ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider
ຊອກຫານິຕິກໍາ
ຊອກຫານິຕິກໍາ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ສະຖິຕິປະຈຸບັນ ຂອງນິຕິກໍາ
ສະຖິຕິປັດຈຸບັນ ຂອງນິຕິກໍາ

ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ

ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ.
    ຈົດໝາຍເຫດທາງລັດຖະການ ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.
    ນິ​ຕິ​ກຳ​ທີ່​ຈະ​ເອົາ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ​ແມ່ນ​ບັນ​ດາ​ນິ​ຕິ​ກຳ​ທີ່​ມີ​ຜົນ​ບັງ​ຄັບ​ທົ່ວ​ໄປ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຍົກ​ເວັ້ນ​ບັນ​ດານິ​ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ​ທີ່​ມີ​ຜົນ​ນຳ​ໃຊ້​ສຳ​ລັບ​ສະ​ເພາະ​ຂອບ​ເຂດ​ເມືອງ ແລະ ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ.

ເນື້ອໃນ​ເວັບ​ໄຊ​ ແລະ ຂັ້ນຕອນທາງດ້ານກົດໝາຍ ມີທັງເປັນພາສາລາວ ແລະ ພາສາອັງກິດ ແຕ່ວ່າ ປັດຈຸບັນ ນິຕິກຳທີ່ພິມລົງໃນ ຈົດໝາຍເຫດທາງລັດຖະການ ມີພາສາອັງກິດຈໍານວນໜຶ່ງ. ນອກຈາກນີ້ ຖ້າທ່ານມີຄວາມສົນໃຈນິຕິກໍາທີ່ເປັນພາສາອັງກິດຕື່ມ ພວກຂ້າພະເຈົ້າ ຂໍແນະນຳໃຫ້ທ່ານ ເຂົ້າໄປເບິ່ງສູນຂໍ້ມູນຂ່າວສານທາງດ້ານການຄ້າ(Lao Trade Portal) ຊຶ່ງຢູ່ໃນນັ້ນ ມີນິຕິກຳຈຳນວນໜຶ່ງທີ່​​ແປເປັນພາສາອັງກິດແບບບໍ່ເປັນທາງການ ແລະ ​ເວັບ​ໄຊ​ທ໌ຂອງ ສະພາແຫ່ງຊາດ ຊຶ່ງມີນິຕິກໍາຈໍານວນໜຶ່ງ ທີ່ໄດ້ແປເປັນພາສາອັງກິດແບບບໍ່ເປັນທາງການ​ເຊັນ​ດຽວກັນ.

ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ

Download App LaoLaw V4

ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວ

    ກົດໝາຍວ່າດ້ວຍ ການສ້າງນິຕິກຳ ມີຜົນສັກສິດ ນັບແຕ່ ວັນທີ 29 ມັງກອນ 2013 ເປັນຕົ້ນໄປ ແລະ ກົດໝາຍດັ່ງກ່າວ ໄດ້ກຳນົດກ່ຽວກັບຜົນສັກສິດຂອງ​ບັນ​ດາ​ນິ​ຕິ​ກຳ ແລະ ພາລະບົດບາດຂອງຈົດໝາຍເຫດທາງລັດຖະການ.
    ນັບແຕ່ ວັນທີ 29 ມັງກອນ 2013 ເປັນຕົ້ນໄປ ບັນດານິຕິກຳ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວຢູ່ ຂັ້ນ​ສູນ​ກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ​ພາຍ​ຫຼັງ 15 ວັນ ນັບ​ແຕ່​ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນ​ຕົ້ນ​ໄປ.
    ສຳລັບນິ​ຕິ​ກຳ ຂັ້ນເມືອງ ຫຼື ເທດ​ສະ​ບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງ​ເຜີຍແຜ່​ຜ່ານ​ສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
    ກໍລະນີຈຳເປັນ ແລະ ຮີບດ່ວນ ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງ​ນິ​ຕິ​ກຳ ສາ​ມາດ​ກຳ​ນົດ​ໃຫ້ນິຕິກຳ​ທີ່​ຕົນ​ສ້າງ​ຂຶ້ນນັ້ນ ມີຜົນສັກສິດທັນທີນັບ​ແຕ່​ວັນ​ຮັບ​ຮອງ ແລະ ປະ​ກາດ​ໃຊ້​ເປັນ​ຕົ້ນ​ໄປ ເຊັ່ນ ບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ກັບ​ການ​ປົກ​ປ້ອງ​ຊີ​ວິດ, ສຸ​ຂະ​ພາບ ຫຼື ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງ ແລະ​ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ ຫຼັງຈາກນັ້ນ ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງ​ນິ​ຕິ​ກຳ​ຕ້ອງ​ສົ່ງ​ນິ​ຕິ​ກຳ​ດັ່ງ​ກ່າວ ​ໄປ​ຍັງ​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ພາຍ​ໃນ​ສອງວັນ​ລັດ​ຖະ​ການ ນັບ​ແຕ່​ວັນ​ຮັບ​ຮອງ ຫຼື ປະ​ກາດ​ໃຊ້​ເປັນ​ຕົ້ນ​ໄປ.

