ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ລະບົບນິຕິກຳຂອງ ສປປ ລາວ 

    ກົດໝາຍວ່າດ້ວຍ ການສ້າງນິຕິກຳ (ສະບັບປັບປຸງ 2021) ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ກຳນົດລະບົບນິຕິກຳ ສຳລັບການສ້າງ ແລະ ການນຳເອົານິຕິກຳເຂົ້າມາສູ່ລະບົບ. ຕໍ່ໄປນີ້ ເປັນການສະຫລຸບເອົາບັນດາ ອົງປະກອບຕົ້ນຕໍ ແລະ ຂັ້ນຕອນ ຂອງລະບົບນິຕິກຳ ຢູ່ ສປປ ລາວ.

 ລຳດັບນິຕິກຳ 

    ອີງຕາມ ກົດໝາຍວ່າດ້ວຍ ການສ້າງນິຕິກຳ (ສະບັບປັບປຸງ 2021), ນິຕິກຳທີ່ມີຜົນບັງຄັບທົ່ວໄປ ຂອງ ສປປ ລາວ ປະກອບດ້ວຍ:

  1. ລັດຖະທຳມະນູນ;
  2. ກົດໝາຍ ລວມທັງ ປະມວນກົດໝາຍ;
  3. ມະຕິຂອງກອງປະຊຸມສະພາແຫ່ງຊາດ;
  4. ມະຕິຂອງຄະນະປະຈຳສະພາແຫ່ງຊາດ;
  5. ລັດຖະບັນຍັດ ຂອງປະທານປະເທດ;
  6. ດຳລັດຂອງລັດຖະບານ;
  7. ມະຕິຂອງກອງປະຊຸມລັດຖະບານ;
  8. ຂໍ້ຕົກລົງ, ຄໍາສັ່ງ ຂອງນາຍົກລັດຖະມົນຕີ;
  9. ຂໍ້ຕົກລົງ, ຄໍາສັ່ງ, ຄຳແນະນຳ ຂອງລັດຖະມົນຕີ, ຫົວໜ້າອົງການຂອງລັດ;
  10. ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ;
  11. ມະຕິຂອງຄະນະປະຈໍຳສະພາປະຊາຊົນຂັ້ນແຂວງ;
  12. ຂໍ້ຕົກລົງ, ຄໍາສັ່ງ, ຄຳແນະນຳ ຂອງເຈົ້ົ້າແຂວງ, ເຈົ້າຄອງນະຄອນຫຼວງ;
  13. ຂໍ້ຕົກລົງ, ຄໍາສັ່ງ, ຄຳແນະນຳ ຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ;
  14. ກົດລະບຽບຂອງບ້ານ.

      ສົນທິສັນຍາ ແມ່ນນິຕິກຳໜຶ່ງຊຶ່ງຕ້ອງປະຕິບັດຕາມກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ

    ກໍລະນີ ບົດບັນຍັດຂອງນິຕິກຳທີ່ປະກາດໃຊ້ແລ້ວ ແລະ ນິຕິກຳທີ່ຫາກໍ່ຖືກຮັບຮອງ ຫາກຂັດກັບບົດບັນຍັດ ຂອງສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ໃຫ້ປະຕິບັດຕາມບົດບັນຍັດ ຂອງສົນທິສັນຍາ ຫລື ສັນຍາສາກົນ.

    ກໍລະນີ ນິຕິກຳມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ຢູ່ຂັ້ນສູງກວ່າ. 

    ກໍລະນີ ນິຕິກຳຢູ່ຂັ້ນດຽວກັນ ຫາກມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ອອກນຳຫລັງ. ກໍລະນີ ນິຕິກຳຢູ່ຂັ້ນດຽວກັນມີການຂັດກັນ ໃຫ້ປະຕິບັດຕາມນິຕິກຳທີ່ມີລັກສະນະສະເພາະ.

ຜົນສັກສິດຂອງນິຕິກຳ 

    ວັນທີ່ມີຜົນສັກສິດຂອງນິຕິກຳ ທັງໝົດ ຫຼື ບາງສ່ວນ ກຳນົດໄວ້ໃນນິຕິກຳສະບັບນັ້ນ ແຕ່ຢ່າງໜ້ອຍ ຕ້ອງມີຜົນສັກສິດ ພາຍຫຼັງ ສີ່ສິບຫ້າວັນ ນັບແຕ່ວັນຖືກຮັບຮອງ ຫຼື ປະກາດໃຊ້ ສຳລັບນິຕິກຳຂອງອົງການລັດຂັ້ນສູນກາງ, ພາຍຫຼັງ ສາມສິບວັນ ນັບແຕ່ວັນຮັບຮອງ ຫຼື ປະກາດໃຊ້ ສໍາລັບນິຕິກໍາຂອງອົງການລັດຂັ້ນແຂວງ, ພາຍຫຼັງ ເຈັດວັນ ນັບແຕ່ວັນປະກາດໃຊ້ ສຳລັບນິຕິກຳຂອງອົງການລັດຂັ້ນເມືອງ.

   ນິຕິກຳທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດໄດ້ທັນທີນັບແຕ່ວັນມື້ລົງລາຍເຊັນ ພ້ອມທັງເຜີຍແຜ່ຜ່ານສື່ມວນຊົນ ແລະ ລົງໃນເວັບໄຊຂອງອົງການທີ່ອອກນິຕິກຳນັ້ນ, ແຕ່ພາຍໃນ ສາມວັນ ຕ້ອງໄດ້ເອົາມາລົງຈົດໝາຍເຫດທາງລັດຖະການ ເພື່ອໃຫ້ນິຕິກຳດັ່ງກ່າວ ຍັງມີຜົນສັກສິດ ແລະ ສາມາດສືບຕໍ່ນຳໃຊ້ໄດ້.

 ນິຕິກຳລະດັບຊາດ ແລະ ແຂວງ ມີຜົນສັກສິດໃນເວລາ 12:00 ກາງຄືນ ພາຍຫລັງ 15 ວັນປະຕິທິນຕິດຕໍ່ກັນ ຫລັງຈາກວັນພິມເຜີຍແຜ່ ໃນຈົດໝາຍເຫດທາງລັດຖະການ. ສະລັບນິຕິກຳ ຂັ້ນເມືອງ ແລະ ບ້ານ ການພິມເຜີຍແຜ່ ສາມາດດຳເນີນ ໂດຍຜ່ານຈົດໝາຍເຫດທາງ ລັດຖະການ ຫລື ສື່ສິ່ງພິມທ້ອງຖິ່ນ ຫລື ຕິດປະກາດ ຕາມສະຖານທີ່ ຊຶ່ງປະຊາຊົນສາມາດເຂົ້າເຖິງງ່າຍ.

    ໃນກໍລະນີຮີບດ່ວນ ຫລື ຈຳເປັນ, ນິຕິກຳຕ້ອງມີຜົນສັກສິດທັນທີ ນັບແຕ່ເວລາອອກນິິຕິກຳດັ່ງກ່າວ ເປັນຕົ້ນໄປໂດຍສະເພາະ ໃນເວລາທີ່ຮຽກຮ້ອງໃຫ້ລັດຖະບານປະຕິບັດໜ້າທີ່ທີ່ສຳຄັນ ເພື່ອປົກປ້ອງຊີວິດ, ສຸຂະພາບ ຫລື ຄວາມປອດໄພຂອງປະຊາຊົນ.

    ກໍລະນີທີ່ນິຕິກຳ ກຳນົດວັນມີຜົນສັກສິດ ຊຶ່ງຊ້າກວ່າວັນທີ່ໄດ້ກຳນົດໄວ້ໃນການພິມເຜີຍແຜ່ ແລະ ຕາບໃດ ທີ່ມີການພິມເຜີຍແຜ່ ຫລື ຕິດປະກາດ ເປັນເວລາຢ່າງຕໍ່າ 15 ວັນຕິດຕໍ່ກັນແລ້ວ ນິຕິກຳຕ້ອງຖືວ່າ ມີຜົນສັກສິດ ໃນເວລາ 12:00 ກາງຄືນ ຂອງວັນທີ່ຖືກກຳນົດຢູ່ໃນບົດບັນຍັດ ເມື່ອມີການລະບຸເປັນວັນປະຕິທິນ ຫລື ພາຍຫລັງການຄິດໄລ່ ໄລຍະທີ່ຖືກລະບຸຢູ່ໃນນິຕິກຳນີ້.

    ໃນກໍລະນີທີ ວັນນິຕິກຳມີຜົນສັກສິດຫາກເປັນວັນອາທິດ ຫລື ວັນພັກທາງລັດຖະການຂອງ ສປປ ລາວ [ຫລື ສໍາລັບນິຕິກໍາຂັ້ນທ້ອງຖິ່ນ ວັນພັກ ຫລື ການສະເຫລີມສະຫລອງ ຂອງທ້ອງຖິ່ນ], ຜົນສັກສິດຂອງນິຕິກຳ ຈະຕ້ອງລໍໄປຈົນກວ່າຈະຮອດວັນລັດຖະການຖັດໄປ.

