ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ຂ່າວ

ຊຸດຝຶກອົບຮົມຜູ່ປະສານງານການຈັດຕັ້ງປະຕິບັດວຽກງານງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 5 ແຂວງພາກໃຕ້

ສະຫຼຸບຫຍໍ້

ຊຸດຝຶກອົບຮົມຜູ່ປະສານງານການຈັດຕັ້ງປະຕິບັດວຽກງານງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 5 ແຂວງພາກໃຕ້

ວັນທີປັບປູງ: 11-07-2016


ລາຍລະອຽດ

ຊຸດຝຶກອົບຮົມຜູ່ປະສານງານການຈັດຕັ້ງປະຕິບັດວຽກງານງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 5 ແຂວງພາກໃຕ້

  

     ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ,​ ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຈັດຊຸດຝຶກອົບ ຮົມໃຫ້ຜູ່ປະສານງານວຽກງານ ຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 5 ແຂວງພາກໃຕ້ ລະຫວ່າງ ວັນທີ 29-30 ມິຖຸນາ 2016 ທີ່ໂຮງແຮມຮຸ່ງທິບ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະ ທານຮ່ວມຂອງ ທ່ານ ຄຳພູນ ຕຸໄພທູນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງສະຫວັນ ນະເຂດ ແລະ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີນັກສຳມະນາກອນມາຈາກ ຫ້ອງວ່າການ ປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງ ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດ ຕະປື. ຊຶ່ງມີຜູ່ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ.

     ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະສານງານເຫັນໄດ້ບົດບາດຄວາມໝາຍຄວາມສຳຄັນ ຂອງການຈັດຕັ້ງປະຕິບັດ ຈົດໝາຍເຫດທາງລັດຖະການໃນລະບົບ ເອເລັກໂຕຣນິກ ແລະ ຖືວຽກງານດັ່ງກ່າວເປັນວຽກງານໜຶ່ງທີ່ມີຄວາມຕ້ອງການ ແລະ ຄວາມຈຳເປັນພິເສດ ໃນການສ້າງຄວາມໂປ່ງໃສຂອງລະບົບນິຕິກຳ ໃນການຄຸ້ມຄອງລັດ-ສັງຄົມ ກໍຄືລະບົບການປົກຄອງໃນບັນດາແຂວງ.

      ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃຫ້ຜູ່ປະສານງານຕ້ອງໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃຫ້ມີປະສິດທິຜົນ, ຜູ່ປະສານງານຕ້ອງກຳໄດ້ ແລະ ຮັບຮູ້ ສິດ ແລະ ພາລະບົດບາດຂອງຕົນໃນການສັງ ລວມ, ການເກັບໂຮມ, ການໄຈ້ແຍກ ແລະ ການນຳສົ່ງນິຕິກຳ ລວມເຖິງວິທີການນຳໃຊ້ເວັບໄຊຈົດໝາຍເຫດທາງລັດຖະການ. ໃນລະຫວ່າງການຝຶກອົບຮົມໄດ້ດຳເນີນໄປດ້ວຍບັນຍາກາດດີ, ຟົດຟື້ນ ແລະ ເປັນກັນເອງ ແລະ ໄດ້ມີການແລກ ປ່ຽນຄຳຄິດ ຄຳເຫັນ ແລະ ຖອດຖອນບົດຮຽນນຳກັນ ລະຫວ່າງ ນັກສຳມະນາກອນ ແລະ ຜູ່ບັນຍາຍ ເຫັນວ່າບັນຫາໃດຍັງບໍ່ຈະແຈ້ງ ກໍໄດ້ຮັບການແກ້ໄຂ ແລະ ເປັນເອກະພາບກັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຂຶ້ນຕື່ມ. ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳ​ເນີນໄປເປັນ ເວລາ ສອງ ວັນ.

      ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ. ເສີມສຸກ ສີມພະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະ ຊວງຍຸຕິທຳ ກໍໄດ້ເນັ້ນຕື່ມອີກວ່າ ຜູ່ປະສານງານທີ່ໄດ້ຮັບການແຕ່ງຕັ້ງແລ້ວຖືວ່າເປັນບຸນຄົນທີ່ມີຄວາມສຳຄັນ ໃນການເປັນຕົວແທນໃຫ້ແກ່ອົງການປົກຄອງທ້ອງຖິ່ນຂອງຕົນ ເພື່ອປະສານສົມທົບກັບຂັ້ນສູນກາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ. ສະນັ້ນ, ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ບັນດາທ່ານຕ້ອງນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອກັບໄປລາຍງານໃຫ້ຄະນະນຳຂອງແຂວງຮັບຮູ້ ແລະ ເຫັນໄດ້ເຖິງຄວາມສຳຄັນ ຂອງວຽກງານດັ່ງກ່າວ ເພື່ອໃຫ້ບັນດານິຕິກຳທີ່ຜົນບັງຄັບທົ່ວໄປຂອງແຂວງຕົນນັ້ນ ສາມາດພິມລົງໃນເວັບໄຊຈົດໝາຍເຫດທາງລັດຖະການໃຫ້ຫຼາຍຂຶ້ນ ແລະ ເຮັດໃຫ້ບັນດານິຕິກຳເຫຼົ່ານັ້ນມີຜົນສັກສິດຕາມກົດໝາຍ .

   

 


ຂ່າວ ແລະ ແຈ້ງການ ທີ່ລົງເຜີຍແຜ່ຫລັງສຸດ


Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022...ອ່ານ

Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022...ອ່ານ

Eng-version not available
ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022

ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022...ອ່ານ

Eng-version not available
ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022

ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022...ອ່ານ

Eng-version not available
ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3

ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3...ອ່ານ


ຄົ້ນຫາ ຂ່າວ ແລະ ແຈ້ງການ

 
ສະແດງ 11-20 ຂອງ 61 ຜົນທີ່ໄດ້ຮັບ.
ຫົວຂໍ້ປະເພດພາກສ່ວນຮັບຜິດຊອບວັນທີ ນິຕິກໍາພີມເຜີຍແຜ່PDF ອັງກິດPDF ລາວ
ຂ່າວເດັ່ນກະຊວງ ຍຸຕິທໍາ27-03-201802-04-2018
​ທົ່ວ​ໄປກະຊວງ ຍຸຕິທໍາ04-10-201704-10-2017
​ທົ່ວ​ໄປກະຊວງ ຍຸຕິທໍາ10-04-201710-04-2017
​ທົ່ວ​ໄປກະຊວງ ຍຸຕິທໍາ07-02-201708-02-2017
​ທົ່ວ​ໄປກະຊວງ ຍຸຕິທໍາ08-12-201608-12-2016
​ທົ່ວ​ໄປກະຊວງ ຍຸຕິທໍາ06-12-201606-12-2016
​ທົ່ວ​ໄປກະຊວງ ຍຸຕິທໍາ30-11-201630-11-2016
​ທົ່ວ​ໄປທະນາຄານແຫ່ງ ສປປ ລາວ19-05-201115-11-2016
​ທົ່ວ​ໄປທະນາຄານແຫ່ງ ສປປ ລາວ30-05-201615-11-2016
​ທົ່ວ​ໄປທະນາຄານແຫ່ງ ສປປ ລາວ30-05-201615-11-2016