ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຊານປະຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
Bootstrap Slider

ຂ່າວ

ຊຸດຝຶກອົບຮົມ ຜູ່ປະສານງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ ສໍາລັບ 8 ແຂວງພາກເໜືອ

ສະຫຼຸບຫຍໍ້

ຊຸດຝຶກອົບຮົມ ຜູ່ປະສານງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ ສໍາລັບ 8 ແຂວງພາກເໜືອ

ວັນທີປັບປູງ: 03-06-2016


ລາຍລະອຽດ

ຊຸດຝຶກອົບຮົມ ຜູ່ປະສານງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ ສໍາລັບ 8 ແຂວງພາກເໜືອ

 

 

     ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ, ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ເປີດ ຊຸດຝຶກອົບຮົມຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 8 ແຂວງ ພາກເໜືອ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 3-5 ພຶດສະພາ 2016 ທີ່ໂຮງແຮມວັງທອງ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີບັນດານັກສຳມະນາກອນມາຈາກ ຫ້ອງວ່າການປົກຄອງແຂວງ ແລະ ພະແນກ ຍຸຕິທຳແຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ, ມີຜູ່ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 8 ທ່ານ.

     ການຝຶກອົບຮົມໃນຄັ້ງນີ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງຈົດໝາຍເຫດທາງລັດຖະການ ໃຫ້ຜູ່ ປະສານງານທີ່ມາຈາກ 8 ແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນສັກສິດຂອງນິຕິກຳ, ວິທີການສົ່ງ ແລະ ໃຈ້ແຍກນິກຳ ແລະ ຂັ້ນຕອນການເຂົ້າຊົມໃຊ້ເວັບໄຊຈົດໝາຍ ເຫດທາງລັດຖະການການ ​ເກັບ​ໂຮມ​ເອົາກົດໝາຍ, ​ນິຕິ​ກຳຕ່າງໆ​ລວມສູນ​ໄວ້​ບ່ອນ​ດຽວ ແລະ ​ເອົາ​​ລົງ​ເວັບ​ໄຊ ນັບແຕ່ຂັ້ນສູນກາງ ລົງຮອດ ທ້ອງຖິ່ນ ໃຫ້ມີຜົນສັກສິດ. ເພື່ອເຮັດ​ໃຫ້ຜູ່​ມີ​ຄວາມ​ສົນ​ໃຈຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ບັນດາ​ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ ຍັງເປັນການ ເຮັດໃຫ້ບັນດາສາທາລະນະຊົນ, ນັກທຸລະກິດ ຮັບຮູ້ ແລະ ສາມາດ​ເຂົ້າ​ເຖິງ​ກົດໝາຍ​ໄດ້ງ່າຍ. ​

     

     ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ເນັ້ນໃຫ້ຜູ່ປະສານງານຂັ້ນແຂວງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຈົດໝາຍເຫດທາງລັດ ຖະການໃຫ້ມີປະສິດທິຜົນ. ນອກຈາກນັ້ນ ຍັງເຮັດໃຫ້ຜູ່ປະສານງານ ຮັບຮູ້ ສິດ ແລະ ພາລະບົດບາດຂອງຕົນ, ໃນການເປັນເຈົ້າການ ເກັບໂຮມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບ ຂອງອົງການ ຕົນນຳມາພິມລົງໃນຈົດໝາຍເຫດທາງລັດຖະການ, ເຮັດໃຫ້ບັນດານິຕິກຳ ເຫຼົ່ານັ້ນ ມີຜົນສັກສິດຕາມ ກົດໝາຍ. ຊຶ່ງຊຸດຝຶກອົບຮົມ ໄດ້ດຳ​ເນີນໄປເປັນ ເວລາ ສາມ ວັນ ໃນນັ້ນ ຜູ່ຮັບຜິດຊອບວຽກງານຕົວຈິງ ໄດ້ຂຶ້ນບັນລະຍາຍ ເອກະສານຕ່າງໆ ທີ່ມີຄວາມສຳຄັນ ແລະ ຕິດພັນ ໂດຍກົງກັບໜ້າທີ່ວຽກງານ ໃນ​ນັ້ນ, ກໍໄດ້ມີການ​ແລກປ່ຽນ​ບົດຮຽນ ​ແລະ ຖາມ​ບັນຫາ​ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງ ເພື່ອ​ຄວາມ​ເປັນ​ເອກະ​ພາບ, ນອກຈາກນັ້ນຍັງເຮັດໃຫ້ບັນດາທ່ານ ຜູ່ທີ່ໄດ້ຮັບການ ແຕ່ງຕັ້ງ ເປັນຜູ່ປະສານງານກັບໜ່ວຍງານ ຈົດໝາຍເຫດທາງລັດຖະການນັ້ນ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນ ວິທີການຮີບ​ໂຮມ, ການໃຈ້ແຍກນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ນິຕິກຳທີ່ມີຜົນບັງຄັບສະເພາະ, ວິທີສົ່ງ ບັນດານິຕິກຳຂອງແຂວງ ​ມາໃຫ້​ໜ່ວຍ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ.

     ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງ ຍຸຕິທຳ ກໍໄດ້ເນັ້ນຕື່ມອີກ ເຖິງຜູ່ ປະສານງານທີ່ມາຈາກ 8 ແຂວງພາກເໜືອ ບໍ່ວ່າວຽກງານດັ່ງກ່າວ ຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ ຂໍໃຫ້ບັນດາ ທ່ານພ້ອມກັນ ຜ່ານຜ່າຂໍ້ຫຍຸ້ງຍາກເຫຼົ່ານັ້ນໄປໃຫ້ໄດ້. ພ້ອມນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມ ໃນຄັ້ງນີ້ກັບໄປຈັດຕັ້ງປະຕິບັດໃນແຂວງຂອງຕົນ ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນເລື້ອຍໆ.

 

ດາວໂຫຼດ ລາວ: ຊຸດຝຶກອົບຮົມ ຜູ່ປະສານງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ ສໍາລັບ 8 ແຂວງພາກເໜືອ

ຂ່າວ ແລະ ແຈ້ງການ ທີ່ລົງເຜີຍແຜ່ຫລັງສຸດ


Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022...ອ່ານ

Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022...ອ່ານ

Eng-version not available
ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022

ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022...ອ່ານ

Eng-version not available
ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022

ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022...ອ່ານ

Eng-version not available
ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3

ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3...ອ່ານ


ຄົ້ນຫາ ຂ່າວ ແລະ ແຈ້ງການ

 
ສະແດງ 1-10 ຂອງ 61 ຜົນທີ່ໄດ້ຮັບ.
ຫົວຂໍ້ປະເພດພາກສ່ວນຮັບຜິດຊອບວັນທີ ນິຕິກໍາພີມເຜີຍແຜ່PDF ອັງກິດPDF ລາວ
ບົດລາຍງານກະຊວງ ຍຸຕິທໍາ05-12-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ17-10-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ24-08-202226-09-2022
ບົດລາຍງານກະຊວງ ຍຸຕິທໍາ22-06-202222-06-2022
ບົດລາຍງານກະຊວງ ຍຸຕິທໍາ26-02-201926-02-2019
ບົດລາຍງານກະຊວງ ຍຸຕິທໍາ03-10-201803-10-2018
ບົດລາຍງານກະຊວງ ຍຸຕິທໍາ11-04-201819-04-2018
ບົດລາຍງານກະຊວງ ຍຸຕິທໍາ22-03-201811-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ29-03-201802-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ28-03-201802-04-2018