ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຊານປະຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
Bootstrap Slider

ລະບົບນິຕິກຳຂອງ ສປປ ລາວ 

    ກົດໝາຍວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ 2021) ແລະ ນິຕິກຳອື່ນທີ່ກ່ຽວ ຂ້ອງ ໃນການສ້າງລະບົບນິຕິກໍາ ເພື່ອພັດທະນາ ແລະ ນຳເອົານິຕິກຳຕ່າງໆ ເຂົ້າສູ່ລະບົບກົດໝາຍ. ຕໍ່ໄປນີ້ໄດ້ສັງລວມອົງປະກອບ ແລະ ຂັ້ນຕອນຫຼັກ ຂອງລະບົບກົດໝາຍໃນ ສປປ ລາວ.

ຜົນສັກສິດຂອງນິຕິກຳ 

    ວັນທີ່ມີຜົນສັກສິດຂອງນິຕິກໍາ ທັງໝົດ ຫຼື ບາງສ່ວນ ກໍານົດໄວ້ໃນນິຕິກໍາສະບັບນັ້ນ ແຕ່ຢ່າງໜ້ອຍ ຕ້ອງມີຜົນສັກສິດ ພາຍຫຼັງ ສີ່ສິບຫ້າວັນ ນັບແຕ່ວັນຖືກຮັບຮອງ ຫຼື ປະກາດໃຊ້ ສຳລັບນິຕິກຳຂອງອົງການລັດຂັ້ນສູນກາງ, ພາຍຫຼັງ ສາມສິບວັນ ນັບແຕ່ວັນຮັບຮອງ ຫຼື ປະກາດໃຊ້ ສໍາລັບນິຕິກໍາຂອງອົງການລັດຂັ້ນແຂວງ, ພາຍຫຼັງ ເຈັດວັນ ນັບແຕ່ວັນປະກາດໃຊ້ ສຳລັບນິຕິກຳຂອງອົງການລັດຂັ້ນເມືອງ.

   ນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດໄດ້ທັນທີນັບແຕ່ວັນມື້ລົງລາຍເຊັນ ພ້ອມທັງເຜີຍແຜ່ຜ່ານສື່ມວນຊົນ ແລະ ລົງໃນເວັບໄຊຂອງອົງການທີ່ອອກນິຕິກຳນັ້ນ, ແຕ່ພາຍໃນ ສາມວັນ ຕ້ອງໄດ້ເອົາມາລົງຈົດໝາຍເຫດທາງລັດຖະການ ເພື່ອໃຫ້ນິຕິກຳດັ່ງກ່າວ ຍັງມີຜົນສັກສິດ ແລະ ສາມາດສືບຕໍ່ນຳໃຊ້ໄດ້.

ສິ່ງທ້າທາຍຂອງຄວາມບໍ່​ສອດ​ຄ່ອງ ຂອງ​ເນື້ອ​ໃນ​ນິ​ຕິ​ກຳ

   ໃນກໍລະນີ ບຸກຄົນ ຫຼື ການຈັດຕັ້ງ ຫາກເກີດມີຂໍ້ຂັດແຍ່ງ ກ່ຽວກັບເນື່້ອໃນນິຕິກໍາທີ່ໄດ້ພິມລົງໃນ ຈົດໝາຍເຫດທາງລັດຖະການ ແມ່ນສາມາດມາພົວພັນເບີ່ງຕົ້ນສະບັບຂອງນິຕິກຳນຳພະແນກຈົດໝາຍເຫດທາງລັດຖະການໄດ້ ຕາມໂມງລັດຖະການ.

   ກໍລະນີ ບຸກຄົນ ຫຼື ການຈັດຕັ້ງ ຫາກພົບ​ເຫັນຄວາມບໍ່ສອດຄ່ອງ ຂອງເນື້ອໃນນິຕິກຳ ທີ່ຢູ່ໃນຮູບແບບທີ່ພິມເຜີຍແຜ່ ຢູ່ໃນຈົດໝາຍເຫດທາງລັດຖະການ ເມື່ອມາທຽບກັບຕົ້ນສະບັບຂອງນິຕິກຳທີ່ສ້າງຂຶ້ນ, ຕໍ່ກໍລະນີດັ່ງກ່າວ ໃຫ້ຖືເອົານິຕິກໍາຕົ້ນສະບັບ ຊຶ່ງພະແນກຈົດໝາຍເຫດທາງລັດຖະການ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ທີ່ໄດ້ຮັບ ແລະ ເກັບຮັກສາໄວ້ນັ້ນ ເປັນສະບັບທີ່ມີຜົນສັກສິດທາງດ້ານກົດໝາຍ.

 ໄລຍະການປະກອບຄຳເຫັນຢ່າງໜ້ອຍ 60 ວັນ ໃສ່ຮ່າງນິຕິກຳ 

   ຮ່າງນິຕິກຳ ໄດ້ຈາກອົງການ ຕໍ່ໄປນີ້:

  1. ປະທານປະເທດ;
  2. ຄະນະປະຈຳສະພາແຫ່ງຊາດ;
  3. ລັດຖະບານ;
  4. ອົງການໄອຍະການປະຊາຊົນສູງສຸດ;
  5. ສານປະຊາຊົນສູງສຸດ;
  6. ອົງການກວດສອບແຫ່ງລັດ;
  7. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ.

   ພາຍຫຼັງໄດ້ຮັບການເຫັນດີ ຈາກຫົວໜ້າອົງການທີ່ຮັບຜິດຊອບສ້າງຮ່າງນິຕິກໍາແລ້ວ ຄະນະກໍາມະການຮ່າງທີ່ຖືກແຕ່ງຕັ້ງໂດຍອົງການສ້າງນິຕິກຳ ຕ້ອງນຳເອົາຮ່າງນິຕິກຳ ລົງເຜີຍແຜ່ໃນເວັບໄຊ, ພິມໃສ່ສື່ສິ່ງພິມ ຫຼື ສື່ອື່ນໆ ຫຼື ຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄໍາເຫັນ ຈາກ ບຸກຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທັງ​ພາຍ​ໃນ ແລະ ຕ່າງປະເທດ ໃຫ້ມີສິດປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ. ໃນການສົ່ງຄຳເຫັນ ຫຼື ຂໍ້ສະເໜີ ໃຫ້ແກ່ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳນັ້ນ ຢ່າງໜ້ອຍຕ້ອງແມ່ນ 60 ວັນ.

   ໄລຍະເວລາການປະກອບຄຳເຫັນນັ້ນ ຄຳເຫັນທັງໝົດ ຈະຖືກສົ່ງຕໍ່ໄປໃຫ້ ຄະນະກຳມະການຮ່າງນິຕິກຳ ໂດຍ​ອັດ​ຕະ​ໂນ​ມັດ.