ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ 8 ແຂວງພາກເໜືອ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງເຊກອງ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ຄອບຄົວ ( ສະບັບປັບປຸງ )
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ວັນທີ່ ນິຕິກໍາ : 26-07-2008
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 03-02-2014

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 05/ສພຊ
  ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2008

ກົດໝາຍ
ວ່າດ້ວຍ ຄອບຄົວ ( ສະບັບປັບປຸງ )

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ປັບປຸງ). ຈຸດປະສົງ
     ກົດໝາຍ ວ່າດ້ວຍ ຄອບຄົວ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສູ່ຂໍ, ການແຕ່ງດອງ, ການຢ່າຮ້າງ, ການເອົາເດັກມາເປັນລູກລ້ຽງ, ສາຍພົວພັນຜົວເມັຍ, ຊັບສົມບັດຂອງຄູ່ຜົວເມັຍ, ສິດ ແລະ ພັນທະຂອງພໍ່ແມ່ ແລະ ລູກ ແນໃສ່ ຄຸ້ມຄອງ, ປົກປັກຮັກສາ, ສ້າງຄອບຄົວ ໃຫ້ມີຄວາມຜາສຸກ, ໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມລາວ, ເປັນຄອບຄົວວັດທະນະທຳ, ສ້າງສາຍພົວພັນ ຄອບຄົວດ້ວຍການແຕ່ງດອງ ບົນພື້ນຖານຄວາມສະໝັກໃຈ, ຄວາມສະເໝີ ພາບລະຫວ່າງຍິງຊາຍ, ເສີມຂະຫຍາຍມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງລາວ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນຫົວໜ່ວຍເສດຖະກິດ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ມາດຕາ 1/1(ໃໝ່).  ຄອບຄົວ
     ຄອບຄົວ ແມ່ນ ຈຸລັງໜຶ່ງຂອງສັງຄົມ ຊຶ່ງມີ ຜົວ, ເມັຍ, ລູກ ຫຼື ສະມາຊິກອື່ນໃນຄອບຄົວ ທີ່ມີສາຍພົວພັນ ຊຶ່ງກັນ ແລະກັນ ແລະ ດຳລົງຊີວິດຮ່ວມກັນ ໂດຍມີສຳມະໂນຄົວຢັ້ງຢືນ ຢ່າງຖືກຕ້ອງ.

ມາດຕາ 1/2(ໃໝ່).  ສາຍພົວພັນຄອບຄົວ
     ສາຍພົວພັນຄອບຄົວ ແມ່ນ ສາຍພົວພັນທີ່ເນື່ອງມາຈາກ ການຈົດທະບຽນແຕ່ງດອງ, ການມີ ລູກຮ່ວມກັນ ແລະ ການເອົາລູກຂອງບຸກຄົນອື່ນ ມາເປັນລູກລ້ຽງ ຊຶ່ງພາໃຫ້ເກີດມີສິດ ແລະ ພັນທະ ທາງຄອບຄົວຕໍ່ກັນ.

ມາດຕາ 1/3 ( ໃໝ່ ).  ການອະທິບາຍຄຳສັບ
     ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ສະມາຊິກອື່ນໃນຄອບຄົວ ໝາຍເຖິງ ພໍ່ເຖົ້າ ແມ່ເຖົ້າ, ປູ່ ຍ່າ, ລຸງ ປ້າ, ອາວ ອາ, ນ້າບ່າວ ນ້າສາວ, ຫຼານ ແລະ ຜູ້ອື່ນໆ;
       2. ການໝັ້ນໝາຍ ໝາຍເຖິງ ການຕົກລົງ ລະຫວ່າງພໍ່ແມ່, ເຖົ້າແກ່ຂອງຝ່າຍຍິງ ແລະຝ່າຍຊາຍ ໂດຍມີຈຸດປະສົງຜູກມັດໃຫ້ຄູ່ບ່າວສາວເອົາກັນ ເປັນຜົວເມັຍໃນອະນາຄົດ ດ້ວຍການເຮັດບົດບັນທຶກນຳກັນ ຫຼື ໂດຍຝ່າຍຊາຍໄດ້ເອົາວັດຖຸມີຄ່າ, ເງິນໄປວາງໄວ້້ນຳ ຝ່າຍຍິງ;
       3. ການສູ່ຂໍ ໝາຍເຖິງ ການຕົກລົງ ລະຫວ່າງ ຝ່າຍຊາຍກັບຝ່າຍຍິງ ເພື່ອໃຫ້ຄູ່ບ່າວສາວ ເອົາກັນເປັນຜົວເມັຍ;
       4. ຄ່າດອງຄ້າງ ໝາຍເຖິງ ຄ່າດອງທີ່ຍັງບໍ່ທັນໄດ້ຈ່າຍ ຄົບຖ້ວນ ຕາມທີ່ໄດ້ຕົົກລົງກັນ ໃນເວລາສູ່ຂໍ;
       5. ຈຸລັງ ໝາຍເຖິງ ຫົວໜ່ວຍການຈັດຕັ້ງ ຕ່ຳສຸດຂອງສັງຄົມ;
       6. ຄວາມສາມາດທາງດ້ານການປະພຶດ ໝາຍເຖິງ ຄວາມສາມາດຂອງບຸກຄົນໃດໜຶ່ງ ທີ່ຮອດກະສຽນອາຍຸ ສິບແປດປີ ແລະ ບໍ່ເປັນບ້າເສັຍຈິດ ໃນການນຳໃຊ້ສິດ ແລະ ປະຕິບັດພັນທະຂອງຕົນດ້ວຍຕົນເອງ.

ມາດຕາ 2.  ຄວາມສະເໜີພາບ ລະຫວ່າງ ຍິງ ຊາຍ ໃນສາຍພົວພັນຄອບຄົວ
     ຍິງ ຊາຍ ມີສິດເທົ່າທຽມກັນໃນທຸກດ້ານ ກ່ຽວກັບສາຍພົວພັນຄອບຄົວ.
     ສາຍພົວພັນຄອບຄົວ ເກີດຂຶ້ນ ໂດຍບໍ່ຂຶ້ນກັບຕົ້ນກຳເນີດ, ຖານະ ທາງດ້ານເສດຖະກິດ ແລະ ສັງຄົມ, ເຊື້ອຊາດ, ເຜົ່າຊົນ, ລະດັບວັດທະນະທຳ, ອາຊີບ, ສາດສະໜາ, ພູມລຳເນົາ ແລະ ອື່ນໆ.

ມາດຕາ 3.  ສິດເສລີພາບໃນການແຕ່ງດອງ
     ລັດ ປົກປ້ອງສິດເສລີພາບຂອງຍິງ ຊາຍ ໃນການແຕ່ງດອງ.
     ຍິງ ຊາຍ ທີ່ຮອດກະສຽນອາຍຸ ສິບແປດປີ ມີສິດເສລີພາບ ໃນການເລືອກເອົາຄູ່ຮັກຕາມ ຄວາມສະໝັກໃຈ ແລະ ຄວາມຮັກມັກ ຂອງທັງສອງຝ່າຍ ເພື່ອເອົາກັນເປັນຜົວເມັຍ ຕາມຮີດຄອງ ປະເພນີອັນດີງາມຂອງຊາດລາວ.
     ລັດ ບໍ່ອະນຸຍາດ ໃຫ້ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງໃດໜຶ່ງ ບັງຄັບ ຫຼື ຂັດຂວາງການ ແຕ່ງດອງຂອງລູກຫຼານ, ສະມາຊິກອື່ນໃນຄອບຄົວ, ພະນັກງານ ແລະ ລັດຖະກອນ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງຕົນ.

ມາດຕາ 4. ການເປັນຜົວໜຶ່ງເມັຍດຽວ
     ຍິງ ແລະ ຊາຍ ທີ່ຮອດກະສຽນອາຍຸເອົາກັນເປັນຜົວເມັຍ ຕ້ອງປະຕິບັດຫຼັກການຜົວໜຶ່ງເມັຍ ດຽວເທົ່ານັ້ນ.
     ລັດ ບໍ່ອະນຸຍາດໃຫ້ຍິງ ແລະ ຊາຍ ມີຫຼາຍຜົວ ຫຼາຍເມັຍ.

ມາດຕາ 5. ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ
     ລັດ ແລະ ສັງຄົມ ຖືເອົາການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຜູ້ເປັນແມ່ ແລະ ເດັກ ເປັນບູລິມະສິດ ໃນເວລາຜົວເມັຍຢູ່ຮ່ວມກັນ, ແຍກກັນຢູ່ ຫຼື ຢ່າຮ້າງກັນ.

ມາດຕາ 5 /1 ( ໃໝ່ ). ການພັດທະນາຄອບຄົວ
     ລັດ ມີນະໂຍບາຍສົ່ງເສີມ ໃຫ້ທຸກອົງການຈັດຕັ້ງຂອງລັດ, ສັງຄົມ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງທຸກຄົນ ພັດທະນາຄອບຄົວ ໃຫ້ມີຄວາມຜາສຸກ, ເປັນຄອບຄົວຕົວແບບ, ຄອບຄົວວັດທະນະທຳ, ມີຄວາມກ້າວໜ້າ, ສາມັກຄີປອງດອງ, ອົບອຸ່ນ, ຍຸຕິທຳ ແລະ ສີວິໄລ.

ພາກທີ II
ການໝັ້ນໝາຍ, ການສູ່ຂໍ ແລະ ການແຕ່ງດອງ

ໝວດທີ 1
ການໝັ້ນໝາຍ ແລະ ການສູ່ຂໍ

ມາດຕາ 6 (ໃໝ່).  ການໝັ້ນໝາຍ
     ເມື່ອຄູ່ບ່າວສາວ ຫາກມັກຮັກກັນ ແຕ່ຍັງບໍ່ທັນມີເງື່ອນໄຂແຕ່ງດອງກັນ ເວລານັ້ນ ທັງສອງຝ່າຍ ກໍຈະເຮັດບົດບັນທຶກຕົກລົງ ກ່ຽວກັບການໝັ້ນໝາຍ ຕາມຮີດຄອງປະເພນີ ໂດຍຝ່າຍຊາຍຈະນຳເອົາຊັບສິນ, ວັດຖຸມີຄ່າ ໄປໄວ້ນຳ ຫຼື ບໍ່ໄວ້ນຳ ຝ່າຍຍິງ ກໍໄດ້.

ມາດຕາ 6/1. ການສູ່ຂໍ
     ເມື່ອຄູ່ບ່າວສາວ ຫາກມັກຮັກ ແລະ ຕົກລົງຈະເອົາກັນເປັນຜົວເມັຍແລ້ວ ຝ່າຍຊາຍກໍເອົາພໍ່ແມ່, ເຖົ້າແກ່ ຫຼື ການຈັດຕັ້ງ ຂອງຕົນໄປສູ່ຂໍນຳພໍ່ແມ່, ເຖົ້າແກ່ຂອງຝ່າຍຍິງ ຕາມຮີດຄອງປະເພນີ ເພື່ອຕົກລົງກ່ຽວກັບຄ່າດອງ ແລະ ພິທີແຕ່ງດອງ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງຝ່າຍຍິງ ແລະ ຝ່າຍຊາຍ ໂດຍໃຫ້ເຮັດບົດບັນທຶກໄວ້ຢ່າງຖືກຕ້ອງ.