ສິ່ງທ້າທາຍຂອງຄວາມບໍ່​ສອດ​ຄ່ອງ ຂອງ​ເນື້ອ​ໃນ​ນິ​ຕິ​ກຳ

ໃນກໍລະນີ ບຸກຄົນ ຫຼື ການຈັດຕັ້ງ ຫາກເກີດມີຂໍ້ຂັດແຍ່ງ ກ່ຽວກັບເນື່້ອໃນນິຕິກຳ ທີ່ໄດ້ພິມລົງໃນ ຈົດໝາຍເຫດທາງລັດຖະການ ແມ່ນສາມາດມາພົວພັນເບີ່ງຕົ້ນສະບັບຂອງນິຕິກຳນຳພະແນກຈົດໝາຍເຫດທາງລັດຖະການໄດ້ ຕາມໂມງລັດຖະການ.

    ກໍລະນີ ບຸກຄົນ ຫລື ການຈັດຕັ້ງ ຫາກພົບ​ເຫັນຄວາມບໍ່ສອດຄ່ອງ ຂອງເນື້ອໃນນິຕິກຳ ທີ່ຢູ່ໃນຮູບແບບໂທລະສານ ທີ່ພິມເຜີຍແຜ່ ຢູ່ໃນຈົດໝາຍເຫດທາງລັດຖະການ ເມື່ອມາທຽບກັບຕົ້ນສະບັບຂອງນິຕິກຳທີ່ສ້າງຂຶ້ນ ໃນຮູບແບບເປັນໂທລະພິມ ແລະ ເນື້ອໃນ ທີ່ຖືກພິມເຜີຍແຜ່, ຕໍ່ກໍລະນີດັ່ງກ່າວ ເນື້ອໃນຢູ່ໃນເອກະສານຕົ້ນສະບັບ ຊຶ່ງທາງ​ໜ່ວຍ​ງານຈົດໝາຍເຫດທາງລັດຖະການ ໄດ້ຮັບຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ (2012) ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງເທົ່ານັ້ນ ຈຶ່ງມີຜົນທາງດ້ານກົດໝາຍ.

ໄລຍະການປະກອບຄຳເຫັນ 60 ວັນ ໃສ່ຮ່າງນິຕິກຳ 

   ຮ່າງນິຕິກຳ ໄດ້ຈາກອົງການ ຕໍ່ໄປນີ້:

  1. ປະທານປະເທດ;
  2. ຄະນະປະຈຳສະພາແຫ່ງຊາດ;
  3. ລັດຖະບານ;
  4. ອົງການໄອຍະການປະຊາຊົນສູງສຸດ;
  5. ສານປະຊາຊົນສູງສຸດ;
  6. ອົງການກວດສອບແຫ່ງລັດ;
  7. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ.
  • ປະທານປະເທດ;
  • ຄະນະປະຈຳຂອງສະພາແຫ່ງຊາດ;
  • ຫ້ອງວ່າການລັດຖະບານ ແລະ ກະຊວງອ້ອມຂ້າງສູນກາງ;
  • ສານປະຊາຊົນສູງສຸດ;
  • ອົງການໄອຍະການປະຊາຊົນສູງສຸດ;
  • ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

ພາຍຫຼັງໄດ້ຮັບການເຫັນດີ ຈາກຫົວໜ້າອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍແລ້ວ ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງສົ່ງຮ່າງກົດໝາຍ ພ້ອມດ້ວຍຄຳຖາມເຈາະຈີ້ມໄປທາບທາມຄຳເຫັນນໍາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອໃຫ້ປະກອບຄຳເຫັນຕໍ່ບັນຫາທີ່ພົວພັນກັບຄວາມຮັບຜິດຊອບຂອງອົງການຕົນ ເປັນຕົ້ນ ກະຊວງການເງິນ, ກະຊວງພາຍໃນ, ກະຊວງການຕ່າງປະເທດ ເພື່ອຮັບປະກັນທາງດ້ານ ການເງິນ, ກົງຈັກການຈັດຕັ້ງ ແລະ ຄວາມສອດຄ່ອງກັບສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງປະກອບຄຳເຫັນເປັນລາຍລັກອັກສອນ ໃຫ້ຄະນະຮັບ ຜິດຊອບສ້າງຮ່າງກົດໝາຍ ພາຍໃນເວລາ ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຮ່າງກົດໝາຍ ເປັນຕົ້ນໄປ.

