ນິຕິກໍາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ |
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ _____________________ |
ສະພາແຫ່ງຊາດ | ເລກທີ 04 /99/ສພຊ |
ວັນທີ 3/4/1999 |
ກົດໝາຍ
ວ່າດ້ວຍ ທາງຫລວງ
ພາກທີ I
ບົດບັນຍັດທົ່ວໄປ
ມາດຕາ 1. ໜ້າທີ່ຂອງກົດໝາຍວ່າດ້ວຍທາງຫລວງ
ກົດຫມາຍວ່າດ້ວຍທາງຫລວງ ມີໜ້າທີ່ກຳນົດບັນດາຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການນຳໃຊ້, ການວາງແຜນ, ການສຳຫລວດ, ການອອກແບບ, ການກໍ່ສ້າງ ແລະການປົກປັກຮັກສາທາງຫລວງ ລວມທັງຄວາມປອດໄພ, ການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນ ການຈະລາຈອນໃນທຸກລະດູການ ລະຫວ່າງແຂວງຕ່າງໆ, ລະຫວ່າງຕົວເມືອງກັບຊົນນະບົດ ເຂດຫ່າງໄກສອກຫລີກ ໃຫ້ມີຄວາມສະດວກ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັບໃຊ້ວຽກງານ ປອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງພື້ນຖານຮັບປະກັນໃຫ້ແກ່ການເຊື່ອມຕໍ່ ທາງດ້ານເສດຖະກິດຂອງຊາດ ກັບບັນດາປະເທດໃນພາກພື້ນ.
ມາດຕາ 2. ຄວາມໝາຍຂອງທາງ
ທາງແມ່ນຂອບເຂດພື້ນທີ່ ຊຶ່ງໄດ້ກໍ່ສ້າງຂຶ້ນເພື່ອຮັບໃຊ້ແກ່ການຈະລາຈອນ ລວມມີ: ໂຄງປະກອບຂອງທາງ, ສິ່ງປະກອບຂອງທາງ ແລະຂອບເຂດສະຫງວນຂອງທາງ.
ໂຄງປະກອບຂອງທາງ
ໂຄງປະກອບຂອງທາງລວມມີ: ໂຄງສ້າງຂອງທາງ, ຕະລິ່ງທາງ, ທໍ່ລະບາຍນ້ຳ, ຮ່ອງລະບາຍນ້ຳ, ກຳແພງຕ້ານເຈື່ອນ, ຂົວ, ອຸໂມງ, ທ່າທຽບເຮືອບັກ, ເຮືອບັກ, ສະຖານທີ່ຈອດລົດ ແລະ ໂຄງສ້າງອື່ນໆ ທີ່ສ້າງຂຶ້ນຢູ່ລຸ່ມ ແລະເທິງທາງ.
ສິ່ງປະກອບຂອງທາງ
ສິ່ງປະກອບຂອງທາງລວມມີ: ເຄື່ອງໝາຍຈະລາຈອນ, ລະບົບໄຟອຳນາດ, ລະບົບໄຟແສງສະຫວ່າງ ແລະອື່ນໆ.
ຂອບເຂດສະຫງວນຂອງທາງ
ຂອບເຂດສະຫງວນຂອງທາງ ແມ່ນຂອບເຂດພື້ນທີ່ສອງເບື້ອງຂອງທາງ ຊຶ່ງສະຫງວນໄວ້ເພື່ອຂະຫຍາຍກິດຈະການຂອງທາງ ຫລື ກິດຈະການປ້ອງກັນຄວາມປອດໄພຂອງທາງ.
ກິດຈະການປ້ອງກັນຄວາມປອດໄພ ຂອງທາງ
ກິດຈະການປ້ອງກັນຄວາມປອດໄພຂອງທາງ ແມ່ນບັນດາກິດຈະການທີ່ສ້າງຂຶ້ນ ເພື່ອແນໃສ່ປ້ອງກັນອັນຕະລາຍໃນ ການຈະລາຈອນ, ການເຊາະເຈື່ອນ, ມົນລະພິດຈາກຄັວນ,ສີ, ແສງ, ສຽງ ດ້້ວຍການປູກຕົ້ນໄມ້, ກໍ່ຝາກຳແພງ ແລະອື່ນໆ.
ມາດຕາ 3. ການສົ່ງເສີມການພັດທະນາທາງຫລວງ
ລັດມີນະໂຍບາຍສົ່ງເສີມທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະຕ່າງປະເທດ ລົງທຶນໃນການກໍ່ສ້າງ, ສ້ອມແປງ ແລະ ປົກປັກຮັກສາທາງຫລວງດ້ວຍການຫລຸດຜ່ອນ ຫລື ຍົກເວັ້ນພາສີອາກອນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນພາຍໃນ ແລະ ກົດໝາຍວ່າດ້້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ. ເພື່ອຮັບປະກັນແກ່ການຈະລາຈອນໄດ້ທຸກລະດູການ ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນພັດທະນາ ທາງຫລວງຂຶ້ນ.