ມາດຕາ 7( ປັບປຸງ ). ການທົດແທນຄວາມເສັຍຫາຍ ເນື່ອງມາຈາກ ການບໍ່ປະຕິບັດຕາມການໝັ້ນໝາຍ ແລະ ການສູ່ຂໍ
     ໃນກໍລະນີທີ່ມີການໝັ້ນໝາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງກົດໝາຍສະບັບນີ້ ຖ້າຫາກຝ່າຍຊາຍ ລະເມີດການໝັ້ນໝາຍ ໂດຍບໍ່ມີເຫດຜົນພຽງພໍແລ້ວ ຊັບສິນ, ວັດຖຸມີຄ່າທີ່ບໍ່ທັນໄດ້ມອບຕາມບົົດບັນທຶກນັ້ນ ຕ້ອງນຳມາມອບໃຫ້ຝ່າຍຍິງ ຫຼື ຊັບສິນ, ວັດຖຸມີຄ່າ ທີ່ໄດ້ມອບໃຫ້ແລ້ວນັ້ນ ກໍໃຫ້ຕົກເປັນຂອງຝ່າຍຍິງ.
     ໃນກໍລະນີທີ່ຝ່າຍຍິງ ຫາກເປັນຜູ້ລະເມີດການໝັ້ນໝາຍ ໂດຍບໍ່ມີເຫດຜົນພຽງພໍແລ້ວ ຊັບສິນ, ວັດຖຸມີຄ່າທີ່ບໍ່ທັນໄດ້ມອບ ຕາມບົດບັນທຶກນັ້ນ ກໍຈະຕົກໄປ, ສຳລັບຊັບສິນ, ວັດຖຸມີຄ່າທີ່ໄດ້ຮັບຈາກຝ່າຍຊາຍແລ້ວນັ້ນ ຝ່າຍຍິງກໍຕ້ອງສົ່ງຄືນໃຫ້ແກ່ຝ່າຍຊາຍ.
     ໃນກໍລະນີທີ່ມີຄວາມເສັຍຫາຍ ຕໍ່ກຽດສັກສີຂອງຝ່າຍຍິງ ຫລື ຝ່າຍຊາຍ ຫລື ມີການໃຊ້ຈ່າຍເຂົ້າໃນການກະກຽມແຕ່ງດອງແລ້ວ ຝ່າຍທີ່ບໍ່ປະຕິບັດຕາມການສູ່ຂໍ ໂດຍບໍ່ມີເຫດຜົນພຽງພໍນັ້ນ ກໍຈະໄດ້ຮັບຜິດຊອບໃຊ້ແທນຄ່າເສັຍຫາຍນັ້ນ.

ມາດຕາ 7/1 ( ໃໝ່ ).  ຄ່າດອງຄ້າງ
     ໃນກໍລະນີທີ່ມີການຢ່າຮ້າງກັນ ຄ່າດອງທີ່ຝ່າຍຊາຍຍັງບໍ່ທັນມອບໃຫ້ຝ່າຍຍິງ ຄົບຖ້ວນ ໃນເວລາແຕ່ງດອງເອົາກັນເປັນຜົວເມັຍນັ້ນ ຕ້ອງນຳມາປະຕິບັດ ຖ້າຫາກຝ່າຍຊາຍເປັນຜູ້ມີຄວາມຜິດ.
     ໃນກໍລະນີທີ່ ຝ່າຍຍິງຫາກເປັນຜູ້ມີຄວາມຜິດ ຄ່າດອງຄ້າງນັ້ນ ກໍຈະຕົກໄປ.

ມາດຕາ 8 ( ປັບປຸງ ). ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ
     ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫລື ຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍຊູ້ເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ.
     ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສັຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຈະຕ້ອງເສັຍຄ່າ ອອກລູກ, ຄ່າຢູ່ກຳ ແລະ ຄ່າໃຊ້ຈ່າຍອື່ນຕື່ມອີກ.
     ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກ ທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ.

ໝວດທີ 2
ການແຕ່ງດອງ

ມາດຕາ 9 ( ປັບປຸງ ).  ເງື່ອນໄຂການເອົາກັນເປັນຜົວເມັຍ
     ຍິງ ແລະ ຊາຍ ທີ່ຈະເອົາກັນເປັນຜົວເມັຍ ຕ້ອງມີເງື່ອນໄຂດັ່ງນີ້:
        1. ມີອາຍຸ ແຕ່ສິບແປດປີຂຶ້ນໄປ;
        2. ມີຄວາມມັກຮັກ, ການຕົກລົງ ແລະ ຄວາມສະໝັກໃຈ ຂອງຄູ່ບ່າວສາວ;
        3. ເປັນໂສດ, ເປັນຮ້າງ ຫຼື ເປັນໝ້າຍ ໂດຍມີເອກະສານຢັ້ງຢືນຢ່າງຖືກຕ້ອງ;
        4. ບໍ່ເປັນບ້າເສຍຈິດ ຫຼື ບໍ່ເປັນພະຍາດຮ້າຍແຮງ ຫລື ຕິດແປດ.

ມາດຕາ 10 ( ປັບປຸງ ).  ການບໍ່ອະນຸຍາດໃຫ້ແຕ່ງດອງ
     ການແຕ່ງດອງ ຈະບໍ່ອະນຸຍາດໄດ້ ໃນກໍລະນີ ດັ່ງນີ້:
       1. ບຸກຄົນທີ່ເປັນເພດດຽວກັນ, ເປັນບ້າເສັຍຈິດ ຫລື ເປັນພະຍາດຮ້າຍແຮງ ຫຼື ຕິດແປດ ທີ່ຈະເປັນອັນຕະລາຍຕໍ່ຊີວິດ ຫລື ສຸກຂະພາບຂອງຜົວ ຫລື ເມັຍ ຫລື ລູກ;
       2. ບຸກຄົນທີ່ຢູ່ໃນຕະກຸນ ຊິງຊາວດຽວກັນຂອງບາງຊົນເຜົ່າ ຫຼື ເປັນຍາດໃກ້ຊິດກັນ ຄື ພໍ່ແມ່, ປູ່ຍ່າ, ພໍ່ເຖົ້ົ້າ ແມ່ເຖົ້ົ້າ ຂຶ້ນໄປ ກັບລູກ, ຫລານ, ເຫລນຕໍ່ໆລົງມາ, ລະຫວ່າງ ພໍ່ລ້ຽງ, ແມ່ລ້ຽງ ກັບ ລູກລ້ຽງ, ລະຫວ່າງພໍ່ນ້າ, ແມ່ນ້າ ກັບ ລູກນ້າ, ລະຫວ່າງ ລູກຄີງ ກັບ ລູກຄີງ, ກັບ ລູກລ້ຽງ,ກັບ ລູກນ້າ, ລະຫວ່າງລູກລ້ຽງ ກັບລູກລ້ຽງ, ກັບລູກນ້າ, ລະຫວ່າງລູກນ້າ ກັບລູກນ້າ, ລະຫວ່າງ ລຸງ ປ້າ, ອາວ ອາ, ນ້າ ບ່າວ, ນ້າສາວ ກັບ ຫລານ.
     ສຳລັບ ລູກນ້າກັບລູກນ້ານັ້ນ ສາມາດເອົາກັນເປັນຜົວເມັຍໄດ້ ໃນກໍລະນີທ່ີພໍ່ແມ່ໄດ້ຢ່າ ຮ້າງກັນແລ້ວ.

ໝວດທີ 3
ວິທີການແຕ່ງດອງ

ມາດຕາ 11.  ການພິຈາລະນາ ແລະ ການຈົດທະບຽນການແຕ່ງດອງ
     ຄູ່ບ່າວສາວ ທີ່ມີຈຸດປະສົງຢາກແຕ່ງດອງນຳກັນ ຕ້ອງເຮັດຄຳຮ້ອງ ເປັນລາຍລັກອັກສອນ ແລ້ວຍື່ນຕໍ່ເຈົ້າໜ້າທີ່ທະບຽນຄອບຄົວ ເມືອງ, ເທດສະບານ ໂດຍຜ່ານອົງການປົກຄອງບ້ານ ບ່ອນຍິງ ຫຼື ຊາຍອາໄສຢູ່.
     ເຈົ້າໜ້າທີ່ທະບຽນຄອບຄົວດັ່ງກ່າວ ຕ້ອງພິຈາລະນາຄຳຮ້ອງຂໍແຕ່ງດອງ ພາຍໃນກຳນົດບໍ່ໃຫ້ເກີນຫນຶ່ງເດືອນ ນັບແຕ່ວັນໄດ້ຮັບຄຳຮ້ອງຂໍນັ້ນເປັນຕົ້ນໄປ.
     ຖ້າຫາກເຫັນວ່າ ຄູ່ບ່າວສາວນັ້ນ ມີເງື່ອນໄຂຄົບຖ້ວນ ເຈົ້າຫນ້າທີ່ທະບຽນຄອບຄົວນັ້ນ ກໍຈະຮຽກພວກກ່ຽວເຂົ້າມາທຳການຈົດທະບຽນການແຕ່ງດອງ ໂດຍຊ້ອງຫນ້າພະຍານ ສາມຄົນ.

ມາດຕາ 12 ( ປັບປຸງ ).  ພິທີແຕ່ງດອງ
     ພິທີແຕ່ງດອງຕາມຮີດຄອງປະເພນີ ຈະເຮັດ ຫລື ບໍ່ເຮັດກໍໄດ້, ຈະເຮັດພ້ອມ ຫລື ລຸນຫລັງ ການຈົດທະບຽນການແຕ່ງດອງນັ້ນກໍໄດ້ ແຕ່ບໍ່ໃຫ້ມີຜົນສະທ້ອນທາງດ້ານກົດຫມາຍ.
     ໃນກໍລະນີທີ່ມີການຈັດງານແຕ່ງດອງນັ້ນ ກໍໃຫ້ມີລັກສະນະ ກະທັດຮັດ ເບົາບາງ, ເໝາະສົມ ແລະ ປະຢັດ ມັດທະຍັດ.
     ຄູ່ບ່າວສາວ ຈະມີຖານະເປັນຜົວເມັຍກັນ ນັບແຕ່ວັນຈົດທະບຽນ ການແຕ່ງດອງເປັນຕົ້ນໄປ.

ໝວດທີ 4
ສາຍພົວພັນລະຫວ່າງຜົວເມັຍ

ມາດຕາ 13.  ສິດ ແລະ ພັນທະຂອງຜົວເມັຍ
     ຢູ່ໃນຄອບຄົວ ຜົວ ແລະ ເມັຍ ມີສິດສະເຫມີພາບກັນໃນທຸກດ້ານ. ຜົວເມັຍ ພ້ອມກັນຕົກລົງບັນຫາພາຍໃນຄອບຄົວຢ່າງເປັນເອກະພາບ. ຜົວເມັຍ ມີພັນທະຮັກແພງ, ເຄົາລົບນັບຖື, ເບິ່ງແຍງ, ໃຫ້ກຽດ, ຮູ້ຈັກໃຫ້ອະໄພ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະກັນ ພ້ອມກັນລ້ຽງດູລູກ, ສຶກສາອົບຮົມລູກ ແລະ ກໍ່ສ້າງກັນໃຫ້ກາຍເປັນຄອບຄົວທີ່ມີຄວາມສາມັກຄີ, ມີຄວາມສຸກ ແລະ ກ້າວຫນ້າ.

ມາດຕາ 14. ສິດໃນການເຄື່ອນໄຫວຂອງຜົວເມັຍ
     ຜົວ ເມັຍ ມີສິດເຄື່ອນໄຫວທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ.
     ການເລືອກບ່ອນຢູ່ຂອງຄອບຄົວ ຕ້ອງມີການຕົກລົງ ເປັນເອກະພາບ ຂອງຄູ່ຜົວເມັຍ.

