![]() ຊອກຫານິຕິກໍາ |
![]() ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
![]() ສະຖິຕິປັດຈຸບັນ ຂອງນິຕິກໍາ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບພະແນກຈົດໝາຍເຫດທາງລັດຖະການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.
ນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 108 ຂອງກົດໝາຍສ້າງນິຕິກໍາ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຄຳສັ່ງແນະນຳ ກ່ຽວກັບລົດຂົນສົ່ງສິນຄ້າທີ່ບັນທຸກນ້ຳໜັກເກີນກຳນົດ ຕາມສາຍທາງ ເລກ 8A ອອກໄປ ສສ ຫວຽດນາມ ແລະ ເສັ້ນທາງສາຍອື່ນໆໃນຂອບເຂດ ແຂວງບໍລິຄຳໄຊ | ແຂວງ ບໍລິຄໍາໄຊ | 10-02-2014 | 20-10-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທົ່ວແຂວງຫົວພັນ | ແຂວງ ຫົວພັນ | 21-02-2014 | 13-05-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ວ່າດ້ວຍການຫ້າມຫັນປ່ຽນທີ່ດິນ ເຂດຊົນລະປະທານ ປະຕູນ້ຳປ່ອງ3 ຕາມຄອງລະບາຍເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ2, ເມືອງຍົມມະລາດ, ແຂວງຄຳມ່ວນ ໄປເປັນທີ່ດິນປະເພດອື່ນ | ກະຊວງ ກະສິກຳ ແລະ ປ່າໄມ້ | 03-03-2014 | 17-03-2015 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບໄມ້ | ແຂວງ ຫົວພັນ | 10-03-2014 | 13-05-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງແນະນຳເພີ່ມເຕີມ ກ່ຽວກັບການປັບປຸງເງິນຄ້ຳປະກັນ ແລະ ການສ້າງຕັ້ງ ຕົວແທນຈຳໜ່າຍຫວຍພັດທະນາ ທຸກປະເພດມີກຳນົດເວລາ | ກະຊວງ ການເງິນ | 24-03-2014 | 04-03-2015 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງແນະນຳ ການຈັດຕັ້ງຜັນຂະຫຍາຍດຳລັດ, ມະຕິຕົກລົງ ແລະ ຄຳສັ່ງແນະນຳ ຂອງສູນກາງ ກ່ຽວກັບການຈັດຕັ້ງກວດກາການ ເຂົ້າ-ອອກເມືອງ, ການຄຸ້ມຄອງຄົນລາວ ແລະ ຄົນຕ່າງປະເທດ ຢູ່ແຂວງບໍລິຄຳໄຊ | ແຂວງ ບໍລິຄໍາໄຊ | 26-03-2014 | 20-10-2016 | ຄໍາສັ່ງ | ເບິ່ງ | ![]() | |
ດໍາລັດວ່າດ້ວຍຄົນພິການ | ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ | 18-04-2014 | 24-12-2014 | ດໍາລັດ | ເບິ່ງ | ![]() | |
ຄຳສັ່ງ ວ່າດ້ວຍການເພີ້ມທະວີເອົາໃຈໃສ່ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດ ໄຂ້ຫວັດສັດປີກ ສາຍພັນໃໝ່ H5N1,H7N9 ແລະ ພະຍາດສັດຕາມລະດູການ | ແຂວງ ຫລວງນໍ້າທາ | 30-04-2014 | 26-05-2015 | ຄໍາສັ່ງ | ເບິ່ງ | ![]() | |
ຄຳແນະນຳ ກ່ຽວກັບການກວດກາ ເອກະສານຢັ້ງຢືນການສຶກສາ, ປະກາສະນິຍະບັດ ແລະ ວຸດທິການສຶກສາ ໃນຂອບເຂດທົ່ວປະເທດ | ກະຊວງ ສຶກສາທິການ ແລະ ກິລາ | 16-05-2014 | 09-01-2015 | ຄໍາແນະນໍາ | ເບິ່ງ | ![]() | |
ຂໍ້ຕົກລົງວ່າດ້ວຍ ຄ່າທຳນຽມ, ຄ່າບໍລິການໃນການຂໍອະນຸຍາດ ດຳເນີນທຸລະກິດ ແລະ ຄຸ້ມຄອງປະຈຳປີ ຂອງສະຖາບັນການເງິນ | ທະນາຄານແຫ່ງ ສປປ ລາວ | 23-05-2014 | 03-12-2014 | ຂໍ້ຕົກລົງ | ເບິ່ງ | ![]() |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຂໍ້ຕົກລົງ ວ່າດ້ວຍຖິ່ນກຳເນີດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 03-10-2019 | 14-11-2019 | ຂໍ້ຕົກລົງ | ເບິ່ງ | ![]() | |
ກົດໝາຍວ່າດ້ວຍ ການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 | ກະຊວງ ແຜນການ ແລະ ການລົງທຶນ | 04-12-2019 | 05-05-2020 | ກົດໝາຍ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 17-12-2019 | 20-01-2020 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 17-12-2019 | 27-01-2020 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍພັນພືດໃໝ່ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 17-12-2019 | 27-01-2020 | ຂໍ້ຕົກລົງ | ເບິ່ງ | ![]() | |
ຄໍາແນະນໍາ ກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 31-01-2020 | 20-02-2020 | ຄໍາແນະນໍາ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນໃນທົ່ວແຂວງອຸດົມໄຊ | ແຂວງ ອຸດົມໄຊ | 19-05-2020 | 23-11-2020 | ຂໍ້ຕົກລົງ | ເບິ່ງ | ![]() | |
ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ | ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ | 01-07-2020 | 30-09-2020 | ກົດໝາຍ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 25-08-2020 | 08-09-2020 | ຂໍ້ຕົກລົງ | ເບິ່ງ | ![]() | |
ຄໍາສັ່ງ ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 02-09-2020 | 14-09-2020 | ຄໍາສັ່ງ | ເບິ່ງ | ![]() | ![]() |