ມາດຕາ 4. ພັນທະຂອງຜູ້ນຳໃຊ້ທາງຫລວງ
ບຸກຄົນ ແລະ ການຈັດຕັ້ງ ທີ່ນຳໃຊ້ທາງຫລວງ ລ້ວນແຕ່ມີພັນທະປະກອບສ່ວນເຂົ້າໃນການກໍ່ສ້າງ, ການສ້ອມແປງ, ການປົກປັກຮັກສາທາງຫລວງ ລວມທັງຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນການຈະລາຈອນ, ຄວາມສະອາດ, ຄວາມສວຍງາມ ແລະ ສິ່ງແວດລ້ອມ.ການນຳໃຊ້ທາງຫລວງ ໃຫ້ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດເຊັ່ນ: ນ້ຳໜັກບັນທຸກ, ຄວາມໄວ ແລະອື່ນໆ.
ພາກທີ II
ທາງຫລວງແລະການດຳເນີນກິດຈະການທາງຫລວງ
ໝວດທີ 1
ທາງຫລວງ
ມາດຕາ 5. ທາງຫລວງ
ທາງຫລວງ ແມ່ນລະບົບເສັ້ນທາງ ທີ່ເປັນກຳມະສິດຂອງວົງຄະນະຍາດແຫ່ງຊາດ, ສ້າງຂຶ້ນເພື່ອ ສາທາລະນະປະໂຫຍດ ໃນການຈະລາຈອນ ພາຍໃນປະເທດ ແລະ ລະຫວ່າງປະເທດ.
ທາງຫລວງຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງອອກເປັນ 6 ປະເພດ ຄື:
1. ທາງຫລວງແຫ່ງຊາດ;
2.ທາງຫລວງແຂວງ, ກຳແພງນະຄອນ ແລະ ເຂດພິເສດ;
3. ທາງຫລວງເມືອງ;
4. ທາງເທດສະບານ;
5. ທາງຊົນນະບົດ;
6. ທາງສະເພາະ.
ມາດຕາ 6. ທາງຫລວງແຫ່ງຊາດ
ທາງຫລວງແຫ່ງຊາດ ແມ່ນທາງຍຸດທະສາດ ທີ່ຮັບໃຊ້ເພື່ອຜົນປະໂຫຍດລວມຂອງຊາດ ແລະ ລະຫວ່າງຊາດ ຊຶ່ງປະກອບມີ:
1. ທາງແຕ່ນະຄອນຫລວງໄປຫາເທດສະບານຂອງແຂວງ ແລະເຂດພິເສດ;
2. ທາງໄປຫາຊາຍແດນທີ່ເຊື່ອມຕໍ່ລະຫວ່າງປະເທດ;
3. ທາງທີ່ມີຄວາມສຳຄັນດ້ານເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ມາດຕາ 7. ທາງຫລວງແຂວງ, ກຳແພງນະຄອນ ແລະເຂດພິເສດ
ທາງຫລວງແຂວງ, ກຳແພງນະຄອນ ແລະ ເຂດພິເສດ ແມ່ນທາງທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ແລະ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນລະດັບແຂວງ ຫລື ເຂດພິເສດ ຊຶ່ງປະກອບມີ:
1. ທາງ ລະຫວ່າງແຂວງ ຫາ ແຂວງ ຫລື ເຂດພິເສດ;
2. ທາງແຕ່ເທດສະບານແຂວງ ຫລື ເຂດພິເສດ ໄປຫາເທດສະບານເມືອງ, ໄປຫາທ່າເຮືອ, ໄປຫາແຫລ່ງທ່ອງທ່ຽວ ແລະ ສະຖານທີ່ປະຫວັດສາດທີ່ມີຄວາມສຳຄັນຂອງ ແຂວງ ຫລື ເຂດພິເສດ.
ມາດຕາ 8. ທາງຫລວງເມືອງ
ທາງຫລວງເມືອງ ແມ່ນທາງທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ແລະ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນລະດັບເມືອງ ຊຶ່ງປະກອບມີ:
1. ທາງລະຫວ່າງເມືອງຫາເມືອງ;
2. ທາງແຕ່ເທດສະບານເມືອງໄປຫາບ້ານ, ໄປຫາທ່າເຮືອ, ໄປຫາແຫລ່ງທ່ອງທ່ຽວ, ສະຖານທີ່ປະຫວັດສາດ ທີ່ມີຄວາມສຳຄັນ ແລະ ເຂດເສດຖະກິດສະເພາະຂອງເມືອງ.
ມາດຕາ 9. ທາງເທດສະບານ
ທາງເທດສະບານ ແມ່ນລະບົບເສັ້ນທາງທີ່ຮັບໃຊ້ການຈະລາຈອນ ຢູ່ໃນເທດສະບານ.
ມາດຕາ 10. ທາງຊົນນະບົດ
ທາງຊົນນະບົດ ແມ່ນເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງບ້ານ ກັບບ້ານ ແລະ ບ້ານໄປຫາສະຖານທີ່ການຜະລິດ ແລະ ການບໍລິການຕ່າງໆຂອງບ້ານ.
ມາດຕາ 11. ທາງສະເພາະ
ທາງສະເພາະ ແມ່ນເສັ້ນທາງຮັບໃຊ້ສະເພາະໃຫ້ແກ່ການຜະລິດ ແລະ ການບໍລິການຂອງ ຂະແໜງການ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຂດປ່າສະຫງວນ.
