ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານສະພາປະຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
Bootstrap Slider
ຊອກຫານິຕິກໍາ
ຊອກຫານິຕິກໍາ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ສະຖິຕິປະຈຸບັນ ຂອງນິຕິກໍາ
ສະຖິຕິປັດຈຸບັນ ຂອງນິຕິກໍາ

ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ

ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ.
   ຈົດໝາຍເຫດທາງລັດຖະການ ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.
   ນິ​ຕິ​ກຳ​ທີ່​ຈະ​ເອົາ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ​ແມ່ນ​ບັນ​ດາ​ນິ​ຕິ​ກຳ​ທີ່​ມີ​ຜົນ​ບັງ​ຄັບ​ທົ່ວ​ໄປ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຍົກ​ເວັ້ນ​ບັນ​ດານິ​ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ​ທີ່​ມີ​ຜົນ​ນຳ​ໃຊ້​ສຳ​ລັບ​ສະ​ເພາະ​ຂອບ​ເຂດ​ເມືອງ ແລະ ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ.

   ເນື້ອໃນ​ເວັບ​ໄຊ​ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ.

ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ

Download App LaoLaw V4

ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວ

   ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກ​ຮັບ​ຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນ​ສູນ​ກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ  ນັບ​ແຕ່​ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນ​ຕົ້ນ​ໄປ.
   ສຳລັບນິ​ຕິ​ກຳ ຂັ້ນເມືອງ ຫຼື ເທດ​ສະ​ບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງ​ເຜີຍແຜ່​ຜ່ານ​ສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.

   ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບ​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ​ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.

   ນິ​ຕິ​ກຳ​ທີ່​ມີ​ຜົນ​ສັກ​ສິດ​ກ່ອນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຂໍໃຫ້ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງນິ​ຕິ​ກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນ​ດາ​ນິ​ຕິ​ກຳ​ໃດ​ທີ່ບໍ່​ໄດ້​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ຂອງ ສປ​ປ ລາວ ​ຈະຖື​ວ່າບໍ່​ມີ​ຜົນ​ສັກ​ສິດ​ອີກ​ຕໍ່​ໄປ.

   ຢູ່ໃນໜ້າ​ເວັບ​ໄຊ​ນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
   ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.

ນິຕິກຳສຳລັບການປະກອບຄຳເຫັນ

    ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນ​ເວັບ​ໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນ​ເວັບ​ໄຊ​ອື່ນ (ເວັບ​ໄຊ​ ຂອງອົງການສ້າງນິຕິກຳ)  ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.

    ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.

ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.  

ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ

(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດ​ຕາ 108 ຂອງກົດໝາຍສ້າງນິຕິກໍາ)
ສະແດງ 41-50 ຂອງ 1417 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຂໍ້ຕົກລົງວ່າດ້ວຍ ແບບຜັງວົງຈອນລວມກະຊວງ ອຸດສາຫະກຳ ແລະ ການຄ້າ09-09-202517-09-2025ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງວ່າດ້ວຍ ການປະກອບທຶນຈົດທະບຽນວິສາຫະກິດກະຊວງ ອຸດສາຫະກຳ ແລະ ການຄ້າ09-09-202517-09-2025ຂໍ້ຕົກລົງເບິ່ງ
ດຳລັດວ່າດ້ວຍ ການຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານທະນາຄານແຫ່ງ ສປປ ລາວ04-09-202512-09-2025ດໍາລັດເບິ່ງ
ດຳລັດວ່າດ້ວຍ ຕາປະທັບຄະນະຈັດຕັ້ງສູນກາງພັກ26-08-202504-09-2025ດໍາລັດເບິ່ງ
ດຳລັດວ່າດ້ວຍ ສະມາຄົມຄະນະຈັດຕັ້ງສູນກາງພັກ18-08-202504-09-2025ດໍາລັດເບິ່ງ
ດຳລັດວ່າດ້ວຍ ມູນນິທິຄະນະຈັດຕັ້ງສູນກາງພັກ18-08-202504-09-2025ດໍາລັດເບິ່ງ
ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງອົງການກວດກາແຫ່ງລັດ26-06-202504-09-2025ຄໍາແນະນໍາເບິ່ງ
ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)ອົງການກວດກາແຫ່ງລັດ03-10-202304-09-2025ຄໍາແນະນໍາເບິ່ງ
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວັງສະຫງວນກະຊວງ ກະສິກຳ ແລະ ສິ່ງແວດລ້ອມ22-08-202503-09-2025ຂໍ້ຕົກລົງເບິ່ງ
ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ (ສະບັບປັບປຸງ)ຄະນະຈັດຕັ້ງສູນກາງພັກ20-03-202503-09-2025ກົດໝາຍເບິ່ງ

ນິຕິກໍາ ສະບັບເກົ່າ

(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)
ສະແດງ 41-50 ຂອງ 270 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ)ທະນາຄານແຫ່ງ ສປປ ລາວ07-12-201807-06-2019ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ສານປະຊາຊົນສານປະຊາຊົນສູງສຸດ23-11-198928-05-2019ກົດໝາຍເບິ່ງ
ຂໍ້ຕົກລົງວ່າດ້ວຍ ລະບຽບຄຸ້ມຄອງການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການ ໂຍທາທິການ ແລະ ຂົນສົ່ງກະຊວງ ໂຍທາທິການ ແລະ ຂົນສົ່ງ08-08-201818-04-2019ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານກະຊວງ ອຸດສາຫະກຳ ແລະ ການຄ້າ15-03-201903-04-2019ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ໄຊຍະບູລີ21-03-201902-04-2019ຂໍ້ຕົກລົງເບິ່ງ
ດຳລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມກະຊວງ ກະສິກຳ ແລະ ສິ່ງແວດລ້ອມ31-01-201914-02-2019ດໍາລັດເບິ່ງ
ກົດໝາຍ ຄອບຄົວກະຊວງ ຍຸຕິທໍາ24-12-199013-02-2019ກົດໝາຍເບິ່ງ
ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍທະບຽນຄອບຄົວ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການພາຍໃນກະຊວງ ພາຍໃນ08-01-201931-01-2019ຄໍາແນະນໍາເບິ່ງ
ຂໍ້ຕົກລົງວ່າດ້ວຍ ການປະເມີນມູນຄ່າທີ່ດິນ ໃນຂອບເຂດເມືອງຊະນະສົມບູນ, ເມືອງປະທຸມພອນ, ເມືອງຈຳປາສັກ, ເມືອງສຸຂຸມາ, ເມືອງມຸນລະປາໂມກ ແລະ ເມືອງໂຂງ, ແຂວງຈຳປາສັກແຂວງ ຈໍາປາສັກ23-11-201819-12-2018ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງວ່າດ້ວຍ ກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດກະຊວງ ການເງິນ12-12-201817-12-2018ຂໍ້ຕົກລົງເບິ່ງ