮູ້ລ່ວງຫນ້າ ຫລືກວດກາແບບກະທັນຫັນ ແລ້ວແຕ່ກໍລະນີ.
     ສຳລັບການກວດກາທາງດ້ານເຕັກນິກ ແລະວິຊາສະເພາະນັ້ນ ກະຊວງກະສິກຳ ແລະປ່າໄມ້ ອາດຈະຈັດຕັ້ງຄະນະກຳມະການກວດກາເຕັກນິກ ແລະວິຊາສະເພາະຂຶ້ນ ຊຶ່ງປະກອບດ້ວຍ ພະນັກງານວິຊາການດ້ານເຕັກນິກ ແລະວິຊາສະເພາະທີ່ກ່ຽວຂ້ອງ ຊຶ່ງລັດຖະມົນຕີວ່າການກະຊວງ ກະສິກຳ ແລະປ່າໄມ້ ເປັນຜູ້ແຕ່ງຕັ້ງ.
     ໃນການກວດກາກິດຈະການກະສິກຳ ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ຂະແຫນງອຸດສາຫະກຳ ແລະຫັດຖະກຳ, ອົງການວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະອຳນາດການປົກຄອງທ້ອງຖິ່ນ. 

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 78. ນະໂຍບາຍຕໍ່ຜູ້ມີຜົນງານ.
     ບຸກຄົນ ແລະການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການສຶກສາຄົ້ນຄວ້າ ວິທະຍາສາດເຕັກນິກ ເຂົ້າຮັບໃຊ້ການ ຜະລິດກະສິກຳ, ໃນການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ການຜະລິດກະສິກຳຢ່າງມີປະສິດທິຜົນ ທັງເປັນຕົວແບບໃຫ້ແກ່ບ້ານ, ເມືອງ, ແຂວງ ຫລືທົ່ວປະເທດ, ປົກປັກຮັກສາສິ່ງແວດລ້ອມ ແລະ ດຳເນີນກິດຈະການ ກະສິກຳ ຖືກຕ້ອງຕາມລະບຽບກົດຫມາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການຍ້ອງຍໍ ແລະນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍສິນເຊື່ອ, ຫລຸດຜ່ອນ ຫລືຍົກເວັ້ນພາສີ, ອາກອນ ແລະນະໂຍບາຍອື່ນໆ ຊຶ່ງລັດຖະບານເປັນຜູ້ກຳນົດລະອຽດ.

ມາດຕາ 79. ມາດຕະການ ຕໍ່ຜູ້ລະເມີດ
     ຜູ້ລະເມີດກົດຫມາຍ ສະບັບນີ້ ຈະຖືກປະຕິບັດມາດຕະການ ດ້ວຍການສຶກສາອົບຮົມ, ການປັບໃຫມ ຫລື ດ້ວຍການລົງໂທດຕາມກົດຫມາຍ.

ມາດຕາ 80. ມາດຕະການສຶກສາອົບຮົມ.
     ບຸກຄົນ ຫລືການຈັດຕັ້ງ ຫາກໄດ້ລະເມີດກົດຫມາຍ ສະບັບນີ້ ໃນສະຖານເບົາເຊັ່ນ: ບໍ່ລາຍງານຜົນການດຳເນີນກິດຈະການກະສິກຳ ຕາມສັນຍາ, ບໍ່ລາຍງານ ການແຜ່ລະບາດພະຍຸສັດ, ປະຕິບັດງານບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ການລະເມີດໃນສະຖານເບົາອື່ນໆ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ.