ໝວດທີ 2
ກິດຈະການທາງຫລວງ
ມາດຕາ 12. ກິດຈະການທາງຫລວງ
ກິດຈະການທາງຫລວງ ແມ່ນການດຳເນີນການຈັດຕັ້ງປະຕິບັດ ບັນດາວຽກງານກ່ຽວກັບທາງຫລວງຊຶ່ງປະກອບດ້ວຍ ການວາງແຜນ, ການສຳຫລວດ, ການອອກແບບ, ການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ, ການກວດກາ ແລະ ການນຳໃຊ້ທາງຫລວງ.
ມາດຕາ 13. ການວາງແຜນທາງຫລວງ
ການວາງແຜນທາງຫລວງ ແມ່ນການສຶກສາຄົ້ນຄ້ວາ, ເກັບກຳຂໍ້ມູນຕ່າງໆເພື່ອວາງ ແຜນພັດທະນາທາງຫລວງ ປະເພດຕ່າງໆຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ້.
ມາດຕາ 14. ການສຳຫລວດ ແລະ ການອອກແບບ ທາງຫລວງ
ການສຳຫລວດ ແມ່ນການລົງເກັບກຳສະພາບແວດລ້ອມ ແລະ ຂໍ້ມູນລະອຽດເພື່ອສ້າງເປັນ ບົດວິພາກ ເສດຖະກິດ-ເຕັກນິກ ໂດຍມີການປະເມີນປະສິດທິຜົນເພື່ອກຽມໃຫ້ແກ່ການອອກແບບ.
ການອອກແບບທາງຫລວງ ແມ່ນການສ້າງແຜນຜັງລະອຽດ ຖືກຕ້ອງຕາມມາດຕະຖານເຕັກນິກ ບົນພື້ນຖານການວິໄຈຂໍ້ມູນທີ່ໄດ້ມາຈາກການສຳຫລວດຊຶ່ງປະກອບດûວຍ: ແຜນແຕ້ມ, ການປະເມີນມູນຄ່າ ແລະ ການກຳນົດເວລາໃນການກໍ່ສ້າງ.
ມາດຕາ 15. ການກໍ່ສ້າງທາງຫລວງ
ການກໍ່ສ້າງທາງຫລວງ ແມ່ນການປະຕິບັດວຽກງານກໍ່ສ້າງທາງຫລວງປະເພດຕ່າງໆຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ້. ຜູ້ດຳເນີນກິດຈະການກໍ່ສ້າງທາງຫລວງຕûອງປະຕິບັດຕາມເອກະສານອອກແບບ, ຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມ.
ມາດຕາ 16. ການປົກປັກຮັກສາ ແລະ ການສûອມແປງທາງຫລວງ
ການປົກປັກຮັກສາທາງຫລວງ ແມ່ນການຕິດຕາມກວດກາດູແລ ສະພາບການຕ່າງໆ ຂອງທາງຫລວງ ເພື່ອບົວລະບັດຮັກສາ ເປັນປົກກະຕິເຊັ່ນ: ຕັດຫຍ້າ, ອະນາໄມໜ້າທາງ, ຮອງລະບາຍນ້ຳ, ທໍ່, ຂົວ ແລະ ສິ່ງປະກອບຕ່າງໆຂອງທາງ.
ການສ້ອມແປງທາງ ແມ່ນການບຳລຸງຮັກສາ, ປົວແປງທາງທີ່ເປ່ເພ ໃຫ້ຢູ່ໃນສະພາບປົກກະຕິ ຕາມການອອກແບບຊຶ່ງລວມມີ: ການສ້ອມແປງປົກກະຕິ, ການສ້ອມແປງຕາມກຳນົດ ແລະ ການ ສ້້ອມແປງສຸກເສີນ.
ພາກທີ Ill
ການຄຸ້ມຄອງ, ການນຳໃຊ້ທີ່ດິນ ແລະ ຂອບເຂດທາງຫລວງ
ໝວດທີ 1
ການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນເພື່ອກິດຈະການທາງຫລວງ
ມາດຕາ 17. ການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນທາງຫລວງ
ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ທີ່ດິນເພື່ອ ກິດຈະການທາງຫລວງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.
ມາດຕາ18. ແຫລ່ງວັດສະດຸເພື່ອກິດຈະການທາງຫລວງ
ກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ແຫລ່ງວັດສະດຸ ເພື່ອກິດຈະການທາງຫລວງເຊັ່ນ: ດິນ, ຫີນ, ຫີນແຮ່, ຊາຍ ແລະ ວັດສະດຸກໍ່ສ້າງທາງຊະນິດອື່ນໆ ຕາມບ່ອນທີ່ໄດ້ສຳຫລວດ ແລະ ໄດ້ຮັບອະນຸຍາດຂຸດຄົ້ນ ຈາກລັດຖະບານ.
