ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ການ​ບໍ​ລິ​ການ​ສະມາຊິກ


 

ໃນ​ຖານະ​ເປັນ​ສະມາຊິກທ່ານ​ສາມາດ​​ໃຊ້​ປະ​ໂຫຍ​ດ ຈາກຫຼາກຫຼາຍ​ການ​ບໍ​ລິ​ການ​ມູນຄ່າ​ເພີ່ມ​ ເຊິ່ງຈະ​ຊ່ວຍ​ທ່ານ​ຮັບ​ຮູ້​ສິ່ງ​ທີ່​ເປັນ​ປ​ະ​ໂຫຍດຕໍ່​ທ່ານ. ທ່ານ​ສາມາດ​ດັດປັບ​ການບໍລິການ ​ເພື່ອ​ໄດ້​ຮັບປະ​ເພດ​ຂໍ້​ມູນ​ທີ່​ທ່ານ​ຕ້ອງການ​ໃນ​ທັນ​ທີ ທີ່ມັນ​ມີ​ໃຫ້.

ຫາກຢາກເປັນ​ສະມາຊິກ ທ່ານ​ຕ້ອງ​ໄດ້​ລົງທະບຽນ​​ໂດຍ​ການກົດ​ໃສ່​ລິ້ງ ລົງທະບຽນ ໃນ​ຂົງເຂດສະມາຊິກທີ່ຢູ່ໃນ ກອບສີ່ຫຼ່ຽມໃນໜ້ານີ້ ແລະ ໜ້າອື່ນໆ.

ທ່ານ​ຈະ​ຕ້ອງໄດ້​ສະ​ໜອງ​ບາງ​ຂໍ້​ມູນ​ສ່ວນ​ຕົວ ​ພ້ອມ​ທັງ​ທີ່ຢູ່​ອີ​ເມ​ວຂອງ​ທ່ານ. ທີ່ຢູ່​ອີ​ເມ​ວຂອງ​ທ່ານ​ຈະ​ແມ່ນ​ຊື່​​ເຂົ້າ​ລະບົບ (login ID) ຂອງ​ທ່ານ. ຂໍ້​ມູນ​ນີ້​ຈະ​ປອດ​ໄພ​ຮ້ອຍ​ສ່ວນ​ຮ້ອຍ ​ແລະ ຈະ​ບໍ່​ຖືກ​ເປີດ​ເຜີຍ​ຕໍ່​ກັບ​ບຸກຄົນ​ໃດ​ເດັດຂາດ.

ນອກ​ນັ້ນ, ທ່ານ​ຍັ​ງສາມາດ​ເລືອກ​ລະຫັດ​ຜ່ານ​ຕາມ​ທີ່​ທ່ານ​ມັກ ​ເຊິ່ງທ່ານ​ສາມາດ​ແກ້​ໄຂ​ປ່ຽນ​ແປງ​​​ໄດ້ໃນ​ພາຍຫຼັງ.

ຈາກ​ນັ້ນ, ທ່ານ​ສາມາດ​ເລືອກ​ປະ​ເພດ​ຂໍ້​ມູນ​ທີ່​ທ່ານ​ຕ້ອງການ​ໄດ້​ຮັບ ​ແລະ ສຳລັບ​ແຕ່​ລະປະ​ເພດ, ເລືອກ​ໝວດ​ຂໍ້​ມູນສະ​ເພາະ​ທີ່​ທ່ານ​ສົນ​ໃຈ. ທ່ານ​ຈະ​ໄດ້​ຮັບອີເມວແຈ້ງເຕືອນ ສໍາລັບຂໍ້ມູນປະ ເພດຕໍ່ໄປນີ້ໃນທັນທີທີ່ຂໍ້ມູນນັ້ນມີໃຫ້. ອີ​ເມ​ວ​ແຈ້ງ​ເຕືອນ​ຈະ​ປະກອບ​ມີ​​ລິ້ງ (link) ​ເຊື່ອມ​ຕໍ່​ຫາ​ຫົວ​ຂໍ້​ນັ້ນໆ.

  • ຂ່າວສານ;
  • ​ການປະກາດນຳໃຊ້ນິຕິກຳໃໝ່;
  • ​ນິຕິກຳທີ່ຕ້ອງການໃຫ້ສະທາລະນະຊົນສະແດງຄຳຄິດເຫັນ.

ຕົວ​ຊ່ວຍ​ສະມາຊິກ​ໃໝ່​ຈະ​ຖືກ​ເພີ່ມ​ເຂົ້າ​​ເປັນ​ແຕ່ລະ​ໄລຍະ. ສະ​ນັ້ນ, ​ໃຫ້ກວດ​ເບິ່ງ​ເວັບ​ໄຊທ໌​ນີ້​ຢູ່​ເລື້ອຍໆ.

ທ່ານ ສາມາດ ດາວໂຫລດເອົາ ຄູ່ມືນໍາໃຊ້ ສໍາລັບການສະໝັກ ສະມາຊິກ ຂອງຈົດໝາຍເຫດ ທາງລັດຖະການໄດ້.