ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຊານປະຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
Bootstrap Slider

ຂ່າວ

ກອງປະຊູມປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ

ສະຫຼຸບຫຍໍ້

08 February 2017

ວັນທີປັບປູງ: 10-04-2017


ລາຍລະອຽດ

ກອງປະຊູມປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ

       ໃນຕອນເຊົ້າຂອງ ​ວັນ​ທີ 8 ກ​ຸມພາ 2017 ໜ່ວຍງານຈົດໝາຍເຫດທາງລັດຖະການ, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ປັບປຸງຮ່າງ​ຂໍ້​ຕົກລົງ​ວ່າ​ດ້ວຍການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ​ ຢູ່​ທີ່ ​ເຮືອນ​ພັກ​ຄູນ​ຊັບ ທ່າ​ລາດ, ​ແຂວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ, ມີ​ທ່ານ ຮອງ​ຫົວໜ້າ​ກົມ, ຮອງ​ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ ​ແລະ ພະ​ແນ​ກຍຸຕິ​ທຳ​ແຂວງ ຈາກ 5 ​ແຂວງ, ຜູ້ຕາງໜ້າ​ຈາກ 4 ກະຊວງ ​ແລະ 2 ອົງການ​ລັດ​ເຂົ້າ​ຮ່ວມທັງ​ໝົດ 22 ທ່ານ ຍິງ 6 ທ່ານ ຊຶ່ງກອງ​ປະຊຸ​ມຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 10 ​ກຸມພາ 2017.

​        ໃນ​ກອງ​ປະຊຸມ​ທ່ານ​ປະທານ​ກໍ​ໄດ້​ກ່າວຈຸດປະສົງ ​ແລະ ​ເປີດ​ກອງ​ປະຊຸມ ຊຶ່ງຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ຄົ້ນຄວ້າ, ປຶກສາ​ຫາລື​ ​ແລະ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ຂໍ້​ຕົກລົງວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ​ໂດຍ​ສະ​ເພາະ​ແມ່ນ​ການ​ກຳນົດ​ກ່ຽວ​ກັບ​ນິຕິ​ກຳ ​ແລະ ຮ່າງ​ນິຕິ​ກຳ​ທີ່​ຈະ​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ, ການ​ກຳນົດ​ໜ່ວຍ​ງານ​ປະສານ​ງານ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ ​ແລະ ອື່ນໆ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ມີ​ຄວາມ​ສະດວກ​ຂຶ້ນ​ກວ່າ​ເກົ່າ.

        ຈາກນັ້ນຄະນະ​ຮັບຜິດຊອບ​ໄດ້​ສະ​ເໜີ​ກ່ຽວ​ກັບພາບ​ລວມຂອງ​ຂໍ້​ຕົກລົງ​​ໂດຍ​ສົມ​ທຽບ​ກັບ​ພາກ​ປະຕິ​ບັກ​ຕົວ​ຈິງ, ​ໂຄງ​ປະກອບ​ຂອງ​ຮ່າງ​ຂໍ້​ຕົກລົງ. ຫຼັງ​ຈາກ​ນັ້ນ​ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ, ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ຂໍ້​ຕົກລົງວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດ​ຖະການ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ທີ່​ຟົດ​ຟື້ນ ເພື່ອ​ເຮັດ​ໃຫ້​ຮ່າງຂໍ້​ຕົກລົງ​ສະບັບ​ດັ່ງກ່າວມີ​ຄວາມລະອຽດ, ​ຄົບ​ຖ້ວນ, ສົມບູນ​ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້.


ຂ່າວ ແລະ ແຈ້ງການ ທີ່ລົງເຜີຍແຜ່ຫລັງສຸດ


Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022...ອ່ານ

Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022...ອ່ານ

Eng-version not available
ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022

ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022...ອ່ານ

Eng-version not available
ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022

ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022...ອ່ານ

Eng-version not available
ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3

ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3...ອ່ານ


ຄົ້ນຫາ ຂ່າວ ແລະ ແຈ້ງການ

 
ສະແດງ 61-61 ຂອງ 61 ຜົນທີ່ໄດ້ຮັບ.
ຫົວຂໍ້ປະເພດພາກສ່ວນຮັບຜິດຊອບວັນທີ ນິຕິກໍາພີມເຜີຍແຜ່PDF ອັງກິດPDF ລາວ
ບົດລາຍງານກະຊວງ ຍຸຕິທໍາ10-10-201310-10-2013