ມາດຕາ 19. ການທົດແທນຄືນທີ່ດິນເພື່ອກິດຈະການທາງຫລວງ
ໃນການກໍ່ສ້າງທາງຫລວງປະເພດຕ່າງໆ ຫາກມີຄວາມຈຳເປັນນຳໃຊ້ທີ່ດິນຂອງບຸກຄົນ ຫລືການຈັດຕັ້ງ ທີ່ໄດ້ຮັບສິດນຳໃຊ້ຢ່າງຖືກຕ້ອງ ຕາມກົດໝາຍຕ້ອງໄດ້ຮັບການທົດແທນຄືນ ຕາມຄວາມເໝາະສົມ.
ໝວດທີ 2
ຂອບເຂດຂອງທາງຫລວງ
ມາດຕາ 20. ຂອບເຂດຂອງທາງຫລວງ
ຂອບເຂດຂອງທາງຫລວງ ແມ່ນພື້ນທີ່ທາງທັງໝົດນັບທັງໜ້າທາງ, ບ່າທາງ, ທາງຄົນຍ່າງ, ຮ່ອງລະບາຍນ້ຳ, ຕະລິ່ງທາງ ແລະ ເຂດສະຫງວນຂອງທາງຫລວງ.
ລວງກ້ວາງຂອງຂອບເຂດທາງຫລວງແຕ່ລະປະເພດມີດັ່ງນີ້:
1. ທາງຫລວງແຫ່ງຊາດກ້ວາງເບື້ອງລະ 25 ແມັດ, ນັບແຕ່ໃຈກາງທາງອອກໄປ;
2. ທາງຫລວງແຂວງກ້ວາງເບື້ອງລະ 15 ແມັດ, ນັບແຕ່ໃຈກາງທາງອອກໄປ;
3. ທາງຫລວງເມືອງກ້ວາງເບື້ອງລະ 10 ແມັດ, ນັບແຕ່ໃຈກາງທາງອອກໄປ;
4. ທາງຊົນນະບົດກ້ວາງເບື້ອງລະ 5 ແມັດ, ນັບແຕ່ໃຈກາງທາງອອກໄປ;
5. ທາງເທດສະບານໃຫ້ປະຕິບັດຕາມແຜນຜັງເມືອງ;
6. ທາງສະເພາະໃຫ້ປະຕິບັດຕາມມາດຕະຖານເຕັກນິກສະເພາະຂອງແຕ່ລະເສັ້ນທາງ.
ສ່ວນມາດຕະຖານເຕັກນິກຂອງທາງແຕ່ລະປະເພດ ແມ່ນກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ ເປັນຜູ້ກຳນົດ.
ມາດຕາ 21. ຂອບເຂດສະຫງວນຂອງທາງຫລວງ
ໃນຂອບເຂດສະຫງວນຂອງທາງຫລວງຫ້າມປຸກສ້າງກິດຈະການຕ່າງໆ,ໃນກໍລະນີຈຳເປັນຕ້ອງ ປຸກສ້າງນັ້ນ ຕ້ອງໄດ້ຂໍອະນຸຍາດຈາກອົງການຄຸ້ມຄອງທາງຫລວງ.
ມາດຕາ 22. ເຂດປອດໄພຂອງທາງຫລວງ
ເຂດປອດໄພຂອງທາງຫລວງ ແມ່ນເຂດທີ່ນອນຢູ່ໃນຂອບເຂດຂອງທາງຫລວງ ຊຶ່ງປະກອບດ້ວຍ: ບ່າທາງ, ທາງຄົນຍ່າງ, ໄລຍະແນມເຫັນຂອງຈຸດເປີດກ້ວາງທາງໂຄ້ງແລະຈຸດທາງຄົບ, ບໍລິເວນຫົວຂົວ, ຫົວທໍ່, ຕະລິ່ງທາງ, ກຳແພງຕ້ານເຈື່ອນ, ຮ່ອງລະບາຍນ້ຳ, ດອນກາງທາງ, ເຂດທາງມ້າລາຍ, ບ່ອນຈອດລົດເມ. ໃນເຂດປອດໄພ ຂອງທາງຫລວງ ຫ້າມດຳເນີນກິດຈະການ ແລະ ວາງສິ່ງກີດຂວາງຕ່າງໆ.
ພາກທີ IV
ຄ່າທຳນຽມ ແລະ ຄ່າບໍລິການທາງຫລວງ
ມາດຕາ 23. ຄ່າທຳນຽມ ແລະ ຄ່າບໍລິການທາງຫລວງ
ຄ່າທຳນຽມ ແລະ ຄ່າບໍລິການທາງຫລວງ ແມ່ນລາຍຮັບທີ່ໄດ້ມາຈາກການດຳເນີນກິດຈະການ ແລະການນຳໃຊ້ທາງຫລວງເຊັ່ນ: ຄ່າຂຶ້ນທະບຽນ, ຄ່າລິຂະສິດ, ຄ່າຜ່ານທາງ, ຄ່າຂ້າມບັກ, ຄ່າ ຜ່ານຂົວ ແລະ ອື່ນໆ.
ມາດຕາ 24. ການເກັບຄ່າທຳນຽມ ແລະ ຄ່າບໍລິການ ທາງຫລວງ
ກະຊວງການເງິນສົມທົບກັບ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນຄ້ວາ ກ່ຽວກັບອັດຕາ ການເກັບຄ່າທຳນຽມ ແລະ ຄ່າບໍລິການທາງຫລວງ ເພື່ອສະເໜີລັດຖະບານຕົກລົງ.