ມາດຕາ 15. ສິດໃນການເລືອກນາມສະກຸນ
     ຜົວ ເມັຍ ມີສິດເລືອກເອົານາມສະກຸນ ຂອງຜົວ ຫລື ເມັຍ ເພື່ອເປັນນາມສະກຸນຂອງຄອບຄົວ ຫລື ຜົວ ເມັຍ ຈະຮັກສານາມສະກຸນເດີມຂອງໃຜລາວໄວ້ກໍໄດ້.

ພາກທີ III
ການສິ້ນສຸດການເປັນຜົວເມັຍກັນ

ມາດຕາ 16 ( ປັບປຸງ ).  ສາເຫດຂອງການສິ້ນສຸດການເປັນຜົວເມັຍກັນ
     ການເປັນຜົວເມັຍກັນ ຈະສິ້ນສຸດລົງໃນກໍລະນີ ດັ່ງນີ້:
        1. ຄຳຕັດສິນຂອງສານທີ່ຮັບຮູ້ການແຕ່ງດອງເປັນໂມຄະ;
        2. ການຢ່າຮ້າງ;
        3. ຄຳຕັດສີນຂອງສານຂັ້ນຕົ້ນ ຫຼື ຄຳພິພາກສາຂອງສານຂັ້ນອຸທອນ ໃຫ້ຜົວເມັຍຢ່າ ຮ້າງກັນ ໂດຍບໍ່ມີການຂໍອຸທອນ ຫຼື ການຂໍລົບລ້າງ ກ່ຽວກັບການຢ່າຮ້າງ;
ຈະຖືວ່າ ມີການຢ່າຮ້າງໄດ້ ກໍຕໍ່ເມື່ອມີການຈົດທະບຽນການຢ່າຮ້າງ ຢູ່ຫ້ອງການທະບຽນຄອບຄົວເມືອງ, ເທດສະບານ ເທົ່ານັ້ນ;
        4. ການເສັຍຊີວິດຂອງຜົວ ຫລື ເມັຍ;
        5.  ຄຳຕັດສິນຂອງສານວ່າ ຜົວ ຫລື ເມັຍ ເປັນຜູ້ເສັຍຊີວິດ ໃນກໍລະນີທີ່ຜົວ ຫລື ເມັຍ ນັ້ນ ຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄ່າວເປັນເວລາ ສາມປີ.

ມາດຕາ 17 ( ປັບປຸງ ).  ການແຕ່ງດອງເປັນໂມຄະ
     ການແຕ່ງດອງເປັນໂມຄະ ແມ່ນ ການແຕ່ງດອງທີ່ລະເມີດ:
       1. ການເປັນຜົວໜຶ່ງເມັຍດຽວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 4 ຂອງກົດໝາຍສະ ບັບນີ້;
       2. ເງື່ອນໄຂການເອົາກັນເປັນຜົວເມັຍ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 9 ຂອງກົດໝາຍສະບັບນີ້;
       3. ການບໍ່ອະນຸຍາດໃຫ້ແຕ່ງດອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງກົດໝາຍ ສະບັບນີ້.

ມາດຕາ 18.  ການລົບລ້າງການແຕ່ງດອງທີ່ເປັນໂມຄະ
     ການລົບລ້າງການແຕ່ງດອງທີ່ເປັນໂມຄະ ແມ່ນ ສິດອຳນາດຂອງສານປະຊາຊົນ.
     ໄອຍະການປະຊາຊົນ, ເຈົ້າຫນ້າທີ່ທະບຽນຄອບຄົວ, ພໍ່ແມ່ຂອງຜົວ ຫລື ເມັຍ, ຜົວ ຫລື ເມັຍເອງ ມີສິດຮ້ອງຂໍໃຫ້ລົບລ້າງການແຕ່ງດອງທີ່ເປັນໂມຄະ.

ມາດຕາ 19.  ຜົນສະທ້ອນຂອງການແຕ່ງດອງທີ່ເປັນໂມຄະ
     ເມື່ອການແຕ່ງດອງທີ່ເປັນໂມຄະ ຫາກຖືກລົບລ້າງແລ້ວ ສາຍຜົວເມັຍ ກໍຈະຂາດຈາກກັນ ແຕ່ລູກທີ່ມີຢູ່ໃນທ້ອງ ຫລື ເກີດໃນເວລາເປັນຜົວເມັຍກັນນັ້ນ ກໍໃຫ້ຖືວ່າເປັນລູກທີ່ຖືກຕ້ອງຕາມກົດໝາຍ.
     ຊັບສົມບັດທີ່ໄດ້ມາໃນເວລາຜົວເມັຍຢູ່ຮ່ວມກັນ ກ່ອນການລົບລ້າງການແຕ່ງດອງທີ່ເປັນໂມຄະນັ້ນ ກໍໃຫ້ແບ່ງປັນຕາມລະບຽບການທີ່ໄດ້ກຳນົດໄວ້ໃນ ກົດໝາຍສະບັບນີ້ ແລະ ກົດໝາຍ ວ່າດ້ວຍກຳມະສິດ.

ມາດຕາ 20 ( ປັບປຸງ ).  ສາເຫດຂອງການຂໍຢ່າຮ້າງ
     ຜົວ ຫລື ເມັຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດຫນຶ່ງ ດັ່ງນີ້ :
        1. ທຳມິດສະຈານ;
        2. ໃຊ້ຄວາມຮຸນແຮງ ຫລື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫລື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫລື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງເຊັ່ນ: ຕິດເຫລົ້ົ້າ, ຕິດຢາເສບ ຕິດ ຢ່າງໜັກໜ່ວງ ຫລື ຫລິ້ນການພະນັນເປັນອາຈິນ, ຫລິ້ນກິນ ຟຸມເຟືອຍ;
        3. ໜີໄປໂດຍບໍ່ຄອບກັນ ແລະ ບໍ່ໄດ້ສົ່ງຂ່າວຄາວ ຫລື ສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ;
        4. ຜົວໄປບວດເປັນພິກຂຸ, ສາມະເນນ ຫລື ພໍ່ຂາວ ຫລື ເມັຍໄປບວດເປັນ ແມ່ຂາວ ເກີນກວ່າ ສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ;
        5. ເປັນຜູ້ຫາຍສາບສູນ ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫລື ເມັຍນັ້ນ ຫາກ ໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວເປັນເວລາສອງປີ ຫລື ໃນກໍ ລະນີທີ່ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄ່າວເປັນເວລາ ຫົກເດືອນ;
        6. ຖືກສານຕັດສິນລົງໂທດ ຕັດອິດສະລະພາບ ແຕ່ ຫ້າປີຂຶ້ນໄປ;
        7. ເປັນພະຍາດ ຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຈະຢູ່ນຳກັນໄດ້;
        8. ເປັນຄົນບ້າເສັຍຈິດ ຈົນບໍ່ສາມາດຈະຢູ່ນຳກັນໄດ້;
        9. ບໍ່ສາມາດຮ່ວມປະເວນີທາງເພດ;
        10. ບໍ່ສາມາດດຳລົງຊີວິດເປັນຜົວເມັຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ ກັນ, ທໍລະມານຈິດໃຈກັນ.

ມາດຕາ 21 ( ໃໝ່ ).  ປະເພດການຢ່າຮ້າງ
     ການຢ່າຮ້າງ ມີສອງປະເພດ ດັ່ງນີ້:
        1. ການຢ່າຮ້າງດ້ວຍຄວາມສະໝັກໃຈ;
        2. ການຢ່າຮ້າງດ້ວຍການຕັດສິນຂອງສານ.
     ບໍ່ວ່າໃນກໍລະນີໃດ ບໍ່ອະນຸຍາດໃຫ້ມີການຊື້ຮ້າງ.

ມາດຕາ 21/1 ( ໃໝ່ ).  ການຢ່າຮ້າງດ້ວຍຄວາມສະໝັກໃຈ
     ການຢ່າຮ້າງດ້ວຍຄວາມສະໝັກໃຈ ຕ້ອງມີເງື່ອນໄຂ ດັ່ງນີ້:
        1. ຄູ່ຜົວເມັຍ ມີຄວາມເຫັນດີເຫັນພ້ອມຢ່າຮ້າງກັນ;
        2. ຄູ່ຜົວເມັຍ ບໍ່ມີຂໍ້ຂັດແຍ່ງກ່ຽວກັບບັນຫາລູກ ເປັນຕົ້ນ ການລ້ຽງດູລູກ;
        3. ຄູ່ຜົວເມັຍ ບໍ່ມີຂໍ້ຂັດແຍ່ງກ່ຽວກັບສິນສົມສ້າງ;
        4. ຄູ່ຜົວເມັຍ ບໍ່ມີຂໍ້ຂັດແຍ່ງກ່ຽວກັບໜີ້ສິນ.

ມາດຕາ 21/2( ໃໝ່ ).  ອົງການພິຈາລະນາການຢ່າຮ້າງດ້ວຍຄວາມສະໝັກໃຈ
     ຄູ່ຜົວເມັຍທີ່ມີຈຸດປະສົງຢ່າຮ້າງກັນດ້ວຍຄວາມສະໝັກໃຈ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 21/1 ເທິງນີ້ ຕ້ອງເຮັດຄຳຮ້ອງຂໍຢ່າຮ້າງ ໂດຍຊ້ອງໜ້າ ພໍ່ແມ່, ເຖົ້າແກ່ທັງສອງຝ່າຍ ພ້ອມດ້ວຍພະຍານຢ່າງໜ້ອຍສາມຄົນ ແລ້ວຍື່ນຕໍ່ນາຍບ້ານບ່ອນພວກຕົນອາໄສຢູ່. ເມື່ອໄດ້ຮັບຄຳຮ້ອງຂໍຢ່າງຮ້າງນັ້ນ ແລ້ວນາຍບ້ານຕ້ອງສຶກສາອົບຮົມໃຫ້ຜົວເມັຍຄືນດີກັນ, ຖ້າວ່າພວກກ່ຽວຫາກບໍ່ສົມຍອມຄືນດີ ກັນໃນທັນໃດ ກໍຕ້ອງໃຫ້ເວລາໄປຄົ້ນຄິດໃນກຳນົດ ສາມເດືອນ.
     ພາຍຫຼັງທີ່ຜົວເມັຍໄດ້ຄົ້ນຄິດ ແລະ ບໍ່ຕົກລົງຄືນດີກັນແລ້ວ ນາຍບ້ານ ຕ້ອງເຮັດບົດບັນທຶກ ການຢ່າຮ້າງ ແລ້ວສົ່ງໃຫ້ເຈົ້າໜ້າທີ່ທະບຽນຄອບຄົວເມືອງ, ເທດສະບານ ເພື່ອຈົດທະບຽນການຢ່າຮ້າງ ແລ້ວອອກໃບຢ່າຮ້າງໃຫ້ຄູ່ຜົວເມັຍ ຜູ້ລະສະບັບ ເພື່ອເປັນຫລັກຖານ.

