ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
ຝຶກອົບຮົມຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງ ພາກເໜືອ
Bootstrap Slider
ຊອກຫານິຕິກໍາ
ຊອກຫານິຕິກໍາ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ສະຖິຕິປະຈຸບັນ ຂອງນິຕິກໍາ
ສະຖິຕິປັດຈຸບັນ ຂອງນິຕິກໍາ

ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ

ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ.
   ຈົດໝາຍເຫດທາງລັດຖະການ ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.
   ນິ​ຕິ​ກຳ​ທີ່​ຈະ​ເອົາ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ​ແມ່ນ​ບັນ​ດາ​ນິ​ຕິ​ກຳ​ທີ່​ມີ​ຜົນ​ບັງ​ຄັບ​ທົ່ວ​ໄປ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຍົກ​ເວັ້ນ​ບັນ​ດານິ​ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ​ທີ່​ມີ​ຜົນ​ນຳ​ໃຊ້​ສຳ​ລັບ​ສະ​ເພາະ​ຂອບ​ເຂດ​ເມືອງ ແລະ ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ.

   ເນື້ອໃນ​ເວັບ​ໄຊ​ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ.

ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ

Download App LaoLaw V4

ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວ

   ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກ​ຮັບ​ຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນ​ສູນ​ກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ  ນັບ​ແຕ່​ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນ​ຕົ້ນ​ໄປ.
   ສຳລັບນິ​ຕິ​ກຳ ຂັ້ນເມືອງ ຫຼື ເທດ​ສະ​ບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງ​ເຜີຍແຜ່​ຜ່ານ​ສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.

   ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບ​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ​ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.

   ນິ​ຕິ​ກຳ​ທີ່​ມີ​ຜົນ​ສັກ​ສິດ​ກ່ອນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຂໍໃຫ້ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງນິ​ຕິ​ກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນ​ດາ​ນິ​ຕິ​ກຳ​ໃດ​ທີ່ບໍ່​ໄດ້​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ຂອງ ສປ​ປ ລາວ ​ຈະຖື​ວ່າບໍ່​ມີ​ຜົນ​ສັກ​ສິດ​ອີກ​ຕໍ່​ໄປ.

   ຢູ່ໃນໜ້າ​ເວັບ​ໄຊ​ນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
   ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.

ນິຕິກຳສຳລັບການປະກອບຄຳເຫັນ

    ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນ​ເວັບ​ໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນ​ເວັບ​ໄຊ​ອື່ນ (ເວັບ​ໄຊ​ ຂອງອົງການສ້າງນິຕິກຳ)  ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.

    ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.

ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.  

ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ

(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດ​ຕາ 108 ຂອງກົດໝາຍສ້າງນິຕິກໍາ)
ສະແດງ 11-20 ຂອງ 1330 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຄຳສັ່ງແນະນຳ ກ່ຽວກັບການຈັດຕັ້ງ ປະຕິບັດດຳລັດເລກທີ 54/ນຍ ວ່າດ້ວຍລະບອບການຄຸ້ມຄອງ ວິສາຫະກິດທີ່ລັດມີການລົງທຶນກະຊວງ ການເງິນ26-12-200219-03-2015ຄໍາສັ່ງເບິ່ງ
ຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການກຳນົດລາຄາຂາຍຍົກ ໃບຫວຍພັດທະນາທຸກປະເພດກະຊວງ ການເງິນ08-05-200306-01-2015ຂໍ້ຕົກລົງເບິ່ງ
ຄຳສັ່ງເພີ່ມເຕີມ ຂອງລັດຖະມົນຕີວ່າການ ກະຊວງການເງິນ ວ່າດ້ວຍການສືບຕໍ່ ປັບປຸງວຽກງານ ຫວຍພັດທະນາກະຊວງ ການເງິນ19-12-200306-01-2015ຄໍາສັ່ງເບິ່ງ
ດຳລັດ ວ່າດ້ວຍການປະມູນຈັດຊື້ ສິນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການ ບໍລິການດ້ວຍທຶນຂອງລັດ (ສະບັບປັບປຸງ)ກະຊວງ ການເງິນ09-01-200419-03-2015ດໍາລັດເບິ່ງ
ດໍາລັດ ວ່າດ້ວຍການແຂ່ງຂັນການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ04-02-200410-09-2014ດໍາລັດເບິ່ງ
ດຳລັດ ວ່າດ້ວຍການຮັບຮອງເອົານະໂຍບາຍ ລາຄານ້ຳປະປາ ຂອງ ສປປ ລາວກະຊວງ ໂຍທາທິການ ແລະ ຂົນສົ່ງ07-05-200407-01-2014ດໍາລັດເບິ່ງ
ກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງສູນກາງ ສະຫະພັນແມ່ຍິງລາວ22-10-200410-02-2014ກົດໝາຍເບິ່ງ
ຄໍາສັ່ງຂອງລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ການປ້ອງກັນ ແລະ ສະກັດກັ້ນພະຍາດ ໄຂ້ຫວັດສັດປີກກະຊວງ ກະສິກຳ ແລະ ປ່າໄມ້02-02-200510-11-2014ຄໍາສັ່ງເບິ່ງ
ຂໍຕົກລົງ ວ່າດ້ວຍ ມາດຕະຖານຂອງໂຮງງານ ຜະລິດນ້ຳດື່ມກະຊວງ ອຸດສາຫະກຳ ແລະ ການຄ້າ24-03-200517-09-2014ຂໍ້ຕົກລົງເບິ່ງ
ຄໍາສັ່ງຂອງລັດຖະມົນຕີ ວ່າດ້ວຍການກວດກາ ແລະຄຸ້ມຄອງຄຸນນະພາບອາຫານສັດກະຊວງ ກະສິກຳ ແລະ ປ່າໄມ້06-05-200511-11-2014ຄໍາສັ່ງເບິ່ງ

ນິຕິກໍາ ສະບັບເກົ່າ

(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)
ສະແດງ 11-20 ຂອງ 229 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ດຳລັດວ່າດ້ວຍ ການເຊົ່າສິນເຊື່ອທະນາຄານແຫ່ງ ສປປ ລາວ10-02-199926-05-2014ດໍາລັດເບິ່ງ
ກົດ​ໝາຍ​ວ່າ​ດ້ວຍ ທາງຫຼວງກະຊວງ ໂຍທາທິການ ແລະ ຂົນສົ່ງ03-04-199916-12-2013ກົດໝາຍເບິ່ງ
ກົດ​ໝາຍ​ວ່າ​ດ້ວຍ ຜັງເມືອງກະຊວງ ໂຍທາທິການ ແລະ ຂົນສົ່ງ03-04-199916-12-2013ກົດໝາຍເບິ່ງ
ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກ່ຽວກັບ ການຄຸ້ມຄອງການປຸກສ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ29-03-200009-01-2014ຂໍ້ຕົກລົງເບິ່ງ
ດຳລັດວ່າດ້ວຍ ຄັງສຳຮອງເງິນຕາຕ່າງປະເທດຂອງລັດທະນາຄານແຫ່ງ ສປປ ລາວ14-07-200026-05-2014ດໍາລັດເບິ່ງ
ດຳລັດວ່າດ້ວຍ ກອງທຶນບູລະນະຮັກສາທາງຫຼວງກະຊວງ ໂຍທາທິການ ແລະ ຂົນສົ່ງ15-01-200124-12-2013ດໍາລັດເບິ່ງ
ດຳລັດວ່າດ້ວຍ ໂຮງຊວດຈຳທະນາຄານແຫ່ງ ສປປ ລາວ02-02-200226-05-2014ດໍາລັດເບິ່ງ
ດຳລັດ ວ່າດ້ວຍການຄຸ້ມຄອງປ່າຜະລິດ ແບບຍືນຍາວກະຊວງ ກະສິກຳ ແລະ ປ່າໄມ້02-05-200217-03-2015ດໍາລັດເບິ່ງ
ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວສະພາແຫ່ງຊາດ06-05-200304-02-2014ລັດຖະທໍາມະນູນເບິ່ງ
ກົດໝາຍວ່າດ້ວຍ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ06-05-200305-02-2014ກົດໝາຍເບິ່ງ