![]() ຊອກຫານິຕິກໍາ |
![]() ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
![]() ສະຖິຕິປັດຈຸບັນ ຂອງນິຕິກໍາ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບພະແນກຈົດໝາຍເຫດທາງລັດຖະການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.
ນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 108 ຂອງກົດໝາຍສ້າງນິຕິກໍາ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຄຳສັ່ງແນະນຳ ໃຫ້ບໍລິສັດ ວິສາຫະກິດຕ່າງໆ ນຳສິນຄ້າທີ່ຜະລິດໄດ້ພາຍໃນ ເອົາໄປຈຳໜ່າຍແທນການນຳເຂົ້າ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 01-12-2000 | 26-09-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມຮັບຜິດຊອບຂອງການມີສ່ວນຮ່ວມ ໃນການຄຸ້ມຄອງປົກປັກຮັກສາເສັ້ນທາງຫຼວງທຸກປະເພດ ແລະ ເທດສະບານເມືອງ, ຜັງເມືອງຂອງແຂວງເຊກອງ | ແຂວງ ເຊກອງ | 09-10-2018 | 22-10-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງການເຄື່ອນໄຫວ ສາສະໜາ ຢູ່ແຂວງບໍ່ແກ້ວ | ແຂວງ ບໍ່ແກ້ວ | 02-08-2018 | 07-11-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງແນະນໍາ ເພີ່ມທະວີການຄຸ້ມຄອງ, ກວດກາ ແລະ ສະກັດກັ້ນການລັກລອບຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ຜິດກົດໝາຍ ເຄື່ອງຈັກຕັດໄມ້ (ຈັກສະຕິນ) ພາຫານະດັດແປງ, ເຄື່ອງມືລ່າສັດນໍ້າ-ສັດປ່າ ປະເພດຕ່າງໆ ໃນທົ່ວແຂວງ | ແຂວງ ອັດຕະປື | 06-02-2018 | 05-04-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ກ່ຽວກັບການສ້າງຂະບວນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ, ສັດປ່າພາຍໃນແຂວງບໍ່ແກ້ວ | ແຂວງ ບໍ່ແກ້ວ | 14-07-2016 | 08-08-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງ ວ່າດ້ວຍການກວດລ້າງຂະບວນການລັກລອບຂຸດຄົ້ນຄໍາຜິດກົດໝາຍ ໃນຂອບເຂດແຂວງອັດຕະປື | ແຂວງ ອັດຕະປື | 02-10-2017 | 05-04-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 18-12-2018 | 24-12-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງ ວ່າດ້ວຍການຢຸດຕິການເກັບກູ້, ທ້ອນໂຮມ ແລະ ການຊື້-ຂາຍໄມ້ ເຄື່ອນຍ້າຍ, ການມີໄມ້ໃນຄອບຄອງ ແລະ ຂະບວນການສົມຮູ້ຮ່ວມຄິດທີ່ຜິດກົດໝາຍ | ແຂວງ ອັດຕະປື | 02-10-2017 | 05-04-2018 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງວ່າດ້ວຍ ການສະກັດກັ້ນກຸ່ມຄົນບໍ່ດີ ທີ່ລັກເອົາອຸປະກອນສາຍສົ່ງໄຟຟ້າແຮງສູງ ແລະ ຫ້າມປູກຕົ້ນໄມ້, ສິ່ງປຸກສ້າງຕ່າງໆ ຢູ່ກ້ອງເລວສາຍສົ່ງໄຟ້ຟ້າແຮງສູງ ໃນຂອບເຂດແຂວງຫຼວງນໍ້າທາ | ແຂວງ ຫລວງນໍ້າທາ | 26-07-2016 | 01-08-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງແນະນຳ ຫ້າມນຳໃຊ້ອາວຸດທຸກປະເພດ ແລະ ເຄື່ອງມືອຸປະກອນຕ່າງໆ ເພື່ອລ່າສັດນ້ຳ-ສັດປ່າ ແບບດັບສູນ | ແຂວງ ຫົວພັນ | 25-12-2013 | 13-05-2016 | ຄໍາສັ່ງ | ເບິ່ງ | ![]() |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຂໍ້ຕົກລົງ ວ່າດ້ວຍການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ | ກະຊວງ ເຕັກໂນໂລຊີ ແລະ ການສື່ສານ | 14-11-2017 | 15-12-2017 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 18-05-2012 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວ ສິນຄ້າຄຸ້ມຄອງ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 23-06-2015 | 02-07-2015 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານໂຮງງານຂ້າສັດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 13-05-2010 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ນ້ຳມັນເຊື້ອໄຟຢູ່ ສປປ ລາວ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 02-02-2012 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍການເຄື່ອນຍ້າຍສິນຄ້າ ຄຸ້ມຄອງຜ່ານແດນ ສປປ ລາວ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 23-06-2015 | 02-07-2015 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານ ຈົດໝາຍເຫດທາງລັດຖະການ | ກະຊວງ ຍຸຕິທໍາ | 05-09-2013 | 25-09-2013 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຄຸ້ມຄອງຈົດໝາຍເຫດທາງລັດຖະການ | ກະຊວງ ຍຸຕິທໍາ | 10-10-2017 | 10-10-2017 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ການກຳນົດ ມາດຕະຖານສຽງດັງ ທີ່ເກີດຈາກໂຮງງານ ອຸດສາຫະກຳປຸງແຕ່ງ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 14-10-2009 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງວ່າດ້ວຍ ການອະນຸຍາດນໍາເຂົ້າແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສປປ ລາວ | ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ | 10-12-2007 | 24-12-2014 | ຂໍ້ຕົກລົງ | ເບິ່ງ | ![]() |