ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
ຝຶກອົບຮົມຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງ ພາກເໜືອ
Bootstrap Slider
ຊອກຫານິຕິກໍາ
ຊອກຫານິຕິກໍາ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ສະຖິຕິປະຈຸບັນ ຂອງນິຕິກໍາ
ສະຖິຕິປັດຈຸບັນ ຂອງນິຕິກໍາ

ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ

ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ.
   ຈົດໝາຍເຫດທາງລັດຖະການ ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.
   ນິ​ຕິ​ກຳ​ທີ່​ຈະ​ເອົາ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ​ແມ່ນ​ບັນ​ດາ​ນິ​ຕິ​ກຳ​ທີ່​ມີ​ຜົນ​ບັງ​ຄັບ​ທົ່ວ​ໄປ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຍົກ​ເວັ້ນ​ບັນ​ດານິ​ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ​ທີ່​ມີ​ຜົນ​ນຳ​ໃຊ້​ສຳ​ລັບ​ສະ​ເພາະ​ຂອບ​ເຂດ​ເມືອງ ແລະ ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ.

   ເນື້ອໃນ​ເວັບ​ໄຊ​ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ.

ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ

Download App LaoLaw V4

ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວ

   ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກ​ຮັບ​ຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນ​ສູນ​ກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ  ນັບ​ແຕ່​ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນ​ຕົ້ນ​ໄປ.
   ສຳລັບນິ​ຕິ​ກຳ ຂັ້ນເມືອງ ຫຼື ເທດ​ສະ​ບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງ​ເຜີຍແຜ່​ຜ່ານ​ສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.

   ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບ​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ​ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.

   ນິ​ຕິ​ກຳ​ທີ່​ມີ​ຜົນ​ສັກ​ສິດ​ກ່ອນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຂໍໃຫ້ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງນິ​ຕິ​ກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນ​ດາ​ນິ​ຕິ​ກຳ​ໃດ​ທີ່ບໍ່​ໄດ້​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ຂອງ ສປ​ປ ລາວ ​ຈະຖື​ວ່າບໍ່​ມີ​ຜົນ​ສັກ​ສິດ​ອີກ​ຕໍ່​ໄປ.

   ຢູ່ໃນໜ້າ​ເວັບ​ໄຊ​ນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
   ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.

ນິຕິກຳສຳລັບການປະກອບຄຳເຫັນ

    ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນ​ເວັບ​ໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນ​ເວັບ​ໄຊ​ອື່ນ (ເວັບ​ໄຊ​ ຂອງອົງການສ້າງນິຕິກຳ)  ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.

    ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.

ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.  

ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ

(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດ​ຕາ 108 ຂອງກົດໝາຍສ້າງນິຕິກໍາ)
ສະແດງ 81-90 ຂອງ 1408 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຂໍ້ຕົກລົງ ວ່າດ້ວຍການຮັບຮອງນາມມະຍົດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດແຂວງ ຈໍາປາສັກ05-04-201631-08-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຮັບຮອງນາມມະຍົດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດແຂວງ ຈໍາປາສັກ18-02-201631-08-2016ຂໍ້ຕົກລົງເບິ່ງ
ຄຳສັ່ງແນະນຳ ເລື່ອງການສຸມທຸກກຳລັງແຮງເພື່ອປະກອບສ່ວນ, ເຂົ້າຮ່ວມໃນການປ້ອງກັນ ແລະ ຕອບໂຕ້ ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງຈຳປາສັກແຂວງ ຈໍາປາສັກ25-05-201631-08-2016ຄໍາສັ່ງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ເນື້ອທີ່ປ່າສະຫງວນແຫ່ງຊາດດົງຫົວສາວ ເຂດເມືອງປາກຊ່ອງ ເພື່ອອະນຸລັກຮັກສາ, ປັບປຸງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດແຂວງ ຈໍາປາສັກ08-04-201631-08-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຮັບຮອງນາມມະຍົດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດແຂວງ ຈໍາປາສັກ13-01-201631-08-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຮັບຮອງນາມມະຍົດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດແຂວງ ຈໍາປາສັກ13-01-201631-08-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການລົບລ້າງການເກັບພັນທະ ກອງທຶນສົ່ງເສີມການທ່ອງທ່ຽວແຫ່ງຊາດ ຢູ່ດ່ານສາກົນວັງເຕົ່າ ແລະດ່ານສາກົນໜອງນົກຂຽນແຂວງ ຈໍາປາສັກ19-10-201620-09-2017ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງຫ້ອງການສາຂາ ສະມາຄົມຄົນພິການແຫ່ງຊາດລາວ ປະຈຳແຂວງຈຳປາສັກແຂວງ ຈໍາປາສັກ18-10-201620-09-2017ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສູນຊ່ວຍເຫຼືອຜູ້ດ້ອຍໂອກາດທາງສັງຄົມ ແຂວງຈຳປາສັກແຂວງ ຈໍາປາສັກ30-08-201620-09-2017ຂໍ້ຕົກລົງເບິ່ງ
ຄຳສັ່ງ ວ່າດ້ວຍການຍຸບເລີກປ້ອມ, ດ່ານ, ກວດກາຂອງສາຍກວດຕ່າງໆ ລວມທັງປ້ອມກວດກາ ຂອງເຈົ້າໜ້າທີ່ຕຳຫຼວດ ຢູ່ແຕ່ລະເມືອງ ແລະ ຕາມເສັ້ນທາງຕ່າງໆ ໃນທົ່ວແຂວງຈຳປາສັກແຂວງ ຈໍາປາສັກ20-03-201720-09-2017ຄໍາສັ່ງເບິ່ງ

ນິຕິກໍາ ສະບັບເກົ່າ

(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)
ສະແດງ 81-90 ຂອງ 268 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ດຳລັດວ່າດ້ວຍ ໂຮງຊວດຈຳທະນາຄານແຫ່ງ ສປປ ລາວ02-02-200226-05-2014ດໍາລັດເບິ່ງ
ດໍາລັດວ່າດ້ວຍ ສະຖາບັນການເງິນຈຸລະພາກທະນາຄານແຫ່ງ ສປປ ລາວ03-10-201212-11-2014ດໍາລັດເບິ່ງ
ກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍທະນາຄານແຫ່ງ ສປປ ລາວ21-07-201410-02-2015ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດທະນາຄານແຫ່ງ ສປປ ລາວ22-12-201403-06-2015ກົດໝາຍເບິ່ງ
ຂໍ້ຕົກລົງ ວ່າດ້ວຍການລາຍງານ ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດທະນາຄານແຫ່ງ ສປປ ລາວ05-06-201502-07-2015ຂໍ້ຕົກລົງເບິ່ງ
ຂໍ້​ຕົກ​ລົງ ວ່າ​ດ້ວຍ​ທຸ​ລະ​ກຳ​ໂອ​ນ​ເງິນ ທີ່​ມີ​ມູນ​ຄ່າ​ເກີນ​ກຳ​ນົດທະນາຄານແຫ່ງ ສປປ ລາວ27-11-201504-01-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາທະນາຄານແຫ່ງ ສປປ ລາວ01-07-201608-07-2016ຂໍ້ຕົກລົງເບິ່ງ
ຂໍ້ຕົກລົງ ວ່າດ້ວຍການສະໜອງສິນເຊື່ອເປັນເງິນຕາຕ່າງປະເທດຂອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ17-11-201601-12-2016ຂໍ້ຕົກລົງເບິ່ງ
ກົດໝາຍ ວ່າດ້ວຍລະບົບການຊຳລະທະນາຄານແຫ່ງ ສປປ ລາວ07-11-201709-04-2018ກົດໝາຍເບິ່ງ
ກົດໝາຍ ວ່າດ້ວຍທະນາຄານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ)ທະນາຄານແຫ່ງ ສປປ ລາວ19-06-201805-09-2018ກົດໝາຍເບິ່ງ