ມາດຕາ 81. ມາດຕະການປັບໃຫມ.
     ບຸກຄົນ ຫລືການຈັດຕັ້ງ ຫາກໄດ້ລະເມີດກົດຫມາຍ ສະບັບນີ້ ຈະຖືກປັບໃຫມທົບເທົ່າ ຕາມມູນຄ່າຂອງຄວາມເສັຽຫາຍຕົວຈິງ ດ້ວຍການກະທຳຜິດໃດຫນຶ່ງ ດັ່ງຕໍ່ໄປນີ້:
       - ດຳເນີນທຸລະກິດກະສິກຳ ໂດຍບໍ່ມີໃບອະນຸຍາດ ສຳລັບທຸລະກິດທີ່ຕ້ອງໄດ້ຂໍອະນຸຍາດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງກົດຫມາຍວ່າດ້ວຍທຸລະກິດ ຫລືບໍ່ຕໍ່ໃບອະນຸຍາດ ທີ່ຫມົດອາຍຸ;
       - ລາຍງານບໍ່ຖືກຕ້ອງຕາມຄວາມຈິງ;
       - ບໍ່ປະຕິບັດ ຕາມມາດຕະການຄວາມປອດໄພ ທາງດ້ານວິຊາການ ແລະກໍ່ຄວາມ ເສັຽຫາຍໃຫ້ຜູ້ອື່ນ; 
       - ບໍ່ນຳໃຊ້ມາດຕະການ ສະກັດກັ້ນຜົນກະທົບຕໍ່ສິ່ງແວດລ້ອມ;
       - ສ້າງຄວາມເສັຽຫາຍ ໃຫ້ແກ່ການຜະລິດ ທີ່ເກີດມາຈາກຄວາມຜິດພາດຂອງຕົນເຊັ່ນ: ເຮັດໃຫ້ດິນກະສິກຳເສື່ອມຄຸນນະພາບ, ບໍ່ສະກັດກັ້ນ ການແຜ່ຂະຫຍາຍ ພະຍາດພືດ ຫລືພະຍາດສັດ, ສ້າງຄວາມເສັຽຫາຍໃຫ້ແກ່ການຜະລິດຂອງຜູ້ອື່ນ, ລະບົບນ້ຳຊົນລະປະທານ, ຫ້ວຍ, ຮ່ອງ, ຄອງ, ບຶງ ແລະອື່ນໆ;
       - ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າຫນ້າທີ່ ຄຸ້ມຄອງ ແລະ ກວດກາ ກິດຈະການກະສິກຳ ຫລື ບໍ່ປະຕິບັດຕາມສັນຍາ ເຮັດການຜະລິດກະສິກຳ.

ມາດຕາ 82. ມາດຕະການ ທາງອາຍາ.
     ບຸກຄົນຜູ້ໃດຫາກໄດ້ລະເມີດກົດຫມາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ເຊັ່ນ: ການປອມແປງໃບອະນຸຍາດ ດຳເນີນກິດຈະການກະສິກຳ , ສວຍໃຊ້ຫນ້າທີ່ຕຳແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ບໍ່ປະຕິບັດຕາມມາດຕະການຄວາມປອດໄພ ຊຶ່ງພາໃຫ້ມີຄົນເສັຽຊີວິດ, ເສັຽສຸຂະພາບ ຫລື ພາໃຫ້ເກີດມີຄວາມເສັຽຫາຍ ຕໍ່ຊັບສິນຂອງລັດ, ຂອງລວມຫມູ່ ຫລືຂອງປະຊາຊົນ ກໍຈະຖືກລົງໂທດຕາມກົດຫມາຍອາຍາ.

ມາດຕາ 83. ມາດຕະການໂທດເພີ່ມ.
     ນອກຈາກໂທດທີ່ໄດ້ກຳນົດໄວ້ໃນມາດຕາ 81 ແລະ 82 ເທິງນີ້ ແລ້ວຜູ້ລະເມີດ ທີ່ໄດ້ກໍ່ຄວາມເສັຽຫາຍຢ່າງຮ້າຍແຮງ ຕໍ່ຊັບສິນຂອງລັດ, ສິ່ງແວດລ້ອມສັງຄົມ ຫລືທຳມະຊາດ ຈະຖືກປະຕິບັດມາດຕະການໂທດເພີ່ມອີກ ເຊັ່ນ: ໂຈະກິດຈະການກະສິກຳ, ຖອນໃບອະນຸຍາດ, ຮິບພາຫະນະ ທີ່ນຳໃຊ້ເຂົ້າໃນການກະທຳຜິດນັ້ນ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 84. ການຈັດຕັ້ງປະຕິບັດ.
     ມອບໃຫ້ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດຫມາຍສະບັບນີ້.

ມາດຕາ 85. ຜົນສັກສິດ.
     ກົດຫມາຍສະບັບນີ້ມີຜົນສັກສິດ ນັບແຕ່ມື້ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
     ບັນດາຂໍ້ກຳນົດ ແລະບົດບັນຍັດ ທີ່ຂັດກັບກົດຫມາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

        ວຽງຈັນ, ວັນທີ 10 ຕຸລາ 1998
           ປະທານສະພາແຫ່ງຊາດ

                 ສະຫມານ ວິຍະເກດ

 

ຜູ້ໃຫ້ການສະໜັບສະໜູນ