ພາກທີ V
ການສ້າງຕັ້ງ ວິສາຫະກິດກໍ່ສ້າງ, ວິສາຫະກິດທີ່ປຶກສາ
ແລະ ສະມາຄົມວິສະວະກຳທາງຫລວງ
ໝວດທີ 1
ການສ້າງຕັ້ງວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫລວງ
ມາດຕາ 25. ການສ້າງຕັ້ງ ວິສາຫະກິດກໍ່ສ້າງທາງຫລວງ
ວິສາຫະກິດກໍ່ສ້າງທາງຫລວງ ແມ່ນຫົວໜ່ວຍທຸລະກິດ ທີ່ສ້າງຕັ້ງຂຶ້ນ ເພື່ອດຳເນີນກິດຈະການກໍ່ສ້າງ ແລະສ້ອມແປງທາງຫລວງ.
ບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງວິສາຫະກິດກໍ່ສ້າງທາງຫລວງ ຕ້ອງມີເງື່ອນໄຂດັ່ງນີ້:
1. ຕ້ອງເປັນວິສະວະກອນ ຫລື ຕ້ອງມີນັກວິຊາການ ທີ່ມີຄວາມສາມາດດ້ານວິສະວະກຳ ກ່ຽວກັບ ກິດຈະການທາງຫລວງ ແລະ ມີປະສົບການຢ່າງໜ້ອຍ 3 ປີ;
2. ຕອງມີທຶນ ຕາມລະບຽບການທີ່ໄດ້ກຳນົດໄວ້;
3. ຕûອງມີພາຫະນະກົນຈັກຢ່າງໜûອຍໜຶ່ງຊຸດ;
4. ຕûອງມີນາຍຊ່າງກໍ່ສ້າງທາງ ແລະ ນາຍຊ່າງກົນຈັກ.
ມາດຕາ 26. ວິສາຫະກິດທີ່ປຶກສາທາງຫລວງ
ວິສາຫະກິດທີ່ປຶກສາທາງຫລວງ ແມ່ນຫົວໜ່ວຍທຸລະກິດທີ່ສ້າງຕັ້ງຂຶ້ນ ເພື່ອດຳເນີນກິດຈະການ ໃນການວາງແຜນ, ການສຳຫລວດ, ການອອກແບບ, ການຕິດຕາມ, ການກວດກາການກໍ່ສ້າງ ແລະໃຫ້ການປຶກສາ ແກ່ເຈົ້າຂອງໂຄງ ການກິດຈະການທາງຫລວງ.
ບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດທີ່ປຶກສາທາງຫລວງຕûອງມີເງື່ອນໄຂ ດັ່ງນີ້:
1.ເປັນວິສະວະກອນຂົວທາງທີ່ຊຳນານງານ ແລະ ມີີຄວາມສາມາດດ້ານວິສະວະກຳກ່ຽວກັບ ກິດຈະການທາງຫລວງ ແລະ ມີປະສົບການຢ່າງໜ້ອຍ 7 ປີ;
2. ມີນັກວິຊາການກ່ຽວຂ້ອງ ທີ່ມີປະສົບການຢ່າງໜ້ອຍ 5 ປີ;
3. ມີທຶນ ຕາມລະບຽບການທີ່ໄດ້ກຳນົດໄວ້;
4. ມີສຳນັກງານ, ອຸປະກອນ, ເຄື່ອງມື, ພາຫະນະຮັບໃຊ້ ຕາມລະບຽບການທີ່ໄດ້ກຳນົດໄວ້.
ມາດຕາ 27. ສະມາຄົມວິສະວະກຳທາງຫລວງ
ເພື່ອເຮັດໃຫ້ການຄຸ້ມຄອງກິດຈະການທາງຫລວງມີປະສິດທິຜົນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ລັດອະນຸຍາດໃຫ້ຈັດຕັ້ງສະມາຄົມວິສະວະກຳທາງຫລວງຂຶ້ນ ຕາມລະບຽບຂອງກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງວາງອອກ.
ໝວດທີ 2
ການສ້າງຕັ້ງ, ການຂຶ້ນທະບຽນ ແລະ ຫລັກການດຳເນີນວິສາຫະກິດທາງຫລວງ
ມາດຕາ 28. ການສ້າງຕັ້ງ ແລະ ການຂຶ້ນທະບຽນວິສາຫະກິດ
ການສ້າງຕັ້ງ, ການຂຶ້ນທະບຽນວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫລວງ ຕ້້ອງປະຕິບັດ ຕາມກົດໝາຍວ່າດ້ວຍ ທຸລະກິດ ແລະ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນພາຍໃນ.