ມາດຕາ 21/3( ປັບປຸງ).  ການພິຈາລະນາຄະດີຢ່າຮ້າງ
     ການຢ່າຮ້າງທີ່ຈະຖືກພິຈາລະນາຢູ່ສານ ມີດັ່ງນີ້:
        1. ມີການຮ້ອງຂໍຢ່າຮ້າງຂອງຜົວ ຫລື ເມັຍ ແຕ່ອີກຝ່າຍໜຶ່ງບໍ່ເຫັນດີຢ່າຮ້າງ;
        2. ມີຂໍ້ຂັດແຍ່ງ ກ່ຽວກັບບາງບັນຫາ ເປັນຕົ້ນ ການລ້ຽງດູລູກ, ສິນສົມສ້າງ ຫຼື ໜີ້ສິນ ຂອງຄູ່ຜົວເມັຍ;
        3. ມີສາເຫດຂອງການຢ່າຮ້າງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 20 ຂອງກົດໝາຍ ວ່າດ້ວຍຄອບຄົວສະບັບນີ້.
     ເມື່ອໄດ້ຮັບຄຳຮ້ອງຂໍຢ່າຮ້າງແລ້ວ ສານປະຊາຊົນ ຕ້ອງສຶກສາອົບຮົມໃຫ້ ຜົວເມັຍຄືນດີກັນ. ຖ້າວ່າພວກກ່ຽວຫາກບໍ່ສົມຍອມຄືນດີກັນໃນທັນໃດ ກໍຕ້ອງໃຫ້ເວລາໄປຄົ້ົ້ນຄິດ ໃນກຳນົດສາມເດືອນ.
     ພາຍຫລັງທີ່ຜົວເມັຍ ຫາກໄດ້ຄົ້ນຄິດ ແລະ ບໍ່ຕົກລົງຄືນດີກັນແລ້ວ ສານກໍຈະຕັດສິນໃຫ້ຜົວເມັຍຢ່າຮ້າງກັນ. ໃນການຕັດສິນກ່ຽວກັບການຢ່າຮ້າງ ສານຕ້ອງວາງມາດຕະການ ປົກປັກຮັກສາ ຜົນປະໂຫຍດຂອງເດັກທີ່ຍັງບໍ່ທັນຮອດກະສຽນອາຍຸ ແລະ ຂອງຜົວ ຫລື ເມັຍທີ່ບໍ່ສາມາດອອກແຮງງານ ເພື່ອດຳລົງຊີວິດໄດ້.
     ພາຍຫລັງທີ່ສານໄດ້ຕັດສິນຢ່າຮ້າງແລ້ວ ຕ້ອງສຳເນົາຄຳຕັດສິນ ທີ່ໃຊ້ໄດ້ຢ່າງເດັດຂາດນັ້ນເປັນສອງສະບັບ ແລ້ວສົ່ງໃຫ້ເຈົ້າຫນ້າທີ່ທະບຽນຄອບຄົວ ເພື່ອຈົດທະບຽນການຢ່າຮ້າງແລ້ວ ມອບໃຫ້ຄູ່ຜົວເມັຍ ຜູ້ລະສະບັບ.

ມາດຕາ 22( ປັບປຸງ ).  ການບໍ່ອະນຸຍາດໃຫ້ຂໍຢ່າຮ້າງ
     ຜົວ ບໍ່ມີສິດຈະຂໍຢ່າຮ້າງໄດ້ ໃນເວລາທີ່ເມັຍພວມຖືພາ ຫລື ຫລັງຈາກທີ່ລູກນັ້ນ ເກີດມາບໍ່ທັນຮອດໜຶ່ງປີ ເວັ້ນເສຍແຕ່ ຜູ້ເປັນເມັຍ ຫາກເປັນຜູ້ຂໍຢ່າຮ້າງ.

ມາດຕາ 23.  ການຮັກສາ ແລະ ລ້ຽງດູລູກ
     ຖ້າວ່າຜົວເມັຍ ຫາກບໍ່ເຫັນດີນຳກັນ ກ່ຽວກັບການຮັກສາ ແລະ ລ້ຽງດູລູກ ພາຍຫລັງການຢ່າຮ້າງແລ້ວ ສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫລື ນຳແມ່ ໂດຍຖືເອົາຕາມຜົນປະໂຫຍດຂອງເດັກ ແລະ ຕາມລະບຽບກົດໝາຍ.
     ຜົວເມັຍທີ່ໄດ້ຢ່າຮ້າງກັນແລ້ວ ຕ້ອງໄດ້ເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົມລູກ. ສານກຳນົດການໃຊ້ຈ່າຍ ໃນການລ້ຽງດູລູກຈົນຮອດກະສຽນອາຍຸ ສິບແປດປີ ຕາມການຕົກລົງ ຂອງຜົວເມັຍ ຫລື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມັຍ ຫາກຕົກລົງກັນບໍ່ໄດ້.

ມາດຕາ 24.  ການຮ້ອງຂໍຄ່າລ້ຽງດູ
     ພາຍຫລັງການຢ່າຮ້າງກັນແລ້ວ ເມັຍ ຫລື ຜົວ ທີ່ເຈັບເປັນ ເນື່ອງຈາກສາຍພົວພັນຜົວເມັຍ ໃນເມື່ອກ່ອນ ແລະ ຂາດເຂີນ ຊຶ່ງບໍ່ສາມາດຈະລ້ຽງຕົນເອງໄດ້ ກໍມີສິດຮ້ອງຂໍ ໃຫ້ສານພິຈາລະນາຕັດສິນໃຫ້ຜົວ ຫລື ເມັຍ ຈ່າຍຄ່າລ້ຽງດູໄດ້ ໃນກໍລະນີທີ່ຝ່າຍທີ່ຖືກຮ້ອງຂໍ ຫາກມີຄວາມສາມາດ ທາງດ້ານເສດຖະກິດ ແຕ່ການຈ່າຍຄ່າລ້ຽງດູນັ້ນ ບໍ່ໃຫ້ເກີນສອງປີ.

ມາດຕາ 25. ການເອົາກັນຄືນເປັນຜົວເມັຍ
     ຜົວເມັຍທີ່ໄດ້ຢ່າຮ້າງກັນແລ້ວ ຈະເອົາກັນຄືນອີກ ກໍຕ້ອງຈົດທະບຽນການແຕ່ງດອງຄືນໃຫມ່.

ພາກທີ IV
ຊັບສົມບັດຂອງຄູ່ຜົວເມັຍ

ມາດຕາ 26 ( ປັບປຸງ ).  ຊັບເດີມ ແລະ ສິນສົມສ້າງ
     ຊັບເດີມ ແມ່ນ ຊັບສົມບັດ ທີ່ຜົວ ຫລື ເມັຍ ໄດ້ມາກ່ອນການແຕ່ງດອງ ຫລື ແມ່ນ ຊັບສົມບັດທີ່ໄດ້ມາຈາກການສືບທອດມູນມໍຣະດົກ ຫລື ຈາກການມອບ ຫລື ການຍົກຊັບໃຫ້ຜົວ ຫລື ເມັຍສະເພາະພາຍຫລັງການແຕ່ງດອງ ແລະ ແມ່ນ ຊັບສົມບັດຂອງຜົວ ຫລື ເມັຍທີ່ຍັງຄົງຢູ່ ຫລື ປ່ຽນສະພາບ ໄປເປັນຊັບສິ່ງຂອງໃຫມ່ແລ້ວ.
     ນອກຈາກນີ້ ດອກເບ້ຍ, ລາຍໄດ້ ແລະ ໝາກຜົນ ທີ່ເກີດຈາກ ຊັບເດີມຂອງຜົວ ຫລື ເມັຍ ໃຫ້ຖືເປັນຊັບເດີມຂອງຜູ້ນັ້ນ ເວັ້ນເສັຍແຕ່ ຜົວ ຫລື ເມັຍ ຫາກໄດ້ປະກອບສ່ວນ ເຂົ້າໃນການຜະລິດ ຫລື ການສ້າງສາຮ່ວມກັນນັ້ນ ລາຍໄດ້ ແລະ ໝາກຜົນ ໃຫ້ຖືເປັນສິນສົມສ້າງ.
     ສິນສົມສ້າງ ແມ່ນ ຊັບສົມບັດທີ່ຄູ່ຜົວເມັຍນັ້ນ ສ້າງສາ ແລະ ຫາມາໄດ້ໃນເວລາເປັນຜົວເມັຍນຳກັນ ເວັ້ນເສັຍແຕ່ ຊັບສິ່ງຂອງທີ່ເປັນເຄື່ອງໃຊ້ສ່ວນຕົວ ຊຶ່ງບໍ່ມີມູນຄ່າສູງ.
     ລາຍໄດ້ທັງໝົດທີ່ຜົວ ຫລື ເມັຍໄດ້ຮັບໃນເວລາຢູ່ຮ່ວມກັນ ຫລື ແຍກກັນຢູ່ນັ້ນ ໃຫ້ຖື່ເປັນສິນສົມສ້າງ. ສຳລັບໜີ້ສິນທີ່ກູ້ຢຶມມາພາຍຫລັງທີ່ໄດ້ແຍກກັນຢູ່ ເພື່ອຜົນປະໂຫຍດຂອງ ຄອບຄົວ ຫລື ໂດຍມີການຕົກລົງເຫັນດີນຳກັນນັ້ນ ຜົວເມັຍຕ້ອງຮັບຜິດຊອບຮ່ວມກັນ, ຖ້າຫາກກູ້ຢຶມ ມາເພື່ອຜົນປະໂຫຍດ ສ່ວນຕົວ ຫລື ໂດຍບໍ່ມີການຕົກລົງເຫັນດີນຳກັນ ໃຫ້ແຕ່ລະຄົນຮັບຜິດຊອບຕໍ່ ໜີ້ສິນນັ້ນເອົາເອງ.
    ນອກຈາກນີ້ ການນຳເອົາສິນສົມສ້າງ ຫລື ຊັບເດີມ ຂອງຝ່າຍໃດຝ່າຍໜຶ່ງ ທີ່ມີມູນຄ່າເກີນກວ່າ ສອງສ່ວນສາມຂອງມູນຄ່າຊັບເດີມນັ້ນ ໃຊ້ຈ່າຍເຂົ້າໃນການສ້ອມແປງຊັບເດີມຂອງອີກຝ່າຍໜຶ່ງ ກໍ ໃຫ້ຖືເປັນສິນສົມສ້າງ.

ມາດຕາ 26/1( ໃໝ່ ).  ຄ່າປົວແປງຈິດໃຈ
     ຄ່າປົວແປງຈິດໃຈ ແມ່ນ ຈຳນວນເງິນທີ່ຄອບຄົວຂອງຜູ້ຖືກເສັຍຫາຍໄດ້ຮັບ ເພື່ອເປັນການທົດແທນຄ່າເສັຍຫາຍທີ່ເນື່ອງຈາກການເສັຍຊີວິດຂອງຜູ້ກ່ຽວ.
     ຄ່າປົວແປງຈິດໃຈ ແລະ ເງິນອຸດໜູນການເສັຍຊີວິດ ໃຫ້ນຳມາແບ່ງເປັນສາມພູດ ສະເໝີກັນ ແລ້ວມອບໃຫ້ຜູ້ເປັນ ພໍ່ແມ່, ຜົວ ຫລື ເມັຍ ແລະ ລູກ ຂອງຜູ້ເສັຍຊີວິດຜູ້ລະພູດ. ໃນກໍລະນີທີ່ຜູ້ເສັຍ ຊີວິດຫາກບໍ່ມີລູກ ໃຫ້ແບ່ງເປັນສອງພູດສະເໝີກັນ ແລ້ວມອບໃຫ້ຜູ້ເປັນພໍ່ແມ່ ແລະ ຜົວ ຫລື ເມັຍຂອງ ຜູ້ເສັຍຊີວິດ ຜູ້ລະພູດ. ໃນກໍລະນີທີ່ຜູ້ເສັຍຊີວິດ ຫາກບໍ່ມີພໍ່ແມ່ ກໍໃຫ້ແບ່ງ ເປັນສອງພູດສະເໜີກັນ ແລ້ວມອບໃຫ້ຜົວ ຫລື ເມັຍ ແລະ ລູກຂອງຜູ້ເສັຍຊີວິດ ຜູ້ລະພູດ. ໃນກໍລະນີທີ່ຜູ້ເສັຍຊີວິດ ຫາກບໍ່ມີພໍ່ແມ່ ແລະ ລູກ ກໍໃຫ້ມອບແກ່ຜູ້ເປັນຜົວ ຫລື ເມັຍ ທີ່ຍັງມີຊີວິດ ຢູ່ພຽງຜູ້ດຽວ. ໃນກໍລະນີອື່ນ ການແບ່ງປັນຄ່າ ປົວແປງຈິດໃຈ ແລະ ເງິນອຸດໜູນການເສັຍຊີວິດ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການສືບທອດມູນມໍຣະດົກ. ກ່ອນຈະນຳເອົາຄ່າປົວແປງຈິດໃຈ ແລະ ເງິນອຸດໜູນການເສັຍຊີວິດ ມາແບ່ງປັນໃຫ້ກັນ ນັ້ນ ຕ້ອງຫັກຄ່າມ້ຽນຄາບສົ່ງສະການ, ເຮັດບຸນກິນທານ, ໃຊ້ແທນໜີ້ສິນ ແລະ ພັນທະອື່ນ ຂອງຜູ້ເສັຍຊີວິດ ເສັຍກ່ອນ.