ນອກຈາກນີ້, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຍັງສາມາດຈັດກອງປະຊຸມປຶກສາຫາລື, ທາບທາມຄໍຳເຫັນ ແລະ ເອົາເນື້ອໃນຂອງຮ່າງກົດໝາຍທັງໝົດ ລວມທັງ ບົດສະເໜີຮ່າງກົດໝາຍ ລົງໃນເວັບໄຊຂອງລັດຖະບານ ຫຼື ຂອງຕົນຢ່າງໜ້ອຍ ຫົກສິບວັນ ເພື່ອໃຫ້ປະຊາຊົນ ແລະ ທຸກພາກສ່ວນ ສາມາດປະ ກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ.

ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງລວບລວມຄຳເຫັນ ແລ້ວນຳມາພິຈາລະນາປັບປຸງຮ່າງກົດໝາຍ.

 

    ຄະນະກຳມະການຮ່າງ ທີ່ແຕ່ງຕັ້ງໂດຍອົງການສ້າງນິຕິກຳ ຕ້ອງນຳເອົາຮ່າງນິຕິກຳ ລົງເຜີຍແຜ່ໃນເວັບໄຊທ໌ ຫລື ພິມໃສ່ສື່ສິ່ງພິມ ຫລື ສື່ອື່ນໆ ເພື່ອຮັບປະກັນວ່າ ນິຕິກຳດັ່ງກ່າວ ເຂົ້າເຖິງປະຊາຊົນແທ້ ເປັນເວລາຢ່າງໜ້ອຍ ຫົກສິບວັນ ເພື່ອການປະກອບຄຳເຫັນ, ຍົກເວັ້ນແຕ່ ກໍລະນີຈຳເປັນ ແລະ ຮີບດ່ວນ ຊຶ່ງສາມາດຈັດຕັ້ງປະຕິບັດ ໄດ້ທັນທີ. ການພິມເຜີຍແຜ່ ຕ້ອງມີເນື້ອໃນຂອງຮ່າງກົດໝາຍທີ່ຄົບຖ້ວນ ໃນນັ້ນລວມເອົາບົດສະເໜີກ່ຽວກັບ ເຫດຜົນ ແລະ ບົດປະເມີນຜົນກະທົບ ດ້ານກົດໝາຍ ແລະ ດ້ານງົບປະມານ ຂອງນິຕິກຳ.

    ບຸກຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທັງ​ພາຍ​ໃນ ແລະ ຕ່າງປະເທດ ມີສິດປະກອບຄຳເຫັນໃສ່ຮ່າງນິຕິກຳ  ໂດຍສົ່ງຄຳເຫັນ ຫລື ຂໍ້ສະເໜີແນະ ໃຫ້ແກ່ອົງການ ທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ພາຍໃນກຳ​ນົດ​ເວ​ລາ 60 ວັນ.

ຄະນະຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຕ້ອງນຳເອົາຮ່າງນິຕິກຳໄປທາບທາມຄຳເຫັນ ໂດຍຜ່ານເວັບໄຊຈົດໝາຍເຫດທາງລັດຖະການ, ເວັບໄຊອື່ນ ຫຼື ສື່ສິ່ງພິມອື່ນ ເພື່ອທາບທາມຄຳເຫັນຂອງບຸກຄົນ, ນິຕິບຸກຄົນດ ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ( ສະບັບປັບປຸງ )

    ອີງຕາມກົດໝາຍວ່າດ້ວຍ ການສ້າງນິຕິກຳ ຄະນະກຳມະການຮ່າງນິຕິກຳ ສາມາດນຳເອົາຮ່າງ ນິຕິກຳລົງໃນ ເວັບໄຊທ໌ຈົດໝາຍເຫດທາງລັດຖະການ ເພື່ອທາບ​ທາມ ແລະ ປະກອບຄຳເຫັນ.  ໜ່ວຍ​ງານຈົດໝາຍເຫດທາງລັດຖະການ ຈະເຮັດໜ້າທີ່ເກັບກຳຮ່າງນິຕິກຳດັ່ງກ່າວ ໃນລະຫວ່າງໄລຍະການປະກອບຄຳເຫັນ ແລະ ຄຳເຫັນທັງໝົດ ຈະຖືກສົ່ງຕໍ່ໄປໃຫ້ ຄະນະກຳມະການ ຮ່າງນິຕິກຳ ໂດຍ​ອັດ​ຕະ​ໂນ​ມັດ.