ສຳລັບການລົງທຶນຂອງຕ່າງປະເທດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມ ແລະຄຸ້ມຄອງການລົງທຶນ ຂອງຕ່າງປະເທດ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 29. ຫລັກການດຳເນີນກິດຈະການທາງຫລວງ
ການດຳເນີນກິດຈະການທາງຫລວງ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ຕາມຫລັກ ການຕົ້ນຕໍຄື:
1. ຕ້ອງມີການຄັດເລືອກບໍລິສັດ;
2. ຕ້ອງມີການປະມູນ;
3. ຕ້ອງມີການສົມທຽບລາຄາ;
4. ຕ້ອງມີການມອບເໝົາ;
5. ຕ້ອງມີເຈົ້າຂອງໂຄງການ;
6. ຕ້ອງມີວິສາຫະກິດທີ່ປຶກສາ;
7. ຕ້ອງມີການກວດກາ;
8. ຕ້ອງມີການຮັບປະກັນຄຸນນະພາບການກໍ່ສ້າງ.
ໃນກໍລະນີທີ່ມີການຮັບເໝົາຕໍ່ຊ່ວງ ຕ້ອງໄດ້ຮັບການ ເຫັນດີຈາກເຈົ້າຂອງໂຄງການ.
ພາກທີ Vl
ອົງການຄຸ້ມຄອງ ແລະ ການກວດກາກິດຈະການທາງຫລວງ
ໝວດທີ 1
ອົງການຄຸ້ມຄອງທາງຫລວງ
ມາດຕາ 30. ອົງການຄຸ້ມຄອງທາງຫລວງ
ອົງການຄຸ້ມຄອງທາງຫລວງປະກອບດ້ວຍ:
1. ກະຊວງ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ;
2. ພະແນກຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງປະຈຳແຂວງ, ກຳແພງນະຄອນ ແລະ ເຂດພິເສດ;
3. ຫ້ອງການ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງປະຈຳເມືອງ ຫລື ເທດສະບານ;
4. ອຳນາດການປົກຄອງບ້ານ.
ມາດຕາ 31. ສິດ ແລະ ໜ້າທີ່ຂອງ ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ວາງແຜນຍຸດທະສາດ, ແຜນໄລຍະຍາວ, ແຜນໄລຍະກາງ ແລະ ແຜນໄລຍະສັ້ນ ກ່ຽວກັບ ການພັດທະນາຕາໜ່າງທາງຫລວງ;
2. ວາງລະບຽບໃນການຈັດຕັ້ງ, ການຄຸ້ມຄອງ, ການກວດກາ, ການວາງແຜນການ, ການສຳຫລວດ, ການອອກແບບ, ການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ ແລະ ການນຳໃຊ້ທາງ ຫລວງໃນຂອບເຂດທົ່ວປະເທດ;
3. ວາງກຳນົດໝາຍມາດຕະຖານ-ເຕັກນິກ ຂອງທາງຫລວງປະເພດຕ່າງໆ;.
4. ຄົ້ນຄ້ວານະໂຍບາຍ ແລະ ອັດຕາຄ່າການກໍ່ສ້າງ, ການປົກປັກຮັກສາທາງຫລວງ ເພື່ອສະເໜີໃຫ້ລັດຖະບານພິຈາລະນາ;
5. ຄຸ້ມຄອງສະຖິຕິທາງຫລວງ;
6. ພົວພັນ ແລະ ຮ່ວມມືກັບສາກົນໃນການພັດທະນາລະບົບທາງຫລວງ;
7. ປະຕິບັດ ສິດ ແລະ ໜ້າທີ່ອື່ນໆກ່ຽວກັບກິດຈະການທາງຫລວງທີ່ລັດຖະບານມອບໃຫ້.
ມາດຕາ 32. ສິດ ແລະ ຫນ້າທີ່ຂອງພະແນກຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງປະຈຳແຂວງ, ກຳແພງນະຄອນ ແລະເຂດພິເສດ
ພະແນກຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງປະຈຳແຂວງ, ກຳແພງນະຄອນ ແລະ ເຂດພິເສດມີສິດ ແລະ ໜ້າທີ່ດັ່ງນີ້:
1. ຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນພັດທະນາຕາໜ່າງທາງຫລວງ ທີ່ຕົນຮັບຜິດຊອບ;
2. ອອກໃບອະນຸຍາດ, ຄຸ້ມຄອງວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫລວງທີ່ ປະຈຳຢູ່ແຂວງຂອງຕົນ;
3. ຄຸ້ມຄອງສະຖິຕິພûອມທັງລາຍງານສະພາບທາງຫລວງ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງຊາບຢ່າງເປັນປົກກະຕິ;
4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບກິດຈະການທາງຫລວງທີ່ກະຊວງຄົມມະນາຄົມ ຂົນສົ່ງໄປສະນີ ແລະ ກໍ່ສ້າງມອບໃຫ້.