ມາດຕາ 27( ປັບປຸງ ).  ການນຳໃຊ້ສິນສົມສ້າງ
     ຜົວເມັຍ ມີສິດເທົ່າທຽມກັນ ກ່ຽວກັບສິນສົມສ້າງ ໂດຍບໍ່ຂຶ້ນກັບ ວ່າຈະແມ່ນຜົວ ຫລື ເມັຍ ເປັນຜູ້ຫາຊັບສິ່ງຂອງນັ້ນມາໄດ້. ຜົວເມັຍ ມີສິດນຳໃຊັສິນສົມສ້າງ ຢ່າງສົມເຫດສົມຜົນ ຕາມຄວາມ ຮຽກຮ້ອງຕ້ອງການຂອງຄອບຄົວ. ສຳລັບ ສິດໄດ້ຮັບໝາກຜົນ ແລະ ຊີ້ຂາດກ່ຽວກັບສິນສົມສ້າງ ຊຶ່ງມີມູນຄ່າສູງນັ້ນ ຕ້ອງມີຄວາມເປັນເອກະພາບນຳກັນເສັຍກ່ອນ ເຊັ່ນ: ການຊື້ຂາຍສິດນຳໃຊ້ທີ່ດິນ ຫຼື ເຮືອນ, ການນຳເອົາສິນສົມສ້າງໄປຄ້ຳປະກັນ.

ມາດຕາ 28 ( ປັບປຸງ ). ການແບ່ງປັນຊັບສົມບັດຂອງຄູ່ຜົວເມັຍ
     ການແບ່ງປັນຊັບສົມບັດຂອງຄູ່ຜົວເມັຍ ໃຫ້ປະຕິບັດ ດັ່ງນີ້:
       1. ຊັບເດີມຂອງຝ່າຍໃດ ກໍໃຫ້ເປັນກຳມະສິດຂອງຝ່າຍນັ້ນ;
       2. ສິນສົມສ້າງຂອງຄູ່ຜົວເມັຍ ໃຫ້ແບ່ງປັນກັນຄົນລະເຄິ່ງ ເວັ້ນເສັຍແຕ່ ຜົວ ຫລື ເມັຍ ຫາກເປັນຜູ້ກະທຳຜິດໃນສະຖານທຳມິດສະຈານ, ສໍ້ໂກງ ຫລື ຍັກຍອກສິນສົມສ້າງ ໂດຍມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ, ຝ່າຍທີ່ຜິດນັ້ນ ກໍຈະໄດ້ຮັບພຽງແຕ່ໜຶ່ງສ່ວນສາມ ຂອງສິນສົມສ້າງເທົ່ານັ້ນ.
     ໃນກໍລະນີ ທີ່ລູກຍັງບໍ່ທັນຮອດກະສຽນອາຍຸ ຫາກໄດ້ຢູ່ນຳຜູ້ໃດ ຜູ້ນັ້ນ ກໍຈະໄດ້ຮັບສ່ວນ ແບ່ງໜຶ່ງສ່ວນສາມ ຂອງສິນສົມສ້າງນັ້ນ ເພື່ອເປັນການລ້ຽງດູລູກ, ສ່ວນທີ່ເຫລືອນັ້ນ ໃຫ້ຜົວເມັຍ ແບ່ງປັນກັນຄົນລະເຄິ່ງ.
     ໃນກໍລະນີທີ່ສິນສົມສ້າງ ຫາກບໍ່ພຽງພໍກັບການລ້ຽງດູລູກ ກໍໃຫ້ສືບຕໍ່ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 35 ຂອງກົດໝາຍສະບັບນີ້ ຈົນກວ່າເດັກຈະຮອດກະສຽນອາຍຸ ສິບແປດປີ.
     ສິນສົມສ້າງ ຈະໄດ້ແບ່ງປັນກັນພາຍຫລັງທີ່ຜົວເມັຍນັ້ນໄດ້ຢ່າຮ້າງກັນ. ໃນກໍລະນີທີ່ຜົວ ເມັຍ ຫາກໄດ້ແຍກກັນຢູ່ ຫລື ຜົວ ເມັຍ ຫາກໄດ້ລັກເອົາສິນສົມສ້າງ ໄປນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ຫລື ບໍ່ມີຄວາມບໍລິສຸດໃຈ ຕໍ່ສິນສົມສ້າງນັ້ນ ສິນສົມສ້າງ ອາດຈະຖືກແບ່ງປັນ ຕາມການສະເໜີຂອງ ຝ່າຍໃດຝ່າຍໜຶ່ງ ກໍໄດ້.

ພາກທີ V
ສິດ ແລະ ພັນທະ ຂອງພໍ່ແມ່ ແລະ ລູກ

ໝວດທີ 1
ການຮັບຮູ້ເດັກເປັນລູກ

ມາດຕາ 29.  ການໄດ້ສິດ ແລະ ພັນທະຂອງພໍ່ ແມ່ ແລະ ລູກ
     ສິດ ແລະ ພັນທະຂອງພໍ່ແມ່ ແລະ ລູກ ເກີດຂຶ້ນ ບົນພື້ນຖານການກຳເນີດຂອງເດັກ ທີ່ກົດໝາຍໄດ້ກຳນົດໄວ້.
     ເດັກ ອາດຈະເກີດມາຈາກ ພໍ່ແມ່ ທີ່ແຕ່ງດອງນຳກັນຢ່າງຖືກຕ້ອງ ຫລື ເກີດຈາກ ພໍ່ແມ່ ທີ່ບໍ່ໄດ້ແຕ່ງດອງນຳກັນ ແຕ່ຜູ້ເປັນພໍ່ ໄດ້ສະໝັກໃຈຮັບຮູ້ດ້ວຍຕົນເອງວ່າ ເປັນພໍ່ຂອງເດັກນັ້ນແທ້ ຫລື ຜູ້ເປັນພໍ່ໄດ້ຖືກຮັບຮູ້ ຕາມຄຳຕັດສິນຂອງສານ.

ມາດຕາ 30. ການຮັບຮູ້ການເປັນພໍ່
     ການຮັບຮູ້ການເປັນພໍ່ ຈະເຮັດຂຶ້ນໄດ້ໃນກໍລະນີ ທີ່ລູກຫາກເກີດຈາກພໍ່ ແມ່ ທີ່ບໍ່ໄດ້ແຕ່ງດອງນຳກັນ.
     ການຮັບຮູ້ການເປັນພໍ່ ດ້ວຍຄວາມສະໝັກໃຈ ຕ້ອງໃຫ້ພໍ່ແມ່ຂອງເດັກ ຍື່ນຄຳຮ້ອງຮ່ວມກັນ ຊຶ່ງໃນຄຳຮ້ອງນັ້ນ ພໍ່ຂອງເດັກໄດ້ຮັບຮູ້ວ່າຕົນເປັນພໍ່ແທ້ ແລະ ແມ່ ກໍເຫັນດີນຳຄຳຮ້ອງນັ້ນ. ຖ້າວ່າແມ່ຫາກເສັຍຊີວິດແລ້ວ ການຮັບຮູ້ການເປັນພໍ່ນັ້ນ ຈະເຮັດຄຳຮ້ອງແຕ່ຝ່າຍດຽວ ກໍໄດ້.
     ໃນກໍລະນີ ທີ່ເດັກຫາກຮອດກະສຽນອາຍຸແລ້ວ ການຮັບຮູ້ການເປັນພໍ່ ຈະເຮັດຂຶ້ນໄດ້ ກໍຕໍ່ເມື່ອຫາກມີຄວາມເຫັນດີຂອງເດັກເທົ່ານັ້ນ. ການທີ່ພໍ່ຂອງເດັກ ໄດ້ແຕ່ງດອງກັບຜູ້ຍິງອື່ນແລ້ວນັ້ນ ກໍບໍ່ໃຫ້ເປັນອຸບປະສັກຕໍ່ການຮັບຮູ້ການເປັນພໍ່ ແຕ່ຢ່າງໃດ.
     ເມື່ອຜູ້ເປັນພໍ່ຫາກປະຕິເສດວ່າ ຕົນບໍ່ໄດ້ເປັນພໍ່ຂອງເດັກແລ້ວ ຜູ້ເປັນແມ່, ຜູ້ຮັບຜິດຊອບ ຫລື ຜູ້ປົກຄອງເດັກ ກໍມີສິດເຮັດຄຳຮ້ອງເຊັ່ນດຽວກັນ ເພື່ອໃຫ້ສານພິຈາລະນາຕັດສິນໃຫ້ຮັບຮູ້ການເປັນພໍ່.
     ສານ ຈະຕັດສິນໃຫ້ມີການຮັບຮູ້ການເປັນພໍ່ໄດ້ ກໍຕໍ່ເມື່ອຫາກມີກໍລະນີ ດັ່ງນີ້:
     ການຢູ່ຮ່ວມກັນ ແລະ ການສ້າງເສດຖະກິດລວມ ລະຫວ່າງ ແມ່ຂອງເດັກ ກັບຜູ້ຈະຮັບຮູ້ການເປັນພໍ່ ກ່ອນເດັກເກີດ;
     ການເອົາໃຈໃສ່ເບິ່ງແຍງລ້ຽງດູລູກ ຫລື ການສຶກສາອົບຮົມລູກຮ່ວມກັນ;
     ການມີຫລັກຖານຢັ້ງຢືນວ່າ ຜູ້ກ່ຽວເປັນພໍ່ ເຊັ່ນ: ຫລັກຖານ ທາງດ້ານວິທະຍາສາດ ການແພດ.

