![]() ຊອກຫານິຕິກໍາ |
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
ສະຖິຕິປັດຈຸບັນ ຂອງນິຕິກໍາ |
ກົດໝາຍທັງໝົດ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
| ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບພະແນກຈົດໝາຍເຫດທາງລັດຖະການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.
ນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 108 ຂອງກົດໝາຍສ້າງນິຕິກໍາ)| ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
|---|---|---|---|---|---|---|---|
| ຄໍາສັ່ງແນະນຳ ວ່າດ້ວຍການຄຸ້ມຄອງປ່າໄມ້ ແລະ ສະກັດກັ້ນການຂຸດຄົ້ນ, ເຄື່ອນຍ້າຍ, ສົ່ງອອກໄມ້ ແລະ ການດໍາເນີນສໍາຫຼວດກວດກາຕໍ່ບັນດາຂະແໜງການ ແລະ ເມືອງທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບໃນການອະນຸຍາດຂຸດຄົ້ນ, ທ້ອນໂຮມ ແລະ ສົ່ງອອກໄມ້ຢູ່ແຂວງຊຽງຂວາງ | ແຂວງ ຊຽງຂວາງ | 05-01-2017 | 14-02-2018 | ຄໍາສັ່ງ | ເບິ່ງ | ||
| ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ | ກະຊວງ ການເງິນ | 11-01-2017 | 25-01-2017 | ຄໍາແນະນໍາ | ເບິ່ງ | ||
| ຂໍ້ຕົກລົງ ວ່າດ້ວຍທຸລະກິດຂາຍກົງ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 12-01-2017 | 25-01-2017 | ຂໍ້ຕົກລົງ | ເບິ່ງ | ||
| ດຳລັດວ່າດ້ວຍ ການສຶກສາສົງ | ກະຊວງ ສຶກສາທິການ ແລະ ກິລາ | 16-01-2017 | 08-05-2017 | ດໍາລັດ | ເບິ່ງ | ||
| ຄໍາສັ່ງແນະນໍາ ຂອງເຈົ້າແຂວງ ແຂວງຊຽງຂວາງ ຫ້າມເຂົ້າໄປທໍາການຜະລິດຢູ່ພື້ນທີ່ສະຫງວນຂອງລັດບໍລິເວນພູ 106, ຂົວປ່ອງ, ຫ້ວຍສະຫລຽວ ເມືອງຜາໄຊ ແຂວງຊຽງຂວາງ | ແຂວງ ຊຽງຂວາງ | 17-01-2017 | 14-02-2018 | ຄໍາສັ່ງ | ເບິ່ງ | ||
| ຂໍ້ຕົກລົງ ວ່າດ້ວຍການກຳນົດສົ່ງຂອງເກືອດຫ້າມໃນການບໍລິການໄປສະນີ | ກະຊວງ ເຕັກໂນໂລຊີ ແລະ ການສື່ສານ | 23-01-2017 | 26-01-2017 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການປະຕິບັດພັນທະ ແລະ ການປະກອບສ່ວນຂອງປະຊາຊົນ ໃນການພັດທະນາບ້ານ | ກະຊວງ ພາຍໃນ | 24-01-2017 | 20-08-2018 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງທຸລະກິດການໃຫ້ບໍລິການໂອນເງິນ | ທະນາຄານແຫ່ງ ສປປ ລາວ | 26-01-2017 | 05-12-2016 | ຂໍ້ຕົກລົງ | ເບິ່ງ | ||
| ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | 01-02-2017 | 06-02-2017 | ຄໍາແນະນໍາ | ເບິ່ງ | ||
| ຂໍ້ຕົກລົງ ວ່າດ້ວຍການປະເມີນສິ່ງແວດລ້ອມແບບຍຸດທະສາດ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | 06-02-2017 | 06-03-2017 | ຂໍ້ຕົກລົງ | ເບິ່ງ |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)| ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
|---|---|---|---|---|---|---|---|
| ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | 14-11-2024 | 30-12-2024 | ຂໍ້ຕົກລົງ | ເບິ່ງ | ||
| ຄຳແນະນຳກ່ຽວກັບ ການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ | ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ | 13-02-2025 | 26-02-2025 | ຄໍາແນະນໍາ | ເບິ່ງ |