ມາດຕາ 33. ສິດ ແລະ ໜ້າທີ່ຂອງຫ້ອງການ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈຳເມືອງ ຫລື ເທດສະບານ
ຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງປະຈຳເມືອງ ຫລື ເທດສະບານມີສິດ ແລະ ໜ້າທີ່ດັ່ງນີ້:
1. ຊຸກຍູ້ຕິດຕາມວຽກງານການກໍ່ສ້າງ, ການປົກປັກຮັກສາ ແລະ ການສ້ອມແປງທາງຫລວງ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ;
2. ຄຸ້ມຄອງທາງຫລວງຢູ່ພາຍໃນຂອບເຂດເມືອງ ຫລື ເທດສະບານທີ່ຕົນຮັບຜິດຊອບ;
3. ຄຸ້ມຄອງສະຖິຕິພûອມທັງລາຍງານສະພາບທາງຫລວງ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ພະແນກ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງປະຈຳແຂວງ, ກຳແພງນະຄອນ ແລະ ເຂດພິເສດຊາບຢ່າງເປັນປົກກະຕິ;
4. ປະຕິບັດ ສິດ ແລະ ໜ້າທີ່ອື່ນໆທີ່ພະແນກຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈຳແຂວງ, ກຳແພງນະຄອນ ແລະ ເຂດພິເສດມອບໃຫ້.
ມາດຕາ 34. ສິດ ແລະ ຫນ້າທີ່ ຂອງອຳນາດການປົກຄອງບ້ານ
ອຳນາດການປົກຄອງບ້ານມີສິດ ແລະ ໜ້າທີ່ດັ່ງນີ້:
1. ຄຸ້ມຄອງພ້ອມທັງລາຍງານ ສະພາບທາງຫລວງຢ່øໃນ ເຂດບ້ານທີ່ຕົນຮັບຜິດຊອບໃຫ້ຫ້ອງການຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເມືອງ ຫລື ເທດສະບານຊາບຢ່າງເປັນປົກກະຕິ;
2. ປຸກລະດົມປະຊາຊົນປະກອບສ່ວນເຂົ້າໃນການກໍ່ສ້າງ, ການປົກປັກຮັກສາ ແລະ ການ ສ້ອມແປງທາງຫລວງໃນ ເຂດບ້ານທີ່ຕົນຮັບຜິດຊອບ;
3. ປະສານສົມທົບກັບບ້ານໃກ້ຄຽງແບ່ງຄວາມຮັບຜິດຊອບໃນການປົກປັກຮັກສາທາງຫລວງ;
4. ປະຕິບັດສິດ ແລະ ຫນ້າທີ່ອື່ນໆທີ່ຫ້ອງການຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ປະຈຳເມືອງ ຫລື ເທດສະບານ ມອບໃຫ້.
ຫມວດທີ 2
ການກວດກາກິດຈະການທາງຫລວງ
ມາດຕາ 35. ການກວດກາກິດຈະການທາງຫລວງ
ການກວດກາກິດຈະການທາງຫລວງ ແມ່ນການກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການຄຸ້ມຄອງ ແລະ ການນຳໃຊ້ທາງຫລວງ, ກວດກາການຈັດຕັ້ງປະຕິບັດການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ, ລະບົບເຕັກນິກ ແລະ ມູນຄ່າຂອງກິດຈະການທາງຫລວງ.
ມາດຕາ 36. ອົງການກວດກາທາງຫລວງ
ອົງການກວດກາທາງຫລວງ ແມ່ນອົງການທີ່ມີຫນ້າທີ່ກວດກາກິດຈະການທາງຫລວງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 35 ຂອງກົດໝາຍສະບັບນີ້.
ໃນການປະຕິບັດໜ້າທີ່ກວດກາດັ່ງກ່າວ ໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ຈັດຕັ້ງຄະນະກຳມະການ ກວດກາທາງຫລວງຂຶ້ນ.
ມາດຕາ 37. ເນື້ອໃນກວດກາ
ການກວດກາກິດຈະການທາງຫລວງມີເນື້ອໃນຕົ້ນຕໍດັ່ງນີ້:
1. ກວດກາ ການວາງແຜນ, ການສຳຫລວດ, ການອອກແບບ ແລະການກໍ່ສ້າງ;
2. ກວດກາມາດຕະຖານ ການຮັບປະກັນຄວາມປອດໄພ ໃນການດຳເນີນກິດຈະການທາງ ຫລວງ;
3. ກວດກາການປົກປັກຮັກສາສິ່ງແວດລûອມໃນການດຳເນີນກິດຈະການທາງຫລວງ;
4. ກວດກາການປະຕິບັດມາດຕະຖານເຕັກນິກ ແລະການເງິນຂອງກິດຈະການທາງຫລວງ;
5. ກວດກາການປະມູນ, ສັນຍາ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກິດຈະການທາງຫລວງ;
6. ກວດກາການນຳໃຊ້, ການປົກປັກຮັກສາ ແລະ ການສûອມແປງທາງຫລວງ.
ມາດຕາ 38. ຮູບການກວດກາ
ການກວດກາກິດຈະການທາງຫລວງມີ 3 ຮູບການດັ່ງນີ້:
1. ການກວດກາຢ່າງເປັນລະບົບປົກກະຕິ;
2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3. ການກວດກາແບບກະທັນຫັນ.
ພາກທີ Vll
ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ 39. ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ ຫຼື ການຈັດຕັ້ງ ທີ່ເຂົ້າຮ່ວມ ການປະຕິບັດກິດຈະການທາງຫລວງຢ່່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມ ຂອງທາງຫລວງໄດ້ດີ, ຈະໄດ້ຮັບການຍ້ອງຍໍ ແລະນະໂຍບາຍອື່ນໆ ຕາມຄວາມເໝາະສົມ.