ມາດຕາ 31( ປັບປຸງ ).  ຊື່, ນາມສະກຸນ ແລະ ສັນຊາດຂອງເດັກ
     ພໍ່ແມ່ ເປັນຜູ້ມີສິດເລືອກຊື່ຂອງເດັກໃຫ້ຕາມໃຈມັກ ແລະ ຕາມການເຫັນດີນຳກັນ. ຜູ້ເປັນລູກມີສິດປ່ຽນຊື່ຂອງຕົນ ຕາມລະບຽບການທີ່ໄດ້ກຳນົດໄວ້ ຖ້າວ່າຕົນຫາກຮອດອາຍຸ ສິບແປດປີແລ້ວ.
     ນາມສະກຸນຂອງເດັກ ໃຫ້ໃສ່ຕາມນາມສະກຸນຂອງພໍ່ແມ່ ຖ້າວ່າ ພໍ່ແມ່ ຫາກຖືນາມສະກຸນດຽວກັນ.
     ຖ້າວ່າ ພໍ່ແມ່ຫາກຖືນາມສະກຸນຕ່າງກັນ ເດັກອາດໃສ່ນາມສະກຸນຂອງພໍ່ ຫລື ຂອງແມ່ ກໍໄດ້ ຕາມການເຫັນດີຂອງພໍ່ແມ່, ຖ້າຫາກຕົກລົງກັນບໍ່ໄດ້ແລ້ວ ເດັກຈະໃສ່ນາມສະກຸນ ຕາມຄຳຕັດສິນຂອງສານ.
     ເມື່ອມີການຢ່າຮ້າງ ຫລື ຮັບຮູ້ວ່າການແຕ່ງດອງເປັນໂມຄະແລ້ວ ນາມສະກຸນຂອງລູກ ຈະບໍ່ມີການປ່ຽນແປງ. ຖ້າວ່າພໍ່ ຫລື ແມ່ ທີ່ລູກຢູ່ນຳ ຫາກຕ້ອງການໃຫ້ລູກໃສ່ນາມສະກຸນຂອງຕົນ ພາຍຫລັງການຢ່າຮ້າງ ຫລື ການຮັບຮູ້ການແຕ່ງດອງເປັນໂມຄະແລ້ວ ກໍມີສິດໃຫ້ລູກທີ່ຍັງບໍ່ທັນຮອດກະສຽນອາຍຸນັ້ນ ປ່ຽນນາມສະກຸນນຳຕົນໄດ້.
     ສັນຊາດຂອງເດັກ ໃຫ້ກຳນົດຕາມສັນຊາດຂອງພໍ່ແມ່ ຖ້າວ່າ ພໍ່ແມ່ ຫາກມີສັນຊາດດຽວກັນ.
     ເມື່ອພໍ່ແມ່ຫາກມີສັນຊາດຕ່າງກັນ ເດັກອາດຈະເອົາສັນຊາດຂອງພໍ່ ຫລື ແມ່ ກໍໄດ້ ໂດຍປະຕິບັດຕາມກົດຫມາຍວ່າດ້ວຍ ສັນຊາດລາວ.
     ໃນກໍລະນີທີ່ຕ້ອງການປ່ຽນຊື່ ຫລື ນາມສະກຸນນັ້ນ ໃຫ້ໄປສະເໜີປ່ຽນ ຢູ່ຫ້ອງການ ທະບຽນຄອບຄົວເມືອງ, ເທດສະບານ ບ່ອນຕົນອາໄສຢູ່.

ມາດຕາ 32 ( ປັບປຸງ ). ພັນທະຂອງພໍ່ແມ່ ໃນການສຶກສາອົບຮົມລູກ
     ພໍ່ແມ່ ຕ້ອງສຶກສາອົບຮົມລູກຂອງຕົນ ໃຫ້ມີແນວຄິດຮັກຊາດ, ຮັກຄວາມກ້າວຫນ້າ, ເປັນຄົນດີ, ມີຄວາມກະຕັນຍູ, ມີແບບແຜນການດຳລົງຊີວິດທີ່ຜ່ອງໄສ ແລະ ສ້າງເງື່ອນໄຂໃຫ້ລູກໄດ້ຮັບການສຶກສາຮ່ຳຮຽນ ແລະ ເຄື່ອນໄຫວວຽກງານທີ່ເປັນປະໂຫຍດແກ່ສັງຄົມ.
     ຖ້າວ່າ ພໍ່ແມ່ຫາກບໍ່ປະຕິບັດພັນທະຂອງຕົນ ໃນການສຶກສາອົບຮົມລູກ, ໃຊ້ສິດໃນການເປັນພໍ່ແມ່ເກີນຂອບເຂດ, ໃຊ້ການກະທຳຕໍ່ລູກຢ່າງໂຫດຮ້າຍ, ເຮັດສິ່ງຫຍາບຊ້າ ແລະ ບໍ່ຈົບງາມຕໍ່ລູກ ຫລື ລູກ ຫາກໄດ້ເນລະຄຸນເຊັ່ນ: ທຳຮ້າຍຮ່າງກາຍ, ບັງຄັບນາບຂູ່ ພໍ່, ແມ່ແລ້ວ ຜູ້ກ່ຽວ ກໍຈະຖືກສານປົດສິດ ໃນການເປັນພໍ່ແມ່ ຫລື ການເປັນລູກ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 59 ຂອງກົດໝາຍ ວ່າດ້ວຍ ການດຳເນີນຄະດີແພ່ງ.
     ສຳລັບ ການປົດສິດໃນການເປັນພໍ່ແມ່ນັ້ນ ພໍ່ແມ່ຍັງຕ້ອງສືບຕໍ່ ປະຕິບັດພັນທະ ໃນການເບິ່ງແຍງລ້ຽງດູລູກຢູ່.
     ໃນກໍລະນີ ທີ່ພໍ່ແມ່ ຫລື ລູກ ຊຶ່ງໄດ້ຖືກປົດສິດແລ້ວນັ້ນ ຫາກໄດ້ສ້າງຕົນດີຂຶ້ນ ສານກໍອາດຈະຄືນສິດໃນການເປັນພໍ່ແມ່ ຫລື ລູກ ຕາມການຮ້ອງຂໍຂອງຜູ້ກ່ຽວ.

ມາດຕາ 33 ( ປັບປຸງ ). ສິດ ແລະ ພັນທະຂອງພໍ່ແມ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ
     ພໍ່ແມ່ ມີສິດ ແລະ ພັນທະເທົ່າທຽມກັນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ, ພໍ່ແມ່ ເປັນຜູ້ຕາງຫນ້າຢ່າງຖືກກົດໝາຍຂອງລູກ ທີ່ຍັງບໍ່ທັນຮອດກະສຽນອາຍຸ ສິບແປດປີ, ມີພັນທະປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ ຢູ່ໃນສານ, ສະຖານທີ່ເຮັດວຽກ, ໂຮງຮຽນ ແລະ ສະຖານທີ່ອື່ນ.
     ຖ້າວ່າ ເດັກທີ່ຍັງບໍ່ທັນຮອດກະສຽນອາຍຸ ສິບແປດປີ ຫາກເຮັດສັນຍາ ໂດຍບໍ່ມີການເຫັນດີຂອງພໍ່ແມ່ແລ້ວ ພໍ່ແມ່ ມີສິດຮ້ອງຂໍຕໍ່ສານ ເພື່ອໃຫ້ລົບລ້າງສັນຍາທີ່ເປັນໂມຄະ. ນອກຈາກນີ້ ພໍ່ແມ່ ຍັງເປັນຜູ້ຕາງຫນ້າຂອງລູກຕົນ ເຂົ້າຮ່ວມໃນການພິຈາລະນາຄະດີ ຊຶ່ງລູກຂອງຕົນເປັນຈຳເລີຍ ແລະ ຈະໄດ້ຮັບຜິດຊອບທາງແພ່ງແທນລູກຂອງຕົນເຖິງວ່າຈະມີການຢ່າຮ້າງກັນແລ້ວ ກໍຕາມ.

ມາດຕາ 34.  ຊັບສົມບັດຂອງພໍ່ແມ່ ແລະ ລູກ
     ເມື່ອພໍ່ແມ່ຫາກຍັງມີຊີວິດຢູ່ນັ້ນ ລູກຈະບໍ່ມີກຳມະສິດ ກ່ຽວກັບ ຊັບສົມບັດຂອງພໍ່ແມ່ ແລະ ພໍ່ແມ່ ກໍບໍ່ມີກຳມະສິດກ່ຽວກັບຊັບສົມບັດຂອງລູກ. ຖ້າວ່າຊັບສົມບັດຫາກເປັນຂອງເດັກ ທີ່ຍັງບໍ່ທັນຮອດກະສຽນອາຍຸ ສິບແປດປີ ເວລານັ້ນ ພໍ່ແມ່ເປັນຜູ້ມີສິດຄຸ້ມຄອງຊັບສົມບັດດັ່ງກ່າວ ຕາມລະບຽບການ ທີ່ກຳນົດໄວ້ສະເພາະ. ໃນກໍລະນີທີ່ມີກຳມະສິດລວມລະຫວ່າງ ພໍ່ແມ່ກັບລູກ ສາຍພົວພັນໃນກຳມະສິດນັ້ນ ຈະໄດ້ປະຕິບັດຕາມມາດຕາ 25 ຂອງກົດຫມາຍ ວ່າດ້ວຍກຳມະສິດ.

ມາດຕາ 35 ( ປັບປຸງ ).  ພັນທະຂອງພໍ່ແມ່ໃນການເບິ່ງແຍງລ້ຽງດູລູກ
     ພໍ່ແມ່ ມີພັນທະເບິ່ງແຍງລ້ຽງດູລູກຂອງຕົນ ທີ່ຍັງບໍ່ທັນຮອດກະສຽນອາຍຸ ແລະ ລູກທີ່ຮອດກະສຽນອາຍຸ ສິບແປດປີແລ້ວ ແຕ່ຫາກຂາດຄວາມສາມາດອອກແຮງງານ ເຊັ່ນ: ພິການ ຫລື ບ້າ ເສັຍຈິດ.
     ພັນທະລ້ຽງດູລູກນີ້ ຈະຕ້ອງໄດ້ປະຕິບັດຕໍ່ໄປ ເຖິງວ່າພໍ່ແມ່ຈະຍັງຢູ່ຮ່ວມກັນ ຫລື ຢ່າຮ້າງກັນແລ້ວກໍຕາມ, ຄ່າເບິ່ງແຍງລ້ຽງດູລູກ ອາດຈະຮ້ອງຂໍເອົາໄດ້ທຸກເວລາ ເມື່ອເດັກນັ້ນຍັງ ບໍ່ທັນຮອດອາຍຸ ສິບແປດປີ ໂດຍບໍ່ມີອາຍຸຄວາມໃນການຮ້ອງຟ້ອງແຕ່ຢ່າງໃດ. ຄ່າເບິ່ງແຍງລ້ຽງດູລູກຕໍ່ໜຶ່ງຄົນນັ້ນ ໃຫ້ອີງໃສ່ຄ່າຄອງຊີບ ໃນແຕ່ລະໄລຍະ ໂດຍເອົາເຄິ່ງໜຶ່ງຂອງເງິນເດືອນ ຕ່ຳສຸດຂອງພະນັກງານລັດ ເປັນ ພື້ນຖານຄິດໄລ່.
     ພໍ່ ແລະແມ່ ມີສິດຮ້ອງຂໍໃຫ້ສານຫລຸດຜ່ອນຄ່າເບິ່ງແຍງລ້ຽງດູລູກ ໃນກໍລະນີທີ່ຕົນຫາກຕົກຢູ່ໃນສະພາບທີ່ຫຍຸ້ງຍາກທາງດ້ານເສດຖະກິດ.