    ສໍາລັບ​ນິ​ຕິ​ກຳ​ທີ່​ມີ​ຜົນ​ສັກ​ສິດ​ກ່ອນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຂໍໃຫ້ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງນ​ຕິ​ກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນ​ດາ​ນິ​ຕິ​ກຳ​ໃດ​ທີ່ບໍ່​ໄດ້​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ຂອງ ສປ​ປ ລາວ ​ຈະຖື​ວ່າບໍ່​ມີ​ຜົນ​ສັກ​ສິດ​ອີກ​ຕໍ່​ໄປ.

    ຢູ່ໃນໜ້າ​ເວັບ​ໄຊ​ນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ
(Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (download) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
    ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.

ນິຕິກຳສຳລັບການປະກອບຄຳເຫັນ

    ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນ​ເວັບ​ໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນ​ເວັບ​ໄຊ​ອື່ນ (ເວັບ​ໄຊ​ ຂອງອົງການສ້າງນິຕິກຳ)  ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.

    ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.

ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.  

ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ

(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດ​ຕາ 108 ຂອງກົດໝາຍສ້າງນິຕິກໍາ)
ສະແດງ 671-680 ຂອງ 1259 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຂໍ້ຕົກລົງ ວ່າດ້ວຍມາດຕະຖານເຕັກນິກການປຸກສ້າງ ສາງ ແລະ ປ້ຳ ນ້ຳມັນເຊື້ອໄຟ (ສະບັບປັບປຸງ)ກະຊວງ ໂຍທາທິການ ແລະ ຂົນສົ່ງ18-06-201925-06-2019ຂໍ້ຕົກລົງເບິ່ງ
ດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນກະຊວງ ພາຍໃນ26-06-201919-07-2019ດໍາລັດເບິ່ງ
ຂໍ້ຕົກລົງ ວ່າດ້ວຍມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມກະຊວງ ກະສິກຳ ແລະ ປ່າໄມ້28-06-201919-07-2019ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມກະຊວງ ກະສິກຳ ແລະ ປ່າໄມ້28-06-201919-07-2019ຂໍ້ຕົກລົງເບິ່ງ
ກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີກະຊວງ ສຶກສາທິການ ແລະ ກິລາ14-12-201824-07-2019ກົດໝາຍເບິ່ງ
ຄຳສັ່ງ ວ່າດ້ວຍການໂຈະ ການອະນຸຍາດດຳເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບກະຊວງ ອຸດສາຫະກຳ ແລະ ການຄ້າ31-07-201909-08-2019ຄໍາສັ່ງເບິ່ງ
ຂໍ້ຕົກລົງ ວ່າດ້ວຍອະນຸມັດໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ປະຈຳແຂວງ ປະຕິບັດການຈັດເກັບ ແລະ ພິມໃບທະບຽນ, ໃບຂັບຂີ່ຖາວອນ ຢູ່ແຂວງເຊກອງ ແຂວງ ເຊກອງ04-05-201726-08-2019ຂໍ້ຕົກລົງເບິ່ງ
ຄຳແນະນຳ ກ່ຽວກັບ ການສ້າງ, ພັດທະນາ ແລະ ຄຸ້ມຄອງເວັບໄຊ ໃຫ້ມີຄວາມປອດໄພກະຊວງ ເຕັກໂນໂລຊີ ແລະ ການສື່ສານ16-08-201927-08-2019ຄໍາແນະນໍາເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລະບົບກອງປະຊຸມທາງໄກຂອງລັດຖະບານກະຊວງ ເຕັກໂນໂລຊີ ແລະ ການສື່ສານ21-08-201927-08-2019ຂໍ້ຕົກລົງເບິ່ງ
ດຳລັດ ວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອທະນາຄານແຫ່ງ ສປປ ລາວ19-07-201928-08-2019ດໍາລັດເບິ່ງ

ນິຕິກໍາ ສະບັບເກົ່າ

(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)
ສະແດງ 191-198 ຂອງ 198 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຄໍາສັ່ງ ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີກະຊວງ ອຸດສາຫະກຳ ແລະ ການຄ້າ02-09-202014-09-2020ຄໍາສັ່ງເບິ່ງ
ຂໍ້ຕົກລົງ ວ່າດ້ວຍກອງທຶນແຮຊ່ວຍເຫຼືອສຸກເສີນຜູ້ປະສົບໄພພິບັດແຂວງ ອຸດົມໄຊ31-07-201823-11-2020ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນໃນທົ່ວແຂວງອຸດົມໄຊແຂວງ ອຸດົມໄຊ19-05-202023-11-2020ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍສິດທິບັດ ແລະ ອະນຸສິດທິບັດກະຊວງ ອຸດສາຫະກຳ ແລະ ການຄ້າ15-12-202023-12-2020ຂໍ້ຕົກລົງເບິ່ງ
ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດອົງການ ກວດສອບແຫ່ງລັດ13-11-202014-01-2021ກົດໝາຍເບິ່ງ
ຂໍ້ຕົກລົງ ວ່າດ້ວຍໂຮງງານອຸດສາຫະກໍາປຸງແຕ່ງໄມ້ກະຊວງ ອຸດສາຫະກຳ ແລະ ການຄ້າ23-03-202130-03-2021ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍແບບຜັງວົງຈອນລວມກະຊວງ ອຸດສາຫະກຳ ແລະ ການຄ້າ20-01-202106-04-2021ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍແບບອຸດສາຫະກໍາກະຊວງ ອຸດສາຫະກຳ ແລະ ການຄ້າ20-01-202106-04-2021ຂໍ້ຕົກລົງເບິ່ງ