ມາດຕາ 40. ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດຂໍ້ບັນຍັດໃດໜຶ່ງ ຂອງກົດໝາຍສະບັບນີ້, ກໍ່ຄວາມເສັຍຫາຍ ໃຫ້ແກ່ສາທາລະນະ, ສິ່ງແວດລ້ອມ, ຊັບສິນ, ສຸຂະພາບ ຫລື ຊີວິດຂອງຜູ້ອື່ນ ຈະຖືກສຶກສາອົບຮົມ, ປັບໃໝ ຫຼື ຖືກລົງໂທດທາງອາຍາ ແລ້ວແຕ່ກໍລະນີ ໜັກ ຫລື ເບົາ ລວມທັງໃຊ້ຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ.
ມາດຕາ 41. ມາດຕະການສຶກສາອົບຮົມ
ບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດກົດໝາຍສະບັບນີ້ ໃນສະຖານເບົາເຊັ່ນ: ການລະເມີດລະບຽບ ການດຳເນີນກິດຈະການທາງຫລວງ, ການລະເມີດລະບຽບການ ປົກປັກຮັກສາ ແລະ ນຳໃຊ້ ທາງຫລວງ ຊຶ່ງສ້າງຄວາມເສັຍຫາຍໃຫ້ແກ່ຊັບສິນ ຂອງສາທາລະນະ ຫລື ຂອງບຸກຄົນ ທີ່ບໍ່ເປັນຜົນສະທ້ອນຢ່າງຮ້າຍແຮງຈະຖືກສຶກສາອົບຮົມ, ຕັກເຕືອນ ແລະ ໃຊ້ແທນຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ.
ມາດຕາ 42. ມາດຕະການປັບໃໝ
ບຸກຄົນ ຫຼື ການຈັດຕັ້ງຫາກລະເມີດຂໍ້ບັນຍັດທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ເຊັ່ນ: ລະເມີດຫລັກການດຳເນີນ ກິດຈະການທາງຫລວງ, ການປົກປັກຮັກສາ, ການສ້ອມແປງ, ການນຳໃຊ້, ການຍົກຍ້າຍສິ່ງປະກອບຂອງທາງ, ກໍ່ຄວາມເສັຍຫາຍແກ່ໂຄງປະກອບ, ເຂດປອດໄພ ແລະ ເຂດສະຫງວນຂອງທາງຫລວງ; ລະເມີດລະບຽບການຂຶ້ນທະບຽນ ແລະ ດຳເນີນທຸລະກິດ, ລະເມີດຫລັກການກໍ່ສ້າງ ຊຶ່ງກໍ່ຄວາມເສັຍຫາຍແກ່ຊັບສິນ ຂອງສາທາລະນະ ຫລື ຂອງບຸກຄົນ ຈະຖືກປັບໃໝ ແລະໃຊ້ແທນຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ.
ມາດຕາ 43. ມາດຕະການທາງອາຍາ
ບຸກຄົນໃດຫາກລະເມີດຂໍ້ບັນຍັດທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ເຊັ່ນ: ລະເມີດຢ່າງຮ້າຍແຮງ ຕໍ່ຫລັກການດຳເນີນກິດຈະການ ທາງຫລວງ, ການປົກປັກຮັກສາ, ການສ້ອມແປງ, ການນຳໃຊ້; ທຳລາຍສິ່ງປະກອບ, ໂຄງປະກອບ, ຂອບເຂດສະຫງວນ, ເຂດປອດໄພຂອງທາງຫລວງ; ປອມແປງເອກະສານ ການຂຶ້ນທະບຽນ ແລະດຳເນີນທຸລະກິດ, ລະເມີດຫລັກການກໍ່ສ້າງ ຊຶ່ງກໍ່ຄວາມເສັຍຫາຍແກ່ສາທາລະນະ, ຊີວິດ, ສຸຂະພາບ ຫລື ຊັບສິນຂອງຜູ້ອື່ນ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຈະຖືກດຳເນີນຄະດີທາງອາຍາ ແລະ ໃຊ້ແທນຄ່າເສັຍຫາຍທີ່ຕົນ ກໍ່ຂຶ້ນ.
ມາດຕາ 44. ມາດຕະການໂທດເພີ່ມ
ນອກຈາກໂທດຕົ້ນຕໍທີ່ໄດ້ກຳນົດຢູ່ໃນມາດຕາ 42 ແລະ ມາດຕາ43 ຂອງກົດໝາຍສະບັບນີ້ ຜູ້ກະທຳຜິດ ຈະໄດ້ຮັບໂທດເພີ່ມຕື່ມອີກເຊັ່ນ: ຖືກງົດການດຳເນີນກິດຈະການ ຫລື ຖືກຖອນໃບອະນຸຍາດດຳເນີນທຸລະກິດ.
ພາກທີ Vlll
ບົດບັນຍັດສຸດທ້າຍ
ມາດຕາ 45. ການຈັດຕັ້ງປະຕິບັດ
ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.
ມາດຕາ 46. ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດພາຍຫລັງ 90 ວັນ ນັບແຕ່ມື້ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
ບັນດາຂໍ້ກຳນົດ ແລະ ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
ວຽງຈັນ, ວັນທີີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