![]() ຊອກຫານິຕິກໍາ |
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
ສະຖິຕິປັດຈຸບັນ ຂອງນິຕິກໍາ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
| ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບພະແນກຈົດໝາຍເຫດທາງລັດຖະການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.
ນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 108 ຂອງກົດໝາຍສ້າງນິຕິກໍາ)| ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
|---|---|---|---|---|---|---|---|
| ຂໍ້ຕົກລົງວ່າດ້ວຍ ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ | ກະຊວງ ຍຸຕິທໍາ | 18-03-2024 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການກຳນົດລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຂອງໂຄງການລົງທຶນຂອງລັດ ພາຍໃນແຂວງ ໄຊສົມບູນ | ແຂວງ ໄຊສົມບູນ | 07-03-2024 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງ | ແຂວງ ໄຊສົມບູນ | 14-03-2024 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາ ສາຍນ້ຳຈັ້ງ ແລະ ຂອບເຂດບໍລິເວນປ້ອງກັນຕາຝັ່ງເຈື່ອນ ແຂວງ ໄຊສົມບູນ | ແຂວງ ໄຊສົມບູນ | 14-03-2024 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ - ກາຍຍະກຳ | ນະຄອນຫລວງວຽງຈັນ | 06-03-2024 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການສ້າງນະຄອນຫຼວງວຽງຈັນ ສະອາດ (ສ. ສະອາດ) | ນະຄອນຫລວງວຽງຈັນ | 21-08-2023 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຮອດປີ 2030 ຂອງ ນະຄອນຫຼວງວຽງຈັນ | ນະຄອນຫລວງວຽງຈັນ | 21-03-2023 | 20-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ແຂວງບໍ່ແກ້ວ | ແຂວງ ບໍ່ແກ້ວ | 15-02-2024 | 13-03-2024 | ຂໍ້ຕົກລົງ | ເບິ່ງ | ||
| ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ (ສະບັບປັບປຸງ) | ກະຊວງ ອຸດສາຫະກຳ ແລະ ການຄ້າ | 20-11-2023 | 01-03-2024 | ກົດໝາຍ | ເບິ່ງ | ||
| ຂໍ້ຕົກລົງ ການຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງຂອງລັດຖະບານ ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ສົ່ງເສີມເຂົ້າຮຽນວິຊາຊີບ | ແຂວງ ອຸດົມໄຊ | 03-10-2023 | 27-02-2024 | ຂໍ້ຕົກລົງ | ເບິ່ງ |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)| ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
|---|---|---|---|---|---|---|---|
| ກົດໝາຍວ່າດ້ວຍ ແຮງງານ (ສະບັບປັບປຸງ) | ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ | 27-12-2006 | 10-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ | ກະຊວງ ປ້ອງກັນປະເທດ | 22-10-2004 | 07-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ | ກະຊວງ ພາຍໃນ | 21-10-2003 | 05-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ | ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ | 06-05-2003 | 05-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ ( ສະບັບປັບປຸງ ) | ສານປະຊາຊົນສູງສຸດ | 04-07-2012 | 05-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ຄ່າທຳນຽມສານ ( ສະບັບປັບປຸງ ) | ສານປະຊາຊົນສູງສຸດ | 27-12-2006 | 05-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ສານປະຊາຊົນ ( ສະບັບປັບປຸງ ) | ສານປະຊາຊົນສູງສຸດ | 26-11-2009 | 05-02-2014 | ກົດໝາຍ | ເບິ່ງ | ||
| ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ | ສະພາແຫ່ງຊາດ | 06-05-2003 | 04-02-2014 | ລັດຖະທໍາມະນູນ | ເບິ່ງ | ||
| ກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ | ສະພາແຫ່ງຊາດ | 22-10-2004 | 04-02-2014 | ກົດໝາຍ | ເບິ່ງ | ||
| ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ | ສະພາແຫ່ງຊາດ | 15-12-2010 | 04-02-2014 | ກົດໝາຍ | ເບິ່ງ |