ມາດຕາ 36.  ພັນທະຂອງລູກໃນການລ້ຽງດູ, ການເບິ່ງແຍງ ແລະ ຊ່ວຍເຫລືອພໍ່ແມ່
     ລູກ ມີພັນທະເບິ່ງແຍງລ້ຽງດູ ແລະ ຊ່ວຍເຫລືອ ພໍ່ແມ່ທີ່ເຖົ້າແກ່, ເຈັບເປັນ, ຂາດຄວາມສາມາດອອກແຮງງານ ແລະ ຕ້ອງການຄວາມຊ່ວຍເຫລືອ. ຈຳນວນເງິນຄ່າລ້ຽງດູພໍ່ແມ່ນັ້ນ ໃຫ້ພໍ່ແມ່ ແລະ ລູກ ຕົກລົງກັນເອງ. ຖ້າຫາກຕົກລົງກັນບໍ່ໄດ້ແລ້ວ ຈຶ່ງໃຫ້ສານເປັນຜູ້ກຳນົດ ໂດຍອີງໃສ່ຄວາມສາມາດ ທາງດ້ານເສດຖະກິດຂອງລູກ ແລະ ຈ່າຍເປັນແຕ່ລະເດືອນ.
     ລູກ ອາດຈະພົ້ົ້ນຈາກພັນທະໃນການລ້ຽງດູພໍ່ແມ່ຂອງຕົນ ຖ້າວ່າພໍ່ແມ່ນັ້ນ ຫາກມີການກະທຳທີ່ບໍ່ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້.

ໝວດທີ 2
ການເອົາເດັກມາເປັນລູກລ້ຽງ

ມາດຕາ 37 ( ປັບປຸງ ).  ການເອົາເດັກມາເປັນລູກລ້ຽງ
     ການເອົາລູກຂອງຜູ້ອື່ນມາເປັນລູກລ້ຽງນັ້ນ ພໍ່ລ້ຽງ ແມ່ລ້ຽງ ແລະ ຍາດພີ່ນ້ອງຂອງພໍ່ລ້ຽງແມ່ລ້ຽງ ໃຫ້ຖືວ່າເດັກຜູ້ນັ້ນ ເປັນຄືກັນກັບລູກຄີງ, ອ້າຍເອື້ອຍນ້ອງຄີງ ແລະ ຫລານຄີງຂອງຕົນ, ສ່ວນ ເດັກຜູ້ນັ້ນກໍ ຈະໝົດສິດ ແລະ ພັນທະຈາກພໍ່ແມ່ ແລະ ຍາດພີ່ນ້ອງຄີງຂອງຕົນ.
     ການເປັນລູກລ້ຽງນັ້ນ ຕ້ອງໃຫ້ມີເອກະສານຢັ້ງຢືນຢ່າງຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້.

ມາດຕາ 38 ( ປັບປຸງ ). ເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ
     ລູກລ້ຽງ ຕ້ອງແມ່ນເດັກທີ່ຍັງບໍ່ທັນຮອດກະສຽນອາຍຸສິບແປດປີ. ພໍ່ລ້ຽງແມ່ລ້ຽງ ຕ້ອງແມ່ນບຸກຄົນທີ່ມີອາຍຸແຕ່ ສິບແປດປີ ຂຶ້ນໄປ. ລູກລ້ຽງ ແລະ ພໍ່ລ້ຽງ ຫລື ແມ່ລ້ຽງ ຕ້ອງໃຫ້ມີອາຍຸ ຫ່າງກັນ ຢ່າງໜ້ອຍ ສິບແປດປີ ແລະ ບໍ່ຖືກປົດສິດ ໃນການເປັນພໍ່ແມ່ ທັງມີເງື່ອນໄຂທາງດ້ານເສດຖະກິດ ທີ່ເໝາະສົມ.
     ໃນການເອົາເດັກມາເປັນລູກລ້ຽງນັ້ນ ຕ້ອງໃຫ້ມີການເຫັນດີເຫັນພ້ອມ ເປັນລາຍລັກອັກສອນຂອງຜົວເມັຍ ແລະ ພໍ່ແມ່ຂອງເດັກນັ້ນເສັຍກອ່ນ ເວັ້ນເສັຍແຕ່ ພໍ່ ຫລື ແມ່ ຂອງເດັກຫາກໄດ້ຖືກປົດສິດໃນການເປັນພໍ່ແມ່ ຫລື ຮັັບຮູູ້້ວ່າ ເປັນຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຫລື ເປັນຜູ້ຫາຍສາບສູນ.
     ຖ້າວ່າ ເດັກນັ້ນຫາກຮອດອາຍຸ ສິບປີ ແລ້ວ ຕ້ອງໃຫ້ມີການເຫັນດີ ຂອງເດັກຕື່ມອີກ.

ມາດຕາ 39.  ວິທີການເອົາເດັກມາເປັນລູກລ້ຽງ
     ບຸກຄົນທີ່ຈະເປັນພໍ່ລ້ຽງແມ່ລ້ຽງ ຕ້ອງຍື່ນຄຳຮ້ອງຕໍ່ນາຍບ້ານບ່ອນເດັກອາໄສຢູ່ ເພື່ອພິຈາລະນາ ພາຍໃນກຳນົດບໍ່ໃຫ້ເກີນໜຶ່ງເດືອນ, ຖ້າເຫັນຄວນ ຈຶ່ງອອກຄຳຕົກລົງ ກ່ຽວກັບການເປັນລູກລ້ຽງ ແລ້ວສົ່ງໃຫ້ເຈົ້າໜ້າທີ່ທະບຽນຄອບຄົວ ເພື່ອຈົດທະບຽນ ພາຍໃນກຳນົດ ສາມວັນ ແລ້ວມອບໃຫ້ພໍ່ລ້ຽງ ແມ່ລ້ຽງໄວ້ເປັນຫຼັກຖານ.

ມາດຕາ 40.  ການຮັກສາຄວາມລັບ ກ່ຽວກັບການເປັນລູກລ້ຽງ
     ບຸກຄົນຜູ້ໃດ ທີ່ໄດ້ເປີດເຜີຍຄວາມລັບ ກ່ຽວກັບການເປັນລູກລ້ຽງ ໂດຍບໍ່ມີການເຫັນດີຂອງພໍ່ລ້ຽງແມ່ລ້ຽງ ຫລື ໃນກໍລະນີທີ່ພໍ່ລ້ຽງແມ່ລ້ຽງ ຫາກໄດ້ເສັຍຊີວິດ ຖ້າບໍ່ມີການເຫັນດີ ຂອງເຈົ້າຫນ້າທີ່ທະບຽນຄອບຄົວແລ້ວ ບຸກຄົນຜູ້ນັ້ນ ກໍຈະມີຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກຳນົດໄວ້ໃນວັກທີ 1 ຂອງມາດຕາ 104 ຂອງກົດໝາຍອາຍາ.

ມາດຕາ 41.  ຜົນຂອງການເປັນລູກລ້ຽງ
     ສາຍພົວພັນ ລະຫວ່າງ ພໍ່ລ້ຽງແມ່ລ້ຽງ ກັບ ລູກລ້ຽງ ໄດ້ເກີດຂຶ້ນ ນັບແຕ່ວັນຈົດທະບຽນ ເປັນຕົ້ນໄປ.
     ລູກລ້ຽງ ຕ້ອງໃສ່ນາມສະກຸນນຳພໍ່ລ້ຽງແມ່ລ້ຽງ ຖ້າວ່າພໍ່ລ້ຽງແມ່ລ້ຽງ ຫາກຍື່ນຄຳຮ້ອງຂໍໃຫ້ປ່ຽນ ນາມສະກຸນ.
     ສຳລັບ ເດັກທີ່ໃສ່ຊື່ມາກ່ອນແລ້ວ ຖ້າວ່າພໍ່ລ້ຽງແມ່ລ້ຽງ ຫາກເຫັນວ່າບໍ່ເໝາະສົມ ກໍອາດຈະປ່ຽນຊື່ໃໝ່່ໃຫ້ເດັກ ກໍໄດ້. ໃນກໍລະນີທີ່ເດັກນັ້ນຫາກມີອາຍຸຮອດ ສິບປີແລ້ວ ຈະປ່ຽນຊື່ໃໝ່ໄດ້ ກໍຕໍ່ເມື່ອໄດ້ຮັບການເຫັນດີຈາກເດັກນັ້ນ ເສັຍກ່ອນ.

ມາດຕາ 42.  ການສິ້ນສຸດການເປັນລູກລ້ຽງ
     ການເປັນລູກລ້ຽງ ຈະສິ້ນສຸດລົງຕາມຄຳຕັດສິນຂອງສານ ເມື່ອມີການຮັບຮູ້ວ່າການເອົາເດັກມາເປັນລູກລ້ຽງນັ້ນ ເປັນໂມຄະ ຫລື ມີການລົບລ້າງການເປັນລູກລ້ຽງ.
     ການເອົາເດັກມາເປັນລູກລ້ຽງ ຈະເປັນໂມຄະ ຖ້າຫາກໄດ້ເຮັດຂຶ້ນ ດ້ວຍການໃຊ້ເອກະສານປອມ ຫລື ໂດຍບຸກຄົນທີ່ບໍ່ສາມາດເປັນພໍ່ລ້ຽງແມ່ລ້ຽງໄດ້.
     ການເປັນລູກລ້ຽງທີ່ບໍ່ຕອບສະໜອງຜົນປະໂຫຍດຂອງເດັກ ຫລື ພໍ່ລ້ຽງແມ່ລ້ຽງນັ້ນໄດ້ ຫລື ເຮັດຂຶ້ນດ້ວຍການລະເມີດເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ ຊຶ່ງໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້ ກໍຈະຖືກລົບລ້າງ.
     ພໍ່ຄີງແມ່ຄີງ, ພໍ່ລ້ຽງແມ່ລ້ຽງ ຫລື ບຸກຄົນອື່ນ ທີ່ມີຜົນປະໂຫຍດກ່ຽວຂ້ອງ ກໍມີສິດຮ້ອງຂໍລົບລ້າງການເອົາເດັກມາເປັນລູກລ້ຽງໄດ້.

ໝວດທີ 3
ການແຕ່ງຕັ້ງຜູ້ປົກຄອງ ເດັກ
ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາ 43.  ໜ້າທີ່ຂອງຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ
     ຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ມີໜ້າທີ່ລ້ຽງດູ, ສຶກສາອົບຮົມເດັກທີ່ຍັງບໍ່ທັນຮອດກະສຽນອາຍຸ ສິບແປດປີ ຊຶ່ງຂາດການເບິ່ງແຍງຈາກພໍ່ແມ່ທີ່ໄດ້ເສັຍຊີວິດ ຫລື ໄດ້ຖືກປົດສິດໃນການເປັນພໍ່ແມ່ ຫລື ເຈັບເປັນ ຫລື ຍ້ອນສາເຫດອື່ນ.
     ຜູ້ປົກຄອງດັ່ງກ່າວ ຍັງມີໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຫລື ຂອງຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຕື່ມອີກ.

ມາດຕາ 44.  ວິທີການແຕ່ງຕັ້ງຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ
     ພາຍຫລັງທີ່ໄດ້ຮັບແຈ້ງການ ກ່ຽວກັບບຸກຄົນທີ່ຂາດການເບິ່ງແຍງແລ້ວ ນາຍບ້ານ ຕ້ອງແຕ່ງຕັ້ງຜູ້ປົກຄອງເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຢ່າງຊ້າພາຍໃນໜຶ່ງເດືອນ ໂດຍໃຫ້ເລືອກເອົາຈາກຍາດພີ່ນ້ອງທີ່ໃກ້ຊິດ. ຖ້າວ່າ ຍາດໃກ້ຊິດ ຫລື ບຸກຄົນດັ່ງກ່າວ ຫາກບໍ່ຮັບເປັນຜູ້ປົກຄອງແລ້ວ ຈຶ່ງໃຫ້ເລືອກເອົາບຸກຄົນອື່ນ ເປັນຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ.
     ນາຍບ້ານ ທີ່ແຕ່ງຕັ້ງຜູ້ປົກຄອງດັ່ງກ່າວ ມີຫນ້າທີ່ປະຕິບັດ ການກວດກາການເຄື່ອນໄຫວ ຂອງຜູ້ປົກຄອງນັ້ນ ຢ່າງເປັນປະຈຳ.
     ຫ້າມແຕ່ງຕັ້ງຜູ້ທີ່ຍັງບໍ່ທັນຮອດກະສຽນອາຍຸ ສິບແປດປີ, ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ, ຜູ້ທີ່ຖືກປົດສິດ ໃນການເປັນພໍ່ແມ່ ແລະ ຜູ້ທີ່ມີການປະພຶດບໍ່ເໝາະສົມ ມາເປັນຜູ້ປົກຄອງ.

ມາດຕາ 45. ສິດ ແລະ ພັນທະ ຂອງຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ
     ຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ມີສິດເປັນຜູ້ຕາງຫນ້າຂອງບຸກຄົນດັ່ງກ່າວ ໃນການເຮັດສັນຍາ ແລະ ໃນການເຄື່ອນໄຫວຕ່າງໆ.
     ຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ມີພັນທະລ້ຽງດູ, ສຶກສາອົບຮົມ, ເອົາໃຈໃສ່ຕໍ່ສຸກຂະພາບ, ການຮ່ຳຮຽນ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນດັ່ງກ່າວ.

ມາດຕາ 46.  ການສິ້ນສຸດ ການເປັນຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ
     ການເປັນຜູ້ປົກຄອງ ເດັກ ຫລື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຈະສິ້ນສຸດລົງ ເມື່ອບຸກຄົນນັ້ນ ຫາກຮອດກະສຽນອາຍຸ ສິບແປດປີ ຫລື ເປັນຜູ້ມີຄວາມສາມາດທາງດ້ານການປະພຶດແລ້ວ. ນອກຈາກນີ້ ຖ້າວ່າຜູ້ປົກຄອງນັ້ນ ຫາກບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໄດ້ ຫລື ປະຕິບັດພັນທະ ຂອງຕົນບໍ່ໄດ້ຢ່າງເໝາະສົມແລ້ວ ອາດຈະລົບລ້າງ ຫລື ປ່ຽນຜູ້ປົກຄອງນັ້ນກໍໄດ້.

ພາກທີ VI
ການນຳໃຊ້ກົດຫມາຍວ່າດ້ວຍ ຄອບຄົວລາວ ຕໍ່ຄົນຕ່າງປະເທດ,
ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຕໍ່ພົນລະເມືອງລາວຢູ່ຕ່າງປະເທດ

ໝວດທີ 1
ການແຕ່ງດອງ ແລະ ການຢ່າຮ້າງ ລະຫວ່າງພົນລະເມືອງລາວ
ກັບຄົນຕ່າງປະເທດ,ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ດ້ວຍກັນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ມາດຕາ 47.  ການແຕ່ງດອງ ລະຫວ່າງພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍກັນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
     ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ມີສິດ ແລະ ພັນທະຄືກັນກັບພົນລະເມືອງລາວ ກ່ຽວກັບສາຍພົວພັນແຕ່ງດອງ ແລະ ຄອບຄົວ.
     ການແຕ່ງດອງ ລະຫວ່າງພົນລະເມືອງລາວກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍກັນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄອບຄົວລາວສະບັບນີ້ ເຖິງວ່າກົດໝາຍ ຂອງປະເທດທີ່ຜູ້ຂໍແຕ່ງດອງນັ້ນ ຈະອະນຸຍາດໃຫ້ແຕ່ງດອງກັບຜູ້ທີ່ຍັງບໍ່ທັນຮອດກະສຽນອາຍຸ ຫຼື ໃຫ້ມີເມັຍຫຼາຍຄົນ ກໍຕາມ.
     ການຈົດທະບຽນການແຕ່ງດອງລະຫວ່າງຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍກັນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອາດຈະເຮັດຂຶ້ນຢູ່ສະຖານທູດ ຫຼື ກົງສຸນຂອງປະເທດທີ່ກ່ຽວຂ້ອງ ກໍໄດ້.
     ການຈົດທະບຽນການແຕ່ງດອງລະຫວ່າງຄົນບໍ່ມີສັນຊາດດ້ວຍກັນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ຄອບຄົວລາວ ສະບັບນີ້. ສຳລັບພົນລະເມືອງລາວ ທີ່ແຕ່ງດອງກັບຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດນັ້ນ ຕ້ອງໄປຈົດທະບຽນຢູ່ນຳເຈົ້າໜ້າທີ່ທະບຽນຄອບຄົວລາວ.
     ລະບຽບການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີ ສັນຊາດ ແມ່ນໃຫ້ລັດຖະບານເປັນຜູ້ກຳນົດ.

ມາດຕາ 48. ການຢ່າຮ້າງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ລະຫວ່າງ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍກັນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
     ການຢ່າຮ້າງ ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ລະຫວ່າງ ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍກັນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍ ຄອບຄົວ ສະບັບນີ້.
     ການຢ່າຮ້າງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດ ຢູ່ນອກດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ປະຕິບັດຕາມກົດໝາຍຂອງປະເທດນັ້ນ.

ໝວດທີ 2
ການແຕ່ງດອງ ແລະ ການຢ່າຮ້າງ ລະຫວ່າງ ພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ

ມາດຕາ 49. ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ
     ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະເທດ ຕ້ອງໃຫ້ສະຖານທູດ ຫລື ກົງສຸນລາວຮັບຮູ້ນຳ.
     ລະບຽບການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະເທດນັ້ນ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄອບຄົວລາວ.
     ລັດ ຮັບຮູ້ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນຢູ່ຕ່າງປະເທດ ທີ່ເຮັດຂຶ້ນໂດຍສອດຄ່ອງກັບເນື້ອໃນຂອງກົດໝາຍ ວ່າດ້ວຍ ຄອບຄົວສະບັບນີ້.

ມາດຕາ 50.  ການຢ່າຮ້າງ ລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ
     ການຢ່າຮ້າງ ລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ ໃຫ້ປະຕິບັດຕາມກົດຫມາຍຂອງປະເທດນັ້ນ ຖ້າວ່າຄູ່ຜົວເມັຍ ຫາກຢູ່ປະເທດນັ້ນ.
     ເມື່ອຜົວ ຫລື ເມັຍ ຫາກຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ ກໍໃຫ້ປະຕິບັດຕາມກົດຫມາຍ ວ່າດ້ວຍຄອບຄົວ ສະບັບນີ້.

ໝວດທີ 3
ການເອົາເດັກທີ່ເປັນພົນລະເມືອງລາວມາເປັນລູກລ້ຽງ

ມາດຕາ 51.  ການເອົາເດັກທີ່ເປັນພົນລະເມືອງລາວມາເປັນລູກລ້ຽງ
     ຄົນລາວຢູ່ຕ່າງປະເທດ ຈະເອົາເດັກທີ່ເປັນພົນລະເມືອງລາວ ຊຶ່ງຢູ່ຕ່າງປະເທດ ມາເປັນລູກລ້ຽງນັ້ນ ໃຫ້ຍື່ນຄຳຮ້ອງ ແລະ ຂໍຈົດທະບຽນ ຢູ່ ສະຖານທູດ ຫລື ກົງສຸນລາວ ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍ ຄອບຄົວລາວ. ຖ້າວ່າພໍ່ລ້ຽງແມ່ລ້ຽງ ຫາກບໍ່ແມ່ນພົນລະເມືອງລາວແລ້ວ ການເອົາເດັກມາເປັນລູກລ້ຽງນັ້ນ ຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ມີສິດອຳນາດກ່ຽວຂ້ອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເສັຍກ່ອນ.
     ຄົນຕ່າງປະເທດ, ຄົນຕ່າງດ້າວ ຫລື ຄົນບໍ່ມີສັນຊາດ ຈະເອົາເດັກທີ່ເປັນພົນລະເມືອງລາວ ຊຶ່ງຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພົນລະເມືອງລາວ ຈະເອົາເດັກທີ່ເປັນຄົນຕ່າງປະເທດ ຫລື ຄົນຕ່າງດ້າວ ຊຶ່ງຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາເປັນລູກລ້ຽງ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍຄອບຄົວລາວ.

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 52 (ໃໝ່ ). ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນການໄກ່ເກັ່ຍ, ສຶກສາອົບຮົມ ຜົວ, ເມັຍ, ລູກ ຫຼື ສະມາຊິກອື່ນໃນຄອບຄົວ ໃຫ້ມີຄວາມຖືກຕ້ອງປອງດອງກັນ, ການເປັນຄອບຄົວຕົວແບບ, ຄອບຄົວວັດທະນະທຳ ຈະໄດ້ຮັບ ການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 53 ( ໃໝ່ ). ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ ທີ່ໄດ້ລະເມີດເງື່ອນໄຂຂອງການແຕ່ງດອງ, ສວຍໃຊ້ໜ້າທີ່, ຕຳແໜ່ງ, ຂັດຂວາງ ການແຕ່ງດອງ, ປອມແປງເອກະສານຈົດທະບຽນການແຕ່ງດອງ, ຈົດທະບຽນການ ເອົາເດັກມາເປັນ ລູກລ້ຽງ, ບັງຄັບນາບຂູ່, ສ້າງຄວາມເສັຍຫາຍຕໍ່ກຽດສັກສີຂອງພໍ່ເຖົ້າ ແມ່ເຖົ້າ, ປູ່ຍ່າ ແລະ ຍາດພີ່ນ້ອງ ອື່ນ, ສວຍໃຊ້ການລ້ຽງດູລູກ ເພື່ອຜົນປະໂຫຍດສ່ວນຕົວ, ບໍ່ປະຕິບັດ ພັນທະໃນການລ້ຽງດູລູກ, ພໍ່ແມ່ ຫລື ຜົວເມັຍ ຫລື ມີ ການກະທຳອື່ນ ທີ່ຜິດຕໍ່ກົດໝາຍວ່າດ້ວຍ ຄອບຄົວຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ຮັບຜິດຊອບທາງແພ່ງ ຫລື ລົງໂທດທາງ ອາຍາ ແລ້ວແຕ່ກໍລະນີເບົາ ຫລື ໜັກ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 54 (ໃໝ່ ).  ວັນຄອບຄົວແຫ່ງຊາດ
     ລັດ ກຳນົດ ເອົາວັນທີ 24 ທັນວາ ເປັນວັນຄອບຄົວແຫ່ງຊາດ. ວັນດັ່ງກ່າວ ເປັນສັນຍາລັກແຫ່ງ ຄວາມຮັກແພງ, ສາມັກຄີ, ຄວາມຜາສຸກ ແລະ ຄວາມໝັ້ນຄົງຂອງຄອບຄົວ.

ມາດຕາ 55 ( ໃໝ່ ).  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 56 ( ໃໝ່ ). ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ ເປັນຕົ້ນໄປ.
     ສຳລັບບັນດາມາດຕາປັບປຸງ ແມ່ນ ມີຜົນສັກສິດພາຍຫຼັງ ສາມສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ ເປັນ ຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້  ລ້ວນແຕ່ຖືກຍົກເລີກ.

                                                                                                                                                ປະທານສະພາແຫ່ງຊາດ

                                                                                                                                                    

 

 

 

                                      

 

ຜູ້ໃຫ້ການສະໜັບສະໜູນ